ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານໂລກຊ່ວຍ ເກືອບ 2 ລ້ານໂດລາ ສ້າງສູນວິໄຈພະຍາດສັດ
Anonymous

Date:
ທະນາຄານໂລກຊ່ວຍ ເກືອບ 2 ລ້ານໂດລາ ສ້າງສູນວິໄຈພະຍາດສັດ
Permalink   
 


ທະນາຄານໂລກຊ່ວຍ ເກືອບ 2 ລ້ານໂດລາ ສ້າງສູນວິໄຈພະຍາດສັດ

Picture_082.jpg

ທະ­ນາ­ຄານ​ໂລກໃຫ້​ທຶນຊ່ວຍ­ເຫລືອ​ເກືອບ 2 ລ້ານ​ໂດ​ລາສະ­ຫະ­ລັດ​ແກ່​ລັດ­ຖະ­ບານ​ສືບ­ຕໍ່ ສ້າງ​ສູນ​ວິ­ໄຈ​ພະ­ຍາດ​ສັດ, ແນໃສ່​ປັບ­ປຸງ​ພື້ນ­ຖານ​ວັດ­ຖຸ​ເຕັກ­ນິກ ແລະ ຍົກ​ລະ­ດັບ​ວຽກ​ງານ​ການວິ­ໄຈ​ໃນ​ຂະ­ແຫນງ­ການ​ສຸ​ຂະພາບ​ສັດ​ໃຫ້​ນັບ​ມື້​ນັບ​ ດີ​ຂຶ້ນ.

   ເປັນ​ກຽດ​ເຂົ້າ​ຮ່ວມ​ເປີດ​ນຳໃຊ້​ຕຶກ​ສູນ​ວິ­ໄຈ​ພະ­ຍາດ​ສັດ​ໂດຍທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ, ຜູ້​ຊີ້​ນຳ​ວຽກງານ​ວັດ­ທະ­ນະ­ທຳສັງ­ຄົມ, ມີຫົວ­ຫນ້າ​ທະ­ນາ­ຄານ​ໂລກ​ປະ­ຈຳ ລາວ ແລະ ຜູ້­ຕາງ­ຫນ້າ​ອົງ­ການ OIE ເຂົ້າ​ຮ່ວມ, ພິ­ທີ​ດັ່ງ­ກ່າວ​ຈັດ​ຂຶ້ນ​ໃນ​ເຊົ້າ​ວານ​ນີ້​ທີ່​ກົມ​ລ້ຽງ­ສັດ ແລະ ການ​ປະ­ມົງ.

   ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ລັດ­ຖະ­ມົນ­ຕີ, ຫົວ­ຫນ້າ​ຫ້ອງວ່າ­ການ​ລັດ­ຖະ­ບານ​ໃຫ້​ຮູ້​ວ່າ: ຫລັງ​ລົງ­ມື​ກໍ່­ສ້າງ​ຕຶກ​ສູນ​ວິ­ໄຈພະ­ຍາດ​ສັດ ແຕ່​ທ້າຍ​ປີ 2001 ເນື່ອງ​ຈາກ​ວິ​ກິດ​ດ້ານ​ການ​ເງິນ ການ​ກໍ່­ສ້າງ​ຈິ່ງໄດ້​ຢຸດ­ຕິ​ລົງ​ໃນ​ປີ 2003 ຕໍ່​ມາທະ­ນາ­ຄານ​ໂລກ​ໃຫ້​ທຶນ​ຊ່ວຍເຫລືອ​ແກ່​ລັດ­ຖະ­ບານ ສປປ ລາວ ຈຳ­ນວນ 1,8 ລ້ານ​ໂດ​ລາສະ­ຫະ­ລັດ​ສືບ­ຕໍ່​ສ້າງ​ຕຶກ, ໂດຍ​ບໍລິ​ສັດ ຈິດ​ຈະ­ເລີນ ກໍ່­ສ້າງ ເປັນ​ຜູ້ຮັບ​ເຫມົາ ເຊິ່ງ​ໄດ້​ເລີ່ມ​ກໍ່­ສ້າງແຕ່​ເດືອນ​ຕຸ­ລາ ປີ 2010 ຜ່ານມາ​ໃນ​ເນື້ອ­ທີ່ 27x20 ແມັດ ເປັນ​ອາ­ຄານ 5 ຊັ້ນ, ມີ​ທັງ​ຫມົດ 34 ຫ້ອງ.

   ທ່ານ ວິ­ໄລ​ວັນ ພົມ​ເຂ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ກະ​ສິກຳ ແລະ ປ່າ­ໄມ້​ກ່າວ​ວ່າ: ເພື່ອຮັບ­ປະ­ກັນ​ເຮັດ​ໃຫ້​ຝູງ​ສັດ​ມີ​ການຂະ­ຫຍາຍ­ຕົວ​ປັດ​ສະ​ຈາກ​ການສູນ​ເສຍ ເນື່ອງ​ຈາກ​ການ​ລະ ບາດ​ຂອງ​ພະ­ຍຸ​ພະ­ຍາດ​ສັດ, ການ​ເຝົ້າ​ລະ­ວັງ​ຕິດ­ຕາມ​ກໍ່​ເປັນວຽກ​ງານ​ຫນຶ່ງ​ທີ່​ສຳ­ຄັນ​ໃນ​ການຕອບ​ໂຕ້ ແລະ ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ດັ່ງ­ກ່າວ​ແພ່​ລະ­ບາດ​ສູ່​ວົງກວ້າງ. ສະ­ນັ້ນ ການ​ສ້າງ​ສູນ ວິ­ໄຈ​ພະ­ຍາດ​ສັດ​ຂຶ້ນ ເພື່ອ​ເປັນການ​ປັບ­ປຸງ​ຍົກ​ລະ­ດັບ​ພື້ນ­ຖານວັດ­ຖຸ​ເຕັກ­ນິກ ແລະ ຄວາມ​ສາມາດ​ດ້ານ​ການ​ວິ­ໄຈ​ບົ່ງ­ມະ­ຕິ​ພະຍາດ​ສັດ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ ເປັນກ້າວໆ ເພາະ​ການ​ວິ­ເຄາະ, ວິ­ໄຈພະ­ຍາດ​ສັດ​ທີ່​ໃຫ້​ຜົນ​ໄວ ແລະ ເຊື່ອ​ຖື​ໄດ້​ນັ້ນ​ຈະ​ການ​ເປັນ​ແຫລ່ງຂໍ້​ມູນ​ສຳ­ຄັນ​ໃນ​ການ​ຕອບ​ໂຕ້, ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ສັດ​ໄດ້​ທັນ​ເວ­ລາ.

   ພ້ອມ​ກັນ​ນັ້ນ, ຍັງ​ມີ​ຄວາມສຳ­ຄັນ​ໃນ​ການ​ປັບ­ປຸງ ແລະ ຍົກລະ­ດັບ​ວຽກ​ງານ​ການ​ວິ­ໄຈ​ໃນຂະ­ແຫນງ­ການ​ສຸ­ຂະ­ພາບ​ສັດ ເພາະ​ຈະ​ກາຍ­ເປັນ​ຫໍ​ວິ­ໄຈ​ພະຍາດ​ສັດ​ຂັ້ນ​ສູນ​ກາງ​ທີ່​ສຳ­ຄັນແຫ່ງ​ຫນຶ່ງ​ ທີ່​ມີ​ສະ­ຖານ­ທີ່ ແລະ ສະ­ພາບ​ແວດ​ລ້ອມ​ດີຮັບ­ປະ­ກັນ​ຄວາມ​ປອດ​ໄພ​ສຳ­ລັບ​ນັກ­ວິ­ຊາ­ການ​ທີ່​ເຮັດ​ ວຽກ​ກ່ຽວ​ກັບ​ການ​ວິ­ໄຈ​ພະ­ຍາດ​ສັດ ນອກ­ຈາກ​ນັ້ນ ສູນ​ວິ­ໄຈ​ດັ່ງ­ກ່າວ​ຍັງ​ຈະ​ກາຍເປັນ​ຫໍ​ວິ­ໄຈ​ອ້າງ​ອີງ​ລະ­ດັບ​ສູນກາງ ເພື່ອ​ສະ­ຫນອງ​ຂໍ້​ມູນ​ການບົ່ງ­ມະ­ຕິ​ພະ­ຍາດ​ສັດ​ໃນ​ຂອບເຂດ​ທົ່ວ​ປະ­ເທດ, ທັງ​ເປັນ​ຈຸດ​ປະສານ​ງານ​ເຊື່ອມ​ໂຍງ​ກັບ​ການຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ ການຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່​ຈາກ​ສັດໃສ່​ຄົນ​ລະ­ຫວ່າງ​ຂະ­ແຫນງ​ສຸ​ຂະພາບ​ສັດ ແລະ ສຸ­ຂະ­ພາບ​ຄົນ​ນຳອີກ​ດ້ວຍ, ທ່ານ ວິ­ໄລ​ວັນ ກ່າວຖິ້ມ​ທ້າຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard