ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 6 ໝູ້ບ້ານໄດ້ຮັບຜົນກະທົບຈາກໂຄງການບຶງທາດຫລວງ, ຍ້ອນພັກລັດ ຂາຍຊາດ
Anonymous

Date:
6 ໝູ້ບ້ານໄດ້ຮັບຜົນກະທົບຈາກໂຄງການບຶງທາດຫລວງ, ຍ້ອນພັກລັດ ຂາຍຊາດ
Permalink   
 


6 ໝູ້ບ້ານໄດ້ຮັບຜົນກະທົບຈາກໂຄງການບຶງທາດຫລວງ ຍ້ອນພັກລັດ

ຂາຍຊາດ

6.6.20128648uy;kotyhokjtrj65j101jythjrlwrh;jhyku6206,yuktyk.jpg

ປະກາດ-ແຈ້ງການ

- ອີງ​ຕາມ​ສັນ­ຍາ​ວ່າ​ດ້ວຍ​ການ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ ທາດ­ຫຼວງ (ເມືອງ​ທ່ອງ​ທ່ຽວ​ໜອງ​ນ້ຳ ທຳ​ມະ​ຊາດ ແລະ ວັດ­ທະ­ນະ­ທຳ) ຢູ່​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ສປປ ລາວ ສະ­ບັບ​ລົງ​ວັນ​ທີ 28/12/2011.

- ອີງ​ຕາມ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ສະ­ບັບ​ເລກ​ທີ 2971/ກຊສ ລົງ​ວັນ​ທີ 14ພຶດ­ສະ­ພາ 2012ວ່າ​ດ້ວຍ​ການ​ຮັບ­ຮອງ​ເອົາ ເນື້ອ­ທີ່​ດິນ​ຈຳ­ນວນ 365ເຮັກ­ຕາ​ຂອງ​ໂຄງ­ການ​ດັ່ງ­ກ່າວ.

ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ອອກ​ປະ­ກາດ-ແຈ້ງ​ການ:

1. ບັນ­ດາ​ທ່ານ​ເຈົ້າ​ຂອງ​ສິດ​ທີ່​ມີ​ຕອນ​ດິນ​ໃນ​ຂອບ​ເຂດ​ໂຄງ­ການ ໃຫ້​ນຳ​ເອົາ​ເອ­ກະ­ສານ​ຫຼັກ​ຖານ​ກ່ຽວ​ກັບ​ທີ່​ດິນ ມາ​ແຈ້ງ​ຕໍ່​ຄະ­ນະ​ກຳ­ມະ­ການ​ຮັບ­ຜິດ­ຊອບ​ວຽກ​ງານ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ ສິດ​ໃຊ້ ສິດ​ນຳ​ໃຊ້​ທີ່​ດິນ ສິ່ງ​ປຸກ​ສ້າງ ແລະ ຜົນ­ລະ­ປູກ​ທີ່​ລົງ​ປະ­ຕິ­ບັດ​ງານ​ຢູ່  6 ບ້ານ​ໃນ​ເຂດ​ບຶງ​ທາດ­ຫຼວງ​ທີ່​ຖືກ​ໂຄງ­ການ​ຄື: ບ້ານ​ດອນ​ກອຍ ບ້ານ​ໂພນ​ປ່າ​ເປົ້າ ບ້ານ​ໂພນ​ທັນ ບ້ານ​ໂນນ​ຄໍ້​ເໜືອ ບ້ານ​ໂນນ​ຫວາຍ ແລະ ບ້ານ​ເມືອງ​ນ້ອຍ.

2. ກຳ­ນົດ​ເວ­ລາ​ທີ່​ກຳ­ມະ­ການ​ຈະ​ເຮັດ​ວຽກ​ງານ​ກັບ​ເຈົ້າ​ຂອງ​ສິດ.

- ວັນ​ທີ 11/6/2012ຫາ​ວັນ​ທີ 19/6/2012ເລີ່ມ​ແຕ່​ເວ­ລາ 8:30-16:00ໂມງ​ຂອງ​ທຸກ​ວັນ​ລັດ​ຖະ​ການ ໃຫ້​ບັນ­ດາ​ທ່ານ​ເຈົ້າ​ຂອງ​ສິດ​ໄປ​ພົວ­ພັນ​ກັບ​ຄະ­ນະ​ກຳ­ມະ­ການ ຢູ່​ທີ່​ຫ້ອງ­ການ​ປົກ­ຄອງ​ບ້ານ​ທີ່​ກ່ຽວ­ຂ້ອງ ຈຳ­ນວນ 6ບ້ານ ຕາມ​ທີ່​ກ່າວ​ຂ້າງ​ເທິງ.

3. ເອ­ກະ­ສານ​ນິ­ຕິ​ກຳ ທີ່​ກະ­ກຽມ​ເພື່ອ​ແຈ້ງ​ຕໍ່​ຄະ­ນະ​ກຳ­ມະ­ການ: (1) ປຶ້ມ​ສຳ­ມະ­ໂນ​ຄົວ (2) ບັດ­ປະ­ຈຳ­ຕົວ ຫຼື ໃບ­ຢັ້ງ­ຢືນ​ທີ່­ຢູ່ (3) ເອ­ກະ­ສານ​ຕ່າງໆ​ທີ່​ຢັ້ງ­ຢືນ ຫຼື ຕິດ​ພັນ​ກັບ​ຕອນ​ດິນ​ທີ່​ຖືກ​ເຂດ​ໂຄງ­ການ (ໃບ​ຕາ­ດິນ ຫຼື ເອ­ກະ­ສານ​ຢັ້ງ­ຢືນ​ສິດ​ກ່ຽວ​ກັບ​ທີ່​ດິນ) ສະ­ບັບ​ສຳ​ເນົາ ພ້ອມ​ດ້ວຍ​ຕົ້ນ​ສະ­ບັບ.

4. ຖ້າ​ເຈົ້າ​ຂອງ​ສິດ​ຫາກ​ບໍ່​ນຳ​ເອ­ກະ­ສານ ແລະ ຫຼັກ​ຖານ​ຕ່າງໆ ມາ​ແຈ້ງ​ຕາມ​ກຳ­ນົດ​ເວ­ລາ​ຂ້າງ​ເທິງ​ນັ້ນ ທາງ​ຄະ­ນະ​ກຳ­ມະ­ການ​ຈະ​ບໍ່​ຄົ້ນ​ຄ້ວ​າ ການ​ຄິດ­ໄລ່​ປະ​ເມີນ​ລາ­ຄາ ເພື່ອ​ການ​ຊົດ​ເຊີຍ​ເວນ​ຄືນ​ແຕ່​ຢ່າງ­ໃດ.

ດັ່ງ­ນັ້ນ ຈຶ່ງ​ປະ­ກາດ​ແຈ້ງ​ການ​ມາ​ຍັງ​ເຈົ້າ​ຂອງ​ສິດ​ໃຊ້ ສິດ​ນຳ​ໃຊ້​ທີ່​ດິນ​ທີ່​ຖືກ​ເຂດ​ໂຄງ­ການ ເພື່ອ​ຊາບ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ທ່ານ​ເປັນ​ຢ່າງ​ດີ.

ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ນະ­ຄອນ­ຫຼວງ​ວຽງ​ຈັນ.

(ຮອງ​ຫົວ­ໜ້າ​ຄະ­ນະ​ຊີ້​ນຳ​ໂຄງ­ການ)

ສົມ​ພອນ ຂຸນ​ພິ­ລົມ



__________________
Anonymous

Date:
RE: 6 ໝູ້ບ້ານໄດ້ຮັບຜົນກະທົບຈາກໂຄງການບຶງທາດຫລວງ, ຍ້ອນພັກລັດ ຂາຍຊາດ
Permalink   
 


 

ຫາກບໍ່ທວງຄ່າຊົດເຊີຍ ແມ່ນຖືວ່າສລະສິດ

ເຈົ້າໜ້າທີ່ ຄນະກັມມະການ ຮັບຜິດຊອບ ການເວນຄືນ ທີ່ດິນ ຂອງ ປະຊາຊົນ ໃນເຂດ ພັທນາ ບຶງທາຕຫລວງ ແຈ້ງວ່າ  ຖ້າຫາກ ປະຊາຊົນ ຜູ້ທີ່ຖືກ ຜົນກະທົບ ຈາກໂຄງການ ພັທນາ ທີ່ຣັຖບານ ໃຫ້ສັມປະທານ ແກ່ບໍຣິສັດ ຈີນນັ້ນ ບໍ່ມາຍື່ນ ເອກກະສານ ຢັ້ງຢືນທີ່ດິນ ຂອງຕົນ ຕາມເວລາ ແລ້ວ ກໍຖືວ່າ ຕົນສລະສິດ ຈະບໍ່ສາມາດ ຮຽກຮ້ອງ ຕາມພາຍຫລັງ ໄດ້ອີກ. ດັ່ງເຈົ້າໜ້າທີ່ ກົມ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:

"ເຮັດໄປຈົນຮອດ ເວລາ ເຂົານັ້ນແຫລະ ມັນຕ້ອງ ສລະສິດທິ ລະ ຄັນບໍ່ມາຍື່ນ  ຂອງຮູ້ຈັກ ຢູ່ຄັນບໍ່ມາ ຍື່ນກໍຕ້ອງໄດ້ ສລະສິດ ມັນບໍ່ແມ່ນ ເອກກະສານ ຄົບຫລືບໍ່ຄົບ ກໍຕ້ອງມາ ເບິ່ງກ່ອນ ເຮົາຈື່ງຈະຮູ້ ວິຈັຍຂໍ້ມູນ".

ເມື່ອປະມານ ຕົ້ນເດືອນນີ້ ທາງການກ່ຽວຂ້ອງ ໄດ້ແຈ້ງໃຫ້ ປະຊາຊົນ  6 ບ້ານໃນເຂດ ບຶງທາຕຫລວງ ນໍາໃຫ້ເອົາ ເອກກະສານ ໃບຢັ້ງຢື້ນ ຕາດິນມາຍື່ນ ຕໍ່ເຈົ້າໜ້າທີ່ ຮັບຜິດຊອບ ຢູ່ກົມ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຈາກວັນທີ່ 11-19 ມີຖຸນາ ເພື່ອວ່າທາງ ເຈົ້າໜ້າທີ່ ຈະໄດ້ ພິຈາຣະນາ ການໃຫ້ ຄ່າຊົດເຊີຽ ສໍາລັບທີ່ດິນ ທີ່ຕ້ອງ ສົ່ງຄືນຣັຖ:

"ຫລັງຈາກນີ້ ເຂົາມາສລຸບ ເຂົາວິຈັຍ ຂໍ້ມູນ ວິເຄາະຂໍ້ມູນ ຫລັງຈາກ ວິເຄາະຂໍ້ມູນ ແລ້ວເຂົາ ກໍສືບຕໍ່ບັດນີ້ ແລະ ເຂົາເຈົ້າ ຈ່າຍເງິນ ໃຫ້ພວກທີ່ເອົາ ເອກກະສານ ມາແຈ້ງ ຈະຊົດເຊີຽ ໃຫ້ໃນລະຍະ ທີ່ເຮັດວຽກ ການຈ່າຍເວນຄືນ".

ທ່ານວ່າ ການຈ່າຍ ຄ່າຊົດເຊີຽນີ້ ທາງບໍຣິສັດ ຈີນ ທີ່ລົງທືນ ພັທນາບຶງ ທາຕຫລວງ ໃນພື້ນທີ່ 365 ha ນັ້ນ ໄດ້ປະສານ ກັບທາງການ ລາວ ເປັນທີ່ ຮຽບຮ້ອຍແລ້ວ. ເຖິງແມ່ນວ່າ ຣັຖບານ ໄດ້ຈ່າຍໃຫ້ ປະຊາຊົນ ໄປກ່ອນແລ້ວ ກໍດີ ແຕ່ທາງ ບໍຣິສັດ ຕ້ອງຈ່າຍ ໃຫ້ຣັຖບານ ຄືນ.



__________________
Anonymous

Date:
Permalink   
 

6 ບ້ານ​ໃນ​ເຂດ​ບຶງ​ທາດ­ຫຼວງ​ທີ່​ຖືກ​ໂຄງ­ການ​ຄື: 1.ບ້ານ​ດອນ​ກອຍ

2.ບ້ານ​ໂພນ​ປ່າ​ເປົ້າ

3.ບ້ານ​ໂພນ​ທັນ

4.ບ້ານ​ໂນນ​ຄໍ້​ເໜືອ

5.ບ້ານ​ໂນນ​ຫວາຍ 

6.ບ້ານ​ເມືອງ​ນ້ອຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard