ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກະທົບ ຈາກເຂື່ອນ ນໍ້າເທີນ 2
Anonymous

Date:
ຜົນກະທົບ ຈາກເຂື່ອນ ນໍ້າເທີນ 2
Permalink   
 


ຜົນກະທົບ  ຈາກເຂື່ອນ ນໍ້າເທີນ 2

f-namtheun2-run-off

ຊາວບ້ານສັງ ເມືອງ ຍົມມະລາດ ທີ່ຢູ່ລຸ່ມ ເຂື່ອນໄຟຟ້າ ນໍ້າເທີນ 2 ເວົ້າວ່າ ທີ່ຜ່ານມາ ໄດ້ຮັບຜົນກະທົບ ຫລາຍຢ່າງ ທັງຖືກໃຫ້ ໂຍກຍ້າຍ ຈາກຖິ່ນເດີມ ແລະ ໃນຊ່ວງປີ 2011 ກໍຍັງໄດ້ຮັບ ຜົນກະທົບ ຈາກນໍ້າຖ້ວມ ຍ້ອນເຂື່ອນ ປ່ອຍນໍ້າ ຫລາຍເກີນໄປ. ດັ່ງຊາວບ້ານ ໄດ້ເວົ້າວ່າ:

"ຈາກນໍ້າເທີນເນາະ ສິ່ງທີ່ມັນເກີດ ກັບເຮົາກໍຄື ຢູ່ໃກ້ເຂື່ອນ ແຕ່ບໍ່ມີ ໄຟຟ້າໃຊ້ ນໍ້າໃຊ້ ກໍບໍ່ມີ ນໍ້າຖ້ວມຫົວ ແຕ່ວ່າ ນໍ້າໃຊ້ນໍ້າອາບ ຍັງບໍ່ມີໃຊ້".

ລາວເວົ້າ ຕໍ່ໄປວ່າ ທຸກມື້ນີ້ ຣະດັບນໍ້າ ມີການປ່ຽນແປງ ໃນຣະດູແລ້ງ ກໍຈະແລ້ງກວ່າ ປົກກະຕິ ຣະດູຝົນ ນໍ້າກໍຈະຫລາຍ ກວ່າປົກກະຕິ ຮວມທັງ ໃນຊ່ວງທີ່ເຂື່ອນ ປ່ອຍນໍ້າ ແຕ່ລະເທື່ອ. ກ່ອນຈະປ່ອຍນໍ້າ ກໍບໍ່ມີ ການແຈ້ງໃຫ້ ປະຊາຊົນ ຮູ້ລ່ວງໜ້າ ເຮັດໃຫ້ນໍ້າຖ້ວມ ແບບບໍ່ໄດ້ ຕັ້ງຕົວ ການທໍາມາ ຫາກິນ ກໍປ່ຽນໄປ ຍ້ອນທາງການ ບໍ່ໃຫ້ຊາວບ້ານ ເອົາສັດລ້ຽງ ງົວຄວາຍ ມານໍາ ແລະທັງຕ້ອງໄດ້ ຊອກຫາບ່ອນ ປູກຝັງໃໝ່ ອີກດ້ວຍ.

ບ້ານສັງ ເປັນ 1 ໃນຈໍານວນ ເກືອບ 50 ບ້ານໃໝ່ ທີ່ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 2 ໄດ້ຈັດສັນ ໃຫ້ຊາວບ້ານ ທີ່ຖືກໂຍກຍ້າຍ ຊຶ່ງມີທັງໝົດ 6,000 ກວ່າຄົນ. ຊາວບ້ານສັງ ເວົ້າວ່າ ໃນຊ່ວງ ຣະດູຝົນ ຢາກຂໍໃຫ້ ທາງການຊ່ວຍ ແກ້ໄຂບັນຫາ ເຣື່ອງນໍ້າສະອາດ ແລະໄຟຟ້າ ຊຶ່ງເປັນບັນຫາ ໃນຊ່ວງ ຣະດູຝົນ ແລະ ໃຫ້ມີການແຈ້ງ ໃຫ້ຮູ້



__________________
Anonymous

Date:
Permalink   
 

ແຫຼ່ງຂ່າວຈາກເອເຊັຽເສຣີຫວາ? ຖ້າຜູ່ນໍາລາວເຊົາໃສ່ແວ່ນຕາກັນແດດ ເຊົານັ່ງຣົຖແວ່ນດໍາ ເພິ່ນຄົງຈະແນມເຫັນຄວາມຫຍຸ້ງຍາກຂແງປະຊາຊົນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard