ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຍັງຈະທຸຂຈົນ ໃນປີ 2020
Anonymous

Date:
ລາວຍັງຈະທຸຂຈົນ ໃນປີ 2020
Permalink   
 


ລາວຍັງຈະທຸຂຈົນ ໃນປີ 2020

f-lao-poor

ນັກວິຊາການ ດ້ານ ເສຖກິດ ຂອງ ສປປລາວ ທ່ານນື່ງ ເວົ້າວ່າ ນະໂຍບາຍ ຂອງ ຣັຖບານ ທີ່ຈະເຮັດໃຫ້ ປະຊາຊົນ ຫລຸດພົ້ນ ຈາກ ຄວາມທຸກຍາກ ພາຍໃນປີ 2020 ນັ້ນ ຄົງຈະ ເປັນໄປໄດ້ຍາກ ເຖີງແມ່ນວ່າ ຣັຖບານ ຈະອະນຸມັດ ໃຫ້ນັກລົງທືນ ຕ່າງຊາດ ເຂົ້າມາ ລົງທືນ ໃນໂຄງການ ຕ່າງໆ ຫລາຍປານໃດ ກໍ່ຕາມ ແຕ່ການລົງທືນ ເຫລົ່ານັ້ນ ຈະບໍ່ໃຫ້ຜົລ ປໂຍດ ແກ່ ປະຊາຊົນ ເທົ່າທີ່ຄວນ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຖ້າຈະເວົ້າ ໃນແງ່ການ ລາຍໃນ ມັນກໍໄດ້ ຈະເວົ້າໃຫ້ ມັນຈົບງາມ ແບບໃດກໍໄດ້ ແຕ່ໃນແງ່ ຂອງການ ດຳຣົງ ຊີວີດ ຢ່າງແທ້ຈີງ ແລ້ວ ມີຫຍັງ ຈະເປັນໂຕ ວັດແທກ ແນ່ແທ້ຈີງ ມັນບໍ່ແມ່ນ ແບບວັດແທກ GDP ທີ່ຄົນຕ່າງຊາດ ເຂົາວັດກັນ ມັນບໍ່ໄດ້ ຄິດວ່າມັນ ເປັນໄປບໍ່ໄດ້ ປະຊາຊົນ ສ່ວນໃຫຍ່ ເຂົາບໍ່ມີ ອັນກີນ ແລ້ວ ເຂົາຈະຫລຸດພົ້ນ ຈາກຄວາມທຸກຍາກ ໄດ້ຢ່າງໃດ".

ທ່ານກ່າວ ຕໍ່ໄປວ່າ ໂຄງການຕ່າງໆ ຂອງຕ່າງປະເທດ ໃນລາວ ສ່ວນໃຫຍ່ ຈະສົ່ງຜົລ ກະທົບ ທາງລົບ ຕໍ່ປະຊາຊົນ ເຖິງແມ່ນວ່າ ຈະໃຫ້ຄ່າ ຊົດເຊີຍ ແຕ່ເງີນທີ່ໃຫ້ ຄ່າຊົດເຊີຍນັ້ນ ຈະບໍ່ເທົ່າກັບ ຄວາມເສັຽຫາຍ ທີ່ຂະເຈົ້າ ໄດ້ຮັບ ເນື່ອງຈາກວ່າ ຂະເຈົ້າຕ້ອງໄດ້ ປະຖີ້ມ ບ້ານເຮືອນ ໄຮ່ນາ ໄປຕັ້ງຖີ່ນຖານ ບ່ອນໃຫມ່ ແລະ ຈະໃຊ້ເວລາ ຫລາຍປີກ່ອນ ຈະຟື້ນໂຕ ໄດ້. ທ່ານກ່າວ ເພີ້ມອີກວ່າ:

"ໂດຍຮວມແລ້ວ ມັນບໍ່ພົ້ນ ຈາກ ຄວາມທຸກຍາກ ເພາະວ່າ ມັນມີບັນຫາ ປະຊາຊົນ ບໍ່ມີທີ່ຢູ່ ທີ່ທຳກີນ ເຂົາຈະຫລຸດພົ້ນ ໄດ້ຢ່າງໃດ ບຸກເບີກ ບ່ອນໃຫມ່ ແຕ່ວ່າທີ່ດີນ ທຳກີນ ມັນບໍ່ມີ ຄືມັນຍ້າຍ ປະຊາຊົນ ມາຢູ່ດ້ວຍກັນ ຫລາຍໆແລ້ວ ຊັພຍາກອນ ມັນຈຳກັດ ແລະ ທີ່ດີນທຳກີນ ກໍຈຳກັດ".

ໃນທ້າຍສຸດ ທ່ານກ່າວວ່າ ຈາກ ນະໂຍບາຍ ຂອງຣັຖບານ ທີ່ປະຊາຊົນ ຈຳເປັນຕ້ອງ ເສັຽສລະ ເພື່ອປະເທດຊາດ ເພື່ອໃຫ້ ຫລຸດພົ້ນ ຈາກຄວາມ ທຸກຍາກນັ້ນ ເປັນຂໍ້ອ້າງ ຂອງ ຣັຖບານ ສຳລັບຄົນ ກຸ່ມໃດກຸ່ມນື່ງ ຊື່ໆ ແຕ່ປະຊາຊົນ ສ່ວນໃຫຍ່ ຍັງຈະທຸກຍາກ ຄືເກົ່າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard