ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນສະເໜີ 960 ລ້ານ​ໂດ​ລາ​ ພັດທະນາດາວທຽມໃຫ້ ສປປ ລາວ
Anonymous

Date:
ຈີນສະເໜີ 960 ລ້ານ​ໂດ​ລາ​ ພັດທະນາດາວທຽມໃຫ້ ສປປ ລາວ
Permalink   
 


ຈີນສະເໜີ 960 ລ້ານ​ໂດ​ລາ​ ພັດທະນາດາວທຽມໃຫ້ ສປປ ລາວ

1207201232020013.7.2012715iuliu.jpg

 

ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ກຸ່ມ​ບໍ­ລິ­ສັດ​ອຸດ­ສາ­ຫະ­ກຳ​ຂໍ້​ມູນ​ຂ່າວ­ສານ ລິນ​ໄຮ ເຊິນ​ຕູ ສປ.ຈີນ ນຳ​ໂດຍ​ທ່ານ ສຈ.ດຣ. ຊາວ ຮີ​ບິງ ສາ​ສະ​ດາ​ຈານ​ປະ­ຈຳ​ມະ­ຫາ­ວິ­ທະ­ຍາ­ໄລ​ນັກ­ເສດ­ຖະ­ກິດ​ຂອງ​ກຸ່ມ​ບໍ­ລິ­ສັດ​ ລິນ​ໄຮ ໃນ​ໂອ­ກາດ​ທີ່​ໄດ້​ເດີນ­ທາງ​ເຂົ້າ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຊຶ່ງ​ພິ­ທີ​ຕ້ອນ­ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກໍ­ລະ­ກົດ 2012 ທີ່​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.

ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ສະ­ແດງ​ຄວາມ​ຊົມ­ເຊີຍ​ໃນ​ການ​ເດີນ­ທາງ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວ­ພັນ​ລະ­ຫວ່າງ​ສອງ​ປະ­ເທດ ກໍ​ຄື​ປະ­ຊາ­ຊົນ ລາວ-ຈີນ ທີ່​ມີ​ມາ​ດົນ​ນານ ໃຫ້​ໄດ້​ຮັບ​ການ​ຂະ­ຫຍາຍ­ຕົວ ໂດຍ​ສະ­ເພາະ​ການ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສັນ­ຍາ ແລະ ພັດ­ທະ­ນາ​ໂຄງ­ການ​ດາວ​ທຽມ ຊຶ່ງ​ຈະ​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ອຸດ­ສາ­ຫະ­ກຳ​ການ​ສື່­ສານ​ ຜ່ານ​ດາວ​ທຽມ​ຂອງ​ລາວ.

ສຳ­ລັບ​ຈຸດ­ປະ­ສົງ​ຂອງ​ການ​ເດີນ­ທາງ​ມາ ສປປ ລາວ ຄັ້ງ​ນີ້ ແມ່ນ​ເພື່ອ​ມາ​ພົວ­ພັນ​ການ​ລົງ­ທຶນ​ເພື່ອ​ພັດ­ທະ­ນາ​ໂຄງ­ການ​ດາວ​ທຽມ​ລາວ ນຳ​ໃຊ້​ຕຳ­ແໜ່ງ​ວົງ​ໂຄ­ຈອນ 126°E ຂອງ ສປປ ລາວ ແລະ ໄດ້​ເຊັນ​ສັນ­ຍາ​ກັບ​ລັດ­ຖະ­ບານ​ລາວ ໃນ​ວັນ​ທີ 15 ມິ­ຖຸ­ນາ 2012 ຜ່ານ​ມາ ວ່າ​ດ້ວຍ​ບໍ­ລິ­ສັດ​ຮ່ວມ​ທຶນ ໂຄງ­ການ​ພັດ­ທະ­ນາ​ທຸ­ລະ​ກິດ​ການ​ນຳ​ໃຊ້​ຕຳ­ແໜ່ງ​ວົງ​ໂຄ­ຈອນ 126°E ຂອງ ສປປ ລາວ ແລະ ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ການ​ສື່­ສານ​ຜ່ານ​ດາວ​ທຽມ​ຢູ່ ສປປ ລາວ ເປັນ­ຕົ້ນ ສ້າງ​ເຂດ​ອຸດ­ສາ­ຫະ­ກຳ​ດາວ​ທຽມ ລວມ​ມີ​ສະ­ຖານ­ທີ່​ຄົ້ນ­ຄວ້າ ສູນ​ຜະ­ລິດ​ລະ­ບົບ​ອຸ­ປະ­ກອນ​ສື່­ສານ​ຜ່ານ​ດາວ​ທຽມ ວິ­ທະ­ຍາ​ການ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ເຕັກ​ໂນ​ໂລ​ຊີ​ຊອບ​ແວ ບ້ານ​ພັກ​ຜູ້​ຊ່ຽວ­ຊານ ແລະ ບໍ­ລິ­ສັດ​ຜູ້​ຮ່ວມ​ທຶນ ການ​ລົງ­ທຶນ​ທັງ​ໝົດ ປະ­ມານ 960 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 7.680 ຕື້​ກີບ ຄ່າ​ຈົດ​ທະ­ບຽນ 300 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 2.400 ຕື້​ກີບ ຊຶ່ງ​ບໍ­ລິ­ສັດ​ເອ​ເລັກ​ໂຕຣ​ນິກ ລິນ​ໄຮ ເຊິນ​ຕູ ຈຳ­ກັດ ຈະ​ປະ­ກອບ​ການ​ລົງ­ທຶນ​ເປັນ​ເງິນ­ສົດ ແລະ ວັດ­ຖຸ​ອຸ­ປະ­ກອນ​ເຕັກ­ນິກ ຊຶ່ງ​ລັດ­ຖະ­ບານ​ລາວ ຈະ​ປະ­ກອບ​ທຶນ​ໂດຍ​ເອົາ​ມູນ​ຄ່າ​ຊັບ­ພະ­ຍາ­ກອນ ສິດ​ນຳ​ໃຊ້​ຕຳ­ແໜ່ງ 126°E ແລະ ຊັບ­ພະ­ຍາ­ກອນ​ຄື້ນ​ຄວາມ​ຖີ່ ທີ່​ດິນ​ສຳ­ລັບ​ການ​ກໍ່­ສ້າງ​ສະ­ຖາ­ນີ​ດາວ​ທຽມ​ພາກ​ພື້ນ​ດິນ ການ​ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ເອ​ເລັກ​ໂຕຼ​ນິກ​ການ​ສື່­ສານ​ຜ່ານ​ດາວ​ທຽມ ແລະ ຊັບ​ສິນ​ອື່ນໆ (ຖ້າ​ມີ).

ປັດ­ຈຸ­ບັນ ບໍ­ລິ­ສັດ ເອ​ເລັກ​ໂຕຼ​ນິກ ລິນ​ໄຮ ເຊິນ​ຕູ ຈຳ­ກັດ ພວມ​ກະ­ກຽມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ສ້າງ­ຕັ້ງ​ ບໍ­ລິ­ສັດ​ຈຳ­ກັດ ແລະ ກຽມ​ດຳ­ເນີນ​ການ​ລົງ­ມື ຊຶ່ງ​ກ່ອນ​ອື່ນ​ໝົດ ເລີ່ມ​ສ້າງ​ດາວ​ທຽວ ແລະ ສະ­ຖາ­ນີ​ຄວບ​ຄຸມ​ບັນ­ຊາ​ພາກ​ພື້ນ​ດິນ ຕິດ­ຕໍ່​ດ້ວຍ​ການ​ກໍ່­ສ້າງ​ອຸດ­ສາ­ຫະ­ກຳ​ດ້ານ​ການ​ສື່­ສານ​ຜ່ານ​ດາວ​ທຽມ ເພື່ອ​ເລັ່ງ​ລັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນີ້​ໃຫ້​ເປັນ​ຮູບ​ປະ​ ທຳ ແລະ ມີ​ຜົນ­ສຳ­ເລັດ​ທັນ​ກຳ­ນົດ​ເວ­ລາ​ໂດຍ​ໄວ.



__________________
Anonymous

Date:
RE: ຈີນສະເໜີ 960 ລ້ານ​ໂດ​ລາ​ ພັດທະນາດາວທຽມໃຫ້ ສປປ ລາວ
Permalink   
 


ໂຮງງານຜະລິດຫລືໂຮງງານປະກອບອຸບປະກອນການສື່ສານ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard