ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໜີ້​ສິນ​ຂອງລັດຖະບານ ສປປ​ລາວ​ ເພື້ມຂື້ນ 3,000 ລ້ານໂດ​ລາ ​ໃນ​ປີນີ້
Anonymous

Date:
ໜີ້​ສິນ​ຂອງລັດຖະບານ ສປປ​ລາວ​ ເພື້ມຂື້ນ 3,000 ລ້ານໂດ​ລາ ​ໃນ​ປີນີ້
Permalink   
 


ໜີ້​ສິນ​ຂອງລັດຖະບານ ສປປ​ລາວ​ ເພື້ມຂື້ນ 3,000 ລ້ານໂດ​ລາ ​ໃນ​ປີນີ້

ໜີ້​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ຈະ​ມີ​ມູນ​ຄ່າ​ສະ​ສົມຫຼາຍກວ່າ 3,000 ລ້ານໂດ​ລາ ​ໃນປີ 2012 ນີ້ ຊຶ່ງ​ຈະ​ຄິດ​ເປັນ​ສັດສ່ວນ​ທີ່​ເກີນກວ່າ 30% ຂອງ​ຄາດໝາຍ​ຜະລິດ​ຕະພັນ​ລວມ​​ໃນ​ ແຜນການ​ປີ 2011-2012​.

l-ch-loans-for-airlines.jpg

ທະນາຄານ​ແຫ່ງ​ສປປ.ລາວ​ໄດ້​ສະ​ເໜີ​ລາຍ​ງານ​ປະ​ຈໍາປີ 2012 ນີ້ ວ່າ​ສະພາວະໜີ້​ສິນ
​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ 6 ປີມາ​ນີ້ ກໍ​ຄື
​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ​ລັດຖະບານ​ລາວ​ໄດ້ກູ້​ຢືມ​ເງິນ​ທຶນ
​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນທຸກ​ປີ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2007 ນັ້ນ ລັດຖະບານ​ລາວ​
ໄດ້​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 15.46% ​ເມື່ອ​ສົມ​ທຽບ​ໃສ່​ປີ 2006 ​
ແລະ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ສະ​ສົມ​ເກີ​ນກວ່າ 2,900
ລ້ານ​ໂດ​ລາ​ ໃນ​ປີ 2011 ທີ່​ຜ່ານ​ມາ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ໃນ​ໄລຍະ​ຂ​ອງ​ແຜນການ​ປະ​ຈໍາປີ 2011-2012 ທີ່​
ກໍາລັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າ​ນ​ເດືອນ​ກັນຍາ​ນີ້ ກໍ​ຄາດ​ໝາຍວ່າ​ລັດຖະບານ​ລາວ​ຈະ​ໄດ້​ຮັບ​
ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 630 ລ້ານ​ໂດ​ລາ ຊຶ່ງ
​ໃນ​ນີ້​ກໍ​ເປັນ​ການ​ຊ່ວຍ​ເຫຼື​ອລ້າ​ໃນ​ມູນ​ຄ່າ 529 ລ້ານ​ໂດ​ລາ ​ແລະ​ກູ້​ຢືມ​ອີກ​ຫຼາຍ​ກວ່າ 100
ລ້ານ​ໂດ​ລາ​ນັ້ນ ​ຍ່ອມ​ຈະ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ລວມ
​ເກີນ​ກວ່າ 3,000 ລ້ານ​ໂດ​ລາ​ຢ່າງ​ແນ່ນອນ.

http://www.voanews.com/lao/news/Laos-Governments-total-external-debt-to-reach-07-31-2012-164286566.html



__________________
Anonymous

Date:
RE: ໜີ້​ສິນ​ຂອງລັດຖະບານ ສປປ​ລາວ​ ເພື້ມຂື້ນ 3,000 ລ້ານໂດ​ລາ ​ໃນ​ປີນີ້
Permalink   
 


ໂຕການໃຫ່ຍ ທີ່ສ້າງໝີ້ສິນໃຫ້ ສປປລາວເພີ້ມຂື້ນ

Laos
Image
Richest man: General Khamtai Siphandon
Ethnicity: Lao
Industry: Miscellaneous Business Activities
Net Worth: Est. $800-860 million

Source of Wealth: National wealth



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard