ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 5 ອົງການ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຖືກຟ້ອງສານ ໃນໄທ.
Anonymous

Date:
5 ອົງການ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຖືກຟ້ອງສານ ໃນໄທ.
Permalink   
 


5 ອົງການ  ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຖືກຟ້ອງສານ ໃນໄທ.

f-phonhka

ໃນເວລາ 10:00 ໂມງ ຕອນເຊົ້າ ຂອງມື້ວັນທີ 7 ສິງຫາ 2012 ຜູ້ຕາງໜ້າ ເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມແມ່ນ້ຳຂອງ ຂອງໄທ ໄດ້ເດີນທາງໄປ ສານປົກຄອງ ທີ່ບາງກອກ ເພື່ອຍື່ນຫນັງສື ຟ້ອງ ຣັຖບານໄທ ແລະ 5 ອົງການ ຂອງຣັຖບານ ທີ່ມີສ່ວນພົວພັນ ໃນສັນຍາຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຊື່ງ ອົງການຫລັກ ກໍຄື ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ທີ່ຣັຖບານ ເປັນເຈົ້າຂອງ. ເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມນໍ້າຂອງ ບອກວ່າ ການກະທຳ ດັ່ງກ່າວ ຂອງອົງການຣັຖບານ ເປັນສີ່ງທີ່ ບໍ່ຖືກຕ້ອງ ຈື່ງຕ້ອງການ ຮຽກຮ້ອງ ໃຫ້ສານ ຣັຖທັມມະນູນ ເຂົ້າມາໄຕ່ສວນ. ດັ່ງຫົວຫນ້າ ທະນາຍຄວາມ ຂອງກຸ່ມຄື ນາງ ສໍຣັດຕະນະມະນີ ພົນກ້າ ກ່າວວ່າ:

"ຕາມຄວາມເປັນຈີງແລ້ວ ຜູ້ຟ້ອງໃນນີ້ ຈະຂຽນວ່າ 37 ລາຍ ແຕ່ວ່າພວກເຮົາ ເຫັນວ່າມີຜູ້ ສນັບສນູນ ທັງຫມົດ 1819 ລາຍ. ທຸກຄົນເຫັນພ້ອມ ກັບເຣື່ອງຟ້ອງ ຄະດີນີ້ ຫລັງຈາກ ເຮົາຍື່ນຟ້ອງ ຊ່ວງຣະຍະນີ້ ເຮົາຈະລໍ ຄຳຕອບ ຈາກນາຍົກ ຣັຖມົນຕຣີ ຈາກການທີ່ພວກເຮົາ ຍື່ນຫນັງສືໄປ ເມື່ອວັນທີ 23 ກໍຣະກະດາ ເຣື່ອງການ ຂໍໃຫ້ສລໍການ ປະຕິບັດ ຕາມສັນຍາ ຊື້ໄຟ".

ນາງກ່າວຕໍ່ໄປວ່າ 5 ອົງການ ທີ່ຖືກຟ້ອງ ກໍມີ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຄນະ ກັມມະການ ນະໂຍບາຍ ພລັງງານ ແຫ່ງຊາດ ກະຊວງ ພລັງງານ ກະຊວງຊັພຍາກອນ ແລະ ສີ່ງແວດລ້ອມ ແລະ ຄນະຣັຖມົນຕຣີ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ໃນການລົງນາມ ຊື້ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ.

ເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມແມ່ນ້ຳຂອງ ຕ້ອງການ ໃຫ້ຣັຖບານ ຍົກເລີກ ສັນຍາຊື້ ໄຟຟ້າຈາກລາວ ໃຫ້ຢຸດການກໍ່ສ້າງ ຕ່າງໆ ແລະ ໃຫ້ສຶກສາ ຜົລກະທົບ ຕໍ່ສີ່ງແວດລ້ອມ ຂ້າມພົມແດນ. ນາງກ່າວຕໍ່ໄປວ່າ:

"ຖ້າຫາກບໍ່ມີ ຄຳຕອບກັບມາ ພາຍໃນ 2 ອາທີດ ເຮົາກໍຈະຍື່ນ ຄຳຮ້ອງຂໍຄຸ້ມຄອງ ຊົ່ວຄາວ ເພື່ອຂໍໃຫ້ສານ ມີຄຳສັ່ງ ຄຸ້ມຄອງວ່າ ການປະຕິບັດ ສັນຍາຊື້ໄຟ ໃຫ້ສລໍໄປກອ່ນ ຈົນກວ່າຈະມີ ຄຳພິພາກສາ ເຖີງທີ່ສຸດ".

ນາງວ່າ ຜົລກະທົບ ຈາກການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຂ້າມເຂດແດນ ຈະສ້າງຄວາມເສັຽຫາຍ ລາຍໃຫຍ່ ຕໍ່ວິຖີຊີວີດ ຂອງ ປະຊາຊົນ ໃນພາກລຸ່ມ ນ້ຳຂອງ ຣະບົບນິເວດ ແລະ ສັດສາວາສີ່ງ ທີ່ອາສັຍ ແມ່ນ້ຳສາຍນີ້ ເພື່ອລ້ຽງຊີພ ຈື່ງຕ້ອງການໃຫ້ ສານຣັຖທັມມະນູນ ຄຸ້ມຄອງສິດທິ ຂອງພວກຂະເຈົ້າ.



__________________
Anonymous

Date:
RE: 5 ອົງການ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຖືກຟ້ອງສານ ໃນໄທ.
Permalink   
 


ກະລຸນາຊ່ອຍຟ່ອງ ສປຈີນ ໃຫ້ແດ່ ມີປັນຍາບໍ່ ໃຫ້ຈີນເຊົາສ້າງເຂື່ອນ



__________________
Anonymous

Date:
Permalink   
 

ສ້າງສາພັດທະນາໃຫ້ບ້ານເມືອງຂອງເຮົາຈະເລີນແລະຮັ່ງມີ ສີວິໄລ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard