ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນຕ້ອງການຄວາມຊວຍເຫຼືອຈາກພັກລັດ
Anonymous

Date:
ປະຊາຊົນຕ້ອງການຄວາມຊວຍເຫຼືອຈາກພັກລັດ
Permalink   
 


ປະຊາຊົນຕ້ອງການຄວາມຊວຍເຫຼືອຈາກພັກລັດ

Picture_017_1.jpg

  ຕ້ອງ​ຍອມ­ຮັບ​ວ່າ ປະ­ຈຸ​ບັນ ນະ­ຄອນ­ຫລວງ​ວຽງ​ຈັນ​ກຳ­ລັງຂຸ້ນ­ຂ້ຽວ​ຍົກ​ລະ­ດັບ​ພື້ນ­ຖານ​ໂຄງລ່າງ​ ເປັນ­ຕົ້ນ​ແມ່ນ​ຖະ­ຫນົນ​ຫົນທາງ​ຫລາຍ​ເສັ້ນ​ໄດ້​ຮັບ​ການ​ປັບປຸງ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ ແກ່​ໄປ-ມາ​ຂອງ​ພໍ່​ແມ່​ປະ­ຊາຊົນ ລວມ​ທັງ​ຕ້ອນ­ຮັບ​ກອງ​ປະຊຸມ​ອາ​ເຊັມ​ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ໃນ​ອີກ​ບໍ່​ ຊ້າ​ນີ້.

   ຢ່າງ­ໃດ​ກໍ່​ຕາມ ສຳ­ລັບ​ເສັ້ນທາງ​ຮ່ອມ​ຈາກ​ຖະ­ຫນົນ​ສຸ​ພາ­ນຸວົງ (ຂ້າງ​ໂບດ​ນາ​ຄຳ) ຫາ 4 ແຍກ​ໄຟ​ແດງ (T2) ໃກ້​ບ້ານ ດົງ​ປ່າ​ສັກຢູ່​ບ້ານ​ອຸບ​ມົງ ເມືອງສີ​ໂຄດ​ຕະ­ບອງ ນະ­ຄອນ­ຫລວງ ວຽງ​ຈັນ ກໍ່​ເປັນ​ເສັ້ນ­ທາງ​ຫນຶ່ງທີ່​ເປ່​ເພ​ຫນັກ​ແຕ່​ຍັງ​ບໍ່​ໄດ້​ຮັບການ​ປັບປຸງ​ ປະ­ຈຸ​ບັນ​ຈິ່ງ​ເກີດ​ເປັນຂຸມ​ເລິກ​ເກືອບ​ສຸດ​ເສັ້ນ ຂະ­ນະ​ທີ່ມີ​ບາງ​ຈຸດ​ເລິກ​ເຖິງ 1,50 ແມັດ ເມື່ອ​ຝົນ­ຕົກ​ຫນັກ​ລົດ​ໃຫຍ່​ບາງ ຄັນ​ຍັງ​ຜ່ານ​ຍາກ.

   ອ້າຍ ຂັນ​ທອງ ພອນ​ປະ­ດິດ ຫນຶ່ງ​ໃນ​ຈຳ­ນວນ​ປະ­ຊາ­ຊົນ​ທີ່​ນຳໃຊ້​ທາງ​ດັ່ງ­ກ່າວ​ທຸກ​ວັນ​ກ່າວ​ຕໍ່ທີມ​ ຂ່າວ​ວ່າ: ທາງ​ຮ່ອມ​ດັ່ງ­ກ່າວ ແມ່ນ​ໄດ້​ເປ່​ເພ​ມາ​ຕັ້ງ­ແຕ່​ຕົ້ນ​ລະ­ດູ­ຝົນ​ປີ​ນີ້ ໂດຍ​ຜ່ານ​ມາ​ເຄີຍ​ມີ​ປະຊາ​ຊົນ​ເຮືອນ​ແຄມ​ທາງ​ດັ່ງ­ກ່າວ ໂທລະ­ສັບ​ແຈ້ງ​ເຖິງ​ເມືອງ​ແຕ່​ກໍ່​ບໍ່​ເຫັນ​ທ່າ​ທີ​ແນວ­ໃດ​ຕໍ່​ກັບ​ ເສັ້ນ­ທາງດັ່ງ­ກ່າວ ຈິ່ງ​ເກີດ​ເປັນ​ບວກ​ເລິກດັ່ງ​ທີ່​ເຫັນ​ໃນ​ປະ­ຈຸ​ບັນ​ນີ້ ແລະ ປະ­ຈຸ​ບັນ ປະ­ຊາ­ຊົນ​ທີ່​ຜ່ານ​ທາງເສັ້ນ​ນີ້ ແມ່ນ​ມີ​ຄວາມ​ຫຍຸ້ງ­ຍາກຫລາຍ ແຕ່​ກໍ່​ຈຳ­ເປັນ​ຕ້ອງ​ອົດເພາະ​ບ່ອນ​ເຮັດ​ວຽກ​ກໍ່​ຢູ່​ແຄມທາງ​ສາຍ​ນີ້.

   ຢ່າງ­ໃດ​ກໍ່​ຕາມ ທີມ​ຂ່າວ​ໄດ້ລົງ​ສຳ​ຫລວດ​ຕົວ​ຈິງ​ເຫັນ​ວ່າເສັ້ນ­ທາງ​ດັ່ງ­ກ່າວ​ມີ​ຄວາມຍາວ​ ທັງ​ຫມົດ​ປະ­ມານ 500 ແມັດ, ກວ້າງ​ຫລາຍ​ກວ່າ 6 ແມັດ ແມ່ນ​ໄດ້​ເປ່​ເພ​ຫນັກ​ເກືອບ​ຫມົດເສັ້ນ ແລະ ສັງ­ເກດ​ໄດ້​ທາງ​ເສັ້ນນີ້​ແມ່ນ​ບໍ່​ມີ​ຮ່ອງ​ລະ­ບາຍ​ນ້ຳ ຈິ່ງກໍ່­ໃຫ້­ເກີດ​ມີ​ນ້ຳ​ຫົ້ງ​ເປັນ​ເຫດເຮັດ​ໃຫ້​ທາງ​ເພ​ໄວ ແລະ ການສັນ­ຈອນ​ຜ່ານ​ເຂດ​ນີ້ ແມ່ນ​ມີຄວາມ​ຫຍຸ້ງ­ຍາກ​ຫລາຍ ຂະ­ນະທີ່​ປະ­ຊາ­ຊົນ​ໃກ້​ຄຽງ​ຮຽກ­ຮ້ອງເຖິງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຊ່ວຍລົງ​ ແກ້​ໄຂ​ດ່ວນ ເພາະ​ນອກຈາກ​ຈະ​ສ້າງ​ຄວາມ​ຫຍຸ້ງ­ຍາກໃນ​ການ​ໄປ-ມາ​ແລ້ວ ຍັງ​ເຮັດໃຫ້​ບັນ­ດາ​ທຸ­ລະ​ກິດ​ຫ້າງ​ຮ້ານຂອງ​ປະ­ຊາ­ຊົນ​ໃນ​ເຂດ​ນັ້ນ​ງຽບໄປ​ນຳ ​ອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard