ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ
Anonymous

Date:
ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ
Permalink   
 


ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ

262367_4583736915319_845941107_n.jpg

ລົດປ້າຍສີຟ້າ ຂອງລັດຖະບານ

ຕອນແລງ ເຫັນເດັກນ້ອຍ ມັດທະຍົມສົມບູູນວຽງຈັນ ຂີ່ໄປຮຽນເພີ່ມເປັນຝູງ

ຈັງແມ່ນເພິ່ນຮັກລູກຮັກຫຼານເພິ່ນ

ບັດນັ້ນ ຈົ່ມວ່າ ລົດກະຊວງເກົ່າ ຕ້ອງໄດ້ຊື້ໃໝ່ ປ່ຽນໃໜ່ອີກ 

ຂ້ອຍລະເບື່ອ no



__________________
Anonymous

Date:
RE: ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ
Permalink   
 


ຄັນຊິຊື້ລົດຍີ່ຫໍ້ອື່ນ ກໍ່ຢ້ານເຂົາວ່າເປັນປະເທດດ້ອຍພັດທະນາ, ຊື້ລົດແພງໆແບບນີ້ລະ

ເຂົາຈຶ່ງຈະຍ້ອງກ້ອງໂລກ



__________________
Anonymous

Date:
Permalink   
 

Anonymous wrote:

ຄັນຊິຊື້ລົດຍີ່ຫໍ້ອື່ນ ກໍ່ຢ້ານເຂົາວ່າເປັນປະເທດດ້ອຍພັດທະນາ, ຊື້ລົດແພງໆແບບນີ້ລະ

ເຂົາຈຶ່ງຈະຍ້ອງກ້ອງໂລກ






 539308_107374559414231_22407913_n.jpg

/download.spark?ID=1161698&aBID=138054

ແບບນີ້ ຊາວໂລກເຂົາ ກໍຍ້ອງກ້ອງໂລກ ບໍ່ ?



__________________
Anonymous

Date:
Permalink   
 

532344_10151170103637937_68209065_n.jpg

ໂຮງຮຽນຫຼັງນີ້ມີມູນຄ່າການກໍ່ສ້າງ 6700 ໂດລາ, ຖ້າເອົາເງິນທີ່ເພິ່ນນໍາມາໃຊ້ໃນກອງປະຊຸມອາເຊັມ9

ມາປຸກ ຈະໄດ້ປະມານ 4478 ຫຼັງ.



__________________
Anonymous

Date:
Permalink   
 

- ດຽວນີ້ ທ່ານ ບຸນມີ ພ້ອມພາກສ່ວນຕ່າງໆ ກໍາລັງກຳນົດເອົາດິນນາ, ທີ່ເປັນດິນນາ ທີ່ເຫຼືອຈາກການມອບໃຫ້ ຈ້າວເຫວີຍ, ເຈົ້າຂອງ ກາສີໂນ ໃນຄາວກ່ອນ 827 ເຮັກຕາ, ແຕ່ຊົດເຊີຍປະຊາຊົນ ໜ້ອຍກ່ວາ ພວກຜູ້ຂ້າ ເສຍພາສີທີ່ດິນ ໃນໄລຍະຜ່ານມາ ອີກຊ້ຳ ( ໄລ່ລະ 20.000ບາດ ), ບໍ່ເຫັນດີ ເພິ່ນຂູ່ຊິຈັບ,  ວ່າເປັນຜູ້ຕໍ່ຕ້ານ ການພັດທະນາ, ຈະເອົາໃຫ້ ຈ້າວເຫີວຍ ເຈົ້າພໍ່ສາມຫຼ່ຽມຄຳ ໄປເຮັດເດິ່ນຕີກກ໊ອບ ວ່າຊັ້ນ.  ຜູ້ຂ້າບໍ່ໄດ້ຮຽນສູງ, ແຕ່ ຕາມຄວາມເປັນຈິງ ຂອງການພັດທະນາແລ້ວ, ຄັນຊິເອົາດິນສວນ, ດິນນາ ແທ້ໆ ຂໍຊົດເຊີຍຜູ້ຂ້າ ພໍມີທຶນຕັ້ງໂຕໄດ້ສາ, ດຽວນີ້ເງິນຊົດເຊີຍຜ່ານມາ ມັນເຮັດອີຫຍັງບໍ່ໄດ້,  ຈະໄປເຮັດວຽກນຳຈີນ ເຂົາກໍບໍ່ຈ້າງ, ຄັນເຂົາຈ້າງ, ກໍໃຫ້ເງິນເດືອນໜ້ອຍດຽວ, ແລ້ວເຂົາກໍໄປຟ້ອງ ເຈົ້າໜ້າທີ່ລາວວ່າ: ແຮງງານເຮົາ ບໍ່ດຸໝັ່ນ ບໍ່ອົດທົນ ແລ້ວກໍຂົນເອົາຄົນ ເຂົາມາເອງ.   ລູກຫຼານຈຳນວນນຶ່ງ ບໍ່ມີດິນປູກຝັງ, ເຮັດການກະສິກຳ

ກໍໄປສ່ຽວດວງ ເຮັດວຽກຢູ່ໄທ,  ຜູ້ຍິງ ກໍຖືກເຂົາຕົວະຍົວະ ຂາຍຕົວ, ຕຳຫຼວດໄທຈັບຢູ່ທຸກມື້ ກໍແມ່ນໂສເພນີລາວທັງນັ້ນ, ອາຍບ້ານອາຍເມືອງເພິ່ນເດ,  ຜູ້ຊາຍ ກໍສ່ຽງເປັນແຮງງານເຖື່ອນ.

ການພັດທະນາ ຢູ່ແຕ່ລະບ້ານ, ແຕ່ລະເມືອງ, ແຕ່ລະແຂວງ ກໍເພື່ອໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວ ບັນດາເຜົ່າດີຂື້ນ ບໍ່ແມ່ນບໍ?  ອັນນີ້ ຈະບໍ່ມີດິນຢູ່ ອີກແລ້ວ,  ຂະໜາດຜ່ານມາ ມີດິນກໍຍັງທຸກຢູ່, ດຽວນີ້ ບໍ່ມີດິນຢູ່, ບໍ່ມີດິນສວນ, ດິນນາ ຜະລິດເປັນສິນຄ້າ ຄືພັກ-ລັດ ເວົ້າແລ້ວ,  ໃຫ້ວາດພາບເບີ່ງວ່າ:  ຜູ້ຂ້າ ຈະໃຊ້ວີວິດ ຄືກັບສັດປະເສີດ ໄດ້ຢ່າງໃດ?

ຂໍໃຫ້ໄປສຳພາດ ແລະ ໄປເບີ່ງຊີວິດ ບ້ານສາມຫຼ່ຽມ ແລະ ບ້ານ ສີບຸຮືອງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ໃຫ້ແດ່ ວ່າເຂົາເຈົ້າ ເປັນແນວໃດ ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard