ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສ້າງບາດດຽວ 7ເຄື່່ອນ ທີ່ແຂວງເຊກອງ !!!
Anonymous

Date:
ສ້າງບາດດຽວ 7ເຄື່່ອນ ທີ່ແຂວງເຊກອງ !!!
Permalink   
 


ສ້າງບາດດຽວ 7ເຄື່່ອນ ທີ່ແຂວງເຊກອງ !!!

ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ແຂວງເຊກອງ ໃນປະຈຸບັນມີຄວາມຄືບຫນ້າດີ ແລະເປັນ ແຂວງດຽວທີ່ມີໂຄງການກໍ່ສ້າງເຂື່ອນໄຟຟ້າເຖິງ 7 ແຫ່ງ.
   ແຂວງເຊກອງ ກຳລັງເລ່ງກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊຂະຫມານ3 ທີ່ມີຄວາມແຮງ 250 ເມກາວັດ ເຊິ່ງກໍ່ສ້າງສຳເລັດແລ້ວ 40% ໂດຍການລົງທຶນຂອງສສ ຫວຽດນາມ ມີມູນຄ່າ 2 73,1 ລ້ານໂດລາສະຫະລັດ. ຂະນະດຽວກັນແຂວງດັ່ງກ່າວ ກຳລັງກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊກອງ 4 ທີ່ມີຄວາມແຮງ 600 ເມກາວັດ ແລະ ກຳລັງກໍ່ສ້າງໃນປີນີ້.
   ປະຈຸບັນ ຢູ່ແຂວງເຊກອງ ກຳລັງສຳຫລວດເຂື່ອນໄຟຟ້າຂະຫນາດໃຫຍ່ ແລະ ນ້ອຍອີກ 3 ແຫ່ງເຊັ່ນ: ເຊກອງ 5 ມີຄວາມແຮງ ຂະຫນາດ 400 ເມກາວັດ, ເຊກອງ 3 ຂະຫນາດ 150 ເມກາວັດ ແລະເຊຂະຫມານ4 ເຊິ່ງເປັນການຮ່ວມທຶນລະຫວ່າງລາວ-ຫວຽດ. ໂຄງການ ເຫລົ່ານັ້ນ ໄດ້ເຮັດໃຫ້ບັນດາແຂວງພາກໃຕ້ເລີ່ມກໍ່ຕົວ ເປັນສູນກາງຫມໍ້ໄຟຂະຫນາດໃຫຍ່ເທື່ອ ລະກ້າວ (ອີງຕາມຂໍ້ມູນໃນສັນຍາດັດແກ້ການສຳຫລວດຄວາມ ເປັນໄປໄດ້ໃນໂຄງການເຂື່ອນ ເຊຂະຫມານ 4 ຄືນໃຫມ່ລະຫວ່າງກະຊວງແຜນການ ແລະ ການລົງທຶນຂອງລາວກັບບໍລິສັດ ຮ່ວມທຶນລາວ-ຫວຽດ. ພິທີເຊັນສັນຍາດັ່ງກ່າວຈັດຂຶ້ນເມື່ອວັນທີ 16 ມີນາ 2008 ທີ່ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ).
   ສັນຍາສະບັບໃຫມ່ນີ້ ເຮັດໃຫ້ເຂື່ອນໄຟຟ້າເຊຂະຫມານ 4 ສາມາດຂະຫຍາຍກຳລັງການ ຜະລິດໄຟຟ້າອອກຕື່ມອີກ ຈາກເດີມ 15 ເມກາວັດ ຂຶ້ນເປັນ 74 ເມກາວັດ, ມູນຄ່າການລົງ ທຶນ 93,77 ລ້ານໂດລາສະຫະລັດ.
   ໄລຍະຜ່ານມາບໍລິສັດດັ່ງກ່າວໄດ້ດຳເນີນການສຳຫລວດ ແລະສຶກສາຜົນກະທົບທາງດ້ານ ສິ່ງແວດລ້ອມ, ປະຈຸບັນ ໄດ້ເລີ່ມສຳຫລວດ ແລະ ເກັບກຳຂໍ້ມູນ ເພື່ອກະກຽມເຄື່ອງມືກໍ່ສ້າງ, ໃນໄລຍະສຶກສາເຖິງຄວາມເປັນໄປໄດ້ ຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊຂະຫມານ 4 ນັ້ນ ແມ່ນມີຄວາມສາມາດເປັນໄປໄດ້ ໃນການພັດທະນາໂຄງການເຂື່ອນໄຟຟ້າ ເຊຂະຫມານ 4A ແລະ ຈະສາມາດພັດທະນາຮ່ວມກັນໄດ້.
   ບໍ່ພຽງແຕ່ເທົ່ານັ້ນ ແຂວງເຊກອງຍັງໄດ້ສຳຫລວດເຂື່ອນໄຟຟ້າອີກ 2 ໂຄງການຄື ເຂື່ອນ ໄຟຟ້ານ້ຳຕົກຕາດເຂັມມັນຄວາມແຮງ 130 ເມກາວັດ ແລະ ໂຄງການເຂື່ອນຫ້ວຍລຳພັນ ມີ ຄວາມແຮງ 50 ເມກາວັດ ເຊິ່ງຈະເຮັດໃຫ້ແຂວງເຊກອງ ທີ່ເຄີຍເປັນແຂວງທຸກຍາກໃນພາກ ໃຕ້ຂອງລາວເຮົາຈະມີເຂື່ອນໄຟຟ້ານ້ຳຕົກທັງຫມົດ 7ແຫ່ງ. ນີ້ເປັນຄຳຢືນຢັນຂອງທ່ານ ແກ້ວ ດາລາກອນ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ.
   ການສ້າງເຂື່ອນໄຟຟ້າຈຳນວນຫລວງຫລາຍໃນແຂວງເຊກອງ ຈະເຮັດໃຫ້ປະຊາຊົນພາຍ ໃນແຂວງມີໄຟຟ້າໃຊ້ຫລາຍກວ່າ 4.000 ຄອບຄົວເປັນຄັ້ງທຳອິດ ແລະຈະນຳລາຍໄດ້ມາໃຫ້ ປະຊາຊົນຜ່ານຈາກການມີວຽກເຮັດງານທຳເພີ່ມຂຶ້ນ.
   ຕົ້ນປີນີ້ ກຳປູເຈຍ ໄດ້ເປັນລູກຄ້າລາຍໃຫຍ່ທີ່ເຊັນສັນຍາຊື້ໄຟຟ້າຈາກລາວ 2.000 ເມກາ ວັດ ໂດຍຈະເລີ່ມປະຕິບັດໃນປີ 2010-2011. ພ້ອມກັນນັ້ນໄທຍັງເປັນລູກຄ້າໃຫຍ່ທີ່ສຸດຂອງ ການເຊັນສັນຍາຊື້ໄຟຟ້າຈາກລາວຈາກ 5.000 ເມກາວັດຂຶ້ນເປັນ 7.000 ເມກາວັດ ນັບແຕ່ ນີ້ເປັນຕົ້ນໄປ. ນອກຈາກນັ້ນ ຍັງມີຫວຽດນາມ ແລະ ຈີນ ທີ່ໄດ້ເຊັນສັນຍາຊື້ໄຟຟ້າຈາກລາວ ຈາກ 5.000 ເມກາວັດ ແລະ 3.000 ເມກາວັດ.
   ໃນປີນີ້ ລາວເຮົາກຳລັງກໍ່ສ້າງເຂື່ອນໄຟຟ້າທັງຫມົດນ້ຳຕົກຫມົດ 10 ແຫ່ງ ແລະ ອີກ 10 ກວ່າແຫ່ງແມ່ນກຳລັງຢູ່ໃນໄລຍະສຳຫລວດ ລວມທັງໂຄງການຢູ່ແມ່ນ້ຳຂອງໃນເຂດຂອງລາວ ແລະ ເປັນໂຄງການຮ່ວມມືລະຫວ່າງລາວ-ໄທ ອີກ 8 ແຫ່ງ


__________________
Anonymous

Date:
Permalink   
 

ເຊຂະໝານ3 ຈະຜະລິດໄຟຟ້າໃນທ້າຍປີນີ້ເດີ ບໍ່ແມ່ນສຳເລັດ 40% ແຕ່ສຳເລັດແລ້ວ 98.7%

ສ່ວນເຂື່ອນຫ້ວຍລຳພັນໃຫຍ່ ກຳລັງຕິດຕັ້ງ 88 MW ແລະ ຕອນລ່າງ 10 MW ເດີ

ເອົາຂໍ້ມູນມາຂ່າວໃຫ້ຖືກແດ່ ຢ່າງົມປູມາເອົາປາໃຫ້ເດີ



__________________
Anonymous

Date:
Permalink   
 

ຈະສ້າງອີກ 100 ເຄືອ່ນພັກລັດກໍຍັງ ຂໍທານຈາກຕ່າງປະເທດຄືເກົ່າ

008-5.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard