ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຄັບແຄບໃຈ ເຣື່ອງຊາວຕ່າງດ້າວ
Anonymous

Date:
ຊາວລາວຄັບແຄບໃຈ ເຣື່ອງຊາວຕ່າງດ້າວ
Permalink   
 


ຊາວລາວຄັບແຄບໃຈ ເຣື່ອງຊາວຕ່າງດ້າວ

f-chinese-vientiane

ຊາວລາວ ບໍ່ເຫັນດີ ນຳກາຣ ທີ່ ທາງຣັຖບາລ ໃຫ້ກາຣ ຊ່ວຍເຫລືອ ແກ່ຊາວຈີນ ເຂົ້າມາຢູ່ ໃນລາວ.

ຊາວ​ ນະຄອນຫລວງ​ ວຽງ​ຈັນ ບໍ່​ເຫັນດີ​ນຳ ​ແຜນກາຣຂອງ ຣັຖບາ​ລ ທີ່​ໃຫ້​ຄວາມ ​ຊ່ວຍ​ເຫລືອ ​ແກ່​ຊາວ​ຈີນ ​ໃຫ້​​ໄດ້ຢູ່​ໃນ​ລາວ ຈົນ​ຫລາຍ​​ເກີນ​ໄປ ຍ້ອນ​ວ່າມັນ ກະທົບ​ ຕໍ່ຊີວິດ ​ກາຣເປັນຢູ່ ​ຂອງ​ຄົນ​ລາວ ​​ໃນກາຣປະກອບ​ ອາຊີ​ພຕ່າງໆ. ​ປັຈຈຸ​ບັນ​ ໃນ​ນະຄອນຫລວງ ​ວຽງ​ຈັນ ກໍ​ມີ​ແຕ່​ຊາວ​ຈີນ ​ທີ່ເຊົ່າ​ຢູ່ຕຶກ​ອາຄາຣ ສ່ວນ​ຄົນ​ລາວ​ ທີ່​ເປັນ​ເຈົ້າຂອງ ​ຕ້ອງ​ໄປ​ອາສັຍ​ຢູ່​ ​​ເຂ​ຕນອກ​ເມືອງ. ດັ່ງ​ຊາວ​ລາວ ​ຜູ້​ໜຶ່ງ​ເວົ້າ​ວ່າ:

“ຄົນ​ເຂົ້າ ປະ​ເທສ​ເຮົາ ຄັນ​ບໍ່​ມີ​ເງິນ ​ຊີ່ເຂົ້າມາ​ຢູ່ ກໍ​ຊີ່ເປັນ​ໄປ ​​ໄດ້​ຍາກ ຄັນຣັຖບາ​ລ ບໍ່​ຊ່ວຍ ອັນ​ນີ້​ກໍ​ເປັນ​ເຣື່ອງ ຂອງ​ຜູ້​ໃຫຍ່ ​ເຮົາ​ກໍ​ບໍ່​ຮູ້ ມັນ​ກ້າວ​ກ່າຍ​ ບໍ່​ໄດ້ ອັນ​ນີ້​ມັນ ​ເພາະວ່າ​ຂະ​ເຈົ້າມີ ທຸຣະກິ​ຈ ມີ​ຫຍັງ​ ເຮົາ​ກໍ​ບໍ່​ຮູ້​ໄດ້ ​ເພາະວ່າ​ຜູ້​ໃຫຍ່​ ເພີ່ນ​ອາຈຈະ​ມີ​ ແຜນກາຣອີ​ຫຍັງ ​ຂອງ​ເພີ່ນ ກ່ຽວ​ກັບ​ ບ້ານ​ເມືອງ​ເຮົາ ​ເຮົາ​ກໍ​ບໍ່​ເຂົ້າ​ໃຈ ​ເຮົາ​ກໍ​ອອກ​ ຄວາມ​ຄິດ​ເຫັນ​ບໍ່​ໄດ້ ​ມີ​ແຕ່​ວ່າ​ເຮົາ​ ປະຊາຊົນ ຣາສດອນ ກໍ​ຮູ້ສຶກ​ວ່າ​ມັນ ​ເດືອດຮ້ອນ ທຸກ​ຢ່າງ ​ມັນ​ກໍ​ບໍ່​ຄື​ເກົ່າ”.

ລາວ​ໄດ້​ເວົ້າອີກ​ວ່າ ຜົລກະທົບ​ ທີ່​ເຫັນ​ປະຈັກ​ຕາ ​ແທ້ໆ​ນັ້ນ ກໍ​ແມ່ນ​ເຣື່ອງ ກາຣຄ້າຂາຍ​ຕ່າງໆ ​ໂດຽມີ​ພວກ​ພໍ່ຄ້າ ​ແມ່​ຄ້າ​ຊາວ​ລາວ ​ຈຳນວນ​ຫລວງຫລາຍ ຕ້ອງ​ໄດ້​ເຊົາອາຊີພ ຄ້າຂາຍ ​ຂອງ​ພວກ​ຕົນ ຍ້ອນ​ວ່າ​ສູ້ ສິນຄ້າ ຣາຄາ​ຖືກ ຂອງຊາວຈີນບໍ່ໄດ້ ​ຊື່​ງບາງ​ເທື່ອກໍ​ຂາຍ ​ໃນຣາຄາ ​ທີ່​ຕໍ່າ​ກວ່າ​ຕົ້ນທຶນ​ ​ແຕ່​ກໍ​ຍັງ​ໄດ້​ກຳ​ໄຣ ຈາກ​ກາຣຂາຍ ​ສິນຄ້າ​ອື່ນ​ນຳອີກ. ກາຣ​ທີ່​ຣັຖບາ​ລ ອະນຸ​ຍາຕ​ໃຫ້​ ຊາວ​ຕ່າງປະ​ເທສ​ ເຂົ້າ​ໄປ​ຢູ່​ໃນ ​ນະຄອນຫລວງ ​ວຽງ​ຈັນ ຫລາຍ​ເຊັ່ນ​ນີ້ ມີ​ຜົລ​ເສັຍ​ຫາຍ ​ຢ່າງ​ຫລວງຫລາຍ:

“ຕາມ​ຄວາມ​ເຫັນ ​ສ່ວນ​ຕົວ ຂະ​ເຈົ້າ​ເຂົ້າມາ​ບ້ານ ​ເຮົາ​ຫລາຍ ກໍ​ເຮັດ​ໃຫ້​ເຮົາ ​ທຳ​ມາຫາ​ກິນ ມັນ​ກໍ​ລຳບາກ ​ເຖີງວ່າ​ບ້ານ​ເມືອງ ​ຂະ​ເຈົ້າ ອາຈຈະ​ຂັດ​ສົນ ບາດ​ນີ້​ຂະ​ເຈົ້າ ມາ​ບ້ານ​ເຮົາ ອັນ​ໃດ​ຂະ​ເຈົ້າ ກໍ​ເຮັດ​ໝົດ ຄົນ​ລາວ​ ກໍ​ຈະ​ບໍ່​ມີ ​ວຽກ​ເຮັດ ຄົນ​ລາວ​ເຮົາ ​ກໍ​ຈະ​​ເດືອດຮ້ອນ ມີ​ອັນ​ໃດ​ຂະ​ເຈົ້າ ກໍ​ມາ​ເຮັດ​ ແທນ​ເຮົາ​ໝົດ ບາດ​ນີ້​ທາງເຮົາ​ ຫາວຽກ​ເຮັດ​ງານ​ທຳ​ກໍ​ຍາກ ​ເສ​ຖກິ​ຈ ອີ​ຫຍັງ​ ກໍ​ລຳບາກ”.

ຊາວ​ນະຄອນຫລວງ ​ວຽງ​ຈັນ​ ຜູ້ນີ້ ​ໄດ້​ເວົ້າຢ້ຳທ້າຍ​ວ່າ ຖ້າ​ທາງ​ກາຣ ບໍ່​ໃຫ້ກາຣຊ່ວຍ​ເຫລືອ​ ຫລື​ ມີ​ກາຣກວດກາ ​ໃນ​ເຣື່ອງກາຣ ອອກ​ວີຊ໋າ ​ຢ່າງ​ເຂັ້ມງວດ ແທ້ໆ​ນັ້ນ ມັນ​ກໍ​ເປັນ​ໄປ​ໄດ້​ຍາກ ທີ່​ຈະ​ມີ​ຊາວ​ຈີນ ​ເຂົ້າ​ໄປ​ອາສັຍ ຢູ່​ໃນ​​ເມືອງ​ຫລວງ​ ຂອງ​ລາວ ໄດ້ຫລວງຫລາຍ ​ເຖີງຂນາດນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard