ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຕ້ອງການຊີວິດ ການເປັນຢູ່ທີ່ດີຂື້ນ
Anonymous

Date:
ຊາວລາວຕ້ອງການຊີວິດ ການເປັນຢູ່ທີ່ດີຂື້ນ
Permalink   
 


ຊາວລາວຕ້ອງການຊີວິດ ການເປັນຢູ່ທີ່ດີຂື້ນ

f-xayaburi-market

ຊາວລາວ ທຸກຄົນ ຢາກໃຫ້ ຣັຖບານ ເອົາໃຈໃສ່ ແກ້ໄຂ ຄວາມທຸກຍາກ ແລະ ຍົກຣະດັບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂື້ນ ກວ່າເກົ່າ

ຊາວລາວ ເຫັນວ່າ ປັດຈຸບັນ ໂດຍທົ່ວໄປ ບ້ານເມືອງ ກໍມີການສ້າງສາ ພັທນາ ຫລາຍຂື້ນ ໄປນໍາສູ່ມື້ ແຕ່ປະຊາຊົນ ຄົນລາວ ຜູ້ທຸກຍາກ ສ່ວນຫລາຍແລ້ວ ຍັງທຸກຍາກ ຂາດເຂີນ ຢູ່ຄືເກົ່າ. ຣາຄານ້ຳມັນ ແລະ ອາຫານການກິນ ກໍແພງຂື້ນ ທຸກໆມື້. ຄົນລາວ ໃນແຂວງ ອຸດົມໄຊ ຜູ້ນື່ງເວົ້າ ກ່ຽວກັບເຣື່ອງນີ້ວ່າ:

“ການຫາຢູ່ຫາກິນ ນີ່ແຫລະ ໂດຍສະເພາະ ປະຊາຊົນ ປະຊາຊົນເຂົາ ສະດວກ ແລະ ເຂົາກໍສະບາຍໃຈ ກໍດີຂື້ນ ແຕ່ກໍບໍ່ໝາຍ ຄວາມວ່າຊີ່ໄວ ມັນກໍຄືລະນ້ອຍ ການພັທນາ ຊາວບ້ານ ບາງບ່ອນ ກໍຄືຂື້ນຫລາຍ ບາງບ່ອນກໍດີນ້ອຍ ມັນຂື້ນຢູ່ກັບ ຈຸດພິເສດ ມັນບໍ່ຄືກັນ ແຕ່ລະແຂວງ ກໍຈະບໍ່ຄືກັນ ບາງຍ່ອນກໍໄວ ບາງບ່ອນກໍຊັກຊ້າ”.

ປະຊາຊົນລາວ ຜູ້ທຸກຍາກ ຈົ່ມວ່າ ການພັທນາ ຢູ່ລາວ ໃນປັດຈຸບັນ ເປັນການພັທນາ ແບບບໍ່ສເມີພາບ ບໍ່ທົ່ວເຖິງ ໃນເມືອງຈະເຣີນ ກ້າວໜ້າ ກວ່າເຂດ ຊົນນະບົດ ຜູ້ຮັ່ງມີ ແລະ ຜູ້ມີອິດທິພົນ ແຮງຮັ່ງມີ ເປັນດີຂື້ນ ສ່ວນຜູ້ທຸກຍາກ ຊຶ່ງເປັນຊົນສ່ວນຫລາຍ ໃນປະເທດ ຍັງທຸກຍາກ ຂາດເຂີນຢູ່ຄືເກົ່າ.

ໃນປີກາຍ ຣັຖບານລາວ ຣາຍງານວ່າ ຣາຍຮັບສະເລັ່ຍ ຂອງປະຊາຊົນ ລາວ ຜູ້ນຶ່ງໄດ້ເພິ້ມຂື້ນ ເປັນກວ່າ 1,000 ດອນລ່າ ສະຫະຣັຖ ຕໍ່ປີ ແຕ່ປະຊາຊົນ ສ່ວນຫລາຍ ມີຣາຍຮັບ ບໍ່ເຖິງ 100 ດອນລ່າ.



__________________
ຕູ້ສົມ

Date:
Permalink   
 


ຂ້ານ້ອຍໜີຈາກປະເທດລາວດົນແລ້ວ ແຕ່ມັກຄິດຕາມຂ່າວທີ່ເກີດຂຶ້ນໃນປະເທດລາວ
ຈາກຫ້ອງສົນທະນາ Paltalk ໂດຍສະເພາະກໍ່ແມ່ນຢູ່ໃນຫ້ອງ Born to be Lao. ເຂົາວ່າ
ດຽວນີ້ຄົນໃນປະເທດລາວຮັ່ງມີຫຼາຍ ແມ່ຄ້າຂາຍຜັກຂາຍປາມີລົດຮຸນເດລາຄາສີ່ຫ້າໝື່ນ
ໂດລາຂີ່ໄປກິນເຂົ້າໄປຊັອບປິງຢູ່ອຸດອນ ຄົນຢູ່ຕ່າງປະເທດຍັງບໍ່ມີປັນຍາຊື້ລົດເງິນສົດຄືເຂົາ.
ບາດເຂົ້າມາອ່ານຂ່າວຢູ່ເວັບນີ້ພັດເວົ້າກົງກັນຂ້າມ, ຄວາມຈິງເປັນແນວໃດແທ໊?

__________________
Anonymous

Date:
Permalink   
 

ຕູ້ສົມ wrote:


ຂ້ານ້ອຍໜີຈາກປະເທດລາວດົນແລ້ວ ແຕ່ມັກຄິດຕາມຂ່າວທີ່ເກີດຂຶ້ນໃນປະເທດລາວ
ຈາກຫ້ອງສົນທະນາ Paltalk ໂດຍສະເພາະກໍ່ແມ່ນຢູ່ໃນຫ້ອງ Born to be Lao. ເຂົາວ່າ
ດຽວນີ້ຄົນໃນປະເທດລາວຮັ່ງມີຫຼາຍ ແມ່ຄ້າຂາຍຜັກຂາຍປາມີລົດຮຸນເດລາຄາສີ່ຫ້າໝື່ນ
ໂດລາຂີ່ໄປກິນເຂົ້າໄປຊັອບປິງຢູ່ອຸດອນ ຄົນຢູ່ຕ່າງປະເທດຍັງບໍ່ມີປັນຍາຊື້ລົດເງິນສົດຄືເຂົາ.
ບາດເຂົ້າມາອ່ານຂ່າວຢູ່ເວັບນີ້ພັດເວົ້າກົງກັນຂ້າມ, ຄວາມຈິງເປັນແນວໃດແທ໊?


 ນີ້ແມ່ນ ເວັບ ຕໍ່ຕ້ານລັດຖະບານລາວ

ພວກເຂົາກໍ່ລົງຂ່າວແບບນີ້ລະ ຕູ້ສົມ ເອີຍ



__________________
Anonymous

Date:
Permalink   
 

Anonymous wrote:
ຕູ້ສົມ wrote:


ຂ້ານ້ອຍໜີຈາກປະເທດລາວດົນແລ້ວ ແຕ່ມັກຄິດຕາມຂ່າວທີ່ເກີດຂຶ້ນໃນປະເທດລາວ
ຈາກຫ້ອງສົນທະນາ Paltalk ໂດຍສະເພາະກໍ່ແມ່ນຢູ່ໃນຫ້ອງ Born to be Lao. ເຂົາວ່າ
ດຽວນີ້ຄົນໃນປະເທດລາວຮັ່ງມີຫຼາຍ ແມ່ຄ້າຂາຍຜັກຂາຍປາມີລົດຮຸນເດລາຄາສີ່ຫ້າໝື່ນ
ໂດລາຂີ່ໄປກິນເຂົ້າໄປຊັອບປິງຢູ່ອຸດອນ ຄົນຢູ່ຕ່າງປະເທດຍັງບໍ່ມີປັນຍາຊື້ລົດເງິນສົດຄືເຂົາ.
ບາດເຂົ້າມາອ່ານຂ່າວຢູ່ເວັບນີ້ພັດເວົ້າກົງກັນຂ້າມ, ຄວາມຈິງເປັນແນວໃດແທ໊?


 ນີ້ແມ່ນ ເວັບ ຕໍ່ຕ້ານລັດຖະບານລາວ

ພວກເຂົາກໍ່ລົງຂ່າວແບບນີ້ລະ ຕູ້ສົມ ເອີຍ


 ຂ້າພະເຈົ້າກໍ່ແມ່ນພະນັກງານທີ່ສັງກັດລັດ ແລະເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດດີ ແຕ່ໃນພາກປະຕິບັດ ຍັງມີສະມາຊິກພັກ ຈຳນວນບໍ່ນ້ອຍປານໃດ ມີແນວຄິດສວຍໂອກາດໃຊ້ໜ້າທີ່ຕຳແໜ່ງໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ ເພື່ອສໍ້ລາດບັງຫຼວງສະແຫວງຫາປະໂຫຽດແກ່ຕົນເອງແລະພັກພວກຍາດຕີພີ່ນ້ອງ ແຕ່ໃນຍາມຮ່ວມຊີວິດພັກ ບາດລູກນ້ອງສ່ອງແສງ ຊ້ຳພັດມີແນວຄິດຄຽດຊັງ ແລ້ວຫາຄວາມຜິດໃສ່ເຂົາສຸດທ້າຍກໍ່ຍ້າຍໜ້າທີ່ ຫຼືບໍ່ກໍ່ລະດົມອອກການ.ສິ່ງທີ່ເວົ້າມາມັນມີຈິງທີ່ເກີດຂຶ້ນໃນສັງຄົມແລະເປັນອັນຕະລາຍອານາຄົດຂອງຊາດ ສ້າງຄວາມເສຍຫາຍແກ່ແນວທາງຂອງພັກ.ຄົນຈ້ຳພວກທີ່ກ່າວມາຄະນະພັກຂັ້ນຄວນຮີບຮ້ອນກວດກາຄືໃໝ່ແລະມີມາດຕະການລົງໂທດແກ້ໄຂຢ່າງຮີບດ່ວນ.ຖ້າບໍ່ດັ່ງນັ້ນ ສັງຄົມຈະບໍ່ມີຄວາມສະຫງົບ.ເພາະປະຈຸບັນສິ່ງທີ່ກ່າວມາຂ້າງເທິງນັ້ນພວມແຜ່ລາມຢູ່ໃນຂົງເຂດພັກ-ລັດ. ສະເໜີມາດ້ວຍຄວາມເປັນຫ່ວງຕໍ່ອານາຄົດຂອງຊາດ .ຂໍຄອບໃຈ



__________________
Anonymous

Date:
Permalink   
 

ພໍ່ຂອງຂ້າພະເຈົ້າເປັນຜູ້ໜຶ່ງທີ່ເຮັດການປະຕິວັດ ກິ້ງເກືອກລີເລືອນຳການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ຫຼັງຈາກຢຶດອຳນາດ ປີ 1975 ປະມານ 10 ກ່ວາປີ ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດ, ນັບແຕ່ນັ້ນມາ ຂ້າພະເຈົ້າຜູ້ເປັນລູກ ການດຳລົງຊີວິດແມ່ນມີການຝືດເຄືອງທີ່ສຸດ ແຕ່ໃນທາງກົງກັນຂ້າມ ຜູ້ທີ່ຕໍ່ສູ້ມານຳພໍ່ຂອງຂ້າພະເຈົ້າ ໃນເມື່ອກອ່ນທີ່ຢູ່ຊຳເໜືອ ຫຼື ແຂວງຫົວພັນ ບໍມີຫຍັງຄືກັນ, ຫຼັງຈາກ ປີ1975 ພວກເຂົາເຫຼົ່ານັ້ນແມ່ນມີຄວາມຮັງມີມັ້ງຄັ້ງຂຶ້ນມາ ມີເຮືອນຫຼັງໃຫຍ່ໆໆໆ ຢູ່ ຄັນຜູ້ເວົ້າໂພດແມ່ນພະລາດສະວັງຍັງບໍ່ເທົ່າ, ບາດຄອບຄົວຂອງຂ້າພະເຈົ້າລົດຈົກຊິຂີ່ກໍ່ຍັງບໍ່ມີ. ສ່ວນພວກເພີ່ມມາຮອດປະຈຸບັນນີ້ແມ່ນລວຍລົ້ນຟ້າ ດັ່ງຄຳທີ່ວ່າ: ຜູ້ກິນ ແມ່ນກິນຈົນຮາກ ຜູ້ຢາກ ແມ່ນອົດຢາກຈົນຕາຍ,  ແລະ ຊື່ແລ້ວອົດ ຂົດແລ້ວລວຍ ຊວຍ ແລ້ວຕາຍ, ຕ່ອນຢູ່ນຳກັນທີ່ແຂວງ ຫົວພັນເດ ຊິມີຫຍັງ ບາດເຂົ້າມາວຽງຈັນ ດິນດອນຕອນຫຍ້າ ປ່າເຂົາວົງກົດບ່ອນໃດກໍ່ແມ່ນຂອງພວກເພີ່ນໝົດ ໃນວຽງຈັນ, ບາດຄົນວຽງຈັນແທ້ໆບໍ່ມີດີນຊິຢູ່, ເວົ້າກັນຊື່ໆໃນວົງການລັດຖະບານ ແລະ ອົງການຈັດຕັ້ງພັກ ແຕ່ບໍ່ປະຕິບັດ, ຖ້າມີໂຄງການສຳປະທານດິນ ເມື່ອຖືກດິນຂອງພວກເພີ່ນແມ່ນຕ້ອງໄດ້ເວັ້ນອອກ ຊ້ຳບໍໜຳ ພວກເພີ່ນຮູ້ວ່າ ໂຄງການຈະໄປບ່ອນໃດ ພວກເພີ່ນພັດໄປຊື້ດິນບ່ອນນັ້ນໄວ້ເພື່ອໂກງລາຄານຳໂຄງການ, ນີ້ບໍພວກເພີ່ນເວົ້າວ່າ ໃຫ້ສາມັກຄີປວງຊົນທັງຊາດ ຖືເອົາປະຊາຊົນເປັນກົກ ຮັບໃຊ້ປະຊາຊົນ ເພື່ອປະຊາຊົນຢ່າງແທ້ຈິງ, ຖ້າເປັນຈັ່ງຊີ້ຕໍ່ໄປ ອີກ 500 ປີ ປະຊາຊົນລາວ ຈະທຸກລົງກວ່າເກົ່າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard