ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໃບຕາດິນຢູ່ລາວ ສູງກ່ວາ ລາຄາຊື້ທີ່ດິນ !!
Anonymous

Date:
ໃບຕາດິນຢູ່ລາວ ສູງກ່ວາ ລາຄາຊື້ທີ່ດິນ !!
Permalink   
 


ໃບຕາດິນຢູ່ລາວ ສູງກ່ວາ ລາຄາຊື້ທີ່ດິນ !!

ກາຍ­ເປັນ​ບັນ­ຫາ​ທີ່​ແກ່­ຍາວ​ມາຫລາຍ​ປີ ສຳ­ລັບ​ຄວາມ​ຫຍຸ້ງ­ຍາກໃນ​ເວ­ລາ​ເຮັດ​ໃບ​ຕາ­ດິນ​ຂອງ​ພໍ່​ແມ່​ປະຊາ​ຊົນ ເປັນ­ຕົ້ນ​ແມ່ນ​ບັນ­ຫາ​ຄວາມ​ຫລ້າຊ້າ​ໃນ​ການ​ອອກ​ໃບ​ຕາ­ດິນ​ຂອງ​ ເຈົ້າຫນ້າ­ທີ່ ລວມ​ທັງ​ລາ­ຄາ​ໃບ​ຕາ­ດິນ​ທີ່ເຫັນ​ວ່າ​ເພີ່ມ​ທະ­ວີ­ຄູນ​ແພງ​ຂຶ້ນ​ທຸກໆ​ປີ ຈົນ​ເກືອບ​ເທົ່າ​ກັບ​ລາ­ຄາ​ດິນ​ເຮັດ​ໃຫ້ປະ­ຊາ­ຊົນ​ບາງ​ຄົນ​ຢູ່​ເຂດ​ຫ່າງ​ໄກ​ ບໍ່​ກ້າທີ່​ຈະ​ເຂົ້າ​ມາ​ເຮັດ​ໃບ​ຕາ­ດິນ​ທີ່​ຈະ​ເຊື່ອມໂຍງ​ເຖິງ​ການ​ເສຍ​ສິດ​ ນຳ​ໃຊ້​ທາງ​ດ້ານກົດ­ຫມາຍ​ໄດ້ ແນວ­ໃດ​ກໍ່​ດີ ຕໍ່​ບັນ­ຫາ​ນີ້ກົມ​ຄຸ້ມ​ຄອງ​ທີ່​ດິນ​ຊີ້​ແຈງ​ວ່າ ສາ­ເຫດຫລັກ​ແມ່ນ​ເກີດ​ຈາກ​ນາຍ​ຫນ້າ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຫົວ­ຫນ້າກົມ​ຄຸ້ມ​ຄອງ​ທີ່​ດິນ​ກະ­ຊວງ​ຊັບ​ພະ­ຍາກອນ ແລະ ສິ່ງ­ແວ­ດລ້ອມ ໄດ້​ໃຫ້​ສຳພາດ​ພິ­ເສດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ ​ເມື່ອອາ­ທິດ​ຜ່ານ​ມາ​ນີ້​ຮູ້​ວ່າ: ສາ­ເຫດ​ແທ້​ຈິງທີ່​ເຮັດ​ໃຫ້​ໃບ​ຕາ­ດິນ​ມີ​ລາ­ຄາ​ສູງ ເນື່ອງຈາ​ກວ່າ​ປະ­ຊາ­ຊົນ​ບາງ​ບຸກ­ຄົນ​ທີ່​ຮູ້​ເທົ່າບໍ່​ເຖິງ​ການ ເມື່ອ​ມີ​ດິນ​ຕ້ອງ­ການ​ເຮັດໃບ​ຕາ­ດິນ​ຖາ­ວອນ​ກໍ່​ໄປ​ຫາ​ນາຍ​ຫນ້າໃນ​ການ​ແລ່ນ ​ເອ­ກະ­ສານ​ຕ່າງໆ ເພື່ອປະ­ກອບ​ເຮັດ​ໃບ​ຕາ­ດິນນຳ​ເຈົ້າ​ຫນ້າ­ທີ່ (ບໍ່​ເຂົ້າ​ຫາ​ເຈົ້າຫນ້າ­ທີ່​ໂລດ) ໂດຍ​ນາຍ​ຫນ້າອາດ​ເອີ້ນ​ເອົາ​ລາ­ຄາ​ທີ່​ສູງ​ກວ່າ ຄວາມ​ເປັນ​ຈິງ​ນຳ​ເຈົ້າ​ຂອງ​ທີ່ດິນ ຫລື ອາດ​ຈະ​ສູງ​ເກືອບ​ເທົ່າ​ກັບ​ລາ­ຄາ​ຂອງ​ດິນ​ຕອນ​ທີ່​ຕ້ອງການ​ໃບ​ຕາ­ດິນ​ນັ້ນ.

   ນອກ­ຈາກ​ນາຍ​ຫນ້າ​ແລ້ວ ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຍອມຮັບ​ວ່າ:  ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງຂອງ​ລັດ ໂດຍ​ສະ​ພາ​ະ​ແມ່ນ​ພະນັກ​ງານ​ອອກ​ໃບ​ຕາ­ດິນ​ບາງ​ບຸກຄົນ​ກໍ່​ມີ​ການ​ຮ່ວມ​ຄິດ​ ກັບ​ນາຍຫນ້າ ພ້ອມ​ສວຍ​ໃຊ້​ຖາ­ນະ​ຕຳແຫນ່ງ​ຂອງ​ຕົນ​ໃນ​ການ​ຖ່ວງ​ດຶງຄວາມ​ຫລ້າ​ຊ້າ​ຂອງ​ການ​ ອະ­ນຸຍາດ​ອອກ​ໃບ​ຕາ­ດິນ​ເປັນ­ຕົ້ນແມ່ນ​ໃນ​ການ​ອອກ​ລາຍ​ເຊັນ.

   ຕໍ່​ບັນ​ຫນີ້ ກົມ​ຄຸ້ມ​ຄອງ​ທີ່​ດິນໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່​ຢ່າງ​ຈິງຈັງ​ໃນ​ການ​ເອົາ​ ພະ­ນັກ­ງານຈາກ​ສູນ​ກາງ​ລົງ​ໂອ້​ລົມ​ພະ­ນັກງານ​ທີ່​ດິນ​ຂັ້ນ​ທ້ອງ­ຖິ່ນ​ທີ່​ ເຮັດວຽກ​ສະ­ເພາະ​ດ້ານ​ເປັນ­ຕົ້ນ​ແມ່ນສຶກ​ສາ​ອົບ­ຮົມ​ການ­ເມືອງ​ແນວຄິດ ແລະ ຫລັກ​ຈັນ​ຍາ​ບັນ​ຂອງພະ­ນັກ­ງານ​ລັດ ຖ້າ​ກວດ​ສອບເຫັນ​ພະ­ນັກ­ງານ​ບຸກ­ຄົນ​ໃດ​ມີການ​ປະ­ພຶດ​ບໍ່​ດີ​ກໍ່​ຈະ​ຖືກ​ ລົງ­ໂທດຕາມ​ລະ­ບຽບ​ວິ­ໄນ ພ້ອມ​ໃຊ້​ແທນຄ່າ​ເສຍ​ຫາຍ ຂະ­ນະ​ທີ່​ທ່ານ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ທີ່​ດິນ​ກ່າວ​ວ່າຜ່ານ​ມາ​ເຖິງ​ຂັ້ນ​ ຍົກ­ຍ້າຍ​ຫນ້າ­ທີ່ ຫລື ປົດ​ຕຳ­ແຫນ່ງ​ພະ­ນັກ­ງານ​ທີ່​ດິນ​ທີ່​ມີ​ການ​ກະ­ທຳ​ຜິດ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ກ່າວ​ຢືນ­ຢັນ​ຕໍ່​ທີມ​ຂ່າວ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ໃນ​ເມື່ອ​ເຮັດ​ໃບ​ຕາ­ດິນ​ຖາ­ວອນ​ຂອງ​ພໍ່​ແມ່ນ​ປະ­ຊາ­ຊົນ​ຕາມ​ ລະ­ບຽບ​ແລ້ວ​ເນື້ອ­ທີ່​ດິນ 1 ເຮັກ­ຕາ ກໍ່​ຈະ​ໃຊ້​ຈ່າຍ​ລວມ​ມີຄ່າ​ທຳ­ນຽມ, ຄ່າ​ວັດ­ແທກ ແລະ ໃຊ້​ຈ່າຍ​ອື່ນໆ​ຖ້າ​ສູງ​ສຸດ​ກໍ່​ປະມານ 300.000 ກີບ (ດິນ​ໃນຕົວ​ເມືອງ) ສ່ວນ​ເຂດ​ຊົນ­ນະ­ບົດກໍ່​ປະ­ມານ 250.000 ກີບ.

   ແນວ­ໃດ​ກໍ່​ດີ ໃບ​ຕາ­ດິນ​ແມ່ນເອ­ກະ­ສານ​ຢັ້ງ­ຢືນ​ສິດ​ນຳ​ໃຊ້​ທີ່ດິນ​ສູງ​ສຸດ​ທາງ​ດ້ານ​ ກົດ­ຫມາຍແມ່ນ​ເອ­ກະ­ສານ​ທີ່​ເປັນ​ຫລັກຖານ​ຕົ້ນ­ຕໍ​ອັນ​ຫນຶ່ງ​ອັນ​ດຽວກ່ຽວ​ ກັບ​ສິດ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຖາວອນ  ລວມ​ທັງ​ເປັນ​ສີ່ງ​ທີ່​ສາມາດ​ຄ້ຳ­ປະ­ກັນ​ສິດ​ຂອບ​ເຂດການ​ນຳ​ໃຊ້​ທີ່​ດິນ​ຕາມ ​ລັດ​ຖະ​ທຳມະ­ນູນ​ໄດ້​ກຳ­ນົດ​ໃນ​ມາດ­ຕາ 17 ອັນ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ມີຄວາມ​ຫມັ້ນ​ໃຈ​ໃນ​ການ​ນຳ​ໃຊ້ທີ່​ດິນ​ຂອງ​ ເຂົາ­ເຈົ້າ​ຄື​ດິນ​ຖືກ​ປົກປ້ອງ​ດ້ວຍ​ລັດ, ຫັນ​ດິນ​ມາ​ເປັນທຶນ ແລະ ເປັນ​ຫລັກ​ຊັບ​ຄ້ຳ​ປະກັນ​ໄດ້​ທີ່​ຈະ​ຍູ້​ການ​ຜະ­ລິດ​ເຮັດໃຫ້​ປະ­ຊາ­ຊົນ​ຫລຸດ ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ.

   ບັນ­ຫາ​ທີ່​ຍົກ​ມາ​ຂ້າງ​ເທິງ​ນີ້ ກໍ່​ອາດ​ຈະ​ເປັນ​ເສັ້ນ​ໃຍ​ທີ່​ຖ່ວງ​ດຶງການ​ພັດ­ທະ­ນາ​ກໍ່​ຄື​ປະ­ຊາ­ຊົນ​ ໃຫ້ຫລຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກຊ້າ​ລົງ​ອີກ ພ້ອມ​ຈະ​ເປັນ​ບັນ­ຫາ​ຕໍ່ເປົ້າ​ຫມາຍ​ຂອງ​ລັດ­ຖະ­ບານ ໂດຍ​ໄດ້​ຕັ້ງ​ເປົ້າ​ໄວ້​ຮອດ​ປີ 2015 ການ​ອອກ​ໃບ​ຕາ­ດິນ​ໃນ​ທົ່ວ​ປະເທດ​ຈະ​ຕ້ອງ​ບັນ­ລຸ​ໄດ້ 1 ລ້ານຕອນ ເຊິ່ງ​ປະ­ຈຸ​ບັນ​ໄດ້​ແລ້ວ 6,5 ແສນ​ຕອນ ສະ­ນັ້ນ ເຈົ້າ​ຫນ້າ­ທີ່ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ແມ່ນດ້ານ​ມະ­ຫາ​ພາກ​ກໍ່​ຄວນ​ລົງ​ຕິດຕາມ​ກວດ­ກາ​ແກ້​ໄຂ​ບັນ­ຫາ​ ນີ້ ຢ່າງ​ຮີບ​ດ່ວນ ເພື່ອ​ຫລຸດ­ຜ່ອນ ແລະ ລົບ​ຫາງ​ສຽງ​ຈົ່ມ​ບໍ່​ດີ​ຂອງປະ​ຊົນ​ຕໍ່​ພະ­ນັກ​ລັດ​ບາງ​ຄົນ​ທີ່ເອົາ​ປຽບ​ ປະ­ຊາ­ຊົນ, ສ້າງ​ຄວາມສະ­ຫມານ​ສາ­ມັກ­ຄີ ແລະ ຄວາມເຂົ້າ­ໃຈ​ລະ­ຫວ່າງ​ປະ­ຊາ­ຊົນ​ກັບລັດ ເພື່ອ​ພ້ອມ​ກັນ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິ­ຍົມ​ທີ່​ມີ​ຄວາມ​ສີ­ວິ­ໄລ ແລະ ຄວາມ​ສົມ­ບູນ​ພູນ​ສຸກ​ໃນ​ອະ​ນາຄົດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard