ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮຽນລາວສົນໃຈ ການເລືອກຕັ້ງໃນ USA
Anonymous

Date:
ນັກຮຽນລາວສົນໃຈ ການເລືອກຕັ້ງໃນ USA
Permalink   
 


ນັກຮຽນລາວສົນໃຈ ການເລືອກຕັ້ງໃນ USA

f-election

ນັກຮຽນລາວ ຮຽນຮູ້ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ.

ເພື່ອທີ່ຈະສ້າງຄວາມ ເຂົ້າໃຈ ເພີ່ມຕື່ມ ກ່ຽວກັບ ຣະບົບການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ທາງສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາ ສປປ ລາວ ຈື່ງຈັດການເລືອກຕັ້ງ ຕົວຢ່າງ ເພື່ອເປີດໂອກາດ ໃຫ້ນັກຮຽນລາວ ຮຽນຮູ້ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ.

ໃນການເລືອກ ຕັ້ງຕົວຢ່າງ ຄັ້ງນີ້ ມີນັກຮຽນ ມັທຍົມລາວ ປະມານ 60 ຄົນ ເຂົ້າຮ່ວມ ຊຶ່ງໃນນັ້ນ ສ່ວນຫລາຍກໍແມ່ນ ມາຈາກໂຮງຮຽນ ສໍາລັບນັກຮຽນ ທີ່ມີ ພອນສະຫວັນ ແລະນັກຮຽນ ຊົນເຜົ່າ. ພວກເຂົາເຈົ້າ ເປັນທັງນັກຮຽນ ລົງທະບຽນຮຽນ ໃນໂຄງການຮຽນ ພາສາອັງກິດ ຂອງສະຖານທູດ ສະຫະຣັດ ທີ່ໃຫ້ ພວກເຂົາເຈົ້າ ມີໂອກາດ ໄດ້ຮຽນພາສາອັງກິດ ຕື່ມ 2 ປີ ຢ່າງບໍ່ໄດ້ເສັຍຄ່າ.

ເປັນຄືກັນກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ຕົວຈິງ ເບື້ອງຕົ້ນ ພວກນັກຮຽນ ຄັດເລືອກຜູ້ສະໝັກ ຮັບເລືອກຕັ້ງ ຈາກ ພັກການເມືອງ ຕ່າງໆ ແລ້ວຜູ້ສະໝັກ ຮັບເລືອກຕັ້ງ ກໍໄປໂຄສະນາ ຫາສຽງ ໂດຍຈັດການ ພົບປະກັບ ຜູ້ລົງຄະແນນສຽງ ເລືອກຕັ້ງ, ມີການໂຕ້ວາທີ ກ່ຽວກັບບັນຫາຕ່າງໆ ແລະ ມີການເວົ້າເຖິງ ຍຸທສາດຂອງຕົນ. ໃນຕອນທ້າຍ ພວກນັກຮຽນ ປ່ອນບັດ ໃຫ້ຜູ້ສະໝັກ ຮັບເລືອກຕັ້ງ ຄົນສຸດທ້າຍ 2 ຄົນ ເພື່ອຄັດເອົາຜູ້ຊະນະ ໃນການເລືອກຕັ້ງນັ້ນ.

ໃນຣະຫວ່າງການເລືອກຕັ້ງ ຕົວຢ່າງ ພວກນັກຮຽນ ທັງໄດ້ຮຽນຮູ້ກ່ຽວກັບ ບົດບາດ ຂອງ ສື່ມວນຊົນ ໃນການເລືອກຕັ້ງ, ກ່ຽວກັບການປ່ອນບັດ ລົງຄະແນນສຽງ ແລະທັງກ່ຽວ ກັບພະລັງ ຂອງການໂຄສະນາ ທີ່ມີຜົນກະທົບ ຕໍ່ຄວາມຄິດເຫັນ ຂອງຜູ້ມີສິດ ເລືອກຕັ້ງ.

ເດືອນ ພຶສຈິກາ ທີ່ຈະມາເຖິງນີ້ ຊາວອະເມຣິກັນ ຫລາຍລ້ານຄົນ ຈະໄດ້ປ່ອນບັດ ລົງຄະແນນສຽງ ເພື່ອເລືອກເອົາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ຄົນຕໍ່ໄປ. ການຕັດສິນໃຈ ນັ້ນ ຈະມີຜົນກະທົບໄປ ທົ່ວທັງໂລກ. ດັ່ງນັ້ນ ຈຶ່ງບໍ່ແປກໃຈວ່າ ປະຊາຊົນລາວ ກໍມີຄວາມ ສົນໃຈ ນໍາຜົນ ຂອງການເລືອກຕັ້ງ ປະທານາທິບໍດີ ສະຫະຣັດນັ້ນ. ຜົນຂອງການເລືອກຕັ້ງ ຈະປະກາດ ອອກໃນຕອນເຊົ້າ ຂອງວັນທີ 7 ພຶສຈິກາ.



__________________
Anonymous

Date:
Permalink   
 

ພໍ່ລູງ ຫວັງວ່າ ພວກນ້ອງໆ ຄົງຈະເຂົ້າໃຈດີ ໃນການເລືອກຕັ້ງ ແບບ ປະຊາທິປະໄຕຍ ອັນແທ້ຈິງ,

ເພື່ອອານາຄົດຂອງຊາດ ແລະພີ່ນ້ອງຊາວລາວ ທີ່ຢູ່ທົ່ວທູກມູມໂລກ



__________________
Anonymous

Date:
Permalink   
 

Anonymous wrote:

ພໍ່ລູງ ຫວັງວ່າ ພວກນ້ອງໆ ຄົງຈະເຂົ້າໃຈດີ ໃນການເລືອກຕັ້ງ ແບບ ປະຊາທິປະໄຕຍ ອັນແທ້ຈິງ,

ເພື່ອອານາຄົດຂອງຊາດ ແລະພີ່ນ້ອງຊາວລາວ ທີ່ຢູ່ທົ່ວທູກມູມໂລກ


 ສປປລາວ ມີພັກດຽວ ຂ້ອຍກໍບໍ່ຮູ້ວ່າຈະໄປເລືອກພັກໃດ? ເລືອກ 10ຄັ້ງສະນະ10ຄັ້ງ,
ເລືອກ 100ຄັ້ງສະນະ100ຄັ້ງ,ເລືອກ 1000ຄັ້ງສະນະ1000ຄັ້ງ, ກໍເລີຍໄດ້ ພັກໂກງບ້ານກິນເມືອງຄືເກົ່າ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard