ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໜີ້​ຕ່າງປະ​ເທດຂອງ​ລາວ​ ມີ​ມູນ​ຄ່າ ​ຫຼາຍ​ກວ່າ 3,500 ລ້ານ​ໂດລາ ໃນ​ປີ 2012
Anonymous

Date:
ໜີ້​ຕ່າງປະ​ເທດຂອງ​ລາວ​ ມີ​ມູນ​ຄ່າ ​ຫຼາຍ​ກວ່າ 3,500 ລ້ານ​ໂດລາ ໃນ​ປີ 2012
Permalink   
 


ໜີ້​ຕ່າງປະ​ເທດຂອງ​ລາວ​ ມີ​ມູນ​ຄ່າ ​ຫຼາຍ​ກວ່າ 3,500 ລ້ານ​ໂດລາ ໃນ​ປີ 2012

5F3A23AB-FD07-457F-A9FD-EC03D00D0655_w640_r1_s.jpg

ໜີ້​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ສະ​ສົມ​ຫຼາຍ​ກວ່າ
3,500 ລ້ານ​ໂດລາໃນ​ປີ 2012 ນີ້ ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ໜີ້ຕ່າງ
ປະ​ເທດ​ຂອງ​ລັດ​ຖະບານ​ລາວ​ຄິດ ​ເປັນ​ສັດສ່ວນ​ເກີນກວ່າ 35%
ຂອງ​ມູນ​ຄ່າ GDP ​ແລ້ວ.

ທະນາຄານ​ແຫ່ງ​ ສປປ.ລາວ ​ໄດ້​ສ​ະ​ເໜີ​ລາຍ​ງານ​ປະ​ຈໍາປີ
2012 ນີ້​ວ່າ​ສະພາວະໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​
ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ຈົນ​ເຖິງ ທ້າຍ​ເດືອນ​ກັນຍາ​ທີ່​
ຜ່ານ​ມາ ຊຶ່ງ​ເປັນ​ໄລຍະ​ສິ້​ນສຸດ​ຂອງ​ແຜນການ​ປະ​ຈໍາປີ 2011-
2012 ນັ້ນ​ກໍ​ປາກົດ​ວ່າ​ລັດ​ຖະບານ​ລາວ​ມີ​ໜີ້​ເງິນ​ກູ້​ຕ່າງປະ​ເທດ
​ຄິດ​ເປັນ​ມູນ​ຄ່າ​ລວມ ເກີນ​ກວ່າ 3,500 ລ້ານ​ໂດ​ລາ ຫຼື​ເທົ່າ​ກັບ
35% ຂອງ​ມູນ​ຄ່າ​ຜະລິດ​ຕະພັນ​ລວມ ພາຍ​ໃນ ຫຼື GDP ຕະຫຼອດ​ປີ.

ສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນຫຼາຍ​ທີ່ສຸດ​ໃນ​ໄລຍະ
6 ປີມາ​ນີ້ ກໍ​ຄື​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ລັດຖະບານ​ລາວ​ໄດ້​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນທຸກ​ປີ​ນັ້ນ​ ເອງ ​ໂດຍ ສະ​ເພາະ​ແມ່ນ​ໃນ​ປີ 2007 ນັ້ນ ລັດຖະ
ບານລາວ​ໄດ້​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 15.46% ​ເມື່ອ​ທຽບ​ໃສ່​ປີ 2006 ​ແລະ​ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ກໍ ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ສະ​ສົມ​ເຖິງ 3,000 ລ້ານ ​ໂດ​ລາ ​ເປັນ​ເທື່ອ​ທໍາ​ອິດ​ໃນ​ປີ 2011 ທີ່​ຜ່ານ​ມາ.
 
ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ໃນ​ໄລຍະ​ຂອງ​ແຜນການ​ປະ​ຈໍາປີ 2011-2012 ທີ່​ສິ້ນ​ສຸນ​ແຜນການ​ລົງ​ໃນ​ທ້າຍ​ເດືອນ​ກັນ​ຍາ​ນີ້ ຊຶ່ງ​ລັດຖະບານ​ລາວ ​ກໍ​ໄດ້​ຮັບ​ການ ຊ່ວ​ຍ​ເຫຼືອ​ລ້າ​ແລະ​ກໍ​ຢືມ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 700 ລ້ານ ​ໂດ​ລາ​ນັ້ນ ຈຶ່ງ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ລວມ​ເກີນ​ ກວ່າ 3,500 ລ້ານ​ໂດ​ລາ​ໃນ​ເວລາ​ນີ້​ນັ້ນ​ເອງ.

4A641ED2-6AED-4C4E-B749-BC579DB280EB_w268_r1.gif

ແຕ່​ຢ່າງ​ໃດ​ກໍ​ຕາມ ລາຍ​ງານ​ດັ່ງກ່າວ​ຂອງ​ທະນາຄານ​ແຫ່ງ​
ຊາດ​ລາວ​ກໍ​ໄດ້​ລະ​ບຸ​ວ່າ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​
ລາ​ວຄິດ​ເປັນ​ສັດສ່ວນ​ທີ່​ລົດ​ຕໍ່າລົງ​ເມື່ອ​ທຽບ​ໃສ່ ຍອດ​ຜະລິດ​
ຕະພັນ​ລວມພາຍ​ໃນ GDP ທີ່​ເພີ່ມ​ຂຶ້ນ​ໃນ​ທຸກ​ປີ ​ໂດຍ​ຈະ​ເຫັນ
​ໄດ້​ຈາກສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​
ໃນ​ປີ 2006 ທີ່​ຄິດ​ເປັນ​ສັດສ່ວນ ​ທີ່​ສູງ​ເຖິງ 71.21% ຂອງ
GDP ນັ້ນ​ໄດ້​ລົດ​ລົງ​ມາ​ເປັນ 38.52% ຂອງ GDP ​ໃນ​ປີ
2011 ​ແລະ 35%​ ຂອງ GDP ​ໃນ​ປີ 2012 ຕາມ​ລໍາດັບ.

ທາງ​ດ້ານ​ສະພາ​ແຫ່ງ​ຊາດ​ລາວ ກໍ​ລາຍ​ງານ​ວ່າ​ໃນ​ແຜນການ​ປີ 2012-2013 ສະ​ພາ​ແຫ່ງ
ຊາດ​ລາວ​ກໍ​ໄດ້​ກໍານົດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ຄວບ​ຄຸມ​ລາຍ​ຈ່າຍ​ຢ່າງ​​ເຄັ່ງ ​ຄັດ ຊຶ່ງ​ກໍ​ເຮັດ​ໃຫ້​ລັດຖະບານ ​ສາມາ​ດທີ່​ຈະ​ກູ້​ຢືມ​ເງິນ​ຈາກ​ຕ່າງປະ​ເທດ​ໄດ້​ໃນມູນ​ຄ່າ​ລວມບໍ່​ເກີນ 218 ລ້ານ​ໂດ​ລາ ​ແລະ​ໃນ​ຂະນະ​ດຽວ​ກັນ​ ກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ຢ່າງ​ແທ້​ ຈິງ​ອີກ​ດ້ວຍ.
 
ທັງ​ນີ້​ກໍ​ເພື່ອ​ຈະ​ເຮັດ​ໃຫ້​ສາມາດ​ຈໍາ​ກັດ​ການ​ຂາດ​ດຸນ​ງົບປະມານ ​ໃຫ້​ຢູ່​ໃນ​ມູນ​ຄ່າ 3,842 ຕື້​ກີບ​ ຫຼື​ປະມານ 480 ລ້ານ​ໂດ​ລາ ຕະຫຼອດ​ແຜນການ​ປີ 2012-2013 ດັ່ງ​ທີ່​ທ່ານອຸ່ນ​ແກ້ວ ວຸດ​ທິ
ລາດ​ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ຖະແຫຼ​ງຢືນຢັນ​ວ່າ:
 
ກອງ​ປະຊຸມ​ເປັນ​ເອກ​ກະພາບ​ຕໍ່​ ການວາງ​ຄາດໝາຍ​ສູ້​ຊົນ ​ທີ່​ລັດຖະບານ​ວາງ ອອກ​ ​ເຫັນ​ວ່າ​ມີ​ລັກສະນະ​ທີ່​ຕັ້ງໜ້າ​ຫຼາຍ ​ແລະ​ລັດຖະບານ​ກໍ​ໄດ້​ເພີ່ມ​ລາຍ​ຮັບ​ພາຍໃນ​ຈາກ​ການສະ​ເໜີ​ເບື້ອງ​ຕົ້ນ 17.19% ມາ​ເປັນ 18.50% ຂອງ GDP ຕາມ ການສະ​ເໜີ​ຂອງ​ສະພາ​ແຫ່ງ​ຊາດ.”
              
ກ່ອນໜ້າ​ນີ້ ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້ຖະແຫລງ ຢືນຢັນ​ວ່າ ​ຖ້າ​ຫາກ​ການຈັດ​ເກັບລາຍ​ຮັບ ​ແລະ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ເປັນ​ໄປ​ຕາມ​ເປົ້າໝາຍ​ທີ່​ວາງ​​ເອົາ​ ໄວ້ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວມີ​ລາຍ​ຮັບ​ລວມ​ເຖິງ 19,927 ຕື້​ກີບ ຫຼື​ຄິດ​ເປັນ 24.96% ຂອງ ​GDP ຕະຫຼອດ​ປີ​ໂດຍ​ໃນ​ນີ້​ຄາດ​ວ່າ ຈະ​ເປັນ​ລາຍ​ຮັບ​ຈາກ​ພາຍ​ໃນ​ປະ​ເທດ​ໃນ​ມູນ​ຄ່າ 15,289 ຕື້​ກີບ ໝາຍ​ຄວາ​ມວ່າ ລັດຖະບານ​ລາວ​ຕ້ອງ ການ ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງປະ​ເທດ​ບໍ່​ໜ້ອຍ​ກວ່າ 4,638 ຕື້​ກີບ ຫຼື 587 ລ້ານ​ໂດ​ລາ​ນັ້ນ​ເອງ.



__________________
Anonymous

Date:
RE: ໜີ້​ຕ່າງປະ​ເທດຂອງ​ລາວ​ ມີ​ມູນ​ຄ່າ ​ຫຼາຍ​ກວ່າ 3,500 ລ້ານ​ໂດລາ ໃນ​ປີ 2012
Permalink   
 


ຕິດຫຼາຍກໍ່ບໍ່ເປັນຫຍັງດອກເພາະລາວລິງສາມາດໃຊ້ໜີ້ແທນຣັຖບານ ສປປລ ໄດ້.

__________________
Anonymous

Date:
Permalink   
 

there they go keep more deb to country when ever all og them die all deb will return to all laotiane ppl.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard