ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 131 ໝູ່ບ້ານ ຂ.ຊຽງຂວາງຍັງທຸກຍາກ
Anonymous

Date:
131 ໝູ່ບ້ານ ຂ.ຊຽງຂວາງຍັງທຸກຍາກ
Permalink   
 


131 ໝູ່ບ້ານ ຂ.ຊຽງຂວາງຍັງທຸກຍາກ

7172074547_6de7c3f1e1_o.jpg

ຈາກການ ສໍາຣວດ ພົລເມືອງ ໃນແຂວງ ຊຽງຂວາງ 2 ປີກ່ອນ ພົບວ່າ ປະຊາຊົນ ທີ່ມີຊີວິດ ການເປັນຢູ່ ຕໍ່າກວ່າ ຂີດໝາຍ ຣະດັບ ທຸກຍາກ ປະມານ 8,000 ຄົນ ມາຮອດ ປັດຈຸບັນນີ້ ຍັງເຫລືອຢູ່ 1 ເມືອງ 131 ບ້ານ 3,682 ຄອບຄົວ.

ໃນໝູ່ບ້ານ ຈໍານວນນີ້ ຍັງຂາດ ສາທາຣະນຸປະໂພຄ ບໍ່ມີຖນົນຫົນທາງ ໄປຮອດໄປເຖິງ ບໍ່ມີ ນໍ້າສະອາດໃຊ້ ຂາດເຂີນ ໂຮງຮຽນ ໂຮງໝໍ. ເຈົ້າໜ້າທີ່ແຂວງ ໄດ້ກ່າວວ່າ ຈະຕ້ອງສຸມໃສ່ ແກ້ໄຂບັນຫາ ນີ້ໃຫ້ໄດ້ ພາຍໃນປີ 2015:

"ເມືອງໜອງແຮດຫັ້ນ  ຍັງນື່ງເມືອງ ປ່ຽນອາຊີພ ຂະເຈົ້ານີ້ລະ ຍັງວ່າຊີ່ໂຍກຍ້າຍ ອອກໄປ ອອກຖິ່ນຖານ ອອກໄປ ກໍຊີ່ຍາກຢູ່ ມີແຕ່ວ່າຊິ່ຊຸກຍູ້ ໂຕນີ້ແຫລະ ຕາມແຜນ ຂອງແຂວງ ກໍເວົ້າວ່າ ຈະເອົາການປູກ ການລ້ຽງນີ້ແຫລະ ເຮັດໄປໂຕນີ້ລະ ຫລາຍກວ່າ".

ວຽກງານແກ້ໄຂ ຄວາມທຸກຍາກ ປະຊາຊົນ ເປັນວຽກງານ ທີ່ທ້າທາຍ ເຖິງແມ່ນວ່າ ສປປລາວ ມີທິດທາງ ການແກ້ໄຂ ແລະ ມີການຈັດຕັ້ງ ໂຄງການ ເປັນຢ່າງດີ ແຕ່ຂາດ ເຂີນທຶນຮອນ ແລະ ພາຫານະຕ່າງໆ ອາໄສແຕ່ ການຊ່ວຍເຫລືອ ຈາກຕ່າງປະເທດ ຈາກ ທະນາຄານໂລກ ແລະ ທະນາຄານ ພັທນາເອເຊັຽ ເປັນສ່ວນໃຫ່ຽ.

ທະນາຄານໂລກ ໄດ້ຕັ້ງກອງທຶນ ເພື່ອຫລຸດຜ່ອນ ຄວາມທຸກຍາກ ໃນລາວເມື່ອປີ 2003 ຫລາຍປະເທດ ທີ່ໃຫ້ການ ຊ່ວຍເຫລືອ ແມ່ນຜ່ານກອງທຶນ ຂອງ ທະນາຄານໂລກ ສໍາລັບໃຊ້ເຂົ້າ ໃນໂຄງການ ພັທນາ ຊີວິດການເປັນຢູ່ ຂອງປະຊາຊົນ ເປັນຕົ້ນສ້າງຖນົນ ລະຫ່ວາງ ບ້ານຕໍ່ບ້ານ ສ້າງສຸຂສາລາ ສ້າງໂຮງຮຽນ ສ້າງຣະບົບ ນໍ້າສະອາດ.

ນັກຊ່ຽວຊານ ຈາກສະຖາບັນ ການເງິນສໍາຄັນໆ ເວົ້າວ່າ ຣັຖບານລາວ ຈະຕ້ອງປະກອບ ເງິນທຶນຫລາຍຕື່ມ ເພື່ອຈະເຮັດໃຫ້ ໂຄງການຫລຸດຜ່ອນ ຄວາມທຸກຍາກ ໃຫ້ປະສົບ ຜົນສໍາເຣັດ ຕາມຄາດໝາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard