ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເລື່ອງ Corupption ລາວເຮົາສອບຜ່ານທີເທົ່າໃດຂອງໂລກ?
Anonymous

Date:
ເລື່ອງ Corupption ລາວເຮົາສອບຜ່ານທີເທົ່າໃດຂອງໂລກ?
Permalink   
 


ເລື່ອງ Corupption ລາວເຮົາສອບຜ່ານທີເທົ່າໃດຂອງໂລກ?


ໂລກບັນທຶກປະຈຳປີ 2011 World Corruption ຊຶ່ງນັບຈາກທີ ດີ ຄື: ທີ 1 ເຖິງທີໂຈກເດີ ຊື່ງຈະນັບໃຫ້ເຫັນສະເພາະ ປະເທດທີ່ຄຸ້ນໆຫູກັນນໍ ດັ່ງລຸ່ມນີ້:

ຜູ້ທີ່ຂາວສະອາດກ່ວາໝູ່ໄດ້ແກ່ ປະເທດ New zeland

1. New zeland

2. Denmark and Finland

4. Sweden

5. Singapore( ນີ້ແມ່ນໃກ້ໆບ້ານເຮົາເອງ  ຄວນເອົາເປັນແວ່ນແຍງ  )

8. Australia ( ນີ້ກໍບໍ່ໄກຈາກບ້ານເຮົາ ສັງກັດຢູ່ asia )

11. Hongkong

14. Japan

16. United kingdom

24. United state of America

80. Thailand

112. Vietnam

129. Phillippines

143. Russia

154. Laos( ພີ່ນ້ອງລາວຄວນຂຸ້ນຂ້ຽວຢ່າງນ້ອຍຍາດເອົາທີ 20 ພາຍໃນ 5 ປີ )

164. Cambodia

180. Myanma ( ພະມ້າ )

182. N.korea and Somalia ( ພວກນີ້ສອບໄດ້ທີໂຈກ )



__________________
Anonymous

Date:
RE: ເລື່ອງ Corupption ລາວເຮົາສອບຜ່ານທີເທົ່າໃດຂອງໂລກ?
Permalink   
 


ຂ້ານ້ອຍຄິດວ່າຄົງເປັນການຍາກຫຼາຍທີ່ຈະຫຼຸດຜ່ອນບັນຫາການສໍ້ລາດບັງຫຼວງການສໍ້ຫຼວງບັງລາດ

ໃນ ສປປ ລາວ ຖ້າຫາກວ່າອົງການກວດກາພັກລັດຍັງຢູ່ໃຕ້ການນໍາພາຂອງພັກ. ສປປ ລາວ

ມີພັກໂທນແລະສະມາຊິກພັກຈໍານວນຫຼວງຫຼາຍຍັງຫຼົງໄຫຼນໍາອໍານາດເງິນຄໍາຈົນຍັດສິນທໍາປະຕິວັດ

ທີ່ຕົນເຄີຍຖືມາໃນສະໃໝທີ່ອາໃສຢູ່ໃນຖໍ້າວຽງໄຊໄວ້ໃນກ້ອງຕຽງນອນທີ່ອ່ອນນຸ້ມຂອງເພິ່ນ.

ເມື່ອທ້າຍເດືອນກ່ອນ ພວກ IAACA ໄດ້ເຊື້ອເຊີນເຈົ້າໜ້າທີ່ຂັ້ນສູງຂອງລາວໄປຮ່ວມກອງປະຊຸມຢູ່

ກຸງກົວລາລໍາເປີເພື່ອປຶກສາຫາລືກ່ຽວກັບແຜນຍຸດທະສາດປາບປາມແລະຕ້ານການສໍ້ລາດບັງຫູວງ

ເພິ່ນກໍ່ໄດ້ສົ່ງແຕ່ທ່ານຄໍາສານ ສຸວົງ ໄປຮ່ວມແລະເມື່ອຖືກເຂົາຖາມເຖິງຄວາມກ້າວໜ້າໃນການປະ

ຕິບັດສັນຍາ Anti-corruption Convention Act ທີ່ເຈົ້າໜ້າທີ່ລາວໄດ້ເຊັນຮັບໃນປີ 2003 ນັ້ນ

ເພິ່ນກໍ່ບອກເຂົາວ່າເພິ່ນປະຕິບັດໄດ້ດີຫຼາຍ ໂດຍສະເພາະມາດຕາ22, 23, 24, 25, 26 ແລະມາດ

ຕາ31. ແຕ່ຜົນງານຕົວຈິງຈະເປັນແນວໃດນັ້ນ ຂ້ານ້ອຍຄິດວ່າເພິ່ນເອົາຫຼາຍກ່ວາ 12%



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard