ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອາເຊັມຜ່ານໄປ ຜູ້ນໍາໄດ້ BENZ
Anonymous

Date:
ອາເຊັມຜ່ານໄປ ຜູ້ນໍາໄດ້ BENZ
Permalink   
 


ອາເຊັມຜ່ານໄປ ຜູ້ນໍາໄດ້ BENZ

f-benz-asem

ບັນດາ ຄະນະ ຜູ້ນໍາລາວ ໄດ້ຮັບ Mercedes ຄັນໃໝ່ ເປັນຣົດ ປະຈໍາ ຕໍາແໜ່ງ ຫລັງຈາກ ກອງປະຊຸມ ສຸດຍອດ ອາເຊັມ ສິ້ນສຸດລົງ.

ຣົດ Benz ຈໍານວນ 100 ກ່ວາຄັນ ທີ່ຣັຖບານ ໄດ້ສັ່ງຊື້ຈາກ ບໍຣິສັດ Daimler AG ຢູ່ປະເທດ ສິງຄະໂປ ເພື່ອມາຮັບໃຊ້ ບັນດາ ຜູ້ນໍາໂລກ ທີ່ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ່ 9 ຢູ່ນະຄອນຫລວງ ວຽງຈັນ. ປັຈຈຸບັນຣົດ Benz ດັ່ງກ່າວ ຖືກໂອນໄປເປັນ ຣົດ ປະຈໍາຕໍາແຫນ່ງ ຂອງເຈົ້າໜ້າທີ່ ພັກແລະຣັຖ ແລ້ວ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ກະຊວງການຄັງ ໃນລາວ ທ່ານນນື່ງ ທີ່ບໍ່ປະສົງ ອອກຊື່.

ຜູ້ທີ່ມີສິດໄດ້ຮັບ ຣົດປະຈໍາຕໍາແຫນ່ງ ກໍຄື ສະມາຊິກ ກົມການເມືອງ ກັມມະການ ບໍຣິຫານ ສູນກາງພັກ ປະທານປະເທດ ປະທານສະພາ ນາຍົກຣັຖມົນຕຣີ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ປະຈໍາກະຊວງ ເຈົ້າແຂວງ ຫົວໜ້າສູນກາງ ແນວລາວສ້າງຊາຕ ປະທານ ສະຫະພັນ ແມ່ຍິງລາວ ສະຫະພັນ ກັມມະບານ ແລະ ສູນກາງ ຊາວຫນຸ່ມ ປະຕິວັດ.

ການພິຈາຣະນາ ມອບຣົດ Benz ໃຫ້ແຕ່ລະຜູ້ນໍາ ນັ້ນແມ່ນອີງຕາມ ຄວາມສໍາຄັນ ຂອງໜ້າທີ່ ຕໍາແໜ່ງ. ຣົດ Benz ທີ່ສັ່ງຊື້ ແລະ ໄດ້ຮັບແລ້ວນັ້ນ ມີສອງຮຸ້ນ ຄືຣຸ້ນ S350 45 ຄັນ E350 60 ຄັນ. ນອກນັ້ນ ແມ່ນຣົດໂຕໂຍຕ້າ ລຸ້ນຫລູຫລາ ຈໍານວນ 149 ຄັນ ຊື່ງໄດ້ສັ່ງມາ ພ້ອມໆກັນ ເພື່ອຮັບໃຊ້ ກອງປະຊຸມ ອາເຊັມນັ້ນ ກໍຈະໂອນໃຫ້ ເຈົ້າໜ້າທີ່ ພັກແລະຣັຖ ຣະດັບຫລຸດໆລົງມາ. ທາງການລາວໄດ້ ຈ່າຍງົບປະມານ ເປັນຈໍານວນເງິນ  ປະມານ $20 ລ້ານໂດລ້າ ສໍາລັບຊື້ຣົດ ດັ່ງກ່າວ ໂດຍຢືມເງິນຈາກ ຕ່າງປະເທດ.

ຫລາຍຄົນ ໃຫ້ຂໍ້ສັງເກດວ່າ ຕໍ່ໆໄປ ລາວຈະເປັນເຈົ້າພາບ ກອງປະຊຸມ ຣະດັບສາກົນ ຫລາຍກອງປະຊຸມ ໃນແຕ່ລະປີ ພາຍຫລັງ ທີ່ລາວ ມີປະສົພການ ໃນການ ຈັດປະຊຸມ ແລະ ໂຄງຮ່າງຕ່າງໆ ກໍຕຽມພ້ອມ ໝົດແລ້ວ.

ຖ້າວ່າໂອນຣົດໃຫ້ ບັນດາ ເຈົ້າໜ້າທີ່ຣະດັບສູງ ໝົດແລ້ວ ສໍາລັບ ກອງປະຊຸມ ຕໍ່ໆໄປ ຈະເອົາຣົດມາແຕ່ໃສ ອີກ ມາຮັບໃຊ້ແຂກ ຕ່າງປະເທດ.



__________________
Anonymous

Date:
Permalink   
 

ລົດBenzກໍແບ່ງກັນແລ້ວ,ເຮືອນ50ຫລັງຢູ່ຫາດດອນຈັນເດບໍ່ແບ່ງກັນອີກບໍ?

ຄົງລືມແລ້ວນໍສະໃຫມໃສ່ເກີບຕີນລົດຍ່າງຂຶ້ນພູ,ນອນຢູ່ຖໍ້າຊໍາເຫນືອດົມຂີ້ເຈັຽ,

ຈັບປືນໃຫລ່ຍິງກັນຢູ່ປ່າ.ຈັດກອງປະຊຸມຫນ້າກໍຂໍທານອີກ



__________________
Anonymous

Date:
Permalink   
 

ເງິນທີ່ນຳມາຊື້ລົດນັ້ນ ແມ່ນເງິນຊ່ວຍເຫຼືອລ້າຈາກລັດຖະບານ ອົດສະຕາລີ, ສິງກາໂປ ແລະ ຈີນ ເດີ

ບໍ່ແມ່ນຮ່ວງເງິນກູ້ຢືມ. ສ່ວນເງິນກູ້ຢືມທັງໝົດນັ້ນ ແມ່ນເອົາມາປັບປຸງ ແລະ ກໍ່ສ້າງເສັ້ນທາງ ເດີພີ່ນ້ອງ



__________________
Anonymous

Date:
Permalink   
 

ງ່າຍໄວ ບໍ່ພາດ
ເຂົ້າ Google ແລ້ວ ຕີ serylao
 
 
 
ລາຍການມື້ນີ້ 08 11 2012
 
ສຫລອງອູ່ນເຄື່ອງກັບການຈະມາຢ້ຽມຢາມພະມ້າໄທແລະຂເມນຂອງທ່ານໂອບາມາ ປ່ອຍ ໃຫ້ ແກວແດງລາວແດງຮ້ອງໃຫ້
-ປະວັດສາດການເມືອງຫຍໍ້ໆຂອງ ປທ ພະມ້າ
-Popular History of Thailand. by ML Manich Jumsai . Bangkok ບໍ່ບອກປິພີມ ຫ້ນາ135
-ໃນຊ່ວງສມັຍຍຸກອະຍຸທຍາ ພະມ້າ ໄດ້ ເຂົ້າມາຈູດເຜົາ ບ້ານນີ້ເມືອງນີ້ 24(ຊາວສີ່)ເທຶ່ອ
-ປທໄທ ເຂົາ ມີ 30 ບາດ ສ່ວນ ສປປລ ມີ 4 ຈີ ອາແຊມ9 ຊີເກມທີ່25 ແລະຄວາມຝັນກັບຣົດໄຟຄວາມໄວສູງ
-ບັກຫັວຄວາຍບັກສັດບຸນຄົງບໍ່ຍອມເວົ້າສູນສັພທຸກການດັບສູນຣາຊວົງລາວແລະແມ່ນ້ຳຂອງກາຍເປັນສາຍເລືອດ
 
ວັນປະວັດສາດ 9 .11 ທີ່ ເຍີຣະມັນ
-9.11 1918
-9.11.1938
-9.11.1989
-ແຕ່ປິ 1949 ຫາ 1989 ມີຈັກຄົນຖືກຂ້າຕາຍ ຕາມຊາຍແດນ ?
-ກຳແພງແບກແລງ ສ້າງຂື້ນ ໃນວັນທີ່ 13 .8.1961 ເພື່ອຫຍັງ ?
 
-ຍານາງນາຍພົນຄົນງາມPeng Liyuan ແມ່ນໃຜ?
-ຄໍຣັບຊັນ ໃນສັງຄົມຈີນ ເປັນໂຣກ SIDA/AIDS ໄປເສັຍແລ້ວ!
-ຄະນະກົມການເມືອງ ທຸກຄົນເປັນເສດຖິ ຊີແກ້ໄຂແນວໃດ ?
-ຍີ່ງຈີນແດງຮັ່ງມີລ້ຳລວຍ ຍີ່ງຄົນທຸກຍາກບໍ່ມີແນວຈະແດກຫ່າ
-ຂ່າວຈາກ ສປປລ ສູນປົ້ນປີ້ງລາວແດງ
-ນຍ ອົຕຣາລີ ໃຫ້ ທານໂຈນລາວແດງແສນອານາຖາ ແຕ່ເສຶອກຈັດງານອາແຊມ9 ໃນວົງເງີນເກືອບ300ລ້ານ ດລ
-ຍີ່ປູ່ນຫອບພາສີເຂົາ 20ລ້ານ ດລ ມາ ໃຫ້ ເຈົ້າພໍ່ຂໍທານລາວແດງ ອິກ ແລ້ວ ! ລາວທັງໂລກອາຍຕາງເດ!!

Australia funds for maintenance of Hom Neua
Primary School

By Vinnaly

(KPL) Australian Government has given more than 300 million kip to Hom Nuea primary school for maintenance and repair of its roof.

The fund was handed over by Australian Prime Minister, Mrs. Julia Gillard to the school in presence of both sides of high-ranking officials during her attendance to the ASEM9.

The fund has been given to in Hom Nuea primary school thanks to the Australian Government always giving an important to education development in Laos.

Australian Prime Minister Gillard was accompanied by Education Minister Khamphanh Viphavanh to visit Hom Nuea primary school.

Hom Nuea primary school built in 1935, located in Hardsayfong district, Vientiane Capital is now living in bad conditions.

Mrs. Gillard said the education is an important key and offers an opportunity to every people and every nation to permanent success.

Education provides knowledge, ability and skill to human being to meet achievement, target and participation in the society, she said, adding that Australia holds the education as the first priority.

The assistance project on education development in Laos funded by Australian government since 2007 participated to additional rate of school enrolment.

Presently more than 20,000 students finished primary school per year. It expects the primary students will be stood at over 320,000, of whom 150,000 are women in poor districts nationwide.

Director of Hom Nuea Primary School, Mr. Somvang Sithongbay said that so far our school had received maintaining and repairing and he pledged to use effectively this fund for roof maintenance.

----- Original Message ----- ຂ່າວພາຍໃນປະເທດ

ມອບເຄື່ອງຊ່ວຍເຫລືອກຽມພ້ອມຕອບ​ໂຕ້ໄພພິບັດ

(ຂປລ 09 11 201) ຄະນະ​ກຳມະການ​ປ້ອງ​ກັນ​ ​ແລະ ຄວບ​ຄຸມໄພພິບັດ​ແຫ່ງ​ຊາດ ຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫລືອປະ​ເພດພາຫະນະ ແລະ ວັດຖຸອຸປະກອນ ໃຫ້ແກ່ຄະນະກຳມິການ ປ້ອງກັນ ແລະ ຄອບຄຸມໄພພີບັດຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ແຂວງເພື່ອກຽມພ້ອມ ແລະ ຕອບໂຕ້ສຸກເສີນຕໍ່ໄພພິບັດທຳມະຊາດ ທີ່ໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍແມ່ນ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບ​ຄຸມໄພພິບັດ​ແຫ່ງ​ຊາດເປັນຜູ້ມອບ ແລະ ຮັບໂດຍທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ຄະນະກຳມະການປ້ອງກັນ ແລະ ຄວບ​ຄຸມ ໄພພິບັດ​ແຫ່ງ​ຊາດ.

ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2012 ທີ່ສາງຫລັກ 17 ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍມີທ່ານ ພົທ ດວງໃຈ ພິຈິດ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ບັນດາທ່ານຄະນະປະທານ, ຄະນະ ກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຈາກຕ່າງແຂວງເຂົ້າຮ່ວມ.

ໃນໂອກາດນີ້ທ່ານ ສົມມາດ ພົນເສນາ ​ໄດ້ກ່າວວ່າ​: ບັນຫາໄພພິບັດທາງທຳມະຊາດ ແລະ ໄພພິບັດ ທີ່ເກີດຈາກມະນຸດສ້າງຂຶ້ນ ໂດຍສະເພາະ ຍ້ອນສາເຫດເກີດຈາກການປ່ຽນ ແປງ ຂອງສະພາບດິນຟ້າອາກາດ ແມ່ນຍັງສືບຕໍ່ເກີດຂຶ້ນ ແລະ ນັບມື້ນັບຖີ່ເຂົ້າ, ມີຄວາມຮຸນແຮງເພີ່ມຂຶ້ນ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງມະຫາ ສານຕໍ່ຊີວິດ, ຊັບສິນ, ເສດຖະ ກິດ-ສັງຄົມ ແລະ ສິ່ງແວດລ້ອມ ຢູ່ບາງປະເທດທີ່ພັດທະນາ, ກຳລັງພັດທະນາ ແລະ ດ້ອຍພັດທະນາ. ສຳລັບ ສປປ ລາວ ຖືວ່າເປັນປະເທດໜຶ່ງ ຢູ່ໃນຂົງເຂດອາຊີ ທີ່ມີຄວາມ ສ່ຽງສູງຕໍ່ກັບບັນຫາໄພພິບັດ ຊຶ່ງໃນແຕ່ລະປີກໍໄດ້ຮັບຜົນກະທົບ ຈາກເຫດການໄພພິບັດທຳມະຊາດ ເປັນຕົ້ນ: ນ້ຳຖ້ວມ, ແຫ້ງແລ້ງ, ລົມພະຍຸ ແລະ ອື່ນໆ ອັນໄດ້ສົ່ງຜົນກະທົບ ໂດຍກົງຕໍ່ຊີວິດ, ຊັບສິນ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ນອກນີ້ ທ່ານຍັງໃຫ້ຮູ້ອິກວ່າ: ເຄື່ອງຊ່ວຍເຫລືອທັງໝົດນີ້ ແມ່ນມີມູນຄ່າອັນໃຫຍ່ຫລວງ ທີ່ມາຈາກນ້ຳໃຈ ຂອງປະຊາຊົນ ແລະ ລັດຖະບານຍີ່ປຸ່ນ ໄດ້ຊ່ວຍເຫລືອແກ່ລັດຖະບານລາວ ກໍຄື ປະຊາຊົນລາວ, ພ້ອມນີ້ ທ່ານ ສົມມາດ ພົນເສນາ ຍັງ​ໄດ້ຮຽກຮ້ອງມາຍັງບັນດາທ່ານໃນຄະນະ ກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດທຸກຂັ້ນ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ພາຫະນະ ແລະ ອຸປະກອນ ດັ່ງກ່າວ ໃຫ້ຖືກເປົ້າໝາຍ, ມີປະສິດທິ ຜົນ ແລະ ຍາວນານເພື່ອຮັບມືກັບເຫດການໄພພິບັດ ທີ່ອາດຈະເກີດຂຶ້ນ ໃນຕໍ່ໜ້າ./.

Vehicles presented to disaster control committees

By Phommouny

(KPL 09 11 2012) The National Disaster Control and Prevention Committee has presented a US$ 20 million worth of vehicles and equipment   ພາສາລາວບໍ່ບອກຕັວເລກ ມັນອາຍ!! to the central and provincial committee on disaster control and prevention committees to ensure their natural disaster response efforts in Laos.

The package has been procured with a financial grant from the government and people of Japan.

The handover ceremony of the donated package was held on Nov 7 at Dansang village, Saythany district, Vientiane Capital.

The donation was performed by Minister of Public Works and Transport, Mr. Sommat Pholsena, and Office Head of the Ministry of Health, Mr. Nao Boutta in the witness of relevant officials



__________________
Anonymous

Date:
Permalink   
 

ເງິນຂໍທານຫລືກູ້ຢືມກໍຮູ້ໄຊ້ໃຫ້ເປັນປະໂຫຍດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard