ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຕິດເຊື້ອ HIV ເພີ້ມຂື້ນ
Anonymous

Date:
ຄົນລາວຕິດເຊື້ອ HIV ເພີ້ມຂື້ນ
Permalink   
 


ຄົນລາວຕິດເຊື້ອ HIV ເພີ້ມຂື້ນ

F-hiv-workshop.jpg

ຈຳນວນ ຄົນລາວ ທີ່ຕິດເຊື້ອ ໂຣຄ HIV ຊຶ່ງເປັນ ເຊື້ອໂຣຄ ທີ່ພາໃຫ້ ເປັນໂຣຄ ເອດສ໌ ເພີ້ມຂື້ນ ເກືອບ 5,000 ຄົນ ໃນທົ່ວ ປະເທດ. ອີງຕາມ ຣາຍງານ ຂອງສູນຕ້ານ ໂຣກເອດສ໌ ແຫ່ງຊາດ ລາວ.

ດຣ. ຈັນທອນ ຄຳສີບຸນເຮືອງ ຮອງ ຜູ້ອຳນວຍການ ສູນຕ້ານ ໂຣຄເອດສ໌ ກ່າວວ່າ ຄົນລາວ ຕິດເຊື້ອໂຣຄ HIV ຫລາຍຂື້ນ ກໍເພາະວ່າ ພວກເຂົາ ຮ່ວມເພດ ແບບບໍ່ປອດໄພ ຫຼືບໍ່ມີແນວ ປ້ອງກັນ. ອີກສາເຫດນຶ່ງ ຜູ້ຮ່ວມເພດ ດຽວກັນ ແລະ ຜູ້ໃຊ້ເຂັມສັກ ຢາເສພຕິດ ເຂົ້າເສັ້ນເລືອດ ກໍມີ ຄວາມສ່ຽງສູງ ທີ່ຈະຕິດ ເຊື້ອໂຣຄ ອັນຮ້າຍແຮງ ນີ້ໄດ້.

ແຕ່ກ່ອນ ເຈົ້າໜ້າທີ່ ເຊື່ອວ່າ ຄົນງານລາວ ທີ່ໄປເຮັດວຽກ ຢູ່ໄທ ເປັນກຸ່ມຄົນ ທີ່ມີອັດຕຣາ ຕິດເຊື້ອໂຣຄ HIV ສູງ ເພາະເວລາ ກັບຄືນມາ ປະເທດລາວ ພວກເຂົາ ກໍແຜ່ເຊື້ອໂຣຄ ນັ້ນໄປສູ່ ຄົນອື່ນ.

ໃນປັດຈຸບັນ ຢູ່ປະເທດລາວ ເອງ ກໍມີຄົນງານ ຕ່າງດ້າວຫລາຍ ເຈົ້າໜ້າທີ່ ຈຶ່ງບໍ່ສາມາດ ເວົ້າໄດ້ວ່າ ການເພິ້ມຂື້ນ ຂອງຜູ້ຕິດເຊື້ອ ໂຣຄ HIV ໃນຂະນະນີ້ ແມ່ນມາຈາກຄົນ ກຸ່ມໃດກັນແທ້. ດັ່ງເຈົ້າໜ້າທີ່ ສູນ ຕ້ານໂຣຄເອດສ໌ ທີ່ນະຄອນຫລວງ ວຽງຈັນ ທ່ານນຶ່ງເວົ້າວ່າ:

“ດຽວນີ້ບໍ່ຮູ້ ລະຕົວນີ້ ເພາະວ່າດຽວນີ້ ຢູ່ລາວ ມັນກໍມີ ແຮງງານ ຈາກຕ່າງປະເທດ ມາຫລາຍ ເພາະວ່າເຂົາ ມາທຳສວນ ຢາງພາຣາ ກໍມີ ແລະ ກໍມາທຳ ກໍ່ສ້າງ ນີ້ກໍມີຫລາຍ”.

ເຈົ້າໜ້າທີ່ ສູນຕ້ານ ໂຣຄເອດສ໌ ທ່ານນີ້ ອະທິບາຍວ່າ ເຈົ້າໜ້າທີ່ ທາງການລາວ ກໍໄດ້ ເອົາໃຈໃສ່ ໂຄສະນາ ແລະ ຣະດົມ ໃຫ້ກຸ່ມຄົນ ທີ່ມີຄວາມສ່ຽງສູງ ແລະ ປະຊາຊົນ ທົ່ວໆໄປ ໃຫ້ຣະມັດຣະວັງ ປ້ອງກັນໂຕເອງ ໃຫ້ດີ ແຕ່ກໍບໍ່ໄດ້ຜົນ ເພາະ ປັດຈຸບັນ ຢູ່ລາວ ກໍມີຄົນງານ ຕ່າງດ້າວ ແລະ ສະຖານທີ່ ບັນເທີງ ຫລາຍຂື້ນ. ອີກຢ່າງນຶ່ງ ຣັຖບານ ກໍຍັງຂາດເຂີນ ງົບປະມານ ແລະ ໄດ້ຮັບເງິນ ຊ່ວຍເຫລືອ ຈາກຕ່າງປະເທດ ໜ້ອຍ ບໍ່ພຽງພໍ ສຳຣັບ ໂຄສະນາ ຕ້ານການແຜ່ ຣະບາດ ຂອງເຊື້ອໂຣຄ HIV ແລະ ໂຣກເອດສ໌ ຢ່າງມີ ປະສິດທິພາບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard