ຂ້າພະເຈົ້າເປັນອະດີດນັກສຶກສາທີ່ຫລົງຖືກຫລອກຂອງຣັຖະບານຄອມມຸຍນິສລາວໃນຕົ້ນປີ 1976, ສາມ
ເດືອນຫລັງຈາກຍຶດອຳນາດ ວັນທີ 2 ທັນວາ 1975, ທີ່ປະເທດສະຫະພາບ ໂຊຫວຽດ ( CCCP ). ເຣື່ອງ
ມັນກໍມີຢູ່ວ່າ ທາງກະຊວງສຶກສາ ໂດຍແມ່ນ ພູມີ ວົງວິຈິດ ໄດ້ປະກາດເອົານັກສຶກສາທຸກໆສະຖາບັນຜູ້ທີ່
ຈົບ ມ. ຕົ້ນ ຫລື ທຽບເທົ້າ ມ.ປາຍ ປິທີ່ນຶ່ງ ເຖິງປິສຸດທ້າຍ ( Second - Terminal ) ໃນຈຳນວນ 150
ຄົນ. ເມື່ອຂ້າພະເຈົ້າເຫັນປະກາດນີ້ແລ້ວກໍຮີບຟ້າວໄປສມັກພ້ອມກັບໝູ່ທີ່ຮຽນນຳກັນ 6-7 ຄົນ. ຫລັງທີ່
ໄປສມັກໄດ້ອາທິດນຶ່ງຜົນຂອງການສມັກກໍອອກແລະເພິ່ນຕິດອອກທີ່ກະຊວງສຶກສານັ້ນເອງ ຂ້າພະເຈົ້າແລະ
ໝູ່7ຄົນແມ່ນມີຊື່ໝົດ,ແລະທາງກະຊວງກໍໄດ້ບອກວັນແລະເວລາເຂົ້າສເນີຕົວໃນອາທິດຕໍ່ມາ.ຂ້າພະເຈົ້າກໍ
ສຸດທີ່ມີຄວາມພາກພູມໃຈທີ່ໄດ້ມີໂອກາດໄປຮຽນຕ່າງປະເທດ ຊຶ່ງເປັນຄວາມໄຝ່ຝັນຂອງຕົນເອງທີ່ຄາດເອົາ
ໄວ້ຕັ້ງແຕ່ຮຽນຢູ່ ປ.3. ເຣື່ອງຣາວຈະເປັນຢ່າງໃດກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ.
ຜູ້ທີ່ຖືກຫລອກ wrote:ຂ້າພະເຈົ້າເປັນອະດີດນັກສຶກສາທີ່ຫລົງຖືກຫລອກຂອງຣັຖະບານຄອມມຸຍນິສລາວໃນຕົ້ນປີ 1976, ສາມເດືອນຫລັງຈາກຍຶດອຳນາດ ວັນທີ 2 ທັນວາ 1975, ທີ່ປະເທດສະຫະພາບ ໂຊຫວຽດ ( CCCP ). ເຣື່ອງມັນກໍມີຢູ່ວ່າ ທາງກະຊວງສຶກສາ ໂດຍແມ່ນ ພູມີ ວົງວິຈິດ ໄດ້ປະກາດເອົານັກສຶກສາທຸກໆສະຖາບັນຜູ້ທີ່ຈົບ ມ. ຕົ້ນ ຫລື ທຽບເທົ້າ ມ.ປາຍ ປິທີ່ນຶ່ງ ເຖິງປິສຸດທ້າຍ ( Second - Terminal ) ໃນຈຳນວນ 150ຄົນ. ເມື່ອຂ້າພະເຈົ້າເຫັນປະກາດນີ້ແລ້ວກໍຮີບຟ້າວໄປສມັກພ້ອມກັບໝູ່ທີ່ຮຽນນຳກັນ 6-7 ຄົນ. ຫລັງທີ່ໄປສມັກໄດ້ອາທິດນຶ່ງຜົນຂອງການສມັກກໍອອກແລະເພິ່ນຕິດອອກທີ່ກະຊວງສຶກສານັ້ນເອງ ຂ້າພະເຈົ້າແລະໝູ່7ຄົນແມ່ນມີຊື່ໝົດ,ແລະທາງກະຊວງກໍໄດ້ບອກວັນແລະເວລາເຂົ້າສເນີຕົວໃນອາທິດຕໍ່ມາ.ຂ້າພະເຈົ້າກໍສຸດທີ່ມີຄວາມພາກພູມໃຈທີ່ໄດ້ມີໂອກາດໄປຮຽນຕ່າງປະເທດ ຊຶ່ງເປັນຄວາມໄຝ່ຝັນຂອງຕົນເອງທີ່ຄາດເອົາໄວ້ຕັ້ງແຕ່ຮຽນຢູ່ ປ.3. ເຣື່ອງຣາວຈະເປັນຢ່າງໃດກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ.
ອາທິດນຶ່ງຕໍ່ມາກໍໄດ້ເຂົ້າໄປສເນີຕົວຢູ່ທີ່ກະຊວງແລະກໍມີນັກສຶກສາທັງໝົດຄົບ150ຄົນ, ໃນວັນນັ້ນ ທຸກຄົນ
ມີແຕ່ປະກອບໃບເອກະສານສາມສີ່ຢ່າງເຊັ່ນ: ຊິວະປວັດຫຍໍ້, ປວັດການສຶກສາ, ປວັດສຸຂະພາບ ແລະໃບປະ
ຕິຍານຕົນທີ່ຈະຮັບໃຊ້ຊາດຮັບໃຊ້ປະຊາຊົນ. ຫລັງຈາກນັ້ນທາງກະຊວງກໍໃຫ້ວັນແລະເວລານັດໝາຍໃຫ້ເຂົ້າ
ມາກະຊວງອີເທື່ອນຶ່ງເພື່ອພົບກັບທ່ານພູມີ ວົງວິຈິດ ແລະທາງກະຊວງຈະທຳພິທີລ້ຽງສົ່ງກ່ອນເຖິງວັນທີ່ຈະ
ອອກເດີນທາງຢູທີ່ກະຊວງນັ້ນເອງ. ວັນນັ້ນກໍມາເຖິງ ຫລັງຈາກກິນເຂົ້າສາມັກຄີສິ້ນສຸດລົງແລ້ວ ກໍຟັງຄຳ
ໃຫ້ໂອວາດແລະຕັກເຕືອນຂອງທ່ານພູມີວົງວິຈິດ ແລະຫລັງຈາກນັ້ນເພິ່ນກໍປະກາດຊື່ແລະແຈກຢາຍໜັງ
ສືຜ່ານແດນ ( Passport ) ຊຶ່ງມີຊື່ແລະຮູບຂອງຕົນເອງແຕ່ລະຄົນຕິດຢູ່ ຍິ່ງເຮັດໃຫ້ມນຄວາມພາກພູມໃຈ
ແລະເຊື່ອໝັ້ນພັກ-ລັດຢ່າງແຮງກ້າຈົນນ້ຳຕາຊຶມ. ຫລັງຈາກຢາຍໜັງສືຜ່ານແດນໃຫ້ແລ້ວກໍມີພະນັກງານ
ອີກຄົນນຶ່ງອອກມາປະກາດວ່າເພື່ອຄວາມປອດພັຍແລະຫລີກຫລ່ຽງບັນການສູນເສັຍໜັງສືຜ່ານແດນຈຶ່ງ
ໃຫ້ທຸກຄົນເອົາໄປໃຫ້ເພິ່ນເປັນຜູ້ຮັກສາໃຫ້.
ວັນທີ 23 ມິນາ 1976 ເວລາ 14 ໂມງ 30 ກໍບິນອອກຈາກເດີ່ນບີນວັດໄຕ ດ້ວຍເຄື່ອງບິນ ອານ 22 ຂອງ
ໂຊຫວຽດ ແລະ ໄປລົງສນາມບິນຮານອຍ. ມີຣົຖ 66 ຈຳນວນ 7 ຄັນມາຂົນເອົາໄປຫໍພັກແຫ່ງນຶ່ງ ແລະກໍ
ຖືກຕ້ອນຮັບຈາກພະນັກງານຊາວລາວຢູທີ່ຫລພັກນັ້ນເປັນຢ່າງດີ. ຢູ່ທີ່ນັ້ນນານເຖິງ ສອງອາທິດ ແລ້ວກໍມີ
ຄຳສັ່ງໃຫ້ຍ້າຍອອກຈາກທີ່ນັ້ນເພາະຈະມີນັກສຶກສາຫລຸ້ນໃໝ່ຈະມາແທນທີ່, ຣົຖ 66 ກໍມາຂົນເອົາອອກຈາກ
ທີ່ນັ້ນ. ມີນັກສຶກສາຄົນນຶ່ງຖາມວ່າມື້ໃດຈະໄດ້ເດີນທາງໄປໂຊຫວຽດ? ເຂົາຕອບວ່າອີກສອງສາມມື້ເພາະວ່າ
ສນາມບິນທີ່ຈະໄປລົງຢູ່ທີ່ໂຊຫວຽດນັ້ນຫິມມະຕົກໜັກຍົນລົງບໍ່ໄດ້. ຣົຖ 66 ກໍຂົນອອກຈາກຫໍພັກແຫ່ງນັ້ນ
ໄປຕັ້ງແຕ່ 8 ໂມງເຊົ້າ, ຈອດໃຫ້ຂີ້ໃຫ້ຍ່ຽວ 3 ເທື່ອ ແລະກິເຂົ້າທ່ຽງເທື່ອນຶ່ງເທົ່ານັ້ນ.
ປະມານ 18 ໂມງແລງ ກໍເຫັນປ້າຍຄຳຂວັນພາສາລາວທີ່ຂຽນຢູ່ກ້ອງພາສາຫວຽດວ່າ: ມິຕະພາບລາວ-ຫວຽດ
ນາມຈົ່ງໝັ້ນຍືນ ແລະແນມໄປເຫັນປ້າຍອີກປ້າຍນຶ່ງເປັນປ້າຍສີເຫລືອງແລະຂຽນໂຕໜັງສືລາວແລະຫວຽດ
ເປັນສີແດງວ່າ: ປະເທດສາທາລະນະລັດປະຊາທີປະໄຕປະຊາຊົນລາວຍິນດີຕ້ອນຮັບ. ໝົດທຸກຄົນຕ່າງກໍຕົກ
ຕະລຶງແຕ່ກໍຮູ້ດນ່ຢູ່ແລ້ວວ່າກຳລັງກັບເຂົ້າລາວຄືນ ແລະການທີ່ຈະໄດ້ໄປຮຽນຢູ່ສະຫະພາບໂຊຫວຽດແມ່ນພັງ
ທະລາຍແລ້ວ. ເຫດການຈະເປັນຢ່າງໃດກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ.....ຂອບໃຈ.
ປານໜັງເລຶ້ອງໜຶ່ງເລີຍນໍ
ໜ້າສົນໃຈ, ຈະມາຕິດຕາມຕອນຕໍ່ໄປ.
Anonymous wrote:ຜູ້ທີ່ຖືກຫລອກ wrote:ຂ້າພະເຈົ້າເປັນອະດີດນັກສຶກສາທີ່ຫລົງຖືກຫລອກຂອງຣັຖະບານຄອມມຸຍນິສລາວໃນຕົ້ນປີ 1976, ສາມເດືອນຫລັງຈາກຍຶດອຳນາດ ວັນທີ 2 ທັນວາ 1975, ທີ່ປະເທດສະຫະພາບ ໂຊຫວຽດ ( CCCP ). ເຣື່ອງມັນກໍມີຢູ່ວ່າ ທາງກະຊວງສຶກສາ ໂດຍແມ່ນ ພູມີ ວົງວິຈິດ ໄດ້ປະກາດເອົານັກສຶກສາທຸກໆສະຖາບັນຜູ້ທີ່ຈົບ ມ. ຕົ້ນ ຫລື ທຽບເທົ້າ ມ.ປາຍ ປິທີ່ນຶ່ງ ເຖິງປິສຸດທ້າຍ ( Second - Terminal ) ໃນຈຳນວນ 150ຄົນ. ເມື່ອຂ້າພະເຈົ້າເຫັນປະກາດນີ້ແລ້ວກໍຮີບຟ້າວໄປສມັກພ້ອມກັບໝູ່ທີ່ຮຽນນຳກັນ 6-7 ຄົນ. ຫລັງທີ່ໄປສມັກໄດ້ອາທິດນຶ່ງຜົນຂອງການສມັກກໍອອກແລະເພິ່ນຕິດອອກທີ່ກະຊວງສຶກສານັ້ນເອງ ຂ້າພະເຈົ້າແລະໝູ່7ຄົນແມ່ນມີຊື່ໝົດ,ແລະທາງກະຊວງກໍໄດ້ບອກວັນແລະເວລາເຂົ້າສເນີຕົວໃນອາທິດຕໍ່ມາ.ຂ້າພະເຈົ້າກໍສຸດທີ່ມີຄວາມພາກພູມໃຈທີ່ໄດ້ມີໂອກາດໄປຮຽນຕ່າງປະເທດ ຊຶ່ງເປັນຄວາມໄຝ່ຝັນຂອງຕົນເອງທີ່ຄາດເອົາໄວ້ຕັ້ງແຕ່ຮຽນຢູ່ ປ.3. ເຣື່ອງຣາວຈະເປັນຢ່າງໃດກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ. ອາທິດນຶ່ງຕໍ່ມາກໍໄດ້ເຂົ້າໄປສເນີຕົວຢູ່ທີ່ກະຊວງແລະກໍມີນັກສຶກສາທັງໝົດຄົບ150ຄົນ, ໃນວັນນັ້ນ ທຸກຄົນມີແຕ່ປະກອບໃບເອກະສານສາມສີ່ຢ່າງເຊັ່ນ: ຊິວະປວັດຫຍໍ້, ປວັດການສຶກສາ, ປວັດສຸຂະພາບ ແລະໃບປະຕິຍານຕົນທີ່ຈະຮັບໃຊ້ຊາດຮັບໃຊ້ປະຊາຊົນ. ຫລັງຈາກນັ້ນທາງກະຊວງກໍໃຫ້ວັນແລະເວລານັດໝາຍໃຫ້ເຂົ້າມາກະຊວງອີເທື່ອນຶ່ງເພື່ອພົບກັບທ່ານພູມີ ວົງວິຈິດ ແລະທາງກະຊວງຈະທຳພິທີລ້ຽງສົ່ງກ່ອນເຖິງວັນທີ່ຈະອອກເດີນທາງຢູທີ່ກະຊວງນັ້ນເອງ. ວັນນັ້ນກໍມາເຖິງ ຫລັງຈາກກິນເຂົ້າສາມັກຄີສິ້ນສຸດລົງແລ້ວ ກໍຟັງຄຳໃຫ້ໂອວາດແລະຕັກເຕືອນຂອງທ່ານພູມີວົງວິຈິດ ແລະຫລັງຈາກນັ້ນເພິ່ນກໍປະກາດຊື່ແລະແຈກຢາຍໜັງສືຜ່ານແດນ ( Passport ) ຊຶ່ງມີຊື່ແລະຮູບຂອງຕົນເອງແຕ່ລະຄົນຕິດຢູ່ ຍິ່ງເຮັດໃຫ້ມນຄວາມພາກພູມໃຈແລະເຊື່ອໝັ້ນພັກ-ລັດຢ່າງແຮງກ້າຈົນນ້ຳຕາຊຶມ. ຫລັງຈາກຢາຍໜັງສືຜ່ານແດນໃຫ້ແລ້ວກໍມີພະນັກງານອີກຄົນນຶ່ງອອກມາປະກາດວ່າເພື່ອຄວາມປອດພັຍແລະຫລີກຫລ່ຽງບັນການສູນເສັຍໜັງສືຜ່ານແດນຈຶ່ງໃຫ້ທຸກຄົນເອົາໄປໃຫ້ເພິ່ນເປັນຜູ້ຮັກສາໃຫ້. ວັນທີ 23 ມິນາ 1976 ເວລາ 14 ໂມງ 30 ກໍບິນອອກຈາກເດີ່ນບີນວັດໄຕ ດ້ວຍເຄື່ອງບິນ ອານ 22 ຂອງໂຊຫວຽດ ແລະ ໄປລົງສນາມບິນຮານອຍ. ມີຣົຖ 66 ຈຳນວນ 7 ຄັນມາຂົນເອົາໄປຫໍພັກແຫ່ງນຶ່ງ ແລະກໍຖືກຕ້ອນຮັບຈາກພະນັກງານຊາວລາວຢູທີ່ຫລພັກນັ້ນເປັນຢ່າງດີ. ຢູ່ທີ່ນັ້ນນານເຖິງ ສອງອາທິດ ແລ້ວກໍມີຄຳສັ່ງໃຫ້ຍ້າຍອອກຈາກທີ່ນັ້ນເພາະຈະມີນັກສຶກສາຫລຸ້ນໃໝ່ຈະມາແທນທີ່, ຣົຖ 66 ກໍມາຂົນເອົາອອກຈາກທີ່ນັ້ນ. ມີນັກສຶກສາຄົນນຶ່ງຖາມວ່າມື້ໃດຈະໄດ້ເດີນທາງໄປໂຊຫວຽດ? ເຂົາຕອບວ່າອີກສອງສາມມື້ເພາະວ່າສນາມບິນທີ່ຈະໄປລົງຢູ່ທີ່ໂຊຫວຽດນັ້ນຫິມມະຕົກໜັກຍົນລົງບໍ່ໄດ້. ຣົຖ 66 ກໍຂົນອອກຈາກຫໍພັກແຫ່ງນັ້ນໄປຕັ້ງແຕ່ 8 ໂມງເຊົ້າ, ຈອດໃຫ້ຂີ້ໃຫ້ຍ່ຽວ 3 ເທື່ອ ແລະກິເຂົ້າທ່ຽງເທື່ອນຶ່ງເທົ່ານັ້ນ. ປະມານ 18 ໂມງແລງ ກໍເຫັນປ້າຍຄຳຂວັນພາສາລາວທີ່ຂຽນຢູ່ກ້ອງພາສາຫວຽດວ່າ: ມິຕະພາບລາວ-ຫວຽດນາມຈົ່ງໝັ້ນຍືນ ແລະແນມໄປເຫັນປ້າຍອີກປ້າຍນຶ່ງເປັນປ້າຍສີເຫລືອງແລະຂຽນໂຕໜັງສືລາວແລະຫວຽດເປັນສີແດງວ່າ: ປະເທດສາທາລະນະລັດປະຊາທີປະໄຕປະຊາຊົນລາວຍິນດີຕ້ອນຮັບ. ໝົດທຸກຄົນຕ່າງກໍຕົກຕະລຶງແຕ່ກໍຮູ້ດນ່ຢູ່ແລ້ວວ່າກຳລັງກັບເຂົ້າລາວຄືນ ແລະການທີ່ຈະໄດ້ໄປຮຽນຢູ່ສະຫະພາບໂຊຫວຽດແມ່ນພັງທະລາຍແລ້ວ. ເຫດການຈະເປັນຢ່າງໃດກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ.....ຂອບໃຈ.
ເຂົາເອົາລົງຣົຖ ຢູ່ບ້ານແຫ່ງນຶ່ງຫ່າງຈາກຊາຍແດນປະມານ 3 ກິໂລແມດເຄິ່ງເປັນບ້ານທີ່ມີເຮືອນບໍ່ຮອດ 10
ຫລັງຄາເຮືອນ ແລະຊາວບ້ານແຫ່ງນັ້ນເວົ້າພາສາຢາກຄ້າຍໆຄືໄຕດຳແຕ່ຖາມຂະເຈົ້າ ຂະເຈົ້າວ່າບໍ່ແມ່ນໄຕດຳ.
ພັກເຊົາຢູ່ບ້ານນັ້ນຄືນນຶ່ງ ພໍຮຸ່ງເຊົ້າມາກໍມີພະນັກງານ 4 ຄົນວ່າມາແຕ່ເມືອງວຽງໄຊ ນຸ່ງເຄື່ອງໂສ້ງ ເສື້ອ ໝວກແລະເກີບຜ້າໃບ ເປັນວີຄາມແກ່ໝົດທັງຊຸດ ຕ່າງກໍມາກ່າວຄຳປາໄສຜູ້ລະເລັກລະນ້ອຍ ແລະບອກໃຫ້
ມີຄວາມອຸນອຽນ ( ໃນເວລານັ້ນບໍ່ຮູ້ຊ້ຳວ່າຄວາມອຸນອຽນມີຄວາມໝາຍແນວໃດ ) ອົດທົນລໍຖ້າເມື່ອຈົບພາລະ
ໜ້າທີ່ກໍຈະຖືກສົ່ງໄປຮຽນຢູ່ໂຊຫວຽດແນ່ນອນ. ຫລັງຈາກເພິ່ນກ່າວຄຳປາໄສແລ້ວເພິ່ນກໍມາຈັດຈຳນວນຄົນ
150 ຄົນນັ້ນເປັນ 2 ກອງຮ້ອຍ ກອງຮ້ອຍລະ 75 ຄົນ, ແຕ່ລະກອງຮ້ອຍຍັງມາຈັດຕັ້ງອອກມາເປັນໝວດ
ເປັນໝູ່ອີກ.
ມື້ຕໍ່ມາແມ່ນໄດ້ເດີນທາງອອກຈາກບ່ອນພັກເຊົາທີ່ບ້ານນັ້ນ ໂດຍຍ່າງທາງຕີນແລະມຸ້ງໝ້າໄປທາງຕາວັນຕົກ
ສ່ຽງໃຕ້. ປະມານຂ້ອນເຄິ່ງມື້ກໍແມ່ນໄປເຖິງບ້ານນາໄກ ແລະກໍພັກເຊົາຢູ່ທີ່ນັ້ນ ( ນອນແລະກິນນຳເຮືອນປະຊາ
ຊົນ ) ສາມມື້. ມື້ທີ່ສີ່ເຫັນກອງລຳລຽງ ( ຊາວບ້ານພາກັນເວົ້າກັນວ່າກອງລຳລຽງມາຮອດແລ້ວ ) ກໍຂົນເຄື່ອງ
ມາເປັນ 20-30 ຕ່າງມ້າພຸ້ນລະ ( ໃຊ້ມ້າແລະຄົນເປັນພາຫະນະຂົນສົ່ງເພາະເຂດເນັ້ນບໍ່ມີຮອດທາງລົຖແລະຣົຖ
ຍົນໃນສມັຍນັ້ນ ). ເຄື່ອງທີ່ເພິ່ນລຳລຽງມານັ້ນແມ່ນປືນ ເຄື່ອງທະຫານ ຜ້າຫົ່ມ ອູ່ ແລະມຸ້ງ.ກ່ອນຈະນຳເອົາ
ເຄື່ອງມາແຈກຢາຍກໍມີພະນັກງານອອກມາກ່າວຄຳປາໄສຕາມເຄີຍ ແລະຕອນນຶ່ງໄດ້ເວົ້າວ່າ: ພວກສະຫາຍ
ຕ້ອງໄດ້ຮັບໃຊ້ຊາດຮັບໃຊ້ປະຊາຊົນປີກັບຫົກເດືອນກ່ອນຈະຖືກສັບຊ້ອນໄປຮຽນຢູ່ໂຊຫວຽດ ເພາະປັຈຸບັນນີ້
ຊາດແລະປະຊາຊົນຕ້ອງການພວກເຮົາຊາວໜຸ່ມກໍຄືພວກສະຫາຍນີ້ສ້າງຜົນງານເພື່ອນຳໄປສູ່ການເປັນນັກ
ສຶກສາ ນັກຮຽນຮູ້ຂອງຊາດເແລະປະຊາຊົນອັນແທ້ຈິງ. ຫລັງຈາກນັ້ນກໍມີການແຈກຢາຍສິ່ງຂອງເຊັ່ນ
ຊຸດທະຫານຜູ້ລະສອງຊຸດ ( ໂສ້ງ ເສື້ອ ແລະ ເຕື່ອງຊ້ອນໃນ ) ເກີບຄູ່ນຶ່ງແງະໝວກນຶ່ງໃບ, ຜ້າຫົ່ມ ນຶ່ງຜືນ
ອູ່ອັນນຶ່ງ ແງະມຸ້ງນຶ່ງດາງ. ມື້ຕໍ່ມາແມ່ນເອົາປືນມາແຈກຢາຍ ເປັນປືນ AK 47 ໃໝ່ອ່ຽມທີ່ຍັງຢູ່ໃນແກັດ
ແລະເອືອບດ້ວຍນ້ຳມັນກະແລັດຢູ່ ຈົນໄດ້ພາກັນຕົ້ມນ້ຳຮ້ອນລ້າງອອກ. ຫລັງຈາກໄດ້ປືນ( ບໍ່ທັນມີລູກມັນ
ເທື່ອ ) ແລ້ວມື້ຕໍ່ມາກໍມີຄູມາຝຶກໃຫ້ມ້າງແລະປະກອບກ ແລະເຣື່ອງຣາລຈະເປັນຢ່າງໃດໂປຣດຕິດຕາມ
ອ່ານຕໍ່ໄປ.
ອາສັຍພັກເຊົາແລະນອນຢູ່ກັບເຮືອນປະຊາຊົນບ້ານນາໄກປະມານ 4 ອາທິດ ເພິ່ນຈຶ່ງພາຍ້າຍອອກຈາກ
ບ້ານນັ້ນໄປສ້າງຕ້າຍຢູ່ກິນແບບທະຫານໂຕຈິງຊຶ່ງມີການຮຽນວິຊາທະຫານ, ວິຊາສູ້ຣົບ ຕາມແບບແຜນ
ຂອງວິທະຍາການການທະຫານໂດຍກົງ. ຄ້າຍແຫ່ງນີ້ແມ່ນໄກຈາກນາໄກລົງໄປທາງຕາເວັນຕົດສ່ຽງໃຕ້ປະ
ມານ 12 ກິໂລແມັ ແລະ ມີຖີວຖັດສວຍງາມທີ່ສຸດໃນເຂດນັ້ນ. ຫົກເດືອນຜ່ານໄປ ການຝຶກແອບວິຊາທະ
ຫານແມ່ນສຳເຣັດເສັດສິ້ນລົງໄປ ແລະກໍມີການກິລ້ຽງສລອງການຈົບຫລັກສູດການທະຫານຄັ້ງນີ້ ໂດຍມີ
ລຸງສີສວາດ ແກ້ວບຸນຜັນເຂົ້າມາຮ່ວມໃນງານນັ້ນດ້ວຍ. ວັນທີ່ 19 ເດືອນ 10 ປີ 1976 ເປັນວັນທີ່ນັກສຶກ
ສາເຫລົ່ານັ້ນຕ້ອງປະເຊີນໜ້າກັບຄວາມເສົ້າໃຈອີກຄັ້ງນຶ່ງ ເພາະເພື່ອນໆທີ່ເຄີຍຮ່ວມສຸດ ຮ່ວມທຸກ ແລະ
ກິນສຸກກິນດິບມານຳກັນເປັນແວລານານເຖິງເຄິ່ງປີຈະໄດ້ແຕກກັນໄປຕົນລະທິດລະທາງ ເພາະຕ່າງຄົນ
ຕ່າງກໍຖືກສັບຊ້ອນໄປປະຈຳກົມກອງແຕ່ລະເຂດລະແດນ ແຕ່ສ່ວນຫລາຍແມ່ນຖືກສົ່ງລົງມາຊັບຊ້ອນ
ຢູ່ທາງຊຽງຂວາງພີ້ ແລະອີກ 25 ຄົນ ( ພວກໄດ້ໂຕເດັ່ນ ) ແມ່ນໄດ້ໄປປະຈຳການຫລືສັບຊ້ອນທີ່ເມືອງ
ວຽງໄຊໂດຍກົງ.
ຂ້າພະເຈົ້າແລະພັກພວກອີກ 39 ຕົນ ( ຮວມ 40 ຄົນ ) ແມ່ນຖືກເດີນທາງ ຍ່າງແຕ່ເຂດນາໄກລົງມາ
ຮອດເຂດເມືອງພູນແຂວງຊຽງຂວາງ ຊຶ່ງເປັນເຂດກັນດານທີ່ສຸດໃນຣະຍະນັ້ນ. ທັງໝົດ 40 ຄົນໄດ້ສັບ
ຊ້ອນເຂົ້າເປັນທະຫານຢູ່ກອງພັນ 15 ທີ່ບັງຄັບບັນຊາໂດຍ ຜູ້ກອງ (ຜູ້ພັນ) ສີໄຄ ຊຶ່ງເພິ່ນເປັນອະດີດ
ນັກສຶກສາ ວິທະຍາລັຍ (ລີເຊ) ວຽງຈັນ ເພິ່ນເຂົ້າປ່າໄປພ້ອມກັນທ່ານເດືອນ ສູນນະຣາຊ. ຂ້າພະເຈົາໄດ້
ຖືກສັບຊ້ອນເຂົ້າກອງຮ້ອຍກຳລັງໄຟຂອງກອງພັນ ແລະໝູ່ທີ່ມາພອ້ມກັນອີກ 12 ຄົນ. ທັງໝົດ 40 ຄົນ
ແມ່ນຖືກໄປປະຈຳໜ້າທີ່ແຕ່ລະກອງຮ້ອຍຂອງກອງພັນນີ້.
ສະພາບການຢູ່ໃນໂຂງເຂດເມືອງພູນໃນຣະຍະນັ້ນເມ່ນເຕັມໄປດ້ວຍອັນຕຣາຍ, ເປັນສົງຄາມສູ້ກັບມົ້ງວັງ
ປາວ. ມີຄົນຕາຍບໍ່ຂາດແຕ່ລະມື້ ເພາະມົ້ງມາຫລອນຍິງ. ໝູ່ທີ່ໄປພ້ອມກັນກໍເສັຍຊີວິດໄປຕໍ່ເນື່ອງອາທິກ
ລະຄົນສອງຄົນ ຈົນເຮັດໃຫ້ຕົນເອງຄຶດຢູ່ສເມີວ່າມື້ໃດໜໍຈະຖືກຝຽນຂອງຕົນເອງມີແຕ່ພາວັນນາຂໍຢ່າໃຫ້
ເປັນດັ່ງຄິດໄວ້. ກໍນັບວ່າໂຊກດີທີ່ໄປຕົກຢູ່ກອງຮ້ອຍກຳລັງໄຟຂອງກອງພັນ ເພາະກອງຮ້ອຍນີ້ຈະບໍ່ໄດ້ອອກ
ໄປຕະລຸມບອນຫລືອອກແນວໜ້າ ແມ່ນຄນະກອງພັນຢູ່ໃສແມ່ນກອງຮ້ອຍນີ້ຕ້ອງຢູ່ຄຽງຂ້າງກັບກອງພັນ
ເພາະເປັນກອງຮ້ອຍປົກປ້ອງຄນະກອງພັນ.
ມີທ່ານໝໍຄົນນຶ່ງຊຶ່ງເປັນທ່ານໝໍປະຈຳກອງພັນຊື່ວ່າ ທ່ານໝໍບົວສອນ ແລະກໍາເປັນອະດີດນັກສຶກສາລີ
ເຊວຽງຈັນຄືກັນ ເພິ່ນເປັນໄທບ້ານສີຖານເໜືອມາຖືກສະຕາກັບຂ້າພະເຈົ້າຈົນເພິ່ນຖືເປັນນ້ອງຮັກນ້ອງ
ແພງ ແລະເພິ່ນນີ້ເອງທີ່ມັກໃຫ້ກຳລັງໃຈຂ້ພະເຈົ້າມາຕຣອດ. ເລົ້າເຣື່ອງສະພາບການແມ່ນອັນຕຣາຍຂຶ້ນ
ວັນແລະທຸກທິດ ທະຫານເກົ່າແລະໃໝ່ແມ່ນຖືກຍິງຕາຍໄປຢູ່ບໍ່ຂາດ, ຜູ້ຮອງຄນະກອງພັນກໍຖືກມົ້ງຍິງ
ຕາຍຄາທ່າອາຍນ້ຳທັງປ້ອງກັນແລະນາຍພ້ອມກັນເລີຍ. ຢູ່ມາຄນະກອງຮ້ອຍຕະລູມບອນກໍຖືກຍິງເຂົ້າ
ໜ້າແດ່ນນັ້ນໂລດໃນເວລາທີ່ຜູ້ກ່ຽວນັ່ງຂີ້ຢູ່ຕູບຂີ້. ມົ້ງມັນຂອບມາເທື່ອລະສອງສາມຄົນເທົ່ານັ້ນ ມັນມັກ
ຈະມາຕອນກິນເຂົ້າ ເປັນສ່ວນມາກ ແລະມັນເອົາບັກຄນະໝວດຂື້ນໄປໂລດ.
ຍັງມີຕໍ່ ໂປຣດຕິຕາມອ່ານຕໍ່
A
ຄັກຫຼາຍ ຢາລືມມາເຫຼົ່າຕໍ່ເດີ້
(ຕໍ່ຈາກຕອນຜ່ານມາ)
ກອງພັນ 15 ເປັນກອງພັນທີ່ເຂັ້ມແຂງກອງພັນນຶ່ງກອງກອງທັບເປັນກາງຮັກຊາດ ແລະປະກອບດ້ວຍ
3 ກອງຮ້ອຍຄື: 65-75 ແລະ 85, ກອງຮ້ອຍ 65 ເປັນກອງຮ້ອຍທີ່ອອກໄປຈູ່ໂຈມແລະພັກດັນສັຕູໃຫ້
ໄປອອກໄກຈາກຖານທີ່ຕັ້ງຂອງກອງພັນ, ກອງຮ້ອຍ 75 ເປັນກອງກະລັງໜູນຫລັງຂອງກອງຮ້ອຍ 65
ແລະເປັນກອງຮ້ອຍລາຕະເວນອ້ອມແອ້ມຖານທັບໃນເຂດວົງຣັສມີ 10 ກິໂລແມັດ ມົນທົນ. ສ່ວນກອງ
ຮ້ອຍ 85 ນັ້ນ ເປັນກອງຮ້ອຍປະຈຳທີ່ ເພື່ອປົກປ້ອງທີ່ໝັ້ນແລະຖານທີ່ຕັ້ງຂອງຄນະກອງພັນ ແລະພ້ອມ
ເປັນກຳລັງໄຟຂອງກອງພັນ ຊຶ່ງມີປືນໃຫຍ່ ຢູ່ 3 ກະບອກຄື: 105ມມ ປືນຄົກ 81 ແລະ 80 ແນວລະກະ
ບອກ. ກອງຮ້ອຍ 85 ນີ້ກໍໄດ້ອອກໄປລາຕະເວນແຕ່ລະມື້ລະຄືນກັນແຕ່ບໍ່ໄດ້ໄປໄກ ທາງທີ່ໄກກໍບໍ່ເກີນ 3
ກິໄລແມັດຫ່າງຈາກຖານທັບ, ໝວດທີ່ຂ້າພະເຈົ້າສັງກັດຢູ່ນັ້ນກໍຖືກຝຽນອອກໄປລາຕະເວນທັງກາງເວັນ
ແລະກາງຄືນເມືອນກັນ.
ມົ້ງມາປັກປ້າຍທີ່ຂຽນຂໍ້ຄວາມວ່າ: ສະຫາຍອ້າຍນ້ອງລູກແຫລ້ງຄີນມືແກວ ແນວລາວຂາຍຊາດ ໃນວັນທີ
2 ທັນວາຈະມາເຖິງນີ້ ພວກເຮົາເຈົ້າຟ້າຈະມາສລອງວັນສ້າງຕັ້ງປະເທດລາວຄອມມຸຍນີສນຳພວກສະຫາຍ
ເດີ້ ຢ່າລືມຕ້ອນຮັບພວກເຮົາເປັນຢ່າງດີເດີ້. ຈາກ ເຈົ້າຟ້າຜາງູ. ໃນວັນທີ 2 ທັນວາ 1976 ເບິ່ງພວກມົ້ງ
ມາຖລົ່ມກອງບັນຊາການກອງພັນຕັ້ງແຕ່ 5 ໂມງເຊົ້າ, ການົງ 57 ຂອງມົ້ງໂຍນໃສ່ປືນຄົກ 81 ຢູ່ຄ້າຍຂອງ
ກອງຮ້ອຍ 85 ຫ່າງໄກຈາກຂຸມຄອງຂອງຂ້າພະເຈົ້າປະມານ 10 ແມັດ ອ້າຍກ້ວນ ນາຍໝວດໆ ຂອງຂ້າພະ
ເຈົ້າຖືກສະເກັດ 75 ເຂົ້າໂຕຄໍຫອຍນັ້ນແລະກໍລົ້ມຝຸບລົງຂ້າງຂ້າພະເຈົ້າ. ຂ້າພະເຈົ້າກໍສີກເອົາຜ້າກັນເລືອດ
ອອກມາພັນປາກບາດໃຫ້ ແຕ່ກໍໜ້າເສັຍໃຈທີ່ບໍ່ສາມາດຊ່ວຍຊີວິດຂອງເພິ່ນໄວ້ໄດ້ ເພິ່ນເສັຍຊີວິດໃນມືຂອງ
ຂ້າພະເຈົ້າພານໃນ 5 ນາທີຕໍ່ມາ. ມົ້ງມາຕີໃນວັນຄົບຮອລ 1 ປີ ສ້າງຕັ້ງ ສປປລ ຕັ້ງແຕ່ 5 ໂມງເຊົ້າຈົນ
ເຖິງ 3 ໂມງແລງແມ່ນເງີຍຫົວເງີຍຄໍບໍ່ໄດ້. ຫລັງຈາກນັ້ນກໍອອກໄປສຳຣວດພື້ນທີ່ ແຕ່ບໍ່ພົບມົ້ໃປະຊາກສົບ
ເອົາໄວ້ ເຫັນແຕ່ຮອຍເລືອດແລະຮອຍແກ່ກັນໄປ. ທາງຝ່າຍອ້າຍນ້ອງເສັຍຊີວິດໃນມື້ນັ້ນລວມທັງໝົດ 8
ແລະບາດເຈັບ 13 ສາຫັດ 4 . ພວກມົ້ງຕີເສິກເກ່ງຫລາຍທີ່ສຸດ ຖ້າວ່າເປັນຄືສມັຍກ່ອນທີ່ເຂົາມີທັງປືນ
ໃຫຍ່ ເຮືອບິນ ແລະຣົຖຖັງ ແມ່ນໝຸ່ນໃຫ້ເຂົາ.
ເດືອນນຶ່ງຜ່ານໄປ ມີ ທະຫານຝ່າຍກອງທັບແຫ່ງຊາດຂອງຣາຊະອານາຈັກທີ່ສຳເຣັດສັມະນາທີ່ບ້ານບ້ານຈຽງ
ເມືອງວັງວຽງຳກ້ອາສາສມັກໄປສົມທົບກັບກອງພັນທີ່ 15 ທີ່ເມືອງພູນ ແລະໄດ້ເປີດບັ້ນຣົບກວາດລ້າງເຈົ້າ
ຟ້າ ເຂົ້າໄປຕີບ້ານຜາແຄະ ຜາງູ ພູວຽງ ແລະພູເບັ້ຍ ຊຶ່ງເປັນຖານທີ່ໝັ້ນອັນແຂງແກ່ນຂອງເຈົ້າຟ້າໃນຣະ
ຍະນັ້ນ. ບັ້ນຣົບນີ້ໃຊ້ເວລາຢູ່ 2 ເດືອນ ສາມາດຍຶດຈຸດທີ່ໝັ້ນຂອງເຈົ້າຟ້າໄດ້ຫລາຍຈຸດ ແລະໄດ້ປະຊາຊົນ
ຊາວມົ້ງແລະຊາວເຂົາຕ່າງໆຫລາຍສິບຄອບຄົວ ແລະທາງການເພິ່ນກໍສົ່ງຄອບຄົວປະຊາຊົນເຫລົ່ານັ້ນໄປທີ່
ເມືອງວັງວຽງ.
ກະຣຸນາອ່ານຕໍ່ໃນຄອນຕໍ່ໄປ.
ຊາວມົ້ງ ທີ່ຢູ່ 20 ກວ່າໝູ່ບ້ານອ້ອມແອ້ມເມືອງພູນແມ່ນຫລົບໜີໄປເຕົ້າກັນຢູ່ຜາງູ ພູກອງເຂົ້າ ພູວຽງ
ແລະພູເບັ້ຍ ຊຶ່ງສະຖານທີ່ເຫລົ່ານັ້ນເປັນສູນທີ່ໝັ້ນຂອງເຂົາ. ສັດສາວາສິ່ງເຊັ່ວ ມ້າ ງົວ ຄວາຍ ແບ້ ແກະ
ແລະໝູໝາເປັດໄກ່ແມ່ນແຕກເປັນຝູງໆຢູ່ຕາມກາງບ້ານແລະທ້ອງມົ່ງນາຕາມສະຕາກັມຂອງເຂົາ ເພາະ
ບໍ່ມີຄົນດູແລ. ຊາວມົ້ງໄດ້ປະຖີ້ມເຮືອນຊານບ້ານຊ່ອງ ຮົ້ວສວນໄຮ່ນາ ແລະ ສັດສາວາສິ່ງຂອງພວກເຂົາ
ໄປ, ປະຊາຊົນທີ່ຍັງຢູ່ກໍມີແຕ່ລາວກາງແລະລາວຫລຸ່ມແລະກໍເຂົ້າຮ່ວມມືກັບຝ່າຍອ້າຍນ້ອງຄີກັບພວກມົ້ງ,
ສ່ວນຫລາຍປະຊາຊົນລາວຫລຸ່ມກໍຖືກມົ້ງຍິງຕາຍເກືອບບໍ່ເວັ້ນແຕ່ລະວັນເພາະໄປລັກຕ້ອນເອົາສັດລ້ຽງ
ເຂົາ. ພວກມົ້ງມາຈອບມາຍາມບ້ານເຂົາເກືອບທຸກໆວັນ ພວກເຂົາກໍເກ່ງພໍແລ້ວທີ່ບໍ່ຍອມຈຳນົນງ່າຍໆ
ແລະພວກເຂົາກໍລັກສກັດຍິງທະຫານອ້າຍນ້ອງຕາຍບໍ່ຂາດແຕ່ລະວັນ ພວກມົ້ງເປັນຝ່າຍໄດ້ປຽບກ່ອນ
ເພາະພວກເຂົ້າຢູ່ທີ່ມືດ ແລະພວກອ້ານນ້ອງຢູ່ທີ່ແຈ້ງ. ພວກທະຫານເກົ່າຝ່າຍວຽງຈັນ (ທະຫານສັມະນາ)
ທີ່ໄປເປັນກອງໜູນນັ້ນຍັງນຸ່ງເຄື່ອງທະຫານຝ່າຍວຽງຈັນເຕັມຊຸດ ຕ່າງແຕ່ທຸກຄົນຕ້ອງໃສ່ໝວກແງັບ
ຂອງທະຫານອ້າຍນ້ອງ ນອກຈາກເຄື່ອງແບບທະຫານເກົ່າຝ່າຍວຽງຈັນແລ້ວ ຍັງປະກອບອາວຸດຂອງ
ຝ່າຍວຽງຈັນອີກ ເຊັ່ນ ປືນ M.16 M.79 canon 57 ແລະ ປືນຄົກ 60. ພວກມົ້ງຈະບໍ່ປະທະກັບພວກ
ທະຫານສັມະນາພວກນີ້ ເພາະທະຫານສັມະນາພວກນີ້ໄປທາງໃດບໍ່ເຄີຍມີສຽງປືນແຕກ ແລະກໍເຂົ້າຍຶດ
ບ້ານມົ້ງຢ່າງສບາຍ. ໄດ້ຍິນສຽງປືນຂອງພວກທະຫານສັມະນາກໍແຕ່ຕອນພວກເຂົາໄປລັກຍິງເອົາງົວ
ເອົາຄວາຍມົ້ງມາກິນ ຈົນມົ້ງອົດບໍ່ໄດ້ກໍຍິງທະຫານສັມະນາກຸ່ມນັ້ນຕາຍ 4-5 ຄົນແລະບາດເຈັບອີກເປັນ
10 ແລະໄດ້ຍິນຄຳບອກເຫລົ່າຂອງທະຫານສັມະມາປູ່ບາດເຈັບວ່າ ພວກມົ້ງເວົ້າໃຫ້ດັ່ງນີ້: ສະຫາເອິຍ
ແຕ່ກ່ອງ ພວກຮາ ຕີສະຕູດຽງກັງ ມາບັກນີ້ ພວກຮາມາຂ້າກັງເອ ຮາບໍ່ຢ້າຂ້າສະຫາແຕ້ໆ ແຕ່ ຮາບໍ່ມະ
ໝວກແງະແນລາວທີ່ສະຫາເສີ່ ຮາ ຊາໝວກແງະທີ່ສຸ ແລະສະຫາມາລະສະເຮົາ (ຂຽນຕາມມົ້ງເວົ້າລາວ).
ທີ້່ຈິງແລ້ວພາສາລາວກໍເວົ້າດັ່ງນີ້: ສະຫາຍເອີຍ ແຕ່ກ່ອນພວກເຮົາຕີສັຕູໂຕດຽວກັນ ມາບັດນີ້ພວກເຮົາ
ມາຂ້າກັນເອງ ເຮົສບໍ່ຢາກຂ້າສະຫາຍແທ້ໆ ແຕ່ເຮົາບໍ່ມັກໝວກແງັບແນວລາວທີ່ສະຫາຍໃສ່ ເຮົາຊັງ
ໝວກແງັບທີ່ສຸດ ແລະສະຫາຍມາລັກສັດເຮົາ.
ທາງຂົັ້ນເທິງໄດ້ລັ່ງລົງມາໃຫ້ຣະງັບການໄປລັກຍິງສັດສາວາສິ່ງຂອງມົ້ງມາກິນ ເພາະເມື່ອກ່ອນທີ່ທະຫານ
ສັມະນາມາສົມທົບນັ້ນບໍ່ມີໃຜໄປແຕະຕ້ອງສັດລ້າງຂອງມົ້ງເຫລົ່ານັ້ນ. ບາດພວກທະຫານສັມະນາມາ ປັດ
ໂທເອີຍ ເສືອຫິວທັງນັ້ນ ກ່ອນຕຳສັ່ງຂັ້ນເທິງຈະລົງມາເຖິງ ງົວຄວາຍຕາຍເປັນຮ້ອຍແລ້ວ ບໍ່ນັບແບ້ແລະ
ແກະ.
(ໂປຣດຕິດຕາມອ່ານໃນຕອນຕໍ່ໄປ)c3qn6
ຈະເຂົ້າມາຕິດຕາມອ່ານຕອນຕໍ່ໄປ.
(ຕໍ່ຈາກຕອນທີ່ຜ່ານມາ)
ສີ່ເດືອນຜ່ານມານັບຕັ້ງແຕ່ອອກຈາກຄ້າຍຝຶກວິຊາທະຫານທີ່ນາໄກ ກໍບໍ່ໄດ້ຂ່າວຄາວຈາກໝູເພື່ອນນັກສຶກ
ສາທີ່ໄດ້ສັບຊ້ອນໄປປະຕິບັດໝ້າທີ່ຢູ່ກົມກອງແຫ່ງອື່ນໃນຈຳນວນ 110 ຄົນນັ້ນ. ໃນວັນທີ 20 ເດືອນ 2
ທ່ານເດືອນ ສູນນະຣາຊໄດ້ໄປຢ້ຽມຢາມພ້ອມດ້ວຍຄນະສິລະປະວັນນະຄະດີກອງທັບເປັນກາງຮັກຊາດທີ່
ຖານທີ່ໝັ້ນຂອງກອງພັນນັ້ນເອງ. ມີການກິນເຂົ້າສາມັກຄີ ແລະຟັງຄຳໂອວາດຂອງທ່ານເດືອນ ແລະເພິ່ນ
ກໍເນັ້ນໜັກໃສ່ເຫລົ່າທະຫານທີ່ເປັນນັກສຶກສາທີ່ຈະໄປຮຽນຢູ ໂຊຫວຽດນັ້ນໃຫ້ມີຈິດໃຈອົດທົນ ເຊື່ອໝັ້ນຕໍ່
ການນຳພາຂອງພັກແລະລັດ. ຫລັງຈາກເພິ່ນກ່າວໂອວາດສິ້ນສຸດລົງເພິ່ນກໍປະກາດອອກສ່າຖ້າໃຜມີບັຫາ
ຫລືຂໍ້ຂ້ອງໃຈຢາກຖາມໃຫ້ຊີ້ມືຂື້ນ ແລ້ວເພິ່ນຈະອອກໄປແຕ່ລະຄົນເພື່ືອສເນີຄຳຖາມ, ກໍມີປະມານ 4-5
ຄົນອອກໄປກ່ອນ ແລະກໍລ້ວນແລ້ວແຕ່ທະຫານນັກສຶກສາທັງນັ້ນແຕ່ບໍ່ມີໃຜຕັ້ງຄຳຖາມທີ່ຂ້າພະເຈົ້າຢາກ
ຈະຖາມ ຂ້າພະເຈົ້າຈຶ່ງຍົກມືຂຶ້ນ. ຄຳຖາມຂອງຂ້າພະເຈົ້າກໍມີຢູ່ວ່າ:
- ດ້ວຍເຫດທ່ານພູມີ ວົງວິຈິດ ຣັຖະມົນຕຣີກະຊວງສຶກສາທິການຈຶ່ງອອກຫົວຄິດມາຕົວະຍົວະພວກນ້ອງ
ນັກສຶກສາ ແບບໃຊ້ແຜນການວ່າຮັບສມັກນັກສຶກສາໄປຮຽນທີ່ສະຫະພາບໂຊຫວຽດ? ເປັນຫຍັງຈຶ່ງມີການ
ຕົວະຍົວະຫລອກລວງຢູ່ໃນວົງການຂອງການປະຕິວັດ ຖ້າເປັນເຊັ່ນນີ້ແລ້ວຈະມີສິ່ງໃດຈະມາເປັນສິ່ງທີ່ຄ້ຳປະ
ກັນຂອງໂຊກຊະຕາກັມຂອງເຫລົ່ານັກສຶກສາຜູ້ທີ່ຈະເປັນພະລັງຂອງການພັທະນາປະເທດຊາດໃຫ້ໄປເຖິງຈຸດ
ໝາຍຂອງສັງຄົມນິຍົມ? ພວກນ້ອງນັກສຶກສາບໍ່ໄດ້ສມັກເປັນທະຫານມາຕີກັບແມ້ວຢູ່ນີ້ ພວກນ້ອງສມັກ
ໄປຮຽນຢູ່ໂຊຫວຽດຕ່າງຫາກ ແລະປະຊາຊົນຢູ່ນະຄອນຫລວງວຽງຈັນແລະຕົວເມືອງໃຫຍ່ອື່ນໆ ແມ່ນບໍ່ຮູ້ເລີຍ
ວ່າ ຍັງມີສົງຄາມຂ້າຟັນລັ່ນແທງກັນຢູ່ໃນໂຂງເຂດໃດໂຂງເຂດນຶ່ງພາຍໃນປະເທດ ປະຊາຊົນລາວເຫລົ່ານັ້ນ
ຮູ້ແຕ່ວ່າສົງຄາມໃນປະເທດລາວເຮົາໄດ້ສິ້ນສຸດລົງແລ້ວ.
ທ່ານເດືອນ ສູນນະຣາຊຕອບວ່າ: ເຮົາຂໍເອົາຄຳຖາມຂອງສະຫາຍນຳຂຶ້ນໄປຖາມຂັ້ນເທິງແລ້ວຈະສົ່ງຄຳຕອບ
ມາໃຫ້ຕາມພາຍຫລັງ ເພາະກໍຣະນີນີ້ເປັນກໍຣະນີທີ່ທາງກະຊວງສຶກສາເປັນຜູ້ສ້າງຂຶ້ນ ເຮົາໃຫ້ຄຳຕອບບໍ່ໄດ້.
ທະຫານເປັນກອງພັນຕ່າງກໍສົ່ງສາຍຕາຈ້ອງມອງມາຫາຕົນເອງໃນຄນະທີ່ກຳລັງຍ່າງລົງຈາກຮ້ານສິລະປະວັນ
ນະຄະດີ.ຕາມທີ່ຂ້າພະເຈົ້າສັງເກດເບິ່ງສາຍຕາຂອງຜູ້ທີ່ແນມເບິ່ງຂ້າພະເຈົ້ານັ້ນແມ່ນຢູ່ໃນເຊີງທີ່ເປັນຮ່ວງ
ຫລາຍກ່ວາຈະເປັນຢ່າງອື່ນ.
(ໂປຣດຕິດຕາມອ່ານໃນຕອນຕໍ່ໄປ)
http://www.youtube.com/watch?v=mJHerGolvR0&feature=player_embedded
ສອງອາທິດຜ່ານໄປຫລັງຈາກສີລະປະວັນນະຄະດີພ້ອມດ້້ວຍທ່ານເດືອນມາຢ້ຽວຢາມ, ສະຖານະການກໍຍັງ
ຢູ່ແບບເຄັ່ງຕຶງເໝືອນເດີມ ເພາະເຈົ້າຟ້າເຂົາກໍບໍ່ມີທ່າທີວ່າຈະຍອມຈຳນົນ ພວກເຂົາສູ້ຕາຍເພື່ອປົກປ້ອງ
ເຄຫາສະຖານແລະດິນດອນຕ່ອນຫຍ້າຂອງເຂົາ ມັນກໍເປັນກິຈຂອງມະນຸດຢູ່ແລ້ວ. ຈະບໍ່ໃຫ້ພວກເຂົາສູ້
ຕາຍຈັ່ງໃດ ເພາະຄວາມໂຫດຫ້ຽມຂອງທະຫານອ້າຍນ້ອງເຮັດກັບເຂົາແບບໄຮ້ມະນຸສທັມທີ່ສຸດ. ຂ້າພະເຈົ້າ
ສາມາດເວົ້າອອກມາໄດ້ເຖິງຄວາມໂຫດຮ້າຍຂອງທະຫານອ້າຍນ້ອງທີ່ເຮັດກັບພວກມົ້ງ ທັ່ໆທີ່ຂ້າພະເຈົ້າກໍ
ຢູ່ກັບຝ່າຍອ້າຍນ້ອງໃນເວລານັ້ນ. ເຂົ້າບ້ານໃດແມ່ນປະຕິບັດ 3 ກ້ຽງໂລດ: ຂ້າໃຫ້ກ້ຽງ-ເຜົາໃຫ້ກ້ຽງ ແລະ
ກວາດລ້າງໃຫ້ກ້ຽງ. ບໍ່ເຜົາແຕ່ບ້ານເທົ່ານັ້ນ ເຜົາຮອດເຂົ້າຢູ່ທົ່ງນາແລະໄຮ່ທີ່ກຳລັງພວມເກັບກ່ຽວຂອງ
ຂອງມົ້ງຖີ້ມຈົນກ້ຽງ ແລະຍິ່ງໄປກ່ວານັ້ນຍັງໃຊ້ເຄື່ອງບິນຫວ່ານຢາຜິດລົງໄປຕາມປ່າດົງພົງໄພທີ່ເຂົາເອີ້ນ
ກັບວ່າ ຝົນເຫລືອງ ນັ້ນເອງ. ສານເຄມີຢາເບື່ອສນິດນີ້ຈະຊຶມແລະໄຫລໄປແຕ່ລະຮ່ອງຫ້ວຍເມ່ືອຝົນຕົກ
ລົງມາ ຖ້າຄົນໃຊ້ນ້ຳມາບໍຣິໂພກ ກໍຈະປ່ວຍແລະຕາຍພາຍໃນ 4 ອາທິດ ແລະ ສານເຄມີເຫລົ່ານັ້ນບາງ
ສ່ວນແມ່ນເກີດເປັນເຫັດທີ່ມີຮູບພັນແລະກິ່ນຫອມແບບເຫັດປວກເຫັດຕາບນັ້ນລໍ່ມີຜິດ, ຖ້າແມ່ນຄົນ
ກິນກໍຈະກາຍເປັນເຫັດເບື່ອທັນທີ. ສານເຄມີຢາເບືອຫລືຝົນເຫລືອງເຫລົ່ານັ້ນເປັນຜລິຕະພັນຂອງໂຊ
ຫວຽດ. ກໍມີຂ່າວຢູວ່າມົ້ງຕາຍຍ້ອນກິນເຫັດເຫລົ່ານັ້ນແລະລົ້ມປ່ວຍລົງຍ້ອນໃຊ້ນ້ຳຕາມຮ່ອງຫ້ວຍຕ່າງໆ.
ແຕ່ສິ່ງເຫລົ່ານັ້ນບໍ່ໄດ້ຢຸດຢັ້ງຂອງການໂຕ້ຕອບການດັກສກັດແລະຫລອນບຸກໂຈມຕີແບບສາຍຟ້າແລບ
ແບບຍິງ2-3ຄົນຕາຍແລ້ວເຂົາກໍປົບໜີ. ມີຄັ້ງນຶ່ງປະມານ 6 ໂມງແລງ ເປັນເວລາກິນເຂົ້າ ມົ້ງຫລອນ
ເຂົ້າມາແກະຣະເບີດໃສ່ສອງລູກພ້ອມກັນ ຕາຍ 2 ເຈັບ 4, ນຶ່ງໃນ 2 ຄົນທີ່ຕາຍນັ້ນ ເປັນນັກສຶກສາທີ່ມາ
ດ້ວຍກັນ ຊື່ ຫົງທອງ ໄທເມືອງໂພນໂຮງ ແລະກໍຮຽນຈົບຈາກວິທະຍາລັຍຟ້າງຸ່ມໂພນໂຮງ. ໃນເວລສນັ້ນ
ຂ້າພະເຈົ້າບໍ່ໄດ້ອອກໄປກິນເຂົ້າແລງພ້ອມໝູ່ເພາະເປັນໄຂ້ ນອນຢູ່ຂຸມນອນ ຖ້າບໍ່ເປັນໄຂ້ ບາງທີບໍ່ຕາຍ
ກໍເຈັບເພາະຕົນເອງມັກຈະໄປເປັນຄູ່ກັບໝໍຫົງທອງນັ້ນສເມີ. ທີ່ຈິງແລ້ວຕົນເອງບໍ່ເຄີຍຄິຈະຂ້າໃຜ ເມື່ອ
ເວລາພວກມົ້ງມາໂຈມຕີຄ້າຍແມ່ນນອນໝູບຫົວຕິດພື້ນຂຸມຄອງລູກດຽວ ແລະກໍຍໍມືນົບອະຖິຖານຂໍ
ຢ່າໃຫ້ມົ້ງໂດດເຂົ້າມາຂຸມຄອງບ່ອນທີ່ຕົນເອງຢູ່ນີ້.
ມື້ນຶ່ງຖືກຝຽນຂຶ້ນໄປດັກສກັດຢູ່ເທິງພູໜ່ວຍນຶ່ງທີ່ຫ່າງໄກຈາກຄ້າຍປະມານກິໂລແມັດເຄິ່ງ, ໂຕເອງເປັນ
ຜູ້ອອກໜ້າໝູ່ ແລະໝູ່ທະຫານອີກ 3 ຄົນຍ່າງນຳຫລັງຕາມກັນຂຶ້ນມາ. ປະມານ 50-60 ແມັດຈະເຖິງ
ສັນພູຫລືຈຸດທີ່ດັກສກັດ, ແຖບນັ້ນເປັນຄະຫລິ່ງຊັນແດ່ໜ້ອຍນຶ່ງ ກໍຄ່ອຍໆບືນຂຶ້ນແລະກໍກວດກາເບິ່ງຣະ
ເບີດຫລືລູກມິນ ມັນເປັນໜ້າທີ່ຂອງຜູ້ອອກລ້ຳໜ້າຢູ່ແລ້ວ ແລະໝູ່ຜູ້ຕາມຫລັງກໍຈະຢູ່ຫ່າງກັນຄົນລະປະ
ມານ 5-6 ແມັດ. ຕອນເຊົ້າວັນນັ້ນມີໝອກປົກຄຸມຢູ່ໃນບໍຣິເວນຈອມພູໜ່ວຍນັ້ນ ແລະນ້ຳໝອກທີ່ປູຍ
ລົງມາເປັນນ້ຳຄ້າງຢູ່ບົນໃບໄມເແຫ້ງແລະຊຶມລົງໃສ່ໜ້າດິນຈຶ່ງເຮັດໃຫ້ມີຄວາມລຳບາກໃນການປິນຕາຫລິ່ງ
ຊັນ, ໃນທັນໃດນັ້ນມີງູເຫລືອມໂຕມັນໃຫຍ່ຮາວບີແຂ່ງນີ້ລະ ມັນເອົາຫາງຂອດແລະກອດງ່າໄມ້ໄວ້ ແລ້ວກໍ
ເອົາຫົວແລະບຳຄີງຂອງມັນໂຢດລົງມາທັບຄົນເອງ ແລະຂ້າພະເຈົ້າກໍຫງາຍທ້ອງປ່າງງ່າງລົງກັບບາດ ພ້ອມ
ກັບໄດ້ຍິນສຽງປືນແຕກແລະສຽງກະສຸນປືນບິນຂ້າມຕົນເອງດັງວຶດໆແມ່ນໃກ້ຕົວໂຕເອງທີ່ສຸດ. ງູເຫລືອມ
ໂຕນັ້ນຫລົ່ນລົງມາທັບຮ່າງຂອງຄົນເອງແລະກໍບໍ່ເໜັງບໍ່ຕິງ, ພວກຍ່າງຕາມຂຶ້ນມານຳຫລັງກໍຕີວົງອອກ
ແລະຍິງໂຕ້ຕອບຄືນໄປທີ່ຈຸດສຽງປືນແຕກອອກມານັ້ນ. ມີທະຫານຄົນນຶ່ງຄານຂ້ຶນມາພ້ອມກັບຮຽກຊື່ຂ້າ
ພະເຈົ້າແລະຖາມວ່າປອດພັຍບໍ່? ດ້ວຍຄວາມກົວແລະຕົກໃຈໂຕຈົນສັ່ນເລີຍບໍ່ຮູ້ຈະຕອບໝູເລີຍມິດເອົາ
ຢູ່ຊື່ໆ. ທະຫານຄົນນັ້ນມາແກ່ຂາຂ້າພະເຈົ້າລົງໄປ ແລະມືຂອງຜູ້ກ່ຽວໄປຖືກເລືອດແລະຜູ້ກ່ຽວກໍຕະໂກນ
ບອກສອງຄົນນັ້ນວ່າ ຂ້າພະເຈົ້າຖືກຍິງ, ແລະສອງຄົນນັ້ນຮ້ອງຖາມວ່າສາຫັດສ່ຳໃດ? ທະຫານຄົນນັ້ນຕອບ
ໄປວ່າ ຍັງບໍ່ຮູ້ເພາະໝໍຍັງບໍ່ຮູ້ເມື່ອຄີງເທື່ອ. ຂ້າພະເຈົ້າເລີຍຖາມໄປວ່າ: ສະຫາຍ ເຮົາຖືກຍິງເຮົາຄືບໍ່ມີຄວາມ
ເຈັບປວດ? ທະຫານຄົນທີ່ວ່ານັ້ນຮ້ອງໃສ່ໝູ່ວ່າ: ບັງບໍ່ທັນຕາຍເພາະຜູ້ກ່ຽວບັງເບົ້າໄດ້ຢູ, ແລະກໍບອກຂ້າພະ
ເຈົ້າວ່າ: ສະຫາຍກັດໃຈໄວ້ເດີ້ ດຽວນີ້ສະຫາຍຍັງມໍ່ທັນຮູ້ສຶກເຈົບປວດດອກ ເພາະມັນຍັງມຶນຢູ່. ໃນ 4-5 ນາ
ທີຕໍ່ມາ ປືນຄົກ 80 ກໍຍິງຖລົ່ມຈອມພູໜ່ວຍນັ້ນ ແລະສຽງປືນກລມິດລົງໄປ ກອງໜູນກໍຂຶ້ນມາຮອດ. ຕົນ
ເອງກໍຍັງນອນຢູ່ເພາະໝູ່ບອກບໍ່ໃຫ້ເໜັງຈົນກ່ວານາຍແພທຈະມາເຖິງ. ພວກກອງໜູນກໍຂຶ້ນໄປເຄັຍພື້ນທີ່
ຢູ່ເທິງສັນພູນັ້ນ ແລະນາຍແພທກໍມາກວດກາເບິ່ງອາການຂອງຕົນເອງແລະຖາມວ່າຖືກຍິງຢູ່ບ່ອນໃດ? ທີ່ຈິງ
ແລ້ວຂ້າພະເຈົ້າບໍ່ໄດ້ຖືກຍິງ ຜູ້ທີ່ຖືກຍິງແມ່ນງູເຫລືອມຕົວນັ້ນຕ່າງຫາກ ເລືອດທີ່ຕິດເຕັມໂຕເອງກໍເປັນເລືອດ
ຂອງງູ ແລະກໍພົບງູນອນຕາຍຢູ່ຈຸດທີ່ມັນໂຢດລົງມາທັບໂຕເອງນັ້ນ. ທີ່ຈິງແລ້ວແມ່ນງູຕົວນັ້ນເປັນຜູ້ຊ່ວຍຊິ
ວິດຂອງຂ້າພະເຈົ້າໄວ້ ແລະມັນມາຕາຍແທນຂ້າພະເຈົ້າ, ຖ້າງູເຫລືອມໂຕນັ້ນບໍ່ຫລົ່ນລົງມາທັບກໍແປວ່າຂ້າພະ
ເຈົ້າຄາງເຫລືອງໄປແລ້ວ. ຂ້າພະເຈົ້າໄດ້ນຳເອົາງູຕົວນັ້ນໄປຝັງແລະກໍກ່າວຄຳຂອບໃຈກັບເຂົາທີ່ເຂົາມາຊ່ວຍຊີ
ວິດຂອງຕົນເອງໄວ້. ນັບແຕ່ນັ້ນມາຂ້າພະເຈົ້າກໍນັບຖືແລະຮັກງູມາເທົ່າທຸກວັນນີ້ບໍ່ວ່າຈະເປັນງູຊນິດໃດກໍຕາມ.
(ໂປຣດຕິດຕາມໃນຕອນຕໍ່ໄປ)
Very good story sir..!
ຕົກຮອດເດືອນ 3 - 1976 ຈຳນວນທະຫານນັກສຶກສາທີ່ມາຢູ່ກອງພັນ 15 ນຳກັນໃນຈຳນວນ 40 ຄົນນັ້ນຍັງ
ເຫລືອບໍ່ຮອດ 20 ຄົນ ເພາະຖືກເສັຍຊີວິດ ແລະຖືກບາດເຈັບເລີຍຖືກສົ່ງໄປປິ່ນປົວໂຮງໝໍ 102 ຫລືຄົນເຂດ
ປົດປ່ອຍນິຍົມເອີ້ນກັນວ່າ 02 ທີ່ໂພນສວັນ ແຂວງຊຽງຂວາງ. ຄວາມເຄັ່ງຕຶງຂອງສະຖານະການແມ່ນຄູນທະວີ
ຂຶ້ນຢ່າງຕໍ່ເນື່ືອງ. ການສູ້ຣົບກັນກໍເໝືອນດັ່ງສະນ້ຳໃສ່ກັນ ເຈົ້າກໍປຽກຂ້ອຍກໍປຽກ ດັ່ງນັ້ນການສູນເສັຍຊິວິດຈຶ່ງ
ເກືອບວ່າສເມີກັນ ແຕ່ວ່າຝ່າຍອ້າຍນ້ອງຈະເປັນຝ່າຍບຸກໂຈມຄີຫລາຍກ່ວາ, ແຕ່ພວກມົ້ງເຂົາກໍບໍ່ໄດ້ໂງ່ ເຂົ້າບໍ່
ໄດ້ຢ່າງເປັໜ້າກະດານເຂົ້າມາຍິງເຈົ້າໂລດ ເຂົາຫລອນຕີແບບເຈົ້າບໍ່ທັນຕັ້ງໂຕໄດ້ເລີຍລະ ມັນຫລອນເອົາບາດ
ເຜີ, ຖ້າມັນໄດ້ລົງມືເກາະໄກປືນແມ່ນມີຄົນຕາຍໃຫ້ມັນໂລດ. ສຽງປືນແຕກຕູມຕາມຂຶ້ນບໍ່ພໍ 2-3 ນາທີກໍບໍ່
ເຫັບສົ້ນມັນແລ້ວ ແຕ່ຄົນຕາຍໃຫ້ມັນຢ່າງຕ່ຳ 1 ຫລື 2 ຂຶ້ນໄປ.
ທາງກອງບັນຊາການທະຫານສູງສຸດມີໂຄງການຈະໃຊ້ຍົນ T28 ແລະຍົນ Spooky ມາຖລົ່ມຖານທີ່ໝັ້ນຂອງ
ມົ້ງທີ່ຜາງູ ພູວຽງ ພູກອງເຂົ້າ ແລະພູເບັ້ຍ ແຕ່ຕ້ອງໄດ້ອາໄສນັກບິນທີ່ໄປສັມະນາຢູ່ໂພນສວັນແຂວງຊຽງຂວາງ
ເພາະສູນສັມະນາຂອງເຫບົ່ານັກບິນທົ່ວປະເທດແມ່ນຢູ່ສູນແຫ່ງນັ້ນໝົດທຸກຄົນ ແລະຍົນ T28 ສ່ວນຫລາຍ
ກໍຖືກນຳໄປຮັກສາໄວ້ທີ່ໂພນສວັນຕັ້ງແຕ່ຕອນປົດອາວຸດຂອງກອງທັບແຫ່ງຊາດຝ່າຍວຽງຈັນພຸ້ນ. ແຕ່ສາງ
ລູກຣະເບີດແລະລູກປືນທີ່ຕິດຕັ້ງໃຫ້ T28 ນັ້ນແມ່ນຢູ່ວຽງຈັນພຸ້ນ. ພວກນັກບິນຈຶ່ງສເນີເອົາຍົນໄປຕິດອາວຸດ
ຢູສນາມບິນວຽງຈັນ ທາງຂັ້ນເທິງກໍອານຸຍາດໃຫ້ນັກບິນນຳເອົາຍົນ ຈຳນວນ 5 ລຳບິນສູ່ວຽງຈັນ ແຕ່່ນັກນັກ
ບິນ 3 ຄົນ ນຳເອົາຍົນໄປລົງຢູ່ອຸດອນປະເທດໄທ, ດັ່ງນັ້ນການທີ່ທາງຂັ້ນເທິງມີແຜນການທີ່ຈະໃຊ້ຍົນຖລົ່ມທີ່
ໝັ້ນຂອງມົ້ງແມ່ນໂມຄະລົງໄປ.
ກອງພັນ 15 ໄດ້ເຄື່ອນທັບອອກຈາກເມືອງພູນເພື່ອຈະໄປຕັ້ງຖານທີ່ໝັ້ນໃໝ່ທີ່ພູໜ່ວຍນື່ງ (ພູນ່ວຍນີ້ບໍ່ມີ
ຊື່) ຫ່າງຈາກພູວຽງປະມານ 10 ກິໂລແມັດ ແລະປ່ອຍເມືອງພູນໃຫ້ທະການສັມະນາຮັກສາແທນແລະຕາມທີ່
ຂ່າວວ່າມີທະຫານສັມະນາສາຣະວັດທີ່ສູນສັມະນາກາສີຈະມາສົມທົບທີ່ເມືອງພູນ. ໝົດກອງພັນໄດ້ເຂື່ອນອອກ
ຕອນ 4 ໂມງເຊົ້າ, ໄປແຈ້ງຢູ່ວັນພູໜ່ວຍນຶ່ງ ແລ້ວກໍຢຸດພັກຜ່ອນແລະກິນເຂົ້າເຊົ້າຢູ່ທີ່ນັ້ນຊົ່ວໂມງນ່ຶງແລ້ວກໍ
ອອກເດີນທາງຕໍ່. ຜັກຜ່ອນແລະກິນເຂົ້າສວາຍອີກເທື່ອນຶ່ງຕອນ 2 ໂມງແລງຫລັງຈາກຍ່າງມາໝົດເຊົ້າ ໃນ
ເວລາພວມກິນເຂົ້າຢູ່ນັ້ນ Canon 57 ຂອງມົ້ງມາຕົກໃສ່ໄກຈາກໝວດຂອງຂ້າພະເຈົ້າປະມານ 50 ແມັດ,
ແລະລູກນຶ່ງຊັດລົງໃສ່ປາຍໄມ້ສູງຕົ້ນນຶ່ງ ເປັນແຕ່ບຸນບໍ່ມີໃຜເປັນຫຍັງ. ເມື່ອເປັນຈຸດທີ່ເຂົາຍິງອອກມາ ກໍໃຊ້
B41 ຍິງໂຕ້ຕອບມ ທາງຜູ້ບັງຄັບກອງພັນຈຶ່ງສັ່ງຢຸດການເດີນທາງຊົ່ວຄາວ ແລະສົ່ງໜ່ວຍສອບແນມອອກໄປສັງເກດການຢູ່ເບື້ອງໜ້າເສັຍກ່ອນ ແລະ ປະມານ 9 ໂມງກາງຄືນຈຶ່ງເຂື່ອນຍ້າຍອອກໄປ. ຍ່າງໄປໝົດຄືນ
ທີຄຳສັ່ງບໍ່ມີການຜັກຜ່ອນຈົນກ່ວາຈະເຖິງຈຸດໝາຍ. ຍ່າງ 14 ຊົ່ວໂມງບໍ່ມີພັກບໍ່ມີກິນ ກິນກໍກິນເຂົ້າໝົມ
ດວງໂຮຂອງຫວຽດນາມກັບນ້ຳ ໃນຕອນນັ້ນບໍ່ມີຄວາມຢ້ານຄວາມກົວຫຍັງໝົດ ເພາະວ່າທັງຫີວແລະທັງ
ເມື່ອຍ. 11 ໂມງເຊົ້າກໍມາເຖິງຈຸດໝາຍ ຄິດວ່າຈະເປັນບ້ານຄົນເມືອງຄົນ ທີ່ແທ້ກໍແມ່ນຈອມພູ ແຕ່ເປັນ
ພູພຽງກ້ວາງແລະຍາວ ແລະກໍເປັນເດີ່ນເຮືອບີນເກົ່າຂອງທະຫານວັງປາວ ທີ່ສ້າງປະໄວ້. ພໍແຕ່ມາຮອດພວກ
ອ້າຍລ້ຽງແມ່ນລົງມືຄົວກິນໂລດ, ຫລັງຈາກກິນເຂົ້າແລ້ວແຕ່ລະກອງຮ້ອຍແຕ່ລະໝວດລະໝູ່ກໍພາກັນລົງ
ມືສ້າງຄ້າຍກອງຮ້ອຍໃຜກອງຮ້ອຍມັນ ແມ່ນເລີ່ມຈາກການຂຸດຂຸມຄອງແລະສ້າງຂຸມນອນ. ໃນເວລາພາກັນ
ສ້າງຄ້າຍຢູ່ນັ້ນມົ້ງກໍມາຢາມທັນທີ ເບິ່ງຍິງກັນຢ່າງສຸນລະມຸນປະມານ 5 ນາທີມັນກໍໜີ. ມັນເຂົ້າມາ 7 ຈຸດ
ດ້ວຍກັນແລະແຕ່ລະຈຸດຄືຈະບໍ່ເກີນ 5ຄົນ, ມັນໃຊ້ 35 ຄົນມາຕີກັບ ຄົນກອງພັນນຶ່ງ (ກອງພັນກໍບໍ່ໝາຍ
ເຖິງວ່າຮອດພັນຄົນ ມີຢູ່ 3 ກອງຮ້ອຍ ກອງຮ້ອຍນຶ່ງ 85 ຄົນ ແລະກອງຮ້ອຍທີ່ 4 ເປັນກອງຮ້ອຍຂອງກອງ
ບັນຊາການກອງພັນ ແລະມີທະຫານບໍ່ເຖິງ 50 ຄົນ). ມີຄົນຕາຍ 8 ຄົນ ແລະເຈັບ 11 ຄົນ (ທະຫານນັກສຶກ
ສາປອດພັຍ) ພວກມົ້ງຄືຈະບໍ່ມີຮອດຄົນເຈັບເພາະບໍ່ມີຮ່ອງຮອຍວ່າຖືກຍິງ. ເຫດການຄັ້ງນີ້ແມ່ນຜູ້ຮັກສາ
ເວນຍາມແຄ່ລະກອງຮ້ອຍແມ່ນແມ່ນຖືກຕຳນິຈາກຄນະກອງພັນຢ່າງໃຫຍ່ ຂ້າພະເຈົ້າກໍນຶ່ງໃນຈຳນວນພວກທີ່
ຮັກສາເວນຍາມນັ້ນ, ແລະຜູ່ທີ່ຖືກຍິງຕາຍໃນຄັ້ງນີ້ມີ ຜູ້ບັງຄັບກອງຮ້ອຍຄົນນຶ່ງ ແລະຊັ້ນນາຍໝວດ 2ຄົນ.
(ກະຣຸນາຕິດຕາມອ່ານມນຕອນຕໍ່ໄປ)
ຜ່ານສົງຄາມຝຶກຝົນຫຼອມອີ່ຫຼີນໍລໍຖ້າອ່ານຕໍ່ຢູ່
ສຸດຍອດຂອງຊີວິດເລີຍ ໃນເວລານັ້ນຂ້ອຍກໍຍັງເປັນເດັກນ້ອຍເຂົ້າໂຮງຮຽນປະຖົມຢູ່ ແຕ່ຍັງຈື່ໄດ້ເທົ່າເຖີງວັນນີ້ວ່າ ອ້າຍ....ຄົນຂ້າງບ້ານຂອງຂ້ອຍໄດ້ຖືກໄປຮຽນໂຊຫວຽດ ແລ້ວ ຫາຍຂ່າວຄາວເລີຍ ພໍ່ ແມ່ ຄອບຄົວກໍບໍ່ໄດ້ຮັບ ຈມ ຫັຍງເລີຍ ຫຼັງຈາກນັ້ນ ກໍປະມານ 2-3 ປີນີ້ແລ້ວ ລາວກໍກັບມາຫາຄອບຄົວແລ້ວບອກວ່າໄປວຽງໄຊ ຊຳເໜືອມາ
ແລ້ວກໍຮ້ອງໄຫ້ ແລ້ວ 2-3 ວັນຕໍ່ມາ ລາວກໍບອກຄອບຄົວອີກວ່າ ລາວຕ້ອງໄດ້ກັບ.
ຍົກໂປ້ໃຫ້ ເຫຼົ່າໄດ້ດີຫລາຍ ລູກຫຼານທາງເມືອງລາວຢາກອ່ານຕໍ່ເດີ້
ມື້ຕໍ່ມາກໍມີເຮືອບິນ ເຮລີກອປເຕີ (ຍົນເຮລີກອປທະຫານຂອງເກົ່າອາເມຣິກາ) 4 ລຳ ກໍມາຂົນສະບຽງອາຫານແລະ
ຢາປົວພຍາດພ້ອມດ້ວຍລູກປືນ ເຄື່ອງອາວຸດ ແລະເຄື່ອງໃຊ້ຂອງສອຍຕ່າງໆ. ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ໄປຂົນ
ເຄື່ອງລົງຈາກຍົນ ໃນເວລານັ້ນມີບັກບິນຄົນນຶ່ງທີ່ນັ່ງຢູ່ເທິງຍົນບ່ອນຂັບນັ້ນຍົກມືແລະກໍຄັວກແລະຍິ້ມໃສ່ຂ້າພະເຈົ້າ
ແຕ່ຕົນກໍຍັງງົງຢູ່ໃນສ້ຽວວິນາທີນັ້ນ, ນັກບິນຄົນນັ້ນປົດແວ່ນຕາດຳແລະໝວກກັນນັອກຂອງນັກບິນອອກແລະຍົກ
ມືໂບກໃສ່ຂ້າພະເຈົ້າອີກ, ສັງເກດເບິ່ງນັກບິນຄົນນັ້ນປະມານເຄິ່ງນາທີຈຶ່ງຄຶດພໍ້ວ່ານັກບິນຄົນນັ້ນແມ່ນໃຜ? ເພິ່ນລົງ
ມາຈາກຍົນແລະກໍເດີຕຣົງເຂົ້າມາຫາເຈົ້າຂອງ ແລະກໍຖາມວ່າ ມີຫ້ອງສ້ວມຢູ່ແຖວນີ້ບໍ່ອ້າຍປວດເບົາພາໄປແນ່. ຕົນ
ເອງກໍຕອບແບບຊື່ໆໂລດວ່າບໍ່ທັນມີເພາະບໍ່ທັນໄດ້ສ້າງຂຶ້ນເທື່ອ ເອົາຕາມສບາຍຢູ່ແຄມປ່າຫັ້ນໂລດແລ້ວ ເພິ່ນຖາມ
ວ່າ: ພາອ້າຍໄປໄດ້ບໍ່ ເພາະຢ້ານແມ້ວ, ຂ້າພະເຈົ້າກໍພາເພິ່ນໄປນາຍໝວດຂອງຕົນເອງທີ່ຢືນຢູ່ຂ້າງເດີ່ນຍົນເພື່ອຂໍ
ອະນຸຍາດນຳເລົາພານັກບິນຄົນນັ້ນໄປເບົາ, ນາຍໝວດກໍວ່າພາເພິ່ນໄປໂລດ. ຕອນຍ່າງຜ່ານຂ້າມເດີ່ນບົນໄປຫາແຈ
ປ່າກົງກັນຂ້າມນັ້ນ ນັກບິນຄົນນັ້ນຖາມຂຶ້ນວ່າ: ນ້ອງຊາຍຈື່ອ້າຍບໍ່ໄດ້ເບາະ? ອ້າຍຮູ້ວ່ານ້ອງແມ່ນໃຜ? ເປັນຫຍັງວ່າ
ອ້າຍຈຶ່ງຮູ້ວ່ານ້ອງແມ່ນໃຜ? ຂ້າພະເຈົ້າຖາມຄືນ. ເພິ່ນຕອບວ່າ: ສິ່ງສຳຄັນທີ່ອ້າຍເຊື່ອແນ່ວ່າເຈົ້າແມ່ນໃຜນັ້ນແມ່ນ
ສຳນຽງໄທວຽງຈັນທີ່ນ້ອງປາກອອກມາ ແລະກໍຮູ້ທັນທີໂລດວ່ານ້ອງເປັນລູກຂອງ.....ແບະເປັນນ້ອງຊາຍໝູ່ຂອງອ້າຍ
ເອງ ຈື່ອ້າຍບໍ່ໄດ້ບໍ່? ໄປຈັ່ງໃດມາຈັ່ງໃດຈຶ່ງມາເປັນແບບນີ້? ເຣື່ອງມັນຍາວອ້າຍເອີຍ...ຝາກບອກຄອບຄົວນ້ອງ
ແນ່ວ່ານ້ອງຢູ່ໃສ? ເອີ! ອ້າຍຂອງນ້ອງປູ້ທີ່ເປັນໝູ່ຂອງອ້າຍນັ້ນໝໍພາຄອບຄົວບິນໄປລົງອຸດອນໄດ້ສອງອາທິດນີ້
ລະ, ຜູ້ກ່ຽວຂໍຮ້ອງຂັ້ນເທິງນຳເອົາລູກເມັຍເມືອຢາມຢູ່ສູນສັມະນາທີ່ໂພນສວັນ ແລ້ວກໍເອົາຍົນບິນເຂົ້າໄທໄປເລີຍ.
ມື້ແລງອ້າຍຈະໄປແຫວ່ເຮືອນນ້ອງແລ້ວສິບອກເພິ່ນໃຫ້ວ່ານ້ອງຢູ່ໃສ? ນ້ຳຕາຊຶມແລະສະອື້ນໃນໃຈເມື່ອໄດ້ຊາບ
ຂ່າວວ່າອ້າຍຕົນເອງພາຄອບຄົວໜີອອກຈາກເມືອງລາວໄປແລ້ວ ແຕ່ກໍກັ້ນນ້ຳຕານັ້ນໄວ້ແລະປະຕິບັດຕົນເອງ
ໃຫ້ເປັນທັມະດາແລະກໍພາອ້າຍນັກບິນນັ້ນກັບມາສົ່ງທີ່ຍົນຂອງເພິ່ນ. ມີແຕ່ຄິດສເມີວ່າ ຊາດນີ້ຄົງຈະບໍ່ມີຫວັງທີ່ຈະ
ໄດ້ພົບກັນອີກແລ້ວ ຣະຫວ່າງຕົນເອງກັບອ້າຍຜູ້ທີ່ໜີຈາກເມືອງລາວໄປ. ແຕ່ກໍຍັງມີຄວາມດີໃຈທີ່ຄອບຄົວຈະໄດ້
ຮັບຂ່າວຂອງຕົນເອງ ເພາະຈາກຄອບຈົວມາກໍເກືອບຈະຮອດປີແລ້ວບໍ່ມີໂອກາດທີ່ຈະສົ່ຂ່າວຫລືຂຽນຈົດໝາຍຫາ
ຄອບຄົວຈັກເທື່ອເລີຍ. ຄິດວ່າທາງບ້ານກໍຄົງຈະວິຕົກແລະເປັນຮ່ວງຫາທີ່ບໍ່ໄດ້ຂ່າວຄາວຈາກຕົນເອງ.
ນຶ່ງເດືອນຜ່ານໄປ ຫລັງຈາກມາຕັ້ງຄ້າຍຢູ່ທີ່ໃໝ່ນີ້ ການປະທະກັບພວກເຈົ້າຟ້າແມ່ນວ່າໜັກຂຶ້ນໜັກຂຶ້ນ, ພວກ
ເຂົາກໍບໍ່ປ່ອຍໃຫ້ຢູ່ສງົບພໍອາທິດ ພວກເຂົາກໍມາຫລອນຍິງຢູ່ຄ້າຍ ແລະ ຢູ່ທີ່ທ່ານ້ຳ. ທ່ານ້ຳເປັນບ່ອນອັນຕຣາຍ
ກ່ອນໝູ່ທີ່ສຸດ ແຕ່ຈຸດຂອງພວກມົ້ງແມ່ນມັນແນໃສ່ຫົວໜ້າໂລດ ກໍຄືດັ່ງທີ່ເວົ້າຜ່ານມານັ້ນລະ ຖ້າມັນເກາະໄກ
ປືນດັງໂປ້ງບາດນຶ່ງແມ່ນມີຄົນຕາຍໃຫ້ມັນໂລດ. ທາງກອງບັນຊາການສັ່ງໃຫ້ຕັ້ງກຳລັງປ້ອງກັນແລະຢູຍາມທ່າ
ນ້ຳຕັ້ງແຕ່ 5 ໂມງເຊົ້າ ຫາ 6 ໂມງແລງເປັນປະຈຳທຸກໆວັນ ປານນັ້ນຍັງບໍ່ສາມາດຢຸດຢັ້ງຄວາມພະຍາຍາມຂອງ
ມົ້ງທີ່ຈອບຍິງຄົນສຳຄັນສຳຄັນ, ແຕກໍເປັນຕາໜ້າງຶດຢູ່ວ່າເປັນຫຍັງມັນຈຶ່ງຮູ້ວ່າໃຜເປັນນາຍແລະໃຜເປັນລູກ
ນ້ອງ.
ມື້ນຶ່ງຖືກໝວດທີ່ຂ້າພະເຈົ້າສັງກັດຢູ່ທັງໝວດຮວມແລ້ວມີຢູ່ 26 ຄົນ (ມີ 3 ໝູ່ໆລະ 12 ຄົນ) ອອກໄປລາດຕະ
ເວນຍາວເພາະໄດ້ຜົກເຂົ້າຕົົ້ມໄປນຳຜູ່ລະ 3 ໜ່ວຍ (ເຂົ້າຕົ້ມທີ່ປະຊາຊົນຢູ່ແນວເຮັດສົ່ງມາໃຫ້) ແຕ່ລະໜ່ວຍກໍ
ໃຫຍ່ພໍອີ່ມຄາບນຶ່ງນີ້ລະ. ເດີນທາງອອກແຕ່ 6 ໂມງແລງ ບູປ່າບຸດົງໄປໝົດຄືນຈົນຊອດແຈ້ງ ແລ້ວກໍພາກັນພັກ
ເຊົາຢູ່ເຈີ້ຍພູໜ່ວຍນຶ່ງ, ມີພູໜ່ວຍນຶ່ງທີ່ຢູ່ຕໍ່ໜ້າກັນນັ້ນແລະກໍເຫັນຄັວນໄຟເປັນຈຸດເປັນຈຸດຢູ່ ພູນັ້ນເປັນພູກອງ
ເຂົ້າ ຊຶ່ງເປັນຖານທີ່ໝັ້ນຂອງເຈົ້າຟ້າຖານນຶ່ງ ແລະກໍມີໝູ່ບ້ານຢາຍກັນໄປແຕ່ລະຍ່ານຕາມເຈີ້ຍພູ. ແຜນການມາ
ຄັ້ງນີ້ແມ່ນມາສຳຣວດຫາສ່ອງທາງເຂົ້າໄປຕີພູກ່ອງເຂົ້າ ດັ່ງນັ້ນຈຶ່ງພະຍາຍາມເຈົ້າໄປໄກ້ໄດ້ເທົ່າທີ່ຈະໄກ້ໄດ້ທີ່ສຸດ. ແຕ່
ມັນກໍບໍ່ໄດ້ງ່າຍ ພໍແຕ່ເຄື່ອນອອກຈາກທີ່ຢຸດພັກເຊົາຢູ່ນັ້ນບໍ່ຮອດເຄິ່ງຊົ່ວໂມງກໍຖືກໜ່ວຍດັກສກັດຂອງມົ້ງສກັດຍິງ.
(ເຫດການຈະເຂັ້ມຂົ້ນຢ່າງໃດໂປດຕິດຕາມອ່ານໃນຕອນຕໍ່ໄປ)
ການປະທະຍິງກັນໃນຄັ້ງນີ້ ເປັນຄັ້ງທຳອິດໃນຊີວິດທີ່ຕໍ່ສູ້ກັນຕອນກາວເວັນແລະຢູກາງປ່າຊຶ່ງບໍ່ມີຂຸມຄອງເພື່ອຫລົບ
ຫລີກກະສຸນປືນຂອງຄູ່ຕໍ່ສູ້ ມີແຕ່ອາໄສຕົ້ນໄມ້ແລະຈອມປວກເປັນທີ່ກຳບັງ. ພວກເຮົາແມ່ນຕົກຢູ່ວົງລ້ອມຂອງມົ້ງ
ເພາະມັນຍິງໝູ່ທີ່ຢູ່ທາງຫາງແຖວກ່ອນໝູ່ ແລ້ວບໍ່ພໍວິນາທີມັນກໍຊັດໃສ່ທີ່ອອກແຖວໜ້າ ແລະຈຸດເຄິ່ງກາງເປັນຈຸດ
ທີ່ສາມທີ່ມັນເຂົ້າມາໃສ່. ຂ້າພະເຈົ້າຢູ່ຈຸດແຖວໜ້າ ແລະເປັນປູ້ທີ່ 6 ຂອງແຖວ, ພໍແຕ່ໄດ້ຍິນສຽງປືນແຕກ ກໍໂດດ
ເອົາໂຕໝອບລົງຕິດດິນໂລດແລະກໍຄານເຂົ້າຫາຕົ້ນໄມ້ໃຫຍ່ເປັນທີ່ກຳບັງ ແນມໄປເຫັນທະຫານສອງຄົນທີ່ຖືກຍິງ
ຜູ້ນຶ່ງແມ່ນລົ້ມຝຸບລົງຢ່າງບໍ່ເໜັງບໍ່ຕິງເຫັນແຕ່ເລືອດອອກປາກອອກດັງແລະປະມານນາທີນຶ່ງກໍໄດ້ຍິນສຽງດັງກືກ
ກືກຂອງການຫັນໃຈ 3-4 ເທື່ອກໍມິດໄປ, ແລະອີກຄົນນຶ່ງ ແມ່ນທັງດີ້ນ ທັງຊັກ ທັງຮ້ອງ, ບໍ່ຕ່າງຫຍັງກັບເຮົາຂ້າໄກ່
ເອົາໄມ້ຟາດຫົວມັນແລ້ວໂຍນລົງຟື້ນດິນນັ້ນລະ, ແລະກໍດີ້ນຢູ່ປະມານນາທີນຶ່ງກໍຂາດໃຈ, ນີ້ຄືເຫຕການເກີດຂຶ້ນສະ
ເພາະໃນໝູ່ທີ່ຂ້າພະເຈົ້າສັງກັດຢູເທົ່ານັ້ນ. ຕໍ່ສູ້ກັນຢູ່ປະມານ 15 ນາທີ ສຽງປືນກໍຢຸດສະຫງັກລົງ ມີທະຫານປະມານ
15 ຄົນໄລ່ຍິງແລະພັກດັນມົ້ງອອກຈາກພື້ນທີ່ໄປ ແລະຈຳນວນທີ່ເຫລືອກໍມາສຳຣວດເບິ່ງຄວາມເສັຍຫາຍໃນພື້ນທີ່
ທີ່ປະທະກັນກັບມົ້ງນັ້ນ. ຜູ້ທີ່ເສັຍຊືວິດໃນຄັ້ງນີ້ມີ 7 ຄົນ ໃນນັ້ນມີ ລອງກອງຮ້ອຍ (ຜູ້ກອງບຸນທັນ) ເປັນຜູ້ກອງ
ການເມືອງຂອງກອງຮ້ອຍ ແບະກໍເປັນໄທໄຊຍະບູຣີ ແລະ ນາຍສາຍ ຄົນນຶ່ງ. ບາດເຈັບ 6 ຄົນ ສາຫັດ 1 ຄົນ. ຫລັງ
ຈາກສຳຣວດແລະເຕົ້າໂຮມກັນຄືນແລ້ວກໍພາກັນຫາມທັງຄົນຕາຍແລະບາດເຈັບຄືນຖານທັບ. ບາດກັບມາໃຊ້ເວ
ລາມື້ເຄິ່ງຈຶ່ງເຄິງຄ້າຍ, ມນຣະຫວ່າງການເດີນທາງນັ້ນແມ່ນລຳບາດທີ່ສຸດ ເພາະໄດ້ປ່ຽນຝຽນກັນຫາມຄົນຕາຍແລະ
ຄົນເຈັບ ຝົນກໍຕົກ ຍ່າງກໍຍ່າງໄປຕາມປ່າຕຶບດົງໜາ ກ່ວາຈະຍ່າງໄດ້ຫລັກນຶ່ງກໍໃຊ້ເວລາເກືອບສອງຊົ່ວໂມງ ຊ້ຳ
ບໍ່ໜຳອາຫານກິນກໍໝົດ ຫີວຈົນເຫັນຫຍັງເປັນຕາກິນຢູ່ກາງປ່ານັ້ນແມ່ນກິນໃຫ້ລຽບ. ນ້ຳກິນກໍບໍ່ມີ ຄັນຈະລົງໄປ
ຕາມຕີນພູແຫລ່ງທີ່ມີຮ່ອງນ້ຳກໍຢ້ານເຈິະກັບມົ້ງ ຈຶ່ງມີແຕ່ເດີນຢູ່ສັນພູ ຕັດໜ່ວຍນີ້ໃສ່ໜ່ວຍນັ້ນແລະຕັດໜ່ວຍ
ນັ້ນໃສ່ໜ່ວຍນີ້ ຄັນວ່າມົ້ງມາດັກສະກັດຍິງໃນຕອນນີ້ແມ່ນຈະຖືກມັນຂ້າຕາຍໝົດທັງກອງຮ້ອຍພຸ້ນລະ ເພາະໃຜ
ກໍອ່ອນເພັຍເປັ້ຍຫລ່ອຍໄປໝົດ. ພໍເຖິງຄ້າຍແລ່ນໃສ່ເຂົ້າໃສ່ນ້ຳແລ້ວກໍແມ່ນວ່າແຜ່ພະຄາວານອນຫງາຍລົງແມ່ນ
ແຈບປານຕາຍເອົາໂລດ.
ຢູ່ຕໍ່ມາສອງອາທິດ ຍົນເຮລີຄອປ ກໍຂົນເອົາທະຫານສາຣະວັດທີ່ໄປສັມະນາຢູ່ບ້ານບານເມືອງຄຳທີ່ພວກເຂົາອາສາ
ສມັກມາຕີກັບມົ້ງມາສົມທົບ ຈຳນວນ 75 ຄົນ ຊຶ່ງຄນະກອງຮ້ອຍ ຊຶ່ງມີການເມືອງກອງຮ້ອຍ ນາຍແພທ ບຳລຸງ
ນາຍສາຍ ແລະຜູ້ບັງຄັບໝວດ ແມ່ນເປັນທະຫານອ້າຍນ້ອງໂດຍກົງ. ການທີ່ນຳເອົາກອງເສີມເຂົ້າມາແມ່ນແນໃສ່
ແຜນການໂຈມຕີພູກ່ອງເຂົ້າ ແລະທະຫານສາຣະວັດສັມະນານີ້ເຂົາກໍໄປສ້າງຄ້າຍຢູ່ທາງຫາງເດີ່ນຊຶ່ງຕິດກັບທາງລົງ
ທ່ານ້ຳ. ສະພາບການຣະຍານີ້ກໍຍານລົງແດ່ໜ້ອຍນຶ່ງເພາະເປັນຣະດູຝົນກຳລັງເຣີ່ມຕົ້ນເຂົ້າມາ ການໄປມາກໍບໍ່
ສດວກ ແລະມົ້ງມັນບໍ່ມັກປຽກຫລືມັກນ້ຳຢູ່ແລ້ວ ພວກມັນຈຶ່ງບໍ່ຄ່ອຍອອກມາຈອບຫລອນຍິງເໝືອນດັ່ງຍາມ
ແລ້ງທີ່ຜ່ານມາ. ມີແຕ່ທາງທະຫານອ້າຍນ້ອງຈະໃຊ້ໂອກາດຍາມຝົນນີ້ເຂົ້າບຸກໂຈມຕີພວກເຈົ້າຟ້າ ເພາະອາສັຍ
ທັມະຊາດຝົນຕົກນີ້ໃນການເດີນທາງເຂົ້າສູ່ບ້ານຫລືຄ້າຍຂອງເຈົ້າຟ້າສດວກດີ. ໃນເດືອນ 6 ປີ 1976 ຈຶ່ງຍົກກຳ
ລັງເຂົ້າໂຈມຕີພູກ່ອງເຂົ້າ, ໃນວັນນັ້ນ ພວກມົ້ງຫລືເຈົ້າຟ້າທີ່ພູກ່ອງເຂົ້າເຂົາມີພິທີອັນໃດບໍ່ຊາບ ມີ 5-6 ຄົນ, ເບີ່ງ
ຊົງຄືຈະເປັນຫົວໜ້າຂອງເຂົາ, ແຕ່ງໂຕແບບອິືເດັຍແດງ ມືຈັບດາບສອງເບື້ອງ ແລະຟ້ອນອ້ອມກອງໄຟທັງ 5-6
ຄົນເຂົານັ້ນ ແລະກໍມີຄົນທັງຍິງຊາຍຜູ້ເຖົ້າແລະເດັກນ້ອຍ ບາງກໍນັ່ງບາວກໍຢືນຈຸ້ມກັນຢູ່ໃນພິທີນັ້ນມີປະມານບໍ່ຕ່ຳ
ກ່ວາ 200 ຄົນ. ໃນເວລານັ້ນປະມານ 7 ໂມງແລງ ແລະກໍເປັນເວລາທີ່ລົງມືເປີດສາກຖລົ່ມຈຸດນີ້ເພື່ອເປີທາງໃຫ້
ໜ່ວຍກຳລັງຈູ່ໂຈມເຂົ້າໄປເຖິງຈຸດສຳຄັນມີ່ຈະບຸກທຳລາຍ. B41 ສອງກະບອກ ຍິງເຂົ້າໃສ່ຈຸດທີ່ຄົນທຳພິທີທີ່ຟ້ອນ
ອ້ອມກອງໄຟຢູ່ນັ້ນ ປະກົດວ່າ ລູກ B41 ທັງສອງລູກບໍ່ແຕກ, ພວກທະຫານກໍພາກັນຍິງສຸມໃສ່ຈຸດເຂົາທຳພິທີນັ້ນ
ຫລັງຈາກປ່ອຍ B41 ອອກໄປ. ເບີ່ງຄົນຖືກປືນບໍ່ຈັກວ່າຜູ້ຍິງ ຜູ້ຊາຍ ຜູ້ເຖົ້າ ແລະເດັກນ້ອຍຕາຍກອງກັນເດັຍຣະ
ດາດ, ສ່ວນ 5-6 ຄົນທີ່ແຄ່ງໂຕແບບອິນເດັຍແດງນັ້ນແມ່ນປົບຕາຍໄດ້ຫວຸດຫວິດ. ບໍ່ມີການຍິງໂຕ້ຕອບຈາກ
ຝ່າຍມົ້ງແມ້ແຕ່ນັດດຽວ ປານນັ້ນທະຫານອ້າຍນ້ອງຍັງຍິງແລະຂ້າພວກທີ່ບໍ່ມີອາວຸດເຫລົ່ນັ້ນຢ່າງໄຮ້ມະນຸສທັມ
ຂ້າພະເຈົ້າກໍຢູ່ໃນເຫດການນັ້ນເໝືອນກັນ ແຕ່ຂ້າພະເຈົ້າສາບານໄດ້ວ່າບໍ່ໄດ້ແນປາຍປືນໄປໃສ່ຝູງຄົນເຫລົ່ານັ້ນ,
ມີແຕ່ຍິງເຈີດຂຶ້ນເທິງປາຍໄມ້ ພໍແຕ່ໃຫ້ຮູ້ວ່າເຮົາໄດ້ຍິງຍິງປືນຄືກັນ ເພາະມີການສຳຣວດຫລັງຈາກອອກປະຕິບັດ
ງານແຕ່ລະຄັ້ງວ່າໃຊ້ລູກປືນຈັກລູກແລະໝາກແຕກຈັກໜ່ວຍ. ພູກ່ອງເຂົ້າວ່າເປັນຖານທີ່ໝັ້ນຂອງເຈົ້າຟ້າ ບາດ
ທີ່ແທ້ມີແຕ່ປະຊາຊົນມົ້ງທັມະດາ ພວກທີ່ຕາຍກໍລ້ວນແລ້ວແຕ່ຜູ້ເຖົ້າແລະເດັກນ້ອຍ. ຄ້າຍແຕ່ລະຄ້າຍ ຈຸດແຕ່ລະ
ຈຸດທີ່ເປັນເປົາໝາຍທຳລາຍຢູ່ທີ່ພູກ່ອງເຂົ້ານັ້ນລ້ວນແລ້ວແຕ່ເປັນບ້ານເຮືອນຂອງປະຊາຊົນທັງນັ້ນ. ຫລັງຈາກ
ຍຶດໄດ້ແລ້ວ ໝົດໜ່ວຍພູນັ້ນບໍ່ມີອາວຸດລົງຄາມຂອງພວກມົ້ງແມ້ແຕ່ສິ່ນດຽວ. ການປະຕິບັດງານຍຶດພູກ່ອງ
ເຂົ້າຄັ້ງນີ້ແມ່ນຜິດພາດທີ່ສຸດ ເພາະບໍ່ມີທະຫານເຈົ້າຟ້າຢູ່ທີ່ນັ້ນຕາມທີ່ນັກສືບໄປສືບມາ.
(ກະຣຸນາຕິດຕາມອ່ານຕໍ່ມນຕອນຕໍ່ໄປ)
Waiting for read more ..
ພູກ່ອງເຂົ້າມີທັງໝົດ 8 ໝູ່ບ້ານດ້ວຍກັນ ແລະແຕ່ລະໝູ່ບ້ານກໍມີປະມານ 15 ຫາ 20 ຫລັງຄາເຮືອນ ທີ່ຢາຍໄປ
ຕາມເຈີ້ຍພູແລະຢູ່ຫ່າງກັນປະມານ 1 ຫາ 2 ກິໂລແມັດ. ຈະມີເສັ້ນທາງເຂົ້າຫາໝູ່ບ້ານເຫລົ່ານັ້ນທາງດຽວກໍຄືບ້ານ
ທີ່ຢູ່ທາງໜ້າໝູ່ທີ່ຖືກຖລົ່ມຜ່ານມານັ້ນ ນອກຈາກເສັ້ນທາງນີ້ແລ້ວແມ່ນໄດ້ປິນພູປີນຜາຂຶ້ນໄປຈຶ່ງຈະໄປເຖິງ, ດັ່ງ
ນັ້ນຈຳຕອ້ງໄດ້ຈູ່ໂຈມແລະຍຶດບ້ານແຫ່ງນີ້ໃຫ້ໄດ້ກ່ອນໆທີ່ຈະນຳເອົາກອງກຳລັງເຂົ້າໄປໂຈມຕີໝູ່ບ້ານທີ່ຢູ່ຂ້າງໃນນັ້ນ
ແລະພວກຄົນທີ່ຢູ່ຂ້າງໃນກໍເໝືອນກັນ ຈະບໍ່ມີທາງໃດທີ່ຈະອອກຈາກໂຂງເຂດນັ້ນໄດ້ນອກຈາກຈະປີນພູປີນຜາລົງ
ດ້ວຍເຊືອກ. ຫລັງຈາກຍຶດບ້ານທີ່ຢູ່ປາກທາງໄດ້ແລ້ວ ກໍມີທະຫານຈຳນວນນຶ່ງຮັກສາສະຖານະການບ້ານນັ້ນ
ໄວ້ແລະເຫລືອນັ້ນແມ່ນເຂົ້າໄປໂຈມຕີ 7 ໝູ່ບ້ານທີ່ຢູ່ຂ້າງໃນ. ໄດ້ຍິນສຽງປືນແຕກແຈ່ລະຄັ້ງບໍ່ເຖິງ 5 ນາທີກມິດ
ໄປ ແລະໄດ້ຍິນ 7 ຄັ້ງເທົ່ານັ້ນ ຕໍ່ມາບໍ່ພໍຊົ່ວໂມງກໍເຫັນແສງໄຟຮຸ່ງແດງທີ່ສາດສ່ອງຂຶ້ນສູ່ທ້ອງຟ້າ ກໍສແດງວ່າໝູ່
ບ້ານທີ່ຢູ່ຂ້າງໃນນັ້ນຖືກເຜົາ. ຮຸ່ງແຈ້ງວັນໃໝ່ຂຶ້ນມາ ກໍມີການເຕົ້າໂຮມກຳລັງພົນຢູ່ທີ່ບ້ານຢູ່ປາກທາງພີ້ ແລະ
ແລ້ວຈຶ່ງໄດ້ຮູ້ວ່າ 7 ໝູ່ບ້ານທີ່ຢູ່ຂ້າງໃນແມ່ນບໍ່ມີຄົນຢູ່ ຄິດວ່າພວກເຂົາໜີອອກໄປກ່ອນໆທີ່ອ້າຍນ້ອງຈະມາໂຈມ
ຕີ ແລະເຫລືອພຽງພວກທີ່ຢູ່ບ້ານທີ່ຢູ່ປາກທາງນັ້ນເພື່ອລໍຖ້າໜີອອກໄປຕາມຫລັງ ເພາະສ່ວນຫລາຍມີແຕ່ຄົນ
ສູງອາຍຸແລະເດັກນ້ອຍ. ບໍ່ໄດ້ຄຳນວນວ່າປະຊາຊົນຖືກຍິງຕາຍຫລາຍປານໃດແລະກໍບາດເຈັບຫລາຍປານໃດ ເຫັນ
ພວກທີ່ຍັງມີຊີວິດຢູ່ພາກັນນຳເອົາສົບຜູ້ຕາຍໄປຝັງ ແລະໄດ້ຍິນແຕ່ສຽງຮ້ອງໄຫ້ແລະຄວນຄາງຂອງຜູ້ທີ່ບາດເຈັບ
ແຕ່ເປັນໝ້າສັງເວທທີ່ສຸດ ເພາະບໍ່ມີການປິ່ນປົວພວກເຂົາເລີຍ ແລະໂຫດໄປກ່ວານັ້ນທະຫານອ້າຍນ້ອງຍັງບັງຄັບ
ໃຫ້ບາດເຈັບແລະຍັງມີຊີວິດຢູ່ຂົນກັນອອກຈາກບ້ານແລ້ວເອົາໄຟເຜົາເຮືອນຈົນວອດໝົດບ້ານ. ຫລັງຈາກນັ້ນກໍ
ໃຫ້ທະຫານກອງຮ້ອຍນຶ່ງດັກເຝົ້າຢູ່ເພື່ອຈະຈັດການກັບພວກທີ່ຈະລັກລອບເຂົ້າມາເອົາປະຊາຊົນພວກນົັ້ນໜີໄປ,
ແລະທະຫານນອກຈາກກອງຮ້ອຍນີ້ແລ້ວແມ່ນເດີນທາງກັບຖານທັບ. ເວລາຜ່ານໄປສອງອາທິດກໍບໍ່ຮູ້ວ່າຊະຕາ
ກັມຂອງພວກມົ້ງເຫລົ່ານັ້ນຈະເປັນແນວໃດ, ຂ້າພະເຈົ້າກໍພະຍາຍາມຖາມພວກທະຫານທີ່ປະຈຳຢູ່ກອງຮ້ອຍທີ່
ດັກສກັດຢູ່ນັ້ນ ມີບາງຄົນກລວ່າປ່ອຍພວກເຂົາໄປ ແລະບາງຄົນກໍວ່າປະໄວ້ໃຫ້ພວກເຂົາຕາຍເອງເພາະອາຫານ
ການກິນບໍ່ມີ ເລົ້າເຂົ້າທຸກເລົ້າຖືກເຜົາຖີ້ມໝົດແລ້ວ.
ວັນເວລາຜ່ານໄປ ແລະກໍຕົກໃສ່ຣະດູຝົນ ສະຖານະການກໍງຽບລົງເປັນສ່ວນໃຫຍ່, ຄືນນຶ່ງມີປະຊຸມຂອງກອງຮ້ອຍ
ແລະໄດ້ຟັງລາຍງານສະພາບການພາຍໃນປະເທດ, ທາງຜູ້ບັງຄັບກອງຮ້ອຍໄດ້ລາຍງານຂ່າວສະພາບການທົ່ວປະ
ເທດໃຫ້ຟັງ ວ່າພວກປະຕິການໄດ້ຂ້າມແຕ່ໄທມາຈູດສາງອາວຸດທີ່ເມືອງປາກຊັນເສັຍຫາຍຢ່າງໜັກ. ຍັງໄດ້ເນັ້ນ
ໜັກເຖິງສະຖານະການແມ່ນຢູ່ໃນພາວະເຄັ່ງຕຶງຂຶ້ນມາອີກ ເພາະຣະດູຝົນກໍຜ່ານໄປ ຕົກແລ້ງມາແນ່ນອນພວກ
ເຈົ້າຟ້າຕອ້ງອອກມາເຄື່ອນໄຫວອີກແນ່ນອນໃຫ້ເຜີ້ມຄວາມລະມັດລະວັງແລະມີສະຕິຣະວັງຕົວສູງ. ແລະມ້ວນທ້າຍ
ດ້ວຍຂ່າວທະຫານເມືອງນຶ່ງກອງຮ້ອຍ ຈຳນວນ 68 ຄົນ ທີ່ປະຈະການຢູ່ບ້ານຊ້ອນນາຊູຖືກທະຫານເຈົ້າຟ້າຂ້າຕາຍ
ໝົດທັງກອງຮ້ອຍ 68 ຄົນ ດ້ວຍການຂາດສະຕິຣະວັງຕົວ. ຢູ່ມາກໍມີຄຳສັ່ງໃຫ້ທັງໝົດກອງພັນຍ້າຍອອກໄປຕັ້ງ
ຕ້າຍຢູ່ພູຫວາຍ ຊຶ່ງຢູ່ຕໍ່ໜ້າຂອງພູວຽງ ປ່ອຍໃຫ້ສາຣະວັດທະຫານສັມະນາຮັກສາຄ້ານນີ້ແທນ. ຍ້າຍໄປພູຫວາຍ
ແມ່ນບໍ່ໄດ້ຍ່າງ ເພິ່ນເອົາຍົນ ເຮລີກອປ ຂົນໄປ ເພາະມີທະຫານຈຳນວນນຶ່ງໄປກ່ອນດ້ວຍທາງຕີນ ແລະກໍສັງເກດ
ໄດ້ວ່າມີຮາລພຽງຢູ່ເທິງພູພໍຍົນ ກອປເຕີ ລົງໄດ້. ພໍມາຢູ່ໄດ້ພຽງ 2 ມື້ ສ້າງຄ້າຍແລະທີ່ພັກຍັງແລ້ວຮອດເຄິ່ງ ທະ
ຫານເຈົ້າຟ້າກໍມາຖາມຂ່າວ ເຂົາມາໃນຄັ້ງນີ້ມາໃນມາດໃໝ່ ເພາະເຂົາຂີ່ມ້າມາ. ກໍເປັນຕາງຶດຢູ່ ເປັນຫຍັງເຂົາຈຶ່ງ
ຜ່ານພວກເວນຍາມແລະອອກໄປກວດກາລາດຕະເວນໄດ້ທັງໆທີ່ຂີ່ມ້າມາ? ເສັດໃຫາມັນ 8 ຄົນມັນມາຄັ້ງນີ້ ທະ
ຫານນັກສຶກສາ 4 ໃນ 8 ຄົນນັ້ນ ບາດເຈັບບໍ່ສາຫັດ 3 ສາຫັດ 1. ພວກເຈົ້າຟ້າຍັງປັກປ້າຍທີ່ຂຽນຂໍ້ຄວາມໄວ້
ວ່າ: ອີກ 3 ມື້ພວກເຮົາຈະມາກິນເຂົ້າແລງນຳພວກສະຫາຍ ໃຫ້ຕຽມອາຫານໃຫ້ແລ້ວກ່ອນ 5 ໂມງເຊົ້າເດີ້ ຢ່າລືມ.
ບໍ່ມີໃຜຕີຄວາມໝາຍຂອງມັນໄດ້ ມັນວ່າມັນຈະມາກິນເຂົ້າແລງນຳ ແຕ່ໃຫ້ຕຽມອາຫານໃຫ້ແລ້ວກ່ອນ 5 ໂມງເຊົ້າ.
ຄົບ 3 ມື້ມັນກໍມາອິຫລີ ເບິ່ງມັນຍ່ອງເອົາຕັ້ງແຕ່ 4 ໂມງເຊົ້າ ຈົນຮອກ 8 ໂມງແລງ. ມັນສາມາດເຂົ້າມາເຖິງສຳນັກ
ຂອງຄນະກອງພັນ ແຕ່ຜູ້ພັນສີໄຄບໍ່ໄດ້ຢູທີ່ນັ້ນ ເພິ່ນມາຢູນຳ ຄນະກອງຮ້ອຍຂອງພວກຂ້າພະເຈົ້າພ້ອມກັບຕິດຕໍ່
ຂອງເພິ່ນ (ຕິດຕໍ່ເປັນສັບອ້າຍນ້ອງ ແລະແປວ່າ ຜູ້ປ້ອວກັນຊີວິດ ຫລື Body guard).
(ເຫຕການຈະເປັນແນວໃດ ກະຣູນາຕິດຕາມອ່ານມນຕອນຕໍ່ໄປ)
ຂໍຍົກຍ້ອງ ຊົມເຊີຍ ເລົໍາໄດ້ດີຫລາຍ ຂອ້ຍເຄີຍອ່ານ ປື້ມປົກແດງ ຂອງທ່ານ ອະທິການເອກ ນະຄອນຄຳ ຂອ້ຍກໍ່ມັກຫລາຍ
ແນວລາວ ມັນຫລອກໄຊ້ເຈົ້າ ຊື່ໆ ຊ່ີຄິດວ່າ ມັນຈະໄຫ້ ຄວາມດິບຄວາມດີ ແມ່ນຝັນເອົາຊື່ໆເດີ້. ເບິ່ງທ່ານ ອທອ ນະຄອນຄຳ ລາ່ວໄປຕໍ່ສູ້ ສະໄໝ ລາວອິສຣະ ຜົນຊຸດທາ້ຍ ລາວກໍ່ບໍ່ໄດ້ຫຍັງ ພຽງແຕ່ໄດ້ມີຊີວິຕລອດ ເທົ່ານັ້ນ.
ຂອບໃຈ.
ຂ້າພະເຈົ້າເວົ້າໄດ້ວ່າ ພວກເຈົ້າຟ້າບຖກໂຈມຕີກອງພັນ 15 ທີ່ພູຫວາຍຄັ້ງນີ້ແມ່ນເກືອບເຕັມຮ້ອຍ ຖ້າວ່າໂຊກບໍ່ເຂົ້າ
ຂ້າງຝ່າຍທະຫານອ້າຍນ້ອງທີ່ເຮືອນພັກ (ເປັນຂຸມບັງເກີທີ່ໃຊ້ເປັນຫ້ອງການແລະຫອ້ງນອນ) ຂອງຜູ້ພັນສີໄຄສ້າງບໍ່
ທັນສຳເຣັດ ຜູ້ກ່ຽວເລີຍມາພັກນອນຄ້າງຄືນທີ່ຂຸມນອນຂອງຜູ້ກອງສໍ ຜູ້ບັງຄັບກອງຮ້ອຍ 85 ທີ່ສ້າງສຳເຣັດບໍຣິບູນ
ແລ້ວ. ການເປີດສາກຈູ່ໂຈມຂອງພວກເຈົ້າຟ້າ ເຂົາຖລົ່ມຄ້າຍສຳນັກງານຄນະກອງພັນກ່ອນໝູ່ໝົດດ້ວຍປືນ ການົງ
57 ແລະ ປືນຄົກ 81ມມ, ເຂົາຍິງມາລຽນຕິດເອົາແບບທະຫານອ້າຍນ້ອງທີ່ຢູຄ້າຍນັ້ນຕັ້ງຕົວບໍ່ໄດ້. ແນ່ນອນຢູ່ແລ້ວ
ຍຸທະສາດຂອງການສູ້ຣົບຜູ້ເປັນຜູ້ບັງຄັບບັນຊາບໍ່ວ່າຝ່າຍໃດຍ່ອມຮູ້ດີວ່າຮູບແບບຂອງການຈູ່ໂຈມຂອງຝ່າຍກົງກັນ
ຂ້າມຈະມາມນວິທີໃດ ດັ່ງນັ້ນທາງຜູ້ບັນຊາການກອງພັນຈຶ່ງສັ່ງໃຫ້ທະຫານທີ່ຢູ່ຄ້າຍຄນະກອງພັນທີ່ກຳລັງຖືກຖລົ່ມ
ດ້ວຍອາວູດໜັກຢູ່ນັ້ນຖອຍຈາກເປົ້າໝາຍຈູ່ໂຈມຂອງຄູ່ຕໍ່ສູ້ດ້ວຍກຳລັງໄຟຂອງເຂົາອອກມາໂດຍດ່ວນ. ແຕ່ຄຳສັງ
ນັ້ນໄດ້ຊ້າໄປໜ້ອຍນຶ່ງ ພໍແຕ່ພວກເຈົ້າຟ້າຢຸດຖລົ່ມດ້ວຍອາວຸດໜັກບໍ່ພໍສ້ຽວວິນາທີທະຫານຂອງເຂົາກໍເຂົ້າມາເຖິງ
ຂຸມຄອງແລ້ວ. ມີປະມານ ນຶ່ງສ່ວນສີ່ ຂອງຈຳນວນທະຫານອ້າຍນ້ອງທີ່ຍັງຄ້າງຢູ່ໃນຄ້າຍນັ້ນເພາະອອກບໍ່ທັນ ໃນ
ນັ້ນມີທະຫານນັກສຶກສາຄົນນຶ່ງ ຊື່ສົມດີ ສີຣິພອນ, ນັກສຶກສາປີທີ່ສອງ ມໍປາຍຂອງລີເຊວຽງຈັນແລະກໍເປັນໄທບ້ານ
ທົ່ງຕູມ, ຄ້າງຢູ່ກັບຈຳນວນທະຫານເຫລົ່ານັ້ນ. ຜູ້ກ່ຽວບໍ່ຈັກແນວຈະເຮັດ ກໍເລີຍທຳທ່າຕາຍໂດຍເອົາຮ່າງຂອງຜູ້ຕາຍ
ມາເຕັງທັບຕົນເອງໄວ້ ແລະກໍເປັນຈັ່ງບຸນຜູ້ກ່ຽວກໍລອດຕາຍອອກມາພໍເກັບກຳເຫດການມາເລົ່າສູ່ກັນຟັງ. ປະມານ
ຈັກ 15 ນາທີຕໍ່ມາ ພວກເຈົ້າຟ້າກໍເປີດສາກຍິງອີກ ແຕ່ຄັ້ງນີ້ແມ່ນຖລົ່ມຄ້າຍ 85 ຊຶ່ງເປັນກອງຮ້ອຍກຳລັງໄຟຂອງ
ກອງພັນແລະກໍເປັນກອງຮ້ອຍທີ່ຂ້າພະເຈົ້າສັງກັດຢູ່ ຊຶ່ງຕັ້ງຢູ່ຫົວພູທີ່ມີຄວາມສູງກ່ອນທຸກໆຈຸດໃນເຂເນັ້ນແລະກໍ
ຢູ່ຫ່າງໄກກັບຄ້າຍຄນະກອງພັນປະມານ 500 ແມັດ. ພໍແຈ້ງສວ່າງອອກມາແລະໃນເວລານັ້ນກໍປະມານ 6 ໂມງເຄິ່ງ
ຕອນເຊົ້າ ທັງ 3 ຄ້າຍ: 65-75 ແລະ 85 ແມ່ນພວກເຈົ້າຟ້າຍິງ 81 ແລະ 57 ມາໃສ່ ແລະແຖມດ້ວຍປືນກົນເບົາ
ຍິງເຂົ້າມາເປັນ ຣະຍະຣະຍະ ວ່າຢ່າງຢຸດ ກໍບໍ່ຮອດ 10 ນາທີ ເອົາຢູ່ຈັ່ງຊັ້ນ. ທາງກອງຮ້ອຍກຳລັງໄຟກໍຍິງຟຕ້ຕອບ
ດ້ວຍປືນຄົກ 81 ແລະ 60 ໃສ່ຈຸດທີ່ສັງເກດເຫັນຈຸດທີ່ມາອາວຸດຊອງຝ່າຍກົງກັນຂ້າມ. ມີ 3 ໝວດ ຈາກ 3 ກອງ
ຮ້ອຍໄດ້ຖືກແຕ່ງຕັ້ງໃຫ້ອອກໄປພັກດັນພວກເຈົ້າຟ້າໃຫ້ອອກຈາກພື້ນທີ່ ປະມານເຄິ່ງຊົ່ວໂມງກໍໄດ້ຍິນສຽງປືນແຕກ
ປະມານ 10 ນາທີກໍມິດໄປ ແລະບໍ່ເທົ່າໃດນາທີກໍໄດ້ຍິນອີກສືບເນື່ອງກັນມາເລີຍໆ ແຕ່ກໍບໍ່ສາມາດຢຸດຢັ້ງການຍິງ
ຖລົ່ມຂອງພບກເຈົ້າຟ້າ ເພາະມັນຢູ່ທຸກແຈ ເໝືອນກັບພວກເຂົາມີຈຳນວນເປັນພັນຄົນແລະອ້ອມລ້ອມພູຫວາຍ
ໜ່ວຍນັ້ນໄວ້ແລ້ວ. ຍິງໂຕ້ກັນໄປຕອບກັນມາຈົນຮອດ 8 ໂມງກາງຄືນຈຶ່ງງຽບໄປ ແລະທະຫານ 3 ໝວດນັ້ນກໍກັບ
ເຂົ້າມາຄ້າຍໃນເວລາຕໍ່ມາ.
ຈາກການເລົ່າຂອງ ສົມດີ ຜູ້ທີ່ທຳທ່າຕາຍຢູ່ໃນຄ້າຍຂອງຄນະກອງພັນນັ້ນວ່າ ພວກທະຫານເຈົ້າຟ້າທີ່ບຸກເຂົ້າມາ
ໃນຄ້າຍນັ້ນມີບໍ່ຫລາຍ ມນຢູ່ປະມານ 7-8 ຄົນ ແລະກໍບໍ່ຖືປືນ ຖືມີດກັບງ້າວ, ໝໍສົມດີຍັງເລົ່າອີກວ່າພວກເຂົ້າມາ
ນັ້ນບໍ່ແມ່ນມົ້ງໝົດທຸກຄົນ ເພາະສັງເກດໄດ້ຈາກສຳນຽງແລະການເວົ້າພາສາລາວເປັນສະນຽງໄທປາກເຊແລະຄົນ
ນຶ່ງເວົ້າເປັນພາສາໄທຊັດເລີຍ. ພວກເຂົາຮູ້ຮອດຊື່ຜູ້ພັນ ສີໄຄ ເພາະເຂົາເວົ້າກັນວ່າ ບັກສີໄຄຫວິດຕາຍອີກແລ້ວ,
ແລະເຂົາກໍເອີ້ນໃສ່ກັນວ່າ ຮີບອອກໄປດຽວນີ້ກ່ອນພວກແກວຈະເຂົ້າມາເຖິງ. ເມື່ອຖາມໝໍສົມດີວ່າຄິດໄດ້ຈັ່ງໃດ
ຈຶ່ງຕິຕາຍ? ໝໍຕອບວ່າເຫັນຢູ່ໃນໜັງຟັນດາບຈີນທີ່ພະເອກທຳທ່າຕາຍຕອນຄົນຣ້າຍເຂົ້າມາປຸ້ນບ້ານ.
ການບຸກໂຈມຕີບອງເຈົ້າຟ້າຄັ້ງນີ້ໄດ້ສ້າງຄວາມເສັຍຫາຍໃຫ້ກອງຮ້ອຍປ້ອງກັນຄນະກອງພັນຢ່າງໜັກ, ຖືກຂ້າຕາຍ
ທັງໝົດ 14 ຄົນ ແລະບາດເຈັບ 8 ຄົນ, ພວກທີ່ຕາຍ 10 ຄົນໃນຈຳນວນ 14 ຄົນນັ້ນ ແມ່ນຖືກທະຫານເຈົ້າຟ້າ
ຂ້າປາດຄໍໝົດ ແລະອີກ 4 ສົບນັ້ນອາຈະຕາຍຍ້ອນບູກ 57 ຫລື 81 ທີ່ມົ້ງຍິງມາຖລົ່ມນັ້ນ ເພາະໝໍສົມດີເອົາຮ່າງ
ຂອງເຂົາມາທັບໝໍໄວ້ຕອນທີ່ໝໍຄິຕາຍກ່ອນພວກເຈົ້າຟ້າຈະເຂົ້າມາເຖິງຂຸມຄອງ.
ຫລັງຈາກວັນນັນມາ ສະຖານະການກໍເປັນປົກະຕິ ບໍ່ມີການປະທະກັນແບບຮ້າຍແຮງ, ທາງຄນະກອງພັນໄດ້ສເນີ
ໃຫ້ແຕ່ລະກອງຮ້ອຍໃຫ້ຂັດເລືອກເອົາທະຫານ 7 ຄົນ ເພື່ອໄປເສີມກອງຮ້ອຍ 55 (ກອງຮ້ອຍ 55 ເປັນກອງຮ້ອຍ
ປ້ອງກັນສຳນັກກອງພັນ) ແລະຂ້າພະເຈົ້າກໍຖືກເລືອກໃນຈຳນວນ 7 ຄົນຈາກກອງຮ້ອຍ 85.
(ເຫດການຈະເປັນຢ່າງໃດກະຣຸນາຕິດຕາມງນຕອນຕໍ່ໄປ)
ຂອບໃຈ ທ່ີໄຊ້ເວລາ ອັນມີຄ່າ ມາ ເລົ່າຊູ່ຟັງ ຖ້າໄຫ້ດີຫລາຍກົ່ວນີ້ ແມ່ນ ຢາກໄຫ້ຂຽນເປັນປື້ມ ຂອ້ຍຈະ ເປັນຜູ້ໜຶ່ງ
ທ່ີຈະອຸດໜູນ ຢ່າງສຸດໃຈ.
ຫລືໄຫ້ເລົ່າເລືອງ ລົງ Youtube ແບບ ທາ່ນ 3ມທະນາ.
ໃນ 11 ປີ 1976 ຂ້າພະເຈົ້າໄດ້ຖືກສັບຊ້ອນຍ້າຍອອພຈາກກອງຮ້ອຍ 85 ໄປຢູ່ ກອງຮ້ອຍ 55 ຊຶ່ງເປັນກອງຮ້ອຍທີ່
ຄນະກອງພັນຢູ່ບ່ອນໃດແມ່ນກອງຮ້ອຍ 55ນີ້ຕ້ອງຢູ່ບ່ອນນັ້ນ ຈະວ່າເປັນກອງຮ້ອຍປົກປ້ອງຄນະກອງພັນກໍວ່າໄດ້.
ອ້າຍບົວສອນຊຶ່ງເປັນທ່ານໝໍ (ຈົບແພທຊັ້ນສູງມາຈາກຈີນ ແລະກໍໄດ້ຊັ້ນພັນໂທ ຍົດຂອງທະຫານ) ແລະກໍຮັກແພງ
ກັບຂ້າພະເຈົ້າຕັ້ງແຕ່ມາຕົກຢູ່ກອງພັນ 15 ນີ້ ໄດ້ສເນີກັບຜູ້ພັນສີໄຄເພື່ອເອົາຂ້າພະເຈົ້າມາເປັນຕິດຕໍ່ເລົາ ແລະທາງ
ຜູ້ພັນສີໄຄກໍເຫັນດີຕາມຄຳສເນີຂອງອ້າຍບົວສອນ. ເວົ້າແລ້ວຄນະຜູ້ບັງຄັບກອງພັນລົງໄປເຖິງກອງຮ້ອຍແລະນາຍ
ໝວດ (ຊັ້ນຮ້ອຍຕຣີ) ແມ່ນເປັນອະດີດນັກສຶກສາວິທະຍາລັຍວຽງຈັນ (Lycee Vientiane) ໝົດ, ພວກເຂົາເຂົ້າ
ຮ່ວມກອງແລປະຕິວັດ ຫລັງຈາກປະຕິວັດສຳເຣັດແລ້ວຖືກສົ່ງຂື້ນໄປຢູ່ວັງວຽງກ່ອນທ່ານເດືອນສູນນະຣາຊຈະນຳໄປ
ປະຈຳການຢູ່ຄັງໄຂເພື່ອຈະຕຣຽມສົ່ງນັກຮຽນຄືນສູ່ວຽງຈັນຖ້າວ່າໃຜຢາກຈະກັບແມ່ນບໍ່ມີຂໍ້ຜູກມັດຈະດຶງຈ່ອງເອົາ
ໄວ້ເພາະປະເທດຊາດກໍຕ້ອງການນັກສຶກສາເພື່ອເປັນແຮງຂອງປັນຍາຊົນໃນການຟຶ້ນຟູບູຣະນະສ້າງສາປະເທດຊາດ
ບ້ານເມືອງ. ແຕ່ຢູ່ໃນຣະຍະເວລາລໍຖ້າສົ່ງນັກສຶກສາຜູ້ທີ່ຢາກກັບຄືນວຽງຈັນນັ້ນ ຄວາມຂັດແຍ້ງຣະຫວ່າງກອງແລ
ແລະຝ່າຍປະເທດລາວກໍຣະບາດຂື້ນ ທ່ານສຸພານຸວົງໄດ້ເກັ້ຍກ່ອມ ທ່ານເດືອນ ສູນນະຣາຊ ເຂົ້າຮ່ວມຝ່າກຳລັງປະ
ເທດລາວແລະເອົາຍົດໃຫ້ທ່ານເດືອນຈາກ ຮ້ອຍໂທ ກະໂດດຂັ້ນຂຶ້ນເຖິງພັນຕຣີ, ດັ່ງນັ້ນທ່ານເດືອນຈຶ່ງຫັກຫລັງ
ກອງແລແລະນຳພາທະຫານທີ່ຜູ້ກ່ຽວບັນຊາການຢູ່ນັ້ນເຂົ້າປ່າໄປກັບຝ່າຍປະເທດລາວ. ທະຫານກອງແລກໍຍັງມີ
ຫລືຍັງເຫລືອຢູ່ພຽງ 2 ກອງພັນ ຄືກອງພັນ 17A ແລະກອງພັນ 17B. ກອງພັນ 17A ຊຶ່ງບັນຊາການໂດຍທ່ານ
ພັນເອກ ເຈົ້າສີສຸວັນ ຜາສຸກ ແລະທ່ານພັນຕຣີ ເຈົ້າລາດ ແລະກໍໄປຕັ້ງທີ່ໝັ້ນຢູ່ເມືອງຮ້ຽມ (ເມືອງວຽງທອງທຸກ
ວັນນີ້) ແລະກໍຮ່ວມກັບຝ່າຍປະເທດລາວຕີກັບທະຫານວັງປາວໃນຣະຍະປີ 60 ຫາ 63 ແຕ່ມາປະກາດເຂົ້າຮ່ວມ
ມືກັບຝ່າຍຂວາໃນກາງປີ 63 ນັ້ນເອງ. ກອງພັນ 17B ແມ່ນປະຈຳຢູ່ວັງວຽງກັບກອງແລຈົນຮອດວັນສຸດທ້າຍ
ຂອງກອງທີ່ຖືກ ພັນເອກ ສົມເພັດ ສົດສວັດ ເຮັດປະຕິວັດໄລ່ກອງແລອອກຈາກວັງວຽງ (ອອກຈາກລາວນັ້ນລະ)
ໂດຍການໜູນຫລັງຂອງສຸວັນນະພູມາ ໃນປີ 1967. ແລະ ກອງພັນ 17A ທີ່ຢູ່ເມືອງຮ້ຽມນັນກໍຖືກກອງກຳລັງ
ຂອງຈີນແລະຫວຽດນາມເຂົ້າມາຕີ ເຈົ້າສີສຸວັນ ແລະເຈົ້າລາດຖືກຂ້າຕາຍ ແລະເມືອງຮ້ຽມຈຶ່ງຕົກຢູ່ກຳມືຂອງຝ່າຍ
ປະເທດລາວ.
ຂໍຢ້ອນເຂົ້າສູ່ບົດເຣື່ອງຄືນເພາະເຈືອກອອກນອກທາງນ້ອຍນຶ່ງ, ເຣື່ອງທີ່ກ່າວມາຂ້າງເທິງນັ້ນຂ້າພະເຈົ້າໄດ້ເກັບກຳ
ມາຈາກການບອກເຫລົ່າຂອງ ທ່ານໝໍບົວສອນເພິ່ນເຫລົ່າສູ່ຟັງ.
ຣະດູໜາວໄດ້ເຂົ້າມາຮອດອີກຄັ້ງນຶ່ງກໍໝາຍຄວາມວ່າ ຂ້າພະເຈົ້າຖືກສົ່ງມາສູ້ຣົບຕົບມືກັບເຈົ້າຟ້ານີ້ຂວບປິແລ້ວ,
ປີນີ້ໜາວກ່ອນປີທີ່ຜ່ານມາ ແຕ່ລະເຊົ້າກໍຈະມີນ້ຳໝອກຄຸມໄປທົ່ວພູຜາປ່ໄມ້ ແລະກໍເປັນຣະດູການຂອງເຈົ້າຟ້າ
ອອກມາເຄື່ອນໄຫວ. ເກີດປະທະກັນບໍ່ເວັ້ນແຕ່ລະວັນ ສ່ວນຫລາຍແມ່ນທະຫານອ້າຍນ້ອງຖືກຍິງຕາຍ, ປີກາຍ
ມົ້ງເຂົາເລືອກຍິງແຕ່ຂັ້ນນາຍຮ້ອຍຂ້ຶນໄປ ແຕ່ມາປິນີ້ ເຂົາບໍ່ເລືອກຊັ້ນ ທັງນາຍທັງລູກນ້ອງມັນຍິງໃຫ້ລຽບວ່າແຕ່
ໂອກາດເຂົາມີ. ທະຫານນັກສຶກສາ ຈຳນວນ 40 ຄົນນັ້ນ ຍັງເຫລືອພຽງ 16 ຄົນຢູ່ໃນກອງພັນ 15 ນີ້, ຕາຍໄປ
ສ່ວນຫລາຍ ແລະຈຳນວນນຶ່ງຖືກບາດເຈັບແລະລົ້ມປ່ວຍດ້ວຍພຍາດແລະຖືກສົ່ງໄປປິ່ນປົວຢູ່ຊຽງຂວາງພຸ້ນ, ຜູ້
ທີ່ສົ່ງໄປປິ່ນປົວຢູ່ໂຮງໝໍນັ້ນບໍ່ເຫັນກັບຄືນມາກົມກອງຈັກຄົນ ຄັນວ່າເຮົາຖາມກໍວ່າຖືກສັບຊ້ອນໄປຮັບໜ້າທີ່ໃໝ່
ຢູ່ກົມກອງອື່ນ.
ແຜນການບຸກໂຈມຕີຜາງູຄັງທີ່ສອງກໍມີຄຳສັ່ງອອກມາ, ບັ້ນຮົບຜາງູ 2 ນີ້ຈະມີ 3 ກອງພັນສົມທົບເຂົ້າກັນຄື:
ກອງພັນ 15, ກອງພັນທີ່ 2 ແລະ ກອງພັນຂອງທະຫານຫວຽດນາມ (ກອງພັນຂອງຫວຽດນາມຈະມີທະຫານ
ບໍ່ຫລຸດ 600 ຄົນ, ກອງພັນທະຫານອ້າຍນ້ອງມີກຳລັງພົນບໍ່ເກີນ 300 ຄົນ). ການເຄື່ອນກອງກຳລັງປີນີ້ແມ່ນ
ຕ່າງກັບປີຜ່ານມາ, ປີກາຍແມ່ນຍ່າງທາງຕີນ ປີນີ້ໃຊ້ຍົນ ເຮລີກອບ, ເພາະວ່າມີນັກບິນທີ່ໄປສັມະນາອາສາສມັກ
ເຂັ້າມາຮວ່ມພາລະກິດນຳ ຄົງແລກປ່ຽນກັບອິສຣະພາບຈຶ່ງຕັດສິນໃຈເຂົ້າມາມີສ່ວນຮ່ວມໃນການເຮັກເສິກກັບເຈົ້າ
ຟ້າ. ຜາງູເປັນຖານທີ່ໝັ້ນຂອງກອງກຳລັງເຈົ້າຟ້າ ຖຶກກອງພັນທີ່ 2 ບຸກໂຈມຕີມາແລ້ວຄັ້ງນຶ່ງປີທີ່ຜ່ານມາ ແຕ່
ບໍ່ແຕກ, ຜາງູເປັນສາງອາວຸດເກົ່າຂອງວັງປາວທີ່ວັງປາວໄດ້ນຳໄປຊຸກເຊື່ອງໄວ້ແຕ່ປີ 73 ຕອນທີ່ສຸວັນນະພູມາສັ່ງ
ໃຫ້ນຳເອົາອາວຸດທຸກສນິດນຳເຂົ້າສາງ ແຕ່ວັງປາວນຳເອົາໄປເຊື່ອງໄວ້ທີ່ຜາງູນີ້, ແຕ່ຜາງູຍັງເປັນຮອງພູເບັ້ຍ. ທາງ
ເຂົ້າຫາຫລືຂຶ້ນຫາຜາງູມີທາງເສັ້ນດຽວແລິກໍເປັນຫ່ອມທາງແຄບໆປະມານ 4-5 ແມັດທາງກ້ວາງ ແລະເປັນທາງ
ຂຶ້ນເປັນເນີນຊັນຍາວປະມານ 200 ແມັດ, ສອງຝາກຂ້າງຈະເປັນຜາຫິນສູງຊັນ. ຕາມທີ່ຄຳກ່າວລືກັນວ່າ ພວກ
ເຈົ້າຟ້າເຮັດຫ້າງກ້ອນຫີນໃຫຍ່ຮາວອູ້ມນີ້ເອົາໄວ້, ຕອນກອງພັນທີ່ 2 ໄປຕີຄັ້ງທີ່ຜ່ານມານັ້ນ ພວກເຈົ້າຟ້າຕັດຫ້າງ
ກ້ອນຫີນໃຫ້ເກື່ອນໄຫລລົງມາທັບ ແລະເຂົາກາງມິນ M18 ໄວ້ສອງຂ້າງທາງ ເວລາທະຫານອ້າຍນ້ອງຂຶ້ນໄປເຂົາກໍ
ບີບມິນ ແອມ18 ໃສ່ ຈຶ່ງບໍ່ສາມາດຜ່ານຍ່ານຜາຮອມນັ້ນໄດ້ ແລະທະຫານຖືກຂ້າຕາຍແລະບາດເຈັບຫລາຍຈຶ່ງໄດ້
ຖອຍອອກມາ ແລະໄດ້ລົ້ມເລີກແຜນການໂຈມຕີຜາງູ 1 ລົງໄປ.
(ແຜນການປົດປ່ອຍຜາງູ 2 ຈະເປັນແນວໃດ ກະຣຸນາຕິດຕາມໃນຕອນຕໍ່ໄປ)
ໃດຍິນພວກລຸ້ນອ້າຍເວົ້າໃຫ້ຟັງວ່າ, ກ້ອນຫີນໄຫລລົງມາທັບທະຫານແກວຕາຍເປັນເກື່ອນ
ໃນຫອມພູນັ້ນ
ທະຫານແກວບອກວ່າຮຽນຈົບ ດັກກົ້ງມາ ຜົລສຸດທ້າຍກໍໄປຫງາຍຄາງກິນນ້ຳໜອກໃຫ້ທະຫານເຈົ້າຟ້າໝົດ
ຂ້າພະເຈົ້າ ຂໍຍ້ອງຍໍ ສັນລະເສີນ ຄວາມສົ່ງຈໍາໃນຊີວິດ ບົດຮຽນ ຂອງທ່ານຢ່າງສຸດອົກສຸດໃຈ. ຖ້າເປັນໄປໃດ້ ! ທ່ານຂຽນເປັນປື້ມເຫຼັ້ມ ນຶ່ງຂື້ນມາ ເພື່ອ ລູກຫລານ ລາວ ຜູ້ທີ່ເກີດໃຫມ່ໃຫ່ຍລຸ່ນ ຈະໄດ້ຮູ້ວ່າ ໃນ ສະໄຫມ່ນັ້ນ ພວກພັກປາຊາຊົນປະຕິວັດຂາຍຊາດ ໄດ້ ມີກົນ ອຸບາຍແນວໄດ ຕໍ່ປະເທດຊາດ ກໍ່ຄືຕໍ່ປະຊາຊົນເວົ້າລ່ວມ. ທ່ານໄດ້ເລົ່າມາ ບາງຕ່ອນ ຂ້າພະເຈົ້າເອງ ກໍຮູ້ເຫດການ ແລະ ບາງບຸກຄົນ ທີ່ ຢູ່ໃນກອງພັນດັ່ງກ່າວ. ທຸກຢ່າງກອງພັນ ກໍຄື ພັກເປັນກາງຮັກຊາດ ທີ່ທ່ານປະຈໍາການຢູ່ນັ້ນ ລ້ວນແລ້ວແຕ່ຖືກພັກແກວ ປາຊາຊົນປະຕິວັດຂາຍຊາດ ຫັກ ຫລັ່ງ ແລະ ຕົ້ວໃຊ້ມາ ຕະລອດ ນັບແຕ່ ຜູ້ພັນ ຮອດ ຜູ້ນໍາກໍາລັງເປັນກາງ(ເພີ່ນວ່າ: ນາແລ້ວຂ້າຄວາຍເທີກ! ເສີກແລ້ວຂ້າຄົນຫ່ານ). ໃນເວລານັ້ນ ຖ້າຫາກ ບໍ່ມີກໍາລັງເປັນກາງ ກໍ່ຄື່ກອງພັນ ທ່ານຢູ່ນັ້ນ ພັກແກວ ປາຊາຊົນປະຕິວັດຂາຍຊາດ ຈະບໍ່ສາມາດຢູ່ໃນ ວຽງຈັນ ແລະ ມີອໍານາດພະເດັດການ ມາຮອດທຸກມື້ນີ້.
ນັບຖື່ ແລະ ຮັກແພງ
ພາກັນຕາຍຍ້ອນຄວາມໜາວ (ບໍ່ແມ່ນຕາຍໜາວ),ຜູ້ຊ່ຽວຊານທະຫານແກວຈຳນວນ 6 ຄົນມາພົບປະກັບ
ຜູ້ບັນຊາການກອງພັນ15ເພື່ອວາງແຜນຍຸທະສາດການຈູ່ໂຈມຕີຜາງູມັນສັ່ງໃຫ້ທະຫານອ້າຍນ້ອງໄປຕັດເອົາໄມ້
ຕາຍມາ (ຈະວ່າຟືນກໍບໍ່ຖືກເພາະຖ່ອນໃດກໍຮາວຂາໂຕ້ພຸ້ນ) ແລ້ວມັນກໍມາດັງເປັນກອງໄຟຝີງ ເພາະເຂດນັ້ນບໍ່ວ່າ
ກາງເວັນຫລືກາງຄືນແມ່ນໜາວເກືອບຊ່ຳໆກັນ ເພາະກາງເວັນຖ້າໂຊກດີແມ່ນເຫັນຕາເວັນອາທິດນຶ່ງມື້ນຶ່ງ. ອ້າຍ
ຫວຽດກໍພາກັນຝີງໄຟແລະກໍມີທະຫານອ້າຍນ້ອງປະມານ 4-5 ຄົນພານັ່ງອ້ອມກອງໄຟນຳເຂົາຕັ້ງແຕ່ຫົວແລງຈົນ
ຕົກມືດ. ຂ້າພະເຈົ້າເວົ້າກັບທ່ານໝໍບົວສອນວ່າພວກອ້າຍນ້ອງຫວຽດບໍ່ຢ້ານເຈົ້າຟ້າຍິງຈະຣວດມາໃສ່ເບາະ? ເປັນ
ຫຍັງບໍ່ມີໃຜບອກໃຫ້ມອດໄຟແລ້ວເຂົ້າຂຸມ ບາດມັນຍິງມາມັນບໍ່ຖືກແຕ່ຈຸດກອງໄຟນັ້ນໄດມັນຈະໂຍນໃສ່ໝົດຄ້າຍ
ນີ້ໄດ! ທ່ານໝໍບົວສອນກັບຂ້າພະເຈົ້ານອນຢູຂຸມດຽວກັນຕັ້ງແຕ່ຖືກມາຢູສຳນັກກອງພັນ. ພໍແຕ່ເວົ້າກັບອ້າຍບົວ
ສອນຈົບ ສຽງຣະເບີດກໍດັງຕູມຂຶ້ນບາດນຶ່ງ ແລະບໍ່ພໍ 5 ວິນາທີກໍຕາມມາອີກລູກນຶ່ງ. ຜູ້ຊ່ຽວຊານແກວໝັບໄປ 4
ອ້າຍນ້ອງລາວແຈບໄປ 3, ຖ້າວ່າແກວສອງຄົນນັ້ນບໍ່ເຂົ້າປຶກສາກັບຄນະກອງກໍສິໝັບໝານຳກັນຫັ້ນລະ ຕອນ
ຫົວຄ່ຳເຫັນເພິ່ນນັ່ງອ້ອມກອງໄຟຄົບດຄນະເລີຍ ຊ້ຳບໍ່ໜຳອ້າຍນ້ອງລາວຍັງໄປຮ່ວມວົງນຳເຂົາ ເພາະອ້າຍຫວຽດ
ເປີດວິທະຍຸໃຫ້ຟັງ ເປີດເພງໄທພຸ້ນໜາໃຫ້ອ້າຍລາວຟັງ. ຂ້າພະເຈົ້າຄິດວົມນ້ຳໜ້າພວກແກວຢູ່ໃນໃຈເພາະພວກ
ມັນສແດງໂພດ, ຕາມກົດຣະບຽບແລ້ວຢູ່ໃນຄ້າຍຈະບໍ່ໃຫ້ມີແສງໄຟໃນຍາມກາງຄືນເພາະຈະເປັນເປົ້າໝາຍໃຫ້
ຝ່າຍກົງກັນຂ້າມ.
ແຜນການປົດປ່ອຍຜາງູ 2 ກໍໄດ້ວາງອອກມາແລ້ວ ຮູ້ແຕ່ວ່າເດືອນ 1 ປີ 1977 ແລະຄນະກອງພັນບໍ່ໄດ້ອອກໄປ
ມີແຕ່ ກອງຮ້ອຍ 65-75 ແລະ 85 ຈະເຂົ້າສົມທົບເປັນກອງກຳລັງໜູນຫລັງໃຫ້ ກອງພັນທີ່ 2 ແລະກອງພັນ
ຂອງແກວ. ຂ້າພະເຈົ້າສຸດດີໃຈຫາອັນປຽບບໍ່ໄດ້ເລີຍທີ່ບໍ່ໄດ້ເຂົ້າຮ່ວມບັ້ບຮົບບັ້ນນີ້ເພາະຜ່ານມາວ່າກອງພັນທີ່
2 ເປັນກອງພັນທີ່ແຂັງແກ່ນທີ່ສຸດຂອງຝ່າຍປະເທດລາວມາຕັ້ງແຕ່ສມັຍກ່ອນປົດປ່ອຍພຸ້ນ ຈົນໄດ້ຫລຽນຍ້ອງ
ໃຊ້ຈາກສູນກາງພັກ. ກອງພັນທີ່ 2 ປະກາດວ່າຈະໄປແກ້ແຄ້ນເຈົ້າຟ້າທີ່ທຳແສບໄວ້ໜັກ ເພາະເທື່ອກ່ອນນັ້ນ
ທະຫານຫລາຍສິບຄົນຖືກສັງຫານດ້ວຍໝາກຫີນເກ່ືອນໄຫລລົງມາທັບ ແລະກໍບໍ່ໄດ້ຂ້າເຈົ້າຟ້າແມ້ແຕ່ຄົນດຽວ.
ເດືອນ 1 ວັນທີ 12 ເປັນວັນເປີດບັ້ນຮົບປົກປ່ອຍຜາງູ 2. ຍົນຄອປເຕີ ລຳລຽງທະທານໄປລົງທີ່ພູນ້ອຍ (ພູ
ນ້ອຍເປັນຊື່ໃໝ່ຂອງພູໜ່ວຍນຶ່ງຊຶ່ງພູໜ່ວຍນີ້ບໍ່ຢູ່ໃນແຜນທີ່ຂອງພູມລຳເນົາໃນເຂດນັ້ນ ແລະກໍຕັ້ງຢູ່ທາງທິດ
ຕາເວັນອອກສ່ຽງເໜືອຂອງຜາງູນັ້ນເອງ ແລະຫ່າງໄກຈາກຜາງູ 7 ກິໂລແມັດ).
ກອງພັນທະຫານແກວປະມານ 600 ຄົນເປັນຜູ້ອອກໜ້າ ເຄື່ອນກຳລັງເຂົ້າຜາງູ ຕໍ່ມາແມ່ນກອງພັນທີ່ 2 ມີ
ປະມານ 280 ຄົນ. ກອງພັນແກວເປັນກອງຈູ່ໂຈມເພື່ອຍຶດປາກທາງຊ່ອງແຄບທີ່ເຂົ້າໄປຜາງູ, ໃນເວລາໄປເຖິງ
ທາງຮອມນັ້ນ ບໍ່ມີຫ້າງກ້ອນຫີນເໝືອນດັ່ງຄັ້ງຜ່ານມາ ມີແຕ່ມິນ ແອມ18 ຣະເບີດຂຶ້ນບໍ່ຮອດສິບລູກ ແລ້ວກໍ
ມິດໄປ, ບໍ່ມີທະຫານເຈົ້າຟ້າອອກມາຕໍ່ສູ້ເໝືອນດັ່ງທີ່ຜ່ານມາ ຕ່າງກໍສັນນິຖານວ່າພວກເຈົ້າຟ້າໄດ້ຍ້າຍໜີອອກ
ໄປແລ້ວ ແຕ່ບໍ່ມີໃຜຄຳນຶງເຖິງວ່າເປັນກັບລັກຂອງເຈົ້າຟ້າທີ່ປ່ອຍໃຫ້ໝາເຂົ້າຄອກແລ້ວອັດຄອກຕີໝາ. ທະ
ຫານແກວເຂດທາງຮອມນັ້ນເຂົ້າໄປປະມານກິໂລແມັດເຄິ່ງແລະຕິຕາມດ້ວຍກອງພັນທີ່ 2 ນອງແນວລາວ,
ສ່ວນ ທະຫານ ກອງພັນ 15 ຈຶ້ງດັກສກັດຢູ້ນອກເຂດຜາງູ ເພື່ອໄວ້ຕ້ານກັບກຳລັງໜູນຂອງເຈົ້າຟ້າຫລືຈັດການ
ກັບພວກທີ່ແຕກອອກມາຈາກຜາງູ. ພໍແຕ່ທະຫານກອງພັນທີ່ 2 ເຂົ້າຫວິດຂ່ອງທາງຜາຮອມນັ້ນ ຣະເບີດ
ດັງສນັ່ນຫວັ່ນໄຫວ, ກ້ອນຫີນເກື່ອນໄຫລລົງມາທຸກແຈແລະລົງມາຕັນທາງອອກນັ້ນເໝືອນດັ່ງກຳແພງ.ຈະຖອຍ
ອອກກໍບໍ່ໄດ້ເພາະຫີນເກື່ອນລົງມາຕັນ ຈຳເປັນຕ້ອງບຸກໄປໜ້າ. ບໍ່ຈັກອ້າຍແກວອ້າຍລາວຖືກເຈົ້າຟ້າຍ່ອງເອົາ
ຕາມແຜນການຂອງເຂົາໄດ້ວາງໄວ້ ແບບປ່ອຍໝາເຂົ້າຄອກແລ້ວອັດຄອກຕີໝາ ແຕ່ເຂົາບໍ່ຕີຊື່ໆ ເຂົາຂ້າໝາ
ຫັ້ນຕິ. ທັມະດາຢູ່ແລ້ວເມື່ອເຫຼັກຫລາຍກ່ວາຖ່ານ ຖ່ານກໍບໍ່ສາມາດເຮັດໃຫ້ເຫຼັກອ່ອນໂຕລົງໄດ້, ແຕ່ກ່ວາຈະຊະ
ນະກໍໃຊ້ເວລາຫລາຍຊົ່ວໂມງຈຶ່ງຄວບຄຸມສະຖານະການໄວ້ໄດ້. ທະຫານແກວ 600 ຄົນນັ້ນ ຄາງເຫຼືອງໄປເປັນ
ເຄິ່ງ ແລະ ທະຫານອ້າຍນ້ອງກອງພັນທີ່ 2 ວ່ານ້ຳເບີ 1 ຂອງກອງທັບແນວລາວ ແຈບໃຫ້ເຈົ້າຟ້າເກືອບຈະຫຍຸບ
ຮອດກອງພັນເພາະທະຫານເຫຼືອບໍ່ຮອດ 50 ຄົນ, ສ່ວນທະຫານ 3 ກອງຮ້ອຍຂອງກອງພັນ 15 ປອດພັຍເພາະ
ຢູ່ທາງນອກ ບໍ່ໄດ້ເປັນໝາຖືກຂັງນຳເຂົາ. ສ່ວນທະຫານເຈົ້າຟ້ານັ້ນບໍ່ເຫັນກົ້ນເຂົາເລີຍ ບໍ່ຮູ້ຮອດວ່າເຂົາປົບໜີ
ອອກທາງໃດ ມີແຕ່ເຂົາປະຊາກສົບໄວ້ 2 ສົບ ຄືຈະແມ່ນເຂົາເອົາໄປນຳບໍ່ທັນ. ສ່ວນການທີ່ວ່າຜາງູເປັນສາງອາ
ວຸດຂອງເຈົ້າຟ້ານັ້ນ ແມ່ນບໍ່ເຫັນຫຍັງເລີຍ ເຂົາຄົງຈະຂົນໄປໄວ້ບ່ອນດຽວກັນທີ່ພູເບັ້ຍພຸ້ນກ່ອນແລ້ວ.
ວິທະຍຸ ປັກກິງ ປະເທດຈີນທີ່ເປັນພາສາລາວ (ລາວອ້າຍນ້ອງ) ອອກຂ່າວກ່ຽວກັບການປົດປ່ອຍຍຶດຜາງູ ແລະ
ຖແລງວ່າ: ກອງທັບປົດປ່ອຍປະຊາຊົນລາວໄດ້ຍຶດຜາງູຊຶ່ງເປັນທີ່ໝັ້ນສຳຄັນຂອງປະຕິການວັງປາວໄດ້ແລ້ວ
ບັ້ນຮົບປົດປ່ອຍຜາງູຄັ້ງນີ້ໄດ້ສ້າງຄວາມເສັຍຫາຍໃຫ້ປະຕິການວັງປາງເປັນຢ່າງໜັກ ຕືໄດ້ສັງຫານປະຕິການ
ວັງປາວໄປ ສອງຮ້ອຍກ່ວາສົບ ຍຶດອາວຸດຍຸດໂທປະກອນເປັນຈຳນວນຫລວງຫລາຍ.
ເປັນຫຍັງຈຶ່ງບໍ່ເອົາຄວາມຈິງອອກມາຂ່າວ ຄືບໍ່ກ່າວເຖິງທະຫານແກວຕານກອງກັນເປັນສອງສາມຮ້ອຍຄົນ?
ຄືບໍ່ກ່າວເຖິງກອງພັນວິຣະຊົນ ກອງພັນທີ່ 2 ຂອງເຂົາທີ່ທະຫານເຫຼືອບໍ່ຮອດ 50 ຄົນ?
(ຂ້າພະເຈົ້າບໍ່ໄດ້ຢູ່ໃນເຫດການແຕ່ເກັບກຳມາຈາກການເລົ່າຂອງຜູ້ທີ່ຢູ່ໃນເຫດການນັ້ນ ແລ້ວເອົາມາເລົ່າຕໍ່
ກ່ຽວກັບບັ້ນຮົບປົດປ່ອຍຜາງູ 2 ນີ້)
(ຍັງມີຕອນຕໍ່ໄປ ກະຣຸນາຕິດຕາມ....)
Khonh Vientiane wrote:ຂ້າພະເຈົ້າ ຂໍຍ້ອງຍໍ ສັນລະເສີນ ຄວາມສົ່ງຈໍາໃນຊີວິດ ບົດຮຽນ ຂອງທ່ານຢ່າງສຸດອົກສຸດໃຈ. ຖ້າເປັນໄປໃດ້ ! ທ່ານຂຽນເປັນປື້ມເຫຼັ້ມ ນຶ່ງຂື້ນມາ ເພື່ອ ລູກຫລານ ລາວ ຜູ້ທີ່ເກີດໃຫມ່ໃຫ່ຍລຸ່ນ ຈະໄດ້ຮູ້ວ່າ ໃນ ສະໄຫມ່ນັ້ນ ພວກພັກປາຊາຊົນປະຕິວັດຂາຍຊາດ ໄດ້ ມີກົນ ອຸບາຍແນວໄດ ຕໍ່ປະເທດຊາດ ກໍ່ຄືຕໍ່ປະຊາຊົນເວົ້າລ່ວມ. ທ່ານໄດ້ເລົ່າມາ ບາງຕ່ອນ ຂ້າພະເຈົ້າເອງ ກໍຮູ້ເຫດການ ແລະ ບາງບຸກຄົນ ທີ່ ຢູ່ໃນກອງພັນດັ່ງກ່າວ. ທຸກຢ່າງກອງພັນ ກໍຄື ພັກເປັນກາງຮັກຊາດ ທີ່ທ່ານປະຈໍາການຢູ່ນັ້ນ ລ້ວນແລ້ວແຕ່ຖືກພັກແກວ ປາຊາຊົນປະຕິວັດຂາຍຊາດ ຫັກ ຫລັ່ງ ແລະ ຕົ້ວໃຊ້ມາ ຕະລອດ ນັບແຕ່ ຜູ້ພັນ ຮອດ ຜູ້ນໍາກໍາລັງເປັນກາງ(ເພີ່ນວ່າ: ນາແລ້ວຂ້າຄວາຍເທີກ! ເສີກແລ້ວຂ້າຄົນຫ່ານ). ໃນເວລານັ້ນ ຖ້າຫາກ ບໍ່ມີກໍາລັງເປັນກາງ ກໍ່ຄື່ກອງພັນ ທ່ານຢູ່ນັ້ນ ພັກແກວ ປາຊາຊົນປະຕິວັດຂາຍຊາດ ຈະບໍ່ສາມາດຢູ່ໃນ ວຽງຈັນ ແລະ ມີອໍານາດພະເດັດການ ມາຮອດທຸກມື້ນີ້.ນັບຖື່ ແລະ ຮັກແພງ
ແມ່ນຄວາມທ່ານເວົ້າ: ນາແລ້ວຂ້າຄວາຍເທິກ ເສິກແລ້ວຂ້າຄົນຫານ. ທ່ານເດືອນ ສູນນະຣາຊ ກໍຖືກ
ຄຳໄຕ ສີພັນດອນ ສົ່ງໄປຕາຍຢູ່ປະເທດ ເຢັຍຣະມັນ ຕາເວັນອອກໃນປີ 1976 ນັນເອງ ໂດຍໃຊ້ກົນອຸບາຍ
ໃຫ້ໄປສຶກສາການທະຫານທີ່ນັ້ນ ແລະກ່ອນຈະອອກເດີນທາງໄປຕ່າງປະເທດ ເຂົາມີກົດໝາຍໄວ້ ຕ້ອງໄດ້ສັກ
ຢາກັນພຍາດກ່ອນທີ່ຈະອະນຸຍາດໃຫ້ເຂົ້າປະເທດນັ້ນໆ. ທ່ານເດືອນ ຖືກສີດຢາຜິດເຂົ້າເສັ້ນເລືອດ ແຕ່ເປັນ
ຢາທີ່ຢຸດນານເຖິງອາທິດນຶ່ງຈຶ່ງຈະເກີດຜົນ ດັ່ງນັ້ນທ່ານເດືອນຈຶ່ງເສັຍຊີວິດໃນອາທິດຕໍ່ມາຫລັງຈາກໄປເຖິງ
ເຢັຍຣະມັນຕາເວັນອອກ. ທ່ານເດືອນ ສູນນະຣາຊ ເປັນໄທບ້ານຫ້ອມຖິ່ນເພັຍ ແລະເປັນອະດີດນັກສຶກ
ສາ ລີເຊ ວຽງຈັນ, ອອກຈາກໂຮງຮຽນແລ້ວໄປເປັນຫານນຳກອງແລຫລັງຈາກຈົບມໍຕົ້ນ ( Diplomer &
Brevet ) ໃນປີ 1959 ໃນຊັ້ນຮ້ອຍຕຣີ. ໃນສມັຍ 60 ລົງໄປນັ້ນໃຜເປັນນັກຮຽນແມ່ນຮຽນຮອດ ປ6 ແມ່ນ
ປາກຝຣັ່ງໄດ້ລຽບ ແລ້ວທ່ານເດືອນຈະເກ່ງສ່ຳໃດ?
ຂ້າພະເຈົ້າ ຂໍຂອບໃຈ ໃນການໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ເລ້ກົນ ອັນ ຊົ່ວຊ້າ ແລະ ປາເຖືອນ ຂອງພັກແກວ ປາຊາຊົນປະຕິວັດຂາຍຊາດ ທີ່ມີຕໍ່ປະຊາຊົນລາວ, ກໍຄື ປະຊາຊົນຜູ້ທີ່ມີຈິດໃຈຮັກຊາດ ອັນແທ້ຈິ່ງ. ແຕ່ຂ້າພະເຈົ້າຂໍ ເພີ້ມ ແລະ ດັດແປງບ່າງຢ່າງ ວ່າ ດ້ວຍເຫດໄດ? ທ່ານ ເດືອນ ສູນນະຣາດ ຈິ່່ງ ໃດ້ໄປຕ່າງ ປະເທດ? ໃນເວລານັ້ນ.
_ແມ່ນ ທ່ານ ເດືອນ ຈະໄປຮ່ວມກອງປະຊຸມ ສັນຕິພາບໂລກ ຢູ່ປະເທດ ເອຕີໂອປີ ຊື່ງແມ່ນ ເອຕີໂອປີ ເປັນເຈົ້າພາບ. (ອົງການສັນຕິພາບໂລກ ຈະມີພຽງປະເທດ ສັງຄົມນິຍົມ ແລະ ປະເທດ ທີເປັນກາງ ເປັນພາຄີ) ໃນເວລານັ້ນ ຢູ່ປະເທດລາວ ແມ່ນ ທ່ານ ເຈົ້າ ສຸກ ວົງສັກ ເປັນປະທານ ອົງການສັນຕິພາບໂລກປະຈາໍລາວ ຮອງລົງມາ ແມ່ນ ທ່ານ ເດືອນ ສູນນະຣາດ. ເພີນບໍ່ໄດ້ໄປຮຽນວິຊາທະຫານແຕ່ຢ່າງໄດ ! ລະດັບການທະຫານຂອງເພີ່ນແມ່ນລະດັບແມ່ທັບ ຢູ່ແລ້ວ, ທ່ານ ເດືອນ ສູນນະຣາດ ເຂົ້າທະຫານຮັບໃຊ້ຊາດມາແຕ່ກ່ອນເສີກຍິປຸນ ເຂົ້າປະເທດລາວ ແລະ ໄດ້ຮ່ວມກັບ ທະຫານຝັ່ຣງເສດ ຕີ ແກວ ວຽດນາມເຫມືອ ມາ ໄດ້ຫລາຍບັ້ນ ລົບ ຫລັງຈາກເສິກດ່ຽນບ່ຽນຟູແຕກ, ຈົນເພີ່ນມີ ສັນຍານາມ ທີ່ ຝຣ່ງ ຮ້ອງວ່າ (ເດືອນ ກະດູກເຫລັກ), ເວົ້າເລື້ອງພາສາຝຣັ່ງຄົນລຸ້ນນັ້ນ ປາກຝຣັ່ງໄດ້ ໄຫລ່ປານຂີ້ກາຕ່າຍ..
ເປັນຫຍັງທ່ານ ເດຶອນ ຈິ່ງ ໄປເສັຍຊິວິດຢູ່ ປະເທດເຍັຽລະມັນຕາເວັນອອກ ສັງຄົມນິຍົມ ໃນຕອ່ນນັ້ນ?
_ຍ້ອນສາຍການບີນ, ຈາກ ໂມສ ຊະກູ ໄປຕໍ່ສາຍການບີນເພື່ອຈະເດີນທາງຕໍ່ໄປ ປະເທດດັງກ່າວ(ເອຕີໂອປີ), ທ່ານ ເດືອນ ສູນນະຣາດ ຈິ່ງຖືໂອກາດ ແວ່ ແບກແລງ ຕາເວັນອອກ (ນະຄອນຫລວງປະເທດເຍັຽລະມັນ ຕາເວັນອອກ) ເພື່ອ ພົບພໍ້ ແລະ ພົບປະ ກັບ ນັກສືກສາລາວ ທີ່ມາສຶກສາໃນປະເທດເຍັຽລະມັນຕາເວັນອອກ, ຊຶ່ງມີຜູ້ຕິດຕາມ ກໍຄືເລຂາປະຈໍາ ທ່ານ ເດືອນ ແມ່ນທ່ານ ຫ້ຽມ ພົມມະຈັນ (ອາດິດ ຜູ້ອາໍນ່ວຍການໂຮງຮຽນ ການຊ່າງປາກປາສັກ, ສມັຍ ທ່ານ ບົວສອນເປັນ ນາຍຍົກ ໄດ້ເປັນ ຮອງ ຣັຖມົນຕິຣ ກະຊວ່ງຕ່າງປະເທດ, ປັຈຸບັນເປັນ ຣັຖມົນຕິຣ ໄປສະນີ ໂຍທາ ແລະ ຂົນສົ່ງ).
ແຕ່ເພີ່ນເສັຽຊິວິດໄປ ຍ້ອນຫຍັງ? ແລະ ດ້ວຽເຫດໄດ? ຂ້າພະເຈົ້າ ບໍ່ສາມາດເວົ້າໄດ້ ແຕ່ ໃຫ້ຄິດວ່າ ທຸກຄົນ ຈະ ຮູ້ດີ ແລະ ເຂົ້າໃຈດີ ຕໍ່ ພັກແກວ ຂາຍຊາດ ທີ່ ເຂົ້າ ໄດ້ ທາໍລາຍບຸກຄົນ ທີ່ ສາໍຄັນມາ ຫລາຍແລ້ວ ບໍ່ນ້ອຍ. ແຕ່ປະຊາຊົນລາວ ຜູ້ທີ່ ຮັກຊາດ ຮັກ ອິສະລະພາບຍັງ ຄົງເຫລື່ອ ຢູ່ໃນປະເທດ ຢ່າງຫລວ່ງຫລາຍ ເຂົາເຈົ້າເລົ່ານັ້ນ ກໍ່ຄື ພວກ ທີ່ ຖືກ ພັກ ແກວ ຜະເດັດການ ຫັກຫລັງ ແລະ ຕົ້ວຍົ້ວ ມາ ນັ້ນ, ມີ ພຽງແຕ່ໂອກາດ ຍັງທັນບໍ່ອໍານ່ວຍໃຫ້ ປະຊາຊົນເລົ່ານັ້ນເວົ້າລ່ວມ. ກໍຄື່ກາໍລັງ ທີ່ ຫວັ່ງດີຕໍ່ປະເທດຊາດ ແລະ ປະຊາຊົນ ທຸກ ຊົນຊັ້ນ ຊົນເຜົາ.
ດ້ວຽຄວາມນັບຖື ແລະ ຮັກແພງ
Anonymous wrote:Khonh Vientiane wrote:ຂ້າພະເຈົ້າ ຂໍຍ້ອງຍໍ ສັນລະເສີນ ຄວາມສົ່ງຈໍາໃນຊີວິດ ບົດຮຽນ ຂອງທ່ານຢ່າງສຸດອົກສຸດໃຈ. ຖ້າເປັນໄປໃດ້ ! ທ່ານຂຽນເປັນປື້ມເຫຼັ້ມ ນຶ່ງຂື້ນມາ ເພື່ອ ລູກຫລານ ລາວ ຜູ້ທີ່ເກີດໃຫມ່ໃຫ່ຍລຸ່ນ ຈະໄດ້ຮູ້ວ່າ ໃນ ສະໄຫມ່ນັ້ນ ພວກພັກປາຊາຊົນປະຕິວັດຂາຍຊາດ ໄດ້ ມີກົນ ອຸບາຍແນວໄດ ຕໍ່ປະເທດຊາດ ກໍ່ຄືຕໍ່ປະຊາຊົນເວົ້າລ່ວມ. ທ່ານໄດ້ເລົ່າມາ ບາງຕ່ອນ ຂ້າພະເຈົ້າເອງ ກໍຮູ້ເຫດການ ແລະ ບາງບຸກຄົນ ທີ່ ຢູ່ໃນກອງພັນດັ່ງກ່າວ. ທຸກຢ່າງກອງພັນ ກໍຄື ພັກເປັນກາງຮັກຊາດ ທີ່ທ່ານປະຈໍາການຢູ່ນັ້ນ ລ້ວນແລ້ວແຕ່ຖືກພັກແກວ ປາຊາຊົນປະຕິວັດຂາຍຊາດ ຫັກ ຫລັ່ງ ແລະ ຕົ້ວໃຊ້ມາ ຕະລອດ ນັບແຕ່ ຜູ້ພັນ ຮອດ ຜູ້ນໍາກໍາລັງເປັນກາງ(ເພີ່ນວ່າ: ນາແລ້ວຂ້າຄວາຍເທີກ! ເສີກແລ້ວຂ້າຄົນຫ່ານ). ໃນເວລານັ້ນ ຖ້າຫາກ ບໍ່ມີກໍາລັງເປັນກາງ ກໍ່ຄື່ກອງພັນ ທ່ານຢູ່ນັ້ນ ພັກແກວ ປາຊາຊົນປະຕິວັດຂາຍຊາດ ຈະບໍ່ສາມາດຢູ່ໃນ ວຽງຈັນ ແລະ ມີອໍານາດພະເດັດການ ມາຮອດທຸກມື້ນີ້.ນັບຖື່ ແລະ ຮັກແພງ ແມ່ນຄວາມທ່ານເວົ້າ: ນາແລ້ວຂ້າຄວາຍເທິກ ເສິກແລ້ວຂ້າຄົນຫານ. ທ່ານເດືອນ ສູນນະຣາຊ ກໍຖືກຄຳໄຕ ສີພັນດອນ ສົ່ງໄປຕາຍຢູ່ປະເທດ ເຢັຍຣະມັນ ຕາເວັນອອກໃນປີ 1976 ນັນເອງ ໂດຍໃຊ້ກົນອຸບາຍໃຫ້ໄປສຶກສາການທະຫານທີ່ນັ້ນ ແລະກ່ອນຈະອອກເດີນທາງໄປຕ່າງປະເທດ ເຂົາມີກົດໝາຍໄວ້ ຕ້ອງໄດ້ສັກຢາກັນພຍາດກ່ອນທີ່ຈະອະນຸຍາດໃຫ້ເຂົ້າປະເທດນັ້ນໆ. ທ່ານເດືອນ ຖືກສີດຢາຜິດເຂົ້າເສັ້ນເລືອດ ແຕ່ເປັນຢາທີ່ຢຸດນານເຖິງອາທິດນຶ່ງຈຶ່ງຈະເກີດຜົນ ດັ່ງນັ້ນທ່ານເດືອນຈຶ່ງເສັຍຊີວິດໃນອາທິດຕໍ່ມາຫລັງຈາກໄປເຖິງເຢັຍຣະມັນຕາເວັນອອກ. ທ່ານເດືອນ ສູນນະຣາຊ ເປັນໄທບ້ານຫ້ອມຖິ່ນເພັຍ ແລະເປັນອະດີດນັກສຶກສາ ລີເຊ ວຽງຈັນ, ອອກຈາກໂຮງຮຽນແລ້ວໄປເປັນຫານນຳກອງແລຫລັງຈາກຈົບມໍຕົ້ນ ( Diplomer &Brevet ) ໃນປີ 1959 ໃນຊັ້ນຮ້ອຍຕຣີ. ໃນສມັຍ 60 ລົງໄປນັ້ນໃຜເປັນນັກຮຽນແມ່ນຮຽນຮອດ ປ6 ແມ່ນປາກຝຣັ່ງໄດ້ລຽບ ແລ້ວທ່ານເດືອນຈະເກ່ງສ່ຳໃດ?
ເຖິງຄົນວຽງຈັນ,
ຂພຈ ກໍເປັນຜູ້ນ້ອຍຜູ້ໜຶ່ງທີ່ສົນໃຈຕິດຕາມອ່ານເລື້ອງນີ້ຢູ່ ແລະ ທ່ານພໍຈະບອກໃຫ້ຈະແຈ້ງໄດ້ບໍ່ວ່າ ທ່ານ ເດືອນ ສຸນນະຣາຊ ນັ້ນແມ່ນເສຍຊີວິດແບບໃດແທ້ ຖ້າບໍ່ແມ່ນຖືກວາງຢາພິດ ?
ທ່ານຄົງເປັນຜູ້ໜຶ່ງທີ່ຮູ້ເຫັນເຫດການແລະຍັງຄົງມີຄວາມຊົງຈຳອັນດີໃນຫລາຍໆເລື້ອງທີ່ເກີດຂື້ນໃນອະດີດຕະການການເມືອງຂອງລາວ ຖ້າທ່ານຄຶດຢາກຈະແບ່ງປັນຄວາມຮູ້ ໂດຍເລົ່າເລື້ອງພາຍໃນບາງຢ່າງ ຫລືເລ່ກົນທາງການເມືອງບາງແນວທີ່່ທ່ານຮູ້ ໃຫ້ຄົນລາວເຮົາໄດ້ຮັບຮູ້ແລະຮັບຊາບນຳກັນ ໂດຍບໍ່ເຖິງຂັ້ນຕ້ອງຂຽນປື້ມເປັນຫົວອອກມາກໍໄດ້
ເພາະການຂຽນປື້ມອອກມາກໍຄືກັບເປັນການເປີດເຜີຍຕົວເອັງວ່າ ເປັນໃຜ ຊຶ່ງອາດເກີດເປັນໄພຕໍ່ຊີວິດຂອງໂຕເອັງກໍໄດ້.
Wikileaks ອາດສາມາດຮັບເຜີຍແຜ່ໃຫ້ໄດ້.
ນັບຖື
ໃນເດືອນດຽວກັນ ພວກກອງກຳລັງເຈົ້າຟ້າໄດ້ບຸກໂຈມຕີທະຫານສັມະນາທີ່ມາສັງກັດການແທນກອງພັນ 15 ທີ່
ເມືອງພູນ, ທະຫານສັມະນາມີຢູ່ 2 ຈຳພວກ ຄື ສາຣະວັດທະຫານ ແລະ ທະຫານ ອາສາສມັກ 58 ວັງວຽງ. ທະ
ຫານເຈົ້າຟ້າຍຶດເມືອງພູນໄດ້ພາຍຫລັງທີ່ໃຊ້ເວລານານກ່ວາ 5 ຊົ່ວໂມງສູ້ຮົບກັນ. ພວກທະຫານສັມະນາທີ່ເຫຼືອ
ຕາຍໄດ້ພາກັນໄປທ້ອນໂຮມກັນທີ່ຜາແກະ ຊຶ່ງມີທະຫານອ້າຍນ້ອງປະນຳການຢູ່ທີ່ນັ້ນ. ພວກເຈົ້າຟ້າຍຶດເມືອງພູນ
ໄດ້ແຕ່ພວກເຂົາຢູ່ທີ່ນັ້ນບໍ່ຮອດພໍ 24 ຊົ່ວໂມງເຂົາກໍກັບເຂົ້າປ່າໄປ, ແຕ່ກ່ອນເຂົາຈະໄປເຂົາໄດ້ທ້ອນເອົາທະຫານ
ສັມະນາທີ່ຖຶກຂ້າຕາຍເອົາກອງກັນໄວ້ບ່ອນດຽວກັນມີຢູ່22ສົບ ແລະຂຽນຂໍ້ຄວາມປະໄວ້ດັ່ງນີ້: ເຖິງອະດີດສະຫາຍ
ແລະເພື່ອນຮ່ວມຮົບ ອັນນີ້ຄືສັນຍາລັກຂອງຄົນກະບົດຊາດກະບົດແຜ່ນດິນ, ໃຫ້ພວກສະຫາຍຈົ່ງອ່ວຍປາຍປືນ
ຕໍ່ສູ້ກັບພວກແກວແນວລາວຄຽງບ່າຄຽງໄຫລ່ກັບພວກເຮົາ ຢ່າໄປຫລົງເລ້ກົນຂອງພວກກະບົດ ຖ້າໃຜຫລົງເຊື່ອ
ພວກແກວແນວລາວແມ່ນຈະຖືກມາຕາຍຕາງແທນເຂົາດັ່ງພວກທີ່ຕາຍກອງກັນຢູ່ນີ້.
ພໍແຕ່ພວກເຈົ້າຟ້າກັບຄືນເຂົ້າປ່າໄປບໍ່ພໍເທົ່າໃດຊົ່ວໂມງ ທະຫານຫວຽດນາມກໍມາເຖິງ ແລະມື້ຕໍ່ມາຍົນ ຄອບເຕີ
ກໍມາຂົນເອົາສົບທະຫານໄປ. ຣະຍະນີ້ເປັນຍາມແລ້ງແລະກໍເປັນຣະດູໜາວ ເປັນຣະດູທີ່ພວກທະຫານເຈົ້າຟ້າອອກ
ເຄື່ອນໄຫວຕິດໆກັນ, ການມາດັກສກັດຍິງໂປ້ງແລ້ວໜີຍັງມີຢູ່ຕໍ່ເໜ່ືອງ ສ່ວນຫລາຍມັນມັກຈະດັກສກັດຢູ່ທ່ານ້ຳ
ແລະຕາມເສັ້ນທາງບ້ານນັ້ນຕໍ່ບ້ານນີ້ ເພາະພວກພະນັກງານການເມືອງພາກັນລົງພື້ນຖານປຸກຣະດົມປະຊາຊົນ
ຕາມແບບແຜນຂອງຂັ້ນເທິງວາງລົງມາ. ພະນັກງານຂົນຂວາຍທີ່ລົງພື້ນຖານກັບປະຊາຊົນແມ່ນຖືກດັກຍິງຢູ່
ຕຣອດ ຈົນໃນທີ່ສຸດທາງຂັ້ນເທິງກໍນຳເອົາແຜນການຂອງຣັຖະບານເກົ່າວຽງຈັນໃນສມັຍສົງຄາມທີ່ຂົນປະຊາຊົນ
ອົພະຍົບອອກຈາກພື້ນທີ່, ປະຊາຊົນເມືອງພູນແລະເຂດອ້ອມແອ້ມເລີຍກັບກາຍເປັນອົພະຍົບພາຍຫລັງສັນຕິ
ພາບ, ແລະເມືອງພູນກໍກັບກາຍເປັນເມືອງຮ້າງໄປຕົ້ນປິ 77 ນັ້ນເອງ.
ທີ່ພູຫວາຍ, ກອງພັນ 15 ຍັງປະຈຳການຢູ່ຄືເກົ່າຫລັງຈາກປົດປ່ອຍຜາງູໄດ້ແລ້ວ. ພວກເຈົ້າຟ້າກໍບໍ່ຄ່ອຍມາກໍ່
ກວນເໝືອນກັ່ງສອງເດືອນທີ່ຜ່ານມາ ຈຶ່ງເປັນສິ່ງທີ່ເຕືອນວ່າພວກເຈົ້າຟ້າຕ້ອງມີແຜນອັນໃດອັນນຶ່ງແນ່ນອນ.
ທາງຄນະກອງພັນຈຶ່ງມີຄຳສັ່ງລົງໄປຫາທຸກກອງຮ້ອຍໃຫ້ເຜີ້ມຄວາມຣະມັດຣະວັງ ແລະໃຫ້ມີສຕິຣະວັງຕົວ ຕຽມ
ພ້ອມກັບສະພາບການທຸກໆເວລາ. ຂ້າພະເຈົ້າໄດ້ມີໂອກາດໂອ້ລົມກັບຜູ້ກອງ ສີໄຄ ແລະຖາມເຖິງເຣື່ອງນັກສຶກ
ສາທີ່ມາສັງກັດຢູ່ກອງພັນນີ້ວ່າຈະໄດ້ໄປຮຽນຢູ່ໂຊຫວຽດຈິງຫລືບໍ່ຫລັງຈາກເປັນທະຫານຮັບໃຊ້ຊາດແລະປະຊາຊົນ
ໄດ້ປິນຶ່ງກັບຫົກເດືອນແລ້ວ? ແຕ່ຜູ້ກອງສີໄຄກໍໃຫ້ຄຳຕອບບໍ່ໄດ້ ວ່າສຸດແລ້ວແຕ່ຂັ້ນເທິງ. ພວກນັກສຶກສາທີ່ມາ
ປະຈຳການຢູ່ນຳກັນກໍເຫຼືອບໍ່ຮອດໂຫລ ຖືກຕາຍແລະລົ້ມປ່ວຍໄປສ່ວນຫລາຍ ຈຶ່ງເຮັດໃຫ້ຂ້າພະເຈົ້າເກີດຄວາມ
ກັງວົນຂຶ້ນຢູ່ໃນໃຈ ມີແຕ່ເລົ່າທຸກສູ່ທ່ານໝໍບົວສອນຟັງ ທາງທ່ານໝໍບົວສອນຈຶ່ງໃຫ້ຄຳແນະນຳວ່າ: ນ້ອງ
ມີການສຶກສາ ມີສມອງ ມີປັນຍາ ໃຫ້ນ້ອງຈົກເອົາມັນອອກມາໃຊ້ວ່າຈະເຮັດແນວໃດຈຶ່ງຈະໄດ້ໄປຮຽນຕໍ່ຕາມທີ່
ນ້ອງສ້າງຄວາມຝັນໄວ້ນັ້ນ. ຄຳແນະນຳຂອງອ້າຍບົວສອນເຮັດໃຫ້ຄຶດຫລາຍເຕີບແຕ່ບໍ່ຮູ້ວ່າຄວາມໝາຍທີ່ອ້າຍ
ບົວສອນແນະນຳມານັ້ນໝາຍເຖິງຫຍັງ? ພະຍາຍາມອ້ອນວອນອ້າຍບົວສອນອະທິບາຍຄວາມໝາຍຄຳແນະນຳ
ທີ່ເພິ່ນໃຫ້ມາ ແຕ່ທຸກໆເທື່ອໄດ້ຄຳຕອບວ່າ: ອ້າຍໄດ້ສັງເກດເບິ່ງນ້ອງມາເປັນປີແລ້ວ ນ້ອງບໍ່ໄດ້ເປັນຄົນບໍ່ສລາດ
ໃຊ້ສມອງຄິດເອົາຕິນ້ອງເອີຍ ອ້າຍຊ່ອຍນ້ອງໄດ້ແຕ່ພຽງເທົ່ານີ້ອິຫລີ.
ທ່ານໝໍບົວສອນໄປຮັບແລະເຊັນເອົາຢາຢູ່ໂພນສວັນ ເພິ່ນເລີຍສເນີຜູ້ພັນສີໄຄ ທີ່ຈະໃຫ້ຂ້າພະເຈົ້າຕິດຕາມໄປນຳ
ທາງຜູ້ກອງສີໄຄກໍບໍ່ຂັດຂ້ອງ ແລະແລ້ວກໍໄດ້ເດີນທາງອອກຈາກພູຫວາຍດ້ວຍຍົນເຮລີກອບ.
(ເຫຕການຈະເປັນແນວໃດ ກະຣຸນາຕິດຕາມໃນຕອນຕໍ່ໄປ)
ດີໃຈຫາອັນປຽບບໍ່ໄດ້ທີ່ໄດ້ມີໂອກາດໄດ້ເອົາຊີວິດອອກຈາກດິແດນທີ່ເຕັມໄປດ້ວຍພັຍຮ້າຍແລະອັນຕຣາຍເຖິງແກ່ຊີ
ວິດທີ່ຈະເກີດຂຶ້ນໄດ້ທຸກສ້ຽວວິນາທີ, ເຖິງວ່າຈະເປັນຣະຍະພຽງແຕ່ບໍ່ເທົ່າໃດມື້ກໍຍັງພູມໃຈທີ່ຕົນເອງຍັງຈະມີອາຍຸຕໍ່
ຍາວໄປເຖິງວັນນັ້ນ. ທີ່ເມືອງໂພນສວັນ ແຂວງຊຽງຂວາງ, ອ້າຍແພທບົວສອນໄດ້ພາໄປພັກເຊົາຢູ່ທີ່ສຳນັກແພທ
ປະຈຳເມືອງ ຊຶ່ງຕັ້ງຢູ່ກົງກັນຂ້າມແລະຫ່າງຈາກໂຮງໝໍໄປປະມານ 200 ແມັດ. ອາກາດໜາວໃນແຖບນີ້ກໍບໍ່ແຕກ
ຕ່າງກັນກັບຢູ່ແຖບພູຫວາຍ, ພໍຕົກບ່າຍລັງມາກໍຮີບຊວນອ້າຍແພທບົວສອນລົງໄປອາບນ້ຳ ເພາະຕອນຢູ່ແນວໜ້າ
ຈະບໍ່ມີໂອກາດລົງອາບນ້ຳຢ່າງສົມໃຈຈັກເທື່ອ ແຕ່ລະເທື່ອທີ່ລົງອາບນ້ຳຕ້ອງໄປກັນເປັນໝວດ ລົງອາບເທື່ອລະ5ຄົນ
ຢູ່ຍາມເທື່ອລະ20ຄົນ ແລະຄົນອາບແຕ່ລະເທື່ອບໍ່ມຫ້ເກີນ5ນາທີ, ຖ້າວ່າໄປອາບຄົນດຽວຫລືພຽງສອງສາມຄົນແມ່ນ
ວ່າຕອນໄປຍ່າງໄປ ບາດຕອນມາຖືກຫາມມາ ເຫັນມາຫລາຍຣາຍແລ້ວ. ອ້າຍບົວສອນບອກໃຫ້ໄປຄົນດຽວໂລດ ບໍ່
ມີເຈົ້າຢ້າດອກຢູ່ແຖບນີ້ ແຄ່ຢ່າໄປຫລົງກຸມຜູ້ສາວກໍພໍ. ເວົ້າເຣື່ອງຜູ້ສາວມີແຕ່ຜູ້ຂາວໆໜ້າແດງແລະກໍວາມແບບ
ທັມະຊາດ, ຕອນທີ່ຂະເຈົ້າລົງອາບນ້ຳ ຕອນແລກກໍນຸ່ງສີ້ນຫັດເອິກຍ່າງລົງໄປ, ຄິດວ່າຂະເຈົ້າຈະອາບແບບຄົນວຽງ
ຈັນທີ່ອາບແບບເອົາສິ້ນຫັດເອິກລົງລອຍນ້ຳໂລດ, ແຕ່ວ່າຜູ້ສາວໂພນສວັນອາບຕ່າງສາວວຽງ ຕອນຍ່າງລົງນ້ຳຂະ
ເຈົ້າເອົາມືສອງຂ້າງຈັບຕີນສິ້ນຮື້ຂຶ້ນຮື້ຂ້ຶນຕາມຣະດັບນ້ຳທີ່ເຫຼິກແລະແລ້ວ ເຈົ້າເອີຍ! ຮື້ເອົາສິ້ນຂຶ້ນມາຄຽນຫົວ
ໂດຍບໍ່ຮ່ວງນ້ຳເຕົ້ານົມສອງເຕົ້ານັ້ນເລີຍ ແລະກໍບໍ່ອາຍເຮົາອີກ ເຮົານີ້ຕິທີ່ອາຍຂະເຈົ້າ. ຄົນກໍຂາວເມື່ອລົງສູ່ນ້ຳໃສ
ໃສມັນກໍເຫັນຂາວອາດລາດໄປໝົດເລີຍ, ບາດຂະເຈົ້າອາບນ້ຳແລ້ວໆ ກໍລຸກຢືນຂຶ້ນພ້ອມກັບເອົາສິ້ນທີ່ຄຽນຢູ່ຫົວ
ຄ່ອຍໆຈັດລົງມາແລ້ວມາຄຸມປົກເຕົ້ານົມໄວ້ແລ້ວເອົາມືເບື້ອງນຶ່ງຈ່ອງຫົວສິ້ນໄວ້ທີ່ໜ້າເອິກ ແລະມືເບື້ອງນຶ່ງຈ້ອນ
ເອົາທາງຕີນສິ້ນແລະກໍຍ່າງຂຶ້ນບົກພ້ອມກັບປ່ອຍຕີນສິ້ນລົງທີລະເລັກທີລະໜ້ອຍຈົນຫວິດໜ້ານ້ຳ. ຂ້າພະເຈົາ
ບໍ່ໄດ້ອາບຢູ່ໃກ້ຂະເຈົ້ານັ້ນດອກ ເພາະອາຍຂະເຈົ້າ ຈຶ່ງຍ່າງຂຶ້ນໄປອາບຢູ່ເທິງຂະເຈົ້າໜ້ອຍນຶ່ງຊຶ່ງມີປ່າໄຄ້ເປັນບັງໄວ້
ພໍເປັນທີ່ກຳບັງທີ່ຈະຈອບເບິ່ງຂະເຈົ້າ. ເວົ້າເຣຶ່ອງເຫັນມັນກໍເຫັນໝົດຫັ້ນແລ້ວ ເພາະຕົນເອງຢູ່ທາງເທິງຂະເຈົ້າ
ເວລາຂະເຈົ້າອາບນ້ຳຂະເຈົ້າປິ່ນໜ້າຂຶ້ນທາງເໜືອຂອງແມ່ນ້ຳສເມີ.
ຕົກແລງມາອ້າຍບົວສອນກໍພາໄປກິນເຂົ້າແລງທີ່ຄົວສຳນັກແພທຢູ່ທີ່ໂຮງໝໍ ເມື່ອກິນເຂົ້າແລ້ວເພິ່ນກໍຊວນໄປ
ຢາມພວກຄົນເຈັບທີ່ນອນຮັກສາຕົວຢູ່ໂຮງໝໍນັ້ນ ເພາະມີຫລາຍຄົນທີ່ຢູ່ກອງພັນດຽວກັນມາຮັກສາຕົວຢູ່ທີ່ນີ້.
ໄດ້ໄປຖາມສບາຍກັບໝູ່ຢູກົມກອງດຽວກັນ ແລະກໍໂອ້ລົມກັນຕາມຄົນທີ່ຄຸ້ນເຄີຍແລະເຄີຍຮ່ວມທຸກສຸກມາດ້ວຍ
ກັນ. ມີທະຫານນັກສຶກສາຄົນນຶ່ງບອກຂ້າພະເຈົ້າວ່າ ມີເພື່ອນນັກສຶກສາທີ່ມານຳກັນທີ່ຖຶໍືກບາດເຈັບຈາກກົມກອງ
ອື່ນມາປິ່ນປົວຢູ່ທີ່ນີ້, ຕົນເອງຈຶ່ງຂໍອະນຸຍາດຈາກອ້າຍແພທບົວສອນເພື່ອໄປຢ້ຽວຢາມພວກເຂົາ ອ້າຍບົວສອນ
ກໍວ່າຕາມສບາຍໂລດ ບໍ່ໃຫ້ກາຍ 9 ໂມງກາງຄືນໃຫ້ກັບເຂົ້າສຳນັກ ເພື່ອຄວາມສະດວກຂອງເຈົ້າໜ້າທີ່ປ້ອງກັນ
ຄວາມຄວາມສງົບ. ພໍແຕ່ຍ່າງເຂົ້າໄປອາຄານທີ່ 2 ກໍໄດ້ພົບກັບເພື່ອນເກົ່າຫລາຍໆຄົນທີ່ມາປິ່ນປົວຢູ່ທີ່ນີ້, ອາ
ຄານຫລັງນີ້ມີແຕ່ຄົນປ່ວຍດ້ວຍພຍາດຕົນເອງ, ບໍ່ມີພວກທີ່ຖືກບາດເຈັບຈາກການສູ້ຮົບ. ເມື່ອຖາມຂ່າວຄາວ
ກັນແລ້ວຈຶ່ງຮູ້ວ່າເພື່ອນຮ່ວມອຸດົມການດຽວກັນທີ່ຜ່ານມານັ້ນໄດ້ຖືກສັບຊ້ອນໄປຢູ່ກົມກອງໃດແດ່? ໃນຈຳນວນ
ນັກສຶກສາ 85 ຄົນ (ບໍ່ນັບ 25 ຄົນທີ່ສັບຊ້ອນໄປເມືອງວຽງໄຊ) ນົັ້ນແມ່ນຖືກສັບຊ້ອນໄປຢູ່ກອງພັນທີ່ 3 ທັງໝົດ
85 ຄົນ ຊຶ່ງກອງພັນນີ້ແມ່ນປະຕິບັດງານຢູ່ເຂດພູເບັ້ຍ. ຕາມທີ່ເພື່ອນໆຢູ່ໂຮງໝໍເລົ່າສູ່ຟັງ ຢູ່ທາງພູເບັ້ຍຍິ່ງກັນ
ດານກ່ອນທາງພູຫວາຍພູວຽງ, ກຳລັງເຈົ້າຟ້າມີທົ່ງຂົງເຂດນັ້ນໝົດ ອັນໂຕພູເບັ້ຍແທ້ໆນັ້ນບໍ່ໃຫ້ກ່າວເຖິງ ພວກ
ຫວຽດໄປໝັບໝາຢູ່ຫັ້ນພວກມັນຈົນຍອມເອົາເອງ. ປືນໃຫຍ່ຕັ້ງແຕ່ 105 ຂຶ້ນໄປຍິງສຸມໃສ່ຈົນໝົດສາງອາວຸດ
ຄິດວ່າພວກເຈົ້າຟ້າຈະດັບທັງໜ່ວຍພູ ພວກທະຫານຫວຽດກໍຍົກກຳລັງເຂົ້າໄປເປັນກອງພັນ ບາດກັບມາບໍ່ເຫຼືອ
ຄົນຮອດຮ້ອຍ ຖືກຂ້າຕາຍໝົດ, ສ່ວນຫລາຍຕາຍຍ້ອນຫ້າງກ້ອນຫີນເກື່ອນລົງມາທັບແບບດຽວຢູ່ທີ່ຜາງູ. ພວກ
ຫວຽດພະຍາຍາມຕີແລະຍຶດພູເບັ້ຍມາຕັ້ງແຕ່ຕົ້ນປີ 76 ເປັນຕົ້ນມາ ແຕ່ບໍ່ປະສົບຄວາມສຳເຣັດ. ຈຳນວນນັກ
ສຶກສາ 85 ຄົນໄປປະຕິບັດງານຢູ່ເຂດພູເບັ້ຍກໍບໍ່ເຫຼືອຮອດ 30 ຄົນທີ່ຍັງມີຊີວິດຢູ່, ມານອນຮັກສາຕົວຢູ່ໂຮງໝໍ
ກໍເປັນ 20 ຄົນແລ້ວ ກໍແປວ່າຢູ່ສນາມຮົບພຸ້ນບໍ່ເຫຼືອຮອດ 10 ຄົນ, ພວກນອນຢູ່ໂຮງໝໍເລົ່າສູ່ຟັງ. ກັບຄືນ
ໄປອາຄານທ່ີ 1 ເພາະໝູ່ບອກວ່າຍັງມີໝູ່ຈຳນວນນຶ່ງທີ່ບາດເຈັບມາແຕ່ເຂດພູເບັ້ຍມາຮັກສາຕົວຢູ່ທີ່ນັ້ນ ແລະ
ກໍພົບກັບໝູ່ໄທບ້ານດຽວກັນຮຽນຢູ່ຫ້ອງດຽວກັນແລະໂຮງຮຽນດຽວກັນ ພ້ອມກັນໄປສມັກໄປຮຽນໂຊຫວຽດທີ່
ກະຊວງສຶກສານຳກັນ. ບໍ່ຮ້ອງໄຫ້ແຕ່ກໍສອຶ້ນໃນໃຈຈົນນ້ຳຕາໄຫລຍ້ອຍອອກມາ ເມື່ອເປັນເພື່ອນຄົນນີ້ເສັຍແຂ່ງ
ໄປທັງສອງເບື້ອງ. ຜູ້ກ່ຽວເລົ່າສູ່ຟັງວ່າ ຖືກອອກໄປລາຕະເວນ ເລີຍໄປຢຽບມິນເຂົາ ຂາຂາດສອງຂ້າງກັບທີ່ຕັ້ງ
ແຕ່ຫົວເຄົ່າລົງໄປ. ຜູ້ກ່ຽວບອກວ່າ ອອກໂຮງໝໍເມື່ອໃດເພິ່ນກໍຈະສົ່ງຄືນບ້ານໂລດ ແລະເພິ່ນກໍຈະເອົາຂາທຽມ
ໃຫ້ກ່ອນຈະອອກໂຮງໝໍ.
ມື້ນ່ຶ່ງຢູ່ທີ່ໂພນສວັນ ຍ່າງໄປເບິ່ງພວກສິລະປະວັນະຄະດີຊ້ອມຟ້ອນແລະຮ້ອງເພງກັນ, ຫລຽວເຫັນ ກິຕຕ້າ ຈີນ
ແດງສອງສາມໜ່ວຍອິງຟູ່ຝາ, ພໍແຕ່ພວກຂະເຈົ້າເຊົາເມື່ອຍກິນນ້ຳກິນໄນ ຂ້າພະເຈົ້າເລີຍຖາມແບບຢອກໆ
ວ່າ ຂໍດີດກິຕຕ້າລອງເບິ່ງໄດ້ບໍ່? ຕາມສບາຍໂລດສະຫາຍ ຊາຍຜູ້ນຶ່ງຕອບມາ. ເປັນປີແລ້ວບໍ່ໄດ້ຈັບກິຕຕ້າ ພໍ
ແຕ່ໄດ້ຍິນວ່າຕາມສບາຍໂລດສະຫາຍ ກໍບໍ່ຊ້າຟ້າວເດ່ມືຈັບຂຶ້ນມາຫລີ້ນໂລດ. ເຂົາເຂັ່ງສາຍບໍ່ຖືກປານໃດ ດັ່ງນັ້ນ
ຈຶ່ງມາເຂັ່ງໃໝ່ໃຫ້ຖືກ, ພວກຜູ້ຊາຍພາກັນຫລຽວແນມມາເບິ່ງ ແລະກໍເວົ້າວ່າ ເອົາຕາມໃຈໂລດເດີ້ສະຫາຍ. ພໍ
ແຕ່ເຂັ່ງສາຍຣຽບຣ້ອຍແລ້ວກໍຍ່ອງເອົາເຕັມໃຈມັກໂລດ ຜິດແຕ່ວ່າບໍ່ໄດ້ຫລີ້ນເພງປົດປ່ອຍຂອງເພິ່ນ ໂຕເອງ
ເສືອກມາຫລີນເພງຝຣັ່ງທີ່ຮິດທີ່ສຸດໃນ 74-75 ກ່ອນປົດປ່ອຍ ຄືເພງ Petit homme ແລະ Adieu sois
heureuse. ພໍແຕ່ວ່າເພງທີ່ສອງຈົບ ມີນາງລາວຄົນນຶ່ງມາເວົ້າໃຫ້ວ່າ: ອ້າຍ ຄືມາຮ້ອງເພງຈັກະພັດ ອ້າຍຮ້ອງ
ເພງປະຕິວັດບໍ່ໄດ້ບໍ່? ໂທດເດີ້ເຜີໄປນ້ອຍນຶ່ງ ມີໃຜຈະຮ້ອງຂ້ອຍຈະຫລີ້ນໃຫ້ ຂ້ອຍຮ້ອງເພງປະຕິວັດໄດ້ຢູ່ແຕ່ບໍ່
ມ່ວນ. ຢູ່ມ່ວນນຳຂະເຈົ້າປະມານເຄິ່ງຊົ່ວໂມງພໍຫອມປາກຫອມຄໍກໍກັບ. ມື້ບໍ່ມາພໍດີເປັນວັນເສົາ ຊາວໜຸ່ມກໍ
ພາກັນໄປອອກແຮງງານ, ພວກສິລະປະພວກນັ້ນມາຫາທີ່ເຮືອນພັກ ມາຊວນໄປອອກແຮງງານ ພວກເຂົາກໍ
ຂໍອະນຸຍາດຈາກອ້າຍບົວສອນ ເພິ່ນກໍບໍ່ຫ້າມແລະຍັງເວົ້າຢອກພວກສາວໆນັ້ນວ່າ ຢ່າລືມເອົານ້ອງຊາຍອ້າຍມາ
ສົ່ງເດີ້ ຫ້າມຂັງສ້ວມເອົາໄດ ເພາະອີກສອງສາມມື້ກໍຈະໄດ້ກັບແລ້ວ. ໄປອອກແຮງງານນຳຂະເຈົ້າຢູ່ສວນມັນຕົ້ນ
ໄປເສັຍຫຍ້າສວນນັ້ນເອງ, ເຂົາກໍບໍ່ຢູ່ດົນດອກ ບ່າຍນຶ່ງໂມງກໍພາກັນກັບ ແລະຂະເຈົ້າກໍຊວນໄປກິນເຂົ້ານຳ ກໍບໍ່
ປະຕິເສດລະເນາະ ຜູ້ສາວມີແຕ່ຄົນງາມໆ.
(ເຫຕການຈະເປັນແນວຂໍທ່ານໂປຣດຕິດຕາມອ່ານໃນຕອນຕໍ່ໄປ)
ມວ່ນສຸດໃຈ.
Anonymous wrote:ມວ່ນສຸດໃຈ.
ຢາກໄປອາບນ້ຳຫ້ວຍແຖວນັ້ນເດ ຄືສິເຢັນດີເນາະ .....
555555
Anonymous wrote:Anonymous wrote:ມວ່ນສຸດໃຈ. ຢາກໄປອາບນ້ຳຫ້ວຍແຖວນັ້ນເດ ຄືສິເຢັນດີເນາະ .....
ຂອ້ຍດຳນຳ້ບໍ່ເປັນ ຂ້ອຍກະຊີ່ກັ້ນໃຈ ມຸດລົງໄປ ໃຈຂາດກໍຍອມ ໄຫ້ມັນຮູ້ໄປ.
ມີປະມານ 8-9 ຄົນຮວມຊາຍຍິງນັ່ງອ້ອມພາເຂົ້າທີ່ເຕັມໄປດ້ວຍອາຫານພື້ນເມືອງຂອງຖ້ອງຖິ່ນແລະຍິ່ງໄປ
ກ່ອນນັ້ນເປັນພິເສດແມ່ນເຕັມໄປດ້ວຍບັນຍະກາດທີ່ຕົນເອງບໍ່ໄດ້ສຳພັດກັບມັນແບບນີ້ມາໄດ້ເປັນປີແລ້ວ
ຈຶ່ງເຮັດໃຫ້ເກີດມີການປຽບທຽບຊີວິດໄວຄນອງ (Teenager) ຂອງຕົນເອງກັບໜຸ່ມໆສາວໆທີ່ນັ່ງຮັປະທານ
ອາຫານຮ່ວມກັນຢ່າງມີຊີວິດຊີວາ, ແຕ່ຕົນເອງມາຕົກກົນອຸບາຍໃຫ້ມາຢູ່ກັບຄວາມມືດມົນຊຶ່ງບໍ່ສາມາດທີ່
ມອງເຫັນອານາຄົດຂອງຕົນເອງ ແລະຍັງມີການສ່ຽງເອົາຊີວິດລອດໄປວັນໆ ຢ່າງບໍ່ຮູ້ວ່າຊີພຂອງຕົນເອງຈະ
ຖືກປິດບັນຊີລົງວັນໃດ?
ອີກພຽງ 3 ວັນກໍຈະໄດ້ກັບຄືນສູ່ກົມກອງ ຈຶ່ງໄດ້ໄປອຳລາເພື່ອນໆທີ່ໂຮງໝໍໝົດທຸກຄົນ, ເມື່ອຖາມເຖິງກໍ
ຣະນີການໄປສຶກສາຕໍ່ທີ່ໂຊຫວຽດໃຜໆກໍເວົ້າຢ່າງດຽວກັນວ່າ " ພາກັນຖືກຕົ້ມແລ້ວ ". ມື້ອື່ນກໍເປັນມື້ທີ່
ຈະອຳລາພາຈາກໂພນສວັນກັບຄືນສູ່ສະໝໍຣະພູມທີ່ເຕັມໄປດ້ວຍຄວາມຫວາດກົວທີ່ສ໋ຽງຊີວິດຢູ່ໄປວັນໆ,
ຕົກແລງມາຈຶ່ງລົງໄປອາບນ້ຳ, ມຸດນ້ຳ ແລະລອຍນ້ຳໃຫ້ມັນສົມໃຈ ເພາະກັບໄປຈະບໍ່ມີໂອກາດໄດ້ອາບໄດ້
ລອຍນ້ຳແບບນີ້ ຖ້າໂຊກດີກໍໄດ້ອາບອາທິດນຶ່ງເທື່ອນຶ່ງ ຖ້າໂຊກບໍ່ດີກໍຊັກແຫ້ງເປັນເດືອນໄປເລີຍ. ຫລັງ
ຈາກອາບນ້ຳຢ່າງສົມໃນແລ້ວກໍໄປນັ່ງລໍຖ້າອ້າຍບົວສອນຢູ່ທີ່ເຮືອນພັກ ເພິ່ນໄປວຽກໄປງານຂອງເພິ່ນນັ້ນ
ລະ, ບໍ່ພໍບຶດຜູ້ກ່ຽວກໍກັບມາພ້ອມສີໜ້າເສົ້າໆວາດໃດວາດນຶ່ງ ຈຶ່ງຖາມວ່າເພິ່ນເປັນຫຍັງ? ເພິ່ນວ່າເພິ່ນ
ໄດ້ຮັບຂ່າວລຸງເດືອນ ສູນນະຣາຊ ເສັຍຊີວິດແລ້ວ ຕາຍຢູ່ເຢັຍຣະມັນຕາວັນອອກ ຕາຍຍ້ອນໂຣຄຫົວໃຈ
ວາຍ ເສັ້ນເລືອດທີ່ໄປຫລໍ່ລ້ຽງຫົວໃຈທັງສອງຂ້າງມັນຕັນເລີຍບໍ່ມີເລືອດໄປລ້ຽງຫົວໃຈ, ໂຣຄແບບນີ້ເປັນ
ໂຣຄອັນຕຣາຍແລະໜ້າຢ້ານທີ່ສຸດ ດຽວນີ້ທາງກົມການແພທຂອງໂລກກະລັງຄົ້ນຄ້ວາຫາວິທີປິ່ນປົວມັນ
ຢູ່ ແຕ່ກໍບໍ່ຮູ້ວ່າປານໃດການຄົ້ນຄ້ວາຈະປະສົບຜົນສຳເຣັດ? ອ້າຍບົວສອນອະທິບາຍໃຫ້ຟັງ. ຄອບອ້າຍ
ບົວສອນໄປອຳລາສາວໆວັນະຄະດີກ່ອນຈະອອກເດີນທາງມື້ອື່ນຕອນບ່າຍນຶ່ງໂມງ, ໄດ້ຂອງຝາກນຳຜູ້ສາວ
ເປັນຜ້າແພມົນສີແດງປົດປ່ອຍເພິ່ນນັ້ນລະ ແລະກໍມີການຖັກດອກໄມ້ລາຍມືແລະຂຽນຂໍ້ຄວາມໃສ່ອີກ:
ເພື່ອມິຕະພາບແລະຄວາມຮັກແພງ ຈາກພວກເຮົາ ຄນະສິລະປະ ວັນນະຄະດີ ເປັນກາງຮັກຊາດ ໂພນ
ສວັນ. ນອກຈາກແພມົນນີ້ແລ້ວກໍຍັງມີ ບັ້ງປາສົ້ມ 1ບັ້ງ, ປາບ້ຳ 1 ບັ້ງ ແລະແຈ່ວເຕີຍ 1 ບັ້ງ. ຈົນຮອດ
ມື້ທີ່ຈະອຳລາພາຈາກຈຶ່ງຮູ້ວ່າ ໜ່ວຍສິວະປະ ວັນນະຄະດີ ໜ່ວຍນີ້ເປັນຂອງເປັນກາງຮັກຊາດທີ່ເຄີຍໄປ
ໃຫ້ກຳລັງໃຈ (ພວກອ້າຍນ້ອງມັກເວົ້າກັນ) ຫລືວ່າໂຊທີ່ເມືອງພູນເທື່ອນຶ່ງໃນປີກາຍຜ່ານມາ. ບ່າຍໂມງນຶ່ງ
ຍົນກໍຈະພາບິນອອກຈາກໂພນສວັນໄປແລ້ວ, ທີ່ເດີ່ນຍົນ, ແນມໄປຕາມລະແວກອ້ອມແອ້ມເພື່ອຊົມຖີວ
ທັດຊຶ່ງເຕັມໄປດ້ວຍຄວາມສວຍງາມຂອງທັມະຊາດທີ່ເປັນທົ່ງຮາບອັນກ້ວາງໄກໄປສຸດສາຍຕາ, ໃນເວລາ
ນັ່ງຖ້າຍົນກັບອ້າຍບົວສອນຢູ່ນັ້ນ ແລະກໍໄດ້ແຕ່ກ່າວອພລາຢູ່ໃນໃຈ: ລາກ່ອນໂພນສວັນ ຖ້າຊີວິດຍັງຈະ
ກັບມາຢາມອີກ.
(ໂປຣດຕິດຕາມອ່ານຕໍ່ໃນຕອນຕໍ່ໄປ)
ທີ່ຄ້າຍພູຫວາຍ, ວັນນຶ່ງອ້າຍບົວສອນໄດ້ເອົານິ້ວມືຊີ້ໄປໃສ່ພູຜາປ່າໄມ້ແລະແນະໃຫ້ຂ້າພະເຈົ້າແນມເບິ່ງແລະ
ເວົ້າວ່າ: ປະຈຸບັນນີ້ພູຜາປ່າໄມ້ບ້ານເມືອງເຮົາຂຽວງາມແລະເຕັມໄປດ້ວຍຕົ້ນໄມ້ຫລາຍໆສນິດທີ່ມີຄຸນຄ່າມະ
ຫາສານ ແຕ່ວັນນຶ່ງໃນພາຍໜ້າຄວາມສວຍງາມຂອງປ່າໄມ້ເຫຼົ່ານັ້ນກໍຈະຫາຍໄປ ແລະຄຸນຄ່າອັນມະຫາສານ
ຂອງຂອງຕົ້ນໄມ້ເຫຼົ່ານັ້ນກໍຈະບໍ່ຊ່ວຍໃຫ້ປະເທດຊາດບ້ານເມືອງອຸດົມສົມບູນໄດ້ດອກ. ອ້າວ! ອ້າຍດັອກເຕີ້
ອ້າຍຄືມາເວົ້າແບບນີ້? (ຂ້າພະເຈົ້າມັກເອີ້ນອ້າຍບົວສອນວ່າອ້າຍດັອກເຕີ້ເວລາຢູ່ສອງຕໍ່ສອງ, ແຕ່ເວລາຢູ່
ຮວມໝູ່ກໍເອີ້ນວ່າ ອ້າຍແພທ). ເປັນຫຍັງອ້າຍຈຶ່ງເອົາເຣື່ອງພູຜາປ່າໄມ້ມາເວົ້າ? ອ້າຍບົວສອນເລີຍເວົ້າ
ຕໍ່ໄປອີກວ່າ: ຈະບໍ່ແມ່ນທັມະຊາດປ່າໄມ້ປ່ຽນແປງມັນເອງ, ແຕ່ເປັນມະນຸດທີ່ຈະປ່ຽນແປງປ່າໄມ້ອັນຂຽວ
ສົດງົດງາມຢູ່ທົ່ວປະເທດເຮົາໃຫ້ມັນສາບສູນໄປ. ແມ່ນອ້າຍເວົ້າເຣື່ອງຫຍັງນ້ອງບໍ່ເຂົ້າໃຈ ອະທິບາຍໃຫ້ພໍ
ເຂົ້າໃຈກ່ວານີ້ໄດ້ບໍ່? ຂ້າພະເຈົ້າຢ້ອນຄືນໃສ່ອ້າຍບົວສອນ. ອ້າຍບົວສອນຈຶ່ງເວົ້າມາວ່າ: ອ້າຍຈະເລົ່າສູ່ຟັງ
ແຕ່ຫ້າມນ້ອງເດັດຂາດນຳເອົາເຣື່ອງນີ້ໄປເວົ້າສູ່ຄົນອື່ນຟັງເພາະເຣື່ອງນີື້ເປັນຕວາມລັບ, ຄືດັ່ງນີ້: ທາງ
ຣັຖະບານລາວເຮົາຮ້ອງຂໍວຽດນາມເຂົ້າມາຊ່ອຍກຳຈັດແລະກວາດລ້າງພວກເຈົ້າຟ້າໃຫ້ຫາຍສາບສູນໄປ
ຈາກດິນລາວ ທາງວຽດນາມກໍບໍ່ປະຕິເສດ ຍິນດີທີ່ຈະຕອບສນອງຄຳຮຽກຮ້ອງຂອງຣັຖະບານລາວເຮົາແຕ່
ທາງວຽດນາມໄດ້ສເນີເອົາຂອງແລກປ່ຽນຈາກຣັຖະບານລາວເຮົາ ຄື ວຽດນາມຕ້ອງການປ່າໄມ້ຢູ່ລາວເຮົາ
ເປັນຂອງແລກປ່ຽນ. ທາງຣັຖະບານລາວເຮົາຈຶ່ງໄດ້ຖາມຄວາມເຫັນໄປຍັງທຸກກະຊວງທະບວງກົມ ທຸກພາກ
ສ່ວນການຈັດຕັ້ງລັດ ວ່າຈະເຫັນດິຕາມຂໍ້ສເນີຂອງວຽດນາມຫລືບໍ່? ຫລັງຈາກໄດ້ຄວາມເຫັນຈາກພາກ
ສ່ວນກັບມາຈຶ່ງສົ່ງໄປໃຫ້ສູນກາງພັກເພື່ອກວດກາເບິ່ງຫ່າງສຽງຫລືຄະແນນທີ່ໄດ້ມາ. ຜົນປະກົດອອກມາ
ແມ່ນຍິນດີຕອບສນອງຄຳສເນີຂອງວຽດນາມ ຖ້າວ່າວຽດນາມສາມາດທຳລາຍແລະກວາດລ້າງເຈົ້າຟ້າໃຫ້
ສິ້ນສາກອອກຈາກຜືນເເຜ່ນດິນລາວ. ແລະສັນຍານີ້ກໍຈະມີການເຊັນສັນຍາກັນໃນວາຣະທີ່ ຟາມວັນດົງ
ຜູ້ຕາງໜ້າຣັຖະບານວຽດນາມ ແລະ ໄກສອນ ພົມວິຫານ ຜູ້ຕາງໜ້າຣຖະບານລາວຈະເຊັນສັນຍາ ມິຕະ
ພາບແບບພິເສດແລະການຮ່ວມມືຂອງ ລາວ-ວຽດນາມ ທີ່ຈະມີຂຶ້ນໃນກາງປີນີ້ (1977) ຢູ່ທີ່ວຽງຈັນ.
ແຕ່ວ່າສັນຍາເອົາປ່າໄມ້ຕອບແທນຫລືແລກປ່ຽນກັບວຽດນາມມາກວາດລ້າງເຈົ້າຟ້າໃຫ້ນັ້ນຈະເປັນສັນ
ຍາລັບ ແລະສັນຍານັ້ນຈະມີຜົນກໍຕໍ່ເມື່ອເຈົ້າຟ້າໄດ້ສາບສູນໄປຈາກຜືນແຜ່ນດິນລາວຢ່າງສົມບູນແລ້ວຈຶ່ງ
ໃຊ້ການໄດ້.
ຂ້າພະເຈົ້າຖາມອ້າຍບົວສອນວ່າເປັນຫຍັງເພິ່ນຈຶ່ງເລົ່າສູ່ຂ້າພະເຈົ້າຟັງ? ບໍ່ຢ້ານຂ້າພະເຈົ້ານີ້ເອົາໄປເຜີຍ
ແຜ່ແລະເລົ່າຕໍ່ສູ່ຄົນອື່ນຟັງເບາະ? ເພິ່ນຕອບວ່າ: ອ້າຍຮູ້ວ່ານ້ອງຈະບໍ່ເອົາໄປເຜີຍແຜ່ຫລືເວົ້າໃຫ້ຄົນ
ອື່ນຟັງ ເພາະອ້າຍຮູ້ດີວ່ານ້ອງບໍ່ເປັນຄົນແບບນັ້ນ. ທີ່ອ້າຍເວົ້າສູ່ນ້ອງຟັງນີ້ກໍເພື່ອວ່າວັນໃດວັນນຶ່ງໃນອາ
ນາຄົດຖ້າຂ້ອງຍັງມີຊີວິດຢູ່ທີ່ຈະເຫັນເຫດການປ່າໄມ້ບ້ານເຮົາຖືກຕັດຫລືຖືກທຳລາຍແລ້ວນ້ອງຈະຮູ້ວ່າ
ຕົ້ນຕໍມັນມາຈາກໃສ? ເພາະສັນຍານີ້ມັນອາຈະມີອາຍຸໄປເຖິງ 10 ປີ 20 ປີ ຫລືກບ 30 ປີທັງໜ້າ ເວົາ
ລວມແລ້ວກໍຂຶ້ນກັບວ່າທະຫານວຽດນາມຈະໃຊ້ເວລາໄວຫລືດົນປານໃດທີ່ຈະກຳຈັດແລະກວາດລ້າງພວກ
ເຈົ້າຟ້ານີ້ໄດ້.
(ໂປຣດຕິດຕາມເຫຕການຈະເປັນໄປແນວໃດໃນຕອນຕໍ່ໄປ)
ມວນ ໆໆໆໆໆໆໆໆໆໆໆ ແລ້ວຢ່າລືມ ຂຽມປື້ມມາ ໄຫ້ເປັນບັນທຶກປະວັດສາຕດວ້ຍ.
ສົມພໍຫັ້ນແລ້ວພວກແກວມັນຈຶ່ງພາກັນກູທ່າງເຂົ້າມານັ່ງຕັດນອນຕັດເອົາໄມ້ຢູ່ບ້ານເຮົາຈົນເປັນປ່າເປັນພູໂລ້ນໄປໝົດ
ລັດຖະບານກໍບໍ່ວ່າຫຍັງມີແຕ່ມືນຕາເມົ້າໆເບິ່ງມັນ. ຂັ້ນວ່າແກວມາຊ່ອຍປາບພວກເຈົ້າຟ້າມັນຍັງສະເໜີເອົາປ່າໄມ້ຊ່ຳນີ້
ອັນເຮັດເສິກກັບຣາດຊະອານາຈັກລາວຈົນໄດ້ໄຊຊະນະບໍ່ແມ່ນໄປເຊັນສັນຍາຍົກປະເທດໃຫ້ແກວພຸ້ນຫວະ? ສົມພໍຫັ້ນແລ້ວ
ພວກແກວມັນຈຶ່ງຫລັ່ງເຂົ້າຫລັ່ງເຂົ້າມາຢູ່ປະເທດເຮົາ ແຕ່ກໍບໍ່ເຫັນລັດຖະບານລາວເຮົາມີທ່າທີໃຊ້ມາດຕະການແນວໃດກັບ
ພວກແກວເຫຼົ່ານັ້ນ.
ທະຫານກອງທັບປົດປ່ອຍປະຊາຊົນລາວຍັງສືບຕໍ່ໄລ່ຕາມລ່າແລະສ້າງຄວາມບໍ່ສງົບສຸກໃຫ້ແກ່ພວກເຈົ້າຟ້າ
ຢ່າງລຽນຕິດ ແຕ່ກໍບໍ່ສາມາດທີ່ຈະປາບປາມແລະກຳຈັດໃຫ້ກ້ຽງໄປໄດ້ດັ່ງຈຸດໝາຍທີ່ຂັ້ນເທິງຕ້ອງການ, ໄດ້
ມີການແຜ່ຄູນທະວີກຳເນີດຂອງກອງທັບເຈົ້າຟ້າຂຶ້ນທົ່ວໄປຕາມຈຸດຕ່າງໆຂອງແຂວງຊຽງຂວາງ, ແຂວງບໍ
ຣິຄັນ, ແຂວງວັງວຽງ (ວັງວຽງເປັນແຂວງ ໃນປີ 1970 ແລະ ຖືກປ່ຽນກັບມາເປັນເມືອງທີ່ຂຶ້ນກັບແຂວງ
ວຽງຈັນໃນປີ 1978) ແລະແຂວງຫລວງພຣະບາງ. ອາວຸດສົງຄາມທີ່ວັງປາວບໍ່ໄດ້ນຳເອົາເຂົ້າໄປເກັບໄວ້ທີ່
ສາງເພາະບໍ່ຍອມປົດອາວຸດຈຳນົນຕົວຕໍ່ຝ່າຍປະເທດລາວຕາມຄຳສັ່ງຂອງສຸວັນນະພູມາ ໄດ້ໄປຕົກຢູ່ໃນກຳ
ມືຂອງເຈົ້າຟ້າເຊິ່ງຍັງເປັນທີ່ຈົ່ງຮັກພັກດີຕໍ່ວາງປາວແລະກະສັດລາວ ແລະອາວຸດສົງຄາມເຫຼົ່ານັ້ນສາມາດ
ໃຊ້ສູ້ຮົບນານໄດ້ 10 ປີ. ມີທະຫານກູ້ຊາດ (ທະຫານເກົ່າ ລູກຫລານຂອງທະຫານແລະຣາຊະການຝ່າຍວຽງ
ຈັນທີ່ຖືກຝ່າຍປະເທດລາວສັງຫານ ທີ່ໂຕນໄປຢູ່ປະເທດໄທ ແລະບໍ່ຍອມໄປປະເທດທີ່ 3) ໄດ້ອອກມາສົມ
ທົບແລະເຄື່ອນໄຫວຮ່ວມກັບກອງທັບເຈົ້າຟ້າ ສ່ວນຫລາຍຈະເປັນເຂດແຂວງບໍຮິຄັນແລະຄຳມ່ວນ. ນັບ
ວັນນັບໜັກຂຶ້ນ ຝ່າຍເຈົ້າຟ້າແລະພວກກູ້ຊາດໄດ້ສກັດຍິງຣົຖບັນທຸກຂົນສົ່ງທະຫານຂອງອ້າຍນ້ອງຢູ່ຕາມ
ເສັ້ນທາງເລຂທີ່ 13 ແຕ່ເໜືອເຖິງໃຕ້ ແລະໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂົນສົ່ງອາວຸດແລະສະບຽງ
ອາຫານຂອງກອງກຳລັງອ້າຍນ້ອງຫລາຍທີ່ສຸດ.
ເມື່ອສະພາບການນັບມື້ນັບຮ້າຍແຮງຂຶ້ນ ທາງຣັຖະບານລາວຈຶ່ງຮີບຮ້ອນຮຽກຮ້ອງໃຫ້ວຽດນາມສົ່ງທະຫານ
ເຂົ້າມາຊ່ອຍ. ທະຫານວຽດນາມ 2 ກອງພົນປະມານ 25,000 ຄົນ ໄດ້ເຄື່ອນຍ້າຍເຂົ້າມາປະຈຳການຢູ່ລາວ
ມີຢູ່ 4 ຈຸດໃຫຍ່: 1. ເມືອງປາກຊັນ. 2. ເມືອງກາສີ. 3. ຊຳທອງ. 4. ເຂດພູເບັ້ຍ.
(ກະຣຸນາຕິດຕາມໃນຕອນຕໍ່ໄປ)
ກອງກຳລັງກູ້ຊາດແລະເຈົ້າຟ້າໄດ້ປະສານງານກັນທຳລາຍຍານພາຫານະຂົນສົ່ງຂອງກອງທັບແນວລາວຢ່າງ
ໜັກໜ່ວງຕາມເວັ້ນທາໃເລຂທີ່ 13ຈາກປາກກະດິງລົງຫາທ່າແຂກແລະຈາກປາກກະດິງຂຶ້າມາຫາປາກຊັນ.
ທາງພາກເໜືອກໍແມ່ນເຂດເມືອງກາສີຫາສາລາພູຄູນ,ຈາກພູຄູນຫາກິ່ວກະຈຳ ແລະຈາກພູພະຫາຫີນເຫີບ.
ຍຸທະສາດການທຳລາຍຍານພາຫານະຂອງພວກກູ້ຊາດແລະເຈົ້າຟ້ານີ້ໄດ້ສ້າງຄວາມເສັຍຫາຍຢ່າງໜັກແກ່
ຝ່າຍຣັຖະບານ ສປປລ. ທາງກະຊວງປ້ອງກັນປະເທດຂອງ ສປປລ ຈຶ່ງໄດ້ເຜີ້ມກຳລັງປ້ອງກັນຢູ່ຕາວແນວ
ຊາຍແດນ ລາວ-ໄທ (ແຄມຂອງຝັ່ງລາວ) ເພື່ອສກັດກັ້ນພວກກູ້ຊາດທີ່ຂ້າມມາແຕ່ໄທ.
ທະຫານວຽດນາມໄດ້ເລີ່ມຕົ້ນປະຕິບັດງານກວາດລ້າງກຳລັງເຈົ້າຟ້າຕາມຈຸດຕ່າງໆທີ່ເຈົ້າຟ້າອອກມາເຄື່ອນ
ໄຫວ. ພວກເຂົາໄດ້ຈູດເຜົາໝູບ້ານຊາວເຜົ່າມົ້ງທີ່ຕັດສິນໃຈບໍ່ຍອມໜີເຂົ້າປ່າໄປເປັນກຳລັງຂອງເຈົ້າຟ້າ,
ແລະກໍທຳມາຫາກິນແບບປະຊາຊົນລາວທົ່ວໆໄປ ທັງໆທີ່ພວກມົ້ງເຫຼົ່ານັ້ນໄດ້ປະຖີ້ມອາວຸດມາຈັບຈົກຈັບ
ສຽມເຮັດໄຮ່ເຮັດສວນປູກຝັງລ້ຽງຄອບຄົວຂອງເຂົາ. ເມື່ອຈູດບ້ານເຜົາເຮືອນເຂົາແລ້ວຍັງໄລ່ຂ້າໄລ່ແກງ
ເຂົາແບບໄຮ້ມະນຸສທັມທີ່ສຸດ.ຄວາມໂກດຄວາມແຄ້ນຂອງມົ້ງທີ່ຖືກຈູດບ້ານເຜົາເຮືອນຈາກນ້ຳມືຂອງທະ
ຫານວຽດນາມ ພວກເຂົາບໍ່ວ່າຍິງຫລືຊາຍ ໜຸ່ມຫລືເຖົ້າ ແມ້ກະທັ້ງເດັກນ້ອຍໄດ້ຮ່ວມກັນລຸກຂຶ້ນໂຕ້ຕອບ
ແລະບໍ່ຍອມໃຫ້ພວກເຂົາເປັນຝ່າຍຖຶກກະທຳແຕ່ຝ່າຍດຽວ. ມືທີ່ເຄີຍປະຖີ້ມອາວຸດເປັນ 2-3 ປີ ຈຳຕ້ອງ
ຫວນມາຈັບອາວຸດຄືນອີກ, ພວກເຂົາໃຊ້ອາວຸດທີ່ເຂົາມີ ເຊັ່ນປືນສົງຄາມ ປືນແກັບ ໜ້າໜ້ອງ ມີດ ດາບ
ແລະງ້າວ ມາດັກສກັດຂ້າທະຫານວຽດແລະອ້າຍນ້ອງ. ທະຫານວຽດເສັດໃຫ້ພວກມົ້ງແຕ່ລະມື້ບໍ່ຂາດ, ບໍ່
ມີແຕ່ທະຫານວຽດທີ່ເສັດໃຫ້ມົ້ງ ທະຫານອ້າຍນ້ອງກໍຄາງເຫຼືອງໃຫ້ມັນຄືກັນ.
ທີ່ຄ້າຍພູຫວາຍ, ເຈົ້າຟ້າເອົາຈົດໝາຍມາປັກໄວ້ທີ່ທ່ານ້ຳ ແລະຂຽນເປັນຂໍ້ຄວາມດັ່ງນີ້: ເຖິງ: ສະຫາຍສີ
ໄຄ, ເຮົາຢາກໃຫ້ສະຫາຍຍ້າຍຄ້າຍອອກຈາກພູຫວາຍນີ້ ເພາະສະຫາຍມາຕັ້ງຄ້າຍນີ້ຂວາງທາງທຽວເຮົາ
ທາງທີ່ດິໃຫ້ສະຫາຍຍ້າຍຄືນໄປເມືອງພູນພຸ້ນສາ ແລະກໍຍ້າຍອອກໂດຍດີ ແລ້ວສະຫາຍກໍຈະບໍ່ເສັຍທະຫານ
ຂອງສະຫາຍ ເຮົາກໍບໍ່ເສັຍທະຫານຂອງເຮົາ ຈາກ: ວາງຈາ. ຜ່ານມາໄດ້ສອງອາທິດ ເຈົ້າຟ້າກໍເອົາຈົດໝາຍ
ມາປັກໄວ້ທີ່ທ່ານ້ຳບ່ອນເກົ່ານັ້ນອືກ, ແຕ່ຄາວນີ້ໄດ້ເຮັດໃຫ້ທາງຄນະກອງພັນໂກດທີ່ສຸດ ເພາະພາຍຫລັງໄດ້
ຮັບຈົດໝາຍຂອງເຈົ້າຟ້າຄັ້ງທຳອິດນັ້ນ ໄດ້ມີການແຕ່ງທະຫານເທື່ອລະ 3 ຄົນໄປດັກສກັດຢູ່ທີ່ທ່ານ້ຳນັ້ນ
ທຸກໆມື້ໆລະ 24 ຊົ່ວໂມງ ແລ້ວເປັນຫຍັງເຈົ້າຟ້າຈຶ່ງສາມາດເອົາຈົດໝາຍມາປັກໄວ້ບ່ອນເກົ່ານັ້ນໄດ້? ເກີດ
ມີການສຳຣວດວິນັຍຂອງພວກທະຫານທີ່ໄປຊຸ້ມຍາມຄືນນັ້ນແລະເວລາທີ່ພົນເຫັນຈົດໝາຍນັ້ນ. ຂໍ້ຄວາມ
ໃນຈົດໝາຍສບັບທີ່ສອງນີ້ຂຽນວ່າ: ພວກເຮົາໃຫ້ເວລາພວກສະຫາຍອາທິດນຶ່ງໃຫ້ຍົກຍ້າຍອອກ ຖ້າກາຍ
7 ມື້ນີ້ບໍ່ເຫັນພວກສະຫາຍເຮັດຕາມຄຳສເນີຂອງພວກເຮົົາ, ຈຳເປັນພວກເຮົາຕ້ອງມາເຊີນພວກສະຫາຍ
ອອກໄປ. ຈາກ: ວາງຈາ.
(ກະຣຸນາຕິດຕາມຕອນຕໍ່ໄປ)
no human right , Lpa..and Vietnam army
ແຂວງເຂດພິເສດ ໄຊສົມບູນ ໃນປະຈຸບັນນີ້ ໃນເມື່ອກ່ອນແມ່ນຂຶ້ນກັບແຂວງຊຽງຂວາງແລະແຂວງບໍຣິຄັນ
ແລະເປັນດິນແດນຂອງຊາວເຜົ່າມົ້ງນັບເປັນແສນພາກັນຍ່າງມາແຕ່ຊຽງຂວາງແລະເຂດໃກ້ຄຽງ ໂດຍເດີນ
ລັດປ່າວັດເຂົາລົງມາເພື່ອຫວັງໃຫ້ໄປເຖິງຝັ່ງຊອງໃນເຂດເມືອງປາກຊັນແລະອ້ອມແອ້ມ. ພວກມົ້ງເຫຼົ່ານັ້ນ
ໄດ້ເລີ່ມຕົ້ນໜີອອກຈາກຖິ່ນຖານບ້ານຊ່ອງໃນກາງປີ 75 ແລະພວກເຂົາກໍມາແຍກອອກເປັນສອງກຸ່ມ ຄື:
ພວກທີ່ມີເງິນ (ເງິນຂັນເງິນຮາງ) ແຕ່ບໍ່ຂີ້ຖີ່ຈ່າຍແມ່ນລ້ຽວຂວາມຸ້ງໜ້າເຂົ້າເມືອງພູນ ແລະ ພວກທີ່ບໍ່ມີ
ແລະ ພວກທີ່ມີແຕ່ຂີ້ຖີ່ຈ່າຍແມ່ນໄປຊື່ທັດ ແບບຫັນໜ້າໃສ່ແມ່ນ້ຳຂອງແຖບປາກຊັນພຸ້ນລະ. ພວກທີ່ເຂົ້າ
ເມືອງພູນ ຜ່ືາເມືອງພູນແລ້ວຍ່າງໄປຫາບ້ານຊ້ອນນາຊູ ແລະໃຊ້ແວລາຍ່າງປະມານມື້ເຄິ່ງຈຶ່ງຈະເຖິງ. ເມື່ອ
ເຖິງບ້ານຊເອນແລ້ວພວກເຂົາກໍເໝົາຣົຖສອງແຖວ 2 ຫາ 3 ຂັນ ຕໍ່ຄັນນຶ່ງ ໃຫ້ໄປສົ່ງເຖິງວຽງຈັນ. ພວກ
ທີ່ແລ່ນຣົຖໂດຍສານຫລືມີຣົຖໃນເວລານັ້ນແມ່ນຣວຍນຳມົ້ງ ຈົນບາງເຈົ້າຂອງຣົຖສອງແຖວໄດ້ປະຖີ້ມຜູ້
ໂດຍສານຂາປະຈຳ ຄືພໍ່ຄ້າແມ່ຂາຍ ໄປເອົາເງິນຂັນເງິນຮາງນຳມົ້ງສາກ່ອນ ເພາະມົ້ງມີຢູ່ປະມານເຄິ່ງແສນ
ທີ່ໄປເຖິງນາຊູ ແລະຈະເດີນທາງເຂົ້າວຽງຈັນ. ພວກທີ່ບໍ່ທັນຣົຖແມ່ນບໍ່ໄດ້ນັ່ງຖ້າ ພວກເຂົາຍ່າງຕໍ່ໄປເລີຍໆ
ຈົນຣົຖກັບມາເຈິະຢູ່ບ່ອນໃດແມ່ນເຂົາຈະເໝົາຣົຖຕໍ່ຢູ່ບ່ອນນັ້ນ. ຍາມນອນພວກເຂົາບໍ່ແຄຣ໌ວ່າຢູ່ບ່ອນໃດ
ເອົາແບບວ່າຄ່ຳໃສນອນນັ້ນ, ເປັນໜ້າສັງເວທແຕ່ພວກເດັກນ້ອຍແລະແມ່ລູກອ່ອນໃນເວລາຝົນຕົກທີ່
ພາກັນຍ່າງແຂ່ງຝົນ. ພວກທີ່ໄປທາງບ້ານຊ້ອນນັ້ນແມ່ນເຂົ້າໄປເຖິງວຽງຈັນເປັນສ່ວນຫລາຍ ກ່ອນຣັຖະ
ບານຈະມີຄຳສັ່ງໃຫ້ສກັດກັ້ນໃຫ້ພວກເຂົາເດີທາງກັບຄືນແບບວ່າໃຜມາແຕ່ທີ່ໃດໃຫ້ກັບຄືນໄປທີ່ນັ້ນ, ແລະ
ຣັຖະບານຫ້າມເດັດຂາດບໍ່ໃຫ້ຮົຖໂດຍສານຮັບເອົາມົ້ງເຂົ້າວຽງຈັນອີກ ຖ້າໃຜຝືນຈະຖືກໂທດຕາມກົດ
ໝາຍ. ພວກມົ້ງທີ່ມາເຖິງວຽງຈັນໄດ້ເຂົ້າໄປພົບຜູ້ຕາງໜ້າອົງການສະຫະປະຊາຊາດທີ່ວຽງຈັນ ແລະສເນີ
ທີ່ຈະເດີນທາງເຂົ້າປະເທດໄທໃຫ້ໄດ້ຕາຍກໍຍອມຕາຍເພາະບໍ່ມັກຄອມມຸຍນິສ. ຣັຖະບານລາວຈະບໍ່ມີສິດໄປ
ແຕະຕ້ອງພວກມົ້ງທີ່ມາເຖິງວຽງຈັນໄດ້ເດັດຂາດບໍ່ວ່າກໍຣະນີໃດໆ. ຜູ້ຕາງໜ້າສະຫະປະຊາຊາດທີ່ວຽງຈັນ
ກໍໄດ້ສົ່ງເຮືອມາຂົນເອົາພວກເຂົາຂ້ວາມໄປໄທຫລັງຈາກປະກອບເອພະສານຕ່າງໆແລ້ວໆ, ປານນັ້ນນັບ
ເປົນເຄິ່ງແມ່ນຈ້າງເຮືອຂ້ວາມເອງ ເພາະພວກເຂົາບໍ່ຢາກຢູ່ທີ່ວຽງຈັນດົນເພາະຄນະຣັຖະບານຝ່າຍວຽງຈັນ
ກໍພາກັນທະຍອຍທີເຂົ້າໄທແຕ່ລະມື້ຢູ່ແລ້ວ.
ສ່ວນພວກມົ້ງພວກທີ່ເດີນລັດປ່າລັດພູລົງໄປທາງປາກຂັນນັ້ນຍັງບໍ່ທັນມີໃຜຊອດປາກຊັນຈັກຄົນເທື່ອ,
ແລະກໍບໍ່ມ້ໃຜຮູ້ຊະຕາກັມພວກເຂົາຈະເປັນແນວໃດ? ພວກທີ່ຖືກພັກດັນໃຫ້ເດີນທາງກັບຢູ່ຕາມເສັນທາງ
ເລຂທີ່ 13 ຣະຫວ່າງຈາດບ້ານຫ້ວຍໝໍ້ວັງວຽງຫາວຽງຈັນນັ້ນເຂົາບໍ່ຍອມເດີນຖອຍຫລັງ ຕາຍເປັນຕາຍ
ເຂົາເດີນໜ້າລູກດຽວ ແລະແລ້ວພວກເຂົາສິ່ງທີ່ບໍ່ໜ້າຈະພົບເຫັນກໍເຫັນຈົນໄດ້, ແຕ່ລະມື້ແຕ່ລະວັນກໍຈະ
ເຫັນສົບຂອງພວກມົ້ງໄຫລມາຕາມແມ່ຂອງແລະຜ່ານນະຄອນວຽງຈັນໄປ ມີທັງຍິງທັງຊາຍທັງຜູ້ເຖົ້າແລະ
ເດັກນ້ອຍ ແລະກໍວໍ່ມີໃຜຈະສັລະສູດວ່າພວກສົບທີ່ໄຫລນ້ຳມານັ້ນ ຕາຍດ້ວຍເຫຕຜົນອັນໃດ? ບ້ານເມືອງ
ກໍພວມຫຍຸ້ງກໍເລີຍບໍ່ມີໃຜເອົາຫົວຊານຳເຣື່ອງນີ້.
ບໍ່ພໍເທົ່າໃດອາທິດ ກໍເຖິງວັນທີ 2 ທັນວາ ປີ 75 ປະຊາຊົນລາວກໍພາກັນຫ້າວຫັນແລະລໍຄອຍໃຫ້ວັນນັ້ມາ
ເຖິງ, ໃນທີ່ສຸດວັນັ້ນກໍໃາຮອດ. ປະເທດລາວໄດ້ປ່ຽນຣະບອບການປົກຄອງແລະມີຣັຖະບານໃໝ່ ແຕ່ນັ້ນມາ
ຈຶ່ງເຮັດໃຫ້ມົ້ງທີ່ຈັງຕົກຄ້າງແລະແຕກກະຈາຍຢູ່ໃນຣະຫວ່າງປາກຊັນຂຶ້ນໄປເໜືອຮອດພູເບັ້ຍ ນັບເປັນ
ຫລາຍໝື່ນຄົນ. ຣັຖະບານ ສປປລ ໄດ້ມີຄຳສັ່ງໃຫ້ເດັດຫົວພວກມົ້ງບໍ່ໃຫ້ເຫຼືອແມ່ນແຕ່ຮາກແລະເຫງົ້າ.
ນັບແຕ່ນັ້ນມາສົງຄາມເຈົ້າຟ້າຈຶ່ງໄດ້ຣະບາດຂຶ້ນ.
ຂ້າພະເຈົ້າຂຽນມາຂ້າງເທິງນີ້ບໍ່ແມ່ນຂຽນຂ້າມຢຸກຂ້າມຢິກເດີ້, ຂຽນອອກມາເພື່ອໃຫ້ທ່ານຄົນໃດ ແລະເຍົາ
ວະຊົນຫລຸ້ນຫລັງທີ່ບໍ່ຮູ້ວ່າຊາວເຜົ່າມົ້ງໄດ້ພາກັນຍ່າງໜີອອກຈາກເມືອງລາວກ່ອນປົດປ່ອຍ ວັນທີ່ 2 ທັນ
ວາ 75 ພຸ້ນ, ຫລັງຈາກຕົກປີ 1975 ມາ ພວກເຂົາກໍທະຍອຍກັນໜີແລ້ວ.
(ຕໍ່ຈາກຕອນທີ່ແລ້ວ)
ມົ້ງທີ່ເດີນມຸ້ງໜ້າສູ່ປາກຊັນນັ້ນໄດ້ຖືກທະຫານຝ່າຍອ້າຍນ້ອງກັນທາງໄວ້ປະມານ 20 ກິໂລແມັດຫ່າງຈາກ
ຊັນຫລືແມ່ນ້ຳຂອງ ແລະສັ່ງການໃຫ້ພວກເຂົາກັບຄືນ ຖ້າໃຜບໍ່ກັບຕ້ອງຕາຍສະຖານດຽວ. ພວກມົ້ງຈຶ່ງໄດ້
ຈັດແຍກຄົນຂອງເນົາອອກເປັນສອງກຸ່ມ, ພວກຜູ້ຍິງ ຜູ້ເຖົ້າ ແລະເດັກນ້ອຍ ຢູ່ກຸ່ມນຶ່ງ ແລະຊາຍສະກັນຕັ້ງ
ແຕ່ອາຍຸ 18 ປີຂຶ້ນໄປຫາ 45 ປີອອກເປັນກຸ່ມນຶ່ງ ແລະກຸ່ມນີ້ຈະເປັນກຸ່ມຕີກັບທະຫານອ້າຍນ້ອງເພື່ອເບີກ
ທາງໃຫ້ກຸ່ມຜູ້ຍິງຜູ້ເຖົ້າແລະເດັກນ້ອຍເດີນໜ້າໄປສູ່ນ້ຳຂອງ. ທາງທະຫານອ້າຍນ້ອງກໍຕະເວນຊອກຫາມົ້ງ
ແລະໄລ່ພວກເຂົາໃຫ້ກັບຄືນຖິ່ນເກົ່າຂອງພວກເຂົາ ແບບປ່ຽນກັນຍູ້ກັນໄປໄລ່ກັນຄືນແບບນີ້ຢີ່ເປັນເນື່ອງ
ນິດ, ເມື່ອຕ່າງຝ່າຍຕ່າງບໍ່ພໍໃຈເວົ້າບໍ່ເຂົ້າເຣື່ອງກັນກໍເລີຍເກີດໃຂ້ອາວຸດຕໍ່ສູ້ເຂັ່ນຂ້າກັນຫລັງຈາກຣັຖະບານ
ສປປລ ໄດ້ຍຶດອຳນາດ ທີ່ 2 ທັນວາ 75. ນັບແຕ່ນັ້ນມາຣັຖະບານ ສປປລ ຈຶ່ງຖືວ່າພວກມົ້ງທີ່ເຄີຍຢູ່ພາຍ
ໃຕ້ການປົກຄອງຂອງຝ່າຍຣັຖະບານຂອງຝ່າຍວຽງຈັນທີ່ມີ ວັງປາວ ເປັນຫົວໜ້າຂອງເຂົານັ້ນ ເປັນກະບົດ
ຊາດ ຊຶ່ງ ຄຳໄຕ ວີພັນດອນ ຣັຖະມົນຕຣີກະຊວງປ້ອງກັນປະເທດ ສປປລ ໃນສມັຍນັ້ນໄດ້ປະກາດອອກ
ເປັນທາງການເພື່ອໃຫ້ປະຊາຊົນລາວແລະສາກົນຮັ້ບຮູ້ ເພື່ອບໍ່ໃຫ້ສາກົນເຂົ້າມາກ່ຽວຂ້ອງກັບກໍຣະນີປາບ
ປາມພວກປະຊາກອນຊາວເຜົ່າມົ້ງນີ້ ແລະໃຫ້ຖືວ່າເປັນເຣື່ອງພາຍໃນປະເທດ.
ຂໍຢ້ອນເຖິງພວກມົ້ງທີ່ຍ່າງມາຕາມເສັ້ນທາງເລຂທີ່ 13 ກໍມາຖືກທະຫານອ້າຍນ້ອງ (ເພິ່ນວ່າຕຳຣວດແຕ່
ສມັຍນັ້ນບໍ່ຮູ້ວ່າໃຜທະຫານໃຜຕຳຣວດ ນຸ່ງເຄື່ອງແບບຄືກັນແລະຕິດອາວຸດສົງຕາມຂົບສຸດຕືກັນ) ໄດ້ໂຈະ
ຫລືອັດທາງບໍ່ໃຫ້ພວກມົ້ງຜ່ານຂົວຫີນເຫີບ ກໍເລີຍມີການຂ້າຟັນກັນເກີດຂຶ້ນ, ມົ້ງອົດບໍ່ໄຫວເລີຍດຶງເອົາ
ພ້າຂໍຂອງພວກເຂົາອອກມາສັບໜ້າພາກທະຫານອ້າຍນ້ອງທີ່ເຝົ້າຍາມຂົວຢູ່ສົ້ນທາງເໜືອຕາຍໝົດທັງ
8-9 ຄົນນັ້ນແລ້ວພວກເຂົາກໍຮີບຟ້າວແລ່ນຂ້າມຂົວມາທາງສົ້ນຂົວທິດໃຕ້ນີ້ແລ້ວໃຂ້ພ້າຂໍໂດດເຂົ້າຟັນທະ
ຫານຍາມສົ້ນຂົວເບື້ອງນີ້ຊຶ່ງໃນຄອນນັ້ນພວກທະຫານພາກັນຫລະເຫຼີງຕໍ່ວຽກງານຊຶ່ງປ່ອຍໃຫ້ທະຫານໃໝ່
(ເປັນທະຫານນ້ອຍ ອາຍຸປະມານ 15-16 ປີ) ເຫຼືອນັ້ນແມ່ນໄປແຂວນອູ່ນອນເວັນຢູ່ກ້ອງຮົ່ມຕົ້ນໄມ້ພຸ້ນ
ທະຫານຍາມສົ້ນຂົວເບື້ອງນີ້ກໍບໍ່ຕ່າງຫຍັງກັບພວກຢູ່ສົ້ນເບື້ອງນັ້ນແມ່ນຖືກມົ້ງເອົາພ້າຂໍສັບເຂົ້າໜ້າແດ່ນ
ຕານກັນໝົດໃນຕອນກາງເວັນແສດໆເລີຍລະ. ຫລັງຈາກນັ້ນພວກມົ້ງທີ່ຄ້າງຢູ່ຂົວຫີນເຫີບກໍຜ່ານຂົວໄປ
ໄດ້ ແຕ່ກໍບໍ່ທັນໄປຮອດໃສພາກັນແຕກສະນະໂມເຂົ້າປ່າເມື່ອທະຫານກອງທັບອ້າຍນ້ອງຍົກກຳລັງເຂົ້າມາ
ເຖິງແລະຄວບຄຸມສະຖານະການໃນຫີນເຫີບນັ້ນໄວ້ໄດ້. ນັບແຕ່ວັນນັ້ນມາບໍ່ມີໃຜຮູ້ຊະຕາກັມຂອງພວກມົ້ງ
ເຫຼົ່ານັ້ນເລີຍ ແຕ່ຄົນໃນເຂດນັ້ນສັນິຖານວ່າຖືກຂ້າຕາຍຫລືກໍເດີນໄປທາງສາມໝື່ນເມືອງເຟືອງແລະລັດ
ໄປໃສ່ແມ່ນ້ຳຂອງກໍເປັນໄດ້ຖ້າຫາກຍັງມີຊີວິດຢູ່. ແລະມີບາງກຸ່ມແມ່ນຜ່ານມາທາງພູແຊແລ້ວເລາະລຽບ
ມາຕາມແຄມອ່າງເກັບນ້ຳຂອງເຄື່ອນນ້ຳງຶ່ມເຂົ້າມາທ່າລາດແລະເດີນທາງຍ່າງເຂົ້າວຽງຈັນບໍ່, ສ່ວນຫລາຍ
ກໍໄປປັນຫລັກຢູ່ນຳພີ່ນ້ອງທີ່ຫລັກ 52 ເພື່ອລໍຈັງຫວະແລະໂອກາດທີ່ຈະຂ້ວາມແມ່ນ້ຳຂອງໄປສູ່ປະເທດໄທ.
ກັບຢ້ອນເຂົ້າມາເຫຕການທີ່ພູຫວາຍຄືນ....
ໃນວັນທີ 14 ເດືອນກຸມພາ 77 ເວລາ 12 ໂມງ ທ່ຽງຄືນ, ລູກ ການົງ 57 ຕົກໃສ່ຄ້າຍສຳນກັກກອງພັນ
4 ລູກພ້ອມກັນ ແລະມາແບບສາຍຟ້າແລບເພາະບໍ່ທັນໄດ້ຍິນສຽງອອກຈາກຈຸດທີ່ພວກມັນຍິງອອກມາ.
ຂ້າພະເຈົ້າຮີບລຸກພວດພາດຂຶ້ນມາຈາກທີ່ນອນແລ້ວຟື້ຈັບເອົາເກີບມາໃສ່ ຈັບເອົາໝວກແລະປືນພ້ອມ
ກັບຕຸດແຊລູກປືນມາສວມໃສ່ (ຕຸດແຊລູກປືນບໍ່ຕ່າງຫຍັງກັບເວສື້ອເກາະ ເພາະມີຝັກລູກປືນ ອາກາຢູ່
ເບື້ອງລະ 4 ຝັກ [ທາງໜ້າແລະທາງຫລັງ] ຕາມປົກະຕິແລ້ວ ແຕ່ລະຕຸດແຊລູກປືນມີແຕ່ 4 ຝັກ ແຕ່
ອ້າຍບົວສອນມາປະດິດຫຍິບສອງຕູດແຊເຂົ້າກັນເປັນອັນດຽວແລະເປັນແບບເສື້ອເກາະປ້ອງກັນລູກປືນ
ທາງໜ້າແລະທາງຫລັງ) ແລະກໍຟ້າວແລ່ນອອກໄປປະທັບຂຸມຄອງຢູ່ຕໍ່ໜ້າຂຸມນອນຂອງຕົນເອງກັບອ້າຍ
ບົວສອນ ແລະບໍ່ເຖິງນາທີອ້າຍບົວສອນກໍຕາມອອກມາ. ບັກວັງຈາມັນເຮັດແລ້ວເພາະຄົບຮອບ 5 ມື້ທີ່
ມັນເວົ້າຢູໃນໜັງສືນັ້ນ, ອ້າຍບົວສອນລາວຈົ່ມອອກສູ່ຟັງ. ບໍ່ພໍສອງນາທີກໍມາອີກ 4 ລູກຕິດໆກັນມາອີກ
ແລະ ສອງບູກຕົກໃສ່ເຮືອນຄົວ ແລະອີກສອງລູກໃຈກາງຄ້າຍນັ້ນໂລດ. ຜູ້ຂ້າກໍທັງສັ່ນທັງເຊັນແລະກໍເອົາ
ຫົວມຸດລົງພື້ນຂຸມຄອງຄືເກົ່ານັ້ນລະ ຄັງນີ້ບໍ່ຄືຄັ້ງກ່ອນ ຄັ້ງນີ້ຖືກອ້າຍວົວາອນຮ້າຍແລະບໍ່ໃຫ້ນອນແໝບ
ລົງຂຸມຄອງອີກ ໃຫ້ຈັບຕາຈ້ອງມອງໄປທາງໜ້າເພື່ອຕຽມຮັບມືກັບຄູ່ຕໍ່ສູ້. ມັນຍິງ 12.7ມມ ກວາດເຂົ້າ
ມາໃສ່ຄ້າຍຍົກໃຫຍ່ນຶ່ງແລ້ວກໍງຽບໄປປະມານ 3-4 ນາທີ ຜູ້ກອງດວງໃຈ (ຜູ້ບັງຄັບກອງຮ້ອຍ 55 ປ້ອງ
ກັນສຳນັກກອງພັນ) ໄດ້ສັງໃຫ້ຍິງລູກໄຟຈ້ອງຂຶ້ນເພື່ອສັງເກດການ. ປາດໂທອີ່ແມ່ຂ້ອຍ! ຫລຽວເຫັນດຳ
ຂູ້ມມູ້ມໝູບເປັນຈຸດເປັນຈຸດຢູ່ຕາມແຄມປ່າຕີນຄ້າຍ ຊຶ່ງພວກເຂົາກຳລັງທີ່ຈະເຄື່ອນເຂົ້າມາຫາຄ້າຍ.
ນ່ວຍກຳລັງໄຟຂອງກອງຮ້ອຍກໍຍິງ ເບ 40 ແລະ 41ໄປໃສ່ 4ລູກ ພວກທະຫານກໍພາກັນຍິງໃສ່ຈຸດຕ່າງໆ
ບາງຄັ້ງຍັງສັງເກດເປັນເຂົາແລ່ນຫລີກລູກປືນ. ໃນທັນໃດນັ້ນພວກເຈົ້າຟ້າກໍສວຍໂອກາດຍິງ 57 ມາໃສ່
ໃນເວລາທີ່ມີແສງສວ່າງຂອງດອກຈ້ອງໄຟນີ້ອີກ 3 ບູກດ້ວຍກັນ ແລະກໍຖືກຈຸດເປະໃຫ້ມັນໂລດ 2ລູກ,
ສ່ວນລູກນຶ່ງຂ້າມຄ້າຍໄປຕົກຢູ່ເດີ່ນລົງພຸ້ນ. ບໍ່ພໍ 5 ນາທີມັນຍ່ອງຄ້າຍ 85 ຊຶ່ງຄ້າຍນີ້ຕັ້ງຟູ້ໂນນພູນ້ອຍ
ໜ່ວຍນຶ່ງທີ່ມນຈຸດສູງກ່ອນທຸກຄ້າຍ ແລະ ກອງຮ້ອຍ 85 ນີ້ກໍເປັນກອງຮ້ອຍກຳລັງໄຟຂອງກອງພັນ.ຖ້າ
ວ່າເຈົ້າຟ້າຍຶດຄ້າຍ 85 ນີ້ໄດ້ ແມ່ນມັນຈະມີຄວາມສະດວກໃນການໂຈມຕີດ້ວຍກຳລັງໄຟຂອງພວກມັນ
ເພາະມັນຍຶດຈຸດສູງທີ່ສາມາດບັນຊາໄດ້ທຸກຈຸດໃນເຂດຄ້າຍພູຫວາຍນີ້. ຄ໊າຍ 85 ຖືກບຸກຢ່າງໜັກຈົນໄດ້
ຂໍກອງກຳລັງໜູນຈາກກອງຮ້ອຍປະຈັນບານ 65 ແລະ 75 ອອກໄປຊ່ອຍຕີຕັດຫລັງກອງກຳລັງຂອງເຈົ້າ
ຟ້າທີ່ກຳລັງບຸກໂຈມຕີກອງຮ້ອຍ 85 ຢູ່ນັ້ນ. ພວກເຈົ້າຟ້າອີກກຸ່ມນຶ່ງທີ່ຢູ່ທາງຕີນຄ້າຍຂອງຄນະກອງພັນ
ບຸກເຂົ້າມາປະຊັນກັບກອງຮ້ອຍ 55, ສຽງປືນແຕກສນັ້່ນຫວັ່ນໄຫວຈາກທັງສອງຝ່າຍ. ໄດ້ແຕ່ຄຶດໃນໃຈ
ວ່າ ກູບໍ່ຕາຍມື້ນີ້ແລ້ວຈະບໍ່ມີມື້ຕາຍ. ພໍດີຕິດຕໍ່ຂອງຄນະກອງພັນມານຳເອົາອ້າຍບົວສອນໃຫ້ໄປທີ່ສຳນັກ
ກອງພັນເພາະມີປະຊຸມດ່ວນ ອ້າຍບົວສອນຈຶ່ງໄປເອົາທະຫານຄົນນຶ່ງມາເປັນໝູ່ຂ້າພະເຈົ້າໃນເວລາທີ່ເພິ່ນ
ເຂົ້າປະຊຸມນັ້ນ. ເປັນແຕ່ຈັ່ງບຸນຂຸມນອນຂອງຕົນເອງກັບອ້າຍບົວສອນບໍ່ໄດ້ຢູ່ທາງຄ້າທີ່ປິ່ນໜ້າເຂົ້າປ່າ
ຈຶ່ງບໍ່ຄ່ອຍຍິນສຽງລູປືນບິນເຂົ້າມາໃກ້ໄດ້ຍິນແຕ່ສຽງລູກປືນທີ່ບິນຂ້າມຫົວໄປແລະສູງປະມານ 5 ຫາ 10
ແມັກພຸ້ນລະ. ປະມານ 15 ນາທີຕໍ່ມາ ອ້າຍບົວສອນກໍກັບມາແຕ່ປະຊຸມດ່ວນ ເພິ່ນກໍເລົ່າສູ່ຟັງວ່າ ຜູ້ກອງ
ສໍ ຄນະກອງຮ້ອຍ 85 ເສັຍແລ້ວ ແລະທາງຄນະກອງພັນສັ່ງລົງມາບໍ່ໃຫ້ປະຄ້າຍໃຫ້ສູ້ຕາຍໄປເຖິງນາທີສຸດ
ທ້າຍ.
(ເຫຕການຈະເປັນຢ່າງໃດໂປຣດຕິດຕາມໃນຕອນຕໍ່ໄປ)
ກອງຮ້ອຍ 65 ແລະ 75 ໄດ້ສົ່ງໜ່ວຍປະຈັນບານອອກໄປຊ່ອຍຄ້າຍ 85 ຄ້າຍລະ 2 ໝູ່ ໂດຍໃຊ້ວິທີບຸກໂຈມ
ຕີຕັດຫລັງກຳລັງເຈົ້າຟ້າທີ່ກຳລັງເສື່ອມເຂົ້າເກືອບຈະປະສິດຂຸມຄອງຂອງຄ້າຍ 85. ທະຫານເຈົ້າຟ້າຖືກໂຈມ
ຕີທາງດ້ານໜ້າແລະດ້ານຫລັງຢ່າງໜັກຈຶ່ງເປັນຜົນໃຫ້ພວກເຂົາຈຳຕ້ອງປົບໝີອອກຈາກວົງລ້ອມນັ້ນໄປ,
ໂດຍຕີຜ່າໜ່ວຍປະຈັນບານທີ່ຕີຕັດຫລັງຂອງພວກເຂົາຢູ່ນັ້ນອອກໄປຢ່າງໜັກໜ່ວງຄືກັນ. ບໍ່ພໍ 10 ນາທີ
ສຽງປືນທາງຄ້າຍ 85 ກໍຄ່ອຍຮ້ວຍລົງໄປ, ມາໜັກທາງຄ້າຍ 55 ສຳນັກກອງພັນພີ້. ພວກເຈົ້າຟ້າພະຍາຍາມ
ທີ່ຈະເຂົ້າເຖິງຄ້າຍແຕ່ກ່ອນຈະເຂົ້າມາໄດ້ຕ້ອງໄດ້ຜ່ານແລະປະເຊີນກັບເດີ່ນມິນທີ່ຫ້າງໄວ້ຈຳນວນເປັນຮ້ອຍໆ
ທີ່ຝັງໄວ້ທົ່ວໄປໝົດໃນບໍຣິເວນທີ່ເຂົາຈະຜ່ານເຂົ້າມານັ້ນ. ຜົນກໍປະກົດຂຶ້ນ, ມິນໄດ້ຣະເບີດຂຶ້ນສອງສາມລູກ
ແລ້ວກໍມິດໄປ ພວກເຂົາຄົງຈະຊ່ອຍເອົາຄົນເຈັບຫລືຕາຍທີ່ຢຽບມິນນັ້ນອອກໄປ. ເຖິງປານນັ້ນພວກເຈົ້າ
ຟ້າຍັງບໍ່ມີທ່າທີທີ່ຈະເລີກລາຫລືຖອຍອອກ ຄິດວ່າພວກເຂົາກໍຈະສູ້ເຖິງທີ່ສຸດຄືກັນເພາະເຂົາຍັງປືນກົນເບົາ
ສຸມມາໃສ່ຢ່າງບໍ່ຢຸດຢັ້ງແລະ ແລະແຖມມາດ້ວຍລູກ ອີ່ປັອກ ແອມ 79. ທະຫານອ້າຍນ້ອງກອງຮ້ອຍ 55
ຖືກບາດເຈັບແລະເສັຍຊີວິດຈຳນວນນຶ່ງໃນເວລາທີ່ກຳລັງຍິງຕໍ່ສູ້ກັນຢູ່ນັ້ນ ແຕ່ກໍຍັງຄວບຄຸມສະຖານະການ
ໄວ້ໄດ້ຢູ່. ທາງກອງຮ້ອຍ 65 ແລະ 75 ໄດ້ປະສານງານກັນອີກໂດຍສົ່ງຄ້າຍລະສອງໝູ່ (** ໝູ່ນຶ່ງມີ 6 ຄົນ
4 ໝູ່ເປັນໝວດນຶ່ງ - 4 ໝວດເປັນກອງຮ້ອຍນຶ່ງ ແລະ ກອງພັນນຶ່ງມີຢູ່ 4 ກອງຮ້ອຍ **) ອອກໄປຕີ
ຕັດຫລັງພວກເຈົ້າຢ້າທີ່ບຸກໂຈມຕີຄ້າຍຄນະກອງພັນຢູ່ນັ້ນ,ແຕ່ພວກເຈົ້າຟ້າຄົງຈະກະກຽມແລະວາງແຜນ
ການລ່ວງໜ້າໄວ້ແລ້ວ ພວກທະຫານອ້າຍນ້ອງທີ່ອອກຈາກຄ້າຍ 65 ແລະ 75 ສຸດທີ່ສອງມານັ້ນໄດ້ຖືກ
ເຈົ້າຟ້າສກັດຍິງບໍ່ຫ່າງໄກຈາກຕີນຄ້າຍພໍປະມານ. ແລະໃນເວລານັ້ນຄ້າຍ 65 ແລະ 75 ກໍຖືກຖລົ່ມດ້ວຍ
ການົງ 57 ແລະປືນຄົກ 81 ຂອງເຈົ້າຟ້າຢ່າງໜັກ ແຕ່ກໍບໍ່ນານເຖິງ 10 ນາທີ ເພາະກອງຮ້ອຍ 85 ໄດ້
ສັງເກດເຫັນຈຸດທີ່ເຈົ້າຢ້າຍິງປືນເຫຼົ່ານັ້ນມາ ຈຶ່ງຍິງໂຕ້ຕອບໃສ່ຈຸດນັ້ນດ້ວຍ ເບ 41, ປືນຄົກ 80 ແລະປືນ
ກົນໜັກ 12.8 ແບ້ວພວກເຈົ້າຟ້າກໍມິດງຽບໄປ. ການປະທະກັນຢູ່ແຄມຕີນຄ້າຍຂອງຄ້າຍ 65 ແລະ 75
ນັ້ນແມ່ນຝ່າຍອ້າຍນ້ອງເປັນຝ່າຍເສັຍປຽບເພາະເປັນຝ່າຍຖືກດັກສກັດຍິງຈຶ່ງຈຳເປັນຕ້ອງກັບເຂົ້າຄ້າຍ
ຄືນໂດຍໄດ້ແບກແລະຫາມເອົາຄົນເຈັບແລະຕາຍກັບເຂົ້າມາພ້ອມ.
(ເຫຕການຈະເປັນແນວໃດກະຣຸນາລໍຖ້າອ່ານໃນຕອນຕໍ່ໄປ)
ການສູ້ຮົບກັນຄັ້ງນີ້ໃຊ້ເວລາເກືອບເຖິງ 2 ຊົ່ວໂມງກ່ອນຈະເລີກລາກັນລົງ,ທາງຝ່າຍເຈົ້າຟ້າເປັນຝ່າຍຖອຍ
ກັບ ແລະໄດ້ສ້າງຄວາມເສັຍຫາຍໃຫ້ທັງສອງກ້ຳຝ່າຍເປັນຢ່າງໜັກ. ທາງກອງພັນ 15 ຖືກສູນເສັຍທະຫານ
ໄປ 17 ຄົນ ນຶ່ງໃນນັ້ນເປັນຄນະກອງຮ້ອຍ, ຊັ້ນຜູ້ບັງຄັບໝວດ 3 ຄົນ ແລະ ບຳລຸງກອງພັນ 1 ຄົນ (ບຳລຸງ
ແມ່ນ ຄົນຜູ້ທີ່ມີໜ້າທີ່ຮັບຜິດຊອບເບີກຈ່າຍເງິນເດືອນແລະເຄື່ອງອຸປະໂພກບໍຣິໂພກໃຫ້ແກ່ທະຫານທີ່ຝ່າຍ
ວຽງຈັນເອີ້ນວ່າ ໂອເດ້ ນັ້ນລະ) ແລະບາດເຈັບສາຫັດ 3 ບໍ່ສາຫັດ 5ຄົນ. ພໍຮຸ່ງແຈ້ງມື້ໃໝ່ຂຶ້ນມາກໍມີທະຫານ
ອອກໄປສຳຣວດກວດກາເບິ່ງພື້ນທີ່ຢູ່ອ້ອມແອ້ມວົງຣັສມີ 500 ແມັດຂອງຄ້າຍກໍພົບຮອຍເລືອດແລະຮອຍ
ລາກແກ່ຄົນຕາຍແລະເຈັບເຂົ້າປ່າໄປ ແລະກໍພົບປືນ M16 ສອງກະບອກທີ່ເຂົາປະຖີ້ມໄວ້. ພວກທີ່ໄປລາຕະ
ເວນໃນວັນດຽວກັນນັ້ນກໍໄດ້ພົບທະຫານເຈົ້າຟ້າທີ່ບາດເຈັບນອນສລົບຢູ່ແຕ່ບໍ່ມີອາວຸດແລະກໍນຳໂຕເຂົ້າມາ
ມອບໃຫ້ທາງຄນະສຳນັກກອງພັນ ແລະກໍໄດ້ໃຫ້ການປິ່ນປົວບາດແຜເບື້ອງຕົ້ນໃຫ້ຜູ້ກ່ຽວກອ່ນຈະສືບສວນ
ແລະສົ່ງໄປຮັກສາຕົວຢູ່ແນວຫລັງ (ຮອດແນວຫລັງແມ່ນບຸນຫລາຍສາຍຍາວ ຢ້ານແຕ່ຖືກນຳໄປໂດດຈ້ອງ
ລົງໜ້າຜາແບບຫລາຍສິບຄົນທີ່ຖືກຈັບມາ) ແຕ່ຜູ້ນີ້ບໍ່ແມ່ນຄົນເຜົ່າມົ້ງ, ເປັນຄົນລາວແລະເປັນທະຫານທີ່
ໂຕນສັມະນາມາແຕ່ເຂດເມືອງຝັ້ນເມືອງເຄິງແຂວງຊຽງຂວາງ ໂຕນມານຳກັນສິບກ່ວາຄົນແຕ່ຖືກຕາມລ່າ
ແລະຖືກຍິງຕາຍກາງທາງໄປຈຳນວນນຶ່ງ ແລະເຫຼືອພຽງ 8 ຄົນລອດຊີວິດມາແຕ່ມາພໍ້ພວກທະຫານເຈົ້າຟ້າ
ເລີຍບໍ່ມີທາງເລືອກກໍເລີຍອາສາສມັກໄປຢູ່ກັບເຂົາມ ນີ້ກໍເປັນຄຳໃຫ້ການຂອງສະເລີຍຄົນນັ້ນ.
ຕັ້ງແຕ່ວັນນັ້ນມາສະຖານະການກໍຍານລົງໜ້ອຍນຶ່ງບໍ່ມີການປະທະກັນແບບດຸເດືອດດັ່ງຄັ້ງທີ່ຜ່ານມາ ແຕ່
ການດັກສກັດຍິງທະຫານອ້າຍນ້ອງຍັງມີກໍຣະນີນີ້ເກີດຂ້ຶນບໍ່ຂາດແຕ່ລະວັນ ແລະພວກທະຫານອ້າຍນ້ອງທີ່
ໄປລາຕະເວນກໍເກີດປະທະກັບພວກເຈົ້າຟ້າຢູ່ຕາມຈຸດຕ່າງໆທີ່ໄກຈາກຖານທັບ ບາງຄັ້ງກໍເຫັນຫາມເອົາຄົນ
ຕາຍແລະເຈັບມາແຕ່ປ່າຈົນຊິນຕາເພາະເຫັນຢູ່ບໍ່ຂາດແຕ່ລະວັນ. ເມື່ອກ່ອນຍົນຈະມາລົງທີ່ຄ້າຍອາທິດນຶ່ງ
ບໍ່ເກີນ 2 ຖ້ຽວ ມາສົ່ງສະບຽງອາຫານແລະລູກປືນ ແຕ່ຣະຍະນີ້ຍົນມາລົງອາທິດນຶ່ງເກືອບ 10 ເທື່ອເພາະມາ
ຮັບເອົາສົບທະຫານຕາຍແລະບາດເຈັບ. ສະພາບການຢ່າງນີ້ເຮັດໃຫ້ຕົນເອງຂາດຄວາມອົດທົນ ຂາດຄວາມ
ເຊື່ອໝັ້ນ ເພາະສະພາບການສິ່ງແວດລ້ອມໄດ້ບີບບັງຄັບເຮັດໃຫ້ເກີດຄວາມທໍ້ຖອຍຕໍ່ການລໍຄອຍທີ່ຈະເຖິງ
ວັນຄົບຮອບນຶ່ງປີກັບຫົກເດືອນຕາມຄຳໝັ້ນສັນຍາຂອງທາງຂັ້ນເທິງໃຫ້ໄວ້. ແຕ່ລະມື້ມີແຕ່ນອນແຊ່ຢູ່
ໃນຂຸມໂກຍບໍ່ອອກນອກອອກນາ ນອກຈາກຍາມໃດອ້າຍບົວສອນມີພາລະອອກໄປທາງນອກຈຶ່ງໄດ້ອອກໄປ
ເພາະເປັໜ້າທີ່ຂອງຕົນເອງຢູ່ແລ້ວທີ່ປົກປັກຮັກສາຊີວິດຂອງເພິ່ນ. ເມື່ອອ້າຍບົວສອນເຫັນສະພາບການ
ຂອງຕົນເອງເປັນແບບນີ້ອ້າຍບົວສອນກໍເລີຍສອບຖາມວ່າຕົນເອງມີແນວຄິດຫລືບັນຫາຫຍັງເກີດຂຶ້ນ?
ກໍເພາະດ້ວຍຄວາມໃກ້ສິດຕິດແທດກັນມາໃນຖານະນາຍແລະລູກນ້ອງຂອງຕົນເອງກັບອ້າຍບົວສອນ ແລະ
ຍິ່ງໄປກວ່ານັ້ນ ອ້າຍບົວສອນຍັງເວົ້າແກ່ມປາກເພິ່ນວ່າ: ຄວາມຮັກແພງແລະໄວ້ເນື້ອເຊື່ອໃຈຂອງອ້າຍແລະ
ນ້ອງມັນເໜືອກ່ວານາຍແລະລູກນ້ອງ ມັນກາຍມາເປັນແບບອ້າຍນ້ອງກັນແລ້ວ. ມີບັນຫາຫຍັງ ມີຄວາມ
ຄັດຂ້ອງໝອງໃນແນວໃດຢ່າຂັງມັນເອົາໄວ້ຄົນດຽວ ໃຫ້ມາປຶກສາຫາລືກັບອ້າຍ ແລະສິ່ງໃດພໍຊ່ອຍໄດ້ອ້າຍ
ຍິນດີທີ່ຈະຊ່ອຍ. ເມື່ອຄິດທວນຄືນຄຳເວົ້າທີ່ອ້າຍບົວສອນໃຫ້ຕົນເອງຮັບຮູ້ໄວ້ນັ້ນຈຶ່ງໄດ້ຕັດສິນໃຈໂອ້ລົມ
ກັບເພິ່ນເຣີ່ມຕົ້ນທີ່:
- ອ້າຍບົວສອນ ຖ້າວ່ານ້ອງເປັນຫຍັງໄປໃຫ້ອ້າຍສົ່ງນ້ອງໄປທາງວັງວຽງ, ຢ່າສົ່ງໄປທາງໂພນສວັນເດັດຂາດ
ພີ່ນ້ອງຂອງນ້ອງຢູ່ວັງວຽງມີເຕັມເຄິ່ງເມືອງພຸ້ນ ແລ້ວພວກຂະເຈົ້າຈະຮູ້ເອງດອກວ່າຈະເບິ່ງແຍງນ້ອງດ້ວຍ
ວິທີໃດ?
ອ້າຍບົວສອນເປັນຄົນມີຣະດັບການສຶກສາສູງ ເພິ່ນນຳທັນແລະຮູ້ເຖິງເຈດຈຳນົງຂອງຕົນເອງແລະເພິ່ນກໍ
ບອກວ່າ: ຢ່າເຮັດແນວໂງ່ໆເດີ້ ນ້ອງເປັນຄົນມີຣະດັບ ມີຄວາມສລາດ ແລະມີມັນສມອງໃຫານ້ອງເອົາມັນ
ອອກມາໃຊ້ດັ່ງທີ່ອ້າຍເຄີຍບອກນ້ອງມາກ່ອນນັ້ນ.
- ອ້າຍສອນ ນ້ອງບໍ່ເຊື່ອວ່າເມື່ອຄົບປິຫົກເດືອນແລ້ວຈະຖືກສົ່ງໄປຮຽນຕາມຂັ້ນເທິງສັນຍາໄວ້ ອ້າຍຄິດວ່າ
ຈັ່ງໃດ? ນ້ອງຄິດວ່າຊີວິດຂອງນ້ອງຄົງຈະມາຈົບກັບເສິກບ້າໆບໍໆອັນນີ້ ທັງຊາວໜຸ່ມຄືນ້ອງບໍ່ຄວນມາຕົກ
ຢູ່ກັບສະພາບຢ່າງນີ້ ແມ່ນແທ້ວ່າຢູ່ທີ່ໃດກໍແມ່ນທຳພາຣະກິດເພື່ອຊາດ ແຕ່ຄົນເຮົາຕ້ອງມີສິດເລືອກສິ່ງ
ທີ່ຕົນເອງຊອບບໍ່ແມ່ນຖືກຫລອກແບບນີ້. ເຜີຍໃນໃຈໃຫ້ອ້າຍບົວສອນຟັງ.
- ອ້າຍບໍ່ສາມາດແນະນຳວ່າໃຫ້ນ້ອງເຮັດແນວນັ້ນເດີ້ ເຮັດແນວນີ້ເດີ້ ອ້າຍແນະນຳໄດ້ພຽງແຕ່ວ່າໃຫ້ນ້ອງ
ເອົາສະຕິແລະປັນຍາອອກມາໃຊ້ ວ່າເຮັດແນວໃດຈຶ່ງຈະໄດ້ກັບໄປຫາສິ່ງທີ່ນ້ອງຕ້ອງການນັ້ນ, ບໍ່ໝາຍເຖິງ
ວ່າໃຫ້ນ້ອງໂຕນທະຫານດອກເດີ້ ນ້ອງໂຕນໄປກໍພໍດີເຈົ້າຟ້າຈີ່ຈັດການຫັ້ນຕິ. ອ້າຍບົວສອນໃຫ້ຄຳອະທິບາຍ
ເກັບເອົາຄຳອະທິບາຍທີ່ອ້າຍບົວສອນອະທິບາຍໃຫ້ຟັງແລ້ວມາຄິດຄົ້ນຄ້ວາຊອກຫາຄຳຕອບວ່າອ້າຍບົວ
ບົວສອນແນະນຳໃຫ້ເຮັດຫຍັງກັນແທ້. ຄັນໂຕນທະຫານແລ້ວໜີອອກຈາກຄ້າຍ ຄືຈະໄປບໍ່ເກີນ5ຫລັກ
ແມ່ນຖືກເຈົ້າຟ້າຍິງຕາຍໂລດ. ໂຕນທະຫານ ໜີໄປບໍ່ມົ້ມ ຖືກແມ້ວຍິງຕາຍບາດດຽວໂລດ!!
ເອົາຄຳເວົ້າຂອງອ້າຍບົວສອນເຫຼົ່ານີ້ອອກມາໄຕ່ຕອງຫລົບໄປຫລົບມາເປັນອາທິດຈຶ່ງຄິດອອກແລະຮູ້ວ່າຄຳ
ເວົ້າເຫຼົ່ານີ້ມີຄວາມໝາຍແນວໃດ? ແລະຕອນທີ່ຕົນເອງບອກອ້າຍບົວສອນໃຫ້ສົ່ງຕົນເອງໄປທາງວັງວຽງ
ຖ້າວ່າມີສິ່ງໃດເກີດຂອ້ນກັບຕົນເອງ ແລະອ້າຍບົວສອນເພິ່ນກໍຮັບປາກແລະຈັບມືກັບຕົນເອງວ່າຈະເຮັດ
ຕາມຄຳສເນີຂອງຕົນເອງ.
(ເຫຕການຈະເກີດຂຶ້ນຢ່າງໃດໃຫ້ຕິດຕາມໃນຕອນຕໍ່ໄປ)
ນີ້ບໍ??. ທີ່ຜຂຍັງນ້ອຍໄດ້ຍິນ ສຸພາສິດ ບັກແງ໊ບກ່າວຂານໄວ້າວ່າ: ເສິກແລ້ວ ແມ້ວຊິດັບ
ຫາກໍມາຄິດໄດ້ກໍຍ້ອນອ່ານບົດຄວາມຂອງອ້າຍທີ່ກຳລັງເອົາມາລົງແລະປັນອ່ານນີ້ເອງ
ຂໍຂອບໃຈ ໃນເວລາອັນມີຄ່າຂອງອ້າຍ.
Anonymous wrote:ນີ້ບທີ່ຜຂຍັງນ້ອຍໄດ້ຍິນ ສຸພາສິດ ບັກແງ໊ບກ່າວຂານໄວ້າວ່າ: ເສິກແລ້ວ ແມ້ວຊິດັບຫາກໍມາຄິດໄດ້ກໍຍ້ອນອ່ານບົດຄວາມຂອງອ້າຍທີ່ກຳລັງເອົາມາລົງແລະປັນອ່ານນີ້ເອງຂໍຂອບໃຈ ໃນເວລາອັນມີຄ່າຂອງອ້າຍ.
ນີ້ບທີ່ຜຂຍັງນ້ອຍໄດ້ຍິນ ສຸພາສິດ ບັກແງ໊ບກ່າວຂານໄວ້າວ່າ: ເສິກແລ້ວ ແມ້ວຊິດັບ
ມັນບໍ່ດັບດອກທ່ານ ດຽວນີ້ເຂົາກໍຍັງເອົາກັນຢູ່
ທ່ານໝໍບົວສອນເປັນໄທສີຖານເໜືອແລະເປັນນັກສຶກສາຢູ່ວິທະຍາລັຍສາມັນສຶກສາວຽງຈັນຫລຶ ລີເຊ ວຽງ
ຈັນ, ເປັນເຄືອຍາດຊາດຕະກຸນຂອງ ວົງສຸວັນ ແລະ ຫລວງອາມາດ. ຈົບມັທະຍົມພາກຕົ້ນ (Bretvet &
Diplomer) 1957. ສມັຍນັ້ນເມືອງລາວຍັງບໍ່ທັນມີມັທະຍົມພາກປາຍ ຖ້າແມ່ນໃຜເສັງຜ່ານເຂົ້າ ມໍ.ປາຍ
ປີທີ່ 1 (Second) ໄດ້ແມ່ນໄດ້ໄປຮຽນຕໍ່ທີ່ ພະນົມເປັນ ປະເທດຂເມນ ແລະ ໄຊງ່ອນ ວຽດນາມໃຕ້, ແຕ່ກໍ
ມີເງື່ອນໄຂສຳຣັບນັກສຶກສາທີ່ບໍ່ມີທຶນຮອນຕ້ອງເຂົ້າຮັບໃຊ້ໃນກອງທັບປີນຶ່ງ (ເປັນທະຫານຢູ່ແນວຫລັງບໍ່ໄດ້
ປະກອບອາວຸດແລະບໍ່ໄດ້ຖຶກສົ່ງໄປສູ້ຮົບ) ແລ້ວຣັຖະບານຈຶ່ງອອກທຶນໃຫ້. ອ້າຍບົວສອນຈຶ່ງສມັກເຂົ້າເຮັດ
ວຽກຢູ່ໂຮງໝໍທະຫານເພາະຄວາມຝັນຂອງເພິ່ນທີ່ຢາກຈະເປັນທ່ານໝໍຫລືດັອກເຕີ້. ໃນປີ 1958 ຫາ 59
ໄດ້ໄປເຮັດວຽກຢູ່ໂຮງໝໍທະຫານປາກຊັນ ໄດ້ຮັບໜ້າທີ່ເປັນຜູ້ຮັບຜິດຊອບຫ້ອງຈ່າຍຢາ. ດ້ວຍຄວາມມັກ
ທາງດ້ານນີ້ ອ້າຍບົວສອນຈຶ່ງຮຽນດ້ວຍຕົນເອງໂດຍການເກັບກຳຈາກພາກປະຕິບັດດ້ານການວາງຢາ ການ
ປິ່ນປົວຄົນເຈັບ ແລະການສັກຢາທາງກ້າມເນື້ອ ແລະທາງເສັ້ນເລືອດ ຈາກທ່ານໝໍ ນາຍແພທ ແລະນາງ
ພະຍາບານໃນໂຮງໝໍນີື້ໃນໂມງນອກຣາຊະການ. ໃນ 6 ເດືອນທຳອິດອ້າຍບົວສອນໄດ້ທະລຸເປົ້າໝາຍຂອງ
ຄວາມພະຍາຍາມທີ່ຈະຮຽນແລະເກັບກຳວິຊາແພທຈາກທ່ານໝໍແລະພະຍາບານຈາກໂຮງໝໍທະຫານແຫ່ງ
ນີ້ດ້ວຍຄວາມສຳເຣັດດ້ວຍຕົນເອງ ຈຶ່ງເຮັດໃຫ້ທ່ານໝໍ ເຈົ້າໄຊຍະສິດ ຜູ້ອຳນວຍການໂຮງພະຍາບາລ ທະ
ຫານເມືອງປາກຊັນໄດ້ດຶງເອົາອ້າຍບົວສອນອອກຈາກຫ້ອງຈ່າຍຢາມາລົງພາກປະຕິບັດໂຕຈິງໂດຍໃຫ້ເປັນ
ຜູ້ຊ່ວຍຂອງເພິ່ນເອງ. ປີ 1959 ຫາ 60 ໄດ້ກັບຄືນຂຶນມາວຽງຈັນ ເພື່ອລໍຖ້າໄປຮຽນຕໍ່ທີ່ ພະນົມເປັນ ປະ
ເທດຂເມນ ແຕ່ເພິ່ນກໍຍັງທຳງານຢູ່ໂຮງໝໍທະຫານຄືເກົ່າຢູ່ທີ່ວຽງຈັນ. ທາງກະຊວງສຶກສາທິການໄດ້ປະກາດ
ອອກວ່າ ທາງຣັຖະບານຈະມີມັທະຍົມປາຍໃນສົກສຶກສາປີ 1960 ຈະມາເຖິງນີ້ຢູ່ທີ່ວຽງຈັນເປັນແຫ່ງແຣກ
ໂດຍທຶນພຣະຣາຊະທານຈາກພຣະເຈົ້າຢູ່ຫົວໄທ. ດັ່ງນັ້ນອ້າຍບົວສອນຈຶ່ງຕັດສິນໃຈບໍ່ໄປຮຽນທີ່ຂເມນ ລໍຖ້າ
ເຂົ້າຮຽນຕໍ່ຢຸ່ວຽງຈັນນີ້ມນປີ 60 ໂດຍໄດ້ໄປຕົກລົງກັບກະຊວງສຶກສາເອົາໄວ້. ໃນກາງປີ 59 ໄດ້ຂຶ້ນໄປຊ່ວຍ
ໂຮງໝໍທະຫານທີ່ວັງວຽງ ດ້ວຍຄວາມກ້າວໜ້າທາງດ້ານແພທຈຶ່ງຖືກແຕ່ງຕັ້ງຂຶ້ນເປັນຮອງຜູ້ອຳນວຍການ
ໂຮງພະຍາບາລທະຫານເມືອງວັງວຽງ ເພິ່ນຈຶ່ງຕັດສິນໃຈຄັ້ງທີ່ສອງທີ່ຈະຍຶດເປັນອາຊີບນີ້ເລີຍແລະກໍເລີກລາ
ການກັບເຂົ້າໄປຮຽນຕໍ່. 9-8-60 ປະຕິວັດກອງແລ ນັກຮຽນນັກສຶກສາຫລາຍສະຖາບັນຢູ່ທີ່ວຽງຈັນ
ແລະ 4 ຕົວເມືອງໃຫຍ່ໄດ້ເຂົ້າຮ່ວມກັບກອງກຳລັງຂອງກອງແລໄລ່ພູມີ ໜໍ່ສວັນ ອອກຈາກປະເທດ ແລະ
ນັກຮຽນນັກສຶກສາເຫຼົ່ານັ້ນຖືກຂົນຂຶ້ນໄປຢູ່ຄັງໄຂກັບກອງແລ ແລະ ອ້າຍບົວສອນກໍນຶ່ງໃນຈຳນວນທະຫານ
ເຫຼົ່ານັ້ນທີ່ຖືກຂົນຂຶ້ນໄປຢູ່ຄັງໄຂ ແລ້ວກໍຖືກໄປເຂົ້າຮ່ວມກັບຝ່າຍປະເທດລາວນຳທ່ານເດືອນສູນນະຣາຊໃນ
ປີ 1962 ນັ້ນເອງ.
ມີສຽງຂ່າວປ່າວປີວວ່າທາງກອງພັນ 15 ຈະຍ້າຍອອກຈາກພູຫວາຍໄປປະຈຳຢູ່ ທ່າໂທມ ຫລືກໍເມືອງຈ້າ ຊຶ່ງ
ສອງເຂດນີ້ເປັນເຂດອັນຕຣາຍທີ່ສຸດ ຂັ້ນວ່າທະຫານວຽດເປັນກອງພົນກໍຍັງເອົາເຈົ້າຟ້າບໍ່ຢູ່. ກອງພັນທີ່ 2
ແລະທີ່ 3 ທີ່ຢູ່ເຂດ ລ້ອງສານກໍຮັບມືຢ່າງໜັກກັບເຈົ້າຟ້າ. ທາງວຽດນາມຈຶ່ງສົ່ງທະຫານເຂົ້າມາເຜີ້ມອີກ 1
ກອງພົນແລະມາຈຶ້ງໄວ້ທີ່ຜາຮົ່ມ ເພື່ອກຽມກວາດລ້າງເຈົ້າຟ້າຄັ້ງທີ່ສອງ, ທະຫານວຽດມີແຜນໄລ່ລ່າພວກ
ເຈົ້າຟ້າໃຫ້ເຂົ້າໄປຟູ່ພູເບັ້ຍຈຸດດຽວແລ້ວກໍຕັດສະບຽງອາຫານເຂົາ.
ເມື່ອທະຫານວຽດນາມແລະແນວລາວໄດ້ວາງກອງກຳລັງໄວ້ຈຸດສຳຄັນຕາມເສັ້ນທາງລຳລຽງຂົນສົ່ງອາວຸດແລະກຳລັງ
ໜູນຫລັງຂອງເຈົ້າຟ້າ ແລະປະສານງານກັນອອກລາຕະເວນກວາດລ້າງຢູ່ເນື່ອງນິດ ຈຶ່ງເຮັດໃຫ້ກອງກຳລັງຂອງເຈົ້າ
ຟ້າຕ້ອງອ່ອນລົງ. ສ່ວນຫລາຍກາຍເຄິ່ງຂອງຈຳນວນມົ້ງທີ່ພະຍາຍາມເອົາຄອບຄົວໂຕນໜີເຂົ້າໄປໄທທີ່ຍັງຫລົງເຫຼືອ
ແລະແຈກຢາຍກັນຢູ່ໃນປ່າກໍພາກັນຕັດສິນໃຈສ້າງຖິ່ນຖານບ້ານຊ່ອງຂ້ຶນໃໝ່ເພື່ອສ້າງຫລັກປັກຖານອັນຖາວອນຕໍ່
ໄປຕັ້ງແຕ່ປີ 75 ນັ້ນມາ ແລະສ່ວນຫລາຍກໍຈະແຈກຢາຍກັນເປັນກຸ່ມເລັກບ້ານນ້ອຍບໍ່ເຖິງສິບຫລັງຄາເຮືອນຢູ່ແຕ່
ລະຈຸດ ແລະທີ່ສຳຄັນພວກມົ້ງເຫຼົ່ານັ້ນໄດ້ຖີ້ມອາວຸດໄປແລ້ວ. ບາງທ້ອງຖິ່ນແລະບາງໝູ່ບ້ານພວກເຂົາຈົນມີໄຮ່ນາ
ຮົ້ວສວນເປັນທີ່ທຳມາຫາກິນລ້ຽງຄອບຄົວເຂົາມາແລ້ວເປັນປີສອງປີ ແລະກໍບໍ່ຄິດຈະໜີໄປໃສອີກແລ້ວ ບໍ່ວ່າຈະໄປ
ທາງປະເທດໄທ ຫລືກັບຄືນບ້ານເດີມທີ່ໜີຜ່າຍມານັ້ນ. ແຕ່ອານິຈາ....ຟ້າບໍ່ເຂົ້າຂ້າງພວກເຂົາເລີຍ...ພວກ
ມົ້ງທີ່ວ່າມານັ້ນຖືກທະຫານວຽດນາມແລະແນວລາວມາທຳລາຍຖິ່ນຖານບ້ານເຮືອນພວກເຂົາອີກ, ຈູດເຜົາແລະຂ້າ
ຄົນບໍ່ມີທາງສູ້. ພວກມົ້ງຖືກຕາມລ້າບໍ່ຕ່າງຫຍັງກັບກັບກວາງກັບຟານທີ່ຖືກພວກໄປໂຫ່ສັດໄລ່ຕ້ອນໄລ່ຂ້າ ພວກ
ເຂົາຈຶ່ງໄດ້ປົນເຂົ້າປ່າໄປອີກ. ມະນຸສທັມບໍ່ມີກັບພວກທະຫານແກວແລະແນວລາວດັ່ງທີ່ຖືກກ່າວຫາ ຈາກ ຝ່າຍກົງ
ກັນຂ້າມນັ້ນກໍໄດ້ປະກົດອອກມາໃຫ້ເຫັນຈິງໆທີ່ພວກເຂົາໄດ້ກະທຳກັບພວກມົ້ງທີ່ຂ້າພະເຈົ້າເຫັນມາກັບຕາສອງແກ່ນ
ຂອງຂ້າພະເຈົ້າເອງ.
ຂ່າວຊ່າລືວ່າຈະໄດ້ຍ້າຍອອກຈາກພູຫວາຍບໍ່ໄດ້ເຮັດໃຫ້ຂ້າພະເຈົ້າຕື່ນເຕັ້ນດີໃຈເລີຍ ມີແຕ່ຄຶດຢູ່ໃນໃຈວ່າມາຕົກໄກ
ໄປໜ້າແລ້ວ. ຈະເຮັດຫຍັງທຳຫຍັງໃຫ້ຮີບເຮັດຮີບທຳກ່ອນທີ່ມັນຈະຊ່າເກີນໄປ ມານັ່ງຄິດນັ່ງຫງ່ຳຢູຄົນດຽວແລະກໍ
ຄິດຫາວ່າຈະເຮັດສິ່ງໃດທີ່ຕົນເອງຈະໄດ້ອອກຈາກແດນນາຣົກນີ້ໄດ້ດ້ວຍຄວາມປອດພັຍ? ຕັ້ງສະຕິໄດ້ຈຶ່ງຊວນລົມ
ກັບອ້າຍບົວສອນ, ເພິ່ນກໍບໍ່ປະຕິເສດລົມ. ຂ້າພະເຈົ້າຈຶ່ງເນັ້ນອ້າຍບົວສອນອີກກ່ຽວກັບເຣື່ອງສົ່ງຕົນເອງໄປວັງວຽງ
ຖ້າສິ່ງມດສິ່ງນຶ່ງເກີດຂຶ້ນກັບຂ້າພະເຈົ້າ ແລະອ້າຍບົວສອນກໍຍັງຮັບປາກຕົກລົງຕາມຂໍ້ສເນີຂອງຂ້າພະເຈົ້າເໝືອນ
ເດີມ.
ວັນທີ 12 ເດືອນ 4 ປີ 1977 ໄດ້ເອົາປືນປະນຳຕົວຂອງຕົນເອງອອກມາຜັດມາທຳຄວາມສອາດເພື່ອໃຫ້ມັນຍິງສະ
ດວກແລະບໍ່ຄ້າງ ອັນນີ້ກໍເປັນໜ້າທີ່ຂອງການຮັກສາປືນຂອງທຳຫານຢູ່ແລ້ວ. ໃນເວລາຂ້າພະເຈົ້າມ້າງປືນອອກມາ
ເພື່ອກຽມຈະທຳຄວາມສອາດມັນຢູ່ນັ້ນ ອ້າຍບົວສອນກຳລັງຈະອອກໄປຈາກຂຸມນອນເພື່ອໄປຕົ້ມນ້ຳຮ້ອນມາຊົງກາ
ເຟສູ່ກັນກິນ. ຕາມປົກະຕິແລ້ວກໍແມ່ນຂ້າພະເຈົ້າເປັນຜູ້ໄປຕົ້ມນ້ຳນັ້ນທຸກໆເທື່ອ ແຕ່ເມື່ອເພິ່ນເຫັນຕົນເອງກຳ
ລັງມ້າງປືນອອກຜັດ ເພິ່ນກໍອອກໄປຕົ້ມນ້ຳເອງ. ເມື່ອທຳຄວາມສອາດປືນຮຽບຮ້ອຍແລ້ວ ຂ້າພະເຈົ້າຈຶ່ງສັງເກດ
ຕົນໂຕຂອງຕົວເອງເພື່ອຊອກຫາຈຸດໃດທີ່ຈະບໍ່ເປັນອັນຕຣາຍຮ້າຍແຮງເຖິງແກ່ຊີວິດແລະເສັຍອົງຄະ? ບໍ່ພໍເຄິ່ງນາ
ທີສຽງປືນກໍດັງໂປງຂຶ້ນນັດນຶ່ງ ແລ້ວກໍຮ້ອງຂຶ້ນພ້ອມກັບຄວາມເຈັບປວດ. ທະຫານທີ່ຢູ່ຂ້າງຄຽງກັນນັ້ນກໍແລ່ນມາ
ຫາແລະຖາມວ່າເກີດຫຍັງຂຶ້ນ? ບໍ່ພໍເທົ່າໃດວິນາທີອ້າຍບົວສອນແລ່ນພາດລາດເຂົ້າມາແລະມາຈັບແຂນຊ້າຍຂອງ
ຂ້າພະເຈົ້າຍົກຂ້ຶນແລະເອົາແພພັນບາດມາເຮັດເປັນເຊືອກໝັດຫັດແຂາຢູ້ເທິງແຂນສອກເພື່ອຢຸດເລືອດໄວ້ແລ້ວ
ກໍເຟືອເອົາຂ້າພະເຈົ້າໄປທີ່ຫ້ອງພະຍາບາລຂອງສຳນັກກອງພັນ. ອ້າຍບົວສອນຕັດແຂນເສື້ອເບື້ອງເປັນບາດແຜ
ອອກແລ້ວກໍເຣີ່ມສັກຢາມຶນໃສ່ບໍຣິເວນອ້ອມປາກບາດກ່ອນເພິ່ນຈະທຳຄວາມສອາດແລະຫຍິບປາກບາດທັງສອງ
ທາງ, ບາດແຜທາງລູກປືນເຂົ້າໃຫຍ່ສ່ຳປາຍໄມ້ຖູ່ນີ້ລະ ແຕ່ທາງອອກນັ້ນຕິມັນທະລູອອກກ້ວາງປະມານສອງເຊັນ.
ເມື່ອຫຍິບບາດແຜສຳເຣັດແລ້ວເພິ່ນກໍສີດຢາແລະໃຫ້ນ້ຳເກືອກ່ອນເພິ່ນຈະຖາມວ່າເກີດຫຍັງຂື້ນຈຶ່ງເຮັດໃຫ້ປືນ
ລັ່ນໃສ່ແຂນຕົນເອງ? ເມື່ອເລົ່າເຫຕການສູ່ອ້າຍບົວສອນຟັງແລ້ວເພິ່ນກໍບັນທຶກໄວ້ ແລະຕໍ່ຈາກນັ້ນມາກໍເຫັນເພິ່ນ
ເອົາເອກະສານອອກມາປະກອບແລະບອກວ່າຈະສົ່ງໄປໂຮງໝໍເພາະບໍ່ແນ່ໃຈວ່າກະດູກຫັກຫລືແຕກ ແລະເສັ້ນໂລ
ຫິດໃຫຍ່ຂາດແລະເສັ້ນປະສາດອາດຕາຍເພາະນີ້ວມືເບື້ອງຊ້າຍນັ້ນບໍ່ສາມາດເໜັງຕິງໄດ້. ປະມານຊົ່ວໂມງນຶ່ງກໍເຫັນ
ນາຍສາຍແພງພັນມາຫາອ້າຍບົວສອນແລະບອກວ່າ: ຍົນມີ 2 ຖ້ຽວມື້ນີ້, ຍົນຄັນທຳອິດຈະມາແວ່ສົ່ງເຄື່ອງທີ່ນີ້ແຕ່
ໄປສົ່ງສົບທະຫານຕໍ່ທີ່ວັງວຽງ ແລ້ວຈະເຂົ້າວຽງຈັນ. ຍົນຄັນທີ່ສອງຈະມາເຖິງ 5 ໂມງແລງແລະກັບເມືອງຊຽງເລີຍ.
(ໂຊກຊະຕາກັມຂອງຂ້າພະເຈົ້າຈະເປັນຢ່າງໃດກະຣຸນາຕິດຕາມໃນຕອນຕໍ່ໄປ)
ຂ້າພະເຈົ້າຕັ້ງມີເຈຕະນາເອົາປືນມາຍິງແຂນເບ້ືອງຊ້າຍຂອງຕົນເອງແລ້ວກໍລາຍງານວ່າເປັນອຸບັດເຫຕເຮັດ
ປືນລັກຫລັ່ນຖືກແຂນຕົນເອງ.ຂ້າພະເຈົ້າຄິດສເມີວ່າອົດເຈັບດີກ່ວາຕາຍເພາະຕົນເອງບໍ່ສົມຄວນຕາຍເທື່ອ
ເພາະອາຍຸຫາຂວບ 20 ປີເທົ່ານັ້ນ. ຄິດສເມີວ່າຕົນເອງຍັງຢາກມີຊີວິດຢູ່ຕໍ່ໄປທີ່ເຕັມປ່ຽມໄປດ້ວຍຄວາມສຸຂ
ເຂົ້າມາຫາຊິວິດຂອງຕົນເອງຖດຍຕົນເອງເປັນຄົນເລືອກເອົາເອງ, ບໍ່ແມ່ນຖືກຄົນອື່ນມາບັນຈົງຫຼືຂີດທາງ
ຊີວິດໃຫ້ຕົນເອງເດີນຕາມ ແມ່ນເຮົາເອງຕ້ອງເປັນຜູ້ທີ່ຂີດເສັ້ນທາງຊີວິດຂອງຕົນເອງໃຫ້ຕົນເອງເດີນຕາມ
ສເມີ.
ອ້າຍບົວສອນພາກັບໄປທີ່ຂຸມນອນແລະກໍຊ່ອຍຜັບເອົາເຄື່ອງນຸ່ງແລະສິ່ງຂອງຕ່າງໆໃສ່ຖົງເປ້ໄວ້ໃຫ້ຮຽບຮ້ອຍ
ເພື່ອໄປຮັກສາຢູ່ໂຮງໝໍ ແຕ່ຕົນເອງຍັງບໍ່ຮູ້ວ່າຈະຖືກສົ່ງໄປໂຮງໝໍໃດກັນແທ້ ເພາະເທົ່າທີ່ຮູ້ແລະເຫັນຜ່ານ
ມາ 99% ແມ່ນຖືກສົ່ງໄປໂພນສວັນບ່ອນດຽວ, ແຕ່ກໍບໍ່ຢາກຖາມແລະກໍບໍ່ຢາກຮູ້ເອົາແຕ່ຍົນພາໄປ. ຖ້າ
ຖາມແລ້ວໄດ້ຄຳຕອບທີ່ເຮົາບໍ່ຕ້ອງການຢາກໄດ້ຍິນມັນກໍຈະເຜີ້ມຄວາມໂກດຂຶ້ນເປັນຫລາຍເທົ່າແລະກໍຢ້ານ
ສງົບອາຣົມສຕິຕົນເອງບໍ່ໄດ້ແລ້ວກະທຳສິ່ງທີ່ບໍ່ຄວນກະທຳ. ກັບມານອນລໍຖ້າຍົນຢູ່ທີ່ຫ້ອງພະຍາບາລຂອງ
ຄນະກອງພັນຄືນ ຊຶ່ງອ້າຍບົວສອນນັ່ງເປັນໝູ່ຕຣອດເວລາ, ພວກໝູ່ນັກສຶກສາແລະໝູ່ທະຫານທີ່ຮູ້ຈັກ
ແລະລຶ້ງເຄີຍກັນຢູ່ໃນກົມກອງຕ່າງກໍມາຢ້ຽມຢາມຖາມຂ່າວແບບຖານະເພື່ອນຮ່ວມທຸກສຸຂນະກັນ. ພໍໝູ່
ເພື່ອນທີ່ມາຢ້ຽມບາງລົງແລະກັບໄປແລ້ວອ້າຍບົວສອນຈຶ່ງຖາມວ່າ: ນ້ອງກໍບໍ່ຢາກຮູ້ເບາະວ່າຈະຖືກສົ່ງໄປ
ປິ່ນປົວຢູ່ໃສ? ຄືບໍ່ເຫັນຖາມ. ຕົນເອງກໍເລີຍຕອບໄປວ່າ: ກໍຢາກຮູ້ຢູ່ຫັ້ນແລ້ວ ແຕ່ບໍ່ກ້າຖາມເພາະຢ້ານໄດ້
ຄຳຕອບທີ່ນ້ອງບໍ່ຕ້ອງການຢາກຮູ້ ແລ້ວມັນຍິ່ງຈະສ້າງໃຫ້ຕົນເອງເຈັບປວດ ແໜງວ່າບໍ່ຮູ້ສາຈະດີກ່ອນ...
ອ້າຍບົວສອນເລີຍເວົ້າຕັດບົດຂຶ້ນ: ຖ້າວ່າຄຳຕອບມັນອອກມາເປັນຄຳຕອບທີ່ນ້ອງຢາກໄດ້ຍິນຫັ້ນເດ ນ້ອງ
ຈະວ່າແນວໃດ? ຍາອ້າຍດັອກເຕີ້...ຖ້າເປັນເຊັ່ນນັ້ນອິຫລີ ນ້ອງບໍ່ຮູ້ວ່າຊາດນີ້ທັງຊາດນ້ອງຈະຕອບບຸນ
ແທນຄຸນອ້າຍໝົດຫລືບໍ່? ແລະກໍສາບານໄວາໂລດວ່າຈະບໍ່ລຶມພະຄຸນຂອງອ້າຍ.....
ອ້າຍບົວສອນເອົາເອກະສານອອກມາຍື່ນໃສ່ມືແລ້ວບອກວ່າ: ເມື່ອໄປເຖິງເດີ່ນບີນວັງວຽງຈະມີຣົຖມາຮັບໄປ
ສົ່ງໂຮງໝໍ ເມື່ອເຖິງໂຮງໝໍໃຫ້ເອົາເອກະສານມວນນີ້ໃຫ້ພະນັກງານຝ່າຍຕ້ອນຮັບຄົນເຈັບໃໝ່ທັນທີໂລດ.
ປະມານ 11 ໂມງເຄິ່ງຕອນເຊົ້າກໍໄດ້ຍິນສຽງຍົນ ເຮລີກອບ ມຸ້ງໜ້າມາທາງຄ້າຍພູຫວາຍ ສຽງຍົນກໍດັງໃກ້
ເຂົ້າມາໃກ້ເຂົ້າມາ ຕົນເອງກໍດີໃຈຫາອັນປຽບບໍ່ໄດ້ທີ່ຈະໄດ້ອອກຈາກເຂດດິນແກນອັນຕຣາຍນີ້ ແຕ່ກໍຍັງມີ
ຄວາມຮ່ວງໄຍອ້າຍບົວສອນຜູ້ທີ່ມີພະຄຸນ ໄດ້ແຕ່ແນມເບິ່ງໜ້າເພິ່ນແລະກໍນ້ຳຕາໄຫລຊຶມອອກເພາະຄິດ
ເຫັນຄວາມດີຂອງເພິ່ນທັງໆທີ່ຈັ່ງຫາມາຮູ້ກັນບໍ່ຮອດພໍສອງປີ ແຕ່ຄວາມຜູກພັນແລະຮັກແພງກັນຍິ່ງກ່ວາ
ອ້າຍນ້ອງຮ່ວມທ້ອງດຽວກັນ. ພໍຍົນລົງຈອດ ອ້າຍບົວສອນກລຫິ້ວເອົາຖົງເປ້ໃຫ້ແລະກໍຈົກເອົາເງີນອອກ
ຈາກຖົງໂສ້ງຍຶ່ນຍັດໃສ່ມືໃຫ້ຕົນເອງແລະບອກວ່າ: ນ້ອງຈຳເປັນຕ້ອງໄດ້ໃຊ້ເງິນເຫຼົ່ານີ້ ໃຫ້ເກັບໄວ້ໃຊ້ໃນເວ
ລາທີ່ຈຳເປັນຈະໄດ້ໃຊ້ມັນ ບໍ່ໃຫ້ຮ່ວງນຳອ້າຍ ຢູ່ທາງພີ້ບໍ່ມີແນວຈະໄດ້ໃຊ້ມັນດອກ.
(ຍັງມີຕໍ່ແລະຫລາຍຢ່າງທີ່ທ່ານຍັງບໍ່ທັນໄດ້ຮູ້ແລ້ວທ່ານຈະໄດ້ຮູ້ໃນຫລາຍໆຕອນຕໍ່ໄປ)
ພໍແຕ່ກ້າວເຂົ້ານັ່ງຢູ່ໃນຍົນກໍຕົກໃຈຢ່າງໜັກເມື່ອເຫັນຮ່າງທີ່ບໍ່ມີຊີວິດ 5 ສົບຮຽງລຽນກັນຢູ່ເທີງພື້ນທ້ອງ
ຂອງຍົນທີ່ບໍ່ໄດ້ໃສ່ຖົງບັນຈຸສົບ(body bag)ທີ່ຍັງສວມເຄື່ອງແບບທະຫານກອງທັບປົດປ່ອຍປະຊາຊົນລາວ
ເຕັມຊູດຢູ່,ແຕ່ລະສົບຍັງມີຄາບເລືອດແຫ້ງທີ່ໄຫລອອກຈາກປາກຮູດັງແລະຮູຫູທັງສອງເບື້ອງຕິດຢູ່ຢ່າງ
ໜ້າສັງເວທທີ່ສຸດ. ສັງເກດເບິ່ງໜ້າຕາແຕ່ລະຄົນຄືຈະບໍ່ມີຄົນໃດຈະມີອາຍຸເກີນ20ປີຈັກຄົນ,ເປັນໜ້າສົງ
ສານທີ່ສຸດທີ່ບໍ່ມີໃຜເອົາໃຈໃສ່ມ້ຽນຄາບອາບສົບໃຫ້, ທັງໆທີ່ເປັນທະຫານຮັບໃຊ້ຊາດຮັບໃຊ້ປະຊາຊົນແທ້ໆ,
ກ່ອນທີ່ຈະສົ່ງສົບຄືນໃຫ້ຄອບຄົວຂອງພວກເຂົາ. ສິ້ນເປືອງແທ້ບໍ້ທີ່ຈະເອົາຜ້າຫົ່ມຜືນນຶ່ງ,ສາດຜືນນຶ່ງມາ
ຫຸ້ມມາຫໍ່ຮ່າງກາຍອັນໄຮ້ວິນຍານຂອງພວກເຂົາ? ທີ່ພື້ນຍົນກໍບໍ່ມີຫຍັງປູຮອງພື້ນກ່ອນຈະນຳເອົາສົບຂອງ
ເຂົາມານອນຢາຍໄວ້. ອັນນີ້ທັງ5ສົບກໍເປີດໜ້າແປນຈ່າງປ່າງທັງ5ໜ້າໂດຍບໍ່ເອົາຫຍັງມາປົກປິດໄວ້. ໜ້າ
ຕາຂອງຄົນຖືກຂ້າຕາຍດ້ວຍອາວຸດມັນຈະບໍ່ເໝືອນດັ່ງຄົນຕາຍຍ້ອນພຍາດໂຣຄາ, ຄົນທີ່ຖືກປືນຕາຍມັນ
ທັງສັກທັງຫຢິກ,ໜ້າບິດປາກບ້ຽວຕາສວດຕາດູນອອກມາກ່ອນຈະຂາດໃຈຕາຍ. ທຸກຄົນກໍຈະເຫັນໃນຮູບ
ເງົາທີ່ຄົນເອົາມືລູບໜ້າປິດຕາຄົນຕາຍລົງທີ່ຢູ່ໃນສນາມຮົບ, ບໍ່ແມ່ນເຂົາປິດແຕ່ຕາໃຫ້ຫລັບລົງ ເຂົາລູບ
ໜ້າແປງຕາເພື່ອໃຫ້ເຂົ້າທີ່ເຂົ້າທາງເໝືອນເດີມເພື່ອບໍ່ໃຫ້ມີຮອຍບິດຮອຍບ້ຽວໃນໃບໜ້າຂອງເຂົາກ່ອນ
ອຸນນະພູມຂອງຮ່າງກາຍຈະແຂງກະດ້າງ ຖ້າວ່າເສັ້ນປະສາດແລະກ້າມເນື້ອໃນຮ່າງກາຍແຂງກະດ້າງໄປແລ້ວ
ກໍຈະປະຮອຍຫຍິກຮອຍບິດຮອຍບ້ຽວນັ້ນໄວ້ໃບໜ້າແລະກໍຈະກາຍເປັນສົບທີ່ໜ້າລັງກຽດໄປ. ເມື່ອເຫັນສະ
ພາບສົບເຫຼົ່ານັ້ນກໍອົດຄິດບໍ່ໄດ້ຖ້າວ່າໂຕເອງຕາຍຢູ່ໃນສນາມຮົບກໍຈະກາຍເປັນສົບຢູ່ໃນສະພາບດຽວກັນນີ້
ຢ່າງບໍ່ຕ້ອງສົງໄສ, ແລະຍັງຄິດໄປອີກວ່າຄົງຈະເປັນແບບດຽວກັນນີ້ທຸກໆສົບທີ່ກັບກາຍເປັນສົບໄຮ້ຍາດທີ່
ຮັບໃຊ້ຊາດແຕ່ຂາດຄົນມ້ຽນໝັກຂັດສີເອົາ. ແນມໄປເຫັນແຜ່ນກະດາດສີໃບຕອງແຫ້ງໃຫຍ່ຮາວຝາມືນີ້
ແລະກໍມີໂຕໜັງສືຂຽນຢູ່ບົນກະດາດນັ້ນແລະມັດໄວ້ຂໍ້ແຄ່ງຂອງແຕ່ລະສົບຈຶ່ງເຂົ້າໄປອ່ານເບິ່ງກ່ອນຍົນຈະ
ບິນອອກ. ມີຊື່ແລະນາມສະກຸນຂອງຜູ້ຕາຍ ຊື່ພໍ່ແມ່ ບ້ານ ຕາແສງແລະເມືອງ, ທັງ 5 ສົບນັ້ນເປັນຄົນໄທ
ເມືອງວັງວຽງໝັດ ແລະກໍບໍ່ມີໃຜອາຍຸຮອດ 20 ປີຈັກຄົນ.
ເມືື່ອຍົນລົງຈອດຢູ່ເດີ່ນບິນວັງວຽງກໍຣົຖ 66 ແລ່ນເຂົ້າມາຈອດທຽມຂ້າງເບື້ອງປະຕູຂອງຍົນແລະທະຫານ
4 ຄົນລົງມາພ້ອມກັບບາລັງກາຫາມຄົນສອງອັນ, ຂ້າພະເຈົ້າຍັງບໍ່ທັນລົງຈາກຍົນຄິດວ່າໃຫ້ເພິ່ນຈັດການ
ທຸຣະກັບ 5 ສົບນັ້ນແລ້ວສາກ່ອນຈຶ່ງຈະລົງໄປ, ທັນໃດນັ້ນກໍມີຄົນນຶ່ງມາຮ້ອງຖາມຊື່ຂອງຕົນເອງແລະບອກ
ໃຫ້ຂຶ້ນໄປນັ່ງຖ້າຢູຣົຖ 66 ຄັນດຽວກັນກັບມາເອົາ 5 ສົບນັ້ນລະ. ເມື່ອຂຶ້ນໄປນັ່ງຖ້າຢູຣົຖກໍແນມຫລັງຜ່ານ
ປ່ອງຢ້ຽມໄປເບິ່ງພື້ນກະບະຂອງຣົຖ 66 ທີ່ຈະເອົາ 5 ສົບຂຶ້ນມານັ້ນບໍ່ມີຫຍັງປູຮອງເລີຍ. ການນຳເອົາສົບ
ມາຂໍຶ້ນຣົຖນັ້ນກໍເຮັດແບບບໍເຄົາຣົບກັນເລີຍ ພໍແຕ່ຫາມຂຶ້ນມາເທິງຣົຖກໍຖອກລົງໂລດ ເຮັດແບບນັ້ນຄື
ກັນໝົດທຸກສົບ.
(ກະຣຸນາຕິຕາມໃນຕອນຕໍ່ໄປ)
ຜູ້ທີ່ໄປຮັບເອົາສົບທະຫານເສັຍຊີວິດນັ້ນກໍພາກັນນຸ່ງເຄື່ອງແບບຂອງທະຫານກອງທັບປົດປ່ອຍປະຊາຊົນ
ລາວໝົດທຸກຄົນ ແຕ່ເປັນຫຍັງຈຶ່ງບໍ່ໃຫ້ກຽດຫລືເຄົາຣົບສົບຜູ້ທີ່ເສັຍຊີວິດໃນໜ້າທີ່ການງານທີ່ພັກ-ລັດ
ໄດ້ມອບໝາຍໃຫ້? ຂ້າພະເຈົ້າກໍນັ່ງສັນນິຖານເບິ່ງ ຫລືວ່າຈະເປັນຍ້ອນພວກເຂົາເຫຼົ່ານັ້ນເປັນທະຫານໃໝ່
ແລະກໍບໍ່ແມ່ນຊາວໜຸ່ມທີ່ເກີດແລະເຕີບໂຕຂື້ນຢູ່ໃນເຂດປົດປ່ອຍຈຶ່ງບໍ່ມີຄວາມເຄົາຣົບແລະໃຫ້ກຽດສົບ
ພວກເຂົາເຫຼົ່ານັ້ນ. ເພາະຕາມທີ່ຂ້າພະເຈົ້າອ່ານຊື່ແຕ່ລະຄົນລ້ວນແລ້ວແຕ່ເປັນຄົນທີ່ຢູ່ໃນໂຕເມືອງວັງວັັັັັັັັັັັັັັັັັັຽງ
ນັ້ນໝົດ. ຣົຖຂົນສົ່ງທະຫານຄັນນີ້ແມ່ນຫຸ້ມດ້ວຍຜ້າຕໍລະຕັງທະຫານແຕ່ຫລັຄາລົງເຖິງພື້ນຂອງມັນ ຄົນ
ທີ່ຢູ່ຂ້າງນອກຈະບໍ່ສາມາດສ່ອງເຫັນທາງໃນໄດ້, ພໍແຕ່ເຂົາຫາມສົບເຂົ້າໄປໃນຣົຖເຂົາກໍຖອກກໍເທລົງໂລດ
ໂດຍຍົກໄມ້ຄານຫາມບາລັງກາເບື້ອງນຶ່ງຂຶ້ນແລ້ວປ່ອຍເບື້ອງນຶ່ງລົງໃຫ້ສົບກິ້ງລົງເອງແລະກໍເຮັດແບບດຽວ
ກັນນີ້ມົ້ດທັງ 5 ສົບ. ບໍ່ມີການຈັດການແຈງສົບເຫຼົ່ານັ້ນ ບາງສົບກໍຂັ້ວມໜ້າລົງບາງສົບກໍຫລາຍໜ້າຂຶ້ນ
ແລະກໍໂຄມເທິງກັນຢູ່ ແລະໂຫດໄປກ່ອນນັ້ນພວກທະຫານທີ່ມາຮັບເອົາສົບນັ້ນກໍພາກັນຫົວເຣາະຂຶ້ນແລະ
ຂ້າພະເຈົ້າກໍໄດ້ຍິນພວກເຂົາເວົ້າກັນວ່າ: ໂອຍ! ຈັ່ງແມ່ນຄືຄົນນອນນຳກັນເນາະ. ແລະອີກຄົນນຶ່ງກໍເວັ້າ
ວ່າ: ຈັ່ງແມ່ນພວກສະຫາຍຮັກກັນຫລາຍເນາະຈົນເຖິງຂັ້ນມາກອດຄໍກັນຕາຍ. ຫລັງຈາກຂົນສົບຂຶ້ນຣົຖ
ແລ້ວ ຣົຖກໍມຸ້ງໜ້າໄປຫາໂຮງໝໍໂລດ ພໍຮອດເຂດໂຮງໝໍຣົຖກໍເຂົ້າທາງຫລັງໂຮງໝໍແລ້ວໄປຈອດຢູ່ຕໍ່ໜ້າ
ຕຶກນ້ອຍຫລັງນຶ່ງກໍໃຫຍ່ປະມານເຮືອນສອງຫ້ອງນີ້ແລ້ວ, ທະຫານຄົນນຶ່ງລົງຣົຖໄປເປີດປະຕູ ແລະປະຕູນີ້
ກ້ວາງຈົນສາມາດເຫັນຂ້າງໃນຕຶກນີ້ເປັນເຄິ່ງ ພໍແຕ່ແນມເຂົ້າໄປກໍເຫັນສົບທະຫານລຽນເປັນແຖວກັນຢູ່
ກາງພື້ນເຮືອນປະມານ 7-8 ສົບຢ່າງບໍ່ມີຫຍັງປົກບໍ່ມີຫຍັງຮອງເລີຍ. ເມື່ອຂົນເອົາສົບອອກຈາກຣົຖເອົາ
ເຂົາໄປໄວ້ໃນຕຶກນ້ອຍຫລັງນີ້ຮຽບຮ້ອຍແລ້ວກໍໄປສົ່ງຂ້າພະເຈົ້າເຂົ້າທາງໜ້າຂອງໂຮງໝໍ. ໃນຣະຫວ່າງ
ທາງຂ້າພະເຈົ້າຖາມຄົນຂັບຣົຖກ່ຽວກັບຕຶກຫລືອາຄານນ້ອຍຫລັງທີ່ເອົາສົບໄປໄວ້ນັ້ນກໍຮູ້ວ່າເປັນໂຮງເກັບ
ສົບເພື່ອລໍຍາດມາຮັບເອົາ.
ໂຮງໝໍວັງວຽງເປັນໂຮງໝໍ OB ເກົ່າໃນກ່ອນ 75 ຕັ້ງແລະປິ່ນໜ້າໃສ່ແຄມນ້ຳຊອງແລະປິ່ນຫລັງໃສ່ເດີ່ນ
ຍົນແຕ່ບໍ່ແມ່ນວ່າຕິດກັບເດີ່ນຍົນ ຢູ່ຫ່າງໄກປະມານ 6 ຫາ 7 ຮ້ອຍແມັດ.
(ເຫຕການໃນໂຮງໝໍວັງວຽງຈະເປັນແນວໃດ ກະຣຸນາຕິດຕາມໃນຕອນຕໍ່ໄປ)
ໂຮງເກັບສົບທີ່ບໍ່ມີເຄື່້ອງປັບອາກາດເຢັນ ພວກສົບເຫຼົ່ານັ້ນຈະບໍ່ເໜົ່າບໍເປື່ອຍບໍ້ຖ້າວ່າຍາດຜູ້ທີ່ຢູ່ຫ່າງໄກບໍ່
ມາຮັບເອົາໄປທັນກັບເວລາ? ຂ້າພະເຈົ້າຖາມຄົນຂັບຣົຖ. - ເພິ່ນສັກຢາກັນເໜົ່າໃສ່ຕົ້ວ...ກໍວ່າໄດ້ຍິນວ່າ
ມາແນວນັ້ນ ບໍ່ເທົ່າໃດມື້ດອກຍາດພີ່ນ້ອງກໍມາເອົາໄປ ແຕ່ກໍໂຮງເຢັນນີ້ບໍ່ຫວ່າງຈັກມື້ດອກ ມີສົບສົ່ງມາບໍ່
ຂາດແຕ່ລະມື້ ບໍ່ລຸດມື້ລະສີ່ລະຫ້າຄືມື້ນີ້ລະ ບາງເທື່ອເປັນສິບ... .ຄົນຂັບຣົຖເລົ່າສູ່ຟັງ. ຂ້າພະເຈົ້າຖາມຢ້ຳ
ເຂົ້າໄປອີກເຣື່ອງນຶ່ງກ່ອນຈະໄປເຖິງໜ້າໂຮງໝໍ: - ລຸງ..ເປັນຫຍັງພວກພວກຂົນສົບລົງຈາກຍົນແລ້ວຂຶ້ນ
ມາຣົຖນີ້ຈຶ່ງຖອກສະເທຊາຍກອງໂຄມກັນລ່າງງ່າງເລ່ງເງ່ງຢູ່? ບໍ່ໃຫ້ກຽດກັນເລີຍ ຂະເຈົ້າຕາຍກໍຕາຍຍ້ອນ
ໄປຮັບໃຊ້ຊາດ ບໍ່ແມ່ນຕາຍຍ້ອນໄປເປັນໂຈນປຸ້ນຈີ້ຂ້າເຈົ້າເອົາຂອງ ເມື່ອມາເຫັນສະພາບຂອງຂະເຈົ້າແລ້ວ
ເປັນໜ້າເວທະນາສົບເຫຼົ່ານັ້ນທີ່ສຸດ, ຄິດໃສ່ຕົນເອງຄັນຕາຍໄປກໍຈະເປັນແບບດຽວກັບສະພາບຂອງສົບ
ເຫຼົ່ານີ້...ຕອນຢູ່ເທິງຣົຖນີ້ຕິເປັນໜ້າລັງກຽດທີ່ສຸດ ເຮັດກັບຂະເຈົ້າປານໝູປານໝາເອັາໂລດ ບໍ່ສົມວ່າ
ເປັນກອງທັບປົດປ່ອຍປະຊາຊົນລາວຈັກໜ້ອຍ...ເຈົ້າວ່າບໍ່ລຸງ? ຂ້ອຍຢາກໃຫ້ລຸງຕັກເຕືອນພວກສີ່ຄົນ
ທີ່ໄປຫາມສົບຂຶ້ນຣົຖນັ້ນແດ່ ພວກເຂົາຄວນໃຫ້ກຽດແລະເຄົາຣົບສົບ ຖ້າສົບເຫຼົ່ານັ້ນເປັນລູກເປັນຫລານ
ຂອງລຸງເດລຸງກໍມັກຢູ່ບໍ້ຫລືວ່າລຸງເປັນໃຈເຫັນດີເຫັນຊອບກັບການກະທຳຂອງເຂົາ? ຄົນຂັບຣົຖຕອບຂຶ້ນ
ວ່າ: ມັນບໍ່ແມ່ນພວກສີ່ຄົນນີ້ເປັນປະຈຳເຂົາປ່ຽນຝຽນກັນແຕ່ກໍຕາຍຫ່າຄືກັນຫັ້ນລະຫລານເອີຍ ເມື່ອຍ
ວ່າເຫີ້ເຂົາແລ້ວ ຜູ້ເດີຜູ້ເດີກໍເອັດການປະຕິວັດມາບໍ່ຕ່ຳກ່ວາ 10 ປີແລ້ວ. ພວກນີ້ຢູ່ໂຮງໝໍນີ້ບໍ້ຫລືວ່າຢູ່
ກົມກອງໃດ? ຂ້າພະເຈົ້າຖາມຄືນ. ຢູ່ສວັດດີການຝ່າຍທະຫານຂອງສູນກາງເມືອງ... ຄົນຂັບຣົຖຕອບ.
ເສັຍດາຍບໍ່ມີເວລາຫລາຍທີ່ຈະຖັກຖາມລຸງຂັບຣົຖຄົນນັ້ນແຕ່ກໍຕັ້ງໃຈໄວ້ວ່າຈະເຮັດສິ່ງໃດສິ່ງນຶ່ງເພື່ອສົບ
ທີ່ຖືກປ່ອຍປະລະເລີຍແບບບໍ່ມີມະນຸສຍະທັມແກ່ເຂົາເລີຍ.
ພໍແຕ່ຣົຖຈອດຢູ່ໜ້າໂຮງໝໍແປະກັບທາງເຂົ້າກໍແນມເຫັນ ດຣ.ຈັນເພັງ ກຳລັງຍ່າງເຂົ້າມາຫາຣົຖແລະ
ຕົນເອງກໍພວມກ້າວລົງຣົຖເໝືອນກັນ. ດຣ.ຈັນເພັງ ກໍເປັນນ້ອງຊາຍນ້າເຂີຍຂອງຂ້າພະເຈົ້າເອງຊື່ງ
ນ້ອງສາວຫລ້າແມ່ຂອງຂ້າພະເຈົ້າແຕ່ງງານກັບອ້າຍຂອງຜູ້ກ່ຽວ. ອ້າຍຈັນເພັງມາຫິ້ວເອົາເປ້ເຄື່ອງອອກ
ຈາກຣົຖໃຫ້ແລ້ວກໍພາເຂົ້າໄປໃນໂຮງໝໍ, ຕົນເອງກໍຟ້າວຖາມໂລດວ່າເປັນຫຍັງອ້າຍຈັນເພັງຈຶ່ງຮູ້ວ່າຕົນ
ເອງຖືກເຈັບແລະມາໂຮງໝໍນີ້? ເລົາເວົ້າວ່າເລົາຮູ້ຣະຫວ່າງສອງຊົ່ວໂມງຜ່ານມານີ້ເອງເມື່ອມາເຫັນຊື່ແລະ
ນາມສກຸນຢູ່ມນບັນຊີລາຍຊື່ຄົນບາດເຈັບມາແຕ່ສນາມຈະມາປິ່ນປົວຢູ່ທີ່ນີ້,ເລົາເວົ້າວ່າບໍ່ໜ້າເຊື່ອຈະເປັນ
ຄວາມຈິງເພາະອ້າຍຈັນເພັງກໍຮູ້ວ່າຕົນເອງຖືກສົ່ງໄປຮຽນໂຊຫວຽດເມື່ອປີທີ່ຜ່ານມານີ້ເອງ. ດຣ.ຈັນເພັງ
ຮີບພາເຂົ້າຫ້ອງປົວແປງບາດແຜແລ້ວກໍຕັດເອົາຜ້າພັນບາດໂຕເກົ່າອອກແລະຖາມວ່າ: ແມ່ນໃຜຫຍິບ
ບາດແຜນີ້ໃຫ້? ບໍ່ເຊື່ອວ່າຈະມີນາຍແພທທີ່ມີສີມືຫຍິບບາດແຜຢ່າງປານີດແບບນີ້..ຂ້າພະເຈົ້າກໍບອກວ່າ
ອ້າຍແພທບົວສອນນາຍແພທຊັ້ນສູງ (ດຣ.) ປະຈຳກອງພັນ 15. ອ້າຍຈັນເພັງບອກວ່າບໍ່ມີຄວາມເປັນ
ຮ່ວງກ່ຽວກັນການຫຍິບບາດແຜເພາະດູດີທີ່ສຸດແລ້ວ ມີແຕ່ຈະໄປ X-Ray ເບິ່ງກະດູກຈະແຕກຫລືຫວິ່ນ
ຫລືບໍ່ເທົ່ານັ້ນ ແລະບາດແຜກໍຢູ່ໃນສະພາບດີບໍ່ມີຄິດເຊື້ອອັນໃດເລີຍ. ອ້າຍຈັນເພັງໃຫ້ນາງພະຍາບານມາ
ລ້າງບາດແລະປ່ຽນຜ້າພັນບາດໃໝ່ໃຫ້ແລ້ວກໍພາໄປສົ່ງທີ່ຕຽງນອນ.
ປະມານ5ໂມງແລງກໍເຣີ່ມເຫັນໝູ່ຄູ່ຍາດພີ່ນ້ອງທະຍອຍກັນມາຢ້ຽມຢາມ ຕາງກໍປະຫລາດໃຈວ່າໄປຮຽນ
ໂຊຫວຽດຄືໄດ້ໄປເປັນທະຫານ? ແລ້ວໝູ່ທີ່ໄປຣຸ່ນດຽວກັນໄປໃສໝົດ ຂ້າພະເຈົ້າຈຶ່ງເລົ່າເຫຕການຄວາມ
ເປັນມາໃຫ້ຮະເຈົ້າຟັງ ແລະ ທຸກຄົນບໍ່ໜ້າເຊື່ອວ່າພັກ-ລັດມີນິສັຍຕົວະຍົວະ ຫລອກລວງເຍົາວະຊົນຂອງ
ຊາດໄດ້.
(ກະຣຸນາພົບກັນໃໝ່ໃນຕອນຕໍ່ໄປ)
ຮຸ່ງເຊົ້າວັນໃໝ່ມາ ອ້າຍເຄນຊຶ່ງເປັນລູກຊາຍຜູ້ໃຫຍ່ຂອງລຸງ (ອ້າຍພໍ່) ເອົາອາຫານແລະໝາກໄມ້ມາຢ້ຽມແຕ່ເຊົ້າຊຶ່ງ
ໃນຄນະນັ້ນຕົນເອງຍັງນອນບໍ່ທັນຕື່ນເທື່ອເພາະເພັຍມາທັງວັນແລະຕອນກາງຄືນນອນບໍ່ຄ່ອຍຫລັບເພາະປວດບາດ
ແຜ, ຊວດຫລັບຊວດຕື່ນຈົນພະຍາບາລໄດ້ເອົາຢາແກ້ປວດມາໃຫ້ກິນຈັ່ງນອນຫລັບບາດຂ້ອນໃກ້ຈະແຈ້ງ. ພໍຮູ້ເມື່ອ
ຂຶ້ນມາຕອນທີ່ທ່ານໝໍແລະພະຍາບາລມາປຸກເພື່ອກວດເບິ່ງບາເແຜ ຈຶ່ງເຫັນອ້າຍເຄນນັ່ງເຝົ້າຢູ່ຂ້າງຕຽງນັ້ນ. ເມື່ອ
ເສັດຈາກການທຳຄວາມສອາດບາດແຜແລະຮັບຢາຈາກພະຍາບາລແລ້ວອ້າຍເຄນກໍຕຽມຈະກັບຈຶ່ງໄດ້ສັ່ງໃຫ້ຫາເອົາ
ປຶ້ມສມຸດສໍແລະບິກຂຽນມາໃຫ້ເພາະມີທຸຣະຈະຂຽນບາງສິ່ງບາງຢ່າງເພື່ອຂ້າເວລາໄປແຕ່ລະວັນ.ຫລັງຈາກກິນເຂົ້າເຊົ້າ
ແລ້ວກໍຄິດຢາກອອກໄປຍ່າງເພື່ອຫັດກາຍະບໍຣິຫານຈັກໜ້ອຍພໍຢືດເສັ້ນຢືດສາຍຈຶ່ງແນມໄປສັງເກດເບິ່ງຄົນເຈັບທີ່
ນອນຢູ່ໃນຫ້ອງດຽວກັນນັ້ນຈຶ່ງຮູ້ວ່າຄົນເຈັບທີ່ຢູ່ໃນຫ້ອງນີ້ລ້ວນແລ້ວເປັນທະຫານທີ່ຖືກບາດເຈັບມາທັງນັ້ນ.ຄົນເຈັບ
ທີ່ນອນຢູ້ຕຽງຂ້າງຊ້າຍແລະຂ້າງຂວາຕຽງຂອງຂ້າພະເຈົ້າແມ່ນສາຫັດພໍສົມຄວນເພາະຈະໄປມາທາງໃດຕ້ອງໄດ້ນັ່ງລໍ້
ໃຫ້ຄົນຍູ້ໄປ. ມີຕຽງຄົນເຈັບທີ່ຢູ່ໃນຫ້ອງນີ້ 45 ຕຽງ ບໍ່ມີຕຽງເປົ່ເລີຍແລະກໍຄົນເຈັບທີ່ຢູ່ໃນຫ້ອງນີ້ເປັນທະຫານໝົດ.
ຍ່າງລຽບລະບຽງທາງນອກຂ້າງໃນຂອງໂຮງໝໍ (ຢູ່ຂ້າງນອກຂອງໂຮງໝໍບໍ່ມີລະບຽງຍ່າງ) ເພື່ອອອກເຮື່ອອອກແຮງ
ຍ່າງໄປສັງເກດໄປຈຶ່ງເຫັນມີອີກຫ້ອງນຶ່ງທີ່ເປັນຫ້ອງຄົນເຈັບທີ່ເປັນທະຫານ.
ໄດ້ມີໂອກາດທຳຄວາມຄຸ້ເຄີຍກັບຄົນເຈັບທີ່ຢູ່ຫ້ອງດຽວກັນຈຶ່ງຮູ້ທີ່ໄປທີ່ມາຂອງຂອງຄົນເຈັບທັງໝົດນີ້. ພວກທີ່ມາ
ຮັກສາໂຕຢູ່ທີ່ນີ້ບ້ວນແລ້ວແຕ່ຖືກບາດເຈັບຈາກໄປສູ້ຮົບກັບເຈົ້າຟ້າທັງນັ້ນ ສ່ວນຫລາຍມາຈາເທາງພູແຊແລະບ້ານ
ຊ້ອນແລະພວກນີ້ແມ່ນທະຫານເມືອງ, ແລະກໍມີສ່ວນນຶ່ງມາແຕ່ທາງຂົງເຂດກາສີ ສາລາພູຄູນແລະພວກນີ້ເປັນທະ
ຫານກອງທັບ. ຕາມທີ່ຂະເຈົ້າເລົ່າສູ່ຟັງກໍບໍ່ມີຫຍັງແຕກຕ່າງກັບເຂດທີ່ຕົນເອງໄປຕົກຢູ່ນັ້ນ ເພາະເຈົ້າຟ້າໃຊ້ແຜນ
ໃຊ້ແຜນຍຸທະສາດໂຈມຕີແບບດຽວກັນຢູ່ທຸກໆເຂດ. ທະຫານເຈັບທີ່ນອນຢູ່ຂ້າງກັນນັ້ນໄດ້ເລົ່າສູ່ຟັງວ່າ ກອງຮ້ອຍ
ທີ່ຜູ້ກ່ຽວສັງກັດຢູ່ນັ້ນມີ80ກ່ວາຄົນແຕ່ຖືກເຈົ້າຟ້າມາຈອບຍິງຕາຍມື້ລະສອງລະສາມ ດຽວນີ້ບໍ່ມີທະຫານເຫຼືອຮອດ
20ຄົນ ການນັ້ນຖືກຕາຍແລະບາດເຈັບແລະຜູ້ກ່ຽວຍັງເວົ້າອີກວ່າ: ພວກມັນບໍ່ຍົກທະຫານມັນມາຕີຊຶ້ງໜ້າກັນຈັກ
ເທື່ອຄັນມັນມາຊຶ້ງໜ້າ ບະ! ມັນກໍສິເສັດໃຫ້ພວກເຮົາຄືກັນນັ້ນລະ,ແຕ່ມັນມາຈອບຍິງພບກເຮົາຕາຍແລ້ວມັນປົບ
ນີ້ຄິ ຝ່າຍເຮົາເປັນຝ່າຍເສົຍປຽບໃຫ້ພວກແມ້ວເຈົ້າຟ້ານັ້ນຕຣອດ ເພາະພວກມັນລະຢູ່ບ່ອນມືດ ບາດພວກເຮົາລະ
ຢູ່ບ່ອນແຈ້ງວ່າຊັ້ນເທາະ. ຮ້ອຍກໍຖືກມັນມາຈອບຍິງຕອນໄປຖ່າຍເບົາຢູ່ຂ້າງຄ້າຍ ກາງເວັນແສກໆນີ້ແລ້ວ ໄຄແຕ່
ເປັນຈັ່ງບຸນຄືສິບໍ່ຮອດມື້ຕາຍ ມັນຈຶ່ງບໍ່ຖືກຈຸດສຳຄັນ ທ່ານໝໍເພິ່ນກໍວ່າຖ້າຍັບເຂົ້າອີກເຊັນນຶ່ງແມ່ນຕັດຂ້ວນຫົວ
ໃຈໂລດ ແລະກໍມີແຕ່ຂ້ອຍນີ້ແລ້ວໝົດກອງຮ້ອຍນັ້ນລອດທີ່ຖືກແມ້ວຈອບຍິງ. ມີຊັ້ນຜູ້ບັງຄັບກອງຮ້ອຍຄົນນຶ່ງ
ທີ່ຖືກບາດເຈັບແລະມາປົວຢູ່ນີ້ແລະກໍນອນຟູ່ຕຽງຖັດໄປທາງຂ້າງຊ້າຍຂອງຕຽງຂ້າພະເຈົ້າ ຍ່າງກໍບໍ່ທັນໄດ້ ເປັນຄົນ
ເມືອງຄຳ ແຂວງຊຽງຂວາງ ແຕ່ງງານໄດ້ 3 ເດືອນກໍຖືກມາປະຈຳການຢູ່ເຂດກາສີ ແລະກໍຖືກບາດເຈັບ 5 ເດືອນຕໍ່
ມາຫລັງຈາກມາປະຈຳການຢູ່ທີ່ນັ້ນ ຕາມຄຳບອກເຫຼົ່າຂອງພັລະຍາຂອງຜູ້ກ່ຽວເອງ ມານອນໂຮງໝໍໄດ້ສອງອາທິດ
ແລ້ວແຕ່ຍ່າງຍັງບໍ່ທັນໄດ້.
ສຽງຍົນຂຶ້ນແລະລົງຢູ່ທີ່ວັງວຽງແຕ່ລະມື້ແມ່ນເກືອບສ່ຳກັບປິ 1969 ຕອນຂົນເອົາທະຫານຮັບຈ້າງໄທມາສະຕັອກ
ໄວ້ທີ່ວັງວຽງກ່ອນຈະສົ່ງຕໍ່ຂຶ້ນໄປຊຳທອງເລະເມືອງສຸຍ. ທະຫານຖືກບາດເຈັບກໍເຂົ້າມາເຜີ້ມທີ່ໂຮງໝໍບໍ່ຂາດແຕ່ລະ
ມື້ ເຂົ້າມາເຜີ້ມຫລາຍກ່ວາອອກຈຶ່ງເຮັດໃຫ້ຄົນເຈັບລົ້ນໂຮງໝໍ. ສ່ວນທະຫານທີ່ເສັຍຊີວິດກໍຫລັ່ງເຂົ້າມາເປັນຈຳ
ບໍ່ໜ້ອຍຕາມທີ່ຂ້າພະເຈົ້າສັງເກດໃນອາທິດແຣກທີ່ຂ້າພະເຈົ້າມານອນຢູ່ໂຮງໝໍນີ້.
ເມື່ອໄດ້ປຶ້ມກັບສໍຂຽນມາແລ້ວ ຂ້າພະເຈົ້າກໍເຣີ່ມຕົ້ນຂຽນຈົດໝາຍຣາຍງານພຶດຕິກຳຂອງທະຫານບາງຄົນທີ່ບໍ່ໃຫ້
ກຽດແລະເຄົາຣົບສົບຂອງທະຫານທີ່ເສັຍຊິວິດຂຶ້ນສເນີຕໍ່ປະທານບໍຣິຫານຫ້ອງການສວັດດີການທະຫານປະຈຳເມືອງ
ເມືອງວັງວຽງ ເພື່ອນຳເອົາທະຫານສວັດດີການຜູ້ທີ່ກະທຳຜິດນັ້ນມາສ່ອງແສງໃຫ້ດັດແປງການປະພຶດທີ່ບໍ່ເໝາະສົມ
ຊາກສົບທະຫານທີ່ເສັຍຊີວິດໄປແລ້ວ.ແລະໃນຈົດໝາຍນັ້ນຂ້າພະເຈົ້າຍັງແນະນຳໃຫ້ມາດັກສກັດຢູ່ໂຮງເກັບສົບຢູ່ທີ່
ຖຮງໝໍພີ້ຖ້າຫາກມີການຂົນສົບທະຫານຈາກຍົນມາໄວ້ທີ່ໂຮງໝໍ ແລະ ໃຫ້ເກັບເປັນຄວາມລັບເພື່ອບໍ່ໃຫ້ພວກທະ
ຫານເລົ່ານັ້ນຮູ້ຕົວກ່ອນ. ເມື່ອຂ້າພະເຈົ້າຂຽວຮຽບຮ້ອຍແລ້ວກໍໄປຂໍໃຊ້ພິມດີດທີ່ໂຮງຮຽນອົບຣົມຄຣູທີ່ຢູ່ຂ້າງໃຕ້ຂອງ
ໂຮງໝໍພຽງຖນົນເສັ້ນດຽວຂັ້ນ ເພາະຂ້າພະເຈົ້າມີຄົນທີ່ຄຸ້ນເຄີຍຊຶ່ງເປັນຜູ້ອຳນວຍການຢູ່ທີ່ນັ້ນ.
(ກະຣູນາຕິດຕາມອ່ານໃນຕອນຕໍ່ໄປ)
ອາໄສອ້າຍເຄນເອົາໜັງສືໄປສົ່ງທີ່ຄ້າຍສວັດດີການທະຫານຊຶ່ງເປັນອະດີດຄ້າຍ BV58 ວັງວຽງຕິດກັບເດີ່ນຍົນເບື້ອງ
ຕາເວັນຕົກ. ສອງມື້ຕໍ່ມາກໍມີພະນັກງານທະຫານຄົນນຶ່ງເຂົ້າມາຢ້ຽມຊຶ່ງຜຕ້ກ່ຽວເປັນຄົນແປກໜ້າສຳຣັບຂ້າພະເຈົ້າ
ເພາະບໍ່ເຄີຍເຫັນໜ້າມາກັນກ່ອນ, ຜູ້ກ່ຽວຄົງບໍ່ສດວກເວົ້າກັນຈຶ່ງໄດ້ຊວນອອກໄປນັ່ງລົມກັນຢູ່ກ້ອງຮົ່ມຕົ້ນໄມ້ທາງ
ຫລັງໂຮງໝໍຊຶ່ງທີ່ນັ້ນທາງໂຮງໝໍໄດ້ສ້າງເປັນສະຖານທີ່ໃຫ້ຄົນປ່ວຍໄປນັ່ງພັກຜ່ອນ. ພໍແຕ່ນັ່ງລົງແປ້ນມ້າຢູ່ກ້ອງຕົ້ນ
ໝາກນ້ຳນົມພະນັກງານທະຫານຄົນນັ້ນກໍແນະນຳໂຕໃຫ້ຮູ້ວ່າຜູ້ກ່ຽວແມ່ນໃຜ? ທາງຫ້ອງການສວັດດີການທະຫານ
ໄດ້ແຕ່ງຕັ້ງຜູ້ກ່ຽວເປັນຜູ້ສືບສວນກໍຣະນີທະຫານສວັດດີການບາງຄົນປະພຶດອັນບໍ່ສົມຄວນກັບຊາກສົບທະຫານທີ່ຂ້າ
ພະເຈົ້າດ້ຍື່ນໜັງສືສເນີໃຫ້ແກ້ໄຂຂຶ້ນໄປ. ຂ້າພະເຈົ້າຈຶ່ງຖາມຜູ້ກ່ຽວວ່າ ແຕ່ລະເທື່ອກ່ອນທີ່ເຂົາຈະສົ່ງສົບທະຫານມາ
ທາງສຳນັກງານສວັດດີການທະຫານຮູ້ລ່ວງໜ້າຫລືບໍ່? ຜູ້ກ່ຽວວ່າຮູ້ລ່ວງໜ້າເປັນມື້ພຸ້ນແລ້ວເພາະທາງເຮົາຈະໄດ້ຕິດ
ຕໍ່ສົ່ງຂ່າວໃຫ້ຄອບຄົວຫລືຍາດພີ່ນ້ອງຂອງເຂົາມາຮັບເອົາສົບໄປ, ແລະຜູ້ກ່ຽວຍັງບອກວ່າມື້ນີ້ມີ7-8ສົບຈະສົ່ງມາວັງ
ວຽງນີ້ ມາແຕ່ເມືອງກີມກັບລ້ອງໂປດ ໄດ້ຍິນຂ່າວວ່າໜັກໜ່ວງທີ່ສຸກໃນເຂດນັ້ນ. ແລະຜູ້ກ່ຽວຍັງເວັ້າອອກອີກວ່າ:
ຈະບໍ່ເຫີ້ເຂົາຕາຍແນວເລີ ພວກເຈົ້າຟ້າເຂົາເດີ້ເປັນທະຫານມາແຕ່ເກົ່າ ບາດພວກທະຫານຂອງເຮົາຜູ້ທີ່ຕາຍນີ້ສ່ວນ
ເຍີ່ເປັນທະຫານເໝີ່ ພໍແຕ່ພາຍປືນເປັນກໍເອົາໂລດແລະກໍແອບວິຊາທະຫານບໍ່ຮອດສາມເດືອນກໍເອົາໄປລົງສນາມ
ຮົບປະຕິບັດໂຕຈິງໂລດເຮັດແນວເລີຈີ່ສູ້ເຂົາສ່ຳກັບເອົາລູກເອົາຫລານໄປຕາຍຖື້ມລ້າໆ. ຂ້າພະເຈົ້າບອກໃຫ້ທຳຕາມ
ແຜນໃຫ້ມາດັກຢູ່ໂຮງເກັບສົບພີ້ແລະຜູ້ກ່ຽວກໍຕົກລົງຕາມນັ້ນ, ຫລັງຈາກໂອ້ລົມເຣື່ອງດັ່ງກ່າວເສັດແລ້ວຜູ້ກ່ຽວກໍ
ເລີຍມາຖາມເຣື່ອງສ່ວນຕົວຂອງຂ້າພະເຈົ້າວ່າໄປຈັ່ງໃດມາຈັ່ງໃດ? ແລະຜູ້ກ່ຽວຍັງເວົ້າວ່າ: ລຸງສັງເກດເບິ່ງຫລານນີ້
ຄືຈີ່ບໍ່ແມ່ນຄົນວັງວຽງເພາະບໍ່ເຄີຍເຫັນ, ແລະຫລານເປັນຄົນບໍ່ຢ້ານທີ່ເຮັດແນວທີ່ຖືກຕ້ອງເພາະລຸງເຫັນຂໍ້ຄວາມ
ທີ່ຫລານຂຽນຢູ່ໃນໜັງສືແນະນຳໂຕໃຫ້ຮູ້ທັງຊື່ແລະນາມສກຸນແລະໃຫ້ຕິດຕໍ່ໄດ້ທຸກເວລາຢູ່ທີ່ໂຮງໝໍນີ້. ຖ້າຄົນຜູ້ທີ່
ມີແນວຄິດຢ້ານກົວຄົນນັ້ນເຂົາຈະບໍ່ແນະນຳໂຕເອງແບບຫລານນີ້ດອກ. ຂ້າພະເຈົ້າກໍບໍ່ໄດ້ບອກເຣື່ອງສ່ວນຕົວຂອງ
ຕົນເອງຫລາຍປານໃດ ບອກແຕ່ວ່າສມັກເປັນທະຫານເອງ ແລະ ກໍເປັນຄົນເກີດແລະໃຫຍ່ຢູ່ວັງວຽງນີ້ແຕ່ເມື່ອຈົບ
ມັທະຍົມຕົ້ນຢູ່ມັທະຍົມວັງວຽງກໍເຂົ້າໄປຮຽນຕໍ່ມັທະຍົມປາຍຢູ່ວິທະຍາລັຍວຽງຈັນ.
ສອງວັນຕໍ່ມາ ພະນັກງານຄົນເດີມກໍກັບມາຫາຢູໂຮງໝໍອິກແລະກໍພາກັນໄປນັ່ງຢູ່ທີ່ກ້ອງຮົ່ມຕົ້ນໝາກນ້ຳນົມບອ່ນ
ເກົ່າຄັ້ງທີ່ຜ່ານມານັ້ນ. ຜູ້ກ່ຽວກ່າວຄຳຍ້ອງຍໍວ່າແຜນການທີ່ຂ້າພະເຈົ້າແນະນຳໃຫ້ນັ້ນໃຊ້ໄດ້ຜົນເກີນຄາດຄິດແລະກໍ
ເຫັນສະພາບໂຕຈິງທີ່7-8ສົບນັ້ນຖືກວາງໄວ້ບໍ່ເປັນຣະບຽບ ບາງກໍຫງາຍບາງກໍຂ້ວມແລະໜ້າຕາຂອງພວກເຂົາກໍຍັງ
ມີຄາບເລືອດແຫ້ງຕິດຢູ່ຕາມປາກຕາມດັງແລະບໍ່ມີຜ້າຫຸ້ມຫລືຫໍ່ສົບເຫຼົ່ານັ້ນເລີຍ.
ດຣ.ຈັນເພັງ ບອກວ່າອີກສອງອາທິດກໍສາມາດກັບຄືນກົມກອງໄດ້ແລ້ວເພາະບໍ່ມີຫຍັງທີ່ພໍຈະເປັນຮ່ວງແລະມືເບື້ອງ
ຊ້າຍແລະນີ້ວທູກນິ້ວເຣີ່ມຍັບຍ້າຍແລະເໜັງຕິງໄດ້ແລ້ວ, ຂ້າພະເຈົ້າເລີຍຂໍຢູ່ຕໍ່ຈັກສາມອາທິດຄື່ມຈະໄດ້ບໍ່? ເພາະຂ້າ
ພະເຈົ້າຢາກມີເວລາຍືດອອກໄປຕື່ມເພື່ອຄິດຄົ້ນຫາສ່ອງທາງວ່າຈະເຮັດແນວໃດກັບອານາຄົດຂອງຕົນເອງ. ອ້າຍຈັນ
ເພັງກໍຈະພະຍາຍາມຈືດເວລາອອກໃຫ້ເທົ່າທີ່ຈະສາມາດທຳໄດ້. ມາພັກຮັກສາໂຕຢູ່ໂຮງໝໍນີ້ກໍໄດ້ຮູ້ແລະເຫັນຫລາຍ
ສິ່ງຫລາຍຢ່າງທີ່ບໍ່ຄາດຄິດມາກ່ອນວ່າທັ່ງໆທີ່ສົງຄາມໄດ້ຢຸດຕິລົງແລ້ວຄວາມຫວຸ້ນວາຍພາຍໃນປະເທດຊຶ່ງເກີດຂຶ້ນ
ຢູ່ໃນເຂດຊົນະບົດທີ່ປະຊາຊົນລາວຜູ້ທີ່ຢູ່ໃນນະຄອນຫລວງແລະຕົວເມືອງໃຫຍ່ຕ່າງໆນັບເປັນແສນເປັນລ້ານທີ່ຍັງບໍ່
ຮູ້ຫລືເຫັນວ່າມີຫຍັງເກີດຂຶ້ນຢູ່ຫລັງບ້ານກັນແທ້ພາຍຫລັງທີ່ປະຊາຊົນລາວທັງຊາດໄດ້ພາກັນສລອງສັນຕິພາບແລະ
ໄຊຊະນະນັບຕັ້ງແຕ່ວັນທີ 2 ທັນວາເປັນຕົ້ນມາ? ຄົນຕາຍແລະຖືກບາດເຈັບຖືກນຳມາທີ່ໂຮງໝໍແຫ່ງນີ້ບໍ່ຂາດແຕ່
ມື້, ແມ້ແຕ່ກອງພັນ 15 ທີ່ຕົນເອງສັງກັດຢູ່ນັ້ນແຫ່ງດຽວກໍຍັງບໍ່ຂາດແຕ່ລະວັນຄືກັນທີ່ມີທະຫານຖືກຍິງເສັຍຊີວິດ
ແລະບາດເຈັບ ແລ້ວເອົງຫລາຍໆບ່ອນຫລືເອົາທົ່ວປະເທດມາບວກເຂົ້າກັນແລ່ວຈະມີຫລາຍປານໃດອັນທະຫານທີ່
ຖືກບາດເຈັບແລະເສັຍຊີວິດໄປນັ້ນ?
ຂ້າພະເຈົ້າຕັດສິນໃຈເດີນທາງເຈົ້າວຽງຈັນຕາມຄວາມຕັ້ງໃຈຂອງຕົນເອງທີ່ຕັ້ງໄວ້ກ່ອນຈະເອົາປືນຍິງແຂນຕົນເອງ
ຈຶ່ງໄດ້ຂໍອະນຸຍາດອອກຈາກໂຮງໝໍມື້ນຶ່ງຄືນນຶ່ງໄປຄ້າງຄືນທີ່ບ້ານເພາະທາງພີ່ນ້ອງຍາດພີ່ນ້ອງເພາະເພິ່ນຈະທຳພິທີ
ບາສີສູ່ຂັວນໃຫ້ກ່ອນທີ່ຈະອອກໂຮງໝໍແລະກັບຄືນສູ່ກົມກອງ, ທາງໂຮງໝໍກໍອະນຸຍາດໃຫ້ຕາມຄຳຮ້ອງຂໍຂອງຂ້າພະ
ເຈົ້າ. ຕອນເຊົ້າຂອງວັນນັ້ນໄດ້ໄປຂໍໃຊ້ພິມດີດທີ່ໂຮງຮຽນອົບຣົມຄຣູອີກ ຄັ້ງນີ້ແມ່ນພິມໜັງສືເດີນທາງໄປຢາມຄອບ
ຄົວທີ່ວຽງຈັນ ກ່ອນຈະໄປນອນພັນຢູ່ເຮືອນລຸງຢູ່ທີ່ບ້ານວຽງໄຊຫ່າງຈາກວັງວຽງລົງທາງໃຕ້ປະມານ 5ກິໂລແມັດ.
ຕິດຕໍ່ຮັບເໝົາຣົຖໂດຍສານໄດ້ກໍອອກເດີນທາງໃນຕອນເຊັ້າໆຂອງມື້ຕໍ່ມາຫລັງຈາກຄອບຄົວຂອງລຸງແລະຍາຕິພີ່
ນ້ອງເຮັດສູ່ເຂົ້າສູ່ຂັວນໃຫ້. ຕາມເສັ້ນທາງວັງວຽງຫາໂພນໂຮງຂ້າພະເຈົ້າບອກໃຫ້ເຈົ້າຂອງຣົຖທີ່ຂ້າພະເຈົ້າເໝົາມາ
ນັ້ນໃຫ້ຮັບຄົນໂດຍສານແບບປົກະຕິເພື່ອບໍ່ໃຫ້ທະຫານທີ່ກວດຢູ່ຕາມປ້ອມຍາມຕາມທາງຈະເກີດສົງໄສເພາະຣົຖ
ໂດຍສາຍສອງແຖວແທ້ໆຄືບໍ່ມີຜູ້ໂດຍສານ? ເວົ້າໄປແລາວເຈົ້າຂອງໂດຍສານສອງແຖວຄັນນີ້ກໍແມ່ນຂອງພີ່ນ້ອງ
ກັນນັ້ນແລ້ວ. ທີ່ຂົວຫີນເຫີບ ເຈົ້າໜ້າທີ່ໄດ້ກວດຄົ້ນຜູ້ໂດຍສານຢ່າງເຂັ້ມງວດເພາະຢ້ານມີມົ້ງຫລືເຈົ້າຟ້າລິດລອດ
ໜີເຂົ້າວຽງຈັນ, ທະຫານຄົນນຶ່ງມາຖາມເບິ່ງໜັງສືເດີນທາງແລະບັກປະຈຳຕົວ, ແຕ່ຂ້າພະເຈົ້າບໍ່ມີບັດປະຈຳຕົວ
ຄິດວ່າຄົນລາວເຮົາໃນຣະຍະນັ້ນສ່ວນຫລາຍບໍ່ທັນມີບັດປະຈຳຕົວດອກ, ຂ້າພະເຈົ້າມີໜັງສືເດີນທາງປອມທີ່ເຮັດ
ເອົາເອງແລະລາຍເຊັນຜູ້ພັນສີໄຄກໍເຊັນປອມເອົາເອງ ແລະໜັງສືຢັ້ງຢືນວ່າເປັນທະຫານປະຈຳກົມກອງທີ່ອ້າຍບົວ
ສອນເອົາໃຫ້ພ້ອມກັບລາຍເຊັນຂອງຈິງຂອງຜູ້ພັນສີໄຄກ່ອນຈະຂຶ້ນຍົນມາວັງວຽງ. ເອກະສານທຸກຢ່າງທີ່ຢູ່ຕາມເຂດ
ບ້ານນອກຂອກຂະເນເວລານັ້ນມີແຕ່ລາຍເຊັນເທົ່ານັ້ນ ບໍ່ທັນມີປະທັບກາຂອງກົມກອງແລະຫ້ອງການຕ່າງໆເທື່ອ.
ບໍ່ແນ່ໃຈວ່າທະຫານຜູ້ທີ່ຂ້າພະເຈົ້າຍຶ່ນເອກະສານໃຫ້ນັ້ນຈະອ່ານໜັງສືເປັນຫລືບໍ່? ພໍຍື່ນໃຫ້ບໍ່ພໍສອງວິນາທີກໍຍື່ນ
ຄືນມາໃຫ້ແລະຍັງເວົ້າວ່າໂຊກດີສະຫາຍ! ຂ້າພະເຈົ້ານຸ່ງເຄື່ອງທະຫານອ້າຍນ້ອງເຕັມຊຸດພ້ອມກັບຖົງສັກເປ້ອ້າຍນ້ອງ
ຕັ້ງຢູ່ຂ້າງຊ້າຍແລະປືນ AK47 ກໍຢູ່ຂ້າງຂວາມືຂອງຂ້າພະເຈົ້າ. ຫວິຈາກຫິນເຫີບກໍສ່ຳກັບວ່າເຂົ້າເຖິງວຽງຈັນແລ້ວ
ເຫດການຈະເປັນແນວໃດ ກະຣຸນາຕິດຕາມອ່ານໃນຕອນຕໍ່ໄປ.
ທີ່ພູພະກໍມີປ້ອມຍາມທະຫານກວດຣົຖຄືກັນ ມີແຕ່ທະຫານນ້ອຍເບີ່ງອາຍຸຄືຈະບໍ່ມີໃຜຮອດ 15 ປີຈັກຄົນ, ເບິ່ງເຂົາ
ພາຍປືນທ້າຍປືນເກືອບລາກພື້ນດິນ ປືນຊ້ຳແມ່ນປືນ ເຊກາເຊ. ຜ່ານພູພະກໍຕົກໃສ່ທົ່ງຮາບແລະບໍ່ພໍຊົ່ວໂມງເຄິ່ງກໍ
ມາເຖິງຕລາດສີໄຄ ແລະກໍແວະຊື້ເຄື່ອງນຸ່ງສອງຊຸດ ແລ້ວມາປ່ຽນເຄື່ອງທະຫານອອກເພື່ອທີ່ຈະເຂົ້າໄປບ້ານໃນຊຸດຊີ
ວິນ. ພໍເຖິງເຮືອນເຖິງຊານເຈົ້າຂອງຣົຖກໍພັກກິນເຂົ້າເຊົາແຮງນຳກ່ອນຈະກັບຄືນວັງວຽງ, ຂ້າພະເຈົ້າບໍ່ໄດ້ເອົາປືນ
ອອກມານຳໃນເວລາລົງຣົຖຍ່າງເຂົ້າເຮືອນ ກໍເລີຍບອກຄົນຂັບຣົຖນັ້ນເອົາກັບເມືອວັງວຽງແລ້ວເອົາໃຫ້ອ້າຍເຄນເອົາ
ໄປສົ່ງຄືນອຳນາດການປົກຄອງຢູ່ທາງນັ້ນແລ້ວໃຫ້ອຳນາດການປົກຄອງສົ່ງຄືນຕໍ່ໃຫ້ກົມກອງຄືນ,ຜູ້ກ່ຽວກໍ່ບໍ່ຢາກຮັບ
ປານໃດເພາະຢ້ານທະຫານກວດພໍ້ກາງທາງ ແຕ່ຂ້າພະເຈົ້າເລີຍບອກອີກວ່າຟ້າເອົາເມືອຮອດບ້ານແລ້ວເຈົ້າຢາກເອົາ
ໄປໃຫ້ອ້າຍເຄນຫລືບໍ່ເອົາໄປໃຫ້ກໍໄດ້ຖ້າວ່າເຈົ້າຢາກເກັບເອົາໄວ້ເລີຍ. ຖ້າວ່າທະຫານກວດພໍ້ກໍໃຫ້ເຈົ້າບອກເຂົາວ່າທະ
ຫານລືມປະໄວ້ ພໍແຕ່ຣົຖຈອດຢູ່ຄິວຣົຖສີໄຄທະຫານຄົນນັ້ນກໍລົງຣົຖໄປແລະລືມປືນ, ຈະນຳເອົາປືນນີ້ເມືອໃຫ້ທາງ
ອຳນາດການປົກຄອງທີ່ທະຫານຄົນນັ້ນຂຶ້ນຣົຖມາພຸ້ນ,ແລ້ວໃຫ້ເພິ່ນສືບຖາມເບິ່ງວ່າມີທະຫານຢູ່ກົມກອງໃດທີ່ໄດ້ລາ
ພັກໄປຢ້ຽວຢາມຄອບຄົວຢູ່ວຽງ. ແລະແລ້ວກໍບໍ່ມີບັນຫາຫຍັງເກີດຂຶ້ນ ນ້ອງຊາຍອ້າຍເຄນກັບມາແຕ່ວັງວຽງເພື່ອ
ຕຽມເຂົ້າຮຽນຢູ່ວິທະຍາລັຍຄຣູດົງໂດກຫລັງຈາກສາມອາທິດຕໍ່ມາ ແລະກໍເລົ່າສູ່ຟັງວ່າໄດ້ເອົາປືນໄປສົ່ງເພິ່ນແລ້ວທີ່
ຫ້ອງການເມືອງ,ກໍມີບັນຫາໜ້ອຍນຶ່ງແຕ່ກໍແລ້ວແລ້ວ.
ຂ້າພະເຈົ້າເຮັດໜັງສືເດີນທາງມາສອງສບັບ ອັນນຶ່ງສຳຣັບໃຊ້ໃນການເດີນທາງຈາກວັງວຽງຫາວຽງຈັນຊຶ່ງເປັນໜັງ
ສືເດີນທາງຂອງທະຫານ ແລະອີກອັນນຶ່ງເປັນຂອງປະຊາຊົນທີ່ຢັ້ງຢືນເດີນທາງກັບບ້ານຫລັງຈາກອອກຈາກບ້ານໄປ
ຊ່ວຍລຸງຊ່າວນາທີ່ບ້ານວຽງໄຊເມືອງວັງວຽງ ເພາະເພິ່ນກໍຊ່າວນາອິຫລີໃນຣະຍະປາຍປີ 75 ຫາ 77 ແລະໜັງສືເດີນ
ທາງສບັບນີ້ຈະນຳເອົາໄປແຈ້ງຕໍ່ອຳນາດການປົກຄອງຂອງບ້ານຕົນເອງຢູ່ທີ່ວຽງຈັນ. ພໍຮອດວຽງກໍຈູດເອກະສານທີ່
ກ່ຽວຂ້ອງກັບທະຫານນັ້ນຖີ້ມ. ມື້ໜ້າມາຂ້າພະເຈົ້າກໍເອົາໜັງສືໄປແຈ້ງຫົວໜ້າຄຸ້ມເພິ່ນກໍເຊັນຮັບຮູ້ເອົາໄວ້.
ທາງຄອບຄົວເລົ່າສູ່ຟັງວ່າເພິ່ນໄດ້ຮັບຂ່າວວ່າຂ້າພະເຈົ້າຖືກຕົ້ມໄປເປັນທະຫານຕັ້ງແຕ່ປີຜ່ານມາພຸ້ນຈາກອ້າຍບຸນ
ມີທີ່ເປັນນັກບິນແລະເປັນໝູ່ກັບອ້າຍຂ້າພະເຈົ້ານັ້ນເອງນຳເອົາຂ່າວມາໃຫ້ຫລັງຈາກໄປພໍ້ກັນຢູ່ເຂດເມືອງພູນ.ເວົ້າ
ເຣື່ອງອ້າຍບຸນມີນັກບິນຄົນນັ້ນກໍສເນີເອົາຢູ່ນຳທີ່ໂພນສວັນແລ້ວກໍພາຄອບຄົບບິນໄປລົງອູດອນແບບດຽວກັນກັບ
ອ້າຍຂອງຂ້າພະເຈົ້າ. ສິ່ງທີ່ຂ້າພະເຈົ້າຈະກະທຳຕໍ່ໄປກໍແມ່ນການປ່ຽນຊື່ໃໝ່ ດັ່ງນັ້ນຈຶ່ງປະກອບຄຳຮ້ອງສເນີຕໍ່ການ
ຈັດຕັ້ງຊຶ່ງເຣີ່ມແຕ່ຂັ້ນຫົວໜ້າຄຸ້ມແລ້ວຂຶ້ນຕາມຂັ້ນໄປຈົນຮອດເຈົ້າເມືອງ. ໃນປີນັ້ນ(77)ລຸງບຸນນຳ ພໍ່ໝ້າຍທີ່ມາ
ແຕ່ຊຳເໜືອມາເປັນເຈົ້າເມືອງໆໄຊເສຖາກຳແໄງນະຄອນວຽງຈັນ ຊຶ່ງມາມັກຮັກກັບເອື້ອຍຂອງຂ້າພະເຈົ້າທີ່ເປັນແມ່
ໝ້າຍຄືກັນ ຈຶ່ງບໍ່ມີບັນຫາທີ່ທາງຄນະເມືອງຈະສໍ້ຈະຖາມຫາເຫຕຜົນທີ່ຢາກປ່ຽນຊື່.ໃນທີ່ສຸດຂ້າພະເຈົ້າກໍມີຊື່ໃໝ່ແຕ່
ແຕ່ນາມສກຸນອັນເກົ່າ. ຂ້າພະເຈົ້າບໍ່ໄດ້ວົນຫລືສົນນຳເຣື່ອງການຮ່ຳຮຽນອີກຈຶ່ງຕັດສິນໃຈອອກຕະເວນຫາງານທຳ,
ໃນທີ່ສຸດກໍໄດ້ເຂົ້າໄປເປັນສມຸດບັນຊີຢູ່ທີ່ພະແນກການຄ້າລັດ-ເອກະຊົນຊຶ່ງລຸງ ພອນແພງ ທັມະວົງ ເປັນຫົວໜ້າພະ
ແນກ. ລຸງພອນແພງເປັນຄົນຊຳເໜືອມີຄອບຄົວແລ້ວແລະກໍມີລູກສອງຄົນ ຊາຍນຶ່ງຍິງນຶ່ງ ອາຍຸ 12 ກັບ 10 ປີ,
ມາຢູ່ນຳກັນຢູ່ວຽງຈັນພີ້ໝົດ. ບ້ານພັກເພິ່ນຢູ່ວຽງຢູ່ທີ່ບ້ານໂພນສອາດແຖບກະຊວງການຄັງເກົ່າ ແລະບ້ານຫລັງນີ້
ເປັນບ້ານຂອງພະຍາພູເງິນ ຊະນະນິກອນທີ່ໃຫ້ທູດທະຫານອາເມຣິກາເຊົ່າກ່ອນປີ 74 ແລະຂ້າພະເຈົ້າເຄີຍໄປນອນ
ເຮືອນຫລັງນີ້ນຳລູກຊາຍເພິ່ນຊຶ່ງເປັນໝູ່ສນິດຂອງຄົນເອງ ເພື່ອເຝົ້າເຄື່ອງເຮືອນຂອງຊານພາຍຫລັງຄົນເຊົ່າໄດ້ໜີ
ກັບໄປປະເທດເຂົາໃນທ້າຍປີ 73. ນອກຈາກຄົນໃນຄອບຄົວຂອງລຸງພອນແພງແລ້ວຍັງມີທະຫານເອື້ອຍນ້ອງສອງ
ຄົນແລະທະຫານຄົນຂັບຣົຖຄົນນຶ່ງທີ່ອາໄສຢູ່ໃນບ້ານຫລັງນັ້ນ.
ປີນຶ່ງຜ່ານໄປທີ່ຂ້າພະເຈົ້າເຮັດການຢູ່ກັບລຸງພອນແພງ ແລະໃນຊ່ວງເວລານຶ່ງປີນັ້ນຂ້າພະເຈົ້າໄດ້ສອນໃຫ້ລຸງພອນ
ແພງມີລາຍໄດ້ພິເສດຊຶ່ງໄດ້ມາຈກຫລາຍແງ່ຫລາຍມູມດ້ວຍເຣີ່ມຕົ້ນມາຈາກ............
ກະຊວງອຸດສາຫະກຳການຄ້າໄດ້ຍຶດແລະຄວບຄຸມບໍຣິສັດຫ້າງຮ້ານຂອງເອກະຊົນໃຫ້ເຂົ້າມາເປັນຣັຖວິສະຫະກິດການ
ຄ້າຊຶ່ງຂຶ້ນກັບພະແນກຄ້າຣັຖ-ເອກະຊົນ(ພະແນກເກີດຂຶ້ນໃໝ່ຂອງກະຊວງ)ແມ່ນລຸງພອນແພງທັມະວົງເປັນຫົວ
ໜ້າພະແນກ,ຕາມປົກະຕິແລ້ວຜູ້ທີ່ດຳຣົງຕຳແໜ່ງຫົວໜ້າຫ້ອງການພະແນກຕ້ອງມີຣະດັບການສຶກສາປຣີນຍາ
ໂທຫລືທຽບເທົ້າ,ຖ້າຕາມຣະບອບເກົ່າກໍເປັນຕຳແໜ່ງອະທິບໍດີ,ແຕ່ລຸງພອນແພງບໍ່ມີການສຶກສາສູງເຖິງຂັ້ນນັ້ນມີ
ແຕ່ສິດແລະອຳນາດເທົ່ານັ້ນທີ່ເພິ່ນມີແລະທຸກຄົນກໍນັບຖືແລະຢຳເກງເພິ່ນ.ເວົ້າເຣື່ອງການສຶກສາຂອງເພິ່ນກໍບໍ່ຕ່າງ
ຫຍັງກັບພວກໂຮງຮຽນໄຟໄໝ້ພໍແຕ່ອ່ານແລະຂຽນໄດ້ແບບປູໆປາໆນັ້ນແລ້ວເບິ່ງແຕ່ເພິ່ນເຊັນເອກະສານແຕ່ລະທີ
ແມ່ນປານວ່າເພິ່ນແຕ້ມເອົາພຸ້ນຕົ້ວ ຄັນວ່າມື້ໃດມີເອກະສານກາຍ 20 ຂຶ້ນໄປແມ່ນໄດ້ຫອບເອົາເມືອເຊັນຢູ່ບ້ານ,
ຈົນເຮັດໃຫ້ຂ້າພະເຈົ້າຈົນລຳຄານກໍເລນຍໄດ້ອອກຫົວຄິດໃຫ້ເພິ່ນເອົາລາຍເຊັນຂອງເພິ່ນນັ້ນໄປໃຫ້ຮ້ານຜລິດກາຕີ
ເຮັດເປັນກາຕີລາຍເຊັນຕາຍໂຕໃຫ້ເພິ່ນ ແລ້ວເພິ່ນຈະບໍ່ມານັ່ງແຕ້ມລາຍເຊັນຢູ່ໝົດມື້ໝົດເວັນອີກ. ເບິ່ງເພິ່ນດີ
ໃຈວ່າຊ້ານເມື່ອໄດ້ກາຕີລາຍເຊັນເພິ່ນປານອ້າຍນອວ່ຳດ້ວິທະຍຸໃໝ່ພຸນລະ.
ຂໍກ່າວຢ້ອນກັບໄປຕອນກະຊວງອຸດສາຫະກັມແລະການຄ້າລົງມາຍຶດແລະຄວບຄຸມບໍຣິສັດຮ້ານຄ້າຕ່າງໆໃນປາຍປີ
76 ທີ່ທາງຂັ້ນເທິງໄດ້ໃຫ້ພະນັກງານທີ່ຖືກເຝິກຝົນເປັນແຮມປີທີ່ຊຳເໜືອລົງມາປະຈຳການ(ໄປເຝົ້າຍາມ) ຢູ່ຕາມ
ບໍຣິສັດຫ້າງຮ້ານເຫຼົ່ານັ້ນບໍ່ປະສົບຜົນສຳເຣັດ ເພາະນ້ຳເບີໂຕເລຂທີ່ຄຳນວນອອກມາບໍ່ກົງກັນກັບເຈົ້າຂອງບໍຣິສັດ
ແລະຫ້າງຮ້ານເອກະຊົນຕ່າງໆນັ້ນຄຳນວນອອກ ຈຶ່ງເປັນເຫດໃຫ້ເຈົ້າຂອງບໍຣິສັດແລະຮ້ານຄ້າຕ່າງໆເຫຼົ່ານັ້ນເກີດ
ຄວາມບໍ່ພໍໃຈ ຈຶ່ງໄດ້ສເນີໃຫ້ທາງກະຊວງຫາພະນັກງານຊຸດໃໝ່ທີ່ມີຄວາມຮູ້ຄວາມສາມາດທາງດ້ານສມຸດບັນຊີນີ້
ລົງມາປ່ຽນພວກຊຸດເກົ່າ. ພະນັກງານຊຸດເກົ່າຕ່າງກໍລາກັບຊຳເໜືອໄປ,ສ່ວນຫລາຍກໍເປັນເພດຍິງເພາະທົນກັບ
ຄວາມອັບອາຍບໍ່ໄດ້. ດັ່ງນັ້ນທາງກະຊວງຈຶ່ງເປີດສມັກເອົາພະນັກງານຜູ້ທີ່ເຄີຍມີປະສົບການທາງດ້ານສມຸດບັນຊີ
ຫລືຜູ້ທີ່ມີການສຶກສາຂັ້ນ ມໍຕົ້ນຂຶ້ນໄປໃຫ້ເຂົ້າມາປະກອບຄຳຮ້ອງໄດ້. ເມື່ອໄດ້ພະນັກງານທີ່ມີປະສົບການແລະມີຣະ
ດັບການສຶກສາທີ່ທາງກະຊວງໄດ້ບົ່ງອອກມາ ພາຣະກິດນີ້ຈຶ່ງເຂົ້ຮ່າງເຂົ້າຮອຍແລະເປັນທີ່ພໍມົກພໍໃຈຂອງເຈົ້າຂອງ
ບໍຣິສັດແລະຫ້າງຮ້ານເຫຼົ່ານັ້ນ. ດ້ວຍເຫດການອັນນີ້ພາຣະກິດນີ້ຈຶ່ງຢືດເວລາອອກມາຈົນເຖິງກາງປີຂປງປີ77 ຈຶ່ງ
ເຂົ້າທີ່ເຂົ້າທາງໄດ້ແຕ່ກໍຍັງບໍ່ສົມບູນ.
ລຸງພອນແພງສເນີຂໍອະນຸມັດຣົຖໄປຫາຕັດເອົາຟືນໄດ້ ຄອບຄົວເພິ່ນພ້ອມລູກເມັຍ ຄົນຂັບຣົຖ ທະຫານເອື້ອຍນ້ອງ
ສອງຄົນແລະຂ້າພະເຈົ້າເປັນຜູ້ຕິດຫາອຍໄປນຳເພິ່ນເພື່ອຕາງໄປກິນເຂົ້າປ່າໃນວັນທ້າຍສັປະດາ(ນີ້ຄືທີ່ມາຂອງເຣີ່ມ
ແຣກທີ່ສອນໃຫ້ລຸງພອນແພງມີຣາຍໄດ້ພິເສດ). ທີ່ປ່າໄມ້ແຄມບ້ານໄຮ່ປາກງຶ່ມ ໃນເວລາທີ່ກຳລັງຈະພັກຜ່ອນກິນ
ເຂົ້າທ່ຽງ ມີຊາຍໜຸ່ມສາມຄົນຍ່າງກາຍໄປແຖບນັ້ນແລະກໍມີໝາຕິດຕາມໄປນຳດ້ວຍ ທາງລຸງພອນແພງຕາສັກໃສ່
ໝາໂຕນັ້ນແລະກໍເວົ້າອອກວ່າ: ກຳລັງລະສ່ຳນີ້...ຂ້າພະເຈົ້າເລີຍຖາມຂຶ້ນ: ລຸງ ບໍ່ແມ່ນນ້ຳລາຍເຫີຍແລ້ວຫວະຫັ້ນ?
ລຸງຢາກເບາະຟານບ້ານ? ຄັນວ່າລຸງຕົກລົງຫລານຈະໄປເອົາມາເຮັດກິນດຽວນີ້ໂລດ.ຂ້າພະເຈົ້າແນະນຳວິທີໃຫ້ວ່າເຮັດ
ຢ່າງໃດ? ຂ້າພະເຈົ້າແລະຄົນຂັບຣົຖກໍພາກັນເຂົ້າໄປໃນບ້ານໄຮ່ປາກງຶ່ມນັ້ນໂລດແລະກໍຊອກຫາຮືອນໃດທີ່ມີຣົຖເພື່ອ
ຈະຖາມເອົານ້ຳມັນແລກໜາ ໃນທີ່ສຸດກໍໄດ້ ພ້ອມກັນນັ້ນເຈົ້າຂອງມັນທັງຂ້າທັງຄົວໃຫ້ພ້ອມແລະເອົາຊີ້ນມັນໃສ່ຖົງ
ໃຫ້ພ້ອມ ເພາະວ່າຣະຍະນັ້ນນ້ຳມັນມີຣາຄາສ່ຳກັບຄຳ ເຈົ້າຂອງໝາດີໃຈທີ່ໄດ້ນ້ຳມັນ 25ລີດ. ຄົນຂັບຣົຖແຮງຊຽນ
ປາດຄໍເອົາເລືອດໄດ້ເຄິ່ງຊາມ ຈັກຊຽນບໍ່ຊຽນເລືອດບໍ່ມີແຂ້ນຍັງເປັນນ້ຳແຫຼວໆຢູ່ແລະກໍຫ່າຍໃສ່ຂວດ. ເສັດແລ້ວກໍ
ຂໍເກືອແປ້ງນົວຫົວສິງໄຄນຳເຂົາອີກກ່ອນຈະກັບໄປຫາລຸງພອນແພງທີ່ຖ້າຢູ່ບ່ອນເອົາຟືນພຸນ. ເບິ່ງເພິ່ນພາກັນປີ້ງ
ກິນຢ່າງໃຫຍ່ ບໍ່ວ່າລູກຫລືເມັຍຂອງເພິ່ນແມ່ນເອົາກັນໝົດພ້ອມກັບທະຫານເອື້ອຍນ້ອງນໍພາກັໃສ່ຢ່າງບໍ່ອາຍ. ຄ່າ
ນັ້ນມາແມ່ນປ່ຽນຈາກໜາມາເປັນ ແບ້ ອອກຈາກແບ້ເປັນງົວເປັນຄວາຍທີ່ເອົາມາຂ້າກິນ. ຈະໄດ້ສັດເຫຼົ່ານັ້ນມາ
ດ້ວຍວິທີໃດກະຣຸນາພົບກັນໃນຕອນຕໍ່ໄປ.
ຫລັງຈາກກິນເອົາເຕັມມັກທັງປີ້ງທັງຈີ່ຢູ່ປ່າເອົາຟືນນັ້ນແລ້ວ ສ່ວນທີ່ເຫຼືອເອົາມາບ້ານ, ພໍຕົກແລງມາກໍມາຄົວສູ່
ກັນກິນອີນຍົກນຶ່ງໂດຍອ້າຍໂຊບເຟີຣົຖເປັນເຊັຟຄັ້ງນີ້,ມີທັງອົບມີທັງປີ້ງ ແລະເມຍູພິເສດແມ່ນເລືອດແຂ້ນຟານ
ບ້ານ. ທາງລຸງພອນແພງຍັງບໍ່ແນ່ໃຈຍັງມາຊື່ມຖາມໃສ່ຫູວ່າ: ຈີ່ບໍ່ມີບັນຫາບໍ່? ກັນລະຢ້ານເພາະພວກເຮົາພາກັນ
ເຮັດຜິດນະໂຍບາຍ,ບໍເຄີຍເຮັດແນວນີ້ຈັກເທື່ອ. ຂ້າພະເຈົ້າບອກວ່າ: ບໍ່ຕ້ອງເປັນຮ່ວງດອກລຸງ ມີແຕ່ພວກເຮົາ
ເທົ່ານີ້ທີ່ຮູ້ເຣື່ອງນີ້, ມື້ວັນຈັນຖ້າບໍ່ຈຳເປັນຢ່າຟ້າວເອົາຣົຖໄປສົ່ງຈົນກ່ວາຈະມີນ້ຳມັນ 25ລີດ ໄປຫ່າຍເຂົ້າຖັງຄືນໃຫ້
ເຂົາຖ້າວ່າລຸງຢ້ານ,ຖ້າວ່າເຮັດໃນເຊີງເຮັດບໍ່ຮູ້ບໍ່ເຫັນນັ້ນໃຫ້ລຸງຢູ່ຊື່ໆ ຫລານຖາມອ້າຍບົວຄົນຂັບຣົຖນັ້ນແລ້ວກ່ອນ
ຈະດູດນ້ຳມັນອອກມາແລກກັນພຸ້ນ ຫລານຖາມວ່າຕອນໄປເອົາຣົຖອອກມານັ້ນມີໜັງສືຫຍັງບໍ່ທີ່ໄດ້ເຊັນກັນກ່ຽວ
ກັບນ້ຳມັນໃນຖັງຂອງຣົຖຄັນນີ້? ອ້າຍບົວວ່າບໍ່ມີຫຍັງໄປຮອດເຂົາກໍຊີ້ບອກໂລດ ວ່າຄັນນັ້ນເດີ້ແລ້ວກໍຂັບອອກມາ
ໂລດ. ຫລານວ່າລຸງຢູ່ເສີຍໆໂລດຫລານຮັບພາລະເອງຖ້າມີຫຍັງເກີດຂຶ້ນ. ອາທິດນຶ່ງຜ່ານໄປອາທິດທີ່ສອງເຂົ້າມາ
ກໍບໍ່ໄດ້ຍິນເຣື່ອງຫຍັງຈຶ່ງເຮັດໃຫ້ລຸງພອນແພງຍອ້ມອອກໄດ້.
ຣົຖຖີບຈີນແດງເປັນທີ່ນິຍົມກັນທີ່ສຸດໃນຍຸກນັ້ນແລະກໍຊື້ຂາຍກັນບໍ່ໄດ້ງ່າຍໆ ອັນທີ່ຈິງແລ້ວພະນັກງານຣັຖຈຶ່ງຈະ
ຊື້ໄດ້ ເພາະທາງກະຊວງອຸດສາຫະກຳການຄ້າສັ່ງຈາກຈີນມາຂາຍໃຫ້ພະນັກງານຣັຖຜູ້ທີ່ບໍ່ມີພາຫະນະທຽວການເທົ່າ
ນັ້ນ. ຣາຄາກໍ 20.000 ກີບຕໍ່ຄັນ(ຂາຍໃຫ້ພະນັກງານຣັຖ)ແຕ່ຍັງມີຄົນທີ່ບໍ່ແມ່ນພະນັກງານຣັຖສາມາດຊື້ໄດ້ 25
ຫາ 30 ພັນກີບຕໍ່ຄັນ ຈຶງເຮັດໃຫ້ການຊື້ຂາຍກັນຢູຕາມກະຊວງທະບວງກົມຕ່າງໆຊື້ຂາຍກັນນອກຣະບົບ. ດັ່ງນັ້ນ
ຂ້າພະເຈົ້າຈຶ່ງເຕາະໆຊັກຊວນລຸງພອນແພງຫາຜົນປໂຍດຈາກການຂາຍຣົຖຖີບຈີນແດງລອງເບິ່ງ. ທາງລຸງພອນ
ກໍວ່າສຸດແລ້ວແຕ່ຂັາພະເຈົ້າຖະແນມແຕ່ເຣື່ອງຈະບໍ່ໄປເຖິງເພິ່ນແມ່ນເຮັດໂລດ. ທາງຂ້າພະເຈົ້າກໍບອກເພິ່ນວ່າ
ບາງຄັ້ງຈຳເປັນຈະຕ້ອງໄດ້ລາຍເຊັນຈາກເພິ່ນ, ເພິ່ນວ່າບໍ່ມີບັນຫາຖ້າເຣື່ອງຈະບໍ່ຮ້ອນຮອດເພິ່ນ. ນັບແຕ່ນັ້ນມາ
ທັງຣົຖຖີບຈີນແດງທັງນ້ຳມັນແອຊຊັງແມ່ນທະຍອຍກັນມາແຕ່ລະທິດແຕ່ລະເດືອນຊຶ່ງບໍ່ໄດ້ຢູ່ໃນບັນຊີທີ່ກ່ຽວຂ້ອງ
ໂດຍກົງກັບລຸງພອນແພງຫລືພະແນກການຄ້າຣັຖ-ເອກະຊົນ ແຕ່ຫາກໄປຢູ່ກັບພະແນກອື່ນໆຢູ່ໃນກະຊວງອຸດສາ
ຫະກຳການຄ້ານີ້. ມນເວລານັ້ນບໍ່ວ່າແບ້ງົວແລະຄວາຍແມ່ນເອົາມາແບ່ງປັນກັນເດືອນລະໂຕລະໂຕ. ຢູ່ຕາມບໍຣິ
ສັດແລະຫ້າຮ້ານຕ່າງໆຂ້າພະເຈົ້າກໍຊຶມເຂົ້າໄປປ່ຽນໂຕເລກໃຫ້ພວກເຂົາ, ທາງບໍສັດແລະຮ້ານຄ້າເຫຼົ່ນັ້ນກໍມີຄວາມ
ປະທັບໃຈທີ່ສຸດເພາະພວກເຂົາຈະໄດ້ເຊິນທີ່ຂາຍສິນຄ້າເຫຼົ່ານັ້ນເຂົ້າຕຣົງໄປຍັງກະເປົາຂອງພວກເຂົາເຈົ້າແລະແລ້ວ
ເປີເຊັນທີ່ຕົກລົງກັນໄວ້ກໍໄປຕົກທີ່ລຸງພອນແພງຄ່າລາຍເຊັນຊອງເພິ່ນ ແລະອີກສ່ວນນຶ່ງກໍມາຕົກຢູ່ໃນກະເປົາຂອງ
ຂ້າພະເຈົ້າ (ຢ່າເຂົ້າໃຈຜິດວ່າໂກງຂອງຣັຖ ບໍ່ໄດ້ໂກງພຽງແຕ່ເອົາແບບທີ່ວ່າຊື້ 5 ຊາຍ 10 ນັ້ນເອງ ຣັຖກໍບໍ່ໄດ້ຂາດ
ທຶນແມ້ແຕ່ກີບນຶ່ງ ອັນນີ້ສເພາະຣົຖຖີບຈີນແດງ. ນ້ຳມັນກໍຄືກັນ ຊື້ 5 ຂາຍ 10 ຄືກັນນັ້ນລະ ແລະເຮື່ອງສິນຄ້າ
ຕາມບໍຣິສັດຮ້ານຄ້າຕ່າງໆນັ້ນ ຣັຖບໍ່ໄດ້ໄປອອກເງິນຫລືລົງທຶນຊື້ສິນຄ້າເຫຼົ່ານັ້ນກັບເຈົ້າຂອງບໍຣິສັດຮ້ານຄ້າພວກ
ນັ້ນເລີຍ ມີແຕ່ຫລ່ຽມແບບຈັບເສືອມືເປົ່າ ຂອງໆເຂົາແຕ່ໄປຍຶດແລະຂຶ້ນທະບຽນສິນຄ້າເຂົາໄວ້ຖ້າສີນຄ້າເຫຼົ່ານັ້ນໄດ້
ຂາຍເມື່ອໃດກໍໄປຫັນເອົາດປີເຊັນໃນເມື່ອນັ້ນ. ສິ່ງທີ່ຂ້າພະເຈົ້າຕົກລົງກັບບໍຣິສັດຮ້ານຄ້າເຫຼົ່ານັ້ນຖ້າວ່າທາງຮ້ານຄ້າ
ຂາຍອອກ 10 ສິ້ນ ຈະຄິດເປີເຊັນນຳ 6 ສິ້ນເທົ່ານັ້ນ ແລ້ວ 4 ສິ້ນນັ້ນເຈົ້າຂອງເຂົາໄດ້ເຕັມ.
ລຸງພອນແພງຕື່ນເງິນທີ່ເພິ່ນມີພາຍໃນປີນຶ່ງນັ້ນຈົນອອກປາກວ່າບໍ່ເຄີຍມີເງິນຫລາຍປານນີ້ຈັກເທື່ອ, ຂ້າພະເຈົ້າ
ເລີຍຢ້ຳເຂົ້າອີກວ່າ: ລຸງຄັນໄປແລກປ່ຽນເປັນເງີນກີບແຮງສິຫລາຍກ່ອນນີ້ ທາງທີ່ດີໃຫ້ລຸງໄປຊື້ຄຳມາໄວ້ຈະດີກ່ວາ.
ລຸງບໍ່ໄດ້ຖືກຂັ້ນເທິງເພິ່ນສຳຣວດສັບສິນຂອງຄອບຄົວບໍ້ກ່ອນຈະລົງມາຢູ່ວຽງພີ້? ລຸງເພິ່ນຕອບວ່າ: ບໍ່ໄດ໋! ມີແຕ່
ຝ່າຍປະຕິການໄດ້ສເນີໃຫ້ຜູ້ນຳແລະຣັຖະບາລຝ່າຍເຮົາສຳຣວດກ່ອນເຂົ້າມາຮ່ວມຣັຖະບາລແຕ່ປີ 73 ພຸ້ນ.
ນັບຕັ້ງແຕ່ໂຕນທະຫານກັບມາບ້ານໃນກາງປີ 77, ຢູທີ່ວຽງຈັນກໍໄດ້ຍິນສຽງປືນແຕກດັງສນັ່ນຫວັ່ນໄຫວ
ເກືອບທຸກໆຄືນແລະຫລາຍໆຄັ້ງກໍເປັນກາງເວັນແສກໆ. ສຽງປືນເຫຼົ່ານີ້ສ່ວນຫລາຍກໍແຕກດັງຢູ່ທາງແມ່
ນ້ຳຂອງພຸ້ນ ແລະເປັນສຽງປືນທະຫານແລະກອງຫລອນຍິງປະຊາຊົນທີ່ກຳລັງພາກັນໂຕນລອຍຂ້ວາມແມ່
ຂອງມຸ້ງໜ້າສູ່ປະເທດໄທ ນັບເປັຫລາຍໝື່ນທີ່ປະຊາຊົນລາວທຸກເພດທຸກວັຍຖືກຂ້າຕາຍຢູ່ກາງແມ່ຂອງ
ຄ້ວຍນ້ຳມືອັນສົກະປົກຂອງເຈົ້າໜ້າທີ່ທະຫານແລະກອງຫລອນ ສປປລ.ຣັຖະບາລໄດ້ສັ່ງຂ້າປະຊາຊົນເຫຼົ່າ
ນັ້ນໂດຍເຈຕະນາເພາະວ່າພວກທີ່ລອຍໜີໄປນັ້ນກໍລ້ວນແຕ່ເປັນປາຊາຊົນທັມດາ, ຖ້າຣັຖະບາລມີເຈຕະ
ນາດີແລະເປັນຮ່ວງຊີວິດປະຊາຊົນເຫຼົ່ານັ້ນບໍ່ຈຳເປັນຈະລົງມືສັງຫານພວກເຂົາ ຄືບໍ່ເອົາເຮືອອອກໄປຕ້ອນ
ເອົາພວກເຂົາກັບຄືນຖ້າວ່າຮັກແລະເປັນຮ່ວງປະຊາຊົນດັ່ງຄຳໂຄສະນາໂປ້ງໆທີ່ອອກຕາມໂທຣະໂຄ່ງທີ່ຕິດ
ຕັ້ງຢູ່ເທິງເສົາຫລັກໄຟຟ້າເຕັມທົ່ວນະຄອນວຽງຈັນນັ້ນ. ບາງຄັ້ງກໍມີການປະທະກັບຕຳຣວດ ນປຂ ຂອງ
ໄທ ຫາວ່າໄທລ່ວງລ້ຳນ່ານນ້ຳ, ອັນທີ່ຈິງແລ້ວ ເຈົ້າໜ້າທີ່ແລະເຮືອ ນປຂ ໄທທີ່ມີນ້ຳໃຈມະນຸສທັມທີ່ກຳລັງ
ເອົາເຮືອອອກມາກູ້ພັຍຊ່ວຍຊີວິດຂອງຊາວລາວທີ່ກຳລັງຖືກທະຫານແລະກອງຫລອນຢູ່ຝັ່ງລາວຍິງ. ໃນ
ກໍຣະນີທີ່ເກີດຂຶ້ນໄດ້ຢ່າງນີ້ຖ້າຂັ້ນເທິງບໍ່ສັ່ງລົງມາໃຫ້ຊ້າກໍຈະບໍ່ມີທະຫານຫລືກອງຫລອນຄົນໃດທີ່ສາມາດ
ຂ້າປະຊາຊົນທີ່ກຳລັງສ່ຽງເອົາຊີວິດລອຍຂ້ວາມຂອງໄປໄທ. ຖ້າປະຊາຊົນຄົນໃດລອຍຂ້ວາມໄປຮອດແຜ່ນ
ດິນໄທຝັ່ງນັ້ນໂດຍບໍ່ມີການໄລ່ຍິງຈາກທະຫານແລະກອງລາວຈາກຝັ່ງລາວພວກເຂົາກໍວ່າພວກເຂົາລອດ
ຕາຍມາແລ້ວ. ຢູ່ຕາມແຖບຊານເມືອງຂອງນະຄອນຫລວງວຽງຈັນກໍຍັງມີສຽງປືນແຕກຂຶ້ນກາງບ້ານ
ອັນນີ້ຍິ່ງເປັນເຫຕການອັນແສນໂຫດຮ້າສາມານຂອງກອງຫລອນທີ່ໄປຂ້າຄົນຄາເຮືອນຄາຊານເຂົາ,ບາງ
ຄັ້ງຄົນທີ່ເຂົາຍິງໄປນັ້ນບໍ່ມີຄວາມຜິດຫຍັງໝົດ ພຽງແຕ່ວ່າມີຄົນບໍ່ກິນເສັ້ນກັນກໍໄປແຈ້ງເທັດວ່າຄົນໆ
ນັ້ນເປັນປະຕິການ ເປັນນັກສືບສອບແນມໃຫ້ຈັກະພັດ ແມ່ນຄົນໆນັ້ນຈະຖືກກອງຫລອນຍິງຖີ້ມໂລດຖ້າ
ຂັດຂືນການຈົບກູມຂອງເຂົາ. ການຈັບກຸມຄຸມຂັງປະຊາຊົນໃນຣະຍະນັ້ນແມ່ນບໍ່ມີການສືບສວນ ຈັບກຸມ
ຄຸມຂັງກັນຕະພຶດຕະພື ຈຶ່ງເຮັດໃຫ້ປະຊາຊົນແຕກຕື່ນ. ສ່ວນຫລາຍກໍແມ່ນພວກລູກເມັຍຂອງເຈົ້າໜ້າ
ທີ່ທະຫານ ຕຳຣວດ ແລະຂ້າຣາຊະການເກົ່າຝ່າຍວຽງຈັນ ທີ່ພໍ່ຫລືຜົວຖືກຈັບໄປສັມະນາ ຈະຕົກເປັນເປົ້າ
ສາຍຕາຂອງອຳນາດການປົກຄອງທ້ອງຖື່ນແລະແລ້ວບໍ່ນານບໍ່ຊ້າແມ່ນຫາຍສາບສູນໄປໂລດຖ້າວ່າມີຄົນ
ໃດຄົນນຶ່ງບໍ່ພໍໃຈກັບລູກເມັຍຂອງຄົນທີ່ຖືກໄປສັມະນາ.
ພັຍເສຖະກິດໃນປີນັ້ນແມ່ນຝືດເຄືອງທີ່ສຸດ, ເງິນສິ່ງດຽວຈະຊ່ວຍໃຫ້ມີຊີວິດລອດສືບໄປແຕ່ລະວັນ ບໍ່ມີ
ເງິນແມ່ນໂຫຍຫີວແລະອົດຢາກໄປແຕ່ລະວັນ ດັ່ງນັ້ນບໍ່ວ່າໃຜຖ້າໂອກາດມີແລະໂອກາດອຳນວຍໃຫ້ບໍ່ມີ
ຄົນໃດຈະຍ່າງໜີຈາກມັນໄປ. ຣະຍະແຣກທີ່ຂ້າພະເຈົ້າເຣີ່ມໄປຕິແທດກັບຄອບຄົວລຸງພອນແພງພາຍ
ຫລັງທີ່ໄດ້ເຂົ້າເຮັດການຮວ່ມກັບເພິ່ນ ໄດ້ເຫັນສພາບການຢູ່ກິນຂອງຄອບຄົວເພິ່ນແລ້ວກໍອົດສົງສານ
ລູກສອງຄົນຂອງເພິ່ນນັ້ນບໍ່ໄດ້, ເດັກນ້ອຍພວມກິນໄດ້ແລະແຕກບ່າວແຕກສາວ ແຕ່ມາພະເຊີນກັບ
ຄວາມຂາດໆເຂີນໆຂອງເສຖະກິດຄອບຄົວ ເກືອບທຸກໆຄາບເຂົ້າແມ່ນກິນປາກະປັອງແລະຊີ້ນກະປັອງ
ຂອງໂຊຫວຽດ ກັບເຂົ້າຈ້າວຈີນຊຶ່ງອາຈະມີອາຍຸຂອງການຂາດຄຸນະພາບໄປແລ້ວນັບເປັນ10ປີ ເພາະຂ້າ
ພະເຈົ້າກໍເຄີຍໄດ້ຮັບເຂົ້າສນິດນີ້ຊື່ງເປັນອັຕຣາສະບຽງອາຫານທີ່ທາງກະຊວງມາແຈກຢາຍໃຫ້. ເວົ້າຈິງໆ
ໄດ້ຮັ້ບອັຕຣາຄັ້ງທີ່ສອງຂ້າພະເຈົ້າເອົາໃຫ້ຄົນຊ້ຳ ເພາະ 90% ຂອງເມັດເຂົ້າທັງໝົດນັ້ນເປັນເຂົ້າລີບ ຖ້າ
ບໍ່ບີບເບິ່ງກໍຈະບໍ່ຮູ້ ຖ້າກອບຂຶ້ນມາເບິ່ງຊື່ໆກໍຈະບໍ່ຮູ້ວ່າມັນລີບແບບມອດເຈາະເຂົ້າໄປກິນຂ້າງໃນນັ້ນລະ,
ເພາະເຂົ້າມັນໝົດອາຍຸເເລ້ວ. ຫລາຍໆຄັ້ງທີ່ຂ້າພະເຈົ້າເອົາປາແຫ້ງປາກົດປາໂດແລະປາຄໍ່ໄປໃຫ້ເພິ່ນ ບໍ່
ແມ່ນຊື້ຈ້າງຈອບອອຍຫຍັງໝົດ ສົງສານລູກເມັຍເພິ່ນຫລາຍກ່ວາ ອີກຢ່ານຶ່ງຄອບຄົວຂອງຕົນເອງກໍພໍ
ຢູ່ພໍກິນຢູແລ້ວ ແລະປາແຫ້ງເຫຼົ່ານັ້ນກໍບໍ່ໄດ້ຊື້ໄດ້ຫາຫຍັງໝົດ ອ້າຍເຂີຍຢູ່ທ່າລາດເປັນຊາວປະໂມງ ຍາມ
ໃດເລົາເອົາປາມາສົ່ງແມ່ຄ້າຢູວຽງເລົາກໍເອົາມາຕ້ອນ.
ການຢູລອດແມ່ນຄົນເຮົາທຸກຄົນແລະທຸກສັງຄົມມະນຸດຕ່າງກໍສແວງຫາ, ຄອບຄົວຂອງລຸງພອນແພງກໍ
ຢູ່ທີ່ສພາບອຸດົມກ່ວາເມື່ອກ່ອນທີ່ຜ່ານມາ ເມື່ອຄອບຄົວມີຢູ່ມີກິນດີຂຶ້ນແນ່ນອນໜ້າຕາແຕ່ລະຄົນກໍຈະ
ມີສີສັນອັນແຈ່ມໃສຕາມມາ ແລະຂ້າພະເຈົ້າຈຶ່ງກາຍເປັນທີ່ຮັກຂອງທຸກໆຄົນຂອງຄອບຄົວລຸງພອນແພງ
ກະຣຸນາຕິດຕາມໃນຕອນຕໍ່ໄປ
ຢາກກິນນານກິນເທື່ອລະເລັກ ເຂົ້າຂ້າງເຈັກບໍ່ຂາດແນວກິນ ຂ້າພະເຈົ້າເອົາຄະຕິນີ້ມາລອງໃຊ້ເບິ່ງວ່າຈະ
ໄດ້ຜົນຫລືບໍ່? ປ່ຽນຈາກຊື້ 5 ຂາຍ 10 ແລ້ວມາເດີນດ່ຽວກັບທຸຣະກິດກິນເປີເຊັນນຳເຈັກນຳຫໍ້ທີ່ເປັນ
ເປັນເຈົ້າຂອງທຸຣະກິດແລະຫ້າງຮ້ານຕ່າງໆແຕ່ບໍ່ເຂົ້າໄປຫຍຸ້ງກ່ຽວກັບທຸຣະກິດຣະດັບຊາດປ່ອຍໃຫ້ຜູ້ທີ່ມີ
ຣະດັບອຳນາດທີ່ເໜືອກ່ວາລຸງພອນແພງເປັນເຈົ້າຖິ່ນ ແລະແນ່ນອນຕ້ອງມີແຕ່ຣະດັບມືອາຊີບທີ່ມາດ
ຕະຖານ,ແລະຜ່ານປະສົບການມາແລ້ວໃນວົງການທຸດຈະຣິດຣະດັບສູງ ຈາກອະດີດຣາຊະການຂອງຣັຖະ
ບາລຝ່າຍວຽງຈັນ ຊຶ່ງຂ້າພະເຈົ້າເຫັນປະປົນເປັນພະນັກງານຢູ່ທີ່ກະຊວງ,ທຸກເທື່ອທີ່ມີປະຊຸມ ຮຽນການ
ເມືອງແລະອອກແຮງງານຢູ່ນ້ຳຫຸມ ແລະພວກນັ້ນລ້ວນແລ້ວແຕ່ເປັນຫົວກະທິທັງນັ້ນ. ແຕ່ລະຄັ້ງທີ່ຂ້າ
ພະເຈົ້າເອົາສ່ວນແບ່ງມາໃຫ້ລຸງພອນແພງ ຕ້ອງມີສ່ວນແບ່ງໃຫ້ອ້າຍບົວຄົນຂັບຣົຖແລະທະຫານເອື້ອຍ
ນ້ອງສອງຄົນນັ້ນອີກ. ຂ້າພະເຈົ້າພາລຸງພອນແພງທຳຄວາມຮູ້ຈັກແລະຄຸ້ນເຄີຍກັບເຖົ້າແກ່ເຈັກເກືອບ
ທົ່ນະຄອນວຽງຈັນ ຈົນໄດ້ເປັນເພື່ອນສນິດກັບຍາອ້າຍຈັນສຸກ(ຄົນເຈັກຊື່ລາວ)ເຈົ້າຂອງແລະຜູ້ບໍຣິຫານ
ບໍຣິສັດກໍ່ສ້າງທີ່ຊື່ວ່າ " ວຽງຈັນກໍ່ສ້າງ ". ອ້າຍຈັນສຸກມັກຈະພາລຸງພອນແພງໄປກິນກາເຟເກືອບທຸກໆ
ເຊົ້າທີ່ CAFE LA PAGODE ຂ້າງສນາມກິລາແຫ່ງຊາດ ແລະທຸກຄັ້ງເພິ່ນຕ້ອງເອົາຂ້າພະເຈົ້າຕິດຕາມ
ໄປນຳ. ຣາຍໄດ້ພິເສດຂອງລຸງພອນແພງແມ່ນຫລັ່ງເຂົ້າມາໄຫລເຂົ້າມາຂ້າພະເຈົ້າກໍ ມັນຍ້ອນເພິ່ນ ມາ
ຕຣອດ (ຄັນລຸງພອນແພງບໍ່ເປັນພໍ່ເຖົ້າຂອງຂ້າພະເຈົ້າກໍຈະວ່າມັນຍ້ອນໝູ) ແລະເຫດການທີ່ຈະໄດ້
ເປັນລູກເຂີຍເພິ່ນນັ້ນຈະເປັນໄປແນວໃດ ທ່ານຈະຊາບທີຫລັງ.
ບຸນພຣະທາດຫລວງປິ 78 ໄປເບິ່ງກາຍະສິລຂອງຈີນທີ່ມາສແດງ ໃນເວລາພວມເພີນຢູ່ກັບການສແດງ
ຂອງພວກກາຍະສິລຢູ່ນັ້ນ ຈູ່ໆກໍມີຄົນມາຈັບແຂນຢ່າງແໜ້ນ ພໍແຕ່ແຫງນໜ້າຂຶ້ນໄປແນມເບິ່ງສິ່ງທີ່
ບໍ່ຄາດຝັນກໍປະກົດຢູ່ຕໍ່ໜ້າ. ໃນຂະນະນັ້ນຄວາມຕົກໃຈ ແລະຄວາມດີໃຈແມ່ນມາພ້ອມໆກັນ ທ່ານໝໍ
ບົວສອນປະກົດຕົວຢູ່ຕໍ່ໜ້າ ຍ້ອນຄວາມດີໃຈແຮງຈົນຫລັງໄປທັກເພິ່ນກ່ອນ ແລະກໍໃຊ້ຄຳເວົ້າຂອງຕົນ
ເອງທີ່ມັກເອີ້ນຊື່ເພິ່ນໃນເວລາຢູ່ສອງຕໍ່ສອງ " ຍາອ້າຍດັອກເຕີ້ " ແລະກໍລືມສນິດເລີຍວ່າຕົນເອງໂຕນ
ທະຫານໜີຈາກເພິ່ນມາ, ພໍແຕ່ສະເດືອກຮູ້ສິ່ງບໍ່ຄິດບໍ່ຝັນກໍເກີດຂຶ້ນ ອ້າຍບົວສອນໂດດເຂົ້າກອດແລະ
ບອກວ່າ ບໍ່ຕ້ອງຕົກໃຈ ສບາຍໃຈໂລດ ໝູ່ຂອງອ້າຍບໍ່ມີໃຜຮູ້ດອກວ່ານ້ອງແມ່ນໃຜ ເພາະເຂົາມາຈາກ
ກົມກອງອື່ນ. ມື້ຕໍ່ມາກໍໄປຫາເພິ່ນຢູ່ທີ່ຄ້າຍຈິນາຍໂມ້ ເພາະເພິ່ນມາພັກຢູ່ທີ່ນັ້ນ, ເພິ່ນບອກວ່າບາງທີ
ອາຈະໄດ້ມາຢູ່ທີ່ໂຮງໝໍສີສວ່າງວົງຢູ່ວຽງພີ້ເລີຍ, ອັນທີ່ເພິ່ນເຂົ້າມາວຽງຈັນຄັ້ງນີ້ກໍມາສະເພາະເຣື່ອງນີ້ນີ້.
ຂ້າພະເຈົ້າເອົາຣົຖຈັກໄປຮັບອ້າຍບົວສອນມາກິນເຂົ້າແລງນຳຢູ່ທີ່ບ້ານເກືອບທຸກແລງ ແລະກໍພາໄປແນະ
ນຳໃຫ້ຮູ້ຈັກແລະລຶ້ງແກ່ນກັບລຸງພອນເເພງອີກ. ສອງອາທິດຕໍ່ມາອ້າຍບົວສອນກໍຮູ້ວ່າຈະໄດ້ມາປະຈຳຢູ່
ທີ່ໂຮງໝໍສີສວ່າງວົງ ແລະແລ້ວຂ້າພະເຈົ້າຈຶ່ງໄດ້ສເນີໃຫ້ເພິ່ນມາພັກເຊົານຳທີ່ບ້ານຂ້າພະເຈົ້າຈະເປັນຊົ່ວ
ຄາວຫລືຖາວອນກໍໄດ້ ແຕ່ແລ້ວກໍຖືກປະຕິເສດ ແລະບໍ່ທໍ່ສເນີໃຫ້ເພິ່ນມາຢູນຳກໍຈະບໍ່ຮູ້ວ່າເພິ່ນມີຄອບ
ຄົວແລະແຕ່ງງານມາໄດ້ເປັນປີແລ້ວ. ເພິ່ນບອກວ່າທາງຂັ້ນເທິງຫາທີ່ພັກໃຫ້ໄດ້ແລ້ວ.
ອ້າຍບົວສອນເຄີຍເອົາເງິນໃຫ້ຈຳນວນ 5ພັນກີບກ່ອນທີ່ຈະຂຶ້ນຍົນອອກຈາກພູຫວາຍມາໂຮງໝໍວັງວຽງ
ຕານີ້ເປັນຕາຂອງຂ້າພະເຈົ້າຈະໃຫ້ເພິ່ນແລະຕອບບຸນແທນຄຸນເພິ່ນ ແລະຈະເປັນແນວໃດ.......
ກະຣຸນາຕິດຕາມຕອນຕໍ່ໄປ
ຂພຈ ພຽງຢາກບອກເພິ່ນຜູ້ຂຽນໃຫ້ຊາບວ່າ ຂພຈ ໄດ້ຕິດຕາມອ່ານບັນທຶກຄວາມຊົງຈຳຂອງທ່ານທຸກໆວັນບໍ່ໄດ້ຂາດ.
ໃນເວລາຕອນທີ່ທ່ານໂຕນຫນີກັບເຂົ້າວຽງຈັນນັ້ນ ຂພຈ ເອັງກໍໄດ້ໂຕນຫນີອອກຈາກປະເທດແລ້ວ ດ້ວຍຄວາມປອດພັຍ...
ອ້າຍບົວສອນເລົ່າໃຫ້ຟັງເພິ່ນວ່າເພິ່ນຮູ້ບໍ່ແມ່ນອຸບັດເຫຕປືນລັກຫລັ່ນແມ່ນຂ້າພະເຈົ້າຍິງແຂນຕົນເອງ
ແລະກໍຮູ້ອີກວ່າເປັນແຜນຂອງຂ້າພະເຈົ້າຫາທາງໜີອອກຈາພພານເປັນທະຫານ. 2 ເດືອນຫລັງຈາກທີ່
ຂ້າພະເຈົ້າໜີອອກຈາກໂຮງໝໍວັງວຽງເຂົ້າມາວຽງຈັນທາງກົມກອງກໍໄດ້ຮັບປືນທີ່ຂ້າພະເຈົ້າໃຫ້ອ້າຍເຄນ
ເອົາໄປສົ່ງອຳນາດການປົກຄອງເມືອງວັງວຽງ ແລະຕໍ່ມາບໍ່ເທົ່າໃດວັນທາງກອງພັນ15 ກໍໄດ້ໂຍກຍ້າຍໄປ
ປະຈຳຢູ່ເຂດເມືອງຮົ່ມ ແລະທະຫານວຽດນາມເຂົ້າມາແທນຄ້າຍພູຫວາຍເພື່ອຕຣຽມເຂົ້າຍຶດພູວຽງຕາມ
ແຜນການທີ່ໄດ້ວາງໄວ້. ອ້າຍບົວສອນຍັງເລົ່າໃຫ້ຟັງອີກວ່າ ສະຖານະການແມ່ນຍັງຂ້ອນຂ້າງຮ້າຍແຮງຢູ່
ຕາມຈຸດຕ່າງ ພວກເຈົ້າຟ້າບໍ່ໄດ້ໂຈມຕີຫວັງເພື່ອຂ້າທະຫານກອງທັບ ປປ ເທົ່ານັ້ນ ພວກເຂົາປົ້ນເອົາສະ
ບຽງອາຫານຄາມໜ່ວຍລຳລຽງຂົນສົ່ງທຸກໆສາຍທີ່ເຂົາສືບຮູ້. ເມື່ອຖາມເຖິງເຣື່ອງທີ່ວ່າທາງກົມກອງມີ
ແຜນການຈະມານຳຂ້າພະເຈົ້າຄືນກົມກອງບໍ່? ອ້າຍບົວສອນບອກວ່າຖ້າຂ້າພະເຈົ້າມີໜ້າທີ່ງານທີ່ສຳຄັນ
ໃຫ້ພັກ-ລັດເປັນຫລັກແລະມີຜູ້ຢັ້ງຢືນວ່າທາງກະຊວງຫລືພະແນກທີ່ຕ້ອງການແລະຂາດຂ້າພະເຈົ້າບໍ່ໄດ້
ກໍອາຈະມີການໂຍະຍານໃຫ້ໄດ້ ເພາະວຽກງານທີ່ຂ້າພະເຈົ້າທຳຢູ່ນັ້ນກໍໄດ້ຈັດຢູ່ໃນພາຣະກິດສ້າງຊາດຄືກັນ
ຂ້າພະເຈົ້າຈະມີບັນຫາກໍຕໍ່ເມື່ອບໍ່ມີການເຮັດແລະທຳງານພະນັກງານເອກະຊົນເທົ່ານັ້ນ. ເມື່ອຖາມອ້າຍ
ບົວສອນວ່າຂ້າພະເຈົ້າຄວນເອົາເຣື່ອງນີ້ໄປປຶກສານຳລຸງພອນແພງບໍ່ ເພື່ອສເນີໃຫ້ເພິ່ນຮັບຮູ້ເອົາໄວ້ບາງ
ເທື່ອເພິ່ນມີຊ່ອງທາງໄປກ່າຍເກັ່ຍກັບກະຊວງ ປກຊ ໃຫ້ໄດ້ແຮງຍິ່ງເປັນການດີເພາະຈະບໍ່ມີຄວາມລະວາດ
ລະແວງຕິດພັນຢູ່ໃນໃຈຕົນເອງແລ້ວຈະບໍ່ເຮັດໃຫ້ເສັຍສັມະທິໃນການທຳງານ. ຂ້າພະເຈົ້າຈຶ່ງໄປເລົ່າສູ່ລຸງ
ພອນແພງຟັງແບບສ່ວນໂຕ ຊຶ່ງມີອ້າຍບົວສອນຢູ່ຮ່ວມດ້ວຍທີ່ບ້ານພັກຂອງເພິ່ນເອງ ແລະທຸກຢ່າງກໍ
ເປັນໄປຕາມທີ່ຄາດເອົາໄວ້ ແລະ ສິ່ງສຳຄັນຂ້າພະເຈົ້າບໍ່ໄດ້ນຳເອົາສິ່ງໃດທີ່ເປັນສັບສົມບັດຂອງກອງທັບ
ມາຄອບຄອງຫລືຕົກເຫັ່ຍເສັຍຫາຍ ແລະ ເຄາະດີທີ່ຂ້າພະເຈົ້າໄດານຳເອົາປືນຝາກສົ່ງຄືນໄປໃຫ້ກົມກອງ
ແລະທາງກົມກອງກໍໄດ້ຮັບແລະໄດ້ລົງບັນທຶກເອົາໄວ້ເປັນຫລັກຖານຢ່າງດີ. ແລະນັບແຕ່ນັ້ນມາຂ້າພະເຈົ້າ
ກໍບໍມີຄວາມຫວັ່ນວິຕົກທີ່ຢ້ານເຂົາມານຳຄືນໄປສູ້ກັບເຈົ້າຟ້າອີກ.
ປີ 1978 ລູກສາວລອງລຸງພອນແພງຮຽນຢູ່ ມໍ3 ແລະມີບັນຫາເຣື່ອງເລກ (Math Modern)ຂ້າພະເຈົ້າ
ຈຶ່ງອາສາສອນເຜີ້ມຫລືຕິ່ວໃຫ້ທີ່ບ້ານໂດຍການເຫັນດີເປັນພ້ອມຂອງພໍ່ແມ່ເລົາ. ຄົນອາຍຸ 14-15 ປີ ທີ່
ພວມແຕກແຕກຕົວເປັນສາວແລະກໍບໍ່ເປັຄົນຂີ້ຮ້າຍໜ້າຖັ່ງດັງຄົມນົມຕຶງ ແຖມຍັງເນື້ອໜັງຂາວຜ່ອງ
ຈຶ່ງເຮັກໃຫ້ເກີດຄວາມສົນໃຈ ວ່າຄຶດມັກສາ ບ່ອນມັນແຈ້ງໂລດ.ກໍຍ້ອນຄວາມຢູ່ໃກ້ສິດຕິດແທດສອງຕໍ່
ສອງຫງາຍໆຄັ້ງຫລາຍໆທີຈຶ່ງເກີດມີຄວາມຜູກພັນແລະຮັກໄຄ່ຕໍ່ກັນແລະກັນ ແຕ່ຂ້າພະເຈົ້າບໍ່ເຄີຍລ່ວງ
ເກີນເລົາເລີຍ ສິ່ງນີ້ລະທີ່ເຮັດໃຫ້ຂ້າພະເຈົ້າເອົາຊະນະຈິດໃຈຂອງເລົາ. ຂ້າພະເຈົ້າມີອາຍຸເກືອບ 8 ປີສູງ
ກ່ອນເລົາ ເຄີຍຖາມເລົາຢູ່ວ່າບໍ່ຕິຄົນອາຍຸສູງກ່ອນເຈັ້າຂອງເປັນແຟນບໍ້? ເລົາຕອບວ່າ: ພໍ່ນ້ອງກໍມີອາ
ຍຸຫລາຍຫບາຍກ່ອນແມ່ຕັ້ງ 10 ປີ ໄດ້ເອື້ອຍຄຣູເພິ່ນວ່າຜູ້ຍິງເຖົ້າໄວກ່ອນຜູ້ຊາຍ ຖ້າບໍ່ຢາກເຖົ້າກ່ອນ
ຜົວໃຫ້ເລືອກເອົາຊາຍທີ່ມີອາຍຸວູງກ່ອນຢ່າງຕ່ຳ 7 ປີຂຶ້ນໄປ ບາດເຖົ້າຈຶ່ງຈະເຖົ້າສ່ຳກັນ.
ສແກມເບິນ ຊູຊູກີ 285 ຣົຖຈັກຄູ່ຊີບສີຟ້າຂອງຂ້າພະເຈົ້າ ຊຶ່ງອ້າຍຂອງຂ້າພະເຈົ້າຜູ້ທີ່ເປັນນັກບິນຊື້ໃຫ້
ເພື່ອເປັນຂອງຂັວນຂອງການເສັງຜ່ານ(Brevet & Diplomer)ຫລືຈົບສາມັນສຶກສາມັທະຍົມພາກຕົ້ນ
ແລະໄປ້ຜ່ານເຂົ້າ ມໍປາຍປີທີ່ 1 (Second). ໄດ້ໃຊ້ຣົຖຈັກຄັນນີ້ໄປຮັບມາສົ່ງນ້ອງນາງຂັວນໃຈຂອງຂ້າພະ
ເຈົ້າ, ທີ່ເປັນລູກສາວຂອງລຸງພອນແພງ, ທີ່ວິທະຍາລັຍວຽງຈັນທຸກວັນກ່ອນໄປແລະຫລັງຈາກເລີກການ.
ນ້ອງນາງຂັວນໃຈຂອງຂ້າພະເຈົ້າຄົນນີ້ເປັນຄົນທີ່ຖືກສະເປັກຂອງຂ້າພະເຈົ້າເປະເລີຍ, ເລົາເປັນຄົນນິສັຍ
ຄ່ຽມຄົມ ກິຣິຍາມາຣະຍາດອ່ອນນ້ອມຮູ້ຈັກນັບຖືຜູ້ຫລັກຜູ້ໃຫຍ່ ແລະສຳຄັນທີ່ສຸດເລົາຍີ້ມກ່ອນເວົ້າທຸກ
ເທື່ອ. ທາງພໍ່ແມ່(ຜົວເມັຍລຸງພອນແພງ)ກໍບໍ່ຫ້າມທີ່ຂ້າພະເຈົ້າອາສາໄປຮັບມາລູກສາວເພິ່ນຢູ່ໂຮງຮຽນ
ແລະສະຖານທີ່ຕ່າງໆ ມີແຕ່ເວົ້າຢອກແກມອິຫລີກັບລຸງພອນແພງວ່າ ຂໍເປັນລູກເພິ່ນອີກຄົນນຶ່ງໄດ້ວໍ່?
ເພິ່ນກໍວ່າສຸດແລ້ວແຕ່ລູກສາວ ບໍ່ມີຫຍັງຂັດຂ້ອງໃຫ້ເບິ່ງແຍງດູແລເອົານ້ອງຈົນຮຽນຈົບມໍປາຍເສັຍຈັ່ງ
ຄ່ອຍເວົ້າກັນອີກ. ເພິ່ນກໍປ່ອຍໃຫ້ພວກຂ້າພະເຈົ້າທັງສອງໄປມານຳກັນ ແຕ່ຂ້າພະເຈົ້າບໍ່ເຄີຍອອກນອກ
ລູ່ນອກທາງຈັກເທື່ອ ແລະໄປມາກໍຕົງກັບເວລາເພາະໃນຣະຍະນັ້ນ ທາງອຳນາດການປົກຄອງໄດ້ເຂັ້ມງວດ
ກັບການປາບປາມພັຍສັງຄົມຄືຈັບກຸມຄຸມຂັງຊາວໜຸ່ມຍິງຊາຍໄປດັດສ້າງຢູ່ດອນທ້າວດອນນາງ. ມີລູກ
ຫລານປະຊາຊົນຊາວວຽງຈັນນັບເປັນຫລາຍຮ້ອຍຄົນທີ່ໄປໂຮງຮຽນແລ້ວບໍ່ເຫັນກັບມາເຮືອນ, ໄປເບິ່ງ
ໜັງຢູ່ໂຮງໜັງ ແລະໄປບຸນວັດຟ້ອນລຳວົງຢູ່ວັດ ແລ້ວກໍຫາຍສາບສູນໄປບໍ່ເຫັນກັບຄືນມາບ້ານ ກວ່າຈະ
ສືບສ່າວຂ່າວຫາໄດ້ວ່າຖືກຈັບໄປດັດສ້າງຢູ່ດອນທ້າວດອນນາງກໍໃຊ້ເວລາຕັ້ງ2-3ເດືອນ. ດ້ວຍເຫດການ
ອັນນີ້ຈຶ່ງເປັນເຫດໃຫ້ນັກຮຽນນັກສຶກສາ ຫລືຊາວໜຸ່ມເຍົາວະຊົນລາວພາກັນແຕກຕື່ນຈຶ່ງໄດ້ເຕັ້ນໂຕນ
ໂຍນໜືຂ້ວາມຂອງໄປຊອກຫາອິສະຣະພາບແລະເສຣີພາບອັນຈິງໃຫ້ແກ່ຊີວິດຂອງຕົນເອງໃນປະເທດທີ່
ສາມ ແຕ່ຫລາຍຮ້ອຍຫລາຍພັນຄົນກໍຖືກຈົມນ້ຳຕາຍແລະສ່ວນຫລາຍກໍຖືກຍິງຕາຍກ່ອນຈະເອົາຊີວິດ
ລອດໄປເຖິງຝັ່ງໄທ.
ທາງລຸງບຸນນຳ ເຈົ້າເມືອງໆໄຊເສຖາແຂວງກຳແພງນະຄອນວຽງຈັນໄດ້ສເນີວຽກງານໃຫ້ຂ້າພະເຈົ້າໄປກຳ
ຕຳແໜ່ງຫ້ອງການຖແລງຂ່າວແລະໂຄສະນາການຂອງເມືອງ, ຂ້າພະເຈົ້າຈຶ່ງໄດ້ນຳຂຶ້ນໄປປຶກສາກັບລຸງ
ພອນແພງ ແລະເພິ່ນກໍວ່າເອົາແຕ່ຂ້າພະເຈົ້າຈະຕັດສິນໃຈຖ້າວ່າເຫັນສ່ອງທາງທີ່ຈະ ມີຄວາມກ້າວໜ້າ
ໜ້າທີ່ການງານໃນອານາຄົດ. ຂ້າພະເຈົ້າຈຶ່ງຖາມເພິ່ນອີກວ່າ ເພິ່ນມີຄວາມເຊື່ອໃຈຫລາຍປານໃດກັບຜູ້
ທີ່ຈະມາແທນໜ້າທີ່ເກົ່າຂອງຂ້າພະເຈົ້າ? ເພິ່ນບອກວ່າເພິ່ນຢາກເລີກແລ້ວເງິນທີ່ໄດ້ມາກໍຫລາຍສົມ
ຄວນແລ້ວບໍ່ຢາກຖະຫລຳໄປເລິກກ່ອນນີ້ ເພິ່ນຈະຢຸດທຸກຢ່າງທີ່ຜິກຕໍ່ນະໂຍບາຍ, ຂ້າພະເຈົ້າກໍເຫັນດີນຳ
ເພິ່ນ. ຂ້າພະເຈົ້າໄດ້ຖາມນ້ອງນາງນ້ອຍຂັວນໃຈຂອງຂ້າພະເຈົ້າຄືກັນວ່າເລົວຈະເຫັນດີນຳບໍ່ທີ່ຈະໜີຈາກ
ພໍ່ຂອງເລົາໄປເຮັດວຽກຢູ່ນ່ອນອື່ນ? ກ່ອນເລົາຈະອອກຄວາມເຫັນແມ່ນເລົາຍີ້ມສາກ່ອນແລະເວົ້າວ່າ:
ເຮັດການນຳ ອໍ້ (ພໍ່ ເປັນພາສາໄທເມືອງຊຳ) ບໍ່ເຫັນທ່າທີຈະມີຄວາມກ້າວໜ້າ, ປີທີ່ສາມນີ້ແລ້ວທີ່ອ້າຍ
ວຽກອັນນີ້ບໍ່ເປັນວ່າຈີ່ກ້າວຮອດໃສ ເຫັນຢູ່ແຕ່ບ່ອນເກົ່າ. ຂ້າພະເຈົ້າເອົາຫລານສາວມາສເນີລຸງພອນ
ແພງເພື່ອມາແທນບ່ອນຂ້າພະເຈົ້າ ແລະທູກຢ່າງກໍເປັນໄປດ້ວຍດີ. ລາອອກຈາກວິຊາອາຊີບເກົ່າທີ່ພະ
ແນກການຄ້າລັດ-ເອກະຊົນ ບ່ອນທີ່ໃຫ້ທັງວຽກງານເງິນຄຳແລະພິເສດສຸດກໍແມ່ນ ນ້ອງນາງນ້ອຍຂັວນ
ໃຈຄົນງາມຂອງຂ້າພະເຈົ້າ ເພາະພວກຂ້າພະເຈົ້າທັງສອງໄດາຕົກລົງເປັນແຟນກັນແລ້ວ.
ໜ້າທີ່ວຽກງານອັນໃໝ່ ແລະມີໜ້າທີ່ຮັບຜິດຊອບແບບໃໝ່, ເມື່ອກ່ອນມີໜ້າທີ່ຮັບຜິດຊອບສມຸດບັນ
ຊີຢ່າງດຽວ ມາບັດນີ້ ມີໜ້າທີ່ຮັບຜິດຊອບພະນັກງານເປັນສິບ......
ໂປຣດຕິດຕາມໃນຕອນຕໍ່ໄປ
ຢູ່ທີ່ຫ້ອງການເມືອງໆໄຊເສຖາກຳແພງນະຄອນວຽງຈັນ, ລຸງບຸນນຳເຈົ້າເມືອງໆໄຊເສຖາໄດ້ມີພິທີເປີດຕົວ
ແລະແນະນຳຂ້າພະເຈົ້າໃຫ້ອົງການຈັດຕັ້ງທຸກພາກສ່ວນຂອງເມືອງຮັບຮູ້ຢ່າງເປັນທາງການທີ່ຂ້າພະເຈົ້າ
ຈະມາເປັນຫົວໜ້າຫ້ອງການຖແລງຂ່າວແລະໂຄສະນາການທີ່ກໍ່ຕັ້ງຂຶ້ນໃໝ່ແລະຈະມີຫ້ອງການຊົ່ວຄາວ
ຢູ່ທີ່ສຳນັກງານເມືອງນີ້. ຫ້ອງການນີ້ບໍ່ໄດ້ຂຶ້ນກັບກະຊວງຖແລງຂ່າວແລະໂຄສະນາການແຕ່ຂຶ້ນກັບຫ້ອງ
ການໆປົກຄອງຂອງເມືອງໂດຍກົງ. ລຸງບຸນນຳໄດ້ສັ່ງລົງມາໃຫ້ຂ້າພະເຈົ້າເປີດຮັບສມັກເອົາພະນັກງານຈຳ
ນວນ 10 ຄົນ ທີ່ມີ ຄຸນສົມບັດ = (ສັບລາວໃໝ່ຂອງຝ່າຍອ້າຍນ້ອງທີ່ໃຊ້ແທນ ຣະດັບການສຶກສາ) ຈົບ
ປະຖົມສຶກສາ ແລະມນອາຍຸ 18 ປີຂຶ້ນໄປ. ຂ້າພະເຈົ້າກໍຈັການຕາມຄຳສັ່ງຂອງອາດຍາເຈົ້າເມືອງບຸນນຳ
ທີ່ສັ່ງລົງມາ, ແລະມີຄົນມາປະກອບຄຳຮ້ອງປະມານ 30 ກ່ວາຄົນ ແຕ່ຂັດເລືອກເອົາພຽງ 10 ຄົນເທົ່ນັ້ນ.
ຂ້າພະເຈົ້າຄັດໄດ້ຜູ້ຊາຍ7 ແລະ ຜູ້ຍິງ3. ທັງ10 ຄົນນີ້ມີ5 ຄົນທີ່ມີວິຊາສະເພາະຕິດຕົວຄື ພິມດີດ3 ແລະ
ສາຍພາພະຍົນ2 ຄົນ. ຂ້າພະເຈົ້າມາຈັດອອກເປັນ4 ຈຸ: ຂ່າວສານ 3ຄົນ, ໂຄສະນາ 3ຄົນ,ພິມແລະຮວບ
ຮວມຂ່າວແລະເອກະສານ 3ຄົນ ແລະພັສະດຸ 1ຄົນ.
ຢູ່ມາບໍ່ນານເທົ່າໃດກໍໄດ້ຍ້າຍອອກຈາກຫ້ອງການເມືອງເພາະມີເຮືືອນວິນລາຫລັງນຶ່ງທີ່ເຈົ້າຂອງເຂົ້າໂຕນ
ໜີໄປໄທແລະເໝາະສົມກັບເປີດເປັນຫ້ອງການທີ່ທາງເມືອງໄດ້ມີຄຳສັ່ງໃຫ້ຂ້າພະເຈົ້າຍ້າຍເຂົ້າໄປໃຊ້ວິນລາ
ຫລັງນັ້ນ. ວຽກງານທຸກຢ່າງແມ່ນແລ່ນໄດ້ສດວກດີແລະເປັນທີ່ເຜິ່ງພໍໃຈຂອງຂັ້ນເທິງເປັນຢ່າງດີ. ເປັນທີ່
ຖືກໃຈຂອງນ້ອງນາງນ້ອຍຂັວນໃຈຂອງຂ້າພະເຈົ້າເມື່ອໄດ້ຊາບວ່າ ຂ້າພະເຈົ້າຂໍອະນຸຍາດລຸງບຸນນຳແລະພໍ່
ຂອງເລົາທີ່ຈະໃຫ້ເລົາມາຝຶກງານທີ່ຫ້ອງການຂອງຂ້າພະເຈົ້າ ເພາະຂ້າພະເຈົ້າເຄີຍໄດ້ຍິນເລົາບອກວ່າມັກ
ເປັນນັກຂ່າວແລະນັກຂຽນ. ຍາມພັກຮ້ອນຂອງໂຮງຮຽນນ້ອງນາງນ້ອຍກໍມາຝຶກງານນຳຂ້າພະເຈົ້າ,ເກືອບ
ທຸກວັນໄປກິນເຂົ້າແລງທີ່ບ້ານວ່າທີ່ພໍ່ເຖົ້າແມ່ເຖົ້າເພາະເພິ່ນກໍຢາກໃຫ້ລູກສາວເພິ່ນຢູ່ໃກ້ຫູໃກ້ຕາເພິ່ນ,ກໍ
ບໍ່ຕິລະເນາະບູກສາວພວມເປັນແສ້ເປັນສາວ ອາຍຸກໍສິບຫົກສິບເຈັດແລ້ວ ແລະກໍເປັນຄົນບໍ່ຂີ້ຮ້າຍອີກ ຜູ້
ບ່າວອ້າຍນ້ອງ(ລູກເຈົ້າລູກນາຍຄົນອ້າຍນ້ອງ)ແຮງຊ້ອງຊາບລາບຢູ່ທີ່ມາຕິດຕໍ່ຂໍເປັນແຟນເລົາ, ແຕ່ບໍ່
ສູ້ອ້າຍບ່າວວຽງຈັນຄົນນີ້. ຫລາຍໆຄັ້ງຄືກັນທີ່ພາກັນໄປກິນເຂົ້າຊຸມແຊວຢູ່ບ້ານອ້າຍບົວສອນຫລັງຈາກທີ່
ເພິ່ນຍັບຍ້າຍອອກຈາກເຮືອນພັກຫລັງເກົ່າມາຫລັງໃໝ່ເພາະເພິ່ນໄດ້ລູກຊາຍໃໝ່, ອ້າຍບົວສອນເພິ່ນ
ແຮງເປັນຄົນມັກຢອກ ຖ້າວ່າເຫັນພວກຂ້າພະເຈົ້າທັງສອງໄປຫລີ້ນນຳຍາມໃດກໍມີແຕ່ຖາມວ່າປານໃດຈະ
ແຕ່ງງານ? ແລະປານໃກຄະໄກ້ອູ້ມລູກຕົນເອງ? ເພາະນ້ອງນາງນ້ອຍຂັວນໃຈຂອງຂ້າພະເຈົ້າມັກອູ້ມແອ
ນ້ອຍລູກຂອງອ້າຍບົວສອນທຸກໆຄັ້ງທີ່ໄປບ້ານເພິ່ນ. ຂ້າພະເຈົ້າຈັດງານສູ່ຂັວນແອນ້ອຍໃຫ້ລູກຊາຍອ້າຍ
ບົວສອນຫລັງຈາກຂວບໄດ້ສາມເດືອນ ແລະມີແຕ່ໂອກາດດຽວທີ່ຂ້າພະເຈົ້າຈະໄດ້ເອົາເງິນສົ່ງຄືນເພິ່ນທີ່
ເພິ່ນຍັດໃສ່ຕີນໃສ່ມຶໃຫ້ກ່ອນຈະຂຶ້ນຍົນອອກຈາກພູຫວາຍໄປວັງວຽງ, ເພິ່ນເອົາໃຫ້ 5 ພັນກີບ.ໃນວັນຈັດ
ພິທີສູ່ຂັວນແອນ້ອຍຂອງອ້າຍບົວສອນ ພວກພໍ່ຄົວແມ່ຄົວແມ່ນເອື້ອຍຂອງຂ້າພະເຈົ້າເປັນຜູ້ຈັດການ,
ການອອກຄ່າໃຊ້ຈ່າຍຕ່າງໆແມ່ນຂ້າພະເຈົ້າໝົດ ແລະມີແຂກຜູ້ໃຫຍ່ແລະສຳຄັນຫລາຍຄົນເຂົ້າມາຮ່ວມ
ຢ່າງໜາແໜ້ນ. ຫລັງຈາກຮັປະທານອາຫານໄປແລ້ວແຂກທີ່ເຊີນມາກໍທະຍອຍກັນກັບບ້ານ, ເມື່ອແຂກ
ຄົນກັບກັນໄປໝົດແລ້ວ ຂ້າພະເຈົ້າຈຶ່ງເອົາຂອງຂັວນໝັດແຂນໃຫ້ຫລານຊາຍ ແລະບອກອ້າຍບົວສອນ
ວ່າ: ອັນນີ້ແມ່ນຂອງຂັວນຈາກອາວແລະອາທີ່ເອົາມາໝັດແຂນໃຫ້ຫລານເຂົາ ບໍ່ແມ່ນໝັດໃຫ້ພໍ່ມັນແລະ
ຫ້າມເປີດຊອງນີ້ຈົນກ່ວາຈະເຖິງກຳໜົດ 3 ວັນ. ໃນຊອງນັ້ນມີສ້ອຍຄໍທອງຄຳ 2 ສລຶງ ແລະ ເງິນສົດ 30
ພັນກີບ.
ໃນສົກສຶກສາປີ 1979-80 ນັ້ນເປັນປີສຸດທ້າຍຂອງ ມໍຕົ້ນຂອງນ້ອງນາງນ້ອຍຂັວນໃຈຂອງຈ້າພະເຈົ້າ,
ເມື່ອໂຮງຮຽນເປີດ ນອ້ງນາງນ້ອຍກໍຈະບໍ່ໄດ້ມາຝຶກງານນຳອີກ. ທີ່ບ້ານພັກຂອງວ່າທີ່ພໍ່ເຖົ້າ ເພິ່ນບອກ
ວ່າ ວ່າທີ່ແມ່ເຖົ້າເມື່ອຍນຳໃຊ້ຟືນດັງຄົວຢູ່ຄົວກິນແລ້ວ ຢາກມີເຕົາໄຟຟ້າຫລືວ່າເຕົາແກສມາໃຊ້ ເພາະ
ເພິ່ນໄປເຫັນບ້ານໝູ່ເພິ່ນເຊົາໃຊ້ຟືນ ເຂົາມາໃຊ້ເຕົາໄຟຟ້າແລະເຕົາແກສ. ຂ້າພະເຈົ້າກໍຊວນເອົານ້ອງ
ນາງນ້ອຍອອກໄປນຳເພື່ອໄປຊອກຫາມາໃຫ້ເພິ່ນ ພາກັນໄປເລາະເບິ່ງຕລາດຂາຍເຄື່ອງເລຢູ່ໜອງດ້ວງ
ແຕ່ກໍບໍ່ມີອັນພໍຈະໝັ້ນໃຈວ່າຍັງມີຄຸນະພາບໃຊ້ການໄດ້ດີ ເຫັນອັນໃດກໍເບິ່ງແບບສຸດໂຊມໄປໝົດ. ໄປ
ພໍ້ໂສ້ງ ແຊມໂກ້ (ໂສ້ງຢີນ) ຂອງຜູ້ຍິງ ພໍດີຝິດກັບຕົນໂຕຂອງນ້ອງນ້າງນ້ອຍຈຶ່ງຊື້ໃຫ້ເລົາ ແລະເສື້ອກາ
ແຂ້ສີແດງຂອງຝຣັ່ງອິກຜືນນຶ່ງ. ຊອກຫາຢູ່ຕລາດຂອງເລບໍ່ເຫັນຫລືພໍ້ອັນທີ່ຖືກໃຈຈຶ່ງມຸ້ງໜ້າໄປຫາຍາ
ອ້າຍຈັນສຸກ ເຈົ້າຂອງບໍຣິສັດ ວຽງຈັນກໍ່ສ້າງ ເພື່ອວ່າຈະຫາເພິ່ນຊ້າມາແຕ່ໄທໃຫ້ ເພາະເພິ່ນທຽວໄປໄທ
ສ່ຳກັບພໍ່ນາທຽວລົງນານີ້ແລ້ວ. ອ້າຍຈັນສຸກເພິ່ນກໍຮັບປາກຊ່ວຍ ແລະກໍມີຣົຖຈະມາສົ່ງສາຍໄຟຟ້າໃຫ້
ບໍຣິສັດມື້ໜ້ານີ້ ເພີ່ນຈະໂທໄປບອກເຖົ້າແກ່ສາຍໄຟຢູ່ອຸດອນຫາໃຫ້ແລ້ວຝາກມານຳຣົຖມາສົ່ງສາຍໄຟ
ແລະຍັງບອກອີກວ່າໃຫ້ມາຈອບເບິ່ງມື້ອື່ນຕອນແລງໆ
ກັບຈາກບ້ານຍາອ້າຍຈັນສຸກໄປແຫວ່ຕລາດເຊົ້າຫາຊື້ເກີບເທັນນິສແລະສາຍຫັດແອວໃຫ້ນ້ອງນາງນ້ອຍເພາະຕັ້ງແຕ່ປິ້ງ
ກັນມາກໍບໍ່ເຄີຍຊື້ຫຍັງໃຫ້ຂັວນໃຈຂອງໂຕເອງຈັກເທື່ອ. ກັບມາຮອດບ້ານວ່າທີ່ພໍ່ເຖົ້າກໍບອກເພິ່ນວ່າໄດ້ໄປຫາຍາຈັນສຸກ
ທີ່ບໍຣິສັດໃຫ້ເພິ່ນສັ່ງມາແຕ່ໄທໃຫ້ ແລະເພິ່ນບອກໃຫ້ໄປຈອບເບິ່ງມື້ອື່ນຕອນແລງໆ. ຈັດການໃຫ້ນ້ອງນາງນ້ອຍໄປນຸ່ງ
ເຄື່ອງທີ່ຊື້ໃຫ້ນັ້ນມາໃຫ້ເບິ່ງ ເລົາເຂົ້າໄປຫ້ອງນອນບໍ່ພໍບຶດກໍອອກມາພ້ອມກັບໂສ້ງ ບລູຢີນ ເສື້ອກາແຂ້ສີແດງເຂົ້າໃນ
ຫັດແອວດ້ວຍສາຍຫັດໜັງຜ້າໜັງສີຂາວແລະສວມເກີບ ບາທາ ສີຂາວ..ທັງພໍທັງແມ່ແລະນ້ອງຊາຍເລົາຕ່າງກໍຕົກສະ
ເງີ້ ໜັກທີ່ສຸດກໍແມ່ນຕົວຂ້າພະເຈົ້າເອງຈົນຫລົງຄ້ຳຄວນຢູ່ໃນໃຈ....ນາງຟ້າ...ງາມປານນາງຟ້າ...ແອວກິ່ວໆ....ທ້າຍ
ເຫີວໆ ເອິກຕຶງໆ... ທາງພໍ່ແມ່ກໍງົງເພາະບໍ່ເຄີຍເຫັນລູກສາວເພິ່ນນຸ່ງເຄື່ອງນຸ່ງແບບນີ້ມາກ່ອນ ມີແຕ່ນຸ່ງສິ້ນຖ້ານຸ່ງໂສ້ງ
ກໍນຸ່ງແຕ່ໂສ້ງທະຫານອ້າຍນ້ອງຫລືໂສ້ງຈີນ. ຂ້າພະເຈົ້າກໍເລີຍສວຍໂອກາດ,ຕອນທີ່ເພິ່ນກຳລັງຊົມຄວາມງາມລູກສາວ
ເພິ່ນຢູ່, ສເນີອອກວ່າ ຍັງຂາດແນວນຶ່ງຖ້າປ້າກັບລຸງ(ເອີ້ນເພິ່ນປ້າລຸງເພາະບໍ່ກ້າເອີ້ນພໍ່ເອີ້ນແມ່ເທື່ອ) ອະນຸຍາດຈະພາ
ໄປມື້ອື່ນນີ້ເລີຍ. ເພິ່ນຖາມຂຶ້ນວ່າແມ່ນຫຍັງ?... ຈະພານ້ອງນາງນ້ອຍເຂົ້າຮ້ານເສີມສວຍ, ຂ້າພະເຈົ້າຕອບໄປ. ແນວ
ໃດສິຈົບສິງາມກໍເສີມກໍແຕ່ງເອົາໂລດເດີ້ອ້າຍ....ນ້ອງຊາຍເລົາດອດມາໃສ່, ແມ່ເລົາກໍສອຍຕື່ມອີກ: ສຸດແລ້ວແຕ່ລູກ
ເປັນ ເຜີໆກໍຢາກເຫີ້ຈູ້ເຫີ້ແຟນເຜີມັນງາມ ແມ່ບໍ່ຫ້າມດອກເດີ້....(ເປັນພາສາເມືອງຊຳທີ່ມີຄວາມໝາຍວ່າ: ໃຜໆກໍ
ກໍຢາກໃຫ້ຊູ້ໃຫ້ແຟນໃຜມັນງາມ) ເມື່ອຂ້າພະເຈົ້າໄດ້ຍິນແມ່ເລົາເວົ້າອອກມາແນວນີ້ກໍແປກໃຈ ເພາະຂ້າພະເຈົ້າບໍ່ໄດ້
ບອກເພິ່ນເທື່ອວ່າໂຕເອງກັບລູກສາວຂອງເພິ່ນໄດ້ຕົກລົງເປັນແຟນກັນແລ້ວ. ເມື່ອມີຄວາມແປກໃຈກໍອົດບໍ່ໄດ້ທີ່ຈະ
ຖາມເຖິງເຈຕະນາທີ່ເພິ່ນເວົ້າອອກມານັ້ນແມ່ນຫຍັງກັນແທ້? ທາງແມ່ຂອງນ້ອງນາງນ້ອຍຈຶ່ງເລົ່າສູ່ຟັງວ່າ ລູກສາວ
ໄດ້ບອກພໍ່ກັບແມ່ຊາບແລ້ວວ່າພວກລູກທັງສອງມັກຮັກກັນ ທາງພໍ່ແມ່ກໍບໍ່ມີຄວາມຂັດຂ້ອງຫຍັງໝົດ ມີຢ່າງດຽວກໍ
ຄືຢາກໃຫ້ນ້ອງຮຽນຈົບສາກ່ອນ. ນ້ອງຊາຍເລົາດອດຂຶ້ນມາອີກ: ມີຜູ້ບ່າວຢູໂຮງຮຽນມັກມາຖາມວ່າເອື້ອຍເຈົ້າມີແຟນ
ແລ້ວບໍ່? ກັນກໍຕອບໄປວ່າ ພວກອ້າຍບໍ່ເຫັນບໍ້ ແຟນເລົາມາຮັບມາສົ່ງຢູ່ໂຮງຮຽນີ້ຄູ່ມື້ນັ້ນ? ຜູ້ນັ້ນລະແຟນເອື້ອຍຂ້ອຍ.
ທາງຜູ້ພໍ່ກໍເປັນຄົນໃຈດີຢູ່ແລ້ວ ແຕ່ກໍບໍ່ອອກຄຳເຫັນຫຍັງຫລາຍມີແຕ່ໃຫ້ຄຳຕັກເຕືອນເລັກໜ້ອຍ. ຫັນຈາກເອີ້ນ
ປ້າລຸງມາເປັ້ນແມ່ເປັນພໍ່ ກໍສຸດທີ່ຈະມີຄວາມພາກພູມໃຈ ແລະຄຽງຂ້າງດ້ວຍນ້ອງນາງນ້ອຍທີ່ເປັນຜູ້ໃຫ້ກຳລັງໃຈ.
ຕອນຄ້າຍຄ່ຳມື້ຕໍ່ມາກໍຫາອ້າຍບົວຂັບຣົຖພາໄປເອົາເຕົາແກສຟູ່ທີ່ບໍຣິສັດວຽງຈັນກໍ່ສ້າງ, ໄປແຫວ່ຖາມວ່າໄດ້ມາແລ້ວ.
ອ້າຍບົວພວມຈະຢຽບຣົຖອອກ ນ້ອງນາງນ້ອຍກໍແລ່ນນຳຫລັງວ່າຈະໄປນຳ, ແນມກັບຫລັງໄປເບິ່ງ ແມ່ນເຕັມຊຸດເລີຍ
ໂສ້ງແຊມໂກສີຟ້າ ເສື້ອແຂນສັ້ນກາແຂ້ສີແດງເຂົ້າໃນ ສາຍຫັດຜ້າໜັງສີຂາວ ແລະເກີບບາທາຂອງໄທ ປ່ອຍຜົມຢຽດ
ຍາວລົງຕົກກາງຫລັງ. ເມື່ອໄປເອົາເຕົາແກສກັບມາແລ້ວກໍຕິດຕັ້ງໃຫ້ເພິ່ນ ແລະກໍແນະນຳວິທີປິດ-ເປີດໃຫ້ເພິ່ນ, ທາງ
ແມ່ເພິ່ນດີໃຈຫລາຍເພາະຈະບໍ່ໄດ້ຍ່າງອອກໄປດັງໄປໜື້ງເຂົ້າຢູ່ນອກເຮືອນຄືແຕ່ກ່ອນແລ້ວ ເພາະຂ້າພະເຈົ້າມາຕິດຕັ້ງ
ຢູເຮືອນຄົວໃນເຮືອນພີ້ໃຫ້. ເພິ່ນກໍຖາມວ່າທັງໝົດນີ້ເທົ່າໃດ? ຂ້າພະເຈົ້າກໍບໍ່ຮູ້ເພາະຈອນໄປເອົານັ້ນຍາອ້າຍຈັນສຸກບໍ່
ຢູ່ບ້ານ ເພິ່ນຝາກໄວ້ກັບພະນັກງານຂອງເພິ່ນ.
ປີ 1980 ເທົ່າທີ່ຂ້າພະເຈົ້າເຫັນນັກສຶກສາເປັນຮ້ອຍໆທີ່ຈົບການສຶກສາມາແຕ່ຕ່າງປະເທດໂດຍສະເພາະສ່ວນຫລາຍແມ່ນ
ຈົບມາແຕ່ໂຊຫວຽດເຕະຝຸ່ນຢູ່ວຽງຈັນເປັນກອງເປັນກອງຢູ່. ເພາະວ່າເມືອງລາວຍັງບໍ່ທັນມີໂຮງງານອຸດສາຫະກຳທີ່ຈະຮັບ
ເອົານັກສຶກສາເຫຼົ່ານັ້ນ. ຂ້າພະເຈົ້າມີເພື່ອນສນິດຫລາຍຄົນທີ່ຢູ່ໃນຈຳພວກນັກສຶກສາຈົບມາແຕ່ໂຊຫວຽດແຕ່ບໍ່ມີງານທຳ
ເຊັ່ນ: ນາຍສິນໂພນເຄັງ, ນາຍພົມ ແລະນາຍປາງຄຳ ຮ່ອງຄ້າ, ນາຍແສງອາຣຸນ ນາຍເດດ ນາຍສັກ ຄຸ້ມສວນມອນ,ນາຍ
ກວາງ(ຄົນວຽດ-ລາວ) ນາຍສົມດີ ນາຍອຸດ ນາຍເພັດ ນາຍວົງ ຄຸ້ມໂຮງສີນ້ອຍ. ພວກທີ່ມີຊື່ດັ່ງກ່າວມາຂ້າງເທິງນັ້ນເຄີຍ
ເປັນນັກຮຽນຢູ່ ມໍ3 ມໍ່4 ນຳກັນທີ່ລີເຊວຽງຈັນແຕ່ມາແຕກກະຈາຍໄປໃຜໄປມັນຫລັງຈາກຈົບ ມໍຕົ້ນ. ພວກນັກສຶກສາທີ່
ໄປຮຽນໂຊຫວຽດໃນຫລຸ້ນປີ 76 ຫາ 79 ແມ່ນຮຽນເປັນນັກວິຊາການໆຜລິດໃນໂຮງງານອຸດສາຫະກຳໜັກ ເພາະໃຜໆກໍ
ຢາກຂຶ້ນຊື່ວ່າເປັນ ແອັນຈີເຍັຍ (Engineer) ຕາມທີ່ສອບຖາມຜູ້ທີ່ຈົບມາ ແລະທາງປະເທດ cccp ກໍມີທຶນໃຫ້ສະເພາະວິ
ຊານີ້ເປັນສ່ວນໃຫຍ່ ແລະວິຊານີ້ໃຊ້ເທີມໃນການຮຽນພຽງ 2ປີເທົ່ານັ້ນ (ຂ້າພະເຈົ້າກໍບໍ່ຮູ້ແນ່ນອນ, ນີ້ກໍເປັນພຽງຄຳບອກ
ເລົ່າຂອງໝູ່ເພື່ອນທີ່ເຂົາຮຽນຈົບມາເທົ່ານັ້ນ). ພວກໝູ່ເພື່ອນທີ່ເຂົາຮຽນຈົບມາແລ້ວຫາການເຮັດຕາມວິຊາທີ່ພວກເຂົາ
ຮຽນຈົບມານັ້ນບໍ່ມີ ທາງຣັຖະບາລກໍມີວຽກໃຫ້ຢູ່ແຕ່ເປັນວຽກທີ່ພວກຈົບປະຖົມເຮັດກໍໄດ້ ພວກເຂົາຈຶ່ງປະຕິເສດໄປ, ກໍບໍ່
ຕິພວກເຂົາ ເປັນນັກສຶກສາຈົບມາແຕ່ເມືອງນອກແລ້ວມາເປັນລູກນ້ອງຜູ້ທີ່ບໍ່ຈົບຮອດ ມໍຕົ້ນ. ໝູ່ເພື່ອນຂອງຂ້າພະເຈົ້າ
ຫລາຍຄົນຕ່າງກໍອິດສາຂ້າພະເຈົ້າທີ່ມີໜ້າທີ່ການງານດີ ແລະແນ່ນອນພວກເຂົາຕ່າງກໍຫລິ່ງເຫັນອານຄົດຂອງຂ້າພະເຈົ້າ
ຈະມີແຕ່ຄວາມກ້າວໜ້າຂອງໜ້າທີ່ການງານທີ່ລໍຖ້າຢູ. ບໍ່ມີແຕ່ນັກສຶກສາມາແຕ່ໂຊຫວຽດທີ່ຕົກງານ ນັກສຶກສາມາແຕ່
ຝຣັ່ງ ໂປໂລຍ ເຊັກໂກ ເຢັຍຣະມັນຄມນ ແມ່ນພາກັນເຕະຝຸ່ນນຳກັນໝົດ ມີແຕ່ບັກ ຢົ້ງ ຈັນທະລັງສີ ມັນລູບແຂ່ງເລັຍ
ຂາເກ່ງ ຕີສນິດເຂົ້າກັບເຈົ້າກັບນາຍໂດຍມີໝໍ ຣ່ຽມ ໂຮງຮຽນເທັກນິກ ປາກປ່າສັກເປັນຜູ້ຍູ້ກົ້ນຊ່ອຍ.
ປີນີ້ເປັນປີສຸດທ້າຍ ມໍສໍຕົ້ນ ຂອງນ້ອງນາງນ້ອຍຂັວນໃຈຂອງຂ້າພະເຈົ້າ (ເຫດຜົນທີ່ຂ້າພະເຈົ້າເອີ້ນແຟນວ່ານ້ອງນາງ
ຂ້ອຍນັ້ນ ກໍເພາະໄດ້ຍິນແຕ່ພໍ່ແມ່ເລົາຮ້ອງວ່ານ້ອຍທຸກເທື່ອຮຽກເລົາ, ດ້ວຍຄວາມໜ້າຮັກຂອງລາວເລົາຈຶ່ງຮຽກເລົາວ່າ
ນ້ອງນາງນ້ອຍ,ຊື່ແທ້ໆຂອງເລົາ: ຈິນດາ ທັມະວົງ ແຕ່ຂ້າພະເຈົ້າບໍ່ເຄີຍເອີ້ນຊື່ແທ້ເລົາຈັກເທື່ອທັງໆທີ່ມຼ່ຄູ່ເລົາມັກຈະເອີ້ນ
ຈິນ ຄຳດຽວ ແຕ່ຂ້າພະເຈົ້າເອີ້ນ ນ້ອຍ ຕຣອດມາ. ຂ້າພະເຈົ້າຖາມນ້ອຍວ່າເລົາຈະມີແຜນການແນວໃດຫລັງຈາກຈົບມໍ
ຕົ້ນ? ຈະຮຽນສາມັນສຶກສາຕໍ່ມໍປາຍໄປເລີຍເບາະ ຫລືຈະຮຽນຕໍ່ອາຊີວະສຶກສາ? ວິທະຍາລັຍອາຊີບໃນຍຸກນັ້ນກໍມີ ແພທ
ສາດ ກົດໝາຍ ສ້າງຄຣູຊັ້ນສູງ ກະເສດສາດນາບົງ ແລະໄປສະນີ(PTT). ນ້ອຍບໍ່ຈັກຈະເລືອກເພາະສິ່ງທີ່ເລົາຝັນໄວ້ນັ້ນ
ແມ່ນນັກຂຽນແລະນັກຂ່າວ, ເລົາໃຫ້ຂ້າພະເຈົ້າເລືອກແທນເລົາຖ້າເລືອກຫຍັງກໍຈະເຫັນດີນຳໂລດເພາະນ້ອຍບໍ່ຢາກໃຫ້
ຂ້າພະເຈົ້າເສັຍໃຈ, ຈຶ່ງເລືອກໃຫ້ເສັງເຂົ້າແພທສາດ.
ຍັງອີກບໍ່ເທົ່າໃດເດືອນກໍຈະເຖິງວັນເສັງເອົາປະກາສະນິຍະບັດມັທະຍົມພາກຕົ້ນຂອງນ້ອຍແລ້ວ, ນ້ອຍມີຈຸດອ່ອນເຣື່ອງ
ເລຂ (Math Moderne / Algebra) ແລະ (Geology/ທໍຣະນີສາດ) ຂ້າພະເຈົ້າຈຶ່ງຕິ່ວເຜີ້ມໃຫ້ທັງສອງວິຊານີ້, ແຕ່
ກໍມີບັນຫາເພາະວິຊາສອງວິຊານີ້ຊ້າພະເຈົ້າຮຽນມາເປັນພາສາຝຣັ່ງ ແຕ່ຫລັງຂາກປົດປ່ອຍແລ້ວທາງກະຊວງສຶກສາທິ
ການໄດ້ປ່ຽນວາເປັນພາສາລາວໝົດແລະກໍສອນເປັນພາສາລາວ. ການທີ່ເພິ່ນປ່ຽນມາເປັນພາສາລາວນັ້ນຫລາຍໆສັບ
ທີ່ຂ້າພະເຈົ້າບໍ່ເຂົ້າໃຈແລະກໍບໍ່ຄຸ້ນເຄີຍກັບສັບເຫຼົ່ານັ້ນ. ພໍຄຶດໄດ້ກໍຫວິ້ງໄປຫາໝູ່ຄົນນຶ່ງທີ່ຈົບມິທະຍາລັຍຟ້າງຸ່ມ ເພາະ
ໂຮງຮຽນຟ້າງຸ່ມສອນເລຂແລະທໍຣະນີສາດເປັນພາສາລາວ, ກໍເປັນຈັ່ງໂຊກໝູ່ຄົນນັ້ນມີປຶ້ມເລກທັງ 3 ພາສາ: ລາວ
ຝຣັ່ງ ແລະ ອັງກິດ. ສ່ວນທໍຣະນີສາດນັ້ນຜູ້ກ່ຽວບໍ່ມີ ແຕ່ມີປຶ້ມບົດຮຽນກ່າຍຈາກກະດານທີ່ອາຈານຂຽນອອກ ຕັ້ງແຕ່
ປີທີ່ນຶ່ງຈົນຮອດປີສຸດທ້າຍ, ຂ້າພະເຈົ້າກໍຫອບເອົາມາໝົດແລະກໍບອກວ່າຈະເອົາມາສົ່ງຕາມຫລັງ. ພໍໄດ້ພວກປື້ມນັ້ນ
ກໍໃຊ້ເວລາສອງອາທິດຄົ້ນຄ້ວາເຖິງຄວາມໝາຍຂອງສັບພາສາລາວໃຫ້ກົວກັບພາສາຝຣັ່ງ. ເມື່ອເຊື່ອແນ່ໃນໂຕເອງວ່າ
ຖືກຕ້ອງຢ່າງແນ່ນອນແລ້ວ(ແຕ່ບໍ່ແນ່ວ່າເຖິງຮ້ອຍຫລືບໍ່)ຈຶ່ງເຣີ່ມຕົ້ນສອນຫລືຕິ່ວໃຫ້ນ້ອຍຕາມ ຟອກມູລລາ ໂຕໃດ
ທີ່ນ້ອຍບໍ່ເຂົ້າໃຈແລະມີບັນຫາ. ປຶ້ມເລກທີ່ເປັນພາສາລາວຂອງວິທະຍາລັຍຟ້າງຸ່ມທີ່ໃຊ້ສັບລາວນັ້ນກໍເຂົ້າໃຈສັບເຫຼົ່ານັ້ນ
ໄດ້ໄວຢູ່ ເພາະປື້ມນັ້ນໄດ້ແປແລະພິມອອກໃນປີ 1970, ປື້ມເລຂຫລືທີ່ເພິ່ນເອີ້ນວາ ຄະນິດສາດ ຂອງລາວໃໝ່ແມ່ນ
ພິມອອກປີ 1976.
ທ່ານສີສະນະ ສີສານ ຣັຖະມົນຕຣີກະຊວງຖແລງຂ່າວແລະໂຄສະນາການໄດ້ມີຈົດໝາຍລົງໄປຫາເຈົ້າເມືອງບຸນນຳກ່ຽວ
ກັບທາງກະຊວງຢາກໄດ້ຂ້າພະເຈົ້າໄປຢູ່ກົມຮູບເງົາຊຶ່ງມີຫ້ອງການຢູ່ສີເມືອງ ແລະເພິ່ນຢາກພົບກັບຂ້າພະເຈົ້າຕາມວັນ
ແລະເວລາທີ່ເພິ່ນນັດໝາຍເອົາໄວ້ໃນຈົດໝາຍນັ້ນ. ເກີດຫລັ່ງເລໃຈຂຶ້ນຢ່າງໃຫຍ່ເມື່ອລຸງບຸນນຳມາບອກຂ່າວຈົນຖາມ
ເພິ່ນວ່າບໍ່ແມ່ນລຸງບຸນນຳເອງຫວະທີ່ຢາກສົ່ງຕົນເອງອອກຈາກເມືອງຂອງເພິ່ນໄປ? ຫລືວ່າມີຄົນທີ່ມີຄວາມສາມາດ
ກ່ວາຕົນເອງຈະມາເປັນຫົວໜ້າຫ້ອງການແທນ? ທີ່ກະຊວງຖແລງຂ່າວແລະໂຄສະນາການ, ໄດ້ເຂົ້າພົບທ່ານຣັຖະ
ມົນຕຣີຕາມວັນເວລາທີ່ນັດໝາຍ. ທ່ານສີສະນະ ບອກວ່າເພິ່ນຕ້ອງການຜູ້ຊ່ວຍຫົວໜ້າກົມຮູບເງົາ ເມື່ອມາເບິ່ງປະ
ຫວັດການສຶກສາແລະຜົນງານການທຳງານໂຕຈິງໃນປະຈຸບັນ ແມ່ນຫລານນີ້ເໝາະສົມທີ່ສຸດ (ຂ້າພະເຈົ້າໄດ້ໃບຍ້ອງ
ໃຊ້ວ່າເປັນພະນັກງານໂຕເດັ່ນຂອງຫ້ອງການຖແລງຂ່າວແລະໂຄສະນາການຂອງ 4 ໂຕເມືອງໃນເຂດເທສະບານກຳ
ແພງນະຄອນວຽງຈັນ). ທ່ານສີສະນະກໍອະທິບາຍເຖິງໝ້າທີ່ຮັບຜິດຊອບມີຫຍັງແດ່? ແລະເພິ່ນຍັງເນັ້ນເຖິງບັນຫາທີ່
ຈະຕ້ອງແກ້ໄຂຢ່າງກະທັນຫັນນັ້ນກໍຄືການແປຄຳພາກໜັງຈາກພາສາຝຣັ່ງ-ອັງກິດມາເປັນພາສາລາວເພາະຜູ້ເກົ່ານັ້ນ
ໂຕນຂ້າມຟາກໄປໄທແລ້ວ. ຂ້າພະເຈົ້າຈຶ່ງຂໍອະນຸຍາດສເນີຄຳເຫັນອອກມາສເນີເພິ່ນ ແລະເພິ່ນກໍບອອກວ່າ ມີຫຍັງໃຫ້
ສເນີອອກມາໂລດ.ຂະນ້ອຍຢາກສເນີວ່າຄືບໍ່ເປີດຮັບສມັກໃຫ້ຜູ້ທີ່ມີຄວາມສາມາດແຕ່ບໍ່ມີໂອກາດທີ່ຈະໄດ້ປະກອບສ່ວນ
ໃຫ້ຂະເຈົ້າມີໂອກາດຈະບໍ່ດີກ່ວາບໍ້, ຂະນ້ອຍເຫັນນັກສຶກສາຈົບມາແຕ່ໂຊຫວຽດພາກັນຫາການເຮັດຢູ່ ແລະໃນນັ້ນກໍມີ
ໝູ່ຂອງຂະນ້ອຍເປັນສິບຮ່ວມຢູ່ນຳ. ແຕ່ຂະນ້ອຍຈະເອົາໄປພິຈາຣະນາເບີ່ງກ່ອນແລ້ວຈະຕອບຍາລຸງຕາມພາຍຫລັງ,
ເຣື່ອງແປພາສາພາກໜັງນັ້ນຖ້າຈຳເປັນແທ້ໆຂະນ້ອຍຈະແປໃຫ້ ແລະໃຫ້ຍາລຸງໃຫ້ຄົນເອົາໄປສົ່ງຂະນ້ອຍທີ່ໂຮງການຂອງ
ຂະນ້ອຍຫລືຈະໃຫ້ຂະນ້ອຍໄປເອົາເອງກໍໄດ້, ຂະນ້ອຍຈະທຳໜ້າທີ່ນີ້ໄປຈົນກ່ວາຍາລຸງຊອກຫາພະນັກງານໄດ້ຖ້າວ່າຂະນ້ອຍ
ບໍ່ສາມາດຕອບສນອງຄຳສເນີຂອງຍາລຸງ. ເຫດການຈະເປັນແນວໃດ.....
ກະຣຸນາຕິດຕາມໃນຕອນຕໍ່ໄປ.
ຕິດໃຈ ອ່ານແລ້ວແມ່ນບໍ່ຢາກເຊົາ ຢາກໄຫ້ເລົາເລຶ້ອງບ້ານຮົ່ມເກົ້າແດ່ເດີ້ ຖ້າໄດ້ເກາະຕິດ ສໄໝນັ້ນ.
ມື້ຕໍ່ມາ ພັສະດຸເອົາກະຕ່າທີ່ມີບົດພາກໜັງມາແຕ່ຫ້ອງການເມືອງມາໃຫ້, ມາກວດເບີ່ງກໍມີໜັງຢູ່ 5 ເຣື່ອງ: ໂຊຫວຽດ 2,ເກົາຫລີເໜືອ 2
ແລະເຢັຍຣະມັນ ຄມນ 1, ແລະກໍຢາກໃຫ້ແລ້ວໄວທີ່ສຸກເທົ່າທີ່ຈະໄວໄດ້. ໜັງແຕ່ລະເຣື່ອງມີຢູ່ 3 ພາສາ: ພາສາຂອງປະເທດທີ່ສ້າງໜັງພາ
ສາຝຣັ່ງແລະພາສາອັງກິດ. ຂ້າພະເຈົ້າຈື່ໄດ້ວ່າມີວັດຈະນານຸກົມ ຝຣັ່ງແປລາວ ແລະ ຝຣັ່ງແປຝຣັ່ງ ຢູ່ທີ່ບ້ານຊຶ່ງໄດ້ເກັບມ້ຽນໄວ້ເປັນຢ່າງດີ
ເພາະວັດຈະນານຸກົມສອງເຫຼັ້ມນີ້ເປັນຂອງຂັວນນັກຮຽນດີເດັ່ນ, ຊຶ່ງເປັນຂອງຂັວນພຣະຣາຊະທານທີ່ໄດ້ຮັບກັບມືຂອງຕົນເອງຈາກອົງມຸງ
ກຸດພຣະຣາຊະກຸມມານໃນວາຣະເວລາພຣະອົງຊົງປຣະພາດເມືອງວັງວຽງ. ອາໄສວັດຈະນານຸກົມສອງເຫຼັ້ມນີ້ເຂົ້າມາຕື່ມແຮງນ່ຶງແລະອາໄສ
ຈິນຕະນາການຂອງນັກພາກໜັງຕາມໂຮງໜັງຕ່າງໆທີ່ເຕີມຕື່ມບົດຄວາມຂອງນັກສແດງແລະບົດເຣື່ອງຂອງໜັງໃຫ້ມີນີສັນຂຶ້ນຕື່ມແລະ
ສິ່ງສຳຄັນແມ່ນເຮັ້ດໃຫ້ຜູ້ຊົມມີຄວາມສນຸກແລະເພີດເພີນໄປກັບໜັງເຣື່ອງນັ້ນໆ. ໃຊ້ເວລາພຽງ 3 ວັນກໍສຳເຣັດເພາະໜັງແຕ່ລະເຣ່ືອງມີ
ຄວາມຍາວພຽງ 105 ນາທີຫາ 120 ນາທີເທົ່ານັ້ນ, ມື້ໄດ້ຮັບບົດພາກນັ້ນເປັນວັນພະຫັດ ຍາດເວລາຫວ່າງຢູ່ໂຮງການໃນວັນພະຫັດແລະ
ວັນສຸກສຳເຣັດໄປນຶ່ງເຣື່ອງ ວັນເສົາແລະວັນທິດມື້ລະສອງເຣື່ອງ ແຕ່ບໍ່ແມ່ນຕຣອດ 24 ຊົ່ວໂມງ, ຄິດສະເລັ່ຍແລ້ວໜັງເຣື່ອງນຶ່ງແມ່ນໃຊ້
ເວລາ 3 ຫາ 4 ຊົ່ວໂມງເອົາແບບທັມະດາບໍ່ເລັ່ງໂຕເອງ. ວັນຈັນຕໍ່ມາເອົາໄປໃຫ້ພະນັກງານພິມດີດຢູ່ໂຮງການຕີເປັນຮ່າງໃຫ້ ແລະກໍໃຊ້ເວ
ລາເກືອບ 4 ຊົ່ວໂມງກ່ວາຈະແລ້ວທັງໝົດ 5 ເຣື່ອງນັ້ນ ເພາະນັກພິມດີດມີບັນຫາອ່ານລາຍມືການຂຽນຂອງຂ້າພະເຈົ້າເລົສບອກວ່າແນວ
ນັ້ນ. ເອົາໄປສົ່ງໃຫ້ພະນັກງານຢູ່ກົມຮູບເງົາ, ເມື່ອສຳເຣັດແລ້ວຕາມທີ່ຄຳແນະນຳ, ໃນເວລາ 3ໂມງແລງດ້ວຍຂ້າພະເຈົ້າເອງ. ທາງພະນັກ
ງານຄົມທີ່ເພິ່ນກຳສັບຊື່ສຽວຮຽວນາມໃຫ້ເອົາບົດພາກໄປໃຫ້ນັ້ນກໍອອກມາຕ້ອນຮັບຢ່າງດີ ແລະກໍບອກກັບຂ້າພະເຈົ້າວ່າ: ຜູ້ເພິ່ນແປຈຸ
ເກ່ງກ່ວາຜູ້ເກົ່າຫລາຍ ອັນຜູ້ເກົ່າຫັ້ນເພິ່ນແປເຣື່ອງນຶ່ງເປັນສອງມື້ສາມມື້ພຸ້ນ ອທິດນຶ່ງໄດ້ 3 ເຣື່ອງວ່າດີສຸດ. ຂ້າພະເຈົ້າກໍເລີຍຖາມໄຖ່
ລອງໆເບິ່ງວ່າຜູ້ກ່ຽວແມ່ນໃຜກັນແທ້? ທີ່ແທ້ກໍແມ່ນຫົວໜ້າກົມຮູບເງົາ ຈຶ່ງຂໍໃຫ້ເພິ່ນພາເລາະເບິ່ງຫ້ອງການແລະສະຖານທີ່ຕ່າງໆ. ເປັນ
ເຮືອນວິນລາທີ່ເຂົາໃຫ້ອາເມຣິກັນເຊົ່າໃນເມື່ອກ່ອນ ຢູ່ແຖບສີເມືອງຢາກຕິດໆກັບຟາກຖນົນຄູວຽງ ທັງໝົດຮວມກັນມີຢູ່ 4 ຫລັງ ແຕ່
ລະຫລັງເປັນແຕ່ລະຂແນງການຂອງກົມຮູບເງົາແລະກໍຍັງຢູ່ໃນການກຳລັງດັດແປງກໍ່ສ້າງບາງຢ່າງຢູ່ຍັງບໍ່ທັນແລ້ວ.
ປຶກສາຫາລືນຳຫລາຍໆຄົນກ່ຽວກັບການງານທີ່ກົມຮູບເງົາ, ບາງຄົນກໍວ່າຢ່າຖີ້ມໂອກາດນີ້ໄປ ໂອກາດແບບນີ້ຈະບໍ່ມີບ່ອຍຄັ້ງແລະບໍ່ຄ່ອຍ
ເຂົ້າມາຫາເຮົາຕຣອດ. ບາງຄົນກໍໃຫ້ຄຳເຫັນວ່າຖ້າບໍ່ມັກສັນຈອນ(Travel)ແມ່ນຢ່າເອົາ ເພາະພວກນີ້ໄປຕຣອດທັງຫົວໜ້າແລະພະນັກ
ງານ. ເວົ້າເຣື່ອງຣະດັບໜ້າທີ່ການງານແມ່ນສູງກ່ອນວຽກງານອັນທີ່ເຮັດຢູ່ໃນປະຈຸບັນນີ້ ຂ້າພະເຈົ້າບໍ່ມັກເດີນທາງເພາະເປັນໂຣຄຢ້ານ
ຂີ່ຍົນຄັນບໍ່ຈຳເປັນແທ້ໆແມ່ນຂີ່ຣົຖຫລືຍ່າງດີກວ່າຖ້າວ່າໃຫ້ຂີ່ເຮືອບິນ. ຖາມນ້ອຍ ນ້ອຍກໍບໍ່ພ້ອມເພາະນ້ອຍບໍ່ຢາກໃຫ້ອອກເດີນທາງໄປ
ທາງໃດທີ່ບໍ່ມີນ້ອຍໄປນຳ ດ້ວຍເຫດຜົນໂຕນີ້ທີ່ເຮັດໃຫ້ຂ້າພະເຈົ້າຕັດສິນໃຈປະຕິເສດຄຳສເນີຂອງທ່ານສີຊະນະສີສານແຕ່ກໍຍັງບໍ່ໄດ້ໃຫ້ຄຳ
ຕອບເພິ່ນຢ່າງເປັນທາງການເທື່ອ.
ທາງກົມຮູບເງົາກໍຍັງສືບສົ່ງບົດພາກມາໃຫ້ແປຢູ່ຕຣອດຕາມທີ່ໄດ້ໃຫ້ສັນຍາກັບທ່ານສີຊະນະເອົາໄວ້, ມີວຽກພິເສດເຂົ້າມາຕື່ມອີກເປັນຄູ່
ໄປກັບການສອນພິເສດໃຫ້ນ້ອຍ ຈົນນ້ອຍຖາມວ່າ: ອ້າຍບໍ່ເມື່ອຍບໍ້? ຖ້າເມື່ອຍກໍປະວາງໄປອັນນຶ່ງໃຫ້ອ້າຍເລືອກເອົາສິ່ງໃດທີ່ສຳຄັນກ່ວາ
ແລ້ວປ່ອຍວາງສິ່ງທີ່ບໍ່ສຳຄັນນັ້ນໄປ, ນ້ອຍຮູ້ວ່າອ້າຍເຮັດໄດ້ ແຕ່ນ້ອຍບໍ່ຢາກເຫັນອ້າຍບໍ່ມີເວລາໃຫ້ໂເອງ. ທາງພໍ່ເຖົ້າໃນອານາຄົດຂານ
ອາສາທີ່ຈະໄປຄອບທ່ານສີຊະນະໃຫ້ແຕ່ຂ້າພະເຈົ້າບໍ່ເຫັນດີນຳ ແລະບອກວ່າຈະຮັບຜິດຊອບເຣື່ອງນີ້ດ້ວຍຕົນເອງ. ສາມວັນຕໍ່ມາຈຶ່ງເຂົ້າ
ໄປພົບເພິ່ນທີ່ກະຊວງ ໃນເວລາຢູໃນຣະຫວ່າງການໂອ້ລົມກັນຢູ່ນັ້ນ ມີຊາຍໜຸ່ມຄົນນຶ່ງອາຍຸກໍປະມານຮຸ້ນຮາວຄາວດຽວກັນກັບຕົນເອງມາ
ແນມເບິ່ງໜ້າຂ້າພະເຈົ້າແລ້ວກໍຍ່າງອອກໄປ, ຂ້າພະເຈົ້າຈຶ່ງຖາມເພິ່ນວ່າຜູ້ຊາຍຄົນນັ້ນແມ່ນໃຜ? ທ່ານສີຊະນະວ່າເປັນລູກຫລານເພິ່ນ
ກຳລັງຮຽນຢູ່ອຸດົມອິພສອງປີກໍຈົບ. ຂ້າພະເຈົ້າສັງເກດເບິ່ງແລ້ວເພິ່ນບໍ່ພໍໃຈທີ່ຂ້າພະເຈົ້າປະຕິເສດບໍ່ຮັບໜ້າທີ່ງານທີ່ເພິ່ນສເນີໃຫ້ ເພິ່ນ
ສລາດເຊື່ອງອາການຂອງເພິ່ນໄດ້ຢ່າງແນບນຽນ ແຕ່ຂ້າພະເຈົ້າແຫລມກ່ອນທີ່ສັງເກດເຫັນຂ້າງໃນຂອງເພິ່ນ. ຂ້າພະເຈົ້າມາຈັບຈຸດໄດ້ທີ່
ຂ້າພະເຈົ້າສເນີຢ້ຳອີກເທື່ອນຶ່ງໃຫ້ເພິ່ນເປີດຮັບສມັກເອົາຄົນພາຍນອກຜູ້ທີ່ກຳລັງດີ້ນຣົນຊອກຫາວຽກເຮັດງານທຳ ແລະມີນັກສຶກສາທີ່
ຈົບມາແຕ່ຕ່າງປະເທດກຳລັງພະເຊີນກັບການຫວ່າງລານຢູ. ເພິ່ນຕອບອອກມາໃນເຊີງສັ່ງສອນຫລືເຕືອນສະຕິວ່າ: ຮ່ວງໂຕເອງເອົາໂຕ
ເອງໃຫ້ລອດເສັຍກ່ອນຈັ່ງຄ່ອຍໄປຮ່ວງຄົນອື່ນ. ຄຳຕອບຂອງເພິ່ນເຫຼົ່ານີ້ລະທີ່ເຮັດໃຫ້ຂ້າພະເຈົ້າສ່ອງເຫັນຕັບໄຕໄສ້ພຸງຂ້າງໃນຂອງເພິ່ນ
ວ່າເພິ່ນເປັນຄົນແນວໃດ? ຄົນໃດທີ່ມີແນວຄິດແບບນີ້ເປັນຄົນເຫັນແກ່ໂຕ(Self fish)ທັງນັ້ນ ບໍ່ຮ່ວງໃຜໝົດ ແຕ່ວ່າ ກູຜູ້ດຽວ(don't
care about no one but, myself).
ຂໍຖາມເຈົ້າຂອງບົດເລົ່າເລື່ອງແດ່, ຖ້າຫາກທ່ານເຮັດວຽກຢູ່ ຫ້ອງການໂຄສະນາ
ເມືອງໄຊເສດຖາໃນປີ 1980 ຂື້ນມາ ທ່ານກໍ່ເປັນລຸ່ນອ້າຍຂ້າພະເຈົ້າ. ຢາກຖາມວ່າ
ທ່ານຮູ້ຈັກ ອ້າຍບົວດຳ ບໍ່?, ລາວເປັນໝູ່ກັບອ້າຍຂອງຂ້າພະເຈົ້າ
Anonymous wrote:ຂໍຖາມເຈົ້າຂອງບົດເລົ່າເລື່ອງແດ່, ຖ້າຫາກທ່ານເຮັດວຽກຢູ່ ຫ້ອງການໂຄສະນາເມືອງໄຊເສດຖາໃນປີ 1980 ຂື້ນມາ ທ່ານກໍ່ເປັນລຸ່ນອ້າຍຂ້າພະເຈົ້າ. ຢາກຖາມວ່າທ່ານຮູ້ຈັກ ອ້າຍບົວດຳ ບໍ່?, ລາວເປັນໝູ່ກັບອ້າຍຂອງຂ້າພະເຈົ້າ
ຂໍໂທດນໍ້ ຂ້ອຍບໍ່ຮູ້ຄົນຊື່ບົວດຳທີ່ເປັນພະນັກງານຢູ່ຫ້ອງການໂຄສະນາເມືອງໄຊເສຖາ ເພາະພະນັກງານທີ່ນັ້ນແມ່ນຂ້ອຍ
ເປັນຄົນເລືອກແລະສຳພາດເອົາເອງ. ບໍ່ແມ່ນເລົາຢູ່ໂຮງການເມືອງພຸ້ນບໍ່ເພາະຄຸ້ນໆຊື່ວ່າ ດຳ ເສີຍໆບໍ່ມີບົວແລະກໍເປັນ
ໝູ່ກັບໝໍແສງສຸວັນຫົວໜ້າກອງຫລອນຈອມໂຫດຂອງຕາແສງທາດຫລວງໃນສມັຍນັ້ນຫັ້ນ. ແລະກໍມີອີກດຳນຶ່ງຢູ່ສະ
ຫະກອນເມືອງຜູ້ນັ້ນກໍຊື່ ດຳ ເສີຍໆບໍ່ມີບົວຄືກັນ ແລະກໍເປົນພີ່ນ້ອງຂອງເອື້ອຍເຂັມຕົ້ມເຫລົ້າຢູຄຸ້ມທົ່ງຄູນວຽງບ້ານປ່າ
ມ່ວງທາດຫລວງນັ້ນ ແຕ່ຂະເຈົ້າບໍ່ແມ່ນຄົນພື້ນຖານທີ່ນັ້ນ ຂະເຈົ້າເປັນຄົນມາແຕ່ປາກຄະຍຸງບຸ່ງພ້າວພຸ້ນ.
ຂໍໂທດຈິງໆທີ່ບໍ່ສາມາດໃຫ້ຂໍ້ມູນເຈົ້າໄດ້ ແລ້ວອ້າຍເຈົ້າຊື່ຫຍັງ ບາງທີຂ້ອຍອາດຈະຮູ້ຖ້າວ່າເປັນຕົນພື້ນຖານປ່າມ່ວງທາດ
ຫລວງ.
Anonymous wrote:Anonymous wrote:ຂໍຖາມເຈົ້າຂອງບົດເລົ່າເລື່ອງແດ່, ຖ້າຫາກທ່ານເຮັດວຽກຢູ່ ຫ້ອງການໂຄສະນາເມືອງໄຊເສດຖາໃນປີ 1980 ຂື້ນມາ ທ່ານກໍ່ເປັນລຸ່ນອ້າຍຂ້າພະເຈົ້າ. ຢາກຖາມວ່າທ່ານຮູ້ຈັກ ອ້າຍບົວດຳ ບໍ່?, ລາວເປັນໝູ່ກັບອ້າຍຂອງຂ້າພະເຈົ້າ ຂໍໂທດນໍ້ ຂ້ອຍບໍ່ຮູ້ຄົນຊື່ບົວດຳທີ່ເປັນພະນັກງານຢູ່ຫ້ອງການໂຄສະນາເມືອງໄຊເສຖາ ເພາະພະນັກງານທີ່ນັ້ນແມ່ນຂ້ອຍເປັນຄົນເລືອກແລະສຳພາດເອົາເອງ. ບໍ່ແມ່ນເລົາຢູ່ໂຮງການເມືອງພຸ້ນບໍ່ເພາະຄຸ້ນໆຊື່ວ່າ ດຳ ເສີຍໆບໍ່ມີບົວແລະກໍເປັນໝູ່ກັບໝໍແສງສຸວັນຫົວໜ້າກອງຫລອນຈອມໂຫດຂອງຕາແສງທາດຫລວງໃນສມັຍນັ້ນຫັ້ນ. ແລະກໍມີອີກດຳນຶ່ງຢູ່ສະຫະກອນເມືອງຜູ້ນັ້ນກໍຊື່ ດຳ ເສີຍໆບໍ່ມີບົວຄືກັນ ແລະກໍເປົນພີ່ນ້ອງຂອງເອື້ອຍເຂັມຕົ້ມເຫລົ້າຢູຄຸ້ມທົ່ງຄູນວຽງບ້ານປ່າມ່ວງທາດຫລວງນັ້ນ ແຕ່ຂະເຈົ້າບໍ່ແມ່ນຄົນພື້ນຖານທີ່ນັ້ນ ຂະເຈົ້າເປັນຄົນມາແຕ່ປາກຄະຍຸງບຸ່ງພ້າວພຸ້ນ.ຂໍໂທດຈິງໆທີ່ບໍ່ສາມາດໃຫ້ຂໍ້ມູນເຈົ້າໄດ້ ແລ້ວອ້າຍເຈົ້າຊື່ຫຍັງ ບາງທີຂ້ອຍອາດຈະຮູ້ຖ້າວ່າເປັນຕົນພື້ນຖານປ່າມ່ວງທາດຫລວງ.
ບໍ່ເປັນຫຍັງ, ຊັ້ນກໍ່ຍັງອີກຜູ້ໜື່ງ ຊື໋ ອ້າຍ ຄຳປະສົງ, ລາວເປັນໝູ່ຂອງອ້າຍຂ້ອຍ
ຄືກັນ ຜູ້ນີ້ແມ່ນຂ້ອຍຮູ້ເພີ່ນຫລາຍກວ່າຜູ້ທີ່ຖາມຄັ້ງກ່ອນ ເພີ່ນເຮັດວຽກຢູ່ຫ້ອງ
ການ ຖແລງຂ່າວ ໂຄສະນາ ເມືອງ ຫລາຍປີສົມຄວນ ຄິດວ່າຄົງເປັນ ສີບກວ່າປີ
ພຸ້ນລະເພີ່ນຈື່ງຍ້າຍໄປເຮັດວຽກອື່ນ
ເຖີງຂ້ອຍຈະເປັນຄົນລຸ້ນໃໝ່ຂອງສັງຄົມ ພໍໄດ້ອ່ານເລື້ອງທີ່ຜ່ານໆມານີ້ ເປັນເວລາກ່ວາ30ປີ ກໍຮູ້ສືກ ບໍ່ມີສີ່ງໃດປ່ຽນແປງສະພາບເດີມ ໂດຍສະເພາະ ການສວຍໄຊ້ ແບບ ທັງກົງແລະທັງອ້ອມໃນວົງການ
ອາຍຸສັງຂານຂອງມະນຸດບໍ່ທ່ຽງດັ່ງຄຳສອນຂອງພຣະສັມມາສັມພຸທະເຈົ້າ, ວ່າທີ່ພໍ່ເຖົ້າຫລືທີ່ເຄີຍຮຽກຊື່ເພິ່ນ ລຸງພອນແພງ ເກີດມີສຸຂະ
ພາບບໍ່ສົມບູນ ມັກເຈັບອອດໆແອດໆຢູເປັນປະຈຳຈົນເຮັດໃຫ້ເພິ່ນຕ້ອງໄດ້ລາອອກຈາກລັດຖະການ(ຣາຊະການ). ຄວາມສັບສົນຂອງ
ສັບສົນຂອງຄອບຄົວຍ່ອມເປັນຜົນຕາມມາ,ບໍ່ໝາຍເຖິງວ່າບໍ່ມີຣາຍໄດ້ແລ້ວຢູ່ບໍ່ໄດ້ ເງິນຄຳທີ່ເພິ່ນມີແລະທ້ອນຫອມມານົັ້ນໃຊ້ຢູ່ໃຊ້ກິນ
ໄປກໍກຸ້ມບໍ່ຕ່ຳກ່ວາສິບປີກໍບໍ່ໝົດ, ແຕ່ວ່າບໍ່ມີສິ່ງໃດພໍທີ່ຈະເຮັດໃຫ້ເພິ່ນຈຳເປັນຈະຕ້ອງຢູ່ທີ່ວຽງຈັນຕໍ່ໄປ. ອາຍຸເພິ່ນກໍຢູ່ໃນວັຍຫ້າສິບ
ແລ້ວ ເພິ່ນຈຶ່ງຢາກກັບຄືນສູ່ບ້າເກີດເມືອງນອນຢູຊຳເໜືອພຸ້ນ ເພາະເພິ່ນບອກວ່າເພິ່ນບໍ່ຢາກຕາຍຢູ່ວຽງຈັນຖ້າຈະຕາຍກໍຂໍໃຫ້ໄດ້ເມືອ
ຕານຢູ່ບ້ານຢັງສາຍແຫ່ບ້ານແຜ່ສາຍບືເພິ່ນພຸ້ນ, ສິ່ງເຫຼົ່ານີ້ລະທີ່ເປັນຄວາມສັບສົນຂອງຄອບຄົວເພິ່ນ. ເພິ່ນມັກມີອາການເຈັວແໜ້ນ
ໜ້າເອິກແລະປວດນຳກ້າມເນື້ອຕາມຄໍແລະບີແຂ່ງທັງສອງເບື້ອງແລະກໍອ່ອນເພັຍ ບາງຄັ້ງຍ່າງບໍ່ໄດ້ຮອດ100ແມັດກໍຫັນໃຈປາຕະງາບ
ຕະງາບ ເປັນໜ້າສົງສານເພິ່ນທີ່ສຸດ. ອ້າຍໝໍບົວສອນກໍມາຢາມເພິ່ນຕຣອດແລະເອົາທັງຢາກິນແລະຢາສັກມາສັກປົວກໍພໍແຕ່ທຸເລົາ
ໄປວັນໆເທົ່ານັ້ນ ຂ້າພະເຈົ້າຈຶ່ງຖາມອ້າຍບົວສອນວ່າເພິ່ນມີໂຣຄຫຍັງກັນແທ້? ອ້າຍບົວສອນບອກວ່າເພິ່ນອາຈະມີໂຣຄຫົວໃຈແຕ່ຍັງບໍ່
ທັນຢູ່ໃນຂັ້ນຮ້າຍແຮງຫລືກັນດານເທື່ອ ແຕ່ບໍ່ໃຫ້ປັກໃຈແນ່ເທື່ອ, ແລະຫ້າມບໍ່ໃຫ້ບອກເພິ່ນແລະລູກເມັຍຂອງເພິ່ນຮູ້ເທື່ອຈົນກ່ວາຈະ
ຮູ້ແນ່ວ່າເພິ່ນມີໂຣຄຫຍັງກັນແທ້? ຂ້າພະເຈົ້າໄດ້ປຶກສາກັບທ່ານໝໍຄົນນຶ່ງທີ່ຂ້າພະເຈົ້າຮູ້ຈັກທີ່ເປັນໝູ່ຮັກສ່ຽວແພງຂອງຂ້າຍຂ້າພະເຈົ້າ
ຜູ້ທີ່ເອົາຍົນບິນຂ້າມຂອງໄປລົງອຸດອນໃນປີ 76 ນັ້ນ ກ່ຽວກັບອາການຂອງເພິ່ນ. ທ່ານໝໍຄົນນີ້ແມ່ນທ່ານໝໍສົມອົກ ກິ່ງສະດາ ເປັນ
ທ່ານໝໍທີ່ຈົບມາແຕ່ຝຣັ່ງ ປະຈຳການຢູ່ໂຮງໝໍມະໂຫສົດທັງເປັນຜູ້ລອງຜູ້ອຳນວຍການສະຖາບັນແພທສາດສີສວ່າງວົງໃນສມັຍນັ້ນ,
ທ່ານໝໍສົມອົກບອກໃຫ້ພາວ່າທີ່ພໍ່ເຖົ້າໄປພົບເພິ່ນມີ່ໂຮງໝໍມະໂຫສົດເພື່ອຕຣວດຮ່າງກາຍແລະເອົາເລືອດໄປຕຣວດ. ຫລັງຈາກນັ້ນມາ
ອາທິດນຶ່ງຜົນຕຣວດກໍອອກມາ, ທ່ານໝໍສົມອົກບອກວ່າເປັນໂຣຄຫົວໃຈກຳລັງເຣີ່ມບໍ່ເຖິງຂັ້ນຈະຣະບາດເທື່ອແລະເພິ່ນຍັງບອກອີກວ່າ
ມີແຕ່ໃຊ້ຢາຊ່ວຍບັນເທົາລົດຄວາມດັນແລະລະລາຍເລືອດບໍ່ໃຫ້ເລືອດຂຸ້ນເກິນໄປເພາະຈະເປັນເຫດໃຫ້ເລືອດທີ່ແລ່ນເຂົ້າລ້ຽງຫົວໃຈຈະກະ
ຕຸດຫລືຕັນເພາະເສັ້ນເລືອດສອງເສັ້ນທີ່ຜ່ານຫົວໃຈທາງໜ້າແລະທາງຫລັງມັນກຳລັງຈະຕີບລົງ. ຫ້າມຜູ້ປ່ວຍສູບຢາແລະກຶ່ມເຫລົ້າ ບໍ່ໃຫ້
ກິນເຄັມແລະອາຫານທີ່ມີໄຂມັນ ອອກກຳລັງການແລະຍ່າງມື້ລະ 15 ຫາ20 ນາທີຢ່າງຕ່ຳ. ສອງດັອກເຕີ ໃຫ້ຜົນສັນນິຖານອອກມາຄືກັນ
ແລະສອງດັອກເຕີຍັງເວົ້າແບບດຽວກັນວ່າ ນັກວິທະຍາສາສສະຖາບັນສຸຂະພາບໂລກກຳລັງຄົ້ນຄ້ວາຫາວິທີປິ່ນປົວແລະຜລິດຢາອອກມາ
ປິ່ນປົວໂຣຄຫົວໃຈວາຍຊະນິດນີ້ຢູ່ ແຄ່ບໍ່ຮູ້ວ່າການຄົ້ນຄ້ວາຈະປະສົບກັບຜົນສຳເຣັດເມື່ອໃດ? 10 ປີ? 20ປີ? ຫລື30 ປີ ທາງໜ້າຍັງບໍ່ມີ
ໃຜໃຫ້ຄຳຕອບໄດ້. (ອັນນີ້ແມ່ນຂໍ້ວິໄຈກັນໃນຍຸກ 80 ພຸ້ນ).
ໃນທີ່ສຸດ,ວ່າທີ່ພໍ່ເຖົ້າກໍບືນກັບຄືນເມືອງຊຳຈົນໄດ້ທັ່ງໆທີ່ບໍ່ມີໃຜເຫັນດີເຫັນພ້ອມນຳ ມີແຕ່ຜົວເມັຍເພິ່ນທີ່ກັບເມືອ ສ່ວນລີສາວແລະລູກ
ຊາຍເພິ່ນນັ້ນເພິ່ນຝາກໃຫ້ເປັນພາຣະຂອງຂ້າພະເຈົ້າເປັນຜູ້ປົກຄອງແລະດູແລ. ກ່ອນເພິ່ນຈະເດີນທາງກັບຊຳເໜືອ ທັງສອງທ່ານເພິ່ນ
ຢາກໃຫ້ຂ້າພະເຈົ້າແລະນ້ອຍແຕ່ງງານກັນໃຫ້ຖືກຕ້ອງຕາມກົດໝາຍແລະປະເພນີ, ພວກຂ້າພະເຈົ້າທັງສອງຈຶ່ງພາກັນປະກອບໃບຄຳ
ຮ້ອງຂໍແຕ່ງງານເພື່ອຍື່ນຂໍອະນຸຍາດຈາກອຳນາດການປົກຄອງພື້ນຖານແຕ່ລະຂັ້ນ ແລະກໍມາຮູ້ວ່າ ນ້ອຍ ມີອາຍຸ ເຕັມ 18 ປີເປະເລີຍ
ເມື່ອມາເປັນວັນເດືອນປີເກີດຂອງນ້ອຍ(ວັນທີ 4 ເດືອນມີນາ 1962). ວັນແຕ່ງງານຂອງ ນ້ອຍ ແລະຂ້າພະເຈົ້າໄດ້ຈັດຂຶ້ນທີ່ໂຮງແຮມ
ລ້ານຊ້າງຊຶ່ງອາສັຍທ່ານໝໍສົມອົກ ກິ່ງສະດາ ເປັນແມ່ແຮງຊ່ອຍເພາະເພິ່ນເປັນລູກບຸນທັມຂອງເຈົ້າຂອງໂຮງແຮມ. ເດືອນ ມິນາ ວັນທີ
19 ປິ 80 ເປັນວັນວິວາຂອງພວກຂ້າພະເຈົ້າທັງສອງແລະກໍເປັນງານວິວາຕິດອັນດັບໃນຮອບປີຂອງນະຄອນຫລວງວຽງຈັນ ຊຶ່ງມີແຂກ
ຮັບເຊີນເຂົ້າຮ່ວມປະມານ 600 ກ່ວາຄົນ. ມີເຈົ້າຂອງບໍຣິສັດຫ້າງຮ້ານແລະການຄ້າຕ່າງໆທີ່ເປັນຊາວຈີນແລະຫວຽດນາມໄດ້ເຂັ້າຮ່ວມ
ຢ່າງມາກໜ້າຫລາຍຕາ (ແຂກຮັບເຊີນເຫຼົ່ານີ້ເປັນແຂກຝ່າຍເຈົ້າບ່າວ) ສ່ວນແຂກຮັບເຊີນຂອງຝ່າຍເຈົ້າສາວກໍໜາແໜ້ນເໝືອນກັນ
ແຕ່ສ່ວນຫລາຍກໍເປັນແຂກມາແຕ່ກະຊວງຄຕາງໆ. ແລະວົງດົນຕຣີທີ່ໄປໃຫຄວາມມ່ວນຊື່ນໃນງານນັ້ນກໍແມ່ນວົງກົນຕຣີກະຊວງອຸດ
ສາຫະກຳການຄ້າທີ່ຄົນຮູ້ຈັກເປັນສ່ວນໃຫຍ່ກໍ ໄຟຟ້າລາວ ນັ້ນເອງຊຶ່ງມີ ສິດນາຍໄປອະທິບໍດີກົມໄຟຟ້າລາວເປັນຫົວໜ້າວົງ.
ກະຣຸນາດິກຕາມໃນຕອນຕໍ່ໄປ.
I knew some of the people that you wrote the names on your story like Mr. Bounnam Muong Saysetha mayor
and Sith Nai xay manager of Fi-Fa Lao band. This band was very popular during 1976 to 83 and I knew some
of the band members like Sith Nai Xay's brother name Gay and he's lead guittar, Mr Souk from Ban Nong bon
was drummer, Mr Eath was Bass player and he's also from Nong Bon. This band had couple female singers, they
was so beautiful and very good talent of singing.
ສິດນາຍໄຊ ເປັນມືຂວາຂອງຄຳຫລ້າໜໍ່ແກ້ວໃນສມັຍວົງດົນຕຣີໜຸ່ມສັງຄົມຍັງຮວມຕົວກ່ອນປິ 75 ພາຍຫລັງນັ້ນມາ ສິດນາຍໄຊ ກໍສັງ
ຢູ່ວົງດົນຕຣີ ໄຟຟ້າ ລາວຫລັງຈາກ ທີ່ 2 ທັນວາ 75 ເປັນຕົ້ນມາ ຊື່ງອ້າຍໄຊ ອະທິບໍດີ ກົມໄຟຟ້າລາວເປັນຫົວໜ້າວົງທັງເປັນມືແຊັກໂຊ
ໂຟນ ແລະ ອອກແກນ, ນາຍໄກ ນ້ອງຂອງສິດນາຍໄຊ ມືໂຊໂລກິດຕາ ນາຍສຸກ ມືກອງ ແລະນາຍອິດ ມືເບສ. ແຕ່ວົງດົນຕຣີໄຟຟ້າລາວ
ໄດ້ຂາດຫົວໜ້າວົງກໍຄືສິນາຍໄຊໃນປີ 83 ເພາະສິດນາຍໄຊໄດ້ພາຄອບຄົວໜີອອກຈາກເມືອງລາວໃນປີນັ້ນເອງ ດ້ວຍເຫດຜົນອັນໃດນັ້ນ
ທຸກຄົນກໍຮູ້ດີ ເພາະສິດນາຍໄຊເປັນອະດີດນັກສຶກສາສະຖາບັນກົດໝາຍແລະກໍຍັງເປັນລູກຂອງນາຍທະຫານຊັ້ນຜີ້ໃຫຍ່ທ່ານນື່ງຂອງຣາຊ
ອາຈັກລາວທີ່ຖືກໄປສັມະນາຢູ່ເມືອງວຽງໄຊ.
ງານວິວາຂອງຣະຫວ່າງນ້ອຍແລະຂ້າພະເຈົ້າໄດ້ລຸລ່ວງໄປໂດຍດີ,ພໍ່ເຖົ້າແມ່ເຖົ້າກໍກັບຄືນຊຳເໜືອສອງອາທິດຕໍ່ມາຫລັງຈາກແລ້ວງານດອງ
ຂອງພວກຂ້າພະເຈົ້າ. ນ້ອຍແລະນ້ອງຊາຍກໍຍ້າຍເຂົ້າມາຢູ່ກັບຂ້າພະເຈົ້າ, ນ້ອຍຍັງສືບຕໍ່ຮຽນຢູ່ແລະຕຣຽມເສັງເອົປະກາສະນິຍະບັດມໍຕົ້ນ
ທ້າຍສົກສຶກສາປິ 80 ນີ້ ແລະຫລັງຈາກນັ້ນກໍຈະຕຣຽມເສັງເຂົ້າແພທສາດຕາມທີ່ແຜນການໄດ້ວາງໄວ້. ນ້ອຍເປັນຄົນຂຍັນຕໍ່ການສຶກສາ
ແລະມີຄວາມອົດທົນສູ້ຊົນກັບບັນຫາຕ່າງໆ, ແນ່ນອນທີ່ສຸດນ້ອຍຕ້ອງມີຄວາມທຸກໃຈທີ່ພໍ່ແມ່ແລະລູກໆຢູ່ໄກກັນຄົນລະຫົນລະແຫ່ງ, ແຕ່
ນ້ອຍບໍ່ເຄີຍສແດງປະຄິກິຣິຍາຂອງນ້ອຍອອກມາໃຫ້ເຫັນແມ້ແຕ່ຕັ້ງດຽວ.
ຜົນການສອບເສັງເອົາປະກາສະນິຍະບັດ ມໍຕົ້ນວິທະຍາລັຍວຽງຈັນຂອງສັສົກສຶກສາປີ 80 ກໍອອກມາແລ້ວ, ຂ້າພະເຈົ້າຈື່ງພາພັລະຍາຄົນ
ໄປຈອບເບິ່ງວ່າຈະມີຊື່ນຳເຂົາຫລືບໍ່? ແຈ່ຂ້າພະເຈົ້າເຊື່ອແນ່ວ່ານ້ອຍຕ້ອງຜ່ານແນ່ນອນຕັ້ວແຕ່ຫລັງຈາກວັນສອບເສັງພຸ້ນ. ນອ້ຍຢາກ
ເຣີ່ມຊອກເບິ່ງຊື່ດ້ວຍເຣີ່ມຕົ້ນຈາກໃບສຸດທ້າຍທາງຂວາມືຂຶ້ນໄປຫາໃບທີ່ນຶ່ງທາງຂວາມື ຈຶ່ງພາກັນເຣີ່ມຊອກຫາຊື່ຈາກໃບຢູ່ຂວາມືສຸດໄປ,
ຜ່ານໄປກາຍຂ້ອນເຄິ່ງຂອງເຈັ້ຍທີ່ຕິດຢູ່ກະດານນັ້ນແລ້ວຍັງເຫັນຊື່ຂອງນ້ອຍເລີຍ, ສືບອ່ານຕໍ່ໄປຈົນເຖິງຈົບຢູ່ໃບທີ່ສາມກໍຈັງບໍ່ທັນເຫັນຊື່
ຂອງນ້ອຍ. ຍັງເຫຼືອສອງໃບຄືໃບທີສອງກັບໃບທີນຶ່ງ, ນ້ອຍຢາກຖອນໃຈຖອຍແລ້ວ ເພາະນ້ອຍເວົ້າວ່າ: ອ້າຍ...ບໍ່ມີຊື່ນ້ອຍດອກຢູສອງໃບ
ນັ້ນ ເພາະຜູ້ທີ່ມີຊື່ຢູ່ສອງໃບນັ້ນແມ່ນພວກທີ່ມີຄະແນນສູງທັງນັ້ນ ຖ້າບໍ່ເຫັນຊື່ນ້ອຍຢູ່ມວນໃບມີ່ພວກເຮົາຊອກຫາຜ່ານມານັ້ນກໍແປວ່າ
ນ້ອຍບໍ່ຜ່ານ. ຂ້າພະເຈົາເອົາຕາແນມໄປທີ່ເຈັ້ຍສອງໃບນັ້ນໃນຣະຍະເວລາທີ່ນ້ອຍເວົ້າຢູ່ນັ້ນກໍເລີຍປະກົດຫວາບແຫວບເຫັນຊື່ຂອງນ້ອຍ
ຈຶ່ງຮີບຟ້າວບອກນ້ອຍວ່າ: ໃຫ້ນ້ອຍກວດເບີ່ງໃບທີ່ສອງເດີ້ ອ້າຍຈະກວດເບິ່ໃບທີ່ນຶ່ງ ໄດ້ມາແລ້ວກວດເບິ່ງໝົດທຸກໃບນີ້ລະ ຜ່ານຫລືບໍ່
ຜ່ານກໍໃຫ້ມັນຮູ້. ຂ້າພະເຈົ້າຟ້າວແນມໄປເບິ່ງໝ້ອງທີ່ປະກົດເປັນຊື່ຂອງນ້ອຍແລະແລ້ວເປັນຊື່ແລະນາມສກຸນຂອງນ້ອຍຢູ່ອັນກັບຜູ້ທີ່ 4
ຂອງໃບທີ່ນຶ່ງ. ເມື່ອເຫັນເປັນອັນທີ່ແນ່ນອນແລ້ວກໍເຮັດເສີຍຢູ່, ບໍ່ພໍເທົ່າໃດວິນາທີນ້ອຍກໍຖອນຫາຍໃຈອອກແບບບໍ່ພໍໃຈແລະເວົ້າວ່າ:
ໄປກັບອ້າຍ, ປີນີ້ບໍ່ຜ່ານປີໜ້າຍັງມີ ນ້ອຍບໍ່ທໍ້ຖອຍດອກ ນ້ອຍຂໍໂທດທີ່ນ້ອຍບໍ່ສາມາດເຮັດໃຫ້ອ້າຍບໍ່ມີຄວາມພາກພູມໃຈໃນການຮຽນ
ຂອງນ້ອຍ. ຂ້າພະເຈົາຈຶ່ງບອກນ້ອຍວ່າ: ອ້າຍພູມໃຈໃນຕົວນ້ອຍທຸກຢ່າງ ໂດຍສະເພາະການຮຽນຂອງນ້ອຍ ອ້າຍມີຄວາມພາກພູມໃຈ
ທີ່ສຸດເພາະນ້ອຍໄດ້ນຳເອົາໄຊຊະນະຂັ້ນນຶ່ງມາໃຫ້ ອໍ້ກັບເອັມ ນ້ອຍແລ້ວ,ແທນທີ່ອ້າຍນີ້ເປັນຝ່າຍຂໍໂທດນ້ອຍເພາະອ້າຍເຫັນຊື່ນ້ອຍກ່ອນ
ແລ້ວແຕ່ອ້າຍບໍ່ໄດ້ບອກໃຫ້ນ້ອຍຊາບ. ຢູ່ໃສຊື່ນ້ອຍ? ຢ່າຫລອກນ້ອຍເດີ້ ນ້ອຍຄຽດອິຫລີໄດ...ນ້ອຍຖາມຄືນ. ເບິ່ງໃບທີ່ນຶ່ງພຸ້ນແຕ່ປ່ຽນ
ທິດທາງໃໝ່ ໃຫ້ເຣີ່ມຕົ້ນແຕ່ເທິງລົງລຸ່ມ ຢ່າເຮັດແບບທີ່ຜ່ານມາທີ່ເອົາແຕ່ລຸ່ມຂຶ້ນເທິງນັ້ນ ຈັກໜ່ອຍຈີ່ຈ້ຽມໄປຂີ້ໃສ່ແລ້ວຈະຊອກບໍ່ເຫັນ.
ພໍແຕ່ນ້ອຍໄປເຫັນຊື່ຂອງເພິ່ນກໍໂດດມາຫາພ້ອມກັບເອົາກຳປັ້ນຕີລົງທີ່ເອິກຂອງຂ້າພະເຈົ້າແບບເຊີງຢອກເບົາໆແລະເວົ້າວ່າ: ຈັ່ງແມ່ນ
ເນາະ ເຫັນແລ້ວບໍ່ຍອມບອກອີກ ນ້ອຍສິຄຽດຈັກປີນຶ່ງຈະວ່າຈັ່ງໃດ? ພໍແຕ່ກັບມາເຖິງບ້ານນ້ອງຊາຍຜູ້ນັ່ງຖ້າຢາກໄດ້ຂ່າວຂອງເອື້ອຍກໍ
ຖາມໂລດວ່າມີຊື່ບໍ່? ເພິ່ນຜູ້ເອື້ອຍກໍບໍ່ຕອບວ່າແນວໃດ ມີແຕ່ເວົ້າພາສາສຽງໃນຟິມໃສ່ກັນວ່າ: ຈາ...(ນ້ອງຊາຍຊື່ ຈາລຶກ ທັມະວົງ) ໄປ
ເອົາເຈັ້ຍກັບປາກກາມາເຫີ້ເອີ້ຍ ຈະຂຽນໜັງສືຫາ ອໍ້ກັບເອັມ ເອີ້ຍເສັງເອົາເບີປະກາດເຫີ້ເສົ່າສຳເລັດເລ້ວ. ນ້ອຍຂຽນຈົດໝາຍຫາພໍ່ແມ່
ແລະກໍຟ້າວໄປສົ່ງດ່ວນທີ່ໄປສະນີໃນວັນຕໍ່ມາ.
ສິ່ງບໍ່ຄາດຟັນກໍປະກົດຂຶ້ນເມື່ອນ້ອຍບອກວ່ານ້ອຍກຳລັງມີນ້ອງໄດ້ສອງເດືອນແລ້ວ ຂ້າພະເຈົ້າເລີຍຄັດສິນໃຈໃຫ້ນ້ອຍຢຸດເຣື່ອງການຮຽນ
ໄວ້ຊົ່ວຄາວ ເພາະຜູ້ຍິງຖືຄັນລູກຫົວສາວສ່ວນມາກມັກຈະແພ້ທ້ອງ ທາງນ້ອຍກໍຕົກລົງ. ແທນທີ່ຂ້າພະເຈົ້າຈະຕ້ອງດີໃຈເໝືອນກັບພໍ່ທຸກ
ຄົນທີ່ຮູ້ຈັກວ່າຕົນກຳລັງຈະເປັນພໍ່ຄົນ ແຕ່ຕົນເອງມີຄວາມເສັຍໃຈທີ່ທຳລາຍອານາຄົດແລະການສຶກສາຂອງນ້ອຍ. ອາຍຸນ້ອຍຍັງບໍ່ເຖິງ
19 ກໍມາຕັ້ງຄັນແລ້ວ ດີແຕ່ນ້ອຍມີຄວາມດີໃຈທີ່ສຸດທີ່ກຳລັງຈະເປັນແມ່ຄົນ ແລະນ້ອຍກໍບອກກັບຂ້າພະເຈົ້າທຸກເວລາວ່າບໍ່ໃຫ້ຮ່ວງນຳ
ການຮຽນຂອງນ້ອຍ ເຣື່ອງການຮຽນນີ້ບໍ່ຫລ້າບໍ່ສວາຍດອກນ້ອຍກັບໄປຮຽນຍາມງດກໍໄດ້ວ່າແຕ່ວ່າຈະດຸຫລືບໍ່? ເດືອນຕໍ່ມາກໍໄດ້ຮັບຈົດ
ໝາຍຂອງພໍ່ແມ່ຢູ່ທາງເມືອງຊຳ ເພິ່ນດີໃຈທີ່ສຸດທີ່ໄດ້ຂ່າວວ່າຈະເປັນໂອ້ງເປັນເອົ້າ( ພໍ່ຕູ້ແມ່ຕູ້)ຄົນແລ້ວ ຈະເປັນຍິງເປັນຊາຍເພິ່ນກໍດີໃຈ
ຊ່ຳກັນ ແລະຍັງແຖມອີກວ່າມູນມັງສັງຂະຫຍາທີ່ມີຈະມອບໃຫ້ຫລານຄົນນີ້ໝົດ.....ພໍແຕ່ລູກຊາຍເພິ່ນອ່ານຈົດໝາຍກໍໂວຍຂຶ້ນ: ອໍ້ ກັບ
ເອັມຮັກຫລານບໍ່ຕໍ່ກັນ, ທາງເອື້ອຍກໍດອດຄືນ: ຢູ່ກະເຫຼີຫລານອີກຜູ້ນຶ່ງ? ຢ່າເຈີນ້ອຍຫລາຍ ເຫີ້ລາວມີຫລານອອກມາເຫີ້ເສົ່າສາກ່ອນ.
ຂ້າພະເຈົ້າດີໃຈທີ່ສອງນ້ອງເອື້ອຍນີ້ເຂົາຮັກກັນ ເຫັນຂະເຈົ້າທັງສອງມາເກືອບ 4 ປີ ບໍ່ເຄີຍເຫັນຜິດຖຽງກັນແບບຮ້າຍແຮງຈັກເທື່ອ.
ຍັງມີຕໍ່ ພົບກັນອີກໃນຕອນຕໍ່ໄປ
ນ້ອງ ຈາລຶກ ໄດ້ເດີນທາງເມືອຢາມພໍ່ແມ່ທີ່ຊຳເໜືອໃນຊ່ວງເວລາໂຮງຮຽນປິດຮ້ອນແລະວາງແຜນຈະຢູ່ທີ່ຊຳເໜືອຈົນກ່ວາໃກ້ເວລາໂຮງ
ຮຽນເປີດຈຶ່ງຈະກັບມາ. ການເດີນທາງໃນສມັຍນັ້ນບໍ່ໄດ້ສດວກເໝືອນກັບສມັຍນີ້, ສມັຍນັ້ນບໍ່ມີຍົນໂດຍສານທີ່ຈະບໍຣິການມີແຕ່ອາໄສ
ຕິດຕໍ່ຂໍຂຶ້ນເຄື່ອງບິນຂົນສົ່ງລຳລຽງຂອງກອງທັບອາກາດທີ່ໄປສົ່ງທະຫານຫລຶເຄ່ືອງອຸປະໂພກບໍຣິໂພກທີ່ຊຳເໜືອແຕ່ບໍ່ໄດ້ມີທຸກມື້ທຸກວັນ
ອາທິດລະຖ້ຽວຫລືສອງເທົ່ນັ້ນ. ອີກສອງປີ ຈາລຶກ ກໍຈະຢູ່ປີສຸດທ້າຍແລ້ວ ແລະຜູ້ກ່ຽວຕັ້ງເປົ້າໝາຍຈະຮຽນພາສີ, ການຮຽນຂອງ ຈາລຶກ
ກໍຢູ່ໃນຂັ້ນດີຫລາຍ ສລາດ ຫົວໄວມີໃຈສູ້ແລະຂຍັນໝັ່ນພຽນທີ່ສຸດ. ສ່ວນອາການປ່ວຍຂອງພໍ່ເຖົ້າກໍວ່າໄຄຂຶ້ນມາຫຼາຍເຕີບເພາະເພິ່ນປົວ
ດ້ວຍຢາພື້ນເມືອງຈີນປະສົມກັບຢາຫລວງ, ຍ່າງກໍຫັນກ່ອນຕອນຢູ່ວຽງກິນໄດ້ຫລາຍກ່ວາເກົ່າແລະກໍນອນບໍ່ມີບັນຫາຄືຕອນຢູ່ວຽງ, ແຕ່
ລະມື້ແມ່ນຢູ່ຫ້ວຍຢູ່ຮ່ອງຫາປູຫາປາພຸ້ນ ແມ່ຫ້າມເທົ່າໃດກໍບໍຟັງ. ເມື່ອໄດ້ຂ່າວວ່າສຸຂະພາບເພິ່ນດີຂຶ້ນແດ່ແລ້ວກໍດີໃຈນຳເພິ່ນ, ລູກສາວ
ກໍມີແຕ່ຂຽນຈົດໝາຍກຳສັບໃຫ້ແມ່ຢູ່ໃກ້ສິດກັບພໍ່ທຸກເວລາຢ່າປ່ອຍໃຫ້ເພິ່ນທຽວເຂົ້າປ່າລົງຫ້ວຍດຸຫລາຍ.
ມີຊາຍສະກັນ 2 ຄົນທີ່ບໍ່ເຄີຍເຫັນໜ້າແລະຮູ້ຈັກກັນມາກ່ອນໄດ້ມາເຄາະປະຕູເພື່ອຈະຂໍເຂົ້າພົບກັບຂ້າພະເຈົ້າໃນເຮືອນ, ເມື່ອເຂົາເຫັນ
ອາການຫລັ່ງເລໃຈຂອງຂ້າພະເຈົ້າທີ່ສະແດງອອກໃຫ້ເຫັນ ຊາຍຄົນນຶ່ງຈຶ່ງຈົກເອົາຮູບຖ່າຍອ້າຍຂອງຂ້າພະເຈົ້າທີ່ຢູ່ອາເມຣິກາອອກມາໃຫ້
ເບິ່ງແລະບອກວ່າ: ອ້າຍເຈົ້າຄົນນີ້ໃຫ້ພວກຂ້ອຍເອົາຂ່າວມາໃຫ້ເຈົ້າ ຂໍເຂົ້າໄປໃນເຮືອນໄດ້ບໍ່ ເພາະຄົງຈະບໍ່ເໝາະສົມທີ່ຈະເວົ້າກັນຢູ່ໝ້ອງ
ນີ້. ຂ້າພະເຈົ້າຍັງບໍ່ແນ່ໃຈວ່າເປັນຄວາມຈິງຫລືບໍ່? ຄິດຢ້ານວ່າທາງອຳນາດການປົກຄອງສົ່ງເຈົ້າໜ້າທີ່ຕຳຣວດຫລືນັກສືບລົງມາສືບເອົາ
ເຣື່ອງເອົາຣາວກະຜ່ອງນັ້ນ ມີແຕ່ຮູບໃບດຽວກໍຍັງບໍ່ແນ່ວ່າອ້າຍເພິ່ນສົ່ງພວກຮະເຈົ້າມາອິຫລີ ຈຶ່ງໄດ້ຖາມຂະເຈົ້າວ່າມີຫຍັງອີກບໍ່ທີ່ພໍຈະ
ເປັນຫລັກຖານເຜີ້ມເຕີມໃຫ້ເຊື່ອວ່າພວກຂະເຈົ້າບໍ່ແມ່ນເຈົ້າໜ້າທີ່ຕຳຣວດຫລືນັກສືບທີ່ຂັ້ນເທິງສົ່ງລົງມາ. ຮູບຖ່າຍອີກໃບນຶ່ງທີ່ຂະເຈົ້າ
ຈົກອອກມາໃຫ້ເບິ່ງເປັນພາບຖຸ່າຍຂອງເອື້ອຍນາງຢູ່ມຸກດາຫານ ຊຶ່ງເປັນເອື້ອຍຮັກຂອງອ້າຍຂ້າພະເຈົ້າ ແລະຂ້າພະເຈົ້າກໍຮູ້ເລົາດີເພາະ
ເຄີຍໄປຫລີ້ນຫລືໄປຢາມບ້ານເລົາຢູ່ມຸກດາຫານປະເທດໄທສອງສາມເທື່ອແຕ່ສມັຍກ່ອນປົດປ່ອຍເມືອງລາວພຸ້ນ. ຖາມຂະເຈົ້າອີກວ່າມີ
ໜັງສືຫລືຈົດໝາຍທີ່ເປັນລາຍມືຂອງອ້າຍຕົນເອງບໍ່? ຂະເຈົ້າວ່າມີແຕ່ບໍ່ຖືຕິດໂຕມານຳ ເພາະຢ້ານຖືກເຈົ້າໜ້າທີ່ກວດເຫັນແລ້ວຈະມີ
ບັນຫາ ຮູບສອງໃບນັ້ນກໍມີແຕ່ຮູບບໍ່ມີຂໍ້ຄວາມຂຽນຢູ່ທາງຫລັງແມ້ແຕ່ຄຳດຽວ, ເມື່ອເວົ້າຕົກແຕກກັນແລ້ວຂ້າພະເຈົ້າກໍພາຂະເຈົ້າເຂົ້າ
ໃນເຮືອນ. ນ້ອຍກໍເອົານ້ຳມາໃຫ້ສອງຊາຍນັ້ນແລ້ວກໍເຂົ້າໄປໃນຫ້ອງນອນ ແລະນ້ອຍກໍຍັງບໍ່ຮູ້ວ່າສອງຄົນນີ້ມາເຮັດຫຍັງ ຄົງຄິດວ່າເປັນ
ໝູ່ມາແຫວ່ມາຢາມ. ສອງຄົນນັ້ນຈຶ່ງບອກວ່າ: ອ້າຍຜູ້ຢູ່ອາເມຣິກາຄິດຕໍ່ຄົນຊື່ນາງຢູ່ມຸກດາຫານໃຫ້ມາຫາຄົນມາພາເຈົ້າຂ້ວາມໄປໄທ
ອ້າຍເຈົ້າບໍ່ຢາກໃຫ້ເຈົ້າຢູ່ລາວເພາະວັນນຶ່ງອັນຕຣາຍຈະມາເຖິງ ພວກເຂົາບໍ່ປ່ອຍລູກຫລານຜູ້ທີ່ເປັນສັຕຣູຂອງເຂົາໄວ້ເດັດຂາດ ເຂົາບໍ່
ວັນນີ້ເຂົາກໍຈະເຮັດໃນວັນໜ້າ. ໝູ່ຂ້ອຍຮັບປະກັນເຣື່ອງຄວາມປອດພັຍ ຖ້າເຈົ້າບໍ່ໄປເຖິງໄທດ້ວຍຄວາມປອດພັຍໝູ່ຂ້ອຍກໍຈະບໍ່ໄດ້ຄ່າ
ຈ້າງ ແລະໝູ່ຂ້ອຍທຽວເອົາຄົນຂ້ວາມຟາກມານີ້ເປັນຮ້ອຍຄອບຄົວແລ້ວແລະກໍປອດພັຍໝົດ. ຂ້າພະເຈົ້າຍັງໃຫ້ຄຳຕອບບໍ່ທັນໄດ້ແລະ
ຂະເຈົ້າກໍບໍ່ວ່າຫຍັງແລະບອກວ່າຂະເຈົ້າຍັງຈະຢູ່ວຽງນີ້ອີກຈັກອາທິດຫລືສອງອາທິດ ແລ້ວຂະເຈົ້າຈະກັບມາເອົາຄຳຈອບອີກເທື່ອນຶ່ງກ່ອນ
ຈະກັນໄປໄທ. ມໍຣະສຸມບັນຫາໄດ້ເຂົ້າມາປົກຄູມຢູ່ໃນໃຈ ສິ່ງທີ່ອ້າຍເພິ່ນເປັນຮ່ວງຢ້ານຖືກທຳຮ້າຍຈາກອຳນາດການປົກຄອງນັ້ນກໍເປັນ
ໜ້າຄິດແລະເອົາມາໄຕ່ຕອງ ຕົນເອງກໍເຫັນລູກເຕົ້າຂອງນາຍທະຫານຖືກທະຫານຫລືເຈົ້າໜ້າທີ່ເອົາເຊືອກມາແປ້ສອກໄປຫລາຍຣາຍ
ແລ້ວ ບາງກໍຍັງຮຽນຢູ່ ບາງກໍເຮັດການເປັນພະນັກງານຣັຖໃຫ້ເຂົາຢູ່ຕາມແຕ່ລະກະຊວງເປັນ 4-5 ປີກໍຍັງບໍ່ຈົ່ງໜ້າບາດເຂົາຢາກກຳຈັດ
ກໍຫາຍສາບສູນໄປໂລດ. ນ້ອຍກໍກຳລັງຖືພາຈຶ່ງເອົາອານາຄົດຂອງລູກເມັຍມາສັນນິຖານເບິ່ງຖ້າຕົນເອງເປັນຫຍັງໄປລູກເມັຍຈະຢູ່ກິນກັນ
ແນວໃດ? ບັນຫາໜັກທີ່ຂວາງໜ້າຢູກໍຄືຈະບອກກັບນ້ອຍແນວໃດ? ນ້ອຍຈະໜີປະພໍ່ແມ່ໄປກັບຕົນເອງຫລືບໍ່? ເວົ້າເຣື່ອງຄວາມປອດ
ພັຍຂອງຕົນເອງນັ້ນບໍ່ໄດ້ມີແຕ່ອ້າຍຕົນເອງເທົ່ານັ້ນທີ່ຄອຍສົ່ງໃຫ້ຄຳເຕືອນ, ຮອດພໍ່ເຖົ້າແລະອ້າຍບົວສອນກໍເຕືອນມາຕຣອດໃຫ້ລະມັດ
ລະວັງກິຣິຍາໃນການປາກການຈາ ຊື່ສັດຕໍ່ວຽກງານ ບໍ່ໃຫ້ເຮັດແນວຜິດຕໍ່ນະໂຍບາຍອີກ ໃຫ້ເຮັດແລ້ວແຕ່ໄດ້ເຮັດຜ່ານມານັ້ນ ເພາະເຮົາ
ບໍ່ໄດ້ແມ່ນຄົນພື້ນຖານຂອງການປະຕິວັດ ເຂົາອາດເອົາຜິດເຮົາໄດ້ທູກວິຖີທາງ.
ຂ້າພະເຈົ້າຈຶ່ງຕັດສິນໃຈໂອ້ລົມກັບນ້ອຍ ແລະກໍຕຽມຮັບຄຳຕອບຈາກນ້ອຍເຖິງຈະອອກມາໃນແງ່ໃດກໍຍິນດີທີຈະພະເຊີນກັບມັນ ແຕ່ຂ້າ
ພະເຈົ້າໝັ້ນໃຈວ່ານ້ອຍຄົງຈະໃຊ້ເຫດຜົນທີ່ຈະຫາທາງອອກອັນເໝາະສົມເພາະນ້ອຍມັກໃຂ້ເຫດຜົນແພ້ໄຂບັນຫາມາຕຣອດ.
ນ້ອຍຈະມີເຫດຜົນອອກມາຢ່າງໃດ ກະຣຸນາຕິດຕາມໃນຕອນຕໍ່ໄປ.
Very good story. It was real happened to many sons of former high rank army or police
officers. We lost our older brother that Red Lao army and konglone came and arrested
him in middle of the night in 1979. My mom asked them what was wrong with her son?
They told her that her son is spice and working for CIA. Since then until now we have
had never heard about him ever. My family left Vientiane to Thailand in 1980 and got to
the United States in 1981. If he's still alive he would be 60 years of age by now. My dad
got killed also in the samana camp in Vieng Xay same year my older brother got arrested.
ອ້າຍຫົງຄຳ ບໍ່ໂອ ເຮັດການຢູ່ສຳນັກນາຍຍົກຕັ້ງແຕ່ຣັຖະບານເກົ່າວຽງຈັນ ຕໍ່ມາສມັຍຣັຖະບານ
ປະສົມກໍຍັງຢູ່ໃນໜ້າທີ່ການງານອັນເກົ່ານັ້ນຢູ່ສຳນັກນາຍຍົກບ່ອນເກົ່ານັ້ນ ແລະຕໍ່ມາສມັຍຫລັງ
ຈາກປົດປ່ອຍປີ 75 ລາວກໍຍັງເຮັດການໜ້າທີ່ວຽກງານອັນເກົ່າລາວນັ້ນມາຈົນຮອດປີ 80 ເຂົາກໍ
ສົ່ງຕຳຣວດມາແປ້ສອກລາວໄປຕໍ່ໜ້າຕໍ່ຕາລູກເມັຍລາວແລະຍັດຂໍ້ຫາໃສ່ລາວວ່າລາວເປັນໄສ້ປະຕິ
ການ ຂາຍຄວາມລັບຂອງຣັຖະບານໃຫ້ຈັກະພັດອາເມຣິກາ.ທີ່ຈິງແລ້ວອ້າຍຫົງຄຳອ່ານແລະຂຽນພາ
ສາລາວບໍ່ເປັນ ແລະໜ້າທີ່ວຽກງານຂອງລາວຢູ່ທີ່ສຳນັກນາຍົກນັ້ນກໍເປັນຄົນທຳຄວາມສອາດ ຜິດ
ແຕ່ວ່າລາວເປັນຍາດພີ່ນ້ອງທາງເມັຍຫລານຊາຍຂອງພະຍາຜູຍຊະນະນິກອນ.ກ່ວາຈະໄດ້ອອກຈາກ
ຄຸກທາດດຳ ກໍໃຊ້ເວລາເຖິງປີປາຍ ເພາະສືບສວນບໍ່ເຂົ້າບໍ່ອອກ ທາງສຳນັກນາຍຍົກກໍບໍ່ຮູ້ເຣື່ອງຮູ້
ຣາວຫຍັງໝົດວ່າລາວຖືກຈັບໃນຂໍ້ຫາໃດ? ເມັຍລາວເຂົ້າໄປຂໍຄວາມຊ່ວຍເຫຼືອນຳເຈົ້ານຳນາຍຢູ່ທີ່ສຳ
ນັກນາຍົກລາວຈອ່ງຳດ້ອອກຄຸກມາ. ທາງເຈົ້າໜ້າທີ່ຕຳຣວດນະຄອນບານສືບຮູ້ວ່າມີຄົນຜູ້ອິດສາ
ໄປຟ້ອງກອງຫລອນບໍ່ໂອ ແລ້ວກອງຫລອນກໍໄປໄປແຈ້ງຕຳຣວດ ຕຳຣວດບໍ່ສືບໜ້າສືບຫລັງກໍລົງ
ໄປແປ້ສອກເອົາໄປໂລດ. ພໍແຕ່ອອກຄຸກມາບໍ່ພໍເດືອນກໍເຖິງສູນໜອງຄາຍພ້ອມທັງລູກມັງເມັຍ.
ແມ່ນແລ້ວ ຖ້າລໍ ຮອດເທ່ືອທີ່ສອງ ເຂົາມາເອົາ ແມ່ນ ຈະບໍ່ໄດ້ຢູ່ຄຸກທາຕດຳອີກ ເພາະວາ່ຈະໄດ້ ໄປຢູ່ຄຸກດິນ ແລ້ວເທ່ືອນີ້.
ເຈົ້າຮູ້ບໍ່ ພວກກອງຫລອນ ແມ່ນແຕ່ເດັກນ້ອຍ ເກເລ ອັທພານ ທັງນັ້ນ ໄທບ້ານຂອ້ຍ ມີອຳນາດຫລາຍ ຈົນ ຮັ່ງມີ
ແຕ່ວ່າບາບ ນີ້ ມັນເຫັນທັນຕາ ລາວ ຂ້າຄົນຫລາຍໂພດ ດຽວນີ້ແມ່ນລໍ ມື້ຕາຍຢູ່ ມີເງິນມີຄຳຫລາຍ ໄປ ປົວໂຕ ທີ່ໄທຍ
ກະຍັງບໍ່ມົ້ມ ຍົມມະລາດ.
Anonymous wrote:ແມ່ນແລ້ວ ຖ້າລໍ ຮອດເທ່ືອທີ່ສອງ ເຂົາມາເອົາ ແມ່ນ ຈະບໍ່ໄດ້ຢູ່ຄຸກທາຕດຳອີກ ເພາະວາ່ຈະໄດ້ ໄປຢູ່ຄຸກດິນ ແລ້ວເທ່ືອນີ້.ເຈົ້າຮູ້ບໍ່ ພວກກອງຫລອນ ແມ່ນແຕ່ເດັກນ້ອຍ ເກເລ ອັທພານ ທັງນັ້ນ ໄທບ້ານຂອ້ຍ ມີອຳນາດຫລາຍ ຈົນ ຮັ່ງມີແຕ່ວ່າບາບ ນີ້ ມັນເຫັນທັນຕາ ລາວ ຂ້າຄົນຫລາຍໂພດ ດຽວນີ້ແມ່ນລໍ ມື້ຕາຍຢູ່ ມີເງິນມີຄຳຫລາຍ ໄປ ປົວໂຕ ທີ່ໄທຍກະຍັງບໍ່ມົ້ມ ຍົມມະລາດ.ຍົມມະລາດ ແຂວງຄຳມ່ວນຫັ້ນບໍ່? ຕັ້ງແຕ່ເຂື່ອນນ້ຳເທີນ 2 ສ້າງສຳເລັດມານີ້ ຈະເລີນແລ້ວເດີ່
ຍົມມະລາດ ແຂວງຄຳມ່ວນຫັ້ນບໍ່? ຕັ້ງແຕ່ເຂື່ອນນ້ຳເທີນ 2 ສ້າງສຳເລັດມານີ້ ຈະເລີນແລ້ວເດີ່
ປຶກສານຳເອື້ອຍເພິ່ນກໍບໍ່ຫ້າມເພາະໃຜໆກໍເຫັນສະພາບການໂຕຈິງວ່າອຳນາດການປົກຄອງພັກ-ລັດໄດ້ກະທຳຫຍັງກັບຂ້າຣາຊະການ ທະຫານ ຕຳຣວດ
ແລະພົລະເຮືອນຂອງອະດີດພຣະຣາຊະອານາຈັກລາວ, ມີລູກຫລານ (ສ່ວນຫລາຍເປັນຜູ້ຊາຍ) ຂອງຂ້າຣາຊະການ ທະຫານ ຕຳຣວດແລະພົລະເຮືອນ
ທີ່ພໍ່ຂອງພວກເຂົາຖືກໄປສັມະນາຢູ່ເມືອງວຽງໄຊແມ່ນຖືກເປັນຜູ້ຕ້ອງຫາບໍ່ຄະດີໃດກໍຄະດີນຶ່ງ, ໜັກຫລືເບົາແມ່ນອີງຕາມຍົດຖາບັນດາສັກຂອງຜູ້ເປັນ
ພໍ່ແລະສຳຄັນທີ່ສຸດແມ່ນພໍ່ຂອງຂະເຈົ້າຖືກໄປສຳມະນາຢູໃສ? ຢູ່ໃກ້ແມ່ນໂທດເບົາຢູ່ໄກແມ່ນໂທດໜັກແລະຢູ່ໃນບັນຊີໃດ? ບັນຊີແດງຫລືດຳ? ພໍ່ຢູ່ຂັ້ນ
ໃດ ເຂົາກໍຈະຍັດໍ້ຫາໃສ່ຂັ້ນນັ້ນ ແລະການຈັບກຸມຂອງຕຳຣວດແລະກອງຫລອນບໍ່ເລືອກສະຖານທີ່ແລະເວລາ: ໃນຫ້ອງຮຽນທີ່ພວມຮຽນໜັງສືຢູ່, ຈອບ
ລັດແລະຂຸບເອົາຢູ່ໜ້າໂຮງໜັງແລະສ່ວນຫລາຍແມ່ນມາເຄາະຕູເຮືອນແລ້ວເອົາເຊືອກແປ້ສອກໄປ. ເອື້ອຍກໍແນະນຳວິທີທີ່ຈະອະທິບາຍໃຫ້ພັລະຍາເຂົ້າ
ໃຈ,ຜົນຈະອອກມາຮ້າຍຫລືດີກໍຕ້ອງໄດ້ບອກໃຫ້ຮູ້ ເຖິງວ່າໃນປະຈຸບັນນີ້ຈະບໍ່ມີເຫດການນັ້ນເກີດຂຶ້ນກໍຈິງຢູ່ແຕ່ພາຍໜ້າຫລືອານາຄົດບໍ່ມີໃຜສ່ອງເຫັນ
ວ່າສະພາບການຈະເປັນແນວໃດ?
ໃນຣະຍະໃຊ້ເວລາຕັດສິນໃຈຢູ່ນັ້ນຂ້າພະເຈົ້າກໍໄປທຳງານຕາມປົກະຕິທັມະດາ ແຕ່ມາໜັກໃຈກ່ຽວກັບເຣື່ອງທີ່ຈະບອກໃຫ້ນ້ອຍຮູ້ ເພາະຍັງບໍ່ທັນມີຂ່າວ
ຄາວວ່າຈະມີເຫດການນັ້ນເກີດຂຶ້ນ ຫລືມີພິລຸດຂອງອຳນາດການປົກຄອງມາສິ່ງຊອມແລະແນມຕີນອນມມືຫລືການເຂື່ອນໄຫວຂອງເຮົາບໍ່ວ່າຢູ່ທີ່ບ້ານ
ຫລືທີ່ທຳງານ. ພຽງແຕ່ຜູ້ເປັນອ້າຍຢາກໃຫ້ຕົນເອງເອົາຊີວິດອອກຈາກປະເທດທີ່ເພິ່ນເຊື່ອວ່າເຕັມໄປດ້ວຍອັນຕຣາຍ ແລະອັນຕຣາຍເຫຼົ່ານັ້ນຈະເຂົ້າ
ມາເຖິງຕົວຂອງຕົນເອງບໍ່ວັນໃດກໍວັນນຶ່ງແລະບໍ່ເລວກໍຊ້າ. ຕັດສິນໃຈນັ່ງໂອ້ລົມກັບນ້ອຍຢູ່ທີ່ບ້ານໃນວັນທ້າຍສັປະດາ ໄດ້ບອກໃຫ້ນ້ອຍຮູ້ທຸກຢ່າງ
ກ່ຽວກັບອ້າຍຜູ້ຢູ່ອາເມຣິກາຢາກໃຫ້ພາກັນຫລົບໜີອອກຈາກເມືອງລາວເພື່ອນຳເອົາຊີວິດໜີອອກຈາກຜືນແຜ່ນດິນທີ່ເຕັມໄປດ້ວຍຄວາມໂຫດຮ້າຍ
ຂອງອັນຕຣາຍທີ່ອະດີດປະຊາຊົນຂອງຝ່າຍຣັຖະບາລວຽງຈັນກຳລັງປະສົບຢູ່ໃນປະຈຸບັນນີ້. ເບື້ອງຕົ້ນຫລັງຈາກບອກໃຫ້ນ້ອຍຊາບທຸກຢ່າງແລ້ວ ນ້ອຍ
ມີແຕ່ນັ່ງຟັງບໍ່ປາກ ມີແຕ່ແນມເບິ່ງໜ້າດ້ວຍສີໜ້າເສົ້າໆ ແລະແລ້ວນ້ຳຕາຂອງນ້ອຍກໍໄຫລຍ້ອຍອອກມາແຕ່ບໍ່ມີສຽງຮ້ອງໄຫ້. ຂ້າພະເຈົ້າເອົາສອງ
ໂປ້ມືເຊັດນ້ຳຕາອອກຈາກສອງແກ້ມຂອງນ້ອຍ ແລະພ້ອມກັນນັ້ນ ນ້ອຍຍິ້ມກ່ອນທີ່ນ້ອຍຈະປ່ອຍວາຈາອອກມາວ່າ: ອ້າຍ..ອ້າຍຢ່າເຂົ້າໃຈວ່ານ້ອຍ
ຮ້ອງໄຫ້ເພາະນ້ອຍເສັຍໃຈ...ນ້ອຍຄິດສົງສານອ້າຍທີ່ອ້າຍຕ້ອງມາພົບກັບບັນຫານີ້ຈົນໄດ້...ນ້ອຍຮູ້ແລະຕຽມໃຈໄວ້ສເມີວ່າວັນນຶ່ງເຫດການນີ້ຈະຕ້ອງ
ມາເຖິງ...ນ້ອຍຮ້ອງໄຫ້ເພາະນ້ອຍສົງສານອ້າຍ...ນ້ອຍໄດ້ເລືອກເສັ້ນທາງເດີນຂອງຊີວິດນ້ອຍທີ່ຈະເດີນຄຽງຂ້າງກັບອ້າຍບໍ່ວ່າຈະຢູ່ໃນສະພາບໃດມາ
ແລ້ວກ່ອນນ້ອຍຈະຕັດສິນໃຈແຕ່ງງານກັນອ້າຍ...ນ້ອຍຮັກອ້າຍ....ນ້ອຍເລືອກອ້າຍ....ອ້າຍຈະຢູ່ໃສ...ອ້າຍຈະໄປໃສ...ນ້ອຍຈະຢູ່ຄຽງຂ້າງກັບອ້າຍ
ຈົນຊົ່ວຊີວິດ. ຂ້າພະເຈົ້າຖາມນ້ອຍວ່າຈະເຮັດແນວໃດກັບພໍ່ແມ່ຂອງນ້ອຍ ນ້ອຍຈະຕັດສິນໃຈປະຖີ້ມເພິ່ນໄວ້ທາງຫລັງນີ້ບໍ່ແລະບໍ່ຢ້ານເພິ່ນວ່ານ້ອຍ
ເປັນລູກເນຣະຄຸນບໍ່? ນ້ອຍບອກວ່າ ພໍ່ແມ່ເພິ່ນໄດ້ບອກໄວ້ກ່ອນເພິ່ນຈະກັບເມືອເມືອງຊຳວ່າ ຖ້າມີບັນຫາຫຍັງກໍໃຫ້ນ້ອຍເປັນຜູ້ຕັດສິນໃຈເອົາເອງ
ໂລດ ນ້ອຍຕັດສິນໃຈແນວໃດເພິ່ນກໍເຫັນດີນຳແນວນັ້ນ. ຂ້າພະເຈົ້າຖາມເນັ້ນເຂົ້າໄປອີກວ່າພໍ່ແມ່ເພິ່ນຈະເຫັນດີນຳບໍ່ທີ່ນ້ອຍຕັດສິນໃຈໜີຕາມຜົວ
ໄປຢູ່ຕ່າງແດນ ແລະບໍ່ຮູ້ວ່າຈະມີໂອກາດໄດ້ເຫັນກັນອີກບໍ່ໃນຊາດນີ້? ນ້ອຍບອກວ່າເຄີຍໂອ້ລົມເຣື່ອງນີ້ກັບເພິ່ນຄືກັນ ພໍ່ເປັນຜູ້ຍົກບັນຫານີ້ອອກມາ
ຖາມນ້ອຍເອງ ແລະນ້ອຍກໍຖາມພໍ່ແມ່ຄືນວ່າຖ້າຜົວນ້ອຍຈຳເປັນຈະໂຕນໜີໄປ, ແລ້ວນ້ອຍຕັດສິນໃຈໄປກັບຜົວນ້ອຍແລ້ວພໍ່ແມ່ຈະເຫັນດີນຳບໍ່
ໃນການຕັດສິນໃຈຂອງນ້ອຍ? ເພິ່ນກໍວ່າມີແຕ່ພະວານາບໍ່ຢາກໃຫ້ມີເຫດການແບບນີ້ເກີດຂຶ້ນ ແຕ່ຖ້າເກີດຂຶ້ນມາຈິງໆ ຖ້ານ້ອຍຕັດສິນໃຈເລືອກ
ກໍເປັນສິດຂອງນ້ອຍ ແລະພໍ່ແມ່ກໍບໍ່ມີສິດຈະຫ້າມ. ເມື່ອໄດ້ຮັບຄຳຕົກລົງຈາກນ້ອຍຂ້າພະເຈົ້າກໍຈະບອກພວກສອງຄົນນັ້ນໃນມື້ໃດທີ່ເຂົາທັງສອງກັບ
ມາພົບຕາມທີ່ໄດ້ນັດໝາຍກັນໄວ້. ນັບແຕ່ວັນນັ້ນມາກໍບໍ່ເຫັນນ້ອຍຈະມີພິລຸດທີ່ຈະປ່ຽນປະຕິກິຣິຍາແຕ່ຢ່າງໃດ, ແຕ່ຢ້ານນ້ອຍເຫງົາຈຶ່ງຫາເອື້ອຍມາ
ຢູ່ເປັນໝູ່ໃນວັນແລະເວລາໄປທຳງານ ເອື້ອຍກໍທຽວມາຢູເປັນໝູ່ ເພາະເຮືອນເອື້ອຍກັບເຮືອນຂ້າພະເຈົ້າກໍບໍ່ໄດ້ຢູ່ໄກກັນຖ້າຍ່າງກໍໃຊ້ເວລາປະມານ10
ນາທີ.
ມີປະຊຸມທີ່ຫ້ອງການເມືອງຊຶ່ງມີທຸກຫ້ອງການໆຈັດຕັ້ງຂອງເມືອງເຂົ້າມາຮ່ວມໃນກອງປະຊຸມຄັ້ງນີ້. ໃນກອງປະຊຸມໄດ້ຍົກເອົາຄຳສັ່ງຈາກຂັ້ນເທິງທີ່ສັ່ງ
ລົງມາໃຫ້ສຳຣວດຊິວະປະຫວັດຂອງພະນັກງານເຜີ້້ມເຕີມໃຫ້ມັນຈະແຈ້ງ ເພາະຢ້ານມີການແອບແຝງສມັກເຂົ້າມາເປັນພະນັກງານຂອງລູກແຫຼ້ງຕີນ
ມືຂອງຈັກະພັດ. ແຕ່ໃບຊິວະປະຫວັດທີ່ຈະມາປະກອບໃໝ່ນີ້ຈະບໍ່ເໝືອນອັນເກົ່າເພາະອັນເກົ່ານັ້ນປະກອບແລ້ວກໍແລ້ວ, ອັນໂຕໃໝ່ນີ້ຕ້ອງໃຫ້ມີຫົວ
ໜ້າຄຸ້ມເຊັນຮັບຮູ້ນຳ ຈາກນັ້ນກໍແມ່ນພໍ່ບ້ານ ແລ້ວຕາແສງ. ມີການເຜີ້ມຈາກຮ່າງໂຕເກົ່າ: ຊື່ ແລະ ອາຊີບຂອງ ພໍ່ແມ່ ແລະເຄີຍມີປະຫວັດຕ້ອງ
ໂທດຫຍັງແດ່ທີ່ຜ່ານມາ. ແລະເພິ່ນຢ່າຍໃບຊິວະປະຫວັດນັ້ນໃຫ້ທຸກຄົນຢູ່ໃນກອງປະຊູມນັ້ນໃຫ້ໄປປະກອບແລະໃຫ້ແລ້ວຢ່າງຊ້າບໍ່ໃຫ້ກາຍສອງອາທິດ
ແລະຖ້າບໍ່ມີລາຍເຊັນຂອງຫົວໜ້າການຈັດຕັ້ງຂອງພື້ນຖານແມ່ນໃຊ້ການບໍ່ໄດ້.
ເອົາແລ້ວເຣີ່ມຕົ້ນແລ້ວເຣີ່ມຕົ້ນຈະກຳຈັດຜູ້ທີ່ເປັນໜໍ່ເປັນແໜງຂອງອະດີດຂ້າຣາຊະການ ທະຫານ ຕຳຣວດ ຂອງຝ່າຍວຽງຈັນອອກຈາກການເປັນ
ພະນັກງານລັດ, ຄຳສັ່ງອັນນີ້ແມ່ນສັ່ງລົງໄປທົ່ວປະເທດແຕ່ສະເພາະເຈາະຈົງໃສ່ພະນັກງານທີ່ເປັນຄົນຣະບອບເກົ່າໂດຍກົງ. ເອົາໃບຮ່າງຊິວະປະຫວັດ
ໃຫ້ນ້ອຍເບິ່ງ ນ້ອຍກໍວ່າພໍ່ເພິ່ນຮູ້ເຣື່ອງນີ້ແຕ່ດົນແລ້ວ ກ່ອນເພິ່ນລາອອກການພຸ້ນ.
ແມ່ນແລ້ວ ຄວາມຈິງໃນໄລຍະນັ້ນກໍເປັນແບບນີ້ ຄົນຜູ້ທີ່ບໍ່ມີຄວາມຜິດຫັຍງຖືກຈັບໄປເປັນພັນໆຄົນ ຈຳຕ້ອງພັດລູກ ພັດເມັຍໄປ ດ້ວຍໄຮ້ເຫດຜົນທຸກຢ່າງ ຫຼາຍໆຄົນກໍສູນເສັຍຊີວິດໄປລ້າໆ ຈາກຝີມືຂອງຄົນຈຳນວນນື່ງ ທີ່ຢາກສ້າງຜົນງານ ຢາກເປັນຕົວເດັ່ນ ແລ້ວຊອກເລື້ອງປັ້ນແຕ່ງທີ່ບໍ່ດີໄຫ້ຄົນອື່ນ ແລະອື່ນໆ ເພາະນີ້ກໍຄືວິທີການຢູ່ລອດຂອງລະບອບ
ຜະເດັດການ ນັບແຕ່ສະໃໝການປະຕິວັດຂອງຣັດເຊຍເປັນຕົ້ນມາ ຈົນໄປທົ່ວເຖີງທຸກທົ່ວມູມໂລກທີ່ໄຊ້ລັດທິມາກ-ເລນິນນີ້ ສຸດທ້າຍກໍພັງທະລາຍ ເພາະຊະນະຄວາມດ້ອຍພັດທະນາບໍ່ໄດ້
ນ້ອຍບອກວ່າລັກໄດ້ຍິນພໍ່ລົມໃຫ້ແມ່ຟັງທີີ່ທາງຂັ້ນເທິງສັ່ງລົງມາໃຫ້ເຂັ້ມງວດກວດຊິວະປະຫວັດຂອງພະນັກງານທີ່ເປັນ
ຄົນວຽງຈັນເພາະປະຕິການໄດ້ສົ່ງນັກສືບສອບແນມເຂົ້າມາແຊກຊຶມແບບແຝງໂຕສມັກເຂົ້າທຳງານຢູ່ຕາມກະຊວງທະ
ບວງກົມຕ່າງໆເພື່ອເກັບກຳການເຄື່ອນໄຫວຂອງພັກ-ລັດ. ສັງເກດໄດ້ວ່າມີການຈັບກຸມພະນັກງານຢູ່ຕາມກະຊວງຕ່າງ
ຕ່າງພາຍໃນປີນີ້(80)ແລະທຸກຄົນກລເປັນຄົນວຽງຈັນໝົດແລະກໍຢູ່ໃນຂໍ້ຫາຄະດີການເມືອງເກືອບໝົດທຸກຄົນ. ອັນນີ້
ແລ້ວທີ່ຄຳສຸພາສິດກ່າວໄສ້ວ່າ: "ນາແລ້ວຂ້າຄວາຍເຖິກ ເສິກແລ້ວຂ້າຄົນຫານ" ເຂົາກຳລັງເຣີ່ມຕົ້ນຈະກຳຈັດພະນັກ
ງານທີ່ເປັນຄົນວຽງຈັນອອກໄປທີ່ລະຄົນທີລະຄົນເພື່ອຈະເອົາລູກຫລານຂອງພວກເຂົາທີ່ສຸບຕີຫລໍ່ຫລອມມາແຕ່ປິ 75
ຫາ 80 ນັ້ນເຂົ້າມາແທນທີ່ຂອງພະນັກງານເກົ່າທີ່ເປັນຄົນວຽງຈັນເຫຼົ່ານັ້ນ.ເມື່ອເຫັນສະພາບການທີ່ບໍ່ໄວ້ວາງໃຈແບບນີ້
ເກີດຂຶ້ນແຕ່ລະມື້ແຕ່ລະວັນເຮັດໃຫ້ພະນັກງານທີ່ເປັນຄົນວຽງຈັນເກີດມີຄວາມຢ້ານກົວຈຶ່ງພາກັນໜີຂ້ວາມຂອງໄປໄທ.
ຂ້າພະເຈົ້າບໍ່ເຄີຍບອກຄວາມຈິງກັບນ້ອຍວ່າພໍ່ແມ່ຂອງຂ້າພະເຈົ້າແມ່ນໃຜ ມີແຕ່ບອກນ້ອຍວ່າພໍ່ແມ່ເສັຍແລ້ວ ເພິ່ນ
ກໍເສັຍອີຫລີ. ຂ້າພະເຈົາຂຶ່ງຖືໂອກາດນີ້ບອກໃຫ້ນ້ອຍຮູ້ຄວາມຈິງທີ່ຂ້າພະເຈົ້າປິດບັງນ້ອຍມານັບແຕ່ເເຣກວັນທີ່ເອົາຊີ
ວິດເຂົ້າພົວພັນກັບນ້ອຍ ຫລັງຈາກສົນທະນາກັນເຣື່ອງປະກອບຊິວະປະຫວັດໃໝ່ນັ້ນ. ເມື່ອນ້ອຍຮູ້ຄວາມຈິງເຫຕການ
ທີ່ເກີດຂຶ້ນກັບພໍ່ແມ່ຂອງຂ້າພະເຈົ້າແລ້ວ ນ້ອຍກໍໂກດທີ່ສຸດແຕ່ບໍ່ແມ່ນໂກດໃຫ້ຂ້າພະເຈົ້າທີ່ອຳພາງນ້ອຍມາຕຣອດແຕ່
ນ້ອຍໂກດໃຫ້ພັກ-ລັດທີ່ບໍ່ມີມະນຸສະທັມທີ່ເຮັດກັບຄົນທີ່ບໍ່ມີທາງສູ້. ນ້ອຍເປັນລູກສາວນັກປະຕິວັດຄົນນຶ່ງແຕ່ນ້ອຍຍັງ
ກ່າວປະນາມການກະທຳຂອງອຳນາດການປົກຄອງລັດທີ່ເອົາປຽບເອົາລັດປະຊາຊົນຄົນທັມະດາ, ນ້ອຍເວົ້າວ່າຖ້າພໍ່ແມ່
ຂອງຂ້າພະເຈົ້າເປັນນາຍພົນທີ່ມອຳນາດຂັ້ນເດັດຂາດສັ່ງໃຫ້ຍົນໄປຖີ້ມຣະເບີດຈູດເລົ້າເຜົາບ້ານປະຊາຊົນຢູ່ເຂດປົດປ່ອຍ
ກໍຍັງເປັນສະຖານນຶ່ງອັນນີ້ເພິ່ນເປັນພຽງປະຊາຊົນສາມັນທັມະດາ, ທາງພັກ-ລັດຄວນໄຈ້ແຍກອອກສິ່ງໃດຄວນແລະສິ່ງ
ໃດບໍ່ຄວນ ບໍ່ແມ່ນຈະມາຕີລວດກວາດພຽງໂລດ ແລະກ່ອນຈະເຮັດຫຍັງລົງໄປກໍຄວນສືບສວນເບິ່ງກ່ອນວ່າມີຄວາມຈິງ
ຫງືບໍ່ກ່ອນຈະຈັບຄົນໄປກັກຂັງທໍຣະມານ. ຂ້າພະເຈົ້າຂໍກາບອະພັຍນຳທ່ານຜູ້ອ່ານທຸກທ່ານທີ່ຂ້າບໍ່ສາມາດຈະບອກວ່າພໍ່
ແມ່ຂອງຂ້າພະເຈົ້າແມ່ນໃຜ? ເພາະເຫຕຜົນສ່ວນຕົວ.
ຖ້າຢ້ອນເວລາກັບຫລັງໄດ້ ຂ້າພະເຈົ້າຢາກຢ້ອນກັບຄືນໄປເມື່ອ 38 ປີຫລັງ ແລະໃນ 38 ປີຫລັງຢາກໃຫ້ການເມືອງຂອງ
ໂລກເປັນດັ່ງປະຈຸບັນນີ້ທີ່ມີກົດໝາຍໂລກອອກມາພິທັກຮັກສາປະຊາກອນໂລກ ແລ້ວຂ້າພະເຈົ້າຈະຖາມຣັຖະບາລ ສປປ
ລາວ(ຣັຖະບາລໃນຍຸກ75)ວ່າພໍ່ແມ່ຂອງຂ້າພະເຈົ້າເຮັດຫຍັງຜິດຈຶ່ງສັ່ງໃຫ້ທະຫານໄປແປ້ສອກທັງພໍ່ທັງແມ່ໄປພ້ອມກັນ
ແລະກໍເອົາໄປຂັງທໍຣະມານຢູ່ສູນສັມະນາຈົນເຖິງແກ່ຊີວິດແລ້ວມາຖີ້ມຜິດໃສ່ໄຂ້ປ່າໄຂ້ຍຸງເປັນຜູດເອົາຊີວິດພວກເພິ່ນໄປ
ຖ້າວ່າໂຣຄໄຂ້ປ່າອາຣະວາດຈິງເປັນຫຍັງພວກທະຫານຍາມຄືບໍ່ໝັບຫ່າຄືກັນເພາະໂຣຄອັນນີ້ມັນແຜ່ຜາຍແລະຕິດຕໍ່ກັນ
ໄດ້ຢ່າງຣວດເຣວທີ່ສຸດ. ພໍ່ແມ່ຂອງຂ້າພະເຈົ້າບໍ່ໄດ້ເປັນເຈົ້າໃຫຍ່ນາຍໂຕຂອງທະຫານຫລືຕຳຣວດບໍ່ໄດ້ສັງກັດຢູ່ພັກການ
ເມືອງໃດໆ ເພິ່ນເປັນປະຊາຊົນສາມັນທັມະດາ, ຜິດຫລຶ້ທີ່ພໍ່ແມ່ຂອງຂ້າພະເຈົ້າມີບ້ານມີເຮືອນໃຫ້ຄົນເຊົ່າ? ພວກທ່ານ
ເຮັດກັບພໍ່ແມ່ຂອງຂ້າພະເຈົ້າກໍບໍ່ຕ່າງຫຍັງກັບພວກມະຫາໂຈນທີ່ປຸ້ນຂ້າເຈົ້າເອົາຂອງນັ້ນລະ ເພາະພວກທ່ານໄປໄລ່ຜູຄົນ
ທີ່ເຊົ່າແລະອາໄສຢູ່ເຮື່ອນເຫຼົ່ານັ້ນອອກແລ້ວກໍໃຫ້ຄອບຄົວສັມະສິກພັກຂອງພວກທ່ານເປັນ 5-6 ຄອບຄົວຂຶ້ນໄປແທນທີ່
ເຮັດແບບນີ້ບໍ່ຢູ່ໃນທຳນອງຂອງຈອມໂຈນປຸ້ນຂ້າເຈົ້າເອົາຂອງເບາະ?????
ເວັ້າກັບໂຈນພວກນີ້,ມັນຕ້ອງໃຊ້ຄຳວ່າ, ພວກສັນດານໂຈນ