ໂຄງການ ພັທນາຕ່າງໆ ຢູ່ລາວ ສົ່ງ ຜົນກະທົບ ຕໍ່ຄົນ ແລະ ສິ່ງແວດລ້ອມ ຫລາຍ ເພາະ ກ່ອນຈະສ້າງ ບໍ່ມີການ ສຶກສາ ສຳຣວດ ຢ່າງຄັກແນ່.
ເຊັ່ນ ຕົວຢ່າງ ການສ້າງ ເຂື່ອນໄຟຟ້າ ສ່ວນຫລາຍ ແລ້ວ ແມ່ນ ບໍຣິສັດ ກໍ່ສ້າງ ເປັນຜູ້ເຮັດ ການສຶກສາ ສຳຣວດ ຊື່ງແນ່ນອນ ວ່າ ຜົນອອກມາ ກໍດີ ທັງນັ້ນ, ເມື່ອສຳຣວດ ແລ້ວ ບໍຣິສັດ ກໍສົ່ງ ຣາຍງານ ໃຫ້ ຣັຖບານ, ທາງຣັຖບານ ກໍບໍ່ເຮັດຫຍັງ ເພາະບໍ່ມີ ກຳລັງຄົນ ແລະ ກຳລັງຊັບ ເພື່ອທົບທວນ ຫລື ກວດກາ ເບິ່ງຄືນ ມີແຕ່ ອະນຸຍາດ ໃຫ້ສ້າງ ໄປເລື້ອຍໆ. ດັ່ງນັກວິຈັຍ ລາວ ທ່ານນຶ່ງ ເວົ້າວ່າ:
“ການສ້າງເຂື່ອນ ສ່ວນຫລາຍ ມັນຈະຖືກ ຄວບຄຸມ ໂດຍພາກ ເອກກະຊົນ ຂະເຈົ້າ ຈະ ສຳຣວດເອງ ແລ້ວກໍເອົາ ຜົນສຳຣວດ ຫັ້ນມາ ວິເຄາະ ແລ້ວຂຽນ ບົດວິພາກ ເສຖກິດ ສົ່ງໄປຫາ ພາກຣັດ ໂດຍກົງເລີຍ ພາກຣັດ ຈະບໍ່ ສາມາດຄວບຄຸມ ໄດ້ວ່າ ບ່ອນນີ້ ເໝາະສົມ ສ້າງເຂື່ອນ ບ່ອນນັ້ນ ບໍ່ເໝາະສົມ ສ້າງເຂື່ອນ.”
ເຈົ້າໜ້າທີ່ ທ້ອງຖິ່ນ ກໍບໍ່ຮູ້ວ່າ ໂຄງການໃດ ຈະສົ່ງ ຜົນກະທົບ ຫລື ບໍ່ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ເພາະ ບາງໂຄງການ ບໍ່ຣາຍງານ ຜົນຂອງ ການສຳຣວດ ຕໍ່ ອຳນາດ ການປົກຄອງ ແຂວງ ແຕ່ກັບ ຣາຍງານ ຂື້ນໄປຫາ ກະຊວງ ກົມກອງ ຂອງຣັດ ໂດຍກົງເລີຍ. ດັ່ງ ເຈົ້າໜ້າທີ່ ຮັບຜິດຊອບ ໃຫ້ການ ສັມປະທານ ຜູ້ນຶ່ງ ເວົ້າວ່າ:
“ໂຄງການ ຕ່າງປະເທດ ບົດຣາຍງານ ເນາະ ບາງ ບໍຣິສັດ ຂະເຈົ້າ ກໍ ຈະບໍ່ຣາຍງານ ເລີຍ ຈະຫລີກຫາ ກະຊວງ ເລີຍ.”
ໃນເມື່ອ ບໍ່ໄດ້ຮັບ ຣາຍງານ ເຈົ້າໜ້າທີ່ ທ້ອງຖິ່ນ ກໍບໍ່ສາມາດ ຈັດການແນວໃດ ກັບໂຄງການ ທີ່ເປັນພັຍ ຕໍ່ ສິ່ງແວດລ້ອມ ຂອງຕົນ; ສ່ວນຣັຖບານ ບໍ່ພຽງແຕ່ ບໍ່ກວດກາ ຕິດຕາມເບິ່ງ ຢ່າງໃກ້ຊິດ ເທົ່ານັ້ນ ແຕ່ຍັງກັບ ເຂົ້າຂ້າງ ສນັບສນູນ ນາຍທຶນ ອີກຊ້ຳ, ສ່ວນ ຜູ້ຮັບເຄາະ ກໍຄື ປະຊາຊົນ ທັມມະດາ ສາມັນ.