ທີ່ດິນຂອງໃຜ ກໍຫວງແຫນ ຍອ້ນມັນເປັນທັງບອ່ນຢູ່ ແລະບອ່ນຜລິດເພື່ອລ້ຽງຊີບ
ແຕ່ບັນຫາທີ່ດິນ ກາຍເປັນບັນຫາຍ້ອນວ່າ
1.ໂຄງການສຳປະທານໄດ້ກວມເອົາເນື້ອທີ່ຂອງປຊຊ
2.ການຫັນເອົາດິນມາເປັນທຶນ ແບບຊື້ຖືກຂາຍແພງ
3.ຍົກຍ້າຍ ປຊຊ ໄປຢູ່ບອ່ນທີ່ບໍ່ທັນມີຫຍັງເປັນພື້ນຖານ
4. ພະນັກງານລັດ ໃຊ້ອຳນາດຂົ່ມຂູ່ ແລະບີບຮັດ ປຊຊ
1. ການອອກອະນຸຍາດເນື້ອທີ່ສຳປະທານທີ່ດິນຍັງຂາດການສຳຫລວດ ວັດແທກລະອຽດໃນພາກສະໜາມ ແລະ ການຂະຫຍາຍເຂດແດນ ບໍ່ຈະແຈ້ງຊັດເຈນ ຈາກນັ້ນ ຈິ່ງມີການອອກອະນຸຍາດທັບຊ້ອນກັບທີ່ດິນ ຂອງປະຊາຊົນ ບາງບ່ອນກໍ່ກວມເອົາເຂດປ່າດົງດິບ, ປ່າສະຫງວນ ຮອດ 600-700 ເຮັກຕາກໍມີ. 2. ການຫັນທີ່ດິນເປັນທຶນເພື່ອດຳເນີນໂຄງການພັດທະນາຈຳນວນໜຶ່ງ ເປັນຕົ້ນແມ່ນການສ້າງຖະໜົນຫົນທາງຍັງບໍ່ທັນມີນະໂຍບາຍ ແລະ ນິຕິກຳ ອັນລະອຽດ ເວົ້າສະເພາະການກຳນົດລາຄາດິນຊົດເຊີຍໃຫ້ຜູ້ເປັນເຈົ້າຂອງ ແລະ ກຳນົດລາຄາດິນຕອນດຽວກັນ ພາຍຫລັງກໍ່ສ້າງສຳເລັດກໍຫລຸດໂຕນ ກັນຫລາຍ ຊຶ່ງເຮັດໃຫ້ຜູ້ເປັນເຈົ້າຂອງມີຄວາມຮູ້ສຶກວ່າຕົນເອງຖືກເອົາປຽບ ຈາກນັ້ນເກີດຄວາມຂັດຂ້ອງ ແລະ ບໍ່ຍິນຍອມປະຕິບັດ. 3. ການຍົກຍ້າຍຈັດສັນຜູ້ໄດ້ຮັບຜົນກະທົບຈາກໂຄງການໄປຢູ່ບ່ອນໃໝ່ ແລະ ການຊົດເຊີຍທີ່ບໍ່ເໝະສົມ-ບໍ່ທັນການ ເປັນສາເຫດໜຶ່ງທີ່ສຳຄັນຂອງ ບັນຫາພົ່ນເດັ່ນຄື: ການກຽມບ່ອນຍົກຍ້າຍຈັດສັນບໍ່ດີ ບໍ່ສາມາດຮອງຮັບ ໃຫ້ແກ່ການດຳລົງຊີວິດຂັ້ນພື້ນຖານ, ບາງບ່ອນຂາດນ້ຳກິນ-ນ້ຳໃຊ້ທີ່ສະອາດ, ຂາດຖະໜົນຫົນທາງ ແລະ ທີ່ດິນເພື່ອເພີ່ມພູນຜະລິດຜົນ, ໂຮງຮຽນກໍບໍ່ມີ, ຕະຫລາດກໍຢູ່ໄກ, ໄປ-ມາກໍບໍ່ສະດວກ. 4. ສາເຫດສຳຄັນອີກອັນໜຶ່ງ ແມ່ນຍ້ອນເຈົ້າໜ້າທີຂອງລັດປະຕິບັດໜ້າທີ່ ໂດຍຂາດຄວາມຮັບຜິດຊອບຕໍ່ຜົນປະໂຫຍດຂອງລັດ, ຂອງປະຊາຊົນ, ມີການກະທຳສວຍໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ໝູ່ພວກ, ສວຍໃຊ້ອຳນາດຂອງລັດຂົ່ມຂູ່ ແລະ ກົດໜີບປະຊາຊົນ, ບໍ່ເປັນທຳໃນການ
ແກ້ໄຂບັນຫາຂັດແຍ່ງກ່ຽວກັບທີ່ດິນ ລະຫວ່າງເຈົ້າຂອງໂຄງການລົງທຶນ ກັບປະຊາຊົນ ຫຼື ລະຫວ່າງອົງການໜ່ວຍງານຂອງລັດກັບປະຊາຊົນ ຊຶ່ງຫລາຍກໍລະນີແມ່ນຖືເບົາຄວາມເຫັນ ແລະ ສິດຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ.
ເຂດຫລັກ ຊາວເອັດ ລັດໄປເລົ່າງາມ ລັດລົງໄປຫາເມືອງທ່າແຕງ
ປະຊາຊົນສວ່ນຫລາຍແມ່ນລາວເທິງຈົ່ມຫລາຍເພາະບໍ່ມີບອ່ນຫານຢູ່ຫາກິນ ແຕ່ບໍ່ກ້າເວົ້າຫຍັງຫລາຍ
ເຖົ້າແກ່ຫວຽດເພິ່ນເຫມົາເຣັດສວນຢາງຫມົດ
ໄປເບິ່ງເອາເອງເດີ ຫລືເບິ່ງຣູບນີ້ແຖວຫລັກ ສິບແປດ ກົກຢາງແຖວນັ້ນງາມຫລາຍ
ຜູ້ນຳຈົບ ດຣ ອອກມາຈາກຖ້ຳ,ລາວນອກເວົ້າແມ່ນຄວາມເຂົາແລ້ວ