ຄົນຂໍທານ ໃນ ນະຄອນຫຼວງ ວຽງຈັນ ນັບມື້ ຫລາຍຂຶ້ນ, ຊື່ງ ສ້າງຄວາມ ລໍາຄານ ໃຫ້ກັບ ນັກທ່ອງທ່ຽວ ແລະ ເຈົ້າຂອງ ຮ້ານອາຫານ ຮ້ານຄ້າ ຢູ່ທຸກຈອກ ທຸກແຈ.
ທຸກມື້ນີ້ ປະກົດວ່າ ມີຄົນຂໍທານ ເພີ່ມຂຶ້ນຫລາຍ ໃນ ນະຄອນຫຼວງ ວຽງຈັນ, ເປັນທີ່ລໍາຄານ ໃຫ້ແກ່ ນັກ ທ່ອງທ່ຽວ ທັງພາຽໃນ ແລະ ຕ່າງປະເທດ, ພວກຂະເຈົ້າ ອອກຂໍທານ ເປັນກຸ່ມ ແບບຄອບຄົວ ມີທັງອູ້ມ ລູກນ້ອຽ ເລາະຕາມ ສະຖານທີ່ ທ່ອງທ່ຽວ ຕາມ ໂຮງແຮມ ບ້ານພັກ ແລະ ຮ້ານອາຫານ. ແມ່ຄ້າ ຂາຽໝາກໄມ້ ໃນ ນະຄອນຫຼວງ ວຽງຈັນ ເວົ້າວ່າ:
"ດຽວນີ້ມີຫຼາຽ ເຮົາບໍ່ຮູ້ຈັກ ພາສາເຂົາ, ຢ້ານ. ຂ້ອຽບໍ່ຈັກ ຊິວ່າ ແນວໃດ, ຢ້ານຖືກເຄື່ອງ ຖືກຂອງ ເຂົາ".
ຮ້ານອາຫານ ຫຼາຽໆແຫ່ງ ຂຶ້ນປ້າຽ ບອກຜູ້ມາ ໃຊ້ ບໍລິການ ວ່າ: “ຫ້າມໃຫ້ເງິນ ແກ່ ຄົນຂໍທານ!” ເພາະໃຫ້ແລ້ວ ພວກເຂົາ ກໍ່ຈະກັບມາ ຂໍອີກ, ຊຶ່ງເຮັດໃຫ້ ລູກຄ້າ ບາງຄົນ ບໍ່ຍອມ ເຂົ້າຮ້ານ ເພາະເຫັນ ຄົນຂໍທານ. ຫຼາຽໆຄົນ ຕັ້ງຄຳຖາມ ວ່າ: "ເປັນຫຍັງ ຄົນຂໍທານ ຈຶ່ງຫຼາຽຂຶ້ນ ນໍາທຸກມື້ ແທ້? ເປັນຫຍັງ ເຈົ້າໜ້າທີ່ ຄືປ່ອຽໃຫ້ ມີສະພາບ ແບບນີ້? ເປັນຍ້ອນຫຍັງ ພວກເຂົາເຈົ້າ ຈຶ່ງມາຂໍທານ? ພວກເຂົາ ມາແຕ່ໃສ?
ທາງ ວິທຍຸ ເອເຊັຍ ເສຣີ ມີໂອກາດ ໄດ້ສອບຖາມ ຄົນຂໍທານ ກຸ່ມໜຶ່ງ ແລະ ເຈົ້າໜ້າທີ່ ຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ທ່ານໜຶ່ງ ທີ່ ບໍ່ປະສົງ ອອກຊື່. ຄົນຂໍທານ ເວົ້າວ່າ: ເຂົາເຈົ້າມາ ແຕ່ພາກໃຕ້, ແຂວງ ສວັນນະເຂດ, ບາງກຸ່ມ ກໍ່ມາ ແຕ່ ສາຣະວັນ, ພວກຕົນ ເປັນຊົນເຜົ່າ. ສາເຫດ ທີ່ພາໃຫ້ ມາຂໍທານ ນີ້ ແມ່ນຍ້ອນ ບໍ່ມີໄຮ່ ບໍ່ມີນາ, ແຕ່ກ່ອນ ເຄີຽເຮັດໄຮ່ ຢູ່ໃນປ່າດົງ, ແຕ່ດຽວນີ້ ຂັ້ນເທິງ ເພິ່ນຫ້າມ, ບໍ່ມີແນວຢູ່ ແນວກິນ ຈຶ່ງພາຄອບຄົວ ມາເລາະ ຂໍທານ ຢູ່ໃນ ເມືອງໃຫ່ຽ ບໍ່ໃຫ້ອຶດຕາຽ ມາຂໍທານ ຍ້ອນ ຄວາມຈໍາເປັນ.
ສ່ວນ ເຈົ້າໜ້າທີ່ ໄດ້ກ່າວວ່າ: ກຸ່ມຄົນ ຂໍທານ ບໍ່ໄດ້ມີ ຢູ່ແຕ່ ນະຄອນຫຼວງ ວຽງຈັນ, ແຕ່ຕາມ ຕົວເມືອງໃຫ່ຽ ອື່ນໆກໍ່ມີ ເຊັ່ນ: ເມືອງໄກສອນ ພົມວິຫານ, ເມືອງປາກເຊ ແລະ ເມືອງທ່າແຂກ ກໍ່ມີຫຼາຽ. ຕໍ່ບັນຫາ ດັ່ງກ່າວ ທ່ານໄດ້ ກ່າວ ຕື່ມວ່າ: ພັກ ແລະ ລັດ ບໍ່ມີ ນະໂຍບາຽ ເບິ່ງແຍງ ກຸ່ມຄົນພວກນີ້ ໂດຽກົງ, ມີແຕ່ນຳສົ່ງ ພວກເຂົາເຈົ້າ ກັບຄືນ ເມືອບ້ານ ເທົ່ານັ້ນ. ບໍ່ມີສູນ ຮອງຮັບ ຫຼື ມາຕການ ທີ່ເດັດຂາດ ໃດໆເທື່ອ ໃນການແກ້ໄຂ ບັນຫາ ຄົນຂໍທານ. ສະນັ້ນ,ຈຶ່ງໄດ້ແຕ່ ນັ່ງເບິ່ງ ແລະ ປ່ອຽໃຫ້ ມີຄົນຂໍທານ ຢູ່ ເຕັມເມືອງ ຕໍ່ໄປ.