ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງຄົນລາວຈຶ່ງບໍ່ໃຫ້ຄວາມສຳຄັນກໍລະນີການບັງຄັບໃຫ້ຫາຍສາບສູນ ຂອງສົມບັດ ສົມພອນ ເກົ້າເດຶອ


Member

Status: Offline
Posts: 5
Date:
ເປັນຫຍັງຄົນລາວຈຶ່ງບໍ່ໃຫ້ຄວາມສຳຄັນກໍລະນີການບັງຄັບໃຫ້ຫາຍສາບສູນ ຂອງສົມບັດ ສົມພອນ ເກົ້າເດຶອ
Permalink   
 


ຂພຈ ກໍເປັນຄົນໜຶ່ງທີ່ຕິດຕາມ ກໍລະນີການບັງຄັບໃຫ້ຫາຍສາບສູນຂອງ ສົມບັດ ສົມພອນ ຢ່າງໄກ້ຊິດ ທັງທີ່ລັບ ແລະ ບໍ່ລັບ, ແລະ ກໍບໍ່ເຂົ້າໃຈຄຶກັນວ່າ ເປັນຫຍັງສັງຄັມລາວຈຶ່ງ ເມີນເສີຍ,ມີຄວາມຢ້ານກົວປານນີ້ ຈັນບໍ່ມີນັກການເມືອງ ການນຳ, ເອັນຈິໂອ, ນັກວິຊາການ, ສື່ມວນຊົນທຸກຂະແໜງພາຍໃນ ມາບອກ ສື່ສານກັບສັງຄົມ ໃນຂໍ້ມູນທີ່ຄົບຖ້ວນ ຕອບຄຳທີ່ສັງໄສ ບໍ່ແມ່ນຈະຍັດໃຫ້ຟັງແຕ່ຄຳຊີ້ແຈງຈາກຕຳຫລວດຝ່າຍດຽວ. ອີກກະແສໜຶ່ງກໍວ່າເປັນເລຶ້ອງຄວາມໝັ້ນຄົງ ທີ່ສົມບັດ ໄປກ່ຽວພັນກັບກຸ່ມຄົນຕ່າງປະເທດ ກຸ່ມຄົນບໍ່ດີ ເພື່ອກໍ່ຄວາມວຸ້ນວາຍໃນສັງຄັມບໍ່ຕ້ອງໄປຫຍຸ້ງກ່ຽວ ດຽວຈະເກີດອັນຕະລາຍ, ແຕ່ສັງຄົມເຄີຍຖາມກັບຄືນບໍວ່າ ກຸ່ມຄົນບໍ່ດີແມ່ນໄຜ? ມີອາວຸດ ໃຊ້ຄວາມຮຸນແຮງບໍ ມີໂຕຕົນ ພຶດຕິກຳແນວໃດ?, ແລ້ວເປັນຫຍັງຜູ້ຄົນຈຶ່ງມີຄວາມຮູ້ສຶກວ່າຈະເປັນອັນຕະລາຍ ຈະຖືກໄພຂົ່ມຂູ່? ແມ່ນໄຜຈະສາມາດສ້າງໄພຂົ່ມຂູ່ໃຫ້ເຮົາໄດ້?

ຖ້າສັງຄົມຍັງບໍ່ຕັ້ງຄຳຖາມ ບໍ່ມີຄຳຕອບ ທີ່ຈະແຈ້ງ ສະນັ້ນ ມັນກໍຍັງບໍ່ເປັນທຳຕໍ່ກັບສົມບັດ ກໍຄືສັງຄົມເອງ ເພາະເປັນສັງຄັມທີ່ມີແຕ່ຄວາມສັງໄສ ຢ້ານກົວ ມິດງຽບ ບໍ່ປະເຊີນບັນຫາ ບໍ່ມີສິຈາລະນະຍານ ພິພາກວິຈານໄດ້ ເປັນສັງຄົມເຊັນເຊີໃນຕົວມັນເອງ ໃນທີ່ສຸດກໍທຳລາຍເປົ້າໝາຍຂອງຕົນເອງ ເພາະສະສົມບັນຫາ ສະສົມຄວາມບໍ່ເປັນທຳ ຖືກຕ້ອງ, ເພື່ອເຮັດສັງຄົມ ໂດຍເລີ່ມຈາກຕົນເອງຫູຕາ ແຈ້ງສະຫວ່າງ ຂໍເຊີນຊວນແນະນຳໃຫ້ຄົນລາວເຂົ້າໄປອ່ານຢູ່ທີ່ເວບໄຊ ນີ້ ມີທັງພາສາລາວ ໄທ ແລະ ອັງກິດ:

http://sombath.org/

ຄວາມຈິງກໍຄືຄວາມຈິງ ເພາະສັງຄົມລາວ ຍັງມີກຸ່ມຄັນທີ່ຍັງສາມາດສືບຕໍ່ ນຳໃຊ້ວິທີບັງຄັບໃຫ້ຫາຍສາບສູນໄດ້ ໂດຍບໍ່ຢ້ານກົວກົດໝາຍ ວ່າຈະຖືກລົງໂທດ

ເປັນກຸ່ມຄົນທີ່ມີອຳນາດ ເປັນການລະເມີດສິດຂອງປະຊາຊົນ ສິດທິມະນຸດ ລະເມີດຄຸນຄ່າ ແລະ ຫລັກການສາກົນ, ເປັນອາສະຍາກຳທີ່ຮ້າຍແຮງກວ່າການຄາດຕະກຳ

ເພາະບໍ່ເຫັນຊາກສົບ ເພາະເປັນການຍາກທີ່ຈະນຳເອົາຕົວບົງການ ຄາດຕະກອນມາລົງໂທດໄດ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າເປັນໄປບໍ່ໄດ້ ຖ້າຄົນໃນສັງຄົມຫາກໃຫ້ຄວາມສຳຄັນ

ຮ່ວມກັນຊອກຫາຄວາມຈິງຫລາຍຂຶ້ນ.

 



__________________
Anonymous

Date:
RE: ເປັນຫຍັງຄົນລາວຈຶ່ງບໍ່ໃຫ້ຄວາມສຳຄັນກໍລະນີການບັງຄັບໃຫ້ຫາຍສາບສູນ ຂອງສົມບັດ ສົມພອນ ເກົ້າເດ
Permalink   
 


it is too small issue as compared with the big problems in midle east and arab countries. in there, people died every day, every minute.



__________________


Veteran Member

Status: Offline
Posts: 75
Date:
Permalink   
 

most of lao ppls don't know what was going on with Mr Sombath,and who is he?

__________________
Anonymous

Date:
Permalink   
 

sitthi wrote:

ຂພຈ ກໍເປັນຄົນໜຶ່ງທີ່ຕິດຕາມ ກໍລະນີການບັງຄັບໃຫ້ຫາຍສາບສູນຂອງ ສົມບັດ ສົມພອນ ຢ່າງໄກ້ຊິດ ທັງທີ່ລັບ ແລະ ບໍ່ລັບ, ແລະ ກໍບໍ່ເຂົ້າໃຈຄຶກັນວ່າ ເປັນຫຍັງສັງຄັມລາວຈຶ່ງ ເມີນເສີຍ,ມີຄວາມຢ້ານກົວປານນີ້ ຈັນບໍ່ມີນັກການເມືອງ ການນຳ, ເອັນຈິໂອ, ນັກວິຊາການ, ສື່ມວນຊົນທຸກຂະແໜງພາຍໃນ ມາບອກ ສື່ສານກັບສັງຄົມ ໃນຂໍ້ມູນທີ່ຄົບຖ້ວນ ຕອບຄຳທີ່ສັງໄສ ບໍ່ແມ່ນຈະຍັດໃຫ້ຟັງແຕ່ຄຳຊີ້ແຈງຈາກຕຳຫລວດຝ່າຍດຽວ. ອີກກະແສໜຶ່ງກໍວ່າເປັນເລຶ້ອງຄວາມໝັ້ນຄົງ ທີ່ສົມບັດ ໄປກ່ຽວພັນກັບກຸ່ມຄົນຕ່າງປະເທດ ກຸ່ມຄົນບໍ່ດີ ເພື່ອກໍ່ຄວາມວຸ້ນວາຍໃນສັງຄັມບໍ່ຕ້ອງໄປຫຍຸ້ງກ່ຽວ ດຽວຈະເກີດອັນຕະລາຍ, ແຕ່ສັງຄົມເຄີຍຖາມກັບຄືນບໍວ່າ ກຸ່ມຄົນບໍ່ດີແມ່ນໄຜ? ມີອາວຸດ ໃຊ້ຄວາມຮຸນແຮງບໍ ມີໂຕຕົນ ພຶດຕິກຳແນວໃດ?, ແລ້ວເປັນຫຍັງຜູ້ຄົນຈຶ່ງມີຄວາມຮູ້ສຶກວ່າຈະເປັນອັນຕະລາຍ ຈະຖືກໄພຂົ່ມຂູ່? ແມ່ນໄຜຈະສາມາດສ້າງໄພຂົ່ມຂູ່ໃຫ້ເຮົາໄດ້?

ຖ້າສັງຄົມຍັງບໍ່ຕັ້ງຄຳຖາມ ບໍ່ມີຄຳຕອບ ທີ່ຈະແຈ້ງ ສະນັ້ນ ມັນກໍຍັງບໍ່ເປັນທຳຕໍ່ກັບສົມບັດ ກໍຄືສັງຄົມເອງ ເພາະເປັນສັງຄັມທີ່ມີແຕ່ຄວາມສັງໄສ ຢ້ານກົວ ມິດງຽບ ບໍ່ປະເຊີນບັນຫາ ບໍ່ມີສິຈາລະນະຍານ ພິພາກວິຈານໄດ້ ເປັນສັງຄົມເຊັນເຊີໃນຕົວມັນເອງ ໃນທີ່ສຸດກໍທຳລາຍເປົ້າໝາຍຂອງຕົນເອງ ເພາະສະສົມບັນຫາ ສະສົມຄວາມບໍ່ເປັນທຳ ຖືກຕ້ອງ, ເພື່ອເຮັດສັງຄົມ ໂດຍເລີ່ມຈາກຕົນເອງຫູຕາ ແຈ້ງສະຫວ່າງ ຂໍເຊີນຊວນແນະນຳໃຫ້ຄົນລາວເຂົ້າໄປອ່ານຢູ່ທີ່ເວບໄຊ ນີ້ ມີທັງພາສາລາວ ໄທ ແລະ ອັງກິດ:

http://sombath.org/

ຄວາມຈິງກໍຄືຄວາມຈິງ ເພາະສັງຄົມລາວ ຍັງມີກຸ່ມຄັນທີ່ຍັງສາມາດສືບຕໍ່ ນຳໃຊ້ວິທີບັງຄັບໃຫ້ຫາຍສາບສູນໄດ້ ໂດຍບໍ່ຢ້ານກົວກົດໝາຍ ວ່າຈະຖືກລົງໂທດ

ເປັນກຸ່ມຄົນທີ່ມີອຳນາດ ເປັນການລະເມີດສິດຂອງປະຊາຊົນ ສິດທິມະນຸດ ລະເມີດຄຸນຄ່າ ແລະ ຫລັກການສາກົນ, ເປັນອາສະຍາກຳທີ່ຮ້າຍແຮງກວ່າການຄາດຕະກຳ

ເພາະບໍ່ເຫັນຊາກສົບ ເພາະເປັນການຍາກທີ່ຈະນຳເອົາຕົວບົງການ ຄາດຕະກອນມາລົງໂທດໄດ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າເປັນໄປບໍ່ໄດ້ ຖ້າຄົນໃນສັງຄົມຫາກໃຫ້ຄວາມສຳຄັນ

ຮ່ວມກັນຊອກຫາຄວາມຈິງຫລາຍຂຶ້ນ.

 ຢາກຮູ້ວ່າ ທ່ານສົມບັດ ສົມພອນຢູ່ໃສໃຫ້ຖາມບັກນີ້

ເພາະມັນເປັນໂຕການ

 pic1_zpsfba14b0f.jpg


 



__________________


Member

Status: Offline
Posts: 5
Date:
Permalink   
 

ຂ້ອຍຄິດວ່າ ຄວາມຮູນແຮງມັນບໍ່ຂຶ້ນກັບປະລິມານ ຈຳນວນວ່າເທົ່າໃດ ແຕ່ສຳຄັນມັນຂຶ້ນກັບເຫດຈູງໃຈ ຍ້ອນຫຍັງ ວ່າເປັນຫຍັງ ສົມບັດ ຈຶ່ງຖືກບັງຄັບໃຫ້ຫາຍສາບສູນ?

ແລະ ຄວາມຈິງໃຈຂອງລັດທີ່ຈະສະແຫວງຫາຂໍ້ເທັດຈິງ ນຳສ ເພື່ອປກປ້ອງ ແລະ ມາດຕະປ້ອງກັນວ່າຈະບໍ່ ໃຫ້ມີການບັງຄັບໃຫ້ຫາຍສາບສູນເກີດຂຶ້ນອີກ ຕໍ່ສັງຄົມລາວ, ເພາະຜ່ານມາບໍ່ມີເລີຍແມ່ນບໍ່?ສວ່ນຫລາຍມີແຕ່ປ່ອຍຂ່າວຂົ່ມຂູ່ ບໍ່ໃຫ້ໃຜກ້າສະແດງຄວາມເຫັນ, ຕໍ່ໜ້າສາກົນເວົ້າຢ່າງ ພາຍໃນສັງຄົມລາວເວົ້າຢ່າງ ຈົນອົງການ NGOs ເຮັດວຽກຍາກຂຶ້ນ ຖືຄວບຄຸມ ຕິດຕາມ ບໍ່ສາມາດເຮັດວຽກເພື່ອຊ່ວຍເຫລືອຊຸມຊົນໂດຍສະເພາະເລື້ອງທີ່ດິນ, ຄວາມຈິງກໍຄື ສົມບັດໄດ້ສະແດງວິໄສທັດ ວິພາກວະຈານກ່ຽວການພັດທະນາໃນພາກພື້ນ ແລະ ພັກ-ລັດລາວ ວ່າບໍ່ມີຄວາມຍຶນຍົງ ກະທົບສິດປະຊາຊົນ, ທ່ານຫາອ່ານຕື່ມໄດ້ທີ່ເວບໄຊນີ້ http://sombath.org/

ສະນັ້ນ, ບຸກຄົນທີ່ກ້າຫານ ອຸທິດຕົນເພື່ອການພັດທະນາທີ່ຍຶນຍົງ ແລ້ວ ສັງຄົມ ເມື່ອເກີດເຫດການແບບນີ້ ແລ້ວສັງຄົມລາວຍັງບໍ່ຮູ້ສຶກ ຕື່ນຕົວ ສົນໃຈ ແມ່ນເປັນທີ່ໜ້າເສັຍດາຍ, ມັນກໍແມ່ນລະເພາະຄົນລາວ ຍັງຫລັບ ຫລົງເພີດເພີນກັບການບໍລິໂພກ ຊົມໃຊ້ກັບຮູບແບບການການພັດທະນາທີ່ເລັ່ງເອົາເສດຖະກິດເປັນຕົວຕັ້ງ ໄຜຈະຖືກກົດຂີ່ ຂູດຮີດ ກູບໍ່ສົນໃຈ ຂໍແພງກູມີເງີນໄຊ້ບໍ່ຂາດ, ມີເຮຶອນ ລົດງາມ....ຖືກປິດຫູບັງຕາ ວ່າຍາມໃດການນຳພາຂອງພັກລັດ ກໍສະຫລາດສ່ອງໄສ, ເບີ່ງດູກຳປູເຈັຍ ຍ້ອນຮຸນເຊນ ເມື່ອມັນຢູ່ໃນອຳນາດມາດົນ ແລ້ວປະຊາຊົນຮູ້ທັນ ເອົາພັກເອົາພວກທຸດຈະຫລິດ ເອົາທີ່ດີສຳປະທານໃຫ້ເອກະຊົນ ຂັບໄລ່ປະຊາຊົນອອກຈາກທີ່ດິນ ປະຊາຊົນບໍ່ພໍໃຈ ເລືອກຕັ້ງກໍໂກງ ໂຊກດີມີພັກຝ່າຍຄ້ານ ເຮັດໃຫ້ປະຊາຊົນອອກມາເຄື່ອນໄຫວສະໜັບສະໜູນ ສົມລັງສີ ຫລາຍຂຶ້ນ, ສຳລັບປະຊາຊົນລາວມີທາງເຫລືອແນວໃດ?

 

 



__________________


Member

Status: Offline
Posts: 5
Date:
Permalink   
 

ເຂົ້າໄປເບີ່ງຊອກຮູ້ບັນຫາແດ່ພີ່ນ້ອງ ເພື່ອຫູຕາ ແຈ້ງສະຫວ່າງ: http://www.youtube.com/watch?v=BP_GOkqw6xE&feature=player_embedded

http://sombath.org/



__________________


Member

Status: Offline
Posts: 5
Date:
Permalink   
 

ໃນບັນດາຄະນະກົມການເມືອງ ແມ່ນລ້ວນແລ້ວຮູ້ດີວ່າແມ່ນໃຜ ຢູ່ເບື້ອງຫລົງບົງການ ອອກຄຳສັ່ງ ແຕ່ບໍ່ໄດ້ໝາຍວ່າທັງໝົດ ຄົນດີ ມີຄຸນະທຳກໍມີ ແຕ່ຍ້ອນບໍ່ຟາກຂາຍຂີ້ໜ້າກັນ ເພາະພວກດຽວກັນສື່ໆ

ສົມສະຫວາດ ເລັ່ງສະຫວັດແມ່ນ ເປັນຜູ້ທີ່ໜ້າສົງໄສ ອີກຄົນໜຶ່ງ ແຕ່ໜ້າສົງໄສທີ່ສຸດ ແມ່ນ ຈູມມະລີ ໄຊຍະສອນ ເພາະຜູ່ກ່ຽວໄດ້ຮັບສິນບົນຫລາຍກວ່າໝູ່ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່

ໂດຍສະເພາະແມ່ນກຸ່ມຄົນໃນຝ່າຍຄວາມໝັ້ນຄົງ ຄືທະຫານ ຕຳຫວດ ໃຫ້ທວາຍເບີ່ງວ່າແມ່ນໃຜ ສ່ວນຜູ່ທີ່ບໍ່ໄດ້ຜົນປະໂຫຍດນຳ ຫລືບໍ່ກ່ຽວຂ້ອງ ກໍງົບ ແລະ ເຮັດຫູບໍ່ໄດ້ຍີນ ຕາບໍ່ເຫັນໄປຕາມໆກັນ

ແຕ່ເຫດການດັ່ງກ່າວມັນໄດ້ສ້່າງຄວາມເສັຍຫາຍ ໜ້າເຊື່ອຖືຂອງປະເທດເຮົາໂດຍລວມ ໂລກຕຳນິ ວິຈານລາວເຮົາວ່າ ເປັນລັດຜະເດັດການ ໂດຍທະຫານ ທີ່ບໍ່ໃສ່ເຄື່ອງແບບ.

ປະຕິເສດບໍ່ໄດ້ວ່າ ບໍ່ມີໄຜຮູ້ ໂລກກຳລັງຈັບຕາ ຕັ້ງຄຳຖາມຢ່າງຕໍ່ເນື່ອງ ເປັນຈັ່ງໃດ ງາມໜ້າຫລາຍບໍ ຍ້ອນກຸ່ມຄົນຜະເດັດການບໍ່ເທົ່າດຄົນ ແລ້ວພວກເຮົາປະຊາຊົຂທີ່ເປັນຄົນສ່ວນຫລາຍຂອງປະເທດ

ຍັງຈະບໍ່ສົນໃຈ ບໍ່ຮູ້ສຶກຫຍັງ ເຮັດຫຍັງແດ່ ບໍ່ເປັນຕິ ຫລືຈະລໍໃຫ້ຄົນໃນຄອບຄົວ ໝູ່ເພື່ອນຮັກແພ່ງຂອງເຈົ້າເອງຖືກບັງຄັບໃຫ້ຫາຍສາບສູນ ຄືສົມບັດ ສົມພອນ ແລ້ວຄ່ອຍສົນໃຈ ມັນອາດຊ້າເກີນໄປແລ້ວ

ບໍ່ຕ້ອງລໍຖ້າດອນ ເລື່ນໃຫ້ຄວາມສົນໃຈແຕ່ມື້ນີ້ໂລດ ດ້ວຍການ ສົນທະນາ ຕັ້ງຄຳຖາມ ສົງໄສກັນໃຫ້ຫລາຍຂື້ນ ຫລືເຂົ້າໄປອ່ານເວຍໄຂ http://sombath.org/ ຫລື ເຟດບຸກ https://www.facebook.com/findsombatsomphone, ຮ່ວມສະແດງຄິດເຫັນ ກໍເປັນການເລີ່ມຕົ້ນ ທັກທ້ວງ ຕິດຕາມ ເພື່ອບໍ່ເຮັດພວກຜະເດັດການ ທີ່ບໍ່ກົວເກງກົດໝາຍ ບາບກຳບໍ່ກ້າເຮັດອີກກໍດີແລ້ວໃນເບື້ອງຕົ້ນ.



__________________
Anonymous

Date:
Permalink   
 

ແມ່ນແລ້ວ ຂ້ອຍຄິດວ່າ ມະຫາຍອາແປະ ສົມສະຫວາດ ເລັ່ງສະຫວັດ ນີ້ລະໂຕການ ທີ່ສຳຄັນ ມັນສະແດງອອກໜ້າອອກຕາ ໜ້າດ້ານ ບໍລະອາດຫຍັງ ໂດຍສະເພາະໂຄງການ

ລົດໄຟຄວາມໄວສູງ ຍິ່ງຜູ້ໃດລອງໄປວິຈານໂຄງການນີ້ໃຫ້ມັນໄດ້ຍິນເບີ່ງ ບໍ່ນານຄົງໄດ້ໄປທາງດຽວກັບກັບ ທ່ານ ສົມບົດ ສົມພອນ



__________________
Anonymous

Date:
Permalink   
 

ຄົນລາວຖືກເບື່ອເມົາ ປິດຫູປິດຕາ ໃຫ້ຮັບຮູ້ ຮັບຟັງແຕ່ຂໍ້ມູນຈາກພັກລັດຝ່າຍດຽວ ໄດ້ໃຊ້ແຕ່ສະໝອງຟາກຂວາເທົ່ານັ້ນ ຈົນຟາກຊ້າຍບໍ່ຮູ້ວ່າຈະໃຊ້ແນວໃດ ເພາະບໍ່ເຄີຍຖືກໃຊ້

ພາກັນຊ່ວງເມົາໄດ້ແລ້ວ ແລ້ວເປີດຫູເປີດຕາ ຮັບຮູ້ອຮັບຟັງຂໍ້ມູນມາຈາກແຫລ່ງອື່ນແດ່ພີ່ນ້ອງ ທຸກມື້ນີ້ເຂົາບໍ່ຕິດອາວຸດ ເພື່ອເຮັດສົງຄາມໃຊ້ຄວາມຮຸນແຮງກັນແລ້ວ ເຂົາໃຊ້ເຫດໃຊ້ຜົນ ຄວາມຈິງ ເຂົາຕິດອາວຸດທສງປັນຍາ

ເປີດໃຈຮັບຟັງຄວາມຈິງ ວ່າຢູ່ລາວພັກລັດລາວແມ່ນປົກຄອງໂດຍກຸ່ມຜະເດັດການ ພັກດຽວ ທ່ານ ສົມບັດ ສົມພອນ ກໍເປັນຜູ້ໜຶ່ງທີ່ພະຍາຍາມ ຈະຕິດອາວຸດທາງປັນຍາໃຫ້ສັງຄົມ ຄົນໜຸມ ຄົນສາວ

ດ້ວຍຄວາມຫວັງດີຕໍ່ອານາຄົດຂອງຊາດ ແຕ່ໄປຂັດຜົນປະໂຫຍດຂອງພັກລັດ ຜະເດັດການຈຶ່ງທຳການເດັດຫົວ ບໍ່ໃຫ້ໜໍ່ແໜ່ງ ເອົາເປັນແບບຢ່າງ ຫລືເວົ້າອີກົ່າງ ຄືການປາດຄໍໄກ່ໃຫ້ລິງເບີ່ງ

ເປັນການກະທຳທີ່ປ່າເຖື່ອນ ປະເທດປະຊາທິປະໄຕ ທີ່ໃຫ້ຄວາມສຳຄັນແກ່ການເຄົາລົບສິດຂອງປະຊາຊົນ ເຂົາບໍ່ເຮັດກັນ.

ປະຫວັດດສາດຈະຕ້ອງຈາລຶກການກະທຳທີ່ຊົ່ວຊ້ານອັນນີ້ ແລະ ອື່ນໆ ໃນອະດີດຂອງພັກລັດ ທີ່ກຳອຳນາດ ມາໄດ້ 38 ປີ ວ່າໄດ້ເຮັດຫຍັງທີ່ເປັນການລະເມີດສິດຂອງປະຊາຊົນ ສິດທິມະນຸດ ວ່າມີໃຜແດ່ ເມື່ອໃດ ຍ້ອນຫຍັງ

ໂຄດເຫງົ້າຕະກູນຜູ້ໃດ ໃນພັກລັກ ທີືມີສ່ວນກ່ຽວຂ້ອງຈະຕ້ອງຖືກປະນາມ ກ່າວຂານກັນໄປນານເທົ່ານານ, ສະນັັ້ນ ຝາກເຖີງພີ່ນ້ອງ ໝູ່ເພື່ອນ ໃນວົງການພັກລັດ ຈົ່ງເອົາຂໍ້ມູນນີ້ໄປເຕື່ອນກັນໃຫ້ຢຸດເຊົາ ພຶດຕິກຳເຫລົ່ານີ້

ບໍ່ສະນັ້ນ ຈະບໍ່ມີຕົ້ນຕະກູນຂອງພວກເຈົ້າຈະສິ້ນຊື່

 



__________________
Anonymous

Date:
Permalink   
 

ເລຶ້ອງນີ້ມັນບໍ່ແມ່ນເລຶ້ອງນ້ອຍ ມັນກະທົບກະເທືອນເຖິງ ຄວາມເຊື່ອໝັ້ນ ຂອງສາກົນ ໂດຍສະເພາະສະພາຢູ່ໂຣບ, ສະຫະລັດອາເມຣິກາ ແລະ ປະເທດອາຊີ ທີ່ຈະເລີນແລ້ວ ລວມທັງສະຫະປະຊາຊາດ,

ມັນແມ່ນຜົນປະໂຫຍດທີ່ຈະໄດ້ຈາກການຮ່ວມມື ລົງທຶນ ການຄ້າຊ່ວຍເຫລືອຕໍ່ປະເທດເຮົາ, ເພາະຫລັກການທີ່ສຳຄັນຂອງສະພາຢູໂຣບ ທີ່ມີປະເທດສະມາຊິກຈຳນວນ 40 ກວ່າປະເທດ ນັ້ນເຂົາໃຫ້ຄວາມ

ສຳຄັນກັບການເຄົາລົບ ແລະ ປົກປ້ອງສິດທິມະນຸດ ສະນັ້ນ ເມື່ອມີເຫດການລະເມີດສິດທິມະນຸດ ທີ່ສົງໄສວ່າອາດແມ່ນລັດກ່ຽວຂ້ອງ ຊຶ່ງເນື່ອງມາຈາກການເຮັດວຽກ ຕຳນິວິຈານລັດ ສະຢູໂຣບຖືວ່າ

ເປັນສິ່ງທີລະເມີດ ຫລັກການ ແລະ ຄຸນຄ່າທາງສາກົນ ທີ່ສະໜັບສະໜູນຢ່າງແຂງແຮງຈາກສະພາຢູໂຣບ ແລະ ສະຫະລັດອາເມຣິກາ.

ເພາະຄວາມຈິງການປົກຄອງລາວ ແມ່ນການປົກຄອງແບບພັກດຽວກຳອຳນາດ ຜະເດັດການ ຄວບຄຸມທັງໝົດການເຄື່ອນໄຫວຂອງສັງຄົມ ຖືກຈັບຕາຢູ່ແລ້ວ ຍິ່ງເຮັດໃຫ້ສາກົນໝັ້ນໃຈຕື່ມ ວ່າ

ການລະເມີດສິດທິມະນຸດ ປາບປາມປະຊາຊົນ ທີ່ເຫັນຕ່າງແມ່ນຍັງສືບຕໍ່ມີຢູ່ ສະນັ້ນ ບັນຫາ ກໍລະນີ ທ່ານ ສົມບັດ ສົມພອນ ແມ່ນບໍ່ຈົບງ່າຍ ຕາບໃດ ສະພາຢູ່ໂຣບ ສະຫະລັດອາເມຣິກາ ອົງການສະຫະປະຊາຊາດ

ລວມທັງອົງກອນທີ່ບໍ່ສັງກັດລັງ ບໍ່ຮູ້ຄວາມຈິງວ່າ ເປັນຫຍັງທ່ານ ສົມບັດ ສົມພອນ ຈຶ່ງຖືກອູ້ມຫາຍ? ອຸ້ມເອົາໄປໃສ? ໃຜບົງການ? ລັດຖະບານລາວອາດຈະຖືກມາດຕະການກົດດັນທີ່ໜັກຂຶ້ນ ຈົນກ້າວໄປເຖີງຖືກຢູດຕິການ

ຊ່ວຍເຫລືອ ບໍ່ໄວ້ວາງໄຈ ຈາກສາກົນ ຖືກໂດດດ່ຽວ.

ສະນັ້ນ, ປະຊາຊົນລາວ ບໍ່ຕ້ອງຊອກຮູ້ ຫາຄວາມຈິງໃຫ້ຫລາຍຂຶ້ນ ບໍ່ສະໜັບສະໜູນການກະທຳນີ້.



__________________
Anonymous

Date:
Permalink   
 

ຄົນລາວອາດສົນໃຈຢູ່ ແຕ່ບໍ່ຢາກລົມກັບເທື່ອຕອນນີ້ ຍ້ອນຢ້ານເພາະທາງພັກລັດ ເພື່ນວ່າເປັນບັນຫາການເມືອງ ບໍ່ໃຫ້ເວົ້າໂລເລ, ຜູ້ຂ້າເອງກໍງົງໆ ເອວ່າມັນເປັນເລຶ້ອງການເມຶອງແນວໃດ? ມັນເປັນເລຶ້ອງຄົນຖືກອຸ້ມຫາຍ ຄືເຮົາມັກ

ໄດ້ຍິນກັນ ຂ່າວຢູ່ໄທ ແຕ່ສື່ມວນຊົນວິທະຍຸ ໂທລະພາບ ໜັງສືພິມເຂົາກໍ ລົງຂ່າວຕາມຫາກັນຢູ່ບໍ່ເຊົາໄດລະ ເພື່ອຊອກຫາ ທັງຄົນທີ່ຖືກອຸ້ມຫາຍ ແລະ ຕົວຜູ້ລົງມື ແລະ ບົງການ, ແຕ່ເປັນຫຍັງບ້ານເຮົາຈຶ່ງເປັນແບບນີ້ ເວົ້າກະບໍ່ໃຫ້ເວົ້າ

ຈະຫາອ່ານຂ່າວ ເບີ່ງໂທລະພາບເພື່ອຕິດຕາມ ກໍບໍ່ມີ, ຈັກວ່າລາວຜິດຫຍັງກໍບໍ່ຮູ້? ຖ່າຕຳຫລວດວ່າບໍ່ຮູ້ຈັກ ບໍ່ກ່ຽວຂ້ອງ ແຕ່ເປັນຫຍັງຕົ້ນເຫດຈຶ່ງມາຈາກປ້ອມຕຳຫລວດຈະລາຈອນ ສັ່ງໃຫ້ຢຸດລົດ ແລ້ວປ່ອຍໃຫ້ຄົນເອົາໄປ,

ຂ້ອຍກໍຄິດຫລີ້ນຜູ້ດຽວຕາມພາສາຊາວບ້ານ ສົງໄສວ່າຕຳຫລວດມີສ່ວນກ່ຽວຂ້ອງແນ່ນອນ ໂດຍສະເພາະຕຳຫລວດຈະລາຈອນສອງ ຫລືສາມຄົນໃນມື້ໃນ, ຖ້າເປັນແນວນີ້ມັນກໍບໍ່ເປັນບ້ານເປັນເມືອງແລ້ວ

ເມື່ອຕຳຫລວດເປັນເຄື່ອງມືຂອງໂຈນ ແລະ ເປັນໂຈນເອງ ບໍ່ປົກປ້ອງປະຊາຊົນ ແລ້ວປະຊາຊົນທຳມະດາຄືໄທເຮົາເຈົ້າຂ້ອຍຈະໄປເພີ່ງໃຜ ຜູ້ຂ້າເອງກໍຢ້ານຄືກັນກ້າແຕ່ຈົ່ມໃນເວບໂຕນີ້.

ທັງຜູ້ລົງມື ແລະ ຜູ້ບົງການພວກມັນກໍນອນຫລັບກິນແຊບຢູ່ບໍເຮັດກັບຄົນແບບບໍ່ແມ່ນຄົນ ສິນຫ້າຂໍ້ທີໜຶ່ງຜິດເຕັມປະຕູ ບາບກຳ ບາບກຳແລ້ວຈະຕາມສະໜອງຄາດຕະກອນໂຫດ



__________________
Anonymous

Date:
Permalink   
 

 

http://sombath.org/2013/10/02/the-case-of-sombath-somphone/

This October marks the 4th anniversary of the founding of the ASEAN Intergovernmental Commission of Human Rights (AICHR). Since AICHR was formed ASEAN has had a mixed track record with human rights. Although there have been some impressive political reforms across the region, particularly in Burma, some states appear to have grown increasingly confident in their ability to commit human rights abuses against their citizens. Nowhere has this been more so than in Laos.

Often presented as an idyllic Buddhist nation, the poor track record of human rights abuses in Laos has largely slipped under the radar of the international media. All this suddenly changed, however, following the enforced disappearance of Mr. Sombath Somphone in late 2012. A recipient of the Ramon Magsaysay Award for Community Leadership – one of the most prestigious awards for human development in Asia, and the founder of the Participatory Development Training Centre (PADETC) in Laos, Sombath Somphone (61) amongst the most widely respected development workers in East Asia. In October 2012 Sombath play a key role in coordinating the Asia-Europe People’s Forum (APF), the largest civil society event ever held in Laos.

During the forum Sombath gave a keynote speech, in which he stated that; “We focus too much on economic growth and ignore its negative impact… we need to give more space for the ordinary people, especially young people, and allow them to be the drivers of change and transformation.” His speech was inspirational, but his comments that “hearing from the voices of the people is the first step to transforming the power structure”, is not the sort of thing that the country’s authoritarian regime likes to hear.

On the evening of 15 December 2012, while driving to his home in Vientiane, Sombath was stopped at a police checkpoint and escorted into a roadside police building. Shortly thereafter a motorcyclist arrived, fired a gunshot into the air and drove off in Sombath’s vehicle. A truck with flashing lights arrived at the police post and two unidentified men emerged from the vehicle and forced Sombath into the truck. He has never been seen since.

Although the Lao police have refused to supply the CCTV video footage that captured the abduction, Sombath’s wife, Ng Shui-Meng, was clever enough to record the footage on her mobile phone. Having made the video available on YouTube, Sombath’s disappearance quickly became an international news story. Articles about his abduction have been published in French, Vietnamese, Indonesian, German, Thai and English, including stories from the BBC, The Guardian, Wall St Journal, Le Monde Diplomatique, Al Jazeera, ABC Australia, the Bangkok Post and the New York Times.

Both Amnesty International and Human Rights Watch have officially stated that they believe Sombath has been the target of an “enforced disappearance” — defined under international law as the arrest or detention of a person by state officials or their agents followed by a refusal to acknowledge the deprivation of liberty, or to reveal the person’s fate or whereabouts.

In addition, Hillary Clinton, Archbishop Desmond Tutu and the United States Secretary of State John Kerry have all issued statements voicing their concerns, while the European Parliament has issued a statement calling for ‘the ASEAN Human Rights Commission to establish an inquiry Committee to investigate the events surrounding the enforced disappearance.’

Within the region, members of ASEAN nations have also demanded answers. Civil society groups from Malaysia, the Philippines, Cambodia and Thailand have all pushed for greater support for Sombath and in 2012 the Philippines passed the first law in Asia criminalizing enforced disappearances.

Unfortunately, however, ASEAN’s response through AICHR has been weak. In support of ASEAN’s ‘non-interference’ approach to regionalism, AICHR has refused to speak up about Sombath, leading Brad Adams, director of Human Rights Watch, to state, “the silence of ASEAN’s human rights commission about Sombath’s case reflects this body’s fundamental inability to protect human rights.” Of course it is not only AICHR that needs to show a greater interest in this case, but also the Lao government.

Since its inception in 1980, the United Nations Working Group on Enforced or Involuntary Disappearances (UNWGEID) has recorded seven cases of unacknowledged detention in Laos. While this figure remains low compared to other countries in the region it remains a serious cause for concern, particularly given that such disappearances are not consigned to the country’s historic past. Over the past 15 years the Lao government has frequently and systematically used enforced disappearances as a means to intimidate and silence its citizens, including the imprisonment of five organizers of a pro-democracy movement in 1999 and the 2007 disappearance of Sompawn Khantisouk, the owner of an ecotourism guesthouse in Northern Laos who clashed with members of the local government over large-scale rubber concessions in the area.

Aside from enforced disappearances, the government has also faced widespread condemnation for ongoing human rights abuses against the Hmong, an ethnic minority community that fought against the Lao communist forces during the Vietnam War. Both Amnesty International and Médecins Sans Frontières have released multiple reports detailing the ongoing mistreatment of the Hmong by the Lao military, including acts of unjustified imprisonment, murder and rape.

Less horrific, but still a serious problem, has been the widespread land seizures that Sombath and others spoke of at the people’s forum. As Laos has ‘opened its doors’ to foreign investment the rate of state land seizures has grown exponentially. Rubber plantations, mining, and hydropower projects have all been major causes of forced displacements, but they have not been the only causes.

Hotel and casino projects in the north of the country and sports stadiums in the capital of Vientiane have also resulted in land seizures. In the tourist mecca of Luang Prabang, villagers who protested against the confiscation of their land to make way for a golf course were thrown into jail. Elsewhere in the city, others who were displaced to make way for airport upgrades were living in tents and without access to piped water more than a year after their relocation. Even the accommodation for the visiting delegates of the Asia-Europe meeting that the people’s forum preceded was built on land appropriated from local farmers.

On 2 February 2013 Laos became the 158th member of the WTO. Although a big step for the small land-locked country’s membership in the global community, the disappearance of Sombath shows that the Lao state has no intention of allowing its increased integration with global economic flows to lead to increased political freedom. Inequality is growing and, despite a 2012 growth rate of 8.1%, the human development ranking of Laos dropped from 133rd in 2009 to 138th in 2013. Although by no means the only factor, state corruption has played an important role in this slippage. Transparency International, a global organization targeting corruption, ranks Laos 16oth of 176 countries on its corruption perceptions index. Reports of corruption and bribery are widespread in the country’s civil society sector, although it is almost impossible to get people to speak publicly about this problem. According to the distinguished Lao scholar, Professor Martin Stuart-Fox, “Corruption has become endemic” in Laos, where “there is no freedom of the press [and] the police and security forces are under close party control.”

Without increased pressure for political reform future enforced disappearances are likely to occur in Laos. People will continue to be forcefully evicted from their land and the country’s natural resources will continue to be sold off to the highest bidders with little concern for the welfare of future generations. As Laos becomes increasingly tied to investments and aid funding from East Asia it will also become increasingly important for AICHR and other East Asian institutions to ramp up their response to the country’s human rights abuses.



__________________
Anonymous

Date:
Permalink   
 

ຈົດໝາຍຈາກອຶ້ງ ຊຸຍມິງ ເນື່ອງໃນ ໂອກາດວັນລຳລຶກເຖິງຜູ້ເປັນ ເຫຍື່ອຂອງການບັງຄັບບຸກຄົນ ໃຫ້ສູນຫາຍ

ມື້​ນີ້ ວັນ​ທີ 30 ສິງຫາ ​ເປັນ​ວັນ​ລຳ​ລຶກ​ເຖິງຜູ້​ທີ່​ຕົກເປັນ​ເຫຍື່ອ​ຂອງ​ການ​ບັງຄັບ​ບຸກຄົນ​ໃຫ້​ສູນຫາຍ​ສາກົນ (International Day of the Disappeared) ​ອຶ້ງ ຊຸຍ​ມິ​ງ​ໄດ້​​ເຜີຍ​ແຜ່​ຈົດໝາຍ​ຕໍ່​ໄປ​ນີ້​ກັບ​ໝູ່​ເພື່ອນ ​ແລະ ​ເພື່ອນ​ຮ່ວມ​ງານ ​ເພື່ອ​ຮຽກຮ້ອງ​​ໃຫ້​ເຫັນ​​ເຖິງ​ຄວາມ​ຮ້າຍ​ແຮງ​ຂອງ​ບັນຫາ​ດັ່ງກ່າວ

ມີ​ກຸ່ມ ​ແລະ ໜ່ວຍ​ງານ​ສື່​ຈຳນວນ​ຫຼາຍ​ທີ່​ສຶກສາ​ກໍລະນີ​ການ​ບັງຄັບ​ບຸກຄົນ​ໃຫ້​ສູ​ ນຫາຍຫຼາຍ​ກໍລະນີ ​ແລະ ຫຼາຍ​ປະ​ເພ​ດທີ່​ເກີດ​ຂື້ນ​ໃນ​ລາວ ຖ້າ​ຫາກ​ທ່ານ​ມີ​ຂໍ້​ມູນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ ​ແລະ ສາມາດ​ກວດ​ສອບໄດ້ ຂໍ​ເຊີນຊວນ​ມາ​ແບ່ງປັນ​ໃຫ້​ຄົນ​ອື່ນໆ ​ໄດ້​ຮັບ​ຮູ້​ນຳ

​ຮຽນ ທຸກ​ທ່ານ,

ວັນ​ທີ 30 ສິງຫາ ​ເປັນ​ວັນ​ລຳ​ລຶກ​ເຖິງ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງການ​ບັງຄັບ​ບຸ​ກຄົນ​ໃຫ້​ ສູນຫາຍ​ສາກົນ ​ໃນ​ຫຼາຍ​ປະ​ເທດ​ໃນ​ເອ​ເຊຍ​ມີ​ການ​ຈັດ​ກິດຈະກຳ​ເພື່ອ​ໃຫ້​ກຳລັງ​​ໃຈ​ກັບ​ ບັນດາ​ເຫຍື່ອ​ການ​ບັງຄັບ​ບຸກຄົນ​ໃຫ້​ສູນຫາຍ​ສາກົນ

​ເຖິງ​ວ່າ​ປະ​ເທດ​ລາວ​ຈະ​ບໍ່​ໄດ້​ລົງ​ນາມ​ໃນ​ອະນຸ​ສັນຍາ​ແຫ່ງ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ບໍ່​ໃຫ້​ບຸກຄົນ​ສູນຫາຍ (UN Convention Against Enforced Disappearances)ລວມທັງ ​ອະນຸ​ສັນຍາ ​ແລະ ພິທີ​ສານ​ດ້ານ​ສິດທິ​ມະນຸດອື່ນໆ ອີກ​ຫຼາຍ​ສະບັບ ​ແລະ ​ເຖິງ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງຫຼາຍ​ຈາກ​ໜ່ວຍ​ງານ​ດ້ານ ​ສິດທິ​ມະນຸດ​ອື່ນໆ ອີກ​ຫຼາຍ​ສະ​ບັບ ​ແລະ ​ເຖິງ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ​ຈາກ​ໜ່ວຍ​ງາ​ ນພັດທະນາ ​ເພື່ອ​ຈັດ​ກິດຈະກຳ​ປູ​ກຈິດ​ສຳນຶກ ​ແລະ ​ເສີມທັກ​ສະ​ດ້ານ​ສິດທິ​ມະນຸດ ​ແຕ່​ໃນ​ປັດຈຸບັນ​ຍັງ​ມີ​ການ​ຮັບ​ຮູ້ ຫຼື ຍອມຮັບ​ບໍ່​ຫຼາຍ​ວ່າ ການ​ບັງຄັບ​ບຸກຄົນ​ໃຫ້​ສູນ​ຫາຍ​ເປັນ​ປັນຫາ​ສິດທິ​ມະນຸດ​ຢ່າງ​ໜຶ່ງ​ໃນ​ລາວ

​ໃນ​ແງ່​ມຸມ​ຂອງ​ສິດທິ​ມະນຸດ ຖື​​ໄດ້​ວ່າການ​ບັງ​ຄັບ​ບຸກຄົນ​ໃຫ້​ສູນຫາຍ​ເປັນ “ສຸດ ​ຍອດ​ຂອງ​ການລະ​ເມີ​ດສິດທິ​ມະນຸດ​ທັງ​ໝົດ” ​ເນື່ອງ​ຈາກ​ຜູ້​ສູນຫາຍ​ບໍ່​ມີ​ສະຖານະ​ເປັນ “ບຸກຄົນ” ອີກ​ຕໍ່​ໄປ ​ແລະ ຈົນ​ກວ່າ​ຈະ​ສືບ​ຮູ້​​ເຖິງ​ທີ່ຢູ່​ຂອງ​ຜູ້ກ່ຽວ ​ແລະ ຂໍ້​ມູນ​ທີ່​ຢັ້ງຢືນ​ການ​ມີ​ຊີວິດ​ຢູ່​ແລະ​ອື່ນໆ ຄອບຄົວ​ຂອງ​ຜູ້​ຕົກ​ເປັນ​ເຫຍື່ອ​ຕ້ອງ​ຕົກ​ຢູ່​ໃນ​ສະພາວະ​ໝົດ​ຫັວງ ລໍຄອຍ​ໂດຍ​ບໍ່​ມີ​ໂອກາດ​ທີ່​ຈະ​ໄດ້ “ຂໍ້​ສະ​ຫຼຸບ​ທີ່​ຊັດ​ເຈນ” ລັງ​ເລ​ຢູ່ລະຫວ່າງ​ຄວາມ​ຫວັງ ​ແລະ ຄວາມ​ໂສກ​ເສົ້າ ບໍ່​ມີ​ໃຜ​ສາມາດ​ບັນຍາຍ​ເຖິງ​ຄວາມທຸກ​ທໍລະມານ​ໃຈ​ທີ່​ເກີດ​ຂື້ນ​ໃນ​ທຸກ​ນາທີ ​ຂອງ​ແຕ່​ລະ​ວັນ ນອກຈາກ​ຄົນ​ທີ່​ປະສົບ​ກັບ​ການລະ​ເມີ​ດສິດທິ​ເຊັ່ນ​ນີ້​ເອງ ບຸກຄົນ​ພາຍ​ນອກ​ບໍ່​ມີ​ວັນ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ ​ແລ​ະ ອາລົມ​ເຊັ່ນ​ຮີ້​ໄດ້

ຂ້າ​ພະ​ເຈົ້າ​ຂຽນ​ຈົດໝາຍ​ສະບັບ​ນີ້​ບໍ່​ແມ່ນ​ເພື່ອ​ລະບາຍ​ອາລົມ ​ແຕ່​ເພື່ອ​ຮຽກຮ້ອງ​​ໃຫ້​ທຸກ​ທ່ານທີ່​​ເຮັດ​ວຽກ​​ໃນ​ດ້ານການ​ພັດທະນາ ​ແລະ ການສົ່ງ​ເສີມ​ສິດທິ​ມະນຸດ​ໃຫ້​ພະ​ຍາມ​ຫຼາຍ​ຂື້ນ​ເພື່ອ​ປູກຝັງ​ຈິດ​ສຳນຶກ​ ກ່ຽວ​ກັບ​ປະ​ເດັນ​ຄົນ​ຫາຍ​ໃນ​ບໍລິ​ບົດ​ສິດທິ​ມະນຸດ​ຂອງ​ລາວ

ກໍລະນີ​ຄົນ​ຫາຍ​ເກີດ​ຂື້ນ​ຫຼາຍ​ຄັ້ງ​ໃນ​ລາວ ​ແຕ່​ມັກ​ບໍ່​ຄ່ອຍ​ມີ​ການ​ຍອມຮັບ​ກັນ ​ເຫດ​ຜົນ​ຍ້ອນ​ວ່າ​ສະມາຊິກ​ຄອບຄົວ​ຂອງ​ເຫຍື່ອ​ມີ​ຄວາ​ມຢ້ານ​ກົວ ບໍ່​ກ້າ​ຮຽກຮ້ອງ​ຫຼື​ຕິດ​ຕໍ່​ຂໍ​ຄວາມ​ຊ່ວຍ​ເຫຼືອ ​ເມື່ອ​ມໍ່ໆ ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຕິດ​ຕາມ​ຂໍ້​ມູນ​ກ່ຽວ​ກັບ​ກໍລະນີ​ຄົນ​ຫາຍ​ກໍລະນີ​ ໜຶ່ງ​ທີ່​ໄດ້​ມີ​ການ​ລາຍ​ງານ​​ໄປ​ເຖິງ​ຄະ​ນະ​ເຮັດ​ວຽກ​ວ່າ​ດ້ວຍ​ການ​ບັງຄັບ​ ບຸກຄົນ​ໃຫ້​ສູ​ນຫາຍ​ໂດຍ​ບໍ່​ສະໝັກ​ໃຈ (Working Group on Enforced or Involuntary Disappearances) ​ແຕ່​​ໄດ້​ຮັບ​ການ​ແຈ້ງວ່າ​ທາງ​ຄອບຄົວ​ຕ້ອງການ​ເກັບ​ເລື່ອງ​ນີ້​ໃຫ້​ ເປັນຄວາມ​ລັບ ສະທ້ອນ​ໃຫ້​ເຫັນ​ລະດັບ​ຄວາມ​ຢ້ານ​ເປັນ​ເຫດ​ໃຫ້​ຜູ້​ກະທຳ​ຜິດ​ໃນ​ລາວ​ຍັງ​ ຄົງລອຍ​ນວນ ບໍ່​ຕ້ອງ​ຮັບ​ໂທດ ພວ​ກ​ເຂົາ​ຮູ້​ວ່າ​ຈະ​​ເຮັດ​ຫຍັງ​​ກໍ​ໄດ້​ໂດຍ​ບໍ່​ຕ້ອງ​ຮັບ​ຜົນ ຫຼື ​ບໍ່​ໄດ້​ຮັບ​ຜິດ​ຊອບ​ຕໍ່​ຜົນ​ທີ່​ເກີດ​ຂື້ນ​ຢ່າງ​ໃດ​ເລີຍ

ຂ້າ​ພະ​ເຈົ້າ​ໃຊ້​ເວລາ​ທັ້ງຊີວິດ​ການ​ເຮັດ​ວຽກ​ດ້ານ​ການ​ພັດທະນາ​ໃນ​ ລາວ ​ແລະ ​ໃນ​ປະ​ເທດ​ອື່ນໆ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ ​ແລະ ສິດ​ຂອງ​ຄົນ​ທຸກ​ຍາກ ​ແລະ ​ດ້ອຍ​ໂອກາດ  ຂ້າພະ​ເຈົ້າຮູ້ສຶກ​ພູມ​ໃຈທີ່​ໄດ້​​ເຮັດ​ສິ່ງ​ເຫຼົ່າ​ນີ້ ຂ້າພ​ະ​ເຈົ້າ​ຈຶ່ງ​ຂໍ​ກະ​ຕຸ້ນ​ໃຫ້​ທຸກ​ທ່ານ​ເຊິ່ງ​ເປັນ​ເພື່ອນ​ຮ່ວມ​ງານ​ການ ​ພັດທະນາ​ໃຫ້​ສະ​ແດງ​ຈຸດ​ຢືນ​ທີ່​ເຂັ້ມ​ແຂງຫຼາຍ​ຂື້ນ​​ໃນ​ປະ​ເດັນ​ຄົນ​ຫາຍ ຮ່ວມ​ກັບ​​ເຄືອ​ຂ່າຍ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​​ໃນ​ລາວ ທັງ​ໃນ​ລະດັບ​ປະ​ເທດ ​ແລະ ລະດັບ​ທ້ອງ​ຖິ່ນ ຢ່າງ​ນ້ອຍໆ ຂ້າພະ​ເຈົ້າ​ມີ​ສຽງ​ທີ່​ຈະ​ເວົ້າ​ອອກ​ມາ​ໄດ້ ຈຶ່ງ​ຈະ​ຂໍ​ເຊີນຊວນ​ໃຫ້​ທ່ານ​​ເປັນປາກ​ເປັນ​ສຽງ ​ແລະ ສະ​ແດງ​​ຈິດ​ສຳນຶກ​ແທນ​ປະຊາຊົນ​ລາວ ​ເຊິ່ງບໍ່​​ມີ​ສຽງ​ ​ແລະ ຍັງ​ຄົງ​ຢ້ານ​ກົວ​ດັ່ງ​ທີ່​ກ່າວ​ມາ

ຂໍສະ​ແດງ​ຄວາມ​ນັບຖື

ອຶ້ງ ຊຸຍ​ມິ​ງ



__________________
Anti force dissapearance

Date:
Permalink   
 

ຢາກຮູ້ວ່າ ສົມບັດ ສົມພອນແມ່ນໃຜ ເບີ່ງຢູ່ນີ້

ສົມບັດແມ່ນໃຜ?

ສົມບັດ ສົມພອນ ເກີດໃນຄອບຄົວຊາວກະສິກອນທີ່ທຸກຍາກໃນແຂວງຄຳມ່ວນປະເທດລາວ ແລະ ເປັນລູກຜູ້ທຳອິດ ໃນຈຳນວນລູກ 8 ຄົນ. ໃນຕົ້ນຊຸມປີ 70 ລາວໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດຮາວາຍ ປະເທດສະຫະລັດອາເມລິກາ ບ່ອນທີ່ລາວໄດ້ຮັບປະລິນຍາຕີດ້ານການສຶກສາ (1974) ແລະ ປະລິນຍາໂທດ້ານກະສິກຳ (1978).

Sombath with Bounyang Vorachit

Sombath with former Prime Minister Bounyang Vorachit

ລາວໄດ້ເດີນທາງກັບມາບ້ານເກີດພາຍຫລັງທີ່ໄດ້ສະຖາປະນາເປັນປະເທດ ສປປ ລາວ. ວຽກ ຂອງສົມບັດໃນໄລຍະ ທຳອິດແມ່ນກ່ຽວກັບການສາທິດການປັບປຸງການຜະລິດກະສິກຳ ແລະ ຮັບປະກັນສະບຽງອາຫານທີ່ໄຊ້ຕົ້ນທຶນຕ່ຳ. ຫລັງຈາກນັ້ນ ລາວໄດ້ລິເລີ່ມການນຳໃຊ້ເຕັກນິກ ການປະເມີນສະຖານນະພາບແບບມີສ່ວນຮ່ວມຂອງຊຸມຊົນ ໃນລາວ. ໃນປີ 1996 ລາວໄດ້ຮັບ ອະນຸຍາດຈາກກະຊວງສຶກສາທິການຈັດຕັ້ງສູນອົບຮົມຮ່ວມພັດທະນາ ຫລື ສູນປາແດກ ຂຶ້ນ ເພື່ອຕອບສະຫນອງການຝຶກອົບຮົມໃຫ້ກັບຊາວຫນຸ່ມ ແລະ ເຈົ້າຫນ້າທີ່ລັດຂັ້ນທ້ອງຖິ່ນໃນດ້ານ ການພັດທະນາໂດຍອີງໃສ່ຊຸມຊົນເປັນພື້ນຖານ. ຂ້າງເທິງແມ່ນຮູບພາບຂອງ ສົມບັດ ກັບທ່ານ ບຸນຍັງ ວໍລະຈິດ ອະດິດນາຍົກລັດຖະມົນຕີຂອງລາວ.

ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບຊີວິດການເຮັດວຽກຂອງລາວໄດ້ໂດຍການກົດ ເລືອກ “ວຽກຂອງລາວ” ໃນເມນູຂ້າງເທິງ.

Sombath and Shui-Meng

Sombath with spouse Ng Shui-Meng

ສົມບັດ ພົບກັບພັນລະຍາຊື່ ຊຸຍເມັງ ໃນເວລາທີ່ພວກເຂົາຍັງເປັນນັກຮຽນຢູ່ທີ່ຮາວາຍ. ຊຸຍເມັງ ຊຶ່ງມາຈາກສິງກະໂປ ໄດ້ເຮັດວຽກກັບສະຫະປະຊາຊາດໃນເວລາຕໍ່ມາ. ລະຫວ່າງ 2003 ແລະ 2008 ນາງເປັນຜູ້ຕ່າງຫນ້າອົງການ ຢູນິເຊຟ ປະຈຳປະເທດຕີມໍເລສເຕ. ດ້ານຊ້າຍແມ່ນ ຮູບພາບຂອງຄູ່ຜົນເມຍເພີ່ນກຳລັງຮັບປະທານອາຫານຄຳ ແບບຜ່ອນຄາຍ ຮ່ວມກັບໝູ່ເພື່ອນ ແຄມນຳ້ຂອງໃນວຽງຈັນ.

ໃນກາງປີ 2012 ສົມບັດ ໄດ້ກະສຽນຈາກຕຳແຫນ່ງຫົວຫນ້າອົງການປາແດກ ແລະ ຕັ້ງໃຈທີ່ຈະ ໃຊ້ເວລາຫລາຍຂຶ້ນກັບຄອບຄົວ, ນັ່ງສະມາທິ ແລະ ຂີດຂຽນ. ລາວໄດ້ເດີນທາງໄປຢ້ຽມແມ່ຂອງ ລາວຢູ່ທ່າແຂກເປັນປະຈຳ ຊຶ່ງປັດຈຸບັນອາຍຸໄດ້ 83 ປີ ແລະ ປັດຈຸບັນ ສົມບັດ ກຳລັງ ສະຫນັບສະຫນຸນ ຫລານຜູ້ຍິງສອງຄົນເຂົ້າໂຮງຮຽນມັດທະຍົມ. ສົມບັດ ມັກຫລິ້ນກິລາປິ໋ງປ່ອງ ແລະ ດູແລສວນຂອງລາວ. ຄວາມຄິດຂອງລາວໄດ້ຮັບອິດທິພົນຢ່າງເລິກເຊິ່ງຈາກສາດສະຫນາ ພຸດ ໂດຍສະເພາະຫລັກການສອນໃຫ້ມີສະຕິ, ຄວາມເຫັນອົກເຫັນໃຈ, ບໍ່ໃຊ້ຄວາມຮຸນແຮງ ແລະ ຄວາມສຳພັນກັບທຳມະຊາດ.

ເມື່ອສົມບັດໄດ້ຫາຍຕົວໄປໃນວັນທີ 15 ທັນວາ 2012 ຄອບຄົວຂອງລາວເປັນຜູ້ເລີ່ມຕົ້ນຊອກ ຫາລາວໃນທັນທີ ທັນໃດ ໂດຍໄປຫາຢູ່ໂຮງໝໍ ແລະ ລາຍງານການຫາຍຕົວຕໍ່ກັບເຈົ້າຫນ້າທີ່ ຕຳຫລວດ. ມາຮອດວັນທີ 17 ນາງຊຸຍເມັງ ໄດ້ຂຽນຈົດໝາຍເຖິງອຳນາດການປົກຄອງຕ່າງໆ ຊຶ່ງທ່ານສາມາດອ່ານໄດ້ທີ່ນີ້. ເມື່ອບໍ່ໄດ້ຮັບຜົນຫຍັງ ຄອບຄົວຂອງລາວຈຶ່ງໄດ້ຕິດຕໍ່ຫາ ສະຖານທູດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ຮູ້ຈັກລຶ່ງເຄີຍກັບ ສົມບັດ ແລະ ວຽກຂອງລາວ.

ຄອບຄົວ ແລະ ໝູ່ເພື່ອນຂອງ ສົມບັດ ສືບຕໍ່ເຮັດທຸກທຸກຢ່າງທີ່ເປັນໄປໄດ້ເພື່ອທີ່ຈະນຳເອົາ ລາວກັບຄືນມາຢ່າງ ປອດໄພ ແລະ ເວຟໄຊ້ນີ້ເປັນສ່ວນຫນຶ່ງຂອງຄວາມພະຍາຍາມ ດັ່ງກ່າວ.

http://sombath.org/lao/who-is-sombath/



__________________
Anonymous

Date:
Permalink   
 

ກະສົນໃຈຢູ່ ແຕ່ຢ້ານພັກລັດ ເພີ່ນເອົາໄປ ຄືທ່ານ ສົມບັດ ສົມພອນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard