ສປປ.ລາວ ຍັງເຫລືອຄອບຄົວທຸກຍາກພຽງ 10,57%
ຂປລ. ຕາມການປະເມີນຄວາມທຸກຍາກ ໃນທ້າຍປີ 2013 ອັດຕາຄອບຄົວທຸກຍາກໄດ້ຫລຸດຍັງເຫລືອພຽງ 10,57%, ບ້ານທຸກຍາກກໍຫລຸດລົງຍັງເຫລືອ 26,72% ຫລືເທົ່າກັບ 2.291 ບ້ານ ແລະ ເມືອງທຸກຍາກຍັງເຫລືອ 25,52%, ໃນຂະນະດຽວກັນ ບ້ານພັດທະນາໄດ້ເພີ່ມຂຶ້ນ 27,45% ແລະ ຄອບຄົວພັດທະນາເພີ່ມຂຶ້ນກວມ 65,60%.
ໃນ ວັນທີ 10 ຕຸລາ 2013 ນີ້, ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ 2013 ໂດຍຊີ້ໃຫ້ເຫັນວ່າ: ພັກ-ລັດຖະບານ ຍາມໃດກໍມີຄວາມພະຍາຍາມ ໃນການຍົກຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ລວມ ທັງດ້ານການພັດທະນາ ທັງໃນຕົວເມືອງ ແລະ ຊົນນະບົດ ໃຫ້ດີຂຶ້ນເປັນກ້າວໆ. ຍ້ອນ ສປປ.ລາວ ມີສະພາບຈຸດພິເສດດ້ານພື້ນທີ່ສ່ວນໃຫຍ່ເປັນ ຊົນນະບົດ, ພົນລະເມືອງປະມານ 80% ເປັນຊາວກະສິກອນ ແລະ ດຳລົງຊີວິດຢູ່ຊົນນະບົດ, ການດຳລົງຊີວິດ ແລະ ການຜະລິດສ່ວນໃຫຍ່ຂອງປະຊາຊົນ ຍັງເປັນແບບທຳມະຊາດ, ລະດັບຄຸນນະພາບຊີວິດຍັງຕ່ຳ, ພື້ນຖານວັດຖຸເຕັກນິກ ແລະ ໂຄງລ່າງດ້ານເສດຖະກິດ-ສັງຄົມ ຍັງຈຳກັດຫລາຍດ້ານ. ດ້ວຍເຫດນີ້ ພັກ-ລັດຖະບານ ຍາມໃດກໍຖືເອົາວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເປັນວຽກຍຸດທະສາດ, ເປັນວຽກບູລິ ມະສິດຕົ້ນຕໍ ແລະ ເປັນໜ້າທີ່ຕົ້ນຕໍຂອງປວງຊົນລາວທັງຊາດ ແນໃສ່ເຮັດໃຫ້ວຽກງານພັດທະນາຊົນນະບົດ ກາຍເປັນສະໜາມຮົບອັນດັບໜຶ່ງຢ່າງແທ້ຈິງ. ພ້ອມນັ້ນໄດ້ວາງຄາດໝາຍສູ້ຊົນ ຫລຸດອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 10% ແລະ ບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາໃນປີ 2015, ທັງນຳເອົາປະເທດຊາດໃຫ້ຫລຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາໃນ ປີ 2020.
ຢ່າງ ໃດກໍຕາມໃນແຕ່ລະປີ ລັດຖະບານໄດ້ສຸມທຶນຮອນເຂົ້າໃນການປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ກໍຄືການຄ້ຳປະ ກັນສະບຽງອາຫານເປັນຈຳນວນຫລາຍພໍສົມຄວນ, ສະເພາະປີ 2013 ມີມູນຄ່າ 1,6 ຕື້ກວ່າກີບ, ໂດຍທຶນດັ່ງກ່າວບໍ່ໄດ້ລວມເອົາການລົງທຶນຂອງພາກ ສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ ຂອງຂະແໜງການທີ່ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ. ຜົນສຳເລັດທີ່ຍາດ ມາໄດ້ນັ້ນ ກໍຍ້ອນມີການປະກອບສ່ວນອັນສຳຄັນຂອງທຸກຊັ້ນຄົນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງການຊ່ວຍເຫລືອຂອງປະເທດ ເພື່ອນມິດ, ສະຖາບັນການເງິນ, ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາ ແລະ ອົງການທີ່ບໍ່ສັງກັດລັດຖະບານ. ພ້ອມນີ້ໄດ້ຮຽກຮ້ອງເຖິງທຸກຊັ້ນ ຄົນ ແລະ ພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຕໍ່ສູ້ກັບຄວາມທຸກຍາກ ແລະ ໄພອຶດຫິວຢູ່ໃນທົ່ວໂລກ ກໍຄືໃນ ສປປ.ລາວ ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ຖາມຫລາຍຄົນແລ້ວ ເປັນຫັຍງຈັງໃສ່ໃຫ້ພົ້ນຄອບຄົວທຸກຍາກ ທັງໆທີ່ບ້ານເຮືອນກະຍັງພໍໄດ້ກິນເລັກຫນ້ອຍບາງປີ ນ້ຳບໍດີຝົນບໍຕົກກະຂາດເຂີນເຂົ້າກິນ
ບາດຊາວບ້ານເຂົາຕອບວ່າ ແນວພະນັກງານ ມາຈົດຫ້ານໃຫ້ເຮັດແລະບອກຕາມຂັ້ນເທິງຄັນບໍ ເຮັດໃຫ້ລາຍໄດ້ເພີ່ມ ກະບໍຜ່ານຕ້ອງໄດ້ຈົດແລະກວດແກ້ໃຫມ່
ທັງໆທີ ຍັງເປັນຄອບຄົວທຸກຍາກແຕ່ກະບໍເຖິງຊິຂາດເຂີນ ຈົນໄດ້ຂໍທານກິນ ຍ້ອນເງິນຫມູນໃຊ້ກະໄດ້ຈາກລູກຫລານໄປຂາຍແຮງງານຜິດກົດຫມາຍໃນປະເທດໄທ
ແລະເວົ້າເລືອງບ້ານວັດທະນະທຳກະຄືກັນ
ຖາມບາງຄົນກະບໍຮູ້ຮອດຄວາມຫມາຍວັດທະນະທຳ ການນຸ່ງຖືແບບລາວໆເປັນແນວໄດ ແຖມປະກົດການຫຍໍ້ທໍ້ຍັງມີຫລາຍ ເຊັ່ນ:ຢາບ້າ ລັກເລັກຂະໂມຍນ້ອຍ ການຜິດຖຽງກັນ ການສໍ້ໂກງ ການຜິດຮີດຄອງປະເພນີ ແຕ່ປານນີພວກເພີ່ນກະຍັງ ກະຕືລືລົ້ນ ໃຫ້ສ້າງຕັ້ງບ້ານວັດທະນະທຳໃຫ້ຈົນໄດ້.
ບາດປະກົດການຫຍໍ້ທໍ້ ທີມີພັດບໍກະຕືລືລົ້ນແກ້ໄຂ ປາບປາມ.
ຂ່າວອອກມາຈາກ ພັກລັດ ມີແຕ່ຂ່າວດີໆ ຂ່າວໃດບໍ່ດີ ພັກລັດບໍ່ໃຫ້ເອົາອອກ,
ທຸກການສຳຫຼວດ, ການປະເມີນ ຫຼື ການວັດແທກ ຕ່າງໆ ລ້ວນແລ້ວແຕ່ມີເກນ ຫຼື ມາດຕະຖານໃນການວັດແທກ. ການປະເມີນກໍ່ມີທັງແບບເດັດຖານ ແລະ ທຽບຖານ.
ອີກ 20 ປີ ຈະໄດ້ບໍ່ບຸ ທ່ານ ເບິ່ງການພັດທະນາທາງກະສິກຳກໍ່ບໍ່ເຫັນວ່າຈະມີບາດກ້າວທີ່ດີ ບືງທາງຫລວງ ອູ່ເຂົ້າອູ່ປາ ກໍ່ຫາຍແລ້ວ
ເງິນກໍ່ບໍ່ມີ ໃນການພັດທະນາ ວິຊາການ ກໍ່ຫນ້ອຍ ຜູ້ນຳກໍ່ມົວ ແຕ່ໂກງກິນ ແລະເວົ້າໃຫ່ຍ(ວ່າມີແຜນການນັ້ນ ແຜນການນີ້ ແຕ່ເຮັດບໍ່ໄດ້ ແລ້ວກໍ່ຖື້ມໄວ້. ສິ່ງທີ່ເຫັນກັນເຮັດໄດ້ດີ ແລະເພິ່ນຊ່ຽວຊານ
ແມ່ນ ຄ່ານາຍໜ້າງາມ "ຫັນດິນເປັນທືນ ເຂດນັ້ນ ເຂດນີ້").
ດຽວນີ້ເສດຖະກິດລາວ ຈະດັບເຈັກແລ້ວ ປະເທດໃດກໍ່ບໍ່ ໃຫ້ຢືມເງີນ ແລະຊ່ວຍເຫລືອ ເພາະວ່າ ກ້ອນເງີນທີ່ໄດ້ຜ່ານມາ ຖີກໃຊ້ ແລະບໍ່ລິຫານ ໂດຍຄົນບໍ່ມີຄວາມຮູ້