ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ 25,000 ກວ່າ ແຫ່ງ ຂອງລາວ ມີຄວາມສ່ຽງທີ່ອາດຈະລົ້ມລະລາຍ ຖ້າຫາກບໍ່ ມີການປັບປຸງການບໍລິຫານ ໃຫ້ສາມາດແຂ່ງຂັນໃນຕະຫຼາດເອ ເຊຍໄດ້ຢ່າງແທ້ຈິງ.
ເຈົ້າໜ້າທີ່ຂັ້ນສູງໃນກອງທຶນເພື່ອການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະຂະ ໜາດກາງ ຫຼື SME Fund ໃນລາວ ໄດ້ໃຫ້ການຍອມຮັບວ່າ ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງທີ່ມີຢູ່ຫຼາຍກວ່າ 25,000 ລາຍໃນ ທົ່ວປະເທດລາວ ກໍາລັງຕົກຢູ່ໃນສະພາວະຄວາມສ່ຽງສູງ ທີ່ອາດຈະຕ້ອງຢຸດເຊົາກິດຈະການ ໃນທ້າຍປີ 2015 ຖ້າຫາກວ່າບໍ່ໄດ້ຮັບການສະໜັບສະໜຸນ ດ້ານເງິນທຶນ ເພື່ອປັບປຸງການບລິຫານກິດຈະ ການ ຢ່າງພຽງພໍ. ທັງນີ້ ໂດຍສາເຫດສໍາຄັນ ທີ່ເຮັດໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນ ລາວຕ້ອງຕົກຢູ່ພາຍໃຕ້ສະພາບການດັ່ງກ່າວ ກໍຍ້ອນວ່າການທີ່ລາວເປັນສະ ມາຊິກໃນກຸ່ມອາຊ່ຽນ ທີ່ຈະຕ້ອງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຄ້າ ແລະການລົງ ທຶນຢ່າງເສລີໃນທັງ 10 ປະເທດສະມາຊິກ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປນັ້ນ ຈະເຮັດໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວຕ້ອງປະເຊີນກັບການແຂ່ງຂັນຈາກບັນດາວິສາຫະກິດ ຂະໜາດດຽວກັນໃນທົ່ວພູມິພາກອາຊ່ຽນ ຢ່າງຫຼີກລ່ຽງບໍ່ໄດ້. ເພາະສະນັ້ນເພື່ອເປັນການປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນກັບ ບັນດາວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງໃນລາວ ຈຶ່ງຈໍາເປັນຈະຕ້ອງນໍາໃຊ້ເງິນທຶນໃນມູນຄ່າ ລວມບໍ່ໜ້ອຍກວ່າ 3,700 ຕື້ກີບ ເພື່ອການປັບປຸງການບໍລິຫານແລະພັດທະນາຄຸນນະ ພາບການຜະລິດສິນຄ້າຂອງວິສາຫະກິດຂະໜາດນ້ອຍແລະຂະໜາດກາງໃນລາວ ໃຫ້ໄດ້ມາດຕະຖານ ຂອງຕະຫຼາດໃນອາຊ່ຽນ ກໍຄືຕະຫຼາດສາກົນ ໃຫ້ໄດ້ຢ່າງແທ້ຈິງ. ຫາກແຕ່ວ່າ ບັນຫາໃນເວລາ ນີ້ ກໍຄືລັດຖະບານລາວສາມາດຈະໃຫ້ການສະໜັບສະ ໜຸນເງິນທຶນດັ່ງກ່າວໄດ້ພຽງ 15 ຕື້ກີບ ຫຼືບໍ່ເຖິງ 0.5% ຂອງຄວາມຕ້ອງການເງິນທຶນ ທັງໝົດເທົ່ານັ້ນ ໝາຍຄວາມວ່າເງິນທຶນໃນມູນຄ່າດັ່ງກ່າວນີ້ ສາມາດທີ່ຈະໃຫ້ການສະ ໜັບສະໜຸນສໍາລັບ ການພັດທະນາປັບປຸງບັນດາວິສາຫະກິດຂະໜາດນ້ອຍແລະຂະ ໜາດກາງໃນລາວ ໄດ້ພຽງບໍ່ເຖິງ 100 ລາຍ ເພາະສະນັ້ນ ຖ້າຫາກວ່າລັດຖະບານລາວຍັງບໍ່ສາມາດຫາທາງປ້ອງກັນບັນຫາດັ່ງກ່າວ ນີ້ໄດ້ ກໍຈະເຮັດໃຫ້ວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງສ່ວນໃຫຍ່ໃນລາວຕ້ອງຢຸດເຊົາກິດຈະການ ຫຼືລົ້ມລະລາຍໄປຢ່າງຫຼີກລ່ຽງບໍ່ໄດ້.
ເພາະສະນັ້ນເພື່ອເປັນການປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນກັບ ບັນດາວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງໃນລາວ ຈຶ່ງຈໍາເປັນຈະຕ້ອງນໍາໃຊ້ເງິນທຶນໃນມູນຄ່າ ລວມບໍ່ໜ້ອຍກວ່າ 3,700 ຕື້ກີບ ເພື່ອການປັບປຸງການບໍລິຫານແລະພັດທະນາຄຸນນະ ພາບການຜະລິດສິນຄ້າຂອງວິສາຫະກິດຂະໜາດນ້ອຍແລະຂະໜາດກາງໃນລາວ ໃຫ້ໄດ້ມາດຕະຖານ ຂອງຕະຫຼາດໃນອາຊ່ຽນ ກໍຄືຕະຫຼາດສາກົນ ໃຫ້ໄດ້ຢ່າງແທ້ຈິງ. ຫາກແຕ່ວ່າ ບັນຫາໃນເວລາ ນີ້ ກໍຄືລັດຖະບານລາວສາມາດຈະໃຫ້ການສະໜັບສະ ໜຸນເງິນທຶນດັ່ງກ່າວໄດ້ພຽງ 15 ຕື້ກີບ ຫຼືບໍ່ເຖິງ 0.5% ຂອງຄວາມຕ້ອງການເງິນທຶນ ທັງໝົດເທົ່ານັ້ນ ໝາຍຄວາມວ່າເງິນທຶນໃນມູນຄ່າດັ່ງກ່າວນີ້ ສາມາດທີ່ຈະໃຫ້ການສະ ໜັບສະໜຸນສໍາລັບ ການພັດທະນາປັບປຸງບັນດາວິສາຫະກິດຂະໜາດນ້ອຍແລະຂະ ໜາດກາງໃນລາວ ໄດ້ພຽງບໍ່ເຖິງ 100 ລາຍ ເພາະສະນັ້ນ ຖ້າຫາກວ່າລັດຖະບານລາວຍັງບໍ່ສາມາດຫາທາງປ້ອງກັນບັນຫາດັ່ງກ່າວ ນີ້ໄດ້ ກໍຈະເຮັດໃຫ້ວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງສ່ວນໃຫຍ່ໃນລາວຕ້ອງຢຸດເຊົາກິດຈະການ ຫຼືລົ້ມລະລາຍໄປຢ່າງຫຼີກລ່ຽງບໍ່ໄດ້. ໂດຍສະພາບການດຽວກັນນີ້ ກໍຍັງສາມາດທີ່ຈະເກີດຂຶ້ນກັບບັນດາວິສາຫະກິດຂອງລັດ ຖະບານລາວດ້ວຍເຊັ່ນກັນ ທັງນີ້ກໍເນື່ອງຈາກວ່າລັດວິສາຫະກິດທີ່ມີຢູ່ຫຼາຍກວ່າ 130 ແຫ່ງທົ່ວປະເທດ ໃນປັດຈຸບັນນີ້ ກໍາລັງຕົກຢູ່ໃນສະພາ ບທີ່ຂາດປະສິດທິພາບ ທັງໃນດ້ານການບໍລິຫານງານ ແລະການໃຊ້ຈ່າຍງົບປະມານ ຢ່າງຟຸມເຟືອຍ ທີ່ເປັນຜົນປະໂຫຍດຂອງບັນດາຜູ້ບໍລິຫານ ເຊັ່ນ ລົດຍົນປະຈໍາຕໍາແໜ່ງ ເບ້ຍປະຊຸມ ແລະເງິນອຸດ ໜຸນ ຕ່າງໆນັ້ ກໍຍັງຖືເປັນລາຍຈ່າຍທີ່ສູງ ທີ່ສຸດຂອງບັນດາລັດວິສາຫະກິດໃນລາວອີກດ້ວຍ. ຍິ່ງໄປກວ່ານັ້ນ ກໍຍັງປາກົດວ່າຜົນຕອບແທນ ທີ່ເປັນສະວັດດີການຂອງສ່ວນລາວຍັງບໍ່ຕົກໄປເຖິງບັນດາພະນັກງານ ສ່ວນໃຫຍ່ຂອງລັດວິສາຫະກິດອີກດ້ວຍ ທັງໆທີ່ວ່າສະວັດດີການນັ້ນ ຈະສົ່ງຜົນຕໍ່ການປະຕິບັດໜ້າທີ່ຂອງພະນັກງານ ໃນລັດວິສາຫະກິດ ໂດຍກໍລະນີບັນຫາທີ່ໄດ້ເກີດຂຶ້ນແລ້ວ ກໍຄືການທີ່ຜູ້ບໍລິຫານລັດວິສາຫະກິດບໍ່ຍອມຈ່າຍເງິນເຂົ້າກອງທຶນ ປະກັນສັງຄົມໃຫ້ ກັບພະນັກງານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານແລະສະວັດດີການສັງຄົມ ໄດ້ໃຫ້ ການຢືນຢັນວ່າ: “ລັດວິສາຫະກິດຈໍານວນນຶ່ງ ຍັງມີສະພາບການຂາດທຶນ ບໍ່ມີປະສິດທິພາບ ການຄວບຄຸມພາຍໃນຍັງບໍ່ລະອຽດສອດຄ່ອງ ເປັນຕົ້ນແມ່ນການແບ່ງຄວາມຮັບຜິດຊອບ ລະຫວ່າງ ໜ່ວຍການບັນຊີ ແລະໜ່ວຍການເງິນ ບາງລັດວິສາກະກິດບໍ່ມອບເງິນເຂົ້າໂຄງການປະກັນສົງຄົມ ຍັງສ້າງລະບຽບ ທີ່ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍລັດວິສາຫະກິດ.“