ໄປທ່ຽວບຸນປີໃໝ່ລາວ ( ປີ 1976 ) ແຕ່ຕອນ 11 ໂມງເຊົ້າຈົນຮອດ 5 ໂມງແລງແລ້ວກັບບ້ານມາພັກຜ່ອນເອົາແຮງເພື່ອຈະໄປ
ຮ່ວມຊຸມແຊວນຳໝູ່ເພື່ອນທີ່ເຮືອນໝໍສົມບັດຕາມທີ່ນັດກັນໄວ້. ເອື້ອຍມາເຄາະປະຕູຫ້ອງນອນເພາະຂ້າພະເຈົ້າກຳລັງນອນຜັກຜ່ອນ
ຢູ່ແລະບອກວ່າມີໝູ່ມາຫາ. ຂ້າພະເຈົ້າສີຫູສີຕາອອກມາຫາກໍເຫັນຊາຍສະກັນສອງຄົນຢູ່ໃນຊຸດເຄື່ອງແບບທະຫານ( ແຕ່ພວກເຂົາເປັນ
ຕຳຣວດ ເພາະໃນຍຸກນັ້ນທະຫນາແລະຕຳຣວດຂອງ ສປປລາວນຸ່ງເຄື່ອງແບບຄືກັນ ) ຜູ່ນຶ່ງພາຍປືນ ອາກາ ແລະຜູ່ນຶ່ງເອົາປືນສັ້ນຂັດ
ແອວແລະເອົາຕີນເສື້ອລົງມາປົກໄວ້, ຈະສັງເກດເຫັນເປັນຮູບຮ່າງຂອງທ້າຍປືນສັ້ນຈາກພາຍນອກໄດ້ຢ່າງດີ ແລະຜູ່ນີ້ເຊື່ອແນ່ວ່າເປັນ
ນາຍ. ຜູ່ກ່ຽວຖາມວ່າຂ້າພະເຈົ້າຮູ້ຈັກກັບບັກດົມເປັນຊ່າງຊ້ອມແປງຣັດຈັກຢູ່ອູ່ວຽງຈັນ 5 ຂ້າງໂຮງໜັງໂອດຽນຣາມາບໍ່? ຂ້າພະເຈົ້າກໍ
ຕອບໄປວ່າຮູ້. ແລະຕຳຣວດຄົນນັ້ນກໍບວກວ່າເພິ່ນເປັນໝູ່ກັບໝໍດົມຈະມາຮັບເອົາຂ້າພະເຈົ້າໄປສູ່ຂັວນປີໃໝ່ທີ່ເຮືອນຂອງໝໍດົມ ແລະ
ຈະມີຣົດມາຮັບເອົາພຽງແຕ່ມາບອກໃຫ້ຕຽວໂຕຖ້າ. ຂ້າພະເຈົ້າເຂົ້າໃຈທັນທີວ່າຕົນເອງມີເຣື່ອງແລ້ວເພາະໝໍດົມກັບໄປຢາມບ້ານຢູ່ທີ່ເຊ
ໂປນສອງສາມມື້ກ່ອນບຸນປີໃໝ່ເພາະຜູ່ກ່ຽວຂໍອະນຸຍາດລາພັກກັບຂ້າພະເຈົ້າເອງ. ແຕ່ຂ້າພະເຈົ້າບໍ່ໄດ້ຕົກໃຈແຕ່ປະການໃດເພາະບໍ່ໄດ້ສ້າງ
ເຣື່ອງຫຍັງໝົດ ຈຶ່ງບອກຕຳຣວດສອງຄົນນັ້ນໃຫ້ເຂົ້າມາໃນເຮືອນນັ່ງຖ້າຈັກບຶດຈັກຄາວເພາະຈະໄປອາບນ້ຳແລະປ່ຽນເຄື່ອງນຸ່ງກ່ອນ. ປະ
ມານ 20 ນາທີຕໍ່ມາກໍສຳເຣັດອາບນ້ຳແລະປ່ຽນເຄື່ອງນຸ່ງ ແລະໃນເວລານັ້ນກໍເຫັນຣົດຈິບ ວິລລີ້ ສີຟ້າແກ່ໆມາຈອດຂ້າງປະຕູທາງເຂົ້າບ້ານ
ແລະເຫັນໝໍໄດຊຶ່ງເປັນໝູ່ຂອງຂ້າພະເຈົ້າເອງພ້ອມກັບຊາຍຊະກັນຄົນນຶ່ງພາກັນຍ່າງລົງມາຈາກຣົດຈິບຄັນນັ້ນມຸ່ງເຂົ້າມາໃນເຮືອນ. ຂ້າ
ພະເຈົ້າຍ່າງອອກຈາກເຮືອນໄປຮັບແລະເອີ້ນໃສ່ແລະກໍຖາມວ່າມາເຮັດຫຍັງ? ຕຳຣວດສອງຄົນນັ້ນບອກວ່າ ເຂົາຈະມາຮັບເອົາສະຫາຍໄປ
ເຮືອນໝໍດົມ.
ໃນເວລາໝໍໄດພາຂ້າພະເຈົ້ານັ່ງຣົດໄປນັ້ນ ໝໍຖາມຂຶ້ນມາວ່າ: ເຮີຍໝໍ ແມ່ນໂຕໄປເຮັດຫຍັງຜິດມາ? ເຮົາຖືກສັ່ງໃຫ້ມາຮັບເອົາໂຕໄປທີ່
ກອງຄະດີເພາະທາງກົມຕຳຣວດຢາກຖາມໂຕບາງຢ່າງ. ຂ້າພະເຈົ້າບໍ່ເວົ້າຫຍັງຫລາຍເພາະເກງຜູ້ທີ່ນັ່ງຢູ່ຂ້າງຫລັງເພາະເຕີຍປະກົດເຫັນຢູ່
ບ່ອນໃດບ່ອນນຶ່ງຜ່ານມາຊຶ່ງເຄີຍເຫັນຢູ່ໃນເຄື່ອງແບບຕຳຣວດ, ພຽງແຕ່ຕອບໝໍໄດໄປວ່າ ເຮົາບໍ່ຮູ້ເພາະເຮົາບໍ່ໄດ້ເຮັດຫຍັງຜິດ. ບໍ່ພໍ 20
ນາທີກຊຮອດກອງຄະດີເມືອງຈັນທະບູຣີກຳແພງນະຄອນວຽງຈັນ, ລົງຈາກຣົດແລ້ວຍ່າງເຂົ້າໃນກອງຄະດີແລະຂ້າພະເຈົ້າກໍຖືກນຳໂຕໄປນັ່ງ
ຢູ່ໃນຫ້ອງສືບສວນຄົນດຽວ. ບໍ່ພໍບຶດກໍມີຕຳຣວດຄົນນຶ່ງເຂົ້າມາແລະກໍອັດປະຕູຕຶມບາດນຶ່ງແລ້ວເອົາມືເດ່ໄປຈັບເອົາແສ້ຫວາຍຊຶ່ງເອື່ອຍຢຕ່
ແຈຫ້ອງການທາງຂວາມືຂອງປະຕູທາງເຂົ້າຂອງຫ້ອງ. ບໍ່ທັນຖາມໜ້າຖາມຫລັງ ມັນກໍເອົາແສ້ຫວາຍນັ້ນຟາດໃສ່ກາງຫົວຂອງຂ້າພະເຈົ້າ
ແລະຖາມວ່າ: ນາຍພວກສູແມ່ນໃຜ ແລະພວກສູມີຈັກຄົນນຳກັນ? ຂ້າພະເຈົ້າຈຶ່ງຕອຍໄປວ່າ: ມັນແມ່ນເຣື່ອງຫຍັງກັນ ຢູ່ບໍ່ຢູ່ເອົາກັນມາ
ທຸບມາຕີແບບນີ້ ແມ່ນເຮົາເຮັດຫຍັງຜິດສະຫາຍ? ນີ້ຫວາຕຳຣວດຂອງການປະຕິວັດທີ່ວ່າເຕັມໄປດ້ວຍຄຸນສົມບັດຂອງການປະຕິວັດ? ພໍ
ແຕ່ເວົ້າສຸດແສດຫວາຍຂອງມັນກໍມາອີກບາດນຶ່ງ ບາດນີ້ລົງໃສ່ກາງຫລັງ ເພາະຕອນມັນເງືອດມາໃສ່ຂ້າພະເຈົ້າກົ້ມລົງເອົາຫລັງຮັບ. ບໍ່ພໍ
ວິນາທີມັນກໍເດ່ເອົາເຊືອກອູ່ອອກມາແປ້ສອກຂ້າພະເຈົ້າຕິດກັບເກົ້າອີ້ ແລ້ວມັນກໍເຣີ່ມຖາມຄຳຖາມ.
- ສະຫາຍຮູ້ຈັກໝໍດົມຊ່າງແປງຣົດຈັກຢູ່ອູ່ວຽງຈັນ 5 ບໍ່?
- ຮູ້, ລາວເປັນພະນັກງານທີ່ຢູ່ພາຍໃດ້ການດູແລຂອງເຮົາເອງ. ເຮົາມີເຮື່ອງຫຍັງກ່ຽວກັບໝໍດົມ? ຂ້າພະເຈົ້າຖາມຄືນ.
- ໝໍດົມມາແຈ້ງວ່າສະຫາຍໃຊ້ແລະມີເງິນດັອນໄວ້ຄອບຄອງໃນຕົວອີກແມ່ນບໍ່? ບັກ ຕຣ ສຶບສວນມັນຖາມຄືນ.
- ແມ່ນ, ແຕໍບໍ່ຫລາຍດອກ ມີພຽງ 5 ໂດລລາ ເປັນໃບລະດັອນໝົດ.
- ສະຫາຍໄດ້ມາຈາກໃສ ແລະແມ່ນໃຜເອົາໃຫ້?
- ໄດ້ມາຈາກເອື້ອຍຕີ້ນ້າສາວຂອງແຟນໝໍດົມເອງ, ເພິ່ນມາແລກເອົາເງິນກີບນຳ ເພື່ອໄປຊື້ຢາມາສັດໃຫ້ລູກສາວເພິ່ນ. ເອື້ອຍຕີ້ບໍ່ມີເງິນ
ລາວມີແຕ່ 5 ດັອນນີ້ແຕ່ລາວບໍກ້າເອົາໄປຊື້ຫລືຈ່າຍຄ່າຢາຢູ່ຮ້ານຂາຍຢາ ເພາະຢ້ານມີເຣື່ອງມີຄວາມວ່າໃຊ້ເງິນຈັກກະພັດ ເຮົາກໍເລີຍແລກ
ໃຫ້, $ໍດົມກໍຮູ້ຢູ່ຕົ້ວຖ້າວ່າກ່ຽວກັບເຣື່ອງນີ້. ຂ້າພະເຈົ້າອະທິບາຍໃຫ້ບັກ ຕຣ ສືບສວນຄົນນັ້ນຟັງ.
ມີຕຳຣວດມາເຄາະປະຕູໃນເວລາຕໍ່ມາບໍ່ພໍນາທີຫລັງຈາກຂ້າພະເຈົ້າອະທິບາຍຢູ່ນັ້ນ, ແລະກໍມີນັກໂທດຄົນນຶ່ງນຸ່ງແຕ່ໂສ້ງຂາສັ້ນເສື້ອບໍ່ມີ ແລະ
ສອງແຂນແລະແຄ່ງຖືກລັອກໄວ້ດ້ວຍກັບຂານົກຍາງ. ບັກສືບສວນນັ້ນຖາມຄົນໂທດນັ້ນວ່າ: ມຶງຮູ້ຈັກກັບຜູ້ນີ້ບໍ່? ທັງຖາມທັງຊີ້ມືມັນມາຫາ
ຂ້າພະເຈົ້າ. ນັກໂທດຄົນນັ້ນຕອບວ່າ "ບໍ່" ຄຳດຽວ. ພໍແຕ່ຫວິດຄວາມ ບາດນີ້ບໍ່ແມ່ນແສ້ຫວາຍ ແຕ່ເປັນຕີນຂອງມັນທີ່ຫຸ້ມດ້ວຍເກີບໂຊ້ທະ
ຫານເກົ່າຝ່າຍວຽງຈັນ ອັດເຂົ້າໃສ່ທ້ອງນ້ອຍຂອງນົກໂທດຄົນນັ້ນ ຈົນລົ້ມຝຸບລົງໄປກອງກັບພື້ນ. ຂ້າະເຈົ້າຄິສົງສານນັກໂທດຄົນນັ້ນທີ່ມາເຈັບ
ໂຕຍ້ອນ ເຖິງເຂົາຈະເປັນນັກໂທດກໍຍັງສົງສານເຮົາຢູ່ດີ. ຕຳຣວດຜູ້ພາມາກໍລາກເອົາຮ່າງຂອງນັກໂທດກັບອອກໄປຈາກຫ້ອງສືບສວນນັ້ນໄປ
ທັງໆທີ່ຜູ້ກ່ຽວຍັງຈຸກແຄ້ນຢູ່ຈົນຢືນແລະຍ່າງບໍ່ທັນໄດ້, ເພາະວ່າມີໂທຣະສັລເຂົ້າມາຫ້ອງສືບສວນນັ້ນ. ພໍບັກສືບສວນເວົ້າສາຍຈົບ ມັນກໍມາແກ້
ເຊືອກແປ້ສອກຂ້າພະເຈົ້າອອກ ແລະເອົາກັບມືມາໃສ່ ແລະບອກວ່າ:
- ເຮົາຍັງບໍ່ທັຍແລ້ວສືບສວນຄະດີຂອງໂຕ ແຕ່ເຮົາມີວຽກດ່ວນທີ່ຈະໄປ ມືນໜ້າຈຶ່ງຄ່ອຍໂອີລົມກັນອີກ.
ຫລັງຈາກນັ້ນມັນກໍເອົາຂ້າພະເຈົ້າເຂົ້າໄປຫ້ອງຂັງຊຶ່ງເປັນຫ້ອງກ້ວາງປະມານ 10ມx5ມ ແລະມີນັກໂທດຂັງຢູ່ໃນນັ້ນຢ່າງແອອັດ.
(ຍັງມີຕໍ່)......................
ເປັນເຮື້ອງທີ່ຫນ້າສົນໃຈແລະຢາກຕິດຕາມອ່ານ
ຂຽນຕໍ່ໄປເດີທ່ານ...
ພໍແຕ່ເຂົ້າໄປໃນຫ້ອງຂັງທີ່ແອອັດໄປດ້ວຍຄົນທີ່ພາກັນນຸ່ງແຕ່ໂສ້ງຂາສັ້ນແລະບາວຄົນກໍນຸ່ງແຕ່ສລິບນອນຢຽດເປັນແຖວຊຶ່ງເອົາທາງສົ້ນຝາ
ຂອງຫ້ອງທັງສອງຂ້າງເປັນຫົວນອນ ໂດຍເອົາຕີນຢຽດລົງໄປໃສ່ໃຈກາງຂອງຫ້ອງ. ຖັດໄປທາງຊ້າຍມືມີຄຸສອງໜ່ວຍທີ່ມີຝາອັດ ເປັນຄຸຂີ້ກັບ
ຄຸຫຍ່ຽວ. ມີຄົນ 4-5 ຄົນທີ່ຕົນເອງຮູ້ຈັກແລະລຶ້ງເຄີຍກັນຢູ່ໃນຫ້ອງນັ້ນ ຕ່າງກໍເອີ້ນຖາມມາໃສ່ວ່າຂ້ວາມຢູ່ໝ້ອງໃດຈຶ່ງປືກຈັບ? ເພາະໃນຫ້ອງ
ນີ້ມີຄົນທີ່ຖືກຕ້ອງຫາຂ້າມຟາກ, ລັກສັບແລະງັດແງະ, ໄພສັງຄົມ ແລະ ທະເລາະວິວາດ. ຂ້າພະເຈົ້າຕອບໄປວ່າບໍ່ຮູ້ວ່າຕົນເອງເຮັດຫຍັງຜິດຊ້ຳ
ທີ່ຖືກຕຳຣວດໄປນຳເອົາຢູ່ບ້ານມານີ້. ໝໍແດງທີ່ຮູ້ຈັກກັນດີແລະກໍເຄີຍໄປມາຫາສູ່ກັນບອກໃຫ້ໄປນອນຂ້າງຂອງຜູ້ກ່ຽວເພາະມີຊ່ອງຫວ່າງຢູ່
ໜ້ອຍນຶ່ງ, ໝໍເປັນໄທບ້ານໂຮງສີນ້ອຍ ຕິດຄະດີເປີດວົງໄພ້ງານກັມໄດ້ລູກນ້ອຍ ເລີຍຖືກກອງຫລອນໄປກວາດມາກອງຄະດີພ້ອມກັບເງິນກີບ
ປົດປ່ອຍ( ເງິນໃໝ່ຂອງ ສປປລາວ ) 102ກີບ ກໍປະມານ 30 ພັນກີບເງິນວຽງຈັນ ເພາະຈັ່ງຫາປ່ຽນເງິນຈາກກີບວຽງຈັນມາເປັນກີບປົດປ່ອຍ
30ກີບ ວຽງຈັນຕໍ່ 1ກີບ ປົດປ່ອຍ. ຢູ່ແຈຫ້ອງຂ້າງຂວາມີເຫັນອ້າຍປ່ຽງແລະອ້າຍຈັນເພັງສອງສ່ຽວພາກັນຍົກມືມາໃສ່ແລະຮ້ອງຖາມມາວ່າ:
ມາມື້ນີ້ເບາະຫລືວ່າເຂົາສົ່ງມາແຕ່ກອງຄະດີອື່ນ ຍິນດີຕ້ອນຮັບເດີ້? ຕົນເອງກໍຕອບໄປວ່າມາມື້ນີ້. ໝໍແດງບອກວ່າມື້ອື່ນກໍຈະໄດ້ອອກເມືອເຮືອນ
ແລ້ວ ໝໍຈະປະສາດໝອນແລະຜ້າຫົ່ມໄວ້ໃຫ້ ເພາະພໍ່ຂອງຜູ້ກ່ຽວມາເສັຍຄ່າປັຍໄມແລະປະກັນໂຕອອກ ໝໍມານອນຢູ່ຫ້ອງຂັງນີ້ເປັນຄືນທີ່ຫ້າ
ແລ້ວ. ສ່ວນອ້າຍປ່ຽງແລະອ້າຍຈັນເພັງນັ້ນຄິດຄະດີຮ່ວມກັນຂ້າຄົນຕາຍ ໝໍແດງເລົ່າສູຟັງ, ເຣື່ອງກໍມີຢູ່ວ່າ: ອ້າຍປ່ຽງໄປຫລື້ນຜູ້ສາວນ້ອຍອາ
ຈຸ 15ປີແລະຖືພາໄດ້ 4 ເດືອນ ຈຶ່ງໃຫ້ອ້າຍຈັນເພັງຜູ້ເປັນສ່ຽວຈັດການແທ້ງລູກອອກເພາະຢ້ານພໍ່ແມ່ຜູ້ສາວແລະເມັຽຕົນເອງຮູ້ຈັກ ແຕ່ໂຊກບໍ່
ເຂົ້າຂ້າງຜູ້ສາວຕາຍໄປພ້ອມທາຣົກຫລັງຈາກແທ້ງອອກມາເພາະເລືອດໄຫຼອອກບໍ່ຢຸດ ແລະທັງສອງມາຄິດຫ້ອງຂັງນີ້ເປັນເດືອນແລ້ວ.
ປະມານ 2 ໂມງເຊົ້າຂອງຄືນນັ້ນ, ຕຳຣວດມາໄຂປະຕູຫ້ອງຂັງແລະເອີ້ນເອົາຂ້າພະເຈົ້າອອກໄປແຕ່ບໍ່ບອກວ່າຈະພາໄປໃສ? ພໍໄປເຖິງຫ້ອງສອບ
ຫ້ອງເກົ່ານັ້ນ ມັນກໍເອົາເຊືອກມາມັດດແປ້ສອກອີກ ແລະແລ້ວມັນກໍເອົາຜ້າສີດຳມາມັດຕາໄວ້, ຂ້າພະເຈົ້າຈຶ່ງຖາມຂຶ້ນວ່າຈະເອົາໄປໃສ? ບັກຕຳ
ຣວດຕອບວ່າບໍ່ຮູ້ ຮູ້ແຕ່ວ່າທາງຫົວໜ້າສັ່ງມາໃຫ້ມັດແລະອັດຕາສະຫາຍກຽມໄວ້ໃຫ້ເພິ່ນເທົ່ານັ້ນ. ຕຳຣວດໝໍນັ້ນພາໄປນັ່ງຢູ່ເກົ້າອີ້ ແລະບອກວ່າ
ນັ່ງຖ້າຈັກໜ່ອຍຈະມີຄົນມາພົບ, ນ້າທີ່ນ້ອຍມີເທົ່ານີ້....ມັນເວົ້າແລ້ວກໍຍ່າງອອກຈາກຫ້ອງໄປ. ບໍ່ພໍຮອດ 5 ນາທີກໍໄດ້ຍິນສຽງຄົນໄຂກະແຈຫ້ອງ
ເຂົ້າມາແລະມາບອນໃຫ້ລຸກຂຶ້ນ ແລ້ວມັນກໍພາຍ່າງອອກຈາກຫ້ອງນັ້ນໄປ. ມັນສັ່ງໃຫ້ຂຶ້ນນັ່ງຢູ່ໃນຣົດຄັນນຶ່ງ ຮູ້ດິວ່າເປັນຣົດຈິບເຖິງວ່າບໍ່ສາມາດ
ເຫັນດ້ວຍຕາເພາະຣົດມັນຂ້ອນຂ້າງສູງແລະບໍ່ມີປະຕູ. ທຸກຢ່າງຣຽບຣ້ອຍແລ້ວຫວາສະຫາຍ? ເວົ້າເປັນສຽງສຳນຽງໄທຊຳເໜືອແລະຈື່ໄດ້ວ່າເປັນສຽງ
ຂອງບັກມັນສອບສວນຂ້າພະເຈົ້າຕອນຫົວຄ່ຳນັ້ນ. ຂ້າງຊ້າຍແລະຂ້າງຂວາມີຄົນມານັ່ງປະກົບໂຕຂ້າພະເຈົ້າໄວ້ ມີແຕ່ສັນນິຖານມະໂນພາບເອົາເອງ
ຕ້ອງແມ່ນເຈົ້າໜ້າທີ່, ບຶດນຶ່ງໄດ້ຍິນສຽງຄົນໄອຂຶ້ນບາດນຶ່ງແລ້ວກໍມິດໄປເລີຍ ຈື່ໄດ້ວ່າເປັນສຽງຂອງໝໍໄດໝູ່ຂອງຕົນເອງຈຶ່ງເຮັດໃຫ້ໃຈທຸ່ນຂຶ້ນມາ
ໜ້ອຍນຶ່ງ. ນັ່ງຣົດໄປປະມານ 20-25ນາທີ ຣົດກໍຈອດແລະໄດ້ຍິນສຽງຄົນຖາມວ່າ: ດົນແທ້ບໍ່ຈະກັບຂຶ້ນມາ? ທາງບັດສອບສວນນັ້ນຕອບວ່າບໍ່ດົນ
ດອກ ກໍປະມານສ່ຳດຽວກັບຈັດການກັບສອງຄົນສອງຄືນກ່ອນນັ້ນ, ເທື່ອນີ້ມີຜູ້ດຽວນຶ່ງ ບໍ່ເຖິງ 10 ນາທີດອກ. ຣົດກໍແລ່ນໄປຕໍ່ ແຕ່ຮູ້ສຶກວ່າຣົດ
ແລ່ນລົງຄ້ອຍແລະເປັນຫົນທາງເປັນຫຼຸບເປັນຂຸມ, ບຶດນຶ່ງຣົດກໍຈອດ ແລ້ວສອງຄົນນັ່ງຢູ່ສອງຂ້າງນັ້ນກໍປານຜີເຂົ້າເຈົ້າສູນ ທັງຮ້າຍທັງລາກແລະທື້ນ
ຂ້າພະເຈົ້າລົງຈາກຣົດ ຈົນຂ້າພະເຈົ້າອົດບໍ່ໄຫວເລີຍປ່ອຍອາຣົມອອກມາ: ຢ່າເຮັດທໍຣະມານກັນຫລາຍທ້ອນ ກ່ອນຈະຕາຍກໍຢ່າໃຫ້ມີຄວາມເຈັບຄວາມ
ປວດເຜີ້ມເຕີມອີກທ້ອນ ຈົ່ງເອົາໄວ້ຕອນຈະປາດຄໍຈະແທງຫລືຈະຍິງພຸ້ນບາດດຽວສາ ບໍ່ຈຳເປັນຈະລາກຈະແກ່ກັນປານໝູປານໝາຫລາຍ. ບັກສອບ
ສວນນັ້ນດອດຂຶ້ນມາວ່າ: ຍັງບໍ່ທັນຮອດເວລາມຶງຈະເວົ້າ ມິດໄວ້ຖ້າບໍ່ຢາກເຈັບໂຕໄປກ່ອນນີ້. ແລ້ວພວກເຂົາກໍທັງຖີບທັງທື້ນທັງແກ່ຂ້າພະເຈົ້າລົງໄປ
ຊົ່ວຣະຍະນຶ່ງໄກປະມານ4-5ນາທີ. ໄດ້ຍິນສຽງນ້ຳໄຫຼ ແລະແຂ້ນກິ່ນອາຍນ້ຳແລະໄຄ ພ້ອມພັບໄດ້ຍິນສຽງແກຣົດຢູ່ຝາກກົງກັນຂ້າມຂອງແມ່ນ້ຳ ຈຶ່ງເຂົ້າ
ໃຈທັນທີວ່າເປັນແມ່ນ້ຳຂອງ, ເມື່ອຄິດໄລ່ຕາມຣະຍະເວລານັ່ງຣົດມານັ້ນກໍຈະຮູ້ໄດ້ວ່າບໍ່ແມ່ນຫາດດອກແກ້ວກໍແມ່ນແກ້ງຍາງ. ມັນສັ່ງໃຫ້ຢຸດແລະຂູ້
ເຄົ່າລົງ ແລະບອກໃຫ້ຕອບທຸກຄຳຖາມທີ່ມັນຈະຖາມອອກມາ.
(ຍັງມີຕໍ່)
ບ່ອນນັນເປັນຫາດຊາຍຄິດວ່າຈະບໍ່ໄກຈາກແຄມນ້ຳພໍປະມານ ເພາະຕອນທີ່ຂ້າພະເຈົ້ານັ່ງລົງໂດຍບໍ່ປະຕິບັດຕາມຄຳສັ່ງຂອງມັນໃຫ້ຂຸເຄົ່າລົງກໍ
ຫວັງສຳຣວດເບິ່ງຂີ້ຊາຍວ່າເປັນຂີ້ຊາຍແມ່ນ້ຳເຊຫລືແມ່ນ້ຳຂອງ ແລະກໍຮູ້ທັນທີວ່າເປັນຫາດຊາຍຂອງແມ່ນ້ຳຂອງເພາະມືໄດ້ສຳພັດກັບຂ້ອຊາຍ
ອ່ອນໆແລບໆ. ຄຳຖາມທຳອິດທີ່ມັນຖາມກໍຄືຍັງມີຄວາມເປັນຮ່ວງກັບຊີວິດຂອງຕົນເອງຢູ່ບໍ່? ກໍຕອບມັນໄປຕາມຄວາມເປັນຈິງທີ່ມະນູດທຸກ
ຄົນເກີດມາແລ້ວບໍ່ມີໃຜຢາກຈະຕາຍຈັກຄົນ, ຖ້າເຖິງຄາວຕາຍກໍບໍ່ມີໃຜສາມາດຈະຫລີກເວັ້ນມັນໄດ້. ບັກມັນສອບສວນນັ້ນໄດ້ຈົກເອົາຊື່ນັກເລງ
ດັງໆຂອງຣະບອບເກົ່າອອກມາເຊັ່ນ: ນາຍພົມທ່າເດື່ອ, ອາຈານສັງທ່າເດື່ອ, ນາຍນິດທາດຫລວງ, ພູເຂົາທາດຫລວງ, ນາຍແກວໜອງບົວທອງ,
ນາຍສັງເກົ້າລ້ຽວ, ນາຍເນຊອດຝຣັ່ງຂົວຫລວງ ແລະມີອີກຈຳນວນນຶ່ງທີ່ບໍ່ຈື່ດີປານໃດ. ຂ້າພະເຈົ້າກໍຕອບກັບໄປຕາມຄວາມເປັນຈິງວ່າບໍ່ຮູ້ແລະກໍ
ບໍ່ເຄີຍເຫັນ ພຽງແຕ່ຊື່ຂອງບາວຄົນຢາກຄຸ້ນໆຫູເທົ່ານັ້ນ ເພາະທາງອຳນາດການປົກຄອງໄດ້ນຳຊື່ຂອງບາງຄົນອອກມາເຕືອນປະຊາຊົນໃນເວລາມີ
ການປະຊຸມແລະສັມະນາ. ມັນຍັງເວົ້າວ່າບັນດາພວກທີ່ມັນເອີ່ຍຊື່ອອກມານັ້ນຖືກຈັບຕົວໄດ້ແລ້ວເປັນສ່ວນຫລາຍ ແລະພວກເຂົາໄດ້ຊັກທອດມາ
ເຖິງຂ້າພະເຈົ້າວ່າເປັນສັມະຊິກໃນຂະບວນການຂອງເຂົາ. ຂ້າພະເຈົ້າກໍປະຕິເສດທຸກຂໍ້ກ່າວຫາ ແລະຍັງບອກພວກເຂົາວ່າ: ຖ້າພວກສະຫາຍຮູ້ຈັກ
ວ່າເຮົາມີຄວາມຜິດຫລືໄດ້ສົມຮູ້ຮ່ວມຄິດນຳພວກທີ່ສະຫາຍກ່າວຊື່ອອກມານັ້ນ ຖ້າຈະຂ້າຖີ້ມກໍເຊີນລົງມືໄດ້ໂລດ, ແຕ່ຫລັງຈາກເຮົາຕາຍໄປແລ້ວ
ຫາກພວກສະຫາຍສືບສວນເຫັນວ່າເຮົາເປັນຄົນບໍຣິສຸດ ແລ້ວສະຫາຍກໍຈະກິນແໜງແລະເສັຍໃຈທີ່ໄດ້ປິດບັນຊີຊີວິດຂອງພົລະເມືອງດີຄົນນຶ່ງໄປ
ແລະແລ້ວ ກຽດແລະສັກສີຂອງນັກປະຕິວັດທີ່ເຕັມໄປດ້ວຍສິລທັມປະຕິວັດກໍຈະກາຍເປັນຄາຕະກອນສັງຫານນັກໂທດທີ່ບໍ່ໄດ້ຜ່ານການສູ້ຄະດີໃນ
ຊັ້ນສານ ແລະຂາດການຕັດສິນຂອງຫົວໜ້າສານຫລືຜູ້ພິກພາກສາ. ບັກສອບສວນມັນດອດຂຶ້ນແລະຖາມເປັນຫຍັງຂ້າພະເຈົ້າຮູ້ກ່ຽວກັບກົດ
ໝາຍ ແມ່ນໃຜສອນຈຶ່ງຮູ້? ຂ້າພະເຈົ້າຕອບກໍຕອບໄປຕາມຄວາມຈິງວ່າເຄີຍອ່ານແລະຮຽຈາກປື້ມດ້ວຍຕົນເອງ ເພາະກ່ອນປົດປ່ອຍໄປເຊົ່າຫລື
ຢືມປຶ້ມເຫຼົ່ານັ້ນຈາກຫໍສມຸດ. ມັນຍັງບໍ່ຍອມເຊົາຊັກຖາມແລະຂົ່ມຂູ່ໃຫ້ຮັບສາຣະພາບຮັບຜິດທຸກຂໍ້ກ່າວຫາ ແຕ່ຖືກຂ້າພະເຈົ້າປະຄິເສດທຸກຂໍ້ກ່າວ
ຫາເໝືອນກັນ ແລະບອກມັນວ່າ: ເຮົາບໍ່ສາມາດຈະປັ້ນນ້ຳໃຫ້ເປັນຕ່ອນໄດ້ ແລະກໍຈະບໍ່ຍອມຮັບຜິດສິ່ທີ່ຕົນເອງບໍ່ໄດ້ກະທຳ. ພໍເວົ້າຈົບ ແມງຫິ່ງ
ຫ້ອຍກໍມີແສງເພືອບຂຶ້ນເຕັວສອງໜ່ວຍຕາຂອງຂ້າພະເຈົ້າ ຫລັງຈາກຮູ້ສຶກມຶນໄປໝົດທັງຕົວ ແລະຮູ້ສຶກຄືນຕອນທີ່ໜ້າຂອງຕົນເອງຝຸບລັງກະ
ແທກກັບຂີ້ຊາຍ, ມັນເອົາຕີນເກີບໂຊອັດເຂົ້າງ່ອນ, ແລະກໍໄດ້ຍິນສຽງແຫວ່ງໆແບບສຽງຢູ່ໄກໆວ່າ: ບໍ່ແມ່ນມັນຕາຍແລ້ວຫວາ? ປະມານ 5 ນາທີ
ຂ້າພະເຈົ້າກໍວູກຂຶ້ນນັ່ງແລະບອກພວກມັນວ່າ ຢາກຂ້າກໍຂ້າສາຕິ ຈະມາທຸນມາຕີທຳຮ້າຍຮ່າງກາຍກັນເຮັດຫຍັງ? ບໍ່ພໍບຶດກໍມີສຽງຄົນໄທມາຫາ
ພວກເຂົາທາງປົດ ແລະໄດ້ຍິນສຽງຜູ່ເວົ້າມາເຕັມສອງຫູເລີຍວ່າ ຈັດການໝໍນັ້ນໄປແລ້ວຫວາ ຫຼືວ່າຍັງ? ທາງພວກນີ້ກໍຕອບວ່າ ກຳລັງເສັ່ງເອົາ
ຄວາມຈິງຈາກປາກມັນຢູ່, ຈະໃຫ້ຈັດການມ້ຽນມັນໂລດເບາະ? ຜູ້ເວົ້າມາທາງສາຍບອກວ່າ: ເອີ! ດີແລ້ວ ຢ້ານວ່າຈັດການໄປແລ້ວເພາະທາງຂັ້ນເທິງ
ເພິ່ນຕ້ອງການເອົາມັນໄວ້ເພາະໝໍນີເປັນກະແຈສຳຄັນຕໍ່ທຸກໆຄະດີທີ່ຍັງບໍ່ສະສາງແລ້ວເທື່ອນັ້ນ. ບັກສອບສວນຍັງເວົ້າອອກມາວ່າ: ບຸນມຶງຍັງມີ
ມຶງບໍ່ໄດ້ຕາຍມື້ນີ້ ເພາະທາງຂັ້ນເທິງເພິ່ນຍັງບໍ່ທັນຢາກໃຫ້ມືງຕາຍເທື່ອ.
ເວລາຕໍ່ມາພວກມັນກໍນຳພາຂ້າພະເຈົ້າກັບຕືນຂຶ້ນມາຫາຣົດທີ່ຈອກລໍຖ້າຢູ່ນັ້ນ ແຕ່ຍັງບໍທັນແກ້ຜ້າມັດຕາແລະເຊືອກແປ້ສອກອອກເທື່ອ. ພໍກັບມາເຖິງ
ກອງຄະດີມັນກໍພາໄປທີ່ຫ້ອງສອບສອນແລ້ວກໍແກ້ຜ້າມັດຕາແລະເຊືອກອອກ, ຫລັງຈາກນັ້ນພວກມັນກໍອະນຸຍາດໃຫ້ໄປອາບນ້ຳລ້າງຕົນໂຕເພາະມີແຕ່
ຂີ້ດິນຊາຍເຕັມໄປໝົດທັງຕົນໂຕຊຶ່ງມີຕຳຣວດພາໄປສອງຄົນ. ຫລັງຈາກອາບນຳາແລ້ວໆ ພວກມັນກໍໄປສົ່ງເຂົ້າຫ້ອງຂັງ ແຕ່ເປັນຫ້ອງໃໝ່ ເປັນຫ້ອງ
ກ້ວາງປະມານ 5ມ ມົນທົນ ແລະມີຄົນຢູ່ໃນຫ້ອງນີ້ 18 ຄົນຮວມກັບຕົນເອງ. ພວກຖືກຂັງຢູ່ຫ້ອງນີ້ເປັນຄົນວຽດນາມແລະຈີນທັງໝົດ ຄົນລາວມີແຕ່ຂ້າ
ພະເຈົ້າຄົນດຽວ ແລະຄົນເຫຼົ່ານັ້ນລ້ວນແລ້ວແຕ່ໂຕນຂ້ວາມຟາກບໍ່ຫວິດທັງນັ້ນ. ຂ້າພະເຈົ້າບໍໄດ້ນຸ່ງເສື້ອເພາະທັນເປື້ອນກໍເລີຍຊັກມັນ, ເອົາເສື້ອປົກຫລັງ
ເຂົ້າມາ ແລ້ວກໍຖອດອອກໄປຕາກໄວ້ແປະປ່ອງຢ້ຽມເພາະອາສັຍເອົາສາຍເກີບມາຜູກຕໍ່ກັນເຮັດຜຽກຕາກເສື້ອ, ເສັດແລ້ວກໍມານັ່ງລົງຊ່ອງຫວ່າງທີ່ບໍ່ມີຄົນ
ນັ່ງຫລືນອນຢູ່ນັ້ນ, ແລະຕອນນັ້ນກໍປະມານ 4 ໂມງເຊົ້າ. ບໍ່ສາມາດລັບຕາລົງໄດ້ເພາະຄຶດແຄ້ນໃຈທີ່ຕົນເອງບໍ່ໄດ້ກະທຳຄວາມຜິດແຕ່ມາຖືກຕິດຄຸກ ແລະ
ຖືກຊ້ອມຖືກຕ່ອຍອີກ.
ພໍແຈ້ງຂຶ້ນມາກໍເຫົນຕຳຣວດໄຂເອົານັກໂທດອອກໄປລ້າງໜ້າລ້າງຕາແລະອາບນ້ຳແຕ່ລະຫ້ອງລະຫ້ອງໄປຊຶ່ງເລີ້ມແຕ່ 6 ໂມງເຊົ້າເຖິງ 7:45. ພໍຮອດ 8
ໂມງກໍເຫັນເອື້ອຍລ້ຽງຫລືແມ່ຄົວເອົາອາຫານເຊົ້າມາໃຫ້ນັກໂທດໄປແຕ່ລະຫ້ອງລະຫ້ອງ, ຫລຽວເບິ່ງອາຫານເຂົ້າເພິ່ນນັ້ນແມ່ນຕົ້ມເສັ້ນໝີ່ໂຊວຽດເປັນສີ
ເຫຼືອງໆແຫຼ້ໆແລະມີຫອມປ້ອມ, ຖົ່ວຫງອກ ແລະ ຕ່ອນເລືອດທີ່ຊອຍເປັນເສັ້ນ ເບິ່ງແຕ່ລະເສັ້ນປານກັນກັບເສັ້ນໝີ່ນັ້ນລະ ແລະແຕ່ລະຖ້ວຍແມ່ນນັບ
ເສັ້ນໝີ່ແລະເລືອດໄດ້ກາຍນັ້ນແມ່ນນ້ຳ, ມີແຕ່ພວກບໍ່ມີຍາກເອົາເຂົ້າມາສົ່ງທີ່ກິນອາຫານຄຸກ ສ່ວນຜູ້ທີ່ມີຍາດເອົາເຂົ້າມາສົ່ງແມ່ນບໍ່ກິນເຂົ້າຄຸກເພາະມັນ
ສ່ຳກັບຕົ້ມໃຫ້ໝູໃຫ້ໝາກິນ. ຂ້າພະເຈົ້າຍົງກິນຫຍັງບໍ່ລົງມີແຕ່ນັ່ງເອົາຫລັງເອື່ອຍຝາຫ້ອງຢູ່, ບຶດນຶ່ງກໍເຫັນໝໍໄດຍ່າງມາຫາແລະເອົາກາເຟນົມພ້ອມກັບ
ປະຕັງໂກມາໃຫ້ສອງຄູ່ ຂ້າພະເຈົ້າກໍຍ່າງໄປຮັບເອົາຢູ່ປ່ອງຢ້ຽມແລະໄດ້ຢືນລົວກັບໝໍໜ້ອຍນຶ່ງແລະຍົງໄດ້ຫາໝໍນຳເອົາຂ່າວໄປໃຫ້ທາງຄອບຄົວໃຫ້. ໝໍໄດ
ບອກໃຫ້ເອົາຄວາມມາສູ້ເພາະຄວາມຈິງຈະບໍ່ໜີຈາກຄວາມຈິງ ແລະກໍຈະບໍ່ຕາຍອີກ. ພໍແຕ່ໝໍໄດກັບໄປກໍມານັ່ງກິນກາເຟແລະເຂົ້າໜົມຄູ່ນັ້ນ, ໃນເວລາ
ນັ້ນມີຄົນຈີນອາຍູແກ່ຄົນນຶ່ງເອົາຢາມ່ອງຍື່ນໃຫ້ເພື່ອເອົາມາທາໃສ່ບ່ອນຮອຍບວບຮອຍຊ້ຳຈາກແສ້ຫວາຍແລະເກີບໂຊ້ທີ່ເຂົາເຕະອັດເຂົ້າກ້ານຄໍທາງງ່ອນຕໍ່
ນັ້ນ. ຫລັງຈາກກິນກາເຟແລ້ວແລ້ວກໍມາພາຍາຍາມເອົາຢາມ່ອງມາທາໃສ່ທາງຫລັງຂອງຕົນເອງ ແຕ່ກໍຍາກທີ່ຈະຖືກຈຸດທີ່ຈຳເປັນຕ້ອງໃຫ້ຢາມ່ອງນັ້ນລົງ
ຖືກ. ມີຄົນວຽດນາມຄົນນຶ່ງແຕ່ມີຊື່ລາວວ່າສົມໝາຍ ອາຍຸກໍແກ່ກ່ອນຂ້າພະເຈົ້າປະມານ 3 ຫຼື 4 ປີ ມາອາສາທາໃຫ້ ຈຶ່ງມີການໂອ້ລົມກັນເຖິງເຫດການທີ່
ເກີດຂຶ້ນໃນຄືນທີ່ຜ່ານມາ. ຂ້າພະເຈົ້າຜູກມິດໃນຄຸກໄວ້ກັບທຸກໆຄົນທີ່ຢູ່ໃນຫາອງຂັງດຽວກັນເພື່ອຄວາມຮັກແພງຊຶ່ງກັນແລະກັນແລະຄວາມສະດວກ. ປະ
ມານ 10 ໂມງເຊົ້າ ໝໍແດງຍ່າງມາຫາ ເພາະໝໍແດງຮູ້ຈັກວ່າຂ້າພະເຈົ້າຢູ່ຫ້ອງໃດ ແລະໝໍໄດ້ເອົາໝອນຜ້າຫົ່ມແລະສາດໃຫ້ ເພາະຜູ້ກ່ຽວຖືກປົດປ່ອຍໂຕ
ອອກແລ້ວ. ຕອນທ່ຽງຂອງວັນດຽວກັນກໍເຫັນຕຳຣວດຫິ້ວຖົງເຂົ້າແລະອາຫານມາໃຫ້ແລະບອກວ່າຍາດເອົາໃຫ້ ແລະຂ້າພະເຈົ້າກໍຂໍອອກໄປພົບຜູ້ທີ່ເອົາເຂົ້າ
ສົ່ງໃຫ້ນັ້ນ, ໃນທີ່ສຸດກໍໄດ້ອອກໄປພົບກັບເອື້ອຍຂອງຕົນເອງ ເຫັນເອື້ອຍຮ້ອງໄຫ້ຕົນເອງກໍກັ້ນນ້ໄຕາບໍ່ໄດ້ ມີແຕ່ບອກໃຫ້ເພິ່ນໄປບອກຫົວໜ້າຢູ່ໂຮງການ
ໃຫ້ວ່າຄິຕຸກແບບບໍ່ໄດ້ກະທຳແນວຜິດກົດໝາຍບ້ານເມືອງ, ໃຫ້ເຂົ້າໄປຫາລຸງ ພອນແພງ ທັມະວົງ ຫົວໜ້າພະແນກການຄ້າລັດເອກະຊົນຢູ່ທີ່ຫ້ອງການພະ
ແນກການຄ້າ ແລະເອື້ອຍເພິ່ນຮູ້ຈັກລຸງພອນແພງເປັນຢ່າງດີ.
ອາທິດນຶ່ງຜ່ານໄປ ບໍ່ມີການສອບສວນຂ້າພະເຈົ້າອີກເລີຍ, ທາງເອື້ອຍກໍມາບອກວ່າໄດ້ໄປພົບກັບລຸງພອນແພງແລ້ວແລະເພິ່ນກໍໄດ້ໂອ້ລົມກັບຫົສໜ້າກອງ
ຄະດີເຖິງເຣື່ອງເປັນມາແນວໃດ? ເພິ່ນໃຫ້ຄຳຕອບວ່າເພິ່ນຊ່ອຍບໍ່ໄດ້ ເພາະເປັນຄະດີການເມືອງ. ຢູ່ມາໃນອາທິດທີສອງ ກໍເຣີ່ມຮູ້ຈັກວ່າໃຜເປັນໃຜຢູ່ໃນກອງ
ຄະດີແຫ່ງນີ້, ຕຳຣວດສືບສວນແລະສອບສວນຄົນນັ້ນມັນມີຊື່ວ່າ ບັກອ່ອນສີ ເປັນຄົນມາແຕ່ຊຳເໜືອ, ຫົວໜ້າກອງຄະດນແມ່ນລຸງກ້ອນເປັນຄົນຊຳເໜືອ
ຄືກັນ ຜູ້ນີ້ບໍ່ຄ່ອຍເຫັນມາຢູ່ເປັນປະຈຳ ແຕ່ເຫັນເປັນບາງມື້ບາງເວລາ, ຕໍ່ມາແມ່ນແມ່ນຊື່ບູນຮຽງ ເປັນຂ້າສາຣະວັນ ແລະມີແຂ້ວຄຳໝົດທັງ32ເຫຼັ້ມ ແລະ
ຫົວໜ້າກອງປາຍປາມໃນຍົດຮ້ອຍເອກ, ຜູ່ຕໍ່ໄປຊື່ວ່າ ກ້ວນ ເປັນຄົນປາດເຊ ເປັນການເມືອງຂອງກອງຄະດີເມືອງຈັນທະບູຣີ ແລະມີຍົດເປັນຮອຍໂທ. ແລະ
ຍັງມີຕຳຣວດອີກ 3 ຄົນ ແລະທັງ 3 ນີ້ເປັນຕຳຣວດໃໝ່ແລະກໍເປັນຊາວໜຸ່ມທີ່ເກີດແລະໃຫຍ່ຢູ່ວຽງຈັນນີ້ເອງ ຊື່: ກອນ ຕຸ້ຍ ແລະ ແອນ້ອຍ. ພວກທີ່ມີຊື່
ນີ້ເປັນຄຳຣວດປະຈຳກອງຄະດີນີ້ຕລອດ 24/7.
ອາທິດທີສາມກ້າວເຂົ້າມາ, ໃນຄືນນັ້ນມີການສະແດງສິລະປະຊຶ່ງເອົານັກໂທດທີ່ມີຄະດີເບົສເຊັ່ນຂ້າມຟາກ, ການພະນັນນ້ອຍ ແລະ ພັຍສັງຄົມທັງຊາຍແລະ
ຍິງທີ່ບໍ່ໄດ້ຂັງໄວ້ໃນຫ້ອງຂັງ ເພາະພວກເຫຼົ່ານີ້ແມ່ນກຽມຈະປ່ອຍໂຕອອກ. ທຸກໆເທື່ອຈະມີຄົນນຶ່ງຫລີ້ນກິດຕ້າໃຫ້ຕົນຮ້ອງເພງ (ກິດຕ້າໂປ່ງ) ແຕ່ຜູ້ທີ່ຫລີ້ນ
ໃຫ້ຜ່ານມານັ້ນນັ້ນໄດ້ຖືກລົ່ງໂຕໄປດັດສ້າງຕໍ່ທີ່ດອນທ້າວ. ອ້າຍບຸນຮຽງຈຶ່ງໄປເລາະຖາມແຕ່ລະຫ້ອງຂັງຊອກຫາຄົນຫຼີ້ນກິດຕ້າເປັນ. ໃນທີ່ສຸດຂ້າພະເຈົ້າກໍ
ໄດ້ອອກມາຫລີ້ນໃຫ້, ຕຳຣວດຜູ້ຊື່ກອນຄົນວຽງຈັນນັ້ນຊ້າຜັດເປົາແຄນຝຣັ່ງໄດ້ ເມື່ອມາຫລີ້ນເຂົ້າກັນທັນກໍເຂົ້າກັນປັບແລະຖືກຍົກຍ້ອງກັບບາດວ່າຫລີ້ນ
ດີກ່ອນຜູ່ເກົ່າ. ນັບແຕ່ຄືນນັ້ນມາຂ້າພະເຈົ້າກໍໄດ້ອອກມານອນຢູ່ນອກຫ້ອງຂັງຮ່ວມກັບພວກທີ່ຕຽມໂຕຈະປົດປ່ອຍອອກ.
(ຍັງມີຕໍ່)........ທ່ານຈະໄດ້ພົບກັບການເຮັດວຽກຂອງຕຳຣວດ ສປປລາວໃນຍຸກນັ້ນ.
ຂຽນຕໍ່ໄປເລື້ອຍໆ ຍິ່ງອ່ານຍິ່ງສົນໃຈເຣື້ອງນີ້.
ໝໍໄດເປັນໝູ່ຮຽນໜັງສືນຳກັນຢູ່ Lycee ວຽງຈັນ ຕັ້ງແຕ່ ມໍ1 ຂຶ້ນມາຈົນຈົບຈົບ ມໍຕົ້ນ ກໍຄື Brevet/Diplomer. ຜູ້ກ່ຽວເປັນລູກຂອງນັກທຸຣະກິດທ່ານນຶ່ງ
ທີ່ມີຊື່ສຽງໃນນະຄອນຫລວງວຽງຈັນ ແລະມີບ້ານຢູ່ຊ້າງໂຮງໜັງ ວຽງນະຄອນ ຢູ່ຄຸ້ມສວ່າງນາໄຮ່ດຽວ. ທາງຫລັງບ້ານເຮືອນຂອງພໍ່ແມ່ໝໍໄດຕິດກັບກອງຄະດີ
ເມືອງຈັນທະບູຣີ ຊຶ່ງກອງຄະດີນີ້ໃນເມື່ອກ່ອນແມ່ນກອງສູນກາງການບິນພົລະເຮືອນແຂວງຊຽງຂວາງ ແລະເປັນຂອງທ່ານນາຍພົນວັງປາວເປັນເຈົ້າຂອງ. ຄະ
ລືຫາດນີ້ເປັນຕຶກສອງຊັ້ນ ແຕ່ລະຊັ້ນມີປະມານ 6 ຫ້ອງ, ທາງຫລັງຕຶກເປັນເຮືອນທີ່ຜູກແຝງອອກຕິດກັບຕຶກໃຫຍ່ ແລະເມືອ່ກ່ອນນັ້ນເພິ່ນໃຊ້ເປັນສາງເກັບ
ພັສດຸແລະສິ່ງຂອງຕ່າງໆ ຊຶ່ງມີ 3 ຫ້ອງ ແຕ່ລະຫ້ອງກ້ວາງປະມານ 10ມx5ມ. 3 ຫ້ອງນີ້ໄກ້ດັດແປງມາເປັນຫ້ອງຂັງທັງໝົດ ສຳຣັບຜູ້ທີ່ມີຄະດີນ້ອຍ ແລະໄດ້
ແຍກອອກເປັນ ສອງຫ້ອງສຳຣັບຜູ້ຍິງ ແລະ ນຶ່ງຫ້ອງສຳຣັບຜູ້ຊາຍ. ສ່ວນ ຢູ່ໃນຕຶກໃຫຍ່ຊັນຫຼຸ່ມ 6 ຫ້ອງນັ້ນ, ໄດ້ດັດແປງເປັນຫ້ອງຂັງທີ່ໜາແໜ້ນ 5 ຫ້ອງ
ສຳຣັບນັກໂທດໜັກ ( ການເມືອງ ແລະຂ້າຄົນຕາຍ ), ແລະອີກຫ້ອງນຶ່ງເປັນຫ້ອງສອບສວນ. ຢູ່ຊັ້ນເທິງ ກໍມີ 6ຫ້ອງຄືກັນ ແຕ່ເປັນຫ້ອງການ 3 ຫ້ອງ, ຫ້ອງ
ເກັບມ້ຽນພັສດຸ 1ຫ້ອງ ແລະເປັນຫ້ອງນອນຂອງຕຳຣວດທີ່ມາຍາມຄຸກ 1ຫ້ອງ ແລະອີກຫ້ອງນຶ່ງເປັນຫ້ອງນອນສ່ວນຕົວຂອງຮ້ອຍເອກບຸນຮຽງຜູ້ທີ່ເປັນຫົວ
ໜ້າກອງຄະດີທີ່ລອງລົງມາຈາກລຸງກ້ອນ ແລະຜູ້ກ່ຽວກໍເປັນຊາຍໂສດອີກ.
ນັບແຕ່ໄດ້ອອກມາຈາກຫ້ອງຂັງແລະນອນຢູ່ນອກນັ້ນ ຂ້າພະເຈົ້າກໍທຳຄວາມລຶ້ງແກ່ວນກັບເຈົ້າໜ້າທີ່ຕຳຣວດທຸກຣະດັບຊັ້ນຢູ່ໃນກອງຄະດີນີ້ມາໂດຍຕລອດ
ໂດຍສະເພາະແມ່ນຜູ້ທີ່ປະຈຳຢູ່ໃນເຄຫາຫຼັງນີ້ທຸກໆວັນດັ່ງອ້າຍບຸນຮຽງບັກຂ້າແຂ້ວຄຳອັຕະປື ແລະ ອ້າຍກອນ ຊຶ່ງເປັນຕຳຣວດໃໝ່ແລະຄົນວຽງຈັນເຮົາອິກ,
ຜູ້ກ່ຽວມີໜ້າທີ່ເອົາຜູ້ຕ້ອງຫາອອກມາພົບກັບຍາດແລະອຳນາດການປົກຄອງທ້ອງຖິ່ນ ແລະ ສ່ວນຫລາຍຜູ້ກ່ຽວເປັນຜູ້ຈັດເອົາຄົນໂທດໄປອອກແຮງງານຢູ່
ຕາມວະຖານທີ່ຕ່າງໆ. ມື້ນຶ່ງ ບັກອ່ອນສີມັນມາສອບສວນຄົນໂທດ ມັນຍ່າງກາຍມາເຫັນຂ້າພະເຈົ້າ ແລ້ວມັນກໍຍ່າງດັດເຂົ້າມາແລ້ວເວົ້າວ່າ: ສະຫາຍອອກມາ
ຢູ່ນອກແບບນີ້ແລ້ວຢ່າຕຸກຕິກເດີ້ ກັນຍັງບໍ່ທັນແລ້ວກັບສະຫາຍເທື່ອ ມື້ໃດມີເວລາຈະມາຈັດການກັບລາວອີກ (ລາວ=ເປັນພາສາຊຳເໜືອມີຄວາມໝາຍວ່າ
ເຈົ້າ ຫຼື ມຶງ). ຂ້າພະເຈົ້າຖາມອ້າຍກອນກ່ຽວກັບບັກອ່ອນສີ ແລະອ້າຍກອນບອກວ່າມັນເປັນຕຳຣວດສອບສວນມີຍົດຮອດພັນໂທແລະມາຈາກນະຄອນບານ
ມັນບໍ່ໄດ້ຢູ່ທີ່ກອງຄະດີເມືອງຈັນທະບູຣີນີ້ ມັນຢູ່ທາດດຳພຸ້ນ. ໃນຊ່ວງເວລາເວົ້າກັບອ້າຍດອນຢູ່ນັ້ນ ອ້າຍຮຽງບອກໃຫ້ ຕຳຣວດທີ່ຊື່ແອນ້ອຍນັ້ນມາເອີ້ນໃຫ້ໄປ
ພົບຢູ່ທີ່ຫ້ອງການຂອງເພິ່ນຢູ່ທີ່ຊັ້ນເທິງຂອງຕຶກ, ກ່ອນຈະຂຶ້ນບັນໄດຂຶ້ນໄປຊັ້ນເທິງຕ້ອງໄດ້ຜ່ານຫ້ອງຂັງໄປສອງສາມຫ້ອງ ຈຶ່ງແນມເຫັນນັກໂທດຜູ້ທີ່ຕົນເອງ
ຮູ້ຈັກຫລາຍຄົນ ແຕ່ບໍ່ຮູ້ວ່າພວກເຂົາຕ້ອງຂໍ້ຫາອັນໃດຈຶ່ງຖືກມາຝາກຂັງໄວ້ທີ່ນີ້.
ອ້າຍບຸນຮຽງຮູ້ວ່າຂ້າພະເຈົ້າເປັນຊ່າງຊ່ອມແປງຣົດຈັກແລະກໍເປັນຊ່າງຊັ້ນສູງອີກ ( ຊັ້ນແລະຣະດັບນັກວິຊາການ ແລະ ແພທຂອງແນວລາວມີ ຊັ້ນຕົ້ນ, ຊັ້ນ
ກາງ ແລະຊັ້ນສູງ) ໄດ້ສເນີໃຫ້ຂ້າພະເຈົ້າເອົາຣົດຈັກ 3 ຄັນຄົນຮ້າຍໄດ້ປະຖິ້ມໄວ້ທີ່ເກີດເຫດແລະທາງກອງຄະດີໄດ້ເກັບມາໄວ້ ມາກວດກາເບິ່ງວ່າມີຄັນໃດແດ່
ພໍທີ່ຈະຊ່ອມແປງໄດ້ ແລະໃຫ້ຄິດໄລ່ຣາຄາອີກ ແລ້ວເພິ່ນຈະຍຶ່ນຂໍງົບປະມານຈາກຂັ້ນເທິງມາໃຫ້. ຈາກນັ້ນຂ້າພະເຈົ້າກໍເອົາຣົດຈັກ 3 ຄັນນັ້ນມາກວດກາເບິ່ງ
ມີ ຣົດ ຮອນດາ 65 ຖັງຍາວເຂົາບີ້ສີທອງສອງຄັນ ແລະ ຄົນນຶ່ງເປັນຣົດ ຮອນດ້ 100 ສີແດງ. ຣົດຈັກທັງ 3 ຄັນນີ້ ມີຄົນມາແກະເອົາເຄື່ອງອາໄຫຼ່ໄປບາງຢ່າງ
ເຊັ່ນ ຄາບິວຣາເຕີ, ຖັງນ້ຳມັນ, ຫົວລູກສູບ ແລະ ຕາໄຟໜ້າແລະຫລັງ, ເວົ້າຣວມແລ້ວແມ່ນບໍ່ມີຄັນໃດໃຊ້ການໄດ້ ຖ້າບໍ່ຊື້ເຄື່ອງອາໄຫຼ່ທີ່ຫາຍໄປນັ້ນມາປະກອບ
ເຂົ້າຄືນ. ຂ້າພະເຈົ້າຈຶ່ງຈົດເອົາລາຍການທຸກຢ່າງມີ່ຈຳເປັນຕ້ອງໄດ້ຊື້ ແລະກໍຮູ້ຢູ່ວ່າອາໄຫຼ່ຊນິດໃດທີ່ມີຢູ່ໃນວຽງຈັນ ແລະ ຊນິດໃດຕ້ອງໄດ້ສັ່ງເຂົ້າມາຈາກປະເທດ
ໄທ ແລ້ວກໍເອົາໄປໃຫາອ້າຍບຸນຮຽງ ( ຕົກເປັນເງິນໝື່ນກ່ວາບາດເງິນໄທຖ້າຈະໃຫາຣົດຈັກ 3 ນີ້ມີສະພາບກັບມາມີຊີວິດຄືນເໝືອນເດີມ ).
ອາທິດທີ່ 5 ຫລັງຈາກຕົນເອງຖືກຈັບໂຕມາ ແຕ່ກໍຍັງບໍ່ມີຄວາມຄືບໜ້າວ່າຕົນເອງຈະມີຊະຕາກັມເປັນໄປຢ່າງໃດ ບໍ່ເຫັນມີການສອບສວນອິກເລີຍ ຖາມໃຜ
ໃຜກໍວ່າບໍ່ຮູ້, ຈຳເປັນຕ້ອງຢູ່ແບບຕົກບັນໄດພອຍໂຈນໄປວັນໆ ແຕ່ກໍດີເພາະມີເສຣີພາບຢູ່ຂ້າງນອກ ບໍ່ໄດ້ຢູ່ຫ້ອງຂັງ. ຄືນນຶ່ງ ອ້າຍບຸນຮຽງເອົາຮູບເງົາມາສ່ຍ
ໃຫ້ນັກໂທດເບິ່ງ( ນັກໂທດທີ່ລໍຖ້າປ່ອຍໂຕອອກເທົ່ານັ້ນ ) ຮູບເງົາພວມກຳລັງສາຍບໍ່ພໍເຄິ່ງຊົ່ວໂມງ ກໍມີຄຳສັ່ງສຸກເສີນໃຫ້ອ້າຍບຸນຮຽງອອກໄປປະຕິບັດງານ,
ດັ່ງນັ້ນອ້າຍບຸນຮຽງຈຶ່ງຈຳເປັນຕ້ອງໄດ້ຢຸດເຊົາການສາຍລົງພ້ອມບາດ ແລະກຳລັງຈະມ້ຽນ, ຂ້າພະເຈົ້າຈຶ່ງເຂົ້າໄປຖາມອ້າຍບຸນຮຽງວ່າຈະຮັວມືຕໍ່ໃນການສາຍ
ຮູບເງົາໄດ້ບໍ່? ອ້າຍບຸນຮຽງຖາມຄືນຄຳດຽວວ່າ: ນ້ອງເຮັດເປັນຊັ້ນເບາະ? ຕົນເອງບອກອ້າຍບຸນຮຽງໄປວ່າ: ຂອງກ້ວຍໆອ້າຍ! ແມ່ນຫຍັງຂອງກ້ວຍໆ? ອ້າຍ
ບຸນຮຽງຖາມຄືນ ແຕ່ຂ້າພະເຈົ້າບໍ່ໄດ້ຕອບເພາະອ້າຍກອນດອດຂຶ້ນມາຕອບແທນ ວ່າຫລັບຕາເຮັດ.
ນອກຈາກທັງຫລີ້ນແລະສອນກິດຕ້າໃຫ້ຕຳຣວດແລ້ວຍັງເປັນຄົນເອົາຮູບເງົາໄປສາຍຢູ່ຕາມບ້ານແລະສູນສັມະນາຂອງທະຫານເກົ່າວຽງຈັນທີ່ຢູ່ໃກ້ຄຽງແລະອ້ອມ
ແອ້ມນະຄອນຫລວງວຽງຈັນ, ເພາະທີ່ກອງຄະດີນັ້ນເປັນສາງເກົ່າແລະມີເຄື່ອງສາຍໜັງແລະໜັງນັບເປັນສີ່ຫ້າສິບເຣື່ອງ, ເປັນໜັງຝຣັ່ງ, ໄທ, ຈີນ, ອິນເດັຍ
ແລະໜັງກິລາແລະຂ່າວທົ່ໆໄປຂອງປະເທດຕາເວັນຕົກ. ຂ້າພະເຈົ້າເລືອກເອົາໜັງອິນເດັຍ, ໄທ ແລະຂ່າວກິລາ ມາທ້ອນໄວ້ບ່ອນດຽວກັນ ແລະໄດ້ສເນີເຖິງລຸງ
ຄຳກ້ອນ ຜູ້ທີ່ເປັນຫົວໜ້າໃຫຍ່.
( ຍັງມີຕໍ່)
ການນຳສເນີການເອົາໜັງ ອິນເດັຍ, ໄທ ແລະຂ່າວກິລາຂອງໂລກເສຣີ ອອກມາສາຍສູ່ມວນຊົນນັ້ນກໍໄດ້ຮັບຄຳຕອບຈາກຂັ້ນເທິງມາພາຍໃນສອງອາທິດ
ທີ່ຍື່ນຄຳສເນີ້ຂຶ້ນໄປ. ມີໜັງອິນເດັຍ 6 ເຣື່ອງ, ໜັງໄທ 2 ເຣື່ອງ ແລະໜັງຂ່າກິລາປະມານ 8 ມ້ວນ ແລະສ່ວນຫລາຍແມ່ນ ເຕະບານ ບານສົ່ງ ແຂ່ງຣົດ
ຈັກ ແລະ ມວຍ. ບຸນວັດບ້ານໜອງທາ ເປັນຄັ້ງທຳອິດທີ່ຂ້າພະເຈົ້າເອົາໜັງອິນເດັຍເຮື່ອງ ທໍຣະນີກັນແສງ ໄປສາຍ ແລະການແຂ່ງຣົດຈັກ 1 ມ່ວນ ແລະ
ສາຍແບບເປີດສຽງໃນຟິມ ເພາະບໍ່ມີຄົນພາກໜັງ, ກໍນັບວ່າເປັນທີ່ນິຍົມຊົມຊອບຂອງປະຊາຊົນແລະພະນັກງານທຸກທົ່ວໜ້າທີ່ໄປໃນງານບຸນໜັນ. ຄວາມ
ຊ່າລືກໍແຜ່ໄປເຖິງ 4 ໂຕເມືອງແລະອ້ອມແອ້ມເຂດກຳແພງນະຄອນວຽງຈັນ, ນັບແຕ່ນັ້ນມາແມ່ນຂ້າພະເຈົ້າມີຣາຍການອອກໄປຮັບໃຊ້ແຕ່ລະທ້ອງຖິ່ນ
ເປັນປະຈຳທຸກໆຄືນວັນສຸກ ແລະວັນເສົາ ຂອງທຸກໆອາທິດ.
ຄວາມໃກ້ສິດຕິດແທດຂອງຂ້າພະເຈົ້າກັບເຈົ້າໜ້າທີ່ຕຳຣວດໃນກອງຄະດີເມືອງຈັນທະບູຣີແລະນະຄອນບານແມ່ນວ່າເຂົ້າເຖິງກັນໄດ້ປານກັບວ່າຂ້າພະເຈົ້າ
ກໍແມ່ນເຈົ້າໜ້າທີ່ຄົນນຶ່ງພາຍຫລັງ 3 ເດືອນທີ່ຝັງໂຕຢູ່ໃນກອງຕະດີ. ງົປະມານທີ່ຍຶ່ນຂຶ້ນໄປເພື່ອຊື້ເຄື່ອງອະໄຫຼ່ມາແປງຣັດຈັກນັ້ນກໍໄດ້ອະນຸມັດອອກມາ
ແລະຂ້າພະເຈົ້າກໍຈັດການຊ່ອມແປງຮົດຈັກ 3 ຄັນນັ້ນ ໂດຍມີອ້າຍກູ່ ຊາວວຽດນາມເປັນຊ່າງຊ່ອມແປງຣົດໃຫຍ່ທີ່ມາຕິດຄຸກຢູ່ທີ່ນີໍັ້ນເພາະຂ້ວາມຟາກບໍ່
ມົ້ມອອກມາຊ່ອຍມື. ຂ້າພະເຈົ້າເຫັນອ້າຍກູ່ຢູ່ໃນຫ້ອງຂັງກໍເລີຍໄປຂໍເອົາລາວອອກມາຊ່ອຍ ແລະທີ່ສຸດອ້າຍກູ່ກໍບໍ່ໄດ້ເຂົ້າໄປນອນຢູ່ໃນຫ້ອງຂັງ. ຮູ້ຈັກກັບ
ອ້າຍກູ່ເພາະລາວເປັນອ້າຍຂອງໝໍກວາງຊຶ່ງເປັນໝູ່ຂອງຂ້າພະເຈົ້າເອງ ແລະໝໍກວາງນີ້ກໍເປັນນັກເຕະບານຢູ່ພາຍໃນກັບໝໍບຸບຜາຫຼືຈ່ອຍ. ຮອນດາ 65
ຖັງຍາວເຂົາບີ້ສີທອງຄັນທຳອິດກໍສຳເຣັດໃນການຊ່ອມແປງພຽງ 3 ມື້, ເພາະຄັນນີ້ຂາດແຕ່ຖັງນ້ຳມັນ ແລະ ທູນອັບ ເທົ່ານັ້ນ. ຄັນທີ່ສອງກໍ ຮອນດາ 65
ຖັງຍາວເຂົາບີ້ສີທອງຄືກັນ ແຕ່ຄັນນີ້ໃຊ້ເວລາເກືອຍສອງອາທິດເພາະມີຫາຍຢ່າງສູນເສັຍ ແຕ່ໃນທີ່ສຸດກໍສາມາດນຳເອົາຊີວິດຂອງມັນຄືນມາໄດ້. ຄັນທີ່ 3
ເປັນ ຮອນດາ 100 ສີແດງ, ຄັນນີ້ໄດ້ແລ່ນສາຍໄຟໃໝ່ໝົດ ເພາະໜູເຂົ້າໄປກັດຢູ່ທາງໃນຈົນໝຸ່ນໝົດ ແລະກໍໄດ້ຍັກຈັກໃໝ່ອີກ, ໃຊ້ເວລາດົນເຕີບເພາະ
ຕົນເອງກລຢາກຍືດເວລາອອກໃຫ້ອ້າຍກູ່ບໍ່ໄດ້ກັບເຂົ້ານອນຢູໃນຫ້ອງຂັງ.
ຂ້າພະເຈົ້ນກໍໄປທຳຄວາມລຶ້ງເຄີຍກັບນັກໂທດເກືອບວ່າໝົດຢູ່ໃນກອງຄະດີນັ້ນ ເວັ້ນແຕ່ພວກທີ່ຢູ່ຫ້ອງທີ່ບໍ່ມີປ່ອງຢ້ຽມສ່ອງເຫັນກັນ ພວກຢູ່ຫ້ອງນີ້ເປັນ
ນັກໂທດຄະດີການເມືອງທັງນັ້ນ ແລະມີຢູ່ປະມານຊາວຄົນຢູ່ຫ້ອງດຽວກັນ 5x5 ແມັດ. ພາຍຫລັງຊ່ອມແປງຣົກຈັກສຳເຣັດແລ້ວ ບໍ່ພໍອາທິດອ້າຍກູ່ກໍໄດ້
ຖືກປ່ອຍໂຕອອກ ເພາະເປັນຄະດີຊ້າມຟາກເທົ່ານັ້ນ. ອ້າຍບຸນຮຽງໄດ້ມາສເນີໃຫ້ເລືອກເອົາຣົດຈັກຄົນນຶ່ງໄວ້ເປັນພາຫະນະສ່ວນໂຕຂອງຂ້າພະເຈົ້າ ເພາະ
ທາງກອງບັນຊາການຕຳຣວດນະຄອນບານໄດ້ມີຄຳສັ່ງລົງມາຢາກໃຫ້ຂ້າພະເຈົ້າເຮັດວຽກເປັນນັກສືບໃຕ້ດິນໃຫ້ເພື່ອລົບລ້າງຄະດີທີ່ກຳລັງຕິດຕົວຢູ່. ຂ້າພະ
ເຈົ້າບໍ່ທັນຕອບຮັບຈາກຄຳສເນີນັ້ນເທື່ອ ເພາະຍັງບໍ່ເຊື່ອວ່າເຂົາຈະມາໄມ້ໃດກັນແທ້. ຂ້າພະເເຈົ້າເຂົ້າພົບລູງເພົ້າຊຶ່ງເພິ່ນເປັນຫົງໜ້າສານປະຊາຊົນປະຈຳ
ຫ້ອງການສານທີ່ກອງຄະດີເມືອງຈັນທະບູຣີນີ້, ໄດ້ອະທິບາຍເຫດການຕ່າງໆກ່ອນທີ່ຈະຖືກນຳຕົວເຂົ້າມາຢູ່ມນກອງຄະດີນີ້. ລຸງເພົ້າເປັນຄົນບ້ານໜອງທາ
ແລະອະດີດເປັນທະນາຍຄວາມຂອງສານຊັ້ນຕົ້ນວຽງຈັນ ເພິ່ນມີແຕ່ປວັດດີ ບໍ່ເຄີຍມີການສໍ້ໂກງປະເທດຊາດແລະປະຊາຊົນ ດ້ວຍຄຸນງາມຄວາມດີທີ່ຜ່ານມາ
ໃນອະດີດຂອງເພິ່ນ ທາງກະຊວງພາຍໃນຈຶ່ງແຕ່ງຕັ້ງເພິ່ນເປັນຫົວໜ້າສານປະຊາຊົນເມືອງຈັນທະບູຣີກຳແພງນະຄອນວຽງຈັນ. ເມື່ອເຂົ້າພົບແລະໃຫ້ຄຳຮ້ອງ
ທຸກກັບເພິ່ນແລ້່ວ ສາມມື້ຕໍ່ມາ ເພິ່ນກໍເອີ້ນເຂົ້າພົບ ແລະບອກວ່າ ຊື່ຂອງຂ້າພະເຈົ້າບໍ່ໄດ້ຂຶ້ນໄປເຖິງນະຕອນບານຊ້າ ເພາະເປັນຄະດີທີ່ບໍ່ມີພະຍານຫຼັກຖານ
ອັນໃດທີ່ຈະເຜີ້ມຂໍ້ກ່າວຫາຕື່ມອີກ ແຕ່ມີຊື່ຢູ່ຂັ້ນເມືອນີ້ເທົ່ານັ້ນ ແລະກໍຍັງບໍ່ມີວ່າຖືກຂໍ້ຫາອັນໃດຊ້ຳ. ທາງລຸງເພົ້າກໍໃຫ້ຄຳຄິດເຫັນວ່າເພື່ອອານາຄົດຂອງຕົນ
ເອງກໍຄວ້ຮັບເອົາສິ່ງທີ່ທາງຂັ້ນເທິງສເນີລົງມາໃຫ້ນັ້ນເພື່ອສ້າງຜົນງານແລະສແດງເຖິງຄວາມບໍຣິສຸດຂອງຕົນເອງ. ດັ່ງນັ້ນຂ້າພະເຈົ້າຈຶ່ງໄປບອກກັບອ້າຍບຸນ
ຮຽງວ່າຈະຮັບເອົາຄຳສເນີທີ່ທາງຂັ້ນເທິງສເນີມາໃຫ້ນັ້ນ.
ຂ້າພະເຈົ້າກໍເລືອກເອົາ ຮອນດາ 65 ເຂົາບີ້ນັ້ນໄວ້ເປັຍພາຫະນະສ່ວນຕົວ ແລະສອງຄັນນັ້ນກໍເອົາເຂົ້າສາງໄວ້ເພື່ອເປັນສົວບັດຂອງລັດຕໍ່ໄປ. ອ້າຍບຸນຮຽງສັ່ງ
ໃຫ້ເອົາເອກະສານໄປສົ່ງທີ່ນະຄອນບານ ແລະເປັນເທື່ອທຳອິດໃນ 3 ເດືອນທີ່ຕົນເອງອອກຈາກວົງວຽນກອງຄະດີເຂົ້າສູ່ໃນເມືອງນັບຄັ້ງແຕ່ຖືກນຳມາຂັງຢູ່ທີ່
ສນ ແຫ່ງນີ້. ຢູ່ຕໍ່ວາອ້າຍຮຽງເອົາເງິນໃຫ້ໄປຊື້ໂສ້ງບລູຢີນແຊມໂກ, ເສື້ອຈັກເກັດບລູຢີນຜືນນຶ່ງ ແລະເກີບນັນຢາງຄູ່ນຶ່ງ ໃຫ້ຕົນເອງ ເພື່ອຈະນຸ່ງຖືໃນເວລາໄປ
ອອກປະຕິບັດງານ.
ປີ 1976 ຜ່ານໄປ 77 ເຂົ້າມາແທນ, ໃຊ້ຊີວິດຢູ່ກອງຄະດີແບບບໍ່ຮູ້ຊະຕາຊິວິດຂອງຕົນເອງໃນອານາຄົດວ່າຈະເປັນແນວໃດ? ມີແຕ່ອົດທົນແລະອົດທົນເທົ່າ
ນັ້ນ ແລະທາງການເພິ່ນກໍບໍໄດ້ກັກຂັງສະຖານທີ່ຂອງຕົນເອງແຕ່ໄປໃຫ້ລາມາໃຫ້ຄອບ ແລະຍາມາດໄປກິນເຂົ້າກັບຄອບຄົວໄດ້ ແຕ່ໃຫ້ມານອນຢູ່ກອງຄະດີ.
ທາງລຸງຄຳກ້ອນໄດ້ສເນີມອບໜ້າທີ່ການງານໃຫ້ອິກອັນນອ່ງຄືເປັນຜູ້ດູແລການໃຊ້ຈ່າຍອາຫານຂອງເຈົ້າໜ້າທີ່ກອງຄະດີແລະຜູ້ຕ້ອງຫາ ປ່ຽນຈາກຜູ້ເກົ່າທີ່
ເພິ່ນຮ້ອງຂໍກັບເມືອຊຳເໜືອ, ຂ້າພະເຈົ້າກໍປະຕິເສດບໍ່ໄດ້ກໍເລີຍໄດ້ຮັບໄປ. ໃນຣະຍະນັ້ນກອງຫລອນແລະຕຳຣວດມັກຈະຍຶດເອົາຊີ້ນງົວແລະຄວາຍທີ່ປະຊາ
ຊົນຊ້າເຂົ້າໄປປ້ອນຕລາດ ແລ້ວກໍເອົາຊີ້ນຂອງກາງນັ້ນມາໄວ້ທີ່ກອງຄະດີ ເຫດການນີ້ແມ່ນເກີດຂຶ້ນເກືອບທຸກອາທິດ, ບໍ່ໄດ່ມີແຕ່ງົວແລະຄວາຍບາງເທື່ອກໍ
ແມ່ນໝູ ແບ້ ແລະເປັດໄກ່ເປັນຫລົກທີ່ປະຊາຊົນຈະເອົາເຂົ້າໄປຂາຍໃນຕລາດ. ບໍ່ມີເຈົ້າຂອງແມ້ແຕ່ຄົນດຽວຈະເຂົ້າມາກອງຄະດີເພື່ອມານຳເອົາຊີ້ນທີ່ຍຶດມາ
ນັ້ນຄືນໄປ, ຈຳເປັນຊີ້ນເຫຼົ່ານັ້ນກໍກັບກາຍມາເປັນອາຫານຂອງຕຳຣວດແລະນັກໂທດໄປໝົດ ຊຶ່ງເຮັດໃຫ້ນັກໂທດນິຍົມຊົມຊອບຂ້າພະເຈົ້າທີ່ສຸດເພາະແຕ່ລະ
ຕາຍຕຳຣວດກິນຫຍັງນັກໂທດກໍກິນແບບນັ້ນເພື່ອຄວາມເປັນເອກະພາບກັນ. ບໍ່ມີແຕ່ນັກໂທດທີ່ນິຍົມຊົມຊອບ ຮອດລຸງຄຳກ້ອນແລະຄອບຄົວກໍເປັນຄື
ດຽວກັນຫັບນັກໂທດ ເພາະແຕ່ລະເດືອນຂ້າພະເຈົ້າເອົາເງິນທີ່ເຫຼືອຈາກການໃຊ້ຈ່າຍໄປສົ່ງຄືນເພິ່ນບໍ່ຕ່ຳກ່ວາ 50 ພັນກີບແຕ່ລະເດືອນ. ທາງລຸງຄຳກ້ອນຍັງ
ຖາມອີກວ່າເປັນຫຍັງເງິນຈຶ່ງເຫຼືອ? ມັນຖືກຕາມບັນຊີລາຍຈ່າຍບໍ່? ບອກເພິ່ນວ່າບໍ່ຕ້ອງຮ່ວງບັນຊີລາຍຈ່າຍທຸດເດືອນຫລານຍື່ນຂຶ້ນໃຫ້ອ້າຍບຸນຮຽງແລະ
ອ້າຍກ້ວນໝົດແລ້ວ.
ໃນຣະຍະຕົ້ນປີ 77 ນັ້ນ ຢູ່ວຽງຈັນໄດ້ມີຄະດີສັ່ນສະເທືອນເກີດຂຶ້ນຢ່າງບໍ່ຂາດສາຍ, ຄຽງຂ້າງກັບການສັງຫານປະຊາຊົນລາວຜູ້ທີ່ພາຄອບຄົບສ່ຽງຊີວິດລອຍຂ້ວາມ
ແມ່ຂອງເຂົ້າສູ່ປະເທດໄທ ນັ້ນແລ້ວຍງມີຄະດີສຍອງຂວັນທີ່ຄົນເຂົ້າປຸ້ນແລະຂົ່ມຂືນເມັຍທ່ານທູດຍີ່ປຸ່ນປະຈຳລາວທີ່ບ້ານພັກຂອງເພິ່ນຢູ່ທີ່ບ້ານນາໄຊ ເມືອງຊັຍະ
ເສຖາ ຈົນເປັນເຫດໃຫ້ທ່ານທູດເສັຍຊີວິດໃນການປົກປ້ອງເມັຍຂອງເພິ່ນ ແຕ່ກໍປົກປ້ອງບໍ່ໄດ້ເພາະຝ່າຍເມັຍກໍຖືກບາດເຈັບສາຫັດທັງຖືກຂົ່ມຂືນອີກ, ຄະດີທີ່2
ກໍແມ່ນຄະດີເຂົ້າປຸ້ນຊິງສັບແລະຂົ່ມຂືນເໆືອນກັນ ແຕ່ເຫດການນີ້ເກີດຂຶ້ນກັບທູດອິເດັຍປະຈຳລາວທີ່ບ້ານພັກຂອງເພິ່ນ ເມື່ອສຳເຣັດການຊິບໂຮວເອົາສັບສິນ
ເງິນຄຳແລ້ວພວກຄົນຮ້າຍເຫຼົ່ານັ້ນກໍຍັງພາກັນຂົ່ມຂືນເມັຍຂອງທ່ານທູດອີກ, ດີແຕ່ເຫດການນີ້ບໍ່ມີໃຜຖືກຂ້າຕາຍ, ຄະດີໃຫຍ່ອີກຄະດີນຶ່ງແມ່ນໂຈນປຸ້ນຫໍພຣະ
ແກ້ວ ຊຶ່ງຄຳນວນຄວາມເສັຍນັບເປັນຫລາຍລ້ານໂດລລາ ສຫຣ. ທາງຣັຖະບານ ສປປ ລາວ ໄດ້ຖືກສາກົນຕຳນິຕິຕຽນຢ່າງຮຸ່ນແຮງວ່າບໍ່ສາມາດຮັກສາຄວາມ
ປອດພັຍໃຫ້ແກ່ຊາວ່າງປະເທດ ແລະ ກ່າວຫາວ່າຣັຖະບານລາວຫລະເຫຼີງຕໍ່ການເວນຍາມທາງສະຖານທູດແລະທີ່ບ້ານພັກຂອງຂອງຊາວຕ່າງປະເທດ ມີແຕ່ພາ
ກັນເອົາກຳລັງປ້ອງກັນຄວາມສງົບນັ້ນໄປຈັດການໄລ່ຂ້າໄລ່ຍິງຄົນຂ້າມຟາກເປັນສ່ວນໃຫຍ່. ຖືກຣັຖະບານຍີ່ປຸ່ນແລະອິນເດັຍຮຽກຮ້ອງຄວາມເສັຍຫາຍຈົນບໍ່ສາ
ມາດທີ່ຈ່າຍຄ່າຄວາມເສັຍຫາຍໄດ້ ແລະກໍຮັບປາກວ່າຈະນຳເອົາຜູ້ກະທຳຜິດມາລົງໂທດໃຫ້ໄດ້. ນອກຈາກຄະດີໃຫຍ່ໆ 3 ຄະດີນີ້ແລ້ວ ກໍຍັງມີຄະດີປຸ້ນຈີ້ຊິງສັບຢູ່
ຕາມຖນົນຫົນທາງແລະເຂດຄ້າຂາຍກໍຄືຕລາດແມ່ນເກີດຂຶ້ນມາບໍ່ມີຂາດຣະຍະ ແລະ ຕໍ່ມາກໍແມ່ນພວກໂຕນຂ້າມຟາກບໍ່ຫວິດ ແມ່ນປ່ອຍອອກທຸກມື້ແລະກໍ
ຈັບເຂົ້າມາທຸກມື້, ຈຶ່ງເປັນເຫດໃຫ້ນັກໂທດລົ້ນກອງຄະດີ.
ທຸກໆຄືນ ຂ້າພະເຈົ້າໄດ້ອອກໄປທາງທ່າເດື່ອ ລົງໄປຮອດສິມະໂນຄວາຍແດງ ເພື່ອໄປຊອກຫາສ່ອງທາງເຂົ້າຫາຂ່າວການເຂື່ອນໄຫວຂອງນັກເລງ ແລະ ຜູ້ທີ່ເຂົາ
ເອີ້ນວ່າ ປະຕິການນັ້ນ. ຄະດີໂຫດໆທຸກຄະດີແມ່ນໂຍນຄວາມຜິດໃສ່ປະຕິການໝົດ ດັ່ງນັ້ນການສືບສວນແລະສອບສວນຂອງ ຕຣ ລາວຈຶ່ງເລັ່ງແລະແນໃສ່
ຄະດີມຫຍ່ໆເຫຼົ່ານັ້ນ. ທຸດເທື່ອຖ້າຈັບໄດ້ຊາຍສະກັນຈະຖືກຊ້ອມຢ່າງສາຫັດເພື່ອເຂັ່ນເອົາຄຳສາຣະພາບຈາກຜູ້ຕ້ອງຫາ. ຂ້າພະເຈົ້າເຫັນການສອບສວນຂອງບັກ
ອ່ອນສີ ຫລາຍໆຄັ້ງຈະຢູ່ທີ່ທາດດຳຫລືທີ່ເມືອງຈັນທະບູຣີ ແມ່ນທັນມັດແປ້ສອກຕິດກັບຕັ່ງເກົ້າອີ້ທັງແຂນຂາແລະລຳຄີງແບບເໜັງບໍ່ໄດ້. ກ່ອນມັນຈະຕັ້ງຄຳ
ຖາມອອກມາແມ່ນມັນເອົາແສ້ຫວາຍຂອງມັນມາຂ້ຽນເສັຍກ່ອນ, ຫລັງຈາກນັ້ນແລ້ວມັນກໍສັ່ງໃຫ້ຮັບສາຣະພາບຢ່າງດຽວວ່າເປັນຜູ້ໄປປຸ້ນຂ້າແລະຂົ່ມຂືນຜົວ
ເມັຍທ່ານທູດຍິ່ປຸ່ນ ແລະທ່ານທູດອິເດັຍ. ຄັນຜູ້ຕ້ອງຫາບໍ່ຍອມຮັບສາຣະພາຍແມ່ນຖືກມັນຊ້ອມເອົາຈົນສລົວໄປ ບາງຄົນ 3 ມື້ເໜັງບໍ່ໄດ້ລຸກບໍ່ເປັນ. ມັນເຮັດ
ກັບທຸກໆຜຸ້ຕ້ອງຫາທີ່ເປັນຊາຍສະກັນ ຈະຖືກຈັບມາໃນຂໍ້ຫາອັນໃດໆກໍຕາມ ແມ່ນຖືກບັກອ່ອນສີນີ້ສອບສວນແລະຊ້ອມຈົນເຫຼືອຕາຍທຸກຄົນ. ຢູ່ມາຄົນຊື່ພົມ
ທ່າເດື່ອ ແລະອາຈານສັງກໍຖືກຈັບມາໃນຂໍ້ຫາປຸ້ນຫໍພະແກ້ວ ແລະໄດ້ນຳຕົວມາຝາກຂັງໄວ້ທີ່ກອງຄະດີເມືອງຈັນທະບູຣີນີ້. ສອງຄົນນີ້ຈົນລຸກບໍ່ໄດ້ ກິນກັບທີ່ແລະ
ຂີ້ຍ່ຽວກັບທີ່ເປັນສອງອາທິດ ໂດຍບໍ່ມີການໃຫ້ຄວາມປິ່ນປົວຈາກແພທຫຼືໝໍແຕ່ປະການໃດທັງສິ້ນ.
ທາງນະຄອນບານໄດ້ປ່ຽນໃຫ້ຂ້າພະເຈົ້າມາສຶບທາງການພະນັນ ເພາະໃນຣະຍະນັ້ນມີການພະນັນຣະບາດຂຶ້ນຢ່າງຮ້າຍເຮງ ທັງຄົນລາວຈີນແລະວຽດນາມ. ພວກ
ເຂົາໃຫ້ຂ້າພະເຈົ້າຈົ່ງຜົມຍາວຕົກພຽງບ່າ ນຸ່ງເຄື່ອງຄາວບອຍ ອອກທ່ຽວຕາມບາຣ໌ ແລະຫ້ອງອາຫານຕາມພັຕະຄານຫລືໂຮງແຮວຕ່າງໆ ເພື່ອສືບຫາແຫຼ່ງທີ່
ເຂົາເປີດການພະນັນ ແລະກໍໄດ້ເຂົ້າຈັບກຸມວົງການພະນັນໃຫຍ່ 3-4 ບ່ອນຄື: 1. ຕໍ່ໜ້າໂຮງຮຽນເຈັກລຽວໂຕເປັນເຮືອນຄົນທັມະດາ,ຈັບນັກພະນັນໄດ້ 7 ຄົນ
ພ້ອມເງິນບາດ 2 ແສນບາດ ແລະ ເງິນດັອນ 4 ພັນໂດລລາ, ບໍ່ມີເງິນກີບ ແລະນັກການພະນັນເປັນຄົນເຈັກໝົດ. ເທ່ືອທີ 2 ຢູ່ທີ່ໂຮງແຮມ ອັບໂພໂລ ເປັນວົງ
ການພະນັນຂັ້ນອິນເຕີ ເພາະມີຮອດຄົນຈີນແດງ, ໂຊວຽດ, ກຸຍບາ ແລະ ວຽດນາມຮ່ວມຢູ່ດ້ວຍຮວມທັງໝົດ 14 ຄົນ ທັງຄົນລາວແລະຕ່າງປະເທດ, ຍຶດຂອງ
ກາງໄດ້ເປັນເງິນ ໂດລລາ ທັງໝົດ 33 ພັນໂດລລາ, ອັນຄົນລາວ 5 ຄົນນັ້ນບໍໄດ້ແມ່ນນັກພະນັນແຕ່ເປັນພະນັກງານໂຮງແຮມທີ່ມາໃຫ້ການບໍຣິການແກ່ພວກ
ນັກພະນັນ. ບ່ອນທີ 3 ຢູ່ ເຮື່ອນຄົນເຈັກ ຢູ່ຕໍ່ໜ້າວັດຈັນ ຈັບໄດ້ 8 ຄົນແລະຂອງກາງເປັນເງິນບາດ 1ແສນ 2ໝື່ນບາດ ແລະເງິນໂດລລາ 2ພັນ. ແລ່ງທີ່ 4
ແມ່ນຢູ່ໂຮງສີນ້ອຍ ເປັນວົງການພະນັນຂອງຄົນລາວແລະວຽດນາມຮ່ວມກັນ ເປັນວົງໄພ້ເກ ຈົບໄດ້ 12 ຄົນ ແລະເງິນຂອງກາງ 2ແສນ 6ໝື່ນ ກີບ ເປັນເງິນ
ກີບໝົດ ແລະກໍເປັນວົງການພະນັນນ້ອຍ. ທາງນະຄອນບານສົ່ງໜັງສືລົງມາຍ້ອງຍໍສັລະເສີນຜົນງານຂອງຂ້າພະເຈົ້າຢ່າງເປັນທາງການ ແລະກໍໄດ້ຮຽກໃຫ້ຂຶ້ນ
ໄປພົບຜູ້ບັນຊາການຕຳຣວດນະຄອນບານ ພັນເອກ ບຸນລັບ (ບໍ່ມີນາມສກຸນ), ຂ້າພະເຈົ້າກໍຂຶ້ນໄປຕາມນັດ ແລະໄດ້ເຂົ້າພົບເພິ່ນ. ທາງກະຊວງພາຍໃນໄດ້ມີຂໍ້
ສເນີໃຫ້ຂ້າພະເຈົ້າເຂົ້າຮ່ວມເປັນຕຳຣວດໃນກອງສືບສວນ ແລະຈະໃຫ້ຍົດ ຮ້ອຍຕຣີ ແຕ່ຂ້າພະເຈົ້າປະຕິເສດໄປ ເພາະບໍ່ມັກເປັນຕຳຣວດຫລືທະຫານ, ແຕ່ໄດ້
ຍື່ນຂໍ້ສເນີຄືນ ຖ້າໄດ້ຍົດ ພັນຕຣີ ແມ່ນຈະຮັບເອົາຂໍ້ສເນີທັນທີ ເພາະຂ້າພະເຈົ້າແຈ້ງໃຫ້ທາງຂັ້ນເທິງຮູ້ອີກກັບວັທະນະທັມຫລືຣະດັບການສຶກສາຂອງຕົນເອງ
ໄຫ້ຊາບ, ເວົ້າໄດ້ 3 ພາສາຄື: ຝຣັ່ງ, ອັງກິດ ແລະ ຍີ່ປຸ່ນ ແລະ ກໍຈົບ Bac- ຫລື ມໍປາຍ.
ທາງ ພອ ບຸນລັບ ແນມເບິ່ງໜ້າແລ້ວກໍຍິ້ມແບບຫລັ່ງເລໃຈຂ້າພະເຈົ້າກ່ອນຈະເວົ້າອອກມາວ່າມັນກໍຈະຮັບເອົາຂໍ໊ສເນີຂອງຂ້າພະເຈົ້າໄປ
ພິຈາລະນາ? ແລ້ວມັນກໍຖາມອີກວ່າມີຄຳຖາມຫຍັງຢາກຈະຖາມມັນບໍ່? ຂ້າພະເຈົ້າຄິດໄດ້ວ່າ ມີໂອກາດແລ້ວທີ່ຈະຖາມເຣື່ອງການເປັນມາ
ຄະດີຂອງຕົນເອງ ເພາະຍັງຄ້າງຄາໃຈ ແລະຍັງແຄ້ນໃຫ້ບັກອ່ອນສີບໍ່ເລີກບໍ່ລາຈັກເທື່ອທີ່ຖືກມັນຊ້ອມແລະຂູ່ເອົາຊີວິດຈົນສລົບເໝືອດໄປ
ຄັ້ງນຶ່ງເມື່ອປີຜ່ານມາ, ຈຶ່ງຖາມບັກ ບຸນລັບວ່າ: ເປັນຫຍັງທາງຂັ້ນເທິງຈຶ່ງຢາກໄດ້ຄົນໂທດຄືເຮົານີ້ເຂົ້າມາເປັນຕຳຣວດ? ມັນກໍແນມເບິ່ງ
ໜ້າແລະກໍຍິ້ມແບບເຂີນໆແລະເວົ້າວ່າ: ສະຫາຍເປັນຄົນໂທດກໍຈິງ ແຕ່ຄົນໂທດຄືສະຫາຍນີ້ບໍ່ມີຄວາມຜິດຫຍັງໝົດເປັນຄວາມຜິດຂອງ
ພວກເຮົາເອງທີ່ບໍ່ສືບສວນໃຫ້ມັນດິເາັຍກ່ອນໆທີ່ຈະໄປເອົາສະຫາຍມາ. ການຈັດຕັ້ງທາງທ້ອງຖິ່ນກໍຢັ້ງຢືນວ່າສະຫາຍເປັນຄົນດີ ໃນຣະ
ບອບສະຫາຍກໍບໍ່ມີປວັດເປັນນັກເລງອັນຕະພານຫລືຕິດພັຍສັງຄົມ, ທາງຫົວໜ້າໜ່ວຍ, ບ້ານແລະຕາແສງໄດ້ຢັ້ງຢືນປວັດຂອງສະຫາຍ
ມນແນວນັ້ນຫລັງຈາກທາງຄອບຄົວຂອງສະຫາຍຮ້ອງຂໍຄວາມເປັນທັມມາຫາພວກເຮົາກໍຄືຂັ້ນເທິງພິຈາຣະນາ. ພ້ອມກັນນີ້ ການຈັດຕັ້ງ
ທາງພແນກການຄ້າລັດວິສາຫະກິດກໍຄືລຸງພອນແພງທັມະວົງເພິ່ນກໍຢັ້ງຢືນວ່າສະຫາຍເປັນພະນັກໂຕເດັ່ນຄົນນຶ່ງໃນ11ຄົນນັບແຕ່ສະຫາຍ
ເຂົ້າປະກອບສ່ວນເປັນພະນັກງານການຄ້າລັດເອກະຊົນນັ້ນມາ. ຂ້າພະເຈົ້າຖາມໄປອີກວ່າ: ເມືອ່ຂັ້ນເທິງຫຼືອຳນາດການປົກຄອງຮູ້ຈັກວ່າ
ວ່າເຮົາເປັນຄົນບໍຣິສຸດແລ້ວເປັນຫຍັງບໍ່ປ່ອຍຕົວອອກ? ຄືຍັງກັກກັນໄວ້ເປັນເວລານານເກືອບຂວບປີແລ້ວ, ອີກເດືອນກວ່າໆນີ້ເມື່ອເຖີງ
ປີໃໝ່ລາວເຮົານີ້ກໍເຖິງປີນຶ່ງແລ້ວ. ມັນອະທິບາຍວ່າ ທາງກອງຄະດີຕ້ອງການພິສູດເບິ່ງພຶດຕິກັມແລະຜົນງານຕ່າງໆເພື່ອຈະໂອນວຽກງານ
ປະກອບສ່ວນເຂົ້າເປັນເຈົ້າໜ້າທີ່ຕຳຣວດ ແລະຍັງໄດ້ຍົກເອົາຜົນງານທີ່ຂ້າພະເຈົ້າໄດ້ເຮັດຜ່ານມາແລະສິ່ງທີ່ປະຊາຊົນຍ້ອງຍໍມາແມ່ນຂ້າພະ
ເຈົ້າເອົາໜັງໄປສາຍຊຶ່ງເປັນໜັງຕ່າງປະເທດ, ຕໍ່ມາແມ່ນອອກຄວາມເຫັນໃຫ້ນັກໂທດທີ່ບໍ່ແມ່ນັກໂທດຄະດີໃຫຍ່ ເຊັ່ນ: ຂ້າມຟາກ, ລັກ
ເລັກຂະໂມຍນ້ອຍ, ພັຍສັງຄົມ, ທະເລາະວິວາດ ເຫຼົ່ານີ້ອອກໄປຊ່ອຍປະຊາຊົນເຮັດນາ ຈະເປັນຜົນດີທັງສອງທາງກໍຄື: ນັກໂທດຈະໄດ້ອອກ
ກຳລັງກາຍເພື່ອສຸຂະພາບທີ່ນັ່ງໆນອນໆຢູ່ແຕ່ໃນຫ້ອງຂັງຈະເຮັດໃຫ້ອ່ອເພັຍເປັ້ຍຫລ່ອຍລົງໄປ, ແລະອັນທີສອງແມ່ນເປັນການຝຶກຝົນຫຼໍ່
ຫຼອມທາງອ້ອມນັກໂທດເຫຼົ່ານັ້ນໃຫ້ເຂົ້າກັບສະພາບການເພື່ອຮຽນຮູ້ການຜລິດເຜີ້ມພູນເພື່ອຄວາມຢູ່ດີກິນດີຂອງສັງຄົມ.
ກັບມາທີ່ກອງຄະດີ ອ້າຍກ້ວນແລະອ້າຍບຸນຮຽງແມ່ນນັ່ງລໍຖ້າຟັງຂ່າວຢູ່ ທັງສອງຈຶ່ງຖາມວ່າເປັນແນວໃດ ໄດ້ຮັບເອົາຂໍ້ສເນີຈາກຂັ້ນເທິງແລ້ວ
ບໍ່? ຂ້າພະເຈົ້າກໍວ່າຍັງ. ບໍພໍຮອດຊົ່ງໂມງລຸງຄຳກ້ອນກໍລົງມາພົບແລະກໍເອີ້ນເຂົ້າໄປລົມກັນຢູ່ຫ້ອງການຂອງລຸງເພົ້າຫົວໜ້າສານປະຊາຊົນ,
ເພິ່ນກໍໄດ້ຍົກເອົາປະເດັນການໂອນຂ້າພະເຈົ້າເຂົ້າເປັນຕຳຣວດ, ດັ່ງນັ້ນຂ້າພະເຈົ້າຈຶ່ງສເນີເງື່ອນໄຂນຶ່ງອອກໄປອີກວ່າໃຫ້ຂ້າພະເຈົ້າທົດລອງທຳ
ງານທີ່ທາງຂັ້ນເທິງຈະມອບໝາຍໃຫ້ນັ້ນໄປເບິ່ງເສັຍກ່ອນແລະເບິ່ງໄປວ່າຈະມີຄວາມສາມາດກຳໜ້າທີ່ຮັບຜິດຊອບນັ້ນໄດ້ຫຼືບໍ່? ເຣື່ອງຍົດຊັ້ນ
ນັ້ນຂ້າພະເຈົ້າຍັງຢືນຢູ່ປະເດັນເດີມຂອງຂໍ້ສເນີທີ່ສເນີກັບ ພອ ບຸນລັບ. ຫລັງຈາກນັ້ນ ອາທິດນຶ່ງຕໍ່ມາ, ອ້າຍບຸນຮຽງ ແລະ ອ້າຍກ້ວນກໍເອີ້ນໄປ
ພົບຢ່າງເປັນທາງການ ໂດຍມີ ພອ ບຸນລັບ, ບັກ ພທ ອ່ອນສີ ແລະ ລຸງເພົ້າ ເຂົ້າມາຮ່ວມນຳ. ທາງຂັ້ນເທິງໄດ້ມອບປືນສັ້ນແລະກັບມືໃຫ້ຄອບ
ຄອງເພື່ອເປັນອາວຸດປະຈຳຕົວ ພ້ອມກັບເຄື່ອງແບບຕຳຣວດ (ເຄື່ອງທະຫານອ້າຍນ້ອງນັ້ນແລ້ວ). ຂ້າພະເຈົ້າສເນີອີກວ່າ ຍັງບໍ່ທັນຢາກໃຫ້ເອົາ
ຊື່ຂຶ້ນທະບຽນວ່າເປັນພະນັກງານຕຳຣວດເທື່ອ ເພາະຢາກພິສູດຕົນເອງວ່າເຮັດວຽກໄດ້ແລະລ້ອນໜ້າທີ່ບໍ່? ຈຶ່ງໄດ້ມີການເຮັດໃບສັນຍາຕົກລັງ
ເຊັນກັນໄວ້ເພື່ອເປັນຫຼັກຖານ. ການທີ່ຂ້າພະເຈົ້າຍັງບໍ່ທັນຢາກໃຫ້ຂຶ້ນທະບຽນນັ້ນກໍເພາະວ່າຕົນເອງບໍ່ມັກເປັນຕຳຣວດແລະທະຫານ ແຕ່ກໍຢາກ
ທົດສອບຕົນເອງເປັນເຫດຜົນທີ່ສຳຄັນ.
ຂ້າພະເຈົ້າໄດ້ຖືກສົ່ງໄປຖອດຖອນບົດຮຽນການສືບສວນແລະສອບສວນນຳ ບັກ ພທ ອ່ອນສີທີ່ທາດດຳອາທິດນຶ່ງສາມມື້, ອອກປະຕິບັດງານຍາມ
ກາງຄືນອ້ທິດນຶ່ງສອງຄືນ. ວັນເສົາພານັກໂທດລົງນາ ຍາມຄ່ຳມາເອົາໜັງໄປສາຍ ໄດ້ພັກແຕ່ວັນທິດ ບາງເທື່ອບໍ່ໄດ້ພັກຜ່ອນຊ້ຳ ເພາະຈັດແຈງກະ
ກຽມລາຍການອອກຕລາດຊື້ອາຫານໃຫ້ຕຳຣວດແລະນັກໂທດ.
ທີ່ຫ້ອງສອບສວນທາດດຳ, ບັກອ່ອນສີຍັງໃຊ້ມຸກເດີມໃນການຊ້ອມພວກນັກໂທດໃນເວລາສອບສວນ ທຸກຄົນເປັນຊາຍສະກັນແມ່ນແນໃສ່ຄະດີ
ໃຫຍ່ໆທັງນັ້ນ. ພະຍາຍາມບີບບັງຄັບແລະຂົ່ມຂູ່ໃຫ້ນັກໂທດຮັບສາຣະພາບໃນຄະດີທີ່ເຂົາບໍ່ໄດ້ກໍ່ຫລືວ່າກະທຳ, ເຫັນແສງຕາຂອງນັກໂທດທີ່ບົ່ງບອກ
ເຖິງຄວາມແຄ້ນຂອງເຂົາໄດ້ຊີ້ອອກມາຢ່າງຊັດເຈນ ແຕ່ກໍບໍ່ສາມາດຕອບໂຕ້ຫຍັງໄດ້, ພວກເຂົາພະຍາຍາມໃຫ້ຄຳອະທິບາຍ ແຕ່ບັກ ອ່ອນສິບໍ່ຍອມ
ໃຫ້ໂອກາດພວກເຂົາ ແມ່ນມັນເອົາຝາມືຟາດເຂົ້າປາກພວກເຂົາແລະບອກວ່າ: ກູບໍ່ໄດ້ອະນຸຍາດໃຫ້ມຶງມາອອກຄຳເຫັນຫຍັງໝົດ ເພາະເປັນການປະ
ຄິເສດຂອງມຶງທັງນັ້ນ, ທາງພວກກູຈັບໄດ້ຫົວໜ້າຂອງມຶງແລ້ວ ຫົວໜ້າຂອງມຶງໄດ້ຊັກທອດເຖິງມຶືງວ່າເປັນລູກນ້ອງມັນ. ເຫັນຄົນຊື່ພົມທ່າເດື່ອແລະ
ອາຈານສັງຖືກກັຂັງຢູ່ທາດດຳທີ່ພວກເຂົາທັງສອງນີ້ໄດ້ສາຣະພາບວ່າເປັນຄົນໄປປຸ້ນຫໍພະແກ້ວ, ຂ້າພະເຈົ້າຈຶ່ງຂໍສອບສວນເຜີ້ມເຕີມເພື່ອຈະໄດ້ເບາະ
ແສສິ່ງໃດສິ່ງນຶ່ງຕື່ມເຂົ້າມາອີກ ຈຶ່ງຂໍອະນຸຍາດເປັນທາງການກັບຜູ້ບັງຄັບບັນຊາບຸນລັບ ແລະເພິ່ນກໍອະນຸຍາດໃຫ້ສອບສວນນັກໂທດທຸກຄົນໄດ້ບໍ່ວ່າຄະ
ດີໃດກໍຕາມ.
ຄຸກທາດດຳ ຄຶດວ່າຖືກຍ້າຍໄດ້ ປະມານ 2-3 ປີແລ້ວເນີ ສະຖານທີ່ແປນເປົ່າ ຕາມຄຳບອກເລົ່າຂອງຄົນແຖວນັ້ນ
Anonymous wrote:ຄຸກທາດດຳ ຄຶດວ່າຖືກຍ້າຍໄດ້ ປະມານ 2-3 ປີແລ້ວເນີ ສະຖານທີ່ແປນເປົ່າ ຕາມຄຳບອກເລົ່າຂອງຄົນແຖວນັ້ນ
ແມ່ນແທ້ ບໍ່ມີຄຸກທາດດຳແລ້ວດຽວນີ້, ແຕ່ເຫດການທີ່ເພິ່ນຂຽນແລະເລົ່າມານີ້ແມ່ນແຕ່ຕອນປີ 1977 ພຸ້ນ.
ອ່ານເບີ່ງເນື້ອໃນແລ້ວ ການໃຊ້ສັບສຳນວນ, ປໂຢກຄຳເວົ້າ, ການກ່າວອ້າງອີງ ຕ່າງໆ
ຖ້າເດົາບໍ່ຜິດ ຜູ້ຂຽນຄົງແມ່ນຄົນ ຄົນດຽວກັນກັບຜູ້ຂຽນບົດເລົ່າເລື່ອງໃນຫົວຂໍ້ທີ່ວ່າ:
"ຂ້ອຍຖືກຫລອກໃຫ້ໄປຮຽນ CCCP"
ຖ້າເປັນຄົນ ຄົນດຽວກັນ ຟັງແລ້ວແປກຢູ່ບ່ອນວ່າເລົ່າເລື່ອງໃນຊີວິດໂຕເອງ ທີ່ເກີດ
ຂື້ນໃນໄລຍະເວລາດຽວກັນ ແຕ່ບັນຫາມັນກົງກັນຂ້າມກັນ
Anonymous wrote:ອ່ານເບີ່ງເນື້ອໃນແລ້ວ ການໃຊ້ສັບສຳນວນ, ປໂຢກຄຳເວົ້າ, ການກ່າວອ້າງອີງ ຕ່າງໆຖ້າເດົາບໍ່ຜິດ ຜູ້ຂຽນຄົງແມ່ນຄົນ ຄົນດຽວກັນກັບຜູ້ຂຽນບົດເລົ່າເລື່ອງໃນຫົວຂໍ້ທີ່ວ່າ:"ຂ້ອຍຖືກຫລອກໃຫ້ໄປຮຽນ CCCP"ຖ້າເປັນຄົນ ຄົນດຽວກັນ ຟັງແລ້ວແປກຢູ່ບ່ອນວ່າເລົ່າເລື່ອງໃນຊີວິດໂຕເອງ ທີ່ເກີດຂື້ນໃນໄລຍະເວລາດຽວກັນ ແຕ່ບັນຫາມັນກົງກັນຂ້າມກັນ
ຂໍໂທດເດີ້ຂ້ອຍບໍ່ເຄີຍຂຽນແລະຖືກຫລອກໄປຮຽນຢູ່ cccp ເດີ້. ເຈົ້າເຂົ້າໃຈຜິດແລ້ວ. ສັບແລະສຳນວນການໃຊ້ພາສາລາວນັ້ນມັນບໍ່ໄດ້ໄກກັນ
ພໍປະມານດອກ ມັນກໍໃກ້ຄຽງກັນນັ້ນແລ້ວ. ຂ້ອຍກໍຢາກອ່ານຄືກັນເລື່ອງ ຂ້ອຍຖືກຫລອກໃຫ້ໄປຮຽນຢູ່ cccp ນັ້ນ, ຖ້າເຈົ້າມີ ໂພສ ອອກໃຫ້ອ່ານແດ່ເດີ້
ຈະຂອບໃຈຢ່າງສູງ.
Anonymous wrote:Anonymous wrote:ອ່ານເບີ່ງເນື້ອໃນແລ້ວ ການໃຊ້ສັບສຳນວນ, ປໂຢກຄຳເວົ້າ, ການກ່າວອ້າງອີງ ຕ່າງໆຖ້າເດົາບໍ່ຜິດ ຜູ້ຂຽນຄົງແມ່ນຄົນ ຄົນດຽວກັນກັບຜູ້ຂຽນບົດເລົ່າເລື່ອງໃນຫົວຂໍ້ທີ່ວ່າ:"ຂ້ອຍຖືກຫລອກໃຫ້ໄປຮຽນ CCCP"ຖ້າເປັນຄົນ ຄົນດຽວກັນ ຟັງແລ້ວແປກຢູ່ບ່ອນວ່າເລົ່າເລື່ອງໃນຊີວິດໂຕເອງ ທີ່ເກີດຂື້ນໃນໄລຍະເວລາດຽວກັນ ແຕ່ບັນຫາມັນກົງກັນຂ້າມກັນ ມັນບໍ່ແມ່ນເລື່ອງກົງກັນຂ້າມກັນ ກັນວ່າຖ້າທ່ານເປັນຄົນໃຈສະຫງົບ ແລະ ແມ່ນຄົນລາວທີ່ຮູ້ພາສາລາວ ຄັກແນ່ ທ່ານອາດເວົ້າວ່າ: ມັນຄົນລະເລື່ອງຈັ່ງຊີ້ຈັ່ງຖືກພາສາ ຊາດລາວ ສັງຄົມລາວ ກັນວ່າຢາກໃຫ້ຄົນລາວໃຈເຢັນແນ່ ຢ່າຟ້າວຝັ່ງວັງເວີນຫຼາຍ ຢ້ານແຕ່ບໍ່ໄດ້ເວົ້າ ເວົ້າອອກມາຄືຄົນຕ່າງປະເທດນີ້ສ່ວນຫຼາຍຮອດນັກໜັງສືພິມ ບັນນາທິການຂ່າວ ນັກຂຽນຂ່າວແຫ່ງຊາດພຸ້ນລະ ,.........................ນັກຮຽນນັກສຶກສາ ແຮງບໍ່ເວົ້າເວົ້າສຳນວນລາວຍັງບໍ່ຖືກ ຈັ໊ກແມ່ນອີ່ສັງ ຟ້າວຝັ່ງວັງເວີນໄປໃສ ກະເດ້ຍກະດໍ້
ມັນບໍ່ແມ່ນເລື່ອງກົງກັນຂ້າມກັນ ກັນວ່າ
ຖ້າທ່ານເປັນຄົນໃຈສະຫງົບ ແລະ ແມ່ນຄົນລາວທີ່ຮູ້ພາສາລາວ ຄັກແນ່ ທ່ານອາດເວົ້າວ່າ: ມັນຄົນລະເລື່ອງ
ຈັ່ງຊີ້ຈັ່ງຖືກພາສາ ຊາດລາວ ສັງຄົມລາວ ກັນວ່າ
ຢາກໃຫ້ຄົນລາວໃຈເຢັນແນ່ ຢ່າຟ້າວຝັ່ງວັງເວີນຫຼາຍ ຢ້ານແຕ່ບໍ່ໄດ້ເວົ້າ ເວົ້າອອກມາຄືຄົນຕ່າງປະເທດນີ້ສ່ວນຫຼາຍ
ຮອດນັກໜັງສືພິມ ບັນນາທິການຂ່າວ ນັກຂຽນຂ່າວແຫ່ງຊາດພຸ້ນລະ ,.........................ນັກຮຽນນັກສຶກສາ ແຮງບໍ່ເວົ້າ
ເວົ້າສຳນວນລາວຍັງບໍ່ຖືກ ຈັ໊ກແມ່ນອີ່ສັງ ຟ້າວຝັ່ງວັງເວີນໄປໃສ ກະເດ້ຍກະດໍ້
Anonymous wrote:Anonymous wrote:ອ່ານເບີ່ງເນື້ອໃນແລ້ວ ການໃຊ້ສັບສຳນວນ, ປໂຢກຄຳເວົ້າ, ການກ່າວອ້າງອີງ ຕ່າງໆຖ້າເດົາບໍ່ຜິດ ຜູ້ຂຽນຄົງແມ່ນຄົນ ຄົນດຽວກັນກັບຜູ້ຂຽນບົດເລົ່າເລື່ອງໃນຫົວຂໍ້ທີ່ວ່າ:"ຂ້ອຍຖືກຫລອກໃຫ້ໄປຮຽນ CCCP"ຖ້າເປັນຄົນ ຄົນດຽວກັນ ຟັງແລ້ວແປກຢູ່ບ່ອນວ່າເລົ່າເລື່ອງໃນຊີວິດໂຕເອງ ທີ່ເກີດຂື້ນໃນໄລຍະເວລາດຽວກັນ ແຕ່ບັນຫາມັນກົງກັນຂ້າມກັນ ຂໍໂທດເດີ້ຂ້ອຍບໍ່ເຄີຍຂຽນແລະຖືກຫລອກໄປຮຽນຢູ່ cccp ເດີ້. ເຈົ້າເຂົ້າໃຈຜິດແລ້ວ. ສັບແລະສຳນວນການໃຊ້ພາສາລາວນັ້ນມັນບໍ່ໄດ້ໄກກັນພໍປະມານດອກ ມັນກໍໃກ້ຄຽງກັນນັ້ນແລ້ວ. ຂ້ອຍກໍຢາກອ່ານຄືກັນເລື່ອງ ຂ້ອຍຖືກຫລອກໃຫ້ໄປຮຽນຢູ່ cccp ນັ້ນ, ຖ້າເຈົ້າມີ ໂພສ ອອກໃຫ້ອ່ານແດ່ເດີ້ຈະຂອບໃຈຢ່າງສູງ.
ຄົນລະຄົນ ບໍ່ແມ່ນຄົນດຽວກັນ
ຄວາມຕຶງຄຽດແລະສົລະວົນທາງຫານເມືອງປະກອບເຂົ້າກັນການຕົກຕ່ຳຂອງເສຖະກິດຈຶ່ງເປັນເຫດໃຫ້ປະເທດລາວໃນຕອນນັ້ນພົບກັບວິກິດອັນໜັກໜ່ວງ
ທີ່ຣັຖະບານຈະເຮັດໃຫ້ປະຊາຊົນເຊື່ອຖືການນຳພາປະເທດໄປສູ່ຄວາມຜາສຸກໄດ້. ປະຊາຊົນທີ່ອາສັຍຢູ່ໃນນະຄອນຫລວງວຽງຈັນແລະຕົວເມືອງໃຫຍ໋ຕ່າງໆແມ່ນ
ກຳລັງປະເຊີນໜ້າກັນຄວາມຂາດແຄນທັງເຄື່ອງອຸປະໂພກແລະບໍຣິໂພກ ແລະປະສົມຄວບໄປກັບການທີ່ພັກລັດໄດ້ບັງຄັບໃຫ້ຜູ້ທີ່ມີທົ່ງນາແລະໄຮ່ສວນໃຫ້ນຳມາ
ເປັນຂອງສ່ວນຮວມເພື່ອສ້າງເສຖະກິດຫລືກະສິກຳຮວມໝູ່ ຖ້າຜູ້ໃດຂັດຂືນກໍຈະຖືກພັກລັດຍັດຂໍ້ຫາໃສ່ເປັນຜູ້ຕ້ານນະໂຍບາຍຂອງເພິ່ນ ແລະຈະຖືກສົ່ງໂຕໄປ
ສູນດັດສ້າງຊຶ່ງທີ່ຮູ້ກັນດີໃນຄາວນັ້ນວ່າ ສູນສັມະນາ. ສິ່ງເຫຼົ່ານີ້ໄດ້ເກີດເປົນຕົ້ນຕໍຂອງຄວາມບໍ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ອຳນາດການປົກຄອງຣະບອບ
ໃໝ່ ຄຽງຕ້າງກັນອຳນາດການຈັດຕັ້ງທຸກຂັ້ນນັບແຕ່ທ້ອງຖິ່ນຂຶ້ນເຖິງແຂວງ ໄດ້ໃຊ້ອຳນາດຜເດັດການກົດຂີ່ຂົ່ມເຫັງປະຊາຊົນໂດຍສະເພາະແມ່ນຜູທີ່ເປັນອະ
ດີດຂ້າຣາຊະການທະຫານແລະຕຳຣວດເຖິງພົລະເຮືອນຂອງຣະບອບເກົ່າ ຈຶ່ງເປັນເຫດໃຫ້ປະຊາຊົນເຫຼົານັ້ນຕ້ອງເຕັ້ນໂຕນໂຍນໜີອອກຈາກຖິ່ນກຳເນີດໄປຫາ
ຊີວິດໃໝ່ໃນຕ່າງແດນ.
ການປະທະກັນຣະຫວ່າງເຈົ້າໜ້າທີ່ຮັກສາຊາຍແດນຂອງລາວແລະ ຕຊດ-ນປຂ ຂອງໄທແມ່ນເກືອບບໍ່ເວັ້ນແຕ່ລະວັນຢູ່ຕາມເກາະດອນຕ່າງໆຕາມແມ່ນ້ຳຂອງ
ແລະຕາມດິນຕໍ່ແຜ່ນເຂດອື່ນໆ ຊຶ່ງສົ່ງຜົນໃຫ້ປະເທດໄທຕ້ອງປະກາດປິດດ່ານຊາຍແດນຊົ່ວຄາວແລະສັ່ງງົດສົ່ງສິນຄ້າເຂົ້າມາລາວຈົນກວ່າສະຖານະການຈະເຄັຍ
ຄາຍລົງ, ຈົນເປັນເຫດໃຫ້ປະຊາຊົນຕ້ອງເດືອດຮ້ອນທາງກ້ານອາຫານການກິນ, ຢາປົວພຍາດ ແລະເຄື່ອງໃຊ້ຂອງສອຍປະຈຳວັນ ຈຶ່ງເກີດໃຫ້ມີບັກເລັກຂະໂມຍ
ນ້ອຍ, ພັຍສັງຄົມ, ປຸ້ນຈີ້ຂ້າເຈົ້າເອົາຂອງ ຣະບາດຂຶ້ນໜັກໃນນະຄອນຫລວງວຽງຈັນ.
ທາງຣັຖະບານຂອງຍີ່ປຸ່ນແລະອິນເດັຍໄດ້ພາກັນທວງຖາມຣັຖະບານລາວກ່ຽວກັບການຈັນກຸມຄົນຮ້າຍທີ່ເຂົ້າປູ້ນບ້ານພັກຂອງທູດປະເທດຂອງເຂົາປະຈຳລາວ
ທີ່ມີການເຖິງແກ່ຊີວິດຂອງຜົວເທັຍຂອງທູດຍີ່ປຸ່ນ ແລະຂົ່ມຂືນສຳເລົາພັລະຍາຂອງທ່ານທູດທັງສອງປະເທດທີ່ກ່າວມານັ້ນກ່ອນຄົນຮ້າຍຈະເອົາຕົວຫລົບໜີໄປ.
ທາງຣຢຖະບານຍິ່ປຸ່ນແລະອິນເດັຍໄດ້ຕັກການຊ່ວຍເຫລືອທຸກຢ່າງໃຫ້ແກ່ຣັຖະບານ ສປປ ລາວ ຈົນກ່ວາຈະຈັບຄົນຮ້າຍນັ້ນມາລົງໂທດເສັຍກ່ອນ, ປະເທດ
ທີ່ມີສະຖານທູດໃນລາວທຸກປະທດໄດ້ຍື່ນສານປະທ້ວງການບໍ່ໄວ້ວາງໃຈທາງດ້ານຄວາມປອດພັຍຂອງພະນັກງານທູດຂອງປະເທດພວກເຂົາຕໍ່ຣັຖະບານລາວ,
ພ້ອມໄດ້ສເນີໃຫ້ເຜີ້ມການເຜົ້າຍາມສະຖານທູດແລະບ້ານພັກຂອງທູດໃຫາໜາແໜ້ນແລະເຊັ້ມງວດຂຶ້ນກ່ອນເກົ່າ. ຕໍ່ຈາກຄະດີສຍອງຂັວນສອງຄະດີທີ່ປຸ້ນ
ບ້ານພັກທູດຍີ່ປຸ່ນແລະອິນເດັຍຍັງມີຄະດີງັດແງະເຂົ້າລັກສິ່ງຂອງທີ່ທູດໄທຂ້າງໂຮງຮຽນສິນໄຊ ແຕ່ເຫດການນີບໍ່ມີຜູ້ຖືກທຳຮ້າຍ.
ກອງກຳກັບນະຄອນບານແລະກອງປາບປາມສືບສວນແລະສອບສວນຄະດີບໍ່ມີວີ່ແວວທີ່ຈະມີຊ່ອງທາງເຂົ້າການຈັບກຸມຄົນຮ້າຍໃນຄະດີສຍອງຂັວນນັ້ນໄດ້,
ຈຶ່ງໄດ້ປູແຜນການອອກແບບທີ່ຈະຫາເອົາແຜະມາຮັບກັມ, ໂດຍຫາແຜນຍັດຂໍ້ຫາໃສ່ທຸກໆນັກໂທດທີ່ຖືກຈັບກຸມມາພາຍຫລັງເຫດການຂອງຄະດີເຫຼົ່ານັ້ນ
ເກີດຂຶ້ນ ເພື່ອຈະໄດ້ນັກໂທດຜູ້ທີ່ໃຈອ່ອນແອແລະທົນຕໍ່ການຊ້ອມທຳຮ້າຍຮ່າງກາຍໃນຕອນສອບສວນນັ້ນບໍ່ໄດ້ ຈຶ່ງຍິນຍອມຮັບສາຣະພາບຮັບຜິດຕໍ່ຄະດີທີ່
ຕົນເອງບໍ່ໄດ້ກໍ່ແລະກະທຳ. ດັ່ງນັ້ນທາງກອງບັນຊາການຈຶ່ງມີຄຳສັ່ງລົງໄປຍັງກອງຄະດີທັງ 4 ຕົວເມືອງໃນເຂດເທສະບານແລະເມືອງອ່ອມແອ້ມໃຫ້ນຳໄປປະ
ຕິບັດ. ນັບແຕ່ນັ້ນມານັກໂທດທີ່ຖືກຈັບຕົວມາຈະເປັນຄະດີໃດກໍຕາມແມ່ນຖືກເຈົ້າໜ້າທີ່ສອບສວນຊ້ອມປາງຕາຍເພື່ອບັງຂັບຂູ່ເຂັນໃຫ້ຮັບສາຣະພາບວ່າ
ເປັນຜູ້ກໍ່ຄະດີປຸ້ນບ້ານພັກຂອງທູດຍີ່ປຸ່ນແລະອິນເດັຍ. ຂ້າພະເຈົ້າເຄີຍໄປນັ່ງເບິ່ງຫລາຍໆເທື່ອຂອງການສອບສວນຄະດີຢູ່ໃນກອງຄະດີຂອງ 4 ຕົວເມືອງໃນ
ເທສະບານນະຄອນຫລວງວຽງຈັນ, ບາງຄັ້ງຈົນບໍ່ສາມາດຈະນັ່ງເບິ່ງຄວາມໂຫດຮ້າຍຂອງເຈົ້າໜ້າທີ່ທີ່ມາຈາກເຂດປົດປ່ອຍຜູ້ທີ່ມີສາຍານາມວ່າເປັນນັກປະຕິ
ວັດທີ່ເຕັມໄປດ້ວຍສິລທັມປະຕິວັດ ແຕ່ມີຄວາມໂຫດຫ້ຽມຍິ່ງກ່ວາໝາປ່າທີ່ກຳລັງມີຄວາມໂຫຍຫີວ. ແຜນການຫາແຜະມາຮັບກັມຂອງເຂົານັ້ນບໍ່່ໄດ້ຮັບຜົນ
ແຕ່ປະການໃດ ເພາະບໍ່ມີນັກໂທດຄົນໃດທີ່ຈະໂງ່ພໍຈະຮັບຜິດຕໍ່ຄະດີທີ່ຕົນເອງບໍ່ໄດ້ກະທຳ ແຕ່ເຂົາກໍບໍ່ໄດ້ລົບລ້າງແຜນການນີ້ເທື່ອ.
ເຫດການອັນບໍ່ຄາດຝັນກໍເກີດຂຶ້ນ ໃນກາງປີ 77 ກໍຄືການແຫກຄຸກຂອງນັກໂທດທີ່ຄຸກທາດດຳ. ຈະເປັນແຜນການຂອງຄົນຢູ່ຂ້າງນອກ ຫຼື ຂອງນັກໂທດ
ທີ່ຢູ່ຂ້າງໃນນັ້ນເອງ, ຂ້າພະເຈົ້າຈະມາເລົ່າສູ່ຟັງໃນຕອນຕໍ່ໄປ.
ຄຸກທາດດຳເປັນສູນກາງທີ່ຝາກຂັງນັກໂທດການເມືອງແລະຄະດີອາດຍາ, ແລະຄົນໂທດເຫຼົ່ານັ້ນແມ່ນຖືກສົ່ງມາຈາກ 4 ໂຕເມືອງໃນເທສະບານນະຄອນ
ຫລວງແລະ 4 ເມືອງອ້ອມແອ້ມໃກ້ຄຽງ, ມີນັກໂທດປະມານ ຫົກສິບກວ່າຄົນແລະກໍເປັນນັກໂທດຊາຍທັງມວນໂດຍບໍ່ມີນັກໂທດເພດຍິງປະປົນເລີຍໃນ
ຊ່ວງຣະຍະເວລານັ້ນ. ນັກໂທດຢູ່ທາດດຳແມ່ນເປັນນັກໂທດທີ່ລໍຖ້າການຕັດສິນຄະດີໂດຍສານປະຊາຊົນ ແລະການຕັດສິນມສ່ໂທດມີຢູ່ 3 ຂັ້ນຄື: ປະຫານ,
ຄິດຄຸກຕລອດຊີວິດ ແລະ ໂທດເບົາສຸດແມ່ນສົ່ງໄປດັດສ້າງຢູ່ສູນດັດສ້າງຫລືທີ່ຮູ້ກັນທົ່ວໆໄປວ່າສູນສັມະນາໃນຣະຍະ 5ປີຫາ 10ປີ ສ່ວນມາກຈະຖືກສົ່ງລົງ
ໄປສູນດັດສ້າງທາງອັຕະປືສາຣະວັນໃຕ້ພຸ້ນ ໜ້ອຍໜັກທີ່ຈະສົ່ງຂຶ້ນໄປທາງເໜືອ.
ຄືນນັ້ນເປັນຄືນວັນເສົາແລະມີຝົນຕົກແລະຟ້າເຫຼື້ອມໃນຕອນຫົວແລງຫາທ່ຽງຄືນ, ມີການປະທະກັນຣະຫວ່າງເຈົ້າໜ້າປ້ອງກັນຄວາມສງົບ ສປປ ລາວ
ແລະຂະບວນການກູ້ຊາດຢູ່ທາງເມືອງຫາດຊາຍຟອງ ແລະອີກຈຸດນຶ່ງຢູ່ຖິ່ນເພັຍ ທາງນະຄອນບານຈຶ່ງໄດ້ສົ່ງຕຳຣວດລົງໄປສົມທົບເພາະກອງກຳລັງກູ້ຊາດ
ມີຈຳນວນຫລາຍກ່ອນທີ່ເຈົ້າໜ້າທີ່ທ້ອງຖິ່ນຈະຮັບມືໄດ້. ມີຕຳຣວດ 5 ຄົນທີ່ເຫຼືອໄວ້ເຝົ້າຍາມທີ່ຄຸກທາດດຳ ແຕ່ກໍບໍ່ມີຫຍັງຜິດປົກະຕິໃນຕອນທ່ຽງຄືນ
ຫາຕອນເຊົ້າ ທຸກຢ່າງເປັນປົກະຕິດີ. ເວລາ 6:00ໂມງເຊົ້າທຸກວັນແມ່ນເປັນເວລາເອົາຄົນໂທດອອດມາສຳຣະຮ່າງການ ແລະອາບນ້ຳ, ໃນຕອນເຊົ້າມື້ນັ້ນ
ມີພຽງຕຳຣວດ 2 ນາຍເທົ່ານັ້ນທີ່ຕື່ນຂຶ້ນມາເອົາຄັນງານໄປອາບນ້ຳ ສ່ວນຕຳຣວດ 3 ຄົນນັ້ນຍັງນອນຢູ່ເພາະທັງສາມຄົນນັ້ນກໍເປັນຕຳຣວດມາແຕ່ເຂດ
ປົດປ່ອຍ ສ່ວນຕຳຣວດສອງຄົນນັ້ນເປັນຕຳຣວດໃໝ່ຄົນວຽງຈັນແລະບໍ່ມີໃຜມີອາຍຸຮອດ 18ປີຈັກຄົນ. ຕາມປົກະຕິແລ້ວ ການເອົານັກໂທດອອກອາບນ້ຳ
ນັ້ນ ແມ່ນມີຜູ້ເຝົ້າຍາມ 3 ຄົນ, ຜູ້ໄຂກຸນແຈປະຕູຫ້ອງຂັງແລະນຳເອົານັກໂທດອອກມາ 2 ຄົນ ຮວມກັນທັງໝົດເປັນ 5 ຄົນ ແຕ່ໃນຕອນເຊົ້າມື້ນັ້ນມີຕຳ
ຣວດພຽງ 2 ຄົນເທົ່ານັ້ນທີ່ເອົາພວກນັກໂທດອອກອາບນ້ຳ. ວິທີການຂອງການເອົານັກໂທດອອກມາອາບນ້ຳແມ່ນຜູ້ນຶ່ງໄຂປະຕູຫ້ອງຂັງແລ້ວໃຫ້ນັກໂທດ
ອອກມາເທື່ອລະ 4 ຄົນ ໂດຍມີເຈົ້າໜ້າທີ່ຄຸມຢູ່ສອງຄົນ ຢູ່ທີ່ບ່ອນອາບນ້ຳນັ້ນມີເຈົ້າໜ້າທີ່ຍາມຢູ່ນັ້ນ 3 ຄົນບໍ່ຂາດ ເມື່ອນັກໂທດເສັດທຸຣະແລ້ວ ເຈົ້າໜ້າທີ່
ອີກສອງຄົນກໍຈະຄຸມເອົານັກໂທດກັບເຂົ້າຫອ້ງຂັງ ແລະໃຫ້ເວລານັກໂທດສຳຣະຮ່າງກາຍພຽງ 5 ນາທີເທົ່ານັນັ້ນ.
ມີພຽງເຈົ້າໜ້າທີ່ 2 ນາຍເທົ່ານັ້ນທີ່ນຳເອົານັກໂທດອອກອາຍນ້ຳ ແລະກໍຍັງເປັນຕຳຣວດທີ່ມີອາຍຸຕ່ຳກ່ວາ 18ປີອີກ, ຜູ້ນຶ່ງຍາມຢູ່ບ່ອນອາບນ້ຳ ແລະຜູ້ນຶ່ງ
ກໍເປັນຜູ້ໄຂຫ້ອງຂັງເອົານັກໂທດເທື່ອລະ 4 ຄົນອອກມາ. ແຜນຂອງນັກໂທດກໍແນບນຽນພໍສົມຄວນເພາະພວກເຂົາວາງແຜນແບບໃຈເຢັນທີ່ສຸດ, ນັກ
ໂທດ 4 ຄົນຝຽນທຳອິດທີ່ນຳອອກໄປນັ້ນເຂົາບໍ່ທັນລົງມືກະທຳສິ່ງໃດໆເທື່ອຈົນເສັດຈາກສຳຣະຮ່າງກາຍແລະກັບຄືນມາເຂົ້າຫ້ອງຂັງພີ້ເຂົາຈຶ່ງລົງມືແບບມິດ
ຊິດທີ່ສຸດ. ໃນເວລາຕຳຣວດເປີດກຸນແຈຫ້ອງຂັງເພື່ອໃຫ້ນັກໂທດ 4ຄົນເຂົ້າໄປຫ້ອງຂັງແລະອີກລໍໃຫ້ 4ຄົນຂ້າງໃນອອກມານັ້ນລະພວກເຂົາລົງມືຫຸ້ມຜຶບ
ໃສ່ຕຳຣວດນ້ອຍຄົນນັ້ນ ໄຄແຕ່ນັກໂທດໄວ້ຊີວິດມັນມີແຕ່ສລົວໄປແລະຖືກໂຍນເຂົ້າຫ້ອງຂັງ. ຫລັງຈາກນັ້ນພວກນັກໂທດກໍເອົາກຸນແຈໄປໄຂຫ້ອງຂັງໝົດ
ທຸກຫ້ອງທີ່ຢູ່ຟາກຝາທາງດຽວກັນ ແລະມີຢູ່ 4 ຫ້ອງຮວມກັນ ສ່ວນຫ້ອງຟາກກົງກັນຂ້າມບໍມີເວລາໄປໄຂເພາະຕ້ອງໄດ້ຜ່ານຫ້ອງການໄປກ່ອນຈະໄປເຖິງ
ເພາະຫ້ອງຂັງເຫຼົ່ານັ້ນຢູ່ທາງໜ້າຂອງຄຸກ ແລະກໍເປັນຫ້ອງຂັງຂອງພວກນັກໂທດບໍ່ແມ່ນນັກໂທດການເມືອງ. ນັກໂທດ 4 ຄົນກໍຍ່າງໄປແບບບໍ່ມີຫຍັງເກີດ
ຂຶ້ນ ຕົງໄປຫາບ່ອນອາບນ້ຳນັ້ນແບບປົກະຕິທັມະດາ, ຕຳຣວດຜູ້ຍາມນັ້ນກໍບໍ່ໃສ່ໃຈຫຍັງໝົດທີ່ບໍ່ເຫັນຕຳຣວດຄົນນັ້ນຄຸມນັກໂທກອອກມາ, ພໍແຕ່ໄດ້ໂອ
ໂອກາດ ນັກໂທດ 4 ຄົນນັ້ນກໍຈັດການກັບຕຳຣງດຄົນນັ້ນ. ມີນັກໂທດຈຳນວນນຶ່ງອີກທີ່ຂຶ້ນໄປຫາຕຳຣວດ 3 ຄົນທີ່ກຳລັງນອນຢູ່ຫ້ອງນອນເຂົານັ້ນ ແລະກໍ
ຈັດການປິດຊີບຂອງທັງ 3 ຄົນນັ້ນອາດຈະມີຄວາມແຄ້ນສ່ວນໂຕເພາະ 3 ຄົນນັ້ນເປັນຕຳຣວດມາແຕ່ເຂດປົດປ່ອຍ. ປະມານ 15 ນາທີຕໍ່ມາ ຕຳຣວດນ້ອຍ
ສອງຄົນນັ້ນກໍຟື້ນສະຕິຄືນມາກໍພາກັນສົ່ງສຽງໂວຍວາຍຂຶ້ນ ແລະແລ່ນຂຶ້ນໄປຫາພວກທີ່ນອນຢູນັ້ນ ກໍພົບເປັນສົບໄປທັງສາມນາຍ. ພວກເຂົາບໍ່ຮູ້ຈະເຮັດ
ໂທຣະສັບກໍຖືກທຳລາຍຖີ້ມໝົດ ຈຶ່ງພາກັນຍິງປືນຂຶ້ນທັງສອງຄົນເລີຍ, ສຽງປືນດັງຂຶ້ນກາງເມືອງໃນຕອນເຊົ້າຈຶ່ງເຮັດໃຫ້ພວກພໍ່ຄ້າແລະຄົນໄປລົງຕລາດຢູ່
ຕລາດເຊົ້າພາກັນແຕກຕື່ນແລະກໍພາກັນແລ່ນສວນສຽນກັນໄປທາງໃຜທາງມັນ. ບໍ່ພໍ 5 ນາທີພວກຕຳຣວດທະຫານແລະກອງຫລອນກໍເຕັມໄປໝົດນັບແຕ່
ທາດດຳມາສະຖານທູດສະຫະຣັດ ອອກມາທາງຕລາດເຂົ້າ ແລະຢາຍໄປທົ່ວໝົດທາງແຄມຂອງນັບແຕ່ປາກປ່າສັກເຖິງເຮືອນເຈົ້າສຸວັນນະພູມາ. ແລະທາງ
ສະຖານນີແຫ່ງຊາດເຂົ້າເດີ່ນສຕາດ ອ້ອມໄປຮອດນາໄຮ່ດຽວ ກ້ຽວເຂົ້າມາທາງໂພນໄຊ-ນາໄຊ ແລະດົງປ່າລານລົງຫາຖນົນຄູວຽງແລະລົງໄປຮອດຫລັກ 2 ຄຸ້ມ
ສເດັດ ແມ່ນເຕັມໄປດ້ວຍທະຫານຕຳຣວດແລະກອງຫລອນ.
ໃນເວລາສຽງປືນແຕກຂຶ້ນທີ່ທາດດຳນັ້ນ ມີຊາວໜູ່ມບ້ານໜອງຈັນປະມານ 50 ກ່ວາຄົນພາກັນມາອອກແຮງງານສຳມັກທຳຄວາມສອາດຢູ່ຕາມສອງຂ້າງ
ທາງຂອງຖນົນຄູວຽງ ແລະ ກໍມີຊາວໜຸ່ມບ້ານຝາຍອີກຈຳນວນນຶ່ງມາອອກແຮງງານທຳຄວາມສອາດຢູ່ທີ່ວັດທາດຝຸ່ນແລະເຂດອ້ອມແອ້ມ, ຊາວໜຸ່ມຕ່າງ
ກໍພາກັນຮີບຟ້າວພາກັນກັບບ້ານໃຜບ້ານລາວ ເພາະເຫັນທັງທະຫານ ຕຳຣວດແລະກອງຫລອນເຕັມໄປໝົດຢູ່ທຸກເສັ້ນທາງ. ຕ່າງກໍພາກັນແລ່ນສົນລະວົນ
ກັນຢ່າງອຶກະທຶກນຶກນອງ ໂດຍບໍ່ໃສ່ໃຈທີ່ທາງເຈົ້າໜ້າທີ່ບອກໃຫ້ນັ່ງລົງແລະປະຈຳທີ່, ຈົນເຈົ້າໜ້າທີ່ຕຳຣວດຕ້ອງຍິງປືນຂຶ້ຟ້າເພື່ອຢຸດການແລ່ນຂອງຊາວ
ໜຸ່ມທັງສອງກຸ່ມນັ້ນ. ການທີ່ເຈົ້າໜ້າທີ່ຍິງປືນຂຶ້ນຟ້າເພື່ອຈະບອກໃຫ້ຊາວໜຸ່ມນັ່ງລົງຫລືເຊົາແລ່ນ ແຕ່ກົງກັນຂ້າມຍິ່ງເຮັດໃຫ້ພວກເຂົາແລ່ນຢ່າງເອົາເປັນ
ເອົາຕາຍ ແລະປະຊາຊົນຜູ້ທີ່ໄປອອກຕລາດທີ່ຕລາດເຊົ້າກໍພາກັນແຕກຕື່ນຂຶ້ນເປັນຄັ້ງທີ່ສອງ ຕ່າງກໍພາກັນແລ່ນຫາບ່ອນກຳບັງ. ບໍ່ຮູ້ວ່າໃຜເປັນໃຜ ບໍ່ສາ
ມາດແຍກອອກວ່າໃຜນເປັນນັກໂທດ, ເຈົ້ານ້າທີ່ຕຳຣວດ ທະຫານແລະກອງຫລອນແມ່ນແລ່ນໄລ່ຝຸງຄົນທີ່ແລ່ນໄປຕາມທາງຍ່າງຂອບທາງພ້ອໃກັບຖາມວ່າ
ພວກເຂົາເປັນນັກໂທດຫລືເປັນປະຊາຊົນແລະຊາວໜຸ່ມທີ່ມາອອກແຮງງານ? ມີກອງຫລອນເອົາປືນຍິງຊາຍໜຸ່ມຄົນນຶ່ງທີ່ບໍ່ນຸ່ງເສື້ອ ນຸ່ງແຕ່ໂສ້ງຂາສັ້ນ ທີ່
ແລ່ນຜ່ານສີ່ແຍກທາດຝຸ່ນຜ່ານໄປຕໍ່ໜ້າກະຊວງພາຍໃນ ແຕ່ບໍຖືກຊາຍຄົນນັ້ນ ລູກປືນໄປຖືກສາວຊາວວຽດນາມທີ່ພຳລັງຂີ່ຣົດຖີບຢູ່ກາງຖນົນ ເຂົ້າທີ່ກົກ
ຂາເບື້ອງຂວາ ບາດເຈົບສາຫັດ, ແລະຊາຍຜູ້ທີ່ກອງຫລອນຍິງນັ້ນກໍຖືກເຈົ້າໜ້າທີ່ຄຸມຕົວໄວ້ໄດ້ໃນເວລາຕໍ່ມາ ແຕ່ຜຸ້ກ່ຽວເປັນນັກຮຽນແພທສາດທີ່ອອກມາ
ແລ່ນຫັດກາຍະບໍຣິຫານຕາມປົກະຕິຂອງຜູ້ກ່ຽວທຸກໆເຊົ້າ.
ນັກໂທດທີ່ແຫກຄຸກອອກໃນຕອນເຊົ້າມື້ນັ້ນ 22 ຕົນ ມີແຕ່ນັກໂທດການເມືອງທັງນັ້ນ ແລະໂທດເບົາສຸດແມ່ນຕິດຄຸກບໍ່ມີວັນອອກ. ນັກໂທດທັງ 4 ຫ້ອງຂັງ
ທີ່ປະຕູຫ້ອງຂັງໄດ້ເປີດປະໄວ້ນັ້ນທີທັງໝົດ 30 ຄົນ, 8 ຄົນບໍ່ຍອມໜີອອກໄປກັບພວກ 22 ຄົນນັ້ນ ແລະກໍເປັນນັກໂທດທີ່ສົ່ງມາແຕ່ເມືອງປາກຊັນແລະໂພນ
ໂຮງ. ເຈົ້ານ້າທີ່ຕຳຣວດຖາມພວກ 8 ຄົນນັ້ນວ່າເປັນຫຍັງຈຶ່ງບໍ່ໜີອອກໄປນຳພວກ 22 ຄົນນັ້ນ? ຕ່າງກໍຕອບແບບດຽວກັນວ່າ ພວກຂະເຈົ້າບໍ່ໄດ້ເຮັດຫຍັງ
ຜິດ ຖືກຈັບມາກໍເພາະຖືກຫາເຣື່ອງໃສ່ວ່າເປັນປະຕິການ ພວກຂະເຈົ້າຢູ່ເພື່ອສູ້ເອົາຄວາມຍຸຕິທັມໃຫ້ພວກຂະເຈົ້າເອງ. ໃນທີ່ສຸດ ພວກ 8 ຄົນນັ້ນກໍຖືກສົ່ງໄປ
ດັດສ້າງຢູ່ດອນທ້າວຄົນລະ 18 ເດືອນ ຖ້າໃຜສ້າງຜົນງານດີກໍຈະຖືກປົດປ່ອຍໃຫ້ເປັນອິສະລະໄປຕາມເງື່ອນໄຂແລະເວລາ.
ສ່ວນນັກໂທດ 22 ຄົນນັ້ນແມ່ນລອດໄປໝົດທຸກຄົນແບບບໍ່ມີຮ່ອງຮອຍເລີຍ, ພວດເຂົາໃຊ້ເວລາພຽງ 10 ນາທີເທົ່ານັ້ນທີ່ເອົາຕົວຫວິດອອກຈາກເຂດມົນທົນ
ອ້ອມແອ້ມຄຸກ. ມີປະຊາຊົນຫລາຍຄົນໃຫ້ການວ່າ ເຫັນຣົດໂຍທາສີເຫຼືອງ 2 ຄັນມາຈອດຢູ່ຕໍ່ໜ້າທູດອາເມຣິກາກ່ອນເຫດການຈະເກີດຂຶ້ນ ຫລັງຈາກສຽງປືນ
ດັງອອກມາຈາກທາງຄຸກນັ້ນ ກໍບໍ່ປະກົດເຫັນຣົດໂຍທາ 2 ຄັນນັ້ນ ແຕ່ກໍບໍ່ເຫັນວ່າອອກໄປເວລາໃດກັນແທ້. ເຈົ້າໜ້າທີ່ຕຳຣວດຢູ່ປ້ອມຍາມທີ່ທ່າເດື່ອໃຫ້ການ
ວ່າ ຣົດໂຍທາສອງຄັນນັ້ນໄດ້ຂົນເອົາຄົນໄປອອກແຮງງານ ເພາະເຫັນຄົນທີ່ຢູ່ເທິງຣົດນັ້ນມີທັງພ້າທັງມີດ ຈົກແລະຊ້ວນຄົບ ແລະຄັນນື່ງມີປະມານບໍ່ຫຼຸດ 10 ຄົນ
ແລະມຸ້ງໜ້າລົງໄປສິມະໂນພຸ້ນ, ແລະຍັງບອກອີກວ່າໃນເວລານັ້ນປະມານ 6 ໂມງ 40 ນາທີຕອນເຊົ້າ. ປະມານ 8 ໂມງເຊົ້າ ເຈົ້າໜ້າທີ່ກໍພົບຣົດໂຍທາສອງຄັນ
ນັ້ນຈອດຢູ່ກາງປ່າ ຫ່າງຈາສິມະໂນຄວາຍແດງລົງໄປທາງໃຕ້ 1 ກິໂລແມັດ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດສອບເບິ່ງ ແລະພົບວ່າຣົດສອງຄັນນີ້ເປັນຣົດໂຍທາທີ່
ສັງກັດຜູ່ເຂດທ່າງ່ອນແລະຖືກລັກມາ ເພາະຖືກດຶງສາຍໄຟອອກມາຕໍ່ຕຣົງໃສ່ກັນເພື່ອຕິດຈັກ ພ້ອມກັນນີ້ທາງ ກຊ ໂຍທາບໍ່ຮູ້ຊ້າວ່າຣົດສອງຄັນນີ້ຖືກລັກໄປ
ກໍມາຮູ້ຕອນທີ່ທາງເຈົ້າໜ້າທີ່ໂທມາລາຍງານນີ້ ແລະຣົດສອງຄັນນີ້ກໍຈອດໄວ້ຢູ່ທີ່ສາງທົ່ງຮາບທ່າງ່ອນພຸ້ນ.
ສາມວັນກ່ອນເຫດການນີ້ເກີດຂຶ້ນນັ້ນ ມີຍາດຂອງນັກໂທດມາຢາມທີ່ຂີ່ຣົດສອງແຖວມາພ້ອມກັນເປັນໝູ່ມີ 8 ຄົນ ຊາຍ 5 ຍິງ 3 ທັງໝົດນີ້ວ່າມາແຕ່ບ້ານ
ພະບາດໂພນສັນ ແລະ ບ້ານທວຍ. ມີທັງອາຫານການກິນ ໝາກໄມ້ ແລະຜ້າຫົ່ມມຸ້ງໝອນທີ່ເອົາມາໃຫ້ພວກນັກໂທດທີ່ເປັນຍາດຂອງຮະເຈົ້າ, ສ່ວນຜູ້ຍິງ 3
ຄົນນັ້ນກໍທັງຮ້ອງທັງໄຫ້ໃສ່ຜູ້ທີ່ເຂົ້າອ້າງວ່າເປັນຜົວ. ການຫລີ້ນລະຄອນຂອງພວກນີ້ແມ່ນແນບນຽນທີ່ສຸດ ເພາະພາຍຫລັງເຫດການວັນນັ້ນເກີດຂຶ້ນ ທາງເຈົ້າ
ໜ້າທີ່ສືບສວນໄດ້ລົງໄປບ້ານພະບາດ ແລະບ້ານທວຍ ເພື່ອຊອກຫາພວກທີ່ໄປຢ້ຽມນັກໂທດນັ້ນປະກົດວ່າບໍ່ມີໃຜມີຊື່ທີ່ພວກເຂົາຈົດລາຍຊື່ງລົງໃສ່ກະດາດຍາດ
ມາຢ້ຽມຜູ້ຕ້ອງຫາແມ້ແຕ່ຄົນດຽວ ແລະ ນັກໂທດຜູ້ທີ່ຜູ້ຍິງ 3 ຄົນນັ້ນຮ້ອງໄຫ້ໃສ່ນັ້ນກໍເປັນຄົນບ້ານພະບາດ ແລະ ບ້ານທວຍອິຫລີແຕ່ບໍ່ມີໃຜມີເມັຍຈັກຄົນ
ເທື່ອ ຕາມທີ່ການຈັດຕັ້ງທ້ອງຖິ່ນລາຍງານໃຫ້ເຈົ້າໜ້າທີ່ຊາບ.
ເຫດການທີ່ເກີດຂຶ້ນພາຍໃນຄຸກທາດດຳຕອນນັກໂທແຫກອອກມານັ້ນແມ່ນໄດ້ມາຈາກການເລົ່າເຫດການຂອງຕຳຣວດນ້ອຍສອງຄົນທີ່ນັກໂທດໄດ້
ໄວ້ຊີວິດພວກເຂົານັ້ນມາເລົ່າສູ່ຝັງ. ຕຳຣວດນ້ອຍສອງຄົນນັ້ນຍັງເວົ້າອອກມາຕາມພາສາວັຍຂະນອງວ່າ ໄຄແຕ່ພວກຕົນເອງບໍ່ໄດ້ສ້າງຄວາມແຄ້ນ
ໃຫ້ກັບພວກນັກໂທດເຫຼົ່ານັ້ນທີ່ຜ່ານມາ ມີຢາສູບແລະເຂົ້າໜົມກໍແບ່ງປັນພວກຂະເຈົ້າ ອາຫານການກິນບໍ່ພຽງພໍກໍໄປຊອກຫາອາຫານເຫຼືອກິນຈາກ
ເຈົ້າໜ້າທີ່ມາໃຫ້, ຖ້າບໍ່ເຮັດດີນຳພບກຂະເຈົ້າປານນີ້ບໍ່ແມ່ນໝັບຫ່າໄປນຳສາມສະຫາຍນັ້ນແລ້ວຫວາ? ນັກໂທດ 22 ຄົນທີ່ລອດໄປນັ້ນ ອະດີດເປັນ
ນາຍທະຫານ, ຕຳຮວດ ແລະນັກຮຽນຕຣຽມນາຍຮ້ອຍທັງນັ້ນ ແມ່ນຖືກຈັບມາຈາກເຂດປະຕິບັດງານຕາມຊົນນະບົດຕ່າງໆແລະຖືກຈັບມາຈາກສະ
ຖານທີ່ທຳງານຂອງຣັດທີ່ມີໜ່ວຍໃຕ້ດິນຂອງກະຊວງປ້ອງກັນຄວາມປອດພັຍສືບສວນພໍ້ວ່າເປັນໄສ້ເສິກຢູ່ມນທີ່ທຳງານ.
ຄວາມຕຶງຄຽດແລະກົດດັນຈາກທາງຣັຖະບານຂອງປະເທດຍີ່ປຸ່ນແລະອິນເດັຍບໍ່ໄດ້ລົດລະໃນການທັກທວງໃຫ້ຣັຖະບານລາວນຳຈັບຄົນຮ້າຍມາລົງໂທດ
ເພາະກໍຣະນີຂອງຄະດີທີ່ເກີດຂຶ້ນກັບສອງປະເທດນີ້ອາດມີດ້ານການເມືອງເຂົ້າມາແຊກຊືມຫລືກ່ຽວຂ້ອງ ເພາະຍີ່ປຸ່ນແລະອິນເດັຍເປັນປະເທດທີ່ເປັນພາ
ຄີພັາທະມິດກັບສະຫະຣັຖອາເມຣິກາຊຶ່ງເປັນສັດຕຣູນ້ຳເບີ 1 ຂອງລາວ ແລະສອງປະເທດນີ້ເປັນທູດຂອງປະເທດທຶນນິຍົມທີ່ຍັງມີສະຖານທູດຢູ່ວຽງຈັນ
ໃນຣະຍະນັ້ນ, ສ່ວນປະເທດທຶນນິຍົມອື່ນໆທີ່ຍັງມີສາຍສຳພັນທາງການທູດກັບ ສປປ ລາວ ແມ່ນມີສຖານທູດຕັ້ງຢູ່ບາງກອກປະເທດໄທ. ດ້ວຍຄວາມ
ກົດດັນຂອງຍີ່ປຸ່ນແລະອິນເດັຍ ຈຶ່ງເປັນເຫດໃຫ້ ສຸພານຸວົງຜູ້ຮັກສາການປະທານປະເທດແລະໄກສອນພົມວິຫານນາຍົກຣັຖະມົນຕຣີ ສປປ ລາວຕ້ອງ
ເລັ່ງລັດເຜີ້ມທຳສັນຍາພິເສດກັບວຽດນາມແລະໄດ້ເຊັນກັນເປັນທາງການໃນປີ 1977 ນີ້ເອງ ເພື່ອຈະໄດ້ອາສັຍວຽດນາມເຂົ້າມາໄກ່ເກັ່ຍສະພາບການ
ຂອງຄວາມຕຶງຄຽດຣະຫວ່າງກໍຣະນີຣະຫວ່າງ 3 ປະເທດນີ້ດ້ວຍທາງເວທີການເມືອງ. ທາງດ້ານກະຊວງພາຍໃນ(ສມັຍນັ້ນເອີ້ນວ່າພາຍໃນ ດຽວນີ້ເອີ້ນ
ວ່າ ປ້ອງກັນຄວາມສງົບ)ກໍຍັງມີຄຳສັ່ງໃຫ້ເຈົ້າໜ້າທີ່ຊອກຫາແຜະມາຮັບກັມເໝືອນເດີມຈົນກ່ວາຈະໄດ້ແຜະນັ້ນມາ.
ເດືອນໜຶ່ງຜ່ານໄປພາຍຫລັງນັກໂທດແຫກຄຸກທາດດຳ ທາງກອງຄະດີທຸກໆເມືອງໄດ້ເຜີ້ມການການຮັກສາການປ້ອງກັນເວນຍາມນັກໂທດຂຶ້ນຣະດັບ
ໜຶ່ງເພື່ອຫລີກຫລ່ຽງການແຫກຄຸກຂອງນັກໂທດອີກ. ການຕໍ່ສູ້ຂອງກອງກຳລັງກູ້ຊາດກໍຂຍາຍອອກແຕ່ລະເຂດແຕ່ລະທ້ອງຖິ່ນຢ່າງກ້ວາງຂວາງ ມີ
ການປະທະກັລທະຫານແລະກອງຫລອນຢ່າງບໍ່ຂາດແຕ່ລະວັນ ຊຶ່ງເປັນຜົນໃຫ້ມີການລົ້ມຕາຍຂອງທັງສອງຝ່າຍຢ່າງໜັກ. ຄຽງຂ້າງກັນນີ້ຍັງມີກໍຣະນີ
ຄົນຊັງກັນຫາເຣື່ອງໃສ່ກັນກໍຣະບາດຂຶ້ນຢູ່ທົ່ວປະເທດ ຈຶ່ງເປັນເຫດໃຫ້ມີການຈັບກຸມຄຸມຂັງປະຊາຊົນແບບບໍມີການສືບສວນເກີດຂື້ນ ວ່າແຕ່ມີຄົນແຈ້ງ
ຄວາມເທັດແມ່ນກອງຫລອນແລະຕຳຣວດໄປຮວບຕົວມາໂຍນໃສ່ຄຸກໂລດ, ດັ່ງນັ້ນນັກໂທດທີ່ບໍ່ມີຄວາມຜິດຈຶ່ງເປັນຈຸດສົນໃຈຂອງແຜນການຂອງຣັຖ
ທີ່ເຫັນແຜະມາຮັບກັມເປັນຝູງໆ.
ກັບຢ້ອນໄປທີ່ກອງຄະດີເມືອງຈັນທະບູຣີທີ່ພາຍຫລັງທາງຂັ້ນສູງເພິ່ນໄດ້ສເນີໃຫ້ເຂົ້າປະກອບສ່ວນເປັນຕຳຣວດນັ້ນ ກໍຍັງຢູ່ໃນຣະຫວາງການລໍຖ້າຄຳຕອບ
ຈາກຂັ້ນສູງ ແລະ ທາງກອງຄະດີກໍຍັງສືບຕໍ່ໃຫ້ຂ້າພະເຈົ້າອອກປະຕິບັດງານການສືບສວນແລະສອບສວນຂອງຄະດີຕ່າງໆພາຍໃນເຂດຮັບຜິດຊອບຂອງ
ໂຕເມືອງເປັນສ່ວນຫລາຍ ແຕ່ບາງຄັ້ງກໍຖືກໄປຮ່ວມງານກັບເມືອງອື່ນໆເພື່ອສຶກສາແລະຝຶກຝົນ. ທາງກອງຄະດີຍັງໃຫ້ສືບຕໍ່ໄປຮັບໃຊ້ສັງຄົມໃນການນຳ
ເອົາຮູບເງົາໄປສາຍຕາມສູນສັມະນາແລະຊຸມຊົນຕ່າງໆທີ່ອ້ອມແອ້ມໃກ້ຄຽງນະຄອນຫລວງວຽງຈັນ, ຕ່າງແຕ່ວ່າທາງຂັ້ນສູງເພິ່ນບໍ່ອະນຸຍາດໃຫ້ຂ້າພະເຈົ້າ
ກັບເມືອຢູ່ບ້ານ ແລະໃຫ້ກອງຄະດີເປັນຖານທີ່ອາສັຍຫລືປະຈຳການກິນນອນຢູ່ທີ່ນັ້ນ. ຂ້າພະເຈົ້າກໍຖາມອ້າຍບຸນຮຽງຜູ້ເປັນຜູ້ບັງຄັບບັນຊາຕລອດວ່າອີກ
ດົນປານໃດຈຶ່ງຈະໄດ້ກັບບ້ານ? ທາງອ້າຍບຸນຮຽງກໍບອກວ່າບໍ່ຮູ້ເພາະເປັນຄຳສັ່ງຈາກຂັ້ນສູງລົງມາໃຫ້ຢູ່ປະຈຳທີ່ກອງຄະດີນີ້ເລີຍເພາະຖືວ່າເປັນບ່ອນຝຶກ
ໂອບຣົມວິຊາຕຳຣວດໄປເລີຍ. ແຕ່ທາງກອງຄະດີຫລືຂັ້ນສູງກໍບໍ່ໄດ້ໃຫ້ຢູ່ໃນຂອບເຂດຈຳກັດເໝືອນແຕ່ກ່ອນ ປ່ອຍໃຫ້ມີອິສລະໄປທາງໃດແລະເວລາໃດ
ໄດ້ຕາມໃຈ ມີແຕ່ໃຫ້ກັບມານອນຢູ່ທີ່ກອງຄະດີ. ຂ້າພະເຈົ້າກໍບໍ່ມີຄວາມຊັດຊ້ອງຫຍັງເລີຍ ເຖິງບໍ່ມີເງິນເດືອນແບບພະນັກງານ ແຕ່ກໍມີເຂົ້າກິນ ມີ່ທີ່ໃຫ້
ນອນ ແລະຍິ່ງໄປກ່ວານັ້ນຍັງມີຣົດຈັກໃຫ້ຂີ່ອີກ. ຂ້າພະເຈົ້າໄດ້ທຳຄວາມລຶ້ງເຄີຍແລະຮັກແພງນຳເຈົ້ານາຍຫລາຍໆຄົນຢູ່ໃນນະຄອນບານແລະກະຊວງ
ແລະກໍສດວກໃນການເຂົ້າອອກໃນທີ່ທຳງານຂອງເຈົ້າໜ້າທີ່ຕາມສະຖານທີ່ທຳງານຕ່າງໆຂອງກະຊວງພາຍໃນ. ສ່ວນຫລາຍແມ່ນຂ້າພະເຈົ້າມັກໄປທີ່ກອງ
ຄະດີຫຼືຄຸກທາດດຳ ເພາະທີ່ນັ້ນເປັນສູນກາງການສອບສວນນັກໂທດຂອງຄະດີໃຫຍ່ໆ ລວມທັງແຜນການທີ່ທາງຂັ້ນເທິງຊອກຫາແຜະຮັບກັມນັ້ນ.
ວິທີການສອບສວນນັກໂທດແມ່ນໃຊ້ມາຕະການເດີມໆຄືຊ້ອມນັກໂທດແລະບັງຄັບໃຫ້ຮັບຜິດດ້ວຍການມັດຕີນມັດມືຕິດກັບຕັ້່ງເກົ້າອີ້ທັງເຕະທັງຕ່ອຍ
ເອົາຈົນເລືອດຕົກຢາງອອກ ບາງຄົນກໍສລົບໄປຄາຕັ່ງ ແຕ່ກໍຍັງບໍ່ມີນັກໂທດຄົນໃດຍອວຮັບສາຣະພາບຕໍ່ຂໍ້ກ່າວຫາງ່າໄປປຸ້ນແລະຂ້າຂົ່ມຂືນຢູ່ບ້ານພັກ
ຂອງທູດອິນເດັຍແລະຍີ່ປຸ່ນ. ທາງຄູ່ຜົວເມັຍທູດຍີ່ປຸ່ນແມ່ນບໍ່ມີໃຜມີຊີວິດທີ່ຈະຊີ້ຕົວຄົນຮ້າຍໄດ້, ແຕ່ຜົວເມັຍຂອງທູດອິນເດັຍແມ່ນຍັງຈື່ໜ້າຄົນຮ້າຍ
ໄດ້ແລະຈະໄປຊີ້ຕົວໄດ້ທຸກເວລາ ຖ້າຈັບຄົນຮ້າຍໄດ້. ເມື່ອທາງການໄດ້ຍິນຄຳໃຫ້ການຈາກທູດອິນເດັຍວ່າຍິນດີຈະໄປຊີ້ຕົວນັກໂທດ ຈຶ່ງໄດ້ປ່ຽນແຜນການ
ເລັ່ງໃສ່ທາງຄະດີເຫດການຂອງທູດຍີ່ປຸ່ນເປັນຈຸດທີ່ຫາແຜະມາຮັບກັມເປັນຈຸດດຽວ ເພາະທາງການໄດ້ນຳເອົານັກໂທດທີ່ສົງໄສໄປໃຫ້ທາງທູດອິນເດັຍເບິ່ງ
ຕົວຫລາຍເທື່ອແລ້ວແຕ່ບໍ່ມີຄົນໃດເປັນຄົນຮ້າຍເຫຼົ່ານັ້ນ. ເຈົ້າໜ້າທີ່ໄດ້ໄປຈັບເອົາຄົນຂັບຣົດແລະຄົນຮັບໃຊ້ຂອງທູດຍີ່ປຸ່ນມາຂັງແລະດຳເນີນຄະດີວ່າ
ເປັນຜູ້ສົມຮູ້ຮ່ວມຄິດກັບຄົນຮ້າຍ ໂດຍບໍ່ມີຫລັກຖານພະຍານຮູ້ເຫັນ ແຕ່ຖືເປັນການອຸປະໂຫຼກເພື່ອຫາເບາະແສບາງຢ່າງໃນການສືບສວນ ເຖິງຈະຜິດ
ກັບກົດໝາຍແລະມະນຸສຍາທັມແຕ່ກໍຈຳເປັນໄດ້ເຮັດ. ຕາມຄຳໃຫ້ການຂອງຄົນຂັບຣົດນັ້ນວ່າໃນຄືນທີ່ຄົນຮ້າຍປຸ້ນບ້ານພັກທູດຍີ່ປຸ່ນນັ້ນຜູ້ກ່ຽວບໍ່ໄດຢູ່
ບ້ານທີ່ວຽງຈັນພີ້ ເພາະພາລູກເມັຍລົງໄປຢາມພໍ່ແມ່ຢູ່ປາກຊັນ ແລະກໍເລົ່າຕາມຄວາມຈິງວ່າບໍ່ໄດ້ສົມຮູ້ຮ່ວມຄິດກັບກັລຄົນຮ້າຍ, ແລະເຊົ້າວັນຈັນຕໍ່ມາ
ກໍເອົາຣົດມາຮັບທ່ານທູດຕາມປົກະຕິ ແຕ່ພໍຮອດບ້ານພັກທ່ານທູດກໍໄດ້ຮັບຂ່າວດັ່ງທີ່ເຫດການເກີດຂຶ້ນັ້ນ, ຜູ້ກ່ຽວຍັງເວົ້າອີກວ່າບໍ່ຮູ້ວ່າເຈົ້ານາຍຕົນເອງ
ຖືກຄາຕະກັມ ເພາະກັບມາແຕ່ປາພຊັນໃນຕອນແລງຂອງວັນທິດຫລັງວັນເກີດເຫດນັ້ນ ຕອນວັນເສົາຍັງນອນຢູ່ປາກຊັນ ແລະຍັງໄດ້ໄປຮ່ວມມ່ວນຊື່ນ
ຢູ່ບຸນວັດນຳເຈົ້າຄນະເມືອງແລະຍາດຕິພີ່ນ້ອງຢູ່ມນຄືນນັ້ນ. ແຕ່ຄົນຂັບຣົດຄົນນີ້ກໍຖືກເຄາະຊວຍທີ່ຖືກການຊ້ອມຂອງເຈົ້າໜ້າທີ່ສອບສວນຈົນປວດ
ເຈັບຢາງໜັກ ແລະຖືກກັກຂັງໄວ້ໃນຄຸກເປັນເດືອນໆກ່ອນທາງພໍ່ແມ່ແລ່ນເອົາໜັງສືຄ້ຳປະກັນຈາກຄນະປົກຄອງເມືອງປາກຊັນແລະປະຊາຊົນທີ່ມາເປັນ
ພະຍານບຸກຄົນໃຫ້ວ່າມນຄ*ຄືນຂອງວັນເກີດເຫດນັ້ນຜູ້ກ່ຽວໄດ້ຢູ່ທີ່ປາກຊັນນັ້ນຈິງ ແລະຖືກປ່ອຍຕົວອອກໃນອາທິດຕໍ່ມາ ແລະໄດ້ຍິນຂ່າວວ່າຜູ້ກ່ຽວໄດ້
ພາຄອບຄົວຂ້າມຂອງໄປປະເທດໄທໃນສາມອາທິດຕໍ່ມາ. ສ່ວນຄົນຮັບໃຊ້ຢູ່ບ້ານທູດນັ້ນເປັນຜູ້ຍິງອາຍຸວັຍກາງແຕ່ບໍ່ມີຄອບຄົວເພາະຫລັງຈາກແຕ່ງງານ
ຜົວກໍຖືກອູບັດເຫດຣັດຈັກຕຳກັບຣົດໃຫຍ່ເຖິງແກ່ຄວາມຕາຍ ນັບແຕ່ນັ້ນມາຜູ້ເປັນເມັຍກໍບໍ່ຍອມແຕ່ງງານໃໝ່. ນັບແຕ່ໄດ້ງານມາເປັນຄົນໃຊ້ບ້ານທູດ
ກໍໄດ້ຍ້າຍເຂົ້າມາກິນນອນຢູທີ່ບ້ານທູດນີ້ມາເລີຍ ເພາະບ້ານກໍຢູ່ທ່າງ່ອນພຸ້ນ. ໃນຄືນທີ່ເກີດເຫດນັ້ນຜູ້ກ່ຽວບໍ່ໄດ້ຢູ່ທີ່ບ້ານພັກທູດເພາະອອກໄປທ່າງ່ອນຂ່ອຍ
ແມ່ເຮັດບຸນເຮືອນ ແລະກໍມີພະຍານຫລັກຖານຢັ້ງຢືນທຸກຢ່າງຈາກທາງອຳນາດການປົກຄອງທາງບ້ານມາຢັ້ງຢືນ. ແຕ່ທາງການຍັງບໍ່ປັກໃຈເຊື່ອເຖິໃທີພະ
ຍານຫລັກຖານຢັ້ລຢືນວ່າບໍ່ໄດ້ຢູສະຖານທີ່ເກີດເຫດກໍຕາມ ແຕ່ຮູບຄະດີມັນຟ້ອງຢູ່ບ່ອນທີ່ວ່າ ສາວຄົນໃຊ້ຄົນນີ້ມີກຸນແຈບ້ານທຸກດອກແລະທຸກຫ້ອງໃນ
ກຳມືສ່ວນຕົວ ແລະປະກອບດ້ວຍບໍ່ມີຮອຍງັດແງະເຂົ້າທາງປະຕູແລະປ່ອງຢ້ຽມຂອງບ້ານພັກຫລັງນັ້ນເລີຍ ດັ່ງນັ້ນທາງການຈຶ່ງແນເປົ້າໄປທີ່ຄົນຮັບໃຊ້ບ້ານ
ທູດຄົນນີ້ ອາຈະເປັນຜູ້ສົມຮູ້ຮ່ວມຄິດແລະເປັນກຸນແຈດອກສຳຄັນເຂົ້າໄປສູ່ການສືບສວນຂອງຄະດີນີ້. ຕ່າງແຕ່ໃນຣະຍະນັ້ນບໍ່ມີເຈົ້າໜ້າທີ່ເພດຍິງເປັນຜູ້
ສອບສວນນັກໂທດຫລືຄະດີ ມີແຕເຈົ້າໜ້າທີ່ສອບສວນເພດຊາຍ ຈຶ່ງບໍ່ມີການຊ້ອມຫລືຊົກຜູ້ຕ້ອງຫາຍິງຄົນນີ້, ແຕ່ມີການຂູ່ເຂັນແລະບັງຂັບຢ່າງໜັກທີ່
ຈະໃຫ້ໄດ້ຮ່ອງຮອນແລະເບາະແສທີ່ທາງເຈົ້າໜ້າທີ່ຕ້ອງການເພື່ອນຳມາດຳເນີນການສືບສວນຫາຄົນຮ້າຍໃຫ້ໄດ້ ແຕ່ທຸກຢ່າງທາງເຈົ້າໜ້າທີ່ກໍຍັງຄ້ວານ້ຳ
ແຫຼວຈາກນາງຄົນໃຊ້ທ່ານທູດນາງນີ້.
ຂ້າພະເຈົ້າພະຍາຍາມທີ່ຈະຈະລືມເຫດການທີ່ຖືກຈັບຕົວມາເປັນນັກໂທດທີ່ຕົນເອງບໍ່ໄດ້ກໍ່ກະທຳຄວາມຜິດແລ້ວມາຖືກຊ້ອມແລະຂົ່ມຂູ່ໃຫ້ເສັຍຂັວນ
ຈາກການເອົາຄວາມຜິດທີ່ມີເງິນໂດລລາພຽງແຕ່ $5.00 ໄວ້ຄອບຄອງທີ່ລູກນ້ອງຂອງຕົນເອງ (ເປັນໝູ່ກັນມາແຕ່ກ່ອນຈະໄດ້ເຂົ້າມາເປັຍພະນັກ
ງານລັດຢູ່ພະແນກການຄ້າເອກະຊົນນຳກັນ) ໄດ້ຫາຄວາມໄປຟ້ອງອຳນາດການປົກຄອງ. ມື້ໜຶ່ງໄດ້ຕັດສິນໃຈໄປຫານາຍດົງທີ່ອູ່ສ້ອມແປງຣົຖຈັກທີ່
ຜູ້ກ່ຽວທຳງານຢູ່ນັ້ນ ພໍໄປເຖິງກໍຍ່າງເຂົ້າຫາແບບເຊິ້ງໜ້າກັນກັບໝໍໂລດ. ນາຍດົງເຫັນກໍສົ່ງສີໜ້າຕົກຕະລຶງໃສ່ຂ້າພະເຈົ້າ ກ່ອນທີ່ຜູ້ກ່ຽວຈະຖາມ
ສບາຍດີ, ຂ້າພະເຈົ້າກໍໃຊ້ທ່າທີປົກະຕິແບບບໍ່ມີຄວາມຄຽດແຄ້ນຢ່າງໃດແລະກໍຕອບການທັກທາຍສບາຍດີກັນແບບຄົນຜູ້ທີ່ມີຄົຸນສົມບັດອັນດີງາມ.
ຫລັງຈາກທັກທາຍກັນແລ້ວ ຂ້າພະເຈົ້າຈຶ່ງຖາມກ່ຽວກັບເຣື່ອງທີ່ໝໍໄປລາຍງານກັບອຳນາດການປົກຄອງເຣື່ອງມີເງິນໂດລລາໄວ້ຄອບຄອງ ຜູ້ກ່ຽວໄດ້
ອະທິບາຍໃຫ້ຟັງວ່າບໍ່ໄດ້ເຈຕະນາໄປຟ້ອງຫລືລາຍງານແຕ່ປະການໃດ, ມີພຽງແຕ່ມື້ໜຶ່ງໄດ້ມີການກິນຊຸມແຊວກັບພວກນາຍໄດແລະບັກອ່ອນສີຕຳ
ຣວດນະຄອນບານກໍໄດ້ເວົ້າລົມກັນເຣື່ອງການປ່ຽນເງິນກີບໃໝ່ຂອງ ສປປ ລາວ ແລະກໍໄດ້ເຈີດເຂົ້າເຖິງເຣື່ອງທີ່ຄົນມີເງິນດັອນຈຶ່ງໄດ້ເວົ້າອອກມາວ່າ
ຂ້າພະເຈົ້າກໍຄົນໜຶ່ງທີ່ມີເງິນດັອນໄວ້ຄອບຄອງເທົ່ານັ້ນ. ແຕ່ໃນເວລານັ້ນບັກອ່ອນສີມັນເລີຍຖາມວ່າຂ້າພະເຈົ້າແມ່ນໃຜແລະເປັນເຕົ້າເລົ່າກໍຂອງໃຜ
ທາງນາຍດົງແລະນາຍໄດໄດ້ບອກບັກອ່ອນສີນັ້ນວ່າເປັນໝູ່ກັນແລະກໍຮູ້ຈັກກັນດີ ແລະກໍບອກບັກອ່ອນສີນັ້ນອີກວ່າຢ່າສົນໃຈເຣື່ອງນີ້ເພາະຂ້າພະເຈົ້າ
ເປັນຄົນດີແລະກໍໄດ້ປະກອບສ່ວນເຂົ້າເປັນພະນັກງານຣັດທີ່ມີໜ້າທີ່ເຖິງເປັນຜູ້ດູແລທົ່ວໄປຂອງສາຍສ້ອມແປງຣົຖຈັກທົ່ວກຳແພງນະຄອນຂອງພະ
ແນກການຄ້າເອກະຊົນ. ນາຍດົງບອກວ່າບໍ່ຮູ້ຈັກໜ້ອຍວ່າຂ້າພະເຈົ້າຖືກຈັບ ເພາະບັກອ່ອນສີກໍບໍ່ເຄີຍເລົ່າສູ່ໝໍຟັງ, ມີແຕ່ໄດ້ຍິນຂ່າວຈາກຫົວໜ້າພະ
ແນກວ່າໄປວຽງຈັນສອງແລ້ວເທົ່ານັ້ນ. ແລ້ວຂ້າພະເຈົ້າຈຶ່ງຖາມນາຍດົງວ່າໝໍໄດເດບໍ່ໄດ້ເລົ່າສູ່ຟັງຫວາ? ນາຍໄດບໍ່ເຄີຍບອກນາຍດົງເລີຍທັງໆທີ່ຜຸ້ກ່ຽວ
ເປັນຜູ້ເອົາຣັຖຈິປຂອງຜູ້ກ່ຽວໄປຮັບເອົາມາສົ່ງທີ່ກອງຄະດີ. ຫລັງຈາກໄປຫານາຍດົງຂ້າພະເຈົ້າກໍໄປຫານາຍໄດທີ່ເຮືອນຂອງໝໍກ່ອນຕອນກັບໄປກອງ
ຄະດີແລະກໍຟອ້ລົມກັບໝໍບາງສິ່ບາງຢ່າງ ແຕ່ໃນວາຣະນັ້ນຈະບໍ່ມີໃຜເຊື່ອໃຈໃຜໄດ້ເດັດຂາດ, ຄວາມບໍ່ໄວ້ວາງໃຈຊຶ່ງກັນແລະກັນແມ່ນເປັນສີງສຳຄັນ
ທີ່ຈະຕ້ອງໄດ້ຣະວັງ ເພາະທຸກຄົນຫາເຣື່ອງໃສ່ກັນໄດ້ຢ່າງງ່າຍດາຍແລະທາງອຳນາດການປົກຄອງກໍບໍ່ມີການສືບສວນກ່ອນຈະລົງມືເຂົ້າຈັບກຸມ. ນາຍ
ໄດໄດ້ເລົ່າສູ່ຟັງວ່າຜູ້ກ່ຽວເອງເປັນຜູ້ບອກບ່ອນຢູ່ຂອງຂ້າພະເຈົ້າໃຫ້ບັກອ່ອນສີ ເພາະບັກອ່ອນສີຢາກເອົາມາຖາມເຣື່ອງການໄປມາຂອງເງິນດັອນເທົ່າ
ນັ້ນ ແລະບໍ່ຄິດວ່າຈະເປັນການເຫຼືອເຖືອດໄປເຊັ່ນນີ້, ແລະກໍບໍ່ຄິດວ່າບັກອ່ອນສີຈະກະທຳເຖິງຂັ້ນນີ້ຕາມທີ່ມັນໄດ້ສັນຍາກັບນາຍໄດເອົາໄວ້. ເມື່ອຂ້າະເຈົ້າ
ໄດ້ຊາບເຫດຜົນຕ່າງໆແລ້ວກໍໝົດສິ່ທີ່ຕົນເອງຊອກຫາຄຳຕອບທີ່ຖາມຕົນເອງວ່າກູເຮັດຫຍັງຜິດ? ແຕ່ຄວາມແຄ້ນທີ່ຖືກບັກອ່ອນສີທຸບຕີແລະນຳຕົວ
ໄປຂົ່ມຂູ່ຈະຂ້າຖີ້ມຢູ່ແຄມຂອງຫາດດດອກແກ້ວນັ້ນບໍ່ແລ້ວບໍ່ລືມ.
ຂ່າວທີ່ທາງເຈົ້າໜ້າທີ່ໄດ້ຈັບກຸມຄົນຮ້າຍທີ່ປຸ້ນທູດຍີ່ປຸ່ນໄດ້ຜູ້ໜຶ່ງແລ້ວ ແລະທາງໜັງສີພອມວຽງຈັນໃໝ່ແລະມິທະຍຸແຫ່ງຊາດກໍປະກາດອອກສູ່ສັງຄົມ
ຢ່າງເປັນທາງການແລະວ່ອງໄວທັນກັບສະພາຍການ ເພາະທີ່ຈິງແລ້ວຂ່າວທູກຂ່າວຢູ່ໃນລາວໃນວາຣະນັ້ນແມ່ນຂ່າວສ່ວນຫລາຍກ່ອນຈະເປີດອອກສູ່
ມວນຊົນແມ່ນໃຊ້ເວລາເປັນອາທິໜຶ່ງຫລືສອງ ແຈ່ຂ່າວນີ້ແມ່ນທັນຄັວນກໍວ່າໄດ້. ຜູ້ຕ້ອງຫາຄົນນີ້ເປັນຄົນທ່າເດື່ອອາຍູ24ປີ ແລະອະດີດເປັນຄົນແລ່ນ
ເຣືອຂ້ວາມຂອງຣະຫວ່າງທ່າເດື່ອ-ໜອງຄາຍ ແລະອາຊີບປັຈຸບັນຂອງຜູ້ກ່ຽວໃນຕອນນັ້ນເປັນຊາວນາ. ທາງກອງບັນຊາການນະຄອນບານໄດ້ມີໜ່ວຍ
ສືບສວນແລະສອບສວນຄະດີພິເສດເປັນຜູ້ຮັບພາຣະກ່ຽວກັບຄະດີນີີ້ໂດຍຕຣົງ ຊຶ່ງໃນນັ້ນກໍມີບັກອ່ອນສີຮ່ວມຢູ່ນຳ. ຂ້າພະເຈົ້າພະຍາຍາມຢາກຈະເຂົ້າ
ໄປເຖິງຈຸດທີ່ທາງໜ່ວຍສືບສວນທຳການສອບສວນຜູ້ຕ້ອງຫາຄົນນີ້ແຕ່ບໍ່ສາມາດເຂົ້າໄປໃກ້ໄດ້ ເພາະເປັນຄະດີໃຫຍ່ທີ່ກ່ຽວກັບການເມືອງຣະຫວ່າງປະ
ເທດອີກ. ສິ່ງທີ່ຂ້າພະເຈົ້າມີຄວາມສົນໃຈແມ່ນຢາກຮູ້ວ່າການສອບສວນຂອງຜູ້ຕ້ອງຫາຄົນນີ້ເຂົາຈະໃຊ້ມາຕະການແບບໃດ? ຜູ້ຕ້ອງຫາຄົນນີ້ໄດ້ກັກຂັງ
ໄວ້ ເຊບຮາວ ບ່ອນໃດບ່ອນໜຶ່ງໃນວຽງຈັນຢ່າງປິດລັບ. ໄດ້ຮັບຂ່າວພຽງແຕ່ວ່າຜູ້ຕ້ອງຫາຄົນນີ້ໄດ້ຮັບສາຣະພາບແລ້ວ ແລະທັງບອກວ່າມີ 4 ຄົນຮ່ວມ
ກັນທັງໝົດ ໄດ້ເງິນແລະເຄື່ອງເອ້ເປັນຄຳແລະເພັດໄປຈຳນວນໜຶ່ງແຕ່ບໍ່ທາງຂ່າວບໍ່ໄດ້ຣະບຸຈຳນວນເງິນແລະຣາຄາທັງໝົດເປັນເທົ່າໃດ? ຜູ້ຕ້ອງຫາຍັງ
ໄດ້ບອກກັບເຈົ້ານ້າທີ່ກ່ຽວກັບການບຸກເຂົ້າໃນເຮືອນຂອງບ້ານພັກທູດນັ້ນວ່າພາກັນໄປສັງເກດການມາແລ້ວເປັນອາທິດກ່ອນຈະລົງມີປະຕິບັດ. ແຕ່ຂ່າວ
ນີ້ບໍ່ມີໃຜຢັ້ງຢືນໄດ້ວ່າເປັນຂ່າວຄວາມຈິງ ເພາະມີແຕ່ໜັງສືພິມແລະວິທະຍຸອອກຂ່າວເທົ່ານັ້ນ ແລະທາງໜັງສືພິມກໍບໍ່ມີການເອົາຮູບຂອງຜູ້ຕ້ອງຫາຄົນ
ລົງໜັງສືພິມ. ທີ່ຈິງແລ້ວທຸດຢ່າງແມ່ນເປັນໄປຕາມຂະບມນການຫາແຜະມາຮັບກັມຂອງຣັຖະບານລາວ ເພື່ອແກ້ໄຂຂໍ້ສົງໄສຂອງຣັຖະບານຍີ່ປຸ່ນທີ່ໄດ້
ຕັ້ງຄຳຖາມຍຶ່ນເຖິງກະຊວງການຕ່າງປະເທດ ສປປ ລາວ ທີ່ທາງຍີ່ປຸ່ນມີຂໍ້ສົງໄສອາດມີການເມືອງເຂົ້າມາແຊກຊຶມກັບເຫດການນີ້. ທາງກອງບັນຊາການ
ນະຄອນບານໃຊ້ວິທີນາບປ່າໃຫ້ເສືອກົວ ເພື່ອໃຫ້ພວກທີ່ເປັນຄົນຮ້າຍໂຕຈິງມີການເຄື່ອນໄຫວສິ່ງໃດສິ່ງນຶ່ງ ແລ້ວຫາໜ່ວຍລາຕະເວນຕາມແນວຊາຍ
ແດນລາວໄທໃຫ້ເຂັ້ມງວດ ເພື່ອລໍສກັດຈັບກຸມເອົາຄົນລັກລອບລອຍຂ້ວາມຂອງເຂົ້າໄປໄທ ບາງເທື່ອພວກຄົນຮ້າຍເລົ່ານັ້ນຈະພາກັນໂຕນໜີໄປໄທ.
ຜູ້ຕ້ອງຫາປຸ້ນຂ້າແລະຂົ່ມຂືນຜົວເມັຍທີ່ທາງການໃຫ້ໜັງມືພິມແລະວິດທະຍຸອອກຂ່າວວ່າຈັບໄດ້ນັ້ນກັບກາຍເປັນຜູ້ຕ້ອງຫາບໍ່ມີຕົນໂຕ ເປັນພຽງການ
ສ້າງສະຖານະການໃຫ້ຄົນຮ້າຍໂຕຈິງປະກົດຕົວອອກຫລືເຄື່ອນໄຫວເພື່ອຫາທາງເຕັ້ນໂຕນໂຍນໜີອອກນອກປະເທດ, ແຕ່ແຜນການນີ້ຈະໄດ້ຜົນອອກ
ມາຕາມຄວາມຄາດໝາຍຂອງຫົວໜ້າກອງບັນຊາການນະຄອນບານຫລືບໍ່? ເມື່ອຂ້າພະເຈົ້າໄດ້ຊາບຂ່າວກ່ຽວກັບການອຸປະໂຫຼກເຣື່ອງນີ້ຂຶ້ນມາຈຶ່ງໄດ້
ເຂົ້າປຶກສານຳອ້າຍບຸນຮຽງເພື່ອໃຫ້ຄວາມຄິດຄວາມເຫັນບາງຢ່າງ ຖ້າວ່າທາງກອງບັນຊາການນະຄອນບານຢາກໄດ້ຄົນຮ້າຍໂຕຈິງແມ່ນບໍ່ຈຳເປັນທີ່ຈະ
ກຸເຣື່ອງແບບນີ້ຂຶ້ນມາເພື່ອຫລອກປະຊາຊົນ. ຂ້າພະເຈົ້າຍັງໄດ້ໃຫ້ຄຳເຫັນ ຖ້າການກຸຸເຣື່ອງນີ້ຂຶ້ນມາເພື່ອຕ້ອງການເຫັນການເຄື່ອນໄຫວຂອງຄົນຮ້າຍ
ຕາມຄວາມຄາດຫວັງໂຕຈິງຂອງກອງສືບສວນແມ່ນເປັນວິທິການທີ່ຂາດຄຸນະພາບທີ່ສຸດ, ເພາະທາງກອງບັນຊາການນະຄອນບານຂາດຄວາມຮອບ
ຄອບທີ່ຄຳນວນເຖິງກຸ່ມຄົນຮ້າຍໂຕຈິງນັ້ນເຂົາຍັງຢູ່ຄົບທີມເຂົາຢູ່ ແລະເຂົາກໍຈະຫົວຂ້ວນແຜນການອ່ອນໆຂອງກົມຕຳຣວດແຫ່ງຊາດໄດ້ສ້າງສາກລະ
ຄອນສາກນີ້ຂຶ້ນ. ທາງເຈົ້າໜ້າທີ່ຄົງຄິດວ່າພວກຄົນຮ້າຍຄົງພາກັນແຕກກະຈາຍຢາຍກັນໄປຄົນລະທິດລະທາງແລ້ວ ຫລັງຈາກກໍ່ການຄາຕະກັມນີ້ຂຶ້ນ,
ຖ້າເປັນຈິງດັ່ງຄວາມຄາດຫວັງກໍເປັນການດີທີ່ກຸເຣື່ອງຂຶ້ນມາ. ຂ້າພະເຈົ້າເຊື່ອແນ່ວ່າພວກຄົນຮ້າຍນັ້ນຍັງໂຮມກຸ່ມກັນຢູ່ ແລະ ອາດຈະຢູ່ຮ່ວມກັນມນ
ນະຄອນຫລວງວຽງຈັນນີ້ກໍອາດເປັນໄປໄດ້, ແລະຂ້າພະເຈົ້າກໍພະຍາຍາມໃຊ້ແນວຄິດເພື່ອຊອກຫາສ່ອງທາງຊ່ວຍກອງບັນຊາການ, ບໍ່ແມ່ນເພື່ອຜົນງານ
ຂອງຕົນເອງແຕ່ປະການໃດ ເພາະຂ້າພະເຈົ້າເອງກໍຢາກໃຫ້ທາງການນຳຈັບພວກຄົນຮ້າຍເຫຼົ່ານັ້ນມາລົງໂທດໃຫ້ໄດ້ ເພາະພວກເຂົາບໍ່ແມ່ນມະນຸດແລ້ວ
ມັນຊົ່ວຍິ່ງກວ່າສັດ ແລະຄວາມເປັນຄົນຂອງພວກເຂົາແມ່ນບໍ່ມີພໍໜ້ອຍ. ຂ້າພະເຈົ້າໄດ້ອອກຄວາມເຫັນໃນວັນໜຶ່ງທີ່ມີໂອກາດໄດ້ພົບປະກັບພັນໂທ
ບຸນລັບທີ່ນະຄອນບານໃຫ້ໃຊ້ວິທີການແບບງຽບ, ຢຸດການໂຄສະນາແລະອອກຂ່າວກ່ຽວກັບການສືບສວນແລະສອບສວນນັກໂທດທີ່ຈັບກຸມຄົວມາໄດ້
ນັ້ນ ແລ້ວມາໃຊ້ແຜນສອງໂດຍປະກາດວ່າຈັບໄດ້ຄົນຮ້າຍທີ່ຮ່ວມກັນກໍ່ຄະດີຄາຕະກັມນັ້ນໄດ້ແລ້ວແລະບໍ່ໃຫ້ບອກຈຳນວນແລະຊື່ຂອງຄົນບ້າຍເພາະບໍ່
ຮູ້ຈັກຄວາມເປັນຈິງວ່າມີຈັກຄົນກັນແທ້ ມີແຕ່ຄາດຄະເນເບິ່ງເທົ່ານັ້ນຕາມຮູບຄະດີທີ່ເກີດເຫດວ່າທີ່ບໍ່ຫຼຸດ 3 ຫາ 4 ຄົນ, ເພາະມີຮ່ອງຮອຍການຕໍ່ສູ້
ຢູ່ພາຍໃນບ້ານຫລັງນັ້ນ ແລະທ່ານທູດຍີ່ປູ່ນກໍບໍ່ແມ່ນຄົນແກ່ອາຍຸ ເປັນຄົນອາຍຸວັຍກາງແລະຍັງເປັນແຊັມກາຣາເຕພາຍໃນປະເທດແລະຫລຽນຄຳໂອ
ແລັມປິກຂອງປະເທດຍີ່ປຸ່ນອີກ.
ມີສອງນ້ອງເອື້ອຍໄທທາດຫລວງຜິດຖຽງກັນຍ້ອນນ້ອງຊາຍລັກເອົາສ້ອຍຄໍເອື້ອຍໄປຂາຍ ທາງຜູ້ເປັນເອ້ືອຍເຫຼືອໃຈແຮງແລະຢາກໃຫ້ທາງອຳນາດການ
ປົກຄອງຊ່ວຍເອົາໄປດັດສ້າງເພາະຢູ່ບ້ານລ້າໆໂດຍເກາະກິນນຳແຕ່ພໍ່ແມ່ແລະເອື້ອຍ, ການງານບໍ່ເຮັດມີແຕ່ທ່ຽວເປໄປແຕ່ລະມື້ລະວັນ. ດ້ວຍຄວາມແຄ້ນ
ທີ່ນ້ອງຊາຍລັກສ້ອຍຄຳໄປຂາຍຈຶ່ງຕັດສິນໃຈເຂົ້າໄປແຈ້ງຄວາມກັບອຳນາດການປົກຄອງເພື່ອຈັບນ້ອງຊາຍຕົນເອງເອົາໄປດັດສ້າງຢູ່ດອນລີງດອນຄ່າງ
ພຸ້ນເພື່ອປ່ຽນແປງນິສັຍແລະສັນດານຜູ້ເປັນນ້ອງ. ທາງອຳນາດການປົກຄອງໄດ້ໄປແຈ້ງຕໍ່ກອງຄະດີເມືອງໄຊເສຖາເພື່ອໃຫ້ເປັນໜ້າທີ່ຂອງເຈົ້າໜ້າທີ່
ຕຳຣວດໂດຍສະເພາະ, ທັງນີ້ທັງນັ້ນເມື່ອທາງກອງຄະດິໄດ້ຮັບແຈ້ງຄວາມກໍມີຄຳສັ່ງໝາຍຈັບທັນທີ່. ເມື່ອເຈົ້າໜ້າທີ່ໄປຄຸມຕົວມາສອບສວນທີ່ກອງຄະດີ
ເມືອງໄຊເສຖາ ແລະຜູ້ກ່ຽວກໍຮັບສາຣະພາບຜິດກັບຂໍ່ກ່າວຫາໂດຍບໍ່ມີການປະຕິເສດເລີຍ, ແຕ່ຍັງບໍ່ຈົບສິ້ນເທົ່ານັ້ນເພາະທາງກອງບັນຊາການນະຄອນ
ບານໄດ້ສັ່ງລົງມາໃຫ້ສົ່ງນັກໂທດຫລືຜູ້ຕ້ອງຫາທຸກຄົນໃຫ້ໜ່ວຍສືບສວນແລະສອບສວນຄະດີເພື່ອສອບສວນໄປຍັງສອງຄະດີປຸ້ນນັ້ນ. ນັກໂທດຄົນນີ້ຊື່
ນາຍນິດ ບໍ່ມີນາມສະກຸນ ເປັນໄທບ້ານທາດຫລວງ, ກ່ອນປົດປ່ອຍປະເທດຜູ້ກ່ຽວຍັງເປັນນັກຮຽນຢູ່ໂຮງຮຽນການຊ່າງປາກປ່າສັກ ຫລັງຈາກປົດປ່ອຍ
ໄດ້ອອກຈາກໂຮງຮຽນແລະໄປເຮັດການນຳໂຮງໜັງສີສັງວອນເປັນຜູ້ຄຸມແລະດູແລຄວາມສງົບໄດ້ 6 ເດືອນກໍຖືກໄລ່ອອກການເພາະໄຂປະຕູໂຮງໜັງໃຫ້
ພວກຜ່ອງເຂົ້າເບິ່ງໜັງຟຣີ ແລະນັບແຕ່ນັ້ນມາຈຶ່ງກັບກາຍມາເປັນໜຸ່ມເກເລ ມີແຕ່ຂີ່ຣົຖຈັກທ່ຽວໄປວັນໆ ແລະໄຖເງິນນຳພໍ່ແມ່ແລະເອື້ອຍມາຕລອດ
ຈົນເຖິງວັນເກີດມີເຣື່ອງມີຄວາມກັບເອື້ອຍ.
ນາຍນິດໄດ້ປືກສົ່ງໂຕໄປທີ່ນະຄອນບານ ແລະຖືກສອບສວນຈາກໜ່ວຍສອບສວນຄະດີພິເສດທີ່ແນໃສ່ 4 ຄະດີໃຫຍ່ໆເຊັ່ນ ຄະດີປຸ້ນຂົມຂືນແລະຂ້າໂຫດ
ຜົວເມັຍທູດຍີ່ປຸ່ນ, ປຸ້ນຂົ່ມຂືນເມັຍທູດອິນເດັຍ, ປຸ້ນຫໍພະແກ້ວ ແລະ ງັດແງະເຂົ້າລັກສັບຢູ່ທູດໄທ ຊຶ່ງທັງສີ່ຄະດີນີ້ຍັງເປັນຄະດີສືບບໍ່ືືກບໍ່ເຂົ້າເທື່ອ. ນາຍ
ນິດຖືກບັກອ່ອນສີສອບສວນຕາມສບັບແບບຂອງມັນທີ່ໄດ້ກະທຳກັບນັກທົ່ວໆໄປທີ່ຜ່ານມາ, ເບື້ອງຕົ້ນນັກໂທດຄົນນີ້ປະຕິເສດທຸກຂໍ່ກ່າວຫາ ມີແຕ່ຮັບ
ຜິດຢ່າງດຽວຄືລັກສ້ອຍຄໍເອື້ອຍໄປຂາຍເທົ່ານັ້ນ. ບັກອ່ອນສີເມື່ອຍຕ່ອຍເມື່ອຍຕິຈຶ່ງໃຊ້ເຄື່ອງຊັອດໄຟຟ້າມາຊ່ອຍໃນການສອບສວນຈົນເຮັກໃຫ້ນັກເລງ
ຊື່ນິດຂອງບ້ານທາດຫລວງຕ້ອງຍອມຈຳນົນຮັບສາຣະພາບຜິດກັບຂໍ້ກ່າວຫາຄະດີໜຶ່ງຊຶ່ງເປັນທີ່ຕ້ອງການເພາະແສເພື່ອນຳຈັບຄົນຮ້ຍມາລົງໂທດຂອງ
ທາງເຈົ້າໜ້າທີ່ມາເປັນເດືອນໆແລ້ວ. ນາຍນິດໄດ້ຮັບສາຣະພາບຜິດກັບຄະດີໃຫຍ່ຄະດີໃດນັ້ນໃຫ້ທ່ານຜູ້ອ່ານຕິດຕາມອ່ານໃນຕອນຕໍ່ໄປຊຶ່ງຂ້າພະເຈົ້າຈະ
ຂຽນອອກມາໃຫ້ທ່ານຜູ້ອ່ານໃນໄວໆນີ້.
(ຍັງມີຕໍ່)
ນາຍນິດ ຫລື ເສືອນິດ ເປັນລູກຊາຍຄົນດຽວຂອງຄອບຄົວຊຶ່ງມີເອື້ອຍຢູ່ສອງຄົນ ແລະຖານະຄອບຄົວກໍເປັນຄອບຄົວທີ່ສົມບູນແບບເພາະທີ່ດິນໄຮ່
ດິນນາກ້ວາງຂວາງຢູ່ທາງດອນໜູນແລະດົງໂດກ. ເມື່ອຈົບປະຖົມກໍເສັງເຂົ້າຮຽນຕໍ່ທີ່ມັທະຍົມການຊ່າງປາກປ່າສັກ, ແນ່ນອນທີ່ສຸດເມື່ອພໍ່ແມ່ເຫັນ
ລູກຊາຍຜ່ານການສອບເສັງກໍມີຄວາມພາກພູມໃຈ ແລະກໍຝາກຄວາມຫວັງໄວ້ກັບລູກຊາຍເພື່ອເປັນທີ່ເຜິ່ງພາອາສັຍໃນອານາຄົດ. ເດືອນທຳອິດທີ່
ເຣີ່ມໄປຮຽນທີ່ມັທະຍົມແຫ່ງນີ້ ນາຍນິດຂີ່ຣົດຖີບໄປ ແຕ່ພໍຕົກມາເຖິງເດືອນທີສອງກໍຢາກໄດ້ຣົດຈັກຈຶ່ງອ້ອນກັບພໍ່ແມ່ ແລະທີ່ສຸດທາງພໍ່ແມ່ກໍປະຕິ
ເສດບໍ່ໄດ້ຈຶ່ງຊື້ໃຫ້ເປັນຣົດ ຊູຊູກິ 185 ສະແກັມເບິນ ຊຶ່ງເປັນຣົດຈັກທີ່ຮິດທີ່ສູດມນຍຸກນັ້ນ. ການທີ່ພໍ່ແມ່ຊື້ຣົດໃຫ້ນັ້ນກໍບໍ່ມີຄວາມຫຍຸ້ງຍາກທາງດ້ານ
ຄອບຄົວແຕ່ປະການໃດ ເພາະພໍ່ແມ່ຂອງນາຍນິດຜລິດເຂົ້າແຕ່ລະປີໄດ້ຫລາຍແສນ (ແສນເຂົ້າ ຫລື ໂຕນ)ເຫຼືອກິນຈົນໄດ້ຂາຍ. ປີທຳອິດທີ່ນາຍນິດ
ຮຽນຢູ່ເທັກນິກປາກປາສັກກໍບໍ່ມີບັນຫາຫຍັງທີ່ພໍ່ແມ່ຈະຫວັ່ນວິຕົກ ເພາະຜູ້ກ່ຽວບໍ່ເຄີຍຂາດໂຮງຮຽນ, ຕົກມາປີທີສອງພໍພົບກັບໝູ່ເພື່ອນທີ່ມີທັງດີ
ແລະຊົ່ວ ນາຍນິດຈຶ່ງໄດ້ຕົກເຂົ້າສັງກັດກັບພວກທີ່ເສບຢາເສບຕິດ ກິນເຫຼົ້າເຂົ້າບາ ສູບຊາ ຫາຟັນຜູ້ຍິງແຕ່ລະວັນໆໄປໂດຍໄດ້ຫຼະເຫຼີງບໍ່ເອົາໃຈໃສ່ໃນ
ການຮ່ຳຮຽນ. ທາງພໍ່ແມ່ຈຶ່ງເກີດຄວາມສົງໄສພຶດຕິກັມຂອງລູກຊາຍຈຶ່ງຈ້າງວານໃຫ້ຄົນຕິດຕາມການໄປມາຂອງນາຍນິດ, ຫລັງຈາກພໍ່ແມ່ຮັບຮູ້ວ່າ
ລູຊາຍຕົນເອງເດີນຜິດທາງແລ້ວ ຈຶ່ງໄດ້ຕັດການເອົາເງິນໃຫ້ຈັບຈ່າຍແລະສັ່ງການໃຫ້ກັບເຂົ້າໄປຮຽນໃຫ້ເປັນປົກະຕິກ່ອນທີ່ທາງໂຮງຮຽນຈະໄລ່ອອກ
ເພາະຂາດໂຮງຮຽນເປັນເນື່ອງນິດ. ພາຍຫລັງປົດປ່ອຍປະເທດໃນປີ 75 ນາຍນິດກໍອອກຈາກໂຮງຮຽນ ຈະເປັນການອອກຫລືຈາກການຊັບໄລ່ຂອງທາງ
ໂຮງຮຽນທາງພໍ່ແມ່ກໍບໍ່ມີໃຜຮູ້ ຮູ້ແຕ່ນາຍນິດກັບກາຍມາເປັນເສືອນິດຕິດຢາເສບຕິດແລະຜູ້ຍິງ. ເມື່ອອອກຈາກໂຮງຮຽນກໍຕະເລ່ເຕະຝຸ່ນຢູ່ຣະຍະໜຶ່ງ
ກ່ອນຈະໄດ້ງານທຳຢູ່ໂຮງພາພຍົນສີສັງວອນດັ່ງທີ່ກ່າວມາກ່ອນນັ້ນ.
ເສືອນິດໄດ້ຮັບສາຣະພາບວ່າຜູ້ກ່ຽວແລະໝູ່ອີກສອງຄົນໄດ້ຮວ່ມກັນເຂົ້າໄປປຸ້ນຊິງຊັບເຮືອນທູດອິນເດັຍໂດຍການຮ່ວມມືຂອງສາວໃຊ້ທູດເອງທີ່ເປີດ
ລັອກປະຕູເຮືອນໄວ້ໃຫ້. ໃນຄືນທີ່ເກີດເຫດນັ້ນ ປະມານ 2 ໂມງເຊົ້າແລະເປັນຄ່ຳຄືນທີ່ງຽບສງັດທີ່ສຸດເພາະຝົນສິນໝົດຄືນ, ເສືອນິດແລະພວກໄດ້ຢ່ອງ
ເຂົ້າບ້ານພັກຂອງທູດ ແລະມຸ້ງໜ້າໄປຫາຫ້ອງນອນຜົວເມັຍທູດ ພໍເຂົ້າໄປໄດ້ກໍຈັດການມັດຜູ້ເປັນເມັຍຕິດໄວ້ກັບຂອບຕຽງ ສ່ວນຜູ້ຜົວມັດແລ້ວແຍກ
ອອກຈາກຫ້ອງນອນເອົາໄປອັດໄວ້ທີ່ຫ້ອງເກັບຂອງ ຫລັງຈາກນັ້ນກໍພາກັນກັບເຂົ້າມາຫ້ອງນອນທີ່ມັດເມັຍທູດໄວ້ນັ້ນ ຈຶ່ງສັ່ງໃຫ້ເອົາເງິນຄຳແລະສິ່ງຂອງ
ມີເອົາມາໃຫ້ໝົດ. ທາງເມັຍທູດກໍບໍ່ໄດ້ຂັດຂືນຈຶ່ງບອກໃຫ້ເປີດໄຟຫ້ອງນອນຂຶ້ນເພື່ອຈະເຫັນແຈ້ງໃນການບອກທີ່ເອົາເງິນແລະຂອງມີຄ່າຊຸກເຊື່ອງົໄວ້.
ພໍແຕ່ເປີດໄຟຂຶ້ນ ແລະເມັຍທູດກໍຖືກໂຊມຍ່າງລົງຈາກຕຽງນອນມາຊີ້ບອກບ່ອນເຊື່ອງເງິນ ແຕເຮັດໃຫ້ເສືອນິດແລະພວກຕ້ອງຕະລຶງເພາະເມັຍທູດ
ຍັງໜຸ່ມຍັງສາວ ເປັນຄົນຄີງບາງຮ່າງນ້ອຍ ແລະນຸ່ງກະໂປ່ງຊຸດນອນດ້ວຍຜ້າແພບາງໆຈົນແນມເຫັນຊັດສ່ວນພາຍໃນຂອງຜູ້ກ່ຽວໝົດ ເພາະບໍ່ໄດ້ນຸ່ງ
ເຄື່ອງຊ້ອນໃນຈັກແນວ. ຕາມຄຳໃຫ້ການຂອງເສືອນິດ, ເມື່ອໄດ້ສິ່ງຂອງເງິນຄຳແລ້ວກໍຕັ້ງໃຈວ່າຈະພາກັນໜີອອກມາທັນທີ ແຕ່ເມືອແນມເຫັນຮຸ່ນ
ອັນສວຍລາວຂອງເມັຍທູດກໍອົດບໍ່ໄຫວ ເພາະນາງເອກໜັງອິນເດັຍທີ່ເຄີຍເຫັນຢູ່ໃນໜັງກໍບໍ່ງາມປານ ຈຶ່ງພາກັນລົງມືລຽນຄິວ ໂດຍມັດສອງມືຕິດກັບ
ຫົວຕຽງ ມັດສອງຕີນແຍກອອກຕິດກັບຕີນຕຽງ ແລະມັດປາກເພື່ອປ້ອງກັນບໍ່ໃຫ້ຮ້ອງ. ເມື່ອສຳເຣັດລຽນຄິວແລ້ວກໍພາກັນປົບອອກມາທັງສີ່ຄົນເລີຍ
ເພາະສາວຄົນໃຊ້ກໍບໍ່ກ້າຢູ່ເພາະຢ້ານຄວາມຜິດຂອງຕົນເອງທີ່ກໍ່ໄວ້ກັບເຈົ້ານາຍຄົນເອງ.
ເສືອນິດໄດ້ບອກເຈົ້າໜ້າທີ່ວ່າມີ ເສືອພູເຂົາ ບ້ານປ່າມ່ວງທາດຫລວງ ແລະເສືອໄລບ້ານໂພນເຄັງທີ່ເປັນພວກຮ່ວມການປຸ້ນຊິງສັບແລະຂົ້ມຂືນສຳເລົາ
ເມັຍທູດອິນເດັຍໃນຄັ້ງນີ້ ສ່ວນສາວຄົນໃຊ້ນັ້ນໄປວຽງຈັນສອງແລ້ວພາຍຫລັງໄດ້ສ່ວນແບ່ງ. ເມື່ອເຈົ້າໜ້າທີ່ໄດ້ຮັບຄຳໃຫ້ການຈາກເສືອນິດ ກໍອອກໄປ
ຮວບຕົວເສືອພູເຂົາໄດ້ທັນຄວັນທີ່ບ້ານພໍ່ແມ່ຂອງຜູ້ກ່ຽວເອງ, ສ່ວນສິງໄລແມ່ນໄຫວຕົວກ່ອນຈຶ່ງນຳຈັບທັນໄດ້. ເສືອພູເຂົ້າເປັນນັກເລງຄົນໜຶ່ງທີ່ຄົນ
ໃນບ້ານຫລືເມືອງໄຊເສຖາຕ່າງກໍຮູ້ກັນດີ ແຕ່ຜູ້ກ່ຽວບໍ່ໄດ້ສ້າງຄວາມເດືອກຮ້ອນໃຫ້ຄົນຫລືປະຊາຊົນພາຍໃນບ້ານແລະທົ່ວທັງຕາແສງທາດຫລວງມາ
ກ່ອນເລີຍ, ແລະ ສິງໄລໂພນເຄັງ ເປັນສິງເຮສິງຊາ ແລະສິງບ້າຕັນຫາ. ແຕ່ກໍແປກໃຈຢູ່ເໝືອນກັນ ເປັນຫຍັງເສືອແລະສິງທັງສາມຄົນນີ້ຈຶ່ງລອດພົ້ນ
ຈາກການຈັບກໂມສົ່ງໄປດັດສ້າງຢູ່ດອນສີງ? ແລະສາມາດຢູ່ລອດມາໄດ້ນານເຖິງເກືອບສອງປີຫລັງປົດປ່ອຍປະເທດມາ ເພາະຫລັງປົດປ່ອຍທາງອຳນາດ
ການປົກຄອງໄດ້ກວາດລ້າງຜູ້ທີ່ຕິດພັຍສັງຄົມທັງຍິງຊາຍ ໜຸ່ມນ້ອຍເຖົ້າແກ່ແມ່ນແຕ່ຜີບ້າຄືອ້າຍແພງ ອ້າກູ່ ແລະອ້າຍຝອຍໂພນເຄັງກໍຍັງບໍ່ຍົກເວັ້ນ.
ທາງການລາວໄດ້ຖ່ຍຮູບເສືອນິດແລະເສືອພູເຂົາເພື່ອສົ່ງໄປໃຫ້ເມັຍທູດອິນເດັຍທີ່ປະເທດອິນເດັຍຊີ້ຕົວ ເພາະຜົວເມັຍທູດອິນເດັຍໄດ້ຂໍກັບປະເທດພາຍ
ຫລັງເກີດເຫດການນັ້ນຂຶ້ນບໍ່ເທົ່າໃດວັນ ແລະຜົນການຊີ້ຕົວກໍອອກມາໃນສາມອາທິດຕໍ່ມາວ່າແມ່ນສອງຄົນນີ້ໃນສາມທີ່ເປັນຄົນເຂົ້າປຸ້ນບ້ານໃນຄືນນັ້ນ.
ທາງອຳນາດການປົກຄອງບ້ານໂພນເຄັງໄດ້ແຈ້ງໃຫ້ທາງເຈົ້ານ້າທີ່ຊາບວ່າ ສິງໄລໄດ້ໜີອອກຈາກປະເທດແລ້ວ ເພາະຄອບຄົວຂອງຜູ້ກ່ຽວກໍໄດ້ຮັບແຈ້ງ
ຈາກຫົວໜ້າໜ່ວຍກໍຟປວຽງຈັນສອງເປັນທີ່ຮຽບຮ້ອຍແລ້ວ.
ຄັກຫຼາຍ, ຂຽນຕໍ່ໄວໆແດ່ເດີ ກຳລັງມັນ...
ຄອບຄົວສິງໄລ ຫລືນາຍໄລບ້ານໂພນເຄັງກໍບໍ່ໄດ້ແມ່ນຄອບຄົວຕ່ຳໆ ພໍ່ຂອງຜູ້ກ່ຽວເປັນຮອດຫົວໜ້າສານລົບລ້າງຂອງອະດີດຣັຖະບານວຽງຈັນ
ແລະຖືກໄປສັມະນາຢູ່ທາງພາກເໜືອຂອງລາວທີ່ສົບຮາວ ແລະສິງໄລກໍເປັນນັກສຶກສາຢູ້ວິທະຍາລັຍຫລືລີເຊວຽງຈັນກ່ອນປະເທດລາວປົດປ່ອຍ.
ດ້ວຍເຫດຜົນອັນໃດນັ້ນກໍບໍ່ມີໃຜຮູ້ຈັກຄັກແນ່ວ່າເປັນຫຍັງລູກຊາຍຂອງຜູ້ທີ່ມີຕະກູນລູນຊາດຜູ້ດີ ພໍ່ແມ່ມີຖານະສູງສົ່ງຈຶ່ງກັບກາຍມາເປັນນັກ
ເລງອັນຕະພານ ຊຶ່ງຜູ້ກ່ຽວມີໂອກາດຫລາຍກ່ວາຄົນເປັນລ້ານໆທີ່ສແວງຫາໂອກາດນັ້ນບໍ່ພໍ້. ຕາມທີ່ສັນນິຖານຂອງເຈົ້າໜ້າທີ່ ສິງໄລອາດໜີໄປ
ປະເທດໄທຫລັງຈາກໄຫວຕົວທັນຫລືມີຄົນໄປບອກຜູ້ກ່ຽວທີ່ເສືອນິດຖືກເອື້ອຍຫິ້ວຄໍໄປສົ່ງໃຫ້ອຳນາດການປົກຄອງຈຶ່ງປົບໜີກ່ອນເຈົ້າໜ້າທີ່ຈະ
ໄປເຖິງບ້ານໃນການຈັບກຸມ. ພາຍຫລັງການຫາຍໂຕຂອງສິງໄລ ແມ່ ເອື້ອຍ ແລະນ້ອງຊາຍຂອງຜູ້ກ່ຽວກໍຫາຍໄປເໝືອນກັນ ດັ່ງນັ້ນທາງອຳນາດ
ການປົກຄອງຈຶ່ງສລຸບໄດ້ວ່າຄົນໃນຄອບຄົວນີ້ໄດ້ພາກັນໂຕນຂ້າມຟາກໄປແລ້ວ ຄົລຍັງເຫຼືອພຽງຜູ້ທີ່ເປັນພໍ່ຢູທີ່ສູນສັມະນາສົບຮາວພຽງຜູ້ດຽວ
ເທົ່ານັ້ນ.
ທາງກອງບັນຊາການນະຄອນບານໄດ້ກັກຕົວຂອງເສືອນິດແລະເສືອພູເຂົາເອົາໄວ້ໃນນະຄອນບານນັ້ນເພື່ອໄວ້ເປັນກຸນແຈໄຂໄປຫາການສືບສວນ
ຫາຄົນຮ້າຍໃນຄະດີໃຫຍ່ຄະດີອື່ນໆ ທີ່ທາງເຈົ້າໜ້າທີ່ຖືຂະຕິທີ່ວ່າ ໄກ່ເຫັນຕີນງູ ງູເຫັນນົມໄກ່ ນັ້ນເອງ, ບາງທີ່ສອງເສືອນີ້ອາດຮູ້ຈັກນັກເລງຄົນ
ອື່ນໆ ແລະອາຈະເປັນເບາະແສໃຫ້ນຳຈັບຄົນຮ້າຍໄດ້. ແຕ່ຄວາມບໍ່ຄາດຄິດກໍເກີດຂຶ້ນ ທາງເຈົ້າໜ້າທີ່ໄດ້ຈັບກຸມຊາວໜຸ່ມທີ່ເປັນໝູ່ເພື່ອນຫລີ້ນ
ກິນກັບສອງເສືອນີ້ໃນອະດີດມາຂັງໄວ້ທີ່ທາດດຳແລະຕາມຫ້ອງຂັງກອງຄະດີເມືອງຕ່າງໆໃນວຽງຈັນເພື່ອແຍກພວກດັ່ງກ່າວນັ້ນອອກຈາກກັນ.
ພວກຊາວໜຸ່ມທີ່ຖືກຈັບມານັ້ນກໍປະມານຊາວປາຍຄົນ ສ່ວນຫລາຍເປັນຄົນທາດຫລວງ, ປ່າມ່ວງ, ຮ່ອງແກ, ສີສັງວອນ ແລະບ້ານພະຂາວ ຊຶ່ງ
ຊາວໜຸ່ມເລົ່ານີ້ສ່ວນຫລາຍຍັງເປັນນັກສຶກສາ ແລະກໍເປັນພະນັກງານລັດຕາມກະຊວງຕ່າງໆ. ເມື່ອຈັບພວກເຂົາມາແລ້ວກໍໃຊ້ມຸກເດີມທີ່ຂົ່ມຂູ່
ຍັດຍຽດຂໍ້ກ່າວຫາໃຫ້ພວກເຂົາໃສ່ຄະດີທີ່ພວກເຂົາບໍ່ໄດ້ກະທຳ ຖ້າພວກເຂົາປະຕິເສດຕໍ່ຂໍ້ກ່າວຫາ ແນວດຽວທີ່ພວກເຈົາໄດ້ຮັບກໍຄືຕີນແລະກຳປັ້ນ
ຂອງບັກອ່ອນສີຄົນດຽວ. ບໍ່ມີໃຜຮູ້ໂຊກຊະຕາກັມຂອງຊາວໜຸ່ມຊາວກ່ວາຄົນທີ່ທາງເຈົ້າໜ້າທີ່ຈັບກຸມມານັ້ນ ເພາະບໍ່ມີການປ່ອຍໂຕຄືນຫລັງຈາກ
ຈາກສອບສວນແລະສືບສວນ ຫວັງວ່າພວກເຂົາຄົງຖືກສົ່ງໄປດັດສ້າງຢູ່ດອນລີງດີກ່ວາຖືກສົ່ງໄປທີ່ອື່ນ, ເພາະຄົນທຸກຄົນທີ່ສົ່ງໄປດັດສ້າງຢູ່ດອນ
ລີງແມ່ນມີການຮັບຮຸ້ຈາກສະຫະປະຊາຊາດ ແລະນາຍຍົກຣັຖະມົນຕຣີປະເທດໄທ ທ່ານກຽງສັກ ສະມະນັນ ຍັງຖືກເຊື້ອເຊີນໄປທ່ຽວຊົມແລະຢ້ຽມຢາມ
ດອນທ້າວດອນນາງໃນເວລາເພິ່ນມາຢ້ຽວຢາມ ສປປ ລາວໃນປີ 77 ນັ້ນ. ເວລາຜ່ານໄປພາຍຫລັງຈັບກຸມພວກຜ່ອງຂອງເສືອນິດແລະພູເຂົາມາ
ສອບສວນ ເມື່ອບໍ່ມີຜົນໃດໆຄືບໜ້າຈຶ່ງໄດ້ສົ່ງສອງເສືອນີ້ລົງໄປທໍຣະມານຢູ່ສູນສັມະນາອັຕະປື ແລະທາງອຳນາດການປົກຄອງກໍໄດ້ແຈ້ງໃຫ້ທາງຄອບ
ຄົງຂອງທັງສອງຮັບຮູ້ເໝືອນກັນ.
ພັນໂທບຸນລັບໄດ້ຮຽກຂ້າພະເຈົ້າເຂົ້າພົບທີ່ນະຄອນບານ ຂ້າພະເຈົ້າກໍໄປຕາມວັນເວລານັດໝາຍ. ການເຂົ້າພົບພັນໂທບຸນລັບຄັ້ງນີ້ແມ່ນເຂົ້າໄປຟັງ
ຄຳຕອບທີ່ທາງຂັ້ນສູງໃຫ້ຄຳຕອບຕໍ່ຂໍ້ສເນີຂອງຂ້າພະເຈົ້າທີ່ໄດ້ສເນີໄປກ່ອນໜ້ານີ້ກ່ຽວກັບການທີ່ທາງຂັ້ນສູງຢາກໃຫ້ເຂົ້າປະກອບສ່ວນເປັນຕຳຣວດ
ທີີ່ທາງກອງບັນຊາການໄດ້ສເນີຍົດຊັ້ນ ຮ້ອຍຕຳຣວດຕຣີ ໃຫ້ຂ້າພະເຈົ້າ ແຕ່ຂ້າພະເຈົ້າປະຕິເສດ ແລະໄດ້ສເນີເອົາ ພັນຕຳຣວດຕຣີ ບາດດຽວຖ້າວ່າ
ທາງຂັ້ຂສູງຕ້ອງການໃຫ້ຂ້າພະເຈົ້າປະກອບສ່ວນນຳ, ເພາະເຊື່ອແນ່ວ່າບໍ່ມີທາງທີ່ທາງເບື້ອງບົນຈະໃຫ້ອະນຸມັດໃຫ້ ເພາະເປັນການຫລີກຫລ່ຽງຄວາມ
ບໍ່ຕ້ອງການເປັນຕຳຣວດຂອງຕົນເອງ. ນັບແຕ່ເຣີ່ມເຂົ້າໂຮງຮຽນແຕ່ ປ1 ຂຶ້ນມາ ຕົນເອງມີຄວາມໄຝ່ຝັນຢາກເປັນຊ່າງປະດິດເຄື່ອງຈັກເຄື່ອງຍົນ
ຕ່າງໆ ເພາະອາວຂອງຂ້າພະເຈົ້າມີອູ້ຊ່ອມຣົດຈັກຢູ່ທີ່ຂົວຫລວງຕໍ່ໜ້າຄ້າຍກັບຟາວຽງຈັນນັ້ນເອງ. ພໍອາຍຸໄດ້ 9 ປີ ກໍຂໍໄປຮຽນເປັນນາຍຊ່າງຢູ່ອູ່ຣົດ
ຂອງອາວໃນວັນເສົາ-ອາທິດ ແລະຍາວໂຮງຮຽນພັກຮ້ອນແຕ່ລະປີ, ອາວກໍບໍ່ຂັດຂ້ອງຈຶ່ງອະນຸຍາດໃຫ້ເຂົ້າໄປຮຽນຈາກເຣີ່ມຕົ້ນເປັນຄົນລ້າງເຄື່ອງອາ
ໄລ່ຂຶ້ນມາຕາມລຳດັບນັບແຕ່ຮຽນຢູ່ຫ້ອງທີ່ 3 ຈົນເຖິງຈົບ ມໍປາຍ. ຈາກການເປັນຄົນລ້າງເຄື່ອງອາໄຫຼ່ກັບກາຍມາເປັນຊ່າງທີ່ມີມາຕະຖານໃນການ
ປະກອບເຄື່ອງຈັກຂອງຣົດຈັກ ແລະມີປະສົບການກັບວິຊາສະເພາະປະເພດນີ້ນານກ່ວາ 10 ປີ ທາງອາວຈຶ່ງຍົກໃຫ້ເປັນຜູ້ດູແລທົ່ວໄປຂອງອູ່. ປິ 76
ກະຊວງອຸດສາຫະກັມການຄ້າໄດ້ຍຶດບໍຣິສັດແລະທຸຣະກິດຂອງເອກະຊົນຕ່າງໆເຂົ້າເປັນຣັຖວິສາຫະກິດ ຂຶ່ງມີອູ່ຊ່ອມຣົດຂອງອາວຕົນເອງກໍໄດ້ຮ່ວມ
ຢູ່ນຳ, ທາງ ດຣ. ຕານ ຂຶ່ງໃນເວລານັ້ນເປັນຫົວໜ້າພະແນກອູ່ຊ້ອມຣົດຍົນໄດ້ມອບໜ້າທີ່ໃຫ້ຂ້າພະເຈົ້າເປັນຜູ້ຈັດການແລະດູແລທົ່ວໄປຂອງສາຍ
ອູ່ຊ່ອມແປງຣົດຈັກທົ່ວນະຄອນວຽງຈັນ ໂດຍມີຫ້ອງການຢູ່ທີ່ພະແນກການຄ້ານັ້ນເອງ. ຂ້າພະເຈົ້າມີຄວາມພູມໃຈຕົນເອງທີ່ໄດ້ທຳສິ່ງທີ່ຕົນເອງໄຝ່
ຝັນມາແຕ່ຍັງເຍົາ ເຖິງຈະບໍ່ຂຶ້ນໄປເຖິງຈຸດທີ່ຄາດໝາຍເອົາໄວ້ ແຕ່ຢ່າງໜ້ອຍກໍເປັນສ່ວນໆໜຶ່ງຂອງວິຊາທີ່ຕົນເອງມັກ. ພັນໂທບຸນລັບໄດ້ຍື່ນ
ຊອງຈົດໝາຍໃຫ້ແລະກໍໃຫ້ເປີດອ່ານເອົາເອງ ເມື່ອເປີດມາອ່ານກໍເປັນໜັງສືແຈ້ງຕອບຂໍ້ສເນີຂອງຂ້າພະເຈົ້າ ແລະໃນໜັງສືນັ້ນເປັນໜັງສືຈາກ
ຜູ້ບັນຊາການໂດຍຕຣົງແລະອະນຸມັດຍົດຊັ້ນໃຫ້ຂ້າພະເຈົ້າໄດ້ພຽງ ຮ້ອຍຕຳຣວດເອກ ເທົ່ານັ້ນ. ທາງພັນໄທບຸນລັບຍັງບອກອີກວ່າທາງຜູ້ບັນຊາການ
ໄດ້ໃຫ້ເວລາຂ້າພະເຈົ້າ 30 ວັນເພື່ອເອົາໄປຄິດແລະຕັດສິນໃຈ.
ທາງເມືອງປາກຊັນໄດ້ສົ່ງນັກໂທດມາສອງຄົນມອບໃຫ້ນະຄອນບານເພື່ອສອບສວນແລະສືບສວນຄະດີລອງຄົນນີ້ໃນຄະດີຮ່ວມປະຕິການເຂື່ອນໄຫວ
ຢູໃນທ້ອງຖິ່ນ ແລະຍັງຍຶດຂອງກາງເປັນພຣະພຸທະຮູບຈຳນວນໜຶ່ງຊຶ່ງອາດພົວພັນເຖິງຄະດີປຸ້ນຫໍພຣະແກ້ວທີ່ຜ່ານມາ. ສອງຄົນນີ້ເປັນຄົນປາກຊັນ
ຜູ້ໜຶ່ງຊື່ສົມພອນແລະອີກຜູ້ໜຶ່ງຊື່ຄຳເມີງ ແລະສອງຄົນນີ້ອ້າງຕົນເອງວ່າເປັນລູກນ້ອງຂອງສີເມືອງ ແລະຫາກໍ່ມາແຕ່ບຶງການເພື່ອກັບມາເອົາພຣະ
ຊຶ່ງເປັນຂອງພວກເຂົາເອງໄດ້ສະສົມເອົາໄວ້ເພື່ອໄປຂາຍຢູ່ປະເທດໄທ. ທັງສອງບໍ່ໄດ້ປະຕິເສດວ່າເປັນສັມະຊິກຂອງໜ່ວຍກູ້ຊາດຂຶ່ງມີກອງບັນຊາການ
ຢູ່ສູນໜອງຄາຍແລະທີ່ບຶງການ, ແຕ່ທັງສອງປະຕິເສດເຣື່ອງພຣະວ່າເປັນມູນມັງທີ່ພໍ່ແມ່ສະສົມມາຫລາຍໆເຊັ່ນຄົນມາແລ້ວ. ເຈົ້າໜ້າທີ່ໄດ້ສັກທອດ
ໄປເຖິງຄົນຊື່ພົມທ່າເດື່ອແລະອາຈານສັງ ແຕ່ພວກເຂົາສອງຄົນຕ່າງກໍປະຕິເສດວ່າບໍ່ເຄີຍໄດ້ຍິນຮອດຊື່.
ທາງນະຄອນບານໄດ້ສົ່ງເຈົ້າໜ້າທີ່ຈຳນວນໜຶ່ງໄປທີ່ບ້ານຂອງນາຍສົມພອນແລະແລະຄຳເມີງເພື່ອໄປສັນລະສູດແລະຄົ້ນຫາຂອງກາງແລະອື່ນໆ, ແຕ່ໄດ້
ພົບເຫັນວ່າຄົນທີ່ຊື່ຄຳເມີງນັ້ນເປັນຄົນປາກເຊຂຶ້ນມາຮຽນຢູ່ວຽງຈັນກ່ອນຈະມາຮູ້ຈັກຮັກແພງກັບນາຍສົມພອນຕອນທັງສອງເຂົ້າໂຮງຮຽນມັທະຍົມ
ເອກະຊົນ ສິນໄຊ ນຳກັນກ່ອນປົດປ່ອຍ ນີ້ເປັນຄວາມໃຫ້ການຂອງພໍ່ແມ່ຂອງນາຍສົມພອນ, ແລະທາງພໍ່ແມ່ຂອງນາຍສົມພອນກໍຢັ້ງຢືນວ່າພຣະພຸທ
ຮູບທີ່ທາງລູກຊາຍຂອງຜູ້ກ່ຽວມາລັກເອົາໄປນັ້ນເປັນມູນມັງທີ່ພໍ່ແມ່ມອບໃຫ້ສືບຕໍ່ກັນມາສາມສີ່ຊົ່ວຄົນແລ້ວ ແລະກໍວອນໃຫ້ທາງຂັ້ນເທິງສົ່ງຄືນພຣະ
ທຸກຮູບນັ້ນຄືນໃຫ້. ແຕ່ທຸກຢ່າງກໍບໍ່ງ່າຍເໝືອນດັ່ງຄຶດ ຖືກປະຕິເສດຈາກເຈົ້າໜ້າກັບບາດເລີຍວ່າ ເຖິງພຣະເຫຼົ່ານັ້ນຈະເປັນຂອງພໍ່ແມ່ຂອງນາຍສົມ
ພອນກໍຕາມ ແຕ່ກັບກາຍມາເປັນຫລັກຖານທີ່ຄົນຮ້າຍໄດ້ຂະໂມຍໄປ ຈຶ່ງຖືສິ່ງຂອງເຫຼົ່ານັ້ນຕ້ອງເປັນຂອງສ່ວນຮວມຫລືເປັນຂອງລັດ. ຊໍ້ບໍ່ໜຳ ທາງ
ເຈົ້າໜ້າທີ່ຍັງຍຶດເອົາຣົດຈັກ ຢາມາຮາ 285ຊຊ ທີ່ຈອດຢູ່ກ້ອງຕະລ່າງເຮືອນພໍ່ແມ່ຂອງນາຍສົມພອນຂຶ້ນມາວຽງຈັນອີກ ແລະຖືວ່າເປັນຍານພາຫະນະ
ທີ່ຄົນຮ້າຍໃຊ້ໃນການເຂື່ອນໄຫວ. ພໍ່ນອງນາຍສົມພອນກໍຕໍ່ວ່າຈົນສຸດຄວາມສາມາດ ແລະບອກວ່າຣົດຄັນນີ້ບໍ່ໄດ້ແມ່ນຣົດຂອງລູກຊາຍ ເປັນຣົດຈັກ
ຂອງຜູ້ເປັນພໍ່ມັນ ແຕ່ເຈົ້າໜ້າທີ່ກໍບໍ່ຟັງ. ພໍ່ແມ່ຂອງນາຍສົມພອນກໍເກັບກຳເອົາຫລັກຖານແລະພະຍານມວນຊົນພາກັນຂຶ້ນມາວຽງຈັນເພື່ອຈະມາເອົາ
ພຣະພຸທະຮູບແລິຣົດຈັກຂອງຕົນເອງຄືນ ໂດຍມີໜັງສືທະບຽນຣົດຈັກທີ່ເປັນຊື່ຂອງຜູ້ກ່ຽວ ແລະໜັງສືອຳນາດການປົກຄອງທ້ອງຖິ່ນທີ່ມີມວນຊົນພາ
ກັນເຊັນຢັ້ງຢືນໃຫ້ວ່າພຣະເປັນຂອງພໍ່ແມ່ຂອງນາຍສົມພອນແທ້ຈິງ ແລະນອກນີ້ຍົງມີພະຍານມວນຊົນກໍຄື ຫົວໜ້າໜ່ວຍ, ນາຍບ້ານ, ຕາແສງ ແລະ
ເຈົ້າອາວາດວັດ ຂຶ້ນມາວຽງຈັນພ້ອມດ້ວຍ. ທີ່ກອງບັນຊາການນະຄອນບານ ພໍ່ແມ່ຂອງນາຍສົມພອນພ້ອມດ້ວຍຄນະການຈັດຕົັ້ງກໍໄດ້ນຳເອກະສານ
ແລະທະບຽນຣົດຈັກຂຶ້ນມາຢັ້ງຢືນ ເພື່ຶອຈະຂໍຄືນສັບສົມບັດທີ່ເປັນຂອງສວ່ນຄືນ ແຕ່ທາງພັນໄທບູນລັບຕ້ອງງົງໄປເມື່ອທາງພໍ່ແມ່ຂອງນາຍສົມພອນ
ອ້າງອິງວ່າເຈົ້າໜ້າຕະຣວດໄດ້ຍຶດເອົາຣົດຈັກຂຶ້ນມາແຕ່ບໍ່ໄດ້ຣາຍງານໃຫ້ຜູ້ບັງຄັບບັນຊາຮູ້, ສ່ວນເຣື່ອງພຣະພຸທະຮູບນັ້ນພັນໂທບຸນລັບຍັງຢືນເປັນກະ
ຕ່າຍຂາດຽວວ່າ ບໍ່ສາມາດສົ່ງຄືນໃຫ້ໄດ້ເພາະເປັນຂອງໂຈນ ແລະຈະເກັບເອົາໄວ້ເປັນຫຼັກຖານໃນການຕັດສິນຄະດີຂອງນັກໂທດ. ເຣື່ອງເຈົ້າໜ້າທີ່ຍຶດເອົາ
ຣົດຈັກພໍ່ຂອງນາຍສົມພອນນັ້ນກໍເດືອດຂຶ້ນຢ່າງໃຫຍ່ ເພາະຣົດຈັກຄັນນັ້ນບໍ່ໄດ້ຢູ່ທີ່ນະຄອນບານ ຈຶ່ງໄດ້ມີການຕຳຣວດສອບສວນຕຳຣວດເກີດຂຶ້ນໃນ
ວົງການເຈົ້າໜ້າທີ່ຕຳຣວດເອງ. ດ້ວຍພໍ່ແມ່ຂອງນາຍສົມພອນມີພະຍານຫຼັກຖານທັງພະຍານວັຖຸແລະພະຍານມວນຊົນ ຈຶ່ງໄດ້ພຣະທັງໝົດຄືນ ຊຶ່ງພຣະ
ເຫຼົ່ານັ້ນມີມູນຄ່າຕົກເປັນເງິນບາດໄທກໍປະມານ 3 ແສນບາດໃນປີ 77 ນັ້ນ ເພາະເປັນທອງຄຳສຳຣິດ ແລະເປັນຄຳ ແລະ ຍົກ ຮວມທັງໝົດ 9 ອົງໆໜຶ່ງ
ໜັກປະມານ ເຄິ່ງກິໂລຫາ ກິໂລເຄິ່ງ. ຕາມທີ່ຄຳໃຫ້ການຂອງພໍ່ນາຍສົມພອນເວົ້າວ່າ ລູກຊາຍມາລັກເອົາພຣະຕອນພໍ່ແມ່ບໍ່ຢູ່ເຮືອນ ແຈ່ລູກໄດ້ຂຽນໜັງສື
ປະໄວ້ ວ່າມີຄວາມຈຳເປັນຈຶ່ງມາລັກເອົາເພື່ອເອົາໄປຂາຍຢູ່ຝັ່ງໄທ ແລະຫລັງຈາກຮູ້ວ່າລູກຊາຍມາລັກເອົາພຣະກໍໄດ້ໄປແຈ້ງຕໍ່ອຳນາດການປົກຄອງໄວ້. ທາງ
ເຈົ້ານ້າທີ່ຖາມວ່າບໍ່ຮູ້ຈັກເບາະວ່າລູກຊາຍຖືກເຈົ້າໜ້າທີ່ຈັບ? ທາງພໍ່ນາຍສົມພອນວ່າບໍ່ຮູ້ ເພາະບໍ່ມີໃຜມາສົ່ງຂ່າວໃຫ້, ຮູ້ຈັກກໍຕອນຕຳຣວດລົງໄປແຕ່ວຽງ
ໄປຄົ້ນບ້ານຄົ້ນເຮືອນນັ້ນລະ. ນາຍສົມພອນແລຄຳເມີງຖືກຈັບຢູ່ບ້ານແກ້ງສະດອກ ໄກຈາກໂຕເມືອງປາກຊັນລົງໃຕ້ປະມານ 15 ກລມ, ແລະເມື່ອຖືກ
ຈັບກໍຖືກຝາກຂັງໄວ້ທີ່ຄຸກປາກຊັນຄືນດຽວ ພໍຮຸ່ງເຊົ້າກໍນຳຕົວທັງສອງຂຶ້ນມາວຽງຈັນໂລດ. ສ່ວນເຣື່ອງຣົດຈັກນັ້ນ ທາງນະຄອນບານໄດ້ຮຽກຕຳຣວດ 3
ນາຍທີ່ມີສ່ວນກ່ຽວຂ້ອງເຂົ້າມາສອບສວນ ປະກົດວ່າຣົດໄດ້ຂາຍໄປແລ້ວ ແລະກຳລັງຫວິ້ງເຕັ້ນຮິບໂຮມເງິນໄປຊື້ຄືນມາ ແຕ່ໃນເວລານັ້ນຜູ້ທີ່ຊື້ຣົດນັ້ນບໍ່ຢູ່
ຜູ້ກ່ຽວເອົາສິນຄ້າຂຶ້ນໄປແລກເງິນແລກຄຳຢູ່ເມືອງຊຽງພຸ້ນ ເພາະຜູ້ກ່ຽວເປັນພໍ່ຄ້າ ດີບໍ່ດີ ຜູ້ກ່ຽວອາດເອົາຣົດຈັກໄປແລກເອົາຄຳກໍອາດເປັນໄດ້. ຄວາມ
ສົນລະວົນກໍເກີດຂຶ້ນ ພັນໄທບຸນລັບສັ່ງຈັບແລະປົດອາວຸດຕຳຣວດສາມຄົນນັ້ນແລະກໍຍັດເຂົ້າຫ້ອງຂັງຮ່ວມກັບນັກໂທດຢູ່ທີ່ກອງຄະດີເມືອງຈັນທະບູຣີ. ຢູ່
ມາປະມານ 3 ອາທິດຜູ້ທີ່ຊື້ຣົດຈັກນຳຕຳຣວດນັ້ນກໍເຂົ້າມາພົບກອງບັນຊາການນະຄອນບານແລະແຈ້ງໃຫ້ຊາບວ່າຣົດຈັກຄັນນັ້ນໄດ້ເອົາໄປຂາຍໃຫ້ລູກຄ້າ
ຢູ່ໂພນສວັນແລ້ວ ດ້ວຍແລກກັບຄຳ 10 ບາດ ແລະຍິນດີຈະໄຊ້ແທນຫລືຈະຍົກຄຳ 10 ບາດນີ້ໃຫ້ເຈົ້າຂອງຣົດ ແລະຍັງໄດ້ສເນີທາງກົມຕຳຣວດວ່າຍິນດີ
ຈະເສັຍຄ່າປັບໃໝທີ່ຊ້ຶຂອງໂຈນ ( ຕຳຣວດເປັນໂຈນເສັຍເອງ) ຂໍພຽງແຕ່ທາງເຈົ້ານ້າທີ່ບໍ່ເອົາເຮື່ອງນຳກໍຍິນດີທຳຕາມທຸກຢ່າງ. ແຕ່ຜູ້ທີ່ເປັນພໍ່ຄ້າຄົນນີ້
ມີເສັ້ນສາຍຜູ້ໃຫຍ່ບາງຄົນທີ່ການຈັດຕັ້ງໃນຍຸກນັ້ນທີຄວາມເກງຂາມບໍ່ໜ້ອຍ ຈຶ່ງໄດ້ຕົກລົງທັງສອງຝ່າຍເປັນເອກະສັນກັນ ເອົາຄຳໃຫ້ເຈົ້າຂອງຣົດຈັກ 10
ບາດ ແລະເງິນ 20 ພັນກີບ.
ນາຍສົມພອນແລະຄຳເມີງຖືກໂທດໃນຂໍ້ຫາຮ່ວມມືກັບປະຕິການ ແລະເປັນກະບົດຕໍ່ຕ້ານການປະຕິວັດຈຶ່ງຖືກສານປະຊາຊົນຕັດສິນເອົາໄປດັດສັນດານ
ຢູ່ສູນດັດສັນດານອັຕະປືທາງໃຕ້ພູ້ນ ແລະກ່ອນຈະຖືກສົ່ງລົງໄປອັຕະປື ສອງຄົນນີ້ກໍເອົາມາຝາກຂັງໄວ້ທີ່ກອງຄະດີເມືອງຈັນທະບູຣີເພື່ອເປັນການລໍຖ້າ.
ມີການໂຕນໜີຂອງນັກໂທດທີ່ກອງຄະດີເມືອງຈັນທະບູຣີໃນຣະຍະເວລາທີ່ນາຍສົມພອນແລະຄຳເມີງຖືກຝາກຂັງຢູ່ນັ້ນ, ເຫດການຈະເປັນແນວໃດຈະມາ
ເລົ່າສູ່ກັນຟັງອີກໃນເທື່ອໜ້າ.
ໃນຂ້ອນປາຍປີຂອງປີ 77 ກອງຄະດີເມືອງຈັນທະບູຣີປະມີນັກໂທດໜ້ອຍລົງ ເພາະຖືກປ່ອຍອອກແດ່ ແລະຖືກສົ່ງໄປດັດສ້າງຢູ່ສູນດັດສ້າງຕ່າງໆແດ່
ສ່ວນຫລາຍທີ່ຍັງເຫຼືອກໍເປັນຜູ້ຕ້ອງຫາຂ້າມຟາກມີ່ເປັນຊາງລາວ ຊາວຈີນ ແລະ ຊາວວຽດນາມ ປະປົນກັນຢູ່. ຕຳຣວດສາມຄົນທີ່ຖືກໄລ່ອອກຈາກ
ການເປັນຕຳຣວດເພາະຍຶດຣົດປະຊາຊົນມາບໍ່ແຈ້ງຕໍ່ຜູ້ບັນຊາການ ຊ້ຳບໍ່ໜຳຍັງເອົາໄປຂາຍເອົາເງິນມາປັນກັນ, ທັງ 3 ຄົນນີ້ເປັນອະດີດທະຫານກອງ
ທັບປົດປ່ອຍ (ທະຫານໃໝ່ມາແຕ່ເຂດປົດປ່ອຍ) ແຕ່ຖືກໂອນເຂົ້າເປັນຕຳຣວດ ແລະເປັນລາດບວກໝົດທັງສາມ. ທັງສາມຄົນນີ້ໄດ້ມາຂັງເອົາໄວ້ທີ່
ຫ້ອງຂັງກອງຄະດີເມືອງຈັນທະບູຣີນີ້, ບໍ່ມີນັກໂທດຄົນໃດທີ່ຮູ້ວ່າພວກເຂົາແມ່ນອະດີດເປັນຕຳຣວດ ມີແຕ່ພະນັກງານຂອງກອງຄະດີເທົ່ານັ້ນທີ່ຮູ້.
ນາຍສົວພອນ ແລະຄຳເມີງກໍຖືກມາຂັງໄວ້ທີ່ຫ້ອງຂັງເມືອງຈັນທະບູຣີນີ້ເພື່ອເປັນການຊົ່ວຄາວລໍຖ້າສົ່ງຕົວລົງໄປອັຕະປື. ໃນຣະຍະນັ້ນເປັນຍາມເດືອນ
9 ຣະດູຝົນລິນ ແລະມີເຫດການນັກໂທດໂຕນຄຸກອີກ ທີ່ກອງຄະດີເມືອງຈັນທະບຼຣີ. ຕອນທີ່ເກີດເຫດນັ້ນເປັນຕອນເຊົ້າປະມານ 6 ໂມງຂອງເຊົ້າວັນ
ທິດ ຝົນກໍຕົກລິນແຍະໆຢູ່ ແລະຂ້າພະເຈົ້າກໍຍັງນອນບໍ່ທັນຕື່ນ ເພາະຕອນກາງຄືນອອກໄປປະຕິບັດງານກັບເຈົ້າໜ້າທີ່ເຂດເມືອງສີສັຕະນາກ ຊຶ່ງມີ
ຂ່າວທີ່ສາຍສືບລາຍງານມາວ່າຈະນັກບິນມາແຕ່ສູນໜອງຄາຍມາຮັບເອົາຄົນໂຕນຊ້າມຂອງເຂົ້າໄປໄທທີ່ບ້ານສອນມອນແລະບໍ່ໂອ ຈຶ່ງກັບມານອນ
ເດິກແດ່ໜ້ອຍໜຶ່ງ. ໄດ້ຍິນສຽງຕະຣວດແອນ້ອຍຮ້ອງຂຶ້ນວ່າ ຄົນໂຕນ ຄົນໂຕນ ຂ້າພະເຈົ້າລຸກຂຶ້ນສ່ອງເບິ່ງຈາກປ່ອງຢ້ຽມລົງໄປກໍເຫົນນັກໂທດ 3
ຄົນປີນຂ້າມກຳແພງອອກໄປທາງຫລັງກອງຄະດີ ແລະກໍບໍ່ສາມາດເຫັນວ່າແມ່ນໃຜເພາະເຫັນແຕ່ທາງຫຼັງແລະຝົນກໍຕົກ. ທັງ 3 ຄົນແລ່ນໄປທາງຫລັງ
ໂຮງໜັງວຽງນະຄອນ ຕັດເຂົ້າຫລັງບ້ານນາຍໄດແລ້ວກໍບໍ່ເຫັນພວກເຂົາທັງ 3 ເລີຍ. ອ້າຍບຸນຮຽງ, ອ້າຍກອນ ແລະ ອ້າຍຕຸ້ຍ ແລ່ນຕ່າງກໍຮີບຟ້າວກັນ
ແລ່ນອອກໄປລັດທາງໜ້າໂຮງໜັງແລະບ້ານໝໍໄດ ແຕ່ກໍປານກັບຄົນໂທດ 3 ຄົນນັ້ນມີອະພິນິຫານຫາຍໂຕໄດ້ ບໍ່ເຫັນຮ່ອງຮອຍຂອງພວກເຂົາເລີຍ.
ຕຳຣວດເມືອງແລະກອງຫລອນນາໄຮ່ດຽວນັບເປັນ 20 ຄົນພາກັນຊອກແລະຄົ້ນທຸກແຈທຸກມູມແຕ່ບໍ່ເຫັນສົ້ນຂອງນັກໂທດນັ້ນເລີຍ. ເມື່ອມາກວດ
ກາເບິ່ງນັກໂທດແລ້ວຈຶ່ງຮູ້ວ່ານັກໂທດ 2ໃນ3 ຄົນນັ້ນແມ່ນນາຍສົມພອນແລະຄຳເມີງ. ເຫດການເກີດຂຶ້ນພາຍຫລັງ ຕຳຣວດແອນ້ອຍ (ກໍນ້ອຍສົມ
ຊື່ ອາຍຸ 15-16ປີນີ້) ພານັກໂມດອອກມາສຳຣະຮ່າງກາຍຍາມເຊົ້າກັບຕຳຣວດກອນແລະຕຳຣວດຕຸ້ຍ ແລະກໍເອົານັກໂທດອອກມາເທື່ອລະ 4 ຄົນຕາມ
ປົກະຕິທີ່ເຄີຍທຳມາ. ພໍນັກໂທດໄປເຖິງບ່ອນສຳຣະຮ່າງກາຍ ຕຳຣວດກອນປວດທ້ອງຂຶ້ນກະທັນຫັນຈຶ່ງໄປເຂົ້າຫ້ອງນ້ຳ ສ່ວນຕຳຣວດຕຸ້ຍຫ່ວງນຳແຕ່
ການກິນສົມມີຊື່ຫຼີ້ນວ່າ ໝູ ຍ່າງໄປເຮືອນຄົວໄປຫາແນວກິນຮອງທ້ອງ. ບໍ່ມີໃຜຈະຄາດຝັນວ່ານັກໂທດສົມພອນແລະຄຳເມີງຈະມີແຜນການໂຕນຄຸກ
ໃນເຊົ້າວັນນັ້ນ ເພາະທັງສອງຕ່າງກໍໃສ່ກັບມືທັງສອງຄົນ ຕ່າງແຕ່ບໍ່ໄດ້ໃສ່ກັບຂານົກຍາງ ແລະກໍບໍ່ເຄີຍມີຍາດພີ່ນ້ອງມາຢ້ຽມຢາມນັບແຕ່ພວກເຂົາທັງ
ສອງຖືກມາຂັງໄວ້ທີ່ກອວຄະດີນີ້ ພໍທີ່ຈະເປັນການສົງໄສ, ແຕ່ດ້ວຍຄວາມປະມາດ ເຫດການແບບນີ້ຈຶ່ງເກີດຂຶ້ນ. ຕາມທີ່ຂ້າພະເຈົ້າສັງເກດເຫັນຕອນ
ທີ່ສ່ອງປ່ອງຢ້ຽວລົງໄປເບິ່ງນັ້ນ ຖ້າຕຳຣວດແອນ້ອຍເອົາປືນຍິງແມ່ນທັງ 3 ດັບແນ່ນອນ ແຕ່ແອນ້ອຍບໍ່ຍິງດ້ວຍເຫດຜົນທີ່ຖາມຜູ້ກ່ຽວຫລັງຈາກເຫດ
ການຜ່ານໄປ ຜູ້ກ່ຽວວ່າ ງົງ ຄຳດຽວ. ນັກໂທດທີ່ເອົາອອກມາພ້ອມກັນ 4 ຄົນນັ້ນໂຕນໜີໄປ3 ແລະຄົນໜຶ່ງບໍ່ໂຕນ ຢືນເອົາກະບວຍຕັກນ້ຳອາບເສີຍຢູ່
ເພາະຜູ້ກ່ຽວລໍຖ້າແຕ່ມື້ປ່ອຍຕົວ ເພາະມາຕິດຢູ່ກອງຄະດີນີ້ 6 ເດືອນກ່ວາແລ້ວ. ອີກນັກໂທກຄົນໜຶ່ງຜູ້ທີ່ໂຕນໄປນຳສົມພອນກັນຄຳເມີງນັ້ນເປັນຄົນ
ວຽດນາມ-ລາວໂຮງສີນ້ອຍ ຄະດີຂົ່ມຂືນເດັກນ້ອຍຜູ້ຍິງອາຍຸຕ່ຳກ່ວາ 13 ປີ ແລະຄະດີຕີໄກ່ກິນເງິນ ຢູ່ໃນຣະຍະເວລາລໍຖ້າສົ່ງໄປດັດສັນດານຢູ່ດອນທ້າວ
ພາຍໃນອາທິຫລືສອງອາທິດຂ້າງໜ້ານັ້ນ.
ການຫາຍຕົວຂອງນັກໂທດທັງ 3 ຄົນ ເປັນໜ້າປະຫລາດໃຈທີ່ສຸດ ເພາະພວກເຂົາແລ່ນໄປທາງຫລັງໂຮງໜັງວຽງນະຄອນກໍມີທາງອອກເສັ້ນດຽວຄືຖນົນ
ສາຍລົມແລະຖນົນນາໄຮ່ດຽວທີ່ຕັດກັບວັດສີສວາດອອກໃສ່ທົ່ງຂັນຄຳ ເພາະຕຳຣວດແລະກອງຫລອນເຕັມໄປໝົດໃນສອງເສັ້ນທາງນີ້. ຕ່າງກໍສັນນິຖານ
ວ່າ ອາດມີຄົນມາຊ່ອຍພວກເຂົາຫລືມີຣົດມາຮັບເອົາ ແຕ່ມາພາກັນງຶດບ່ອນທີ່ວ່າທັງສອງຄົນໃສ່ກັບມືຢູ່ ຄືມາໄວປານລີງລົມເອົາໂລດ. ທາງນະຄອນບານ
ສົ່ງເຈົ້າໜ້າທີ່ລົງໄປຈອບຢູ່ທີ່ເຮືອນພໍ່ແມ່ຂອງເສືອສົມພອນທີ່ປາກຊັນໃນວັນດຽງກັນທີ່ພວກເຂົາໂຕນຄຸກນັ້ນຈົນເປັນອາທິດກໍບໍ່ເຫັນພວກເຂົາກັບໄປທີ່
ນັ້ນຕາມທີ່ຄາດໝາຍເອົາໄວ້. ຂ້າພະເຈົ້າຖາມນາຍໄດວ່າຜູ້ກ່ຽວບໍ່ເຫັນນັກໂທດແລ່ນຜ່ານຫລັງບ້ານຂອງຜູ້ກ່ຽວບໍ່? ນາຍໄດບອກວ່າຍັງນອນຢູ່ໃນຕອນ
ນັ້ນ ມາຕື່ນນອນກໍຕອນແມ່ເຂົ້າໄປປຸກວ່າຄົນໂທດໂຕນຄຸກມາຫລັງບ້ານເຮົານີ້. ແມ່ຢ້ານຮີບຟ້າວປິດຕ່າງປິດຕູໃສ່ລັອກເພາະຢ້ານຄົນໂທດເຂົ້າມາຈີ້ໂຕ
ໄປເປັນຕົວປະກັນ ແມ່ນາຍໄດບອກວ່າ ເຫັນຄົນ 3 ຄົນແລ່ນອອກໃສ່ຖນົນໜ້າບ້ານແລ້ວຂ້າມຖນົນເຂົ້າໄປຮ່ອມຂ້າງຄລີນິກຂອງທ່ານໝໍວັນນະເລດ
ກົວກັນຂ້າມກັບໂຣງໜັງ ແລ້ວກໍບໍ່ໄດ້ສັງເກດເບິ່ງອີເພາະຟ້າວເຂົ້າໃນເຮືອນປິດຕ່າງປິດຕູ. ປານປະຕິຫານທີ່ນັກໂທດລອດໃນການຕາມໄລ່ລ້າຂອງເຈົ້າ
ໜ້າທີ່ເປັນຮ້ອຍຢູໃນພື້ນທີ່ທີ່ບໍ່ຮອດຫ້າພັນແມັດມົນທົນຫລັງການປົບໜີຂອງນັກໂທດພຽງ 5 ນາທີ, ຕ່າງກໍວິພາກວິຈານກັນວ່າພວກເຂົາອາດມີພິສລີກ
ຈຶ່ງບໍ່ມີໃຜເຫັນພວກເຂົາ, ຖ້າມີພິສລີກ ທີ່ຜ່ານມາຄືຖືກຈັບ? ບາງກໍອ້າງອອກມາວ່າເທື່ອແລ້ວທີ່ຖືກຈັບນັ້ນອາດເປັນເພາະພຣະພຸທະຮູບດົນບັນດານໃຫ້
ຖືກຈັບເພາະບໍ່ຢາກໜີໄປຈາກພໍ່ແມ່ຂອງນາຍສົມພອນຜູ້ທີ່ເປັນເຈົ້າຂອງແລະບໍ່ຢາກເປັນຂອງຄົນອື່ນເພາະຢູ່ກັບຄອບຄົວຂອງພໍ່ນາຍສົມພອນມາໄດ້ 2
-3 ຊົ່ວຄົນແລ້ວ.
ໃນເດືອນ 10 ປີ 77 ທາງເຈົ້າໜ້າທີ່ໄດ້ຮັບຣາຍງານຈາກດອນນາງ ຊຶ່ງມີຍິງສາວຄົນໜຶ່ງໄດ້ກ່າວຕໍ່ໜ້າໝູ່ເພື່ອນໃນຣາຍການສາຣະພາບຕົວວ່າເຄີຍໄດ້
ກະທຳຄວາມຜິດສິ່ງໃດແດ່ທີ່ຜ່ານມາ ວ່າຜູ້ກ່ຽວເຄີຍເຂົ້າໄປລັກຂອງມີຄ່າຢູ່ບ້ານສະຖານທູດໄທຂ້າງໂຮງຮຽນສິນໄຊ ມີພຣະ 3 ອົງ, ເຕົາລີດ ໜຶ່ງອັນ, ງ້າວ
ສອງເຫຼັ້ມ, ງາຊ້າງ 2 ຄູ່ ແລະ ຂັນເງິນສອງໜ່ວຍ ແລະນຳສິ່ງດັ່ງກ່າວໄປລົງໄປຂາຍຢູ່ທາງໃຕ້ກ່ອນຕົນເອງຈະຖືກຈັບມາດັດສ້າງຍ້ອນໄປລັບນອນນຳຜົວ
ຊາວບ້ານ. ເມື່ອເຈົ້າໜ້າທີ່ໄດ້ຣັບແຈ້ງດັ່ງກ່າວມານັ້ນຈຶ່ງໄປຮັບເອົາຍິງສາວຄົນນັ້ນມາສືບສວນຫາຄົນຮ້າຍອີກຣາຍໜຶ່ງຕໍ່ໄປ.
ການຈັດຕັ້ງຢູ່ດອນທ້າວ-ນາງໄດ້ຈັດໃຫ້ມີຣາຍການສ່ອງແສງແລະສາຣະພາບຕົນເອງວ່າອະດີດຜ່ານມາໄດ້ກະທຳສິ່ງໃດຜິດ, ຖ້າວ່າໃຜໄດ້ຣາຍງານ
ຫຼືສາຣະພາບຕົນເອງຈະຖືວ່າເປັນຄົນມີຜົນງານດີແລະຈະໄດ້ຫຼຸດຜ່ອນເວລາດັດສ້າງຕົນເອງໃຫ້ສັ້ນລົງ ແລະຍັງຖືວ່າເປັນການຕື່ນຕົວຂອງບຸກຄົນ
ຕົນນັ້ນແລະບຸກຄົນໆນັ້ນກໍຈະໄດ້ຮັບໃບຍ້ອງຍໍ (ໃບຍົວະໃຊ້) ທີ່ທາງການຈັດຕັ້ງມອບໃຫ້. ແຕ່ບໍ່ມີໃຜຮູ້ຈັກກົນເລ້ຫລ່ຽມຂອງອຳນາດການປົກຄອງ
ຫລືເຈົ້າໜ້າທີ່ພາກສ່ວນທີ່ມີສ່ວນກ່ຽວຂ້ອງກັບນັກໂທດທີ່ຖືກມາດັດສ້າງຢູ່ດອນໜ້າເຂື່ອນນ້ຳງຶ່ມນີ້ນັບເປັນ 4-5 ພັນຄົນທັງສອງເພດແລະທຸກ
ວັຍຊຶ່ງມີອາຍຸຕ່ຳສຸດ 11 ປີ ຫາສູງສຸດ 88 ປີ ແລະຝູງຄົນທີ່ຖືກຈັບຕົວມາທີ່ດອນໜ້າເຂື່ອນນີ້ 90% ແມ່ນຖືກກ້ວານຕ້ອນມາຈາກໜ້າໂຮງໜັງ
ງານບຸນລຳວົງຢູ່ວັດ, ຈາກໂຮງຮຽນ, ສະຖານທີ່ບັນເທິງຕ່າງໆ ແລະຈາກບ້ານພັກເຮືອນຊານຫຼືຄອບຄົວ ໂດຍບໍ່ໄດ້ມີການສືບສວນແລະສອບສວນ
ແຕ່ປະການໃດທັງສິ້ນກ່ອນຈະລົງມືຈັບກຸມ. ຖ້າຈະເວົ້າແປນໆກໍແມ່ນອຳນາດການປົກຄອງໄດ້ລົງມືຈັບກຸມຝູງຄົນເຫຼົ່ານັ້ນໂດຍພະລະການທີ່ເອົາຂໍ້
ອ້າງພຽງຍັດຍຽດຂໍ້ຫາໃສ່ພວກເຂົາວ່າເປັນພັຍສັງຄົມເທົ່ານັ້ນ. ດັ່ງນັ້ນທາງອຳນາດການປົກຄອງຈຶ່ງຊອກຫາຄວາມຜິດເຜີ້ມເຕີມຈາກຝູງຄົນເຫຼົ່າ
ນັ້ນເພື່ອເອົາໄວ້ເປັນຂໍ້ມູນຫຼັກຖານເພື່ອໃສ່ໂທດຝູງຄົນທີ່ປືກກວາດຕ້ອນມາດັດສ້າງນັ້ນ ເພາະຝູງຊົນທີ່ຖືກຈົບໄປດອນແມ່ນມີອົງການ Human
Right ສາກົນເຂົ້າມາພົວພັນໃນເວລານັ້ນ. ທາງການຈັດຕັ້ງຢູ່ດອນໄດ້ປະກາດອອກທີ່ກອງປະຊຸມຣວມວ່າໃຫ້ທຸກຄົນກ່າວສາຣະພາບສິ່ງທີ່ຕົນເອງ
ເຄີຍກະທຳຜິດຜ່ານມາວ່າຈະຕຣົງກັບທາງອຳນາດການປົກຄອງໄດ້ມີບັນທຶກໄວ້ນັ້ນຫຼືບໍ່? ເພາະທາງການຈັດຕັ້ງທ້ອງຖິ່ນ ຫົວໜ້າໜ່ວຍ ຫົວໜ້າ
ຄຸ້ມ ນາຍບ້ານ ແລະຂັ້ນຕາແສງ ໄດ້ແຈ້ງມາຍັງການຈັດຕັ້ງຢູ່ດອນພີ້ຮູ້ໝົດວ່າຜູ້ທີ່ຖືກຈັບມາດັດສ້າງຢູ່ເກາະນີ້ມີຄວາມຜິດຫຍັງແດ່? ອັນນີ້ເປັນ
ພຽງຍຸທະສາດຂອງການຫາຄວາມຜິດຂອງເຫຼົ່ານັກໂທດພັຍສັງຄົມເຫຼົ່ານັ້ນເທົ່ານັ້ນ, ກໍມີຈຳນວນໜຶ່ງໄດ້ເຜີຍທາດແທ້ຂອງຕົນເອງອອກວ່າເຄີຍ
ເຮັດນັ້ນຜິດ ກະທຳນີ້ຜິດ ເພື່ອຫວັງຈະໄດ້ຜົນງານດີແລະຫຍໍ້ເວລາດັດສ້າງລົງໄປ ແລະ ຈຳນວນຫລາຍຄົນແມ່ນບໍ່ໄດ້ໃຫ້ການຫຍັງໝົດເພາະຄົນ
ສ່ວນຫລາຍທີ່ໄປຕົກຢູ່ດອນທ້າວດອນນາງນັ້ນເປັນຄົນບໍຣິສຸດທີ່ບໍ່ເຄີຍສ້າງຫຼືມີຄວາມຜິດມາກ່ອນດັ່ງທີ່ຖືກກ່າວຫາ. ສ່ວນຫລາຍພໍ່ແມ່ແລະພີ່
ນ້ອງ ຄອບຄົວບໍ່ຮູ້ເລີຍວ່າ ລູກ ຫລານ ສັມະຊິກຂອງຄອບຄົວຫາຍຕົວໄປທາງໃດ ສຳຄັນແມ່ນວັຍຣຸ່ນອາຍຸຕ່ຳກ່ອນກະສຽນທີ່ເຮັດໃຫ້ທາງຄອບ
ຄົວແລະພໍ່ແມ່ເປັນຮ່ວງ. ທ້າຍສຸດ ຜູ້ທີ່ຣາຍງານໂທດກັມການກະທຳຂອງຕົນເອງຜ່ານມາແລະຜູ່ທີບໍ່ໄດ້ຣາຍງານກໍມີອາຍູກາລດັດສ້າງຕົນເອງທໍ່
ທໍ່ກັນ ມີແຕ່ຜົນງານຂອງເຈົ້າເທົ່ານັ້ນທີ່ເປັນສິ່ງວັທແທກກັນໄດ້ ແຕ່ກໍບໍ່ມີໃຜລຸດ 2 ປິ ກ່ອນຈະຖືກປົດປ່ອຍຄືນສູ່ຄອບຄົວ ສະເພາະຜູ້ທີ່ສ້າງຜົນ
ງານດີ.
ນາງສາວ ແສງຄຳ ບໍ່ມີນາມສະກຸນ ເປັນຄົນບ້ານປ່າຜັກບົ້ງ ອາຍຸ 26 ປີ ມີອາຊີບເປັນແມ່ຄ້າຂາຍເຄື່ອງເລ່ ແລະວັດຖຸບູຮານຢູ່ຕລາດໜອງດ້ວງ
ຜູ້ທີ່ລາຍງານຕົນເອງຢູ່ດອນນາງວ່າເປັນຄົນເຂົ້າໄປລັກເອົາສິ່ງຂອງມີຄ່າຢູ່ຕຶກສະຖານທູດໄທ. ຈາກເຮືອນຜູ້ກ່ຽວໄປຫາສະຖານທູດໄທໄກປະມານ
ໜຶ່ງຫຼັກກິໂລແມັດຕາມທີ່ຜູ້ກ່ຽວໃຫ້ການ ແລະມີຄົນທີ່ຮູ້ຈັກໄປເປັນຫົວໜ້າຄົນໃຊ້ຫລືເອີ້ນວ່າແມ່ບ້ານຕາມການໃຫ້ກຽດຂອງເຈົ້າໜ້າສະຖານ
ທູດໄທມັກຈະເອີ້ນ. ແມ່ບ້ານຄົນນັ້ນກັບນາງແສງຄຳເປັນໝູ່ກັນແລະກໍເຄີຍໄປມາຫາສູ່ກັນຢູ່ທີ່ສະຖານທູດນັ້ນເປັນປະຈຳ ຈົນເປັນທີ່ລຶ້ເຄີຍກັບພະ
ນັກງານໄທແລະລາວທີ່ທຳງານຢູ່ໃນສະຖານທູດນັ້ນເປັນຢ່າງດີ. ນາງແສງຄຳເລົ່າໃຫ້ຟັງວ່າ ຜູ້ກ່ຽວໄປສັງເກດການເຫັນຈຸດທີ່ມີຂອງມີຄ່າຕັ້ງຢູ່ແຕ່
ລະຈຸດໆນັ້ນ ແລະກໍຮູ້ວ່າໃນຕອນກາງຄືນບໍ່ມີຄົນນອນເຝົ້າຢູ່ໃນສະຖານທູດເລີຍ. ມື້ທີ່ຈະລົງມືເຂົ້າໄປເອົາສິ່ງຂອງມີຄ່ານັ້ນ ຜູ້ກ່ຽວໄປຫາໝູ່ຜູ້ທີ່ເປັນ
ແມ່ບ້ານກ່ອນແມ່ບ້ານຄົນນັ້ນຈະລັອກຕ່າງລັອກຕູສະຖານທູດກັບບ້ານ, ນາງແສງຄຳກໍທຳທ່າຊ່ອຍ ແຕ່ບໍ່ໄດ້ລັອກກອນປ່ອງຢ້ຽມໄວ້ໜຶ່ງປ່ອງທີ່
ເປັນປ່ອງຢ້ຽມຢູ່ດ້າຫຼັງຂອງຕຶກ. ພໍເດິກງຽບສງັດລົງໃນຄືນນັ້ນ ນາງແສງຄຳກໍມາຫອຍເອົາສິ່ງຂອງມີຄ່າທີ່ຜູ້ກ່ຽວໝາຍຕາຈັບໄວ້ກ່ອນນັ້ນອອກໄປ
ຢ່າງບໍ່ມີບັນຫາຫຍັງເກີດຂຶ້ນ. ອັນນີ້ເປັນຄຳໃຫ້ການຂອງນາງແສງຄຳທີ່ທາງກອງສືບສວນໄດ້ສືບສວນຜູ້ກ່ຽວໃນກໍລະນີທີ່ໄປລັກເອົາສິ່ງຂອງທີ່ມີຄ່າ
ຂອງສະຖານທູດໄທ ສີ່ງຂອງທີ່ຜູ້ກ່ຽວໄດ້ຣາຍງານ ແລະທາງທູດໄທຣາຍງານເສັຍຫາຍນັ້ນກໍກົງກັນ ຈຶ່ງເຊື່ອແນ່ວ່ານາງແສງຄຳເປັນຄົນລັກລອບເຂົ້າ
ໄປລັກສິ່ງຂອງເຫຼົານັ້ນຈິງ. ແຕ່ທາງເຈົ້າໜ້າທີ່ຍັງບໍ່ປັກໃຈເຊື່ອວ່າຈະມີແຕ່ຜູ້ກ່ຽວຄົນດຽວລົງມືທຳ ເພາະຢູ່ທີ່ສະຖານທູດນັ້ນມີຄົນຮັກສາເວນຍາມ
ຢູ່ບໍ່ຂາດບໍ່ວ່າຈະເປັນຍາມກາງເວັນຫລືກາງຄືນ. ການສືບສວນຮອບທຳອິດກໍຜ່ານໄປ ແລະທາງນະຄອນບານຍັງຈະມີການສຶບສວນແລະສອບສວນ
ໃນຮອບຕໍ່ໄປຢ່າງແນ່ນອນ. ສ່ວນສິ່ງຂອງທີ່ນາງແສງຄຳລັກມານັ້ນໄດ້ເອົາໄປຂາຍຢູ່ຕ່າງແຂວງແລ້ວຕາມການໃຫ້ການຂອງຜູ້ກ່ຽວເອງ ເພາະບໍ່ກ້າ
ຈະຂາຍຢູ່ວຽງຈັນ ເກງຈະຖືກຈັບຕົວໄດ້.
ມີຫລາຍໆຄົນທີ່ເປັນນັກໂທດຖືກຈັບຕົວມາມັກຈະອ້າງຊື່ວ່າເປັນ ພົມທ່າເດື່ອ ແລະອາຈານສັງ ແຕ່ພາຍລຸນມາກໍເປັນພຽງຊື່ອ້າງອິງເທົ່ານັ້ນ ຈຶ່ງເປັນ
ເຫດໃຫ້ທາງເຈົ້າໜ້າທີ່ບໍ່ສາມາດຮູ້ໄດ້ວ່າ ພົມທ່າເດື່ອ ແລະອາຈານສັງນັ້ນແມ່ນໃຜກັນແທ້? ກ່ອນຊື່ຂອງສອງຄົນນີ້ຈະປະກົດຂຶ້ນໃນບັນຊີດຳຂອງນະ
ຄອນບານ ແມ່ນກ່ຽວກັບຄົນຮ້າຍບໍ່ຊາບຊື່ແລະຈຳນວນປຸ້ນເອົາຂອງມີຄ່າທີ່ເປັນສັບສົມບັດຂອງຊາດໄປຈາກຫໍພຣະແກ້ວ. ເຈົ້າໜ້າທີ່ລົງໄປກວດກາ
ບ່ອນເກີດເຫດທີ່ຫໍພຣະແກ້ວ ໄດ້ພົບໜັງສືທີ່ຄົນຮ້າຍໄດ້ເຮັດເຮັ່ຍໄວ້ທີ່ມີຄຳແນະນຳບົ່ງໃຫ້ຄົນຊື່ພົມທ່າເດື່ອ ແລະອາຈານສັງເຮັດສິ່ງໃດສິ່ງໜຶ່ງດັ່ງນີ້:
** ໃຫ້ ພົມທ່າເດື່ອ ແລະອາຈານສັງ ເປັນຢູ້ນຳພາໃນການອອກປະຕິບັດງານໃນຄັ້ງຕໍ່ໄປທີ່ຈະໄດ້ອອກກຳນົດວັນເວລາມາໃຫ້ຊາບຕາມພາຍຫລັງ **
ໜັງສືຫລືຄຳສັ່ງສບັບນີ້ທີ່ທາງເຈົ້າໜ້າທີ່ກອງສອບສວນແລະສືບສວນຄະດີເກັບໄດ້ທີ່ຫໍພຣະແກ້ວໃນວັນທີ່ອອກໄປສັລະສູດທີ່ເກີດເຫດ, ເປັນເຈົ້ຽໃບ
ດຽວໃຫຍ່ເທົ່າກັບໜ້າເຈັ້ຽຂອງປຶ້ມຂຽນຂອງນັກຮຽນ ບໍ່ມີຫົວຂໍ້ ບໍ່ມີຊື່ຫລືໂລໂກຂອງກົມກອງຫລືໜ່ວຍການຈັດຕັ້ງໃດໆທັງສິ້ນ ມີແຕ່ຂໍ້ຄວາມຂຽນ
ໃສ່ໃຈກາງຂອງໜ້າເຈົ້ຽດັ່ງທີ່ກ່າວມາຂ້າງບົນນັ້ນ. ດັ່ງນັ້ນ ຊື່ວາ ພົມທ່າເດື່ອ ແລະ ອາຈານສັງ ຈຶ່ງເປັນຊື່ປິສນາຂອງສອງຄົນນີ້ທີ່ທາງການຂອງ ສປປ
ລາວຕ້ອງການຢາກຮູ້ວ່າມີຕົນໂຕຫຼືບໍ່? ທາງກອງບັນຊາການນະຄອນບານໄດ້ສົ່ງນັກສືບລົງໄປພື້ນຖານທ້ອງຖິ່ນເພື່ອສືບຫາສອງຄົນນີ້ໂດຍຈຸດສຳຄັນ
ກໍຄືທ່າເດື່ອ ແລະ ເຂດໃຫ້ຄຽງ.
ນັບແຕ່ປີ 1976 ມາໄດ້ມີເຫດການນັກໂທດແຫກຄຸກຊຶ່ງເຫດການທຳອິດໃນຮອບປີແມ່ນການແຫກຄຸກຊຳເຄ້ ທີ່ລູກນ້ອງຂອງທ່ານບົງ ສຸວັນນະວົງ
ທີ່ຢູ່ນອກຄຸກແລະຂ້າງໃນຄຸກໄດ້ຮ່ວມຫົວແລະກຳລັງຍຶດເຈົ້າໜ້າທີ່ເຝົ້າຍາມຄຸກເປັນຕົວປະກັນ ແລະເປີດປະຕູຄຸກປ່ອຍໃຫ້ນັກໂທດປະມານພັນກ່ວາ
ຄົນຫລັ່ງກັນອອກຈາກກົງຂັງເພື່ອສ່ຽງຫາອິສຣະພາບ. ແຕ່ຄວາມມຸ້ງຫວັງຂອງລູກນ້ອງທ່ານບົງ ສຸວັນນະວົງຕ້ອງປະສົບກັບກັບຄວາມຜິດຫວັງທີ່້ຜູ່
ນຳຫລືຫົວໜ້າຂອງພວກເຂົາບໍ່ຍິນຍອມໜີໄປພັບພວກເຂົາ ມີແຕ່ສັ່ງການໃຫ້ພວກລູກນ້ອງຮີບຟ້າວເອົາໂຕລອດໃຫ້ໄປເຖິງຈຸດໝາຍກໍຄືໜອງຄາຍ
ປະເທດໄທ. ທາງນອກມີທະຫານ (ບໍ່ແມ່ນທະຫານອ້າຍນ້ອງ ທະຫານມາແຕ່ສູນໜອງຄາຍ) ປະມານ 300 ຄົນ ອາວຸດສົງຄາມຄົບຊຸດ ພ້ອມກັບຣົດ
ຖັງ 3 ຄັນ ( ຣົດຖັງແມ່ນໄປຍຶດມາຈາກຄ້າຍກອງພັນຣົດຖັງທີ່ບ້ານຂາມງອຍ ) ແລະຣົດ 66 ຂອງທະຫານອ້າຍນ້ອງ 2 ຄັນ ເຂົ້າມາປະສິດຢູ່ໜ້າຄຸກ
ຊຳເຄ້ເພື່ອຈະນຳເອົາທ່ານ ບົງ ສຸວັນນະວົງ ອອກໄປ. ດ້ວຍຄວາມໂກດແຄ້ນຂອງນັກໂທດມີຕໍ່ທະຫານຫຼືເຈົ້າໜ້າທີ່ປ້ອງກັນແລະຍາມຄຸກ ພວກເຂົາໄດ້
ລົງມືສັງຫານເຈົ້າໜ້າທີ່ຮັກສາຄຸກນັ້ນຈົນເກືອບຈະບໍ່ເຫຼືອແມ້ແຕ່ຄົນດຽວ. ດ້ວຍການຫຼ້າຊ້າຍ້ອນທ່ານ ບົງ ສຸວັນນະວົງ ບໍ່ຍອມອອກຈາກຄຸກຫລືຫ້ອງ
ຂັງໄປກັບພວກທີ່ມາແຫກຄຸກເອົາຕົວເພິ່ນໄປນັ້ນ ຈຶ່ງເປັນເຫດໃຫ້ກອງກຳລັງທະຫານກອງໜູນຂອງຣັດຖະບານ ສປປ ລາວ ໄດ້ເຄື່ອນກຳລັງເຂົ້າມາ
ເຖິງກ່ອນກອງກຳລັງແຫກຄຸກຈະເຄື່ອນຫຼົບໜີໄປ ຈື່ງເກີດມີການຕໍ່ສູ້ກັນເກີດຂຶ້ນ. ທະຫານອ້າຍນ້ອງບໍ່ຮູ້ຈັກວ່າກອງກຳລັງແຫກຄຸກໄດ້ໄປຍຶດຄ້າຍກອງ
ພັນຣົດຖັງທີ່ບ້ານຂາມງອຍ ແລະໄດ້ນຳຣົດຖັງອອກມາ 3 ຄັນ ຈຶ່ງຖືກຖລົ່ມຈາກຮົດຖັງ 3 ຄັນນັ້ນຈົນຢ້ອຍຢັບ. ທ່ານ ບົງ ສຸວັນນະວົງ ບໍ່ຍອມໜີອອກ
ໄປນັ້ນ ຈະດ້ວຍເຫດຜົນອັນໃດນັ້ນກໍບໍ່ມີໃຜຈະຄາດເດົາໄດ້ ເພາະທ່ານບົງ ສຸວັນນະວົງຖືກລູກຊາຍເປັນຜູ້ຈັບພໍ່ເຂົ້າຄຸກຊຳເຄ້ເອງ ລູກຊາຍທ່ານບົງເປັນ
ຄົນຫົວນິຍົມຄອມມຸຍນິສ ແລະມີອຸດົມການແຕກຕ່າງກັບຜູ້ເປັນພໍ່ ຈະເປັນດ້ວຍເຈຕະນາດີຫຼືຊົ່ວກໍຄາດເດົາກັນຍາກທີ່ລູຊາຍຈັບພໍ່ເຂົ້າຄຸກ, ແຕ່ກົງກັນ
ຂ້າມກັບທ່ານບົງຜູ້ພໍ່ທີ່ຍັງມີຄວາມເປັນຮ່ວງຜູ້ເປັນລູກທີ່ກຳລັງມີອານາຄົດອັນດິກັບຣະບອບໃໝ່ ຈະພົບກັບຄວາມຫຍຸ້ງຍາກກັບຊີວິດ ຖ້າຫາກຜູ້ເປັນພໍ່
ໜີລອດອອກໄປໄດ້ ຢ້ານທາງການ ສປປ ລາວ ຈະໂຍນຄວາມຜິດໃຫ້ກັບລູກຊາຍວ່າສົມຮູ້ຮ່ວມຄິດກັບສັຕຣູເພື່ອນຳເອົາພໍ່ແລະນັກໂທດການເມືອງນັບ
ເປັນພັນຄົນໜີອອກຈາກຊຳເຄ້ໄປ, ອັນນີ້ເປັນການສັນນິຖານຂອງນັກການເມືອງແລະຄົນທົ່ວໆໄປ. ການຕໍ່ສູ້ຣະຫວ່າງນັກໂທດຮວ່ມກັບກອງກຳ
ລັງປະກອບອາວຸດທີ່ມາແຕ່ປະເທດໄທ ກັບທະຫານກອງທັບ ປປປຊ ລາວແມ່ນໃຊ້ເວລານານກ່ວາ 5 ຊົ່ວໂມງກ່ອນສຽງປືນຈະຮ້ວຍລົງ. ຈາກການສັລະ
ສູດຫລັງເຫດການຢຸດຕິລົງ ນັກໂທດທີ່ເສັຍຊີວິດຄາຄຸກຊຳເຄ້ ມີຈຳນວນ ຫລາຍກ່ວາ 300 ສົບ, ທະຫານຫຼືເຈົ້າໜ້າທີ່ຮັກສາຄຸກ 2 ກອງຮ້ອຍເຫຼືອ 14
ຄົນ, ທະຫານກອງໜູນເສັຍຊີວິດ 70 ຄົນ ( ຖືກວົງປິດລ້ອມຂອງກອງກຳລັງປະກອບອາວຸດໃຊ້ຣົດຖັງແລະປືນກົນໜັກ 12.7 ຍິງສັງຫານໝູ່ຢູ່ໜ້າທາງ
ເຂົ້າປະຕູຄຸກຊຳເຄ້ ເພາະເຂົ້າໃຈວ່າເປັນທະຫານຝ່າຍດຽວກັນ), ທະຫານ1 ກອງພັນເປັນທະຫານຣົດຖັງທີ່ບ້ານຂາມງອຍຖືກກອງກຳລັງປະກອບອາວຸດ
ກູ້ຊາດສັງຫານຮວມໝູ່ທັງໝົດກຳລັງໃນຄ້າຍດັ່ງກ່າວ 168 ຄົນ (ກອງພັນໜຶ່ງຂອງທະຫານອ້າຍນ້ອງມີບໍ່ເກີນ 180 ຄົນ). ນັກໂທດທີ່ເຫຼືອຕາຍມີແຕ່
ທ່ານບົງສຸວັນນະວົງ ແລະ7-8ຄົນທີ່ຢູ່ຫ້ອງຂັງດຽວກັນກັບເພິ່ນເທົ່ານັ້ນ. ຈັບໄດ້ນັກໂທດທີ່ໄປບໍ່ລອດຄືນໄດ້ບໍ່ຮອດ 50 ຄົນ ສ່ວນຫລາຍເປັນຜູ້ທີ່ມີອາຍຸສູງ
ສຸຂະພາບບໍ່ແຂງແຮງໄປນຳໝູ່ບໍ່ໄດ້, ສ່ວນຜູ້ຍັງໜຸ່ທມແໜ້ນແມ່ນໄປຈຳສູນອົພະຍົບລາວໜອງຄາຍກັບພວກກອງກຳລັງປະກອບອາວຸດກູ້ຊາດໝົດທຸກ
ຄົນ. ການແຫກຄຸກຊຳເຄ້ໃນຄັ້ງນີ້ໄດ້ທຳຄວາມເສັຍຫາຍໃຫ້ ສປປ ລາວໜັກທີ່ສຸດຫລັງຈາກປົດປ່ອຍປະເທດມາ ແຕ່ໂຄເລຕົວຈອງບໍ່ໄດ້ເປີດເຜີຍໃຫ້ສື່ຫຼື
ສາທາຣະນະຮັບຮູ້ເລີຍ, ປະຊາຊົນບ້ານຂາມງອຍ ແລະເມືອງນ້ອຍຊຽງດາ ຕ່າງກໍເວົ້າກໍໂສກັນວ່າ ທະຫານຄ້າຍຣົດຖັງຕາຍໝົດຄ້າຍບໍ່ມີໃຜເຫຼືອຊີວິດເລີຍ
ຈັ່ງແມ່ນພວກທະຫານປະຕິການເກ່ງ ເພາະເຂົາເອົາດາບເອົາງ້າວຕັດຄໍທະຫານຣົດຖັງໝົດທຸຄົນ ເຂົາບໍ່ເອົາປືນຍິງເພາະບໍ່ຕ້ອງການໃຫ້ຄົນໄດ້ຍິນສຽງປືນ
ຈັ່ງແມ່ພວກເຂົາເກ່ງແທ້ເກ່ງວ່າ ສົມເປັນທະຫານເກົ່າປະຕິການແທ້ໆ. ບໍ່ຮູ້ວ່າພວກເຂົາເຂົ້າຄ້າຍຣົດຖັງນັ້ນໄດ້ແນວໃດ ປະຊາຊົນໄທບ້ານບາງເຮືອນກໍຢູ່
ຕິດກັບຄ້າຍນັ້ນ ແຕ່ກໍເປັນຕາງຶດຫລາຍເຕີບທີ່ບໍ່ໄດ້ຍິນສຽງອິຫຍັງ ແລະກໍບໍ່ເຫັນຫຍັງພໍທີ່ຈະເປັນແນວຜິດປົກະຕິ, ເຫັນແຕ່ຣົດຖັງແລ່ນອອກ 3 ລຳ
ແລະຣົດຕ່າງທະຫານ 66 ສອງຄັນນຳຫລັງກັນໄປ ມີແຕ່ທໍ່ນີ້ອັນວ່າຜິດສັງເກດ ແຕ່ກໍບໍ່ນຶກບໍ່ຝັນລະນໍ ວ່າແມ່ນພວກປະຕິການເຕັມຢູ່ໃນຄ້າຍຣົດຖັງນັ້ນ,
ປະຊາຊົນບ້ານຂາມງອຍເລົ່າສູ່ກັນຟັງ.
ປະກົດວ່າມີຂ່າວລືກັນວ່າພວກກອງຫລອນ ແລະທະຫານບ້ານປະຈຳເຂດ ຫົວຂົວ, ເມືອງນ້ອຍຊຽງດາ, ຂາມງອຍ, ນາຄວາຍ, ດົງກະລຶມ, ໜອງໜ່ຽງ
ໂນນຄໍ້ແລະຊຳເຄ້ ຮວມຈຳນວນ ຮ້ອຍກ່ວາຄົນໄດ້ພາກັນຮ່ວມມືກັບກອງປະກອບອາວຸດກູ້ຊາດທີ່ມາຈາກປະເທດໄທ ຊຶ່ງເປັນຜົນອຳນວຍຄວາມສດວກ
ໃນການຜ່ານເສັ້ນທາງເຂົ້າແລະອອກຈາກຊຳເຄ້ຄືນເຂົ້າໄປໄທ ແລະສ່ວນຫລາຍກໍຕັດສິນໃຈຕິດຕາມໜ່ວຍກູ້ຊາດໜີອອກຈາກລາວໃນຄັ້ງນັ້ນດ້ວຍ. ມີ
ຂ່າວທີ່ໜ້າເຊື່ອຖືອີກກໍຣະນີໜຶ່ງທີ່ປະຊາຊົນຢູ່ໃກ້ຄຽງແລະອ້ອມແອ້ມຄຸກຊຳເຄ້ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ມີມື້ໜຶ່ງກ່ອນມື້ຊຳເຄ້ແຕກ ມີຣົດທະຫານຂົນ
ປືນ ອາກາ ແລະລູກກະສຸນມາເຕັມສອງຄັນຣົດ ເອົາມາລົງທີ່ໜ້າປະຕູໃຫຍ່ຂອງຄຸກ ແລະກໍເຫັນທະຫານພາກັນຂົນເຂົ້າໄປໃນຄຸກ ແລະໄດ້ຂ່າວວ່າເອົາປືນ
ເຫຼົ່ານັ້ນມາຕຽມໄວ້ແຈກຢາຍໃຫ້ເຈົ້າໜ້າທີ່ຮັກສາຄວາມປອດພັຍຄຸກທີ່ຈະມາເຜີ້ມອີກສອງກອງຮ້ອຍ ເພາະຈະມີນັກໂທດເຂົ້າມາເຜີ້ມອີກ. ປະຊາຊົນຕ່າງ
ກໍເວົ້າເປັນຄຳດຽວກັນວ່າ ອັນນັ້ນເປັນແຜນການນຳເອົາອາວຸດມາໄວ້ໃຫ້ນັກໂທດຕໍ່ສູ້ກັບເຈົ້າໜ້າທີ່ປ້ອງກັນຄຸກ ພໍເອົາອາວຸດມາໄວ້ຕອນຫົວແລງ ແລະ
ຕອນເຊົ້າໃກ້ຈະແຈ້ງຄຸກກໍແຕກ ຫລັງຈາກນັ້ນປືນທີ່ເຂົາເອົາມາໄວ້ນັ້ນກໍຫາຍໄປໝົດກັບນັກໂທດ.
ຄວາມຊ່າລື ຜູ້ທີ່ເປັນຫົວໜ້າກອງປະກອບອາວຸດຂອງໜ່ວຍກູ້ຊາດທີ່ມາແຫກຄຸກຊຳເຄ້ນັ້ນແມ່ນ ພົມທ່າເດື່ອ ແລະ ອາຈານສັງ ຕາມທີ່ໜ່ວຍໃຕ້ດິນຂອງ
ສປປ ລາວໄດ້ສືບມາ ເພາະພົມທ່າເດື່ອ ແລະອາຈານສັງອະດີດເປັນບາດີກາດຂອງ ກຸປະສິດ ອາໄພ ແລະທັງສອງກໍຈົບຈາກໂຮງຮຽນນາຍຮ້ອຍດົງເຫັນທັງ
ນັ້ນ. ສອງຄົນນີ້ບໍ່ໄດ້ມີປວັດໃນການລັກຊັບຂອງຄົນເພາະຜິດຕໍ່ວິນັຍຂອງວິຊາທີ່ພວກເຂົາມີຕິດໂຕ ຈຶ່ງເປັນຂໍ້ວິເຄາະທີ່ທາງກອງບັນຊາການນະຄອນບານ
ໄດ້ເອົາມາວິເຄາະກັນ ວ່າຈະເປັນໄປໄດ້ບໍ່ຫົວໜ້າປຸ້ນຫໍພຣະແກ້ວຈະເປັນພົມທ່າເດື່ອແລະອາຈານສັງ? ບາງຄົນກໍໃຫ້ຄວາມເຫັນອອກມາວ່າ ທຸກຢ່າງຍ່ອມມີ
ການປ່ຽນແປງ ເພາະນັບແຕ່ຊຳເຄ້ແຕກມາເຖິງກໍລະນີເຣື່ອງຫໍພຣະແກ້ວນີ້ກໍຫ່າງກັນເກືອບປີ ບາງເທື່ອສອງຄົນນີ້ມີການປ່ຽນແປງກໍເປັນໄດ້. ຍ້ອນຊື່ສຽງ
ຂອງພົມທ່າເດື່ອແລະອາຈານສັງ ນັກໂທດທີ່ຖືກຈັບຕົວມາກ່ຽວກັບຄະດີເອົາຄົນຂ້າມຟາກຫລືຄະດີກໍ່ກວນຄວາມຫວຸ້ນວາຍຕາມຊາຍແດນລາວໄທຫລືແຄມ
ຂອງແມ່ນນັກໂທດເຫຼົ່ານັ້ນມັກຈະອ້າງຊື່ ພົມ ແລະ ສັງ ທັງນັ້ນ ຈຶ່ງເປັນຜົນໃຫ້ທາງເຈົ້າໜ້າທີ່ຕ່າງກໍອ້າງກັນວ່າຈັບຜູ້ຕ້ອງຫາບົນຊີດຳໄດ້ແລ້ວ ມາແບບນີ້
ເປັນປະຈຳ ແລະກໍບໍ່ຮູ້ວ່າໃຜເປັນພົມທ່າເດື່ອແລະອາຈານສັງແທ້ຫລືປອມ?
ທາງຣັຖະບານຍີ່ປຸ່ນກໍໄດ້ຈີ້ຣັຖະບານລາວມາຕລອດກ່ຽວກັບການສືບສວນຫາຄົນຮ້າຍທີ່ປຸ້ນຂ້າຂົມຂືນເມັຍທູດຂອງເຂົາ ຈຶ່ງເປັນເຫດໃຫ້ທາງຣັຖະບານລາວ
ຕ້ອງສັ່ງລົງມາຫາກະຊວງພາຍໃນໃຫ້ເລັ່ງມືໃນການຕິດຕາມຫາຄົນຮ້າຍມາລົງໂທດ. ທີ່ຫ້ອງການກອງຄະດີເມືອງຈັນທະບູຣີ ໄດ້ມີປະຊຸມກ່ຽວກັບບັນຫາທີ່ຂັ້ນ
ສູງໄດ້ສັ່ງລົງມາໃຫ້ເອົາໃນໃສ່ຕິດຕາມສືບສວນຫາຄົນຮ້າຍທີ່ປຸ້ນບ້ານພັກທູດຍິ່ປຸ່ນ, ຂ້າພະເຈົ້າກໍໄດ້ເຂົ້ານັ່ງຟັງໃນກອງປະຊຸມນັ້ນຮ່ວມກັບຄນະໃນກອງປະຊຸມ
ນັ້ນ. ໃນກໍລະນີນີ້ຈະບໍ່ງ່າຍທີ່ຈະນຳເອົາຄົນຮ້າຍມາລົງໂທດໄດ້ ເພາະວ່າຄູ່ກໍລະນີຖືກຂ້າຕາຍໄປໝົດ ຈະບໍ່ມີໃຜມາຊີ່ໜ້າຄົນຮ້າຍໄດ້, ທາງຣັຖະບານລາວພະຍາ
ຍາມຢາກຈະປ່ອຍຄະດີນີ້ໄວ້ເບື້ອງຫລັງເສັຍກ່ອນ ເພາະຍັງມີບັນຫາໜັກທີ່ທາງກະຊວງພາຍໃນຈະຕ້ອງຮັບມືແລະແກ້ໄຂ ແຕ່ຫລືກໜີບໍ່ໄດ້ເພາະທາງຍີ່ປຸ່ນຈ້ຳ
ຈີ້ຢູ່ຕລອດ. ດັ່ງນັ້ນທາງນະຄອນບານຈຶ່ງໄດ້ຕັດສິນໃຈຫາແຜະມາຮັບກັມ, ເດີນຕາມທາງທີ່ປູໄວ້ແຕ່ເບື້ອງຕົ້ນໃນການທີ່ເອົານັກໂທດສາມສີ່ຄົນມາເປັນແຜະ
ເພື່ອຫວັງຈະປິດຄະດີນີ້ລົງ. ທາງກອງບັນຊາການຄຳຣວດນະຄອນບານໄດ້ປະກາດແຈ້ງໄປຍັງສະຖານທູດຍີ່ປຸ່ນວ່າຈັບຄົນຮ້າຍປຸ້ນບ້ານພັກທູດຍີ່ປຸ່ນໄດ້ແລ້ວ,
ທາງເຈົ້າພະນັກງານການທູດຍີ່ປຸ່ນຈຶ່ງໄດ້ຕິດຕໍ່ກັບກະຊວງການຕ່າງປະເທດຂອງ ສປປ ລາວ ວ່າຢາກພົບນັກໂທດທັງສີ່ຄົນນັ້ນ ເພາະມີຄຳຖາມຖາມຄົນໂທດ
ເພື່ອຄວາມແນ່ນອນ. ທາງກະຊວງການຕ່າງປະເທດກໍຕິດຕໍ່ລົງມາຍັງນະຄອນບານໃຫ້ຄຸມເອົານັກໂທດໄປທີ່ກະຊວງການຕ່າງປະເທດ ເພາະເຈົ້າພຳະນັກງານ
ສະຖານທູດຍີ່ປຸ່ນຢາກພົບແລະມີຄຳຖາມຢາກຖາມນັກໂທດ. ທຸກຢ່າງກໍເປັນໄປຕາມແຜນຕາຕະລາງວາງໄວ້ ທາງນະຄອນບານກໍນຳເອົານັກໂທດໄປທີ່ກະຊວງ
ການຕ່າງປະເທດຕາມວັນເວລານັດໝາຍ. ທີ່ກະຊວງການຕ່າງປະເທດ ມີເຈົ້າໜ້າທີ່ຝ່າຍລາວ ແລະເຈົ້າພະນັກງານສະຖານທູດຍີ່ປຸ່ນ ສາມຄົນກໍພາກັນລໍຖ້າ
ກອງຄຳຣວດນະຄອນບານນຳນັກໂທດມາພົບທີ່ຫ້ອງຮັບຮອງຂອງກະຊວງ. ທາງນະຄອນບານໄດ້ໃຫ້ຂ້າພະເຈົ້າໄປເປັນຫຼ່າມແປໃຫ້ຄົນຍີ່ປຸ່ນແລະນັກໂທດຖ້າ
ຫາກວ່າມີການຕັ້ງຄຳຖາມຂອງເຈົ້າພະນັກງານສະຖານທູດກັບນັກໂທດ. ເມື່ອຂ້າພະເຈົ້າຖືກແນະນຳໃຫ້ຮູ້ຈັກກັບຄົນຍີ່ປຸ່ນສາມຄົນນັ້ນ ຂ້າພະເຈົ້າຮູ້ຈັກດີກັບ
ຄົນຍີ່ປຸ່ນຄົນໜຶ່ງ ຊຶ່ງຜູ້ກ່ຽວເປັນອາຈານສອນພາສາຍີ່ປຸ່ນຂອງຂ້າພະເຈົ້າເອງ ແລະກໍຮູ້ກັນດີ ແຕ່ ເວລາຢູ່ທີ່ນັ້ນ ຕ່າງກໍປະຕິບັດວຽກງານໃຜລາວ ແລະກໍເສີຍ
ໃຜເສີຍລາວແບບບໍ່ຮູ້ຈັກກັນ ແຕ່ຂ້າພະເຈົ້າເຊື່ອວ່າຍີິ່ປຸ່ນຄົນນີ້ມາເປັນນາຍພາສາຫລືເກັບກຳຄຳຕອບຂອງນັກໂທດຄົນລາວເອົາໄວ້ ເພາະມັນປາກພາສາລາວ
ໄດ້ດີສ້ຳກັບຄົນລາວເຮົາເຈົ້າຂ້ອຍນີ້ເວົ້າກັນພຸ້ນລະ.
ທາງກອງສືບສວນແລະສອບສອນນະຄອນບານໄດ້ຝຶກຊ້ອມນັກໂທດທັງ 4 ຄົນໃນການໃຫ້ການແລະຕອບຄຳຖາມຂອງເຈົ້າພະນັກງານການທູດຂອງ
ຍີ່ປຸ່ນ ທີ່ທາງໜ່ວຍສືບສວນຄະດີໄດ້ຄາດຄະເນໄວ້ວ່າຈະມີຄຳຖາມອັນໃດອດ່ທີ່ທາງຍີ່ປຸ່ນຈະຖາມມາ ເພື່ອໃຫ້ນັກຖທດທັງ 4 ຄົນນີ້ໃຫ້ຕອບຄຳຖາມ
ໃຫ້ເຂົ້າກັບຮູບຄະດີແລະກົງກັບວັນເວລາທີ່ເຫດການນັ້ນດກີດຂຶ້ນທີ່ບ້ານພັກຂອງອະດີດທ່ານທູດຍີ່ປຸ່ນພ້ອມດ້ວຍພັລະຍາ. ນັກໂທດ 4 ຄົນນີ້ໄດ້ຮັບ
ການຕອບແທນຈາກທາງກອງຕຳຣວດນະຄອນບານດ້ວຍການປ່ອຍເປັນອິສຣະຫລັງຈາກຄະດີປຸ້ນທູດຍີ່ປຸ່ນໄດ້ປິດລົງ ໂດຍມີການຮັບຮູ້ແລະເຊັນສັນ
ຍາຣະຫວ່າງຜູ້ປົກຄອງຂອງນັກໂທດ ແລະ ເຈົ້າໜ້າກອງສືບສວນຂອງຄຳຣວດນະຄອນບານ, ແລະນັກໂທດ 4 ຄົນນີ້ເປັນນັກໂທດພັຍສັງຄົມບໍ່ໄດ້
ເປັນນັກໂທດການເມືອງຫລືອາດຍາໃດໆທັງນັ້ນ. ເຣື່ອງທຳສາກລະຄອນວ່າຈັບຄົນຮ້າຍໄດ້ນັ້ນ ໄດ້ເປັນແຜນການລັບທີ່ສຸດ ຈະຮູ້ແຕ່ຄົນພາຍໃນທີ່ມີ
ສ່ວນກ່ຽວຂ້ອງ ແລະ ຜູ່ປົກຄອງນັກໂທດທັງ 4 ຄົນນີ້ ເທົ່ານັ້ນ. ນັກໂທດ 4 ຄົນນີ້ ເປັນປະຊາຊົນທີ່ອາສັຍຢູ່ໃນກຳແພງນະຄອນວຽງຈັນນີ້ເອງ ແລະ
ກໍເປັນວັຍຣູ່ນທີ່ບໍ່ມີໃຜອາຍຸເຖິງ 21 ປີຈັກຄົນ.
ສິ່ງທີ່ບໍ່ຄາດຝັນແລະບໍ່ມີນາຍຕຳຣວດຄົນໃດນຶກເຖິງເຫດການນີ້ຈະເກີດຂຶ້ນຫລັງຈາກທີ່ທາງເຈົ້າພະນັກງານສະຖານທູດຍີ່ປຸ່ນໄດ້ຖາມນັກໂທດຫລືຄົນ
ຮ້າຍທີ່ທາງເຈົ້າໜ້າທີ່ອ້າງອິງວ່າເປັນກຸ່ມຄົນຮ້າຍປຸ້ນບ້ານພັກທູດຍີ່ປຸ່ນນັ້ນ. ມີພຽງ 3 ຄຳຖາມທີ່ທາງເຈົ້ນໜ້າທີ່ສະຖານທູດຍິ່ປຸ່ນຖາມກໍຄື: 1. ເຂົ້າ
ບ້ານພັກທູດຍີ່ປຸ່ນໄດ້ດ້ວຍວິທິໃດ? 2. ມີຈັກຄົນຢູ່ໃນເຮືອນແລະຢູ່ນອກເຮືອນໃນເວລາລົງມືປຸ້ນ? ແລະຄຳຖາມທີ 3 ແມ່ນມີຮູບຄົນຍິ່ປຸ່ນ 3 ຄົນ ທີ່
ເອົາມາໃຫ້ນັກໂທດຊີ້ຕົວວ່າແມ່ນຜູ້ໃດໃນຮູບນັ້ນເປັນທ່ານທູດທີ່ຖືກເຄາະຮ້າຍນັ້ນ? ຄົນຮ້າຍທັງ 4 ຖືກແຍກອອກຈາກກັນແລະເຂົ້າພົບເຈົ້າໜ້າທີ່
ສະຖານທູດທີລະຄົນ ຊຶ່ງມີຂ້າພະເຈົ້າເປັນຫຼ່າມແປພາສາແລະຄົນຍີ່ປຸ່ນທັງ 3 ຄົນ ສ່ວນເຈົ້າໜ້າທີ່ລາວແມ່ນມາສົ່ງນັກໂທດແລ້ວຢືນຍາມຢູ່ປະຕູບໍ່ມີ
ສິດເຊົ້າໄປຟັງຢູ່ຂ້າງໃນ ແລະປະຕູຫ້ອງນັ້ນກໍປິດໄວ້. ການຕອບຄຳຖາມທີ່ 1 ແລະ 2 ທັງ 4 ຄົນ ໃຫ້ຄຳຕອບບໍ່ຕຣົງກັນ ບາງກໍວ່າງັດປະຕູເຂົ້າ ບາງກໍ
ວ່າງັດປ່ອງຢ້ຽມເຂົ້າ ທີ່ເປັນຄຳຕອບຂອງຄຳຖາມທີ 1. ອັນຄຳຖາມທີ 2 ບາງກໍວ່າຢຸ່ໃນເຮືອນໝົດທຸກຄົນ ແລະບາງກໍວ່າ ໃນເຮືອນ 3 ນອກ 1, ມີແຕ່
ຄຳຖາມທີ 3 ທີ່ທັງ 4 ຄົນນັ້ນຕອບຄ້າຍໆກັນວ່າຈື່ບໍ່ໄດ້ ເພາະເວລານັ້ນມັນສຸລະວູນກັນແລະກໍມືດອີກ ເມື່ອເສັດພາຣະກິດແລ້ວກໍຮີບກັນໜີອອກມາ.
ຫຼັງຈາກນັ້ນທາງເຈົ້າໜ້າທີ່ຕຳຣວດໄດ້ຂໍນຳເອົານັກໂທດຄົນໜຶ່ງແລະຫົວໜ້າຕຳຣວດຄົນໜຶ່ງກັບຂ້າພະເຈົ້າຂຶ້ນຣົດສະຖານທູດໄປ ແລະທາງເຈົ້າໜ້າທີ່
ຕຳຣວດກໍອະນຸຍາດໃຫ້ແລະພ້ອມກັນຂຶ້ນຣົດທູດໄປ. ພໍແຕ່ອອກຈາກກະຊວງການຕ່າງປະເທດ ພະນັກງານທູດຍີ່ປຸ່ນກໍບອກໃຫ້ນັກໂທດຄົນນັ້ນຊີ້ທາງ
ໄປບ້ານພັກທູດທີີ່ເກີດເຫດຂຶ້ນນັ້ນ ປະກົດວ່ານັກໂທດຄົນນັ້ນປະຕິເສດວ່າຈື່ບໍ່ໄດ້ວ່າບ້ານຫລັງນັ້ນຢູ່ບ່ອນໃດ? ຈຶ່ງເປັນເຫດໃຫ້ເຈົ້າໜ້າທີ່ສະຖານທູດຍີ່
ປຸ່ນສັ່ງໃຫ້ຄົນຂັບຣົດກັບຄືນກະຊວງການຕ່າງປະເທດທັນທີ, ເພາະນັກຖທດຜູ້ທີ່ຂຶ້ນຣົດມານັ້ນໄດ້ສເນີໂຕວ່າເປັນຫົວໜ້າກຸ່ທຄົນຮ້າຍກຸ່ມນີ້ ແລະເປັນ
ຜູ້ວາງແຜນການແລະນຳທາງໃນການກໍ່ການໂຈຣະກັມຄັ້ງນີ້ ແລະເຈົ້າໜ້າຕຳຣວດລາວກໍໄດ້ສເນີຕໍ່ທາງຍີ່ປຸ່ນຄືກັນວ່າຜູ້ກ່ຽວເປັນຫົວໜ້າ. ພໍມາເຖິງກະ
ຊວງການຕ່າງປະເທດຕ່າງຝ່າຍກໍກັບໃຜມັນ ແລະທາງຜູ້ຕາງໜ້າຣັຖະບານຍີ່ປຸ່ນໄດ້ບອກເຈົ້າໜ້າທີ່ລາວວ່າຈະສົ່ງເອກະສານຣາຍງານຜ່ານກະຊວງການ
ຕ່າງປະເທດເພື່ອຈະໄດ້ສເນີຂຶ້ນໄປຫາຣັຖະບານລາວໃນກໍຣະນີທີ່ພົບປະກັບເຈົ້າໜ້າທີ່ລາວແລະນັກໂທດໃນຄັ້ງນີ້.
ສິ່ງນີ້ຄືເຫດການທີ່ທາງເຈົ້າໜ້າທີ່ສືບສວນຂອງລາວບໍ່ຄາດຄິດໄວ້ທີ່ທາງເຈົ້າໜ້າທີ່ຫລືຜູ້ຕາງໜ້າຣັຖະບານຍີ່ປຸ່ນຈະນຳເອົານັກໂທດໄປຊີ້ບ້ານພັກຂອງ
ທູດຍີ່ປຸ່ນທີ່ພວກຄົນຮ້າຍເຂົ້າປຸ້ນຂ້າແລະຂົ່ມຂືນເພື່ອຄວາມແນ່ນອນວ່ານັກໂທດທີ່ທາງເຈົ້າໜ້າທີ່ລາວແຈ້ງໃຫ້ຍີ່ປຸ່ນວ່າຈັບຄົນຮ້າຍໄດ້ນັ້ນ ເປັນຄົນຮ້າຍ
ໂຕຈິງ.
ບໍ່ມີໃຜຈະຄຳນຶງເຖິງໃນການແນະນຳໃຫ້ນັກໂທດຮູ້ຈັກສະຖານທີ່ພວກຄົນຮ້າຍກໍ່ເຫດຂຶ້ນນັ້ນ ຈຶ່ງເປັນເຫດໃຫ້ທາງເຈົ້າໜ້າທີ່ພະນັກງານສະຖານ
ທູດຍີ່ປຸ່ນສະແດງທ່າທີບໍ່ພໍໃຈອອກມາໃຫ້ເຫັນຢ່າງຊັດເຈນຢູ່ຕໍ່ໜ້າໂລດ. ຍັງບໍ່ມີໃຜສາມາດຄາດການລ່ວງໜ້າໄດ້ວາ ທ່າທີການໂຕ້ຕອບຈາກ
ຣັຖະບານຍີ່ປຸ່ນມີຕໍ່ຣັຖະບານ ສປປ ລາວຈະມາຮູບແບບແນວໃດ ແລະທາງການລາວຈະມີແຜນການແນວໃດທີ່ຈະຕຽມໄວ້ຮັບມືກັບກລຣະນີນີ້?
ຣັຖະບານຍີ່ປຸ່ນປະກາດປິດສະຖານທູດຊົ່ວຄາວທີ່ນະຄອນຫລວງວຽງຈັນ ແລະເປີກສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ທີ່ບາງກອກປະເທດໄທ
ເປັນການຊົ່ວຄາວເໝືອນກັນໂດຍບໍ່ມີກຳໜົດ. ເມື່ອມີການປິດສະຖານທູດ ແນ່ນອນແຜນການການຊ່ວຍເຫຼືອຕ່າງໆທີ່ປະເທດຍີ່ປຸ່ທີ່ມີຕໍ່ລາວ
ກໍຍ່ອມຖືກໂຈະໄປຕາມໆກັນ ໂດຍສະເພາະແຜນການການພະເສດທົ່ງຮາບວຽງຈັນ, ແຜນການເງິນກອງທຶນເພື່ອຄ້ຳປະກັນການສ້າງແລະປັບປຸງ
ເສັ້ນທາງເລຂທີ 13 ແຕ່ວຽງຈັນເຖິງປາກເຊ, ແຜນການເຂື່ອນນ້ຳງຶ່ມ2, ແຜນການນ້ຳປະປາເມືອງຫລວງພຣະບາງ, ທຶນການສຶກສາ ແລະ ຍັງ
ມີແຜນການອື່ນໆອີກ ຮວມທັງດ້ານສາທາຣະນະສຸຂ.
ສິ່ງທີ່ກ່າວມາຂ້າງເທິງນີ້ແມ່ນການໂຕ້ຕອບທີ່ທາງຣັຖະບານຍີ່ປຸ່ນມີຕໍ່ ສປປ ລາວ ທີ່ເອົາຄົນຮ້າຍປອມໄປຫບີ້ນລະຄອນຕົບຕາເຂົາ, ແຕ່ທາງຝ່າຍ
ສປປ ລາວກໍບໍ່ມີທ່າທີທີ່ຈະກ່າວຄຳຂໍໂທດຣັຖະບານຍີ່ປຸ່ນຕໍ່ສິ່ງທີ່ໄດ້ກະທຳທຳຜິດລົງໄປ.
ເດືອນໜຶ່ງຜ່ານໄປ ຂ້າພະເຈົ້າໄດ້ຍຶ່ນໜັງສືປະຕິເສດຄຳສເນີທີ່ທາງຂັ້ນສູງຍຶ່ນຂໍ້ສເນີໃຫ້ຂ້າພະເຈົ້າເຂົ້າຮ່ວມປະກອບສ່ວນເປັນເຈົ້າໜ້າທີ່ຕຳຣວດ
ໃນຍົດຊັ້ນ ຮ້ອຍຕຳຣວດເອກ ແລະໄດ້ຮຽກຮ້ອງໃຫ້ປົດປ່ອຍເປັນອິສຣະແບບບໍ່ມີຂໍ້ຜູກມັດ. ເຖິງວ່າຂ້າພະເຈົ້າໄດ້ມີອິສຣະທຸກຢ່າງເໝືອນປະຊາຊົນ
ທົ່ວໄປ ແຕ່ກໍຍັງຢູ່ໃນຂອບເຂດທີ່ທາງຂັ້ນສູງໄດ້ອະນຸມັດໃຫ້ ເພາະຍັງບໍ່ມີສິດກັບໄປໃຊ້ຊີວິດເປັນສ່ວນຕົວກັບຄອບຄົວ. ໃນຣະຍະນັ້ນຂ້າພະເຈົ້າກໍຍັງ
ເປັນໂສດ ບໍ່ທັນໄດ້ສ້າງຄອບຄົວ ທີ່ຈິງແລ້ວກໍບໍ່ມີບັນຫາຫຍັງທີ່ຈະໃຊ້ຊີວິດຢູ່ກັບກອງຄະດີ ຢ່າງໜ້ອຍຂ້າພະເຈົ້າກໍມີອັຕາແລະເບັ້ຍລ້ຽງກິນບໍ່ຕ່ຳ
ກ່ວາຕອນທີ່ເປັນພນັກງານພໍປະມານ ແລະທາງກອງຄະດີກໍໄດ້ອຳນວຍຄວາມສດວກໃຫ້ແກ່ຕົນເອງທຸກຢ່າງ. ພາຍຫຼັງທີ່ຍື່ນໃບສເນີປະຕິເສດຂຶ້ນ
ໄປເຖິງກອງບັນຊາການ ພຽງສອງອາທິດກໍໄດ້ຮັບຄຳຕອບລົງມາໃຫ້ຂ້າພະເຈົ້າເລືອກເອົາສອງປະການຄືຮັບເອົາຂໍາສເນີຫລືຈະກັບໄປເປັນຜູ້ຕ້ອງຫາ?
ເມື່ອເຫັນຄຳທີ່ວ່າກັບໄປເປັນຜູ້ຕ້ອງຫາ ທັງໆທີ່ກ່ອນໜ້ານີ້ທາງກອງບັນຊາການນະຄອນບານຍັງບອກວ່າຂ້າພະເຈົ້າບໍ່ມີຄວາມຜິດຫຍັງໝົດທີ່ທາງ
ເຈົ້າໜ້າທີ່ໄປຈັບຕົວກໍຍ້ອນຄວາມຂາດຕົກບົກຜ່ອງຂອງເຈົ້າໜ້າທີ່ ດັ່ງນັ້ນຈຶ່ງຢາກມອບໜ້າທີ່ການເປັນເຈົ້າພະນກັງານນີ້ໃຫ້ເປັນການຕອບແທນ
ຄວາມຜິດພາດຂອງເຈົ້າໜ້າທີ່. ທັງສຸງຄຳກ້ອນແລະອ້າຍບຸນຮຽງທີ່ເປັນຜູ້ໃກ້ສິດຕິດແທດຕ່າງກໍມາໃຫ້ຄຳຄິດຄຳເຫັນແລະແນະນຳໃຫ້ເຂົ້າປະກອບ
ສ່ວນທີ່ທາງຂັ້ນເທິງໄດ້ອະນຸມັດມາໃຫ້, ແລະຍັງບອກເປັນສຽງດຽວກັນວ່າ ບໍ່ເຄີຍມີປວັດສາດທີ່ພະນັກງານຕຳຣວດຈະກະໂດດຂັ້ນໄດ້ເຖິງຮ້ອຍເອກ
ທີ່ບໍ່ມີການເຂົ້າໄປຝຶກຝົນຢູ່ກົມຫຼືສູນກາງອົບຣົມຕຳຣວດ. ແຕ່ກໍຍິງດັ່ງລຸງຄຳກ້ອນແລະອ້າຍບຸນຮຽງເວົ້າ ເພາະອ້າຍບຸນຮຽງເອງກໍເຄີຍເລົ່າປວັດໃຫ້
ຟັງກ່ອນລາວຈະໄດ້ຍົດຮອດ ຮ້ອຍເອກຕຳຣວດນັ້ນລາງໄດ້ເປັນທະຫານມາກ່ອນເປັນ 20 ປີແລະມີຍົດພຽງເປັນນາຍໝວດທະຫານເທົ່ານັ້ນ, ເມື່ອ
ຖືກສັບຂ້ອນມາເປັນຕຳຣວດຈຶ່ງໄດ້ເປັນຜູ້ກອງຫລືຮ້ອຍຕຳຣວດເອກ.
ຂ້າພະເຈົ້າສເນີຮັບຂໍ້ສເນີທີ່ທາງຂັ້ນສູງສເນີລົງມາຄັ້ງຫລ້າສຸດນີ້ແຕ່ມີຂໍ້ສເນີກັບຂຶ້ນໄປອີກວ່າຂໍເປັນເຈົ້າໜ້າທີ່ນອກເຄື່ອງແບບໄດ້ບໍ່? ເພາະຂ້າພະເຈົ້າ
ບໍ່ມັກໃສ່ເຄື່ອງແບບ ບໍ່ຈັກທະຫານ ບໍ່ຈັກຕຳຣວດ ຮອດກອງຫລອນບາງຄົນກໍນຸ່ງເຄື່ອງແບບທະຫານອັນດຽວກັນໝົດຕັ້ງແຕ່ຫົວຮອດຕີນ. ຂໍ້ສເນີ
ຂອງຂ້າພະເຈົ້າກໍຖືກຕອບສນອງກັບມາຢ່າງໄດຜົນ ແລະນັບແຕ່ນັ້ນມາຂ້າພະເຈົ້າກໍເປັນຮ້ອຍຕຳຣວດເອກນອກເຄື່ອງແບບ ແລະມີອິສຣະພາບກັບ
ຄືນສູ່ຄອບຄົວໄດ້ເປັນປົກະຕິ ແລະປະຈຳຢູ່ຫ້ອງການສອບສວນແລະສືບສວນຄະດີເມືອງຈັນທະບູຣີ.
ອິດສາເຈົ້າເດນໍ ຈັ່ງແມ່ນຂັດເອົາປານ ລູກຄຸນໜູ
ສູ່ມື້ນີ້ ກ່ອນຊິໄດ້ຮຽນໂຮງຮຽນນາຍຮ້ອຍ ສ່ວນຫຼາຍແມ່ນໄດ້ເສຍເງິນຈ້າງເດີ
ຮຽນຈົບແລ້ວຕ້ອງໄດ້ຈ້າງອີກ ຖ້າບໍ່ຢາກໄປຕາມທີ່ຖືກສັບຊ້ອນ
ສ່ວນຫຼາຍມັນກະຈ້າງເໝີດຫັ້ນແລ້ວ ໃຜກະຢາກຢູ່ໃນເມືອງ ຢາກມີໂອກາດ ຢາກສະບາຍ
ສັງຄົມເລີຍເປັນສັງຄົມທີ່ມີແຕ່ການເຫັນແກ່ຕົວ ມາກ່ອນໝູ່ເໝິດ
ຄຸນນະພາບຂອງວຽກຕ່ຳ ຍາດກັນຢູ່ຍາດກັນກິນ ບໍ່ແມ່ນແຂ່ງຂັນກັນເຮັດວຽກ
ຄະດີກະຈອກກະຈອກກະບໍ່ແລ້ວຕາມເວລາອັນຄວນ
ຄັນມັນໄດ້ສອບສວນຍາມໃດລະ ແມ່ນກິນເວລາເປັນຊົ່ວໂມງ ຖາມຄຳຖາມກັບໄປວົນມາຢູ່ຫັ້ນແລ້ວ ຄືຄົນຈ້ານີ້
ຖາມແລ້ວຖາມອີກ ມື້ໜ້າມາບັກໃໝ່ມາ ຖາມຄຳຖາມເກົ່າຫັ້ນອີກ
ຄັນແມ່ນສ່ຽວ ຫຼື ຄົນໃນຄອບຄົວ ຄືຊິອົດບໍ່ໄຫວດອກ ຢ້ານໄດ້ຮ້າຍມັນວ່າ ມຶງກິນຂີ້ມາບໍມຶງຈັ່ງຈ້າໄດ້ຈ້າດີປານນີ້
ຖາມແມ່ມຶງຫຍັງຄວາມເກົ່າຫຼາຍເທື່ອແທ້
ແຕ່ວ່າ ຄວາມຈິງອາດເປັນເຕັກນິກວິຊາຫາກິນສະເພາະຕົວຂອງຕຳຫຼວດ ກະຄືເຮັດໃຫ້ເຮົາໂມໂຫ ດ່າກັບມັນຖຽງກັບມັນ ມັນຈະໄດ້ເພີ່ມຂໍ້ຫາໃສ່ເຮົາຕື່ມ
ເປັນຈັ່ງຊີ້ ທຸກເທື່ອ ໂຕ້ຕອບໜ້ອຍໜຶ່ງມັນກະວ່າ ຂັດຂວາງການທຳງານຂອງເຈົ້າພະນັກງານ
ບາງເທື່ອພໍຢາກວ່າ ມຶງແກ້ເສື້ອຕຳຫຼວດອອກ ດ່ຽວກັບກູໄປ່
ມັນໝຶນອີ່ຫຼີໄດ໋ ເວົ້າກັບພວກນີ້ນະ
ບໍ່ເຄີຍມີຄວາມພາກພູມໃຈແລະຍິນດີກັບຕົນເອງທີ່ໄດ້ຮັບບັນຈຸເຂົ້າປະກອບສ່ວນກັບວິຊາຊີບທີ່ຕົນເອງບໍ່ເຄີຍຄິດຫລືຍຶດໝັ້ນດ້ວຍຄວາມຫວັງແລະ
ໄຝ່ຝັນຢາກຈະເປັນຊຶ່ງໄດ້ຕັ້ງເປົ້າໝາຍເອົາໄວ້ແຕ່ຍາມເຍົານັ້ນຂຶ້ນມາ. ໜ້າທີ່ການງານທີ່ໄດ້ມາຈາກນອກຣະບົບກົນໄກຂອງກົດຣະບຽບຍ່ອມເປັນ
ເຣື່ອງທີ່ໜ້າຄິດທີ່ອາດບໍ່ມີບ້ານໃດ ເມືອງໃດ ແລະປະເທດໃດຈະສາມາດເນຣະມິດໃຫ້ເຫດການແບບນີ້ເກີດຂຶ້ນ, ແຕ່ສິ່ງນີ້ໄດ້ເກີດຂຶ້ນຢູ່ໃນປະເທດ ສ
ປປ ລາວ ແລະຕົວຂ້າພະເຈົ້າເອງ. ໝູ່ເພື່ອນແລະຍາດຕິພີ່ນ້ອງທີ່ໃກ້ສິດຕິດແທດກັນທີ່ຮູ້ຈັກຕ່າງກໍກ່າວອອກມາເປັນຄຳດຽວກັນວ່າ " ບໍ່ນ້າເຊື່ອ "
ແຕ່ກໍຕ້ອງເຊື່ອເພາະຄວາມຈິງໄດ້ປະກົດອອກມາແລ້ວເຊັ່ນ: ໄດ້ກັບຄືນສູ່ຄອບຄົວພາຍຫລັງ 16 ເດືອນທີ່ຖືກນຳຕົວອອກຈາກເຄຫາສະຖານແຫ່ງ
ນີ້ໄປຄວບຄຸມຕົວໄວ້ທີ່ກອງຄະດີ-ທາງກອງບັນຊາການມອບຣົດຈັກທີ່ຕົນເອງຊ້ອມແປງມານັ້ນໃຫ້ໃຊ້ທຽວການ-ວິທະຍຸສື່ສານປະຈຳຕົວ-ບັດຢັ້ງຢືນ
ຫຼືບັດປະຈຳຕົວຈາກກອງບັນຊາການນະຄອນບານ-ແລະ ອາວຸດແລະກຸນແຈຂໍ້ມືຕິຕົວ.
ສອງອາທິດຜ່ານໄປ ທຸກຢ່າງກໍຜ່ານໄປແບບຕາມປົກະຕິ ແຕ່ຂ້າພະເຈົ້າມີບັນຫາທາງດ້ານານລັບນອນ ຈະເນື່ອງດ້ວຍເຫດຜົນປະການໃດນັ້ນມັນກໍ
ຍາກທີ່ຈະເດົາອອກມາໄດ້. ບາງຄັ້ງນອນບໍ່ລັບເພາະຄິດເຖິງພາບທີ່ຜ່ານມາທີ່ກ່ຽວກັບຕົນເອງ ແລະຄິດເຖິງພາບທີ່ເຫັນເຈົ້າໜ້າທີ່ບາງຄົນໃຊ້ອຳນາດ
ເໜືອຂອບເຂດຂອງກົດໝາຍທີ່ທຳກັບນັກໂທດແບບໄຮ້ມະນຸສຍາທັມໃນເວລາສອບສວນ ແລະມັກຈະເຫັນພາບນັກໂທດທີ່ຖືກທຸບຕີຢ່າງສາຫັດໃນ
ຫ້ອງສືບສວນຈົນບາງຄົນເຖິງກັບເລືອດຕົກຢາງອອກ, ໜ້າຕາບວມຊ້ຳ ແລະ ບາງຣາຍເຖິງກັບນອນກິນນ້ຳເຂົ້າແບບຂີ້ກັບທີ່ແລະຍ່ຽວກັບທີ່ໂດຍ
ປາສະຈາກຮັບການປິ່ນປົວຈາກແພທຫຼືໝໍ. ເມື່ອເຫັນພາບຮ້າຍເຫຼົ່ານັ້ນໄດ້ປະກົດຂຶ້ນຢູ່ໃນມະໂນພາບຂອງຕົນເອງຈຶ່ງເຮັດໃຫ້ຕົນເອງມາສຳຣວດ
ແລະທົບທວນວ່າຕົນເອງເດີນຖືກທາງ ຫຼືເສັ້ນທາງທີ່ຕົນເອງກຳລັງເດີນກ້າວໄປທາງໜ້ານີ້ເປັນເສັ້ນທາງທີ່ຖືກຕ້ອງແລ້ວບໍ່? ແທນທີ່ຈະມີຄວາມ
ພາກພູມໃຈແລະຍິນດີຕໍ່ການງານທີ່ໄດ້ຮັບມາ ຊຶ່ງເປັນໜ້າທີ່ການງານທີເຕັມໄປດ້ວຍກຽດແລະສັກສີທີ່ເປັນຜູ້ພິທັກສັນຕິຣາ ແລະຮັກສາກົດໝາຍ
ແລະປະຊາຊົນພາຍໃນຊາດ, ແຕ່ແລ້ວມັນເປັນສິ່ງທີ່ກົງກັນຂ້າມນັບແຕ່ວັນທີ່ຂ້າພະເຈົ້າຮັບເອົາຂໍ້ສເນີນີ້ມາໄດ້ເຮັດໃຫ້ຕົນເອງບໍ່ມີຄວາມສຸກເໝືອນ
ເມື່ອຄາວກ່ອນ. ບາງຄືນນອນບໍ່ຫຼັບເພາະເກີດມີແນວຄິດຢ້ານກົວມີເຣື່ອງບໍ່ຄາດຝັນຈະເກີດຂຶ້ນກັບຕົນອີກ, ຢ້ານມີມືທີ່ສາມມາຈັບກຸມຕົນເອງໄປ
ແບບບໍ່ມີຮ່ອງຮອຍ ເພາະຕົນເອງໄດ້ຮູ້ຫລາຍສິ່ງຫລາຍຢ່າງ ເຫຼິກຕື້ນ ແລະ ເຜັດເຄັມ ຂອງຣະບົບການທຳງານຂອງເຈົ້າໜ້າທີ່ປ້ອງກັນຄວາມສງົບ
ແລະອຳນາດການປົກຄອງບາງພາກສ່ວນຈົນເຖິງແຜນການຍຸທະສາດໃນການປ້ອງກັນຊາດຂອງຣັຖະບານ. ເມື່ອມີເຫດການຢ່າງນີ້ເກີດຂຶ້ນກັບຕົນ
ເອງ, ຂ້າພະເຈົ້າຈຶ່ງໄດ້ເຂົ້າໄປປຶກສານຳລຸງຄຳກ້ອນ ເພື່ອຂໍກັບເຂົ້າມາອາສັຍກອງຄະດີຄືນ, ທາງຫົວໜ້າເພິ່ນກໍບໍ່ຍິນດີໃຫ້ກັບຄືນມາ ເພາະທີ່ຈິງແລ້ວ
ເພິ່ນກໍມນແຜນການຈະໂອ້ລົມກັບຂ້າພະເຈົ້າໃຫ້ເຂົ້າມາປະຈຳຢູ່ກອງຄະດີນີ້ ເພາະທາງກອງຄະດີຕ້ອງການເຈົ້າໜ້າທີ່ມາຢູ່ປະຈຳທີ່ນີ້ເປີ້ມເຕີມ ແລະ
ຂ້າພະເຈົ້າກໍຍັງເປັນໂສດ ເໝາະສົມທີ່ຈະມາຢູທີ່ກອງຄະດີນີ້ເລີຍ. ນັບແຕ່ວັນນັ້ນມາຂ້າພະເຈົ້າຈຶ່ງໄດ້ກັບເຂົ້າມາຫາຫ້ອງນອນທີ່ຕົນເອງຫຼັບນອນໃນ
16 ເດືອນຜ່ານມາ ຕ່າງແຕ່ກັບມາຄັ້ງນີ້ມີຕຽງນອນມາຄົບຊຸດ ບໍ່ໄດ້ປູເສື່ອນອນກາງພື້ນເຮືອນເໝືອນທີ່ຜ່ານມາ. ຫ້ອງນອນຂອງຂ້າພະເຈົ້າແມ່ນ
ຢູ່ຫ້ອງດຽວກັບອ້າຍບຸນຮຽງຊຶ່ງເປັນບ່ອນນອນທີ່ເພິ່ນໄດ້ຊັກຊວນໃຫ້ເຂົ້າໄປອາສັຍເຣີ່ມແຕ່ວັນແຣກທີ່ອອກຈາກຫ້ອງຂັງມາຫລີ້ນກິດຕ້າໃຫ້ພວກ
ວັນນະຄະດີສມັກຫຼີ້ນຂອງຕຳຣວດແລະນັກໂທດ. ການທີ່ຂ້າພະເຈົ້າຕັດສິນໃຈກັບມາອາສັຍຢູ່ກັບກອງຄະດີນັ້ນກໍມີເຫດຜົນສຳຄັນສຳຣັບຕົນເອງ
ເພາະຈະບໍ່ມີຄວາມກັງວົນຢ້ານມືທີ່ສາມມາຫິ້ວໂຕໄປດັ່ງທີ່ໄດ້ຄິດຫວາດກົວມາແລ້ວນັ້ນ ເພາະຢ່າງນ້ອຍກໍຍັງມີໝູ່ເພື່ອນແລະອ້າຍນ້ອງເຈົ້າໜ້າທີ່ຕຳ
ຣວດຢູ່ອ້ອມຂ້າງອ້ອມແອວໃນເວລາກາງຄືນ, ຖ້າມີສິ່ງໃດຫຼືເຫດຮ້າຍອັນໃດເກີດຂຶ້ນກັບຕົນເອງ ຢ່າງໜ້ອຍກໍມີຜູ້ທີ່ຮັບຮູ້ແລະເຫັນເຫດການນຳ. ກໍ
ເປັນດັ່ງທີ່ຄາດໄວ້ບໍ່ຜິດ ນັບແຕ່ກັບມານອນຢູ່ກອງຄະດີກໍປະກົດວ່ານອນຫຼັບສບາຍ ບໍ່ໄດ້ຄຶດຮ່ວງໜ້າຮ່ວງຫຼັງເໝືອນຕອນກັບເມື່ອນອນຢູ່ບ້ານ.
ທີ່ກອງຄະດີເມືອງຈັນທະບູຣີ, ນົກໂທດອະດິດຕຳຣວດທີ່ຍຶດເອົາຣົດຈັກພໍ່ຂອງນາຍສົມພອນເອົາໄປຂາຍນັ້ນກໍຖືກສົ່ງກັບຄືນຖິ່ນເກົ່າຂອງພວກເຂົາ
ໃນເວລາຕໍ່ມາພາຍຫລັງປືດກັກຂັງຢູ່ທີ່ນັ້ນ 90 ມື້. ລຸງຄຳກ້ອນຍັງມອບໝາຍໃຫ້ຂ້າພະເຈົ້າເປັນຜູ້ຮັບຜິດຊອບສະບຽງອາຫານຂອງກັນໂທດແລະຕຳ
ຣວດຄືນຄືເກົ່າຫລັງຈາກກັບຄືນມາຢູ່ໃນກອງຄະດີນີ້, ພໍແຕ່ຂ້າພະເຈົ້າກັບຄືນມາພວກນັກໂທດຕ່າງກໍດີໃຈເພາະໄດ້ກິນອາຫານດີຂຶ້ນກ່ອນສອງສາມ
ອາທິດຜ່ານມາຕອນທີ່ຂ້າພະເຈົ້າກັບຄືນສູ່ຄອບຄົວ. ພວກນັກໂທດເລົ່າສູ່ຟັງວ່າກິນແກງໝາກຝັກໃສ່ຍຳຕ່ອນເລືອດ (ຕ່ອນເລອດບໍ່ເປັນຮອດຕ່ອນ
ເພາະມັນໝຸ່ນ) ສາມມື້ສີ່ມື້ລຽນກັນ ເຂົ້າກໍຫຸງບໍ່ສຸກ ຣົຊາດກໍບໍ່ເປັນຕາ...ຈັກດີ້. ທີ່ຜ່ານມາ ຫາກມື້ໃດວັນໃດທາງເຈົ້າໜ້າທີ່ຫລືກອງຫລອນຍຶດເອົາຊີ້ນ
ຈະເປັນງົວ ຄວາຍ ຫຼືໝູ ທີ່ປະຊາຊົນຂ້າໄປຂາຍຢູ່ຕລາດແຕ່ບໍ່ໄດ້ແຈ້ງອຳນາດການປົກຄອງນັ້ນ ຂ້າພະເຈົ້າຈະເອົາເງິນມາຈ່າຍຫຼືມາຊື້ຊີ້ນເຫຼົ່ານັ້ນໃນຣາ
ຄາທີ່ຣັດວາງອອກ ແລ້ວເອົາມາເຮັດເປັນຊີ້ນແຫ້ງເອົາໄວ້ເຮັດເອາະເຮັດປົ່ນສູ່ນັກໂທດແລະຕຳຣວດກິນ ແລະກໍໄດ້ມອບເງິນຄ່າຊີ້ນເຫຼົ່ານັ້ນໄວ້ກັບລຸງຄຳ
ກ້ອນເພື່ອເອົາໄວ້ສົ່ງຄືນເຈົ້າຂອງຊີ້ນຫາກພວກຂະເຈົ້າກັບມາທວງເອົາ ( ແຕ່ບໍ່ເຫັນມີໃຜກັບມາທວງເອົາຈັກຄົນ ). ສ່ວນຫລາຍນັກໂທດຢູ່ກອງຄະດີນີ້
ເປັນຄົນຢູ່ໃນເມືອງຈັນທະບູຣີນີ້ໝົດ ທາງຄອບຄົວແລະຍາດພີ່ນ້ອງຂອງຂະເຈົ້າກໍມາສົ່ງເຂົ້າສົ່ງນ້ຳແມ່ວ່າທຸກໆວັນ. ມີນັກໂທດທີ່ມາແຕ່ຕ່າງເຂດແລະ
ບໍ່ມີຍາດມາສົ່ງເຂົ້າກໍພຽງຈຳນວນໜ້ອຍແລະບໍ່ເປັນການເສັຍງົປະມານສູງປານໃດ ແຕ່ຂ້າພະເຈົ້າກໍຈັດແຕ່ງປ່ຽນອາຫານແຕ່ລະວັນແລະພະຍາຍາມບໍ່
ໃຫ້ຊ້ຳກັນຫລາຍຖ້າບໍ່ມີຄວາມຈຳເປັນ. ພວກນັກໂທດຊາວວຽດນາມແລະຊາວຈີນແມ່ນພວກຂະເຈົ້າບໍ່ມັກອາຫານລາວເຮົາຢູ່ແລ້ວ ຂ້າພະເຈົ້າຈຶ່ງຈັດ
ໃຫ້ແມ່ຄົວ ( ແມ່ຄົວອາສາສມັກທີ່ເປັນນັກໂທດຊາວວຽດນາມຫລືຈີນ ) ມາຄົວອາຫານປະເພດຖອດໆຂົ້ວໆໃຫ້ພວກຂະເຈົ້າ ແຕ່ກໍບໍ່ເສັຍງົບພໍປະມານ
ເພາະຄອບຄົວແລະຍາດພີ່ນ້ອງເອົາອາຫານການກິນມາສົ່ງບໍ່ຂາດແຕ່ລະຄາບ.
Anonymous wrote:ອິດສາເຈົ້າເດນໍ ຈັ່ງແມ່ນຂັດເອົາປານ ລູກຄຸນໜູສູ່ມື້ນີ້ ກ່ອນຊິໄດ້ຮຽນໂຮງຮຽນນາຍຮ້ອຍ ສ່ວນຫຼາຍແມ່ນໄດ້ເສຍເງິນຈ້າງເດີຮຽນຈົບແລ້ວຕ້ອງໄດ້ຈ້າງອີກ ຖ້າບໍ່ຢາກໄປຕາມທີ່ຖືກສັບຊ້ອນສ່ວນຫຼາຍມັນກະຈ້າງເໝີດຫັ້ນແລ້ວ ໃຜກະຢາກຢູ່ໃນເມືອງ ຢາກມີໂອກາດ ຢາກສະບາຍສັງຄົມເລີຍເປັນສັງຄົມທີ່ມີແຕ່ການເຫັນແກ່ຕົວ ມາກ່ອນໝູ່ເໝິດຄຸນນະພາບຂອງວຽກຕ່ຳ ຍາດກັນຢູ່ຍາດກັນກິນ ບໍ່ແມ່ນແຂ່ງຂັນກັນເຮັດວຽກຄະດີກະຈອກກະຈອກກະບໍ່ແລ້ວຕາມເວລາອັນຄວນຄັນມັນໄດ້ສອບສວນຍາມໃດລະ ແມ່ນກິນເວລາເປັນຊົ່ວໂມງ ຖາມຄຳຖາມກັບໄປວົນມາຢູ່ຫັ້ນແລ້ວ ຄືຄົນຈ້ານີ້ຖາມແລ້ວຖາມອີກ ມື້ໜ້າມາບັກໃໝ່ມາ ຖາມຄຳຖາມເກົ່າຫັ້ນອີກ ຄັນແມ່ນສ່ຽວ ຫຼື ຄົນໃນຄອບຄົວ ຄືຊິອົດບໍ່ໄຫວດອກ ຢ້ານໄດ້ຮ້າຍມັນວ່າ ມຶງກິນຂີ້ມາບໍມຶງຈັ່ງຈ້າໄດ້ຈ້າດີປານນີ້ຖາມແມ່ມຶງຫຍັງຄວາມເກົ່າຫຼາຍເທື່ອແທ້ ແຕ່ວ່າ ຄວາມຈິງອາດເປັນເຕັກນິກວິຊາຫາກິນສະເພາະຕົວຂອງຕຳຫຼວດ ກະຄືເຮັດໃຫ້ເຮົາໂມໂຫ ດ່າກັບມັນຖຽງກັບມັນ ມັນຈະໄດ້ເພີ່ມຂໍ້ຫາໃສ່ເຮົາຕື່ມເປັນຈັ່ງຊີ້ ທຸກເທື່ອ ໂຕ້ຕອບໜ້ອຍໜຶ່ງມັນກະວ່າ ຂັດຂວາງການທຳງານຂອງເຈົ້າພະນັກງານບາງເທື່ອພໍຢາກວ່າ ມຶງແກ້ເສື້ອຕຳຫຼວດອອກ ດ່ຽວກັບກູໄປ່ມັນໝຶນອີ່ຫຼີໄດ໋ ເວົ້າກັບພວກນີ້ນະ
ເລັກໆນ້ອຍໆຈາກໃຈຈິງຂອງຜຸ້ຂຽນ:
ໃນຍຸກ 80 ລົງໄປ 75 ນັ້ນ ທຸກໆກະຊວງແມ່ນຕ້ອງການປັນຍາຊົນເຂົ້າປະກອບສ່ວນເປັນພະນັກງານຣັຖ, ເວົ້າຄວາມຈິງກໍພະນັກງານລັດ
ທີ່ມາແຕ່ເຂດປົດປ່ອຍຫລືເປັນຄົນຂອງອ້າຍນ້ອງຄັດເລືອກມານັ້ນ 98% ເປັນອະປັນຍາຊົນທັງນັ້ນ ແມ້ແຕ່ຫົວໜ້າພະແນກຫລືຫົວໜ້າ
ຫ້ອງການອ່ານແລະຂຽນພາສາລາວຍັງບໍ່ແຕກ. ມີຫລາຍໆຄົນທີ່ເປັນນັກສຶກສາຣຸ່ນດຽວແລະຣຸ່ນອ້າຍກັບຂ້າພະເຈົ້າທີ່ໄດ້ເປັນເຈົ້າໃຫຍ່ນາຍ
ໂຕເມື່ອຕັດສິນໃຈເຂົ້າປະກອບສ່ວນກັບການປະຕິວັດເຊັ່ນ ທ່ານຮ່ຽມ ພົມມະຈັນ ທ່ານຢົ້ງ ທ່ານສົມອົກ ກິ່ງສະດາ ທ່ານ ບົວສອນ ອະດີດ ນຍ
ທ່ານບຸນຈັນ ແລະ ທ່ານ ຄຳຫຼ້າ ຈັນທະວົງ ແລະຫລາຍໆທ່ານອື່ນອີກ, ເພາະຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຜູ້ທີ່ມີການສຶກສາແລະເຕັມປ່ຽມໄປ
ດ້ວຍຄຸນສົມບັດທີ່ສອດຂ່ອງກັບການປະຕິວັດ ສນັ້ນບຸກຄົນທີ່ກ່າວມານີ້ຕ່າງກໍຖືກອຳນາດການປົກຄອງແຕ່ລະກະຊວງໄດ້ອະນຸມັດວຽກງານໃຫ້ໃນ
ຍຸກຂັບຂັນຍຸກນັ້ນ. ຖ້າຈະອາສັຍຄົນທີ່ທາງພັກລັດເລືອກມາແຕ່ເຂດປົດປ່ອນເກົ່ານັ້ນແມ່ນວຽກງານທຸກໆກະຊວງຈະເດີນໄປຂ້າງໜ້າບໍ່ໄດ້,
ມີພະນັກງານທີ່ມາແຕ່ເຂດປົດປ່ອຍໄດ້ພິຈາຣະນາຕົນເອງດ້ວຍການຫັນໂຕເອງກັບຄືນຖິ່ນເດີມຂອງຂະເຈົ້າ ເພາະທົນຕໍ່ຄວາມອັບອາຍບໍ່ໄດ້
ທີ່ທຳງານບໍ່ລ້ອນໜ້າທີ່ຍ້ອນບໍ່ມີຣະດັບການສຶກສາທຽບເທົ່າກັບຄົນຢູ່ເຂດປົກຄອງຂອງອະດີດຣັຖະບານວຽງຈັນ. ການທີ່ທາງພັກລັດອະນຸມັດ
ໜ້າທີ່ການງານໃຫ້ຜູ້ທີ່ມີການສຶກສາໃນຍຸກນັ້ນແມ່ນການເລັ່ງລັດຂອງພັກລັດເພື່ອດຶງເອົາຜູ້ທີ່ມີຄວາມສາມາດເຂົ້າມາປະກອບສ່ວນເພື່ອໃຫ້ທັນກັບ
ຄວາມຕ້ອງການ, ຖ້າຈະລໍຖ້ານັກຮຽນນັກສຶກສາທີ່ທາງພັກລັດສົ່ງໄປຝຶກຝົນເພື່ອເປັນບຸກຄະຣະກອນມານັ້ນຕ້ອງໃຊ້ເວລາຢ່າງຕ່ຳສອງຫາສີ່
ປີກ່່ອນຈະຈົບຫຼັກສູດແຕ່ລະວິຊາສະເພາະ. ຍຸກນັ້ນເປັນຍຸກຫົວລ້ຽວຫົວຕໍ່ ຣັຖະບານຫຼືພັກລັດມີຄວາມຕ້ອງການພະນັກງານຣັຖທີ່ມີການສຶກສາ
ແລະມີຄວາມສາມາດເຂົ້າປະກອບສ່ວນໃນການເຣີ່ມຕົ້ນອະນຸບູຣະນະສ້າງສາພື້ນຖານຄວາມໝັ້ນຄົງຂອງຊາດ.
ຕອນປາຍປີ 1977 ໃນເດືອນ 10 ຫາ 12 ຜູ້ຕ້ອງຫາລັກລອບໜີອອກຈາກປະເທດຫລືທີ່ສາທາຣະນະຮູ້ກັນວ່າພວກຂ້າມຟາກນັ້ນໄດ້ເຜີ້ມຈຳນວນຂຶ້ນ
ຢ່າງຫລວງຫລາຍໃນ 4 ໂຕເມືອງຂອງກຳແພງນະຄອນແລະອ້ອມແອ້ມ ເພາະໄດ້ມີພວກຕົ້ມຕຸນຢູ່ພາຍໃນປະເທດແລະຈາກສູນອົພະຍົບລາວທີ່ສູນໜອງ
ຄາຍປະເທດໄທທີ່ອ້າງຕົນເອງວ່າເປັນນັກບິນ (ຜູ້ຮັບຈ້າງພາປະຊາຊົນໜີອອກຈາກລາວເຂົ້າໄປໄທ) ນຳພາຜູ້ທີ່ຫວັງຈະພາສ່ວນຕົວຫລືຄອບຄົວລົບໜີ
ຂ້າມຂອງເຂົ້າສູ່ປະເທດໄທ, ພວກຕົ້ມຕຸນເຫຼົ່ານີ້ແມ່ນຊອກຫາເຫຍື່ອຕາມຕາມເຂດຄຸ້ມແລະທ້ອງຖິ່ນຕ່າງໆເພື່ອຫລອກຕົ້ມເອົາຊັບສິນເງິນຄຳຂອງຜູ້
ປະສົງຢາກລົບໜີຈາກປະເທດ. ບາງກຸ່ມກໍສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ຕຳຣວດແລະກອງຫລອນທ້ອງຖິ່ນ ສ່ວນຫລາຍແມ່ນຢູ່ຕາມແຄມຝັ່ງແມ່ນ້າ
ຂອງນັບແຕ່ເກົ້າລ້ຽວລົງໄປຈົນເຖິງສິມມະໂນຄວາຍແດງ ຊຶ່ງພວກຕົ້ມຕຸນເຫຼົ່ານີ້ຈະຈັດກັນເປັນຂບວນການ. ການຕົກລົງຣາຄາແລະການຈ່າຍຄ່ານຳພາ
ແມ່ນຈ່າຍກັນເປັນສອງງວດຄືງວດທຳອິດ ແມ່ນຈ່າຍເຄິ່ງນຶ່ງຂອງຣາຄາທັງໝົດຢູ່ທີ່ເຮືອນນາຍໜ້າທີ່ຢູ່ແຄມຂອງກ່ອນຈະພາລົງຂີ່ເຮືອຂ້ວາມ ແລະອີກ
ງວດທີ່ສອງແມ່ນຕົກລົງຈ່າຍພາຍຫລັງໄປເຖິງຝັ່ງໄທ. ກຸ່ມຕົ້ມຕຸນພວກນີ້ ເຂົາບໍ່ຫວັງເອົາເຕັມຣາຄາທີ່ຕົກລົງກັນໄວ້ ເອົາເອົາພຽງງວດທຳອິດເທົ່ານັ້ນ
ກໍໄດ້ເງິນມາແບ່ງປັນກັນແລ້ວ. ພວກຕົ້ມຕຸນນີ້ເມື່ອໄດ້ເງິນຈ່າຍງວດທຳອິດກໍທຳທ່າພາເຫຍື່ອຄ່ອຍໆຈອບລົງໄປຫາເຮືອທີ່ຈອດຢູ່ແຄມທ່າລໍຖ້າຢູ່ນັ້ນ ພໍ
ແຕ່ຈັດຄົນຂຶ້ນເຮືອໝົດທຸກຄົນແລ້ວ ພວກກອງຫລອນແລະເຈົ້າໜ້າທີ່ຕຳຣວດທີ່ມາລໍສກັດຈັບກຸມກ່ອນໜ້ານີ້ກໍອອກມາສແດງການຈັບກຸມຜູ້ລັກ
ລອບໜີອອກຈາກປະເທດຄາເຮືອໂລດ ແລະກໍຈັບທັງຜູ້ເປັນນາຍໜ້ານັ້ນພ້ອມ. ເຫດການດັ່ງກ່າວມານີ້ໄດ້ແຜ່ຜາຍອອກໄປທົ່ວທຸດທ້ອງຖິ່ນຈຶ່ງເປັນເຫດ
ໃຫ້ກອງຄະດີທຸກກອງເຕັມແໜ້ນໄປດ້ວຍຜູ້ຕ້ອງຫາລົບໜີອອກຈາກປະເທດ.
ທີ່ກອງຄະດີເມືອງຈັນທະບູຣີ ທາງກອງຄະດີໄດ້ແຍກຍະຜູ້ຕ້ອງຫາໜີອອກຈາກປະເທດເປັນຜູ້ຕ້ອງຫາໂທດຖານເບົາ ຈຶ່ງໃຫ້ພວກເພດຍິງແລະຄູ່ຜົວເມັຍ
ທີ່ມີລູກນ້ອຍບໍ່ໄດ້ເຂົ້າຢູ່ໃນຫ້ອງຂັງ ແລະຜູ້ຕ້ອງຫາປະເພດນີ້ຈະບໍ່ມີສານຕັດສິນໃສ່ໂທດເໝືອນຄະດີອື່ນໆ ແຕ່ພວກເຂົາຕ້ອງໄດ້ຢູ່ທີ່ກອງຄະດີນີ້ຕ່ຳສຸດ
30 ຫາ 60ວັນ ກ່ອນຈະຖືກປ່ອຍຕົວກັບບ້ານ ອັນນີ້ເປັນນະໂຍບາຍຂອງກອງຄະດີເມືອງຈັນທະບູຣີທີ່ມີຕໍ່ປະຊາຊົນຜູ້ຫລົງຜິດຄິດໜີອອກຈາກປະເທດ.
ຄວາມຝົດຟື້ນແຕ່ລະຄືນໃນກອງຄະດີທີ່ຕຳຣວດຮ່ວມກັບຜູ້ຕ້ອງຫາແມ່ນມີເປັນປະຈຳ ຫລັງຈາກການຮ່ຳຮຽນການເມືອງທີ່ຜູ້ກອງລ້ວນແລະລຸງຄຳກ້ອນ
ລົງມາເຜີຍແຜ່ໃຫ້ ແມ່ນມີການຂັບລຳ ຮ້ອງເພງ ແລະຮວ່ມສແດງລະຄອນກ້ອມຈາກເຈົ້າໜ້າທີ່ຕຳຣວດແລະຜູ້ຕ້ອງຫາຮ່ວມກັນສແດງ ມີທັງໜ່ວຍຕະ
ຫຼົກຊຶ່ງນຳສແດງໂດຍຕຳຣວດກອນແລະຕຳຣວດຕຸ້ຍ ເພາະສອງຄົນນີ້ມີຮູບຮ່າງເໝືອນກັນກັບຕຸ້ຍຈ່ອຍຕະຫຼົກຂອງຝຣັ່ງ. ແລງວັນສຸກ ແລະເສົາຈະມີ
ຮູບເງົາມາສາຍໃຫ້ເຈົ້າໜ້າທີ່ແລະນັກໂທດເບິ່ງ ໂດຍປິ່ນຈໍຮູບເງົາອອກສູ່ທາງໜ້າເດີ່ນບ້ານຂອງກອງຄະດີ ເພາະຈະມີປະຊາຊົນໃກ້ຄຽງມາຮວ່ມເບິ່ງນຳຢູ່
ນອກກຳແພງຮົ້ວໜາມໝາກຈັບທີ່ສູງປະມານ 5 ແມັດ ເພື່ອບໍ່ໃຫ້ປະຊາຊົນເຂົ້າມາປະປົນກັບຜູ້ຕ້ອງຫາ. ປະຊາຊົນຜູ້ທີ່ຕົກເປັນຈຳເລີຍໃນຂໍ້ຫາພະຍາ
ຍາມຫຼົບໜີອອກຈາກປະເທດທີ່ມາຕົກຢູ່ກອງຄະດີເມືອງຈັນທະບູຣີນີ້ສ່ວນຫລາຍແມ່ນເປັນຊາວຈີນແລະຫວຽດນາມ ຕາມທີ່ຂ້າພະເຈົ້າໄດ້ຕິດຕາມສຶບ
ຫາການເຄື່ອນໄຫວຂອງພວກທີ່ຖືກປ່ອຍຕົວອອກຈາກກອງຄະດີໄປນັ້ນ ປະກົດວ່າສ່ວນຫຼາຍແມ່ນຕັດສິນໃຈບໍ່ຍອມຫຼົບໜີອອກຈາກວຽງຈັນ ແຕ່ກໍມີ
ສ່ວນໜ້ອຍທີ່ຫຼົບໜີ ແລະກໍຖືກຈັບຕົວມາຂັງຢູ່ທີ່ກອງຄະດີອີກ, ແຕ່ຜູ້ໃດຖືກຈັບຄັ້ງທີ່ສອງແມ່ນຈະໄດ້ຖືກຂັງຍາວເຖິງ 3 ຫາ 6 ເດືອນ ແລະຍັງມີນະ
ໂຍບາຍສົ່ງໄປສູນດັດສ້າງອີກຖ້າປະຕິບັດຕົນບໍ່ດີ.
ມີຍິງສາວຄົນໜຶ່ງ ອາຍຸ 17 ປີ ໄທໜອງບອນເປັນລູກສາວຂອງອະດີດທູດລາວປະຈຳໂຕກຽວຊື່ສົມມຸດ ຕິວ (ຂໍສງວນຊື່) ຖືກຈັບມາຈາກຫາດບາຍດອນ
ຈັນທີ່ຫາທາງລອຍຂ້ວາມຂອງໄປໄທ, ພໍ່ຂອງຜູ້ກ່ຽວປືກໄປສັມະນາທີ່ສູນສັມະນາແຫ່ງໜຶ່ງຊຶ່ງບໍ່ໄກນະຄອນຫລວງວຽງຈັນ ແລະທຸກໆວັນເສົາແລະທິດແມ່ນ
ໄດ້ກັບມາບ້ານເພາະອະດີດທູດລາວຄົນນີ້ບໍ່ມີປວັດທີ່ສ້າງໂທດກັມກັບປະເທດຊາດແລະປະຊາຊົນ. ນາງຕິວຖືກນຳມາຂັງໄວ້ທີ່ກອງຄະດີເມືອງຈັນທະບູຣີນີ້
ນາງເປັນຍິງສາວໜ້າຕາດີ ແລະກໍເວົ້າພາສາຍີ່ປຸ່ນໄດ້ດິພໍສົມຄວນ ຜູ້ກ່ຽວຖືກຈັບພ້ອມກັບໝູ່ເພື່ອນຍິງອາຍຸຣຸ່ນຣາວຄາວດຽວກັນ ຣວມທັງໝົດ 4 ຄົນ
ທີ່ພາກັນລີ້ຢູ່ປ່າໄຄ້ແຕ່ຕອນສວາຍລົງໄປຫຼີ້ນຫາດດອນຈັນ. ຍິງສາວທັງ 4 ຄົນນີ້ພາກັນຮ້ອງໄຫ້ຢູ່ເມື່ອຖືກຂູ່ຍາກອ້າຍນບຸນຮຽງວ່າຈະເອົາເຂົ້າຫ້ອງຂັງຈົນ
ນັ້ນແຊວໆໄປທົ່ວກອງຄະດີ ໃນທີ່ສຸດອ້າຍບຸນຮຽງກໍບອກວ່າຢອກຫລີ້ນຊື່ໆ ບໍ່ເອົາເຂົ້າຫ້ອງຂັງດອກຖ້າວ່າບໍ່ເປັນເດັກເກເລ. ຖ້າຜູ້ຍິງອາຍຸຕ່ຳກ່ວາ 18 ປີ
ຈະຖືກດັດນິສັຍຢູ່ກອງຄະດີ 4 ອາທິດຢ່າງສູງ ຖ້າມີພໍ່ແມ່ມາຮັປະກັນເອົາແມ່ນປ່ອຍໃຫ້ກັບບ້ານຫລັງສອງອາທິດ. ແຕ່ພໍ່ແມ່ຂອງນາງຕິວໄດ້ມາພົບກັບ
ອ້າຍບຸນຮຽງຢາກຝາກກັກຂັງຍາວກັບທາງກອງຄະດີ ເພາະຢາກດັດສັນດານລູກສາວ ແລະບໍ່ຢາກໃຫ້ຖືກທາງການຈັດຕັ້ງທາງບ້ານຈັບສົ່ງນາງໄປດັດສ້າງ
ຢູ່ດອນນາງ, ທາງອ້າຍບຸນຮຽງຈຶ່ງໄດ້ປຶກສາກັບຄນະກອງແລະຕ່າງກໍເຫັນດີທຳຕາມຂໍ້ສເນີຂອງຜູ້ປົກຄອງຂອງຍິງສາວຄົນນັ້ນ. ໝູ່ຂອງຜູ້ກ່ຽວ 3 ຄົນນັ້ນ
ຖືກພໍ່ແມ່ມາປະກັນອອກໄປໝົດແລ້ວຫລັງຈາກ 3 ອາທິດ ເຫຼືອແຕ່ນາງຕິວທີ່ຍັງຢູ່ໃນກອງຄະດີນີ້ ເພາະຜູ້ປົກຄອງໄດ້ມາຝາກກັບກອງຄະດີຕໍ່ໜ້າຜູ້ເປັນ
ລູກສາວແລະເຈົ້າພະນັກງານຂອງກອງຄະດີໂດຍບໍ່ມີກຳໜົດເວລາທີ່ຈະປ່ອຍໃຫ້ກັບບ້ານ ຕາບໃດບໍ່ປ່ຽນນິສັຍທີ່ຈະຫຼົບໜີຈາກຄອບຄົວ ແລະໄປຕິດກັບໝູ່
ຄູ່ທີ່ເກເລ. ທາງພໍ່ແມ່ຂອງຜູ້ກ່ຽວໄດ້ມອບສິດໃຫ້ອ້າຍບຸນຮຽງເປັນຜູ້ມີສິດເຕັມສະເໝືອນຜູ້ປົກຄອງຂອງນາງໂດຍບໍ່ໃຫ້ມີຄວາມເກງໃຈ ທາງອ້າຍບຸນຮຽງ
ກໍຮັບປາກຈະເບິ່ງແຍງແລະດັດສ້າງແນວຄິດຂອງຍິສາວຄົນນີ້ກັບຜູ້ປົກຄອງຂອງຜູ້ກ່ຽວ.
ບໍ່ໜ້າເຊື່ອເປັນຫຍັງພໍ່ແມ່ຂອງນາງຕິວຈຶ່ງໄວ້ວາງໃຈແລະປະປ່ອຍໃຫ້ລູກສາວຂອງຂະເຈົ້າໃຫ້ຢູ່ພາຍໃຕ້ກັາດູແລຂອງກອງຄະດີ ແລະຍິ່ງໄປກ່ອນນັ້ນ
ແມ່ນໄດ້ມອບໝາຍໃຫ້ອ້າຍບຸນຮຽງເປັນຜູ້ມີສິດສະເໝືອນດັ່ງຜູ້ປົກຄອງຄົນໜຶ່ງຂອງລູກສາວຂເຈົ້າ, ບໍ່ແມ່ນຂ້າພະເຈົ້າອິດສາຫຍັງດອກ ເພາະໃນ
ຕອນໜັ້ນຂ້າພະເຈົ້າກໍມີຜູ້ໝາຍປອງຄອງໃຈຢູ່ແລ້ວ ໜ້າຕາແລະກິຣິຍາມາຣະຍາດດີກ່ວານາງຕິວນີ້ອີກ ແລະກໍກຳລັງຮຽນຢູ່ແພທສາດອີກ. ເບື້ອງ
ຕົ້ນອ້າຍບຸນຮຽງກໍປ່ອຍໃຫ້ນາງຕິວໃຊ້ຊິວິດປະຈຳວັນໄປຕາມແບບສບັບຂອງຜູ້ຕ້ອງຫາໃນຄະດີດຽວກັນ ມີການຮ່ຳຮຽນການເມືອງ ແລະອອກແຮງ
ງານທຳຄວາມສອາດຂ້າງໃນບໍຣິເວນເຂດກອງຄະດີ ຊ່ອຍອ້າຍເອື້ອຍລ້ຽງໃນເຮືອນຄົວ ດັ່ງນີ້ເປັນຕົ້ນ. ທຸກໆວັນເສົາແລະທິດ ອ້າຍຮຽງໄດ້ພານາງຕິວ
ໄປຫາພໍ່ແມ່ແລະນ້ອງທີ່ບ້ານເປັນປະຈຳ ຂ້າພະເຈົ້າກໍໄປນຳສອງສາມເທື່ອເພື່ອຢາກໄປເຫັນສະພາບການຢູ່ກິນຂອງຄອບຄົວອະດີດທ່ານທູດແຫ່ງຣາຊ
ອານາຈັກລາວປະຈຳຍີ່ປຸ່ນ, ເຮືອນຂອງເພິ່ນກໍເປັນເຮືອນວິນລາຊັ້ນດຽວ ເປັນວິນລາຝາປະທາຍດິນຈີ່ຢູ່ທາງບ້າງຕິດກັບໂຮງງານຢາສູບສີຣິວຽງຄຳທີ່
ໜອງບອນ. ວິນລາຫລັງນີ້ກ້ວາງຂວາງດີມີ 4 ຫ້ອງນອນ ມຸງດິນກະເບື້ອງແລະມີກຳແພງອ້ອມຈອດທັງສີ່ດ້ານ ແລະມີປະຕີປິດທາງເຂົ້າເດີ່ນບ້ານຢູ່
ທາງໜ້າບ້ານທີ່ມີທາງອອກສູ່ຖນົນໜອງບອນທີ່ປູດ້ວຍຄອນກຣີດ. ທຸກຢ່າງກໍສົມເປັນບ້ານຂອງຜູ້ທີ່ມີອຳນາດເຕັມແທນຣັຖະບານລາວປະຈຳຍີ່ປຸ່ນ
ແລະພໍ່ແມ່ຂອງນາງຕິວກໍເປັນຄົນບໍ່ຖືກຽດຖືຍົດ ເຂົ້າກັບຄົນທົ່ວໄປໄດ້ດີ, ຕາມທີ່ຮັບຊາບມາ ບ້ານເຮືອນວິນລາຫລັງເພິ່ນອເສັຍຢູ່ນີ້ແມ່ນເປັນເຮືອນ
ທີ່ພໍ່ແມ່ຂອງເພິ່ນປູກໃຫ້ແຕ່ກ່ອນເພິ່ນເປັນທ່ານທູດພຸ້ນເພື່ອເປັນຂອງຂັວນໃຫ້ລູກຊາຍແລະລູກໄພ້ທີ່ພາກັນຈົບກົດໝາຍມາແຕ່ປະເທດຝຣັ່ງເສສ.
ເມື່ອກັບມາແຕ່ຝຣັ່ງຜູ້ຜົວກໍໄດ້ການເຮັດຢູ່ທີ່ກະຊວງການຕ່າງປະເທດ ຜູ້ເມັຍເປັນອາຈານສອນຢູ່ກົດໝາຍ (IRDA) ວຽງຈັນ, ຢູ່ຕໍ່ມາແມ່ຂອງນາງ
ຕິວໄດ້ລາອອກຈາກການເປັນອາຈານສອນຢູ່ກົດໝາຍຕອນເຣີ່ມຕົ້ນຕັ້ງທ້ອງລູກສາວກົກກໍຄືນາງຕິວນັ້ນ ເພາະທົນຕໍ່ການແພ້ທ້ອງບໍ່ໄດ້. ຢູ່ມາໃນປີ
1971 ພໍ່ຂອງນາງຕິວກໍຖືກແຕ່ງຕັ້ງໃຫ້ເປັນທູດປະຈຳໂຕກຽວ ແລະກໍພາຄອບຄົວໄປຢູ່ຍີ່ປຸ່ນຈົນເຖິງປີ 1975 ກໍຖືກໝົດກຳໜົດການເປັນທູດປະຈຳ
ໂຕກຽວແລະໄດ້ກັບຄືນປະເທດເພື່ອລໍຖ້າການສັບຊ້ອນໜ້າທີ່ອີກຄັ້ງນຶ່ງ ແຕ່ການບ້ານເມືອງກຳລັງຢູ່ໃນວາຣະຂຸ້ນຂ້ຽວ ພໍ່ຂອງນາງຕິວຈຶ່ງລາອອກຈາກ
ການເປັນຣາຊະການແລະວາງແຜນສ້າງທຸຣະກິດຄອບຄົວສ້າງໂຮງເຜາະເຫັດເຟືອງກັບຢູ້ເປັນນ້ອງສາວແລະນ້ອງຊາຍ. ພໍ່ຂອງນາງຕິວໄດ້ອາສາສມັກໄປ
ສັມະນາໃນກາງປີ 75 ແລະກໍຖືກໄປສັມະນາຢູ່ທີ່ດົງຈອງໃກ້ໆວຽງຈັນນັ້ນເອງ ເພາະສູນສັມະນາແຫ່ງນີ້ເປັນຂອງຂ້າຣາຊພານທະຫານຕຳຣວດແລະພົລະ
ເຮືອນທີ່ບໍ່ມີຄວາມຕໍ່ຊາດແລະປະຊາຊົນທີ່ພັກຣັດໄດ້ຄັດເລືອກຕາມປວັດຂອງບູກຄົນ ໄດ້ໄປນອນປະຈຳສູນແຫ່ງນີ້ແຕ່ວັນຈັນເຖິງວັນສຸກ, ເສົາທິດກັບ
ມາໃຂ້ເວລາຮສມກັບຄອບຄົວ. ການພົວພັນແລະຕິດແທດຂອງອ້າຍບຸນຮຽງແລະຄອບຄົວຂອງພໍ່ແມ່ນາງຕິວແມ່ນນັບວັນນັບໃກ້ສິດກັນເຂົ້າເລື້ອຍໆ
ຈົນວັນໜຶ່ງເປັນວັນທິດຕອນສວາຍ ຂ້າພະເຈົ້າກັບມາແຕ່ເສັດສິ້ນພະຣະກິດສ່ວນຕົວຂ້າງນອກກໍຂຶ້ນໄປຫ້ອງນອນກໍພົບເຫັນອ້າຍບຸນຮຽງນອນຢູ່ຕຽງ
ນອນຂອງເພິ່ນແລະເອົາຫົວໜູນໝອນທີ່ຢອງຢູ່ຕັກຂອງນາງຕິວແລະໃຊ້ໃຫ້ນາງຕິວຫຼົກໜວດໃຫ້. ທັງສອງບໍ່ມີທ່າທີຕົກໝົກຕົກໃຈຫຍັງເລີຍທີ່ເຫັນ
ຂ້າພະເຈົ້າໂຜ່ໂຕເຂົ້າໄປໃນຫ້ອງນອນ, ປະຕູແລະປ່ອງຢ້ຽວຫ້ອງນອນກໍເປີດປ່າງຈ່າງຢູ ຖ້າຈະຄຶດວ່າທັງສອງຄົນຈະມີຫຍັງກັນກໍຄົງຈະບໍ່ສາມາດຄາຄະເນ
ອອກມາໄດ້ ເພາະປະຕູແລະປ່ອງຢ້ຽມຂອງຫ້ອງນອນບໍ່ໄດ້ປິດ ແຕ່ສິ່ງດຽວບໍ່ມີຕຳຣວດຊັ້ນຜູ້ນ້ອຍຄົນໃດຂຶ້ນໄປເຂົ້າຫ້ອງນອນຂອງອ້າຍບຸນຮຽງຕາມປົກະ
ຕິ ມີແຕ່ຂ້າພະເຈົ້າຄົນດຽວເທົ່ານັ້ນ. ນາງຕິວຍັງບອກຂ້າພະເຈົ້າວ່າພໍ່ແມ່ຂອງລາວເຊີນໄປກິນເຂົ້າແລງນຳເພິ່ນ ເພິ່ນຈະເຮັດແກງເຫັດເຟືອງສູ່ກິນ ແລະ
ຍັງບອກໃຫ້ໄປຊວນເອົາແຟນຂອງຂ້າພະເຈົ້າໄປນຳກັນອີກ ແລະໃນທີ່ສຸດຕອນແລງວັນນັ້ນຂ້າພະເຈົ້າແລະແຟນກໍໄປຮ່ວມກິເຂົ້າແລງຢູ່ທີ່ນ້ານຂອງນາງ
ຕິວຕາມຄວາມເຊື້ອເຊີນຂອງລາວ. ຢູ່ມາວັນໜຶ່ງຂ້າພະເຈົ້າເຈາະຖາມອ້າຍບຸນຮຽງແບບຢອກໆວ່າຄິດແນວໃດກັບນາງຕິວ? ອ້າຍບຸນຮຽງກໍຕອບອອກມາ
ແບບຖືເປັນກັນເອງວ່າຄຶດມັກຢູ່ ແຕ່ວ່າອາຍຸຫ່າງກັນເປັນສິບກ່ວາປີ ມັນຈະສົມກັນບໍ່? ອ້າຍບຸນຮຽງໂງມາຖາມຂ້າພະເຈົ້່າຄືນ ແລະກໍມາອ້ອນໃລວອນໃຫ້
ຂ້າພະເຈົ້າເປັນພໍ່ສື່ໃຫ້. ຂ້າພະເຈົ້າຈຶ່ງຖາມຄືນໄປວ່າໄດ້ບອກນາງຕິວບໍ່ວ່າອ້າຍບຸນຮຽງມັກລາວ? ອ້າຍບຸນຮຽງບອກວ່າເຄີຍເວົ້າຢອກເທື່ອໜຶ່ງແລະນາງ
ຕິວຕອບມາວ່າ ຄົນອ້າຍບຸນຮຽງມັກນ້ອງຕິວກໍຈະມັກຕອບເພາະບໍ່ມີຄວາມເສັຍຫາຍຫຍັງໝົດຖ້າຄົນຮັກກັນເພາະມັນດີກ່ວາຄົນຊັງກັນ, ອ້າຍບຸນຮຽງ
ເລົ່າສູ່ຟັງ. ພໍມີໂອກາດຂ້າພະເຈົ້າກໍຖາມນາງຕິວຕາມທີ່ອ້າຍບຸນຮຽງຮ້ອງຂໍໃຫ້ເປັນພໍ່ສື່ ຕົນເອງກໍທຳໜ້າທີ່ເປັນພໍ່ສື່ໃຫ້ອ້າຍບຸນຮຽງ ແລະກໍໄດ້ຄຳຕອບ
ຈາກນາງຕິວວ່າລາວບໍ່ປະຕິເສດໃນຄວາມຫວັງດີຂອງອ້າຍບູນຮຽງ ແຕ່ຢ້ານຈະໄປກະທົບກັບວຽກງານແລະໜ້າທີ່ການຂອງເພິ່ນ ອີກຢ່າງໜຶ່ງອາຍຸຂອງ
ນາງຕິວກໍບໍ່ທັນເຖິງກະສຽນ ແຕ່ເລື່ອງຄິວ່າອ້າຍບຸນຮຽງເປັນຄົນຂ້າແລະມີແຂ້ວຄຳທັງ 32 ເຫຼັ້ມນັ້ນນາງຕິວບໍ່ຕິ ຖ້າບໍ່ເປັນການສ້າງບັນຫາໃຫ້ໜ້າທີ່ການ
ການງານຂອງເພິ່ນນາງຕິວກໍບໍ່ສາມາດປະຕິເສດໄດ້ ເພາະນາງຕິວເວົ້າວ່າອ້າຍບຸນຮຽງດີຕໍ່ລາວທຸກຢ່າງແລະກໍສອນໃຫ້ຮູ້ຈັກຄວາມດີຄວາມຊົ່ວ ເຮັດໃຫ້
ນາງຕິວບໍ່ມີແນວຄິດຈະເຕັ້ນໂຕນໂຍນໜີເໝືອນກ່ອນທີ່ຈະຖືກຈັບມາຢູ່ແລະຮູ້ຈັກກັບອ້າຍບຸນຮຽງທີ່ກອງຄະດີນີິ້.
ຄົນເຮົາບາດຈະເອົາຈິງເອົາຈັງເຂົ້າມາແທ້ໆກ່ຽວກັບເຣື່ອງຊູ້ສາວບ່າວແພວນີ້ບາງຄົນປ່ຽນຈາກຄົນເດີມໄປເປັນຄົນໃໝ່ຊຶ່ງເມື່ອກ່ອນເປັນຄົນທີ່
ກ້າເວົ້າກ້າສເນີແຕ່ກັບກາຍມາເປັນຄົນບໍ່ມີຄວາມກ້າຫານໃນໂຕເລີຍ, ດັ່ງອ້າຍບຸນຮຽງພາຍຫຼັງທີ່ຂ້າພະເຈົ້າເປັນທູດສັນທະໄມຕຣີໃຫ້ເພິ່ນແລະ
ນາງຕິວຕາມຄວາມຮຽກຮ້ອງໃຫ້ເປັນນົກຕໍ່ໃຫ້ນັ້ນ ກັບກາຍມາເປັນຄົນອາຍບໍ່ກ້າພະເຊີນໜ້າກັບນາງຕິວເມື່ອຂ້າພະເຈົ້າບອກໃຫ້ຊາບວ່າໄດ້ໄປ
ເປັນນົກຕໍ່ໃຫ້ແລ້ວແລະກໍໄດ້ຜົນເກີນຄວາມຄາດໝາຍ ແລະໄດ້ບອກໃຫ້ອ້າຍບຸນຮຽງວ່າແຕ່ນີ້ຕໍ່ໄປຈະຕ້ອງເປັນໜ້າທີ່ຂອງເພິ່ນເອງທີ່ຈະສານ
ຕໍ່ຫຼືຈະມ້ວນມັນລົງ. ປະກົດເຫັນອ້າຍບຸນຮຽງຢາກຫຼີກໜ້າຫຼີກຕານາງຕິວຢູ່ບ່ອຍໆຈົນນາງຕິວມາຖາມວ່າເປັນຫຍັງອ້າຍບຸນຮຽງຄືຫຼີກໜ້າຫຼົບ
ຕາລາວໃນຣະຍະນີ້? ອ້າຍບຸນຮຽງ ເຖິງຈະເປັນຄົນເຜົ່າຂ້າແຕ່ໜ້າຕາກໍບໍ່ຂີ້ຮ້າຍ ເປັນຄົນໜ້າຖັ່ງດັງຄົມດີແລະເນື້ອໜັງຜີວພັນກໍບໍ່ເຖິງຂັ້ນວ່າ
ດຳແຫຼ້ເໝືອນຊົນເຜົ່າຂະມຸອື່ນໆຈົນຂ້າພະເຈົ້າອົດຖາມບໍ່ໄດ້ວ່າພໍ່ແມ່ຂອງລາວເປັນຄົນລາວຫຼືຂ້າກັນແທ້ ເພາະຜີວພັນຂອງອ້າຍບຸນຮຽງນັ້ນກໍ
ບໍ່ຕ່າງກັນພໍປະມານກັບຄົນລາວລຸ່ມທົ່ວໄປ, ຕ່າງແຕ່ລາວໃສ່ແຂ້ວຄຳໝົດທຸກເຫຼັ້ມທັງເທິງແລະທັງລຸ່ມເທົ່ານັ້ນ ແລະສຽງປານສຽງຈາລາວເປັນ
ທຳນອງຫຼືສຳນຽງສຽງເຜົ່າຂະມຸເທົ່ານັ້ນ.
ຄວາມກົດດັນທາງການເມືອງແລະເສຖະກິດເຮັດໃຫ້ ສປປ ລາວຕ້ອງພະເຊີນໜ້າກັບສົງຄາມສອງໜ້າ, ພວກກໍ່ຄວາມບໍ່ສງົບກໍເກີດຂຶ້ນຢູ່ທຸກ
ຫົນແຫ່ງທົ່ວປະເທດ ແລະເສຖະກິດຝືດເຄືອງຈົນເຮັດໃຫ້ປະຊາຊົນຂາດອາຫານການກິນ ຂາດຄວາມອົບອຸ່ນ ແລະຂາດຄວາມເຊື່ອໝັ້ນຕໍ່ການ
ນຳພາຂອງພັກ-ລັດ ເມື່ອປະເທດໄທປະກາດປິດປະຕູຊາຍແດນກັບ ສປປ ລາວ. ຄວາມຂາດແຄນທາງດ້ານສະບຽງອາຫານກາຍເປັນພັຍວິບັດ
ອັນຮ້າຍແຮງ ໃນປາຍປີ 77 ຕໍ່ໃສ່ຕົ້ນປີ 78 ທີ່ເປັນບໍ່ເກີດໃຫ້ຄົນທີ່ຂາດແຕນກັບກາຍມາເປັນມິດສາຊີບປຸ້ນກິນລັກກິນຈົນເປັນເຫດໃຫ້ຣັຖະ
ບານຕ້ອງໃຊ້ມາຕະການກວາດລ້າງພວກມິສາຊີບເຫຼົ່ານັ້ນໃຫ້ອອກຈາກສັງຄົມໄປດ້ວຍວິທີການສົ່ງຈຳພວກຄົນເຫຼົ່ານັ້ນໄປດັດສ້າງຢູ່ດອນທ້າວ
ດອນນາງ. ຄວາມແຕກຕື່ນຂອງປະຊາຊົນຫົ່ວປະເທດທີ່ບໍ່ມີຄວາມເຊື່ອໝັ້ນການປົກຄອງຂອງຣັຖະບານປະສົມປະສານກັບຜູ້ກຳອຳນາດຕາມ
ແຕ່ລະຂັ້ນແລະຢູ່ຕາມພື້ນຖານຂອງແຕ່ລະທ້ອງຖິ່ນໄດ້ໃຊ້ອຳນາດທີ່ຕົນມີມາຂົ່ມຂູ່ປະຊາຊົນ ຈຶ່ງເປັນເຫດໃຫ້ພວກທີ່ຖືກກົດຂີ່ເຫຼົ່ານັ້ນພາກັນ
ຫຼົບຍໜີອອກນອກປະເທດ.
ຣັຖະບານຍີ່ປຸ່ນຍັງບໍ່ຢຸດເຊົາເຣື່ອງກໍຣະນີປຸ້ນຂົ່ມຂືນແລະຂ້າຄູ່ຜົວເມັຍທູດຂອງເຂົາປະຈຳ ສປປ ລາວ ເຖິງຈະປະກາດປິດສະຖານທູດຊົ່ວຄາວຢູ່
ທີ່ວຽງຈັນ ແລະໄປເປີດສະຖານທູດຍິປຸ່ນປະຈຳ ສປປ ລາວ ທີ່ບາງກອກ ປະເທດໄທ. ທາງຣັຖະບານຫຼືສະຖານທູດຍີ່ປຸ່ນໄດ້ປະກາດເງິນຣາງວັນ
ຈຳນວນໜຶ່ງໃຫ້ຜູ້ທີ່ໃຫ້ເບາະແສທີ່ລີ້ຊ່ອນແລະການຈັບກຸມຂອງຄົນຮ້າຍ ອອກມາເປັນທາງການ ຈະເປັນພາກສ່ວນຣັດຫຼືເອກະຊົນກໍຕາມທາງ
ຍີ່ປຸ່ນຍິນດີມອບເງິນຣາງວັນນຳຈັບນັ້ນໃຫ້ພາຍຫຼັງທີ່ຄົນຮ້າຍຖືກຈັບຕົວ. ຣັຖະບານຍີ່ປຸ່ນຍັງປັກໃຈໃສ່ເຫດຮ້າຍທີ່ເກີດຂຶ້ນມານັ້ນ ອາດມີການ
ເມືອງເຂົ້າມາແຊກຊຶມ ເພາະຍີ່ປຸ່ນເປັນປະເທດພັນທະມິດອັນໃກ້ສິດກັບສະຫະຣັດຊຶ່ງ ສປປ ລາວຖືວ່າເປັນສັຕຣູນ້ຳເບີໜຶ່ງຂອງລາວ. ຣັຖະ
ບານລາວໃນຣະຍະນັ້ນ ( ປີ 76 ) ຂາດຄວາມໄວ້ເນື້ອເຊື່ອໃຈຣັຖະບານຍີ່ປຸ່ນ ເມື່ອເຈົ້າໜ້າທີ່ທະຫານ ສປປ ລາວຈັບນັກຂ່າວທີ່ເປັນຄົນຍີ່
ປຸ່ນໄດ້ພ້ອມກັບພວກກູ້ຊາດຈຳນວນໜຶ່ງຢູ່ພາກໃດ້ຂອງລາວ. ນັກຂ່າວຊາວຍີ່ປຸ່ນຄົນນັ້ນໄດ້ລັກລອບເຂົ້າມາທຳຂ່າວໃນລາວກັບພວກກູ້ຊາດທີ່
ມາແຕ່ປະເທດໄທທີ່ມາເຂື່ອນໄຫວຢູ່ພາກໃຕ້ຂອງລາວ ດ້ວຍເຫດກໍຣະນີນີ້ທາງເຈົ້າໜ້າທີ່ລາວຈຶ່ງຍື່ນສານປະທ້ວງສະຖານທູດຍີ່ປຸ່ນສືບມາເປັນ
ເນື່ອງນິດ ແລະພະຍາຍາມຕັດທາງການທູດກັບຍີ່ປຸ່ນຖ້າຫາກຍີ່ປຸ່ນບໍ່ຮັບຜິດຊອບຕໍ່ກໍຣະນີທີ່ນັກຂ່າວຍີ່ປຸ່ນເຂົ້າປະເທດແບບຜິດກົດໝາຍ. ຍີ່
ປຸ່ນປະຕິເສດວ່າບໍ່ມີຄວາມພົວພັນກັບນັກຂ່າວຊາວຍີ່ປຸ່ນຄົນນັ້ນ ແລະຜູ້ກ່ຽວກໍບໍ່ໄດ້ເປັນນັກຂ່າວຂອງຝ່າຍທາງຣັດ ເປັນນັກຂ່າວຂອງອົງກອນ
ການຂ່າວເອກະຊົນອົງກອນໜຶ່ງຈາກເມືອງ ກຽວໂຕ ປະເທດຍີ່ປຸ່ນ, ທາງສະຖານທູດຍີ່ປຸ່ນໄດ້ຫວິ້ງເຕັ້ນປະກັນຕົວເອົານັກຂ່າວຄົນນີ້ເພື່ອບໍ່ໃຫ້
ຖືກສານປະຊາຊົນລາວຕັດສິນໂທດນັ້ນກໍຍ້ອນນັກຂ່າວຄົນນີ້ເປັນປະຊາຊົນຊາວຍີ່ປຸ່ນຄົນໜຶ່ງເທົ່ານັ້ນ. ເຫດການສຍອງຂ້ວນເກີດຂຶ້ນນັ້ນ ໄດ້
ເກີດຂຶ້ນໃນຖ່າມກາງການເຈຣະຈາຣະຫວ່າງຣັຖະບານຂອງສອງປະເທດທີ່ຍັງບໍ່ທັນຕົກແຕກກັນໄດ້ ຈຶ່ງເປັນຕົ້ນເຫດໃຫ້ທາງຍີ່ປຸ່ນປັກໃຈເຊື່ອວ່າ
ຣັຖະບານລາວອາດຢູ່ເບື້ອງຫລັງເຫດຮ້າຍທີ່ເກິດຂຶ້ນກັບຄູ່ຜົວເມັຍທູດຍີ່ປຸ່ນນັ້ນ. ທາງກະຊວງການຕ່າງປະເທດແລະກະຊວງພາຍໃນໄດ້ສົມທົບ
ກັນຍົກຣະດັບຄະດີການສັງຫານທູດຍີປຸ່ນນີ້ຂຶ້ນມາອີກຄັ້ງໜຶ່ງເພື່ອສະແດງຄວາມປອດໃສຂອງຣັຖະບານລາວບໍ່ມີສ່ວນກ່ຽວຂ້ອງຫລືພົວພັນກັບ
ຄະດີຄາຕະກັມຄະດີນີ້ ຈຶ່ງໄດ້ຂໍຄວາມຮ່ວມມືກັບໜ່ວຍສືບສວນພິເສດຈາກຫວຽດນາມ ແລະ ເຢັຍຣະມັນຕາເວັນອອກ ເຂົ້າມາຊ່ວຍສືບສວນຫາ
ຄົນຮ້າຍຜູ້ກໍເຫດ ເພາະອາສັຍເຈົ້າໜ້າທີ່ສືບສວນລາວກໍມີຄວາມຄືບໜ້າຍັງປ່ອຍໃຫ້ຄົນຮ້າຍລອຍນວນຢູ່. ຂ້າພະເຈົ້າເຄີຍສເນີຕໍ່ກອງປະຊຸມຢູ່
ຂັ້ນເມືອງກ່ຽວກັບການນຳຈັບຄົນຮ້າຍຄະດີຄາຕະກັມທູດຍີ່ປຸ່ນນັ້ນຕລອດ ແຕ່ອາດເພາະຂ້າພະເຈົ້າເປັນເຈົ້າໜ້າທີ່ຜູ້ນ້ອຍແລະຂັ້ນເມືອງເທົ່ານັ້ນ
ພວກຣະດັບຂັ້ນກອງບັນຊາການຕຳຣວດແຫ່ງຊາດຈຶ່ງບໍ່ເອົາຄຳເຫັນຂອງຂ້າພະເຈົ້າໄປຄົ້ນຄ້ວາແລະຕຶກຕອງ. ຂໍ້ສເນີຂອງຂ້າພະເຈົ້ານີ້ເປັນຄຳ
ຫລາຍກ່ວາ ເພາະສເນີໃຫ້ພາກັນມາຕັ້ງຄຳຖາມຂຶ້ນແລ້ວຈັ່ງຄ່ອຍພາກັນມາຊ່ອຍກັນອອກຄຳຕອບ ຫຼືຫາຄຳຕອບທີ່ຖືກຕ້ອງເພື່ອບໍ່ເປັນການ
ເສັຽເວລາ ແລະເປືອງງົບໄປເປົ່າດາຍທີ່ໃຊ້ໃນການສືບສວນຫາຄົນຮ້າຍເຫຼົ່ານັ້ນ. ຂ້າພະເຈົ້າຕັ້ງຄຳຖາມອອກມາຖາມທີ່ກອງປະຊຸມນັ້ນວ່າ: ເຊື່ອ
ໄດ້ແນວໃດວ່າພວກຄົນຮ້າຍນັ້ນຍັງຢູ່ພາຍໃນປະເທດນີ້? ພວກເຂົາຈະຢູ່ໃຫ້ຖືກຈັບຫວາທັງໆທີ່ປະຊາຊົນລາວຕ່າງກໍພາກັນໜີອອກຈາກປະເທດ
ແລະປະເທດເພື່ອນບ້ານກໍບໍ່ມີນະໂຍບາຍທີ່ຈະສົ່ງຊາວລາວທີ່ຫລັ່ງໄຫລເຂົ້າປະເທດເຂົາຄືນໃຫ້ຣັຖະບານລາວເຮົາອີກ. ພວກຄົນຮ້າຍນັ້ນນັ້ນຢູ່ທີ່
ສູນອົພະຍົບລາວສູນໃດສູນໜຶ່ງໃນປະເທດໄທພຸ້ນແລ້ວກໍເປັນໄດ້, ທາງທີ່ດີພວກເຮົາຄວນແຈ້ງໄປຍັງຣັຖະບານຍີ່ປຸ່ນດ້ວຍຄວາມເປັນຈິງວ່າພວກ
ເຮົາບໍ່ສາມາດນຳຈັບຄົນຮ້າຍໄດ້ເພາະພວກເຂົາໜີອອກນອກປະເທດແລ້ວ.
ປະເທດຍີ່ປຸ່ນໄດ້ຕັດການຊ່ວຍເຫຼືອ ສປປ ລາວທຸກຢ່າງພາຍຫລັງປະກາດປິດສະຖານທູດຂອງປະຈຳວຽງຈັນຊົ່ວຄາວແຕ່ບໍ່ມີກຳໜົດ, ຄຽງຂ້າງກັບ
ຍີ່ປຸ່ນກໍມີອິນເດັຍ, ຝຣັ່ງ, ອັງກິດ ແລະສະຫະຣັດທີ່ປະກາດຢຸດການຊ່ວຍເຫຼືອທຸກຢ່າງແກ່ລາວເໝືອນກັນ ແລະຍິ່ງໄປກ່ອນນັ້ນແມ່ນປະເທດໄທທີ່
ໄດ້ປິດດ່ານຊາຍແດນທຸກດ່ານທີ່ເສື່ອມຕໍ່ກັບລາວ ແລະງົດການສົ່ງສິນຄ້າທຸກປະເພດເຂົ້າລາວ. ເນື່ອງໃນກໍຣະນີດັ່ງກ່າວມານີ້ ຈຶ່ງເປັນເຫດໃຫ້ເສຖະ
ກິດແລະການຄອງຊີບໃນລາວຕົກຢູ່ໃນວາຣະທີ່ຝືດເຄື່ອງທີ່ສຸດ, ເຄື່ອງອຸປະໂພກແລະບໍຣິໂພກໄດ້ຂາດຕລາດ ຊຶ່ງໃນນັ້ນແມ່ນສະບຽງອາຫານເປັນປັດ
ໃຈສຳຄັນທີ່ເຮັດໃຫ້ຣັຖະບານ ສປປລາວຕ້ອງພະເຊີນກັບວິກິດມັນໜັກໜ່ວງທີ່ບໍ່ສາມາດໃຫ້ຄວາມອົບອຸ່ນແກ່ປະຊາຊົນນັບແຕ່ປົດປ່ອຍປະເທດມາ.
ປະຊາຊົນທີ່ອາສັຍຢູ່ໃນ 5 ໂຕເມືອງໃຫຍ່ເຊັ່ນ ຫຼວງພຣະບາງ, ວຽງຈັນ, ທ່າແຂດ, ສວັນນະເຂດ ແລະ ປາກເຊ ທີ່ພົບກັບພັຍອຶດຢາກຈົນເປັນເຫດ
ໃຫ້ເກີດມີການປຸ້ນຈີ້ ຂ້າເຈົ້າເອົາຂອງ ຣະບາດຂຶ້ນໃນ 5 ຕົວເມືອງໃຫຍ່ນີ້, ປະຊາຊົນໄດ້ຂາດສັທາໃນການບໍຣິຫານປະເທດຊາດຂອງພັກປະຊາຊົນປະ
ຕິວັດລາວ ທີ່ກຳລັງດຶງແກ່ເອົາປະເທດລົງສູ່ຄວາມອຶດຫີວ. ດ້ວຍເຫດການຄ່າຄອງຊີບຝືດເຄືອງຈຶ່ງເປັນຜົນໃຫ້ປະຊາຊົນພາກັນແຕກຕື່ນແລະຊອກ
ຫາຊ່ອງທາງເພື່ອເອົາຊິວິດລອດ ຈຶ່ງພາກັນຫຼົບໜີອອກຈາກປະເທດເປັນບັ້ນສອງພາຍຫລັງພວກທີ່ຫຼົບໜີຍ້ອນພັຍການເມືອງ. ພັຍເສຖະກິດໄດ້
ກໍ່ເກີດໃຫ້ມວນປະຊາຊົນທຸກເພດວັຍຫລັ່ງໄຫລກັນເຂົ້າໄປຫຼົບພັຍຢູ່ທີ່ປະເທດໄທແລະຫວັງໄປສ້າງຊີວິດໃໝ່ຢູ່ປະເທດທີສາມຈົນເປັນເຫດໃຫ້ນະຄອນ
ຫຼວງວຽງຈັນແລະ 4 ໂຕເມືອງຕາມແຄມແມ່ຂອງຕ້ອງເປັນເມືອງທີ່ເປົ່າແປນມວນຊົນໄປຫລາຍພໍສົມຄວນ. ສະບຽງອາຫານທີ່ບັນເທົາຄວາມອຶດ
ຄວາມຫີວຂອງປະຊາຊົນລາວໃນວາຣະນັ້ນແມ່ນເສັ້ນໝີ່, ປາກະປັອງ ແລະ ຊີ້ນມ້າກະປັງຂອງໂຊຫວຽດເທົ່ານັ້ນທີ່ເປັນອາຫານຫຼັກຂອງຄົນລາວທົ່ວ
ໄປ ສ່ວນເຂົ້າກໍເປັນເຂົ້າຈ້າວທີ່ໝົດຄຸນະພາບຈາກຈີນແລະຄິວບາ. ບໍ່ມີສິ່ງໃດຈະສກັດກັ້ນການຫຼົບໜີຂອງປວງຊົນລາວເພາະທົນຫິວບໍ່ໄດ້, ບໍ່ວ່າພະ
ສົງອົງຄະເຈົ້າກໍຍັງພາກັນປົບໜີ ເພາະທາງພັກ-ລັດໄດ້ອອກນະໂຍບາຍໃຫ້ພະຢູ່ວັດຕ້ອງກຸ້ມຕົນເອງ, ເຖິງຈະຍິນຂ່າວການປາບປາມຂອງເຈົ້າໜ້າທີ່
ທະຫານແລະກອງຫຼອນຕໍ່ຜູ້ຫຼົບໜີ ແລະກໍເຫັນຊາກສົບຜູ້ທີ່ຖືກຍິງຕາຍໄຫຼຟູນ້ຳມາບໍ່ຂາ ກໍບໍ່ສາມາດຢັບຢັ້ງການຫຼົບໜີຂອງຝູງຊົນໄດ້ ແລະໜຶ່ງໃນ
ຝູງຊົນຊາວນະຄອນຫລວງວຽງຈັນກໍມີ ສາຍເງິນ ນັກສິລປິນບອດທີ່ມີຊື່ສຽງຂອງລາວຮ່ວມຢູ່ນຳ. ມື້ໜຶ່ງສາຍເງິນວ່າງແຜນທີ່ຈະລອຍຂ້ວາມແມ່ຂອງ
ໄປສູ່ປະເທດໄທເປັນຕອນກາງເວັນແສດໆ ແຕ່ຜູ້ກ່ຽວບໍ່ຮູ້ວ່າກອງຫລອນໄດ້ສະກົດຮອຍຕາມຫລັງຜູ້ກ່ຽວໄປ, ຕອນທີ່ສາຍເງິນຍ່າງລົງໄປສູ່ທ່ານ້ຳຫາດ
ຊາຍແຄມຂອງສີໄຄກໍມີຄົນທັນຖາມວ່າໄປໃສອ້າຍສາຍເງິນ? ຜູ້ກ່ຽວກໍຕອບແບບສງ່າຜ່າເຜີຍວ່າລົງໄປຫາອາບນ້ຳແລະລອຍນ້ຳຫຼີ້ນເພາະເປັນປີແລ້ວ
ທີ່ບໍ່ໄດ້ລົງລອຍນ້ຳຂອງຈັກເທື່ອ. ຕອນນັ້ນເປັນຣູດູນ້ຳລົງແລະແຫ້ງໄປຫລາຍເຕີບ ກ່ອນຈະຮອດແຄມນ້ຳກໍຍ່າງລົງໄປໄກພລສົວຄວນກ່ອນຈະເຖິງ, ພໍ
ລົງໄປເຖິງກໍມີົຄົນຢູ່ທ່ານ້ຳນັ້ນຫລາຍຄົນ ແລະສາຍເງິນກໍເອົາກິດຕ້າອອກມາດີດແລະຮ້ອງເພງສ້າງຄວາມຄຶກຄື້ນກັບຄົນລົງຫລີ້ນຫາດຊາຍແຄມຂອງ
ນັ້ນ. ເວລາຜ່ານໄປຈົນຕາເວັນຄອ້ຍລົງແລງ ຄົນກໍເຣີ່ມທະຍອຍກັນກັບເຄຫາ ແຕ່ເພິ່ນຜູ້ສາຍເງິນກໍຍັງປັກຫລັກຢູ່ທີ່ເດີມແລະຕອບກັບຝູງຄົນທີ່ຖາມ
ວ່າບໍ່ກັບບ້ານບໍ່? ຜຸ້ກ່ຽວຕອບໄປວ່າຍັງບໍ່ທັນຢາກກັບຂຶ້ນເມືອເມືອເທ່ືອເພາະດົນໆເປັນປີຈຶ່ງໄດ້ມີໂອກາດລົງມາ ຈະຢູ່ຫລີ້ນໃຫ້ສົມໃຈເສັຍກ່ອນ. ພໍບໍ່ໄດ້
ຍິນສຽງຄົນ ສາຍເງິນກໍເຣີ່ມຕົ້ນແກ້ໂສ້ງເສື້ອຍັດໃສ່ຖົງຢາງພ້ອມກັບກິດຕ້າແລ້ວເອົາເຊືອກມາມັດເຮັດເປັນສາຍພາຍ, ກອງຫຼອນກໍພາກັບຊຸ່ມຈອບ
ເບິ່ງຢູ່ ແລະຕໍ່ມາສາຍເງິນກໍຈັບເອົາໝາກເບັງກົງລໍ້ໃນຕີນຣົດທີ່ຜູ້ກ່ຽວຫອບລົງມານຳນັ້ນເອົາລົງໄປສູ່ແມ່ນ້ຳຂອງແລ້ວກໍເອົາເອິກແນບລົງໃສ່ກົງລໍ້ນັ້ນ
ທາງຫລັງຂອງຜູ້ກ່ຽວແມ່ນເອົາກິດຕ້າຢອງໃສ່ແລະມີສາຍພາຍບ່າຕິດເອົາໄວ້. ພໍໄດ້ຈັງຫວະກໍຢັນເອົາໂຕອອກຈາກແຄມນ້ຳໄປສູ່ແລວນ້ຳທີ່ໄຫຼລ່ອງໃຕ້.
ກອງຫຼອນສອງຄົນຂຶ້ນເຮືອຕິດຕາມສາຍເງິນທີ່ລອ່ງລອຍລົງໄປນັ້ນເພື່ອກຽວທີ່ຈະຊ່ວຍເຫຼືອຖ້າຫາກມີສິ່ງໃດເກີດຂຶ້ນ ເພາະໃຜໆກໍຮູ້ວ່າສາຍເງິນລອຍ
ນ້ຳບໍ່ຄ່ອຍຖນັດ ແລະກອງຫລອນອີກຄົນໜື່ງກໍຍ່າງຕິດຕາມລົງໄປນຳທາງຫາດຊາຍ. ປະມານເກືອບຮອດຊົ່ວໂມງໜຶ່ງ ຕີນສາຍເງິນກໍໄປຊູນຂີ້ຊາຍຢູ່
ພື້ນນ້ຳກໍຄຶດວ່າຕົນເອງໄປເຖິງຈຸດໝາຍແລ້ວ ເພາະຜູ້ກ່ຽວຖຶກແລວນ້ຳຜັດເຂົ້າວັງເວີນຈຶ່ງເປັນເຫດໃຫ້ກ້ຽວໄປວຽນມາຢູ່ບ່ອນເກົ່າເກືອບເປັນຊົ່ວໂມງ.
ຄວາມດີໃຈຂອງສາຍເງິນອາດຈະພັລະນາບໍ່ໄດ້ໃນຕອນເວລາສາຍຕີນຂອງຜູ້ກ່ຽວຢັ່ງລົງເຖິງຂີ້ຊາຍຢູ່ພື້ນນ້ຳ ຈຶ່ງຮີບຟ້າວຍ່າງກ້າວຂຶ້ນມາທາງຝັ່ງຕະຫຼິ່ງ,
ຍ່າງມາປະມານ 4-5 ນາທີກໍໄດ້ຍິນສຽງຄົນຮ້ອງໃຫ້ຢຸດ ( ເປັນສຽງຂອງກອງຫລອນ ແຕ່ເປັນພາສາໄທ ).
- ຢຸດ! ຢົກມືຂຶ້ນ ຢ່າກະດຸກກະດິກ, ມີອາວຸດ ມີຕາງ ມີທອງໄມ່? ສາຍເງິນກໍຍົກມືຂຶ້ນແລະກໍຕອບໄປວ່າ..
- ຢ່າຢິງຄຣັບ...ຜົມສາຍເງິນ..ນັກຣ້ອງດັງຈາກຝັ່ງລາວຄຣັບ...ໄມ່ມີປືນ ໄມ່ມີຕາງ ແລະໄມ່ມີທອງຫຣອກຄຣັບ...ຜົມໜີຣ້ອນມາຜຶ່ງເຢັນຄຣັບ...
ໄອ້ລາວແດງຂູດຣີດຜົມມາກ ເຂົາຢຶດເອົາຕາງແລະທອງທີ່ເປັນຂອງສ່ວນຕົວຂອງຜົມໄປເປັນຂອງສ່ວນຣວມໝົດຄຣັບ. ໝໍກອງຫຼອນຍັງເສີມ
ຄຳຖາມໄປອີກວ່າ..
- ໄມ່ຕ້ອງໂກຫົກ....ຢິນຂ່າວມາວ່າຄົນລາວຣວຍກັນທັງນັ້ນ...ມີສ້ວຍແຫວນນາລິກາເອົາອອກມາດຽວນີ້. ສາຍເງິນເລີຍບອກວ່າ...
- ຜົມນີຂອງທີ່ມີຄ່າສຳຫຣັບຜົມຢູ່ຢ່າງດຽວ ແຕ່ຫົມໃຫ້ທັ່ນໄມ່ໄດ້ຫຣອກຄຣັບ ເພາະມັນເປັນເໝືອນດັ່ງຊິວິດຈິດໃຈຂອງຜົມຄຣັບ. ທີ່ນີ່ທີ່ໄໜຄຣັບ???
ກອງຫລອນກໍອົດຫົວບໍ່ໄດ້ຈຶ່ງຫົວອອກຢ່າງແຮງໆ ແລະຍັງເວົ້າເປັນພາສາໄທວ່າ.....
- ຮ່າໆໆໆໆໆ...ທີ່ນີ້ທ່າຊຽງຢືນຄຣັບ ຄົນສາຍເງິນຄຣັບ.......ທາງສາຍເງິນກໍຕົກໃຈຈົນຫົວເຄົ່າຫຼ່ອຍແລະນັ່ງຂູ້ເຄົ່າລົງທັງຈົ່ມອອກມາວ່າ...
- ກູວ່າແລ້ວ ວ່າກູສິໄປບໍ່ມົ້ມ.......
(ຍົງມີຕໍ່)
ເບີ່ງອ້າຍສາຍເງີນຣອ້ງເພງແກ້ຂ່າວ http://www.youtube.com/watch?v=1IMDAi5f6Es
ສາຍເງິນຖືກນຳຕົວໄປທີ່ກອງຄະດີເມືອງຈັນທະບູຣີເວລາຕໍ່ມາແລະຂ້າພະເຈົ້າເອງເປັນຜູ້ສືບສວນອ້າຍສາຍເງິນໃນວັນນັ້ນ. ຂ້າະເຈົ້າຖາມວ່າເປັນຫຍັງຈຶ່ງ
ມີແນວຄິດຢາດໜີອອກຈາກຜືນແຜ່ນດິນບ້ານເກີດເມືອງນອນຂອງເຮົາ? ກໍໄດ້ຄຳຕອບອອກມາວ່າເປັນຍ້ອນເສຖະກິດພາເປັນ, ປີກາຍໄປຮ້ອງເພງຢູ່
ບ່ອນໃດວ່າຢ່າງບໍ່ໄດ້ກໍເພງໜຶ່ງສີ່ຊ້າຫ້າສິບແລະກໍມີມິດຮັກແຟນເພງໃຫ້ຄວາມອຸດໜູນຢູ່ບໍ່ຂາດ. ຮ້ອງເພງມື້ໜຶ່ງກໍມີເງິນຊື້ອາຫານກິນກຸ້ມເປັນອາທິດ
ແລະຍັງມີເງິນເຫຼືອໄວ້ເປັນເງິນກັບຍາມສຸກເສີນ, ໃຫ້ສະຫາຍອາດຍາຄຶດເບິ່ງວ່າຖ້າເຮົາຕະເວນອອກຮ້ອງເພງທຸກມື້ແລ້ວເຮົາມີເງິນທ້ອນຫອມໄວ້ຈຳນວນ
ຫລາຍພຽງໃດ ເຮົາຄິດວ່າສະຫາຍອາດຍາຄົງຈະບວກລົບຄູນຫານໄດ້. ແຕ່ວ່ານັບຕັ້ງແຕ່ປີນີ້ມາມິດຮັກແຟນເພງກໍບໍ່ມີຫລາຍເພາະເຂົາໜີໄປຢູ່ວຽງຈັນ
ສອງໝົດແລ້ວ ປະສົມກັບເສຖະກິດຫລິ່ງລົງພື້ນເຫວໝົດເລີຍ, ເຂົ້າປາອາຫານກໍຂາດຕລາດເຖິງມີກໍຕ້ອງບໍ່ໄດ້ເພາະຣາຄາມັນຜຸສູງຂຶ້ນກາຍເຝື້ອແລະ
ເມກທະລຸຈົນເກືອບຈະເຖິງດວງຈັນພຸ້ນ ເຮົາກໍບໍ່ມີປັນຍາຈະຢ້ືຈັບມາໃສ່ປາກໄດ້ແລ້ວ. ເຫດຜົນສຳຄັນທີ່ສຸດທີ່ເຮົາຕັດສິນໃຈລອຍຂ້ວາມຂອງໄປໄທແມ່ນ
ຕິດຕາມມິຮັກແຟນເພງທີ່ໄປລໍຖ້າເຮົາຢູ່ວຽງຈັນສອງພຸ້ນສະຫາຍອາດຍາເອີຍ. ທາງກອງຄະດີກໍຮູ້ວ່າສາຍເງິນບໍ່ເປັນຜິດເປັນພັຍຫຍັງໝົດຈຶ່ງບໍ່ໃຫ້ເຂົ້າຢູ່
ໃນຫ້ອງຂັງ, ສອງສາມມື້ຕໍ່ມາຜົນງານເພງທີ່ມີຊື່ວ່າ " ກອງຫຼອນອັບປີ " ຂອງສາຍເງິນກໍອອກມາສູ່ແຟນເພງທີ່ເປັນຕຳຣວດແລະນັກໂທດທີ່ກອງຄະດິ
ແຫ່ງນີ້ເປັນເທື່ອທຳອິດ. ຂ້າພະເຈົ້າຈຳໄດ້ພຽງແຖວສຸດທ້າຍຂອງຫວັກທີ່ສີ່ຂອງເພງນີ້ທີ່ວ່າ: " ກອງຫຼອນອັບປີ ເສືອກພູດພາສາໄທ " ແລະກໍເປັນຄວາມ
ເວົ້າຂອງກອງຫຼອນຊຶ່ງເຣີ່ມຕົ້ນແຕ່ຕອນທີ່ກອງຫຼອນຕະໂກນຮ້ອງໃສ່: " ຢຸດ! ຢົກມືຂຶ້ນ ຢ່າກະຕຸກກະຕິກ...ມີອາວຸດໄມ່...ມີຕາງໄມ່.." ຈົນມາຮອດບັ້ນ
ສຸດທ້າຍທີ່ສາຍເງີນປ່ອຍສຽງອຸທານອອກມາວ່າ " ກູວ່າແລ້ວ ວ່າກູສິໄປບໍ່ມົ້ມ! " ເພງນີ້ກໍເປັນເພງຮິດຂອງສາຍເງິນເພງໜຶ່ງ ແລະສາຍເງິນກໍໄດ້ເງິນນຳ
ເຈົ້າໜ້າທີ່ຕຳຣວດແລະນັກໂທດໄປຫລາຍຮ້ອຍເຕີບໃນຄັ້ງນັ້ນ. ສາຍເງິນກໍຖືກປ່ອຍຕົວອອກຫລັງຈາກ 3 ອາທິດທີ່ຢູ່ກອງຄະດີ ແລະ ສາຍເງິນຍັງປະຕິ
ຍານຕົວວ່າຈະບໍ່ຫຼົບໜີໄປທາງໃດອີກຖ້າວ່າທາງຂັ້ນເທິງຍົກໂທດໃຫ້ ແລະບໍ່ສົ່ງໄປສູນສັມະນາຫຼືສູນດັດສ້າງໃດໆ ຖ້າຈະສົ່ງໄປສັດສ້າງແທ້ໆກໍຂໍຢ່າໃຫ້ເປັນ
ດອນລີງເດັດຂາດ ເພາະບໍ່ຢາກໃຫ້ປວັດສາດຊ້ຳຮອຍເພາະລອຍນ້ຳບໍ່ຖນັດ.
ຢູ່ຕໍ່ມາໄດ້ມີໂອກາດພົບກັບຫົວໜ້າກຳຣວມຂອງກົມການສູນກາງສະສາງຄະດີ ສະຫາຍ ວັນໄຊ ພິພັກຂະວົງ ດ້ວຍຄວາມບັງເອີນທີ່ຮ້ານອາຫານວຽງຈັນ 1
ທີ່ຂ້າງວັດຈັນ ຈຶ່ງຂໍເຂົ້າພົບເພິ່ນເປັນການສ່ວນຕົວ. ເມື່ອຮັປະທານອາຫານທ່ຽງສຳເຣັດແລ້ວ ເພິ່ນຈຶ່ງຊວນໄປໂອ້ລົມກັບເພິ່ນທີ່ຫ້ອງການຂອງເພິ່ນ
ທີ່ກະຊວງພາຍໃນ, ຂ້າພະເຈົ້າໄດ້ຍົກເອົາບັນຫາຄະດີຄາຕະກັມຄູ່ຜົວເມັຍທູດຍີ່ປຸ່ນອອກມາ ແລະສເນີໃຫ້ລາຍງານເຖິງຣັຖະບານຍີ່ປຸ່ນໄປຕາມຄວາມເປັນ
ຈິງໂລດວ່າບໍ່ສາມາດນຳຈັບຄົນຮ້າຍມາລົງໂທດໄດ້ ເພາະເປັນເຫດສຸດວິໄສທີ່ບໍ່ມີພະຍານຫຼັກຖານພໍຈະເປັນຊ່ອງທາງໃຫ້ສອບສວນແລສືບສວນໄດ້ ແລະ
ທາງການລາວໄດ້ສລຸບວ່າຄົນຮ້າຍໄດ້ໜີອອກຈາກປະເທດໄປແລ້ວ. ໃຫ້ຢຸດຕິການໃຫ້ຄຳໝັ້ນສັນຍາກັບຍີ່ປຸ່ນວ່າຈະນຳເອົາຄົນຮ້າຍມາລົງໂທດໃຫ້ໄດ້ລົງ
ທັນທີໂລດ ຖ້າລາວເຮົາຍັງໃຫ້ຄວາມຫວັງກັບຍີ່ປຸ່ນຢູ່ ແຕ່ບໍ່ສາມາດນຳຈັບຄົນຮ້າຍມາຕາມຄຳໝັ້ນສັນຍານັ້ນກໍຈະເປັນການຮັບປາກທີ່ຂາດຄວາມໄວ້ວາງ
ໃຈຂຶ້ນເຖິງຂັ້ນຣັຖະບານຂອງສອງປະເທດນີ້ທີ່ຈະມີຕໍ່ກັນ. ສະຫາຍ ວັນໄຊ ພິພັກຂະວົງ ກໍເຫັນດີທີ່ຈະນຳເອົາຂໍ້ສເນີຂອງຂ້າພະເຈົ້າຂຶ້ນໄປສເນີຕໍ່ຄນະກົມ
ເພື່ອພິຈາຣະນາ ເພາະທີ່ຜ່ານມາທາງຝ່າຍຣັຖະບານລາວບໍ່ໄດ້ແຈ້ງໃຫ້ທາງຍີ່ປຸ່ນຊາບເລີຍວ່າ ຄົນຮ້າຍໄດ້ໜີອອກຈາກປະເທດໄປແລ້ວ ມີແຕ່ສເນີໄປວ່າ
ຈະນຳຈັບຄົນຮ້າຍມາຮັບໂທດເໃຫ້ໄດ້ ແຕ່ບໍ່ເຜີ້ມຄຳເວົ້າອີກປໂຍກໜຶ່ງແຖມທ້າຍ: ຖ້າວ່າພວກຄົນຮ້າຍຍັງຢູ່ພາຍໃນປະເທດ. ສະຫາຍວັນໄຊຍັງເຊື່ອໃນ
ເຣື່ອງຄວາມປະຕິຫານທີ່ຄາຕະກອນສ່ວນຫລາຍຈະຖືກຜູ້ຖືກຂ້າຕາຍເປັນຜີຕາຍຫຸງມາກ່ອມໃຫ້ຜູ້ທີ່ເປັນຄາຕະກອນເດີນວົນໄປວຽນມາແລະທ້າຍສຸດກໍ
ຈະມາໃຫ້ເຈົ້າໜ້າທີ່ບ້ານເມືອງຈັບຕົວໄດ້ ດັ່ງທີ່ຜູ້ກ່ຽວພົບເຫັນມາຫລາຍຣາຍແລ້ວ, ແຕ່ຂ້າພະເຈົ້າກໍບໍ່ເຊື່ອວ່າຈະມີປະຕິຫານແບບນັ້ນເກີດຂຶ້ນຈິງ ແຕ່
ກໍອະຖານໃຫ້ປະຕິຫານມີຈິງ ເພື່ອຈະໄດ້ກຳຈັດຄົນຊົ່ວອອກຈາກສັງຄົມມະນຸດນີໄປ. ຂ້າພະເຈົ້າຍັງຢັ່ງເບິ່ງວ່າທາງການລາວໄດ້ສົ່ງໜ່ວຍໃຕ້ດິນໄປທີ່ສູນ
ອົພະຍົບລາວທີ່ປະເທດໄທຫຼືບໍ່ເພື່ອສືບຫາພວກຄົນຮ້າຍເຫຼົ່ານັ້ນ ແຕ່ກໍໄດ້ຮັບຄຳຕອບຈາກສະຫາຍວັນໄຊວ່າ ເປັນການສ່ຽງທີ່ສຸດແລະຜິດຕໍ່ນະໂຍບາຍ
ການຕ່າງປະເທດທີ່ສຸດເໝືອນກັນ ແລະທາງຂັ້ນເທິງກໍບໍ່ມີແນວຄິດໃນທຳນອງນີ້. ຂ້າພະເຈົ້າຍັງຖາມກ່ຽວກັບການອອກຣາຄາຜູ້ທີ່ໃຫ້ເບາະແສໃນການ
ນຳຈັບຄົນຮ້າຍຂອງຝ່າຍຍີ່ປຸ່ນ ທາງການລາວມີຄວາມເຫັນເປັນແນວໃດກັບກໍລະນີນີ້? ສະຫາຍວັນໄຊບອກວ່າ ອັນນັ້ນເປັນເຣື່ອງຂອງຝ່າຽຍີ່ປຸ່ນໄດ້ປະ
ກາດອອກມາ ທາງລາວເຮົາກໍສນັບສນູນແລະໃຫ້ຄວາມຮ່ວມມືຮອບດ້ານກັບເຈົ້າໜ້າທີ່ການທູດຂອງຍີ່ປຸ່ນ ແລະຍັງໃຫ້ຄວາມຮ່ວມມືກັບຜູ້ທີ່ຈະເຂົ້າມາ
ໃຫ້ຂ່າວຄາວຫຼືເບາະແສຂອງຄົນຮ້າຍໄປຮັບຣາງວັນນຳເຈົ້່າໜ້າທີ່ຍິ່ປຸ່ນ ແລະພ້ອມແລ້ວທີ່ຈະໃຫ້ການປົກປ້ອງອັນຕຣາຍທຸກຢ່າງແກ່ຜູ້ທີ່ເປັນພົລະເມືອງ
ດີ. ແຕ່ບັນຫາກໍມີຢູ່ທີ່ກົງສູນຍີ່ປຸ່ນປະຈຳລາວແມ່ນຢູ່ບາງກອກປະເທດໄທພຸ້ນໃນຕອນນີ້ ທູກຢ່າງຕ້ອງໄດ້ຜ່ານທາງກະຊວງການຕ່າງປະເທດ ສະຫາຍ
ວັນໄຊອະທິບາຍໃຫ້ຟັງ.
(ຕອນທີ່ 30) wrote:ສາຍເງິນຖືກນຳຕົວໄປທີ່ກອງຄະດີເມືອງຈັນທະບູຣີເວລາຕໍ່ມາແລະຂ້າພະເຈົ້າເອງເປັນຜູ້ສືບສວນອ້າຍສາຍເງິນໃນວັນນັ້ນ. ຂ້າະເຈົ້າຖາມວ່າເປັນຫຍັງຈຶ່ງມີແນວຄິດຢາດໜີອອກຈາກຜືນແຜ່ນດິນບ້ານເກີດເມືອງນອນຂອງເຮົາ? ກໍໄດ້ຄຳຕອບອອກມາວ່າເປັນຍ້ອນເສຖະກິດພາເປັນ, ປີກາຍໄປຮ້ອງເພງຢູ່ບ່ອນໃດວ່າຢ່າງບໍ່ໄດ້ກໍເພງໜຶ່ງສີ່ຊ້າຫ້າສິບແລະກໍມີມິດຮັກແຟນເພງໃຫ້ຄວາມອຸດໜູນຢູ່ບໍ່ຂາດ. ຮ້ອງເພງມື້ໜຶ່ງກໍມີເງິນຊື້ອາຫານກິນກຸ້ມເປັນອາທິດແລະຍັງມີເງິນເຫຼືອໄວ້ເປັນເງິນກັບຍາມສຸກເສີນ, ໃຫ້ສະຫາຍອາດຍາຄຶດເບິ່ງວ່າຖ້າເຮົາຕະເວນອອກຮ້ອງເພງທຸກມື້ແລ້ວເຮົາມີເງິນທ້ອນຫອມໄວ້ຈຳນວນຫລາຍພຽງໃດ ເຮົາຄິດວ່າສະຫາຍອາດຍາຄົງຈະບວກລົບຄູນຫານໄດ້. ແຕ່ວ່ານັບຕັ້ງແຕ່ປີນີ້ມາມິດຮັກແຟນເພງກໍບໍ່ມີຫລາຍເພາະເຂົາໜີໄປຢູ່ວຽງຈັນສອງໝົດແລ້ວ ປະສົມກັບເສຖະກິດຫລິ່ງລົງພື້ນເຫວໝົດເລີຍ, ເຂົ້າປາອາຫານກໍຂາດຕລາດເຖິງມີກໍຕ້ອງບໍ່ໄດ້ເພາະຣາຄາມັນຜຸສູງຂຶ້ນກາຍເຝື້ອແລະເມກທະລຸຈົນເກືອບຈະເຖິງດວງຈັນພຸ້ນ ເຮົາກໍບໍ່ມີປັນຍາຈະຢ້ືຈັບມາໃສ່ປາກໄດ້ແລ້ວ. ເຫດຜົນສຳຄັນທີ່ສຸດທີ່ເຮົາຕັດສິນໃຈລອຍຂ້ວາມຂອງໄປໄທແມ່ນຕິດຕາມມິຮັກແຟນເພງທີ່ໄປລໍຖ້າເຮົາຢູ່ວຽງຈັນສອງພຸ້ນສະຫາຍອາດຍາເອີຍ. ທາງກອງຄະດີກໍຮູ້ວ່າສາຍເງິນບໍ່ເປັນຜິດເປັນພັຍຫຍັງໝົດຈຶ່ງບໍ່ໃຫ້ເຂົ້າຢູ່ໃນຫ້ອງຂັງ, ສອງສາມມື້ຕໍ່ມາຜົນງານເພງທີ່ມີຊື່ວ່າ " ກອງຫຼອນອັບປີ " ຂອງສາຍເງິນກໍອອກມາສູ່ແຟນເພງທີ່ເປັນຕຳຣວດແລະນັກໂທດທີ່ກອງຄະດິແຫ່ງນີ້ເປັນເທື່ອທຳອິດ. ຂ້າພະເຈົ້າຈຳໄດ້ພຽງແຖວສຸດທ້າຍຂອງຫວັກທີ່ສີ່ຂອງເພງນີ້ທີ່ວ່າ: " ກອງຫຼອນອັບປີ ເສືອກພູດພາສາໄທ " ແລະກໍເປັນຄວາມເວົ້າຂອງກອງຫຼອນຊຶ່ງເຣີ່ມຕົ້ນແຕ່ຕອນທີ່ກອງຫຼອນຕະໂກນຮ້ອງໃສ່: " ຢຸດ! ຢົກມືຂຶ້ນ ຢ່າກະຕຸກກະຕິກ...ມີອາວຸດໄມ່...ມີຕາງໄມ່.." ຈົນມາຮອດບັ້ນສຸດທ້າຍທີ່ສາຍເງີນປ່ອຍສຽງອຸທານອອກມາວ່າ " ກູວ່າແລ້ວ ວ່າກູສິໄປບໍ່ມົ້ມ! " ເພງນີ້ກໍເປັນເພງຮິດຂອງສາຍເງິນເພງໜຶ່ງ ແລະສາຍເງິນກໍໄດ້ເງິນນຳເຈົ້າໜ້າທີ່ຕຳຣວດແລະນັກໂທດໄປຫລາຍຮ້ອຍເຕີບໃນຄັ້ງນັ້ນ. ສາຍເງິນກໍຖືກປ່ອຍຕົວອອກຫລັງຈາກ 3 ອາທິດທີ່ຢູ່ກອງຄະດີ ແລະ ສາຍເງິນຍັງປະຕິຍານຕົວວ່າຈະບໍ່ຫຼົບໜີໄປທາງໃດອີກຖ້າວ່າທາງຂັ້ນເທິງຍົກໂທດໃຫ້ ແລະບໍ່ສົ່ງໄປສູນສັມະນາຫຼືສູນດັດສ້າງໃດໆ ຖ້າຈະສົ່ງໄປສັດສ້າງແທ້ໆກໍຂໍຢ່າໃຫ້ເປັນດອນລີງເດັດຂາດ ເພາະບໍ່ຢາກໃຫ້ປວັດສາດຊ້ຳຮອຍເພາະລອຍນ້ຳບໍ່ຖນັດ. ຢູ່ຕໍ່ມາໄດ້ມີໂອກາດພົບກັບຫົວໜ້າກຳຣວມຂອງກົມການສູນກາງສະສາງຄະດີ ສະຫາຍ ວັນໄຊ ພິພັກຂະວົງ ດ້ວຍຄວາມບັງເອີນທີ່ຮ້ານອາຫານວຽງຈັນ 1ທີ່ຂ້າງວັດຈັນ ຈຶ່ງຂໍເຂົ້າພົບເພິ່ນເປັນການສ່ວນຕົວ. ເມື່ອຮັປະທານອາຫານທ່ຽງສຳເຣັດແລ້ວ ເພິ່ນຈຶ່ງຊວນໄປໂອ້ລົມກັບເພິ່ນທີ່ຫ້ອງການຂອງເພິ່ນທີ່ກະຊວງພາຍໃນ, ຂ້າພະເຈົ້າໄດ້ຍົກເອົາບັນຫາຄະດີຄາຕະກັມຄູ່ຜົວເມັຍທູດຍີ່ປຸ່ນອອກມາ ແລະສເນີໃຫ້ລາຍງານເຖິງຣັຖະບານຍີ່ປຸ່ນໄປຕາມຄວາມເປັນຈິງໂລດວ່າບໍ່ສາມາດນຳຈັບຄົນຮ້າຍມາລົງໂທດໄດ້ ເພາະເປັນເຫດສຸດວິໄສທີ່ບໍ່ມີພະຍານຫຼັກຖານພໍຈະເປັນຊ່ອງທາງໃຫ້ສອບສວນແລສືບສວນໄດ້ ແລະທາງການລາວໄດ້ສລຸບວ່າຄົນຮ້າຍໄດ້ໜີອອກຈາກປະເທດໄປແລ້ວ. ໃຫ້ຢຸດຕິການໃຫ້ຄຳໝັ້ນສັນຍາກັບຍີ່ປຸ່ນວ່າຈະນຳເອົາຄົນຮ້າຍມາລົງໂທດໃຫ້ໄດ້ລົງທັນທີໂລດ ຖ້າລາວເຮົາຍັງໃຫ້ຄວາມຫວັງກັບຍີ່ປຸ່ນຢູ່ ແຕ່ບໍ່ສາມາດນຳຈັບຄົນຮ້າຍມາຕາມຄຳໝັ້ນສັນຍານັ້ນກໍຈະເປັນການຮັບປາກທີ່ຂາດຄວາມໄວ້ວາງໃຈຂຶ້ນເຖິງຂັ້ນຣັຖະບານຂອງສອງປະເທດນີ້ທີ່ຈະມີຕໍ່ກັນ. ສະຫາຍ ວັນໄຊ ພິພັກຂະວົງ ກໍເຫັນດີທີ່ຈະນຳເອົາຂໍ້ສເນີຂອງຂ້າພະເຈົ້າຂຶ້ນໄປສເນີຕໍ່ຄນະກົມເພື່ອພິຈາຣະນາ ເພາະທີ່ຜ່ານມາທາງຝ່າຍຣັຖະບານລາວບໍ່ໄດ້ແຈ້ງໃຫ້ທາງຍີ່ປຸ່ນຊາບເລີຍວ່າ ຄົນຮ້າຍໄດ້ໜີອອກຈາກປະເທດໄປແລ້ວ ມີແຕ່ສເນີໄປວ່າຈະນຳຈັບຄົນຮ້າຍມາຮັບໂທດເໃຫ້ໄດ້ ແຕ່ບໍ່ເຜີ້ມຄຳເວົ້າອີກປໂຍກໜຶ່ງແຖມທ້າຍ: ຖ້າວ່າພວກຄົນຮ້າຍຍັງຢູ່ພາຍໃນປະເທດ. ສະຫາຍວັນໄຊຍັງເຊື່ອໃນເຣື່ອງຄວາມປະຕິຫານທີ່ຄາຕະກອນສ່ວນຫລາຍຈະຖືກຜູ້ຖືກຂ້າຕາຍເປັນຜີຕາຍຫຸງມາກ່ອມໃຫ້ຜູ້ທີ່ເປັນຄາຕະກອນເດີນວົນໄປວຽນມາແລະທ້າຍສຸດກໍຈະມາໃຫ້ເຈົ້າໜ້າທີ່ບ້ານເມືອງຈັບຕົວໄດ້ ດັ່ງທີ່ຜູ້ກ່ຽວພົບເຫັນມາຫລາຍຣາຍແລ້ວ, ແຕ່ຂ້າພະເຈົ້າກໍບໍ່ເຊື່ອວ່າຈະມີປະຕິຫານແບບນັ້ນເກີດຂຶ້ນຈິງ ແຕ່ກໍອະຖານໃຫ້ປະຕິຫານມີຈິງ ເພື່ອຈະໄດ້ກຳຈັດຄົນຊົ່ວອອກຈາກສັງຄົມມະນຸດນີໄປ. ຂ້າພະເຈົ້າຍັງຢັ່ງເບິ່ງວ່າທາງການລາວໄດ້ສົ່ງໜ່ວຍໃຕ້ດິນໄປທີ່ສູນອົພະຍົບລາວທີ່ປະເທດໄທຫຼືບໍ່ເພື່ອສືບຫາພວກຄົນຮ້າຍເຫຼົ່ານັ້ນ ແຕ່ກໍໄດ້ຮັບຄຳຕອບຈາກສະຫາຍວັນໄຊວ່າ ເປັນການສ່ຽງທີ່ສຸດແລະຜິດຕໍ່ນະໂຍບາຍການຕ່າງປະເທດທີ່ສຸດເໝືອນກັນ ແລະທາງຂັ້ນເທິງກໍບໍ່ມີແນວຄິດໃນທຳນອງນີ້. ຂ້າພະເຈົ້າຍັງຖາມກ່ຽວກັບການອອກຣາຄາຜູ້ທີ່ໃຫ້ເບາະແສໃນການນຳຈັບຄົນຮ້າຍຂອງຝ່າຍຍີ່ປຸ່ນ ທາງການລາວມີຄວາມເຫັນເປັນແນວໃດກັບກໍລະນີນີ້? ສະຫາຍວັນໄຊບອກວ່າ ອັນນັ້ນເປັນເຣື່ອງຂອງຝ່າຽຍີ່ປຸ່ນໄດ້ປະກາດອອກມາ ທາງລາວເຮົາກໍສນັບສນູນແລະໃຫ້ຄວາມຮ່ວມມືຮອບດ້ານກັບເຈົ້າໜ້າທີ່ການທູດຂອງຍີ່ປຸ່ນ ແລະຍັງໃຫ້ຄວາມຮ່ວມມືກັບຜູ້ທີ່ຈະເຂົ້າມາໃຫ້ຂ່າວຄາວຫຼືເບາະແສຂອງຄົນຮ້າຍໄປຮັບຣາງວັນນຳເຈົ້່າໜ້າທີ່ຍິ່ປຸ່ນ ແລະພ້ອມແລ້ວທີ່ຈະໃຫ້ການປົກປ້ອງອັນຕຣາຍທຸກຢ່າງແກ່ຜູ້ທີ່ເປັນພົລະເມືອງດີ. ແຕ່ບັນຫາກໍມີຢູ່ທີ່ກົງສູນຍີ່ປຸ່ນປະຈຳລາວແມ່ນຢູ່ບາງກອກປະເທດໄທພຸ້ນໃນຕອນນີ້ ທູກຢ່າງຕ້ອງໄດ້ຜ່ານທາງກະຊວງການຕ່າງປະເທດ ສະຫາຍວັນໄຊອະທິບາຍໃຫ້ຟັງ. (ຍັງມີຕໍ່)
ທີ່ຈິງແລ້ວຂ້າພະເຈົ້າຮູ້ຈັກການເຂື່ອນໄຫວຂອງຣັຖະບານລາວມາກ່ອນແລ້ວທີ່ໄດ້ສົ່ງໜ່ວຍດັກກົງຫລືໜ່ວຍສືບຣັຖະການລັບໃຕ້ດິນໄປຍັງສູນອົພະຍົບ
ລາວທຸກສູນທີ່ປະເທດໄທນັບແຕ່ປະຊາຊົນລາວເຣີ່ມລັກລອບໜີອອກປະເທດແຕ່ປາຍປີ 74 ເປັນຕົ້ນມາ. ຣັຖະບານ ສປປ ລາວ ໄດ້ສົ່ງນັກສືບໄປເປັນ
ຈຳນວນຫລາຍກ່ວາຮ້ອຍຄົນແລະແຝງຕົວເຂົ້າໃນຄາບຂອງຜູ້ລີ້ພັຍເພື່ອຄວາມສດວກໃນການເຄື່ອນໄຫວ ແລະ ປະຕິບັດງານຕ່າງໆບໍວ່າຢູ່ໃນສູນອົພະ
ຍົບຫຼືນອກສູນ ກໍຄືອາສາສມັກເຂົ້າປະກອບສ່ວນເປັນກຳລັງປະກອບອາວຸດກູ້ຊາດເພື່ອກັບມາເຄື່ອນໄຫວກໍ່ຄວາມບໍ່ສງົບໃນລາວ. ນັກສືບໃຕ້ດິນຊຸດນີ້
ເປັນຊາຍໜຸ່ມເປັນສ່ວນຫລາຍແລະກໍມີຍິງໜຸ່ມເຂົ້າຮ່ວມນຳແຕ່ບໍ່ຫລາຍ, ພວກເຂົາໄດ້ຜ່ານການອົບຣົມ, ການຝຶກຝົນ,ຝຶກຊ້ອມ ແລະ ໄດ້່ຜ່ານການ
ທົດສອບມາເປັນຢ່າງດີ. ຂ້າພະເຈົ້າທຳທ່າຖາມໆໄປລອງເບິ່ງຊື່ໆເພື່ອຢັ້ງເບິ່ງໃຈຂອງ ສະຫາຍວັນໄຊ ຈະເປັນຢ່າງໃດ? ເພາະສະຫາຍວັນໄຊນີ້ເປັນຜູ້ສເນີ
ຂັ້ນເທິງໃຫ້ສັງຫານປະຊາຊົນຜູ້ທີ່ລັກລອບຂ້ວາມຂອງຫຼືຫຼົບໜີອອກຈາກປະເທດຢູ່ທີ່ກອງປະຊຸມກ່ຽວກັບຄວາມໝັ້ນຄົງຂອງຊາດ ໂດຍມີສະຫາຍຄຳໄຕ
ສີພັນດອນເປັນປະທານໃນກັອງປະຊຸມ. ທີ່ຈິງແລ້ວສະຫາຍສຸພານຸວົງແລະສຸວັນນະພູມມາໄດ້ສເນີໃຫ້ຕຳຣວດນ້ຳແລະທະຫານເຮືອໃຫ້ເອົາເຮືອໄປຂວາງ
ຕ້ອນເອົາປະຊາຊົນທີ່ກຳລັງລອຍນ້ຳຂອງຫຼືຂີ່ເຮືອໜີອອກຈາກປະເທດນັ້ນຂຶ້ນເຮືອແລະນຳກັບມາມອບໃຫ້ອຳນາດການປົກຄອງດ້ວຍຄວາມປອດພັຍ
ແລະໃຫ້ຖືຄວາມປອດພັຍຂອງປະຊາຊົນທີ່ພະຍາຍມຫຼົບໜີເຫຼົ່ານັ້ນເປັນຫລັກ, ແລະ ທາງພາກພື້ນດິນຕໍ່ແຜ່ນກັບໄທກໍເໝືອນກັນໃຫ້ຕ້ອນໂຮມຄວບ
ຄຸມເອົາໂດຍຫ້າມໃຊ້ອາວຸດເຂັ່ນຂ້າປະຊາຊົນຜູ້ຫຼົບໜີທີ່ບໍ່ມີອາວຸດ. ແຕ່ດ້ວຍເວດມົນຄາຖາອັນໃດຂໍ້ສເນີຂອງສະຫາຍວັນໄຊພິພັກຂະວົງຈຶ່ງມີຄວາມສັກ
ສິດກ່ອນປະເທານປະເທດສຸພານຸວົງແລະທີ່ປຶກສາປະທານປະເທດສຸວັນນະພູມາ. ໃນປີ 75 ແມ່ນມີການຕໍ່ສູ້ກັນເກີດຂຶ້ນແທ້ຣະຫວ່າງອະດີດທະຫານເກົ່າ
ທີ່ປະທະກັບເຈົ້າໜ້າທີ່ຮັກສາຊາຍແດນຂອງ ສປປ ລາວຢູ່ທຸກໆຈຸດທີ່ມີການລັກລອບໜີອອກຈາກປະເທດຂອງຄອບຄົວອະດີດທະຫານແລະເຈົ້າໜເລ້າທີ່
ຝ່າຍວຽງຈັນ, ທາງຣັຖະບານຈຶ່ງອະນຸບາດໃຫ້ໃຊ້ອາວຸດກັບຜູ້ທີ່ມີອາວຸດເທົ່ານັ້ນ. ນັບແຕ່ກາງປີ 76 ຂຶ້ນມາ ພວກອະດີດທະຫານແລະເຈົ້າໜ້າທີ່ຂອງຝ່າຍ
ວຽງຈັນແມ່ນ 98% ໜີອອກຈາກປະເທດໝົດແລ້ວ ເຫຼືອແຕ່ພວກທີ່ຖືກໄປສັມະນາເທົ່ານັ້ນ ແຕ່ເຈົ້າໜ້າທີ່ ທະຫານ ແລະກອງຫຼອນຂອງ ສປປ ລາວ
ຍັງສືບຕໍ່ໃຊ້ປືນສົງຄາມຍິງສັງຫານປະຊາຊົນທີ່ພາກັນລັກໜີອອກຈາກປະເທດຕາຍໄຫຼຟູມາຕາມແມ່ນ້ຳຂອງບໍ່ຂາດແຕ່ລະມື້.
ໜ່ວຍສືບຣັຖະການລັບຂອງ ສປປ ລາວ ທີ່ລົງປະຕິບັດງານຢູ່ຝັ່ງໄທ ຢູ່ຕາມສູນອົພະຍົບ ແລະ ສູນກອງປະກອບອາວຸດກູ້ຊາດຕ່າງກໍປະຕິບັດງານໄດ້ຜົນດີ
ເພາະຮູ້ການເຄື່ອນໄຫວຂອງໜ່ວຍກູ້ຊາດວ່າຈະໄປຂຶ້ນຝັ່ງລາວຢູ່ໃສ ແລະຈຸດໃດເປັນເປົ້າໝາຍປະຕິບັດງານຂອງເຂົາ? ດັ່ງນັ້ນເວລາໃດພວກກູ້ຊາດຂຶ້ນມາ
ຝັ່ງລາວຈະຖືກທະຫານຮັ້ຖະບານ ສປປ ລາວ ດັກຊຸ່ມລໍຖ້າຢູ່ຕລອດ. ເຊື່ອວ່າທາງຜູ້ບັງຄັບບັນຊາກອງກຳລັງກູ້ຊາດຮູ້ວ່າມີໄສ້ເສິກຈຶ່ງໄດາຢຸເການອອກປະຕິ
ບັດງານໄປຣະຍະໜຶ່ງ ເພາະບໍ່ໄດ້ຍິນຂ່າວການປະທະກັບພວກກູ້ຊາດເທືອນດັ່ງທີ່ຜ່ານໆມາ.
ສະຫາຍວັບໄຊໄດ້ນຳເອົາຂໍ້ສເນີຂອງຂ້າພະເຈົ້າຂຶ້ນໄປສເນີຕໍ່ຂັ້ນສູງແລະທາງເບື້ອງບົນກໍໄດ້ສົ່ງໃບຣາຍງານເຖິງສະຖານທູດຍີ່ປຸ່ນປະຈຳລາວທີ່ບາງກອກປະເທດ
ໄທວ່າທາງການລາວຈະປິດຄະດີເພາະເຊື່ອແນ່ວ່າຄົນຮ້າຍໄດ້ຫຼົບໜີອອກຈາກປະເທດແລ້ວ, ແຕ່ຂໍ້ສເນີຂອງຂ້າພະເຈົ້າທີ່ທາງການລາວນຳໄປໃຊ້ນັ້ນ ເຖິງເປັນ
ມູນຄວາມຈິງ ແຕ່ກໍບໍ່ໜ້າເຊື່ອວ່າຣັຖະບານຍີ່ປຸ່ນຈະຕອບມາວ່າ ເປັນການປົກປິດຄົນຮ້າຍທີ່ເປັນຄົນຂອງຣັຖະບານລາວໂດຍກົງທີ່ສົ່ງໄປກໍ່ຄະດີຄາຕະກັມຄະ
ດີນີ້ ແລະຍັງຖາມວ່າທາງກາລາວຮູ້ໄດ້ຢ່າງໃດວ່າຄົນຮ້າຍເຫຼົ່ານັ້ນໄດ້ໜີອອກຈາກປະເທດໄປແລ້ວ, ຖ້າທາງການລາວຮູ້ວ່າຄົນຮ້າຍໄດ້ໜ້ອອກຈາກປະເທດກໍສ່ຳ
ກັບວ່າທາງການລາວຮູ້ວ່າຄົນຮ້າຍເຫຼົ່ານັ້ນດີວ່າແມ່ນໃຜ? ຖ້າທາງການລາວປະຕິເສດວ່າບໍ່ຮູ້ຈັກຄົນຮ້າຍ ແລ້ວຈະຮູ້ວ່າຄົນຮ້າຍໄດ້ໜີອອກຈາກປະເທດໄປ
ແລ້ວດ້ວຍວິທີໃດ? ເມື່ອທາງການລາວໄດ້ຮັບຂໍ້ຄວາມຖແລງການຈາກຝ່າຍຍີ່ປຸ່ນມາແລ້ວຂ້າພະເຈົ້າໄດ້ຕົກເປັນເປົ້າສາຍຕາຂອງທາງການລາວວ່າເປັນຕົ້ນ
ເຫດທີ່ເຮັດໃຫ້ຄາຄຳຖາມຈາກຝ່າຍຍີ່ປຸ່ນຈົນຖືກນຳຕົບຂຶ້ນໄປສອບວີນັຍ. ທາງລຸງຄຳກ້ອນ ອ້າຍຮຽງ ແລະ ອ້າຍກ້ວນ ຕ່າງກໍສົ່ງຄຳຕຳນິມາຫາຂ້າພະເຈົ້າວ່າ
ບໍ່ໜ້າຈະເອົາຄຳແນະນຳແບບນີ້ໄປສເນີ ເພາະຂ້າພະເຈົ້າເຄີຍສເນີຄນະເມືອງໃາເທື່ອໜຶ່ງແລ້ວ ແຕ່ຄນະເມືອງບໍ່ເຫັນດີນຳຈື່ງບໍ່ໄດ້ສເນີຂຶ້ນຕໍ່ຂັ້ຂສູງ. ຂ້າພະເຈົ້າ
ຄິດຫາຊອ່ງທາງແລະເຫດຜົນເພື່ອຂຶ້ນໄປແກ້ຕົວຕໍ່ຂັ້ນເທິງທີ່ຕົນເອງເປັນຕົ້ນຫົວຄິດຂອງເຫດການີ້, ເມື່ອຄິດເຖິງຄວາມເບົ້າຂອງລຸງຄຳກ້ອນທີ່ສ່ອງແສງຂ້າ
ພະເຈົ້າແລະກ່າວອອກຕອນໜຶ່ງທີ່ວ່າ ຄນະເມືອງບໍ່ໄດ້ນຳເອົາຄະວເນີຂຶ້ໄປສເນີຕໍ່ຂັ້ນສູງ ເພາະທາງຄນະເມືອງຂອງພວກເຮົາພິຈາຣະນາແລ້ວບໍ່ສົມຄວນ ແລະ
ບັນຫາຕ່າງຈາກທາງຍີ່ປຸ່ນຈະຕາມມາດັ່ງທີ່ເຫັນໃນປັດຈຸບັນນີ້. ເມື່ອຄຶດເຖິງຄຳເວົ້າຂອງລຸງຄຳກ້ອນ ຈຶ່ງສະເດືອກຮູ້ວ່າ ຖ້າທາງຂັ້ນສູງພິຈາຣະນາແລະບໍ່ມຳເອົາ
ໄປໃຊ້ເຫດການແບບນີ້ກໍຈະບໍ່ເກີດຂຶ້ນ, ທຸກຄົນມີສິດອອກຄຳເຫັນ ແຕ່ຄຳເຫັນນັ້ນຈະເປັນຜົນດີຫຼືຜົນຮ້າຍແມ່ນຂຶ້ນກັບການຄົ້ນຄ້ວາແລະພິຈາຣະນາ ຕົນເອງ
ບໍ່ມີຄວາມຜິດ ເພາະຕົນເອງບໍ່ໄດ້ເປັນຜູ້ອອກຄຳສັ່ງໃຫ້ແຈ້ງເຖິງຝ່າຍຍີ່ປຸ່ນ ຜູ້ທີ່ຜິດແມ່ນຜູ້ອອກຄຳສັ່ງພຸ້ນ.
ໄດ້ໂອ້ລົມກັບອ້າຍບຸນຮຽງເກືອບທຸກເວລາທີ່ເປັນເວລາຫວ່າງ ແຕ່ຜູ້ເພິ່ນບຸນຮຽງນີ້ກໍບໍ່ມີສະຕິປັນຍາແນວໃດພໍທີ່ຈະເປີດສ່ອງທາງໃຫ້ເຫັນພໍທີ່ຈະໄດ້ທົດລອງ
ເຂົ້າໄປຫາຜູ້ຫຼັກຜູ້ໃຫຍ່, ແຕ່ກໍຈົນໃຈອິຫລີອັນຜູ້ຫຼັກຜູ້ໃຫຍ່ທີ່ຕົນເອງຕ້ອງການເຂົ້າໄປພົບນັ້ນພໍລ້ວນແລ້ວໃຫຍແລະສູງແຕ່ໜ້າທີ່ການງານເທົ່ານັ້ນ ທາງກ້ານ
ສະຕິປັນຍາແມ່ນອາສັຍບໍ່ໄດ້ເພາະພວກເພິ່ນເກ່ງແຕ່ທິສດີແຕ່ທາງພາກປະຕິບັດແມ່ນໃຊ້ການບໍ່ໄດ້ ເພາະບາງຄົນອ່ານແລະຂຽນພາສາລາວກໍສ່ຳກັບເດັກນ້ອຍ
ປ2 ປ3 ນີ້. ຄັນຈະເຂົ້າໄປຫາຜູ້ເພິ່ນທີ່ມີຄວາມຮູ້ຊ້ຳຜັດເຂົ້າໄປຫາບໍ່ໄດ້ເພາະຣະດັບເຮົາແລະເພິ່ນມັນຫ່າງໄກກັນທີ່ສຸດ. ແຕ່ຢ່າງໜ້ອຍອ້າຍບຸນຮຽງກໍຍັງໃຫ້ກຳລັງ
ໃຈດີກ່ອນບໍ່ໄດ້ປຶກສາຫາລືຫຍັງ, ເພິ່ນບອກວ່າບໍ່ຕ້ອງຮ່ວງ ເຮັດວຽກປະຈຳວັນເຮົາໄປ ເຣື່ອງຈະເກີດມັນຕ້ອງເກີດ ແລະຄິດວ່າທາງຂັ້ນສູງອາດໄຕ່ຕອງກ່ອນຈະ
ເຮັດຫຍັງລົງໄປກັບຂ້າພະເຈົ້າ.
ເວລາຜ່ານໄປຈົນກ້າວເຂົ້າສູ່ປີໃໝ່ຂອງ 78, ມື້ນັ້ນເປັນວັນທີ 3 ເດືອນມະກາຣາ ປີ 78 ໄດ້ຮັບຄຳສັ່ງໃຫ້ຂຶ້ນໄປພົບ ສະຫາຍວັນໄຊ ພິພັກຂະວົງຢູ່ທີ່ກະຊວງ ແຕ່ບໍ່
ໄດ້ບອກລາຍລະອຽດຂອງການຂຶ້ນພົບໃນຄັ້ງນີ້, ຂ້າພະເຈົ້າກໍຂຶ້ນໄປພົບຕາມວັນເວລາທີ່ນັດໝາຍໃນວັນເວລາຕໍ່ມາ. ກໍເປັນໜ້າແປກປະລາດທີ່ບໍ່ມີຄວາມສະທ້ານ
ກັງວົນຫຍັງໝົດ ແຮງດີໃຈຊ້ຳທີ່ຈະໄດ້ຮູ້ຈັກວ່າທາງຂັ້ນເທິງຈະເຮັດຫຍັງກັບຕົນເອງ ແລະຕົນເອງກໍຢາກພົບໃຜຈັກຄົນພໍທີ່ຈະສະສາງເຣື່ອງທີ່ຖືກສ່ອງແສງຜ່ານ
ມາເມື່ອສອງເດືອນຜ່ານມານັ້ນ. ການພົບກັບສະຫາຍວັນໄຊກໍບໍ່ໄດ້ແມ່ນເຣື່ອງກ່ຽວກັບຕົນເອງຖືກສ່ອງແສງຜ່ານມານັ້ນ ແຕ່ຫາກເປັນເຣື່ອງຢາກໃຫ້ຂ້າພະເຈົ້າ
ໄປສືບປວັດຂອງເສືອພູເຂົາທີ່ຖືກຈັບໃນຂໍ້ຫາປຸ້ນທູດອິນເດັຍທີ່ຖືກສົ່ງຕົບໄປສູນດັດສ້າງອັຕະປືແຕ່ກາງປີ 77 ພຸ້ນ, ເພາະທູດຍີ່ປຸ່ນຜູ້ຖືກເຄາະຮ້າຍນັ້ນໄດ້ເປີດເທັບ
ອັດສຽງໄວ້ໃນເວລາເກີດເຫດການສຸລະມຸນຢູ່ນັ້ນໄດ້ຍິນແຕ່ສຽງຕົນຮ້າຍເວົ້າກັນແລະມີສຽງ 3 ສຽງທີ່ແຕກຕ່າງກັນຈຶ່ງສລຸບໄດ້ວ່າມີຄົນຮ້າຍທີ່ລຸມທຳຮ້າຍທູດຍີ່ປຸ່ນ
ນັ້ນມີຢູ່ 3 ຄົນ ແລະຄົນຮ້າຍທັງສາມນັ້ນມີແຕ່ພາກັນຈັດກັນວ່າຮີບໄວຮີບໄວແລະອື່ນໆແຕ່ໜຶ່ງໃນຄົນທັງສາມຄົນນັ້ນໄດ້ເອີ້ນຊື່ກັນວ່າ: ເຮີຍ! ເຂົາໄວໄວແດ່ເຮົາ
ເຮົາຈະແຕກອອກກ່ອນແລ້ວ....ສະຫາຍວັນໄຊເລົ່າສູ່ຟັງແລະເພິ່ນຍັງຖາມອີກວ່ານອກຈາກຄົນຊື່ພູເຂົາຫຼືວ່າເຂົານີ້ມີຈັກຄົນທີຂ້າພະເຈົ້າຮູ້? ຂ້າພະເຈົ້າກໍຕອບໄປ
ຕາມຄວາມຈິງວ່າບໍ່ຮູ້ ເພາະຄົນຢູ່ຮ່ວມບ້ານຕົນເອງກໍບໍ່ມີໃຜຊື່ພູເຂົາຫລືເຂົາຈັກຄົນ. ທາງເຈົ້າຂອງເຮືອນພັກທີ່ໃຫ້ທູດຍີ່ປຸ່ນເຊົ່າໄດ້ຊ້ອມແປງເຮືອນທີ່ເພພັງຍ້ອນ
ການຕໍ່ສູ້ຂອງຄົນຮ້າຍແລະຜູ້ເຄາະຮ້າຍ ແລະພົບເຫັນເຄືອງອັດສຽງເປັນເທັບນ້ອຍຢູ່ກ້ອງໂຕະໂຄມໄຟຫົວຕຽງ ຈຶ່ງນຳມາມອບໃຫ້ເຈົ້າໜ້າທີ່ຕຳຣວດ.
ກ່ອນຈະພົບເຫັນເຄື່ອງເທັບອັດສຽງນ້ອຍໜ່ວຍນັ້ນກໍເປັນເວລາເຄິ່ງປີ ເພາະທາງການສັ່ງບໍ່ໃຫ້ໃຜເຂົ້າອອກບ້ານຫລັງນັ້ນຈົນກ່ວາທາງເຈົ້າໜ້າທີ່ຈະຈັບ
ກຸມຄົນຮ້າຍມາລົງໂທດ. ຜ່ານມາເກີນກ່ວາ 6 ເດືອນ ນັບແຕ່ວັນເກີດເຫດນັ້ນມາ ທາງການລາວຈຶ່ງອະນຸຍາດໃຫ້ເຈົ້າຂອງເຮືອນເຂົ້າໄປຊ້ອມແປງພາຍ
ໃນຕາມຫ້ອງທີ່ເປ່ເພຍ້ອນການຕໍ່ສູ້ຂອງຄົນຮ້າຍແລະຜູ້ເຄາະຮ້າຍ, ແລະແລ້ວເຈົ້າຂອງເຮືອນເຊົ່າຈຶ່ງພົບເທັບອັດສຽງນ້ອຍໜ່ວຍນັ້ນ. ທາງກອງບັນຊາ
ການ ໄດ້ສເນີໃຫ້ຂ້າພະເຈົ້າລົງໄປສູນດັດສ້າງຢູ່ທີ່ອັຕະປື ເພື່ອໄປສຳພາດແລະອັດເອົາສຽງຂອງເສືອພູເຂົາພາຍຫລັງຂ້າພະເຈົ້າໄປສືບເອົາສວັດຂອງຜູ່ກ່ຽວ
ມາແລ້ວ, ແຕ່ຖືກຂ້າພະເຈົ້າປະຕິເສດບໍ່ຍອມລົງໄປສູນດັດສ້າງແຫ່ງນັ້ນເພາະເກງວ່າຈະບໍ່ມີໂອກາດໄດ້ກັບຄືນ ແລະຂ້າພະເຈົ້າກໍໄດ້ບອກເຫດຜົນການປະ
ຕິເສດຢ່າງຈະແຈ້ງຕາມແນວຄິດທີ່ເປັນຄວາມຈິງແລະອອກມາຈາກໃຈຈິງຂອງຕົນເອງໃຫ້ຜູ້ບັງຄັບບັນຊາຊາບ. ສະຫາຍວັນໄຊສົ່ງສຽງຫົວເຣາະອອກມາ
ພາຍຫຼັງທີ່ໄດ້ຍິນຄຳອະທິບາຍຈາກຂ້າພະເຈົ້າ ກ່ອນເພິ່ນຈະຢ້ອນກັບມາຖາມວ່າເຮັດແນວໃດຈຶ່ງຈະໄດ້ສຽງເວົ້າຂອງນັກໂທດຄົນນັ້ນຖ້າພວກເຮົາບໍ່ລົງໄປ
ອັດສຽງເອົາມາ? ຂ້າພະເຈົ້າຈຶ່ງສເນີໃຫ້ຄົນອື່ນລົງໄປແທນ ດ້ວຍຖາມຄວາມສມັກໃຈຂອງເຈົ້າໜ້າທີ່ທຸກຄົນ ຖ້າວ່າມີຫລາຍຄົນກໍໃຫ້ຈົກສລາກເອົາ ແລະ
ຢາກໃຫ້ໄປນຳກັນຢ່າງຕ່ຳສາມຄົນ ເພື່ອບາດວ່າເກີດເຈັບປ່ວຍຂຶ້ນຢ່າງກະທັນຫັນແລ້ວຈະບໍ່ເປັນການເສັຍເວລາ. ການເດີນທາງໃນສມັຍນັ້ນຢ່າງຕ່ຳກໍປະ
ມານ 5ວັນ ກ່ວາຈະໄປເຖິງສູນດັດສ້າງເຂດນັ້ນທີ່ອອກຈາກເມືອງປາກເຊໄປ ເພາະບາງເຂດໄດ້ຍ່າງໄປເພາະບໍ່ມີທາງຣົດໄປເຖິີງ. ໃນທີ່ສຸດທາງກອງບັນຊາ
ການກໍໄດ້ອາສາສມັກສາມຄົນລົງໄປປະຕິບັດງານຕາມແຜນການທີ່ວາງໄວ້, ທີ່ຈິງແລ້ວກໍຄົງຈະບໍ່ມີຫຍັງເກີດຂຶ້ນກັບຂ້າພະເຈົ້າດອກ ແຕ່ກໍເປັນການມີ
ສະຕິລະວັງຕົວຂອງຕົນເອງ ແລະບໍ່ເຊື່ອໃຈໃຜໄດ້ໃນຣະຍະນັ້ນ.
ມື້ໜຶ່ງຂ້າພະເຈົ້າມີຕາຕະລາງອອກໄປປະສານງານກັບເຈົ້າໜ້າທີ່ເມືອງຫາດຊາຍຟອງແລະມີແຜນການການນອນຄ້າງຄືນຢູ່ກອງຄະດີແຫ່ງນັ້ນ ຊຶ່ງອ້າຍ
ບຸນຮຽງແລະທຸກຄົນຢູ່ຮັບຮູ້. ຫລັງຈາກກິນເຂົ້າແລງແລ້ວກໍອອກເດີນທາງລົງໄປເມືອງຫາດຊາຍຟອງດ້ວຍຣັດຈັກຄູ່ຊີບຄັນທາງກອງຄະດີມອບໃຫ້ຊ່ອມ
ແປງມາເປັນຂອງສ່ວນຕົວເມື່ອສອງປີຜ່ານມາ. ໄປເຖິງເມືອງຫາດຊາຍຟອງປະມານ 8 ໂມງກາງຄືນແລະກໍເຂົ້າໄປສເນີຕົວຕໍ່ຄນະກອງກຳກັບການທີ່
ນັ້ນຕາມກົດຣະບຽບ ແຕ່ບໍ່ພໍ້ຜູ້ບັງຄັບການເພາະເພິ່ນອອກໄປປະຕິບັດງານໃນກໍຣະນີມີເຫດສຸກເສີນເກີດຂຶ້ນໃນທ້ອງຖິ່ນນັ້ນ, ທາງເຈົ້າໜ້າທີ່ແຫ່ງນັ້ນ
ກໍບອກໃຫ້ລໍຖ້າແຕ່ບໍ່ຮູ້ວ່າຈະນານປານໃດ? ນັ່ງຖ້າຈົນຮອດ 11 ໂມງ ກໍບໍ່ເຫັນມາ ຈຶ່ງເຂົ້າໄປຖາມເຈົ້າໜ້າທີ່ຢູ່ທີ່ນັ້ນແລະໃຫ້ເຈົ້າໜ້າທີ່ວິທະຍຸໄປຖາມວ່າ
ປານໃດຈະກັບເພາະນັ່ງຖ້າສາມຊົ່ວໂມງແລ້ວ, ບໍ່ພໍເຄິ່ງຊົ່ວໂມງພວກເຈົ້າໜ້າທີ່ເຫຼົ່ານັ້ນກໍກັບມາເຖິງກອງຄະດີແລະບອກຂ້າພະເຈົ້າວ່າແຜນຈຳເປັນຕ້ອງ
ໄດ້ຍົກເລີກເພາະຍັງມີພາຣະກິດຢ່າງອື່ນອີກທີ່ພວກເພິ່ນຈະອອກໄປປະຕິບັດງານ ແລະຜູ້ກຳກັບການກລສັ່ງໃຫ້ຂ້າພະເຈົ້າກັບແລ້ວຈະຕິດຕໍ່ໄປຫາອີກຄັ້ງ
ໜຶ່ງເພື່ອຈະຕັ້ງກຳນົດຕາຕະລາງໃໝ່, ກ່ວາຈະໄດ້ກັບກໍເກືອບ 1 ໂມງເຊົ້າຕອນເດິກຂອງຄືນນັ້ນ. ມາເຖິງກອງຄະດີເມືອງຈັນທະບູຣີກໍເກືອບສອງໂມງເຊົ້າ
ກໍຂຶ້ນໄປຫ້ອງນອນໂລດ ແຕ່ມາແປກໃຈເມື່ອເຫັນຫ້ອງນອນລັອກກຸນແຈປະຕູໄວ້ ເພາະຕາມປົກະຕິແລ້ວອ້າຍບຸນຮຽງບໍ່ເຄີຍອັດປະຕູຫຼືລັອກປະຕູຫ້ອງ
ໃນເວລານອນ ນອກຈາກລາວບໍ່ຢູ່. ຂ້າພະເຈົ້າແລະອ້າຍບຸນຮຽງມີກຸນແຈຄົນລະດອກຖືປະຈຳຕົວສຳຣັບຫ້ອງນອນນີ້, ຂ້າພະເຈົ້າຄິດວ່າອ້າຍບຸນຮຽງບໍ່ຢູ່
ຈຶ່ງໃຊ້ກຸນແຈໄຂປະຕູເຂົ້າໄປ ພໍເຂົ້າໄປກໍເປີດໄຟຂຶ້ນໂລດ. ສິ່ງບໍ່ຄາດຝັນກໍປະກົດຂຶ້ນຢູ່ເທິງຕຽງຂອງອ້າຍຮຽງ, ສາວຕິວກັບອ້າຍຮຽງພາກັນນອນຫລັບ
ກອດກັນຢູ່ ຊຶ່ງມີຜ້າຫົ່ມປົກພຽງຄ່າແອວລົງໄປ ຂ້າພະເຈົ້າກໍຮີບຟ້າວປິດໄຟລົງແລ້ວຍ່າງອອກຈາກຫ້ອງໄປ ໃນເວລາພວມໃຊ້ກຸນແຈລັອກປະຕູຫ້ອງຢູ່ນັ້ນ
ອ້າຍບຸນຮຽງກໍເອີ້ນມາໃສ່ ແລະບອກຂ້າພະເຈົ້າເຂົ້າໄປໃນຫ້ອງນອນຄືນ. ພໍໄຂປະຕູເຂົ້າໄປຄືນອ້າຍຮຽງກໍບອກໃຫ້ເປີດໄຟຂຶ້ນ ທັງສອງຄົນອ້າຍຮຽງແລະ
ນາງຕິວກໍລຸກຂຶ້ນມານັ່ງຢູ່ຂອບຕຽງຄົນລະສົ້ນ. ອ້າຍບຸນຮຽງຈຶ່ງອະທິບາຍໃຫ້ຟັງວ່າເຣື່ອງຣາວມັນເກີດຂຶ້ນໄດ້ແນວໃດ ແລະຂໍຮ້ອງຂ້າພະເຈົ້າບໍ່ໃຫ້ນຳເອົາ
ເຣື່ອງນີ້ໄປປ່າວປິວແລະແຜ່ຂຍາຍອອກໄປທີ່ໃດເດັດຂາດ ແລະເຣື່ອງທຸກຢ່າງເປັນຄວາມຍິນຍອມຂອງທັລສອງກ້ຳສອງຝ່າຍ ແລະທັງສອງຄົນຮະເຈົ້າຈະ
ພາກັນຮັບຜິຊອບສິ່ງທີ່ເກີດຂຶ້ນ. ຂ້າພະເຈົ້າກໍບໍ່ໄດ້ເວົ້າຫຍັງຫຼາຍພຽງແຕ່ກ່າວຄຳຂໍໂທດພວກຮະເຈົ້າທັງສອງເພາະບໍ່ຮູ້ວ່າພາກັນຢູ່ໃນຫ້ອງນີ້ນຳກັນ ແລະ
ຕາມປົກະຕິແລ້ວອ້າຍບຸນຮຽງກໍບໍ່ເຄີຍລັອກປະຕູຕອນລາວນອນມີແຕ່ລັອກຕອນລາວບໍ່ຢູ່ ຈຶ່ງເຂົ້າໃຈວ່າອ້າຍຮຽງບໍ່ຢູ. ທາງນາງຕິວບໍ່ປາກພໍຄວາມມີ
ແຕ່ກົ້ມໜ້າແບບສີອາຍໆ ຂ້າພະເຈົ້າຈຶ່ງເວົ້າອອກໄປປອບໃຈວ່າ ຄົນເຮົາຮັກກັນຕ່າງຄົນຕ່າງຍິນຍອມເປັນກັນແລະກັນນັ້ນກໍເປັນກົດເກນຂອງຄົນເຮົາ
ຮັກກັນທີ່ໃຫ້ກັນແລະກັນເພື່ອສແດງເຖິງຄວາມຮັກທີ່ມີຕໍ່ກັນ ແຕ່ເຖິງວ່າຈະຜິດຕໍ່ສິລທັມແລະປະເພນີຂອງຊາວລາວເຮົາກໍຈິງ ຖ້າຫາກພວກເຮົາມາພາ
ກັນແກ້ໄຂໃຫ້ໄປຕາມກົດເກນໄດ້ແລ້ວສິ່ງທີ່ເຮົາກະທຳຜ່ນມາກໍຈະກັບກາຍເປັນເຣື່ອງທັມະດາຂອງມະນຸດ. ຂ້າພະເຈົ້າແລະອ້າຍຮຽງພ້ອມກັນລົງມາສົ່ງນາງ
ຕິວຢູ່ຊັ້ນລຸ່ມແບບບໍ່ມີຫຍັງເກີດຂຶ້ນເພາະບໍ່ເຫັນມີຕຳຣວດຄົນໃດຢູ່ໃນຊັ້ນລຸ່ມນັ້ນ, ຜູ້ທີ່ຖືກເວນຍາມກໍຢູ່ນອກອາຄານພຸ້ນ ແຕ່ກໍອົດຄຶດບໍ່ໄດ້ວ່າຈະບໍ່ມີໃຜ
ສົງໄສເພາະບ່ອນທີ່ນາງຕິວນອນທຸກຄືນນັ້ນມີໝູ່ຜູ້ຍິງເປັນສິບນອນຮວ່ມກັນໃນຫ້ອງນັ້ນ ແລະກໍເປັນຫ້ອງເປີດບໍ່ມີຝາປະຕູ ບໍ່ໄດ້ແມ່ນຫ້ອງຂັງ. ວັນໃໝ່
ຕໍ່ມາຂ້າພະເຈົ້າໄດ້ຖາມອ້າຍບຸນຮຽງວ່າດົນປານໃດທີ່ນາງຄິວຂຶ້ນໄປຫາກ່ອນຂ້າພະເຈົ້າຈະມາເຫັນ? ອ້າຍບຸນຮຽງວ່າຕອນນາງຕິວຂຶ້ນໄປຫານັ້ນແມ່ນປະມານ
ທ່ຽງຄືນ ເມື່ອນອນນຳກັນຈົບແລ້ວຕ່າງຄົນກໍຕ່າງເມື່ອຍເພາະໄດ້ຕັ້ງສອງເທື່ອລຽນກັນ ພຽງປະມານ 15 ນາທີ່ຫລັງຈາກຍົກທີ່ໜຶ່ງຈົບລົງແລ້ວກໍຕໍ່ຍົກສອງ
ຈອ່ງພາກັນຫຼັບບໍ່ຮູ້ເມື່ອຄີງ ກ່ວາຈະຮູ້ສຶກໂຕກໍຕອນຂ້າພະເຈົ້າເຂົ້າໄປໃນຫ້ອງແລະເປີດໄຟຂຶ້ນໜັນລະ.
ຂ້າພະເຈົ້າສົງໄສອ້າຍບຸນຮຽງແລະນາງຕິວມາກ່ອນໜ້ານັ້ນແລ້ວວ່າທັງສອງນີ້ອາດມີຫຍັງກັນແລ້ວພາຍຫລັງທີ່ອ້າຍຮຽງໄດ້ວານໃຫ້ເປັນນົກຕໍ່ໃຫ້, ແລະ
ເບື້ອງຕົ້ນອ້າຍຮຽງກໍມີສີໜ້າແບບອາຍໆແລະຫຼີກໜ້າຫຼີກຕານາງຕິວຢູ່ຣະຍະໜຶ່ງ ແລະຢູ່ຕໍ່ມາທັງສອງຄົນຂະເຈົ້າກໍມັກໄປຫັ້ນໄປນີ້ນຳກັນຕລອດ. ພາຍ
ຫຼັງເຫດການຄືນນັ້ນຜ່ານມາບໍ່ເທົ່າໃດວັນ ອ້າຍບຸນຮຽງໄດ້ປຶກສາຫາລືກັບຂ້າພະເຈົ້າເພື່ອຫາວິທີເຂົ້າໄປຫາພໍ່ແມ່ຂອງນາງຕິວ, ອ້າຍບຸນຮຽງບອກວ່າບໍ່ມີ
ບັນຫາຫຍັງໝົດກ່ຽວກັບຝ່າຍຜູ້ຍິງຫລືຕົວນາງຕິວນັ້ນ ນາງຕິວບໍ່ຕິວ່າອ້າຍຮຽງເປັນຄົນເຜົ່າຂ້າ ແລະເປັນຄົນບໍ່ມີພື້ນຖານອັນໝັ້ນຄົງ ບໍ່ມີພໍ່ແມ່ຍາດ
ພີ່ນ້ອງ ເພາະບ້ານແຕກສະແຫຼກຂາດຍ້ອນສົງຄາມ, ຄອບຄົວແຕກກັນໄປຄົນລະທິດລະທາງບໍ່ຮູ້ວ່າຕາຍຫຼືຍັງຊີວິດຢູ່. ອ້າຍບຸນຮຽງແຕກໄປທາງໜຶ່ງແຕ່
ອາຍຸໄດ້ 14 ປີພຸ້ນ ແລະກໍເຂົ້າການປະຕິວັດແຕ່ນັ້ນມາ, ພາຍຫຼັງປົດປ່ອຍປະເທດ ລາວກໍພະຍາຍາມຄົ້ນຄ້ວາຊອກຫາພໍ່ແມ່ຂອງລາວ ແລະໄດ້ກັບໄປບ້ານ
ທີ່ຄອບຄົວແຕກກະຈາຍກັນໄປເມືອ່ 20 ປີຜ່ານມາແຕ່ບ້ານແຫ່ງນັ້ນເປັນປ່າດົງໄປໝົດແລ້ວ. ຂ້າພະເຈົ້າໃຫ້ຄວາມເຫັນໃຫ້ຖາມນາງຕິວເພື່ອຄວາມແນ່
ນອນອີກເທືື່ອໜຶ່ງ ຊຶ່ງບັນຫາທີ່ຄວນຮູ້ແລະຈະແກ້ໄຂວິທີໃດ? ບັນຫານັ້ນກໍແມ່ນນາງຕິວຍັງຢູ່ໃນວັຍຮ່ຳຮຽນ ບາງທີ່ຜູ້ປົກຄອງຍັງຢາກໃຫ້ຜູ້ກ່ຽວກັບເຂົ້າ
ຮຽນອີກກໍເປັນໄດ້, ຖ້າເພິ່ນບັງຄັບໃຫ້ກັບໄປຮຽນອີກແລ້ວຈະບໍ່ມີບັນຫາຕາມມາເບາະ? ຂ້າພະເຈົ້າໄດ້ແນະນຳໃຫ້ຂະເຈົ້າທັງສອງປຶກສາຫາລືກັນກ່ອນໆທີ່
ຈະພາກັນໄປພົບພໍ່ແມ່ຂອງຝ່າຍຍິງ.
ທີ່ບ້ານຂອງພໍ່ແມ່ນາງຕິວ, ຂ້າພະເຈົ້າໄດ້ໄປເປັນໝູ່ອ້າຍບຸນຮຽງ ຈະວ່າໄປເປັນເຖົ້າເປັນແກ່ໃຫ້ກໍວ່າໄດ້ ແຕ່ໄປຄັ້ງນີ້ແມ່ນໄປທາບທາມທາງເບິ່ງກ່ອນຊື່ໆ,
ຫລັງຈາກແລ້ວພາເຂົ້າແລງ ອ້າຍບຸນຮຽງກໍຂໍໂອ້ລົວກັບພໍ່ແມ່ນາງຕິວ ແລະສເນີໃຫ້ຂ້າພະເຈົ້າເປັນຜູ້ເຣີ່ມຕົ້ນໄຂຂໍ້ຄວາມຂອງການໂອ້ລົມໃຫ້ພໍ່ແມ໋ນາງ
ຕິວຊາບກ່ອນ. ພໍແຕ່ຂ້າພະເຈົ້າໄດ້ສເນີຂໍ້ຄວາມອອກໄປ ທາງຜູ້ພໍ່ກໍບອກວ່າລູກລາວເພິ່ນຍັງຢູ່ໃນວັຍຮຽນ,ດັ່ງທີ່ຂ້າພະເຈົ້າຄາດຄະເນໄວ້ບໍ່ຜິດ, ແຕ່ກໍ
ແລ້ວແຕ່ໃຈລູກສາວວ່າຈະກັບເຂົ້າຮຽນບໍ່? ທາງພໍ່ແມ່ບໍ່ບັງຄັບແຕ່ຢາກໃຫ້ກັບໄປຮຽນຄືຖ້າເປັນໄປໄດ້ ບັນຫາທີສອງທີ່ທາງພໍ່ແມ່ຝ່າຍຍິງຖາມມາກໍຄື
ອາຍຸຂອງອ້າຍບຸນຮຽງ. ຂ້າພະເຈົ້າເບິ່ງອອກວ່າພໍ່ແມ່ຂອງນາງຕິວບໍ່ມີແນວຄິດທີ່ຈະຂັດຂວາງສອງຄົນນີ້ບໍ່ໃຫ້ຮັກກັນ ເພາະຂ້າພະເຈົ້າເຊື່ອແນ່ວ່າເພິ່ນ
ອ່ານໃຈຂອງລູກສາວເພິ່ນໄດ້ ເພາະເວລາໂອ້ລົມກັນນັ້ນນາງຕິວນັ່ງລົງຕິດຂ້າງກັບອ້າຍຮຽງນັ້ນ, ຜູ້ເປັນແມ່ຈຶ່ງກ່າວອອກມາວ່າ ທຸກຢ່າງກໍສຸດແລ້ວແຕ່
ການຕັດສິນໃຈຂອງລູກສາວ ແຕ່ຂໍໃຫ້ພໍ່ແມ່ໄດ້ລົມກັບຜູ້ເປັນລູກເສັຍກ່ອນແລ້ວພວກເຮົາຈຶ່ງຄ່ອຍມາໂອ້ລົມກັນອີກ. ພໍ່ແມ່ຂອງນາງຕິວຈຶ່ງຂໍອະນຸຍາດ
ໃຫ້ນາງຕິວນອນຄ້າງຄືນຢູ່ບ້ານໃນຄືນນັ້ນເລີຍ ເພື່ອຈະໄດ້ຖາມໃຈຂອງຜູ້ເປັນລູກສາວ, ອ້າຍບຸນຮຽງກໍຫຼັ່ງເລໃຈໄປໜ້ອຍໜຶ່ງ ເພາະນາງຕິວຍັງຢູ່ໃນບັນ
ຊີລາຍຊື່ງຜູ້ຕ້ອງຫາ ຖ້ານາງຕິວຫາຍຕົວໄປຜູ້ທີ່ຮັບຜິດຊອບກໍແມ່ນອ້າຍບຸນຮຽງ. ຂ້າພະເຈົ້າຈຶ່ງຂໍອະນຸຍາດນຳພໍ່ແມ່ນາງຕິວຂໍປຶກສາກັບນາງຕິວເປັນ
ສ່ວນຕົວ 5 ນາທີເພື່ອປຶກສາກັນ, ນາງຕິວຈຶ່ງພາພວກຂ້າພະເຈົ້າເຂົ້າໄປລົມກັນຢູ່ໃນຫ້ອງນອນຜູ້ກ່ຽວເອງ. ນາງຕິວໃຫ້ຄຳໝັ້ນສັນຍາວ່າຈະບໍ່ໜີໄປໃສ
ແລະຍັງບອກອ້າຍບຸນຮຽງວ່າ ຈະໃຫ້ນ້ອງໜີໄປໃສ ເພາະເປັນເມັຍອ້າຍຮຽງແລ້ວ, ມື້ອື່ນເຊົ້າໃຫ້ອ້າຍຮຽງມາຮັບເອົາແຕ່ເຊົ້າກ່ອນຈະພາກັນໄປອອກ
ຕລາດ. ໃນທີ່ສຸດນາງຕິວກໍນອນຄ້າງຄືນຢູ່ທີ່ບ້ານໃນຄືນນັ້ນ ແລະຮຸ່ງເຊົ້າມື້ໃໝ່ມາອ້າຍບຸນຮຽງກໍໄປຮັບເອົາແລະກັນໄປອອກຕລາດ ເພາະທາງກອງຄະດີ
ໄດ້ມອບໃຫ້ນາງຄິວເປັນຜູ້ອອກຕລາດສຳຣັບອາຫານຂອງຕຳຣວດແລະນັກໂທດຕໍ່ຈາກຂ້າພະເຈົ້າ.
ເທັບສຽງຂອງເສືອພູເຂົາກໍຖືກນຳມາທີ່ນະຄອນບານ ພ້ອມດ້ວຍເທັບອັດສຽງຈາກບ່ອນເກີດເຫດທີ່ບ້ານພັກຂອງທູດຍີ່ປຸ່ນ ຊຶ່ງຂ້າພະເຈົ້າສເນີໃຫ້ເອົາມາ
ເປີດຟັງພ້ອມກັນ ເພາະໄດ້ຍິນຂ່າວມາວ່າມີສຽງຂອງທ່ານທູດເວົ້າເປັນພາສາຍີ່ປຸ່ນຢູ່ໃນເທັຍນັ້ນຫລາຍພລສົມຄວນ ບາງທີ່ອາດຈະໄດ້ເບາະແສບາງຢ່າງ
ທີ່ຈະເປັນປໂຍດໃນການສືບຫາຄົນຮ້າຍ. ສຽງຄົນລາວເວົ້າກັນຢູ່ໃນເທັບນັ້ນບໍ່ມີສຍງໃດຄ້າຍຫລືຄືສຽງຂອງເສືອພູເຂົາທີ່ລົງທືນລົງໄປອັດມາແຕ່ສູນດັດ
ສ້າງອັຕະປືພຸ້ນ, ແຕ່ມີສຽງໜຶ່ງທີ່ຂ້າພະເຈົ້າຄຸ້ນໆວ່າເຄີຍໄດ້ຍິນມາແຕ່ໃສແລະແມ່ນໃຜ? ແຕ່ຂ້າພະເຈົ້າເກັບໄວ້ເປັນຄວາມລັງສ່ວນຕົວຈົນກ່ວາຕົນ
ເອງຈະຄິດພໍ້ແລະຮູ້ວ່າແມ່ນໃຜ? ສຽງທ່ານທູດທີ່ເທັບອັດໄວ້ນັ້ນແມ່ນບອກວ່າໃຫ້ເມັຍບໍ່ຕອບໂຕ້ຄົນຮ້າຍ ປ່ອຍໃຫ້ເຂົາມັດໂລດ ຕໍ່ມາບອກວ່າ 3 ຄົນ
ເປັນຜູ້ຊາຍລາວອາຍຸ 18 ຫາ 25 ປີ, ມີຜູ້ໜຶ່ງມີຮອຍບາດແຜແຫ້ງແລ້ວເປັນກາກະບາດຢູ່ຕີນເປົ້າຕາເບື້ອງຊາຍ ແຂນສອງເບື້ອງມີຮອຍສັກເມິກໂຕ
ເປັນຫາງມັງກອນຈາກຂໍ່ແຂນຕິດກັບມືກ້ຽວຂຶ້ນໄປຫາບ່າໄຫຼ່ ແລະສູລປະມານ 165 ຊັງຕີແມັດ ຜີວຂາວເຫຼືອງ ມັນອາດເປັນຫົວໜ້າເພາະມັນເປັນຄົນ
ສັ່ງການທຸກຢ່າງ. ຍິນສຽງທ່ານທູດຂໍໄວ້ຊິວິດແລະຢ່າທຳຮ້າຍພັລະຍາຂອງເພິ່ນເປັນພາສາຍີ່ປຸ່ນ, ຍິນສຽງພັລະຍາຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ເປັນສາ
ມີ ແລະບອກສາມີວ່ານາງກຳລັງຖືກຂົ່ມຂືນ ຈາກນັ້ນປະມານ 3 ວິນາທິກໍໄດ້ຍິນສຽງຄົນລາວເວົ້າ ເຮີຍ! ເຂົາໄວໄວແດ່ເຮົາຈະແຕກອອກກ່ອນແລ້ວ ແລະ
ປະມານ 4 ວິນາທີຕໍ່ມາກໍມີສຽງເປັນພາສາລາວວ່າ ມັນຫຼຸດອອກມາຈາກຫ້ອງນັ້ນແລ້ວແລະກໍຍິນສຽງຕໍ່ສູ້ຕີກັນຢູ່ມນຫ້ອງນັ້ນບໍ່ພໍ 10 ນາທີກໍມີສຽງເປັນ
ພາສລາວປໂຍກສຸດທ້າຍວ່າ ຮີບໄປ ທັງສອງຄືສິຕາຍແລ້ວ.
ເປັນໜ້າສັງເວດເມື່ອໄດ້ຍິນສຽງຂໍຊີວິດຂອງຄູ່ຜົວເມັຍຜູ້ເຄາະຮ້າຍແລະສຽງຮ້ອງຫາສາຜົວໃຫ້ເຂົ້າໄປຊ່ອຍຂອງຜູ້ເປັນເມັຍ ເຖິງປາກໄດ້ຖືກປິດດ້ວຍຜ້າ
ແລະເທັບແຕ່ສຽງຮ້ອງຄວນອອກມາຈະບໍ່ເປັນພາສາຄົນແຕ່ກໍເດົາບໍ່ຜິດວ່າກຳລັງຮ້ອງຫາຄວາມຊ່ອຍເຫຼືອຈາກຜູ້ເປັນຜົວ ແລະຂໍຊີວິດຈາກຄົນຮ້າຍ. ຜູ້
ເປັນຜົວຄົງຕັດສິນໃຈໂສຕາຍເພື່ອອກມາປົກປ້ອງຜູ້ເປັນເມັຍ ທັ່ງໆທີສອງມືຖືກມັດຄຽນດ້ວຍສາຍເທັບຄຽນສາຍໄຟຟ້າສີດຳຕັ້ງຫລາຍສິບຮອບໄດ້ຂາດ
ກະຈຸຍອອກຈາກສອງມື ແລ້ວໃຊ້ຕີນຢັນປະຕູຫ້ອງທີ່ຖືກຂັງນັ້ນອອກມາເພື່ອເຂົ້າໄປຊ່ອຍຜູ້ເປັນເມັຍ. ຕາມສັນນິຖານຄວາມຍາວຂອງເທັບທີ່ມີສຽງການ
ຕໍ່ສູ້ກັນນັ້ນໃຊ້ເວລາບໍ່ຕ່ຳກ່ວາ 10 ນາທີກ່ອນທຸກຢ່າງຕະຈົບລົງ. ເຈົ້າໜ້າທີ່ກອງສືບສວນແລະສັລະສູດສົບແລະທີ່ເກີດເຫດໃນຍຸກນັ້ນກໍເປັນພວກທີ່ບໍ່
ທັນມີປະສົບການທາງດ້ານຄະດີແບບນີ້ ເພາະເຈົ້າໜ້າທີ່ສືບສວນແລະສັລະສູດນັ້ນບໍ່ໄດ້ຜ່ານການຝຶກຝົນແລະຮ່ຳຮຽນທາງດ້ານວິຊານີ້ໂດຍກົງມາກ່ອນ
ເພາະທັງໝົດແມ່ນຖືກໂອນມາຈາກທະຫານທັງນັ້ນ ຈຶ່ງເປັນເຫດໃຫ້ການເຮັດວຽກບໍ່ຮອບຄອບແລະທັນໃຈ.
ຂ້າພະເຈົ້າຂໍເອົາເທັບບັນທຶກສຽງສະຖານທີ່ເກີດເຫດໄປກັອບປີມາຟັງເພື່ອຄົ້ນຄ້ວາຊອກຫາເຈົ້າຂອງສຽງໆໜຶ່ງທີ່ຄຸ້ນໆວ່າເຄີຍໄດ້ຍິນສຽງນັ້ນຢູ່ໃສ ແລະກໍ
ແມ່ນໃຜ? ທາງຜູ້ບັງຄັບບັນຊາກໍສັ່ງໃຫ້ພາກສ່ວນກ່ຽວຂ້ອງໄປອັດມາໃຫ້ຕາມຄວາມຕ້ອງການຂອງຂ້າພະເຈົ້າ. ທາງຜູ້ບັງຄັບບັນຊາໄດ້ພະຍາຍາມຖາມ
ຫາເຫດຜົນທີ່ຂ້າພະເຈົ້າຢາກໄດ້ເທັບນັ້ນ ແຕ່ກໍຖືກຂ້າພະເຈົ້າບອກໄປໃນທຳນອງວ່າເອົາໄປຟັງບາງເທື່ອຈະໄດ້ຂໍ້ມູນເຜີ້ມເຕີມເທົ່ານັ້ນ. ບໍ່ໜ້າເຊື່ອເລີຍ
ທີ່ຕົນເອງບໍ່ໄດ້ຜ່ານການຝຶກຊ້ອມແລະສຶກສາວິຊາສັລະສູດຈາກໂຮງຮຽນຕຳຣວດຈຶ່ງມີແນວຄິດຢາກເອົາຕົນເອງເຂົ້າປະກອບສ່ວນກັບທາງພະແນກຫຼື
ກົມສືບສວນແລະສັລະສູດຄະດີທັງໆທີ່ບໍ່ແມ່ນໜ້າທີ່ຮັບຜິດຊອບຂອງຕົນ. ຄົງເປັນຍ້ອນຢາກຊອກຫາຄວາມເປັນທັມໃຫ້ແກ່ຜູ້ເຄາະຮ້າຍ ເພື່ອນຳຈັບ
ຄົນຮ້າຍມາລົງໂທດໃຫ້ໄດ້ ເຖິງວ່າຄະດີນີ້ຈະຖືກທາງຝ່າຍຣັຖະບານຍີ່ປຸ່ນສົງໄສວ່າຣັຖບານລາວຢູ່ເບື້ອງຫລັງ ເພື່ອເປັນການເຕືອນທີ່ຍີ່ປຸ່ນໄດ້ສົ່ງນັກຂ່າວ
ເຂົ້າມາໃນລາວກັບໜ່ວຍກູ້ຊາດທີ່ມາຈາກປະເທດໄທກໍຕາມ. ຕາມແນວຄິດແລະຄວາມເຫັນຊອບສ່ວນຕົວແມ່ນຕ້ອງການນຳຈັບຄົນຮ້າຍມາລົງໂທດ
ໃຫ້ໄດ້ ເພາະພວກຄົນຮ້າຍເຫຼົ່ານັ້ນບໍ່ຄວນຢູ່ຮ່ວມສັງຄົມຕໍ່ໄປ ເພາະມີຈິດໃຈໂຫດຫ້ຽມໄຮ້ມະນຸສຍາທັມ ຂ້າຄົນໄດ້ຢ່າງບໍ່ມີຄວາມປານີ.
ທາງໜ່ວຍໃຕ້ດິນທີ່ອອກໄປປະຕິບັດງານຢູ່ຕາມສູນລາວອົພະຍົບໃນປະເທດໄທຕ່າງກໍສືບຫາຄົນຮ້າຍທີ່ເປັນຄາຕະກອນໃນຄະດີນີ້. ຂ້າພະເຈົ້າຮູ້ວ່າມີ
ພວກນັກສືບໃຕ້ດິນ ຫລືນິຍົມເອີ້ນກັນໃນຍຸກນັ້ນວ່າ ດັກກົງ ທີ່ ສປປ ລາວ ສົ່ງໄປປະປົນເປັນຄົນອົພະຍົບລາວນັ້ນຈາກການເຂົ້າຮ່ວມກອງປະຊຸມຣາຍ
ງານຜົນງານໄຕຣມາດທີ່ໜຶ່ງຂອງປີທີ່ທາງ 4 ຕົວເມືອງຂອງກຳແພງນະຄອນໄດ້ຈັດຂຶ້ນທີ່ສະໂມສອນຕຳຣວດນະຄອນບານ, ໂຄສົກຂອງກອງປະຊຸມ
ໄດ້ຖແລງອອກມາແລະຕອນໜຶ່ງໄດ້ພາດພິ່ງໄປເຖິງໜ່ວຍໃຕ້ດິນທີ່ປະຕິບັດງານຢູ່ໄທ ແລະພາກສ່ວນທີ່ອາສາສມັກເຂົ້າເປັນກອງກຳລັງກູ້ຊາດທີ່
ອອກມາເຄື່ອນໄຫວໃນປະເທດວ່າມີຜົນງານເປັນທີ່ໜ້າເຜິ່ງພໍໃຈທີ່ສຸດ ທີ່ສາມາດສົ່ງຂ່າວການເຄື່ອນໄຫວຂອງຂອງສັດຕຣູ ແລະໄດ້ຂ່າວວ່າຄົງອີກບໍ່ດົນ
ຄົງຈະໄດ້ເບາະແສແລະຂໍ້ມູນຂອງຄົນຮ້າຍປຸ້ນແລະຂ້າສອງຜົວເມັຍທູດຍີ່ປຸ່ນນັ້ນ. ທຸກຢ່າງແມ່ນເປັນໄປຕາມຄວາມຄາດຄະເນທີ່ຂ້າພະເຈົ້າໄດ້ຕັ້ງຄຳຖາມ
ເອົາໄວ້ເພື່ອຫາຄຳຕອບໃຫ້ຕົນເອງມາຕລອດວ່າແນ່ນອນຣັຖະບານຕ້ອງສົ່ງນັກສືບເຂົ້າໄປປະຕິບັດງານຢູ່ທີ່ສູນລາວອົພະຍົບໃນປະເທດໄທ.
ຂ້າພະເຈົ້າຕັດສິນໃຈເຂົ້າໄປພົບຫົວໜ້າວັນໄຊພິພັກຂະວົງ ເພື່ອໄປສະສາງກໍຣະນີທີ່ສເນີໃຫ້ລາຍງານຕໍ່ຣັຖະບານຍີ່ປຸ່ນວ່າທາງ ສປປ ລາວໄດ້ສລຸບເປັນ
ເອກະສັບກັນວ່າຄົນຮ້າຍໄດ້ໜີອອກຈາກປະທດໄປແລ້ວ, ແຕ່ຖືກຕອກກັບຈາກຍີ່ປູ່ນວ່າຝ່າຍລາວຕ້ອງຮູ້ວ່າຄົນຮ້າຍແມ່ນໃຜ ຖ້າບໍ່ດັ່ງນັ້ນເປັນຫຍັງ
ຈຶ່ງມາສລຸບກັນວ່າຄົນຮ້າຍໄດ້ໜີອອກຈາກປະເທດໄປແລ້ວ. ທາງສະຫາຍວັບໄຊໄດ້ບອກໃຫ້ຂ້າພະເຈົ້າເຊົາຄິດເຣື່ຶອງນີ້້ ເພາະທຸກຢ່າງທາງຂັ້ນເທິງໄດ້ແກ້
ໄຂແລະທຳຄວາມເຂົ້າໃຈກັບຝ່າຍຍີ່ປຸ່ນໄປແລ້ວ, ແຕ່ຂ້າພະເຈົ້າບໍ່ເຊື່ອແບບແຈບໃຈ ເພາະຕົນເອງກໍຖືກສ່ອງແສງມາແລ້ວແລະຍັງຢູ່ໃນການພິສູດຕົນ
ດ້ວຍການສ້າງຜົນງານໃຫ້ໄດ້ຜົນງານມາລຶບລ້າງສິ່ໃທີ່ຕົນເອງໄດ້ສ້າງຄວາມຜິດພາດ ອັນນີ້ເປັນກົດວິນັຍຂອງການປະຕິວັດ.
ອ້າຍບຸນຮຽງໄດ້ເຮັດຄຳຮ້ອງສ້າງຄອບຄົວຍື່ນຂຶ້ນໄປຫາຫາລຸງຄຳກ້ອນ ເປັນເຫດໃຫ້ຂ່າວນີ້ກະຈາຍອອກໄປທົ່ວກອງຄະດີພາຍຫລັງຖືກອະນຸມັດຈາກລຸງ
ຄຳກ້ອນແລະອຳນາດການປົກຄອງ. ນາງຕິວຖືກປ່ອຍຕົວກັບບ້ານໄປຫາຄອບຄົວໃນເວລາຕໍ່ມາພາຍຫລັງອ້າຍຮຽງໄດ້ຮັບອະນຸມັດສ້າງຄອບຄົວຈາກ
ຂັ້ນເທິງ. ຂ້າພະເຈົ້າໄດ້ໄປຮ້ອງຂໍພໍ່ແມ່ໝໍໄດເປັນເຖົ້າແກ່ໃຫ້ອ້າຍບຸນຮຽງ ປະກອບດ້ວຍພໍ່ແມ່ຂອງຂ້າພະເຈົ້າ ແລະຜົວເມັຍລຸງຕຳກ້ອນ ເພື່ອໃຫ້ເປັນ
ສາມເຖົ້າສີ່ແກ່ຕາມປະເພນີ. ກ່ອນໄປວັນນັດໝາຍໄປສູ່ຂໍນາງຕິວ ອ້າຍບຸນຮຽງໄດ້ຂໍລາພັກລົງໄປອັດຕະປືທາງບ້ານເກົ່າຂອງລາວສອງອາທິດກໍກັບມາ
ພ້ອມກັບເງິນແລະຄຳເປັນເປັນຫອບນ້ອຍໜຶ່ງ. ລາວບອກກັບຂ້າພະເຈົ້າວ່າລາວລົງໄປຂຸດເອົາໄຫເງິນໄຫຄຳທີ່ພໍ່ແມ່ລາວຝັງໄວ້ຢູ່ບ້ານເກົ່າລາວ, ໃຊ້ເວ
ລາ3-4 ມື້ກ່ອນຈະພົບເພາະມີຕົ້ນໄມ້ເກີດຂຶ້ນມາໃໝ່ເຮັດໃຫ້ຈື່ບໍ່ໄດ້ດີ ແຕ່ລາວວ່າລາວໂຊກດີທີ່ພົບ ແຕ່ເປັນພຽງສ່ວນນ້ອຍ ອັນໄຫໃຫຍ່ນັ້ນຍັງບໍ່ທັນພໍ້
ລາວວ່າຈະລົງໄປຊອກຫາຕາມຫລັງ.
ອີກຄັ້ງໜຶ່ງທີ່ບ້ານຂອງນາງຕິວ ມີພໍ່ແມ່ຂອງໝໍໄດ ພໍ່ແມ່ຂອງຂ້າພະເຈົ້າ ແລະຜົງເມັຍລຸງຄຳກ້ອນ ຫົວໜ້າຫຼືຜູ້ບັງຄັບບັນຊາກອງຄະດີເມືອງ
ຈັນທະບູຣີ ທີ່ເປັນເຖົ້າແກ່ ກໍໄດ້ນຳຂັນໝາກສູ່ຂໍລູກສາວຂອງອະດີດທ່ານທູດລາວປະຈຳຍີ່ປຸ່ນຂອງຣັຖະບານວຽງຈັນ. ທຸກຢ່າງກໍເປັນໄປຕາມ
ຮິດຄອງປະເພນີຂອງລາວຢ່າງສວຍງາມ, ແຕ່ກໍມີແນວທີ່ແປກເກີດຂຶ້ນກັບຊີວິດຈິງຂອງຄົນ ເພາະເຫັນແຕ່ໃນລະຄອນເທົ່ານັ້ນອັນເຫດການ
ແບບນີ ອ້າຍບຸນຮຽງໄດ້ຍົກຜົກເງິນແລະຄຳທັງໝົດທີ່ໄປຫາຂຸດເອົາມາແຕ່ບ້ານຮ້າງເກົ່າຂອງຜູ້ກ່ຽວມາ. ຜົກເງິນແລະຄຳຜົກນັ້ນມີນ້ຳໜັກ
ປະມານ 7-8 ກິໂລກຣາມ ແລະອ້າຍບຸນຮຽງໄດ້ຍັກແລະມອບໃຫ້ພໍ່ແມ່ຂອງນາງຕິວເປັນສິນສອດທອງໝັ້ນທີ່ທາງພໍ່ແມ່ຂອງຜູ້ສາວຍັງບໍ່ທັນ
ໄດ້ເອີ່ຍເຖິງ ແລະກໍບໍ່ຄິດຈະເອີ່ຍເຖິງເລີຍເພາະອິງຕາມສະພາບການໃນວາຣະນັ້ນ ແລະອ້າຍບຸນຮຽງກໍເວົ້າອອກວ່າ ລູກບໍ່ມີເງິນ ມີແຕ່ສິ່ງຂອງ
ເຫຼົ່ານີ້ເທົ່ານັ້ນທີ່ມາມອບໃຫ້ພໍ່ແມ່ ແລະມາຂໍໝັ້ນໝາຍນ້ອງຕິວໄວ້ເປັນຄູ່ຊີວິດ ແລະຂໍໃຫ້ພໍ່ແມ່ຈັດພິທີແຕ່ງງານອັນສົມຄວນໃຫ້ພວກລູກທັງ
ສອງໃນຂັ້ນຕໍ່ໄປ. ພໍ່ຂອງເຈົ້າສາວກໍໄຂຜົກນັ້ນອອກມາເບິ່ງ ແລະທຸກຄົນໃນງານນັ້ນຕ່າງກໍພາກັນເປີດຕາກ້ວາງຂຶ້ນເມື່ອເຫັນເງິນຂັນໝາກຈັບ
15 ຂັນ ເງິນສ້ຽນ 10 ອັນ ເງິນກີບຫົວໜາມ 50 ກີບ, ຄຳເປັນແທ່ງ 3 ແທ່ງ ແຕ່ລະແທ່ງໜັກປະມານເຄິ່ງໂລ ແລະຄຳສຳເຣັດຮູບຈຳນນວນ
ໜຶ່ງ. ຫລັງຈາກສູ່ຂໍຕາມປະເພນີແລ້ວ ເດືອນຕໍ່ມາອ້າຍບຸນຮຽງແລະນາງຕິວກໍແຕ່ງງານເປັນຜົວເມັຍກັນ ແລະອ້າຍບຸນຮຽງກໍຍ້າຍອອກຈາກ
ກອງຄະດີເຂົ້າໄປຢູ່ບ້ານພໍ່ຕາທີ່ໜອງບອນ.
ຂ້າພະເຈົ້າເອົາເທັບອັດສຽງເຫດການການສູ້ກັນທີ່ບ້ານພັກທູດຍີ່ປຸ່ນນັ້ນມາເປີດຟັງກັບໄປກັບມາຫລາຍໆຕ່າວເພື່ອຊອກຫາເຈົ້າຂອງສຽງທີ່ຕົນ
ເອງສັງເກດວ່າຄຸ້ນໆຫູມາກ່ອນຢູ່ບ່ອນໃດບ່ອນໜຶ່ງ ແຕ່ຍັງບໍ່ທັນຄິດອອກວ່າແມ່ນໃຜແລະຍິນຢູ່ບ່ອນໃດ? ອ້າຍຫົ້ງ ຄົນຈີນກຸງເທບ ເປັນ
ລູກຊາຍເຖົ້າແກ່ຈີນຄົນໜຶ່ງທີ່ເປັນຫຸ້ນສ່ວນຂອງບໍ່ຣິສັດ 555 ແຕ່ງງານມີຄອບຄົວແລະລຸສາວຄົນໜຶ່ງອາຍຸປະມານ 7-8 ປີ ໃນຕອນນັ້ນ ຊຶ່ງ
ເປັນຜູ້ໜຶ່ງທີ່ຂ້າພະເຈົ້າລຶ້ເຄີຍແລະຮັກແພງໄປຫາມາສູ່ກັນຢູ່ຕລອດ. ໄດ້ໄປຮ່ວມງານວັນເກີດລູກສາວຂອງອ້າຍຫົ້ງຊຶ່ງລາວຈັດຂຶ້ນຢູ່ທີ່ບ້ານພັກ
ຂແງລາວນັ້ນເອງ ແລະກໍມີຄົນມາຮ່ວມຫລາຍຄົນພໍສົມຄວນ ເພາະອ້າຍຫົ້ງເປັນຄົນໃຈກ້ວາງຂວາງແລະມີຄົນຮັກແພງແລະນັບໜ້າຖືຕາລາວ
ເປັນຢ່າງດີ. ມີແຂກໜຶ່ງໃນງານນັ້ນທີ່ຂ້າພະເຫັນເປັນຄົນມີລັກສະນະຄ້າຍຄຽງກັບທູດຍີ່ປຸ່ນຜູ້ຖືກຄາຕະກັມອັດເທັບໄວ້ວ່າເປັນຄົນຂາວເຫຼືອງ
ສູງປະມານ 165 ຊັງຕີແມັດ ແລະມີຮອຍບາດແຜເປັນແປ້ວຢູ່ກ້ອງເປົ້າຕາເບື້ອງຊ້າຍເປັນຄືກາກະບາດແບບດຽວກັບເທັວອັດສຽງຂອງທູດຍີ່
ປຸ່ນໄດ້ບັນທຶກໄວ້. ຂ້າພະເຈົ້ານຶກຂຶ້ນໄດ້ວ່າເຄີຍພົບຄົນນີ້ທີ່ບ້ານຂອງອ້າຍຫົ້ງນີ້ເອງເມື່ອ 4-5 ຜ່ານມາແຕ່ກ່ອນການປົດປ່ອຍປະເທດພຸ້ນແຕ່,
ໃນຕອນນັ້ນ ຕ່າງແຕ່ວ່າຄົນຜູ້ນີ້ບໍ່ປະກົດວ່າມີຮອຍແປ້ວຢູ່ກ້ອງເປົ້າຕາເທົ່ານັ້ນ. ຮູບຊົງແລະລັກສະນະແມ່ນໃກ້ຄຽງທີ່ສຸດແລ້ວກັບຄົນຮ້າຍທີ່
ປຸ້ນບ້ານທູດຍີ່ປຸ່ນນັ້ນ ຂ້າພະເຈົ້າຍັງຢາດໄດ້ຍິນສຽງຂອງຜູ້ກ່ຽວຈະຄ້າຍຫຼືເປັນສຽງດຽວທີ່ຢູ່ໃນເທັບບັນທຶກໄວ້ນັ້ນຫຼືບໍ່ ຈຶ່ງຫາແຜນໃຫ້ອ້າຍຫົ້ງ
ນຳຜູ້ກ່ຽວເຂົ້າມາທັກທາຍແລະແນະນຳໃຫ້ຮູ້ຈັກ. ທຸກຢ່າງກໍເປັນໄປຕາມແຜນ ພໍແຕ່ອ້າຍຫົ້ງພາຜູ້ກ່ຽວມາແນະນຳໃຫ້ຮູ້ ຜູ້ກ່ຽວກໍກ່າວອອກ
ມາວ່າ ຈື່ບໍ່ໄດ້ບໍ່ 4-5 ປີຫລັງຕອນກຸດຈີນຢູ່ບ້ານໝໍຫົ້ງນີ້ ອ້າຍກໍພໍ້ນ້ອງຢູ່ນີ້? ອ້າຍກໍຍັງຈື່ນ້ອງໄດ້ຢູ່ ແຕ່ບໍ່ທັນໄດ້ເຂົ້າມາທັກທາຍເພາະຍັງຄາໂອ້
ລົມກັບຄົນອື່ນຢູ. ຂ້າພະເຈົ້າກໍຕອບໄປວ່າບໍ່ຈື່ປານໃດ ອາດເປັນເພາະພົບກັນເຫັນກັນພຽງຄັ້ງດຽວ ແລະຂໍໂທດເນາະເພາະເມື່ອກ່ອນເຈົ້າບໍ່ມີ
ຮອຍບາດຢູ່ກ້ອງຕາ. ຜູ້ກ່ຽວບອກວ່າຕີກັນກັບນັກເລງບໍ່ໂອເຂົາກໍເລີຍຝາກຄວາມຊົງຈຳໄວ້ໃຫ້. ຂ້າພະເຈົ້າພະຍາຍາມຊວນຜູ້ກ່ຽວໂອ້ລົມເພື່ອ
ສັງເກດເບິ່ງສຽງເວົ້າຂອງຜູ້ກ່ຽວ ຈົນສາມາດເອົາສຽງຂອງຜູ້ກ່ຽວກຳລັງເວົ້າຢູ່ນັ້ນໄປທຽບກັບສຽງທີ່ຢູ່ໃນເທັບທີ່ຕົນເອງໄດ້ຍິນມານັ້ນວ່າເປັນ
ຄົນໆດຽວກັນ. ຜູ້ກ່ຽວແນະນຳຕົວວ່າຊື່ສົມນຶກ ຢູ່ບ້ານໜອງໄຮ ແຕ່ບໍ່ໄດ້ບອກວ່າທຳມາຫາກິນອາຊີບໃດ, ເມື່ອເຊື່ອວ່າຜູ້ກ່ຽວເປັນຄົນຮ້າຍ
ທີ່ທາງການຕ້ອງການຕົວ ຂ້າພະເຈົ້າບໍ່ຢາກໃຫ້ຜູ້ກ່ຽວຊັກຖາມຊື່ສຽງຮຽງນາມແລະເຣື່ອງສ່ວນຄົວຂອງຕົນເອງຈຶ່ງຂໍໄປເຂົ້າຫ້ອງນ້ຳ. ທີ່ຈິງແລ້ວ
ຂ້າພະເຈົ້າຫາທາງອອກມາຈາກບ້ານອ້າຍຫົ້ງເພື່ອໄປນຳເອົາເຈົ້າໜ້າທີ່ກອງປາບມາຈັບກຸມຄົນທີ່ຊື່ສົມນຶກນີ້.
ຂ້າພະເຈົ້າມາຄຶດໄດ້ວ່າການທີ່ຈະອອກຈາກບ້ານອ້າຍຫົ້ງໄປໂດຍພະລະການທີ່ບໍ່ໄດ້ຄອບເຈົ້າພາບນັ້ນອາດຈະເຮັດໃຫ້ຄົນຜູ້ຊື່ວ່າສົມນຶກນັ້ນ
ເກີດມີຄວາມແຕກຕື່ນ ເພາະຜູ້ທີ່ສ້າງຄວາມຜິດແລະເປັນຄົນຮ້າຍທີ່ທາງອຳນາດການປົກຄອງຕ້ອງການຕົວເຂົາຕ້ອງມີສະຕິຣະວັງຕົວ
ຢ່າງຮອບຄອບ. ພໍແຕ່ອອກຈາກຫ້ອງນ້ຳມາກໍບໍ່ເຫັນນາຍສົມນຶກນັ້ນແລ້ວ ຈຶ່ງໄປຖາມອ້າຍຫົ້ງວ່າຜູ້ກ່ຽວໄປທາງໃດ ນັ່ງລົມກັນດີໆແລ້ວ
ຕົນເອງໄປຫ້ອງນ້ຳ ບາດກັບມາບໍ່ເຫັນ. ທາງອ້າຍຫົ້ງເລີຍບອກວ່າລາວໃຊ້ນາຍສົມນຶກໄປເອົາສິ່ງຂອງບາງຢ່າງໃຫ້ລາວ ແຕ່ບໍ່ບອກຊັດເຈນ
ວ່າສິ່ງຂອງອັນນັ້ນແມ່ຫຍັງ? ຄວາມລັ່ງເລໃຈກໍເກີດຂຶ້ນ ຄັນຈະອອກໄປຕິດຕໍ່ຫາເຈົ້າໜ້າທີ່ຕຳຣວດໃນຕອນນາຍສົມນຶກບໍ່ຢູ່ນີ້ກໍບໍ່ຮູ້ວ່າເວ
ລາໃດຜູ້ກ່ຽວຈະກັບມາ. ນັ່ງຄິດຢູ່ປະມານເຄິ່ງຊົ່ວໂມງກໍໄດ້ຍິນສຽງຣົດຈັກເຂົ້າມາທາງປະຕູຮົ້ວທາງເຂົ້າບ້ານອ້າຍຫົ້ງ ຈຶ່ງແນມໄປເບິ່ງກໍເຫັນ
ນາຍສົມນຶກກຳລັງຂີ່ຣົດຈັກເຂົ້າມາ, ຂ້າພະເຈົ້າຈຶ່ງຍ່າງໄປຫາອ້າຍຫົ້ງເພື່ອຄອບລາວວ່າໄປຊື້ຢາສູບ ແລະແລ້ວກໍຍ່າງໄປຫາຣົດຈັກຊຶ່ງຈອດ
ຢູ່ບໍ່ໄກກັບນາຍສົມນຶກທີ່ກຳລັງຈະຈອດແລະລົງຈາກຣົດຈັກຂອງຜູ້ກ່ຽວ ເລີຍສວຍໂອກາດເຂົ້າໄປຫາແລະບອກວ່າຈະໄປຊື້ຢາສູບ ບາດກັບ
ມາແລ້ວຈຶ່ງໂອ້ລົມກັນອີກ. ຂ້າພະເຈົ້າກໍຮີບຟ້າວອອກໄປແລ້ວກໍເລັ່ງຣົດຈັກໄປຍັງນະຄອນບານໂລດ, ພໍໄປເຖິງກໍລາຍງານຕໍ່ຫົວໜ້າກອງ
ກຳກັບການວ່າພົບເຫັນຄົນທີ່ມີຮູປະພັນຄ້າຍຄືກັນກັບຄົນຮ້າຍທີ່ຣະບຸໄວ້ໃນສຽງບັນທຶກເທັບຂອງທູດຍີ່ປຸ່ນ. ຜູ້ບັງຄັບບັນຊາຈຶ່ງຮີບຟ້າວຮ້ອງ
ເອົາເຈົ້ານ້າທີ່ທີ່ມີສ່ວນກ່ຽວຂ້ອງອີກ 5 ຄົນເຂົ້າມາຮ່ວມໃນການວາງແຜນ ແລະການວາງແຜນຄັ້ງນີ້ໃຊ້ເວລາພຽງ 4-5 ນາທີເທົ່ານັ້ນເພາະ
ກົວວ່ານາຍສົມນຶກຈະໜີອອກຈາກລານທີ່ບ້ານອ້າຍຫົ້ງໄປ. ແຜນທີ່ 1 ແມ່ນຂ້າພະເຈົ້າຈະໄປນັ່ງຕິດກັບຄົນທີ່ຊື່ສົມນຶກແລ້ວຈະຊີ້ໃຫ້ເຫັນ
ດ້ວຍການເອົາແກ້ວເບັຍມາເຕາະກັນ. ບ້ານອ້າຍຫົ້ງມີຮົ້ວເປັນກຳແພງ ແຕ່ກຳແພງນັ້ນຂ້າງລ່າງເປັນກຳແພງດິນຈີ່ສູງປະມານ 1 ແມັດ
ຕໍ່ຈາກກຳແພງຂ້າງລ່າງທີ່ເປັນພື້ນນັ້ນກໍມີດິ້ງເຫຼັກເປັນດິ້ວຕັ້ງລຽນກັນຂຶ້ນແລະຫ່າງປະມານຄືບໜຶ່ງແຕ່ລະດິ້ວ ແລະລຽນກັນໄປປະມານ 5
ແມັດກໍມີເສົາກຳແພງທີ່ກໍ່ດ້ວຍດີນຈີ່ເປັນຫ້ອງເປັນຫ້ອງໄປຈົນອ້ອມເດີ່ນບ້ານ ແລະຄົນຢູ່ນອກກຳແພງສາມາດແນວເຫັນຂ້າງໃນທີ່ເປັນ
ເດີ່ນບ້ານໄດ້ດີ ເພາະອ້າຍຫົ້ງຈັດລານຢູກາງເດີ່ນໜ້າບ້ານນັ້ນໂລດ.
ຂ້າພະເຈົ້າກັບໄປທີ່ບ້ານອ້າຍຫົ້ງ ຊຶ່ງມີເຈົ້າໜ້າທີ່ນອກແລະໃນເຄື່ອງແບບຮວມກັນ 8 ຄົນ ແລະພາກັນຊຸ້ມຢູ່ນອກກຳແພງ ຕຽວສັງເກດການຊີ້
ຕົວບຸກຄົນທີ່ຈະລົງມີຄວບຄຸມຕົວ. ພໍແຕ່ຈອດຣົດໄວ້ກໍຍ່າງເຂົ້າໄປແລະກໍແນມເຫັນນາຍສົມນຶກນັ່ງຢູ່ກັບແຂກທີ່ມາງານນັ້ນສາມຄົນ, ປານກັບ
ວ່າເທວະດາຫລືຜີຜົວເມັຍທູດຍີ່ປຸ່ນລະມິດໄວ້ ສາມຄົນທີ່ນັ່ງຮ່ວມໂຕະກັບນາຍສົມນຶກນັ້ນປິ່ນຫລັງໃສ່ທາງປະຕູກຳແພງເດີ້ນບ້ານ ສ່ວນນາຍສົມ
ນຶກນັ່າງປິ່ນໜ້າອອກມາໃສ່ກຳແພງໜ້າບ້ານ. ຂ້າພະເຈົ້າກໍນັ່ງລົງຂ້າງນາຍສົມນຶກແລ້ວຢື້ເອົາເບັຍມາສອງຂວດແລະກໍເປີດຍື່ນໃຫ້ານຍສົມນຶກ
ແລ້ວຂ້າພະເຈົ້າກໍຖາມຕຸບຂວດເບັຍກັບຜູ້ກ່ຽວ ແລ້ວທຳທ່າກັບໄປຈັບເອົາເບັຍມາອີກ 3 ຂວດມາເປີດໃຫ້ສາມຄົນນັ່ງນຳກັນນັ້ນເພາະເບັຍຂະ
ກໍຂ້ອນຂ້າງຈະໝົດແລ້ວ. ປະມານ 11 ໂມງ ແຂກຄົນກໍພາກັນທະຍອຍກັບບ້ານເພາະງານເລີກແລ້ວ, ຄົນກໍຄ່ອຍບາງລົງບາງລົງ ຂ້າພະເຈົ້າກໍ
ກ່າວອຳລາອ້າຍຫົ້ງແລ້ວກໍອອກມາ. ຕໍ່ມາບໍ່ພໍເຄິ່ງຊົ່ວໂມງນາຍສົໃນຶກກໍຍ່າງອອກມາແລະກຳລັງຕິດຈັກລົດຢູ່ນັ້ນ ເຈົ້າໜ້າທີ່ກໍເຂົ້າໄປຈົບກຸມໃນ
ເວລານັ້ນໂລດ. ບໍ່ມີການຂັດຂືນຫຼືຕໍ່ສູ້ໃດໆເກີດຂຶ້ນມີແຕ່ຜູ້ກ່ຽວຮ້ອງຖາຕຳຣວດວ່າຜູ້ກ່ຽວມີຄວາມຜິດຫຍັງຈຶ່ງມາຈັບ? ຂ້າພະເຈົ້າກໍຢູ່ໃນເຫດ
ນັ້ນແຕ່ບໍ່ມີໃຜເຫັນຈະເປັນນາຍສົມນຶກຫຼືອ້າຍຫົ້ງກໍ່ເຫັນເພາະໄປບັງຜຸ່ມໄມ້ຈອບເບິ່ງ, ເຫັນອ້າຍຫົ້ງແລ່ນອອກມາຫາ ແຕ່ລາວກຊອຍອອກເມື່ອ
ເຈົ້າໜ້າທີ່ສັ່ງໃຫ້ລາວຖອຍອອກ ເພາະມີເຈົ້າໜ້າທີ່ໃນເຄື່ອງແບບສອງຄົນຢູ່ທີ່ນັ້ນ. ໄດ້ຍິນສຽງນາຍສົມນຶກຂູ່ພວກຕຳຣວດນັ້ນວ່າ ຜູ້ໃດຈັບກູໄປ
ຜູ້ນັ້ນຄາດຊວຍ ແລ້ວພວກສະຫາຍຈະຮູ້ແລະເຫັນເອງ ກູຖືກຈັບມື້ນີ້ມື້ໜ້າກູກໍຖືກປ່ອຍຢູ່ດີ ຫລັງຈາກນັ້ນພວກສະຫາຍຈະໜາວໄປຕາມໆກັນ.
ນາຍສົມນຶກຖືກຄຸມຕົວໄປ ເຊບຮາວສ໌ ແຫ່ງໜຶ່ງ, ພາຍຫລັງທີ່ໄດ້ຍິນຄຳຂູ່ອອກຈາກປາກຂອງຜູ້ກ່ຽວທີ່ເໝືອນກັບວ່າທີ່ຜູ້ທີ່ມີອຳນາດແລະ
ອິດທິພົນກຳລັງໜູຫລັງຫລືຢູ່ເບື້ອງຫລັງຄະດີຄາດຕະກັມຄະດີນີ້ຢູ່, ເພື່ອປິດລັບແລະຕັດການຕິດຕໍ່ພາຍນອກຂອງຜູ້ກ່ຽວຈົນກ່ວາທາງການ
ຈະສືບສວນວ່າຜູ້ກ່ຽວແມ່ນຄົນຮ້າຍຜູ້ທີ່ທ່ານທູດຍີ່ປຸ່ນໄດ້ໃຫ້ການບົ່ງບອກລັກສະນະຂອງຄົນຮ້າຍທີ່ບັນທຶກໄວ້ໃນເທັບນັ້ນແມ່ນຄົນນີ້ຫຼືບໍ່?
ນາຍສົມນຶກຍັງຢູ່ໃນຖານະຜູ້ຕ້ອງສົງໄສເທົ່ານັ້ນ ຖ້າຖືຕາມຣະບົບກົດໝາຍສາກົນ ຍັງບໍ່ທັນເຖິງຂັ້ນເປັນຜູ້ຕ້ອງຫາຫຼືເປັນນັກໂທດເທື່ອຈົນ
ກ່ວາຈະສືບສວນຫາລາຍລະອຽດແລະຫຼັກຖານພະຍານເຜີ້ມເຕີມ.
ອ້າຍຫົ້ງບຸກໄປບ້ານຂອງຂ້າພະເຈົ້າໃນວັນຕໍ່ມາ ແຕ່ບໍ່ພົບກັບຂ້າພະເຈົ້າ ແລະແມ່ໄດ້ບອກອ້າຍຫົ້ງວ່າໄປທາງໃດບໍ່ຮູ້ເພາະບໍ່ໄດ້ບອກໄວ້, ຂ້າພະ
ເຈົ້າສັ່ງຄວາມກັບຄົນທຸກຄົນໃນຄອບຄົວບໍ່ໃຫ້ບອກໃຫ້ໃຜຮູ້ວ່າຂ້າພະເຈົ້າກຳລັງເຮັດຫຍັງແລະຢູ່ບ່ອນໃດ? ດັ່ງນັ້ນທາງຄອບຄົວຈຶ່ງໄດ້ບອກທຸກ
ຄົນທີ່ມາຖາມຫາວ່າບໍ່ຈັກໄປທາງໃດ, ຖ້າວັນເຂົ້າການກໍມັນຈະບອກວ່າໄປເຮັດການ. ແມ່ໂທຫາຂ້າພະເຈົ້າແລະບອກວ່າອ້າຍຫົ້ງສັ່ງໃຫ້ໄປຫາເພາະ
ມີເຣື່ອງສຳຄັນຈະປຶກສາ, ຂ້າພະເຈົ້າຮູ້ທັນທີເລີຍວ່າຄົລຈະເປັນເຣື່ອງຂອງນາຍສົມນຶກທີ່ປືກຈັບໄປນັ້ນ. ຕອນແລງປະມານ 7 ໂມງກໍໄດ້ໄປພົບ
ອ້າຍຫົ້ງທີ່ບ້ານຂອງລາວ ແລະກໍຈິງດັ່ງທີ່ຄາດເອົາໄວ້ວ່າເປັນເຣື່ອງຂອງນາຍສົມນຶກ. ອ້າຍຫົ້ງໄດ້ເລົ່າສູ່ຟັງວ່າຕຳຣວດມາຈັບເອົານາຍສົມນຶກໄປ
ຄືນວານນີ້ທີ່ບ້ານຂອງລາວເອງພາຍຫຼັງປິດງານວັນເກີດລູກສາວ, ອ້າຍຫົ້ງເລົ່າຕໍ່ໄປອີກວ່າ ເມື່ອໄດ້ຍິນສຽງເອະອະເກີດຂຶ້ນພາຍໃນຂອບເຂດບ້ານ
ຂອງຕົນເອງ ແຣກໆກໍຄຶດວ່າຄົນເມົາເຫຼົ້າອາຣະວາດຟາດຫົວກັນຈຶ່ງແລ່ນອອກມາເພື່ອຈະຫ້າມເພາະຍັງບໍ່ທັນເຫັນຕຳຣວດໃນເຄື່ອງແບບຢູ່ໃນຄົນ
ກຸ່ມນັ້ນ ຈຶ່ງເຂົ້າໃຈວ່ານາຍສົມນຶກຖືກລຸມຈຶ່ງໄດ້ເຂົ້າໄປສລາຍເຫດການອັນນັ້ນໂດຍໄດ້ດຶງທື້ນສອງສາມຄົນໂຍນອອກຈາກຕົວຂອງນາຍສົມນຶກທັງ
ເວົ້າວ່າ ຫ້າລຸມໜຶ່ງມັນບໍ່ຍຸຕິທັມ ແຕ່ບໍ່ພເທົ່າໃດວິນາທີກໍເຫັນເຈົ້າໜ້າທີ່ໃນເຄື່ອງແບບເຂົ້າມາບອກໃຫ້ເຂົ້າໄປໃນເຮືອນຈຶ່ງໜີອອກຈາກວົງສຸລະ
ມຸນນັ້ນ. ອ້າຍຫົ້ງຖາມວ່າຕອນຂ້າພະເຈົ້າອອກຈາກເຮືອນລາວໄປຄືນນັ້ນໄດ້ເຫັນສິ່ງຜິດປົກະຕິບໍ່? ແລະຮູ້ວ່ານາຍສົມນຶກຖືກຈັບບໍ? ຂ້າພະເຈົ້າກໍ
ໄດ້ປະຕິເສດວ່າບໍ່ຮູ້ແລະບໍ່ເຫັນຫຍັງ ແລະຍັງເຕືອນອ້າຍຫົ້ງອີກວ່າບໍ່ຕ້ອງຫຍຸ້ງກ່ຽວກັບເຣື່ອງນີ້ເພາະບໍ່ແມ່ນເຮື່ອງຂອງເຮົາ ເຖິງວ່າຄົນໆນັ້ນຈະເປັນ
ຄົນຮັກຄົນແພງກໍຈິງ ແຕ່ຍຸນີ້ສມັຍນີ້ບໍ່ມີໃຜຊ່ອຍໃຜໄດ້, ຄົນເຮົາຖ້າບໍ່ມີຄວາມຜິດຫຼືບໍ່ເຮັດຜິດກົດໝາຍຣະບຽບບ້ານເມືອງກໍບໍ່ມີບັນຫາເກີດຂື້ນ.
ແຕ່ອ້າຍຫົ້ງບໍ່ເຂົ້າໃຈວ່ານາຍສົມນຶກໄປເຮັດຫຍັງຈຶ່ງຖືກຈັບ ແລະເຣື່ອງມັນຈະບໍ່ລາມມາຮອດເຈົ້າຂອງບ້ານບໍ່ທີ່ເຊີນເອົາຄົນທີ່ທາງການຕ້ອງການ
ຕົວເຂົ້າມຮ່ວມຊຸມແຊວໃນບ້ານໃນເຮືອນ ແລະທາງການຈະບໍ່ວ່າເປັນຄົນພວກດຽວກັບສົມນຶກບໍ່? ອັນນີ້ເປັນຄຳຖາມຂອງອ້າຍຫົ້ງ ເພາະລາວຫວັ່ນ
ກົວວ່າຈະມີເຣື່ອງລາມປາມມາຮອດລາວ, ຂ້າພະເຈົ້າຈຶ່ງບອກລາວວ່າຖ້າເຮົາບໍ່ໄດ້ຮ່ວມເຮັດສິ່ງໃດສິ່ງໜຶ່ງທີ່ຜິດກົດໝາຍກັບນາຍສົມນຶກແລ້ວຈະ
ຢ້ານໄປເຮັດຫຍັງ ເຈົ້າເຊີນຄົນມາງານວັນເກີດລູກສາວເຈົ້າບໍ່ໄດ້ທີແຕ່ນາຍສົມນຶກ ມີຮອດຄົນອື່ນໆແລະສຳຄັນມີຫົວໜ້າໜ່ວຍຫົວໜ້າຄຸ້ມນາຍ
ບ້ານແລະຄົນບ້ານໃກ້ເຮືອນຄຽງມາຮ່ວມນຳ. ຂ້າພະເຈົ້າຍັງກຳຊັບໃຫ້ອ້າຍຫົ້ງໃຫ້ຂໍ້ມູນກັບໃຜຄົນໃດກໍຕາມທີ່ມາຖາມຫານາຍສົມນຶກໃຫ້ຕອບໄປ
ວ່າບໍ່ຮູ້, ຖ້າຖາມວ່ານາຍສົມນຶກມາຮ່ວມສັງສັນຢູ່ທີ່ນີ້ບໍ່ ກໍໃຫ້ຕອບວ່າມາ ແລະໃຫ້ບອກວ່າກັບບ້ານໄປແລ້ວພາຍຫຼັງງານປິດ. ອ້າຍຫົ້ງຍັງຖາມວ່າ
ເປັນຫຍັງໃຫ້ເວົ້າແນວນັ້ນ ຄືບໍ່ບອກຄວາມຈິງໂລດວ່າປືກຄຳຣວດຈັບໄປ? ຂ້າພະເຈົ້າໄດາອະທິບາຍໄປວ່າເພື່ອເປັນການເອົາໂຕເອງອອກຈາກການ
ໄປເປັນພະຍານບຸກຄົນ ເພື່ອຫລີກຫລ່ຽງການທຽວຂຶ້ງໃຫ້ການຢູ່ກອງຄະດີ. ຂ້າພະເຈົ້າຈຶ່ງເຈາະຖາມອ້າຍຫົ້ງເພື່ອວ່າລາວຮູ້ອັນມດອັນໜຶ່ງກຽວກັບ
ນາຍສົມນຶກ ອ້າຍຫົ້ງວ່າບໍ່ໄດ້ເຫັນສິ່ງໃດທີ່ນາຍສົມນຶກມີພິລຸດຜິດປົກະຕິທີ່ຜ່ານມາເພາະດົນໆຈຶ່ງພໍ້ກັນຫລັງຈາກປົດປ່ອຍມາ, ກ່ອນຈະເລົ່າຜູ້ກ່ຽວ
ມາງານວັນເກີດລູກສາວກໍຕອນພາເມັຍໄປຕລາດຊື້ເຄື່ອງຕຽມງານແລະພໍ້ຜູ້ກ່ຽວຈຶ່ງສວຍໂອກາດເລົ່າໝໍຕອນນັ້ນ, ບໍ່ປະຕິເສດກ່ອນປົດປ່ອຍປະ
ເທດແມ່ນໄປມາຫາກັນເກືອບທຸກໆທ້າຍສັປະດາ. ອ້າຍຫົ້ງຢູ່ວຽງຈັນຫຼືເມືອງລາວຍ້ອນລາວເສັຍດາຍທຸຣະກິດແລະບ້ານພໍ່ແມ່ຂອງລາວຈຶ່ງຕັດສິນ
ບໍ່ກັບໄປຢູ່ກຸງເທບຄືພໍ່ແມ່ຂອງລາວ, ເຖິງລາວຈະເປັນຄົນຈີນແຕ່ມີໝູ່ຄູ່ຮັກແພງເປັນຄົນລາວຫລາຍຄົນ ແລະກໍເວົ້າພາສາລາວໄດ້ດີ ບາງເທື່ອກໍ
ມີພາສາໄທອອກມາປົນ. ລາວເປັນຄົນໃຈກ້ວາງຂວາງບໍ່ຖືໂຕຈຶ່ງມີທັງຄົນລາວແລະຄົນຈີນຮັກຫອມກັບລາວ, ກ່ອນຂ້າພະເຈົ້າຈະມາລຶ້ງກັບລາວກໍ
ຕອນລາວພາແຟນລາວ (ເມັຍກ່ອນແຕ່ງງານກັນ) ເອົາຣັດຈັກໄປແປງຢູ່ຮ້ານອາວຂ້າພະເຈົ້າ ແຕ່ແຟນລາວນັ້ນເປັນໝູ່ຂອງຂ້າພະເຈົ້າທີ່ຮຽນຢູ່
ລາວອາເມຣິກັນນຳກັນ ເປັນຄົນຈີນແຕ່ມີຊື່ລາວວ່າ ນາງສົມພອນ ເປັນລູກສາມຜູ້ໃຫຍ່ຂອງຂອງເຖົ້າແກ່ບໍຣິສັດຢາສູບລິມຊຸງຮວດ. ການທີ່ຂ້າ
ພະເຈົ້າເອີ້ນອ້າຍໃຫ້ອ້າຍຫົ້ງນັ້ນກໍຍ້ອນວ່າລາວອາຍຸແກ່ກ່ອນຕົນເອງຕັ້ງ 4ປີ.
ອາທິດໜຶ່ງຜ່ານໄປຫລັງຈາກນາຍສົມນຶກຖືກຈັບກຸມໄປຂັງໄວ້ຢູ່ ເຊບຮາວສ໌ ລຶກລັບແຫ່ງໜຶ່ງທີ່ມີເຈົ້າໜ້າທີ່ຮູ້ຈັກພຽງບໍ່ເທົ່າໃດຄົນ ແລະໄດ້ປິດເປັນ
ຄວາມລັບເພື່ອບໍ່ໃຫ້ເຣື່ອງນີ້ຂຶ້ນເຖິງຫູຂອງຂັ້ນເທິງ. ພັນໂທບຸນລັບຜູ້ກຳກັບນະຄອນບານໄດ້ມີຄຳສັ່ງລົງມາໃຫ້ຮີບສອບສວນແລະສືບສວນນາຍສົມ
ນຶກໄວເທົ່າທີ່ຈະໄວໄດ້ ເພື່ອຈະໄດ້ເບາະແສທີ່ທາງການຕ້ອງການເຜີ້ມເຕີມ. ຕາມການສອບສວນ ນາຍສົມນຶກໃຫ້ການປະຕິເສດທຸກຂໍ້ກ່າວຫາ ແລະ
ຍັງບອກວ່າເວລາທີ່ເກີດເຫດການນັ້ນຜູ້ກ່ຽວຢູ່ທີ່ເມືອງໂພນສວັນແຂວງຊຽງຂວາງກັບນາຍທະຫານຊັ້ນຜູ້ໃຫຍ່ຄົນໜຶ່ງ ແຕ່ຜູ້ກ່ຽວບໍ່ຍອມຣະບຸຊື່ຂອງ
ນາຍທະຫານຄົນນັ້ນວ່າຊື່ຫຍັງ? ເມື່ອອັດເອົາສຽງເວົ້າຂອງນາຍສົມນຶກໃສ່ເທັບມາເປີດຟັບແລະທຽບໃສ່ເທັບສຽງບັນທຶກຈາດສະຖານທີ່ເກີດເຫດທີ່
ທ່ານທູດຍິ່ປຸ່ນອັດກ່ອນຕາຍໄວ້ນັ້ນ ແມ່ນ 90% ເປັນສຽງຄ້າຍຄືກັນ. ເພື່ອຄວາມແນ່ນອນທາງການລາວຈຶ່ງໄດ້ສົ່ງສອງສຽງນີ້ໄປສຳຣວດຢູ່ປະເທດ
ເຢັຍຣະມັນຕາເວັນອອກເພື່ອຫວັງເອົາຜົນສລຸບອອກມາ ເພາະຢູ່ປະເທດນີ້ມີເຄືອງສຳຣວດສຽງຈາກເຄື່ອງຄອມພິວເຕີ້. ໃນຣະຍະເວລາການລໍຖ້າຜົນ
ສລຸບການສຳຣວດສຽງຈາກປະເທດເຢັຍຣະມັນຕາເວັນອອກນັ້ນ ທາງເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງສືບສວນຄະດີນີ້ກໍຍັງສືບຕໍ່ສືບສວນນາຍສົມນຶກ
ເປັນປະຈຳ ແຕ່ກໍຍັງໄດ້ຮັບການປະຕິເສກທຸກຂໍ້ກ່າວຫາຕາມເຄີຍ.
ວັນໜຶ່ງໄດ້ໄປແຫວ່ຢາມອ້າຍຫົ້ງເພື່ອຈະໄດ້ຂ່າວຄາວອັນໃດອັນໜຶ່ງກ່ຽວກັບນາຍສົມນຶກ ແຕ່ກໍຜິດຫວັງ ເພາະອ້າຍຫົ້ງໄດ້ພາຄອບຄົວໄປກຸງເທບແລ້ວ,
ພົບແຕ່ຄົນຮັກສາບ້ານທີ່ອ້າຍຫົ້ງໃຫ້ເປັນຜູ້ມີສິດເຕັມໃນການເປັນເຈົ້າຂອງບ້ານຫຼັງນັ້ນ ແລະມີໜັງສືມອບສັນທະຈາກອ້າຍຫົ້ງແລະມີລາຍເຊັນຮັບຮູ້
ຈາກອຳນາດການປົກຄອງພື້ນຖານການປົກຄອງທຸກຂັ້ນ ເພາະອ້າຍຫົ້ງເປັນຄົນສັນຊາດໄທ ລາວເຂົ້າອອກປະເທດລາວຢ່າງຖືກຕ້ອງຕາມກົດໝາຍ
ທຸກຢ່າງ. ຜູ້ຮັກສາບ້ານອ້າຍຫົ້ງບອກວ່າ ອ້າຍຫົ້ງພຽງແຕ່ເອົາລູກແລະເມັຍໄປໄວ້ທີ່ກຸງເທບກັບພໍ່ແມ່ຂອງລາວ ແລ້ວຈະກັບມາວຽງຈັນອີກ ເພື່ອກັບມາ
ຈັດການກັບການຂາຍຫຸ້ນໃຫ້ຜູ້ທີ່ຢາກຊື້ຫຸ້ນຂອງລາວ ກ່ອນຈະກັບໄປຢູ່ກຸງເທບເປັນຖາວອນ. ຜູ້ຮັກສາບ້ານໄດ້ເອົາເບີໂທຣະສັບທີ່ຈະຕິດຕໍ່ອ້າຍຫົ້ງໄດ້ຢູ່
ທີ່ກຸງເທບໃຫ້ຂ້າພະເຈົ້າເພາະລາວຝາກໄວ້ໃຫ້ ແລະບອກໃຫ້ຂ້າພະເຈົ້າໂທໄປຫາລາວໄດ້ທຸກເວລາ. ຂ້າພະເຈົ້າກໍບໍ່ຕິອ້າຍຫົ້ງດອກທີ່ລາວພາລູກເມັຍໄປຢູ່
ກຸງເທບ ເພາະລາວບໍ່ແມ່ນຄົນລາວ.
ຜົນພິສູດຂອງສຽງຈາກປະເທດເຢັຍຣະມັນຕາເວັນອອກກໍສົ່ງມາເຖິງກອງບັນຊາການ ແລະຢັ້ງຢືນວ່າເປັນສຽງຂອງຄົນໆດຽວກັນຮ້ອຍເປີເຊັນ. ອິງຕາມ
ຫລັກຖານແລະພະຍານຜູ້ໃຫ້ການລັກສະນະຂອງຄົນຮ້າຍຈາກທ່ານທູດກ່ອນຖືກຄາຕະກັມ ນາຍສົມນຶກຈຶ່ງຕົກເປັນຈຳເລີຍ ປຸ້ນ ຂົ່ມຂືນ ແລະຂ້າຄົນຕາຍ
ເຖິງຜູ້ກ່ຽວຈະປະຕິເສດກໍຕາມ. ທາງເຈົ້າໜ້າທີ່ຕຳຣວດໄດ້ໄປຄົ້ນບ້ານພໍ່ແມ່ຂອງນາຍສົມນຶກທີ່ບ້ານໜອງໄຮ ແຕ່ບໍ່ພົບສິ່ງໃດພໍທີ່ຈະເປັນຂອງກາງທີ່ຈະ
ເສື່ອມຍົງໄປໃສ່ເຫດການທີ່ຜູ້ກ່ຽວໄດ້ສ້າງຂຶ້ນນັ້ນ ແຕ່ເຈົ້າໜ້າທີ່ໄດ້ພົບເຫັນປືນ ອາກາ 47 ທ້າຍພັບ ພ້ອມດ້ວຍຝັກກະສຸນໜຶ່ງອັນ ແລະມີລູກປືນ 30
ລູກ ຈຶ່ງຍຶດເອົາໄວ້ ແລະສືບຫາກົກປາຍສາຍເຫດວ່າຜູ້ກ່ຽວນີ້ເອົາປືນກະບອກນີ້ມາຈາກໃສ?
ເຈົ້າໜ້າທີ່ຄຳຣວດເຢັຍຣະມັນຕາເວັນອອກ ແລະຫວຽດນາມກໍພາກັນກັບປະເທດຂອງພວກເຂົາພາຍຫລັງທາງການລາວຈັບຄົນຮ້າຍໃນຄະດີສຍອງ
ຂັວນນັ້ນໄດ້, ແລະເຣື່ອງການຈັບກຸມຄົນຮ້າຍສົມນຶກວ່າຈະເກັບໄວ້ເປັນຄວາມລັບນັ້ນກໍໄດ້ເປີດເຜີຍອອກເປັນທາງການ ແຕ່ຍັງບໍ່ໄດ້ເປີດເຜີຍບ່ອນກັກ
ຂັງຂອງຜູ້ກ່ຽວເປັນທາງການເທື່ອ ເພາະຍັງມີຫບາຍກໍຣະນີທີ່ຈະສືບສວນແລະສອບສວນຫາຄວາມເທັດຈິງ. ເມື່ອຖາມເຖິງເຣື່ອງປືນ ອາກາ ກະບອກນັ້ນ
ນາຍສົມນຶກກໍບອກພຽງແຕ່ວ່າມີຄົນເອົາໃຫ້ ແລະຄົນໆນັ້ນກໍເຄີຍບອກມາແລ້ວວ່າເປັນນາຍທະຫານຜູ້ໃຫຍ່ຄົນໜຶ່ງ ແຕ່ຍັງບໍ່ບອກວ່າແມ່ນໃຜແລະຊື່
ຫຍັງ? ເຈົ້າໜ້າທີ່ສອບສວນຊຸດທີ່ສອບສວນນາຍສົມນຶກນີ້ກໍແປກ ເພາະເມື່ອກ່ອນວິທີການສືບສວນນັກໂທດແມ່ນທັງເຕະທັງຕ່ອຍຈົນນັກໂທດສວົບ
ຄາຫ້ອງຂັງ ໜ້າຕາບວມຊ້ຳ ແລະບາງຣາຍຈົນນອນກິນນ້ຳເຂົ້າທັງຂີ້ທັງຍ່ຽວ, ແຕ່ກັບນັກໂທດສົມນຶກນີ້ຜິດກັບນັກໂທດຄົນອື່ນໆຕາມທີ່ເຫັນມາ. ນາຍ
ສົມນຶກບໍ່ເຄີຍຖືກເຕະຫຼືຕ່ອຍຕີແມ້ແຕ່ຄັ້ງດຽວຫຼືບາດດຽວໃນເວລາສອບສວນ ເໝືອນກັບວ່າເຈົ້າໜ້າທີ່ສອບສວນມີຄວາມເກງບາຣະມີອັນໃດອັນໜຶ່ງ
ທີ່ນາຍສົມນຶກມີໃນໂຕ. ນັກໂທດສົມນຶກເປັນຄົນໃຈແຂງບໍ່ຍອມຮັບສາລະພາບຈັກແນວ ທຸກຂໍ້ກ່າວຫາແມ່ນຜູ້ກ່ຽວໄດ້ປະຕິເສດໄປໝົດ ດັ່ງນັ້ນທາງຄນະ
ກອງກຳກັບການຈຶ່ງໄດ້ຕັ້ງກອງປະຊຸມຂຶ້ນເພື່ອຫາລືກັນວ່າຈະກຳເນີນງານໄປວິທີໃດ ຈຶ່ງຈະໄດ້ຜົນ?
ມື້ໜຶ່ງໂທຣະສັບໄປຫາອ້າຍຫົ້ງທີ່ກຸງເທບປະເທດໄທ ແລະໄດ້ໂອ້ລົວກັບລາວດົນເຕີບ ສ່ວນຫລາຍກໍຖາມຂ່າວຄວາມທຸກສຸກກັນ ແລະເວົ້າເຣື່ອງນາຍສົມ
ນຶກໜ້ອຍໜຶ່ງ ແຕ່ກໍໄດ້ຜົນຢ່າງບໍ່ຄາດຝັນ ເມື່ອອ້າຍຫົ້ງບອກວ່າ ນາຍສົມນຶກຄົງຈະໄດ້ອອກຈາກຄຸກໄວໆນີ້ເພາະຜູ້ກ່ຽວມີຍາດພີນ້ອງເປັນນາຍທະຫານ
ຊັ້ນຜູ້ໃຫຍ່ຄົນໜຶ່ງທີ່ມີນາມສະກຸນ........ແລະນາຍສົມນຶກບໍ່ໄດ້ແມ່ນຄົນພື້ນຖານບ້ານໜອງໄຮ ເປັນຄົນມາແຕ່ທາງໃຕ້ພຸ້ນ. ຂ້າພະເຈົ້າຈຶ່ງຢ້ອນຖາມ
ອ້າຍຫົ້ງວ່າເປັນຫຍັງລາວຈຶ່ງຮູ້ລາຍລະອຽດນີ້ດີ? ລາວບອກວ່ານາຍສົມນຶກເລົ່າສູ່ຟັງ ແລະເຄີຍຊວນຂຶ້ນໄປທ່ຽວຫຼີ້ນຢູ່ໂພນສວັນແຕ່ບໍ່ກ້າໄປເພາະບໍ່ກ້າສ່ຽງ
ຂີ່ຣົດທີ່ທາງຣົດບໍ່ມີຄຸນະພາບແລະຮັປະກັນ ແລະອ້ຍຫົ້ງຍັງບອກວ່ານາຍທະຫານຜູ້ທີ່ເປັນຍາດພີ່ນ້ອງຂອງນາຍສົມນຶກນັ້ນເປັນຜູ້ບັງຄັບບັນຊາສູງສຸດຢຢູ່
ທີ່ໂພນສວັນນັ້ນ. ຂ້າພະເຈົ້າຮູ້ວ່ານາຍທະຫານຜູ້ທີ່ເປັນຍາດພີ່ນ້ອງຂອງນາຍສົມນຶກນັ້ນເປັນຄົນທີ່ມີອິດທິພົນສູງ ເພິງຈະບໍ່ມີຍົດຮອດນາຍພົນມີຣະຍະນັ້ນ.
ຜູ້ກ່ຽວເປັນອະດີດຮ້ອຍເອກກອງທັບແຫ່ງຊາດລາວ ແຕ່ມີຄະດີຂັດແຍ່ງກັບຣະບຽບວິນັຍທະຫານທີ່ທາງສານທະຫານບໍ່ສາມາດຈະໃຫ້ໂທດເບົາໄດ້ ມີແຕ່
ໄທດຍິງເປົ້າລູກດຽວ ຜູ້ກ່ຽວຈຶ່ງໂຕນເຂົ້າປ່າໄປຮ່ວມກັບທະຫານຝ່າຍປະເທດລາວດ້ວຍຄວາມຊ່ວຍເຫຼືອຂອງລູກນ້ອງທີ່ຍັງມີຄວາມຈົງຮັກພັກດີຕໍ່ຜູ້ກ່ຽວ
ເປີດປະຕູຄຸກໃຫ້ແລະອາລັກຂາພາເຂົ້າປ່າໄປ, ແລະພາຍຫລັງປົດປ່ອຍປະເທດຊາດ ຜູ້ກ່ຽວໄດ້ຊັ້ນພັນເອກຫຼືຜູ້ພັນແລະປະຈຳການຢູ່ທີ່ເມືອງໂພນສວັນ
ແຂວງຊຽງຂວາງ. ( ຂໍໂທດທີ່ບໍ່ສາມາດບອກຊື່ນາຍທະຫານຄົນນັ້ນເພາະຍັງມີຊີວິດຢູ່ ແລະມີອິດທິພົນທີ່ສຸດໃນປັຈຸບັນນີ້ )
ຂ້າພະເຈົ້າພະຍາຍາມສອບຖາມອ້າຍຫົ້ງຫລາຍຢ່າງແຕ່ລາວບອກວ່າຮູ້ແດ່ເທົ່ານັ້ນກ່ຽວກັບເລື່ອງຂອງນາຍສົມນຶກ. ໄດ້ນຳເຣື່ອງທີ່ໄດ້ໂອ້ລົວກັບອ້າຍຫົ້ງ
ກ່ຽວກັບນາຍສົມນຶກກັບນາຍທະຫານຜູ້ທີ່ເປັນຍາດໃຫ້ຜູ້ບັງຄັບບັນຊາຟັງ ແລະຕໍ່ມາເພິ່ນກໍຕິດຕໍ່ໄປທາງກະຊວງປ້ອງກັນຊາດເພື່ອຊ່ອຍສືບຫາກົກປາຍ
ສາຍເຫດຂອງປືນອາກາກະບອກນັ້ນຈາກນາຍທະຫານທີ່ກ່າວມານັ້ນ, ທາງນາຍທະຫານຄົນນັ້ນກໍໄດ້ແຈ້ງກັບມາວ່າລືມປືນກະບອກນັ້ນຢູ່ທີ່ເຮືອນນ້ອງ
ຊາຍທີ່ບ້ານໜອງໄຮຕອນໄປຢາມເມື່ອ 4-5 ເດືອນຜ່ານມານີ້ ແລະຜູ້ກ່ຽວກໍສັ່ງໃຫ້ເອົາປືນກະບອກດັ່ງກ່ານນັ້ນໄປສົ່ງຄືນທີ່ກະຊວງແລ້ວໃຫ້ກະຊວງສົ່ງ
ໄປໃຫ້ຜູ້ກ່ຽວທີ່ໂພນສວັນ, ກໍຣະນີເຣື່ອງປືນກະບອກນີ້ກໍແປວ່າໝົດໄປ. ແຕ່ເຣື່ອງຄະດີຂອງຫລານຊາຍຂອງນາຍທະຫານຄົນນັ້ນກໍຄືນາຍສົມນຶກນັ້ນ
ຍັງບໍ່ໝົດເພາະນາຍທະຫານຜູ້ເປັນລຸງຂອງສົມນຶກໄດ້ຂີ່ຍົນລົງມາວຽງຈັນທັນທີຫລັງຈາກໄດ້ຍິນຂ່າວວ່າຫລານຊາຍຖືກຈັບ. ນາຍທະຫານຄົນນັ້ນໄດ້ໃຊ້
ອຳນາດແລະເສັ້ນສາຍເພື່ອຢາກຊາບບ່ອນກັກຂັງຕົວນາຍສົມນຶກ ເພື່ອຈະໄປຮັປະກັນເອົາອອກມາເພື່ອຕໍ່ສູ້ຄະດີ, ເຣື່ອງຂອງເຣື່ອງຈຶ່ງເປັນເຫດໃຫ້ທະ
ຫານແລະຕຳຣວດຕ້ອງມາພະເຊີນໜ້າກັນ. ພວກນາຍຕຳຣວດເກືອບທຸກນາຍຢູ່ນະຄອນບານພາກັນເກງກົວນາຍທະຫານຄົນນີ້ ເພາະຜູ້ກ່ຽວເຄີຍເປັນ
ຜູ້ບັງຄັບບັນຊາໃນຕອນເປັນທະຫານປາງສົງຄາມກ່ອນຖືກໂອນຕົວຊັບຊ້ອນມາເປັນຕຳຣວດຫລັງແຕ່ງຕັ້ງຣັຖະບານປະສົມສອງຝ່າຍໃນປີ 73. ນາຍ
ທະຫານຄົນນີ້ພະຍາຍາມຢາກເຂົ້າພົບນາຍສົມນຶກຜູ້ເປັນຫລານແຕ່ຖືກປະຕິເສດຈາກທາງກະຊວງພາຍໃນ ແຕ່ມີຜູ້ມີອຳນາດແລະໃຫຍ່ກ່ອນຫົວໜ້າ
ກົມຕຳຣວດຊຶ່ງເປັນຜູ້ໜູນຫລັງນາຍທະຫານຄົນນັ້ນໄດ້ກົດດັນໃຫ້ນາຍຕຳຣວດຈົນເກືອບຈະບອກວ່ານາຍສົມນຶກຖືກກັກຕົວຢູ່ບ່ອນໃດ? ທາງກົມຕຳ
ຣວດຈຶ່ງມີກອງປະຊຸມກ່ຽວກັບກໍຣະນີທີ່ນາຍທະຫານຄົນນັ້ນສເນີຢາກພົບຕົວນາຍສົມນຶກໃນຖານະລຸງແລະຫລານຊາຍຫຼືຍາດພີ່ນ້ອງ, ແລ້ວທາງກົມ
ຕຣ ຈະມີທ່າທີແນວໃດ ເພາະຄະດີນີ້ເປັນຄະດີຣະດັບຕ່າງປະເທດຫຼືຄະດີສາກົນ ແລະທາງຍີ່ປຸ່ນກໍຕ້ອງການໃຫ້ຣັຖະບານລາວຮັບຜິດຊອບເຣື່ອງທີ່ເກິດ
ຂຶ້ນກັບຄົນຂອງເຂົາ ແລະຈີ້ໃຫ້ທາງການລາວນຳເອົາອາສະຍາກອນທຸກຄົນທີ່ກໍ່ອັສະຍະກັມນີ້ມາລົງໄທດໃຫ້ໄດ້ ແລະສິ່ງສຳຄັນທີ່ທາງຍີ່ປຸ່ນຕ້ອງການກໍ
ຄື ມີໃຜຢູ່ເບື້ອງຫຼັງຂອງການກໍ່ອາສະຍາກັມນີ້ດັ່ງທີ່ໄດ້ກ່າວມາກ່ອນໜ້ານີ້. ຂ້າພະເຈົ້າກໍຖືກເຂົ້າຮ່ວມກອງປະຊຸມນີ້ ຊຶ່ງມີຜູ້ຕາງໜ້າແຕ່ລະຂແໜງການ
ເຂົ້າມາຮ່ວມຕຳນວນ 16 ຄົນ. ທາງປະທານກອງປະຊຸມໄດ້ສເນີໃຫ້ທຸກຄົນທີ່ເຂົ້າຮ່ວມກອງປະຊຸມໃຫ້ມີສ່ວນຮ່ວມໃນການອອກຄວາມຄິດຄວາມເຫັນ
ວ່າຈະມີວິທີໃດທີ່ຈະຕອບສນອງຄຳຮຽກຮ້ອງຕ້ອງການຂອງນາຍທະຫານຄົນນັ້ນ? ຖ້າຕາມລຳພັງນາຍທະຫານຄົນນັ້ນຄົນດຽວກໍມີວິທີແກ້ໄຂຫລາຍທາງ
ເພາະບໍ່ມີແນວມາກົດດັນຈົນບໍ່ສາມາດປະຕິເສດໄດ້ ດັ່ງເຣື່ອງຂອງມັນເກີດຂຶ້ນໃນປັຈຸບັນນີ້. ພໍແຕ່ຜູ້ໃຫຍ່ຢູ່ເບື້ອງບົນສົ່ງສຽງສັນຍານລົງມາມຫ້ອຳນວຍ
ຄວາມສະດວກໃຫ້ນາຍທະຫານຄົນນັ້ນ ພຽງແຕ່ຫົວໜ້າກົມຈຳຣວດໄດ້ຍິນຊຶ່ຂອງຜູ່ຢູ່ເບື້ອງບົນນັ້ນກໍພາກັນຫົນຫວຍໄປແລ້ວ. ຜູ້ເຂົ້າຮ່ວມປະຊຸມຕ່າງກໍ
ອອກຄວາມຄິດຄວາມເຫັນແຕກຕ່າງກັນໄປແຕ່ກໍມາມ້ວນທ້າຍລົງຢູ່ຈຸດດຽວກັນວ່າບໍ່ມີອຳນາດພຽວພໍທີ່ຈະຢັບຢັ້ງເສັ້ນສາຍຂອງນາຍທະຫານຄົນນັ້ນ.
ຂ້າພະເຈົ້າໄດ້ສເນີໃຫ້ສັກຖາມນາຍທະຫານຄົນນັ້ນວ່ານາຍສົມນຶກເຄີຍໄປຢາມຢູ່ໂພນສວັນຈັກເທື່ອ ແລະວັນເດືອນປີໃດແດ່ ແລະໃຫ້ຫາວິທີອັດເທັບເອົາ
ໄວ້, ເພາະຜູ້ຕ້ອງຫາໄດ້ໃຫ້ການປະຕິເສດທຸກຂໍ້ກ່າວຫາ ແລະໃນວັນເວລາທີ່ເກີດເຫດນັ້ນຜູ້ກ່ຽວບອກວ່າໄປຢາມພີ່ນ້ອງຜູ້ທີ່ເປັນນາຍທະຫານຢຸ້ໂພນສວັນ
ແຂວງຊຽງຂວາງ ແລະແລ້ວ ທຸກຄົນໃນກອງປະຊຸມກໍເຫັນດີນຳຂໍ້ສເນີຂອງຂ້າພະເຈົ້າ. ທາງກົມຕຳຣວດຫວັ່ນວິຕົກຢ່າງດຽວກໍຄືຜູ້ຕ້ອງຫາເປັນຄົນຂອງ
ຜູ້ທີ່ມີອຳນາດແລະມີໂອກາດສູງທີ່ຈະຫຼຸດພົ້ນຈາກຂໍ້ກ່າວຫາ ຖ້າບໍ່ທີຫຼັກຖານພະຍານພຽງພໍຫັດຕົວໄວ້. ດັ່ງນັ້ນແຜນການທີ່ຈະຖາມນາຍທະຫານຄົນນັ້ນ
ແລະອັດເທັບໄວ້ນັ້ນກໍໄດ້ເຣື່ມຕົ້ນດ້ວຍການສເນີໄປຍັງນາຍທະຫານຄົນນັ້ນວ່າທາງກົມຕຳຣວດຕ້ອງການຖາມຄຳຖາມແລະຂໍເຊີນໃຫ້ເຂົ້າມາພົບກັນທີ່ກອງ
ບັນຊາການຕຳຣວດນະຄອນບານ ກ່ອນຈະໃຫ້ພົບກັບຜູ້ຕ້ອງຫາ. ທຳອິດ ນາຍທະຫານຄົນນັ້ນຢາກໃຫ້ຖາມເພິ່ນຕອນເວົ້າສາຍກັນຢູ່ນັ້ນ ແຕ່ທາງເຈົ້າໜ້າ
ທີ່ຕຳຣວດບອກໄປວ່າບໍ່ເໝາະສົມທີ່ຈະຖາມແລະຕອບກັນທາງສາຍ ແລະສຸດທ້າຍນາຍທະຫານຄົນນັ້ນກໍຮັບປາກທີ່ຈະມາພົບຕາມວັນເວລານັກໝາຍ. ທີ່
ນະຄອນບານ ທາງຫົວໜ້າກົມ ຕຣ ກໍຖາມຄຳຖາມທີ່ໄດ້ຕຽມໄວ້ນັ້ນໄປຍັງນາຍທະຫານຄົນນັ້ນ ແລະເທັບກໍໄດ້ເປີດໃນໂມດບັນທຶກໄວ້. ນາຍທະຫານຄົນນັ້ນ
ໄດ້ຕອບວ່ານາຍສົມນຶກໄປຢາມຜູ້ກ່ຽວເທື່ອດຽວທີ່ໂພນສວັນໃນປີຜ່ານມາ (ໝາຍເຖິງປີ 77) ແຕ່ວັນແລະເດືອນແມ່ນບໍ່ກົງກັນກັບວັນເກີດເຫດການຂຶ້ນ
ທີ່ບ້ານພັກທູດຍີ່ປຸ່ນດັ່ງທີ່ນາຍສົມນຶກໄດ້ອ້າງວ່າໃນວັນດັ່ງກ່າວນັ້ນຜູ້ກ່ຽວຢູ່ທີ່ໂພນສວັນກັລນາຍທະຫານຄົນນີ້.
ທາງຝ່າຍນາຍທະຫານຄົນນັ້ນຈຶ່ງຢ້ອນຖາມເຈົ້າໜ້າທີ່ວ່າເມື່ອໃດຈະໄດ້ພົບນາຍສົມນຶກ ຊຶ່ງທາງກົມ ຕຣ ກໍບອກຕາມຄວາມຈິງວ່າເຈົ້າໜ້າທີ່ກຳລັງ
ພາຕົວເຂົ້າມາວຽງຈັນແລະຍັງຢູ່ໃນການເດີນທາງຢູ່ໃນຂນະນີ້. ທີ່ຈິງແລ້ວນາຍທະຫານຄົນນັ້ນບໍໄດ້ແມ່ນຄົນພາກໃຕ້ຂອງລາວດັ່ງທີ່ອ້າຍຫົ້ງເລົ່າສູ່ຟັງ
ນາຍທະຫານຄົນນັ້ນເປັນຄົນເມືອງປາກຊັນ, ເປັນຮ້ອຍເອກທະຫານຣັຖະບານວຽງຈັນແລະເປັນຜູ້ບັງຄັບບັນຊາເຂດຍ່ອຍປາກຊັນ. ຕາມທີ່ສືບຂ່າວ
ຮູ້ມາວ່າ ພໍ່ຂອງນາຍສົມນຶກເປັນນ້ອງຊາຍຂອງນາຍທະຫານຄົນນັ້ນ ແລະເປັນພະນັກງານຢູ່ໂຮງງານເບັຍລາວຊຶ່ງບໍ່ໄກຈາກບ້ານໜອງໄຮ ໄດ້ຍ້າຍມາ
ແຕ່ປາກຊັນແຕ່ຕອນເປີດໂຮງງານເບັຍລາວທຳອິດພຸ້ນ ເພາະໄດ້ງານທຳຢູ່ໂຮງງານເບັຍນີ້. ແມ່ຂອງນາຍສົມນຶກໄດ້ເສັຍຊີວິດໄປແລ້ວດ້ວຍພຍາດໄຂ້
ປ່າແຕ່ຕອນນາຍສົມນຶກອາຍຸໄດ້ 8 ຂວບ, ພໍ່ນາຍສົມນຶກແຕ່ງງານໃໝ່ພາຍຫຼັງສອງປີທີ່ເມັຍເກົ່າຈາກໄປແລະກໍມີບຸດນຳເມັຍໃໝ່ 3 ຄົນ ຍິງ 2 ຊາຍ
ໜຶ່ງ ແຕ່ຄວາມບໍ່ຖືກຕ້ອງປອງດອງຂອງຄອບຄົວຈຶ່ງເປັນເຫດໃຫ້ເມັຍໃໝ່ຂອງພໍ່ສົມນຶກຕ້ອງໜີໄປຢູ່ທີ່ອຸດອນກັບພໍ່ຄ້າຄົນໄທແລະປະຖິ້ມລູກສາມ
ຄົນໄວ້ກັບຜົວໃນປິ 1971. ນັບແຕ່ວັນນັ້ນມາພໍ່ຂອງສົມນຶກກໍບໍ່ໄດ້ແຕ່ງງານຫຼືມີເມັຍໃໝ່ຍ້ອນຄວາມເສັຍໃຈຈຶ່ງເປັນເຫດໃຫ້ຂາດການເປັນເນື່ອງ
ນິດ ແລະໃນທີ່ສຸດທາງໂຮງງານເບັຍລາວກໍໄລ່ອອກການໃນປີຕໍ່ມາ. ໃນປີພໍ່ຂອງສົມນຶກຖືກໄລ່ອອກຈາກການນັ້ນ ສົມນຶກຕ້ອງໄດ້ອອກຈາກໂຮງຮຽນ
ຍ້ອນເສຖະກິດຝືດເຄືອງຂອງຄອບຄົວ ເພາະຄອບຄົວອາສັຍກິນນຳຣາຍໄດ້ຈາກການທຳງານຂອງຜູ້ເປັນພໍ່ຄົນດຽວ ແລະກ່ອນໜ້ານັ້ນສົມນຶກຮຽນຢູ່
ວິທະຍາລັຍຟ້າງຸ່ມວຽງຈັນທີ່ໂສກປ່າຫຼວງ ແລະອອກໂຮງຮຽນມາໄປທຳງານທີ່ໂຮງງານຕົ້ມເຫຼົາຊຽງຊຸນທີ່ເກົ້າລ້ຽວຊຶ່ງເປັນບໍຣິສັດແຫ່ງໜຶ່ງທີ່ພໍ່ຂອງອ້າຍ
ຫົ້ງເປັນຫຸ້ນສ່ວນ ຈຶ່ງເຮັດໃຫ້ນາຍສົມນຶກຮູ້ຈັກຮັກແພງກັບລູກຊາຍເຈົ້າຂອງໂຮງງານກໍຄືອ້າຍຫົ້ງນັ້ນ. ແມ່ນ້າຂອງສົມນຶກທີ່ໄປຢູ່ກິນກັບຜົວໃໝ່ຄົນ
ໄທທີ່ອຸດອນ ເມື່ອໄດ້ຍິນຂ່າງວ່າລູກຂອງຜູ້ກ່ຽວທັງສາມຄົນນັ້ນກຳລັງຕົກຢູ່ໃນພາວະຍາກຈົນຈຶ່ງໄດ້ມາລັກເອົາລູກທັງສາມໜີໄປຢູ່ອຸດອນນຳໃນປີຕໍ່ມາ
1973.
ບັນຫາທຸກຢ່າງກໍຕາມມາດັ່ງທີ່ຄາດເອົາໄວ້ບໍ່ຜິດ ພາຍຫຼັງນາຍທະຫານຄົນນັ້ນໄດ້ພົບກັບຫຼານຊາຍຂອງເຂົາ, ເຊື່ອແນ່ວ່າສົມນຶກໄດ້ບອກເລົ່າເຫດການ
ທີ່ເຫີດຂຶ້ນໃຫ້ລຸງຂອງຜູ້ກ່ຽວຟັງທຸກຢ່າງຕອນທີ່ທາງກົມຕຳຣວດອະນຸຍາດໃຫ້ເຂົ້າພົບ. ນາຍທະຫານຄົນນັ້ນພວມຫວິ່ງເຕັ້ນປະກັນຕົວຫລານຊາຍອອກ
ຈາກຫ້ອງຂັງເພື່ອຈະຕໍ່ສູ້ຄະດີ, ແຕ່ກໍໜ້າຄິດຄືກັນເພາະໃນຍຸກນັ້ນ ສປປ ລາວ ມີສະພາປະຊາຊົນບ່ອນດຽວທີ່ເປັນບ່ອນຕັດສິນຄະດີຜູ້ຕ້ອງຫາແລະນັກ
ໂທດ. ສປປ ລາວບໍ່ມີຮອດທະນາຍຄວາມຫລືສານຕ່າງໆ ເພາະຖືກຫຍຸບໄປແລ້ວຕັ້ງແຕ່ວັນທີ 2 ທັນວາ 75ພຸ້ນ. ການພະຍາຍາມຂອງນາຍທະຫານຄົນ
ນັ້ນເກີດໃຫ້ມີສຽງວິພາກວິຈານເກີດຂຶ້ນໃນສາມາຣະນະຊົນທົ່ວໄປວ່າເປັນການຫລີ້ນພັກຫລີ້ນພວກ ແຕ່ກໍບໍ່ມີສິ່ງໃດຈະມາເປັນອຸປະສັກຄວາມພະຍາຍາມ
ຂອງນາຍທະຫານຄົນນັ້ນ ເພາະວ່າມີຜູ້ທີ່ມີອຳນາດໃຫຍ່ໃຫ້ຄວາມຊ່ວຍເຫຼືອແລະສນັບສນູນຢູ່ເບື້ອງຫຼັງ. ນາຍທະຫານຄົນນັ້ນຕ້ອງການເຫັນຫຼັກຖານແລະ
ພະຍານບຸກຄົນຫຼືວັດຖຸມາຢັ້ງຢືນຕໍ່ສານປະຊາຊົນວ່າຫລານຊາຍຂອງຜູ້ກ່ຽວເປັນຄົນຮ້າຍໃນຄະດີນັ້ນ. ທາງກົມຕຳຣວດກໍນຳເອົາເທັບບັນທຶກສຽງຂອງທູດ
ຍີ່ປຸ່ນ ແລະ ສຽງຂອງນາຍສົມນຶກທີ່ໃຫ້ການວ່າຜູ້ກ່ຽວຢູ່ທີ່ໂພນສວັນກັບນາຍທະຫານຄົນໜຶ່ງໃນວັນເວລາເຫດການເກີດຂຶ້ນັ້ນໄປເປີດໃຫ້ຄນະສານປະຊາ
ຂອງກຳແພງນະຄອນຟັງ ຊື່ງມີຂ້າພະເຈົ້າໄດ້ໄປແປພາສາຍີ່ປຸ່ນໃຫ້ ໂດຍຊ້ອງໜ້າທັງສອງຝ່າຍກໍຄ້ລຸງຂອງຜູ້ຕ້ອງຫາແລະກົມຕຳຣວດ. ແຕ່ນາຍທະຫານ
ຄົນນັ້ນຍັງບໍ່ຍອມເພາະຜູ້ກ່ຽວບອກວ່າຜູ້ແປພາສາຍີ່ປຸ່ນ (ກໍໝາຍເຖິງຂ້າພະເຈົ້າ) ນັ້ນອາດຈະເປັນຄົນຂອງກົມຕຳຣວດເຖິງວ່າບໍ່ໄດ້ຢູ່ໃນເຄື່ອງແບບກໍຈິງ
ຈຶ່ງສເນີໃຫ້ຊອກຫາຄົນໃດຄົນໜຶ່ງທີ່ຮູ້ພາສາຍີ່ປຸ່ນມາແປອິກຕື່ມໃນວັນີ້ແລະເວລານີ້, ຖ້າຮູ້ວ່າມີໃຜແລະຢູ່ບ່ອນໃດນາຍທະຫານຄົນນັ້ນຈະເປັນຄົນໄປນຳ
ເຈົ້າໜ້າທີສານແລະຕຳຣວດນຳເອົາຄົນແປພາສານັ້ນມາທີ່ສານນີ້ເພື່ອເປັນການໄວ້ວາງໃຈແລະໂປ່ງໃສວ່າບໍ່ມີການສັ່ງຫຼືແນະຄຳແປອອກມາອັນດຽວກັນ.
ທາງກົມຕຳຣວດແລະຄນະສານປະຊາຊົນຕ່າງກໍບໍ່ຮູ້ວ່າມີຄົນລາວຈັກຄົນທີ່ຢູ່ວຽງຈັນຈະເຂົ້າໃຈແລະປາກເວົ້າພາສາຍີ່ປຸ່ນ, ບ່ອນທຳອິດແມ່ນຄິດຕໍ່ໄປທີ່ກະ
ຊວງການຕ່າງປະເທດ ເພາະທີ່ກະຊວງນີ້ມີປັນຍາຊົນຝ່າຍວຽງຈັນເປັນພະນັກງານຢູ່ສ່ວນຫລາຍທີ່ໃຊ້ພາສາຕ່າງປະເທດ ແຕ່ກໍບໍ່ມີໃຜຮູ້ພາສາຍີ່ປຸ່ນ ສ່ວນ
ຫລາຍແມ່ນພາສາຝຣັ່ງແລະອັງກິດເທົ່ານັ້ນທີ່ໃຊ້ໃນເວລາຄິດຕໍ່ຕ່າງປະເທດ. ແລະຕໍ່ມາກໍໄປຖາມໂຮງຮຽນດົງໂດກ, ແພທສາດ, ກົດໝາຍ ແລະອຸດົມ
ວຽງຈັນ ແຕ່ບໍ່ມີໃຜຮູ້ພາສາຍີ່ປຸ່ຄືກັນໝົດທຸກສະຖາບັນ. ຂ້າພະເຈົ້າຊື່ມໃສ່ຫູຫົວໜ້າກົມ ຕຣ ທີ່ນັ່ງຕິດກັບຂ້າງຊ້າຍມືຂອງຂ້າພະເຈົ້າ, ແລະນາຍທະຫານ
ຄົນນັ້ນຈະບໍ່ແນມເຫັນເພາະມີຄົນບັງໄວ້ສອງຄົນ, ບອກວ່າຄືບໍ່ສເນີເມັຍຜູ້ກອງບຸນຮຽງລອງເບິ່ງເພາະນາງຕິວເຂົ້າໃຈພາສາຍີ່ປູ່ນດີຄືກັນ ເຫັນແຕ່ຄົນດຽວ
ນີ້ທີ່ຈະຊ່ອຍໄດ້. ທາງເຈົ້າໜ້າທີຈຶ່ງຕິດຕໍ່ໄປຫາອ້າຍບຸນຮຽງເພື່ອໃຫ້ນາງຕິວມາທີ່ສານປະຊາຊົນກຳແພງນະຄອນແລະທຸກຢ່າງກໍເປັນໄປໄດ້ໂດຍດີ ແຕ່ນາຍ
ທະຫານຄົນນັ້ນໄດ້ຂຶ້ນຣົດໄປນຳເອົາພວກທີ່ໄປນຳເອົານາງຕິວທີ່ບ້ານໜອງບອນ (ດີແຕ່ນາຍທະຫານຄົນນັ້ນບໍ່ຮູ້ວ່ານາງຕິວເປັນເມັຍນາຍຕຳຣວດຄົນໜຶ່ງ
ບໍ່ຈັ່ງຊັ້ນຄົງຈະບໍ່ແລ້ວ). ນາງຕິວກໍແປອອກມາແບບດຽວກັນກັບຂ້າພະເຈົ້າແປຜ່ານມານັ້ນ, ແຕ່ຍັງບໍ່ຈົບເພາະນາຍທະຫານຄົນນັ້ນກ້ຽວໄປທາງໃໝ່ວ່າຜູ້
ວ່າເປັນທູດຍີ່ປຸ່ນເວົ້າໃນເທັບນັ້ນອາດເປັນການກຸເຣື່ອງຂຶ້ນມາຂອງເຈົ້າໜ້າທີ່ເພື່ອຍັດຍຽດຄວາມຜິດໃຫ້ຜູ້ຕ້ອງຫາ ແລະຍັງໄດ້ສເນີຕໍ່ຫົວໜ້າສານປະຊາຊົນ
ວ່າວັນເກີດເຫດນັ້ນນາຍສົມນຶກຢູ່ທີ່ໂພນສວັນກັບຜູ້ກ່ຽວເອງ. ເມື່ອທາງຫົວໜ້າກົມ ຕຣ ໄດ້ຍິນວ່ານາຍສົໃນຶກຢູ່ກັບນາຍທະຫານຄົນນັ້ນໃນວັນເກິດເຫດ
ນັ້ນຈຶ່ງນຳເອົາເທັບທີ່ບັນທຶກສຽງຂອງນາຍສົມນຶກແລະຜູ້ເປັນລຸງມາເປີດໃຫ້ຄນະສານປະຊາຊົນຟັງ. ລຸງເວົ້າແນວໜຶ່ງຫລານຊາຍເວົ້າແນວໜຶ່ງຢ່າງບໍ່ກົງ
ກັນແລະປະສົມກັບຜູ້ເປັນລຸງພ້ອມທັງເປັນນາຍທະຫານຍັ່ງຫາເວົ້າອອກມາກ່ອນຈະນຳເອົາເທັບມາເປີດນັ້ນທີ່ວ່າຫລານຂອງຜູ້ກ່ຽວຢູ່ທີ່ໂພນສວັນໃນມື້ທີ່
ເກີດເຫດສຍອງຂັວນອັນນັ້ນ ຈຶ່ງເຮັດໃຫ້ຫົວໜ້າສານປະຊາຊົນກຳແພງນະຄອນວຽງຈັນສັ່ງປິດສານລົງທັນທີ ແລະຈະແຈ້ງຕາມທີຫລັງຂອງວັນດັດສິນຄະ
ດີ.
ສານປະຊາຊົນໃນຍຸກນັ້ນ ( 1975-83 ) ມີຢູ່ 6 ຂັ້ນຄື: ຂັ້ນບ້ານ, ຕາດສງ, ເມືອງ, ກຳແພງນະຄອນ, ແຂວງ ແລະ ສູງສຸດກໍສະພາປະຊາຊົນສູງສຸດ
ນັ້ນເອງ ແຕ່ບໍ່ມີສານຊັ້ນຕົ້ນ, ສານອຸທອນ ແລະສານລົບລ້າງ ເໝືອນດັ່ງອະດີດການປົກຄອງຂອງຣະບອບປະຊາທິປະຕັຍຂອງຣັຖະບານພຣະຣາຊອາ
ນາຈັກໂດຍມີພຣະມະຫາກະສັດເປັນປະມຸກ. ສານປະຊາຊົນຂັ້ນບ້ານປະກອບດ້ວຍນາຍບ້ານເປັນຫົວໜ້າສານ ແລະມີຫົວໜ້າໜ່ວຍໜຶ່ງຄົນແລະຫົວ
ໜ້າຄຸ້ມໜຶ່ງຄົນຮ່ວມເປັນຄນະສານ ໂດຍປະຊາຊົນຂັ້ນບ້ານເປັນຜູ້ປ່ອນບັດຂັດເລືອກເອົາ. ຂັ້ນຕາແສງ ກໍຕາແສງເປັນຫົວໜ້າສານເອງ ແລະມີຄນະ
ສານ 4 ຄົນທີ່ໄດ້ຂັດເລືອກຫຼືປະຊາຊົນປ່ອນບັດຂັດເລືອກເອົາມາພຽງ 4 ຄົນເທົ່ານັ້ນເຖິງວ່າໃນຕາແສງນັ້ນຈະມີເປັນ 10 ບ້ານກໍຕາມ. ສ່ວນຂັ້ນເມືອງ
ນັ້ນແຕກຕ່າງຂັ້ນຕາແສງແລະຂັ້ນບ້ານ ເພາະຫົວໜ້າສານນັ້ນປະຊາຊົນບໍ່ໄດ້ປ່ອນບັດຂັດເລືອກເອົາແຕ່ແມ່ນອຳນາດການປົກຄອງທ້ອງຖິ່ນແຕ່ຂັ້ນ
ບ້ານຂຶ້ນຮອດເມືອງໄດ້ຕົກລົງຄວາມເຫັນເປັນເອກະສັນກັນວ່າແມ່ນໃຜທີ່ຈະມີຄຸນສົມບັດພຽງພໍທີ່ຈະຖືກສເນີຊື່ຂຶ້ນຂັດເລືອກ ບໍ່ຈຳແນກວ່າເປັນຄົນ
ຫຼືອະດີດປະຊາຊົນທີ່ຢູ່ພາຍໃຕ້ການປົກຄອງຂອງຝ່າຍວຽງຈັນ ພຽງແຕ່ເປັນຄົນທີ່ມີພື້ນຖານແລະມີຄຸນສົມບັດອັນເໝາະສົມ ເປັນຄົນປອດປວັດບໍ່ດີ
ມີສິລທັມ. ສະພາປະຊາຊົນຂັ້ນກຳແພງນະຄອນຫຼືເອີ້ນກັນໃນຍຸກນັ້ນວ່າ ສະພາປະຊາຊົນກຳແພງນະຄອນ ໂດຍມີຫົວໜ້າສານ ແລະຄນະສານ 4 ຄົນ
ຊື່ງຖືກເລືອກມາຈາກ 4 ຕົວເມືອງໃນເຂດເທສບານຂອງນະຄອນຫຼວງ. ຫົວໜ້າສານແລະຄນະສານນັ້ນໄດ້ຖືກຂັດເລືອກມາຈາກຄນະການອຳນາດ
ການຈັດຕັ້ງຂອງພາກສ່ວນເຈົ້າຄອງກຳແພງນະຄອນວຽງຈັນ ແລະເປັນຄົນມີມູນເຊື້ອການປະຕິວັດໝົດທັງຄນະ. ສານປະຊາຊົນຂອງແຂວງແລະປະ
ເທດນັ້ນແມ່ນສູນກາງພັກເປັນຜູ້ເລືອກເອົາ ແລະຜູ້ທີ່ຈະຖືກເລືອກເອົານັ້ນຕ້ອງເປັນສັມະຊິກພັກເທົ່ານັ້ນ.
ເວົ້າເຖິງຫ້ອງສານຫຼືໂຮງສານຂອງຂັ້ນບ້ານຂຶ້ນຮອດເມືອງແມ່ນເປັນຫ້ອງການທັມະດານີ້ ບໍ່ໄດ້ມີແທ່ນນັ່ງຂອງຫົວໜ້າສານແລະຂຸນສານ, ບໍ່ໄດ້ມີກົງ
ຢືນສຳຣັບຈຳເລີຍ, ແລະ ບໍ່ມີແທ່ນຢືນຂອງໂຈດເໝືອນກັນກັບໂຮງສານກ່ອນ 75, ພິເສດສຸດແມ່ນບໍ່ໄດ້ອະນຸຍາດໃຫ້ຄົນທົ່ວໄປເຂົ້າໄປຟັງການຕັດ
ສິນຄະດີເໝືອນສານກ່ອນ 75 ນັ້ນເປັນອັນຂາດ. ຂັ້ນແຂວງແລະກຳແພງນະຄອນນັ້ນກໍເປັນກໍບໍ່ໄດ້ແຕກຕ່າງໄປຈາກຂັ້ນເມືອງພໍປະມານ ຕ່າງແຕ່
ມີຫ້ອງສານຫຼືໂຮງສານເປັນເຄຫາເປັນຕຶກສ່ວນຕົວ, ບໍ່ແມ່ນຢູ່ທີ່ຫ້ອງການປົກຄອງຂອງອຳນາດການປົກຄອງຂອງທ້ອງຖິ່ນນັ້ນໆ. ສ່ວນສະພາປະຊາ
ຊົນສູງສຸດ ນັ້ນກໍຕຶກເກົ່າອະດີດສາພາແຫ່ງຊາດນັ້ນ, ກ່ອນ 95 ລົງໄປນັ້ນບໍ່ມີຜູ້ແທນປະຊາຊົນຄືທຸກວັນນີ້. ການຕັດສິນຄະດີແມ່ນຕັດສິນເປັນເອກະ
ພາຍກັນຈາກຫົວໜ້າສານແລະຄນະ ບໍ່ມີການຂຶ້ນແທ່ນຕໍ່ສູ້ຄະດີ ວໍ່ມີໂຈດແລະຈຳເລີຍ ເພາະໂຈດກໍແມ່ນອຳນາດການປົກຄອງນັ້ນເອງ. ບໍ່ມີການສືບ
ສວນແລະໄຕ່ສວນຄະດີຣະຫວ່າງຜູ້ຕ້ອງຫາແລະອຳນາດການປົກຄອງ. ຖ້າໃນກໍຣະນີຄົນຂ້າກັນຜູ້ຕາຍກໍຕາຍໄປແບບຟຣີໆ ຜູ້ເປັນຄາຕະກອນກໍຖືກ
ສານປະຊາຊົນເປັນຜູ້ຕັດສິນພ້ອມທັງເປັາໂຈດຂອງຄະດີອັນນັ້ນອີກດ້ວຍ, ພໍ່ແມ່ຫຼືຍາດພີ່ນ້ອງຂອງຜູ້ຖືກຄາຕະກັມບໍ່ມີສິດເປັນໂຈດຮ້ອງຮຽນຄວາມ
ເສັຍຫາຍຈາກຈຳເລີຍ ອັນນັ້ນເປັນກົດໝາຍໃນຍຸກນັ້ນ. ຜົວເມັຍຈະປະຮ້າງກັນກໍບໍ່ມີຂຶ້ນສານຕັດສິນ ໜັງສືຜົວເມັຍນັ້ນມີ ແຕ່ເວລາຢາກຢ່າຮ້າງກັນ
ກໍທັງສອງຜົວເມັຍມາຕົກລົງກັນແລ້ວກໍຈີກໜັງສືຜົວເມັຍນັ້ນຖີ້ມແລ້ວກໍແຍກໄປທາງໃຜທາງມັນ.
ນາຍສົມນຶກຖືກສານປະຊາຊົນຕັດສິນເປັນນັກໂທດໃນຂໍ້ຫາປຸ້ນຊິງສັບ ຂົ່ມຂືນ ແລະຂ້າສອງກະໂທງ ແລະຖືກສານຕັດສິນປະຫານຊີວິດໃນສາມອາທິດ
ຕໍ່ມາຫຼັງຈາກມື້ຫົວໜ້າສານສັ່ງປິດຫ້ອງການສານລົງທີ່ຜ່ານມານັ້ນ ຈຶ່ງເປັນເຫດໃຫ້ຜູ້ເປັນລຸງຂອງນັກໂທເສົມນຶກມີຄວາມໂກດແຄ້ນທີ່ສຸດ. ທາງກົມ
ຕຳຣວດແລະກອງສືບສວນແລະສອບສວນໄດ້ຂໍອະນຸຍາດສານຄວບຄຸມນັກໂທດໄວ້ກ່ອນຈະນຳເອົາໄປສັງຫານ ເພື່ອຈະສືບສວນນັກໂທດຈົນກ່ວາຈະນຳ
ຈັບຄົນຮ້າຍໃນຣາຍຕໍ່ໄປໃຫ້ໄດ້ເສັຍກ່ອນ. ການສອບສວນນັກໂທດສົມນຶກກໍນຳປະຕິບັດມາເປັນປະຈຳແຕ່ຜູ້ກ່ຽວຍັງບອກວ່າເປັນຄົນບໍຣິສຸດມາຕລອດ
ໂດຍບໍ່ຮັບຂໍ້ກ່າວຫາຫຍັງທັງໝົດ. ທາງກະຊວງກາຕ່າງປະເທດໄດ້ແຈ້ງໄປຫາສະຖານທູດຍີ່ປຸ່ນປະຈຳລາວທີ່ກຸງເທບເພື່ອໃຫ້ມາສັງເກດເບິ່ງຄົນຮ້າຍທີ່
ທາງເຈົ້າໜ້າທີ່ຈັບກຸມໄດ້ວ່າຖືກຕາມລັກສະນະທີ່ທູດຍິ່ປຸ່ນຜູ້ເຄາະຮ້າຍໄດ້ບອກລາຍລະອຽດຮູບຊົງຂອງຄົນຮ້າຍທີ່ບັນທຶກໄວ້ໃນເທັບນັ້ນຈະກົງກັນກັບ
ຄົນຮ້າຍທີ່ຖຶກຂັງໄວ້ນັ້ນຫຼືບໍ່? ທາງເຈົ້າໜ້າທີ່ຝ່າຍຍີ່ປຸ່ນກໍເດີນທາງມາວຽງຈັນແລະໄດ້ໄປສັງເກດການເບີ່ງນັກໂທດສົມນຶກ ແລະເຈົ້າໜ້າທີ່ຜູ້ນັ້ນກໍວ່າ
ທຸກຢ່າງແມ່ຖືກຕ້ອງທັງຮູບຊົງແລະລັກສະນະທີ່ໄດ້ວາດໄວ້ກັບສາທະຂອງທ່ານທູດກ່ອນຈະຖືກຄາຕະກັມ ແລະຍັງໄດ້ສັງເກດຟັງສຽງທີ່ເວົ້າເປັນພາສາ
ລາວຢູໃນເທັບນັ້ນມາທຽບໃສ່ສຽງໜຶ່ງອີດທີ່ອັດຢູ່ເທັບໜຶ່ງຕ່າງຫາກ ແລະເຈົ້າໜ້າທີ່ຍີ່ປຸ່ນຄົນທີ່ນັ່ງສັງເກດຟັລຢູ່ນັ້ນກໍວ່າເປັນສຽງໆດຽວກັນ ແລະໄດ້
ຄ້າຍຄືກັນຈົນເຖິງ 99%.
(ຈັງມີຕໍ່)
ທາງຝ່າຍຍີ່ປຸ່ນກໍໄດ້ຮຽກຮ້ອງຢ່າງເໜັ້ນໜັກຕໍ່ຣັຖະບານລາວໃຫ້ສົ່ງນັກໂທດສົມນຶກທີ່ເປັນຫົວໜ້າຄົນຮ້າຍເຂົ້າປຸ້ນ ຂົ່ມຂືນ ແລະຂ້າສອງ
ຜົວເມັຍທູດຂອງເຂົາໄປໃຫ້ໜ່ວຍສືບສວນແລະສອບສວນສາກົນເພື່ອຫາຄວາມກະຈ່າງແຈ້ງແລະຢາກຮູ້ວ່າມີໃຜຢູ່ເບື້ອງຫລັງຂອງຄະດີນີ້,
ແຕ່ກໍຖືກຣັຖະບານລາວປະຕິເສດ ແລະບອກກັບຝ່າຍຍີ່ປຸ່ນວ່າປ່ອຍໃຫ້ເຈົ້າໜ້າທີ່ຂອງລາວເປັນຜູ້ສືບສວນເອງ. ມື້ໜຶ່ງພະນັກງານສືບ
ສວນອັນດັບເທບຂອງກົມຕຳຣວດກໍຄືບັກອ່ອນສີນັ້ນເອງ ບໍ່ຈັກມັນເກີດບ້າຫຍັງຂຶ້ນ ສັ່ງໃຫ້ເຈົ້າໜ້າທີ່ຮັກສານັກໂທດເບີກຕົວນັກໂທດ
ສົມນຶກມາໃຫ້ມັນສືບສວນ. ມັດແຂນສົມນຶກແປ້ສອກຕິດກັບຕັ່ງເກົ້າອີ້ ແລ້ວເອົາເຊືອກມາມັດກ້ຽວຕົນໂຕແລະແຄ່ງຂາຕິດກັບຕີນຕັ່ງ
ເກົ້າອີ້ ແລ້ວກໍເປີດສາກສືບສວນດ້ວຍວິທີການຂອງມັນທີ່ເຄີຍເຮັດກັບນັກໂທດທຸກຄົນທີ່ມັນສືບສວນຜ່ານມານັ້ນ. ການສືບສວນນາຍ
ສົມນຶກຂອງບັກອ່ອນສີໃນຄັ້ງນີ້ບໍ່ໄດ້ອະນຸຍາດຫລືມີຄຳສັ່ງຈາກຜູ້ບັງຄັບບັນຊາແຕ່ປະການໃດເລີຍ ມັນເຮັດຕາມພະລະການສ່ວນຕົວມັນ
ເອງ ແລະເບື້ອງບົນບໍ່ມີໃຜຮູ້ເຫັນກ່ຽວກັບກລຣະນີນີ້ ຈຶ່ງຖືກນາຍທະຫານຄົນນັ້ນຜູ້ທີ່ເປັນລຸງຂອງນັກໂທດປະທ້ວງກົມຕະຣວດຂຶ້ນທັນທີ
ທີ່ໄດ້ຮັບຊາບແລະເຫັນສະພາບການຂອງຜູ້ເປັນຫລານສະບັດສະບອມຍ້ອນຖືກບັກອ່ອນສີຂ້ອມ. ກ່ອນຜູ້ເປັນລຸງຂອງນັກໂທດຈະຮູ້ແມ່ນ
ຜູ້ກ່ຽວມາຂໍພົບຫລານຊາຍຜູ້ທີ່ເປັນນັກໂທດຢູ່ທີ່ຫ້ອງກັກຂັງແລະໄດ້ພົບເຫັນລະພາບຮ່າງກາຍຂອງນາຍສົມນຶກເຕັມໄປດ້ວຍຮອບບວບ
ຊ້ຳຢູ່ທີ່ໜ້າຕາແລະຕົນໂຕ ນາຍທະຫານຄົນນັ້ນຈຶ່ງໄຕ່ຖາມຜູ້ເປັນຫລານວ່າແມ່ນໃຜເຮັດ? ເຣື່ອງກໍບານປາຍຂຶ້ນເມື່ອຜູ້ເປັນລຸງຂອງນັກ
ໂທດຄົ້ນຮູ້ວ່າແມ່ນໃຜ ຈຶ່ງເກີດມີການຕໍ່ວ່າຕໍ່ຂານກັນຂຶ້ນຢ່າງໃຫຍ່ຫລວງ ແລະຜູ້ກ່ຽວຍັງປະກາດອອກມາວ່າ ເຖິງຫລານຂອງຜູ້ກ່ຽວຈະ
ຖືກສານປະຊາຊົນຕັດສິນໄປແລ້ວກໍຈິງ ແຕ່ຜູ້ຕ້ອງຫາບໍ່ໄດ້ຮັບສາຣະພາບຜິດຕໍ່ຂໍ້ກ່າວຫາກໍແປວ່າຜູ້ຕ້ອງຫາບໍ່ທັນເປັນນັກໂທດທີ່ຖືກຕັດ
ສິນໂທດເທື່ອ ເຖິງສານປະຊາຊົນໄດ້ຕັດສິນມາແລ້ວກໍຕາມ.
ກົດໝາຍຂອງລາວໃນຍຸກນັ້ນແມ່ນເປັນກົດໝາຍທີ່ເຂົ້າໃຈຍາກພໍສົວຄວນ ຜູ້ທີ່ມີຍາດພີ່ນ້ອງທີ່ມີອຳນາດແລະອິດທິພົນແມ່ນຜິດກໍເປັນ
ຖືກ ແຕ່ປະຊາຊົນຄົນສາມັນທັມະດາແມ່ນຖືກກໍກັວກາຍເປັນຜິດ. ຂ້າພະເຈົ້າມັກຈະຕັ້ງຄຳຖາມໆໂຕເອງສເມີວ່າ ຄວາມຍຸຕິທັມຢູ່ໃສກັນ
ແທ້? ເປັນຫຍັງຜູ້ທີ່ເປັນຄົນຮ້າຍທີ່ສັງຄົມຮັບບໍ່ໄດ້ຄືນັກໂທດສົມນຶກເປັນຫຍັງຈຶ່ງຍັງມີຍາດພີ່ນ້ອງຜູ້ທີ່ມີອິດທິພົນມາປົກປ້ອງຄວາມຜິດ
ທີ່ຜູ້ກ່ຽວໄດ້ສ້າງຂຶ້ນມາ? ບາດຜູ່ທີ່ເປັນລູກຫລານຂອງຄົນສາມັນທັມະດາ ເປັນຫຍັງພໍ່ແມ່ແລະຍາດພີ່ນ້ອງຂອງພວກເຂົາຈຶ່ງບໍ່ມີສິດທີ່ຈະ
ປົກປ້ອງພວກເຂົາໄດ້ ເພາະຂ້າພະເຈົ້າຮູ້ແລະກໍເຫັນເດັກນັກຮຽນຫຼືເຍົາວະຊົນວັຍຣຸ່ນໄດ້ຖືກກວາດຕ້ອນເອົາໄປດັດສ້າງຢູ່ດອນທ້າວ ແລະ
ດອນນາງນັບເປັນຫລາຍພັນຄົນຖດຍພວກເຂົາເຫຼົ່ານັ້ນສ່ວນຫລາຍແມ່ນບໍ່ມີຄວາມຜິດຫຍັງພໍທີ່ຈະຜິດເຖິງຖືກແຍກອອກຈາກຄອບຄົວ
ຂອງເຂົາ. ເຫດການຫລາຍໆຢ່າງທີ່ຂ້າພະເຈົ້າໄດ້ພົບເຫັນຜ່ານມານັ້ນທັງດີແລະບໍ່ດີ ທັງຜິດແລະຖືກຕ້ອງ ໄດ້ເຮັດໃຫ້ຂ້າພະເຈົ້າມີຈິດໃຈທໍ້
ຖອຍອອກໄປທີລະກ້າວລະກ້າວ ໃນການເຊື່ອໝັ້ນຕໍ່ໜ້າທີ່ວຽກງານທີ່ທາງຂັ້ນສູງໄດ້ມອບໃຫ້ໂດຍຕົນເອງບໍ່ໄດ້ມັກມາຕັ້ງແຕ່ເກີດຈື່ຄວາມ
ຄົນຂຶ້ນມາ. ບໍ່ວ່າແຕ່ບໍ່ເຊື່ອໝັ້ນຕໍ່ໜ້າທີ່ວຽກງານຂອງຕົນເອງເທົ່ານັ້ນ ຮອດບໍ່ເຊື່ອໝັ້ນຕໍ່ການບໍຣິຫານປະເທດຂອງຣັຖະບານວ່າຈະໄປ
ໃນຮູບແບບແນວໃດຈຶ່ງຈະນຳພາປະເທດຊາດໄປລອດ.
ໄດ້ຍິນຂ່າວວ່າບັກອ່ອນສີມືສືບສວນຂອງນະຄອນບານທີລືກັນວ່າເປັນມືສືບສວນອັນດັບໜຶ່ງຂອງ 4 ຕົວເມືອໃນກຳແພງນະຄອນໄດ້ຖືກ
ຍ້າຍໄປປະຈຳການຢູ່ຊຳເໜືອແຂວງຫົວພັນໃນເດືອນຕໍ່ມາພາຍຫລັງທີ່ມີບັນຫາກັບນາຍທະຫານທີ່ເປັນລຸງຂອງນັກໂທດສົມນຶກ. ການຊ່າ
ລືບັກອ່ອນສີປືກຍົກຍ້າຍອອກຈາກນະຄອນບານນັ້ນຕ່າງກໍບໍ່ໄດ້ເດົາອອກຍາກວ່າເຫດຜົນມັນອອກມາຈາກໃສ? ຂ້າພະເຈົ້າກໍສົມນ້ຳໜ້າ
ໜ້ອຍໜຶ່ງເພາະຍັງແຄ້ນໃຫ້ມັນທີ່ມັນຊ້ອມຕົນເອງເມືອງສອງປີຜ່ານມາຕອນຖືກນຳຕົວມາທີ່ກອງຄະດີເມືອງຈັນທະບູຣີ. ຂ້າພະເຈົ້າຍັງ
ຄິດຢູ່ຄົນດຽວແລະຂໍໃຫ້ເປັນດັ່ງຄຳຊ່າລືກັນວ່າມັນຖືກຍ້າຍໄປປະຈຳການຢູ່ເມືອງຊຳເໜືອນັ້ນໃຫ້ເປັນຄວາມຈິງ ຢ່າໄດ້ເປັນໄປທາງອື່ນ.
ນາຍສົມນຶກຫຼືນັກໂທດສົມນຶກບໍ່ຍອມຮັບສາຣະພາບຜິດຕໍ່ຂໍ້ກ່າວຫາແລະຍັງຖືກຂັງຢູ່ຫ້ອງກັກຂັງລຶກລັບແຫ່ງໜຶ່ງໃນນະຄອນຫລວງນັ້ນ.
ໄດ້ຍິນຂ່າວວ່ານາຍທະຫານຜູ້ເປັນລຸງນັກໂທດສົມນຶກໄດ້ສືບຫາວ່າໃຜເປັນຄົນໄປແຈ້ງຕຳຣວດໃຫ້ໄປຈັບຕົວຫລານຂອງເພິ່ນຢູ່ທີ່ບ້ານຂອງ
ອ້າຍຫົ້ງແຕ່ທາງນະຄອນບານບອກວ່າບໍ່ຮູ້ວ່າແມ່ນໃຜເພາະປະຊາຊົນໂທສາຍມາລາຍງານວ່າເຫັນຄົນມີໜ້າຕາຄ້າຍຄືຄົນຮ້າຍທີ່ທາງການ
ກຳລັງຕິດຕາມຊອກຫາຕົວມາລົງໂທດ. ທາງນາຍທະຫານຄົນນັ້ນຍັງຕັ້ງຄຳຖາມກັບໄປນະຄອນບານວ່າ ເປັນຫຍັງປະຊາຊົນຄົນນັ້ນຊຶ່ງຮູ້ວ່າ
ຄົນຮ້າຍນັ້ນມີລັສະນະຮູບພັນແບບດຽວຫຼືຄ້າຍຄືກັບນາຍສົມນຶກ? ແມ່ນທາງກົມຕຳຣວດໄດ້ວາດພາບຂອງຄົນຮ້າຍແລ້ວໄປປະກາດຕິດ
ຢູ່ຕາມທີ່ສາທາຣະນະແລ້ວບໍ່ທີ່ຜ່ານມາ? ເຫັນທ່າທີວ່ານາຍທະຫານຄົນນັ້ນກັດບໍ່ຍອມປ່ອຍທີ່ຈະຄົ້ນຄົ້ວາຫາຜູ້ໄປແຈ້ງເຈົ້າໜ້າທີ່ຈັບຫລານ
ເພິ່ນ ຈຶ່ງເປັນເຫດໃຫ້ຂ້າພະເຈົ້າຕ້ອງໄດ້ເຜີ້ມຄວາມມີສະຕິລະວັງຕົວຂຶ້ນຕື່ມ ແຕ່ກໍບໍ່ມີຄວາມເກງກົວພໍປະມານ.
ນາຍທະຫານຄົນທີ່ເປັນລຸງຂອງນັກໂທດສົມນຶກນັ້ນເປັນອະດີດນັກຮຽນນາຍຮ້ອຍທະຫານດົງເຫັນແລະຕອນເປັນນັກຮຽນນາຍຮ້ອຍທະຫານນັ້ນຜູ້ກ່ຽວ
ໄດ້ຮ່ຳຮຽນທາງວິຊາກົດໝາຍນິຕິບັນຍັດທາງດ້ານຜູ້ກໍ່ຈາຣະຈົນແລະການໃຊ້ອຳນາດທະຫານໃນການປ້ອງກັນການຈູ່ໂຈມທາງການເມືອງຈາກຝ່າຍຕຣົງ
ກັນຂ້າມແລະໄດ້ຮັບກຽດນິຍົມດ້ານການຮຽນດີຈາກທາງເສນາທິການກອງທັບບົກແຫ່ງຊາດ. ຂ້າພະເຈົ້າບໍ່ຮູ້ຈະແຈ້ງວ່າຜູ້ກ່ຽວໄດ້ກະທຳຄວາມຜິດສິ່ງໃດ
ຂຶ້ນຈົນກົດໝາຍທະຫານໃຫ້ອະພົຍະໂທດບໍ່ໄດ້ ມີແຕ່ໂທດປະຫານຊີວິດຢ່າງດຽວທີ່ຜູ້ກ່ຽວຄວນໄດ້ຮັບ ແຕ່ຄົນຊ່າລືກັນວ່າຜູ້ກ່ຽວໄດ້ສົ່ງຂໍ້ຄວາມລັບຂອງ
ຝ່າຍຣັຖະບານໃຫ້ຝ່າຍແນວລາວຮັກຊາດ ແລະອີກດ້ານໜຶ່ງອາດເປັນຄົນຂອງຝ່າຍແນວລາວຮັກຊາດມາແຕ່ຕົ້ນກຳເນີດສົ່ງເສັຍໃຫ້ໄດ້ເຂົ້າຮຽນຢູ່ໂຮງ
ຮຽນນາຍຮ້ອຍດົງເຫັນ ເພາະຜູ້ກ່ຽວເປັນຄົນມະຫາໄຊແຂວງຄຳມ່ວນ ແຕ່ອົພະຍົບມາຕັ້ງຖິ່ນຖານຢູ່ທີ່ເມືອງປາກບົນແຂວງບໍຣິຄັນໃນສມັຍການປົກ
ຄອງຂອງຣັຖະບານຝ່າຍຂວາ. ເມື່ອມາສືບເບິ່ງປວັດຂອງຜູ້ກ່ຽວແລ້ວຈຶ່ງຮູ້ວ່າສົມແລ້ວທີ່ຜູ້ກ່ຽວມີອິດທິພົນທາງດ້ານອຳນາດແລະທະຫານ ເພາະຜູ້ກ່ຽວ
ເປັນບຸກຄົນທີ່ນາຍທະຫານທີ່ມີຍົດສູງກ່ອນໄດ້ມີຄວາມເກງຢຳແລະອ້ອມລ້ອມມາຕລອດ.
ຂ້າພະເຈົ້າບໍ່ສາມາດທີ່ຈະໄປປຶກສາຫາລືກັບໃຜວ່າຄວນປະຕິບັດຕົວຢ່າງໃດກ່ຽວກັບທີ່ຕົນເອງເປັນຄົນວາງແຜນແລະນຳພາຕຳຣວດກອງປາບເຂົ້າຈັບ
ກຸມຄົນຮ້າຍສົມນຶກທີ່ເປັນຫລານຊາຍຂອງນາຍທະຫານຄົນນັ້ນ. ນັບມື້ນັບວັນມີຄວາມຫວັ່ນກົວຕໍ່ອຳນາດແລະອິດທິພົນຂອງນາຍທະຫານຄົນນັ້ນມາ
ຕລອດ ແຕ່ຍັງມີຄວາມອຸ່ນໃຈຢູ່ບ່ອນວ່າ ທາງກົມຄົງຈະບໍ່ຫລັງອອກປາກໄປບອກວ່າແມ່ນໃຜເປັນຜູ້ລາຍງານເຂົ້າຈັບກຸມຍ້ອນຖືກກົດດັນຈາກນາຍ
ທະຫານຄົນນັ້ນ. ຂ້າພະເຈົ້າຍິ່ງມີຄວາມຫວັ່ນວິຕົກເຖິງຄວາມປອດພັຍຂອງຕົນເອງເມື່ອໄດ້ຊາບຂ່າວວ່ານາຍທະຫານຄົນນັ້ນພະຍາຍາມທີ່ຈະໄປພົບ
ກັບເຈົ້າຂອງເຮືອນທີ່ເກີດເຫດນັ້ນ ກໍໝາຍເຖິງອ້າຍຫົ້ງນັ້ນເອງ. ຂ້າພະເເຈົ້າໄປໂຮງສາຍ (ໄປສະນີ) ໂທຣະສັບຫາອ້າຍຫົ້ງເພື່ອຖາມຂ່າວຄາວແບບທັມ
ດາ ເພື່ອວ່າຈະໄດ້ຍິນຂ່າວຄາວບາງຢ່າງກ່ຽວກັບລຸງຂອງນາຍສົມນຶກ, ພະຍາຍາມຫາທາງເຈາະເຂົ້າເພື່ອໃຫ້ອ້າຍຫົ້ງເປັນຝ່າຍເອີ່ຍອອກມາກ່ອນ ແຕ່ກໍ
ບໍ່ໄດ້ຜົນເພາະອ້າຍຫົ້ງບໍ່ຍອມເວົ້າຫຍັງອອກ. ທຽວໂທຣະສັບໄປຫາອ້າຍຫົ້ງເປັນປະຈຳ ແລະໃນທີ່ສຸດລາວກໍເປັນຝ່າຍເວົ້າອອກມາໃຫ້ຟັງວ່າ ຄົງຈະບໍ່ສາ
ມາດກັບຄືນວຽງຈັນໄດ້ອີກ ເພາະສັງເກດເບີ່ງແລ້ວຢ້ານນາຍສົມນຶກເຂົ້າໃຈຜິດແລະລາຍລານລຸງຂອງຜູ້ກ່ຽວວ່າອ້າຍຫົ້ງເປັນຄົນແຈ້ງຕຳຣວດ ເພາະວ່າ
ເຫດມັນເກີດຂຶ້ນທີ່ບ້ານຂອງລາວເອງ. ຂ້າພະເຈົ້າກໍເຕືອນອ້າຍຫົ້ງຄືກັນບໍ່ຢາກໃຫ້ກັບຄືນວຽງຈັນ ໃຫ້ລໍຖ້າສະຖານະການບ້ານເມືອງເຢັນລົງກ່ອນແລ້ວ
ຈັ່ງເຂົ້າມາລາວໃນນາມນັກທຸຣະກິດຄົນໄທ ຖ້າວ່າຍັງຢາກສືບຕໍ່ທຳທຸຣະກິດຢູ່ລາວດ້ວຍການສືບມືຕໍ່ຈາກພໍ່ຂອງລາວ.
ນັບແຕ່ນາຍສົມນຶກປືກຈັບ ຂ້າພະເຈົ້າພະຍາຍາມບໍ່ໃຫ້ນາຍສົມນຶກເຫັນໜ້າຕົນເອງ, ຖ້າວ່າຜູ້ກ່ຽວເຫັນເພັ່ນຜ່ານຢູ່ເຊບຮາວນີ້ ແນ່ນອນຕ້ອງຮູ້ວ່າຂ້າ
ພະເຈົ້າເປັນຄົນຂອງກົມຕຳຣວດ ແລເວເຣື່ອງກໍຈະບານຂຶ້ນຢ່າງບໍ່ຕ້ອງສົງໄສ. ຂ້າພະເຈົ້າສເນີຕໍ່ຜູ້ບັນຊາການບໍ່ໃຫ້ມອບພາລະກິດອັນມດອັນໜຶ່ງໃຫ້ໄປ
ປະຕິບັດຢູ່ທີ່ເຮືອນຄູມຂັງນາຍສົມນຶກນັ້ນ ແລະອີກຢ່າງໜຶ່ງຕົນເອງກໍບໍ່ໄດ້ເປັນ ເຈົ້າໜ້າທີ່ນະຄອນບານ ເປັນພຽງແບກອັບແລະສັງກັດຢູ່ເມືອງເທົ່ານັ້ນ.
ເວລາປ່ານມາ 4 ເດືອນ ຄວາມຊ່າລືການຫາຍສາບສູນຂອງບັກອ່ອນສີ ມືສືບສວນແລະສອບສວນທີ່ລືຊ່າແຫ່ງນະຄອນບານໃນເມື່ອກ່ອນກໍຫົ່ວໄຫລອອກ
ມາ. ຂ່າວວ່າບັກອ່ອນສີຫລັງຖືກຍົກຍ້າຍໄປປະຈຳການຢູາຊຳເໜືອໄດ້ 3 ເດືອນ ກໍມີຄຳສັ່ງໃຫ້ໂອນກັບເຂົ້າໄປເປັນທະຫານ ແລະຈະຖືກສົ່ງລົງມາຕີກັບມົ້ງ
ຢູ່ທາງເມືອງຈ້າເມືອງຫົ່ມພີ້, ຫລັງຈາກມາປະກອບສ່ວນຢູ່ສນາມຮົບບໍ່ພໍເດືອນຜູ້ກ່ຽວກໍຫາຍສາບສູນໄປຢ່າງບໍ່ມີຮ່ອງຮອຍ. ສຽງວິພາກວິຈານຢູ່ໃນວົງການ
ຂອງຕະຣວດຕ່າງກໍສັນນິຖານວ່າເປັນສີມືຂອງນາຍທະຫານຄົນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ຫລານຊາຍ ຫຼືຫລານຊາຍທົນຕໍ່ຄວາມເຈັບປມດບໍ່ໄດ້ເລີຍ
ໃຈອ່ອນຫລົງໄປໄຂຄວາມລັບອັນໃດອັນໜຶ່ງໃຫ້ບັກອ່ອນສີຟັງ ກໍເລີຍລາຍງານຕໍ່ຜູ້ເປັນລຸງຊາບນຳ ແລ້ວນາຍທະຫານຄົນນັ້ນກໍຈັດການບັກອ່ອນສີເພື່ອ
ເປັນການອັດປາກຫລືຕັດຕອນ. ຂ້າພະເຈົ້າກໍມີຄວາມເສັຍໃຈຕໍ່ເຫດການທີ່ເກີດຂຶ້ນກັບບັກອ່ອນສີ ເຖິງຈະບໍ່ມັກມັນ ແລະມີຄວາມແຄ້ນໃຫ້ກັບມັນ ແຕ່ກໍ
ອົດສົງສານມັນບໍ່ໄດ້.
ນາຍທະຫານຄົນນັ້ນທຽວຂຶ້ນທຽວລົງຣະຫວ່າງວຽງຈັນໂພນສວັນເປັນອັນວ່າເກືອບທຸກອາທິດ ນັບແຕ່ຫລານຂອງຜູ້ກ່ຽວຖືກຈັບກຸມ ຈົນຂ້າພະເຈົ້າອົດຄຶດ
ເຖິງຄຳຖແລງການຂອງຍີ່ປຸ່ນທີ່ວ່າພວກເຂົ້າສົງໄສຮັຖະບານລາວຢູ່ເບື້ອງຫລັງການຕາຍຂອງທູດຂອງເຂົາ, ບໍ່ສນັ້ນແລ້ວ ເປັນຫຍັງນາຍທະຫານຄົນນັ້ນຈຶ່ງ
ດຸທຽວກັບໄປກັບມາຢູ່ເປັນປະຈຳ ທັ່ງໆທີ່ໃນເຂດທີ່ຜູ້ກ່ຽວບັນຊາການຢູ່ນັ້ນຍັງພະເຊີນໜ້າກັບມົ້ງຢູ່. ຖ້າວ່າຣັຖະບານລາວຢູ່ເບື້ອງຫລັງ ແລ້ວຣັຖະບານຈະມີ
ຈຸດປະສົງຫຍັງ ແລະກໍບໍ່ໜ້າຈະເປັນໄປໄດ້ ເພາະຣັຖະບານລາວໃນຣະຍະນັ້ນແມ່ນຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດ, ແຕ່ເມື່ອຄິດເບິ່ງເຫຼິກໆກໍຄື
ຈະແມ່ນ ເຖິງຣັຖະບານລາວຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດກໍຄົງຈະບໍ່ແມ່ນປະເທດເສຣີທຶນນິຍົມ ເພາະມີປະເທດສັງຄົມນິຍົມທີ່ລາວຫັນໜ້າ
ເຂົ້າຫາແລະເປີກປະຕູຕ້ອນນັບເປັນສິບໆປະເທດ.
ສານປະຊາຊົນຕັດສິນປະຫານຊີວິດນັກໂທດສົມນຶກໃນຄະດີຂໍ້ຫາປຸ້ນຂົ່ມຂືນແລະຂ້ານັ້ນໄດ້ພິມເຜີຍແຜ່ອອກທາງໜັງສືພິມວຽງຈັນໃໝ່
ທັງເປັນພາສາລາວແລະອັງກິດ ແລະທາງວິທະຍຸແຫ່ງຊາດກໍໄດ້ນຳເອົາຂ່າວນີ້ອອກເໝືອນກັນ, ຊຶ່ງໄດ້ສ້າງກະແສຄວາມແປກໃຈໃຫ້ແກ່
ປວງຊົນລາວທີ່ອາໄສຢູ່ໃນນະຄອນຫລວງວຽງຈັນໄປຫລາຍເຕີບ ເພາະຕາມປົກະຕິແລ້ວທາງໜັງສືພິມຫລືວິທະຍຸແຫ່ງຊາດຈະບໍ່ຄ່ອຍນຳ
ເອົາຂ່າວປະເພດນີ້ອອກສູ່ສາທາຣະນະຊົນຫຼືສັງຄົມນອກຈາກຂ່າວການປຸກຣະດົມຂົນຂວາຍປວງຊົນເຂົ້າສະຫະກອນຮວມໝູ່, ອອກແຮງ
ງານສັມະຄີ, ຮ່ຳຮຽນການເມືອງ ແລະ ປະກາດຍ້ອງຍໍພັກລັດເທົ່ານັ້ນເປັນຂ່າວປະຈຳວັນທີ່ປະຊາຊົນ ອ່ານແລະໄດ້ຟັງຈາກແຫຼ່ງຂ່າວຈາກ
ທາງໜັງສືພິມແລະວິທະຍຸກະຈາຍສຽງ.
ວັນປະຫານຊິວິດຂອງນັກໂທດສົມນຶກກໍປະກາດອອກເປັນທາງການແລະທາງອຳນາດການປົກຄອງໄດ້ເປີດໃຫ້ສາທາຣະນະເຂົ້າໄປເບິ່ງ ຊຶ່ງ
ມີຄົນເຂົ້າຮ່ວມທັງພາຍໃນແລະຕ່າງປະເທດເພື່ອເປັນສັກຂີພິຍານ ແລະສະຖານທີ່ຍິງເປົ້າສັງຫານນາຍສົມນຶກຢູ່ທີ່ເດີ່ນຊ້ອມຍິງປືນຂອງ
ໂຮງຮຽນສາຣະວັດທະຫານຫຼັກ 5 ຖນົນເລກທີ 13 ທາງໄປດົງໂດກ. ມີປະຊາຊົນພາຍໃນແລະຕ່າງປະເທດເຂົ້າໄປເບິ່ງປະມານ 50 ກ່ວາ
ຄົນ ສ່ວນຫລາຍເປັນຜູ້ຊາຍ ແລະບໍ່ປະກົດເຫັນນຍາຍທຳຫານຜູ້ເປັນລຸງຂອງນັກໂທດໄປຮ່ວມໃນພິທີນີ້, ມີຜູ້ຕາງໜ້າຍີ່ປຸ່ນແລະຄນະ
3ຄົນ ສະເພາະວ່າເປັນຄົນຕ່າງປະເທດ ມີນັກຂ່າວພາຍໃນປະເທດເທົ່ານັ້ນຕາມທີ່ສັງເກດເຫັນ. ທີ່ສນາມຊ້ອມປືນນັກຮຽນສາຣະວັກທະ
ຫານ ມີຫຼັກເສົາໄມ້ອັນໜຶ່ງຕັ້ງຢູ່ສົ້ນຫາງເດີ່ນເປົ້າຊ້ອມຍິງປືນ ຊຶ່ງທາງຫຼັງເປັນກຳແພງກອງດິນແດງສູງປະມານ 8 ຫາ 10 ແມັດ, ມີມື
ປືນ 3 ຄົນທີ່ເປັນເພັຊະຄາດທີ່ກຽມປືນໄວ້ເປັນທີ່ຮຽບຮ້ອຍ. ຕໍ່ມາກໍມີຣົດທະຫານທີ່ນຳນັກໂທດສົມນຶກມາຈອດລົງທີ່ຂ້າງຫຼັກເສົາມັດນັກ
ໂທດ ແລະກໍເຫັນເຈົ້າໜ້າທີ່ປະມານ 5 ຄົນຄຸມນັກໂມດລົງມາຊຶ່ງແຂນສອງເບື້ອງຂອງຜູ້ກ່ຽວຖືກມັດແປ້ສອກໄປທາງຫຼັງ ຂໍ້ແຄ່ງຂອງຜູ້
ກ່ຽວທັງສອງເບື້ອງຖືກລັອກໄວ້ດ້ວຍຂານົກຍາງ, ສິ່ງທີ່ແປກທີ່ສຸດແມ່ນນັກໂທດຖືກຖົງສືດຳສຸບຄຸມປິດຫົວແລະໜ້າຕາຂອງນັກໂທດເອົາ
ໄວ້. ເມື່ອນະນັກໂທດໄປມັດຕິດກັບຫຼັກເສົາປະຫານແລ້ວ ກໍມີເຈົ້າໜ້າທີ່ຄົນໜຶ່ງອອກມາກ່າວໂທດຂອງຜູ້ກ່ຽວວ່າໄດ້ກໍ່ຄະດີຫຍັງຂຶ້ນຈົນ
ປະຊາຊົນໄດ້ຕົກລົງເປັນເອກະພາບກັນໃສ່ໂທດເຖິງຂັ້ນປະຫານຊີວິດ, ເມື່ອເຈົ້າໜ້າທີ່ຄົນນັ້ນກ່າວປະກາດແລ້ວກໍຖາມນັກໂທດວ່າມີການ
ຢາກສັ່ງເສັຍແນວໃດໃຫ້ໄປໃຫ້ຄອບຄົວບໍ່? ສິ່ງທີ່ໜ້າແປກອີກປະການໜຶ່ງແມ່ນບໍ່ເຫັນພໍ່ແລະຍາດມິດຂອງນກັໂທດມາຮ່ວມໃນພິທີນີ້
ແມ້ແຕ່ຄົນດຽວ. ຂ້າພະເຈົ້າຄິດວ່າທາງເຈົ້າໜ້າທີ່ຈະເປີດຖົງສີດຳທີ່ສຸບປົກຄຸມຫົວແລະໜ້າຕາຂອງນັກໂທດນັ້ນອອກກ່ອນຈະລົງມືປະຫານ
ແຕ່ແລ້ວ ພໍແຕ່ນັກໂທດແກ່ວງຫົວເປັນຄຳຕອບຂອງຄຳຖາມທີ່ເຈົ້າໜ້າທີ່ຖາມນັກໂທດວ່າມີຫຍັງຈະສັ່ງຄວາມບໍ່ເທົ່ານັ້ນ ເພັຊະຄາດທັງ
3 ຄົນກໍເປີດສາກຍິງປືນສຸມໃສ່ນັກໂທດສົມນຶກຜູ້ລະ 3 ລູກ ແລ້ວນັກໂທດກໍຂາດໃຈຕາຍຄາຫຼັກເສົາປະຫານ. ຫລັງຈາກນັ້ນເຈົ້າໜ້າທີ່ກໍ
ນຳສົບຂອງນັກໂທດຂຶ້ນຣົດຄັນເກົ່ານັ້ນອອກຈາກສນາມຍິງເປົ້າທັນທີຢ່າງບໍ່ໄດ້ເປີດໜ້າຕາໃຫ້ຄົນເຫັນວ່ານັກໂທດສົມນຶກຜູ້ມີໃຈໂຫດຫ້ຽມ
ນັ້ນມີໜ້າຕາເປັນຄົນແນວໃດ? ຕ່າງກໍວິພາກວິຈານກັນແລະກໍຕັ້ງຄຳຖາມກັນວ່າເປັນຫຍັງທາງການຈຶ່ງບໍ່ເປີດຖົງສີດຳນັ້ນອອກໃຫ້ປະຊາ
ຊົນເຫັນໜ້າຕາຂອງຄົນໂທດກ່ອນຈະລົງມີປະຫານ? ທາງເຈົ້າໜ້າທີ່ວ່າເປັນກົດຣະບຽບຂອງທາງການທີ່ບໍ່ຢາກໃຫ້ຄົນເຫັນສະພາບໜ້າຕາ
ຂອງຄົນທີ່ຖືກຍິງແລະກຳລັງຈະຂາດໃຈຕາຍ ຈະມີສະພາບທີ່ບໍ່ເຜິ່ງປາຖນາທີ່ໃຫ້ຄົນທົ່ວໄປໄດ້ເຫັນ ເພື່ອເປັນການໃຫ້ກຽດແກ່ສົບທີ່ໄຮ້ວິນ
ຍານຂອງນັກໂທດຜູ້ທີ່ຖືກປິດຊີວິດດ້ວຍການຍິງເປົ້ານັ້ນເອງ. ຂ້າພະເຈົ້າກໍເຊື່ອວ່າເປັນກົດຣະບຽບຂອງເຂົາທີ່ເອົາຖົງຜ້າສີດຳປິດຫົວແລະ
ໜ້າຕານັກໂທດໄວ້ຕອນລົງມືສັງຫານນັ້ນ ແຕ່ເທົ່ານີ່ເຫັນຜ່ານມາບໍ່ວ່າຢູ່ພາຍໃນຫຼືຕ່າງປະເທດ ກ່ອນລົງມືຍິງເປົ້ານັກໂທດນັ້ນ ນັກໂທດ
ບໍ່ໄດ້ມີຖົງສີດຳຫຼືສີອື່ນໆມາປົກປິດໜ້າຕາໄວ້ ນອກຈາກເວລາລົງມືສັຫານຈະເປັນຍິງເປົ້າ ແຂວນຄໍ ນັ່ງຕັ່ງໄຟຟ້າ ແລະ ສີດຢາຕາຍ ຈຶ່ງມີ
ຜ້າຖົງມາປິດໜ້າຕາເອົາໄວ້ ແລະພາຍຫຼັງນັກໂທດເສັຍຊີວິດແລ້ວກໍຈະມີຍາດພີ່ນ້ອງມາຮັບເອົາສົບໄປບຳເພັນກຸສົນຕາມປະເພນີແລະມີ
ຄູບາມາຮ່ວມຮັບສົບນຳດ້ວຍ.
ບໍ່ມີໃຜຮູ້ແນ່ນອນເລີຍວ່ານັກໂທດສົມນຶກໄດ້ຖືກປະຫານຊີວີດຈິງ, ຂ່າວສຸບສິບທາງສະພາກາເຟແລະວົງເຫຼົ້າກໍປະກົດຂຶ້ນແລະແຜ່ຂຍາຍ
ອອກໄປຢ່າງວ່ອງໄວຫລັງຈາກໜຶ່ງວັນທີ່ຜ່ານມາ. ຂ້າພະເຈົ້າໄປບ້ານໜອງໄຮເພື່ອໄປຄົ້ນຫາຄວາມຈິງວ່າພໍ່ຂອງນາຍສົມນຶກຈະມີພິທີສົ່ງ
ສະການລູຊາຍຂອງຜູ້ກ່ຽວຫຼືບໍ່ຖ້າວ່າເຂົານາຍສົມນຶກໄປປະຫານອິຫຼີ ແລະກໍພົບວ່າມີການຄົບງັນເຮືອນດີຂຶ້ນຈິງທີ່ບ້ານຂອງພໍ່ນາຍສົມນຶກ
ແລະກໍໄດ້ຍິນການບອກເລົ່າຈາກຄົນໃນບ້ານວ່າບໍ່ມີໃຜເຫັນສົບຫຼືຄາບຂອງນາຍສົມນຶກ ເພາະບໍ່ໄດ້ນຳສົບເຂົ້າມາໃນບ້ານ ເພິ່ນຖືວ່າເປັນ
ສົບຜີຕາຍຫຸງຈະບໍ່ໃຫ້ນຳເຂົ້າມາບ້ານ ເພິ່ນເອົາໄປເຜົາຢູ່ວັດປ່າໃນມື້ດຽວກັນນັ້ນ. ດັ່ງນັ້ນການຍິງເປົ້າຂອງນັກໂທດສົມນຶກຈຶ່ງຍັງເປັນປິສ
ນາສຳຣັບຂ້າພະເຈົ້າຢູ່ຕລອດ ຂ້າພະເຈົ້າບໍ່ເຊື່ອວ່າເປັນນາຍສົມນຶກໂຕຈິງທີ່ທາງອຳນາດການປົກຄອງນຳເອົາໄປປະຫານຊີວິດໃນວັນນັ້ນ.
ອາດແມ່ນນັກໂທດຄົນອື່ນທີ່ຖືກສານປະຊາຊົນສູງສຸດຕັດສິນປະຫານທີ່ບໍ່ມີຍາດພີ່ນ້ອວທວງທາວຫາແລ້ວນຳໄປປະຫານແທນນາຍສົມນຶກ
ກໍອາດເປັນໄປໄດ້ ເພາະນາຍສົມນຶກມີຮອດຜູ້ມີອິດທິພົນທາງການເມືອງແລະການທະຫານຄຸ້ມຄອງຜູ້ກ່ຽວຢູ່.
ພາຍຫຼັງການປະຫານນັກໂທດສົມນຶກ ກໍບໍ່ເຫັນນາຍທະຫານຄົນນັ້ນທຽວມາວຽງຈັນເໝືອນດັ່ງທີ່ຜ່ານມາອີກ. ສອບຖາມນຳໝູ່ພວກທີ່ນະ
ຄອນບານກໍບໍ່ມີຜູ້ໃດຢາກຈະເຊື່ອວ່າເປັນການສັງຫານນາຍສົມນຶກຈິງ ແຕ່ບໍ່ມີໃຜສາມາດເວົ້າຫຍັງໄດ້. ມີນາຍຕຳຣວດບາວຄົນເວົ້າວ່າ ໃນ
ມື້ນຳເອົານັກໂທດສົມນຶກໄປປະຫານນັ້ນປະກົດເຫັນລູກນ້ອງຂອງນາຍທະຫານຄົນນັ້ນມາທີ່ເຊບຮາວສ໌ນີ້ໜຶ່ງຊົ່ວໂມງກ່ອນທາງອຳນາດການ
ປົກຄອງຈະມາເບີດຕົວນັກໂທດອອກໄປ. ນາຍຕຳຣວດບາງຄົນຍັງເວົ້າວ່າ ນັກໂທດທີ່ຖືກສານຕັດສິນປະຫານໂດຍທົ່ວໄປແລ້ວຈະຖືກນຳຕົວ
ໄປຂັງທີ່ຊຳເຄ້ເພື່ອລໍຖ້າວັນປະຫານ ແຕ່ນັກໂທກສົມນຶກຖືກສານຕັດສິນປະຫານແທ້ໆຍັງໃຫ້ຝາກຂັງໄວ້ທີ່ເຊບຮາວສ໌ ແລະກໍຖືກນຳໄປປະຫານ
ພາຍໃນ 3 ອາທິດຫລັງຈາກສານຕັດສິນ. ນັກໂທດປະຫານຄົນອື່ນກ່ອນຈະນຳລົງໄປປະຫານຕ່ຳສຸດແມ່ນ 6 ເດືອນຂຶ້ນໄປເພື່ອຄວາມແນ່ນອນ
ວ່ານັກໂທດໄດ້ກະທຳຄວາມຜິດຈິງຫຼືບໍ່ທີ່ຖືກໂທດຂັ້ນປະຫານຊີວິດ.
ອ່ານຍາວຫຼາຍຂີ້ຄ້ານອ່ານ ເວົ້ານ້ອຍກໍ່ຍັງໄຄ ເວົ້າເປັນຫາງວ່າວ 5555
Anonymous wrote:ອ່ານຍາວຫຼາຍຂີ້ຄ້ານອ່ານ ເວົ້ານ້ອຍກໍ່ຍັງໄຄ ເວົ້າເປັນຫາງວ່າວ 5555
ຂຽນແບບລະອຽດຈັ່ງຊີ້ລະ ຈຶ່ງເປັນຕາອ່ານ! ຄັນຂຽນສັ້ນກຸດດຸດ ກໍປານກັບອ່ານຂ່າວສັ້ນເອົາໂລດລະ! ຂຽນແບບຫາງວ່າວແບບນີ້ລະ ຂ້າພະເຈົ້າມັກຫຼາຍ! ຂໍໃຫ້ຜູ້ຂຽນຢູ່ດີມີແຮງ ແລະຂຽນຕໍ່ໄປໃຫ້ສຸດເດີ! ຂອບໃຈນຳບົດຍາວໆທີ່ໜ້າອ່ານຂອງທ່ານ!!!
ເມືອງວຽງຈັນເປັນເມືອງນ້ອຍໆ (ຖ້າປຽບໃສ່ເມືອງເອກຂອງແຕ່ລະປະເທດ) ແລະມີພົລະເມືອງເຫຼືອບໍ່ຮອດຫ້າໝື່ນຄົນຈາກເດີມກ່ອນປົດ
ປ່ອຍປະເທດທີ່ມີປະຊາກອນປະມານ 120 ພັນຄົນ ແລະຄົນສ່ວນຫລາຍບໍ່ໄດ້ແມ່ນຄົນພື້ນຖານເກົ່າແກ່ຂອງວຽງຈັນ 40% ຂອງປະຊາຊົນ
ຢູ່ນະຄອນຫລວງໃນເວລານັ້ນແມ່ນມາແຕ່ຊຳເໜືອແລະຊຽງຂວາງ. ຄົນທີ່ອາສັຍຢູ່ໃນ 4 ຕົວເມືອງແລະເມືອງອ້ອມແອ້ມເກືອບວ່າຈະຮູ້ຈັກ
ໜ້າຕາກັນໄປໝົດເລີຍ ຖ້າວ່າແມ່ນໃຜປະກອບສ່ວນເຂົ້າເປັນພະນັກງານຣັດ ເພາະແຕ່ລະກະຊວງຈະມີການພົວພັນຮ່ວມກັນສຶກສາຮ່ຳຮຽນ
ການເມືອງ ແລະໄປອອກແຮງງານຮ່ວມກັນ ຊຶ່ງໃນຍຸກນັ້ນເປັນຍຸກປຸກລະດົມມວນຊົນສຸມໃສ່ການສ້າງສະຫະກອນຮວມໝູ່ ແບະກິຈະການ
ການສ້າງອ່າງເກັບນ້ຳຂອງສາຍນ້ຳຫຸມເພື່ອເອົານ້ຳເຂົ້າມາຫຼໍ່ລ້ຽງທົ່ງນາທີ່ທົ່ງຮາບວຽງຈັນ ແລະກໍມີນັກວິຊາວະກອນຍີ່ປຸ່ນເປັນຜູ້ອອກແບບ
ແລະແຜນຜັງ, ແຕ່ຍີ່ປຸ່ນໄດ້ຖອນໂຕອອກໄປຍ້ອນຄວາມຂັດແຍ່ງທາງການເມືອງ. ມີນັກວິຊາວະກອນຄົນລາວທີ່ອ້າງຄົນເອງວ່າຈົບມາແຕ່
ໂຊວຽດໄດ້ມາມາສືບຕໍ່ນຳພາປະຊາຊົນກໍ່ສ້າງເຂື່ອນປ້ານນ້ຳ ແລະໃຊ້ຈົກຊ້ວນແລິແຮງຄົນຂຸດກົ່ນສ້າງຮ່ອງເໝືອງແຕ່ເຂື່ອນນ້ຳຫຸມລົງມາຫາ
ທົ່ງນາທາງເກົ້າລ້ຽວ ຜ່ານວັດໄຕ ແລະເຂົ້າໄປເຖິງທົ່ງນາທາງໜອງບົວທອງ, ເສື່ອມເຂົ້າທົ່ງນາໂພນຕ້ອງ, ຮ່ອງແຊງ ແລະສຸດທ້າຍນ້ຳກໍມາອັ່ງ
ຢູ່ບຶງທາວຫລວງ. ຂ້າພະເຈົ້າກໍໄດ້ໄປອອກແຮງງານສ້າງແຜນການອ່າງເກັບນ້ຳນີ້ຢູ່ເລື້ອຍໆ ແລະກໍໄດ້ທຳຄວາມຄຸ້ນເຄີຍແລະຮູ້ຈັກກັບ
ຄົນໜ້າໃໝ່ມາຕລອດ, ໂດຍສະເພາະນັກຮ້ອງສຽງຫວານທີ່ມີສັນຍານາມວ່າ ທານຕະວັນສອງ ກໍຄື ດາຣາເພັຊ ນັ້ນເອງ ແລະແຟນຂອງລາວ
ນາຍວິນຊາວວຽດນາມ-ລາວຂົວດິນກໍເປັນໝູ່ແລະຄຸ້ນເຄີຍກັບຂ້າພະເຈົ້າ. ດາຣາເພັຊ ເປັນນັກຮ້ອງປະຈຳຫ້ອງອາຫານ ວຽງຣາຕຣີ ທີ່ຖືກ
ໂອນຂຶ້ນກັບຣັຖວິສາຫະກິດການຄ້າເອກະຊົນ, ທັງໝົດຂແນງການຂອງຫ້ອງອາຫານຂອງກຳແພງນະຄອນໄດ້ຖືກໄປອອກແຮງງານຂຸດເໝືອງ
ນ້ຳຫຸມແລະນອນຢູ່ປ່າເປັນອາທິດໜື່ງໝົດທຸກຄົນນັບແຕ່ຫົວໜ້າພະແນກລົງມາ. ຂ້າພະເຈົ້າແມ່ນໄດ້ໄປຄອນວັນເສົາແລະຖືກຢູ່ຮ່ວມກັບ
ພວກພະນັກງານຂອງການຄ້າເອກະຊົນນັ້ນຄືນໜຶ່ງ ນອກຈາກຂ້າພະເຈົ້າແລ້ວກໍມີຕຳຣວດອີກສິບກ່ວາຄົນໄປນຳກັນເປັນທິມ. ການຄ້າງຄືນ
ຢູ່ປ່າໃນຄັ້ງນັ້ນເຮັດໃຫ້ຂ້າພະເຈົ້າໄດ້ລື້ງກັບໝູ່ຂອງດາາຣາເພັຊຫລາຍໆຄົນທັງຍິງແລະຊາຍ, ໜຶ່ງໃນຄົນເຫຼົ່ານັ້ນມີຊາຍຄົນອາຍຸປະມານ
22 ຫາ 25ປີ ທີ່ຄຸ້ນໆຕາວ່າເຄີຍພົບຢູ່ແຫ່ງໃດແຫ່ງໜຶ່ງມາກ່ອນ. ຜູ້ກ່ຽວມັກລົມເຣື່ອງການບ້ານການເມືອງ ແລະບໍ່ຮູ້ຈັກວ່າຄົນເອງເຮັດມີ
ຫຍັງດີຈຶ່ງເຮັດໃຫ້ຜູ້ກ່ຽວຕິດມົກຕິດໃຈແລະມັກມາຊວນລົມເຣື່ອງນັ້ນເຣື່ອງນີ້ ຕາມພາສາວັຍໜຸ່ມ. ຄັ້ງໜຶ່ງຜູ້ກ່ຽວໄດ້ຍົກເຣື່ອງຄົນຮ້າຍ
ປຸ້ນບ້ານພັກທູດຍິປຸ່ນຂຶ້ນມາລົມ ມັນເປັນຈຸດສົນໃຈຂອງຕົນເອງທີ່ສືບສ່າວຊອກຕົ້ນເຫດທີ່ເກີດຂຶ້ນມາແລ້ວ ຈຶ່ງພະຍາຍາມຊວນໂອ້ລົມກັບ
ຊາຍຄົນນັ້ນ. ສຳລີ ເປັນຊື່ຂອງຊາຍຄົນນັ້ນ ແລະເປັນໄທບ້ານດອນໜູນເປັນພະນັກຂັບຣົດເມປະຈຳທາງ ຍັງເປັນໂສດຢູ່, ຜູ້ກ່ຽວກໍເອົາບ່ອນ
ແລະບ່ອນທຳງານໃຫ້ຂ້າພະເຈົ້າ ເພື່ອວ່າຢາກໄປຢ້ຽມຢາມຈະເປັນທີ່ບ້ານຫຼືທີ່ທຳງານ ເພາະຜູ້ກ່ຽວຖືກອອກໄປຂັບຣົດເມອາທິດໜຶ່ງສາມມື້
ແລະສອງມື້ແມ່ນຖືກຊ່ອມແປງຣົດເມ, ສ່ວນທີ່ບ້ານແມ່ນວັນເສົາອາທິດໄດຢູ່ບ້ານຖ້າວ່າບໍ່ຖືກບັນຈຸໄປອອກແຮງງານ. ການໂອ້ລົມຣະຫວ່າງ
ນາຍສຳລີແລະຕົນເອງແມ່ນມີຂໍ້ສົ້ນໃຈຫລາຍຢ່າງ ເພາະສັນນິຖານເບິ່ງແລ້ວເໝືອນກັນກັບສຳລີໄດ້ຮູ້ເຫດການທີ່ເກີດຂຶ້ນທີ່ບ້ານພັກທູດຍີ່
ປຸ່ນນັ້ນດີ, ແຕ່ຂ້າພະເຈົ້າບໍ່ໄດ້ສແດງປະຕິກິຣິຍາອອກໃຫ້ຜູ້ກ່ຽວຮູ້ວ່າມຄວາມສົນໃຈກ໋ຍວກັບເຣື່ອງນີ້ ເພາະມີຕອນໜຶ່ງທີ່ສຳລີກ່າວເຖິງການ
ຍິງເປົ້ານັກໂທດທີ່ຜ່ານມາບໍ່ເທົ່າໃດອາທິດຜ່ານມານັ້ນ ເໝືອນກັນກັບຈັດສາກອອກມາລວງຕາປະຊາຊົນ. ສິ່ງທີ່ຂ້າພະເຈົ້າຕ້ອງການຢາກຮູ້
ກໍຄືເປັນຫຍັງຄົນຂັບຣົດເມຄືນາຍສຳລີຈຶ່ງມີຄວາມສົນໃຈເຣື່ອງແບບນີ້ ແລະຜູ້ກ່ຽວຮູ້ຈັກເຣື່ອງຄົນຮ້າຍທີ່ຊື່ສົມນຶກແລະນາຍທະຫານຄົນນັ້ນ
ໄດ້ແນວໃດ? ຕອນແລງວັນທິດວັນຕໍ່ມາພາຍຫລັງເລີດອອກແຮງງານແລະທຸກຄົນຕ່າງກໍພາກັນຕຽມເກັບເອົາສິ່ງຂອງເພື່ອ
ຕຽມກັບບ້ານ. ຂ້າພະເຈົ້າມີໂອກາດໄດ້ເວົ້າລົວກັບ ດາຣາເພັຊ ອີດເທື່ອໜຶ່ງກ່ອນຈະພາກັນແຍກຢາຍກັນກັບບ້ານ ແລະໄດ້ຖາມລາວວ່າຮູ້ຈັກ
ສຳລີດີປານໃດ ແລະດົນປານໃດ? ລາວບອກວ່າຈັ່ງຫາຮູ້ຕອນປິຜ່ານມາ ຕອນໄປຮຽນການເມືອງຢູ່ສາລາພັນຫ້ອງນຳກັນ, ດາຣາເພັຊຍັງເວົ້າ
ວ່າ ອ້າຍສຳລີເປັນຄົນມັກລົມມັກເວົ້າເຫດການທີ່ເກີດຂຶ້ນກັບບ້ານກັບເມືອງ ແລະກໍຕລົກເຮຮາດີ ນັບແຕ່ນັ້ນມາກໍລຶ້ງກັນມາເລີຍ ແລະສຳລີ
ກໍມັກໄປນັ່ງຟັງເພງຢູ່ຫ້ອງອາຫານຢູ່ທີ່ວຽງຣາຕຣີກັບໝູ່ຕລອດຍາມແລງວັນສຸກແລະເສົາ ແລະສຳລີກໍເປັນໝູ່ກັບອ້າຍວິນ (ແຟນດາຣາເພັຊ)
ແລະມັກມາຮຽນຕີກອງນຳແຟນນ້ອງຢູ່ສເມີ. ເວົ້າເຣື່ອງນາຍສຳລີບໍ່ພໍບຶດຜູ້ກ່ຽວກໍຫອບເຄື່ອງຍ່າງເຂົ້າມາຫາພ້ອມກັບໝູ່ 4-5ຄົນທັງຍິງ
ແລະຊາຍ ແລະກໍບອກຂ້າພະເຈົ້າຢ່າລືມໄປແວ່ໄປຢາມແດ່ເດີ້ ຖ້າບໍ່ຮູ້ເຮືອນໃຫ້ຊວນໝໍວິນກັບດາຣາເພັຊພາໄປ ແລະຍັງຖາມຂ້າພະເຈົ້າວ່າ
ຮູ້ຈັກໝໍວິນແຟນຂອງດາຣາເພັຊບໍ່? ທາງສາວດາຣາເພັຊກໍດອດຂຶ້ນຕອບແທນຕົນເອງໄປວ່າ ບໍ່ມັນ! ລາວເປັນໝູ່ກັບອ້າຍວິນມາແຕ່ກ່ອນ
ຂ້ອຍກັບອ້າຍວິນຈະເປັນແຟນກັນພຸ້ນ. ທາງຜູ້ເພິ່ນສຳລີຍັງຖາມຄືນວ່າບໍ່ແມ່ນລາວເປັນຄົນວຽດຄືກັນຫວາ, ໜ້າຕາຜິວພັນເໜື້ອໜັງສີ
ຂາວໆແບບນີ້ກໍຢາກໄປທາງວຽດຢູ່ໄດເນາະ ແລະ ຄັນເປັນຄົນລາວກໍຄືຈະມາທາງຫລວງພະບາງພຸ້ນແມ່ນບໍ່? ຂ້າພະເຈົ້າເລີຍຕອບວ່າ ຖິ່ນກຳ
ເນິດກໍມາແຕ່ເມືອງຊຳພຸ້ນ ມາໃຫຍ່ຢູ່ວຽງພິ້ ຮັປະກັນ ລາວຮ້ອຍເປີເຊັນ ແຕ່ເປັນຫຍັງບໍ່ຈັກລູກໝົດພໍ່ໝົດແມ່ກໍແມ່ນໂຕເອງຜູ້ດຽວທີ່ມີ
ໜ້າຕາຜີວພັນຢາກຄືວຽດຄືຈີນໄປ ( ຍ້ອງຕົນເອງ ) ຫລືວ່າແມ່ນອກໃຈພໍ່ໄປມີເພດສຳພັນກັບວຽດຫລືຈີນບໍ່ຈັກ, ຖາມແມ່ໆກໍບໍ່ເຄີຍບອກ
ຄວາມຈິງຈັກເທື່ອ ຖາມພໍ່ໆກໍບໍ່ເຄີຍຮ້າຍເຄີຍດ່າຈັກເທື່ອມີຍິ້ມກັບຫົວ ຂ້າພະເຈົ້າອະທິບາຍໄປເຊີງເວົ້າຕລົກໄປນຳເພື່ອຊວນຫົວແລະພວກຂະ
ເຈົ້າກໍພາກັນຫົວຂຶ້ນອີຫຼີ.
ອາທິດຕໍ່ມາພາຍຫຼັງໄດ້ຮູ້ຈັກກັບສຳລີທີ່ອ່າງນ້ຳຫຸມ ຕົນເອງຍັງຕິດໃຈທີ່ສຳລີຍົກເອົາກໍລະນີການຍິງເປົ້າສັງຫານນັກໂທເສົມນຶກຂຶ້ມາລົມຕອນໄປອອກແຮງງານ
ອາທິດຜ່ານມານັ້ນ. ຍັງຈຳໄດ້ວ່າ ນາຍສຳລີແນະນຳໃຫ້ຫາສາວດາຣາເພັຊແລະໝໍວິນພາໄປຖ້າຫາກຢາກໄປຢ້ຽມຢາມຜູ້ກ່ຽວທີ່ບ້ານດອນໜູນ, ຂ້າພະເຈົ້າຈຶ່ງຕິດ
ຕໍ່ໄປທາງໝໍວິນໃຫ້ບອກສຳລີວ່າຢາກໄປທ່ຽວຢາມບ້ານຜູ້ກ່ຽວໃນວັນທ້າຍສັປະດານີ້ ແລະກໍໄດ້ຊວນໝໍວິນພາໄປ. ບໍ່ພໍເຄິ່ງມື້ກໍໄດ້ຮັບຄຳຕອບຈາກໝໍວິນວ່າຈະ
ພາໄປແລະຜູ້ກ່ຽວຍັງກະຊິບໃຫ້ຂ້າພະເຈົ້າຊວນເອົາແຟນໄປນຳ ເພາະດາຣາເພັຊກໍຈະໄປນຳກັນ ແລະກໍມີແຜນການໄປກິນເຂົ້າປ່າຫຼືປິກນິກຢູ່ສວນຂອງພໍ່ແມ່ໝໍ
ສຳລີ. ຕອນເຊົ້າວັນເສົາກໍພາກັນຕຽມເດີນທາງໄປບ້ານສຳລີຕາມແຜນທີ່ນັດກັນໄວ້, ພໍແຕ່ໄປເຖິງບ້ານສຳລີກໍຖືກຮັບຕ້ອນຈາກພໍ່ແມ່ແລະໂຕສຳລີເອງເປັນ
ຢ່າງດີ ສະເພາະຂ້າພະເຈົ້າແລະແຟນສາວທີ່ເປັນແຂກໜ້າໃໝ່ຂອງຄອບຄົວສຳລີແມ່ນຖືກຕ້ອນຮັບຢ່າງອົບອຸ່ນເປັນພິເສດ ແລະພໍ່ແມ່ຂອງສຳລີກໍນຳພາທ່ຽວ
ຮອບໆສວນສວນອັນກ້ວາງຂວາງທີ່ມີຜົລະປູກທຸກໆຊນິດດັ່ງຕົ້ນມ່ວງ ຕົ້ນໝາກລຳໄຍ ໝາກນ້ຳນົມ ປ່າໝາກນັດ ໝາກລະມຸດ ໝາກຍົມ ເປັນແຖວລຽນກັນ
ກັນໄປນັບເປັນຫລາຍຮ້ອຍຕົ້ນ. ສິ່ງໜຶ່ງທີ່ແຟນສາວຂອງຂ້າພະເຈົ້າຕື່ນເຕັ້ນທີ່ສຸດແມ່ນແມ່ຂອງສຳລີພາລາວແລະສາວດາຣາເພັຊໄປຂຸດຫົວມັນເພົາ ຫຼືຮູ້ກັນ
ອີກຊື່ໜຶ່ງວ່າມັນແກວ ຢູ່ທີ່ປາຍສວນຕິດກັບທ້າຍນາຂອງພໍ່ສຳລີ. ທາງພໍ່ສຳລີກໍພາພວກຂ້າພະເຈົ້າ ມີສຳລີແລະໝໍວິນໄປຕຶກເບັດເອົາປານິນຢູ່ສະລ້ຽງປາຂອງ
ສຳລີເອງທີ່ສ້າງຂຶ້ນ, ໄດ້ປາເປັນສິບໂຕແລະໂຕໃດໃຫຍ່ຮາວຝາມືນີ້ ແລະກ່ອນຈະກັບອອກຈາກສະປາ, ສຳລິລົງໄປໃນສະແລ້ວງົມເອົາໝາກຈັບຂຶ້ນມາເຕັມສອງ
ກຳມື ແລະຖາມວ່າມັກບໍ່? ໝາກຈັບເປັນຂອງມັກຂອງຕົນເອງຢູ່ແລ້ວຈຶ່ງຂໍອະນຸຍາດຈາກສຳລີລົງໄປເກັບເອົາດ້ວຍຕົນເອງ. ເກັບໝາກຈັບເລີຍໄປພໍ້ຫອຍປັງ
ໂຕໃດໃຫຍ່ຮາວກຳປັ້ນນີ້ ຈຶ່ງຮ້ອງໃສ່ສຳລິວ່າເອົາຫອຍໄປຕົ້ມຈີ້ມແຈ່ວສົ້ມໄດ້ບໍ່? ທາງພໍ່ສຳລີຕອບກ່ອນຜູ້ລູກວ່າເກັບເອົາໂລດພໍ່ຈະໄປຕັດເອົາສົ້ມໃບໝາກຂາມ
ເມືອໃຫ້. ສ່ວນໝໍວິນບໍ່ຍອມລົງໜອງປາເພາະເພິ່ນປູ້ນີ້ເປັນຄົນມັກຮັກສາຮຸ່ນໃຫ້ໂກ້ຢູ່ຕລອດເພາະຢ້ານສາວດາຣາເພັຊໄປມີຜູ້ໃໝ່. ຫລັງຈາກກິນເຂົ້າປ່າສຳ
ເຮັ້ດເສັດສິ້ນລົງແລ້ວກໍພາກັນເກັບສິ່ງເກັບຂອງກັບມາທີ່ເຮືອນຂອງພໍ່ແມ່ສຳລີກ່ອນຈະພາກັນກັບຕ່າວຄືນບ້ານ. ຕອນນັ່ງລົມກັນຫລີ້ນຢູ່ທີ່ເຮືອນນາຍສຳ
ລີນັ້ນ ຂ້າພະເຈົ້າແນວໄປເຫັນດາບສະມູໄລຂອງຍີ່ປຸ່ນຢູ່ຄູ່ໜຶ່ງທີ່ແຂວນຢູ່ຝາເຮືອນຂ້າງຫໍພຣະເບື້ອງລະດວງ, ຂ້າພະເຈົ້າຈຶ່ງຖາມສຳລີວ່າໄດ້ດາບສະມູໄລມາແຕ່
ໃສ? ສຳລີກໍກໍເລົ່າສູ່ຟັງກົກປາຍສາຍເຫດການທີ່ມາຂອງດາບຍີ່ປຸ່ນຄູ່ນີ້.
ຜ່ານມາປີກ່ວາແລ້ວ ມີຊາຍສອງຄົນເອົາຜ້າຂະມ້າຄຽນຫຸ້ມດາບຄູ່ນີ້ຂຶ້ນຣົດເມທີ່ສຳລີເປັນຜູ້ຂັບສາຍຕລາດເຊົ້າ-ເກົ້າລ້ຽວ ແລະສອງຄົນນີ້ກໍນັ່ງຢູ່ສອງເບາະຢູ່
ທາງຫຼັງຂອງສຳລີນັ່ງຂັບຢູ່ນັ້ນ ບາດໄປຮອດເກົ້າລ້ຽວທັງສອງຄົນກໍພາກັນລົງຈາກຣົດເມ ແຕ່ລືມດາຍຄູ່ນີ້ປະໄວ້ຢູ່ກັບພື້ນຣົດຢູ່ລຸ່ມເບາະນັ່ງນັ້ນ. ນາງຄຳຜິວ
ສາວກະເປົາຣົດເມເປັນຜູ້ພົບເຫັນເລີຍແຈ້ງໃຫ້ສຳລີຮັບຊາບເອົາໄວ້ ແລະສຳລີກໍເອົາດາຍຄູ່ນັ້ນໄວ້ກັບຜູ້ກ່ຽວຕິດລົດເມເອົາໄວ້ ເພື່ອວ່າເຈົ້າຂອງຫຼືສອງຄົນນັ້ນ
ຈະມາທວງເອົາຄືນ ແຕ່ບໍ່ມີໃຜມາທວງເອົາຄືນ ແລະກໍບໍ່ເຄີຍເຫັນຄົນໜ້າຕາທີ່ເປັນເຈົ້າຂອງດາບຄູ່ນັ້ນກັບມາໃຊ້ບໍຣິການຣົດເມອີກນັບແຕ່ວັນນັ້ນມາ ເພາະ
ສຳລີວ່າຍັງຈື່ໜ້າສອງຄົນນັ້ນໄດ້ດີວ່າເປັນຄົນລັກສະນະແນວໃດ? ຂ້າພະເຈົ້າຖາມສຳລີວ່າຈື່ເຫດການວັນເດືອນປີທີ່ຊາຍສອງຄົນຂຶ້ນຣົດເມໄດ້ບໍ່? ສຳລີວ່າຂຽນ
ໃສ່ເຈັ້ຍໄວ້ຢູ່ ແຕ່ຢູ່ອູ່ຣົດເມ. ການທີ່ສຳລີເອົາດາບຄູ່ນີ້ມາໄວ້ເຮືອນກໍໄດ້ອະນຸຍາດຈາກຫົວໜ້າ ເພາະຕ່າງກໍພາກັນສັນນິຖານວ່າເປັນດາບເກ້ທີ່ຂາຍກັນຢູ່ຕາມ
ຕລາດຂອງເລ່ຢູ່ໜອງດ້ວງ ກໍເລີຍບໍມີໃຜສົນໃຈ ສຳລີເລີຍເອົາມາເກັບໄວ້ທີ່ບ້ານ. ຂ້າພະເຈົ້າຂໍອະນຸຍາດນຳສຳລີເອົາດາບຄູ່ນັ້ນລົງມາສັລະສູດເບິ່ງຈຶ່ງພົບເຫັນ
ໂຕອັກສອນຍີ່ປຸ່ນທີ່ສລັກລົງມສ່ຕົ້ນດາບຕິດກັບດ້າມທັງສອງດວງນັ້ນ ແລະມີຄວາມໝາຍວ່າ ແສງພຣະອາທິດສີແດງ ແລະຍັງບອກປີທີ່ດາບຄູ່ນີ້ໄດ້ຫຼໍ່ຫຼອມ
ຂຶ້ນມາ 1777. ດາບຄູ່ນີ້ເປັນດາບສັ້ນທີ່ສະມູໄລຂັດເໜັບແອວທັງສອງຂ້າງ ຍາວປະມານແຂນໜຶ່ງ ໜັກດວງໜຶ່ງປະມານ ເຄິ່ງກິໂລກຣາມ, ເມື່ອຂ້າພະເຈົ້າ
ເຫັນດາບຄູ່ນີ້ຈຶ່ງນຶກເຫັນພາບພັລະຍາຂອງທູດຍີ່ປຸ່ນທີ່ຖືກຂ້າຕາຍນັ້ນ ຖ່າຍພາບຕອນນັ່ງຢູ່ຫ້ອງຮັບແຂກ ແລະເຫັນດາບສັ້ນຄູ່ໜຶ່ງພ້ອມກັບດາບຍາວອີກ
ດວງໜຶ່ງຕັ້ງຢູ່ເທິງຫລັງຕູ້ເຄື່ອງເອ້ຫ້ອງຮັບແຂກ. ເພື່ອບໍ່ຢາກໃຫ້ສຳລີເກີດຄວາມສົງໄສຂອງຕົນເອງຫລາຍຂຶ້ນຂ້າພະເຈົ້າຈຶ່ງເວົ້າໄປວ່າດາບຄູ່ນີ້ອາດຈະເປັນ
ດາຍຂອງໄທເຮັດມາຂາຍຕາມຕລາດທົ່ວໄປເພື່ອເປັນຂອງເອ້ຫ້ອງຮັບແຂກທົ່ວໆໄປຊື່ໆ ເພາະສຳລີຖາມວ່າເປັນຫຍັງຂ້າພະເຈົ້າສົນໃຈເຣື່ອງຫອກເຣື່ອງດາບ?
ວັນຈັນອາທິດຕໍ່ມາ ໄດ້ໄປທີ່ອູ່ຣົດເມທີ່ສຳລີທຳງານຢູ່ນັ້ນ ແລະກໍໂຊກເຂົ້າຂ້າງ ສຳລີບໍ່ໄດ້ຂັບຣົດເມ ຖືກຝຽນສ້ອມແປງ, ສຳລີເອົາວັນເດືອນປີທີ່ຊາຍສອງຄົນ
ລືມດາບຄູ່ນັ້ນໄວ້ຣົດເມມາໃຫ້ ແລ້ວຂ້າພະເຈົ້າເບິ່ງ ແລະສຳລີຖາມຄືນວ່າເປັນຫຍັງຂ້າພະເຈົ້າຈຶ່ງຢາກໄດ້ວັນເດືອນປີອັນນີ້? ຂ້າພະເຈົ້າບອກສຳລີວ່າອາດຈະຮູ້
ເຈົ້າຂອງຂອງດາບຄູ່ນີ້ ເມືອ່ຄົ້ນຄ້ວາໄດ້ແລ້ວວ່າແມ່ນໃຜເປັາເຈົ້າຂອງຈະພາມາຮັບເອົາດາບຄູ່ນີ້ຄືນ ແລະ ທາງສຳລີກໍຍິນດີທີ່ຈະສົ່ງຄືນໃຫ້ເຈົ້າຂອງເດີມຜູ່ທີ່
ມາລືມໄວ້ເທິງຣົດເມ. ຂ້າພະເຈົ້າມາສັນນິຖານເບິ່ງແລ້ວ ຖ້າວ່າຄົນໃດຄົນໜຶ່ງເປັນເຈົ້າຂອງໂຕຈິງຂອງດາບຄູ່ນີ້ ທີ່ລືມໄວ້ເທິງຣົດເມ ເຊື່ອແນ່ວ່າເຂົາ
ມາທວງຖາມເອົາຄືນແລ້ວ, ເຊື່ອແນ່ວ່າຊາຍສອງຄົນນັ້ນຕ້ອງເປັນຄົນຮ້າຍທີ່ຂຶ້ນໄປປຸ້ນບ້ານພັກຍິ່ປຸ່ນແລ້ວວັນຮຸ່ງເຊົ້າຂຶ້ນມາກໍຂີ່ຣົດເທກັນບ້ານ ເພາະວັນ
ເດືອນປີສອງຄົນນັ້ນລືມປະໄວ້ເທິງຣົດເມທີ່ສຳລີຈົດໄວ້ນັ້ນກົງກັບວັນເດືອນປີຂອງມື້ເກີດເຫດການຂຶ້ນທີ່ບ້ານພັກທູດຍີ່ປຸ່ນ. ດາບສອງຄູ່ນີ້ອາດເປັນວັດຖຸພະ
ຍານອັນສຳຄັນສິ້ນໜຶ່ງຂອງຄະດີຄາຕະກັມອັນສຍອງຂັວນນີ້ໄດ້ ຂ້າພະເຈົ້າຈຶ່ງບອກສຳລີໃຫ້ປິດປາກງຽບບໍ່ໃຫ້ນຳໄປບອກໃຜວ່າຂ້າພະເຈົ້າມາຕິດຕາມເຣື່ອງ
ດາບທີ່ຢູ່ກັບສຳລີ ແລະເນັ້ນໜັກໃຫ້ສຳລີຮັກສາດາບຄູ່ນີ້ໄວ້ໃຫ້ດີ. ແລະກ່ອນຈະກັບອອກຈາກອູ່ຣົດເມກໍໄດ້ບອກສຳລີວ່າມື້ແລງຫລັງຈາກເລີກການແລ້ວໄປ
ຫຼີ້ນນຳໄດ້ບໍ່ ເພາະມີເຣື່ອງລົມຫລາຍແນວ? ທາງສຳລີກໍວ່າຍິນດີຕ້ອນຮັບທຸກເວລາຫລັງຈາກເລີກການ.
(ຍັຝມີຕໍ່)
ຂ້າພະເຈົ້າຍັງບໍ່ຢາກເປີດເຜີຍຕົນເອງໃຫ້ສຳລີແລະເພື່ອນຝູງທຸກຄົນຮູ້ວ່າເປັນຕຳຣວດນອກເຄື່ອງແບບ ນອກຈາກພໍ່ແມ່ຕົນເອງເທົ່ານັ້ນ ແມ້ແຕ່ຍາດພີ່
ນ້ອງກໍຍັງບໍ່ມີໃຜທັນຮູ້ຈັກທັ່ງໆທີ່ທຳງານສິ້ນນີ້ມາກ່ວາສອງປີແລ້ວ. ນອກຈາກພໍ່ແມ່ແລະຄົນພາຍໃນຄອບຄົວຈະຮູ້ພຽງວ່າຂ້າພະເຈົ້າເປັນພະນັກງານລັດ
ຂອງກະຊວງອຸດສາຫະກັມການຄ້າຄົນໜຶ່ງເທົ່ານັ້ນ ແລະນອກຈາກໝໍໄດ, ຊຶ່ງຜູ້ກ່ຽວກໍເປັນໜ່ວຍໃຕ້ດິນນອກເຄື່ອງແບບ ແລະຢູ່ໃນຄາບຂອງພໍ່ຄ້າເຄື່ອງ
ຫຍ່ອຍທີ່ນຳສິນຄ້າອອກໄປຂາຍຕາມຫົວເມືອງຕ່າງໆນັບແຕ່ປາກຊັນຂຶ້ນໄປຮອດຊຽງຂວາງ, ທີ່ຮູ້ຈັກວ່າຂ້າພະເຈົ້າກຳລັງເຮັດຫຍັງທຳຫຍັງຢູ່. ເມື່ອ
ໄດ້ມາລຶ້ງເຄີຍກັບສຳລີແລ້ວກໍອ່ານນິສັຍໄດ້ວ່າສຳລີເປັນຄົນກົງໄປກົງມາແລະກໍເຊື່ອໃຈໄດ້ ເຖິງວ່າຈະຮູ້ຈັກກັນມາພຽງບໍ່ເທົ່າໃດອາທິດ. ຫລັງຈາກເລີກງານ
ໃນວັນທີ່ໄປພົບສຳລີຢູ່ອູ່ຣົດເມ ກໍໄດ້ໄປຫາສຳລີທີ່ບ້ານຂອງຜູ້ກ່ຽວຕາມນັດໄວ້ ແລະກັນພົບສຳລີໃນຄັ້ງນີ້ເປັນການສ່ວນຕົວຫລາຍກ່ອນເກົ່າທີ່ບໍ່ມີຄົນອື່ນ
ມາຫຍຸ້ງນຳ ພໍ່ແມ່ຂອງສຳລີເພິ່ນກໍພາກັນໄປແຂວນຕົ້ນຢູ່ວັດ ຕຶ່ງເໝາະສັມທີ່ໂອ້ລົມກັນຢ່າງເປີດເຜີຍ ແລະພິເສດສຸດແມ່ນບໍ່ຢ້ານມືທີ່ສາມເຂົ້າມາໄດ້ຍິນ
ເພາະເຮືອນຂອງສຳລີຢູ່ຫ່າງໄກຈາກໝູ່ບ້ານປະມານຫລັກກິໂລໜຶ່ງ. ສຳລີເປັນຝ່າຍເປີດສາກຖາມຂຶ້ນວ່າເປັນຫຍັງຈຶ່ງຢາກຮູ້ເຣື່ອງດາບຄູ່ນັ້ນ ແລະເປັນ
ຫຍັງຈຶ່ງບອກໃຫ້ຮັກສາດາບຄູ່ນັ້ນໄວ້ໃຫ້ດີໆ? ກ່ອນຂ້າພະເຈົ້າຈະຕອບຄຳຖາມຂອງສຳລີ ໄດ້ບອກຜູ້ກ່ຽວວ່າບໍ່ໃຫ້ຕົກໃຈຫລືເກງກົວຕໍ່ສິ່ງທີ່ຂ້າພະເຈົ້າຈະ
ໄດ້ແນະນຳຄວາມເປັນຈິງຂອງຕົນເອງໃຫ້ຜູ້ກ່ຽວຮັບຮູ້ ແລະສຳລີກໍຮັບປາກວ່າຈະຕັ້ງໃຈຮັບກັບສິ່ງທີ່ຂ້າພະເຈົ້າຈະແນະນຳອອກມາ ບໍ່ວ່າຈະເປັນແນວໃດ
ກໍຕາມ. ພາຍຫຼັງສຳລີຮູ້ວ່າຂ້າພະເຈົ້າແມ່ນໃຜແລະກຳລັງເຮັດຫຍັງຢູ່ ກໍປະກົດເຫັນສີໜ້າຂອງຜູ້ກ່ຽວປ່ຽນແປງໄປໃນເຊີງທີ່ມີຄວາມຫວັ່ນວິຕົກພໍສົມ
ແຕກໍຢັ້ງຢືນໄດ້ວ່າຜູ້ກ່ຽວຮັບໄດ້ຢູ່ແລ້ວ. ຫລັງຈາກນັ້ນກໍພາກັນມາເຂົ້າເຣື່ອງທີ່ຂ້າພະເຈົ້າຕ້ອງການຮູ້ເຜີ້ມເຕີມກ່ຽວກັບດາບຄູ່ນັ້ນ ແລະຊາຍສອງຄົນທີ່
ລືມປະດາບໄວ້ຣົດເມ. ສຳລີຢັ້ງຢືນວ່າຍັງຈຳໜ້າຕາຂອງຊາຍສອງຄົນນັ້ນໄດ້ຢ່າງດີ ເພາະກ່ອນໜ້າທີ່ພວກເຂົາລືມດາບໄວ້ຣົດເມກໍເຫັນພວກສອງຄົນນັ້ນ
ທຽວຣົດເມເກືອບວ່າທູກມື້ທີ່ສຳລີເປັນໂຊບເຟີຣົດເມ, ພວກເຂົາຈະຂຶ້ນຣົດເມທ່ຽວເຊົ້າທຳອິດທີ່ຄິວຣົດເມເກົ້າລ້ຽວແລ້ວມາລົງທີ່ຕລາດເຊົ້າ ແລະເມື່ອ
ຕອນເເລງປະມານຫ້າໂມງປາຍກໍຈະເຫັນຂຶ້ນຣົດເມທີ່ຕລາດເຊົ້າໄປລົງຄິວຣົດເມປ້າຍສຸດທ້າຍທີ່ເກົ້າລ້ຽວເປັນປະຈຳ. ແຕ່ສຳລີເວົ້າວ່າຫລັງຈາກມື້ພວກ
ເຂົາລືມດາບໄວ້ເທິງຣົດເມນັ້ນມາກໍບໍ່ເຫັນພວກເຂົາເລີຍມາເທົ່າທຸກມື້ນີ້, ສຳລີເຊື່ອວ່າສອງຄົນນັ້ນຕ້ອງເປັນຄົນເຂດເກົ້າລ້ຽວນັ້ນ ເພາະບໍ່ເຫັນພວກເຂົາ
ຂຶ້ນລົດສອງແຖວຫຼືສາມລໍ້ເຄື່ອງໄປຕໍ່ຫລັງຈາກລົງຣົດເມ ປະກົດເຫັນພວກເຂົາຍ່າງຜ່ານຕລາດນ້ອຍນັ້ນໄປແລກບໍ່ເຫັນອອກມາອີກ. ຂ້າພະເຈົ້າຖາມສຳ
ລີທີ່ຜູ້ກ່ຽວເຄີຍລົມໃຫ້ຟັງຢູ່ອອກແຮງງານທີ່ອ່າງນ້ຳຫຸມທີ່ວ່າການປະຫານນັກໂທດສົມນຶກນັ້ນເປັນເຫດການບໍ່ແຈ້ງຂາວເພາະເຈົ້າໜ້າທີ່ບໍ່ໄດ້ເປີດໜ້າຕາ
ຂອງນັກໂທດໃຫ້ປະຊາຊົນຜູ້ໄປເບິ່ງວ່ານັກໂທດນັ້ນແມ່ນສົມນຶກແທ້ບໍ່? ແລະຍິ່ງໄປກ່ອນນັ້ນບໍ່ມີໃຜຮູ້ແລະເຫັນໜ້າສົມນຶກຜູ້ທີ່ເປັນນັກໂທດມີໜ້າຕາ
ເປັນແນວໃດ. ເມື່ອກ່ອນກໍມີການຍິງເປົ້າສັງຫານທະຫານອ້າຍນ້ອງຄົນໜຶ່ງຢູບ່ອນດຽວກັນກັບຍິງເປົ້າສັງຫານນັກໂທດສົມນຶກນັ້ນ ແຕ່ທະຫານອ້າຍນ້ອງ
ຄົນນັ້ນ ປະຊາຊົນຮູ້ແລະເຫັນໜ້າຕາໝົດທັງໝູ່ບ້ານກ່ອນຖືກສານປະຊາຊົນຕັດສິນປະຫານ ແລະກ່ອນຈະລົງມືຍິງເປົ້າ ຕອນຜູ້ຂຶ້ນມາກ່າວໂທດນັກໂທດ
ທະຫານຄົນນັ້ນກໍບໍ່ທັນໄດ້ເອົາຖົງຜ້າສີດຳມາປິດຫົວໄວ້ເທື່ອ, ເມື່ອກ່າວໂທດຂອງນັດໂທດແລ້ວໆ ເຈົ້າໜ້າທີ່ຈຶ່ງເອົາຖົງຜ້າສີດຳມາຊຸບໃສ່ຫົວແລະມັດຄຽນຄໍ
ໄວ້ກ່ອນລົງມືສັງເພັສະຄາດລົງມືຍິງ ແລະຫລັງຈາກນັກໂທດຂາດໃຈຕາຍແລ້ວເຈົ້າໜ້າທີ່ກໍເອົາຖົງສີດຳນັ້ນອອກເພື່ອດັດແປງໜ້າຕາຄິ້ວຄາງຂອງຜູ້ຕາຍ
ໃຫ້ຢູ່ໃນສະພາບນອນຫຼັບນິ້ງສບາຍ. ທະຫານອ້າຍນ້ອງຜູ້ຖືກສານປະຊາຊົນຕັດສິນປະການຊິວິດນີ້ ໄດ້ຂົ່ມຂືນສາວນ້ອຍອາຍຸ 13 ປີ ແລ້ວຕີໃຫ້ສລົບຫລັງ
ຈາກນັ້ນກໍໂຍນຮ່າງຂອງນາງນ້ອຍຜູ້ເຄາະຮ້າຍລົງນ້ຳສ້າງເກົ່າ, ແຕ່ ທະຫານຄົນນັ້ນບໍ່ເຫັນນ້ອງຊາຍຂອງຍິງສາວຜູ້ທີ່ມັນກຳລັງກຸມຂົ້່ຂືນຢູ່ນັ້ນ ແລ່ນກັບ
ເຂົ້າໄປໃນບ້ານໄປເອີ້ນເອົາພໍ່ແມ່ປະຊາຊົນແລະກອງຫລອນອອກມາຊ່ອຍ. ພໍພໍ່ແມ່່ໄທບ້ານແລະກອງຫຼອນມາເຖິງສະຖານທີ່ເກີດເຫດກໍກຳລັງເຫັນທະຫານ
ອ້າຍນ້ອງຄົນນັ້ນກຳລັງນຸ່ງໂສ້ງຢູ່ ກອງຫລອນຈຶ່ງແລ່ນເຂົ້າຄຸມຕົບແລະຍຶດເອົາປືນຂອງຜູ້ກ່ຽວໄວ້. ທະຫານຄົນນັ້ນກໍຖືກມັດໂຕຕິດກັບຕົ້ນໄມ້ໄວ້ກ່ອນກອງ
ຫຼອນຈະຖາມເຖິງສາວນ້ອຍຜູ້ເຄາະຮ້າຍນັ້ນ, ແຕ່ຜູ້ກ່ຽວໄດ້ປະຕິເສດວ່າບໍ່ຮູ້ບໍ່ເຫັນບໍ່ຈັກ. ທາງໄທບ້ານນຳດ້ວຍນາຍບ້ານພະຂາວໄດ້ໄປນຳເອົາຜູ້ບັງຄັບກອງ
ຮ້ອຍທະຫານທີ່ເຊື່ອວ່າທະຫານຜູ້ກໍ່ຄະດີນັ້ນສັງກັດຢູ່ກົມກອງນັ້ນ, ເມື່ອຜູ້ບັງຄັບບັນຊາທະຫານກອງມາເຖິງມທີ່ເກີດເຫດກໍບອກກັບປະຊາຊົນວ່າທະຫານ
ຄົນນັ້ນເປັນທະຫານທີ່ຢູ່ພາຍໃຕ້ບັງຄັບບັນຊາຂອງເພິ່ນຈິງ ຈຶ່ງເຂົ້າໄປເກັ້ຍກ່ອມແລະສອບຖາມ ແຕ່ປືກປະຕິເສດທຸກຢ່າງ. ມີປະຊາຊົນຄົນໜຶ່ງເຫັນຮອຍ
ລາກແກ່ສິ່ງໃດສິ່ງໜຶ່ງລົງປາກນ້ຳລ້າງເກົ່າຈຶ່ງເອີ້ນຄົນໄປເບິ່ງ ແຕ່ບໍ່ເຫັນຫຍັງເພາະນ້ຳສ້າງມິຫຍ້າປົ່ງເກີດຫຸ້ມແລະກໍເຫຼີກຈຶ່ງແນມບໍ່ເຫັນຫຍັງ. ໄທບ້ານຈຶ່ງ
ໄປເອົາຂັ້ນໄດຍາວແລະເຊືອກມາເພື່ອລົງໄປກວດເບິ່ງເພື່ອຄວາມແນ່ໃຈ ແລະຍັງໄດ້ສເນີໃຫ້ຜູ້ບັງຄັບກອງຮ້ອຍທະຫານຄົນນັ້ນຢູ່ຈົນກວ່າຈະຫາສາວນ້ອຍຜູ້
ເຄາະຮ້າຍນັ້ນພົບ ເພາະນ້ອງຊາຍຂອງຜູ້ເຄາະຮ້າຍຢັ້ງຢືນວ່າເອື້ອຍຂອງເຂົາຖືກທະຫານອ້າຍນ້ອງຜູ້ຖືກມັດຕິດຕົ້ນໄມ້ນັ້ນກຸມຕອນຜູ້ກ່ຽວແລນເມືອນຳເອົາ
ພໍ່ແມ່ແລະໄທບ້ານມາຊ່ອຍ. ໄທບ້ານພົບຮ່າງອັນໄຮ້ວິນຍານຂອງສາວນ້ອຍຜູ້ເຄາະຮ້າຍນັ້ນຢູ່ກົ້ນສ້າງເກົ່າທີ່ເຫຼີກປະມານແປດແມັດ, ເມື່ອນຳຮ່າງຂອງຍິງ
ຄົນນັ້ນຂຶ້ນມາກໍເຫັນເລືອດຊຶມອອກຈາກອະວັຍະວະເພດຂອງນາງ, ຄໍສັນນິຖານວ່າຫັກ ແລະຕາມເລັບມືກໍມີໜັງຄົນຕິດຢູ່. ດັ່ງນັ້ນນາຍຄຣູປະຈຳໂຮງຮຽນ
ບ້ານພະຂາວຊຶ່ງເປັນຄຣູຂອງສາວຜູ້ເຄາະຮ້າຍຈຶ່ງສັ່ງໃຫ້ຜູ້ບັງຄັບກອງຮ້ອຍທະຫານແກ້ເຄື່ອງນຸ່ງຂອງທະຫານຄົນນັ້ນອອກເພື່ອສັລະສູດເບິ່ງວ່າມີຮ່ອງຮອຍ
ເລັບຂອງຜູ້ຕາຍຂູດໄວ້ຫຼືບໍ່? ພໍແຕ່ແກ້ເຄື່ອງນຸ່ງທະຫານບ້າກາມຄົນນັ້ນອອກກໍເຫັນຮອຍເລັບຂູດເຕັມກາງຫລັງເເລ້ໜ້າເອິກຂອງມັນ.
ສຳລືໄດ້ອະທິບາຍຄວາມແຕກຕ່າງຣະຫວ່າງການສັງຫານນັກໂທດສົມນຶກແລະທະຫານອ້າຍນ້ອງອອກມາໃຫ້ຟັງ, ຜູ້ກ່ຽວໄດ້ໄປເບິ່ງຕອນຍິງເປົ້າທະຫານ
ອ້າຍນ້ອງຜູ້ຂົ່ຂືນແລະຂ້າຍິງສາວນ້ອຍ 13ປີ ແລະກໍເກັບກຳເອົາເຫດການມາທຽບໃສ່ຕອນຍິງເປົ້ານັກໂທດສົມນຶກທີ່ມີຄົນເລົ່າສູ່ຜູ້ກ່ຽວຟັງວ່ານັກໂທດ
ຜູ້ນີ້ຖືກປິດໜ້າຕັ້ງແຕ່ເອົາລົງຣົດມາມັດຕິດໃສ່ຫຼັກເປົ້າພຸ້ນ. ສຳລີບໍ່ໄດ້ໄປເຫັນກັບຕາເໝືອນຕອນເຂົາຍິງເປົ້າທະຫານ ແຕ່ກໍສັນນິຖານໄດ້ວ່າການຍິງ
ເປົ້າສົມນຶກນັ້ນຍັງມີເງື່ອມງຳຢູ່ ເພາະຄົນສ່ວນຫຼາຍວ່າເອົານັກໂທດຫຼືຄົນອື່ນໄປຍິງເປົ້າແທນສົມນຶກ ເພາະຜູ້ກ່ຽວມີລຸງທີ່ມີອິດທິພົນທາງການທະຫານ
ຊຶ່ງຍາກທີ່ລຸງຂອງເຂົາຈະປ່ອຍໃຫ້ຫລານຊາຍຖືກຍິງເປົ້າ. ສຳລີໃຫ້ສ່ອງທາງແລະແນະນຳໃຫ້ອອກໄປສືບສວນຫາຄົນສອງຄົນທີ່ປະດາບສະມູໄລໄວ້ຣົດເມ
ນັ້ນຢູ່ທາງເກົ້າລ້ຽວພຸ້ນ ຖ້າວ່າພວກສອງຄົນນີ້ຫາກຍັງຢູ່ບ່ອນນັ້ນເຊື່ອແນ່ວ່າຕ້ອງພົບ. ສຳລີບໍ່ຢາກເກັບດາບຄູ່ນັ້ນໄວ້ໃນຄອບຄອງ ເພາະຢ້ານຕິດຄະດີ
ໄປຕາມໆກັນ ແຕ່ຂ້າພະເຈົ້າໄດ້ບອກໃຫ້ເກັບເອົາໄວ້ໂລດ ເພາະຍັງບໍ່ມີຫຍັງຈະຢັ້ງຢືນໄດ້ວ່າເປັນຂອງ ຂອງທູດຍີ່ປຸ່ນປູ້ເຄາະຮ້າຍນັ້ນ ແລະກໍມີພະຍານບຸກ
ຄົນ ຫລາຍຄົນທີ່ຮູ້ວ່າດາບຄູ່ນັ້ນພົບເຫັນຄົນລືມໄວ້ຣົດເມ. ສຳລີກໍເປັນພຽງຄົນໆໜຶ່ງທີ່ມີການສຶກສາພຽງຈົບແຊກ ແຕ່ມີບຸຄະລິກດີ ມີຄວາມສາມາດ
ອ່ານເຫດການ ແລະໃຫ້ເຫດຜົນໃນຂ້າງໜ້າບໍ່ດ້ອຍກ່ອນຜູ້ທີ່ຮຽນຈົບອຸດົມຫລືມະຫາລັຍ ຕາມທີ່ຂ້າພະເຈົ້າສະພັດການໂອ້ລົມກັບຜູ້ກ່ຽວ.
ຂ້າພະເຈົ້າສວຍໂອກາດໂທຫາອ້າຍຫົ້ງຢູ່ກຸງເທບເພື່ອວ່າໄດ້ຂ່າວສົມນຶກຫາກວ່າການຍິງເປົ້າທີ່ຜ່ານມາໄດ້ເອົາຄົນອື່ນມາແທນ ແລະຖ້າຫາກສົມ
ນຶກຍັງມີຊີວິດຢູ່ເຊື່ອແນ່ຜູ້ກ່ຽວຕ້ອງຕິດຕໍ່ກັບອ້າຍຫົ້ງ ເພາະສອງຄົນນີ້ເຂົາຮັກແພງກັນດີ. ຫລາຍໆເທື່ອທີ່ໂອ້ລົມກັບອ້າຍຫົ້ງທາງໂທຣະສັບ ແຕ່ກໍບໍ່ໄດ້
ຍິນອ້າຍຫົ້ງເອີ່ຍເຖິງສົມນຶກ ແລະຕົນເອງກໍບໍ່ກ້າຈະເປັນຝ່າຍເອີ່ຍປາກຖາມອອກມາກ່ອນ ແລະຄັ້ງສຸດທ້າຍທີ່ລົມກັນ ຂ້າພະເຈົ້າຈຶ່ງເຈາະຄວາມເວົ້າອອກ
ດ້ວຍເຊີງການສົ່ງຂ່າວໃຫ້ອ້າຍຫົ້ງຊາບວ່າສົມນຶກຖືກສານຕັດສິນປະຫານຊິວິດ ແລະກໍເສັຍຊີວິດແລ້ວ. ເມື່ອອ້າຍຫົ້ງໄດ້ຍິນທີ່ຂ້າພະເຈົ້າບອກໄປນັ້ນ ລາວ
ກໍປະຕິເສດທັນທີ ແລະບອກຂ້າພະເຈົ້າວ່າ ນາຍສົມນຶກຈັ່ງຫາໂທຣະສັບໄປຄຸຍກັບລາວມື້ກ່ອນນີ້ ແລະຖາມຂ້າພະເຈົ້າຄືນວ່າເອົາຂ່າວນີ້ມາແຕ່ໃສ? ຂ້າພະ
ເຈົ້າກໍບອກໄປວ່າເຂົາເອົາສົມນຶກໄປຍິງເປົ້າອີຫຼີ ຄົນທົ່ວເມືອງວຽງຈັນໃຜໆກໍຮູ້ໝົດ ແລະ ຂ້າພະເຈົ້າໄດ້ຖາມອ້າຍຫົ້ງວ່າສົມນຶກໄດ້ເບີໂທຣະສັບຂອງລາວ
ແນວໃດ? ອ້າຍຫົ້ງບອກວ່າເອົາໃຫ້ສົມນຶກດົນແລ້ວ ເອົາໃຫ້ຕິດໂຕໄວ້ເພາະຜູ້ກ່ຽວຈ່າມຈະລອຍຂ້າມໄປໄທພໍຈະຕິດຕໍ່ຫາພໍ່ຂອງລາວຢູ່ກຸງເທບຖ້າຫາກມີ
ຄວາມຈຳເປັນ. ຂ້າພະເຈົ້າກໍທຳທ່າກ່າວຄວາມດີໃຈນຳສົມນຶກກັບອ້າຍຫົ້ງວ່າໝໍຍັງມີຊີວິດຢູ່ ແລະ ອ້າຍຫົ້ງຍັງເວົ້າວ່ານາຍສົມນຶກບໍ່ໄດ້ເລົ່າໃຫ້ຟັງວ່າຖືກ
ສານຕັດສິນປະຫານ ມີແຕ່ບອກວ່າເຂົາຈັບຄົນຜິດແລະປືກປ່ອຍໂຕອອກມາເພາະລຸງມາແຕ່ໂພນສວັນມາປະກັນຕົວອອກ ແລະຍັງບອກອີກວ່າສົມນຶກ
ບໍ່ເຄີຍບອກວ່າເຈົ້າໜ້າທີ່ຫລົງຈັບຕົວໄປນັ້ນໃນຂໍ້ຫາຫຍັງ. ຖ້າມອ້າຍຫົ້ງວ່າສົມນຶກຢູ່ໃສ ແຕ່ລາວກໍບໍ່ແນ່ວ່າຢູ່ໃສ ເທື່ອໜ້າຈະຖາມຖ້າຜູ້ກ່ຽວໂທມາ.
ເມື່ອໄດ້ຂ່າວສົມນຶກຍັງມີຊີວິດຢູ່ ກໍຊັອກໄປຢ່າງໃຫຍ່ ເພາະບໍ່ເຊື່ອໃນການປະຕິບັດງານຂອງອຳນາດການປົກຄອງແລະຣະບົບສານປະຊາຊົນທີ່
ສາມາດສັບປ່ຽນນັກໂທດຖືກປະຫານແລ້ວເອົານັກໂທດຄົນອື່ນໄປປະຫານແທນກັນໄດ້. ຂ້າພະເຈົ້າເຣີ່ມບໍ່ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍທີ່ເຕັມໄປດ້ວຍ
ຄວາມຫຼອກລວງ, ບໍ່ເຊື່ອໝັ້ນຕໍ່ກົດໝາຍຂອງປະເທດທີ່ສາມາດປ່ຽນສີດຳເປັນຂາວໄດ້ ຍ້ອນຜູ້ທີ່ມີອຳນາດແລະອິດທິພົນ. ຣັຖະບານໄດ້ອອກຖແລງ
ການຕໍ່ປະຊາຊົນມາຕລອດທີ່ຣັຖະບານຂອງຣະບອບເກົ່າສວຍໃຊ້ອຳນາດທຸກຢ່າງທີ່ບໍ່ສອດຂ່ອງກັບຣັຖະທັມະນູນ, ໃຊ້ອຳນາດເຖື່ອນເພື່ອປົກປ້ອງຜົນປະ
ໂຫຍດສ່ວນຕົວ ແລະສໍ້ຣາສບັງຫຼວງ ແຕ່, ບໍ່ພໍເທົ່າໃດປີຫຼັງຈາກປົດປ່ອຍມາກໍໄດ້ເຫັນເຫດການຂອງຜູ້ມີອຳນາດປະກົດການຂຶ້ນແລ້ວ ຖ້າຫາກເປັນຢ່າງ
ນີ້ໄປມນພາຍໜ້າ ເຊື່ອແນ່ວ່າປະເທດລາວທີ່ມີການປົກຄອງໃໝ່ກໍຈະບໍ່ຕ່າງຫຍັງກັບຣະບອບການປົກຄອງເກົ່າ ບາງທີອາດຈະເຕັກກ່ອນເກົ່າອີກ. ຂ້າ
ພະເຈົ້າເຣີ່ມຫວັ່ນວິຕົກຊະຕາກົມຂອງຕົນເອງທີ່ເປັນຄົນນຳເອົາຕຳຣວດໄປຈັບກຸມຫລານຊາຍຂອງຜູ້ທີ່ມີອິດທິພົນທາງການທະຫານ ແລະກໍເຄີຍໄດ້ຍິນ
ມາແລ້ວທີ່ນາຍທະຫານຄົນນັ້ນຄົ້ນຄ້ວາຖາມຫາວ່າແມ່ນໃຜໄປແຈ້ງຕຳຣວດໃຫ້ໄປຈັບຫລານຊາຍຂອງຜູ້ເກ່ຽວ ຄິດວ່ານາຍທະຫານຄົນນັ້ນຈະບໍ່ຢຸດທີ່ຈະ
ສືບຫາ, ແມ່ນແຕ່ບັກອ່ອນສີມືສືບສວນເບີໜຶ່ງຂອງນະຄອນບານຍັງຖືກຫາຍສາບສູນ. ໄດ້ແຕ່ຄິດແລະກັງວົນໃຈວ່າຈະປຶກສາກັບໃຜກ່ຽວກັບການຍັງມີ
ຊີວິດຂອງນັກໂທດສົມນຶກພໍທີ່ຈະເປັນຜູ້ທີ່ເຊື່ອໃຈ ແລະຕົນເອງກໍຫວັ່ນວິຕົກຫາກວ່າສົມນຶກສົງໄສຕົນເອງເປັນຜູ້ໄປແຈ້ງຕຳຣວດມາຈັບຜູ້ກ່ຽວ ມັນຈະ
ບໍ່ປ່ອຍໄວ້ແນ່.
ເມື່ອຂ່າວການປະຫານຊີວິດຂອງນັກໂທດຫລືຄົນຮ້າຍທີ່ກໍ່ຄະດີປຸ້ນບ້ານທູດຍິ່ປຸ່ນໄປເຖິງສະຖານທູດຍີ່ປຸນປະຈຳລາວທີ່ກຸງເທບ ຈຶ່ງເຮັດໃຫ້
ສະພາບການຄວາມຕຶງຄຽດຣະຫວ່າງລາວ-ຍີ່ປຸ່ນກໍຜ່ອນຄາຍລົງ ແລະທູດຍີປຸ່ນກໍກັບຄືນມາເປີດວະຖານທູດຄືນທີ່ນະຄອນຫລວງວຽງຈັນໃນກາງປິ 78
ນັ້ນເອງ ແລະພວກອາສາສມັກຂອງຍີ່ປຸ່ນກໍກັບຄືນເຂົ້າມາເມືອງລາວທຸກໆອົງກອນ ສ່ວນຫລາຍກໍແມ່ນດ້ານຊົລະປະທານກະສິກັມແລະປ່າໄມ້. ຂ້າພະເຈົ້າ
ພະຍາຍາມຊອກຫາອາຈານສອນພາສາຍີ່ປຸ່ນຂອງຕົນເອງວ່າໄດ້ກັບມາຫລມວ່າກັບຄືນປະເທດຍີ່ປຸ່ນເລີຍ ແຕ່ກໍບໍ່ມີໃຜຮູ້.
ມື້ນຶ່ງໄດ້ນັດກັບອ້າຍບຸນຮຽງຢູ່ກອງຄະດີວ່າຈະໄປຫລີ້ນນຳຢູ່ບ້ານຫລັງຈາກເລີກການ ຕາງໄປຢ້ຽມຢາມເມັຍຂອງລາວແຕ່ເພາະໄດ້ຂ່າວວ່າຕັ້ງທ້ອງມີນ້ອງ
ນ້ອຍແລ້ວ ແລະສຳຄັນແມ່ນຕ້ອງການປຶກສານຳອ້າຍບຸນຮຽງກ່ຽວກັບການຍັງມີຊີວິດຂອງນັກໂທດສົມນຶກທີ່ໃຜໆກໍຮູ້ວ່າຖືກປະຫານຊີວິດຕໍ່ໜ້າປະຊາ
ຊົນໄປແລ້ວເມື່ອສາມສີ່ເດືອນຫລັງ. ທີ່ບ້ານພໍ່ເຖົ້າອ້າຍບຸນຮຽງ ພາຍຫລັງກິນເຂົ້າແລງແລ້ວກໍພາກັນນັ່ງໂອ້ລົມກັນ ແຕ່ໜ້າເສັຍດາຍຕອນແລງວັນນັ້ນ
ບໍ່ໄດ້ແມ່ນແລງຂອງວັນທ້າຍສັປະດາ ພໍ່ຂອງນາງຕິວຫຼືພໍ່ເຖົ້າຂອງອ້າຍບຸນຮຽງບໍ່ໄດ້ຮ່ວມພາເຂົ້າແລງນຳເພາະເພິ່ນຢູ້ທີ່ສູນສັມະນາດົງຈອງ, ເພີ່ນມີໂອ
ກາດກັລສູ່ຄອບຄົວພຽງວັນເສົາແລະອາທິດເທົ່ານັ້ນ. ຫລັງຈາກກິນເຂົ້າກິນນ້ຳແລ້ວແລ້ວ ຂ້າພະເຈົ້າກໍພາອ້າຍບຸນຮຽງເຂົ້າສູ່ການໂອ້ລົມທີ່ຕົນເອງໄດ້ຕັ້ງ
ໃຈນຳມາເພື່ອປຶກສາຫາລືກັບອ້າຍບຸນຮຽງ ເພາະບໍ່ແນມເຫັນໃຜພໍທີ່ຈະໄວ້ເນື້ອເຊື່ອໃຈໄດ້ນອກຈາກອ້າຍບຸນຮຽງນີ້ຄົນດຽວ. ອ້າຍບຸນຮຽງກໍຊັອກໄປ
ບໍ່ຕ່າງກັນກັບຂ້າພະເຈົ້າທີ່ເຄີຍມີອາການຜ່ານມາຕອນໄດ້ຍິນອ້າຍຫົ້ງບອກວ່າໄດ້ລົມທາງໂທຣະສັບກັບນາຍສົມນຶກ ຫຼັງຈາກໄດ້ຍິນການບອກເລົ່າຈາກຂ້າ
ພະເຈົ້າວ່ານາຍສົມນຶກຍັງມີຊີວິດຢູ່. ອ້າຍບຸນຮຽງໄດ້ບອກເຕືອນໃຫ້ຂ້າພະເຈົ້າໃຫ້ມີສະຕິລະວັງຕົວສູງເພາະບໍ່ເຊື່ອພວກນະຄອນບານ ອາດຈະມີຕຳຣວດ
ບາງນາຍຄາບເອົາຂ່າວໄປໃຫ້ນາຍທະຫານຜູ້ເປັນລຸງຂອງນາຍສົມນຶກນັ້ນວ່າແມ່ນໃຜເປັນຄົນນຳເອົາຕຳຣວດໄປຈັບນາຍສົມນຶກ ເພາະພວກຕຳຣວດທີ່
ນະຄອນບານນັ້ນສ່ວນຫລາຍແມ່ນເປັນອະດີດທະຫານທີ່ຢູ່ພາຍໃຕ້ບັງຄັບບັນຊາຂອງນາຍທະຫານຄົນນັ້ນທີ່ຖືກສັບຊ້ອນເຂົ້າມາ. ອ້າຍບຸນຮຽງເປັນສັມະ
ຊອກກອງປາບຂອງ 4 ຕົວເມືອງໃນເຂດເທສະບານກຳແພງນະຄອນຫລງວຽງຈັນ ແຕ່ຖືກແຕ່ງຕັ້ງມາປະຈຳການຢູ່ກອງຄະດີເມືອງຈັນທະບູຣີ, ຖ້າມີກໍ
ຣະນີສຸກເສີນຫລືມີຄຳສັ່ງໃດໆທີ່ເບື້ອງບົນຈະສັ່ງລົງມາແມ່ນອ້າຍບຸນຮຽງກໍຈະໄດ້ເຂົ້າຮັບຟັງໃນກອງປະຊຸມລາຍງານກໍຣະນີນັ້ນໆຢ່າງຂາດບໍ່ໄດ້. ອ້າຍບຸນ
ຮຽງໄດ້ຮັບປາກທີ່ຈະເປັນຫູເປັນຕາໃຫ້ຖ້າມີກໍຣະນີທີ່ກ໋ຽວຂ້ອງແລະພາດພິງເຖິງຂ້າພະເຈົ້າລາວກໍຈະມາສົ່ງຂ່າວໃຫ້ຊາບ ແລະ ອ້າຍບຸນຮຽງກໍຮູ້ທີ່ນາຍທະ
ຄົນນັ້ນຍັງບໍ່ຫຼົດລະທີ່ສືບຫາຄົນມາລາຍງານເຈົ້າໜ້າທີ່ໄປຈັບຫລານຊາຍຂອງຜູ້ກ່ຽວ. ຂ້າພະເຈົ້າຖາມອ້າຍບຸນຮຽງວ່າ ຖ້ານາຍສົມນຶກຍັງມີຊີວິດຈິງດັ່ງທີ່
ອ້າຍຫົ້ງເວົ້າມານັ້ນ ແລ້ວນັກໂທດທີ່ຖືກຍິງເປົ້າຄົນນັ້ນແມ່ນໃຜ? ອ້າຍບຸນຮຽງກໍບໍ່ຮູ້ວ່າແມ່ນໃຜເພາະບໍ່ເຄີຍເຫັນເຫດການແບບນີ້ເກີດຂຶ້ນມາກ່ອນ
ເລີຍທີ່ເອົານັກໂທດໄປປະຫານແທນຄົນຂອງຜູ້ທີ່ມີອຳນາດທາງທະຫານ.
ການພະນັນເຖື່ອນໄດ້ຣະບາດຂຶ້ນມາຢ່າງໜັກອີກໃນກຳແພງນະຄອນວຽງຈັນ ທາງຂັ້ນເທິງໄດ້ສັ່ງລົງມາໃຫ້ຜູ້ທີ່ຮັບຜິດຊອບແຕ່ລະເມືອງໃຫ້
ລົງມືປາບປາມຮະບວນການພະນັ້ນເຖື່ອນນີ້. ທາງກອງຄະດີໄດ້ມອບໝາຍໜ້າທີ່ໃຫ້ຂ້າພະເຈົ້າອອກໄປສືບຫາແຫຼ່ງທີ່ເຂົາຕັ້ງການພະນັນ ແລະຖ້າຮູ້ວ່າ
ຢູ່ບ່ອນໃດໃຫ້ລົງມືຈັບກຸມທັນທີໂລດ. ມີເຮືອນສາມຊັ້ນຫລັງນຶ່ງຢູ່ຕໍ່ໜ້າໂຮງຮຽນຈີນລຽວໂຕຂ້າງວັດດົງໝ້ຽງ ຢູ່ຊັ້ນສາມໄດ້ເປີດວົງການພະນັນເຖື່ອນ
ຂຶ້ນ ຊຶ່ງຂ້າພະເຈົ້າໄດ້ສືບສວນພົບໂດຍຕົນເອງ, ເປັນເຮືອນຂອງຄົນຈີນແລະນັກການພະນັນນັ້ນລ້ວນແລ້ວແຕ່ເປັນຄົນຈີນທັງໝົດ. ໜຶ່ງໃນນັກການ
ພະນັນນັ້ນເປັນຄົນຈີນທີ່ຮູ້ຈັກກັນ ເພາະຜູ້ກ່ຽວເຄີຍໄປຕິດຄຸກຢູ່ທີ່ກອງຄະດີເມືອສອງປີຜ່ານມາໃນຄະດີຂ້າມຟາກ, ຜູ້ກ່ຽວນັ່ງກິນກາເຟຢູ່ຊັ້ນຕະຫລ່າງ
ເພາະເຮືອນສາມຊັ້ນຫລັງນີ້ຊັ້ນຕະຫລ່າງເປັນຮ້ານກາເຟ, ຂ້າພະເຈົ້າພົບຜູ້ກ່ຽວດ້ວຍຄວາມບັງເອີນຕອນເວລາໄປກິນກາເຟເພື່ອຊິ່ງຊອມເບິ່ງນັກການ
ພະນັນພະກັນຈະເຕົ້າໂຮມກັນເພື່ອເປີດວົງການພະນັນໃນວັນນັ້ນ. ຄົນຈີນຄົນນີ້ໄດ້ສັ່ງທັງກາເຟທັງຂນົມເຄັກມາໃຫ້ຂ້າພະເຈົ້າ ພໍແຕ່ນັ່ງບໍ່ພໍຮອດສິບນາ
ທີ່ເຈົ້າຂອງຮ້ານກາເຟກໍລົງມາແຕ່ຊັ້ນເທິງ ແລະກໍແມ່ນອີກຄົນໜຶ່ງທີ່ຮູ້ຈັກກັບຕົນເອງຢູ່ທີ່ກອງຄະດີໃນສອງປີຜ່ານມາຄືກັນແຕ່ຜູ້ກ່ຽວເປັນຜູ້ຕ້ອງຫາ
ຕະດີຫລີ້ນການພະນັນ. ຄົນຈີນສອງຄົນນີ້ບອກກັບຂ້າພະເຈົ້າໂດຍກົງເລີຍວ່າພວກເຂົາຮູ້ຈັກວ່າຂ້າພະເຈົ້າເປັນສາຍໃຫ້ຕຳຣວດເພື່ອມາສືບຫາແຫຼ່ງ
ການເປີດພານພະນັນ ຊຶ່ງແຫຼ່ງການພະນັນທີ່ຂ້າພະເຈົ້າກຳລັງລົງມືປະຕິບັດງານໃນການສືລສວນນັ້ນກໍແມ່ນຢູ່ບົນຕຶກຫລັງນີ້. ທັງສອງຄົນນີ້ຍັງບອກ
ວ່າເຫັນມາວົນວຽນຢູ່ແຖບນີ້ເປັນສອງອາທິດແລ້ວ ແຕ່ຂ້າພະເຈົ້າກໍປະຕິເສດວ່າບໍ່ໄດ້ແມ່ນເປັນສາຍສືບໃຫ້ຕຳຣວດ ເປັນນັກພະນັນຢາກມາລົງຫຼີ້ນພະ
ນັນເສັຍເອງຈຶ່ງມາສືບຫາບ່ອນເປີດການພະນັນ. ຄົນຈີນທັງສອງຄົນຈຶ່ງສເນີຂຶ້ນວ່າ ບໍ່ຈຳເປັນຈະຫລີ້ນກໍໄດ້ເພາະການພະນັນນັ້ນມີໄດ້ມີເສັຍ ຖ້າຮັບເອົາ
ເງິນໄປຈຳນວນໃດຈຳນວນໜຶ່ງຈະມີແຕ່ໄດ້ກັບໄດ້ ແລະທັງສອງໄດ້ສເນີເງິນໃຫ້ຂ້າພະເຈົ້າ 1 ໝື່ນບາດເພື່ອປ່ຽນໃຈຈາກການລົງໄປຫລີ້ນການພະນັນທີ່
ຕຶກແຫ່ງນີ້. ຂ້າພະເຈົ້າເຊື່ອທີ່ສຸດວ່າຄົນຈີນສອງຄົນນີ້ເປັນນັກເລງໂຕຈິງທີ່ສາມາດມາຕໍ່ຮອງກັບຂ້າພະເຈົ້າ ພາຍຫລັງໜຶ່ງໃນສອງຄົນນັ້ນບອກຂ້າພະ
ເຈົ້າວ່າຜູ້ກ່ຽວຮູ້ວ່າຮຂ້າພະເຈົ້າເປັນໜ່ວຍໃຕ້ດິນນອກເຄື່ອງແບບໃຫ້ນະຄອນບານແລະເມືອງຈັນທະບູຣີ. ກ່ອນຈະອອກຈາກຮ້ານກາເຟແຫ່ງນັ້ນ ຄົນ
ຈີນສອງຄົນນັ້ນຍັງບອກໃຫ້ຂ້າພະເຈົ້ານຳເອົາຂໍ໊ສເນີຂອງພວກເຂົາເອົາໄປຄຶດ ຖ້າຕົກລົງໃຫ້ກັບມາບອກພວກເຂົາແລ້ວພວກເຂົາຍິນດີທຳທຸຣະກິດນຳ
ກັນໃນຂັ້ນຕໍ່ໄປ. ໜຶ່ງໝື່ນບາດ ເປັນເງິນຈຳນວນຫລວງຫລາຍສຳຣັບຂ້າພະເຈົ້າ ແຕ່ເມື່ອມາທຽບກັບໜ້າທີ່ວຽກງານຂອງຕົນເອງທີ່ທາງຂັ້ນເທິງໄດ້
ອະນຸມັດຂັ້ນຮhອຍເອກຕຳຣວດໃຫ້ໂດຍບໍ່ໄດ້ຜ່ານການເຂົ້າໂອບຣົມຢູ່ສະຖາບັນນາຍຕຳຣວດມານັ້ນ ໜຶ່ງໝື່ນບາດນັ້ນກໍທຽບກັບໜ້າທີ່ການຂອງຕົນ
ເອງບໍ່ໄດ້.
ດ້ວຍເສຖະກິດອັນຝືດເຄືອງ ຣາຄາເງິນຕຣາຕົກຕ່ຳ ແລະຣາຄາສິນຄ້າຖີບຕົວສູງຂຶ້ນຢ່າງບໍ່ມີມື້ລົງຈົນຄຸງເພດານຂອງຟ້າ, ເມື່ອສະພາບການບ້ານເມືອງມີ
ຄວາມເປັນຢູ່ຢ່າງນີ້ກໍຍາກທີ່ຈະປະຕິເສດຂໍ້ສເນີຂອງຄົນຈີນສອງຄົນນັ້ນທີ່ມີໃຫ້ແກ່ຕົນເອງ ແຕ່ກໍຍັງບໍ່ໄດ້ຕົກລົງຮັບຂໍ້ສເນີນັ້ນເທື່ອເພາະຍັງຢູ່ໃນຂັ້ນພິຈາ
ຣະນາ. ຂ້າພະເຈົ້າເຂົ້າໃຈແລະຮັບຮູ້ການຮັບສິນບົນຂອງເຈົ້າພະນັກງານເປັນການຜິດກົດໝາຍແລະກົດວິນັຍຢ່າງໜັກ ຈຶ່ງເຮັດໃຫ້ຕົນເອງຕ້ອງໃຊ້ຄວາມ
ຄິດຢ່າງໜັກວ່າຄວນຫລືບໍ່ຄວນ? ຖ້າຈະຮັບເອົາຂໍ້ສເນີ ການກຽມແຜນບຸກທະລາຍແລະຈັບກຸມນັກການພະນັນເຖື່ອນແຫ່ງນີ້ຕ້ອງເປັນໂມຄະ ເພາະຕົນ
ເອງໄດ້ແຈ້ງໃຫ້ຜູ້ບັງຄັບບັນຊາໄປແລ້ວວ່າສະຖານທີ່ແຫ່ງນີ້ເປັນແຫຼ່ງເປີດການພະນັນເຖື່ອນຈິງແຕ່ຍັງບໍ່ທັນໄດ້ຮັບຄວາມກະຈ່າງແຈ້ງວ່າໃຫຍ່ນ້ອຍພຽງ
ໃດ ແລະຍັງຢູ່ພາຍໃຕ້ການສືບສວນຫາຂໍ້ມູນເຜີ້ມເຕີມກ່ອນຈະລົງມືປະຕິບັດງານສລາຍການພະນັນແຫຼ່ງນີ້. ມື້ຕໍ່ມາໄດ້ໄປພົບກັບຄົນຈີນສອງຄົນ
ນັ້ນທີ່ຮ້ານກາເຟບ່ອນເດີມນັ້ນ ກໍໄດ້ມີການໂອ້ລົມກັນກ່ຽວກັບຂໍ້ສເນີທີ່ພວກເຂົາໃຫ້ມາ. ທາງຝ່າຍຄົນຈີນສເນີເງິນໜຶ່ງໝື່ນບາດໃຫ້ນັ້ນເປັນງວດທຳອິດ
ແລະຫລັງຈາກນັ້ນຈະຈ່າຍເປັນງວດເປັນງວດໄປຕາມຕາຕະລາງການເປີດການພະນັນ, ພວກເຂົາເປີດວົງພານພະນັນອາທິດລະເທື່ອ ແຕ່ບາງເດືອນເປີດ
ພຽງສາມເທື່ອກໍມີແລະສອງເທື່ອກໍມີ ຂຶ້ນກັນສະພາບການຂອງນັກການພະນັນ ເພາະຫານພະນັນແຫ່ງນີ້ລ້ວນແລ້ວແຕ່ເປັນອະເຊັຍທີ່ລ້ຳຣວຍມາລົງຫຼິ້ນ
ກັນ. ທາງແຫຼ່ງການພະນັນເຖື່ອນແຫ່ງນີ້ຕ້ອງການໃຫ້ຂ້າພະເຈົ້າເປັນຄົນກຸ້ມກັນຄວາມປອດພັຍໃຫ້ໂດຍກົງເພື່ອຄວາມສະດວກແລະຄວາມໄວ້ວາງໃຈ
ຂອງເຫຼົ່ານັກການພະນັນທີ່ມີຕໍ່ແຫຼ່ງການພະນັນແຫ່ງນີ້. ໜຶ່ງໝື່ນບາດມາຕົກມືງວດທຳອິດ ແລະຫລັງຈາກນັ້ນ 2500ບາດ ຕໍ່ທຸກງວດທີ່ເປີດວົງການ
ພະນັນ, ຈຶ່ງເຮັດໃຫ້ຂ້າພະເຈົ້າຕົກລົງຮັບຂໍ້ສເນີນັ້ນ ແລະໃນຄືນນັ້ນເງີນໜຶ່ງໝື່ນບາດກໍມາຕົກໃນກຳມືຂອງຂ້າພະເຈົ້າຕາມການຕົກລົງກັນ. ຂ້າພະເຈົ້າ
ໄດ້ຫາວິຖີທາງເພື່ອຈະລົບລ້າງການສົງໄສວ່າສະຖານທີ່ແຫ່ງນີ້ເປັນແຫຼ່ງທີ່ເປີດການພະນັນເຖື່ອນທີ່ຕົນເອງໄດ້ສເນີຂຶ້ນຫາຜູ້ບັງຄັບບັນຊາຮັບຊາບແລ້ວ
ແລະເຄີຍໄດ້ສເນີຂໍກຳລັງສນັບສນູນໃນເວລາທີ່ລົງມືປະຕິບັດ, ພຽງແຕ່ວ່າໃນຣະຍະນີ້ເປັນຣະຍະທີ່ວາງແຜນກຫານບຸກສລາຍແລະຫາຂໍ້ມູນເຜີ້ມເຕີມ
ເທົ່ານັ້ນ. ກັບໄປທີ່ຮ້ານກາເຟບ່ອນເດີມເພື່ອວາງແຜນກັບເຈົ້າຂອງສະຖານທີ່ການພະນັນ ແລະກໍໄດ້ບອກສອງຄົນນັ້ນວ່າຕົນເອງໄດ້ສເນີໃຫ້ ຜບ ແລ້ວ
ວ່າສະຖານທີ່ແຫ່ງມນີມີການຫລີ້ນການພະນັນກັນຈິງ ແລະກໍຍັງຢູ່ພາຍໃຕ້ກັນຣວບຣວມຫລັກຖານແລະຂໍ໊ມູນເຜີ້ມເຕີມທີ່ຈະເປີດການບຸກສລາຍແລະ
ຈັບກຸມການພະນັນແຫ່ງນີ້. ຂ້າພະເຈົ້າຈຳເປັນຕ້ອງໄດ້ນຳເຈົ້າໜ້າທີ່ເຂົ້າມາບຸກຈັບກຸມແລະສລາຍສະຖານທີ່ແຫ່ງນີ້ ເພື່ອບໍ່ໃຫ້ທາງນະຄອນບານສົ່ງ
ກອງປາຍໜ່ວຍອື່ນເຂົ້າມາປະຕິບັດງານຕາມພາຍຫລັງຖ້າຫາກຂ້າພະເຈົ້າຂຶ້ນໄປຂໍສເນີລົບລ້າງຈາກ ຜບ. ຂ້າພະເຈົ້າໄດ້ອອກແຜນການໃຫ້ເຈົ້າຂອງ
ບ້ານຫລັງນີ້ເປີດການພະນັນແລະເອົາຄົນໃນຄອບຄົວຫຼືຍາດພີ່ນ້ອງກັນມາຈັກ 7-8ຄົນ ແລ້ວຕັ້ງວົງໄພ້ຂຶ້ນ, ແຕ່ລະຄົນບໍ່ໃຫ້ມີເງິນເກີນ 100 ກີບຢູ່ໃນ
ໂຕ ແລະ ເງິນຣວມໃນວົງໄພ້ບໍ່ໃຫ້ເກີນ 500ກີບ ເພາະທາງອຳນາດການປົກຄອງຈະບໍ່ຖືການພະນັນທີ່ມີເງິນບໍ່ຮອດໜຶ່ງພັນກີບນັ້ນຜິດກົດໝາຍ ແລະ
ຈະບໍ່ມີການຈັບກຸມຄົນຫລີ້ນໄພ້ນັ້ນອີກ. ຂ້າພະເຈົ້າຍັງແນະນຳຄຳຕອບເພື່ອຕອບຄຳຖາມຂອງເຈົ້າໜ້າທີ່ຕຳຣວດວ່າເປັນຫຍັງຈຶ່ງພາກັນຕັ້ງວົງໄພ້ຫຼີ້ນ
ກິເງິນກັນທັງໆທີ່ເປັນຍາດພີ່ນ້ອງຫຼືຄົນໃນຄອບຄົວດຽວກັນ? ແລະໃຫ້ຕອບວ່າ ເພື່ອແກ້ເຫງົາ. ການບຸກເຂົ້າສລາຍແລະຈັບກຸມວົງໄພ້ທີ່ໄດ້ວາງ
ແຜນກັນໄວ້ນັ້ນກໍໄດ້ລົງມືປະຕິບັດ ມີຕຳຣວດ 3 ຄົນ ກອງຫຼອນ 2 ຄົນ ຣວມທັງໝົດ 5 ຕົນ ( ຂ້າພະເຈົ້າບໍ່ໄດ້ໄປ ) ມີແຕ່ແນະນຳແຜນໃຫ້ເຈົ້າໜ້າທີ່
ເຂົ້າໄປຊັ້ນຫລຸ່ມທີ່ເປັນຮ້ານກາເຟນັ້ນ ແລ້ວບຸກຂຶ້ນຊັ້ນສາມທີ່ມີວົງພະນັນເປີດຂຶ້ນຢູ່ທີ່ນັ້ນ ແລະທຸກຢ່າງທັງສອງຝ່າຍກໍປະຕິບັດໄປຕາມແຜນຂອງຂ້າ
ພະເຈົ້າໄດ້ວາງອອກ ແລະແລ້ວທຸກຢ່າງກໍເປັນໄປຕາມແຜນ ເຈົ້າໜ້າທີ່ກໍພົບແຕ່ຄົນໃນຄອບຄົວຫຼ້ີນໄພ້ກິນເງິນກັນ ແລະມີເງິນກອງກາງທີ່ເປັນຫລັກ
ຖານນັ້ນບໍ່ຮອດ 500ກີບ ແລະຄົ້ນໃນຕົນໂຕຂອງຜູ້ຫຼີ້ນກໍພົບແຕ່ຜູ້ລະ ຫ້າຫົກສິບກີບຢູ່ໃນຖົງໂສ້ງເທົ່ານັ້ນ ຈຶ່ງບໍ່ມີການຈັບກຸມແຕ່ປະການໃດ ມີແຕ່
ຖືກຕັກເຕືອນຈາກເຈົ້າໜ້າທີ່ຢູ່ທີ່ເກີດເຫດເທົ່ານັ້ນ. ທຸຣະກິດການພະນັນເຖື່ອນກໍກັບມາເປີດໃນວັນຕໍ່ມານັ້ນໂລດແລະກໍເປີດມາທຸກອາທິດຕິດຕໍ່ກັນ
ແລະພວກເຂົາຈະສັບປ່ຽນກັນເປັນກາງເວັນແລະກາງຄືນ, ອາທິດໃດເປີດການພະນັນອາທິດນັ້ນຂ້າພະເຈົ້າກໍໄດ້ຄ່າງວດອາທິດນັ້ນ.......
ໂທຣະສັບໄປຫລີ້ນນຳອ້າຍຫົ້ງຢູ່ກຸງເທບແລະກໍຟດ້ຂ່າວຂອງນາຍສົມນຶກເປີ້ມເຕີມວ່າຜູ້ກ່ຽວຢູ່ຄ້າຍທະຫານແຫ່ງນຶ່ງທີ່ນະຄອນວຽງຈັນນີ້ເອງ ແຕ່ບໍ່ຮູ້ວ່າ
ບ່ອນໃດເພາະບໍ່ໄດ້ບອກອ້າຍຫົ້ງ, ແຕ່ຂ້າພະເຈົ້າສັນນິຖານເບິ່ງອາດຈະແມ່ນຢູ່ຄ້າຍໂພນເຄັງຫລາຍກ່ອນ. ອ້າຍຫົ້ງຍັງບອກຂ້າພະເຈົ້າວ່ານາຍສົມນຶກ
ພົບຂ້າພະເຈົ້າແລະຖາມບ່ອນຢູ່ນຳອ້າຍຫົ້ງແຕ່ຖືກອ້າຍຫົ້ງປະຄິເສດວ່າບໍ່ຮູ້, ຂ້າພະເຈົ້າຈຶ່ງຖາມອ້າຍຫົ້ງວ່າເປັນຫຍັງນາຍສົມນຶກຈຶ່ງຢາກພົບ? ອ້າຍຫົ້ງ
ອະທິບາຍວ່າບໍ່ແມ່ນນາຍສົມນຶກຢາກຈະພົບດຽວນີ້ ຖ້າວ່າມື້ໃດຜູ້ກ່ຽວສາມາດອອກນອກອອກນາໄດ້ກໍຈະຊອກຫາຂ້າພະເຈົ້າເພາະຢາກເປັນໝູ່ ພໍ້ກັນ
ຢູ່ທີ່ບ້ານອ້າຍຫົ້ງນັ້ນກໍເລີຍຖືກນິສັຍກັນ. ຂ້າພະເຈົ້າເຂົ້າໃຈໃນເຈຕະນາຂອງານຍສົມນຶກໄດ້ທັນທີວ່າຜູ້ກ່ຽວສົງໄສຂ້າພະເຈົ້າເປັນຜູ້ນຳຕຳຣວດມາຈັບກຸມ
ຜູ້ກ່ຽວ ແຕ່ຖ້າວ່າເປັນດັ່ງທີ່ຂ້າພະເຈົ້າສັນນິຖານນັ້ນ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ຫ້າມໃຫ້ອ້າຍຫົ້ງບໍ່ໃຫ້ບອກຂ້າພະເຈົ້າວ່າຜູ້ກ່ຽວຢູ່ໃສ? ໃນກໍຣະນີແບບນີ້ກໍອ່ານ
ໄດ້ຍາກວ່ານາຍສົມນຶກຕ້ອງການສິ່ງໃດແທ້ ແຕ່ຕົນເອງກໍມີສະຕິຣະວັງຕົວໄວ້ຕລອດເພື່ອຮັບມືກັບສະພາບການຫາກມັນເກີດຂຶ້ນ.
ຂ້າພະເຈົ້າອະນຸຍາດຈາກອ້າຍບຸນຮຽງເພື່ອຍ້າຍຕົນເອງອອກຈາກກອງຄະດີເມືອງຈັນທະບູຣີກັບຄືນສູ່ຄອບຄົວເພາະໄດ້ສອງປີກວ່າແລ້ວທີ່ອາສັຍຢູ່ເຮືອນ
ຫຼວງແລະກິນເຂົ້າຫຼວງ ແຕ່ຍັງສືບຕໍ່ທຸກໜ້າທີ່ວຽກງານທີ່ທາງກອງກຳກັບມອບໝາຍໃຫ້. ເຫດຜົນທີ່ເຮັດໃຫ້ຢາກອອກຈາກຄ້າຍໃນກອງຄະດີນັ້ນກໍມີຢູ່
ຫລາຍຢ່າງ ແລະສຳຄັນແມ່ນການທີ່ຕົນເອງຮັບສິນບົນຈາກແຫຼ່ງການພະນັນເຖື່ອນ ເມື່ອມີການພົວພັນກັບການທຸຣະກິດທາງດ້ານນີ້ແລ້ວກໍຢາກຈະໃຫ້
ຕົນເອງຢູ່ເປັນບ່ອນສ່ວນຕົວແດ່ໜ້ອຍໜຶ່ງ ແລະແລ້ວກໍໄດ້ກັບຄືນສູ່ຄອບຄົວທ່າມກາງຄວາມດີໃຈຂອງພໍ່ແມ່ແລະເອື້ອຍນ້ອງ.
ມື້ໜຶ່ງສຳລີໄດ້ມາຫາຢູ່ຫ້ອງການກອງຄະດີເມືອງແລະຫິ້ວກະຕ່າໝາກຈັບມາຕ້ອນພ້ອມ ຂ້າພະເຈົ້າຈຶ່ງເອົາໄປແບ່ງປັນໃຫ້ອ້າຍນ້ອງຕຳຣວດແລະນັກໂທດ
ໄດ້ກິນນຳກັນ. ສຳລີຢາກໃຫ້ໄປຫລ້ີນນຳຢູ່ບ້ານເພາະມີເຣື່ອງຈະລົມສູ່ຟັງເປັນການສ່ວນຕົວແລະສຳຄັນກ່ຽວກັບດາບຄູ່ນັ້ນທີ່ຜູ້ກ່ຽວຮັກສາໄວ້ນັ້ນ. ມື້ຕໍ່ມາ
ຫລັງຈາກເລີກການກໍອອກໄປບ້ານສຳລີໂລດ ເພາະຕົນເອງກໍຮ້ອນໃຈຢາກຮູ້ວ່າສຳລີມີເຣື່ອງຫຍັງຈະເລົ່າສູ່ຟັງ. ສຳລີພາໄປນັ່ງຢູ່ຕູບນ້ອຍແຄມໜອງປາ
ໄກຈາກເຮືອນປະມານສອງຮ້ອຍແມັດ ເໝາະກັບການໂອ້ລົມກັນສ່ວນຕົວເພາະຢູ່ກາງທົ່ງແລະຮັປະກັນບໍ່ມີຄົນມາຈອບຟັງໄດ້. ສຳລີບອກວ່າໄດ້ເຫັນຊາຍ
ສອງຄົນທີ່ລືມດາບຄູ່ນັ້ນໄວ້ຣົດເມເມື່ອສອງວັນກ່ອນນັ້ນຂຶ້ນຣົດເມມາແຕ່ເກົ້າລ້ຽວແລ້ວມາລົງຢູ່ຫົວເມືອງ ແລະສັງເກດເບິ່ງຄົນທັງສອງນີ້ໜ້າຕາມີພິລູດ
ເໝືອນກັບວ່າພວກເຂົາກຳລັງລົງມືປະຕິບັດງານຢ່າງໃດຢ່າງໜຶ່ງ. ຂ້າພະເຈົ້າຖາມສຳລີວ່າຫລັງຈາກພວກເຂົາທັງສອງຄົນນັ້ນລົງຣົດເມທີ່ຫົວເມືອງແລ້ວ
ບໍ່ປະກົດເຫັນພວກເຂົາອີກບໍ່? ສຳລີບໍ່ປະກົດເຫັນອີກເລີຍຫລັງຈາກມື້ນັ້ນມາ. ນອກຈາກເຣື່ອງທີ່ເຫັນເຈົ້າຂອງດາບທີ່ມາລືມໄວ້ຣົດເມແລ້ວ ສຳລີຍັງຍົກ
ເອົາເຣື່ືອງການຍິງເປົ້າສັງຫານນັກໂທດສົມນຶດອອກມາເວົ້າອີກ ຈົນຂ້າພະເຈົ້າໄດ້ບອກສຳລີວ່ານັກໂທດສົມນຶກຍັງມີຊີວິດຢູ່ ແລະຄວາມສົງໄສຂອງສັງຄົມ
ທີ່ຊ່າກັນວ່າອາດບໍ່ແມ່ນສົມນຶກນັ້ນກໍປະກົດອອກມາເປັນຄວາມຈິງ. ຂ້າພະເຈົ້າມີຮູບຂອງສົມນຶກທີ່ໄດ້ມາຈາກນະຄອນບານຕອນຜູ້ກ່ຽວຖືກກັກຂັງໄວ້ທີ່
ເຊບຮາວສ໌ ທີ່ເຈົ້າໜ້າທີ່ຖ່າຍພາບໄວ້ ແລະ ຮູບໃບນັ້ນໄດ້ຕິດກະເປົາໄວ້ຕລອດ ຈຶ່ງເອົາອອກມາໃຫ້ສຳລີເບິ່ງ ແລະ ບອກສຳລີສັງເກດການຊ່ອຍ ຖ້າພົບ
ເຫັນໃຫ້ແຈ້ງໃຫ້ຂ້າພະເຈົ້າທັນທີໂລດ ພ້ອມກັບກຳສັບບໍ່ໃຫ້ສຳລີໄປແຈ້ງຕຳຣວດຄົນອື່ນເດັດຂາດ.
ມາໃຊ້ສມອງຄົ້ນຄ້ວາວ່າຈະລາຍງານເຣື່ອງດາບຄູ່ນັ້ນພ້ອມກັບຊາຍສອງຄົນນັ້ນໃຫ້ທາງກອງກຳກັບການຈະເປັນການດີຫລືບໍ່ ເພາະຄິດໄປທາງໜຶ່ງຕົນເອງ
ກໍບໍ່ຢາກຫຍຸ້ງກ່ຽວກັບເຣື່ອງນີ້ແລ້ວ ເພາະທີ່ຈິງແລ້ວບໍ່ແມ່ນໜ້າທີ່ຂອງຕົນເອງທີ່ເປັນຜູ້ສືບສວນຄະດີນີ້ ຕົນເອງເປັນພຽງເປັນຄົນໄປຝຶກວິຊາການຂອງ
ການສືບສວນແລະສອບສວນແບບລົງປະຕິບັດຕົວຈິງເທົ່ານັ້ນ ແລະຕົນເອງກໍບໍ່ໄດ້ເປັນເຈົ້າຂອງຄະດີຂອງຄະດີນີ້. ແຕ່ເມື່ອມາຄຶດໃສ່ຄົນຮ້າຍທີ່ມີໃຈອັນ
ແສນໂຫດຮ້າຍທັງຂົ່ມຂືນທັງຂ້າຖີ້ມພ້ອມກໍຢາກນຳໂຕຄົນຮ້າຍເຫຼົ່ານັ້ນມາລົງໂທດຕໍ່ສິ່ງທີ່ພວກເຂົາໄດ້ກະທຳລົງໄປຢ່າງສະສົມ. ນອກຈາກຂ້າພະເຈົ້າ, ອ້າຍ
ບຸນຮຽງ,ສຳລີ ແລະ ນາຍທະຫານຄົນຜູ້ທີ່ເປັນລຸງຂອງສົມນຶກ ແມ່ນບໍ່ມີໃຜຮູ້ຈັກວ່າສົມນຶກຍັງມີຊີວິດຢູ່. ຂ້າພະເຈົ້າເຊື່ອແນ່ວ່າ ພວກຄົນຮ້າຍກຸ່ມນີ້ກຳລັງ
ອອກເຄື່ອນໄຫວອັນໃດອັນໜຶ່ງ ສຳລີຈຶ່ງເຫັນສອງຊາຍນັ້ນ ບາງທີ່ພວກເຂົາຈະເຕົ້າໂຮມກັນເພື່ອກໍ່ເຣື່ອງໃໝ່ຂຶ້ນມາອີກ ແຕ່ບໍ່ຮູ້ວ່າຊຸດນີ້ເປົ້າຂອງພວກເຂົາ
ແມ່ນຫຍັງແລະຢູ່ໃສ?
ເຖິງວ່າຂ້າພະເຈົ້າກັບຄືນສູ່ຄອບຄົວແຕກໍຍັງໄດ້ອອກໄປປະຕິບັດງານຕອນກາງຄືນຖ້າຫາກມີເຫດການສຸກເສີນ ແລະອອກປະຕິບັດງານທີ່ຕົນເອງຖືກມອບ
ໝາຍໃຫ້, ແລະຖືກເຂົ້າເວນຍາມຢູ່ກອງຄະດີສອງຄືນຕໍ່ອາທິດ. ພາຍຫລັງໄດ້ທຳທຸຣະກິດກັບແຫຼ່ງກນາພະນັນເຖື່ອນນັ້ນມາ ຂ້າພະເຈົ້າກໍສວຍໃຊ້ທັງເວລາ
ສ່ວນຕົວແລະເວລາລັຖະການຮັກສາເວນຍາມແລະຄຸ້ມຄອງຄວາມສດວກໃຫ້ແຫຼ່ງການພະນັນແຫ່ງນັ້ນ ຈົນສາມາດດຶງເອົາຕຳຣວດສາມສີ່ນາຍເຂົ້າມາຮ່ວມ
ນຳ. ເງິນໝູນວຽນຢູ່ທີ່ວົງການພະນັນແຫ່ງນີ້ເປັນ 2-3 ລ້ານບາດບໍ່ຫຼຸດແຕ່ລະເດືອນ ເພາະມືເຖົ້າແກ່ແລະອາເຊັຍທີ່ມີທຸຣະກິດຢູ່ລາວແລະໄທເຂົ້າມາປະຊັນ
ກັນເກືອບທຸກອາທິດ.
ໂຮງແຮມ ອັປໂປໂລ ເມື່ອປີກ່ວາໆຜ່ານມາກໍມີການເປີໂຕະການພະນັນເຖື່ຶນຂຶ້ນແລະກໍເປັນແຫຼ່ງໃຫຍ່ພໍສົມຄວນ ແຕ່ຖືກເຈົ້າໜ້າທີ່ຕຳຣວດເຂົ້າຍຶດແລະ
ຈັບກຸມພວກຊຽນພະນັນແລະກໍໄດ້ຖືກສລາຍແລະປິດໄປແລ້ວ, ແຕ່ເຖົ້າແກ່ໃໝ່ຄົນຈີນສອງຄົນທີ່ທີ່ຂ້າພະເຈົ້າທຳທຸຣະກິດນຳນີ້ມີແຜນການຈະເປີດຄືນ
ຂຶ້ນມາອີກ ເພາະດ້ວຍການຂຍາຍຕົວຂອງເງິນໝູນວຽນແລະນັກພະນັນທີ່ລ້ວນແລ້ວແຕ່ເປັນອາເຊັຍມາແຕ່ຕ່າງປະເທດເຂົ້າມາໃນຄາຍຂອງນັກທຸຣະກິດ
ທີ່ເຂົ້າມາລາວເພື່ອສແວງຫາການລົງທຶນແລະການຄ້າຕ່າງໆກັບຣັຖະບານ. ນັກພະນັນເຫຼົ່ນນັ້ນສ່ວນຫລາຍແມ່ນມາຈາກປະເທດສັງຄົມນິຍົມ ແລະກໍສ່ວນ
ໜ້ອຍທີ່ມາຈາກປະເທດເສຣີນິຍົມເຊັ່ນຈີນໄທ, ຈີນຮົງກົງ ແລະ ຈີນກຳປູເຈັຍ. ການທີ່ເປີດໂຕະການພະນັນທີ່ໂຮງແຮມອັປໂປໂລນັ້ນແມ່ນເໝາະສົມສຳຣັບ
ເຫຼົ່ານັກພະນັນທີ່ມາແຕ່ຕ່າງປະເທດ ເພາະສ່ວນຫລາຍນັກທຸຣະກິດທີ່ມາແຕ່ຕ່າງປະເທດຈະພັກຢູ່ໂຮງແຮວແຫ່ງນີ້ເປັນສ່ວນໃຫຍ່ ເພາະເປັນໂຮງແຮມທີ່
ຂ້ອນຂ້າງທັນສມັຍແຫ່ງດຽວໃນຍຸກນັ້ນ. ໃນທີ່ສຸດໂຕະພະນັນແຫຼ່ງທີ່ສອງກໍໄດ້ເປີດຂຶ້ນທີ່ໂຮງແຮມແຫ່ງນີ້ ແຕ່ກໍຍັງສືບຕໍ່ເປີດອາທິດລະເທື່ອເໝືອນເດີມ
ໂດຍຈະປ່ຽນວັນແລະເວລາແຕກຕ່າງກັນໄປແຕ່ລະມື້ ແລະສະຖານທີ່ແຫ່ງນີ້ແມ່ນສຳຣັບຊຽນພະນັນມາແຕ່ຕ່າງປະເທດເປັນຈຸດ. ສ່ວນບ່ອນເດີມທີ່ຢູ່ຕໍ່ໜ້າ
ໂຣງຮຽນຈີນລຽວໂຕນັ້ນກໍຍັງເປີດຢູ່ເໝືອນເດີມແລະກໍເປັນຊຽນພາຍໃນປະເທດຫລີ້ນກັນເປັນສ່ວນຫລາຍ. ລານເດີນ ເງິນກໍງາມ, ເມື່ອກ່ອນນັ້ນໄດ້ຈ່າຍ
ງວດໜຶ່ງ 2500ບ ແລະປັນກັນ 5 ຄົນກໍໄດ້ຜູ້ລະ 500ບ ແລະເດືອນໜຶ່ງກໍບໍ່ຫຼຸດ 2000ບ ປະສົມກັບເງິນພິເສດທີ່ຜູ້ເຂົາໄດ້ເງິນເຂົາກໍເອົາໃຫ້ຜູ້ລະຮ້ອຍບາດ
ບໍ່ຫຼຸດທັງ 5 ຄົນຂອງພວກຂ້າພະເຈົ້າ. ພໍແຕ່ມາເປີດຂຶ້ນຢູ່ທີ່ໂຮງແຮມໄດ້ 4 ອາທິດ ທາງເຖົ້າແກ່ເພິ່ນກໍເຜີ້ມຂຶ້ນໃຫ້ຈາກ 2500ບ ມາເປັນ 4000ບ ຕໍ່ງວດ
ແລະກໍມາປັນກັນໄດ້ຜູ້ລະ 800ບ ຕໍ່ງວດ. ອັນນີ້ແມ່ນທາງດ້ານການເປັນຜູ້ປ້ອງກັນຄວາມປອດພັຍໃຫ້ແຫຼ່ງການພະນັນເຖື່ອນທີ່ຂ້າພະເຈົ້າຕັດສິນໃຈເຮັດ
ຜິດກົດໝາຍເພື່ອເງິນ ແລະກໍມີເຈົ້າໜ້າທີ່ຕຳຣວດອີກ 4 ນາຍເຂົ້າມຮ່ວມນຳອີກ.
ປີໃໝ່ຂອງ 1979 ກໍມາເຖິງ, ອ້າຍບຸນຮຽງແລະນາງຕິວກໍພາກັນໄດ້ລູກຊາຍຮວມກັນໜຶ່ງຄົນ, ນາງຕິວກໍກັບຄືນເຂົ້າໄປຮຽນຕໍ່ເພື່ອໃຫ້ຈົບມໍປາຍແລະກໍ
ມີເປົ້າໝາຍຈະຮຽນໝໍທີ່ແພທສາດ. ສ່ວນອ້າຍບຸນຮຽງກໍຖືກເລື່ອນຊັ້ນຂຶ້ນເປັນນາຍພັນຕຳຣວດແລະກໍຖືກສັບຊ້ອນເຂົ້າໄປທຳງານຢູ່ທີ່ກະຊວງ, ມີນາຍ
ຕຳຣວດຄົນໃໝ່ມາແຕ່ພາກເໜືອພຸ້ນມາແທນບ່ອນຂອງອ້າຍບຸນຮຽງ ຊື່ ສີບຸນເຮືອງ. ໝໍນີ້ເປັນຄົນເຈົ້າຣະບຽບທີ່ສຸດ ພໍແຕ່ມັນເຂົ້າມາຮັບຕຳແໜ່ງ
ເປັນຫົວໜ້າກອງຄະດີມັນກໍປ່ຽນແປງການຈັດຕັ້ງພາຍໃນກອງຄະດີນັ້ນທັນທີ ຈົນເຮັດໃຫ້ມີປາກມີສຽງກັນກັບອ້າຍລ້ວນແລະລຸງຄຳກ້ອນເປັນປະຈຳ ແຕ່
ກໍບໍ່ເຮັດຫຍັງມັນໄດ້ ເພາະມັນມີເສັ້ນໃຫຍ່ໜຸນຫລັງມັນຢູ່. ນັກໂທດທີ່ບໍ່ມີຄະດີຮ້າຍແຮງ ເຊັ່ນຜົວເມັຍຕີກັນ ໄທບ້ານຕີກັນ ແລະຄົນຂ້າຟາກ ທີ່ທາງກອງ
ຄະດີໄດ້ອະນຸຍາດໃຫ້ນອນຢູ່ນອກຫ້ອງຂັງ ແມ່ນມັນສັ່ງຈັດໃຫ້ເຂົ້າຫ້ອງຂັງໝົດ ຈົນແຕ່ລະຫ້ອງຄົນແອອັດກັນຈົນບໍ່ມີບອດບ່ອນຈະນັ່ງຈະນອນ. ມັນເສືອກ
ໄປເຫັນເຈັ້ຍບັນທຶກທີ່ທາງກອງຄະດີໄດ້ມອບຣົດຈັກໃຫ້ຂ້າພະເຈົ້າແປງເພື່ອເອົາມາໃຊ້ສ່ວນຕົວ ມັນກໍຖາມແລ້ວຖາມອີກວ່າຢາກໄດ້ຣົດຈັກຄັນດັ່ງກ່າວນັ້ນ
ຈາກຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເປັນຄົນບໍ່ລົງຄົນອີກຈຶ່ງຖືກຂ້າພະເຈົ້າປະຕິເສດທຸກເທື່ອທີ່ຜູ້ກ່ຽວຖາມເອົາຈຶ່ງເກີດໃຫ້ມີຄວາມບໍ່ເຂົ້າແກັບກັນເກີດຂຶ້ນ.
ສິ່ງໜຶ່ງທີ່ຂ້າພະເຈົ້າສາມາດປະຕິເສດຫົວໜ້າສີບຸນເຮືອງໄດ້ກໍຍ້ອນຜູ້ກ່ຽວຂີ່ຣົດຖີບບາງເທື່ອກໍຍັງລົ້ມ ເພາະຈັ່ງຫາຂີ່ຣົດຖີບເປັນບໍ່ຮອດສາມເດືອນຕາມທີ່
ໄດ້ຂ່າວມາ. ແລະນັບແຕ່ນັ້ນມາ ຂ້າພະເຈົ້າກໍຖືກຈ້ອງຢູ່ໃນສາຍຕາຂອງໝໍອາດຍາສີບຸນເຮືອງຜູ້ເປັນຫົວໜ້ານັ້ນມາຕລອດ ແຕ່ຜິກໄຫວແລະຊັ້ນເຊີງຂອງ
ມັນທຽບກັບຂ້າພະເຈົ້າບໍ່ໄດ້ ຈຶ່ງເປັນເຫດໃຫ້ຜູເກ່ຽວເຮັດຫຍັງໃຫ້ຂ້າພະເຈົ້າໂດຍພະລະການບໍ່ໄດ້. ແລະແລ້ວຣົດຈັກຄັນນັ້ນກໍໄປຢູ່ກັບໝໍສີບຸນເຮືອງໃນທີ່
ສຸດເພາະ.........
ຂ້າພະເຈົ້າຖືກທາງຂັ້ນເທິງສົ່ງໄປຮຽນວິຊາຕຳຣວດສາບລັບຢູ່ທີ່ປະເທກເຢັຍຣະມັນຕາເວັນອອກ ແລະກໍຖືກສົ່ງໄປໃນປີ 79 ນັ້ນເອງ. ທາງຄອບຄົວພີ່ນ້ອງ
ແລະເພື່ອນຝູງກໍໄດ້ຈັດພິທີບາສີສູ່ຂັວນໃຫ້ໃນຄືນກ່ອນວັນຈະອອກເດີນທາງ. ທາງນາຍວິນແລະດາຣາເພັຊກໍຍົກເອົາວົງດົນຕຣີມາເສບງັນໃຫ້ຢ່າງຄຶກຄື້ນ
ແຕ່ໜ້າເສັຍດາຍຂໍເວລາມ່ວນຊື່ນກັນໄດ້ຮອດແຕ່ 11 ໂມງກາງຄືນເທົ່ານັ້ນ ເພາະສະພາບການຂອງບ້ານເມືອງຢູ່ໃນພາວະຂັບຂັນທຸກຢ່າງ. ພໍ່ແມ່ກໍພາ
ກັນດີມົກດີໃຈທີ່ເຫັນລູກຊາຍໄດ້ໄປຮຽນຢູ່ຕ່າງປະເທດ ຂ້າພະເຈົ້າກໍດີໃຈເໝືອນກັນແຕ່ກໍຍັງຄຶດນຳແຟນສາວຂອງຕົນເອງເປັນສ່ວນຫລາຍຈຶ່ງບໍ່ໄດ້ຖືເປັນ
ຄວາມດີໃຈແບບກະຕືລືລົ້ນ. ແຟນສາວຂອງຂ້າພະເຈົ້າກໍຍັງອີກສອງປີທີ່ຈະຈົບຫລັກສູດການແພທທີ່ມະຫາວິທະຍາລັຍສີສວ່າງວົງ ແລະຂ້າພະເຈົ້າກໍສອງປີ
ທີ່ຈະຝຶກຫຼືຮ່ຳຮຽນຢູ່ເຢັຍຣະມັນ ຄິດວ່າເມືອຕ່າງຈະຈົບຫລັກສູດກໍເປັນເວລາດຽວກັນ ແລະຂ້າພະເຈົ້າກໍຈະກັບຄືນມາປະເທດໃນເວລາແຟນຂອງຕົນເອງ
ຈົບແພທສາດຄືກັນ.
ທີ່ປະເທດເຢັຍຣະມັນຕາອອກ ທຸກຢ່າງແມ່ນສດວກດີ ແຕ່ສອງອາທິດທຳອິດເຮັດໃຫ້ຂ້າພະເຈົ້າປ່ວຍລົງທັນທີເພາະບໍ່ຖືກກັບອາກາດ ແລະບໍ່ທັນລຶ້ງກັບໂມງ
ຍາມລັບຍາມນອນແດ່ຈົນໄດ້ໄປນອນໂຮງໝໍຕັ້ງສາມມື້ສາມຄືນ. ໜຶ່ງປີຜ່ານໄປທີ່ໃຊ້ຊີວິດຢູ່ຕ່າງແດນ ທຸກສິ່ງທຸກຢ່າງແມ່ນເປັນສິ່ງທີ່ແປກແລະໃໝ່ໆສຳ
ຣັບຂ້າພະເຈົ້າໂດຍສະເພາະແມ່ນພາສາເຢັຍຣະມັນ ອາຫານການກິນຂອງຊາວຕາເວັນຕົກ ຮິດຄອງປະເພນີ ແລະສັງຄົມທີ່ແຕກຕ່າງກັບບ້ານຂອງພວກເຮົາ.
ການຕິດຕໍ່ແລະສົ່ງຂ່າຄາວຫາກັນແລະກັນກໍບໍ່ໄດ້ຂາດຈາກພໍ່ແມ່ຍາດພີ່ນ້ອງເພື່ອນຝູງແລະພິເສດສຸດກໍແມ່ນແຟນສາວຂອງຕົນເອງ.
ເຫຼືອເວລາພຽງໜຶ່ງປີກໍຈະຈົບການຝຶກຫັດຢູ່ເຢັຍຣະມັນຕາເວັນອອກ ແລະກໍເຣີ່ມນັບຖອຍຫລັງເຖິງວັນທີ່ຈະໄດ້ກັບຄືນເມືອງລາວ, ປະເທດເຢັຍຣະມັນ
ຕາເວັນອອກກໍເປັນປະເທດໜຶ່ງທີ່ມີຄວາມຈເຣີນຮຸ່ງເຮືອງລອງຈາກຣັດເຊັຍລົງມາໃນເຫຼົ່າປະເທດສັງຄົມນິຍົມຫຼືຄອມມຸຍນິສ ແຕ່ກໍບໍ່ຈເຣີນເທົ່າກັນກັບ
ເຢັຍຣະມັນຕາເວັນຕົກ. ຢູ່ຕ່າງປະເທດປີໜຶ່ງເຕັມໆບໍ່ເຄີຍໄດ້ແຕະຕ້ອງອາຫານລາວເຮົາເຊັ່ນເຂົ້າໜຽວແລະແຈ່ວປາແດກເລີຍ ເພາະຢູ່ໃນສູນກາງການ
ຝຶກຂອງຕຳຣວດສາຍລັບແຫ່ງນັ້ນມີຄົນລາວພຽງຂ້າພະເຈົ້າຄົນດຽວແລະກໍບໍ່ໄດ້ມີຄົນຊາດເອເຊັຍຈັກຄົນເລີຍ. ຂ້າພະເຈົ້າບໍ່ໄດ້ຮຽນພາສາເຢັຍຣະມັນ
ເປັນປົກະຕິເພາະມີຄູຝຶກຫລາຍຄົນເວົ້າພາສາຝັ້່ງແລະອັງກິດໄດ້ ຂ້າພະເຈົ້າຈຶ່ງເລືອກເອົາພາສາຝຣັ່ງເສດເປັນຫລັກພາສາຂອງການຕິດຕໍ່ພົວພັນ. ມີໝູ່
ຄົນເຢັຍຣະມັນຫລາຍໆຄົນທີ່ພາກັນຍ້ອງຍໍຂ້າພະເຈົ້າທີ່ປາກແລະເຂົ້າໃຈໄດ້ຫລາຍພາສາແລະກໍບໍ່ເຊື່ອວ່າປະເທດລາວຂອງພວກເຮົາເປັນປະເທດດ້ອຍພັທ
ນາດັ່ງທີ່ພວກເຂົາຮັບຮູ້, ກົງກັນຂ້າມຖ້າປະເທດດ້ອຍພັທນານັ້ນຄົງຈະບໍ່ມີຄົນປາກແລະເຂົ້າໃຈຫລາຍພາສາດັ່ງຂ້າພະເຈົ້ານີ້ ພວກເຂົາວ່າ. ມີຄອບຄົວ
ຊາວເຢັຍຣະມັນຄອບຄົວໜຶ່ງທີ່ອາສາສມັກເປັນຜູ້ອຸປະຖັມຂ້າພະເຈົ້າ, ມີລູກສອງຄົນເປັນຍິງໜຶ່ງຊາຍໜຶ່ງ, ລູກຊາຍເປັນຜູ້ທີສອງແລະກຳລັງຮຽນຢູ່ມໍ
ປາຍປີສຸດທ້າຍ ສ່ວນລູກສາວຈົບມໍປາຍແລ້ວ ແລະຮຽນຕໍ່ມະຫາວິທະຍາລັຍແລະທຳງານໃຫ້ຣັດຢູ່ອົງກອນການສື່ສານທ້ອງຖິ່ນຂອງເຂດເບີລິນຕອນໃຕ້.
ມີແຕ່ຄອບຄົວນີ້ທີ່ພາທ່ຽວຍາມທ້າຍສັປະດາໄປຕາມສະຖານທ່ອງທ່ຽວຕ່າງໆພາຍໃນປະເທດແລະເຂດໃຫ້ຄຽງ.
ໄດ້ຮັບຈົດໝາຍຂອງພໍ່ຊຶ່ງເປັນສະແຕັມໄປສະນີຂອງປະເທດໄທ ກໍຮູ້ທັນທີວ່າຄົງມີເຣື່ອງສຳຄັນທີ່ສຸດພໍ່ຈຶ່ງຂໍອະນຸຍາດເຂົ້າໄປປະເທດໄທແລ້ວສົ່ງໜັງສືມາ
ຫາ ເພາະພໍ່ຢ້ານຮັປະກັນບໍ່ປອດພັຍຖ້າຫາກຂຽນແລະສົ່ງມາແຕ່ວຽງຈັນ. ຮີບຟ້າວເປີດຊອງຈົດໝາຍນັ້ນອອກມາອ່ານທັນທີທີ່ເຂົ້າຫໍພັກ, ໃນຈົດໝາຍ
ນັ້ນພໍ່ໄດ້ຂຽນມາບອກເຫດການທີ່ຈະເປັນຜົນອັນຕຣາຍແກ່ຂ້າພະເຈົ້າ ຖ້າຫາກເມື່ອໃດກັບຄືນເມືອງລາວ ຫລືອາດຈະເກີດຂຶ້ນຢູ່ທີ່ເຢັຍຣະມັນນີ້ກໍເປັນໄດ້
ດັ່ງນັ້ນພໍ່ຈຶ່ງໄດ້ຕັດສິນໃຈຂໍບັດຜ່ານແດນໄປຢ້ຽມຢາມຍາດພີ່ນ້ອງທີ່ສູນອົພະຍົບລາວໜອງຄາຍປະເທດໄທ. ພໍ່ໄດ້ເລົ່າໃຫ້ຟັງ ອ້າຍບຸນຮຽງໄດ້ຊາບຂ່າວທີ່
ທາງອຳນາດການປົກຄອງແລະພ້ອມທັງກະຊວງກຳລັງທ້ອນໂຮມພະຍານຫລັກຖານທີ່ຈະເຂົ້າຈັບກຸມຂ້າພະເຈົ້າໃນສອງຂໍ້ຫາເຊັ່ນ: 1. ສົມຮູ້ຮ່ວມຄິດກັບ
ແຫຼ່ງເປີດການພະນັນເຖື່ອນ ແລະໄດ້ຮັບເງິນເປັນສິນບົນເປັນຫລາຍແສນບາດເງິນໄທ ແລະຍັງໄດ້ຊັກຊວນເຈົ້າໜ້າທີ່ໄປຮ່ວມຂະບວນການອີ. ອັນທີ່ສອງ
ແມ່ນ ມີຂໍ້ສົງໄສໃຫ້ຄວາມຮ່ວມມືການແຫກຫ້ອງຂັງຂອງນັກໂທດທີ່ຄຸກທາດດຳແລະເມືອງຈັນທະບູຣີ ທີ່ເຮັດໃຫ້ນັກໂທດຄະດີສຳຄັນຫລາຍຄົນຫຼົບໜີໄປ
ໄດ້ຢ່າງປອດພັຍ ເຊັ່ນ ນາຍພັມທ່າເດື່ອ ອາຈານສັງ ແລະພັກພວກ ແລະຫລ້າສຸດແມ່ນ ນາຍສົມພອນປາກຊັນທີ່ແຫກອອກຈາກຫ້ອງຂັງກອງຕະດີເມືອງ
ຈັນທະບູຣີ. ສ່ວນຂໍ້ຫາອັນທີ່ສອງນີ້ຍັງເປັນການສົງໄສເທົ່ານັ້ນເພາະບໍ່ທັນມີພະຍານແລະຫລັກຖານພຽງພໍ ພໍທີ່ຈະຕັ້ງຂໍ້ຫາໃສ່ວ່າເປັນການກະທຳຜິດກົດ
ໝາຍເທື່ອ. ສ່ວນເຣື່ອງຮັບສິນບົນຈາກການພະນັນເຖື່ອນນັ້ນ ທາງກົມໄດ້ທຳລາຍແລະຈັບກຸມສະຖານທີ່ທັງສອງແຫ່ງຄືທີ່ໂຮງແຮມ ອາໂປໂລ ແລະທີ່
ເຮືອນສາມຊັ້ນຕໍ່ໜ້າໂຮງຮຽນຈີນລຽວໂຕ້ ແລະຈັບກຸມຕຳຣວດສີ່ຄົນນັ້ນໄດ້ ແລະພວກເຂົາໄດ້ສັກທອດມາວ່າຂ້າພະເຈົ້າເປັນຫົວໜ້າຂອງພວກເຂົາແລະ
ທຳງານໃຫ້ແຫຼ່ງໂຕະພະນັນເຖື່ອນນີ້ມາກ່ອນໆທີ່ຈະມາຊັກຊວນພວກເຂົາເຂົ້າໄປຮ່ວມມືນຳ. ເມື່ອອ້າຍບຸນຮຽງໄດ້ມາບອກພໍ່ຂອງຂ້າພະເຈົ້າ ແລະກໍແນະ
ນຳໃຫ້ພໍ່ໄປປະເທດໄທຈຶ່ງຈະມີຄວາມປອດພັຍໃນການສົ່ງຂ່າວນີ້ໃຫ້ເຖິງມືຂອງຂ້າພະເຈົ້າ ພໍ່ເພິ່ນຈຶ່ງໄດ້ປະຕິບັດຕາມ. ເພິ່ນສັ່ງບອກເດັດຂາດໃຫ້ຫາທາງ
ໜີອອກຈາກເຢັຍຣະມັນໃຫ້ເຂົ້າຂໍລີ້ພັຍການເມືອງນຳປະເທດເສຣີທຶນນິຍົມປະເທດໃດກໍໄດ້ ທີ່ມີສະຖານທູດຕັ້ງຢູ່ເຢັຍຣະມັນຕາເວັນອອກ.
ຕະເວນຊອກຫາສະຖານທູດສະຫະຣັດ ອັງກິດ ຝຣັ່ງ ເຢັຍຣະມັນຕາເວັນຕົກ ແລະການານດາ ດ້ວຍຕົນເອງ ເພາະບໍ່ກ້າຂໍຄວາມຊ່ວຍເຫຼືອຈາກໃຜເກງຄວາມ
ລັບຈະແຕກ ແລະຈະເປັນການສົງໄສທີ່ຊອກຫາສະຖານທູດປະເທດເສຣີນິີຍົມ. ຄົ້ນຄ້ວາຢູ່ສອງອາທິດເຕັມຈຶ່ງຮູ້ວ່າມີສະຖານທູດເຫຼົ່ນັ້ນຢູ່ບ່ອນໃດ ແຕ່ກໍມີບັນ
ຫາທີ່ຕົນເອງບໍ່ມີຣົດຈະເປັນພາຫະນະເດີນທາງໄປເຖິງ ຈະຈ້າງແທັກຊີກໍບໍ່ກ້າ ຈະຊີ່ຣົດປະຈຳທາງກໍຢ້ານບໍ່ເຖິງ. ຂ້າພະເຈົ້າມາຄິດພໍ້ສຳຖານກົງສຸນປະເທດ
ສວິສແລນທີ່ບໍ່ໄກກັບຫໍພັກທີ່ຂ້າພະເຈົ້າພັກເຊົາຢູ່ນັ້ນ ເພາະແນມອອກຈາກປ່ອງຢ້ຽມກໍແນມເຫັນທຸງຊາດຂອງເຂົາປີວສະບັດຢູ່ ແລະກໍໄກຈາກຫໍພັກປະມານ
6-7 ກິໂລແມັດ, ຖ້າຍ່າງກໍປະມານໜຶ່ງຊົ່ວໂມງຫຼືຕ່ຳກ່ວາ ຈຶ່ງໄດ້ຕັດສິນໃຈນຸ່ງເຄື່ອງຊຸດແລ່ນອອກກຳລັງກາຍ ແລ່ນໄປສັງເກດການທຸກເຊົ້າທຸກແລງ ແລະໄປ
ຢຸດເຊົາເມື່ອຍຢູ່ປ້ອມຍາມເຈົ້່ໜ້າທີ່ຍາມສະຖານກົງສູນຊື່ງເປັນຄົນສວິສແລນແລະເວົ້າພາສາຝຣັ່ງອີກ.
ຫລາຍມື້ຕໍ່ຫລາຍວັນທີ່ພະຍາຍາມສ້າງຄວາມລຶ້ງເຄີຍຮັກແພງກັບເຈົ້າພະນັກງານຍາມສະຖານກົງສຸນສວິສແລນປະຈຳເບີລິນຕາເວັນອອກກໍນັບມື້ນັບວັນ
ໃກ້ສິດຕິດແທດກັນຂຶ້ນເປັນລຳດັບ, ທຸກຢ່າງກໍຍັງເປັນປົກະຕິນັບຕັ້ງແຕ່ໄດ້ຮັບຈົດໝາຍສົ່ງຂ່າວຈາກພໍ່. ອ້າຍບຸນຮຽງກໍເປັນໜ້ານັບຖືຫາສິ່ງໃດປຽບບໍ່
ໄດ້ທັງໆທີ່ບໍ່ໄດ້ເປັນອ້າຍນ້ອງຮ່ວມສາຍເລືອດດຽວກັນແຕ່ພວກຂ້າພະເຈົ້າທັງສອງກໍຮັກກັນບໍ່ຕ່າງຫຍັງກັບເປັນອ້າຍນ້ອງພໍ່ແມ່ດຽວກັນ, ຄົງເປັນຍ້ອນ
ທີ່ຂ້າພະເຈົ້າເປັນຜູ້ໜູນຫລັງ ແລ ະສນັບສນູນໃຫ້ເພິ່ນໄດ້ແຕ່ງງານກັບນາງຕິວໄດ້ດັ່ງສົມໃຈຫວັງຂອງເພິ່ນເພາະຈະເອົາຄວາມເໝາະສົມມາສົມທຽບກັນ
ກັບເມັຍເພິ່ນແມ່ນໄກກັນຫລາຍທີ່ສຸດ ຈົນບາງເທື່ອຕົນເອງຫລັງອອກປາກເວົ້າຢອກອ້າຍບຸນຮຽງວ່າ ຜີສີ້ຄົນ. ຖ້າຈະເອົາຖານະຄວາມຮັ່ງມີມາທຽບກັນ
ເຊື່ອແນ່ວ່າທຽບອ້າຍບຸນຮຽງບໍ່ໄດ້ເພາະເພິ່ນມີບໍ່ເງິນບໍ່ຄຳສຳເຣັດຮູບຢ່າງມາກມາຍຊື່ງເປັນມູນມັງຈາກພໍ່ແມ່ເພິ່ນຝັງໃສ່ໄຫເອົາໄວ້ໃຫ້.
ຕອນແລງວັນນຶ່ງປະມານ 4 ໂມງ ນຸ່ງເຄື່ອງຈອກຄິງຊຸດຍາວແລະໃສ່ເກີບອາດິດັດແລ່ນອອກຈາກຫໍພັກພ້ອມກັບມືເບື້ອງນຶ່ງຫິ້ວຖົງປລາສຕິກຊຶ່ງຂ້າງໃນ
ມີໂສ້ງເສື້ອສອງສຸດ ເຄື່ອງຊ້ອນໃນ ຢາແລະແປງຖູຟັນ ແລະຜ້າເຊັດໂຕໜຶ່ງຜືນ, ແລ່ນຈອກຄິງໄປຕາມເສັ້ນທາງທີ່ເຄີຍແລ່ນຜ່ານມາເປັນສອງອາທິດມາ
ແລ້ວນັ້ນ ຈຶ່ງບໍ່ມີໃຜຄິດຈະແປກໃຈເພາະມັນການເປັນງານອະຣິເດກປະຈຳວັນຂອງຂ້າພະເຈົ້າຢູ່ແລ້ວ ແລະສຳຄັນສຸດຄົນໃນແຖບຫໍພັກທີ່ຂ້າພະເຈົ້າອາສັຍ
ຢູ່ນັ້ນກໍບໍ່ແຕກຕ່າງກັບຊາວເບີລິນທົ່ວໆໄປທີ່ບໍ່ມັກສົນໃຈເຣື່ອງຄົນອື່ນ. ພໍໄປເຖິງໜ້າສະຖານກົງສຸນກໍໄປນັ່ງພັກພ່ອນຢຸ່ຂ້າງປ້ອມຍາມຂອງເຈົ້າໜ້າທີ່
ບ່ອນທີ່ເຄີຍນັ່ງຜ່ານມາກ່ອນນັ້ນ ແລະເຈົ້າພະນັກງານຍາມກໍເອົານ້ຳເຢັນມາໃຫ້ດຶ່ມເໝືອນເດີມ. ຫ້ານາທີຕໍ່ມາກໍເຫັນຣົດເບັນຊ໌ສີດຳຄັນນຶ່ງແລ່ນມາຢຸດຢູ່
ຕໍ່ໜ້າປະຕູກຳແພງອ້ອມສະຖານກົງສຸນແລ້ວພະນັກງານຍາມກໍແລ່ນໄປໄປເປີດປະຕຸໃຫ້ຣົດແລ່ນຜ່ານເຂົ້າໄປແລະໃນຣະຍະນັ້ນຂ້າພະເຈົ້າກໍແລ່ນຕາມຫຼັງ
ຣົດນັ້ນເຂົ້າໄປໃນເຂດແດນຂອງສະຖານກົງສຸນພ້ອມກັບປະກາດມອບຕົວຂໍເຂົ້າລີ້ພັຍການເມືອງກັບສະຖານກົງສຸນພາຍໃຕ້ເຈົ້າໜ້າທີ່ປ້ອງກັນຄວາມສງົບ
ຂອງກົງສຸນຫຸ້ມເຂົ້າມາຄວບຄຸມຕົວຂ້າພະເຈົ້າໄວ້. ຕໍ່ມາເຈົ້າໜ້າທີ່ກົງສຸນກໍນຳເອົາຕົວຂ້າພະເຈົ້າເຂົ້າໄປທີ່ຫ້ອງໆໜຶ່ງໃນກົງສຸນນັ້ນເພື່ອສືບສວນໄປຕາມກົດ
ຣະບຽບ ແລະທຸກຢ່າງກໍປ່ອຍເຣື່ອງໃຫ້ເປັນໄປຕາມຂະບວນການຍຸຕິທັມຂອງການຂໍເຂົ້າລີ້ພັຍການເມືອງ. ຂ້າພະເຈົ້າຢູ່ໃນສະຖານກົງສຸນປະເທດສວິສແລນ
ໄດ້ 3 ມື້ກໍມີການປະກອບສຳເນົາແລະພິມລາຍນິ້ວມືແລະຖ່າຍຮູບຢູ່ທີ່ນັ້ນເລີຍ. ທາງເຈົ້າໜ້າທີ່ກົງສຸນນຳຕົວເຂົ້າສຳພາດອີກເທື່ອໜຶ່ງແລະຖາມອີກວ່າເປັນ
ຫຍັງຈຶ່ງຂໍລີ້ພັຍການເມືອງ ແລະ ປະເທດໃດທີ່ຢາກຈະຂໍໄປລີ້ພັຍແບບຖາວອນນອກຈາກປະເທດສວິສແລນ? ຂ້າພະເຈົ້າກໍຕອບໄປວ່າບໍ່ມັກຣັດທິຄອມມຸຍ
ນິສ ແລະຂໍເລືອກສະຫະຣັດອາເມຣິກາທີ່ເປັນປະເທດໄປຂໍລີ້ພັຍເປັນການຖາວອນ. ສອງອາທິດຕໍ່ມາຂ້າພະເຈົ້າກໍໄດ້ຮັບເອກະສານທີ່ທາງກົງສຸນນຳເອົາມາ
ໃຫ້ ເປັນເອກະສານທີ່ທາງກົງສຸນປະເທດສວິສແລນໄດ້ແຈ້ງໃຫ້ຣັຖະບານ ສປປລາວ ຊາບແລ້ວກ່ຽວກັບການຂໍເຂົ້າລີ້ພັຍການເມືອງຢູ້ທີ່ກົງສຸນ ແລະ ຍັງມີ
ປຶ້ມຄູ່ມືນ້ອຍຫົວໜຶ່ງທີ່ເປັນພາສາ ເຢັຍຣະມັນ, ອັງກິດ ແລະຝຣັ່ງ ວ່າດ້ວຍກົດໝາຍແລະສິທິມະນຸດໃນການຂໍລີ້ພັຍການເມືອງຢູ່ປະເທດຕ່າງໆໃນໂລກນີ້
ແມ່ນປະເທດທີ່ໜຶ່ງ (ກໍຄືປະເທດສປປລາວ) ບໍ່ມີສິດທີ່ຈະຮຽກຮ້ອງຫລືບັງຄັບໃຫ້ປະເທດທີສອງ (ປະເທດສວິສແລນ) ສົ່ງຜູ້ລີ້ພັຍກັບຄືນປະເທດໄດ້ ແລະ
ຖ້າປະເທດທີສອງບໍ່ມີນະໂຍບາຍທີ່ຈະຮັບເອົາຜູ້ລີ້ພັຍຢູ່ປະເທດຂອງເຂົາແບບຖາວອນ ຜູ້ລີ້ພັຍມີສິດເລືອກໄປປະເທດທີ່ສາມໄດ້ ຈະເປັນປະເທດໃດນັ້ນກໍຢູ່
ກັບຄວາມເປັນດີເຫັນຊອບຂອງຜູ້ລີ້ພັຍປລະປະເທດນັ້ນໆໄດ້ຕົກລົງກັນໄປຕາມຂໍ້ກະຕິກາແລະກົດຂອງສະຫະປະຊາຊາດ. ຢູ່ມາອີກອາທິດໜຶ່ງຂ້າພະເຈົ້າກໍ
ຖືກສົ່ງຕົວເຂົ້າໄປປະເທດສວິສແລນທີ່ກຸງເຊີແນວຫຼືເຈນີວາແລະໄດ້ໄປພັກເຊົາຢູ່ສູນຕ້ອນຮັບອົພະຍົບຊົ່ວຄາມແຫ່ງໜຶ່ງຫ່າງຈາກນະຄອນຫລວງຂອງສວິສ
ປະມານ 6 ກິໂລແມັດ. ໃນສູນແຫ່ງນັ້ນມີອົພະຍົບອາສັຍຊົ່ວຄາວປະມານ 50 ຄົນ ສ່ວນຫລາຍເປັນຄົນເຢັຍຣະມັນຕາເວັນອອກ, ໂປແລັນ, ຣູມາເນັຍແລະ
ເຫັນມີຄົນຈີນແດງຢູ່ປະມານ 7-8ຄົນ.
ໄດ້ສົ່ງຂ່າຫາພໍ່ແມ່ຕອນຢູ່ທີ່ສູນຜູ້ລີ້ພັຍສວິສແລນ ແລະກໍໄດ້ຮັບຂ່າວຈາກເພິ່ນເປັນເນື່ອງນິດນັບແຕ່ນັ້ນເປັນຄົ້ນມາ, ເພິ່ນສົ່ງຂ່າວມາວ່າໄດ້ໄປບອກຂ່າວໃຫ້
ອ້າຍບຸນຮຽງຊາບທຸກຢ່າງແລ້ວແລະເພິ່ນກໍດີໃນນຳທີ່ໄປຂໍລີ້ພັຍໄວກ່ອນວັນທີ່ທາງຣັຖະບານລາວຈະສັ່ງເຈົ້າໜ້ທີ່ເຢັຍຣະມັນຄວບຄຸມຕົວຂ້າພະເຈົ້າສົ່ງຄືນສປ
ປລາວພຽງສອງວັນເທົ່ານັ້ນ ແລະພໍ່ແມ່ຍັງນຳຂ່າວໄປເລົ່າໃຫ້ແຟນສາວຂອງຂ້າພະເຈົ້າຮັບຊາບນຳອີກ, ເພິ່ນເລົ່າສູ່ຟັງວ່າຜູ້ທີ່ຈະເປັນລູກໄພ້ເພິ່ນໃນອານາຄົດ
ນັ້ນມີແຕ່ຮ້ອງໄຫ້ເມື່ໄດ້ຮັບຊາບຂ່າວ. ການຕິດຕໍ່ສື່ສານໃນຍຸກນັ້ນກໍມີພຽງທາງຈົດໝາຍເພາະການໂທຣະສັບຂອງເມືອງລາວຍັງບໍ່ທັນກ້ວາງຂວາງແລະທັນ
ສມັຍແລະຢູ່ທີ່ສຸນລີ້ພັຍແຫ່ງນັ້ນກໍມີໂທຣະສັບແບບຢອດຫລຽນເຄື່ອງດຽວຈຶ່ງບໍ່ສາມາດທີ່ຈະຕິດຕໍ່ສື່ສານກັນໄດ້ທາງໂທຣະສັບ.
ໃຊ້ຊີວິດຢູ່ທີ່ສູນລີ້ພັຍປະເທດສວິສແລນເກືອບຮອດ 4 ເດືອນ ກ່ອນຈະມີສະປອນເຊີຈາກສະຫະຣັດຮັບຮອງເອົາໄປຕັ້ງຖິ່ນຖານຢູ່ທີ່ອາເມຣິກາ. ສອງຜົວເມັຍ
ຄົນອາເມຣິກັນລົງທຶນໄປຮັບເອົາຂ້າພະເຈົ້າຈາກປະເທດສວິສແລນແລະກໍບິນເຂົ້າສະຫະຣັດໃນເດືອນມະກາຣາຄົມຕົ້ນປີ 80, ອອກຈາກສວິສແລະໄປແຫວະ
ທີ່ອັງກິເຊົຮວໂມງກ່ວາໆກ່ອນຈະບິນຕໍ່ໄປຍັງສະຫະຣັດ. ທີ່ສານມບິນນິວຢອກສະຫະຣັດ ເມື່ອຍົນລົງຈອດ ລອງຜົວເມັຍສປອນເຊີກໍພາຂຶ້ນຣົດທີ່ລານຈອດຣົດ
ຂ້າງສນາມບິນແລ້ວນັ່ງຣົດໄປຕໍ່ປະມານຊົ່ວໂມງໜຶ່ງກໍໄປເຖິງບ້ານຫລັງໜຶ່ງຢູ່ນອກເມືອງ ເປັນເຮືອນຫລັງໃຫຍ່ເຕີບເປັນສອງຊັ້ນແລະຕັ້ລຢູ່ໃຈກາງທົ່ງທີ່ມີ
ຕົ້ນໄມ້ມີດຕ່ຕົ້ນແລະງ່າ ບໍ່ມີໃບນັບເປັນຮ້ອຍຕົ້ນ ແລະພື້ນດິນກໍເຕັວໄປດ້ວຍຫິມມະສີຂາວ. ພໍຣົດໄປເຖິງເຮືອນຫລັງນັ້ນກໍເຫັນຝາກາຣາຣົດເປີດຂຶ້ນແລິຣົດ
ກໍເຂົ້າໄປຈອດຢູ່ຂ້າງໃນແລະທັງສອງຜົວເມັຍຜູ້ເປັນຜູ້ອຸປະຖັມກໍພາກັນກ່າວເປັນພາສາອັງກິດຂຶ້ນວ່າ ແວວຄຳໂຮມ............
ໜຶ່ງເດືອນຜ່ານໄປພາຍຫລັງທີ່ມາເຖິງສະຫະຣັດ ທາງຜູ້ອຸປະຖັມກໍມາຖາມວ່າຕົນເອງມີຈຸດໝາຍແນວໃດກ່ຽວກັບການດຳຣົງຊີວິດ ຈະຮຽນຕໍ່
ຫຼືທຳງານ? ຂ້າພະເຈົ້າບໍ່ທັນໄດ້ຕັ້ງຈຸດໝາຍຫຍັງໄວ້ເທື່ອເພາະຍັງເປັນຮ່ວງແລະຄິດເຖິງພໍ່ແມ່ຢູ່ທາງບ້ານ ເພິ່ນກໍເຖົ້າແກ່ສາຣາແລ້ວແລະເມື່ອ
ກ່ອນເພິ່ນທັງສອງກໍຕັ້ງຕໍ່ອາສັຍຕົນເອງເປັນທີ່ເຜິ່ງແລະບົວຣະບັດເບິ່ງແຍງເພິ່ນ. ຂ້າພະເຈົ້າຈຶ່ງບອກຜູ້ອຸປະຖັມວ່າຍັງບໍ່ທັນມີຈຸດໝາຍຫຍັງ
ເທື່ອ ຂໍເວລາອີກຈັກສາມເດືອນກ່ອນແລ້ວຈະບອກ. ຂ້າພະເຈົ້າຢູ່ເຮືອນຫລັງດຽວກັບຜູ້ອຸປຖັມທີ່ເພິ່ນໄດ້ຈັດໄວ້ໃຫ້ເປັນເປັນສ່ວນຕົວຢູ່ຊັ້ນສອງ
ຂອງເຮືອນທີ່ມີຄົບເຊັ່ນ: ຫ້ອງນອນ, ຫ້ອງນ້ຳ, ຫ້ອງຮັບແຂກ, ເຮືອນຄົວ ແລະ ຫ້ອງຊັກເຄື່ອງ. ຫລັງຈາກສາມເດືອນຜ່ານໄປ ກໍໄດ້ໄປບອກ
ສິ່ງທີ່ຕົນເອງວາງແຜນການດຳຣົງຊີວິດໃຫາຜູ້ອຸປຖັມຊາບ ເພິ່ນຈຶ່ງເອົາໄປທຳງານຢູ່ບໍຣິສັດຂອງເພິ່ນເອງ, ເປັນໂຮງງານອາຫານເດັກນ້ອຍ
Gerber Baby Foods ແລະທຳງານເປັນ Security. ທາງຜູ້ອຸປຖັມກໍບອກບໍ່ໃຫ້ຮ່ວງນຳຈ່າຍຄ່ານ້ຳຄ່າໄຟແລະອື່ນໆ ໃຫ້ທ້ອນເງິນໄວ້ຢ່າງດຽວ
ແລະກໍບໍ່ໄດ້ວາງກຳໜົດເວລາທີ່ຈະໃຫ້ຍ້າຍອອກຈາກບ້ານເພິ່ນໄປແຕ່ປະການໃດເລີຍ. ຜູ້ອຸປຖັມມີລູກຊາຍສອງຄົນ ຜູ້ໃຫຍ່ມີຄອບຄົວແລ້ວ
ແລະກໍເຮັດການຢູ່ບໍຣິສັດຂອງພໍ່ເພິ່ນເອງທີ່ໂຮງງານອາຫານເດັກນ້ອຍນີ້ ແລະກໍມີເຮືອນສ່ວນຕົວຢູ່ຕ່າງຫາກ ໄກຈາກບ້ານພໍ່ແມ່ປະມານ 5ໄມ.
ສ່ວນລູກຊາຍຜູ້ທີສອງນັ້ນຍັງຮຽນຢູ່ມະຫາລັຍຢູ່ເວີຈີເນັຍພຸ້ນ ບໍ່ຄ່ອຍເຫັນມາຢາມພໍ່ແມ່ປານໃດ, ມາຢູ່ນີ້ໄດ້ເກືອບ 5 ເດືອນແລ້ວ ເຫັນມັນມາ
ແວ່ຢາມເທື່ອໜຶ່ງ ແລະກໍຢູ່ບໍ່ຮອດສອງຊົ່ວໂມງກໍໄປ ແຕ່ສອງອ້າຍນ້ອງນີ້ມີນິສັຍດີແລະໃຫ້ຄວາມຕ້ອນຮັບຂ້າພະເຈົ້າເປັນຢ່າງດີເພິງຈະບໍ່ໄດໃກ້
ສິດກັນພໍຄວນແຕ່ກໍສັງເກດເຫັນຈາກກິຣິຍາທ່າທີຂອງພວກເຂົາທັງສອງ.
ການຕິດຕໍ່ສື່ສານກັບຄອບຄົວທາງບ້ານແມ່ນສະດວກຂຶ້ນເປັນລຳດັບ ຊຶ່ງເຣີ່ມແຣກກໍທາງຈົດໝາຍ ແລະຕໍ່ມາກໍທາງໂທຣະສັບ ເຖິງສຽງແລະສັນ
ສັນຍານຈະບໍ່ຄ່ອຍອຳນວຍຄວາມສະດວກເທົ່າທີ່ຄວນແຕ່ກໍຍັງດີກ່ອນເມື່ອສອງສາມປີຫລັງ (ສມັຍ 80). ຕົກມາໃນຍຸກຂອງປີ 90 ທຸກຢ່າງກໍ
ດີຂຶ້ນ ທາງຣັຖະບານລາວກໍໄດ້ເປີດປະຕູເຂົ້າສູ່ປະເທດທຶນນິຍົມພາຍຫລັງການລົ້ວລະລາຍຂອງໂຊວຽດແລະປະເທດຄອມມຸຍນິສຢູໂຣປຕາເວັນ
ອອກ. ຂ້າພະເຈົ້າກໍຕັດສິນໃຈແຕ່ງງານກັບສາວຊາວອາເມຣິກັນທີ່ຜູ້ອຸປຖັມແນະນຳໃຫ້ ແລະແຟນສາວຢູ່ລາວກໍແຕ່ງງານກ່ອນຂ້າພະເຈົ້າແຕ່
ຕອນກາງຍຸກ 80 ພຸ້ນ ແລະກໍໄດ້ຂ່າວວ່າໄດລູກສອງຄົນແລ້ວໃນຕອນເວລາທີ່ຂ້າພະເຈົ້າແຕ່ງງານນັ້ນ. ພໍ່ແລະແມ່ຂອງຂ້າພະເຈົ້າກໍເສັຍຊີວິດ
ໄປໄລ່ເລັ່ຍກັນຄື ແມ່ເສັຍປີ 94 ແລະ ພໍ່ເສັຍປີ 96 , ຂ້າພະເຈົ້າບໍ່ມີບຸນທີ່ໄດ້ໄປມ້ຽນຄາບອາບສົບຜູ້ບັງເກີດເກົ້າຂອງຕົນເອງເລີຍ.
ອ້າຍບຸນຮຽງແລະນາງຕິວກໍພາກັນຄອງຮັກກັນມາຈົນໄດ້ລູກນຳກັນ 4 ຄົນ ຊາຍສອງຍິງສອງ ແລະອ້າຍບຸນຮຽງກໍເສັຍຊີວິດໄປໃນປີ 2004, ນາງ
ຕິວເປັນແພດຢູ່ໂຮງໝໍມະໂຫສົດເທົ່າທຸກວັນນີ້ ແລະກໍຢູ່ກັບລູກຜູ້ທີ່ 3. ໄດ້ຂ່າວວ່າລູກຂອງອ້າຍບຸນຮຽງໄດ້ເປັນດີໝົດທຸກຄົນແລະຕ່າງກໍພາກັນ
ຮຽນຈົບມາແຕ່ຍິ່ປຸ່ນແລະວຽດນາມ. ສຳລີຄົນຂັບຣັດເມ ເປັນເຖົ້າແກ່ຣົດຂົນສົ່ງ ວຽງຈັນ-ຫົວພັນ ແລະລ່ຳຣວຍເປັນເສຖີໄປແລ້ວ. ເສືອພູເຂົາ
ເສັຍຊີວິດຢູ່ສູນດັດສ້າງສັມະນາອັຕະປືດ້ວຍພະຍາດໄຂ້ປ່າໃນປີ 1986. ເສືອນິດຖືກປ່ອຍຕົວຄືນໃນປີ 1994 ແລະຍັງມີຊີວິຢູ່ເທົ່າທຸກມື້ນີ້ແລະຢູ່
ເປັນໂສດມາເທົ່າທຸກວັນນີ້ເໝືອນກັນ. ນາຍໄລສິງເຮໂພນເຄັງຢູ່ ມົງເຕຣອານ ການາດາ ໄດ້ຂ່າວວ່າມີທຸຣະກິດເຮັດນ້ຳດຶ່ມຢູ່ວຽງຈັນ. ນາຍສົມພອນ
ຜາກຊັນຜູ້ແຫກຄຸກ ຢູ່ເທັກສັດ ສະຫະຣັດ ເຖິງແກ່ກັມໄປແລ້ວເມືອ່ສາມປີຜ່ານມາ. ອາຈານພົມທ່າເດື່ອ ແລະອາຈານສັງ ທັງສອງເປັນປະຊາຊົນໄທ
ໄປແລ້ວ ແລະດຳຣົງຊີວິດຢູ່ເຂັມມະຣາດປະເທດໄທທັງສອງຄົນ ເພາະມີຄອບຄົວຢູ່ທີ່ນັ້ນ. ສ່ວນນາຍສົມນຶກບໍ່ໄດາຍິນຂ່າວເລີຍ ສັນນິຖານຄົງເປັນ
ຫຸ້ນສ່ວນຫລືເຈົ້າຂອງກິຈະການຢາບ້າກັບລຸງຂອງຜູ້ກ່ຽວທີ່ເປັນນາຍທະຫານຄົນນັ້ນ ເພາະນາຍທະຫານຄົນນັ້ນດຽວນີ້ເປັນເອເຢັນຜລິດແລະຈຳໜ່າຍ
ຢາບ້າຢູ່ລາວໂດຍກົດໝາຍລາວບໍ່ສາມາດຈັບກຸມແລະປາຍປາມໄດ້. ອ້າຍຫົ້ງເປັນນັກທຸຣະກິດໄທປະຈຳລາວ ແລະເປັນທຸຣະກິດພັນລ້ານຮ່ວມກັບ
ທະນາຄານແລະສາຍກັານບິນ ພົງສະຫວັນ ທີ່ວຽງຈັນ ແລະຍັງເປັນຫຸ້ນສ່ວນກັບບໍຣິສັດກໍ່ສ້າງອື່ນໆອີກ. ອ້າຍລ້ວນ, ລຸງຄຳກ້ອນ ຫົວໜ້າກອງຄະດີ
ຕ່າງກໍໝົດບຸນໄປແລ້ວ, ອ້າຍກອນ ແລະ ອ້າຍຕຸ້ຍ ຕຳຣວດຕຸ້ຍຈ່ອຍສອງຄົນນີ້ຕ່າງກໍອອກບຳນານແລ້ວ.
ມີເທົ່ານີ້ທີ່ໄດ້ເກັບກຳເຣື່ອງຣາວການສັນລະສູດ ການສືບສວນ ການສອບສວນ ຂອງຕຳຣວດ ສປປ ລາວ ໃນຍຸກລົ້ມລຸບຄຸບຄານຊຶ່ງຂ້າພະເຈົ້າ
ໄດ້ມີສ່ວນເອົາຊິວິດເຂົ້າພົວພັນກັບກໍຣະນີຕ່າງໆທີ່ເກີດຂຶ້ນັ້ນ.
(ອາວະສານ)
ຕິດຕາມອ່ານຫມົດທຸກໆຕອນເລີຍ ໃຫ້ຄວາມຮູ້ຄວາມຄິດ ໄດ້ດີສົມຄວນ ຜູ້ຂ້າເກີດລຸ້ນຫລັງ ການປົດປ່ອຍ
ກໍພໍເຫັນແດ່ບາງສິ່ງບາງຢ່າງ ເຫັນພວກພັດຖິ່ນ ຫລືພວກປະຕິການ ເຂົ້າໄປບ້ານປະຈຳ ບາງຄັ້ງກະປະທະກັບທະຫານ ແລະ ກອງຫລອນ ບາງຄັ້ງກະໄປຮ້ອງພໍ່ພາໄປຫານາຍບ້ານເອົາເຂົ້າໄປກິນ ຍ້ອນເຮືອນຢູ່ແຄມທາງ ແຕ່ລະເທື່ອ ຖືກປືນຈີ້ຫລັງ ແມ່ຮ້ອງໃຫ້ນ້ຳຕາຍ້ອຍນຳພໍ່ຢ້ານເປັນອັນຕະລາຍ ແມ່ຍ່າຮ້ອງໃຫ້ ຢ້ານລູກຊາຍຖືກຂ້າຕາຍ ເຫັນຊາວບ້ານຖືກຈັບກຸມ ຖືກບາດເຈັບຈາກການປະທະກັນ ເຫັນພວກທະຫານລົງປະຈຳໃນແຕ່ລະເຂດ ການຫ້າມຫາຢູ່ຫາກິນໃນເວລາກາງຄືນ ເຂົ້າບ້ານຕາມໂມງເວລາ ເຫັນການເຮັດນາລວມຫມູ່ທີ່ ເຮັດໃຫ້ຊາວບ້ານທຸກຈົນລົງ ເຫັນການຮູບເງົາການສູ້ຮົບລາວໄທ ເຫັນພວກຂີ້ລັກຄວາຍປະຊາຊົນເປັນປະຈຳ, ເຫັນລະບົບກີດກັນການຄ້າຂາຍ ຫ້າມຄ້າຂາຍນອກເຂດ ເຊິ່ງເປັນການຖ່ວງດຶງການພັດທະນາ,
ຕໍ່ມາໃນຊຸມປິແປດສິບປາຍ ເຫັນການປ່ຽນແປງ ຈາກກົດເຫລັກຜ່ອນຄາຍລົງ ມີການຄ້າຂາຍ ຊາຍແດນ ມີການເຄື່ອນຍ້າຍສັດຕ່າງໆໄປຂາຍນອກເຂດໄດ້ ມີການພົວພັນກັນ ໄດ້ສະດວກສະບາຍຍິ່ງຂຶ້ນ ບໍ່ໄດ້ຖືກກ່າວຫາ ຖືກໂທດໂດຍຂາດການສອບສວນ ສັງຄົມຜ່ອນຄາຍລົງບໍ່ເຄັ່ງຕຶງ ມີການກະເກນປະຊາຊົນໄປຂຸດຄອງຊົນລະປະທານ ໄປອອກແຮງງານລວມ ທຸກສິ່ງຢ່າງເອົາເປັນຂອງລວມ ຮວມທັງນາ ແລະ ງົວຄວາຍ ເຊິ່ງນຳມາເຊິ່ງຄວາມອຶດຫິວ ທຸກຈົນ ໃນລະຍະເວລາ ສາມປີຈິ່ງເຊົາເຮັດນາລວມ ຈັ່ງລືມຕາອ້າປາກໄດ້,
ໄລຍະ ປີເກົ້າສິບປາຍ ຫາສອງພັນປາຍ ເຫັນອຸດົມການມີການປ່ຽນແປງ ໃຊ້ລະບົບທຸລະກິດ ມີການຫລິ້ນພັກ ເຂົ້າເຮັດວຽກງານສັງກັດລັດ ເລີ່ມເອົາເສັ້ນສາຍພັກພວກ ມີການຮຽກຮັບເງິນຈາກເຈົ້າຫນ້າທີ່ ການກໍ່ສ້າງ ການສຳປະທານຮັບເຫມົາ ມີຫາງສຽງຂອງສັງຄົມ ຕຳນິວິຈານ ເລື່ອງຄວາມບໍ່ໂປ່ງໃສ ຢາເສບຕິດເລີ່ມແຜ່ລະບາດ ຜູ້ມີອຳນາດ ຮັ່ງມີຜິດປົກກະຕິກັນທຸກຫນ້າ ໃນວົງລັດຖະການ ມີການສວຍໃຊ້ຫນ້າທີ່ຢ່າງອອກຫນ້າອອກຕາ
ການສິດສອນ ໃຫ້ກຽດຊັງຈັກກະພັດມີຫລວງຫລາຍ ແຕ່ຄົນລາວ ປະຊາຊົນ ມີຈິດສຳນຶກບໍ່ໄດ້ກຽດຊັງ ຄືນະໂຍບາຍແຕ່ພຽງຢ່າງໃດ, ມີການຢາກໄປດຳລົງຊີວິດໃນປະເທດ ທີ່ພັກລັດຂະຫນານນາມວ່າ ຈັກກະພັດ ຢ່າງຫລວງ ມີຄົນເຂົ້າໄປສຳພາດຢູ່ສະຖານທູດ ກຸ່ມປະເທດຈັກກະພັດ ມື້ລະສອງສາມຮ້ອຍຄົນ, ບາງຄົນສຳພາດບໍ່ຜ່ານກະ ຈົນຮ້ອງໂຮ ຮ້ອງໃຫ້ນ້ຳຕາຫລັ່ງ ອອກມາ ຍ້ອນເຫັນຍາດພີ່ນ້ອງໄປຢູ່ປະເທດທີສາມ ແລ້ວສົ່ງເງິນຊ່ອຍເຫລືອ ແລະມີຖານະດີກ່ອນ.
ບາງຄົນຫາເງິນຄຳໄດ້ເປັນກອບເປັນກຳກໍ ຫອບເງິນກັບຄືນບ້ານເກີດເມືອງນອນ ສ້າງເຮືອນຊານບ່ອນຢູ່ອາໃສ ເຮັດທຸລະກິດ ເຮັດໄຮ່ໄຖນາ ຄ້າຂາຍ, ລັດຖະບານໂຍະຍານ ຜ່ອນຄາຍ ຄວາມແບ່ງແຍກລົງ ແຕ່ລະປີມີຄົນລາວທີ່ເຄີຍຫນີຕາຍ ຈາກໄພການເມືອງ ໄພອຶດຫິວ ກັບຄືນເມືອຢາມບ້ານຢ່າງຫລວງຫລາຍພາຍມາກ ເຊິ່ງນຳເງິນເຂົ້າປະເທດລາວຢ່າງມາກມາຍມະຫາສານ ການພັດທະນາປະເທດມີທ່າອ່ຽງດີຂື້ນ ຍ້ອນນຳລະບົບການຄ້າຂາຍ ຄືນຳລະບົບນາຍທຶນ ທາງດ້ານເສດຖະກິດ ແຕ່ການປົກຄອງ ຍັງຄົງຮັກສາແບບລະບົບຄອມມຸຍນິດໄວ້ ຢ່າງຫມັ້ນຄົງ.
ひどいことはまだ残ってあるようです。
ありがとう
現実を開いて知らせられました。
怖いし、寂しいし、。。。。
ラオスはまだ平和に住めるところじゃないそうですが、
どうしましょうかね。