ຫຼາຍຄົນຄົງເຄີຍກິນປູຫີນ ແຕ່ວ່າສູ່ມື້ນີ້ ກໍຫາກິນຍາກແລ້ວ
ເປັນທີ່ຮູ້ກັນດີ ສຳລັບຄົນ ວຈ ວ່າ ຖ້າຢາກກິນປູຫິນ ຕ້ອງໄດ້ໄປຊື້ ຢູ່ຜາຮອມ ວັງວຽງ
ຜາຮອມ ວັງວຽງ ມີປູຫີນ ຂາຍມາໄດ້ສິບກວ່າປີແລ້ວ ຕັ້ງແຕ່ເປີດການທ່ອງທ່ຽວ ລາວ ຄົນທີ່ກາຍໄປກາຍມາ ແມ່ນ ຮັບຮູ້ວ່າ:
ຢູ່ຜາຮອມ ໄກ້ ວັງວຽງມີປູຫິນຂາຍ.,,,,,,,,,,,,,,,,,,,,,,,
ແຕ່ວ່າການເອົາປູມາເຮັດອາຫານກໍ່ຍາກສົມຄວນທີ່ຈະໄດ້ອາຫານທີ່ແຊບ
ຂໍຖາມທຸກຄົນວ່າ ປູຫິນ ເຮັດແນວເດີ ຈື່ງ ແຊບທີ່ສຸດ
ມື້ໜ້າຈະເວົ້າເລື່ອງປູ ທີ່ກ່ຽວກັບ ສ່ຽວ ລາວ-ຈີນ-ຍີ່ປຸ່ນຟັງຫຼິ້ນ
ຂອບເຈີທີ່ປະກອບຄວາມເຫັນ
ເວົ້າເຣື່ອງປູຫີນຫຼືປູແປ້ງຢູຜາຮອມເໜືອວັັງວຽງໄປນັ້ນໃຜວ່າແຊບແລະມັກກິນກຊກິໂລດເດີ້
ແຕ່ສຳຣັບຂ້ອຍແລ້ວຂ້ອຍອາດກິນບໍ່ລົງເຖິງວ່າເວລາຜ່ານມາເປົນ 40 ປີແລ້ວກໍຕາມ. ຈະເລົ່າ
ສູ່ຟັງວ່າເປັນຫຍັງຂ້ອຍແນ່ນອນຈະບໍ່ກິນປູແລະອ່ຽນໃນເຂດຜາຮອມນັ້ນເດັດຂາດ ເຣື່ອງມັນກໍ
ມີດັ່ງນີ້.
ປີ 1973 ພາຍຫລັງເຊັນສັນຍາຢຸດຍິງໃນເດືອນກຸມພາ ທາງສອງຝ່າຍຄືຝ່າຍແນວລາວຂາຍຊາດ
ແລະຝ່າຍຣັຖະບານວຽງຈັນໄດ້ມີການປັກຫລັກໄຊຫລືຫລັກເສັ້ນເຂດແດນຕາມເຂດນ້ຳແດນດິນຕ່າງໆ
ແລະມີການຂົນກຳລັງພົນຂອງພວກແກວແລະແນວລາວຂາຍຊາດລົງເພື່ອຫວັງມາປະສິດກັບກອງກຳ
ລັງຝ່າຍວຽງຈັນ. ທະຫານແກວແດງແລະລາວແດງ ຖືກສະກັດຍິງຕາຍຢູ່ຜາຮອມເປັນຈຳນວນ 2-3
ພັນຄົນໃນທ້າຍປີ 73 ຕໍ່ໃສ່ຕົ້ນປີ 74 ຈົນສົ່ງກິ່ນເໝັນຢ່າງໃຫຍ່ຫລວງເວລາໃດຂີ່ຣົດຜ່ານຜາຮອມໄປ.
ຜາຮອມເປັນຜາມໍຣະນະຂອງພວກແກວແລະແນວລາວຂາຍຊາດພາຍຫລັງເຊົນສັນຍາຢຸດຍິງ, ພວກເພິ່ນ
ກໍພາກັນຂົນກຳລັງພົນລົງມາແບບໂກ້ໆ ພໍແຕ່ຜ່ານຜາຮອມລົງມາກໍຖືກມິນ ແອມ 18 ອັດເອົາທັງສອງ
ສົ້ນ ບໍ່ຈັກແກວແດງບໍ່ຈັກລາວແດງປົບຕາຍເອົາຫົວຊົນກັນ. ມາຮ້ອຍຄົນຕາຍຮ້ອຍຄົນ ມາສິບຄົນຕາຍ
ສິບຄົນ ມາຕາຍຫລາຍເທື່ອລະຮ້ອຍກໍນັບໄດ້ເຖິງ 3 ພັນສົບ ແລະກໍທັງແກວແລະແນວລາວທີ່ຖືກຂ້າຕາຍນັ້ນ
ກໍຖືກເອົ່ສົບໄປໂຍນລົງເຫວຂ້າງຜາຮອມນັ້ນ ແລ້ວທະຫານຂອງພັນເອກກ້ຽວສຸວັດກໍຣະເບີດຜາລົງຖົມພວກ
ແກວແລະແນວລາວຂາຍຊາດນັ້ນ. ເມື່ອກ່ອນເອີ້ນຜາຮອມວ່າຜາມລຣະນະຂອງແກວແດງແລະລາວແດງ.
ໃຜວ່າປູທີ່ຜາຮອມວ່າແຊບກໍເຊີນໂລດເດີ້.
ບອກອ້າຍໃຫຍ່ວຽດນາມພວກສູແດ່ວ່າຖ້າທະຫານແກວປາງສົງຄາມຍັງຂາດບັນຊີຢຸ່ນັ້ນໃຫ້ໄປຂຸດຄົ້ນຫາຢູ່ແຖບ
ຜາຮອມນັ້ນເດີ້ ບາງທີ່ອາດຈະພົບອົງວຽດແລະອົງລາວແດງຢູ່ທີ່ນັ້ນເປັນ 2-3ພັນສົບພຸ້ນລະ.
ບັນຊີຫະຫານແກວ ທີ່ເຂົາມາທຳສົງຄາມໃນລາວ ຍັງຂາດຢູ່ 50,000 ກວ່າຄົນ ທີ່ຫາບໍ່ເຫັນ ຂອ້ຍຄິດວ່າ ຄົງຢູ່ແຖວນີ້ແນ່ນອນ
ທີ່ນ້ຳອອກຮູທາງເມືອເມືອງຫລວງພະບາວກໍເປັນບ່ອນໜຶ່ງທີ່ແກວໄປບາຍກອງກັນຢູ່ບ່ອນນັ້ນ ຄິດວ່າຄົງຫລາຍ
ກ່ອນຢູ່ຜາຮອມຫລາບຍເທົ່າ. ບ່ອນນ້ຳອອກຮູກໍມີຮ່ອມດຽວພໍແຕຫລົມທາງລົດ ບ່ອນນີ້ແມ່ຖືກດັກສະກັດຍິງ
ພວກແກວແລະແນວລາວຕາຍມາຕັ້ງແຕ່ເປີດວັນສົງຄາມລາວຂ້າລາວມາຈົນຮອດປີ 73. ແກວແລະແນວລາວ
ມາພາກັນຕາຍໝູ່ກໍຕອນສັນຍາສັນຕິພາບ 73 ນັ້ນລະ. ຕິດວ່າຕ່ຳສຸດບໍ່ຫຼຸດ ໝື່ນສົບຮວມກັນທັງແກວແລະແນວ
ລາວທີ່ຕາຍແລະດຸດພູລົງມາຖົມຢູ່ຕີນຜານ້ຳອອກຮູນັ້ນ.
ແນວລາວມັນພາກັນແຄ້ນແຮງທີ່ຖືກຂ້າຕາຍພາຍຫລັງເຊັນສັນຍາຢຸດຍິງ ມັນວ່າພວກມັນຖືກຫັກຫຼັງກ່ອນພວກ
ມັນຈຶ່ງມາແກ້ແຄ້ນຈັບເອົານາຍແລະພົນທະຫານແລະເຈົ້າຊີວິດໄປທໍຣະມານແລະຂ້າຖີ້ມ. ພວກມັນຮູ້ຈັກດີວ່າຄົນ
ພວກມັນຖືກສັງຫານໝູ່ຢູ່ບ່ອນໃດ ແຕ່ພງກມັນບໍ່ຢາກໃຫ້ຄົຮຫຼຸ້ນຫຼັງຮູ້ຈັກວ່າພວກມັນກໍຖືກສັງຫານໄປເປັນໝື່ນໆ
ຄົນກ່ອນຈະຍຶດອຳນາດໄດ້.
Anonymous wrote:ເວົ້າເຣື່ອງປູຫີນຫຼືປູແປ້ງຢູຜາຮອມເໜືອວັັງວຽງໄປນັ້ນໃຜວ່າແຊບແລະມັກກິນກຊກິໂລດເດີ້ແຕ່ສຳຣັບຂ້ອຍແລ້ວຂ້ອຍອາດກິນບໍ່ລົງເຖິງວ່າເວລາຜ່ານມາເປົນ 40 ປີແລ້ວກໍຕາມ. ຈະເລົ່າສູ່ຟັງວ່າເປັນຫຍັງຂ້ອຍແນ່ນອນຈະບໍ່ກິນປູແລະອ່ຽນໃນເຂດຜາຮອມນັ້ນເດັດຂາດ ເຣື່ອງມັນກໍມີດັ່ງນີ້. ປີ 1973 ພາຍຫລັງເຊັນສັນຍາຢຸດຍິງໃນເດືອນກຸມພາ ທາງສອງຝ່າຍຄືຝ່າຍແນວລາວຂາຍຊາດແລະຝ່າຍຣັຖະບານວຽງຈັນໄດ້ມີການປັກຫລັກໄຊຫລືຫລັກເສັ້ນເຂດແດນຕາມເຂດນ້ຳແດນດິນຕ່າງໆແລະມີການຂົນກຳລັງພົນຂອງພວກແກວແລະແນວລາວຂາຍຊາດລົງເພື່ອຫວັງມາປະສິດກັບກອງກຳລັງຝ່າຍວຽງຈັນ. ທະຫານແກວແດງແລະລາວແດງ ຖືກສະກັດຍິງຕາຍຢູ່ຜາຮອມເປັນຈຳນວນ 2-3ພັນຄົນໃນທ້າຍປີ 73 ຕໍ່ໃສ່ຕົ້ນປີ 74 ຈົນສົ່ງກິ່ນເໝັນຢ່າງໃຫຍ່ຫລວງເວລາໃດຂີ່ຣົດຜ່ານຜາຮອມໄປ.ຜາຮອມເປັນຜາມໍຣະນະຂອງພວກແກວແລະແນວລາວຂາຍຊາດພາຍຫລັງເຊົນສັນຍາຢຸດຍິງ, ພວກເພິ່ນກໍພາກັນຂົນກຳລັງພົນລົງມາແບບໂກ້ໆ ພໍແຕ່ຜ່ານຜາຮອມລົງມາກໍຖືກມິນ ແອມ 18 ອັດເອົາທັງສອງສົ້ນ ບໍ່ຈັກແກວແດງບໍ່ຈັກລາວແດງປົບຕາຍເອົາຫົວຊົນກັນ. ມາຮ້ອຍຄົນຕາຍຮ້ອຍຄົນ ມາສິບຄົນຕາຍສິບຄົນ ມາຕາຍຫລາຍເທື່ອລະຮ້ອຍກໍນັບໄດ້ເຖິງ 3 ພັນສົບ ແລະກໍທັງແກວແລະແນວລາວທີ່ຖືກຂ້າຕາຍນັ້ນກໍຖືກເອົ່ສົບໄປໂຍນລົງເຫວຂ້າງຜາຮອມນັ້ນ ແລ້ວທະຫານຂອງພັນເອກກ້ຽວສຸວັດກໍຣະເບີດຜາລົງຖົມພວກແກວແລະແນວລາວຂາຍຊາດນັ້ນ. ເມື່ອກ່ອນເອີ້ນຜາຮອມວ່າຜາມລຣະນະຂອງແກວແດງແລະລາວແດງ.ໃຜວ່າປູທີ່ຜາຮອມວ່າແຊບກໍເຊີນໂລດເດີ້. ບອກອ້າຍໃຫຍ່ວຽດນາມພວກສູແດ່ວ່າຖ້າທະຫານແກວປາງສົງຄາມຍັງຂາດບັນຊີຢຸ່ນັ້ນໃຫ້ໄປຂຸດຄົ້ນຫາຢູ່ແຖບຜາຮອມນັ້ນເດີ້ ບາງທີ່ອາດຈະພົບອົງວຽດແລະອົງລາວແດງຢູ່ທີ່ນັ້ນເປັນ 2-3ພັນສົບພຸ້ນລະ.
ພວກທະຫານຫຸ່ນປະຕິການຂາຍຊາດຂີ້ໂມ້ແທ້ໆເນາະ, ຄັນເກັ່ງປານນັ້ນ ເປັນຫຍັງ
ຈີ່ງໃຫ້ພາກັນຂົນອາວຸດໄປເຂົ້າສາງ ໃຫ້ເຫລືອແຕ່ຫຳ ຈົນຝ່າຍກົງກັນຂ້າມຈີ້ຄໍຫອຍ
ໄດ້ຢ່າງສບາຍ ສບາຍ
ສ່ຽວຢີ່ປູ່ນເຫັນກະປູ ສັງເກດຢູ່ ຄາວໜຶ່ງ ແລ້ວ ເອີ່ຍຂື້ນວ່າ: ເຮັດຫຸ່ນຍຢນຄືປູນີ້ໄດ້ຄືຊິຄັກເວີ້ຍ ລົງນ້ຳກໍ່ໄດ້ ຂື້ນບົກກໍ່ໄດ້
ສ່ຽວຈີນກໍ່ເວົ້າຂື້ນຄືກັນວ່າ: ປະມັນຂາຫຼາຍປານນີ້ ຊິກິນຈັ່ງໃດ໊!?
ສ່ຽວລາວ ຄາດລາດເວົ້ານຳເຂົາ: ກະປູຂາມັນຫຼາຍປານນີ້ ມັນຈີ໊ ກັນຈັ່ງໃດວາ!!!!!
https://www.legendary11.com/blogs/view/23301https://www.trysmallbiz.com/articles/bamboo-decking-vs-traditional-wood-which-is-best-for-your-patiohttps://squidwardcc.org/forum/viewtopic.php?t=19378https://spcfactory.blogspot.com/2025/09/bamboo-decking-vs-traditional-wood.htmlhttps://www.edufex.com/forums/discussion/general/bamboo-decking-vs-traditional-wood-which-is-best-for-your-patiohttps://kumu.io/bothbest/bamboo-decking-vs-traditional-wood-which-is-best-for-your-patiohttps://yodayo.com/posts/609f6f57-ba8b-4f87-be22-25487b0687adhttps://bambooflooring.notion.site/bothbest-26f41b6b363980b0865fd008cf78ea7ahttps://bambooflooring.notion.site/How-Bamboo-Decking-Fights-Moisture-Mold-and-Mildew-26f41b6b36398089995cc31a18d1aca8https://bothbest.amebaownd.com/https://bothbest.amebaownd.com/posts/57441195https://bothbest.amebaownd.com/posts/57441209https://bambooflooring.shopinfo.jp/https://bambooflooring.shopinfo.jp/posts/57441275https://bamboochopsticks.storeinfo.jp/https://bamboochopsticks.storeinfo.jp/posts/57441296