ສະບາຍດີ ພໍ່ແມ່ພີ່ນ້ອງ ທົ່ວໂລກ ທີ່ອ່ນພາສາລາວໄດ້
ໃນຖານະຄົນລາວຜູ່ໜຶ່ງ ມື້້ນີ້ ຂໍແນະນຳວິທີການໄປທ່ຽວ ພາກໄຕ້ ສີພັນດອນ
ໂດຍສະເພາະທ່ານທີ່ຢາກໄປແບບສ່ວນຕົວ
ຫຼາຍທ່ານທີ່ເປັນຄົນເຊື້ອລາວ ເມື່ອມາທ່ຽວລາວ ສ່ວນຫຼາຍແມ່ນໃຫ້ພີ່ນ້ອງພາໄປທ່ຽວ ຊຶ່ງຈະເປີອງຄ່າໃຊ້ຈ່າຍຫຼາຍເທົ່າຕົວ
ແຕ່ທ່ານກໍສາມາດໄປໂດຍລຳພັງ ຫຼື ໄປຜູ່ດຽວກໍ່ໄດ້ ວິທີນີຈະເຮັດໃຫ້ທ່ານ ມີເວລາ ເປັນສ່ວນຕົວຫຼາຍ ໄດ້ຄົ້ນພົບສະ່ງແປກໃໝ່
ໂດຍສະເພາະຜູ້ຄົນແປກໜ້າ ແຕ່ອາດຈະເຫງົາແນ່ ເລັກໜ້ອຍ
ຄົນຕ່າງປະເທດຫຼາຍຄົນໄປທ່ຽວຜູ່ດຽວ ເປັນທຳມະດາ ທີ່ສຳຄັນປະຫຢັດ
ວິທີການໄປ:
ກ່ອນອື່ນທ່ານຕ້ອງໄປຮອດປາກເຊກ່ອນ ຈະໂດຍທາງລົດຫຼື ທາງອາກາດກໍ່ແລ້ວແຕ່
ຕໍ່ມາ ໄປຫາຂີ່ລົດສອງແຖວ ແຖວຕະຫຼາດດາວເຮືອງ ມີລົດໄປນາກະສັງ ລາຄາປະມານ 3 ສິບ ພັນກີບ ( ແຕ່ໄປດອນໂຂງ 4 ສິບພັນກີບ)
ໄປຮອດນາກະສັງຕ້ອງໄດ້ຂີ່ເຮືອໄປດອນເດດ-ດອນຄອນ ຄ່າເຮືອ ປະມານ ສິບ ພັນກີບ
ໃນດອນເດດ-ດອນຄອນ ມີຫ້ອງພັກ ລາຄາແຕ່ 3 ສິບພັນກີບ ຈົນຮອດ ໂຮງແຮມ ລາຄາ 2-3 ແສນກໍ່ມີ
ສ່ວນຮ້ານອາຫານບໍ່ມີປັນຫາ ມີຢູ່ທົ່ວໄປ
ຢູ່ດອນເດດ-ດອນຄອນຈະທີທາງລົດໄຟ ມີລົດຖີບໃຫ້ເຊົ່າ ໄປເບິ່ງຫຼີ່ຜີ ກໍ່ຕ້ອງໄດ້ໄປທາງນີ້
ຄວາມໜ້າປະທັບໃຈຄົງຈະແມ່ນວ່າ ໃນສອງດອນນີ້ ບໍ່ມີລົດໃຫຍ່ ຫາກໍ່ມາມີຫວ່າງ ບໍ່ຄົນມານີ້ ທີ່ເອົາລົດກະບະ ຮຸນໄດ ມາດັດເປັນລົດທ່ອງທ່ຽວ
ສິນຄ້າທຸກຢ່າງຮອດປູນຊີເມັນ ເຄື່ອງຈັກເຮືອ,.........ແມ່ນຕ້ອງໄດ້ເອົາມາທາງເຮືອ ຜ່ານ ນາກະສັງ ( ອະດີດ ບ້ານ ຜີປອບ)
ນອກນັ້ນກໍ່ຍັງມີບ້ານເຮືອນສະໃໝ ອານານີຄົມຝຣັ່ງ ລວມທັງໂຮງຮຽນ ຫ້ອງການ ແຕ່ສ່ວນຫຼາຍແມ່ນເພພັງໃຊ້ວຽກບໍ່ໄດ້ແລ້ວ
ທີ່ນີ້ເອງຍັງມີຂົວຂ້າມນ້ຳຂອງແຫ່ງທຳອີດໃນລາວ ນັ້ນກໍ່ຄືຂົວທີ່ຕໍ່ລະຫວ່າງດອນເດດ ຫາ ດອນຄອນ ດັ້ງເດີມແມ່ນ ເປັນທາງລົດໄຟ ຫົວລົດໄຟກໍ່ຍັງເຫຼືອຢູ່.
ຖ້າຢາກໄປຄອນພະເພັງ ຕ້ອງກັບໄປນາກະສັງກ່ອນ ແລ້ວຈຶ່ງລັດລົດ ໄປ ຄອນພະເພັງກໍ່ມີ ແຕ່ສ່ວນຫຼາຍແມ່ນລົດກາຍໄປຊື່ໆ ຕ້ອງບອກໂຊເຟີໃຫ້ຈອດ ບ່ອນທາງເຂົ້າ
ຖ້າຢາກໄປເບິ່ງປາຂ່າ ຊິເລົ່າຕໍ່
https://fanlist.com/bothbest/https://www.legendary11.com/blogs/view/24621https://zybuluo.com/bothbest/note/2627466https://bamboochopsticks.storeinfo.jp/posts/57515726https://www.freebeg.com/forum/showthread.php?tid=79710https://squidwardcc.org/forum/viewtopic.php?t=20183https://www.runelister.com/forum/topic/can-bamboo-flooring-be-radiant-heat-installation/https://blog.rackons.in/click-lock-bamboo-flooring-fast-glue-free-installation-for-any-roomhttps://paidforarticles.in/what-is-carb-compliant-bamboo-flooring-safe-strong-and-stylish-876691https://connect.usama.dev/blogs/39339/Why-Responsible-Homeowners-Choose-FSC-Certified-Bamboo-Flooringhttps://www.sociomix.com/c/decor/installing-bamboo-flooring-over-radiant-heat-a-safe-stylish-and-smart-solution/1759187619https://www.lola.vn/dien-dan/chia-se-kinh-nghiem/dia-diem-mua-nguyen-vat-lieu-handmade/the-story-behind-your-floor-from-bamboo-forests-to-panda-habitats.htm