ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍທານ ອີກແລ້ວ ພັກລັກ
Anonymous

Date:
ຂໍທານ ອີກແລ້ວ ພັກລັກ
Permalink   
 


ຍີ່ປຸ່ນໃຫ້ ລາວກູ້ເງິນ 100 ລ້ານໂດລາອາເມລິກາ ສ້າງເດີ່ນຍົນໃຫມ່

74f48-43852_wattay_11.jpg

ຍີ່ປຸ່ນໃຫ້ ລາວກູ້ເງິນ 100 ລ້ານໂດລາອາເມລິກາ ສ້າງເດີ່ນຍົນໃຫມ່
---------------------------------------
ຍີ່ປຸ່ນປ່ອຍເງິນກູ້ດອກເບ້ຍຕ

່ຳໃຫ້ ລາວ ເພື່ອສະຫນັບສະຫນູນການຂະຫຍາຍອາຄານຜູ້ໂດຍສານເດີ່ນຍົນວັດໄຕ ເພາະແຜນການຂະຫຍາຍອາຄານເພື່ອຮອງຮັບຈຳນວນຜູ້ໂດຍສານໃຫ້ໄດ້ 2-3 ລ້ານຄົນໃຫ້ໄດ້ໃນປີຫນ້າ ຫລັງຈາກເປີດສະມາຄົມອາຊຽນ ເພາະປະຈຸບັນຮອງຮັບໄດ້ພຽງ 1 ລ້ານຄົນເທົ່ານັ້ນ.

ກະຊວງໂຍທາທິການແລະຂົນສົ່ງຂອງກົມການບິນພົນລະເຮືອນ ສປປລາວ ເປີດເຜີຍວ່າ ລັດຖະບານລາວ ກະກຽມທີ່ຈະເລິ່ມດຳເນີນການກໍ່ສ້າງໃນໂຄງການຂະຫຍາຍຕຶກອາຄານຜູ້ໂດຍສານລະຫວ່າງປະເທດໃຫມ່ ທີ່ເດີ່ນບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນໄລຍະຕົ້ນປີຫນ້ານີ້ ໂດຍຈະໄດ້ຮັບການສະຫນັບສະຫນູນທາງການເງິນຈາກລັດຖະບານຍີ່ປຸ່ນ ທີ່ປ່ອຍກູ້ສິນເຊື່ອຕ່ຳ ແລະໄດ້ບໍລິສັດຈາກຍີ່ປຸ່ນມາຄວບຄຸມການກໍ່ສ້າງ ເຊິ່ງຈະໃຫ້ແລ້ວພາຍໃນ 3 ປີ ແລະຈະຕ້ອງໄດ້ມ້າງພື້ນທີ່ຂອງອາຄານຜູ້ໂດຍສານພາຍໃນປະເທດຫລັງເກົ່າແລະກໍ່ສ້າງໃນພຶ້ນທີ່ໃຫມ່ ແລະຈະໃຊ້ພຶ້ນທີ່ດັ່ງກ່າວຂະຫຍາຍອາຄານຜູ້ໂດຍສານສາກົນ ເຊິ່ງການດຳເນີນການຈະເຮັດໃຫ້ແລ້ວໃນເວລາດຽວກັນເລີຍ

ລັດຖະບານລາວ ປະເມີນວ່າ ຕຶກອາຄານສາກົນໃຫມ່ນີ້ຈະຮອງຮັບຜູ້ໂດຍສານຫລາຍຂຶ້ນກວ່າແຕ່ເກົ່າ ຕັ້ງແຕ່ 2 ຫາ 3 ລ້ານຄົນ/ປີ ກົມການບິນພົນລະເຮືອນ ຄາດການວ່າຕຶກອາຄານຜູ້ໂດຍສານປະຈຸບັນນີ້ແມ່ນສາມາດຮອບຮັບໄດ້ທີ່ 1 ລ້ານຄົນ ເຊິ່ງຍັງບໍ່ເຖິງກັບວ່າແອອັດຫລາຍຈົນເກີນໄປ ແຕ່ໃນອະນາຄົດ ເດີ່ນຍົນແຫ່ງນີ້ຈະກາຍເປັນ 1 ໃນເດິ່ນຍົນທີ່ຄັບແຄບທີ່ສຸດ
ແນ່ນອນວ່າການຈະເລີນເຕີບໂຕຂອງເສດຖະກິດໃນພູມມີພາກອາຊຽນີ້ ຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດທີ່ສຸດ ແລະເດິ່ນຍົນແຫ່ງນີຈະກາຍເປັນຈຸດທຳອິດທີໄດ້ຮັບປະໂຫຍດຢ່າງມະຫາສານຕໍ່ເສດຖະກິດ ອຸດສາຫະກຳ ແລະການທ່ອງທ່ຽວ 


ນອກຈາກນີ້ ລາວຍັງມີແຜນການສ້າງເດີ່ນຍົນແຫ່ງໃຫມ່ຫ່າງໄປທາງທິດໃຕ້ 35 ກິໂລເຊິ່ງຫ່າງຈາກຕົວເມືອງວຽງຈັນໄປທາງໃຕ້ (ເສັ້ນທາງແຫ່ງຊາດ 13 ໃຕ້)ເຊິ່ງໂຄງການຍັງຢູ່ລະຫວ່າງການອະນຸມັດ ແຜນການຄືນທີ່ດິນ ແລະຄວາມເຫມາະສົມ ເຊິ່ງຢ່າງໄວທີ່ສຸດກໍ່ຈະເລິ່ນກໍ່ສ້າງປະມານປີ 2020 ແລະຕ້ອງເວລາກໍ່ສ້າງປະມານ 5 ປີ ເປັນຢ່າງຕໍ່າ ປະຈຸບັນ ລາວເຮົາມີເດີ່ນຍົນ 12 ແຫ່ງ ແລະມີແຕ່ 4 ແຫ່ງເທົ່ານັ້ນທີ່ຮັບເປັນເດິ່ນບິນສາກົນໄດ້ຮັບມາດຕະຖານ ພາຍໃຕ້ການຍອມຮັບຈາກອາຊຽນແລະມາດຕະຖານການໃຫ້ບໍລິການຕາມສາກົນ ສ່ວນອີກ 8 ແຫ່ງແມ່ນເດິ່ນບິນພາຍໃນປະເທດ ແລະມີທາງແລ່ນທີ່ສັ້ນ ແລະສາມາດຮັບຮອງຍົນແບບຫມາກປິ່ນ ທີ່ບັນຈຸບຜູ້ໂດຍສານໄດ້ບໍ່ເກີນ 70 ບ່ອນນັ່ງ ເທົ່ານັ້ນ.


__________________
Anonymous

Date:
Permalink   
 

ຖ້າສ້າງເອງ ບໍ່ໄດ້ມາດຖານຮູ້ບໍ່ ຕອ້ງໄດ້ໃຊ້ເງິນແລະວິຊາການຕ່າງປະເທດ 



__________________
Anonymous

Date:
Permalink   
 

ເມົາແຕ່ໂຈມຕີກັນຢູ່ຫັ້ນລະ ເຊີນໄປເບິ່ງແດ່ ເມືອງລາວຈະເລີນສ່ຳໄດແລວ້ ເມືອງວຽງຈັນມັນກວມໄປຮອດຫລັກ21 ທ່າເດືອ ທ່າງອ່ນ ນາຊາຍທອງ ຫົນທາງປູເບຕົງເກືອບຫມົດແລວ້ 



__________________
Anonymous

Date:
Permalink   
 

Anonymous wrote:

ເມົາແຕ່ໂຈມຕີກັນຢູ່ຫັ້ນລະ ເຊີນໄປເບິ່ງແດ່ ເມືອງລາວຈະເລີນສ່ຳໄດແລວ້ ເມືອງວຽງຈັນມັນກວມໄປຮອດຫລັກ21 ທ່າເດືອ ທ່າງອ່ນ ນາຊາຍທອງ ຫົນທາງປູເບຕົງເກືອບຫມົດແລວ້ 


 ບັກ ແອສໂຮ ເອີຍ ຈີກມືນເບິ່ງຖະໜົນຫົນທາງ

ໃນກຳແພງນະຄອນນັ້ນໃຫ້ກ້ວາງໆແດ່ກ່ອນຈະ

ມາຍ້ອງ. ຕົວະກັນບໍ່ໄດ້ດອກອັນຍຸກນີ້ນັ້ນ ບັກ ຫຶກ!



__________________
Anonymous

Date:
Permalink   
 

Anonymous wrote:

ເມົາແຕ່ໂຈມຕີກັນຢູ່ຫັ້ນລະ ເຊີນໄປເບິ່ງແດ່ ເມືອງລາວຈະເລີນສ່ຳໄດແລວ້ ເມືອງວຽງຈັນມັນກວມໄປຮອດຫລັກ21 ທ່າເດືອ ທ່າງອ່ນ ນາຊາຍທອງ ຫົນທາງປູເບຕົງເກືອບຫມົດແລວ້ 


 11229546_10204249553470038_5426142750473481050_n.jpg?oh=65546f749472f8753ed765d44dfc3b7b&oe=55C66896

 ຫົນທາງປູເບຕົງເກືອບຫມົດແລວ້

ພວກມັນພາກັນເວົ້າອອກມາໄດ້ແນວໃດ..?

ທາງກວຽນ ໄປນາພໍ່ຂອ້ຍ ຍັງດີກວ່ານີ້ຫລາຍເທົ້າ



__________________
Anonymous

Date:
Permalink   
 

ພວກໂຈນຄອມມິວນິສລາວແດງມັນເວົ້າແຕ່ແນວດີໆ,ແນວບໍ່ດີປິດໄວ້.

ພວກມັນຈະຕົວະໂຕເອງໄປຮອດມື້ມັນຕາຍພຸ້ນແລ້ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard