ເຂື່ອນໄຊຍະບູຣີ ບໍ່ໄດ້ກັກເກັບນ້ຳ ເອົາໄວ້ ເພື່ອທົດລອງ ຜລິດໄຟຟ້າ ແລະ ບໍ່ແມ່ນ ຕົ້ນເຫດ ທີ່ເຮັດໃຫ້ ນ້ຳຂອງຕອນລ່າງ ບົກແຫ້ງ, ອິງຕາມ ການຢືນຢັນ ຂອງທ່ານ ອານຸພາບ ວົງລະຄອນ, ຮອງກັມມະການ ຜູ້ຈັດການ ບໍຣິສັດ ຊີເຄ ພາວເວີ ຫຼື ຜູ້ພັທນາ ເຂື່ອນໄຟຟ້າ ໄຊຍະບູຣີ.
ທ່ານ ອານຸພາບ ກ່າວຕໍ່ສື່ມວນຊົນ ທີ່ພວມຢ້ຽມຢາມ ເຂື່ອນໄຊຍະບູຣີ ໃນວັນທີ 22 ກໍຣະກະດາ ນີ້ ວ່າ:
“ໂຮງໄຟຟ້າ ເຮົານີ້ ບໍ່ມີພື້ນທີ່ ເກັບນ້ຳ ຫຼື ມີໜ້ອຍຫຼາຍ ບໍ່ສາມາດ ທີ່ຈະໄປຍຶດເກັບຫຍັງ ໄດ້ເລີຍ ເພາະສະນັ້ນ ມື້ນີ້ ກໍເຫັນ ຢ່າງຈະແຈ້ງແລ້ວວ່າ ເຮົາບໍ່ໄດ້ໄປ ແຕະຕ້ອງ ນ້ຳ ຕາມທັມມະຊາດ ຕາມຫຼັກການ ຂອງ run-of-river ຫຼືຝາຍນໍ້າລົ້ນ ກໍຄື in-flow ເທົ່າກັບ out-flow (ເຂົ້າມາ ເທົ່າໃດ ກໍອອກເທົ່ານັ້ນ).”
ທ່ານ ກ່າວຕື່ມວ່າ ອີນ-ຟໂລວ໌ ເທົ່າກັບ ອາວທ໌-ຟໂລວ໌ (In-flow ເທົ່າກັບ Out-flow) ຄືຫຼັກ ໃນການດຳເນີນການ ໂຮງໄຟຟ້າພະລັງງານນ້ຳ ໄຊຍະບູຣີ, ປະຣິມານນ້ຳ ເຂົ້າມາເທົ່າໃດ ກໍໄຫຼອອກ ດ້ວຍປະຣິມານນ້ຳ ເທົ່າເດີມ, ໂດຍສະເພາະ ໃນປີນີ້ ທີ່ປະຣິມານ້ຳຝົນ ມາຫລ້າຊ້າ ຈຶ່ງເຮັດໃຫ້ ລຳນ້ຳຂອງ ບົກແຫ້ງ ໄປຫຼາຍ.
ນອກຈາກນັ້ນ, ພື້ນທີ່ລຸ່ມແມ່ນ້ຳຂອງ ໃນເຂດ ປະເທດລາວ, ໄທ ແລະ ກັມພູຊາ ກໍຍັງຕ້ອງ ຜະເຊີນກັບ ບັນຫາ ພັຍແຫ້ງແລ້ງ ຢ່າງໜັກ ທີ່ເກີດຈາກ ສະຖານະການ ແອລ ນີໂຍ ປະກອບກັບ ເຂື່ອນຈິ໋ງຫົງ ຂອງຈີນ ກັກເກັບນ້ຳໄວ້ ແລະ ປ່ອຍນ້ຳອອກມາ ພຽງ 60% ເທົ່ານັ້ນ.
ປັດຈຸບັນ ປະຣິມານນ້ຳ ຈາກຂໍ້ມູນ ສະຖານີ ແທກຣະດັບນ້ຳ ຫຼວງພຣະບາງ ແທກໄດ້ 1,428 ແມັດກ້ອນ ຕໍ່ວິນາທີ, ຊຶ່ງຖືວ່າ ເປັນປະຣິມານ ການໄຫຼ ທີ່ໜ້ອຍກວ່າ ປົກກະຕິ.
ໃນຂະນະດຽວກັນ, ທ່ານ ພອນໄຊ ພົງສະຫວັດ, ຫົວໜ້າ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູຣີ ກ່າວຕໍ່ສື່ມວນຊົນ ຕ່າງປະເທດ ໃນມື້ດຽວກັນນັ້ນ ວ່າ ເຂື່ອນໄຟຟ້າໄຊຍະບູຣີ ກໍຣາຍງານ ຣະດັບນ້ຳ ໃຫ້ກັບ ທາງການລາວ ປະຈຳທຸກເດືອນ ກໍບໍ່ພົບວ່າ ເຂື່ອນໄຟຟ້າ ໄຊຍະບູຣີ ເປັນຕົ້ນເຫດ ໃຫ້ແມ່ນ້ຳຂອງ ບົກແຫ້ງ.
“ຕາມທີ່ ບໍຣິສັດ ໄດ້ຣາຍງານ ມາແລ້ວ ທາງເບື້ອງຣັຖບານເຮົາ ກໍໄດ້ຮັບຊາບ ຂໍ້ມູນ ເປັນປົກກະຕິ ແລ້ວພວກເຮົາ ຈະພະຍາຍາມ ສັງລວມ ເອົາບັນດາ ຂໍ້ມູນ ການໄຫຼ ຂອງນ້ຳໄຫຼເຂົ້າ ແລ້ວກໍຂໍ້ມູນ ການໄຫຼຂອງນ້ຳ ອອກຈາກໂຄງການ ຕາມທີ່ພວກເຮົາ ຕິດຕາມລະແມ່ນ ຮວມທັງ ການຢືນຢັນ ບໍຣິສັດ ໂຄງການ ລະແມ່ນ ນຳເຂົ້າເທົ່າໃດ ລະອອກເທົ່ານັ້ນ ເນາະ.”
ທ່ານ ພອນໄຊ ຕາງໜ້າ ຣັຖບານລາວ ແລະ ເຂື່ອນໄຟຟ້າ ໄຊຍະບູຣີ ຍັງແຈ້ງ ຕໍ່ສື່ມວນຊົນ ຕື່ມອີກວ່າ ຮຽກຮ້ອງ ໃຫ້ທາງການຈີນ ຮ່ວມມື ແກ້ໄຂບັນຫານີ້ ໄປພ້ອມກັນ, ໂດຍສະເພາະ, ເຣື່ອງການແຈ້ງ ລ່ວງໜ້າ ກ່ອນຈະກັກເກັບນ້ຳ ເພື່ອໃຫ້ປະເທດລຸ່ມແມ່ນ້ຳຂອງ ເກີດການບໍຣິການ ຈັດການນ້ຳ ໄດ້ທັນເວລາ ຫຼື ຖ້າເປັນໄປໄດ້ ໃນໄລຍະໜ້າແລ້ງ ຄວນງົດກັກນ້ຳ ເພື່ອຫຼຸດຜ່ອນ ຜົລກະທົບ ຕໍ່ຊຸມຊົນ ແຄມຝັ່ງແມ່ນ້ຳຂອງ.
ແລະກ່ຽວກັບ ເຣື່ອງທີ່ເກີດຂຶ້ນ ໃນເຂດແມ່ນໍ້າຂອງ ຍານາງ ເປຣມຣຶດີ ດາວເຣືອງ ຜູ້ປະສານງານ ເຄືອຂ່າຍພາກປະຊາຊົນ ຈັບຕາເບິ່ງ ການລົງທຶນ ໃນເຂື່ອນລາວ ກໍໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດານີ້ ຕອນນຶ່ງວ່າ:
"ຍານາງເວົ້າວ່າ ເຣື່ອງທີ່ເກີດຂຶ້ນ ໃນແມ່ນໍ້າຂອງ ຕອນນີ້ ຈະເອີ້ນກັນວ່າ ເຂື່ອນປະສົມໂລກຮ້ອນ ຊຶ່ງແນ່ນອນ ໃນໄລຍະ ຢ່າງໜ້ອຍ 5 ປີຫຼັງມານີ້ ສິ່ງທີ່ເຮັດໃຫ້ ເກີດການປ່ຽນແປງ ແຫ້ງແລ້ງຮຸນແຮງ ຝົນຕົກໜ້ອຍ ໃນຕອນເໜືອ ຂອງແມ່ນໍ້າຂອງ ຕ້ອງເບິ່ງໄປທີ່ເຂື່ອນ ເພາະເຂື່ອນ ເຮັດໃຫ້ ສະພາບ ຄວາມແຫ້ງແລ້ງ ຮຸນແຮງຫຼາຍຂຶ້ນ.” ແລະ ຈີນເອງ ກໍຕ້ອງສູ້ກັບ ບັນຫາພັຍແຫ້ງແລ້ງ ຊຶ່ງການເປີດ ການປິດເຂື່ອນ ຂອງຈີນ ກໍເຮັດໃຫ້ ແມ່ນໍ້າຂອງ ຜິດພ້ຽນຣະດູການໄປໝົດ.
เมื่อวันที่ 23 ก.ค. รายงานข่าวกระทรวงการต่างประเทศ แจ้งว่า กระทรวงการต่างประเทศได้เชิญนายหลู่ เจี้ยน เอกอัครราชทูตจีน ประจำประเทศไทย และนายแสง สุขะทิวง เอกอัครราชทูตลาว ประจำประเทศไทยเข้าพบเมื่อช่วงเช้าวันนี้ (23 ก.ค.) โดยทั้งสองได้หารือกับนายอรรถยุทธ ศรีสมุทร รองปลัดกระทรวงการต่างประเทศ ถึงปัญหาภัยแล้งที่ประเทศไทยและหลายประเทศเผชิญอยู่
ทั้งนี้ นายดอน ปรมัตถ์วินัย รมว.ต่างประเทศ เปิดเผยว่า ในการหารือดังกล่าว ได้พูดถึงปัญหาความเปลี่ยนทางสภาพอากาศที่มีผลต่อระดับน้ำฝนในแม่น้ำโขง ซึ่งจะนำไปสู่ความร่วมมือเป็นรูปธรรมร่วมกัน โดยเชื่อว่าทุกประเทศถึงความรุนแรงของภัยแรงที่ส่งผลต่อชีวิตความเป็นอยู่ประชาชน และสภาพทางธรรมชาติ โดยเรื่องนี้เป็นภัยธรรมชาติที่ทุกประเทศต้องร่วมมือกันแก้ไขปัญหา และเสนอแนวทางการคลี่คลายสถานการณ์ให้ดีขึ้น สถานการณ์น้ำน้อย ภัยแล้งเป็นภัยทางทางธรรมชาติที่บังเอิญเกิดขึ้นเหมือนซ้ำเติมในช่วงที่ฝนตกน้อย แต่ดีที่ขณะนี้ ประเทศจีนได้ปล่อยน้ำจากเขื่อนจิ่งหง และลาวปล่อยน้ำจากเขื่อนไชยะบุรี ซึ่งช่วยบรรเทาปัญหาภัยแล้ง และเป็นประโยชน์กับประเทศปลายน้ำอย่างมาก ทั้งนี้ต้องชื่นชมสมกับเป็นประเทศที่มีความสัมพันธ์ที่ใกล้ชิดและยาวนาน
นายดอน กล่าวอีกว่า ในการประชุมกรอบ ความร่วมมือลุ่มน้ำโขงกับญี่ปุ่น การประชุมการหารือเชิงนโยบายของกรอบความร่วมมือข้อริเริ่มลุ่มน้ำโขงตอนล่างกับสหรัฐอเมริกา และการประชุมกรอบความร่วมมือลุ่มแม่น้ำโขง-คงคา กับอินเดีย ที่จะมีขึ้นในวันที่ 3 ส.ค.นี้ จะมีการหารือถึงปัญหาภัยแล้ง และการรับมือกับการเปลี่ยนแปลงทางสภาพอากาศที่จะนำไปสู่การให้ทุกประเทศมีบทบาท และดำเนินการร่วมกันอย่างจริงจัง
ທ່ານ ທະນະວັດ ຕີວິດສະວະເວດ ກັມມະການຜູ້ຈັດການ ບໍຣິສັດ ໄຊຍະບູລີ ພາວເວີ ແລະ ກັມມະການຜູ້ຈັດການ ບໍຣິສັດ CK POWER ໄດ້ກ່າວຕໍ່ຊື່ມວນຊົນ ທັງພາຍໃນ ແລະຕ່າງປະເທສ ໃນໂອກາດພາ ສື່ມວນຊົນໄປທັສນະສຶກສາ ເຂື່ອນໄຊຍະບູລີ ເນື່ອງຈາກຖືກກ່າວຫາ ວ່າເປັນຕົ້ນເຫດກັກນໍ້າ ເຮັດໃຫ້ແມ່ນໍ້າຂອງແຫ້ງ ເມື່ອວັນທີ 23 ກໍໍຣະກະດາ ວ່າ ເຂື່ອນ ໄຊຍະບູລີ ໄດ້ເຮັດການສຶກສາ ປະເມີນຜົລກະທົບ ຕໍ່ ສີ່ງແວັດລ້ອມ ແລະ ສັງຄົມ ເຊິ່ງເປັນໄປຕາມຣະບຽບການ ຂອງຄນະກັມມາທິການ ແມ່ນໍ້າສາກົລ ບໍ່ມີບັນຫາເຣື່ອງ ຜົລກະທົບຂ້າມ ພົມແດນ.
"ເຣື່ອງສີ່ງແວດລ້ອມເປັນເຣື່ອງທີ່ ທາງໄຊຍະບູລີເອງ ແລ້ວກໍບໍຣິສັດ CK POWER ຈຳກັດມະຫາຊົນ ໃຫ້ຄວາມສຳຄັນເປັນອັນດັບ 1 ເລີຍ ເຊິ່ງຢູ່ໃນການດູແລ ຂອງຄນະກັມມະການ ແມ່ນໍ້າຂອງສາກົລ ຫຼື MRC ເຊິ່ງໄດ້ກຳນົດຫຼັກເກັນ ເຣື່ອງສີ່ງແວດລ້ອມ ໄວ້ໃຫ້ທຸກໂຄງການ ໃນແມ່ນໍ້າຂອງ ອັນຫຼັກໆ ແມ່ນທາງດ້ານສິ່ງແວດລ້ອມ ຄືເຣື່ອງຝຸ່ນຕົມ ແລ້ວກໍ່ປາ."
ທ່ານ ທະນະວັດ ໄດ້ກ່າວຕື່ມວ່າ ເຂື່ອນໄຊຍະບູລີ ມີປະຕູຣະບາຍຝຸ່ນຕົມທັງໝົດ 11 ບານ ທີ່ສາມາດຣະບາຍຝຸ່ນຕົມ ທັງສອງຣະດັບຄືມີ ປະຕູຣະບາຍນໍ້າ ຣະດັບໜ້ານໍ້າ ຈຳນວນ 7 ບານ ເຮັດໜ້າທີ່ຣະບາຍ ຝຸ່ນຕົມຂນາດນ້ອຍ ແລະ ອີກ 4 ບານ ຈະຢູ່ໃນຣະດັບເລິກໃຕ້ນໍ້າ ເພື່ອໃຊ້ຣະບາຍນໍ້າໄປພ້ອມ ກັບຣະບາຍຝຸ່ນຕົມ ຂນາດໃຫຍ່.
ສ່ວນເຣື່ອງປາກໍມີຊ່ອງທາງ ປາເຂົ້າຫຼາຍຊ່ອງທາງ ເພື່ອຮອງຮັບ ການຜ່ານຂອງຝູງປາ ຕລອດແນວໂຄງສ້າງ ຂອງເຂື່ອນ ທັງໃນສວນຕາມ ກະແສນໍ້າ ທວນກະແສນໍ້າ ເພື່ອໃຫ້ຝູງປາຂື້ນວາງໄຂ່ ຂຍາຍພັນ.
ຕໍ່ການຊີ້ແຈງດັ່ງກ່າວ ທ່ານ ມົນຕຣີ ຈັນທະວົງ ຈາກ ກຸ່ມເສຣີພາບ ແມ່ນໍ້າຂອງ ປະເທດໄທ ກ່າວຕໍ່ນັກຂ່າວ RFA ໃນວັນທີ 24 ກໍຣະກະດາວ່າ. ການສຶກສາຜົລກະທົບ ຂ້າມພົມແດນ ບໍ່ໄດ້ລົງເລິກໄປເຖິງ ໄທ ກັມພູຊາ ແລະ ວຽດນາມ ໄລຍະຂອງການສືກສາພຽງ 10 ກິໂລແມັດ ເທົ່ານັ້ນ.
"ຂ້າພະເຈົ້າຄິດວ່າ ຕ້ອງໄປຖາມ MRC ວ່າອ້າງແບບນີ້ MRC ສາມາດອອກໜັງສືີ ຮັບຮອງໄດ້ບໍ່ ວ່າເຂື່ອນໄຊຍະບູລີ ໄດ້ສ້າງຕາມທີ່ MRC ກຳນົດໄວ້ຄົບຖ້ວນ ຖືກຕ້ອງ ແຕ່ວ່າຂໍ້ມູນ ຈາກການທົດລອງແທ້ ນັ້ນມັນລົງໄປບໍ່ຮອດ 10 ກິໂລແມັດ ເພາະສະນັ້ນ ຂອບເຂດ ຂອງການສຶກສາແທ້ເຂົາບໍ່ໄດ້ ສຶກສາຂ້າມພົມແດນ ເພາະສະນັ້ນ ຜົລການສຶກສາ ມັນກໍ່ມີຜົລກະທົບ ຂ້າມພົມແດນ ມັນບໍ່ເປັນເຫດຜົລ ທີ່ຈະມາ ອ້າງໄດ້ວ້າບໍ່ມີ ຜົລກະທົບ ຂ້າມພົມແດນ."
ໃນຂນະທີ່ ທ່ານ ອານຸລັກ ກິດຕະຄຸນ ເຈົ້າໜ້າທີ່ຄນະກັມມາທິການ ແມ່ນໍ້າສາກົລ ຫຼື MRC ໄດ້ກ່າວຕໍ່ RFA ເມື່ອເດືອນພືສພາ ຜ່ານມາ ວ່າເຂື່ອນທຸກເຂື່ອນ ທີ່ສ້າງກັ້ນແມ່ນໍ້າຂອງ ມີຜົລກະທົບຢູ່ແລ້ວ ໂດຍສະເພາະ ແມ່ນເຣື່ອງປາ ແລະ ນໍ້າຖ້ວມ ແຕ່ເຣື່ອງຜົລກະທົບ ຂ້າມ ພົມແດນ ຍັງບໍ່ໝັ້ນໃຈເທື່ອ.
"ຕາມການປະເມີນຂອງເຮົານີ້ ເພາະວ່າເຂື່ອນ ນີ້ມັນຢູ່ເທີງວຽງຈັນ ເນາະ ສຳລັບກັມພູຊາ ກັບວຽດນາມ ຜົລກະທົບ ອາດຈະບໍ່ໄວໆ ເນາະ ແຕ່ວ່າມັນສິສະສົມແລ້ວ ກໍ່ໄລຍະຍາວ ສະນັ້ນເຮົາກໍ່ບໍ່ໝັ້ນໃຈເທື່ອ ວ່າມັນສິມິຜົລກະທົບ ຫຼາຍຊໍ່າໃດ ຫຼືໜ້ອຍຊໍ່າໃດ ແຕ່ແນ່ນອນວ່າມັນມີ ຜົລກະທົບ ເຣື່ອງນໍ້າຖ້ວມເບາະ ເຣື່ອງບັນຫາການປ່ອຍນໍ້າ ອັນນີ້ຜູ້ສ້າງ ກໍ່ຕ້ອງເບີ່ງສຶກສາດີໆ." .
ປັດຈຸບັນ ເຂື່ອນໄຊຍະບູລີ ໄດ້ທົດລອງຜລິດໄຟຟ້າ ໄປແລ້ວ 6 ເຄື່ອງ ຈາກທັງໝົດ 7 ເຄື່ອງ ແລະ ໃນກາງເດືອນສີງຫານີ້ ຈະມີການ ທົດລອງ ຜລິດໄຟຟ້າອີກທັງໝົດ 7 ເຄື່ອງ ກ່ອນທີ່ຈະຜລິດຂາຍ ໃຫ້ໄທ ໃນເດືອນຕຸລາ ປີ 2019 ນີ້.
ເຂື່ອນໄຊຍະບູລີ ເຣີ້ມກໍ່ສ້າງມາແຕ່ປີ 2012 ມີ 5 ບໍຣິສັດຮ່ວມລົງທືນ ໃນນັ້ນ ບໍຣິສັດ CK POWER ຖືຫຸ້ນ 37,5% , ບໍຣິສັດ NATE SYNERY 25.0%, ຣັຖວິສາຫະກິຈ ໄຟຟ້າລາວ 20%, ບໍຣິສັດ Electric generating 25% ແລະ ບໍຣິສັດ PT SOLE 5% ຮວມມູນຄ່າ ການກໍ່ສ້າງ 4,300 ລ້ານໂດລາ ສະຫຣັຖ.
ເຂື່ອນໄຊຍະບູລີ ໄດ້ຮັບສັມປະທານ ຈາກຣັຖບານລາວ 31 ປີ . ໄຟຟ້າ 95%ຂາຍໃຫ້ ການໄຟຟ້າການຜລິດ ແຫ່ງປະເທດໄທ ແລະ 5% ຂາຍໃຫ້ ຣັຖວິສາຫະກິຈ ໄຟຟ້າລາວ.